ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (24)

ຂໍ້ທີສິບສີ່: ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ (ພາກທີສາມ)

ມາດຕະຖານ ແລະ ພື້ນຖານສຳລັບການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ

I. ໂດຍອີງໃສ່ຈຸດປະສົງໃນການເຊື່ອພຣະເຈົ້າ

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຄື: “ໃຫ້ແຍກແຍະໂດຍທັນທີ ແລະ ກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າທຸກປະເພດ ແລະ ພວກຕໍ່ຕ້ານພຣະຄຣິດ”. ໂດຍອີງໃສ່ເນື້ອໃນຂອງຄວາມຮັບຜິດຊອບຂໍ້ນີ້, ພວກເຮົາໄດ້ສະຫຼຸບການສະແດງອອກທີ່ແຕກຕ່າງກັນຂອງຄົນຕ່າງໆພາຍໃຕ້ສະຖານະການທີ່ແຕກຕ່າງກັນ ແລະ ຈາກນັ້ນກໍໄດ້ແຍກແຍະບຸກຄົນຕ່າງໆເຫຼົ່ານີ້ໂດຍອີງໃສ່ການສະແດງອອກຂອງພວກເຂົາ. ໂດຍຜ່ານການແຍກແຍະບຸກຄົນເຫຼົ່ານີ້, ພວກເຮົາຕັ້ງເປົ້າທີ່ຈະລະບຸໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຜູ້ໃດແມ່ນຄົນຊົ່ວຊ້າທີ່ເຮືອນຂອງພຣະເຈົ້າຕ້ອງແຍກແຍະ ແລະ ກຳຈັດອອກ ເຊິ່ງນັ້ນກໍຄື ຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຍັງຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປ ແລະ ເປັນເປົ້າໝາຍທີ່ຈະຖືກກຳຈັດອອກ. ສອງຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການແຍກແຍະ ແລະ ການຈັດປະເພດຄົນຊົ່ວຊ້າປະເພດຕ່າງໆຜ່ານສາມດ້ານ. ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບລາຍລະອຽດຕ່າງໆຂອງການຈັດປະເພດຄົນຊົ່ວຊ້າປະເພດຕ່າງໆຜ່ານສາມດ້ານນີ້. ກ່ອນອື່ນໝົດ, ໃຫ້ອ່ານຄວາມຮັບຜິດຊອບຂໍ້ທີສິບສີ່ ແລະ ສາມໝວດໝູ່ສະເພາະທີ່ລະບຸໄວ້ໃນນັ້ນ. (ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າທຸກປະເພດ ແລະ ພວກຕໍ່ຕ້ານພຣະຄຣິດ”. ໜຶ່ງ, ຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງຄົນຜູ້ໜຶ່ງ; ສອງ, ຄວາມເປັນມະນຸດຂອງຄົນຜູ້ໜຶ່ງ; ສາມ, ທັດສະນະຄະຕິຕໍ່ໜ້າທີ່ຂອງຕົນ.) ຫຼັງຈາກທີ່ອ່ານແລ້ວ, ພວກເຈົ້າຈື່ເນື້ອໃນພື້ນຖານບາງຢ່າງຈາກການໂອ້ລົມສອງຄັ້ງທີ່ຜ່ານມາໄດ້ບໍ? (ຈື່ໄດ້.) ກ່ອນອື່ນ ໃຫ້ພວກເຮົາທົບທວນເນື້ອໃນຂອງການໂອ້ລົມຄັ້ງທີ່ຜ່ານມາ. (ຄັ້ງທີ່ຜ່ານມາ, ພຣະເຈົ້າໄດ້ໂອ້ລົມກ່ຽວກັບຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງຄົນຜູ້ໜຶ່ງ ເຊິ່ງກວມເອົາຂໍ້ສີ່ເຖິງຂໍ້ແປດຂອງຫົວຂໍ້ນີ້: ຂໍ້ສີ່, ເພື່ອສວຍໂອກາດ; ຂໍ້ຫ້າ, ເພື່ອອາໄສຄຣິສຕະຈັກລ້ຽງຊີບ; ຂໍ້ຫົກ, ເພື່ອສະແຫວງຫາບ່ອນລີ້ໄພ; ຂໍ້ເຈັດ, ເພື່ອຊອກຫາຜູ້ສະໜັບສະໜູນ; ຂໍ້ແປດ, ເພື່ອສະແຫວງຫາຈຸດປະສົງທາງການເມືອງ.) ຫ້າຂໍ້ນີ້ໄດ້ຖືກນໍາມາສົນທະນາກັນໃນການໂອ້ລົມຄັ້ງທີ່ຜ່ານມາ. ໂດຍຜ່ານການໂອ້ລົມກ່ຽວກັບການສະແດງອອກພື້ນຖານ ແລະ ແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດໂປງຂອງຄົນຫ້າປະເພດນີ້, ໂດຍຕັດສິນຈາກພຶດຕິກຳ ແລະ ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ພ້ອມທັງການຮຽກຮ້ອງຢ່າງຕໍ່ເນື່ອງຂອງພວກເຂົາຕໍ່ພຣະເຈົ້າ, ຄວນຖືວ່າຄົນເຫຼົ່ານີ້ແມ່ນອ້າຍເອື້ອຍນ້ອງ ແລະ ຢູ່ໃນຄຣິສຕະຈັກຕໍ່ໄປບໍ? (ບໍ່, ຄົນເຊັ່ນນີ້ຄວນຖືກກຳຈັດອອກໄປ ເພາະວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ ຫຼື ເພື່ອສະແຫວງຫາຄວາມລອດພົ້ນ. ພວກເຂົາທຸກຄົນມີເຈດຕະນາ ແລະ ແຜນການສ່ວນຕົວ ໂດຍຫວັງທີ່ຈະສວຍໂອກາດຫາຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ພວກເຂົາທຸກຄົນເປັນຜູ້ບໍ່ເຊື່ອ.) ຖ້າຜູ້ບໍ່ເຊື່ອບໍ່ຖືກກຳຈັດອອກຈາກຄຣິສຕະຈັກ, ພວກເຂົາຈະເຮັດໃຫ້ເກີດຄວາມເສຍຫາຍຫຍັງແດ່ຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງ? (ພວກເຂົາບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ທັງບໍ່ໄດ້ປະສົບກັບພາລະກິດຂອງພຣະເຈົ້າ; ພວກເຂົາຢູ່ໃນຄຣິສຕະຈັກໂດຍບໍ່ຍອມຮັບຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງສາມາດລະບາຍຄວາມຄິດລົບ ແລະ ແນວຄິດ ເຊິ່ງເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ມີບົດບາດໃນທາງລົບ.) ໂດຍພື້ນຖານແລ້ວ ຄົນທົ່ວໄປກໍເບິ່ງເຫັນການສະແດງອອກເຫຼົ່ານີ້ໄດ້.

ເມື່ອຕັດສິນຈາກການສະແດງອອກຂອງຄົນຫ້າປະເພດທີ່ໄດ້ສົນທະນາກັນໃນການໂອ້ລົມຄັ້ງທີ່ຜ່ານມາ, ຄົນເຫຼົ່ານີ້ມີລັກສະນະທີ່ຄືກັນບໍ? (ມີ.) ແມ່ນຫຍັງຄືລັກສະນະທີ່ຄືກັນຂອງພວກເຂົາ? (ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຜູ້ບໍ່ເຊື່ອ.) (ພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ບໍ່ເຊື່ອໃນຄວາມຈິງ ແລະ ບໍ່ສົນໃຈໃນຄວາມຈິງ.) ສິ່ງນີ້ແຕະຖືກແກ່ນແທ້ຂອງພວກເຂົາ. ເນື່ອງຈາກພວກເຂົາບໍ່ເຊື່ອໃນຄວາມຈິງ, ພວກເຂົາກໍຈະບໍ່ຍອມຮັບຄວາມຈິງ. ແກ່ນແທ້ຂອງຜູ້ທີ່ບໍ່ຍອມຮັບຄວາມຈິງເລີຍກໍຄືແກ່ນແທ້ຂອງຜູ້ບໍ່ເຊື່ອ. ແມ່ນຫຍັງຄືເຄື່ອງໝາຍຂອງຜູ້ບໍ່ເຊື່ອ? ພວກເຂົາເຊື່ອໃນພຣະເຈົ້າເພື່ອສວຍໂອກາດ, ເພື່ອອາໄສຄຣິສຕະຈັກລ້ຽງຊີບ, ເພື່ອຫຼີກລ່ຽງໄພພິບັດ, ເພື່ອຊອກຫາຜູ້ສະໜັບສະໜູນ ແລະ ບ່ອນກິນທີ່ໝັ້ນຄົງ. ບາງຄົນໃນພວກເຂົາເຖິງກັບສະແຫວງຫາຈຸດປະສົງທາງການເມືອງ, ຕ້ອງການສ້າງສາຍສຳພັນກັບລັດຖະບານຜ່ານເລື່ອງບາງຢ່າງເພື່ອໃຫ້ໄດ້ຮັບສິດທິພິເສດ ແລະ ໄດ້ຕຳແໜ່ງທາງລັດຖະການ. ຄົນເຊັ່ນນີ້ທຸກຄົນລ້ວນແລ້ວແຕ່ເປັນຜູ້ບໍ່ເຊື່ອ. ພວກເຂົາຖືເອົາແຮງຈູງໃຈ ແລະ ເຈດຕະນາເຫຼົ່ານີ້ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ໃນໃຈຂອງພວກເຂົາ ພວກເຂົາບໍ່ໄດ້ເຊື່ອເຕັມຮ້ອຍວ່າມີພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະຍອມຮັບພຣະອົງ, ພວກເຂົາກໍເຮັດດ້ວຍຄວາມສົງໄສ ເພາະວ່າທັດສະນະທີ່ພວກເຂົາຍຶດໝັ້ນນັ້ນເປັນແບບບໍ່ເຊື່ອໃນພຣະເຈົ້າ. ພວກເຂົາເຊື່ອສະເພາະສິ່ງທີ່ພວກເຂົາສາມາດເຫັນໄດ້ໃນໂລກວັດຖຸເທົ່ານັ້ນ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາບໍ່ເຊື່ອວ່າມີພຣະເຈົ້າ? ເພາະວ່າພວກເຂົາລ້ວນແຕ່ບໍ່ເຊື່ອ ຫຼື ບໍ່ຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ ແລະ ຫຼັງຈາກທີ່ໄດ້ສ້າງມະນຸດຊາດແລ້ວ ພຣະເຈົ້າກໍໄດ້ນໍາພາ ແລະ ຄອບຄອງອໍານາດສູງສຸດເໜືອພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ສາມາດເຊື່ອໃນຄວາມແທ້ຈິງທີ່ວ່າ ພຣະເຈົ້າສາມາດບັງເກີດເປັນເນື້ອໜັງໄດ້. ຖ້າພວກເຂົາບໍ່ເຊື່ອວ່າ ພຣະເຈົ້າສາມາດບັງເກີດເປັນເນື້ອໜັງໄດ້, ພວກເຂົາຈະສາມາດເຊື່ອ ແລະ ຮັບຮູ້ຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວບໍ? (ພວກເຂົາເຮັດບໍ່ໄດ້.) ຖ້າພວກເຂົາບໍ່ເຊື່ອຄວາມຈິງທີ່ພຣະເຈົ້າໄດ້ກ່າວ, ແລ້ວພວກເຂົາເຊື່ອບໍວ່າ ພຣະເຈົ້າສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນໄດ້ ແລະ ເຊື່ອໃນແຜນການຄຸ້ມຄອງຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? (ພວກເຂົາບໍ່ເຊື່ອ.) ພວກເຂົາບໍ່ເຊື່ອຫຍັງເລີຍໃນເລື່ອງນີ້. ແມ່ນຫຍັງຄືຮາກເຫງົ້າຂອງການບໍ່ເຊື່ອຂອງພວກເຂົາ? ນັ້ນກໍຄື ພວກເຂົາບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ. ພວກເຂົາເປັນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ເປັນນັກວັດຖຸນິຍົມ. ພວກເຂົາເຊື່ອວ່າ ມີແຕ່ສິ່ງທີ່ພວກເຂົາເຫັນໄດ້ໃນໂລກວັດຖຸເທົ່ານັ້ນທີ່ເປັນຈິງ. ພວກເຂົາເຊື່ອວ່າ ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ສາມາດບັນລຸໄດ້ຜ່ານເລ່ກົນ ແລະ ວິທີການທີ່ບໍ່ຊອບທຳເທົ່ານັ້ນ. ພວກເຂົາເຊື່ອວ່າ ວິທີດຽວທີ່ຈະຈະເລີນຮຸ່ງເຮືອງ ແລະ ດຳລົງຊີວິດຢ່າງມີຄວາມສຸກກໍຄື ການດຳລົງຊີວິດດ້ວຍປັດຊະຍາຂອງຊາຕານ. ພວກເຂົາເຊື່ອວ່າ ຊະຕາກຳຂອງພວກເຂົາຢູ່ໃນກຳມືຂອງພວກເຂົາເອງເທົ່ານັ້ນ ແລະ ພວກເຂົາຕ້ອງອາໄສຕົນເອງເພື່ອສ້າງ ແລະ ຮັບປະກັນຊີວິດທີ່ມີຄວາມສຸກ. ພວກເຂົາບໍ່ເຊື່ອໃນອຳນາດສູງສຸດຂອງພຣະເຈົ້າ ຫຼື ໃນລິດທານຸພາບສູງສຸດຂອງພຣະອົງ. ພວກເຂົາຄິດວ່າ ຖ້າພວກເຂົາອາໄສພຣະເຈົ້າ ພວກເຂົາກໍຈະບໍ່ມີຫຍັງເລີຍ. ໃນທີ່ສຸດ, ພວກເຂົາບໍ່ເຊື່ອວ່າ ພຣະທຳຂອງພຣະເຈົ້າສາມາດເຮັດທຸກສິ່ງໃຫ້ສຳເລັດໄດ້ ແລະ ພວກເຂົາບໍ່ເຊື່ອໃນລິດທານຸພາບສູງສຸດຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຈດຕະນາ ແລະ ຈຸດປະສົງຕ່າງໆ ເຊັ່ນ: ການສວຍໂອກາດ, ການອາໄສຄຣິສຕະຈັກລ້ຽງຊີບ, ການສະແຫວງຫາບ່ອນລີ້ໄພ, ການຊອກຫາຜູ້ໜູນຫຼັງ, ການເປັນໝູ່ກັບເພດກົງກັນຂ້າມ ແລະ ການສະແຫວງຫາຈຸດປະສົງທາງການເມືອງ, ການຮັບປະກັນຕຳແໜ່ງທາງລັດຖະການ ແລະ ບ່ອນກິນທີ່ໝັ້ນຄົງໃຫ້ຕົນເອງ ແມ່ນເກີດຂຶ້ນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ເປັນເພາະວ່າຄົນເຫຼົ່ານີ້ບໍ່ເຊື່ອວ່າ ພຣະເຈົ້າຄອບຄອງອຳນາດສູງສຸດເໜືອທຸກສິ່ງຢ່າງແທ້ຈິງ ພວກເຂົາຈຶ່ງສາມາດແຊກຊຶມເຂົ້າມາໃນຄຣິສຕະຈັກຢ່າງອາດຫານ ແລະ ບໍ່ລະອາຍດ້ວຍເຈດຕະນາ ແລະ ເປົ້າໝາຍຂອງຕົນເອງ ໂດຍປາດຖະໜາທີ່ຈະໃຊ້ພອນສະຫວັນຂອງຕົນ ຫຼື ບັນລຸຄວາມປາດຖະໜາຂອງຕົນໃນຄຣິສຕະຈັກ. ນີ້ໝາຍຄວາມວ່າ ພວກເຂົາກຳລັງແຊກຊຶມເຂົ້າໃນຄຣິສຕະຈັກເພື່ອຕອບສະໜອງຕໍ່ເຈດຕະນາ ແລະ ຄວາມປາດຖະໜາທີ່ຈະໄດ້ຮັບພອນ; ພວກເຂົາຕ້ອງການໄດ້ຮັບຊື່ສຽງ, ຜົນປະໂຫຍດ ແລະ ສະຖານະໃນຄຣິສຕະຈັກ ແລະ ໂດຍການເຮັດເຊັ່ນນັ້ນ ພວກເຂົາກໍຈະໄດ້ບ່ອນກິນທີ່ໝັ້ນຄົງ. ຄົນເຮົາສາມາດເຫັນໄດ້ຈາກພຶດຕິກຳຂອງພວກເຂົາ ພ້ອມທັງທຳມະຊາດ-ແກ່ນແທ້ຂອງພວກເຂົາວ່າ ຈຸດປະສົງ, ແຮງຈູງໃຈ ແລະ ເຈດຕະນາຂອງພວກເຂົາໃນການເຊື່ອໃນພຣະເຈົ້ານັ້ນບໍ່ຖືກຕ້ອງ ແລະ ບໍ່ມີຜູ້ໃດໃນພວກເຂົາທີ່ຍອມຮັບຄວາມຈິງ ຫຼື ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ເຖິງແມ່ນວ່າພວກເຂົາຈະແຊກຊຶມເຂົ້າມາໃນຄຣິສຕະຈັກ, ພວກເຂົາກໍເປັນພຽງໂຕປະກອບເພື່ອໃຫ້ຄົບຈຳນວນ ໂດຍບໍ່ມີບົດບາດໃນທາງບວກໃດໆເລີຍ. ສະນັ້ນ, ຄຣິສຕະຈັກບໍ່ຄວນຮັບເອົາຄົນເຊັ່ນນີ້. ເຖິງແມ່ນວ່າຄົນເຫຼົ່ານີ້ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ, ພວກເຂົາກໍບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ ແຕ່ຖືກນຳເຂົ້າມາດ້ວຍເຈດຕະນາດີຂອງຄົນອື່ນ. ຄວນຕີຄວາມໝາຍປະໂຫຍກທີ່ວ່າ “ພວກເຂົາບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ” ແນວໃດ? ມັນໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ກຳນົດພວກເຂົາໄວ້ລ່ວງໜ້າ ແລະ ບໍ່ໄດ້ເລືອກພວກເຂົາ; ພຣະອົງບໍ່ໄດ້ຖືວ່າພວກເຂົາເປັນເປົ້າໝາຍໃນພາລະກິດຂອງພຣະອົງ; ແລະ ພຣະອົງບໍ່ໄດ້ກຳນົດໄວ້ລ່ວງໜ້າວ່າພວກເຂົາເປັນມະນຸດທີ່ພຣະອົງຈະຊົງຊ່ວຍໃຫ້ລອດພົ້ນ. ເມື່ອຄົນເຫຼົ່ານີ້ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ, ພວກເຮົາກໍບໍ່ສາມາດປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງໄດ້ ເພາະວ່າພວກເຂົາບໍ່ແມ່ນຜູ້ທີ່ຍອມຮັບຄວາມຈິງ ຫຼື ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນອາດຈະຖາມວ່າ “ເນື່ອງຈາກພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ເປັນຫຍັງຄຣິສຕະຈັກຈຶ່ງບໍ່ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາອອກ?” ເຈດຕະນາຂອງພຣະເຈົ້າກໍຄື ເພື່ອໃຫ້ຜູ້ຄົນທີ່ພຣະອົງເລືອກສາມາດຮຽນຮູ້ການແຍກແຍະຈາກຄົນເຫຼົ່ານີ້ ແລະ ດ້ວຍເຫດນັ້ນ ຈຶ່ງເຫັນທະລຸເລ່ກົນຂອງຊາຕານ ແລະ ປະຕິເສດຊາຕານ. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກມີການແຍກແຍະ, ຜູ້ບໍ່ເຊື່ອເຫຼົ່ານີ້ກໍຄວນຖືກກຳຈັດອອກໄປ. ເປົ້າໝາຍຂອງການແຍກແຍະກໍຄື ການເປີດໂປງຜູ້ບໍ່ເຊື່ອເຫຼົ່ານີ້ທີ່ໄດ້ແຊກຊຶມເຂົ້າໃນເຮືອນຂອງພຣະເຈົ້າດ້ວຍຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາ ແລະ ກຳຈັດພວກເຂົາອອກຈາກຄຣິສຕະຈັກ ເພາະວ່າຄົນເຫຼົ່ານີ້ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ແຮງໄກທີ່ພວກເຂົາຈະແມ່ນຄົນທີ່ຍອມຮັບ ແລະ ສະແຫວງຫາຄວາມຈິງ. ການທີ່ພວກເຂົາຍັງຄົງຢູ່ໃນຄຣິສຕະຈັກນັ້ນບໍ່ໄດ້ມີຜົນດີຫຍັງ ນອກຈາກຈະເຮັດໃຫ້ມີໄພຮ້າຍຢ່າງໃຫຍ່ຫຼວງ. ຢ່າງທໍາອິດ, ຫຼັງຈາກທີ່ແຊກຊຶມເຂົ້າໃນຄຣິສຕະຈັກ, ຜູ້ບໍ່ເຊື່ອເຫຼົ່ານີ້ບໍ່ເຄີຍກິນ ຫຼື ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາມັກຈະສົນທະນາກັນໃນເລື່ອງອື່ນນອກເໜືອຈາກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ເຊິ່ງເປັນການລົບກວນຈິດໃຈຂອງຄົນອື່ນ. ພວກເຂົາຈະມີແຕ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຊິ່ງເປັນຜົນເສຍຕໍ່ທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຢ່າງທີສອງ, ຖ້າພວກເຂົາຍັງຄົງຢູ່ໃນຄຣິສຕະຈັກ, ພວກເຂົາຈະອາລະວາດໂດຍເຮັດສິ່ງທີ່ບໍ່ດີໂດຍຄືກັນກັບຜູ້ບໍ່ເຊື່ອ ເຊິ່ງເປັນການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເຮັດໃຫ້ຄຣິສຕະຈັກຕ້ອງຕົກຢູ່ໃນອັນຕະລາຍທີ່ເຊື່ອງລີ້ຢູ່ຫຼາຍຢ່າງ. ຢ່າງທີສາມ, ເຖິງແມ່ນວ່າພວກເຂົາຍັງຄົງຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະບໍ່ເຕັມໃຈທີ່ຈະເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ເຖິງແມ່ນວ່າພວກເຂົາອາດຈະໃຫ້ບໍລິການໜ້ອຍໜຶ່ງ, ມັນກໍຈະເປັນພຽງເພື່ອທີ່ຈະໄດ້ຮັບພອນເທົ່ານັ້ນ. ຫາກມື້ໃດມື້ໜຶ່ງທີ່ພວກເຂົາຮູ້ວ່າພວກເຂົາບໍ່ສາມາດໄດ້ຮັບພອນ, ພວກເຂົາກໍຈະໃຈຮ້າຍເປັນຟືນເປັນໄຟ, ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ມັນດີກວ່າທີ່ຈະກຳຈັດພວກເຂົາອອກຈາກຄຣິສຕະຈັກໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຢ່າງທີສີ່, ຜູ້ບໍ່ເຊື່ອເຫຼົ່ານີ້ມີແນວໂນ້ມທີ່ຈະຈັບກຸ່ມກັນເປັນພັກເປັນພວກ ແລະ ສະໜັບສະໜູນ ແລະ ຕິດຕາມພວກຕໍ່ຕ້ານພຣະຄຣິດ, ສ້າງອຳນາດທີ່ຊົ່ວຮ້າຍຂຶ້ນພາຍໃນຄຣິສຕະຈັກ ເຊິ່ງເປັນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ. ເນື່ອງຈາກເຫດຜົນທັງສີ່ປະການນີ້, ມັນຈຶ່ງຈຳເປັນທີ່ຈະຕ້ອງແຍກແຍະ ແລະ ເປີດໂປງຜູ້ບໍ່ເຊື່ອເຫຼົ່ານີ້ທີ່ແຊກຊຶມເຂົ້າໃນເຮືອນຂອງພຣະເຈົ້າ ແລ້ວຈຶ່ງກຳຈັດພວກເຂົາອອກໄປ. ນີ້ຄືທາງດຽວທີ່ຈະຮັກສາຄວາມຄືບໜ້າຕາມປົກກະຕິໃນວຽກງານຂອງຄຣິສຕະຈັກ ແລະ ປົກປ້ອງຢ່າງມີປະສິດທິພາບເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ດຳເນີນຊີວິດໃນຄຣິສຕະຈັກຢ່າງເປັນປົກກະຕິ ແລະ ດັ່ງນັ້ນຈຶ່ງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ນີ້ເປັນເພາະວ່າການແຊກຊຶມຂອງຜູ້ບໍ່ເຊື່ອເຫຼົ່ານີ້ເຂົ້າໃນຄຣິສຕະຈັກເປັນຜົນເສຍຢ່າງຍິ່ງຕໍ່ທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ມີຫຼາຍຄົນທີ່ບໍ່ສາມາດແຍກແຍະພວກເຂົາໄດ້ ແຕ່ກັບປະຕິບັດຕໍ່ພວກເຂົາໃນຖານະອ້າຍເອື້ອຍນ້ອງ. ເມື່ອເຫັນວ່າພວກເຂົາມີຂອງຂວັນ ຫຼື ຈຸດແຂງບາງຢ່າງ, ບາງຄົນກໍເລືອກພວກເຂົາໃຫ້ຮັບໃຊ້ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ນີ້ຄືວິທີທີ່ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເກີດຂຶ້ນໃນຄຣິສຕະຈັກ. ເມື່ອເບິ່ງແກ່ນແທ້ຂອງພວກເຂົາແລ້ວ ຈະເຫັນໄດ້ວ່າບໍ່ມີໃຜໃນພວກເຂົາທີ່ເຊື່ອວ່າພຣະເຈົ້າມີຢູ່ຈິງ ຫຼື ເຊື່ອວ່າພຣະທຳຂອງພຣະອົງເປັນຄວາມຈິງ ຫຼື ເຊື່ອວ່າພຣະອົງປົກຄອງດ້ວຍອຳນາດສູງສຸດເໜືອທຸກສິ່ງ. ພວກເຂົາເປັນຜູ້ບໍ່ເຊື່ອໃນສາຍພຣະເນດຂອງພຣະເຈົ້າ. ພຣະອົງບໍ່ໃສ່ໃຈພວກເຂົາ ແລະ ພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດໃນພວກເຂົາ. ສະນັ້ນ, ໂດຍອີງໃສ່ແກ່ນແທ້ຂອງພວກເຂົາ, ພວກເຂົາຈຶ່ງບໍ່ແມ່ນເປົ້າໝາຍແຫ່ງຄວາມລອດຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ຮັບການກຳນົດໄວ້ລ່ວງໜ້າ ຫຼື ໄດ້ຮັບເລືອກໂດຍພຣະອົງຢ່າງແນ່ນອນ. ພຣະເຈົ້າບໍ່ສາມາດຊ່ວຍພວກເຂົາໃຫ້ລອດໄດ້. ບໍ່ວ່າຈະເບິ່ງແນວໃດ, ຜູ້ບໍ່ເຊື່ອເຫຼົ່ານີ້ບໍ່ມີໃຜເປັນຜູ້ຄົນທີ່ພຣະເຈົ້າເລືອກເລີຍ. ພວກເຂົາຄວນໄດ້ຮັບການແຍກແຍະຢ່າງທ່ວງທັນ ແລະ ຖືກຕ້ອງ ແລ້ວຈຶ່ງກຳຈັດອອກໄປ. ຢ່າໃຫ້ພວກເຂົາແຝງຕົວຢູ່ໃນຄຣິສຕະຈັກເພື່ອລົບກວນຜູ້ອື່ນ. ຜູ້ບໍ່ເຊື່ອເຫຼົ່ານີ້ແຊກຊຶມເຂົ້າໃນຄຣິສຕະຈັກດ້ວຍຈຸດປະສົງ ແລະ ແຮງຈູງໃຈທີ່ແຕກຕ່າງກັນ ແລະ ເຈົ້າອາດຈະບໍ່ສາມາດເບິ່ງທະລຸ ຫຼື ແຍກແຍະພວກເຂົາໄດ້ໃນຕອນທຳອິດ. ຢ່າງໃດກໍຕາມ, ເມື່ອເວລາຜ່ານໄປ, ຂະນະທີ່ເຈົ້າພົວພັນກັບພວກເຂົາເລື້ອຍຂຶ້ນ ແລະ ຕິດພັນກັບພວກເຂົາຫຼາຍຂຶ້ນ, ເຈົ້າກໍຈະເຂົ້າໃຈພວກເຂົານັບມື້ນັບຫຼາຍຂຶ້ນ ແລະ ເຈົ້າຈະເຫັນການສະແດງອອກຕ່າງໆທີ່ບົ່ງບອກວ່າພວກເຂົາເປັນຜູ້ບໍ່ເຊື່ອໄດ້ນັບມື້ນັບຊັດເຈນຂຶ້ນ. ແລ້ວມັນບໍ່ງ່າຍຂຶ້ນບໍທີ່ຈະແຍກແຍະພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ? (ແມ່ນແລ້ວ.) ຖ້າຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນສາມາດແຍກແຍະຜູ້ບໍ່ເຊື່ອໄດ້, ນັ້ນກໍເຖິງເວລາທີ່ຈະເປີດໂປງ ແລະ ກຳຈັດພວກເຂົາອອກໄປ. ບໍ່ວ່າຄຸນລັກສະນະຂອງພວກເຂົາຈະເປັນແນວໃດ, ສະຖານະທາງສັງຄົມຂອງພວກເຂົາຈະເປັນແນວໃດ ຫຼື ຄວາມອາວຸໂສຂອງພວກເຂົາໃນຄຣິສຕະຈັກຈະຍິ່ງໃຫຍ່ພຽງໃດ, ຖ້າຫຼັງຈາກຟັງເທດສະໜາເປັນເວລາຫຼາຍປີແລ້ວ ພວກເຂົາຍັງຄົງບໍ່ສາມາດຍອມຮັບຄວາມຈິງ ແລະ ເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ, ພວກເຂົາກໍຖືກເປີດໂປງແລ້ວວ່າເປັນຜູ້ບໍ່ເຊື່ອ. ເມື່ອພິຈາລະນາເຖິງຈຸດປະສົງ ແລະ ການສະແດງອອກຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ພວກເຂົາຄືຜູ້ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກຢ່າງບໍ່ຕ້ອງສົງໄສ. ນີ້ຄືວຽກງານຊຳລະລ້າງທີ່ຄຣິສຕະຈັກຕ້ອງເຮັດໃນທຸກຍຸກທຸກສະໄໝ.

ຫົວຂໍ້ກ່ຽວກັບຈຸດປະສົງໃນການເຊື່ອໃນພຣະເຈົ້າໄດ້ກວມເອົາແປດຂໍ້ ເຊິ່ງໝາຍຄວາມວ່າມີຄົນແປດປະເພດທີ່ການສະແດງອອກຂອງພວກເຂົາພຽງພໍໃຫ້ພວກເຮົາແຍກແຍະຄົນຊົ່ວຊ້າປະເພດຕ່າງໆ ແລະ ຈາກນັ້ນກໍກຳນົດລັກສະນະ ແລະ ຈັດການກັບພວກເຂົາຢ່າງຖືກຕ້ອງ. ສະຫຼຸບສັ້ນໆກໍຄື ຄົນແປດປະເພດນີ້ບໍ່ສາມາດຢູ່ໃນຄຣິດຕະຈັກຕໍ່ໄປໄດ້. ບາງຄົນອາດຈະຖາມວ່າ “ຄົນແປດປະເພດນີ້ ແຕ່ລະປະເພດສະແດງອອກພຽງແຕ່ພຶດຕິກຳຢ່າງດຽວບໍ?” ນັ້ນບໍ່ຈຳເປັນສະເໝີໄປ; ຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງບາງຄົນລວມມີສີ່ ຫຼື ຫ້າຂໍ້, ພວກເຂົາສະແຫວງຫາບ່ອນລີ້ໄພ, ອາໄສຄຣິສຕະຈັກລ້ຽງຊີບ, ສວຍໂອກາດ, ສະແຫວງຫາຈຸດປະສົງທາງການເມືອງ ແລະ ສະແຫວງຫາເພດກົງກັນຂ້າມຢ່າງຊະຊາຍ, ແຊກຊຶມເຂົ້າໃນຄຣິສຕະຈັກເພື່ອລໍ້ລວງທາງເພດຄົນອື່ນໂດຍບໍ່ມີຈໍາແນກ. ຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງບາງຄົນອາດຈະກວມເອົາສອງຂໍ້ ເຊິ່ງໜຶ່ງຢ່າງແມ່ນເພື່ອສະແຫວງຫາການເປັນເຈົ້າໜ້າທີ່ໃນຄຣິສຕະຈັກ ແລະ ອີກຢ່າງໜຶ່ງແມ່ນເພື່ອສະແຫວງຫາພອນຜ່ານການສວຍໂອກາດ ຫຼື ບາງຄົນອາດຈະສະແຫວງຫາເພດກົງກັນຂ້າມ ພ້ອມທັງອາໄສຄຣິສຕະຈັກລ້ຽງຊີບ. ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ມາເຮືອນຂອງພຣະເຈົ້າເພື່ອສວຍໂອກາດເອົາປຽບ ໂດຍຕັ້ງໃຈທີ່ຈະໃຊ້ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງເພື່ອຊ່ວຍໃຫ້ພວກເຂົາເຮັດວຽກງານຕ່າງໆໃຫ້ສຳເລັດ, ເພື່ອໃຫ້ອອກເຫື່ອແຮງແທນພວກເຂົາ; ເພື່ອບັນລຸຈຸດປະສົງ ແລະ ຕອບສະໜອງຄວາມປາດຖະໜາຂອງຕົນ, ພວກເຂົາໃຊ້ທຸກວິທີທາງທີ່ເປັນໄປໄດ້ເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຮັບໃຊ້ພວກເຂົາ. ສະຫຼຸບສັ້ນໆກໍຄື ຈຸດປະສົງທີ່ເຫັນໄດ້ຊັດເຈນຂອງຜູ້ບໍ່ເຊື່ອ ແລະ ຜູ້ສວຍໂອກາດເຫຼົ່ານີ້ ທີ່ໄດ້ແຊກຊຶມເຂົ້າໃນຄຣິສຕະຈັກ ແລະ ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກ ໃນການມາເຮືອນຂອງພຣະເຈົ້າກໍຄື ເພື່ອມາອາໄສກິນ ແລະ ສວຍໂອກາດໃນຊ່ວງວຸ້ນວາຍ. ບໍ່ວ່າຈະໃນຄຳເວົ້າ ຫຼື ການກະທຳຂອງພວກເຂົາ, ຈຸດປະສົງຂອງພວກເຂົາກໍສາມາດແຍກແຍະໄດ້ຢ່າງບໍ່ແຈ່ມແຈ້ງສະເໝີ. ຄົນເຫຼົ່ານີ້ບໍ່ຍອມຮັບຄວາມຈິງເລີຍ ແລະ ບໍ່ມີຄວາມສົນໃຈໃນຄວາມຈິງ; ບາງຄັ້ງພວກເຂົາເຖິງກັບສະແດງອາລົມ ແລະ ທັດສະນະຄະຕິທີ່ລັງກຽດ ຫຼື ຕໍ່ຕ້ານ. ບໍ່ວ່າຄຣິສຕະຈັກຈະຈັດໃຫ້ພວກເຂົາເຮັດໜ້າທີ່ຫຍັງ, ພວກເຂົາຈະໃຫ້ຄວາມຮ່ວມມືແບບບໍ່ເຕັມໃຈຖ້າຫາກວ່າມັນເປັນປະໂຫຍດຕໍ່ພວກເຂົາ. ຖ້າບໍ່ມີຜົນປະໂຫຍດສຳລັບພວກເຂົາ, ພວກເຂົາກໍຈະຕໍ່ຕ້ານພາຍໃນ ແລະ ສະແດງອອກເຖິງຄວາມຄິດລົບ ແລະ ການບໍ່ກະຕືລືລົ້ນ ແລະ ແມ່ນແຕ່ຄວາມລັງກຽດ ຫຼື ການປະຕິເສດ. ພວກເຂົາຈະເຮັດວຽກໜ້ອຍໜຶ່ງຖ້າຫາກວ່າມີຜົນປະໂຫຍດ; ຖ້າບໍ່ມີ, ພວກເຂົາກໍຈະຫຼີກລ່ຽງ ຫຼື ເຮັດໄປຊື່ໆ. ໃນຊ່ວງເວລາທີ່ສຳຄັນຂອງວຽກງານ, ພວກເຂົາກໍຈະຫຼົບໜ້າຫຼົບຕາ, ຫາຍຕົວໄປ ແລະ ບໍ່ໃສ່ໃຈວຽກງານຂອງຄຣິສຕະຈັກ. ຈາກການສະແດງອອກເຫຼົ່ານີ້, ເຫັນໄດ້ຢ່າງຊັດເຈນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນພຽງເພື່ອມາອາໄສກິນ; ແມ່ນແຕ່ການໃຊ້ພວກເຂົາເພື່ອໃຫ້ບໍລິການກໍມີຜົນຮ້າຍຫຼາຍກວ່າຜົນດີ.

I. ການຕິດຕາມກວດກາຄຣິດຕະຈັກ

ມື້ນີ້, ພວກເຮົາຈະໂອ້ລົມກັນເຖິງຂໍ້ສຸດທ້າຍໃນຫົວຂໍ້ກ່ຽວກັບຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງຄົນຜູ້ໜຶ່ງ. ນອກເໜືອຈາກແປດຂໍ້ທີ່ໄດ້ກ່າວມາກ່ອນໜ້ານັ້ນ, ຍັງມີຄົນອີກປະເພດໜຶ່ງທີ່ຈຸດປະສົງ ແລະ ເຈດຕະນາໃນການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ຖືກຕ້ອງ. ແມ່ນຫຍັງທີ່ແຍກພວກເຂົາອອກຈາກຄົນທີ່ໄດ້ກ່າວມາກ່ອນໜ້ານັ້ນ ທີ່ເຫັນແກ່ຜົນປະໂຫຍດພຽງຢ່າງດຽວໂດຍເຮັດສຸດຄວາມສາມາດຂອງພວກເຂົາເພື່ອສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ? ຄົນປະເພດນີ້ບໍ່ໄດ້ເຂົ້າມາໃນຄຣິສຕະຈັກເພື່ອເປັນເຈົ້າໜ້າທີ່, ເພື່ອສະຖານະ ຫຼື ບ່ອນກິນທີ່ໝັ້ນຄົງ ຫຼື ເພື່ອການເຮັດໃຫ້ຊີວິດຂອງຕົນສະດວກສະບາຍຂຶ້ນ ແລະ ອື່ນໆ; ພວກເຂົາມີຈຸດປະສົງທີ່ຄົນທຳມະດາທົ່ວໄປກວດພົບໄດ້ຍາກ. ຈຸດປະສົງນີ້ແມ່ນຫຍັງ? ມັນຄືການຕິດຕາມ ແລະ ຄວບຄຸມຄຣິສຕະຈັກ. ການຕິດຕາມຄຣິສຕະຈັກແມ່ນຂໍ້ທີເກົ້າໃນຫົວຂໍ້ກ່ຽວກັບຈຸດປະສົງໃນການເຊື່ອໃນພຣະເຈົ້າຂອງຄົນຜູ້ໜຶ່ງ. ຄົນເຫຼົ່ານີ້ເຂົ້າມາໃນຄຣິສຕະຈັກໂດຍມີໜ້າທີ່ໃນການຕິດຕາມມັນ ໂດຍມີເປົ້າໝາຍທີ່ຈະຄວບຄຸມການເຄື່ອນໄຫວຂອງຄຣິສຕະຈັກ. ຜູ້ທີ່ສົ່ງພວກເຂົາມາ ເຊິ່ງກໍຄືຫົວໜ້າ ຫຼື ເຈົ້ານາຍຂອງພວກເຂົາ ອາດຈະເປັນຕົວແທນຂອງລັດຖະບານ, ກຸ່ມສາສະໜາໃດໜຶ່ງ ຫຼື ອົງກອນໃດໜຶ່ງໃນສັງຄົມ. ເພາະວ່າພວກເຂົາບໍ່ລື້ງເຄີຍກັບຄຣິສຕະຈັກ, ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ແມ່ນແຕ່ບໍ່ສະບາຍໃຈຕໍ່ການປາກົດຂຶ້ນ, ການສ້າງຕັ້ງ ແລະ ການມີຢູ່ຂອງຄຣິສຕະຈັກ, ພວກເຂົາຈຶ່ງມີເຈດຕະນາທີ່ຈະສຶກສາກ່ຽວກັບຄຣິສຕະຈັກຢ່າງເລິກເຊິ່ງ ເພື່ອຮຽນຮູ້ກ່ຽວກັບໂຄງສ້າງຂອງຄຣິສຕະຈັກ, ວຽກງານຂອງມັນ ແລະ ສະຖານະການຕ່າງໆ. ສະນັ້ນ, ບາງຄົນຈຶ່ງຖືກສົ່ງມາທີ່ຄຣິສຕະຈັກເພື່ອປະຕິບັດວຽກງານຕິດຕາມ. ຜູ້ທີ່ຮັບໜ້າທີ່ຕິດຕາມຄຣິສຕະຈັກ, ບໍ່ວ່າພວກເຂົາຈະມາຈາກລັດຖະບານ, ກຸ່ມສາສະໜາ ຫຼື ອົງການຈັດຕັ້ງທາງສັງຄົມໃດກໍຕາມ, ແມ່ນມີຈຸດປະສົງໃນການເຊື່ອໃນພຣະເຈົ້າທີ່ແຕກຕ່າງຢ່າງສິ້ນເຊີງຈາກອ້າຍເອື້ອຍນ້ອງທີ່ແທ້ຈິງ. ພວກເຂົາບໍ່ໄດ້ຢູ່ບ່ອນນີ້ເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາບໍ່ໄດ້ມາເພື່ອຮັບເອົາພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຄວາມລອດພົ້ນຂອງພຣະເຈົ້າ ບົນພື້ນຖານຂອງການເຊື່ອ ແລະ ການຮັບຮູ້ພຣະເຈົ້າ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນມາພ້ອມຈຸດປະສົງທາງການເມືອງ ຫຼື ໜ້າວຽກທີ່ອົງກອນໃດໜຶ່ງໄດ້ມອບໃຫ້. ດັ່ງນັ້ນ, ການຕິດຕາມຄຣິສຕະຈັກຈຶ່ງເປັນທັງຈຸດປະສົງຂອງພວກເຂົາໃນການແຊກຊຶມເຂົ້າໃນຄຣິສຕະຈັກ ແລະ ການເຊື່ອໃນພຣະເຈົ້າ ແລະ ເປັນທັງໜ້າວຽກທີ່ຫົວໜ້າຂອງພວກເຂົາໄດ້ມອບໝາຍໃຫ້; ມັນເປັນວຽກທີ່ພວກເຂົາເຮັດເພື່ອຮັບເງິນເດືອນຂອງຕົນ.

ສຳລັບຜູ້ທີ່ແຊກຊຶມເຂົ້າໃນຄຣິສຕະຈັກເພື່ອຕິດຕາມມັນ, ພວກເຂົາຕິດຕາມຫຍັງ? ພວກເຂົາຕິດຕາມຫຼາຍດ້ານ, ເຊັ່ນ: ຄຳສອນຂອງຄຣິສຕະຈັກ, ເປົ້າໝາຍຂອງມັນ, ສິ່ງທີ່ມັນສົ່ງເສີມ, ວຽກງານທີ່ມັນເຮັດ, ແນວຄິດ ແລະ ທັດສະນະຂອງສະມາຊິກຄຣິສຕະຈັກ ແລະ ປະເມີນເບິ່ງວ່າມັນມີໄພຕໍ່ລັດຖະບານ, ສາສະໜາ ຫຼື ສັງຄົມ ຫຼື ບໍ່. ພວກເຂົາກວດເບິ່ງຄຳເວົ້າທີ່ຕໍ່ຕ້ານສັງຄົມ, ຕໍ່ຕ້ານລັດຖະບານ ຫຼື ຕໍ່ຕ້ານລັດ. ໃນດ້ານຄຳສອນ, ພວກເຂົາຕິດຕາມວ່າແນວຄິດທີ່ຄຣິສຕະຈັກສົ່ງເສີມນັ້ນແມ່ນຫຍັງແທ້. ມັນອາດຈະບໍ່ງ່າຍສຳລັບພວກເຈົ້າທີ່ຈະກວດພົບບຸກຄົນເຫຼົ່ານີ້ເມື່ອພວກເຂົາແຊກຊຶມເຂົ້າມາໃນຄຣິສຕະຈັກ ເພາະວ່າພວກເຂົາອາດຈະຕັ້ງໃຈຟັງ ແລະ ຈົດບັນທຶກຢ່າງຈິງຈັງໃນລະຫວ່າງການເຕົ້າໂຮມໂດຍບໍ່ໄດ້ເຫງົານອນ. ພວກເຂົາອາດຈະສະຫຼຸບຄຳປາໄສຂອງບຸກຄົນຕ່າງໆໃນແຕ່ລະການເຕົ້າໂຮມຢ່າງຈິງຈັງ ເຊິ່ງໃນທີ່ສຸດກໍສະຫຼຸບ ແລະ ຈັດປະເພດແນວຄິດ ແລະ ທັດສະນະທີ່ແຕກຕ່າງກັນຂອງຄົນຕ່າງໆ ເພື່ອເບິ່ງວ່າອັນໃດທີ່ສອດຄ່ອງກັບຜົນປະໂຫຍດ ແລະ ຂໍ້ກຳນົດຂອງລັດຖະບານແຫ່ງຊາດ ແລະ ອັນໃດທີ່ເປັນຜົນເສຍຕໍ່ການປົກຄອງຂອງລັດ, ເປັນປໍລະປັກກັບລັດຖະບານ ແລະ ອື່ນໆ. ພວກເຂົາອາດຈະສະຫຼຸບ ແລະ ຈັດປະເພດທັດສະນະທີ່ເລິກເຊິ່ງເຫຼົ່ານີ້ຂອງສະມາຊິກຄຣິສຕະຈັກຢ່າງລະອຽດລະອໍ ໂດຍເກັບຮັກສາບັນທຶກໄວ້. ເປັນຫຍັງພວກເຂົາຈຶ່ງເຮັດເຊັ່ນນີ້? ເພາະວ່າມັນເປັນວຽກຂອງພວກເຂົາ, ເປັນໜ້າວຽກຂອງພວກເຂົາ; ພວກເຂົາຕ້ອງລາຍງານຕໍ່ຫົວໜ້າຂອງພວກເຂົາ. ນີ້ຄືພາກສ່ວນທຳອິດຂອງວຽກຂອງພວກເຂົາ: ຄືການກຳແໜ້ນຄຳສອນຂອງຄຣິສຕະຈັກ ແລະ ແນວໂນ້ມທາງແນວຄິດຂອງສະມາຊິກທຸກຄົນ. ເມື່ອພວກເຂົາເຊື່ອວ່າແນວໂນ້ມເຫຼົ່ານີ້ມີອົງປະກອບທີ່ເປັນຜົນເສຍຕໍ່ສັງຄົມ ຫຼື ລັດ ຫຼື ຖ້າພວກເຂົາເຊື່ອວ່າມີແນວຄິດ ແລະ ທັດສະນະທີ່ຮຸນແຮງບາງຢ່າງເກີດຂຶ້ນ, ພວກເຂົາກໍຈະລາຍງານ ແລະ ບອກເລື່ອງນີ້ໃຫ້ຫົວໜ້າຂອງພວກເຂົາຮັບຊາບໂດຍທັນທີ ເພື່ອໃຫ້ສາມາດໃຊ້ມາດຕະການທີ່ເໝາະສົມໄດ້. ສິ່ງທີ່ພວກເຂົາຕັ້ງເປົ້າທີ່ຈະເຂົ້າໃຈກ່ອນອື່ນໝົດກໍຄືຄຳສອນຂອງຄຣິສຕະຈັກ. ນີ້ແມ່ນໜຶ່ງໃນວຽກງານຫຼັກຂອງພວກເຂົາໃນການຕິດຕາມຄຣິສຕະຈັກ, ຕາມດ້ວຍຂໍ້ມູນກ່ຽວກັບບຸກຄະລາກອນຂອງຄຣິສຕະຈັກ. ຕົວຢ່າງ: ພວກເຂົາລວບລວມຂໍ້ມູນກ່ຽວກັບວ່າແມ່ນໃຜເປັນຜູ້ນໍາລະດັບສູງຂອງຄຣິສຕະຈັກ, ລວມທັງທີ່ຢູ່ອາໄສ, ອາຍຸ, ຮູບຮ່າງໜ້າຕາ, ລະດັບການສຶກສາ, ຄວາມສົນໃຈ ແລະ ກິດຈະກໍາທີ່ມັກເຮັດ, ສະພາບສຸຂະພາບ, ສິ່ງທີ່ພວກເຂົາເວົ້າໃນຊີວິດປະຈຳວັນ, ບ່ອນທີ່ພວກເຂົາໄປ, ວຽກງານທີ່ພວກເຂົາເຮັດ, ພ້ອມທັງຊົ່ວໂມງເຮັດວຽກປະຈຳວັນ ແລະ ເນື້ອໃນວຽກງານ. ພວກເຂົາເບິ່ງວ່າຜູ້ນໍາເຫຼົ່ານີ້ໄດ້ມີຄຳເວົ້າ ຫຼື ການກະທຳໃດໆທີ່ຕໍ່ຕ້ານລັດຖະບານ, ຕໍ່ຕ້ານສາສະໜາ ຫຼື ຕໍ່ຕ້ານແນວໂນ້ມຂອງສັງຄົມ ຫຼື ບໍ່, ພ້ອມທັງປະຕິກິລິຍາຂອງຜູ້ນໍາເຫຼົ່ານີ້ຕໍ່ລະບົບການປົກຄອງຂອງປະເທດ ແລະ ການພັດທະນາທາງການເມືອງໃນປັດຈຸບັນ ແລະ ອື່ນໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນດ້ານທີ່ຜູ້ທີ່ຕິດຕາມຄຣິສຕະຈັກຕັ້ງເປົ້າທີ່ຈະກຳແໜ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເອົາໃຈໃສ່ຢ່າງຕໍ່ເນື່ອງຕໍ່ໂຄງສ້າງຂອງຄຣິສຕະຈັກ ແລະ ໂຄງສ້າງການບໍລິຫານ. ຕົວຢ່າງ: ພວກເຂົາຕິດຕາມເບິ່ງວ່າແມ່ນໃຜເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ຜູ້ນໍາລະດັບໃດທີ່ຖືກປົດອອກ, ມີການຈັດແຈງແນວໃດສຳລັບພວກເຂົາຫຼັງຈາກທີ່ພວກເຂົາຖືກປົດອອກ, ຜູ້ນໍາຄົນໃດທີ່ຖືກຈັບກຸມ ແລະ ໃຜຮັບຜິດຊອບວຽກງານຂອງພວກເຂົາຕໍ່. ພວກເຂົາລວບລວມຂໍ້ມູນກ່ຽວກັບອາຍຸ, ເພດ, ຈຳນວນປີທີ່ເຊື່ອໃນພຣະເຈົ້າ, ລະດັບການສຶກສາຂອງຜູ້ສືບທອດ ແລະ ຖ້າພວກເຂົາເປັນນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລທີ່ມີຄວາມສາມາດພິເສດ, ພວກເຂົາຈະມີຜົນກະທົບໃນທາງລົບຕໍ່ປະເທດ ຫຼື ສັງຄົມ ຫຼື ບໍ່ ແລະ ຖ້າພວກເຂົາສາມາດຖືກຮັບເຂົ້າເຮັດວຽກໃນພະແນກຂອງລັດຖະບານໄດ້ ຫຼື ບໍ່ ແລະ ຂໍ້ມູນສະເພາະອື່ນໆ. ພວກເຂົາເຖິງຂັ້ນຕ້ອງການຊອກຮູ້ສະເພາະກ່ຽວກັບຜູ້ນໍາຄຣິສຕະຈັກທີ່ຮັບຕຳແໜ່ງ ຫຼື ຖືກປົດອອກ. ນັ້ນກໍຄື ສະຖານະຂອງບຸກຄະລາກອນ, ວຽກງານບໍລິຫານສະເພາະ ແລະ ໂຄງສ້າງຂອງຄຣິສຕະຈັກ ລ້ວນແລ້ວແຕ່ເປັນດ້ານທີ່ພວກເຂົາຕັ້ງເປົ້າທີ່ຈະກຳໃຫ້ໄດ້. ນອກຈາກນີ້, ພວກເຂົາຍັງຕັ້ງເປົ້າທີ່ຈະເຂົ້າໃຈຂໍ້ມູນຢ່າງຄົບຖ້ວນກ່ຽວກັບວ່າມີວຽກງານຈັກຢ່າງໃນຄຣິສຕະຈັກ, ມີຈັກກຸ່ມ ແລະ ລາຍລະອຽດຂອງຜູ້ຮັບຜິດຊອບແຕ່ລະກຸ່ມ ແລະ ອື່ນໆ. ພວກເຂົາທຽວສອບຖາມ, ສັງເກດ ແລະ ຮຽນຮູ້, ດຳເນີນວຽກງານຂອງຕົນຢ່າງລະອຽດຫຼາຍ. ວຽກງານທີ່ຕ້ອງເຮັດ ແລະ ໜ້າວຽກທີ່ຕ້ອງເຮັດໃຫ້ສຳເລັດຂອງຄົນປະເພດນີ້ທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກກໍຄື ການກຳແໜ້ນທຸກດ້ານຂອງສະຖານະການຂອງຄຣິສຕະຈັກ ແລະ ການພັດທະນາຕ່າງໆຂອງມັນໂດຍທັນທີ ເພື່ອບັນລຸຈຸດປະສົງໃນການຕິດຕາມຄຣິສຕະຈັກ. ຕົວຢ່າງເຊັ່ນ: ສິ່ງນີ້ລວມເຖິງການທີ່ຄຣິສຕະຈັກກຳລັງພັດທະນາຢູ່ຕ່າງປະເທດແນວໃດ, ພຣະກິດຕິຄຸນໄດ້ເຜີຍແຜ່ໄປຈັກປະເທດແລ້ວ ແລະ ມີການສ້າງຕັ້ງຄຣິສຕະຈັກຂຶ້ນໃນປະເທດໃດແດ່. ພວກເຂົາຈຳເປັນຕ້ອງກຳແໜ້ນລາຍລະອຽດທັງໝົດນີ້. ສິ່ງເຫຼົ່ານີ້ແມ່ນໜ້າວຽກຫຼັກທີ່ພວກເຂົາປະຕິບັດໃນການຕິດຕາມຄຣິສຕະຈັກ: ຂໍ້ໜຶ່ງ, ເພື່ອໃຫ້ກຳແໜ້ນຄຳສອນຂອງຄຣິສຕະຈັກ; ຂໍ້ສອງ, ເພື່ອໃຫ້ກຳແໜ້ນສະຖານະການຂອງບຸກຄະລາກອນຂອງຄຣິສຕະຈັກ; ແລະ ຂໍ້ສາມ, ເພື່ອໃຫ້ກຳແໜ້ນສະຖານະຂອງວຽກງານຂອງຄຣິສຕະຈັກ ແລະ ການເຄື່ອນໄຫວຫຼັກທີ່ສຳຄັນໃນໄລຍະບໍ່ດົນມານີ້. ພວກເຂົາກະທຳຕົນເປັນຜູ້ສົມຮູ້ຮ່ວມຄິດ ແລະ ເປັນລູກນ້ອງຂອງຊາຕານ ເຊິ່ງກໍຄືມັງກອນແດງທີ່ຍິ່ງໃຫຍ່ຢ່າງຄົບຖ້ວນ; ພວກເຂົາເປັນຜູ້ຮັບໃຊ້ຂອງຊາຕານຢ່າງແທ້ຈິງ.

ຄົນປະເພດນີ້ທີ່ຕິດຕາມຄຣິສຕະຈັກໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກເພື່ອຈຸດປະສົງໃນການກຳແໜ້ນຂໍ້ມູນທີ່ກ່ຽວຂ້ອງກັບຄຳສອນ, ບຸກຄະລາກອນ, ແນວໂນ້ມຂອງວຽກງານ, ຂະໜາດຂອງຄຣິສຕະຈັກ ແລະ ດ້ານອື່ນໆ. ພວກເຂົາຕັ້ງເປົ້າທີ່ຈະກຳແໜ້ນແຕ່ລະດ້ານເຫຼົ່ານີ້ ແລ້ວລາຍງານໃຫ້ຫົວໜ້າຂອງພວກເຂົາ ທີ່ຈະກຳນົດແຜນການນະໂຍບາຍ ຫຼື ມາດຕະການທີ່ເໝາະສົມເພື່ອຈັດການກັບຄຣິສຕະຈັກໂດຍອີງຕາມສະຖານະການໃນທຸກເວລາ. ສະຫຼຸບສັ້ນໆກໍຄື ຈຸດປະສົງຂອງພວກເຂົາໃນການຕິດຕາມຄຣິສຕະຈັກນັ້ນບໍ່ມີເຈດຕະນາດີຢ່າງແນ່ນອນ. ຖ້າບໍ່ດັ່ງນັ້ນ, ເປັນຫຍັງພວກເຂົາຈຶ່ງຍັງຄົງຕິດຕາມຄຣິສຕະຈັກ ເມື່ອເຫັນວ່າມັນບໍ່ໄດ້ນຳເອົາຄວາມຮັ່ງມີ ແລະ ຜົນປະໂຫຍດມາໃຫ້ພວກເຂົາ? ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ສະບາຍໃຈກ່ຽວກັບການມີຢູ່ຂອງຄຣິສຕະຈັກບໍ? ພວກເຂົາບໍ່ເຊື່ອວ່າຄຣິສຕະຈັກທີ່ພຣະເຈົ້າໄດ້ສ້າງຕັ້ງ ແລະ ນໍາພານັ້ນປະກອບດ້ວຍຄົນທີ່ເຊື່ອໃນພຣະເຈົ້າຢ່າງບໍລິສຸດ, ບໍ່ມີຄວາມສຳພັນກັບລັດ, ສັງຄົມ ຫຼື ກຸ່ມ ແລະ ອົງກອນທາງການເມືອງ. ແຕ່ບໍ່ວ່າພວກເຂົາຈະຊອກຮູ້ກ່ຽວກັບຄຣິສຕະຈັກແນວໃດ, ພວກເຂົາກໍຍັງຄົງບໍ່ສະບາຍໃຈ. ເປັນຫຍັງ? ເພາະວ່າພວກເຂົາເປັນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ, ບໍ່ຮັບຮູ້ພຣະເຈົ້າ ແລະ ຍັງກຽດຊັງຄວາມຈິງອີກດ້ວຍ. ສະນັ້ນ, ພວກເຂົາຈຶ່ງສາມາດກະທຳການທີ່ໂງ່ຈ້າ ແລະ ບໍ່ສົມເຫດສົມຜົນ ເຊັ່ນ: ການກົດຂີ່ຂົ່ມເຫັງ ແລະ ການຈັບກຸມຜູ້ທີ່ເຊື່ອ, ພ້ອມທັງການຕິດຕາມຄຣິສຕະຈັກ. ເປັນຫຍັງພວກເຂົາຈຶ່ງໃຊ້ມາດຕະການຕິດຕາມ ແລະ ຕໍ່ຕ້ານຄຣິສຕະຈັກ? ເພາະວ່າຄວາມກັງວົນທີ່ໃຫຍ່ທີ່ສຸດຂອງພວກເຂົາກໍຄື ການທີ່ຄຣິສຕະຈັກເຕີບໃຫຍ່ເກີນໄປ ແລະ ມີສະມາຊິກຫຼາຍເກີນໄປຈະສົ່ງຜົນກະທົບທີ່ສຳຄັນຕໍ່ປະເທດ, ລັດຖະບານ ແລະ ສັງຄົມ ແລະ ແມ່ນແຕ່ຂົ່ມຂູ່ ແລະ ມີອິດທິພົນຕໍ່ວັດທະນະທຳດັ້ງເດີມ ແລະ ກຸ່ມສາສະໜາດັ້ງເດີມ. ນີ້ຄືເຫດຜົນທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການຕິດຕາມ ແລະ ການຕໍ່ຕ້ານຄຣິສຕະຈັກຂອງພວກເຂົາ. ສະນັ້ນ, ພວກເຂົາຈຶ່ງຖືວ່າການຕິດຕາມ ແລະ ການຕໍ່ຕ້ານຄຣິສຕະຈັກເປັນໜ້າວຽກທາງການເມືອງທີ່ຕ້ອງປະຕິບັດ.

ຄົນປະເພດນີ້ທີ່ຕິດຕາມຄຣິສຕະຈັກອາດຈະແຍກແຍະໄດ້ບໍ່ງ່າຍພາຍໃນຄຣິດຕະຈັກ ເພາະວ່າພວກເຂົາມີແຮງຈູງໃຈທີ່ບໍ່ເປີດເຜີຍ ແລະ ລີ້ຢູ່ຢ່າງເລິກໆ ເພື່ອບໍ່ໃຫ້ຄົນອື່ນກວດພົບໄດ້. ດັ່ງນັ້ນ, ພວກເຂົາອາດຈະເຮັດຕາມຄົນສ່ວນໃຫຍ່ໃນຄຣິສຕະຈັກ, ບໍ່ເຮັດຫຍັງທີ່ຜິດປົກກະຕິ, ເບິ່ງຄືວ່າປະພຶດຕົນດີເປັນພິເສດ ແລະ ບໍ່ເຄີຍສະແດງທັດສະນະທີ່ບໍ່ເຫັນດີໃດໆກ່ຽວກັບວຽກງານທີ່ຄຣິສຕະຈັກເຮັດ. ຢ່າງໃດກໍຕາມ, ບຸກຄົນເຫຼົ່ານີ້ມີລັກສະນະສະເພາະຢ່າງໜຶ່ງຄື: ພວກເຂົາບໍ່ສົນໃຈໃນການເຊື່ອໃນພຣະເຈົ້າ, ບໍ່ກະຕືລືລົ້ນຫຼາຍ ແລະ ກໍບໍ່ໄດ້ຢູ່ຊື່ໆຫຼາຍກ່ຽວກັບສິ່ງດັ່ງກ່າວ. ພວກເຂົາສາມາດເຮັດໜ້າທີ່ທີ່ໄດ້ຮັບມອບໝາຍໜ້ອຍໜຶ່ງ ແຕ່ພວກເຂົາບໍ່ເຄີຍເປີດເຜີຍລາຍລະອຽດສ່ວນຕົວຂອງພວກເຂົາ, ເຊັ່ນ: ບ່ອນເຮັດວຽກຂອງພວກເຂົາ, ສະພາບຄອບຄົວຂອງພວກເຂົາ ຫຼື ພວກເຂົາເຄີຍເຊື່ອໃນພຣະເຈົ້າມາກ່ອນ ຫຼື ບໍ່. ຖ້າມີຄົນກ່າວເຖິງການເຮັດວຽກໃນພະແນກຂອງລັດຖະບານ, ພວກເຂົາຈະຫຼົບຫຼີກຫຼາຍ, ຫຼີກລ່ຽງການໃຫ້ຄວາມຄິດເຫັນໃດໆກ່ຽວກັບລັດຖະບານ, ການເມືອງ, ນະໂຍບາຍ ຫຼື ສາສະໜາ. ພຶດຕິກຳຂອງພວກເຂົາສະແດງອອກໂດຍການຫຼີກລ່ຽງຫົວຂໍ້ທີ່ລະອຽດອ່ອນໃດໆ; ພວກເຂົາທັງບໍ່ຕຳໜິ ແລະ ທັງບໍ່ຍ້ອງຍໍລັດຖະບານ, ທັງບໍ່ສົນທະນາກ່ຽວກັບນະໂຍບາຍ ຫຼື ລະບົບການປົກຄອງຂອງລັດຖະບານ. ເມື່ອມີຄົນຊີ້ວ່າບຸກຄົນໃດໜຶ່ງເປັນສາຍລັບ, ພວກເຂົາຈະກັງວົນຢ່າງຊັດເຈນ ແລະ ອາດຈະຮີບຮ້ອນລຸກຂຶ້ນເພື່ອປົກປ້ອງຕົນເອງ. ນອກຈາກຄວາມກັງວົນແລ້ວ, ເຈົ້າອາດຈະສັງເກດເຫັນຈາກສາຍຕາຂອງພວກເຂົາເຖິງແນວໂນ້ມທີ່ຈະຫຼີກລ່ຽງຫົວຂໍ້ທີ່ລະອຽດອ່ອນເຊັ່ນນັ້ນ; ພວກເຂົາຈະຫຼີກລ່ຽງຜູ້ໃດກໍຕາມທີ່ສາມາດເບິ່ງທະລຸພວກເຂົາໄດ້. ນອກຈາກນີ້, ພວກເຂົາມັກຈະໄດ້ຮັບສາຍໂທລະສັບຈາກແຫຼ່ງທີ່ບໍ່ຮູ້ຈັກ ຫຼື ຖືກຕິດຕໍ່ ແລະ ມີການພົວພັນກັບບຸກຄົນທີ່ເລິກລັບທີ່ບໍ່ກ່ຽວຂ້ອງກັບຄຣິສຕະຈັກ ແລະ ທັນທີທີ່ພວກເຂົາຮັບໜຶ່ງໃນສາຍໂທລະສັບເຫຼົ່ານີ້, ພວກເຂົາກໍຈະໜີອອກຫ່າງຈາກຄົນອື່ນ. ຖ້າບັງເອີນມີຄົນເຫັນພວກເຂົາໃນຊ່ວງເວລານີ້, ພວກເຂົາຈະມີສີໜ້າຕື່ນເຕັ້ນ, ໜ້າແດງ ແລະ ມີທ່າທາງອຸກໃຈ, ໂດຍຢ້ານວ່າຕົວຕົນຂອງພວກເຂົາອາດຈະຖືກຄົ້ນພົບ. ນອກຈາກການລວບລວມຂໍ້ມູນກ່ຽວກັບຄຣິສຕະຈັກຢ່າງລັບໆແລ້ວ, ພວກເຂົາຍັງສອບຖາມກ່ຽວກັບສະຖານະການກັບອ້າຍເອື້ອຍນ້ອງເປັນບາງຄັ້ງຄາວ ໂດຍຖາມຄຳຖາມເຊັ່ນ: “ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ? ພໍ່ແມ່ຂອງເຈົ້າເຊື່ອບໍ? ສະມາຊິກຄອບຄົວຂອງເຈົ້າຢູ່ແຜ່ນດິນໃຫຍ່ບໍ? ໃນບັນດາສະມາຊິກຄອບຄົວຂອງເຈົ້າທີ່ຢູ່ແຜ່ນດິນໃຫຍ່, ມີໃຜແດ່ທີ່ເຊື່ອໃນພຣະເຈົ້າ ແລະ ເຊື່ອມາຈັກປີແລ້ວ? ພວກເຂົາອາຍຸເທົ່າໃດ? ມີຈັກຄົນໃນຄຣິສຕະຈັກທ້ອງຖິ່ນຂອງພວກເຈົ້າ? ຕອນນີ້ພວກເຂົາເປັນແນວໃດແລ້ວ?” ເປັນບາງຄັ້ງຄາວ, ພວກເຂົາຊອກຮູ້ຂໍ້ມູນທີ່ລະອຽດອ່ອນ ແລະ ທີ່ເປັນສ່ວນຕົວທີ່ຄົນບໍ່ເຕັມໃຈທີ່ຈະເປີດເຜີຍ. ໃນການພົວພັນທົ່ວໄປລະຫວ່າງອ້າຍເອື້ອຍນ້ອງ, ບໍ່ມີໃຜເຈດຕະນາ ຫຼື ຈິງຈັງຖາມກ່ຽວກັບຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ຖ້າຄົນບໍ່ເຕັມໃຈທີ່ຈະແບ່ງປັນ. ຢ່າງໃດກໍຕາມ, ບຸກຄົນນີ້ພັດເອົາໃຈໃສ່ເປັນພິເສດຕໍ່ເລື່ອງດັ່ງກ່າວ ເຖິງຂັ້ນຕິດຕາມການເຄື່ອນໄຫວຂອງຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ ຫຼື ຜູ້ທີ່ຮັບຜິດຊອບວຽກງານສຳຄັນ ໂດຍພະຍາຍາມເຂົ້າເຖິງຂໍ້ມູນໃນຄອມພິວເຕີ ແລະ ໂທລະສັບມືຖືຂອງຄົນເຫຼົ່ານີ້ ຫຼື ຂໍ້ມູນທີ່ຢູ່ຂອງພວກເຂົາ ໂດຍຢືນຢັນທີ່ຈະສືບສວນລາຍລະອຽດເຫຼົ່ານີ້ຢ່າງລະອຽດ. ຖ້າພວກເຂົາສັງເກດເຫັນວ່າຜູ້ນໍາຄົນໃດໜຶ່ງບໍ່ໄດ້ມາຮ່ວມການເຕົ້າໂຮມ, ພວກເຂົາຈະຖາມວ່າ “ມື້ນີ້ ຜູ້ນັ້ນຜູ້ນີ້ບໍ່ໄດ້ມາຮ່ວມການເຕົ້າໂຮມ. ພວກເຂົາເຮັດຫຍັງຢູ່?” ຖ້າມີຄົນບອກວ່າພວກເຂົາຫຍຸ້ງ, ພວກເຂົາກໍຈະຊັກຖາມຕໍ່ໄປວ່າ: “ຫຍຸ້ງກັບຫຍັງ? ພວກເຂົາໄປຫົດນໍ້າຜູ້ເຊື່ອໃໝ່ເຫຼົ່ານັ້ນອີກແລ້ວບໍ? ໃຜຄືຜູ້ເຊື່ອໃໝ່ເຫຼົ່ານັ້ນ? ພວກເຂົາເລີ່ມເຊື່ອຕັ້ງແຕ່ເມື່ອໃດ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ເລື່ອງນີ້?” ພວກເຂົາເອົາແຕ່ຊັກຖາມຈົນເຖິງແກ່ນ. ອ້າຍເອື້ອຍນ້ອງເວົ້າວ່າ “ຖ້າພວກເຮົາບໍ່ຄວນຮູ້, ກໍຢ່າຖາມເລີຍ. ເປັນຫຍັງຈຶ່ງຖາມຢູ່ເລື້ອຍໆ? ນີ້ບໍ່ແມ່ນເລື່ອງກ່ຽວກັບທາງເຂົ້າສູ່ຊີວິດ, ມັນບໍ່ກ່ຽວຂ້ອງກັບຄວາມຈິງ; ບໍ່ຈຳເປັນຕ້ອງຮູ້”. ຜູ້ແຊກຊຶມກໍຕອບວ່າ “ແຕ່ສິ່ງເຫຼົ່ານີ້ເປັນເລື່ອງຂອງເຮືອນຂອງພຣະເຈົ້າ, ເປັນວຽກງານຂອງຄຣິສຕະຈັກ; ເປັນຫຍັງພວກເຮົາຈຶ່ງຮູ້ບໍ່ໄດ້? ພວກເຮົາທຸກຄົນເຊື່ອໃນພຣະເຈົ້າ, ການຮູ້ໜ້ອຍໜຶ່ງກໍບໍ່ເສຍຫາຍ. ຖ້າພວກເຈົ້າບໍ່ຢາກຮູ້, ກໍສະແດງວ່າພວກເຈົ້າບໍ່ສົນໃຈວຽກງານຂອງຄຣິສຕະຈັກ ຫຼື ຜູ້ນໍາຄຣິສຕະຈັກ. ຜູ້ນໍາໄປພົບໃຜແທ້? ມີຜູ້ເຊື່ອໃໝ່ຈັກຄົນ? ພວກເຂົາຢູ່ໃສ? ຂ້ອຍກໍຢາກພົບພວກເຂົາຄືກັນ”. ພວກເຂົາສອບຖາມກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ.

ຍັງມີໜ້າວຽກອີກຢ່າງໜຶ່ງທີ່ຜູ້ຕິດຕາມຄຣິສຕະຈັກໃຫ້ຄວາມສົນໃຈຫຼາຍທີ່ສຸດ ເຊິ່ງກໍຄືການກຳແໜ້ນສະຖານະການທາງການເງິນຂອງຄຣິສຕະຈັກ. ໃນດ້ານໜຶ່ງ, ພວກເຂົາສະແຫວງຫາທີ່ຈະເຂົ້າໃຈແຫຼ່ງການເງິນຂອງຄຣິສຕະຈັກ. ພວກເຂົາຢາກຮູ້ວ່າຄຣິສຕະຈັກໄດ້ສ້າງຕັ້ງໂຮງງານ ຫຼື ວິສາຫະກິດ, ເປັນເຈົ້າຂອງໂຮງງານທີ່ຂູດຮີດແຮງງານ, ຈ້າງແຮງງານເດັກ ຫຼື ບໍ່ ແລະ ວຽກງານຕ່າງໆຂອງຄຣິສຕະຈັກກ່ຽວຂ້ອງກັບການລົງທຶນທີ່ມີຜົນກຳໄລ ຫຼື ບໍ່. ຕົວຢ່າງ: ການຜະລິດວິດີໂອ, ຮູບເງົາ, ເພງສັນລະເສີນ ແລະ ການພິມໜັງສືພຣະທຳຂອງພຣະເຈົ້າຂອງຄຣິສຕະຈັກໄດ້ກຳໄລ ຫຼື ສ້າງກຳໄລເກີນຄວນ ຫຼື ບໍ່; ແຫຼ່ງການເງິນຂອງຄຣິສຕະຈັກແມ່ນຫຍັງ; ມີບຸກຄົນທີ່ຮັ່ງມີຄົນໃດບໍລິຈາກເພື່ອສະໜັບສະໜູນຄຣິສຕະຈັກ ຫຼື ບໍ່; ຖ້າບຸກຄົນເຫຼົ່ານີ້ລວມມີຜູ້ມີອິດທິພົນທາງການເມືອງ ຫຼື ເສດຖີຫຼາຍລ້ານ ແລະ ມະຫາເສດຖີພັນລ້ານ, ສິ່ງເຫຼົ່ານີ້ແມ່ນລາຍລະອຽດທີ່ພວກເຂົາຢາກກຳແໜ້ນ. ນອກເໜືອຈາກການສືບຫາໂຄງສ້າງການບໍລິຫານ ແລະ ແຫຼ່ງການເງິນຂອງຄຣິສຕະຈັກແລ້ວ, ພວກເຂົາຍັງມີເປົ້າໝາຍທີ່ຈະກຳແໜ້ນການຄຸ້ມຄອງການເງິນຂອງຄຣິສຕະຈັກ ໂດຍມີຈຸດປະສົງເພື່ອຕິດຕາມທິດທາງຂອງທຶນເຫຼົ່ານີ້. ຄຣິສຕະຈັກໃຊ້ຈ່າຍເງິນແນວໃດ, ມີສ່ວນຮ່ວມໃນກິດຈະກຳທີ່ຜິດກົດໝາຍໃດໆ ຫຼື ບໍ່, ມີການຈັດຕັ້ງຜູ້ມີອິດທິພົນໃນສັງຄົມ ຫຼື ຮ່ວມມືກັບອົງການຈັດຕັ້ງ ແລະ ກຸ່ມສັງຄົມຕ່າງໆ ເພື່ອຮ່ວມກັນຕໍ່ຕ້ານລັດຖະບານຜະເດັດການ ແລະ ປົກປ້ອງສິດທິມະນຸດ ແລະ ອື່ນໆ ຫຼື ບໍ່. ສິ່ງເຫຼົ່ານີ້ຍັງແມ່ນສະຖານະການທີ່ສຳຄັນບາງຢ່າງທີ່ພວກເຂົາຕັ້ງເປົ້າທີ່ຈະກຳແໜ້ນ. ບາງຄົນຕັ້ງຄຳຖາມວ່າ: “ວຽກງານຕິດຕາມຄຣິສຕະຈັກແມ່ນເຮັດໂດຍປະເທດມັງກອນແດງທີ່ຍິ່ງໃຫຍ່ເທົ່ານັ້ນບໍ?” ຄຳເວົ້ານີ້ຖືກຕ້ອງບໍ? ທີ່ຈິງແລ້ວ, ທົ່ວໂລກ ແລະ ສັງຄົມມະນຸດທັງໝົດລ້ວນແຕ່ຕໍ່ຕ້ານພຣະເຈົ້າ. ບໍ່ພຽງແຕ່ປະເທດທີ່ຢູ່ພາຍໃຕ້ການປົກຄອງແບບຜະເດັດການເທົ່ານັ້ນທີ່ຕໍ່ຕ້ານພຣະເຈົ້າ; ແມ່ນແຕ່ໃນປະເທດທີ່ເອີ້ນວ່າປະເທດຄຣິສ, ຜູ້ມີອຳນາດສ່ວນໃຫຍ່ກໍເປັນຜູ້ທີ່ບໍ່ເຊື່ອວ່າມີພຣະເຈົ້າ ແລະ ຜູ້ບໍ່ເຊື່ອ ແລະ ແມ່ນແຕ່ໃນບັນດາຜູ້ມີອຳນາດທີ່ມີຄວາມເຊື່ອ ຫຼື ປະກາດຕົນເປັນຊາວຄຣິສ, ຈຳນວນຜູ້ທີ່ສາມາດຍອມຮັບຄວາມຈິງແມ່ນມີໜ້ອຍ. ຄົນສ່ວນໃຫຍ່ບໍ່ຮັບຮູ້ ແລ້ວແຮງໄກທີ່ຈະຍອມຮັບຄວາມຈິງ. ສະນັ້ນ, ຄົນເຫຼົ່ານີ້ບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າ ທີ່ຍັງຕໍ່ຕ້ານພຣະອົງບໍ? ຕົວຢ່າງ: ໃນສາສະໜາຕ່າງໆ ເຊັ່ນ: ສາສະໜາຄຣິສ, ຄາທໍລິກ ແລະ ຢິວໃນອິດສະຣາແອນ, ຊົນຊັ້ນສູງປະກອບດ້ວຍຄົນທີ່ຍອມຮັບຄວາມຈິງບໍ? ບໍ່ແມ່ນເລີຍ. ບໍ່ມີໃຜໃນພວກເຂົາທີ່ມາສືບສວນພາລະກິດຂອງພຣະເຈົ້າ; ບໍ່ມີໃຜທີ່ສາມາດຍອມຮັບຄວາມຈິງໄດ້. ເວົ້າໃຫ້ຊັດເຈນກໍຄື ພວກເຂົາທຸກຄົນແມ່ນຜູ້ບໍ່ເຊື່ອ; ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ ແລະ ເປັນພວກຕໍ່ຕ້ານພຣະຄຣິດ. ພວກເຂົາລົບກວນ ແລະ ທຳລາຍພາລະກິດຂອງພຣະເຈົ້າ ແລະ ປາບປາມ ແລະ ກົດຂີ່ຂົ່ມເຫັງຜູ້ທີ່ຕິດຕາມພຣະເຈົ້າຢ່າງໂຫດຮ້າຍ ເຊິ່ງໄດ້ຮັບການພິສູດໂດຍການປະຕິບັດຂອງພວກເຂົາຕໍ່ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ນິກາຍໃດທີ່ອະນຸຍາດໃຫ້ຜູ້ເຊື່ອຂອງຕົນສືບສວນແນວທາງທີ່ແທ້ຈິງ, ຟັງນັກເທດຈາກພາຍນອກ ຫຼື ຕ້ອນຮັບຄົນແປກໜ້າໄດ້ຢ່າງເສລີ? ບໍ່ມີແມ່ນແຕ່ນິກາຍດຽວທີ່ສາມາດເຮັດສິ່ງນີ້ໄດ້. ເຊື້ອຊາດ ຫຼື ປະເທດໃດທີ່ເປັນມິດກັບຄຣິສຕະຈັກ? (ບໍ່ມີ.) ມັນກໍເປັນຕາໜ້າຊົມເຊີຍແລ້ວ ຖ້າພວກເຂົາໃຫ້ເສລີພາບທາງສາສະໜາແກ່ພວກເຈົ້າໜ້ອຍໜຶ່ງ ແລະ ໃຫ້ພື້ນທີ່ຫາຍໃຈແດ່. ເຈົ້າຍັງຄາດຫວັງໃຫ້ພວກເຂົາສະໜັບສະໜູນເຈົ້າຕື່ມອີກບໍ? ເມື່ອຄຣິສຕະຈັກຂອງພຣະເຈົ້າປາກົດຂຶ້ນ ຫຼື ເມື່ອຄຣິສຕະຈັກເລີ່ມເທດສະໜາພຣະກິດຕິຄຸນ, ຄົນເຫຼົ່ານີ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າເລີຍ ແລະ ຜູ້ທີ່ຮູ້ສຶກລັງກຽດ ແລະ ກຽດຊັງເປັນພິເສດຕໍ່ຄວາມຈິງທີ່ພຣະເຈົ້າກ່າວກໍຈະເລີ່ມເຮັດວຽກງານພິເສດຢ່າງໜຶ່ງ ເຊິ່ງກໍຄືການມອບໝາຍບຸກຄົນໃຫ້ຕິດຕາມຄຣິສຕະຈັກຢ່າງໃກ້ຊິດ. ຄຳວ່າ “ຕິດຕາມ” ໃນບ່ອນນີ້ໝາຍເຖິງການສອດແນມ, ການກຳແໜ້ນ ແລະ ການຄວບຄຸມ; ນັ້ນກໍຄື ການສອດແນມ, ການກຳແໜ້ນ ແລະ ການຄວບຄຸມທຸກດ້ານຂອງຄຣິສຕະຈັກໃນທຸກໄລຍະຢ່າງເຂັ້ມງວດ. ບາງຄົນເວົ້າວ່າ: “ພວກເຂົາບໍ່ໄດ້ປະນາມ ຫຼື ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງເປີດເຜີຍ ແລະ ພວກເຮົາກໍບໍ່ໄດ້ຮັບການຂົ່ມເຫັງ ຫຼື ການຮຸກຮານໃນຊີວິດປະຈຳວັນຂອງພວກເຮົາ. ພວກເຮົາຮູ້ສຶກວ່າການເຊື່ອໃນພຣະເຈົ້າ, ການເຕົ້າໂຮມ, ການປະຕິບັດໜ້າທີ່ ແລະ ການເຜີຍແຜ່ພຣະກິດຕິຄຸນໃນຕ່າງປະເທດແມ່ນດີກວ່າ ແລະ ປອດໄພກວ່າໃນປະເທດມັງກອນແດງທີ່ຍິ່ງໃຫຍ່ຫຼາຍ. ພວກເຮົາບໍ່ໄດ້ປະສົບກັບການແຊກແຊງໃດໆ”. ພຽງເພາະວ່າບໍ່ມີການແຊກແຊງ ແລະ ພວກເຈົ້າໄດ້ຮັບເສລີພາບຈໍານວນໜຶ່ງ, ພວກເຈົ້າກໍບໍ່ຄວນປະຕິເສດວຽກງານຕິດຕາມຄຣິສຕະຈັກຂອງພວກເຂົາ. ເສລີພາບທາງສາສະໜາໜ້ອຍໜຶ່ງທີ່ເຈົ້າໄດ້ຮັບນັ້ນເປັນພຽງສະຖາບັນພື້ນຖານທາງສັງຄົມ; ສິ່ງທີ່ເຈົ້າກຳລັງໄດ້ຮັບນັ້ນເປັນພຽງສິດທິພື້ນຖານຂອງພົນລະເມືອງທຸກຄົນໃນປະເທດທີ່ເຈົ້າອາໄສຢູ່. ການໄດ້ຮັບສິດທິພື້ນຖານເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າລັດຖະບານແຫ່ງຊາດ, ກຸ່ມສັງຄົມ ຫຼື ໂລກສາສະໜາໄດ້ຍອມຮັບ ແລະ ຮັບຮູ້ພາລະກິດຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກ, ໄດ້ກາຍເປັນມິດ ຫຼື ບໍ່ມີການເປັນປໍລະປັກ ແລະ ການຕິດຕາມອີກຕໍ່ໄປ. ມັນບໍ່ແມ່ນແນວນັ້ນບໍ? (ແມ່ນແລ້ວ.) ເລື່ອງນີ້ບໍ່ແມ່ນເລື່ອງທີ່ເປັນນາມມະທຳ, ແມ່ນບ? (ບໍ່, ບໍ່ແມ່ນ.)

ທັດສະນະຄະຕິຂອງພວກເຮົາຄວນເປັນແນວໃດຕໍ່ກັບການເປັນປໍລະປັກ ແລະ ການຕິດຕາມໂດຍລະບອບຊາຕານ? ພວກເຮົາຄວນປະຕິເສດ ແລະ ຫຼີກລ່ຽງມັນ ຫຼື ພຽງແຕ່ບໍ່ສົນໃຈມັນ? ກ່ອນອື່ນ, ໃຫ້ຄິດກ່ຽວກັບເລື່ອງນີ້: ຄຣິສຕະຈັກຢ້ານທີ່ພວກເຂົາຈະຕິດຕາມກວດກາວຽກງານໃດໆທີ່ຄຣິສຕະຈັກເຮັດບໍ? (ບໍ່.) ພວກເຮົາມີກິດຈະກຳລັບໆບໍ? ພວກເຮົາໄດ້ອອກຖະແຫຼງການທາງການເມືອງທີ່ຕໍ່ຕ້ານລັດ ຫຼື ຕໍ່ຕ້ານລັດຖະບານບໍ? (ບໍ່.) ສິ່ງນີ້ສາມາດຢືນຢັນໄດ້. ການເຊື່ອໃນພຣະເຈົ້າບໍ່ເຄີຍກ່ຽວຂ້ອງກັບການມີສ່ວນຮ່ວມທາງການເມືອງ. ພວກເຈົ້າສ່ວນໃຫຍ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍກວ່າສາມປີ, ບາງຄົນກໍເຖິງຊາວ ຫຼື ສາມສິບປີ. ຕະຫຼອດຫຼາຍປີທີ່ໄດ້ຟັງຄຳເທດສະໜາ, ມີໃຜເຄີຍພົບວ່າຄຣິສຕະຈັກໄດ້ອອກຖະແຫຼງການທີ່ຕໍ່ຕ້ານລັດ ຫຼື ຕໍ່ຕ້ານສັງຄົມບໍ? (ບໍ່.) ບໍ່ແມ່ນແຕ່ໜ້ອຍດຽວ; ເຮືອນຂອງພຣະເຈົ້າບໍ່ເຄີຍປຶກສາຫາລືເລື່ອງການເມືອງ. ຍິ່ງໄປກວ່ານັ້ນ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຖືກສ້າງຕັ້ງຂຶ້ນໂດຍພຣະເຈົ້າ, ມັນຄືການສຳຜັດກັບລາຊະອານາຈັກຂອງພຣະເຈົ້າເທິງແຜ່ນດິນໂລກລ່ວງໜ້າ, ບໍ່ແມ່ນອົງການຈັດຕັ້ງທີ່ສ້າງຂຶ້ນໂດຍບຸກຄົນໃດໜຶ່ງ, ບໍ່ໄດ້ສ້າງຕັ້ງຂຶ້ນໂດຍບຸກຄົນໃດໜຶ່ງ. ສະນັ້ນ, ວຽກງານທີ່ພຣະເຈົ້າໄດ້ສ້າງຕັ້ງຄຣິສຕະຈັກຂຶ້ນມາເພື່ອເຮັດແມ່ນຫຍັງ? ມັນບໍ່ແມ່ນການເຂົ້າຮ່ວມໃນວຽກງານທີ່ຕໍ່ຕ້ານສັງຄົມ, ຕໍ່ຕ້ານສາສະໜາ ຫຼື ຕໍ່ຕ້ານການເມືອງ. ແລ້ວວຽກງານຂອງຄຣິສຕະຈັກແມ່ນຫຍັງ? ກ່ອນອື່ນໝົດ, ວຽກງານຫຼັກຂອງມັນແມ່ນການເຜີຍແຜ່ຂ່າວປະເສີດທີ່ພຣະເຈົ້າບັງເກີດເປັນເນື້ອໜັງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນໃນຍຸກສຸດທ້າຍ, ເຮັດໃຫ້ມະນຸດຊາດສາມາດຍອມຮັບຄວາມຈິງທັງໝົດທີ່ພຣະເຈົ້າກ່າວ ເພື່ອໃຫ້ພວກເຂົາສາມາດກັບຄືນມາຫາພຣະເຈົ້າ ແລະ ນະມັດສະການພຣະອົງ. ຢ່າງທີສອງກໍຄື ມັນກ່ຽວຂ້ອງກັບການນຳເອົາຜູ້ທີ່ປາຖະໜາຄວາມຈິງມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອຍອມຮັບການພິພາກສາ ແລະ ການລົງໂທດດ້ວຍພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບການຊຳລະລ້າງ, ຈົນໃນທີ່ສຸດກໍບັນລຸຄວາມລອດພົ້ນ. ນີ້ຄືວຽກງານທີ່ຄຣິສຕະຈັກດຳເນີນການຕາມທີ່ພຣະເຈົ້າໄດ້ສ້າງຕັ້ງຂຶ້ນ ແລະ ມັນຄືຄວາມສຳຄັນ ແລະ ຄຸນຄ່າຂອງການມີຢູ່ຂອງຄຣິສຕະຈັກ. ສິ່ງນີ້ບໍ່ກ່ຽວຂ້ອງ ແລະ ບໍ່ເຊື່ອມໂຍງກັບການເມືອງ, ທຸລະກິດ, ອຸດສາຫະກຳ, ເຕັກໂນໂລຊີ ຫຼື ຂະແໜງການອື່ນໃດຂອງສັງຄົມ; ມັນບໍ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້ຢ່າງສິ້ນເຊີງ. ແລ້ວແມ່ນຫຍັງຄືແກ່ນແທ້ຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າພາຍໃນຄຣິສຕະຈັກ? ເວົ້າແບບງ່າຍໆ ແລະ ແຫຼມຄົມທີ່ສຸດກໍຄື ມັນແມ່ນພາລະກິດຄຸ້ມຄອງມະນຸດຊາດ. ເນື້ອໃນສະເພາະຂອງພາລະກິດຄຸ້ມຄອງມະນຸດຊາດກ່ຽວຂ້ອງກັບການນຳເອົາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຮັດໃຫ້ພວກເຂົາສາມາດຍອມຮັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ ເພື່ອໄດ້ຮັບການຊຳລະລ້າງ ແລະ ບັນລຸຄວາມລອດພົ້ນ. ນີ້ຄືວຽກງານສະເພາະຂອງພາລະກິດຄຸ້ມຄອງມະນຸດຊາດ. ວຽກງານໃດໆທີ່ຄຣິສຕະຈັກດຳເນີນການແມ່ນກ່ຽວຂ້ອງກັບພາລະກິດຄຸ້ມຄອງຂອງພຣະເຈົ້າ, ແຜນການຂອງພຣະເຈົ້າ ແລະ ແນ່ນອນວ່າກ່ຽວຂ້ອງກັບພຣະທຳທີ່ພຣະເຈົ້າກ່າວ; ມັນບໍ່ມີຄວາມກ່ຽວຂ້ອງໃດໆກັບວຽກງານຕ່າງໆທີ່ຄົນທາງໂລກດຳເນີນ. ສະນັ້ນ, ຂໍ້ມູນໃດໆກ່ຽວກັບຄຣິສຕະຈັກ, ບໍ່ວ່າຈະກ່ຽວກັບຄຳສອນ, ບຸກຄະລາກອນ, ໂຄງສ້າງການບໍລິຫານ, ສະຖານະຂອງວຽກງານ ຫຼື ແມ່ນແຕ່ສະຖານະການທາງການເງິນຂອງຄຣິສຕະຈັກບໍ່ມີຄວາມກ່ຽວຂ້ອງໃດໆກັບປະເທດໃດ, ສັງຄົມໃດ, ເຊື້ອຊາດໃດ, ສາສະໜາໃດ ຫຼື ກຸ່ມມະນຸດໃດໆ, ບໍ່ມີການເຊື່ອມໂຍງແມ່ນແຕ່ໜ້ອຍດຽວ. ສະນັ້ນ, ໂດຍຄໍານຶງເຖິງປະເດັນເຫຼົ່ານີ້, ບໍ່ວ່າຈະເປັນພັກທີ່ກຳອຳນາດ, ກຸ່ມສາສະໜາ ຫຼື ກຸ່ມສັງຄົມ, ການກະທຳຂອງພວກເຂົາທີ່ສົ່ງຄົນມາຕິດຕາມຄຣິສຕະຈັກກໍຖືວ່າເປັນພຽງຫຍັງ? (ການກະທຳທີ່ບໍ່ຈຳເປັນ.) “ການກະທຳທີ່ບໍ່ຈຳເປັນ” ແມ່ນຄຳເວົ້າທີ່ເປັນທາງການ. ມີຄຳເວົ້າທົ່ວໄປວ່າແນວໃດ? ມັນຄືການບໍ່ມີຫຍັງດີກວ່າໃຫ້ເຮັດ, ແມ່ນບໍ່? ໃນທັດສະນະຂອງເຮົາ, ມັນແມ່ນແນວນັ້ນແທ້ໆ; ວັນເວລາຂອງພວກເຂົາເຕັມໄປດ້ວຍຄວາມສະດວກສະບາຍ ແລະ ຄວາມງ່າຍດາຍຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງສົ່ງບຸກຄົນທີ່ວ່າງງານສອງສາມຄົນນີ້ມາຕິດຕາມຄຣິສຕະຈັກ, ແມ່ນແຕ່ຖືວ່ານີ້ເປັນໜ້າທີ່ທາງການເມືອງ, ເປັນວຽກງານທີ່ຈິງຈັງ, ມັນເປັນຕາຫົວແທ້ໆ! ດ້ວຍຄວາມພະຍາຍາມນັ້ນ, ການເປີດສະຖາບັນການສຶກສາ ຫຼື ການກຸສົນຈະດີກວ່າຫຼາຍ. ນີ້ຄືກໍລະນີທຂອງການມີຄວາມສະບາຍທາງເນື້ອໜັງຫຼາຍເກີນໄປເຊິ່ງນໍາໄປສູ່ການບໍ່ເຮັດຫຍັງ, ບໍ່ຕັ້ງໃຈເຮັດວຽກງານທີ່ຖືກຕ້ອງ! ຖ້າມະນຸດຊາດທັງໝົດເປັນຄືກັບຄຣິສຕະຈັກຂອງພຣະເຈົ້າ, ໂດຍມີພຣະເຈົ້າລ້ຽງດູ ແລະ ນໍາພາດ້ວຍພຣະອົງເອງ, ແລ້ວໂລກນີ້, ມະນຸດຊາດນີ້ກໍຈະບໍ່ມີສະຖາບັນ, ຄ່າໃຊ້ຈ່າຍ ແລະ ບັນຫາທີ່ບໍ່ຈຳເປັນຫຼາຍ. ຢ່າງໜ້ອຍທີ່ສຸດ, ໜ່ວຍງານຕ່າງໆ ເຊັ່ນ: ອົງການສາຍລັບ ແລະ ກົມຕຳຫຼວດ, ຂະແໜງການຄວາມສະຫງົບເຫຼົ່ານີ້ກໍຈະບໍ່ມີປະໂຫຍດ ແລະ ຈະຕ້ອງຖືກຍຸບ ແລະ ມອບໝາຍໃຫ້ເຮັດວຽກງານອື່ນ.

ບຸກຄົນທີ່ໄດ້ຮັບມອບໝາຍໃຫ້ຕິດຕາມຄຣິສຕະຈັກແມ່ນກຳລັງປະຕິບັດພາລະກິດ. ໜ້າວຽກຫຼັກຂອງພວກເຂົາເມື່ອແຊກຊຶມເຂົ້າມາໃນຄຣິສຕະຈັກກໍຄືສອງສາມດ້ານທີ່ພວກເຮົາໄດ້ໂອ້ລົມກັນ; ຫຼັງຈາກທີ່ພວກເຂົາກຳແໜ້ນສະຖານະການພື້ນຖານ ແລະ ສຳຄັນສອງສາມຢ່າງພາຍໃນຄຣິສຕະຈັກແລ້ວ, ພວກເຂົາກໍຈະລາຍງານກັບຄືນໄປຫາຫົວໜ້າຂອງພວກເຂົາ. ບໍ່ວ່າແນວຄິດ, ຄວາມຄິດເຫັນ ຫຼື ຈຸດປະສົງທີ່ຢູ່ເບື້ອງຫຼັງວຽກງານຂອງພວກເຂົາຈະເປັນແນວໃດກໍຕາມ, ການມີຢູ່ຂອງຜູ້ຕິດຕາມເຫຼົ່ານີ້ພາຍໃນຄຣິສຕະຈັກຄວນກະຕຸ້ນໃຫ້ອ້າຍເອື້ອຍນ້ອງມີສະຕິລະວັງຕົວ ແລະ ຈັດການກັບພວກເຂົາດ້ວຍສະຕິປັນຍາ. ແນວທາງນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ແລ້ວຈຳເປັນຕ້ອງມີການຕື່ນຕົກໃຈເກີນເຫດບໍ? (ບໍ່.) ພວກເຮົາຄວນປະຕິບັດຕໍ່ການປາກົດຕົວຂອງບຸກຄົນເຊັ່ນນີ້ແນວໃດ? ມີສອງຫຼັກການ, ມັນງ່າຍດາຍຫຼາຍ. ຖ້າພວກເຂົາທຽວສອບຖາມ ແລະ ຊອກຫາຂໍ້ມູນ, ສິ່ງນີ້ກໍບົ່ງບອກຢ່າງຊັດເຈນວ່າພວກເຂົາເປັນສາຍລັບ ຫຼື ຜູ້ສອດແນມ. ບຸກຄົນເຊັ່ນນີ້ມີຄວາມເປັນມະນຸດທີ່ຊົ່ວຊ້າ ແລະ ອວດດີທີ່ສຸດ; ພວກເຂົາກໍ່ໃຫ້ເກີດການລົບກວນທີ່ຮ້າຍແຮງຕໍ່ຄຣິສຕະຈັກ. ພຽງແຕ່ການມີຢູ່ຂອງພວກເຂົາກໍກໍ່ໃຫ້ເກີດຄວາມບໍ່ສະຫງົບໃນທ່າມກາງຜູ້ຄົນ, ເປັນການຂັດຂວາງພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າ. ການເຕົ້າໂຮມ ແລະ ການປະຕິບັດໜ້າທີ່ກໍຖືກລົບກວນ ແລະ ໄດ້ຮັບຜົນກະທົບເຊັ່ນກັນ ແລະ ຄວາມປອດໄພກໍຖືກຄຸກຄາມ. ຄວນຈັດການກັບຄົນເຊັ່ນນີ້ແນວໃດ? (ກຳຈັດພວກເຂົາອອກຈາກຄຣິສຕະຈັກ.) ຖືກຕ້ອງ; ຖ້າພວກເຂົາກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ ຫຼື ວຽກງານຂອງຄຣິສຕະຈັກ, ພວກເຂົາກໍຄວນຖືກສະສາງອອກໂດຍກົງ. ແລ້ວຈຳເປັນຕ້ອງລີ້ ຫຼື ຢ້ານພວກເຂົາບໍ? (ບໍ່.) ເມື່ອພົບພໍ້ສາຍລັບໃນຕ່າງປະເທດ, ບາງຄົນກໍຕື່ນຕົກໃຈ ແລະ ລີ້ໄປທົ່ວທຸກບ່ອນ, ຄືກັບວ່າພວກເຂົາໄດ້ເຫັນຕຳຫຼວດຕອນຢູ່ແຜ່ນດິນໃຫຍ່. ເມື່ອອ້າຍເອື້ອຍນ້ອງບາງຄົນອອກໄປເຮັດວຽກ ແລະ ພົບພໍ້ສາຍລັບທີ່ຖາມຄຳຖາມພວກເຂົາ ແລະ ພວກເຂົາໄດ້ຍິນວ່ານໍ້າສຽງຂອງຄຳຖາມນັ້ນເປັນຕາຢ້ານສໍ່າໃດ, ຄ້າຍຄືກັບການສອບສວນຂອງຕຳຫຼວດ, ພວກເຂົາກໍຢ້ານຫຼາຍຈົນແລ່ນໜີໂດຍບໍ່ໄດ້ເຮັດວຽກງານໃຫ້ສຳເລັດ. ເຮົາເວົ້າວ່າ “ເຈົ້າເປັນຄົນອ່ອນແອແບບນີ້ໄດ້ແນວໃດ? ໜີເຮັດຫຍັງ? ມີຫຍັງໃຫ້ຢ້ານ? ໃນປະເທດມັງກອນແດງທີ່ຍິ່ງໃຫຍ່, ອ້າຍເອື້ອຍນ້ອງຫຼາຍຄົນຖືກຈັບ ແຕ່ກໍຍັງບໍ່ຢ້ານ; ພວກເຂົາບໍ່ໄດ້ກາຍເປັນຢູດາ, ພວກເຂົາຢືນຢັດໃນຄຳພະຍານຂອງຕົນ. ຫຼັງຈາກທີ່ມາຕ່າງປະເທດແລ້ວ, ເປັນຫຍັງເຈົ້າຍັງສາມາດຢ້ານຫຼາຍຂະໜາດນີ້? ເຈົ້າບໍ່ໄດ້ລະເມີດກົດໝາຍໃດໆ; ມີຫຍັງໃຫ້ຢ້ານ?” ບາງຄົນເວົ້າວ່າ: “ພວກເຂົາພະຍາຍາມເຂົ້າໃກ້ຂ້ອຍຕະຫຼອດ ແລະ ພວກເຂົາກໍສອບສວນຂ້ອຍຕະຫຼອດ”. ເຈົ້າຖາມພວກເຂົາກັບບໍ່ໄດ້ບໍ? ເຈົ້າສາມາດເວົ້າໄດ້ວ່າ “ເຈົ້າມີສິດຫຍັງມາສອບສວນຂ້ອຍ? ຂ້ອຍຮູ້ຈັກເຈົ້າບໍ? ເຈົ້າເປັນເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ກຳລັງກວດບັດປະຈຳຕົວບໍ? ເຈົ້າເປັນຕົວແທນຂອງໃຜ? ຖາມຂ້ອຍຕໍ່ໄປອີກແມ້ ແລ້ວຂ້ອຍຈະຟ້ອງເຈົ້າ!” ຈຳເປັນຕ້ອງຢ້ານພວກເຂົາບໍ? (ບໍ່.) ເມື່ອພົບພໍ້ສາຍລັບເຊັ່ນນີ້, ບາງຄົນກໍບໍ່ກ້າເວົ້າ ແລະ ຮີບແລ່ນໜີດ້ວຍຄວາມຢ້ານ. ຄົນເບົາປັນຍາບາງຄົນບໍ່ສາມາດແຍກແຍະໄດ້ເລີຍ ແລະ ເຖິງກັບພະຍາຍາມເທດສະໜາພຣະກິດຕິຄຸນໃຫ້ກັບສາຍລັບ ແລະ ລູກແຫຼ້ງຕີນມືຂອງຊາຕານເຫຼົ່ານີ້. ຫຼັງຈາກທີ່ພະຍາຍາມສອງສາມຄັ້ງ, ພວກເຂົາກໍຮັບຮູ້ວ່າ “ນີ້ບໍ່ແມ່ນຄົນທີ່ເຊື່ອວ່າພຣະເຈົ້າມີຢູ່ຈິງ. ເປັນຫຍັງພວກເຂົາຈຶ່ງເບິ່ງຄືກັບເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່?” ເມື່ອຮູ້ສຶກວ່າບາງຢ່າງບໍ່ຖືກຕ້ອງ, ພວກເຂົາກໍຍອມແພ້. ຕໍ່ມາພວກເຂົາກໍຄິດໄຕ່ຕອງວ່າ: “ພຣະເຈົ້າກຳລັງປົກປ້ອງຂ້ອຍ; ໂຊກດີທີ່ຂ້ອຍບໍ່ໄດ້ເປີດເຜີຍຂໍ້ມູນສ່ວນຕົວໃດໆໃຫ້ພວກເຂົາ. ເປັນການຕົກໃຈລ້າໆ!” ພວກເຂົາຢ້ານຫຼາຍຈົນບໍ່ກ້າເທດສະໜາພຣະກິດຕິຄຸນໃຫ້ໃຜກໍຕາມທີ່ພວກເຂົາພົບອີກຕໍ່ໄປ. ທີ່ຈິງແລ້ວແມ່ນມີສາຍລັບທີ່ຖືກນຳເຂົ້າມາໃນຄຣິສຕະຈັກຜ່ານການເທດສະໜາແທ້ໆ. ພວກເຂົາຄືຜູ້ສອດແນມທີ່ມັງກອນແດງທີ່ຍິ່ງໃຫຍ່ສົ່ງເຂົ້າມາໃນຄຣິສຕະຈັກ, ພວກເຂົາຖືກຈັດແຈງໂດຍເຈດຕະນາໂດຍຊາຕານ. ພວກເຂົາເປັນຄືໝາປ່າໃນໜັງແກະ ທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກໂດຍບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງ, ສອດແນມຫາຂໍ້ມູນກ່ຽວກັບຄຣິສຕະຈັກ ແລະ ສືບຫາລາຍລະອຽດສ່ວນຕົວຢູ່ສະເໝີ. ເມື່ອໃດທີ່ພົບວ່າພຶດຕິກຳຂອງພວກເຂົາເປັນຕາສົງໄສ ຫຼື ພວກເຂົາໄດ້ກໍ່ໃຫ້ເກີດການລົບກວນພາຍໃນຄຣິສຕະຈັກແລ້ວ, ພວກເຂົາກໍຄວນຖືກສະສາງອອກໂດຍທັນທີ. ຜູ້ສອດແນມຂອງມັງກອນແດງທີ່ຍິ່ງໃຫຍ່, ຄົນຮັບໃຊ້ຂອງຊາຕານ ບໍ່ຄວນຖືກປ່ອຍໃຫ້ລົບກວນຄຣິສຕະຈັກຢ່າງເດັດຂາດ. ຈົ່ງກຳຈັດອອກທຸກຄົນທີ່ເຈົ້າພົບ; ຢ່າສະແດງຄວາມເມດຕາຕໍ່ພວກເຂົາ! ຖ້າໃຜເຂົ້າກັນໄດ້ດີກັບສາຍລັບ, ເຕັມໃຈປະຕິບັດຕໍ່ສາຍລັບດ້ວຍຄວາມເມດຕາຢູ່ສະເໝີດ້ວຍຄວາມຮູ້ສຶກຮັກ, ຕອບທຸກຄຳຖາມທີ່ຖືກຖາມ, ເຮັດໜ້າທີ່ເປັນລູກແຫຼ້ງຕີນມືໃຫ້ກັບສາຍລັບ, ຄົນຊັ້ນຕໍ່າເຊັ່ນນີ້ຕ້ອງຖືກຂັບໄລ່ອອກໂດຍກົງ! ບຸກຄົນທີ່ເປັນຕາສົງໄສຄວນຖືກເຝົ້າລະວັງ ແລະ ສັງເກດການຢ່າງໃກ້ຊິດ; ບໍ່ຄວນເປີດເຜີຍລາຍລະອຽດໃດໆກ່ຽວກັບຄຣິສຕະຈັກໃຫ້ພວກເຂົາ ໂດຍສະເພາະບໍ່ແມ່ນວ່າໃຜເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າສາຍລັບໄດ້ຮັບຂໍ້ມູນໃດໆ, ມັນກໍສາມາດສ້າງໄພຂົ່ມຂູ່ ຫຼື ໄພພິບັດທີ່ເຊື່ອງຊ້ອນຕໍ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄດ້ທຸກເວລາ. ສະນັ້ນ, ເມື່ອພົບເຫັນຄົນທີ່ເປັນຕາສົງໄສ, ຕາບໃດທີ່ພວກເຂົາບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງ, ພວກເຂົາກໍເປັນຜູ້ບໍ່ເຊື່ອຢ່າງແນ່ນອນ ແລະ ມັນກໍຖືກຕ້ອງແລ້ວທີ່ຈະກຳຈັດພວກເຂົາອອກທັນທີ. ເຖິງແມ່ນວ່າຄົນເຊັ່ນນີ້ຈະບໍ່ແມ່ນສາຍລັບ, ພວກເຂົາກໍບໍ່ແມ່ນຄົນດີ ແລະ ການກຳຈັດພວກເຂົາອອກກໍບໍ່ແມ່ນການກະທຳທີ່ບໍ່ຍຸຕິທຳແຕ່ຢ່າງໃດ. ຖ້າພົບເຫັນຜູ້ໃດທີ່ມີຄວາມສຳພັນໃກ້ຊິດກັບສາຍລັບ ແລະ ສາມາດຂາຍຄຣິສຕະຈັກໄດ້, ພວກເຂົາກໍຄວນຖືກກຳຈັດອອກທັນທີໃນທຸກກໍລະນີ. ຄົນຊັ້ນຕໍ່າເຊັ່ນນີ້ສາມາດນຳມາແຕ່ໄພພິບັດຕໍ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເທົ່ານັ້ນ. ພວກເຂົາຮ້າຍແຮງກວ່າໝາເຝົ້າຍາມອີກ; ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ກະທຳຄວາມຊົ່ວ, ພວກເຂົາກໍຍັງຕ້ອງຖືກກຳຈັດອອກ. ຕອນນີ້, ມັງກອນແດງທີ່ຍິ່ງໃຫຍ່ໃກ້ຈະລົ້ມສະຫຼາຍແລ້ວ ແຕ່ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຄວາມພ່າຍແພ້ ແລະ ຄວາມພິນາດຂອງຕົນ. ພວກເຂົາຍັງສືບຕໍ່ຈັບກຸມ ແລະ ຂົ່ມເຫັງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ດຳເນີນການສືບລັບເພື່ອແຊກຊຶມເຂົ້າໄປໃນເຮືອນຂອງພຣະເຈົ້າ. ການລົບກວນ ແລະ ການທຳລາຍວຽກງານຂອງຄຣິສຕະຈັກຂອງພວກເຂົາບໍ່ເຄີຍຢຸດເຊົາ. ຕອນນີ້, ບຸກຄົນທີ່ເປັນຕາສົງໄສຢ່າງເຫັນໄດ້ຢ່າງຊັດເຈນບາງຄົນໄດ້ຖືກເປີດໂປງແລ້ວ. ການພະຍາຍາມເກັບກໍາຂໍ້ມູນຂອງພວກເຂົາໄດ້ເຮັດໃຫ້ເກີດຄວາມຫຍຸ້ງຍາກ, ເຮັດໃຫ້ຄົນອື່ນເບິ່ງທະລຸພວກເຂົາໄດ້ງ່າຍ. ເມື່ອພວກເຂົາໄດ້ເປີດເຜີຍຕົນເອງ, ພວກເຂົາກໍຖືກກຳຈັດອອກໂດຍຄຣິສຕະຈັກ. ແຕ່ສາຍລັບທີ່ມີເລ່ຫຼ່ຽມທັງໝົດໄດ້ຖືກເປີດໂປງແລ້ວບໍ? ບໍ່ມີທາງ. ເປັນໄປໄດ້ທີ່ຄຣິສຕະຈັກທຸກແຫ່ງຈະຖືກແຊກຊຶມໂດຍສາຍລັບຂອງມັງກອນແດງທີ່ຍິ່ງໃຫຍ່. ຫຼັງຈາກທີ່ຖືກຈັບໂດຍມັງກອນແດງທີ່ຍິ່ງໃຫຍ່, ບາງຄົນກໍຖືກບັງຄັບຜ່ານການຂົ່ມຂູ່, ການລໍ້ລວງ ແລະ ວິທີການອື່ນໆໂດຍຊາຕານ ເພື່ອໃຫ້ກະທຳໃນນາມຂອງພວກເຂົາ ແລ້ວກໍແຊກຊຶມເຂົ້າໄປໃນຄຣິສຕະຈັກ. ພວກເຫຼົ່ານີ້ຄືສາຍລັບທີ່ເຊື່ອງຊ້ອນຢູ່. ຜູ້ສອດແນມເຊັ່ນນີ້ບໍ່ຊື່ສັດ ແລະ ມີເລ່ຫຼ່ຽມ, ມີຄວາມສະຫຼາດ ແລະ ສະຕິປັນຍາຢູ່ແດ່. ໃນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ, ພວກເຂົາມີຄວາມສາມາດຢູ່ແດ່. ເມື່ອຕິດຕາມກວດກາຄຣິສຕະຈັກ, ພວກເຂົາເຮັດໂດຍບໍ່ໃຫ້ສະດຸດສາຍຕາ, ກະທຳຢ່າງງຽບໆ ແລະ ລັບໆ, ບໍ່ເຄີຍເປີດເຜີຍເຈດຕະນາທີ່ແທ້ຈິງຂອງຕົນໃນການພົວພັນ. ຄົນສ່ວນໃຫຍ່ບໍ່ຮູ້ສຶກຫຍັງເມື່ອພົວພັນກັບພວກເຂົາ; ພວກເຂົາບໍ່ຮູ້ວ່າສາຍລັບກຳລັງລວບລວມຂໍ້ມູນ ແລະ ພວກເຂົາກໍບໍ່ຮູ້ສຶກເຖິງຄວາມລັງກຽດຂອງສາຍລັບຕໍ່ການເຊື່ອໃນພຣະເຈົ້າ. ສາຍລັບອາດຈະກຳແໜ້ນສະຖານະການພື້ນຖານຂອງຄຣິສຕະຈັກແລ້ວ ກ່ອນທີ່ຄົນສ່ວນໃຫຍ່ຈະຮູ້ວ່າພວກເຂົາຢູ່ບ່ອນນັ້ນເພື່ອຕິດຕາມຄຣິສຕະຈັກ. ທາງພາຍນອກ, ບຸກຄົນເຊັ່ນນີ້ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆຕໍ່ຄຣິສຕະຈັກ ຫຼື ຕໍ່ຄົນສ່ວນໃຫຍ່, ສະນັ້ນ ຄວນຈັດການກັບພວກເຂົາແນວໃດ? ພວກເຮົາຄວນໃຊ້ມາດຕະການ ຫຼື ວິທີແກ້ໄຂເພື່ອແກ້ໄຂການຕິດຕາມຄຣິສຕະຈັກຂອງພວກເຂົາບໍ? ດັ່ງທີ່ໄດ້ກ່າວມາກ່ອນໜ້ານີ້, ຄຣິສຕະຈັກຢ້ານການຕິດຕາມຂອງພວກເຂົາໃນດ້ານໃດດ້ານໜຶ່ງບໍ? (ບໍ່.) ການມີຢູ່ຂອງຄຣິສຕະຈັກຂອງພວກເຮົາ ແລະ ວຽກງານຕ່າງໆທີ່ຄຣິສຕະຈັກດຳເນີນການແມ່ນເປີດເຜີຍ ແລະ ກົງໄປກົງມາ; ວຽກງານເຫຼົ່ານີ້ແມ່ນພາລະກິດທີ່ຍຸຕິທຳທີ່ສຸດໃນທ່າມກາງມະນຸດຊາດ. ຖ້າອົງການຈັດຕັ້ງໃດຢາກເຂົ້າໃຈດ້ານໃດດ້ານໜຶ່ງຂອງຄຣິສຕະຈັກ, ຄຳພະຍານຈາກປະສົບການຂອງຄຣິສຕະຈັກແມ່ນເຜີຍແຜ່ທາງອອນລາຍຢ່າງເປີດເຜີຍ, ທຸກຄົນສາມາດເບິ່ງໄດ້ຕາມທີ່ພວກເຂົາມັກ. ບໍ່ມີຄວາມລັບ, ບໍ່ມີກິດຈະກຳທີ່ຜິດກົດໝາຍ ແລະ ແນ່ນອນວ່າບໍ່ມີການລົບກວນຄວາມສະຫງົບຂອງສັງຄົມ ຫຼື ຄຳເວົ້າ ຫຼື ການກະທຳທີ່ຕໍ່ຕ້ານ. ດັ່ງນັ້ນ, ຖ້າພວກເຂົາສືບສວນ ແລະ ຕິດຕາມສະຖານະການຂອງຄຣິສຕະຈັກຢ່າງລັບໆ, ກໍໃຫ້ພວກເຂົາເຮັດໄປ. ເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ບຸກຄົນເຫຼົ່ານີ້ທີ່ເຮັດວຽກເປັນສາຍລັບມີມາດຕະຖານທາງວິຊາຊີບທີ່ແນ່ນອນ ແລະ ຄົນທຳມະດາບໍ່ສາມາດກວດພົບໄດ້ວ່າໜ້າທີ່ທີ່ພວກເຂົາປະຕິບັດຢູ່ເບື້ອງຫຼັງແມ່ນຫຍັງແທ້. ສະນັ້ນ, ຕາບໃດທີ່ພວກເຂົາບໍ່ກໍ່ໃຫ້ເກີດການລົບກວນ ກໍບໍ່ຈຳເປັນຕ້ອງໄປສົນໃຈພວກເຂົາ; ພຽງແຕ່ປ່ອຍພວກເຂົາໄປ. ຍິ່ງໄປກວ່ານັ້ນ, ຜູ້ບໍ່ມີຄວາມເຊື່ອ, ຜູ້ທີ່ບໍ່ເຊື່ອວ່າມີພຣະເຈົ້າ ແລະ ບຸກຄົນທີ່ພົວພັນກັບການເມືອງເຫຼົ່ານີ້ບໍ່ລື້ງເຄີຍ ແລະ ບໍ່ສົນໃຈຊີວິດຄຣິສຕະຈັກ. ໃນຄຣິສຕະຈັກ, ບ່ອນທີ່ທຸກມື້ຜູ້ຄົນອ່ານພຣະທຳຂອງພຣະເຈົ້າ, ຍອມຮັບການພິພາກສາ ແລະ ການລົງໂທດ ແລະ ປຶກສາຫາລືກ່ຽວກັບການຮູ້ຈັກຕົນເອງ, ການຮູ້ຈັກພຣະເຈົ້າ ແລະ ການປ່ຽນແປງອຸປະນິໄສ, ພວກເຂົາຈະບໍ່ຮູ້ສຶກຄືກັບນັ່ງຢູ່ເທິງກອງໜາມ ຫຼື ທົນທຸກທໍລະມານໄດ້ແນວໃດ? ໃນທຸກການເຕົ້າໂຮມ, ພວກເຂົາຈະກະວົນກະວາຍຄືກັບມົດທີ່ຢູ່ເທິງໝໍ້ກະທะຮ້ອນ; ພວກເຂົາຮູ້ສຶກບໍ່ເຕັມໃຈທີ່ຈະບັງຄັບຕົນເອງໃຫ້ຢູ່ໃນຄຣິສຕະຈັກ. ພວກເຂົາເຂົ້າໃຈໃນໃຈຂອງຕົນວ່າ ຄຣິສຕະຈັກກໍເປັນພຽງຄຣິສຕະຈັກ ແລະ ບໍ່ແມ່ນອົງການຈັດຕັ້ງທີ່ພົວພັນກັບການເມືອງຢ່າງເດັດຂາດ. ໂດຍການຕິດຕາມ ແລະ ຮຽນຮູ້ກ່ຽວກັບຄຣິສຕະຈັກ ແລະ ການຮັບຮູ້ວ່າຄຣິສຕະຈັກເຮັດຫຍັງແທ້, ພວກເຂົາກໍໄດ້ຮັບການສຶກສາກ່ຽວກັບຄວາມຈິງທີ່ວ່າ ພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ເໜືອຊະຕາກຳຂອງມະນຸດຊາດ, ເປັນການເປີດໂລກະທັດຂອງພວກເຂົາ ເພື່ອບໍ່ໃຫ້ດຳລົງຊີວິດຢ່າງໂງ່ຈ້າ. ພວກເຂົາເປັນສິ່ງທີ່ຖືກສ້າງຂຶ້ນເຊັ່ນກັນ ແຕ່ພວກເຂົາບໍ່ຮູ້ແມ່ນແຕ່ວ່າມະນຸດຖືກສ້າງໂດຍພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາໂງ່ຈ້າ ແລະ ຕ່ຳຕ້ອຍສໍ່າໃດ! ມີຄວາມສ່ຽງໃດບໍໃນການປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກ? ຖ້າພວກເຂົາບໍ່ສ້າງໄພຂົ່ມຂູ່ ຫຼື ການລົບກວນຕໍ່ຄຣິສຕະຈັກ ຫຼື ຕໍ່ອ້າຍເອື້ອຍນ້ອງ, ກໍໃຫ້ປ່ອຍພວກເຂົາໄປ. ເມື່ອໃດທີ່ພວກເຂົາເຮັດບາງຢ່າງທີ່ກໍ່ໃຫ້ເກີດການລົບກວນ, ນັ້ນກໍຄືເວລາທີ່ພວກເຂົາເປີດໂປງຕົນເອງ ແລະ ນັ້ນກໍຄືເວລາທີ່ເໝາະສົມທີ່ຈະຈັດການກັບພວກເຂົາ. ໂດຍອີງໃສ່ຂໍ້ເທັດຈິງ ແລະ ຫຼັກຖານ, ໃຫ້ແຍກແຍະ ແລະ ກຳນົດລັກສະນະຂອງພວກເຂົາໂດຍທັນທີ, ພາລະກິດຂອງພວກເຂົາກໍຈະສິ້ນສຸດລົງ ແລະ ຄຣິສຕະຈັກກໍຈະຂັບໄລ່ພວກເຂົາອອກຕາມທຳມະຊາດ. ແນວທາງນີ້ດີບໍ? (ດີ.) ບາງຄົນຖາມວ່າ “ວຽກງານຂອງຄຣິສຕະຈັກບໍ່ແມ່ນເປີດເຜີຍ ແລະ ກົງໄປກົງມາບໍ? ເປັນຫຍັງຈຶ່ງຈຳກັດການຕິດຕາມຂອງຜູ້ຄົນ?” ນີ້ແມ່ນແນໃສ່ລະບອບຂອງມັງກອນແດງທີ່ຍິ່ງໃຫຍ່, ຊາຕານ ເປັນຫຼັກ. ການຕິດຕາມຄຣິສຕະຈັກຂອງມັນແມ່ນເພື່ອຈຸດປະສົງໃນການປາບປາມ, ການຈັບກຸມ ແລະ ການທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ; ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງບໍ່ອະນຸຍາດໃຫ້ມີການຕິດຕາມ ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງທົນທຸກຈາກການຂົ່ມເຫັງ ແລະ ການຂ້າລ້າງ. ຖ້າບຸກຄົນຈາກປະເທດປະຊາທິປະໄຕ ຫຼື ກຸ່ມສາສະໜາມາສືບສວນທາງທີ່ແທ້ຈິງ, ພວກເຂົາສາມາດຄົ້ນຫາທາງອອນລາຍ ຫຼື ຕິດຕໍ່ຄຣິສຕະຈັກໄດ້. ຄຣິສຕະຈັກຕ້ອນຮັບທຸກຄົນທີ່ສະແຫວງຫາຄວາມຈິງຢ່າງຈິງໃຈ. ແຕ່ຖ້າອີກຝ່າຍໜຶ່ງມີເຈດຕະນາທີ່ບໍ່ດີ ແລະ ສະແຫວງຫາທີ່ຈະບິດເບືອນສິ່ງທີ່ຖືກຕ້ອງ ແລະ ຜິດ ແລະ ໃສ່ຮ້າຍປ້າຍສີຄຣິສຕະຈັກ, ເຮືອນຂອງພຣະເຈົ້າຈະອະນຸຍາດໃຫ້ມີການຕິດຕາມຂອງພວກເຂົາໄດ້ແນວໃດ? ມັນຈະບໍ່ແມ່ນຄວາມໂງ່ຈ້າທີ່ສຸດບໍ ທີ່ຈະອະນຸຍາດໃຫ້ມີການຕິດຕາມຂອງພວກເຂົາ? ມັນຈະບໍ່ແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຫຍັງບໍ? (ແມ່ນແລ້ວ.) ເຮືອນຂອງພຣະເຈົ້າຕ້ອນຮັບຜູ້ທີ່ສະແຫວງຫາຄວາມຈິງສະເໝີ ແລະ ຕ້ອນຮັບພວກເຂົາຢ່າງອົບອຸ່ນ ເຊິ່ງເປັນສິ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ຖ້າຜູ້ຄົນບໍ່ເຂົ້າໃຈເລື່ອງນີ້, ມັນກໍເປັນຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຫຍັງຂອງພວກເຂົາ. ນະໂຍບາຍພາຍນອກຂອງຄຣິສຕະຈັກແມ່ນເປີດເຜີຍ ແລະ ກົງໄປກົງມາ, ສອດຄ່ອງກັບຫຼັກການຄວາມຈິງຢ່າງສົມບູນ ແລະ ເຕັມໄປດ້ວຍຄວາມສະຫຼາກຫຼັກແຫຼມ ແລະ ສະຕິປັນຍາ. ຖ້າໃຜບໍ່ສາມາດຢັ່ງຮູ້ສິ່ງທີ່ເປັນບວກເຫຼົ່ານີ້ໄດ້, ພວກເຂົາກໍເປັນຄົນທີ່ໄຮ້ເຫດຜົນ, ເປັນຄົນເບົາປັນຍາ. ບາງຄົນເວົ້າວ່າ “ຖ້າຜູ້ສອດແນມ ຫຼື ຄົນຮັບໃຊ້ຂອງຊາຕານມາຮຽນຮູ້ກ່ຽວກັບຄຣິສຕະຈັກ, ພວກເຮົາຄວນເປັນຄົນສັດຊື່ ແລະ ຕອບຄຳຖາມຂອງພວກເຂົາຕາມຄວາມຈິງບໍ?” ການບອກຄວາມຈິງກັບມານຮ້າຍ ແລະ ຊາຕານແມ່ນການກະທຳທີ່ໂງ່ຈ້າ; ສິ່ງນີ້ບໍ່ໄດ້ເຮັດໃຫ້ຄົນເຮົາເປັນຄົນສັດຊື່ ແຕ່ເຮັດໃຫ້ກາຍເປັນລູກແຫຼ້ງຕີນມືຂອງຊາຕານ. ເມື່ອເຊື້ອສາຍຂອງຊາຕານປາດຖະໜາທີ່ຈະຮຽນຮູ້ ແລະ ກຳແໜ້ນສະຖານະການຂອງຄຣິສຕະຈັກ, ຜູ້ຄົນທີ່ພຣະເຈົ້າເລືອກບໍ່ມີຄວາມຮັບຜິດຊອບທີ່ຈະບອກພວກເຂົາ. ພວກເຂົາບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ມີເຈດຕະນາດີ, ສະນັ້ນ ພວກເຮົາບໍ່ມີຫຍັງຈະເວົ້າກັບພວກເຂົາ! ການເຮັດເຊັ່ນນີ້ບໍ່ແມ່ນການກະທຳທີ່ບໍ່ຮອບຄອບ ແຕ່ເປັນປັນຍາ. ບາງຄົນຖາມວ່າ “ຖ້າພວກເຂົາຖາມຂ້ອຍວ່າ ‘ໃຜເປັນຜູ້ນໍາຄຣິສຕະຈັກຂອງພວກເຈົ້າ? ພວກເຂົາເຊື່ອມາຈັກປີແລ້ວ?’ ຂ້ອຍບອກພວກເຂົາໄດ້ບໍ?” ເຈົ້າຄວນຖາມພວກເຂົາວ່າ “ຈຸດປະສົງຂອງເຈົ້າໃນການຮູ້ກ່ຽວກັບຜູ້ນໍາຂອງພວກເຮົາແມ່ນຫຍັງ? ບອກຂ້ອຍກ່ອນ, ຂ້ອຍຈະພິຈາລະນາເບິ່ງ ແລ້ວຈຶ່ງຕັດສິນໃຈວ່າຈະແຈ້ງໃຫ້ເຈົ້າຊາບ ຫຼື ບໍ່”. ຄຳຕອບນີ້ສະຫຼາດບໍ? (ສະຫຼາດ.) ນີ້ເອີ້ນວ່າການກະທຳຕາມຫຼັກການ. ເຈົ້າເຂົ້າໃຈບໍ່? ເມື່ອວຽກງານພຣະກິດຕິຄຸນເຜີຍແຜ່ອອກໄປ ແລະ ຈຳນວນຄົນໃນຄຣິສຕະຈັກຄ່ອຍໆເພີ່ມຂຶ້ນ, ຜູ້ສອດແນມ ແລະ ສາຍລັບອາດຈະປາກົດຕົວໃນຄຣິສຕະຈັກຕ່າງໆໃນປະເທດ ແລະ ພາກພື້ນຕ່າງໆເປັນບາງຄັ້ງຄາວ. ສຳລັບບຸກຄົນເຊັ່ນນີ້, ພຽງແຕ່ແຈ້ງຜູ້ຄົນທີ່ພຣະເຈົ້າເລືອກໃຫ້ຊາບ ເພື່ອຈັດການກັບພວກເຂົາຢ່າງສະຫຼາດກໍພຽງພໍແລ້ວ. ຖ້າພົບວ່າພວກເຂົາກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ, ພວກເຂົາກໍຄວນຖືກກຳຈັດອອກໂດຍທັນທີ. ຄົນສ່ວນໃຫຍ່ຄວນມີຄວາມເຂົ້າໃຈ ແລະ ການແຍກແຍະວິທີການເວົ້າ ແລະ ການກະທຳຂອງສາຍລັບເຫຼົ່ານີ້ ຫຼື ທ່າທາງຂອງພວກເຂົາ ແລະ ຈະມີຄວາມຮັບຮູ້ ຫຼື ຄວາມຮູ້ສຶກບາງຢ່າງຢ່າງແນ່ນອນເມື່ອພົວພັນກັບພວກເຂົາ. ຖ້າມີພຽງອ້າຍເອື້ອຍນ້ອງສອງສາມຄົນໃນຄຣິສຕະຈັກທີ່ສັງເກດເຫັນບຸກຄົນເຊັ່ນນີ້ ແຕ່ບໍ່ແນ່ໃຈວ່າພວກເຂົາເປັນສາຍລັບ ຫຼື ຜູ້ສອດແນມ, ກໍຄວນປະຕິບັດຕໍ່ພວກເຂົາຢ່າງລະມັດລະວັງ ແລະ ດ້ວຍແນວທາງທີ່ສະຫຼາດ. ຖ້າຄົນສ່ວນໃຫຍ່ໄດ້ສັງເກດເຫັນ, ພວກເຂົາກໍສາມາດແຈ້ງໃຫ້ກັນ ແລະ ກັນຊາບ ແລະ ໃຊ້ມາດຕະການປ້ອງກັນ. ຖ້າສາຍລັບທີ່ເປັນຕາສົງໄສບໍ່ສະແດງຄວາມເປັນມິດຕໍ່ຄຣິສຕະຈັກ ຫຼື ຕໍ່ອ້າຍເອື້ອຍນ້ອງ, ພະຍາຍາມທີ່ຈະຫຼອກລວງອ້າຍເອື້ອຍນ້ອງ ແລະ ລົບກວນຄຣິສຕະຈັກຢູ່ສະເໝີ ແລະ ຊອກຫາຫຼັກຖານເພື່ອທຳລາຍຊື່ສຽງຂອງຄຣິສຕະຈັກຢູ່ສະເໝີ, ເຖິງຂັ້ນຖ່າຍຮູບ ຫຼື ບັນທຶກສຽງຂອງອ້າຍເອື້ອຍນ້ອງ ຫຼື ໃຊ້ການລໍ້ໃຈ ແລະ ລໍ້ລວງເພື່ອດຶງເອົາຂໍ້ມູນທີ່ພວກເຂົາຢາກຮູ້, ເມື່ອຖືກຄົ້ນພົບ, ບຸກຄົນເຊັ່ນນີ້ແມ່ນບໍ່ສາມາດປ່ອຍໄປໄດ້ເລີຍ. ພວກເຂົາຕ້ອງຖືກກຳຈັດອອກຈາກຄຣິສຕະຈັກໂດຍທັນທີ. ພວກເຈົ້າອາດຈະບໍ່ເຄີຍພົບພໍ້ສະຖານະການເຫຼົ່ານີ້ມາກ່ອນ, ສະນັ້ນ ເຮົາຈຶ່ງບອກໃຫ້ພວກເຈົ້າກຽມຕົວໄວ້ລ່ວງໜ້າ. ນີ້ແມ່ນກ່ຽວກັບການເປີດໂລກະທັດຂອງພວກເຈົ້າ, ກ່ຽວກັບການຮູ້ຈັກມະນຸດຊາດ, ສັງຄົມ, ການເມືອງ ແລະ ໂລກ. ມັນມືດມົວ ແລະ ຊົ່ວຊ້າແບບນັ້ນແຫຼະ.

ກ່ຽວກັບຈຸດປະສົງຂໍ້ທີເກົ້າຂອງການເຊື່ອໃນພຣະເຈົ້າ, ນັ້ນກໍຄືການຕິດຕາມຄຣິສຕະຈັກ, ການໂອ້ລົມກ່ຽວກັບເນື້ອໃນພື້ນຖານກໍສິ້ນສຸດລົງພຽງເທົ່ານີ້. ທຸກຢ່າງໄດ້ຮັບການໂອ້ລົມກັນຢ່າງແຈ່ມແຈ້ງແລ້ວບໍ? (ແມ່ນແລ້ວ.) ເນື້ອໃນທີ່ຜູ້ຕິດຕາມຄຣິສຕະຈັກຕັ້ງເປົ້າທີ່ຈະຕິດຕາມແມ່ນຫຍັງແດ່? (ຄຳສອນຂອງຄຣິສຕະຈັກ, ສະຖານະການຂອງບຸກຄະລາກອນ, ສະພາບການເຮັດວຽກ ແລະ ສະຖານະທາງການເງິນ.) ໂດຍພື້ນຖານແລ້ວ, ສີ່ດ້ານນີ້ແມ່ນສິ່ງທີ່ພວກເຂົາກັງວົນຫຼາຍທີ່ສຸດ. ສີ່ດ້ານນີ້ກ່ຽວຂ້ອງກັບຫຍັງແດ່? ພວກມັນກ່ຽວຂ້ອງກັບສິ່ງທີ່ພວກເຂົາກັງວົນຫຼາຍທີ່ສຸດຄື: ຜົນກະທົບຈາກການມີຢູ່ຂອງຄຣິສຕະຈັກຕໍ່ສັງຄົມ, ປະເທດຊາດ ແລະ ໂລກທາງສາສະໜາ. ພວກເຂົາຍັງກັງວົນວ່າຄຣິສຕະຈັກອາດຈະໃຊ້ສາສະໜາເປັນຂໍ້ອ້າງເພື່ອເຂົ້າຮ່ວມໃນການເມືອງ ແລະ ໂຄ່ນລົ້ມລັດຖະບານ ໂດຍຖືວ່ານີ້ເປັນໄພອັນຕະລາຍທີ່ເຊື່ອງຊ້ອນທີ່ໃຫຍ່ທີ່ສຸດ. ດັ່ງນັ້ນ, ພວກເຂົາຈຶ່ງປາບປາມ, ຂົ່ມເຫັງ ແລະ ສັ່ງຫ້າມຄຣິສຕະຈັກ ແລະ ຈັບກຸມສະມາຊິກຂອງຄຣິສຕະຈັກ. ປະເທດມັງກອນແດງທີ່ຍິ່ງໃຫຍ່ສັ່ງຫ້າມຄວາມເຊື່ອທາງສາສະໜາທັງໝົດ, ບາງປະເທດສັ່ງຫ້າມຄວາມເຊື່ອບາງຢ່າງ ແລະ ປະເທດສ່ວນໃຫຍ່ຢ້ານທີ່ຄວາມຈິງຈະມີອຳນາດ ແລະ ຢ້ານທີ່ປະຊາຊົນຈະຍອມຮັບຄວາມຈິງ ເຊິ່ງເປັນໄພຂົ່ມຂູ່ຕໍ່ການປົກຄອງຂອງພວກເຂົາ. ສະຫຼຸບສັ້ນໆກໍຄື ຍິ່ງສະຖານທີ່ໃດມີພຣະເຈົ້ປະຕິບັດພາລະກິດ ແລະ ກ່າງຄວາມຈິງຫຼາຍເທົ່າໃດ ແລະ ຍິ່ງຄຣິສຕະຈັກໃດມີພາລະກິດຂອງພຣະວິນຍານບໍລິສຸດຫຼາຍເທົ່າໃດ, ກໍຍິ່ງມີແນວໂນ້ມທີ່ຈະຖືກຕິດຕາມ ແລະ ຖືກເບິ່ງດ້ວຍຄວາມເປັນປໍລະປັກໂດຍລັດຖະບານຕ່າງໆຫຼາຍຂຶ້ນເທົ່ານັ້ນ. ສະນັ້ນ, ລັດຖະບານຈຶ່ງມັກສົ່ງສາຍລັບທີ່ປອມຕົວເປັນຜູ້ສືບສວນທາງທີ່ແທ້ຈິງ ເພື່ອຮຽນຮູ້ ແລະ ກຳແໜ້ນສະຖານະການຂອງຄຣິສຕະຈັກ ເພື່ອຕິດຕາມການເຄື່ອນໄຫວທັງໝົດຂອງຄຣິສຕະຈັກ. ນອກຈາກນີ້, ພວກເຂົາພະຍາຍາມກຳແໜ້ນແນວໂນ້ມຂອງວຽກງານຂອງຄຣິສຕະຈັກ ເພື່ອເບິ່ງວ່າຄຣິສຕະຈັກມີສ່ວນຮ່ວມໃນການເມືອງ ຫຼື ບໍ່, ມີສ່ວນຮ່ວມໃນກິດຈະກຳທາງການເມືອງບາງຢ່າງພາຍໃຕ້ການອ້າງວ່າດຳເນີນວຽກງານຄຣິສຕະຈັກ ຫຼື ບໍ່ ຫຼື ມີການເຊື່ອມໂຍງໃດໆກັບກອງກຳລັງທາງສາສະໜາຢູ່ຕ່າງປະເທດ ຫຼື ບໍ່ ໃນບັນດາຄວາມກັງວົນອື່ນໆ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາປາຖະໜາທີ່ຈະກຳແໜ້ນ ແລະ ກັງວົນ. ຍິ່ງໄປກວ່ານັ້ນ, ສະຖານະການທາງການເງິນຂອງຄຣິສຕະຈັກກໍແມ່ນສິ່ງທີ່ພວກເຂົາຢາກກຳແໜ້ນເຊັ່ນກັນ. ພວກເຂົາຄິດໄຕ່ຕອງວ່າ: “ຄຣິສຕະຈັກນີ້ໄດ້ເຕີບໃຫຍ່ທາງດ້ານຈຳນວນ ແລະ ພັດທະນາຢ່າງໄວວາ, ເງິນຂອງພວກເຂົາມາຈາກໃສ? ອົງການຈັດຕັ້ງ ຫຼື ບຸກຄົນທີ່ຮັ່ງມີຄົນໃດທີ່ບໍລິຈາກໃຫ້ພວກເຂົາ?” ສະຫຼຸບສັ້ນໆກໍຄື ພວກເຂົາພິຈາລະນາທຸກສິ່ງທີ່ພວກເຮົາຄິດເຖິງ. ຍ້ອນຫຍັງ? ຍ້ອນວ່າພວກເຂົາຊົ່ວຮ້າຍ; ພວກເຂົາເປັນມະນຸດທີ່ຊົ່ວຮ້າຍ. ຄວາມພະຍາຍາມຂອງພວກເຂົາໃນການກຳແໜ້ນສະຖານະການຂອງຄຣິສຕະຈັກແມ່ນເກີດມາຈາກຄວາມກັງວົນອັນໃຫຍ່ຫຼວງຂອງພວກເຂົາກ່ຽວກັບການມີຢູ່ຂອງຄຣິສຕະຈັກ ໂດຍຢ້ານວ່າຄຣິສຕະຈັກອາດຈະມີອິດທິພົນຕໍ່ຜູ້ຄົນຫຼາຍຂຶ້ນ ເຊິ່ງຈະເປັນໄພຂົ່ມຂູ່ຕໍ່ການປົກຄອງຂອງພວກເຂົາ; ນີ້ຄືສິ່ງທີ່ພວກເຂົາກັງວົນກ່ຽວກັບຄຣິສຕະຈັກຢ່າງແທ້ຈິງ. ບໍ່ວ່າວຽກງານທີ່ຄຣິສຕະຈັກດຳເນີນຈະຍຸຕິທໍາ ຫຼື ຊອບທຳສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ເຊື່ອ. ຍ້ອນຫຍັງ? ຍ້ອນວ່າພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຜູ້ທີ່ບໍ່ເຊື່ອວ່າມີພຣະເຈົ້າ ແລະ ເປັນພວກວັດຖຸນິຍົມ, ສິ່ງທີ່ພວກວັດຖຸນິຍົມສາມາດເຮັດໄດ້ກໍມີພຽງເທົ່ານີ້. ສິ່ງເຫຼົ່ານີ້ແມ່ນສີ່ສະຖານະການທີ່ພວກເຂົາກັງວົນ. ພວກເຮົາຫາກໍໂອ້ລົມກັນສອງຫຼັກການກ່ຽວກັບວິທີການທີ່ເໝາະສົມໃນການຈັດການກັບບຸກຄົນເຊັ່ນນີ້ ຫຼັງຈາກທີ່ໄດ້ເຂົ້າໃຈເຫດຜົນ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງຄວາມກັງວົນຂອງພວກເຂົາກ່ຽວກັບສີ່ສະຖານະການນີ້. ໃຫ້ສະຫຼຸບຫຼັກການເຫຼົ່ານີ້ແບບຮຽບງ່າຍ ແລະ ເວົ້າກ່ຽວກັບມັນ. (ຖ້າພວກເຂົາກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ, ກໍໃຫ້ສະສາງພວກເຂົາອອກ; ຖ້າພວກເຂົາບໍ່ກໍ່ໃຫ້ເກີດການລົບກວນ, ກໍບໍ່ຈຳເປັນຕ້ອງສົນໃຈພວກເຂົາ.) ຖ້າພວກເຂົາກໍ່ໃຫ້ເກີດການລົບກວນ, ສອດແນມໄປທົ່ວທຸກບ່ອນ ແລະ ກໍ່ໃຫ້ເກີດຄວາມຕື່ນຕົກໃຈ, ກໍໃຫ້ສະສາງພວກເຂົາອອກໂດຍບໍ່ມີຄວາມເມດຕາ; ຖ້າພວກເຂົາບໍ່ກໍ່ໃຫ້ເກີດການລົບກວນ ແລະ ຄົນສ່ວນໃຫຍ່ບໍ່ສັງເກດເຫັນ ຫຼື ບໍ່ສາມາດແຍກແຍະພວກເຂົາໄດ້, ກໍໃຫ້ບໍ່ສົນໃຈພວກເຂົາ. ເມື່ອໃດທີ່ພວກເຂົາເຫັນຢ່າງຊັດເຈນວ່ານີ້ຄືວຽກງານຄຣິສຕະຈັກແທ້ໆ, ເປັນກິດຈະກຳທາງສາສະໜາທັງໝົດ ແລະ ບໍ່ໄດ້ມີສ່ວນຮ່ວມໃນການເມືອງເລີຍ, ພຽງແຕ່ການຢືນຢັນຈຸດນີ້ກໍຈະເຮັດໃຫ້ພວກເຂົາຈາກໄປເອງ. ນີ້ຄືແນວທາງທີ່ປະເທດປະຊາທິປະໄຕໃຊ້ເພື່ອເຂົ້າໃຈສະຖານະການທາງສາສະໜາ. ກ່ອນໜ້ານີ້ກໍໄດ້ກ່າວເຖິງວ່າ ມະນຸດຊາດມີຄວາມຊັບຊ້ອນຫຼາຍ. ແມ່ນຫຍັງຄືເຫດຜົນຂອງຄວາມຊັບຊ້ອນຂອງມະນຸດຊາດ? ມັນບໍ່ໄດ້ມາຈາກຄວາມຊົ່ວຮ້າຍຂອງມະນຸດຊາດບໍ? (ແມ່ນແລ້ວ.) ຄວາມຊົ່ວຮ້າຍຂອງມະນຸດຊາດເກີດຂຶ້ນໄດ້ແນວໃດ? ເປັນຫຍັງຈຶ່ງເວົ້າວ່າມະນຸດຊາດຊົ່ວຮ້າຍ? ກໍເພາະວ່າຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເລິກເກີນໄປ. ຄຳເວົ້າພື້ນໆເວົ້າວ່າແນວໃດ? ກໍຄືຊາຕານໄດ້ປ່ຽນຄົນໃຫ້ກາຍເປັນມານຮ້າຍ; ມະນຸດຊາດທັງໝົດຢູ່ພາຍໃຕ້ການປົກຄອງຂອງມານຮ້າຍ, ມີມານຮ້າຍທັງໃຫຍ່ ແລະ ນ້ອຍຫຼາຍເກີນໄປ, ສະນັ້ນ ສະຖານທີ່ທີ່ຜູ້ຄົນເຕົ້າໂຮມກັນຈຶ່ງກາຍເປັນເມືອງຂອງມານຮ້າຍ. ເມື່ອມີມານຮ້າຍຫຼາຍໂຕມາເຕົ້າໂຮມກັນ, ມັນກໍຈະຊັບຊ້ອນ; ພວກມັນສາມາດກະທຳຄວາມຊົ່ວທຸກປະເພດ ແລະ ເຂົ້າຮ່ວມໃນກິດຈະກຳທີ່ຊົ່ວຊ້າທຸກຮູບແບບ. ເພາະວ່າມານຮ້າຍທັງໝົດລ້ວນແຕ່ຊົ່ວຮ້າຍ ແລະ ມີການຂັດແຍ່ງກັນໃນທ່າມກາງພວກມັນຢູ່ສະເໝີ ແລະ ພວກມັນບໍ່ສາມາດເຂົ້າກັນໄດ້ເລີຍ, ສິ່ງນີ້ຈຶ່ງເຮັດໃຫ້ເລື່ອງຕ່າງໆຊັບຊ້ອນ. ເມື່ອຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງມາເຕົ້າໂຮມກັນ, ມັນກໍຈະຮຽບງ່າຍກວ່າຫຼາຍ; ພວກເຂົາທຸກຄົນເຕັມໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຄຣິສຕະຈັກ ແລະ ພວກເຂົາທຸກຄົນກໍມັກການປະຕິບັດໜ້າທີ່ຂອງຕົນ ແລະ ເຂົ້າຮ່ວມໃນໜ້າວຽກທີ່ເໝາະສົມ. ພວກເຂົາບໍ່ໄດ້ເຂົ້າຮ່ວມໃນກິດຈະກຳທີ່ຄົດໂກງ ແລະ ຊົ່ວຊ້າ. ຢ່າງຫຼາຍທີ່ສຸດ, ພວກເຂົາອາດຈະເປີດເຜີຍຄວາມເສື່ອມຊາມບາງຢ່າງ. ມີພຽງຄົນເຊັ່ນນີ້ເທົ່ານັ້ນທີ່ສາມາດບັນລຸຄວາມລອດພົ້ນຜ່ານຄວາມເຊື່ອໃນພຣະເຈົ້າ. ມານຮ້າຍບໍ່ສາມາດໄດ້ຮັບຄວາມລອດພົ້ນຜ່ານຄວາມເຊື່ອໃນພຣະເຈົ້າໄດ້ເລີຍ ເພາະວ່າທຳມະຊາດປ່ຽນແປງບໍ່ໄດ້. ເຖິງແມ່ນວ່າມານຮ້າຍຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍສິບປີ ຫຼື ຫຼາຍຮ້ອຍປີ, ພວກມັນກໍຈະບໍ່ປ່ຽນແປງ ເຊິ່ງເປັນຄວາມຈິງທີ່ທຸກຄົນເຫັນໄດ້. ຕອນນີ້, ຄຣິສຕະຈັກຫຼາຍແຫ່ງໄດ້ສະສາງຜູ້ທີ່ເປັນມານຮ້າຍອອກໄປແລ້ວ ເຊິ່ງເປັນສິ່ງທີ່ດີ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ໃນບາງຄຣິສຕະຈັກ, ເຄິ່ງໜຶ່ງຂອງຄົນເປັນມານຮ້າຍ ໃນຂະນະທີ່ໃນບາງຄຣິສຕະຈັກ, ສ່ວນໜ້ອຍເປັນມານຮ້າຍ. ມັນງ່າຍບໍທີ່ຈະດຳເນີນວຽກງານຂອງຄຣິສຕະຈັກໃນຄຣິສຕະຈັກເຊັ່ນນັ້ນ? ບໍ່ແມ່ນຢ່າງແນ່ນອນ. ຖ້າມານຮ້າຍຖືກສະສາງອອກໄປ, ເຫຼືອພຽງແຕ່ມະນຸດຊາດທີ່ເສື່ອມຊາມ, ວຽກງານຄຣິສຕະຈັກກໍຈະງ່າຍຂຶ້ນຫຼາຍ. ສະຖານະການທີ່ເປັນຕາອີຕົນທີ່ສຸດແມ່ນເມື່ອຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິດມີອຳນາດໃນບາງຄຣິສຕະຈັກ, ໂດຍມີມານຮ້າຍຮັບໜ້າທີ່ເປັນຜູ້ນໍາ; ແລ້ວຜູ້ຄົນທີ່ພຣະເຈົ້າເລືອກໃນຄຣິສຕະຈັກເຫຼົ່ານັ້ນກໍຈະໄດ້ຮັບຄວາມທຸກທໍລະມານແທ້ໆ. ບອກເຮົາມາເບິ່ງ, ຜູ້ນໍາປອມ ຫຼື ພວກຕໍ່ຕ້ານພຣະຄຣິດທີ່ມີອຳນາດສາມາດນຳເອົາຄວາມສະຫງົບ ແລະ ຄວາມສຸກມາໃຫ້ຜູ້ຄົນທີ່ພຣະເຈົ້າເລືອກໄດ້ບໍ? ຄວາມຄິດ ແລະ ແນວຄິດຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດແມ່ນຊົ່ວຮ້າຍທັງໝົດ ແລະ ຂັດກັບຄວາມຈິງ. ຖ້າມີມານຮ້າຍທີ່ມີຊີວິດສິບ ຫຼື ຊາວໂຕສະໜັບສະໜູນພວກເຂົາ, ການດຳລົງຊີວິດໃນຄຣິສຕະຈັກເຊັ່ນນັ້ນກໍຄືກັບການດຳລົງຊີວິດໃນສະຖານທີ່ທີ່ມານຮ້າຍເຕົ້າໂຮມກັນ, ໃນຖ້ຳຂອງມານຮ້າຍທີ່ຖືກຄວບຄຸມໂດຍກະສັດມານຮ້າຍ; ມັນຄ້າຍຄືກັບການດຳລົງຊີວິດຢູ່ໃນເຄື່ອງບົດຊີ້ນ ເຊິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບຕໍ່ຈິດໃຈ ແລະ ວິນຍານຂອງເຈົ້າ. ທຸກໆມື້, ສິ່ງທີ່ຄອບງຳຄວາມຄິດຂອງເຈົ້າກໍຄືເລື່ອງຕ່າງໆ ເຊັ່ນ: ຈະຕໍ່ສູ້ ຫຼື ປະທະກັບໃຜ, ຈະເປັນມິດ ແລະ ເຂົ້າໃກ້ໃຜ, ຈະຫຼີກລ່ຽງ ແລະ ລະວັງໃຜ ແລະ ອື່ນໆ; ເຈົ້າບໍ່ມີແມ່ນແຕ່ສະພາບແວດລ້ອມທີ່ສະຫງົບ, ດຳລົງຊີວິດໃນຄວາມຢ້ານ ແລະ ຄວາມຫວາດຫວັ່ນຢ່າງຕໍ່ເນື່ອງ ໂດຍບໍ່ມີຄວາມສະຫງົບແມ່ນແຕ່ໜ້ອຍດຽວ. ນີ້ບໍ່ຄືກັບການຢູ່ໃນເຄື່ອງບົດຊີ້ນບໍ? (ແມ່ນແລ້ວ.) ສັງຄົມທີ່ຊົ່ວຊ້ານີ້, ມະນຸດຊາດທີ່ຊົ່ວຊ້ານີ້, ປະຕິບັດຕໍ່ທຸກຄົນ ແລະ ທຸກກຸ່ມ ຫຼື ອົງການຈັດຕັ້ງໃນແບບດຽວກັນ ໂດຍນຳໃຊ້ຄວາມຄິດເຫັນ ແລະ ທັດສະນະດຽວກັນກັບທຸກຄົນ. ໃນລັກສະນະທີ່ຄ້າຍຄືກັນ, ພວກເຂົາກໍບໍ່ສະບາຍໃຈແມ່ນແຕ່ຕໍ່ຄຣິສຕະຈັກ ເຊິ່ງເປັນສະຖາບັນທີ່ຂ້ອນຂ້າງເປັນບວກ ໂດຍບໍ່ຍົກເວັ້ນ. ຢ່າງໃດກໍຕາມ, ວິທີການທີ່ພວກເຮົາປະຕິບັດຕໍ່ພວກເຂົາແມ່ນມີຫຼັກການ, ແມ່ນບໍ່?

ຈຸດປະສົງຂໍ້ທີເກົ້າຂອງການເຊື່ອໃນພຣະເຈົ້າ, ນັ້ນກໍຄືການຕິດຕາມຄຣິສຕະຈັກ, ຕອນນີ້ກໍໄດ້ໂອ້ລົມກັນກ່ຽວກັບເນື້ອໃນພື້ນຖານຈົບແລ້ວ ແລະ ເນື້ອໃນທັງໝົດຂອງໝວດທີໜຶ່ງຂອງຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ໂອ້ລົມກັນຈົບແລ້ວໂດຍພື້ນຖານ. ການສະຫຼຸບຈຸດປະສົງຂອງຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອວ່າມີພຣະເຈົ້າເຫຼົ່ານີ້ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໂດຍພື້ນຖານແລ້ວກໍກວມເອົາຈຸດເຫຼົ່ານີ້. ຈຸດປະສົງສຸດທ້າຍທີ່ໄດ້ໂອ້ລົມກັນນັ້ນມີເນື້ອໃນແຕກຕ່າງຈາກຂໍ້ກ່ອນໜ້ານີ້ໜ້ອຍໜຶ່ງ. ເມື່ອຜູ້ທີ່ຕິດຕາມຄຣິສຕະຈັກແຊກຊຶມເຂົ້າມາໃນຄຣິສຕະຈັກ, ພວກເຂົາບໍ່ແມ່ນມາເພື່ອຫາຢູ່ຫາກິນ, ສະຖານະພາບ ຫຼື ຄວາມສະດວກສະບາຍໃນຊີວິດ ແລະ ການເຮັດວຽກ ແຕ່ມາດ້ວຍຈຸດປະສົງທາງການເມືອງ. ບໍ່ວ່າຈຸດປະສົງຂອງພວກເຂົາຈະເປັນແນວໃດກໍຕາມ, ເມື່ອໃດທີ່ພວກເຮົາເບິ່ງທະລຸ ແລະ ແຍກແຍະພວກເຂົາໄດ້, ພວກເຮົາກໍຄວນດໍາເນີນການທີ່ເໝາະສົມໂດຍທັນທີ, ກຳຈັດ ແລະ ຂັບໄລ່ບຸກຄົນເຫຼົ່ານີ້ອອກ, ບໍ່ອະນຸຍາດໃຫ້ພວກເຂົາລີ້ຢູ່ໃນຄຣິສຕະຈັກເປັນເວລາດົນຢ່າງເດັດຂາດ. ນີ້ແມ່ນໜ້າວຽກທີ່ສຳຄັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ໂດຍອີງໃສ່ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ, ໃຫ້ແຍກແຍະ ແລະ ຕັດສິນວ່າໃຜເປັນອ້າຍເອື້ອຍນ້ອງທີ່ແທ້ຈິງ ເຊິ່ງກໍຄືຜູ້ຄົນທີ່ພຣະເຈົ້າເລືອກ ແລະ ໃຜເປັນຄົນຊົ່ວຊ້າປະເພດຕ່າງໆທີ່ຄຣິສຕະຈັກຄວນກຳຈັດ ແລະ ຂັບໄລ່ອອກ; ໃຫ້ລະບຸຄົນຊົ່ວຊ້າເຫຼົ່ານີ້ໂດຍທັນທີ ແລະ ຈາກນັ້ນກໍໃຫ້ນຳໃຊ້ແນວທາງທີ່ເໝາະສົມໂດຍທັນທີ ເພື່ອກຳຈັດ ແລະ ຂັບໄລ່ພວກເຂົາອອກ. ນີ້ຄືໝວດທີໜຶ່ງຂອງການແຍກແຍະ ແລະ ການຈັດແບ່ງຄົນຊົ່ວຊ້າປະເພດຕ່າງໆ: ຈຸດປະສົງຂອງຄົນເຮົາໃນການເຊື່ອໃນພຣະເຈົ້າ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບເລື່ອງນີ້ຈົບແລ້ວ.

II. ໂດຍອີງໃສ່ຄວາມເປັນມະນຸດ

ຕອນນີ້ພວກເຮົາຈະມາໂອ້ລົມກັນກ່ຽວກັບໝວດທີສອງ ເຊິ່ງນັ້ນກໍຄືຄວາມເປັນມະນຸດ. ໂດຍຜ່ານການສະແດງອອກທາງດ້ານຄວາມເປັນມະນຸດຂອງບຸກຄົນ, ພວກເຮົາຈະແຍກແຍະ ແລະ ຕັດສິນວ່າບຸກຄົນຜູ້ນີ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ພວກເຂົາເໝາະສົມທີ່ຈະຢູ່ໃນຄຣິສຕະຈັກຕໍ່ໄປ ຫຼື ບໍ່. ອີງຕາມການສະແດງອອກ ແລະ ການເປີດໂປງຄວາມເປັນມະນຸດຂອງພວກເຂົາ ແລະ ແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາ, ຖ້າຫາກວ່າ ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງທີ່ແທ້ຈິງ, ບໍ່ເໝາະສົມທີ່ຈະຢູ່ໃນຄຣິສຕະຈັກ ແລະ ການມີຢູ່ຂອງພວກເຂົາກໍລົບກວນອ້າຍເອື້ອຍນ້ອງ ແລະ ຕາມພຶດຕິກຳຂອງພວກເຂົາ, ພວກເຂົາແມ່ນຈັດຢູ່ໃນກຸ່ມຄົນທີ່ຄວນຖືກກຳຈັດ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ, ຄຣິສຕະຈັກກໍຄວນວາງແຜນການທີ່ສອດຄ່ອງກັນໂດຍໄວ ເພື່ອກຳຈັດ ຫຼື ຂັບໄລ່ບຸກຄົນເຫຼົ່ານີ້ອອກໄປ. ການໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນກ່ຽວກັບການກຳຈັດອອກ ຫຼື ການຂັບໄລ່ຄົນຊົ່ວຊ້າທຸກປະເພດ. ເມື່ອເບິ່ງຜ່ານມຸມມອງຂອງຄວາມເປັນມະນຸດ, ຄວາມເປັນມະນຸດຂອງບຸກຄົນເຫຼົ່ານີ້ແມ່ນບໍ່ດີ ແລະ ຊົ່ວຊ້າຢ່າງແນ່ນອນ; ເວົ້າແບບພາສາຊາວບ້ານກໍຄື ພວກເຂົາເປັນຄົນບໍ່ດີ. ໂດຍອີງໃສ່ການສະແດງອອກທາງດ້ານຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ ເພື່ອປ້ອງກັນບໍ່ໃຫ້ພວກເຂົາສືບຕໍ່ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ, ພວກເຮົາຈະຕັດສິນຄວາມເປັນມະນຸດຂອງບຸກຄົນວ່າດີ ຫຼື ຊົ່ວ ໂດຍຜ່ານການສະແດງອອກໃດແດ່ ແລ້ວຈຶ່ງຕັດສິນໃຈວ່າຄຣິສຕະຈັກຄວນກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ ຫຼື ບໍ່? ໝວດທີສອງ ເຊິ່ງກໍຄືຄວາມເປັນມະນຸດ, ເມື່ອສະຫຼຸບແລ້ວກໍລວມມີຫຼາຍຂໍ້ ແຕ່ກ່ອນອື່ນ ໃຫ້ໂອ້ລົມກັນໃນຂໍ້ທຳອິດກ່ອນ.

1. ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ

ຂໍ້ທຳອິດແມ່ນກ່ຽວກັບຜູ້ທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ. ແນ່ນອນວ່າພວກເຈົ້າທຸກຄົນຄືຊິເຄີຍເຫັນຄົນປະເພດນີ້ເລື້ອຍໆ. ການສະແດງອອກຫຼັກຂອງການມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງແມ່ນຫຍັງ? ມັນຄືການເວົ້າຈາໂດຍບໍ່ມີຫຼັກການ, ມັກກໍ່ຄວາມຂັດແຍ່ງຢູ່ສະເໝີດ້ວຍເຈດຕະນາ ແລະ ຈຸດປະສົງ ເຊິ່ງກໍ່ໃຫ້ເກີດຜົນກະທົບໃນທາງລົບ. ມັນຊັດເຈນວ່າ ຄົນປະເພດນີ້ມີບັນຫາຮ້າຍແຮງກ່ຽວກັບຄຳເວົ້າຂອງພວກເຂົາ ເຊິ່ງມີຮາກເຫງົ້າມາຈາກອຸປະນິໄສທີ່ບໍ່ດີ ແລະ ການຂາດຄວາມເປັນມະນຸດ, ເຮັດໃຫ້ພວກເຂົາມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ. ເມື່ອເບິ່ງຈາກມຸມມອງຂອງຄຳສັບນີ້, “ນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ” ໝາຍເຖິງການອ້າງຢູ່ສະເໝີວ່າສິ່ງທີ່ເປັນຄວາມຈິງຄືຄວາມເທັດ ແລະ ສິ່ງທີ່ເປັນຄວາມເທັດຄືຄວາມຈິງ; ມັນຄືການປ່ຽນດຳໃຫ້ເປັນຂາວ ແລະ ແມ່ນແຕ່ການເສີມແຕ່ງຄວາມຈິງດ້ວຍລາຍລະອຽດທີ່ບໍ່ເປັນຈິງ, ການກ່າວຫາແບບລອຍໆ, ການຕັດສິນໂດຍບໍ່ມີມູນຄວາມຈິງ ແລະ ເວົ້າໄປຕາມໃຈ. ຄົນປະເພດນີ້ບໍ່ເຄີຍເວົ້າເຖິງສິ່ງຕ່າງໆໃນດ້ານບວກ; ສິ່ງທີ່ພວກເຂົາເວົ້າບໍ່ໄດ້ສ້າງສາຜູ້ຄົນ ແລະ ບໍ່ມີປະໂຫຍດ ຫຼື ຊ່ວຍເຫຼືອຜູ້ຄົນໄດ້ເລີຍ. ໃນລະຫວ່າງການພົວພັນ, ຕິດຕໍ່ ແລະ ສື່ສານກັບພວກເຂົາ, ການຟັງພວກເຂົາເວົ້າມັກຈະເຮັດໃຫ້ຈິດໃຈຂອງຜູ້ຄົນຕົກຢູ່ໃນຄວາມມືດ ແລະ ຄວາມຂຸ່ນມົວ, ແມ່ນແຕ່ເຮັດໃຫ້ພວກເຂົາສູນເສຍສັດທາໃນຄວາມເຊື່ອຂອງຕົນ, ຈົນບໍ່ມີໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ບໍ່ສາມາດເຮັດໃຫ້ຈິດໃຈສະຫງົບໄດ້ໃນລະຫວ່າງການອຸທິດຕົນທາງວິນຍານ ແລະ ການເຕົ້າໂຮມ. ພວກເຂົາມັກຈະບໍ່ສະຫງົບທາງຈິດໃຈ ແລະ ຈິດວິນຍານຍ້ອນຄຳກ່າວອ້າງກ່ຽວກັບສິ່ງທີ່ຖືກ ແລະ ຜິດ ແລະ ຄຳນິນທາທີ່ບຸກຄົນດັ່ງກ່າວເຜີຍແຜ່ ແລະ ເລີ່ມເບິ່ງທຸກຄົນໃນດ້ານລົບ ແລະ ເຫັນແຕ່ຂໍ້ບົກຜ່ອງຂອງຄົນອື່ນ. ເລື້ອຍຄັ້ງທີ່ຫຼັງຈາກທີ່ໄດ້ຍິນການນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ, ແນວຄິດທີ່ເປັນປົກກະຕິຂອງຜູ້ຄົນກໍຖືກລົບກວນ ແລະ ແມ່ນແຕ່ທັດສະນະທີ່ຖືກຕ້ອງຂອງພວກເຂົາຕໍ່ເລື່ອງຕ່າງໆກໍຖືກລົບກວນ ເຊິ່ງເຮັດໃຫ້ພວກເຂົາແຍກແຍະໄດ້ຍາກວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ຜູ້ທີ່ຂາດການແຍກແຍະມັກຈະຖືກຊັກຈູງ ແລະ ຕົກຢູ່ໃນການລໍ້ລວງໂດຍບໍ່ຮູ້ຕົວ ຍ້ອນບາງສິ່ງທີ່ກ່າວໂດຍຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ. ພວກເຂົາຄິດວ່າ “ຄົນເຫຼົ່ານັ້ນບໍ່ໄດ້ທຳຮ້າຍໃຜ, ພວກເຂົາເຂົ້າຮ່ວມການເຕົ້າໂຮມຢ່າງເປັນປົກກະຕິ, ບາງຄັ້ງພວກເຂົາກໍຍັງໃຫ້ທານ ແລະ ຊ່ວຍເຫຼືອຄົນອື່ນ ແລະ ບໍ່ໄດ້ເຮັດຫຍັງທີ່ບໍ່ດີ”. ຢ່າງໃດກໍຕາມ, ຜົນທີ່ຕາມມາຈາກການພົວພັນກັບບຸກຄົນດັ່ງກ່າວແມ່ນເລື້ອຍຄັ້ງທີ່ພວກເຂົາຕົກຢູ່ໃນບັນຫາເລື່ອງຖືກຜິດ ແລະ ຕົກຢູ່ໃນການລໍ້ລວງ ແລະ ພວກເຂົາກໍຕົກຢູ່ໃນບັນຫາຄວາມສຳພັນທາງອາລົມທີ່ສັບສົນ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ບໍ່ຖືກຕ້ອງ. ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງເຫຼົ່ານີ້ຊ່ຽວຊານໃນການລົບກວນຄວາມສຳພັນທີ່ເໝາະສົມລະຫວ່າງຜູ້ຄົນ ແລະ ໃນການທຳລາຍຄວາມເຂົ້າໃຈທີ່ບໍລິສຸດບາງຢ່າງໃນຈິດໃຈຂອງຜູ້ຄົນ. ໃນທັດສະນະຂອງພວກເຂົາ, ບຸກຄົນໃດກໍຕາມທີ່ມີຄວາມສຳພັນທີ່ດີ ແລະ ສາມາດສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ ກໍຈະກາຍເປັນເປົ້າໝາຍຂອງການໂຈມຕີ ແລະ ການຕັດສິນຢ່າງລັບໆຂອງພວກເຂົາ. ໃນລັກສະນະດຽວກັນ, ໃຜກໍຕາມທີ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຈົງຮັກພັກດີ ແລະ ເສຍສະຫຼະຕົນເອງ ກໍເປັນເປົ້າໝາຍຂອງການໂຈມຕີຂອງພວກເຂົາເຊັ່ນກັນ. ບໍ່ວ່າສິ່ງໃດຈະດີ ຫຼື ເປັນບວກສໍ່າໃດ, ພວກເຂົາກໍຊອກຫາວິທີທີ່ຈະໃສ່ຮ້າຍປ້າຍສີມັນ. ພວກເຂົາສະແດງຄວາມບໍ່ພໍໃຈໜ້ອຍໜຶ່ງໃນທຸກເລື່ອງ, ຕ້ອງມີຄໍາເຫັນກັບທຸກເລື່ອງ ແລະ ມີທັດສະນະຂອງຕົນເອງຕໍ່ທຸກບັນຫາ. ທັດສະນະເຫຼົ່ານີ້ບໍ່ແມ່ນທັດສະນະທີ່ແທ້ຈິງເລີຍ; ແທນທີ່ຈະເປັນແນວນັ້ນ, ພວກເຂົາເວົ້າຈາໄຮ້ສາລະ, ສັບສົນວ່າຂໍ້ເທັດຈິງເປັນຄວາມເທັດ ແລະ ປ່ຽນດຳໃຫ້ເປັນຂາວ; ເພື່ອບັນລຸເປົ້າໝາຍ ຫຼື ຍຸແຍ່ໃຫ້ຜູ້ຄົນແຕກແຍກ ຫຼື ໃສ່ຮ້າຍບາງຄົນ, ພວກເຂົາເຖິງຂັ້ນສ້າງເລື່ອງຂຶ້ນມາໂດຍເຈດຕະນາ ແລະ ບໍ່ໄດ້ໄຕ່ຕອງ ໂດຍການເສີມແຕ່ງຄວາມຈິງດ້ວຍລາຍລະອຽດທີ່ບໍ່ເປັນຈິງ ແລະ ການກ່າວຫາແບບລອຍໆ, ສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ. ຜູ້ທີ່ບໍ່ຮູ້ຄວາມຈິງກໍຟັງພວກເຂົາເວົ້າ ແລະ ຄິດວ່າຄຳກ່າວອ້າງຂອງພວກເຂົາເບິ່ງຄືວ່າມີເຫດຜົນ ແລະ ຄືຈະບໍ່ແມ່ນເລື່ອງຕົວະ, ດັ່ງນັ້ນຈຶ່ງຖືກນໍາພາຢ່າງຜິດໆ. ຄົນປະເພດນີ້ທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ ມັກສະແດງຄວາມບໍ່ພໍໃຈໜ້ອຍໜຶ່ງຕໍ່ເລື່ອງທີ່ເປັນບວກທຸກຢ່າງ. ເປັນຍ້ອນວ່າພວກເຂົາມີຄວາມຮູ້ສຶກຍຸຕິທຳບໍ? (ບໍ່ແມ່ນ.) ພວກເຂົາຕໍ່ຕ້ານ ແລະ ບໍ່ນັບຖືຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງ, ຜູ້ທີ່ຈົງຮັກພັກດີ, ຜູ້ທີ່ເສຍສະຫຼະຕົນເອງຢ່າງກະຕືລືລົ້ນ ແລະ ຜູ້ທີ່ມີຄວາມສຳນຶກ ແລະ ເຫດຜົນ. ສະນັ້ນ, ແມ່ນຫຍັງຄືເຫດຜົນຂອງການເວົ້າຈາແບບບໍ່ໄຕ່ຕອງຂອງບຸກຄົນເຫຼົ່ານີ້? ຮາກເຫງົ້າຂອງມັນຢູ່ໃສ? ເປັນຫຍັງພວກເຂົາຈຶ່ງມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຢູ່ສະເໝີ? (ເພາະວ່າຄວາມເປັນມະນຸດຂອງພວກເຂົາບໍ່ດີ.) ຖືກຕ້ອງ; ມັນເປັນຍ້ອນຄວາມເປັນມະນຸດທີ່ບໍ່ດີ. ຖ້າຄວາມເປັນມະນຸດຂອງພວກເຂົາດີ, ພວກເຂົາກໍຈະບໍ່ນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ. ການເວົ້າຄວນອີງໃສ່ຄວາມສຳນຶກ ແລະ ເຫດຜົນ; ຄົນເຮົາບໍ່ສາມາດເວົ້າທິດສະດີທີ່ບິດເບືອນ ແລະ ຄຳສອນນອກຮີດໄດ້ຕະຫຼອດເວລາ. ຮາກເຫງົ້າຂອງການນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງແມ່ນຄວາມເປັນມະນຸດທີ່ບໍ່ດີ. ບໍ່ວ່າຄົນປະເພດນີ້ຈະເວົ້າຫຍັງກໍມີລົດຊາດທີ່ບໍ່ດີ; ເວົ້າແບບເບົາໆກໍຄື ພວກເຂົາກຳລັງຕັດສິນຄົນອື່ນ ແຕ່ທີ່ຈິງແລ້ວ ຄຳເວົ້າຂອງພວກເຂົາມີສ່ວນປະກອບຂອງເຈດຕະນາຮ້າຍທີ່ຈະປະນາມ ແລະ ສາບແຊ່ງ ແລະ ມີເຄົ້າຂອງການຍຸຍົງ, ຄວາມອິດສາ, ການຕໍ່ຕ້ານ, ຄວາມກຽດຊັງ ແລະ ແມ່ນແຕ່ເປັນການຊໍ້າເຕີມຄົນທີ່ກຳລັງລົ້ມ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນລັກສະນະຕົ້ນຕໍຂອງການນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຂອງພວກເຂົາ. ນອກເໜືອຈາກລັກສະນະເຫຼົ່ານີ້, ບຸກຄົນດັ່ງກ່າວຍັງມີລັກສະນະລວມອີກຢ່າງໜຶ່ງຄື: ພວກເຂົາບໍ່ມັກຄົນທີ່ມີສິ່ງທີ່ພວກເຂົາຂາດ ແລະ ຫົວຂວັນຄົນທີ່ຂາດໃນສິ່ງທີ່ພວກເຂົາມີ. ຄວາມເປັນມະນຸດຂອງພວກເຂົາດີບໍ? (ບໍ່ດີ.) ບຸກຄົນປະເພດນີ້ ທີ່ບໍ່ມັກຄົນທີ່ມີສິ່ງທີ່ພວກເຂົາຂາດ ແລະ ຫົວຂວັນຄົນທີ່ຂາດໃນສິ່ງທີ່ພວກເຂົາມີ ຈະຮູ້ສຶກອິດສາໃຜກໍຕາມທີ່ດີກວ່າພວກເຂົາ ແລະ ເວົ້າຮ້າຍພວກເຂົາລັບຫຼັງ, ຕັດສິນ ແລະ ປະນາມພວກເຂົາ; ໃນຂະນະດຽວກັນ, ຖ້າໃຜດ້ອຍກວ່າພວກເຂົາ, ພວກເຂົາກໍຈະເບະປາກແລ້ວຫົວຂວັນ, ພ້ອມທີ່ຈະເຍາະເຍີ້ຍ, ສຽດສີ ແລະ ດູຖູກຄົນຜູ້ນັ້ນ. ພວກເຂົາບໍ່ສາມາດເຂົ້າໃຈເລື່ອງໃດໆໄດ້ຢ່າງຖືກຕ້ອງ ຫຼື ປະຕິບັດຕໍ່ມັນໂດຍອີງໃສ່ສິນທຳພື້ນຖານຂອງມະນຸດ. ພວກເຂົາບໍ່ຈຳເປັນຕ້ອງອວຍພອນໃຜ ແລະ ທັງບໍ່ຈຳເປັນຕ້ອງປາດຖະໜາດີຕໍ່ໃຜ ຫຼື ປາດຖະໜາໃຫ້ທຸກຢ່າງເປັນໄປຕາມທີ່ພວກເຂົາຕ້ອງການ ຫຼື ປາດຖະໜາໃຫ້ພວກເຂົາຍ່າງໃນທາງທີ່ຖືກຕ້ອງ; ແຕ່ຢ່າງໜ້ອຍທີ່ສຸດ, ພວກເຂົາຄວນປະເມີນຄົນອື່ນຢ່າງຖືກຕ້ອງໂດຍບໍ່ມີເຈດຕະນາຮ້າຍ. ພວກເຂົາບໍ່ສາມາດເຮັດໄດ້ແມ່ນແຕ່ເທົ່ານີ້. ແມ່ນຫຍັງຄືເຫດຜົນທີ່ຢູ່ເບື້ອງຫຼັງການນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຂອງພວກເຂົາ? ເຫັນໄດ້ຢ່າງຊັດເຈນວ່າ ໂດຍຜ່ານຄຳເວົ້າຂອງພວກເຂົາ ແລະ ໂດຍຜ່ານທັດສະນະຄະຕິຂອງພວກເຂົາຕໍ່ຄົນອື່ນ ແລະ ໂດຍຜ່ານສິ່ງທີ່ພວກເຂົາຄິດ ແລະ ວິທີທີ່ພວກເຂົາປະຕິບັດຕໍ່ຄົນອື່ນໃນສ່ວນເລິກຂອງຈິດໃຈຂອງພວກເຂົາ, ເປັນທີ່ປະຈັກແຈ້ງວ່າຄວາມເປັນມະນຸດຂອງຄົນປະເພດນີ້ແມ່ນມີເຈດຕະນາຮ້າຍ. ເຖິງແມ່ນວ່າຄົນປະເພດນີ້ຈະໃຊ້ພຽງແຕ່ປາກຂອງພວກເຂົາເພື່ອນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ ແຕ່ເບື້ອງຫຼັງການກະທຳເຫຼົ່ານີ້ກໍມີຜົນສຳເລັດ ແລະ ເປົ້າໝາຍທີ່ພວກເຂົາປາດຖະໜາຈະບັນລຸ, ພ້ອມທັງມຸມມອງ ແລະ ທັດສະນະທີ່ແທ້ຈິງຂອງພວກເຂົາຕໍ່ຜູ້ຄົນ ແລະ ເລື່ອງຕ່າງໆ ໃນສ່ວນເລິກຂອງຈິດໃຈຂອງພວກເຂົາ. ໂດຍຍັງບໍ່ເວົ້າເຖິງວ່າຜູ້ທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຈະເຂົ້າໃຈຄວາມຈິງໄດ້ດີສໍ່າໃດ ແລະ ພວກເຂົາເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່, ໂດຍອີງໃສ່ລັກສະນະນີ້ຂອງຄວາມເປັນມະນຸດຂອງພວກເຂົາ, ການມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ, ພວກເຂົາຈະສາມາດມີອິດທິພົນທີ່ດີ ຫຼື ເປັນບວກຕໍ່ອ້າຍເອື້ອຍນ້ອງໃນຄຣິສຕະຈັກໄດ້ບໍ? (ບໍ່ໄດ້.) ບໍ່ໄດ້ຢ່າງເດັດຂາດ!

ໃຫ້ເບິ່ງຕົວຢ່າງທີ່ສະເພາະເຈາະຈົງ ເພື່ອເບິ່ງວ່າຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງມີການສະແດງອອກແນວໃດ. ຕົວຢ່າງ: ສົມມຸດວ່າມີເອື້ອຍນ້ອງຄົນໜຶ່ງທີ່ຄອບຄົວຂອງລາວຮັ່ງມີຫຼາຍ ແຕ່ເພື່ອເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານກ່ຽວກັບພຣະເຈົ້າ, ລາວໄດ້ປະຖິ້ມຄວາມສຸກສະບາຍທາງເນື້ອໜັງ ແລະ ອອກຈາກບ້ານເພື່ອປະຕິບັດໜ້າທີ່ຂອງຕົນ. ຈົ່ງບອກເຮົາເບິ່ງວ່າ ຄົນທຳມະດາຈະເບິ່ງສະຖານະການນີ້ແນວໃດ? ພວກເຂົາຈະບໍ່ເຫຼື້ອມໃສ ແລະ ອິດສາລາວບໍ? ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະຄິດວ່າເອື້ອຍນ້ອງຄົນນັ້ນເປັນຕາໜ້າສັນລະເສີນ ແລະ ສົມຄວນທີ່ຈະເອົາເປັນແບບຢ່າງ ທີ່ສາມາດເສຍສະຫຼະຄວາມສຸກສະບາຍທາງເນື້ອໜັງເພື່ອປະຕິບັດໜ້າທີ່ຂອງຕົນ. ແຕ່ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຈະມີຄໍາເຫັນກ່ຽວກັບລາວແນວໃດ? ພວກເຂົາເວົ້າວ່າ: “ລາວປະຖິ້ມຊີວິດຄົນຮັ່ງມີເພື່ອອອກໄປເທດສະໜາພຣະກິດຕິຄຸນໝົດມື້; ຖ້າລາວຍັງເປັນແບບນີ້ຕໍ່ໄປ, ອີກບໍ່ດົນຜົວຂອງລາວກໍຈະໄລ່ລາວອອກ! ການເຊື່ອໃນພຣະເຈົ້າບໍ່ແມ່ນເພື່ອຮັບພອນ ແລະ ມີຄວາມສຸກບໍ? ເບິ່ງລາວແມ້, ມີພອນແຕ່ບໍ່ຮູ້ຈັກເພີດເພີນກັບພອນ, ປະຖິ້ມຄອບຄົວ ແລະ ອາຊີບຂອງຕົນເພື່ອປະຕິບັດໜ້າທີ່ຢ່າງສຸດໃຈ; ມັນບໍ່ແມ່ນເລື່ອງໂງ່ຈ້າບໍ? ຖ້າຄອບຄົວຂອງຂ້ອຍຮັ່ງມີຂະໜາດນັ້ນ, ຂ້ອຍກໍຈະຢູ່ເຮືອນເພີດເພີນກັບຊີວິດຂອງຂ້ອຍ”. ຈົ່ງບອກເຮົາເບິ່ງວ່າ ໃນຄຳເວົ້າເຫຼົ່ານັ້ນມີປະໂຫຍກໃດທີ່ສອດຄ່ອງກັບຄວາມເປັນມະນຸດ, ທີ່ສ້າງສາຜູ້ອື່ນບໍ? (ບໍ່ມີ.) ຜູ້ທີ່ມີການແຍກແຍະ, ເມື່ອໄດ້ຍິນດັ່ງນີ້, ກໍຈະຄິດວ່າ: “ນີ້ບໍ່ແມ່ນການບິດເບືອນຄວາມຈິງບໍ? ການທີ່ຜູ້ເຊື່ອປະຖິ້ມທຸກສິ່ງເພື່ອເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມສຸກທາງວັດຖຸແມ່ນສິ່ງທີ່ເປັນບວກໂດຍທຳມະຊາດ ແຕ່ພວກເຂົາພັດປະນາມມັນ”. ຖ້າຄົນທີ່ບໍ່ມີການແຍກແຍະໄດ້ຍິນຄຳເວົ້ານີ້, ພວກເຂົາກໍຈະຖືກນໍາພາຢ່າງຜິດໆ ແລະ ຖືກລົບກວນ; ຄວາມກະຕືລືລົ້ນໃນການເຊື່ອໃນພຣະເຈົ້າ ແລະ ຄວາມກະຕືລືລົ້ນໃນການປະຖິ້ມສິ່ງຕ່າງໆ ແລະ ເສຍສະຫຼະຕົນເອງເພື່ອປະຕິບັດໜ້າທີ່ຂອງພວກເຂົາກໍຈະຫຼຸດລົງໄປຫຼາຍສ່ວນໃນທັນທີ. ເຖິງແມ່ນວ່າ ຄໍາເວົ້າຂອງຜູ້ທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງແມ່ນມີໜ້ອຍ ແຕ່ຜົນກະທົບທາງລົບທີ່ພວກມັນມີຕໍ່ຄົນອື່ນແມ່ນມີຫຼາຍ ເຊິ່ງພຽງພໍທີ່ຈະເຮັດໃຫ້ບາງຄົນຮູ້ສຶກໃນທາງລົບໃນໄລຍະໜຶ່ງ ແລະ ບໍ່ສາມາດຟື້ນຕົວໄດ້. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.) ຄຳເວົ້າພຽງບໍ່ເທົ່າໃດຄຳທີ່ຟັງເບິ່ງຄືວ່າເປັນໄປໄດ້ກໍສາມາດເປັນພິດຕໍ່ບາງຄົນໄດ້ເມື່ອໄດ້ຍິນພວກມັນ. ມັນບອກຫຍັງກ່ຽວກັບຄວາມເປັນມະນຸດຂອງຜູ້ທີ່ສາມາດເວົ້າຄຳເວົ້າທີ່ເປັນພິດເຊັ່ນນັ້ນ? (ມັນບໍ່ດີ.) ມີປະໂຫຍກໃດໃນຄຳເວົ້າຂອງພວກເຂົາທີ່ສາມາດເພີ່ມສັດທາຂອງຄົນເຮົາໄດ້ຫຼັງຈາກທີ່ໄດ້ຍິນ? (ບໍ່ມີ.) ຄຳເວົ້າທັງໝົດນີ້ແມ່ນຫຍັງ? ເວົ້າໂດຍລວມແລ້ວ, ມັນລ້ວນແຕ່ເປັນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ; ບໍ່ມີແມ່ນແຕ່ປະໂຫຍກດຽວທີ່ຜູ້ຕິດຕາມພຣະເຈົ້າຄວນເວົ້າ. ເວົ້າໃຫ້ລະອຽດກວ່ານັ້ນກໍຄື ບໍ່ມີແມ່ນແຕ່ປະໂຫຍກດຽວທີ່ຄົນເຫຼົ່ານີ້ເວົ້າທີ່ສະທ້ອນເຖິງຄວາມເປັນມະນຸດ. ການຂາດຄວາມເປັນມະນຸດໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ມີແມ່ນແຕ່ສິນທຳ. ການຂາດສິນທຳໝາຍຄວາມວ່າແນວໃດ? ເອື້ອຍນ້ອງຄົນນັ້ນມີເງື່ອນໄຂການເປັນຢູ່ທີ່ດີ ແລະ ຄອບຄົວທີ່ຮັ່ງມີ ແລະ ທັດສະນະຄະຕິຂອງຄົນເຫຼົ່ານີ້ເປັນແນວໃດ? ມັນເປັນພຽງແຕ່ຄວາມອິດສາແລ້ວກໍອວຍພອນ ແລະ ແລ້ວໄປບໍ? (ບໍ່ແມ່ນ.) ແລ້ວທັດສະນະຄະຕິຂອງພວກເຂົາແມ່ນຫຍັງ? ຄວາມອິດສາ, ຄວາມຄຽດແຄ້ນ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າໃນໃຈວ່າ: “ລາວສົມຄວນມີເງິນຫຼາຍຂະໜາດນັ້ນບໍ? ເປັນຫຍັງຂ້ອຍຈຶ່ງບໍ່ມີເງິນຫຼາຍເທົ່ານັ້ນ? ເປັນຫຍັງພຣະເຈົ້າຈຶ່ງໃຫ້ພອນແກ່ລາວ ແລະ ບໍ່ໃຫ້ພອນແກ່ຂ້ອຍ?” ເອື້ອຍນ້ອງຄົນນັ້ນຮັ່ງມີ ແລະ ຈະເລີນ, ສະນັ້ນ ພວກເຂົາຈຶ່ງຮູ້ສຶກອິດສາ ແລະ ກຽດຊັງ ໂດຍບໍ່ມີຄຳເວົ້າທີ່ຊື່ນຊົມ ຫຼື ອວຍພອນຢ່າງຈິງໃຈແມ່ນແຕ່ຄຳດຽວ. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດສິນທຳຂັ້ນພື້ນຖານຢ່າງສິ້ນເຊີງ. ເອື້ອຍນ້ອງຄົນນັ້ນຮັ່ງມີ, ພວກເຂົາກໍກຽດຊັງ, ເກືອບຈະຮອດຂັ້ນພະຍາຍາມປຸ້ນ ຫຼື ສໍ້ໂກງເອົາຊັບສິນຂອງລາວ. ຍິ່ງໄປກວ່ານັ້ນ, ເອື້ອຍນ້ອງຄົນນີ້ອາໄສຢູ່ໃນຄອບຄົວທີ່ຮັ່ງມີ ແຕ່ລາວກໍສາມາດປະຖິ້ມເງື່ອນໄຂການເປັນຢູ່ທີ່ດີ ແລະ ຄວາມສະດວກສະບາຍທາງວັດຖຸ ເພື່ອອອກໄປປະຕິບັດໜ້າທີ່ຂອງຕົນ; ສຳລັບຜູ້ບໍ່ມີຄວາມເຊື່ອໃນພຣະເຈົ້າ, ນີ້ແມ່ນສິ່ງທີ່ສົມຄວນໄດ້ຮັບການສະແດງຄວາມຍິນດີ, ສົມຄວນໄດ້ຮັບການຊື່ນຊົມ ແລະ ການອິດສາອີ່ນອ້ອຍນຳ. ຜູ້ຄົນຄວນອວຍພອນລາວ ແລະ ພະຍາຍາມເຂົ້າໃກ້ລາວ ແລະ ເອົາລາວເປັນແບບຢ່າງ. ແຕ່ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງເຫຼົ່ານີ້ມີຫຍັງແບບນີ້ຈະເວົ້າບໍ? (ບໍ່ມີ.) ພວກເຂົາເວົ້າແນວໃດ? ທຸກປະໂຫຍກເຕັມໄປດ້ວຍຄຳເວົ້າທີ່ເຈັບແສບ ແລະ ເຄົ້າຂອງຄວາມກຽດຊັງ. ເປັນຫຍັງພວກເຂົາຈຶ່ງສາມາດເວົ້າແບບນີ້ໄດ້? ກໍເພາະວ່າພວກເຂົາບໍ່ຖືກໃຈ ແລະ ບໍ່ພໍໃຈກັບສະຖານະການຂອງຕົນເອງ, ເກັບຄວາມກຽດຊັງໄວ້, ດັ່ງນັ້ນພວກເຂົາຈຶ່ງລະບາຍຄວາມໃຈຮ້າຍໃສ່ເອື້ອຍນ້ອງທີ່ຮັ່ງມີຄົນນີ້. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ຄົນເຮົາຄວນຊື່ນຊົມ, ເຫຼື້ອມໃສ, ຮຽນຮູ້ ແລະ ເອົາແບບຢ່າງຜູ້ທີ່ສາມາດປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງ ແລະ ສະແຫວງຫາຄວາມຈິງ. ແທນທີ່ຈະຮຽນຮູ້ຈາກຈຸດແຂງຂອງເອື້ອຍນ້ອງຄົນນັ້ນເພື່ອຊົດເຊີຍຈຸດອ່ອນຂອງຕົນເອງ, ຄົນເຫຼົ່ານີ້ພັດເຍາະເຍີ້ຍລາວວ່າໂງ່ ແລະ ຍັງຫວັງວ່າຜົວຂອງລາວຈະຢ່າຮ້າງລາວ; ພວກເຂົາກຳລັງລໍຖ້າເບິ່ງຄວາມລົ້ມເຫຼວຂອງລາວ. ຖ້າເອື້ອຍນ້ອງຄົນນັ້ນຖືກຜົວຢ່າຮ້າງແທ້, ພວກເຂົາກໍຈະດີໃຈແມ່ນບໍ່? ຄວາມປາດຖະໜາຂອງພວກເຂົາກໍຈະສົມຫວັງແມ່ນບໍ່? ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາ ແລະ ທັງເຈດຕະນາ ແລະ ຈຸດປະສົງຂອງພວກເຂົາ. ພວກເຂົາບໍ່ປາດຖະໜາດີຕໍ່ຄົນອື່ນ; ການເຫັນໃຜກໍຕາມທີ່ເຮັດໄດ້ດີ ຫຼື ດີກວ່າພວກເຂົາ ກໍເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມອິດສາ ແລະ ຄວາມກຽດຊັງ. ບໍ່ວ່າສັດທາຂອງຄົນອື່ນໃນພຣະເຈົ້າຈະເຂັ້ມແຂງສໍ່າໃດ, ມັນເປັນສິ່ງທີ່ຮັບບໍ່ໄດ້ ຖ້າບຸກຄົນນັ້ນດີກວ່າພວກເຂົາ. ພວກເຂົາຂາດຄວາມເປັນມະນຸດຢ່າງສິ້ນເຊີງ ແລະ ບໍ່ສາມາດເວົ້າຄຳອວຍພອນ ຫຼື ຄຳສ້າງສາໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເວົ້າຄຳເວົ້າເຊັ່ນນັ້ນໄດ້? ເພາະວ່າຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍເກີນໄປ! ບໍ່ແມ່ນວ່າພວກເຂົາບໍ່ຢາກເວົ້າ ຫຼື ບໍ່ຮູ້ວ່າຈະເວົ້າຄຳດີໆແນວໃດ; ແຕ່ເປັນເພາະວ່າໃຈຂອງພວກເຂົາເຕັມໄປດ້ວຍຄວາມອິດສາ, ຄວາມກຽດຊັງ ແລະ ຄວາມບໍ່ພໍໃຈ ເຊິ່ງເຮັດໃຫ້ພວກເຂົາບໍ່ສາມາດເວົ້າຄຳອວຍພອນໄດ້. ແລ້ວການທີ່ໃຈຂອງພວກເຂົາເຕັມໄປດ້ວຍສິ່ງທີ່ເສື່ອມຊາມເຊັ່ນນີ້ ສາມາດສະແດງໃຫ້ເຫັນວ່າຄວາມເປັນມະນຸດຂອງພວກເຂົາມີເຈດຕະນາຮ້າຍໄດ້ບໍ? (ໄດ້.) ໄດ້. ເພາະວ່າພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມເຊັ່ນນີ້, ມັນຈຶ່ງເຮັດໃຫ້ຄົນອື່ນແຍກແຍະໄດ້ງ່າຍ ແລະ ຄົນອື່ນກໍສາມາດເບິ່ງທະລຸແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາໄດ້.

ນີ້ແມ່ນອີກຕົວຢ່າງໜຶ່ງ. ມີເອື້ອຍນ້ອງຄົນໜຶ່ງທີ່ກ່ອນຈະເຊື່ອໃນພຣະເຈົ້າ, ລາວມັກຈະມີຄວາມຂັດແຍ່ງກັບເມຍຂອງອ້າຍເຄີຍຂອງລາວຢູ່ສະເໝີ. ຕໍ່ມາ, ທັງສອງເລີ່ມເຊື່ອໃນພຣະເຈົ້າ ແລະ ໂດຍຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ກໍໄດ້ເຂົ້າໃຈຄວາມຈິງບາງຢ່າງ. ພວກເຂົາໄດ້ເຂົ້າໃຈວ່າຄົນເຮົາຄວນປະພຶດຕົນ ແລະ ຢູ່ຮ່ວມກັບຄົນອື່ນແນວໃດ ແລະ ເມື່ອຄວາມເສື່ອມຊາມຂອງພວກເຂົາຖືກເປີດເຜີຍ, ພວກເຂົາກໍສາມາດເປີດໃຈຕໍ່ກັນ ແລະ ພະຍາຍາມຮູ້ຈັກຕົນເອງ ເຊິ່ງເຮັດໃຫ້ຄວາມສຳພັນຂອງພວກເຂົານັບມື້ນັບກົມກຽວກັນ. ບາງຄົນກໍຈະອິດສາພວກເຂົາ ແລະ ເວົ້າວ່າ: “ເບິ່ງພວກເຂົາແມ້, ທຸກຄົນໃນຄອບຄົວເຊື່ອໃນພຣະເຈົ້າ ແລະ ໄພ້ກໍເປັນຄືກັບເອື້ອຍນ້ອງແທ້ໆ. ມັນບໍ່ແມ່ນຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ? ຄອບຄົວຂອງຜູ້ບໍ່ມີຄວາມເຊື່ອບໍ່ສາມາດຢູ່ຮ່ວມກັນໄດ້ເລີຍ, ມັກຈະຕໍ່ສູ້ ແລະ ແຂ່ງຂັນກັນຢູ່ສະເໝີ, ແມ່ນແຕ່ໃນບັນດາອ້າຍເອື້ອຍນ້ອງຄີງທີ່ເກີດຈາກແມ່ດຽວກັນ. ຜູ້ເຊື່ອດີກວ່າຫຼາຍ; ເຖິງແມ່ນວ່າໄພ້ຈະບໍ່ແມ່ນເອື້ອຍນ້ອງແທ້ໆ ແຕ່ຕາບໃດທີ່ພວກເຂົາເຊື່ອໃນພຣະເຈົ້າ, ມີເປົ້າໝາຍຮ່ວມກັນທີ່ຈະສະແຫວງຫາ, ຍ່າງໃນເສັ້ນທາງດຽວກັນ ແລະ ມີຄວາມຄິດທີ່ຄືກັນ, ພວກເຂົາກໍເຂົ້າກັນໄດ້ໃນດ້ານຈິດວິນຍານ ເຊິ່ງເປັນສິ່ງທີ່ວິເສດ!” ສິ່ງນີ້ສະແດງໃຫ້ເຫັນວ່າຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງແມ່ນແຕກຕ່າງຈາກຜູ້ບໍ່ມີຄວາມເຊື່ອ. ຜູ້ຄົນຈາກຄອບຄົວທີ່ແຕກຕ່າງກັນມາເຕົ້າໂຮມກັນດ້ວຍເປົ້າໝາຍ ແລະ ການສະແຫວງຫາຮ່ວມກັນ, ເຂົ້າກັນໄດ້ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າ. ຈຸດປະສົງຂອງການເວົ້າເຊັ່ນນີ້ແມ່ນເພື່ອໃຫ້ຜູ້ຄົນຮູ້ວ່ານີ້ຄືຜົນຂອງພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ເປັນພຣະຄຸນທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນ. ນີ້ແມ່ນສິ່ງທີ່ຜູ້ບໍ່ມີຄວາມເຊື່ອບໍ່ມີ ແລະ ບໍ່ສາມາດເພີດເພີນໄດ້. ຢ່າງໜ້ອຍທີ່ສຸດ, ຫຼັງຈາກທີ່ໄດ້ຍິນດັ່ງນີ້, ຄົນເຮົາກໍຈະຮູ້ສຶກວ່າມັນດີທີ່ຈະເຊື່ອໃນພຣະເຈົ້າ ແລະ ມີຄວາມປະທັບໃຈທີ່ດີຕໍ່ສັດທາໃນພຣະເຈົ້າ. ແຕ່ຈົ່ງຟັງສິ່ງທີ່ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງເວົ້າກ່ຽວກັບເລື່ອງນີ້: “ຮຶ! ເຈົ້າອາດຈະເຫັນວ່າໄພ້ທັງສອງຄົນນັ້ນເບິ່ງພາຍນອກຄືວ່າເຂົ້າກັນໄດ້ດີ, ກົມກຽວກັນໃນລະຫວ່າງການເຕົ້າໂຮມ ແຕ່ບາງຄັ້ງພວກເຂົາກໍບໍ່ຜິດຖຽງກັນບໍ? ເຈົ້າບໍ່ຮູ້ດອກ, ເມື່ອກ່ອນພວກເຂົາເຄີຍຜິດຖຽງກັນຢ່າງຮຸນແຮງ!” ຄົນອື່ນເວົ້າວ່າ: “ການຂັດແຍ່ງ ແລະ ການຜິດຖຽງກັນໃນອະດີດຂອງພວກເຂົາແມ່ນຍ້ອນວ່າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ຕອນນີ້ພວກເຂົາເຂົ້າກັນໄດ້ດີຫຼາຍ! ນີ້ແມ່ນຍ້ອນວ່າຕອນນີ້ພວກເຂົາທັງສອງເຊື່ອໃນພຣະເຈົ້າ, ເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດເປີດໃຈຕໍ່ກັນໃນການໂອ້ລົມ ແລະ ຮູ້ຈັກຄວາມເສື່ອມຊາມຂອງຕົນເອງ ແລະ ມັກຈະປະຕິບັດໜ້າທີ່ຂອງຕົນຮ່ວມກັນ. ເຖິງແມ່ນວ່າຍັງມີຄວາມຂັດແຍ່ງກັນຢູ່ແດ່, ໂດຍທົ່ວໄປແລ້ວພວກເຂົາກໍສາມາດຍອມຮັບຄວາມຜິດຂອງຕົນຕໍ່ກັນ ແລະ ປຶກສາຫາລືກັນໃນທຸກເລື່ອງທີ່ພວກເຂົາເຮັດ. ນີ້ແມ່ນສິ່ງທີ່ຜູ້ບໍ່ມີຄວາມເຊື່ອສາມາດບັນລຸໄດ້, ແມ່ນແຕ່ກັບຍາດຕິພີ່ນ້ອງທາງສາຍເລືອດດຽວກັນ”. ແຕ່ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຈະເວົ້າວ່າ: “ຄອບຄົວໃດທີ່ບໍ່ມີການຜິດຖຽງກັນ? ຢ່າວ່າແຕ່ໄພ້ເລີຍ, ແມ່ນແຕ່ເອື້ອຍນ້ອງຄີງກໍຍັງຜິດຖຽງກັນ, ແມ່ນບໍ່? ຄວາມກົມກຽວທີ່ພວກເຂົາສະແດງອອກໃນຕອນນີ້ເປັນພຽງການສະແດງໃຫ້ຄົນອື່ນເບິ່ງເທົ່ານັ້ນ. ເມື່ອພໍ່ປູ່ຂອງພວກເຂົາຕາຍ, ຂ້ອຍບໍ່ເຊື່ອວ່າພວກເຂົາຈະບໍ່ຍາດຊິງມໍລະດົກກັນ! ການເຊື່ອໃນພຣະເຈົ້າບໍ່ແມ່ນພຽງແຕ່ຄວາມປາດຖະໜາ, ເປັນບ່ອນເພິ່ງທາງໃຈຊະນິດໜຶ່ງຊື່ໆບໍ? ພວກເຂົາຈະສາມາດປະຖິ້ມຊັບສິນຫຼາຍຂະໜາດນັ້ນຍ້ອນມັນໄດ້ແທ້ບໍ? ບໍ່ມີທາງ!” ມີປະໂຫຍກໃດໃນຄຳເວົ້າເຫຼົ່ານີ້ທີ່ສອດຄ່ອງກັບຄວາມຈິງບໍ? ມີຄວາມປາດຖະໜາດີຕໍ່ຜູ້ຄົນ, ມີຄຳອວຍພອນໃດໆບໍ? (ບໍ່ມີ.) ມີສິ່ງໃດທີ່ສະແດງອອກເຖິງຄວາມຮູ້ສຶກສ່ວນຕົວວ່າການເຊື່ອໃນພຣະເຈົ້າແມ່ນດີແທ້ ເມື່ອໄດ້ເຫັນຄົນອື່ນເພີດເພີນກັບພຣະຄຸນຂອງພຣະເຈົ້າຄືກັບທີ່ຕົນເອງໄດ້ຮັບບໍ? (ບໍ່ມີ.) ໃນທັດສະນະຂອງຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ, ການປ່ຽນແປງສ່ວນຕົວເຫຼົ່ານີ້ທີ່ເກີດຂຶ້ນໃນທ່າມກາງອ້າຍເອື້ອຍນ້ອງແມ່ນເປັນການຫຼອກລວງທັງໝົດ; ການໄດ້ຮັບຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສທີ່ມາຈາກການເຊື່ອໃນພຣະເຈົ້າແມ່ນເປັນເລື່ອງຕົວະທັງໝົດ; ພວກເຂົາບໍ່ເຊື່ອວ່າພຣະເຈົ້າສາມາດຊຳລະລ້າງຜູ້ຄົນໄດ້, ວ່າພຣະເຈົ້າສາມາດປ່ຽນແປງຜູ້ຄົນໄດ້. ຈາກຄຳເວົ້າຂອງພວກເຂົາ, ຄົນເຮົາບໍ່ພຽງແຕ່ສາມາດເຫັນການຕັດສິນຕາມອຳເພີໃຈ, ຄວາມກຽດຊັງ ແລະ ການສາບແຊ່ງຜູ້ຄົນຂອງພວກເຂົາ ແຕ່ຍັງເຫັນການບໍ່ເຊື່ອ ແລະ ການປະຕິເສດຕໍ່ຜົນທີ່ພາລະກິດ ແລະ ພຣະທຳຂອງພຣະເຈົ້າບັນລຸໄດ້ໃນໂຕຜູ້ຄົນ. ໄພ້ມີຄວາມສຳພັນທີ່ດີ ແລະ ສະແດງຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ກັນເມື່ອພວກເຂົາຢູ່ຮ່ວມກັນ ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຄົນທີ່ມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງນີ້ຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ພໍໃຈໃນໃຈຂອງຕົນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອຍຸແຍ່ໃຫ້ເອື້ອຍນ້ອງແຕກແຍກກັນ ໂດຍຈະມີຄວາມສຸກຖ້າພວກເຂົາສາມາດເຮັດໃຫ້ໄພ້ຜິດຖຽງ ແລະ ຕໍ່ສູ້ກັນເມື່ອພົບໜ້າກັນ. ນີ້ແມ່ນທາດແທ້ອັນໃດກັນ? ນີ້ແມ່ນຈິດໃຈແບບໃດກັນ? ຖ້າເບິ່ງຈາກຈິດໃຈຂອງພວກເຂົາ, ນີ້ບໍ່ແມ່ນເລື່ອງທີ່ບໍ່ຖືກຕ້ອງໜ້ອຍໜຶ່ງບໍ? (ແມ່ນແລ້ວ.) ຖ້າເວົ້າເຖິງທາດແທ້ຂອງພວກເຂົາ, ນີ້ບໍ່ແມ່ນທາດແທ້ທີ່ໜ້າລັງກຽດບໍ? (ແມ່ນແລ້ວ.) ເຖິງຢ່າງໃດກໍຕາມ, ຄົນປະເພດນີ້ຍັງຄົງເຂົ້າຮ່ວມໃນຊີວິດຄຣິສຕະຈັກ ແລະ ໃນທ່າມກາງຜູ້ທີ່ປະຕິບັດໜ້າທີ່ຂອງຕົນ ກໍມີຄົນແບບນີ້ຢູ່ບໍ່ໜ້ອຍ. ຄົນເຫຼົ່ານີ້ມີຊື່ເອີ້ນຕາມພາສາຊາວບ້ານວ່າ “ປາກໝາ”. ທີ່ຈິງແລ້ວ, ບໍ່ພຽງແຕ່ປາກຂອງພວກເຂົາບໍ່ດີ; ໂລກພາຍໃນຂອງພວກເຂົາແມ່ນມືດມົວ ແລະ ເປັນພິດຢ່າງບໍ່ໜ້າເຊື່ອ! ບໍ່ວ່າອ້າຍເອື້ອຍນ້ອງຈະແບ່ງປັນຄຳພະຍານຈາກປະສົບການທີ່ດີສໍ່າໃດ, ໃນສາຍຕາຂອງພວກເຂົາ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ປອມແປງ ແລະ ຈິນຕະນາການຂຶ້ນມາ ແລະ ບໍ່ມີຫຍັງພິເສດກ່ຽວກັບພວກມັນ. ບໍ່ວ່າພຣະເຈົ້າຈະເຮັດພາລະກິດແຫ່ງການພິພາກສາ ແລະ ການລົງໂທດໃນໂຕໃຜກໍຕາມ, ເຊິ່ງສົ່ງຜົນໃຫ້ມີການເກັບກ່ຽວທີ່ສຳຄັນ, ຈົນພວກເຂົາສາມາດຢືນຂຶ້ນ ແລະ ແບ່ງປັນປະສົບການຂອງຕົນ ແລະ ເປັນພະຍານໃຫ້ພຣະເຈົ້າ, ໃນສ່ວນເລິກແລ້ວ, ບຸກຄົນເຫຼົ່ານີ້ກໍດູຖູກມັນໂດຍຄິດວ່າ: “ມັນມີຫຍັງດີກັນແທ້? ຫຼັງຈາກທີ່ໄດ້ຟັງຄຳເທດສະໜາຫຼາຍເທື່ອ, ໃຜກໍຕ້ອງມີຄວາມເຂົ້າໃຈແດ່ບໍ? ເຈົ້າພຽງແຕ່ຂຽນບົດຄວາມຄຳພະຍານຈາກປະສົບການບົດໜຶ່ງກໍພໍໃຈແລ້ວ, ຖືວ່າຕົນເອງເປັນຜູ້ຊະນະແລ້ວຫວາ? ຂ້ອຍຢາກເຫັນວ່າເຈົ້າຈະຍັງຈົ່ມວ່າພຣະເຈົ້າຢູ່ບໍ ເມື່ອສິ່ງຕ່າງໆຜິດພາດໃນອະນາຄົດ. ຖ້າພຣະເຈົ້າເອົາລູກຂອງເຈົ້າໄປ, ຂ້ອຍຢາກເຫັນວ່າເຈົ້າຈະຮ້ອງໄຫ້ບໍ ແລະ ເຈົ້າຈະຍັງສາມາດເຊື່ອໃນພຣະເຈົ້າໄດ້ອີກບໍ!” ພວກເຈົ້າຄິດວ່າແມ່ນຫຍັງທີ່ເຕັມຢູ່ໃນໃຈຂອງພວກເຂົາ? ມັນບໍ່ແມ່ນຄວາມປາດຖະໜາໃຫ້ທົ່ວໂລກວຸ້ນວາຍ, ຄວາມຢ້ານວ່າຜູ້ຄົນຈະຍ່າງໃນທາງທີ່ຖືກຕ້ອງບໍ? ສະຫຼຸບກໍຄື ບໍ່ວ່າຈະເກີດຫຍັງຂຶ້ນໃນຄອບຄົວຂອງໃຜ, ພວກເຂົາຕ້ອງມີຄໍາເຫັນບາງຢ່າງກ່ຽວກັບມັນ ແຕ່ບໍ່ວ່າພວກເຂົາຈະເວົ້າຫຍັງ, ຄົນເຫຼົ່ານີ້ລ້ວນແຕ່ມີລັກສະນະໜຶ່ງ ເຊິ່ງນັ້ນກໍຄື ພວກເຂົາຫວັງວ່າຈະບໍ່ມີໃຜໄດ້ດີ. ພວກເຂົາເວົ້າເຖິງທຸກຄົນຄືກັບວ່າພວກເຂົາບໍ່ມີຄຸນງາມຄວາມດີເລີຍ; ການເວົ້າໃຫ້ຄົນອື່ນຕໍ່າຕ້ອຍປຽບຄືຂີ້ເຫຍື້ອເຮັດໃຫ້ພວກເຂົາດີໃຈ ແລະ ພວກເຂົາມີຄວາມສຸກສະເໝີກັບຄວາມໂຊກຮ້າຍຂອງຄົນອື່ນ. ຖ້າໃຜມີຄອບຄົວທີ່ຮັ່ງມີ, ພວກເຂົາກໍຈະອິດສາ, ໃຈຮ້າຍ ແລະ ກຽດຊັງ, ຈົ່ມວ່າຢູ່ໃນໃຈຢູ່ຕະຫຼອດເວລາ ແລະ ປາດຖະໜາໃຫ້ພຣະເຈົ້າເອົາຄວາມຮັ່ງມີຂອງຄົນຜູ້ນັ້ນ ແລະ ພຣະຄຸນທີ່ພວກເຂົາໄດ້ຮັບໄປ ແລະ ມອບໃຫ້ພວກເຂົາເອງ. ຄຳຈົ່ມວ່າທີ່ເວົ້າລັບຫຼັງຜູ້ຄົນໂດຍບຸກຄົນເຫຼົ່ານີ້ແມ່ນຮັບຟັງບໍ່ໄດ້. ພວກເຂົາເປັນຄືກັບຜູ້ເຊື່ອຂອງພຣະເຈົ້າໃນທາງໃດແດ່ບໍ? ແນ່ນອນວ່າ ຄົນປະເພດນີ້ຊ່ຽວຊານໃນການປອມຕົວເຊັ່ນກັນ. ບໍ່ວ່າໃຈຂອງພວກເຂົາຈະມີເຈດຕະນາຮ້າຍ ຫຼື ມືດມົວສໍ່າໃດ, ຕໍ່ໜ້າອ້າຍເອື້ອຍນ້ອງໃນລະຫວ່າງການເຕົ້າໂຮມ, ພວກເຂົາຈະໂອ້ລົມກ່ຽວກັບຄວາມເຂົ້າໃຈ ແລະ ຄວາມຮູ້ເຊີງເລິກຂອງຕົນ, ເວົ້າທິດສະດີທີ່ສູງສົ່ງເພື່ອປອມຕົວ, ສ້າງຮູບພາບທີ່ດີ “ອັນຮຸ່ງເຮືອງ” ໃຫ້ຕົນເອງ. ແຕ່ໃນເບື້ອງຫຼັງແລ້ວ, ພວກເຂົາເວົ້າ ແລະ ມີການກະທໍາຄືກັບຄົນ. ຖ້າພວກເຂົາບໍ່ໄດ້ພົວພັນກັບບຸກຄົນເຫຼົ່ານີ້ ແລະ ບໍ່ຮູ້ການສະແດງອອກທີ່ແທ້ຈິງຂອງພວກເຂົາ ຫຼື ສິ່ງທີ່ຢູ່ໃນສ່ວນເລິກຂອງຈິດໃຈຂອງພວກເຂົາ ໂດຍໄດ້ຍິນພຽງແຕ່ພວກເຂົາເວົ້າຢ່າງຖືກຕ້ອງໃນລະຫວ່າງການເຕົ້າໂຮມ, ຄົນສ່ວນໃຫຍ່ກໍຈະບໍ່ຄົ້ນພົບວ່າຄວາມເປັນມະນຸດຂອງພວກເຂົາຊົ່ວຊ້າ ຫຼື ໂຫດຮ້າຍສໍ່າໃດ ຫຼື ບຸກຄະລິກຂອງພວກເຂົາຕໍ່າຕ້ອຍສໍ່າໃດ ແຕ່ກໍອາດຈະຄິດວ່າພວກເຂົາດີ. ຫຼັງຈາກທີ່ໄດ້ໃຊ້ເວລາຢູ່ກັບພວກເຂົາດົນຂຶ້ນ ແລະ ເຂົ້າໃຈການກະທຳ ແລະ ພຶດຕິກຳຂອງພວກເຂົາໃນຊີວິດໃນເບື້ອງຫຼັງເທົ່ານັ້ນ, ຜູ້ຄົນຈຶ່ງຄ່ອຍໆມີການແຍກແຍະພວກເຂົາ ແລະ ຮູ້ສຶກລັງກຽດ. ສະນັ້ນ, ການແຍກແຍະຄົນບໍ່ຄວນອີງໃສ່ພຽງແຕ່ຄຳເວົ້າທີ່ເປັນຕາຟັງທີ່ພວກເຂົາເວົ້າໃນລະຫວ່າງການເຕົ້າໂຮມ; ຄົນເຮົາຍັງຕ້ອງສັງເກດການກະທຳ ແລະ ຄຳເວົ້າຂອງພວກເຂົາໃນຊີວິດໃນເບື້ອງຫຼັງ ເພື່ອທີ່ຈະເບິ່ງທະລຸແກ່ນແທ້ ແລະ ໂສມໜ້າທີ່ແທ້ຈິງຂອງພວກເຂົາ.

ນອກເໜືອຈາກການບໍ່ເວົ້າຈາຄືກັບມະນຸດແລ້ວ, ຄົນປະເພດທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຍັງມີລັກສະນະອີກຢ່າງໜຶ່ງຄື: ພວກເຂົາຕ້ອງການມີຄໍາເຫັນຕໍ່ທຸກຄົນ ແລະ ທຸກສິ່ງ, ແມ່ນແຕ່ຄົນທີ່ພວກເຂົາບໍ່ລື້ງເຄີຍ ຫຼື ບໍ່ເຄີຍພົວພັນນຳ ແລະ ບໍ່ເວັ້ນແມ່ນແຕ່ເລື່ອງທີ່ນ້ອຍທີ່ສຸດໃນຊີວິດຂອງຄົນອື່ນ. ຜົນຂອງການມີຄໍາເຫັນຂອງພວກເຂົາກໍຄື ບໍ່ວ່າສິ່ງໃດຈະເປັນບວກສໍ່າໃດ, ມັນກໍຖືກບິດເບືອນໃຫ້ເປັນລົບໂດຍຄຳເວົ້າຂອງພວກເຂົາ; ບໍ່ວ່າສິ່ງໃດຈະເໝາະສົມສໍ່າໃດ, ມັນກໍກາຍເປັນສິ່ງທີ່ບິດເບືອນໄປໃນທາງລົບເມື່ອມັນຜ່ານປາກໝາໆຂອງພວກເຂົາອອກມາ. ສິ່ງນີ້ເຮັດໃຫ້ພວກເຂົາມີຄວາມສຸກ, ເຮັດໃຫ້ພວກເຂົາກິນແຊບນອນຫຼັບ. ຈົ່ງບອກເຮົາມາເບິ່ງວ່າ ນີ້ມັນແມ່ນໂຕຫຍັງກັນແທ້? ຕົວຢ່າງ: ຖ້າອ້າຍເອື້ອຍນ້ອງບາງຄົນມີລາຍໄດ້ດີໃນປີນີ້ ແລະ ມີຖານະການເງິນດີຂຶ້ນ, ໂດຍຖວາຍຫຼາຍຂຶ້ນໜ້ອຍໜຶ່ງ, ເກີນກວ່າໜຶ່ງສ່ວນສິບ, ພວກເຂົາກໍຈະອິດສາ ແລະ ເວົ້າວ່າ: “ເປັນຫຍັງປີນີ້ເຈົ້າຈຶ່ງຖວາຍຫຼາຍແທ້? ການທີ່ພຣະເຈົ້າຕັດສິນວ່າຄົນໃດດີ ຫຼື ຊົ່ວບໍ່ໄດ້ອີງໃສ່ວ່າເຈົ້າຖວາຍຫຼາຍສໍ່າໃດ. ຄວາມກະຕືລືລົ້ນຂອງເຈົ້າມີປະໂຫຍດຫຍັງ? ເຮືອນຂອງພຣະເຈົ້າບໍ່ໄດ້ຂາດເຂີນເງິນ”. ຄຳເວົ້າທີ່ບໍ່ເປັນຕາຟັງກໍອອກມາອີກ, ແມ່ນບໍ? ບໍ່ວ່າໃຜຈະເຮັດສິ່ງທີ່ເໝາະສົມ ຫຼື ສິ່ງທີ່ສອດຄ່ອງກັບຄວາມຈິງ, ພວກເຂົາກໍເຫັນວ່າມັນເປັນຕາໜ້າລັງກຽດ ແລະ ຮູ້ສຶກລັງກຽດຢ່າງສຸດຂີດໃນໃຈ. ພວກເຂົາພະຍາຍາມທຸກວິທີທາງເພື່ອຈັບຜິດເຈົ້າ, ຊອກຫາຂໍ້ອ້າງເພື່ອໂຈມຕີ, ກ່າວຫາ ແລະ ປະນາມເຈົ້າ ຈົນກວ່າພວກເຂົາຈະທຳລາຍເຈົ້າໃຫ້ລົ້ມລົງ ແລະ ກຳຈັດຄວາມຄິດທາງບວກອອກຈາກໂຕເຈົ້າ ເຊິ່ງຈະເຮັດໃຫ້ເຈົ້າສັບສົນຢ່າງສິ້ນເຊີງ ແລະ ບໍ່ສາມາດແຍກແຍະໄດ້ວ່າສິ່ງໃດຖືກ ແລະ ສິ່ງໃດຜິດ. ຈາກນັ້ນພວກເຂົາກໍຫົວຂວັນຢ່າງສະໃຈ, ເຍາະເຍີ້ຍເຈົ້າໃນໃຈ ແລະ ເວົ້າກັບຕົນເອງວ່າ: “ກໍມີດີແຕ່ສໍ່ານີ້, ຍັງມາເວົ້າເລື່ອງຄຳພະຍານຈາກປະສົບການອີກ!” ນີ້ແມ່ນມານຮ້າຍກຳລັງເປີດໂປງທາດແທ້ຂອງມັນ, ບໍ່ແມ່ນບໍ? ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າຂອງຄົນຮັບໃຊ້ຂອງຊາຕານ, ຜູ້ຕໍ່ຕ້ານພຣະຄຣິດບໍ? (ແມ່ນແລ້ວ.) ຍິ່ງຂ້ອຍເວົ້າເຖິງຄົນປະເພດນີ້ຫຼາຍເທົ່າໃດ, ຂ້ອຍກໍຍິ່ງໃຈຮ້າຍ ແລະ ລັງກຽດຫຼາຍຂຶ້ນເທົ່ານັ້ນ. ພວກເຈົ້າເຄີຍພົບພໍ້ບຸກຄົນເຊັ່ນນີ້ບໍ? ບໍ່ວ່າຮູບຮ່າງ ຫຼື ລັກສະນະໃບໜ້າຂອງພວກເຂົາຈະເປັນແນວໃດ, ເມື່ອໃດກໍຕາມທີ່ພວກເຂົາກຳລັງຈະມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ, ການສະແດງອອກຂອງພວກເຂົາກໍຈະກາຍເປັນເລື່ອງແປກປະຫຼາດຄື: ເບະປາກ, ເຫຼ່ຕາ, ສາຍຕາບໍ່ຊື່ຕົງຕໍ່ຄົນອື່ນອີກຕໍ່ໄປ ແລະ ລັກສະນະໃບໜ້າຂອງບາງຄົນກໍເຖິງກັບເບິ່ງຄືວ່າບິດເບືອນໄປ. ນີ້ຄືສັນຍານທີ່ກຳລັງສົ່ງມາໃຫ້ເຈົ້າ, ບອກເຈົ້າວ່າພວກເຂົາກຳລັງຈະເວົ້າຈາບໍ່ຄືກັບມະນຸດ. ແລ້ວເຈົ້າຈະເຮັດຫຍັງ? ເຈົ້າຈະຮັບສັນຍານນີ້ ຫຼື ປິດກັ້ນມັນ? (ປິດກັ້ນ.) ເຈົ້າຕ້ອງຖອຍໂຕເອງອອກຫ່າງ ໂດຍບອກພວກເຂົາວ່າ: “ຢ່າເວົ້າ; ຂ້ອຍບໍ່ຢາກຟັງ. ເຈົ້ານິນທາຫຼາຍໂພດ. ຖ້າເຈົ້າບໍ່ເວົ້າຈາຄືກັບມະນຸດ, ກໍຈົ່ງຢູ່ຫ່າງຈາກຂ້ອຍ. ຂ້ອຍບໍ່ຢາກຖືກລົບກວນຈາກເຈົ້າ; ຂ້ອຍບໍ່ຢາກພົວພັນກັບຄວາມສຳພັນລະຫວ່າງບຸກຄົນທີ່ບໍ່ເໝາະສົມເຫຼົ່ານີ້, ຂ້ອຍຈະບໍ່ສົນໃຈຄົນແບບເຈົ້າ”. ຈົ່ງສັງເກດ ແລະ ເບິ່ງວ່າໃຜໃນທ່າມກາງພວກເຈົ້າທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ, ໃຜທີ່ມີທ່າທາງເຊັ່ນນັ້ນ ແລະ ຈາກນັ້ນກໍຈົ່ງຖອຍຫ່າງຈາກພວກເຂົາໂດຍໄວ. ລັກສະນະຄວາມເປັນມະນຸດຂອງບຸກຄົນເຫຼົ່ານີ້ແມ່ນຫຍັງ? ມັນຄືການເວົ້າຈາທີ່ເປັນພິດ ຫຼື ເວົ້າຕາມພາສາຊາວບ້ານກໍຄື ການມີ “ປາກໝາ”. ໂດຍການເປີດໂປງຄຳເວົ້າທີ່ເປັນພິດຂອງພວກເຂົາ, ພວກເຈົ້າຈະສາມາດເຫັນຄຳເວົ້າຕ່າງໆທີ່ພວກເຂົາເຜີຍແຜ່; ຜ່ານຄຳເວົ້າຂອງພວກເຂົາ, ພວກເຈົ້າຈະສາມາດເຫັນໂລກພາຍໃນຂອງພວກເຂົາ ແລະ ຕັດສິນໄດ້ຢ່າງແນ່ນອນວ່າແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາເປັນຄົນຊົ່ວຊ້າ ຫຼື ບໍ່. ຜ່ານສັນຍານ ແລະ ຄຳເວົ້າຕ່າງໆທີ່ພວກເຂົາເຜີຍແຜ່, ຄົນປະເພດນີ້ທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງຈະເຮັດໃຫ້ຄົນອື່ນສາມາດກຳນົດພວກເຂົາວ່າເປັນຄົນຊົ່ວຊ້າໄດ້ຢ່າງຊັດເຈນ. ຄົນປະເພດນີ້ບັນລຸມາດຕະຖານໃນການຖືກກຳຈັດອອກ ຫຼື ຂັບໄລ່ຢ່າງຄົບຖ້ວນ; ຈະມີຄວາມເມດຕາຕໍ່ພວກເຂົາບໍ່ໄດ້. ພວກເຂົາຕ້ອງຖືກກຳຈັດອອກ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ກໍ່ການລົບກວນພາຍໃນຄຣິສຕະຈັກ.

ພວກເຮົາຫາກໍໂອ້ລົມກັນກ່ຽວກັບລັກສະນະຂອງຄົນປະເພດທີ່ມັກ ຄົນປະເພດນີ້ທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ ແລະ ຄວນຈະເຫັນໄດ້ຢ່າງຊັດເຈນຈາກສະຖານະການຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ຈາກການສະແດງອອກທາງດ້ານຄວາມເປັນມະນຸດຂອງພວກເຂົາວ່າ ພວກເຂົາເປັນຄົນປະເພດທີ່ເບື່ອໜ່າຍຄວາມຈິງ ແລະ ບໍ່ຮັກຄວາມຈິງ. ຄວາມເປັນມະນຸດຂອງພວກເຂົາບໍ່ດີເຖິງຂັ້ນທີ່ວ່າເວົ້າຈາບໍ່ຮູ້ຄວາມ ແລະ ຂາດແມ່ນແຕ່ສິນທຳຂັ້ນພື້ນຖານຂອງມະນຸດ; ພຽງແຕ່ວ່າໃນກໍລະນີສະເພາະຂອງພວກເຂົາ, ລັກສະນະຂອງຄວາມເປັນມະນຸດທີ່ບໍ່ດີຂອງພວກເຂົາກໍຄື ພວກເຂົາມັກ ຄົນປະເພດນີ້ທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງເປັນພິເສດ. ຈາກຄຳເວົ້າທີ່ພວກເຂົາເວົ້າອອກມາ, ຄົນເຮົາສາມາດສັງເກດເຫັນລັກສະນະຂອງຄວາມເປັນມະນຸດ ແລະ ແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາໄດ້; ເຫັນໄດ້ຢ່າງຊັດເຈນວ່າ ຄົນປະເພດນີ້ແມ່ນບຸກຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ. ຄວາມເປັນມະນຸດຂອງພວກເຂົາບໍ່ດີເຖິງລະດັບໃດ? ມັນບໍ່ດີເຖິງຂັ້ນຊົ່ວຮ້າຍ, ດັ່ງນັ້ນຄົນປະເພດນີ້ຈຶ່ງຖືກຈັດເຂົ້າໃນກຸ່ມຄົນຊົ່ວຊ້າ. ນີ້ກໍເພາະວ່າຄຳເວົ້າທີ່ພວກເຂົາເວົ້າເປັນປະຈຳບໍ່ແມ່ນການຈົ່ມວ່າເປັນບາງຄັ້ງຄາວ ແລະ ການສະແດງອອກເຖິງຄວາມອິດສາໜ້ອຍໜຶ່ງ ຫຼື ການສະແດງອອກເຖິງຄວາມອ່ອນແອຂອງມະນຸດເປັນບາງຄັ້ງຄາວ; ການສະແດງອອກຂອງພວກເຂົາບໍ່ແມ່ນອຸປະນິໄສທີ່ເສື່ອມຊາມແບບທຳມະດາສາມັນ ແຕ່ມັນພຽງພໍທີ່ຈະພິສູດໄດ້ວ່າພວກເຂົາສາມາດຖືກຈັດວ່າເປັນຄົນຊົ່ວຊ້າ. ນີ້ຄືຄົນປະເພດທຳອິດ: ຜູ້ທີ່ມັກ ຄົນປະເພດນີ້ທີ່ມັກມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ.

2. ມັກສວຍໂອກາດເອົາປຽບ

ຄົນປະເພດທີສອງແມ່ນພວກທີ່ມັກສວຍໂອກາດເອົາປຽບ. ບາງຄົນມີແນວຄິດຢ່າງແນ່ນອນເມື່ອເວົ້າເຖິງການໂອ້ລົມກ່ຽວກັບການມັກສວຍໂອກາດເອົາປຽບ ໂດຍຄິດວ່າ: “ມະນຸດທີ່ເສື່ອມຊາມຄົນໃດແດ່ທີ່ບໍ່ມັກສວຍໂອກາດເອົາປຽບ? ມັນເປັນທຳມະຊາດຂອງມະນຸດ; ຕາບໃດທີ່ບໍ່ແມ່ນການກະທຳຄວາມຊົ່ວ, ການສວຍໂອກາດເອົາປຽບໜ້ອຍໜຶ່ງຈະມີຫຍັງຮ້າຍແຮງບໍ?” ການມັກສວຍໂອກາດເອົາປຽບທີ່ພວກເຮົາກຳລັງໂອ້ລົມກັນຢູ່ນີ້ ແມ່ນເກີນຂອບເຂດການມັກສວຍໂອກາດເອົາປຽບຂອງຄົນທົ່ວໄປແລ້ວ, ມັນໄປເຖິງລະດັບຂອງຄວາມຊົ່ວຊ້າ. ອາດຈະມີຄົນປະເພດນີ້ຈຳນວນບໍ່ໜ້ອຍໃນຄຣິສຕະຈັກ ຫຼື ຢ່າງໜ້ອຍທີ່ສຸດກໍສ່ວນໜຶ່ງ. ໂດຍອ້າງວ່າ “ພວກເຮົາລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ”, ພວກເຂົາກໍສວຍໂອກາດເອົາປຽບຢູ່ທົ່ວທຸກບ່ອນ, ສວຍໂອກາດເອົາປຽບໃນທ່າມກາງອ້າຍເອື້ອຍນ້ອງ, ໃນເຮືອນຂອງພຣະເຈົ້າ ແລະ ໃນຄຣິສຕະຈັກ. ພວກເຂົາສວຍໂອກາດເອົາປຽບຫຍັງແດ່? ຕົວຢ່າງ: ຖ້າຄອບຄົວຂອງພວກເຂົາຕ້ອງການຊື້ເຮືອນ ແຕ່ພວກເຂົາບໍ່ມີເງິນພຽງພໍ, ພວກເຂົາກໍບໍ່ໄປຫາພີ່ນ້ອງ ຫຼື ໝູ່ເພື່ອນເພື່ອຢືມ ແລະ ບໍ່ໄປທະນາຄານເພື່ອຂໍກູ້ຢືມ; ພວກເຂົາຢືມຈາກອ້າຍເອື້ອຍນ້ອງ ໂດຍບໍ່ເວົ້າເຖິງດອກເບ້ຍ ຫຼື ພວກເຂົາຈະໄຊ້ຄືນເມື່ອໃດ, ພວກເຂົາພຽງແຕ່ຢືມ. ການເວົ້າວ່າ “ຢືມ” ນັ້ນເປັນພຽງຄຳເວົ້າທີ່ຟັງແລ້ວມ່ວນຫູຊື່ໆ; ຄວາມຈິງກໍຄື ພວກເຂົາພຽງແຕ່ເອົາໄປລ້າໆ ເພາະພວກເຂົາບໍ່ເຄີຍມີເຈດຕະນາທີ່ຈະໄຊ້ເງິນຄືນ ຫຼື ຈ່າຍດອກເບ້ຍ. ເປັນຫຍັງພວກເຂົາຈຶ່ງແນໃສ່ອ້າຍເອື້ອຍນ້ອງ? ພວກເຂົາຄິດວ່າ ເນື່ອງຈາກພວກເຂົາລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ, ພວກເຂົາກໍຄວນຊ່ວຍເຫຼືອກັນໃນຍາມລຳບາກ ແລະ ຖ້າໃຜບໍ່ຊ່ວຍ, ຄົນນັ້ນກໍບໍ່ແມ່ນອ້າຍເອື້ອຍນ້ອງ. ດັ່ງນັ້ນ, ພວກເຂົາຈຶ່ງໄປຫາອ້າຍເອື້ອຍນ້ອງເພື່ອຢືມເງິນ ໂດຍອ້າງເຫດຜົນຕ່າງໆນາໆເພື່ອເຮັດໃຫ້ອ້າຍເອື້ອຍນ້ອງຮູ້ສຶກວ່າມັນເປັນສິ່ງທີ່ສົມຄວນ ແລະ ສົມເຫດສົມຜົນທີ່ຈະໃຫ້ພວກເຂົາຢືມເງິນ. ຄົນອື່ນໆບາງຄົນເຫັນວ່າຄອບຄົວຂອງອ້າຍເອື້ອຍນ້ອງມີລົດ ກໍຄິດຢາກໄດ້ຢູ່ຕະຫຼອດ ໂດຍຂໍຢືມຢູ່ເລື້ອຍໆທຸກສອງສາມມື້. ພວກເຂົາຢືມໄປແລ້ວກໍບໍ່ສົ່ງຄືນ, ທັງບໍ່ຕື່ມນໍ້າມັນ ແລະ ບາງຄັ້ງກໍເຖິງກັບເຮັດໃຫ້ລົດບຸ້ມ ຫຼື ເຮັດລົດຕຳ. ພວກເຂົາຢາກໄດ້ ແລະ ວາງແຜນເອົາອາຫານແຊບໆ, ເຄື່ອງໃຊ້ທີ່ເປັນປະໂຫຍດ ຫຼື ສິ່ງຂອງມີຄ່າໃດໆທີ່ພວກເຂົາເຫັນໃນເຮືອນຂອງຄົນອື່ນ ໂດຍໂລບມາກຢາກໄດ້ມາເປັນຂອງຕົນ. ບໍ່ວ່າພວກເຂົາໄປເຮືອນໃຜ, ສາຍຕາຂອງພວກເຂົາກໍຈະເປັ່ງແສງຄວາມໂລບຄືຂີ້ລັກ ໃນຂະນະທີ່ພວກເຂົາຊອກຄົ້ນຢູ່ທົ່ວທຸກບ່ອນ ເພື່ອຊອກຫາຜົນປະໂຫຍດທີ່ຈະໄດ້ຮັບ ຫຼື ສິ່ງຂອງໃດໆທີ່ພວກເຂົາສາມາດເອົາໄປໄດ້ ແມ່ນແຕ່ກະຖາງດອກໄມ້ນ້ອຍໆກໍບໍ່ລອດສາຍຕາຂອງພວກເຂົາ. ເວລາອອກໄປທາງນອກ ຫຼື ກິນເຂົ້າກັບຄົນອື່ນ, ພວກເຂົາບໍ່ເຄີຍສະເໜີຈ່າຍຄ່າເດີນທາງ ຫຼື ຄ່າອາຫານ. ເມື່ອໃດກໍຕາມທີ່ພວກເຂົາເຫັນຂອງດີໆທີ່ຢາກຊື້ ແຕ່ເມື່ອເຖິງເວລາຈ່າຍເງິນ, ພວກເຂົາກໍໃຫ້ຄົນອື່ນຈ່າຍໃຫ້ ແລະ ຫຼັງຈາກນັ້ນກໍບໍ່ໄດ້ເວົ້າເຖິງເລື່ອງການໄຊ້ເງິນຄືນເລີຍ; ພວກເຂົາພຽງແຕ່ຕ້ອງການສວຍໂອກາດເອົາປຽບ, ແມ່ນແຕ່ຜົນປະໂຫຍດທີ່ໜ້ອຍທີ່ສຸດກໍບໍ່ປະ. ຖ້າເຈົ້າຢາກໄດ້ສິ່ງດີໆ, ເຈົ້າກໍສາມາດຈ່າຍເງິນຊື້ເອງໄດ້; ຖ້າເຈົ້າບໍ່ຢາກຈ່າຍເງິນເອງ, ກໍຢ່າໄປສວຍໂອກາດເອົາປຽບຄົນອື່ນ ແລະ ຢ່າໂລບມາກຫຼາຍ; ເຈົ້າຄວນມີຄວາມຊື່ສັດແດ່ເພື່ອໃຫ້ຄົນອື່ນນັບຖື. ແຕ່ຄົນປະເພດນີ້ປາສະຈາກຄວາມຊື່ສັດ, ຕ້ອງການພຽງແຕ່ສວຍໂອກາດເອົາປຽບ ແລະ ຍິ່ງສວຍໂອກາດເອົາປຽບໄດ້ຫຼາຍເທົ່າໃດ ກໍຍິ່ງມີຄວາມສຸກຫຼາຍຂຶ້ນເທົ່ານັ້ນ. ການມີຄົນດັ່ງກ່າວໃນຄຣິສຕະຈັກເປັນຄວາມເສື່ອມເສຍ ຫຼື ເປັນກຽດຕິຍົດ? (ຄວາມເສື່ອມເສຍ.) ມັນເປັນຄວາມເສື່ອມເສຍ. ພວກເຈົ້າວ່າ ການທີ່ພວກເຂົາສວຍໂອກາດເອົາປຽບແບບນີ້ເປັນສິ່ງຈຳເປັນບໍ? ມັນເປັນຍ້ອນວ່າພວກເຂົາບໍ່ສາມາດຊື້ອາຫານ ຫຼື ບໍ່ສາມາດຫາອາຫານມາລ້ຽງຄອບຄົວບໍ? ບໍ່ແມ່ນເລີຍ. ທີ່ຈິງແລ້ວ, ພວກເຂົາມີເງິນພຽງພໍທີ່ຈະໃຊ້ຈ່າຍ ແລະ ມີອາຫານພຽງພໍທີ່ຈະກິນ; ມັນເປັນພຽງຄວາມໂລບຂອງພວກເຂົາທີ່ມີຢ່າງຫຼວງຫຼາຍ ຈົນເຖິງຂັ້ນທີ່ມັນລຶບລ້າງຄວາມຊື່ສັດຂອງພວກເຂົາ ແລະ ຈົນເຖິງຂັ້ນທີ່ມັນເຮັດໃຫ້ຄົນອື່ນກຽດຊັງ ແລະ ລັງກຽດ. ຄົນແບບນີ້ດີບໍ? (ບໍ່ດີ.) ບາງຄົນມັກຈະຊອກຫາທາງສວຍໂອກາດເອົາປຽບໃນເວລາປະຕິບັດໜ້າທີ່ຂອງຕົນ, ຮູ້ສຶກບໍ່ພໍໃຈຖ້າຫາກສູນເສຍແມ່ນແຕ່ໜ້ອຍດຽວ ແລະ ຮູ້ສຶກວ່າຕ້ອງເວົ້າອອກມາກ່ຽວກັບສິ່ງດັ່ງກ່າວ. ເມື່ອມອບໝາຍໜ້າວຽກໃຫ້, ພວກເຂົາກໍຈະຍົກເລື່ອງເງິນຂຶ້ນມາເວົ້າສະເໝີ: “ຄ່າເດີນທາງສຳລັບການເດີນທາງຄັ້ງໜຶ່ງຈະເປັນເທົ່ານັ້ນເທົ່ານີ້, ຄ່າທີ່ພັກຈະເປັນເທົ່ານັ້ນເທົ່ານີ້, ຄ່າອາຫານຈະເປັນເທົ່ານັ້ນເທົ່ານີ້ ແລະ ອື່ນໆ”. ມີຄົນບອກພວກເຂົາວ່າ “ຢ່າກັງວົນເລື່ອງເງິນ, ຄຣິສຕະຈັກຈະຈັດການໃຫ້”. ແຕ່ຫຼັງຈາກທີ່ໄດ້ຮັບເງິນແລ້ວ, ພວກເຂົາກໍຄິດຫຼາຍ ໂດຍເວົ້າວ່າ: “ເທົ່ານີ້ບໍ່ພໍ. ຂ້ອຍຈະອອກໄປເຮັດຫຍັງໄດ້ດ້ວຍເງິນພຽງ 200 ຢວນ? ມີຄຳເວົ້າທີ່ວ່າ ‘ຢູ່ເຮືອນໃຫ້ປະຢັດ ແຕ່ເວລາເດີນທາງໃຫ້ເອົາເງິນໄປຫຼາຍໆ’. ຂ້ອຍຕ້ອງເອົາເງິນແຮໄປຕື່ມອີກ; ຖ້າຂ້ອຍໃຊ້ບໍ່ໝົດ, ຂ້ອຍຈະເອົາສ່ວນທີ່ເຫຼືອຄືນໃຫ້ຄຣິສຕະຈັກ”. ເມື່ອພວກເຂົາກັບມາ, ພວກເຂົາບໍ່ເວົ້າຫຍັງເລີຍກ່ຽວກັບເງິນທີ່ເຫຼືອ ແລະ ບໍ່ລາຍງານລາຍຈ່າຍຂອງຕົນ. ພວກເຂົາກ້າແມ່ນແຕ່ຈະສວຍໂອກາດເອົາປຽບຄຣິສຕະຈັກ; ພວກເຂົາຈະກ້າຍັກຍອກເອົາເຄື່ອງຖວາຍຂອງພຣະເຈົ້າບໍ? (ກ້າ.) ພວກນີ້ແມ່ນສິ່ງຖືກສ້າງປະເພດໃດ? ພວກເຂົາປາສະຈາກຄວາມຊື່ສັດ, ທັງຄວາມສຳນຶກ ແລະ ເຫດຜົນ. ພຣະເຈົ້າຈະຮັບຮອງຄົນແບບນີ້ບໍ? ບາງຄົນເຖິງກັບໄປບ່ອນເຕົ້າໂຮມ ຫຼື ສະຖານທີ່ຕ້ອນຮັບເພື່ອອາບນໍ້າ, ສະຜົມ ແລະ ຊັກເຄື່ອງ ໂດຍໃຊ້ເຄື່ອງຊັກຜ້າ, ເຄື່ອງເຮັດນໍ້າອຸ່ນ, ນໍ້າຢາສະຜົມ, ນໍ້າຢາຊັກຜ້າ ແລະ ອື່ນໆຂອງຄຣິສຕະຈັກ; ພວກເຂົາສວຍໂອກາດເອົາປຽບແມ່ນແຕ່ກັບສິ່ງອຳນວຍຄວາມສະດວກເຫຼົ່ານີ້ ໂດຍໃຊ້ເຄື່ອງຂອງຄຣິສຕະຈັກເພື່ອປະຢັດຂອງຕົນເອງ. ພວກເຂົາຄິດວ່າ ເພາະພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາຈຶ່ງເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ ແລະ ດັ່ງນັ້ນ ສິ່ງຂອງໃດໆທີ່ເປັນຂອງເຮືອນຂອງພຣະເຈົ້າກໍເປັນຂອງພວກເຂົາທີ່ຈະໃຊ້ໄດ້ຢ່າງເສລີ ໂດຍຄິດວ່າມັນຈະເສຍຖິ້ມຖ້າບໍ່ໃຊ້ ຫຼື ບໍ່ເອົາ ຫຼື ບໍ່ໄດ້ຮັບປະໂຫຍດບາງຢ່າງຈາກມັນ; ແລະ ເຖິງແມ່ນວ່າພວກເຂົາຈະເຮັດມັນເພ, ພວກເຂົາກໍບໍ່ມີເຈດຕະນາທີ່ຈະຊົດໃຊ້. ເມື່ອເວົ້າເຖິງຂອງຂອງຕົນເອງ, ພວກເຂົາຮູ້ຈັກໃຊ້ຢ່າງປະຢັດ ແລະ ດູແລຮັກສາຢ່າງດີ ແຕ່ພວກເຂົາໃຊ້ອຸປະກອນ ແລະ ສິ່ງຂອງຂອງເຮືອນຂອງພຣະເຈົ້າຕາມໃຈມັກ ໂດຍບໍ່ມີການຊົດໃຊ້ຖ້າຫາກພວກເຂົາເຮັດມັນເພ. ຄົນເຫຼົ່ານີ້ເປັນຄົນດີບໍ? ພວກເຂົາບໍ່ແມ່ນຄົນດີຢ່າງແນ່ນອນ. ໂດຍສະເພາະໃນບາງກໍລະນີທີ່ຄຣິສຕະຈັກຕ້ອງການຊື້ສິ່ງຂອງບາງຢ່າງ, ພວກເຂົາກໍຈະອາສາສະໝັກຢ່າງຫ້າວຫັນ ໂດຍເຕັມໃຈທີ່ຈະຮັບຜິດຊອບໜ້າວຽກດັ່ງກ່າວເປັນພິເສດ. ເປັນຫຍັງພວກເຂົາຈຶ່ງກະຕືລືລົ້ນແທ້? ພວກເຂົາເຊື່ອວ່າຈະໄດ້ຮັບກຳໄລ ແລະ ມີຜົນປະໂຫຍດໃຫ້ສວຍໂອກາດ; ຫຼັງຈາກທີ່ຊື້ສິ່ງຂອງແລ້ວ, ພວກເຂົາກໍຈະເອົາເງິນສ່ວນທີ່ເຫຼືອເຂົ້າຖົງຂອງຕົນເອງ. ພວກເຂົາຕ້ອງການສວຍໂອກາດເອົາປຽບທຸກຢ່າງທີ່ສາມາດເຮັດໄດ້ ໂດຍຄິດວ່າມັນຈະເສຍຖິ້ມຖ້າບໍ່ເອົາ; ນີ້ຄືເຫດຜົນທີ່ພວກເຂົາຍຶດຖື. ຖ້າພວກເຂົາບໍ່ສາມາດສວຍໂອກາດເອົາປຽບໄດ້, ພວກເຂົາກໍຈະສາບແຊ່ງອ້າຍເອື້ອຍນ້ອງ ແລະ ສາບແຊ່ງເຮືອນຂອງພຣະເຈົ້າ, ພວກເຂົາສາບແຊ່ງທຸກຄົນ; ພວກເຂົາເປັນພຽງຜີຮ້າຍທີ່ຊົ່ວຊ້າ, ເປັນຄົນຂໍທານທີ່ເໝັນຂິວ, ເປັນສະມາຊິກກຸ່ມຂໍທານເຕັມໂຕ ທີ່ຖືຖ້ວຍຂອງຕົນໄປທົ່ວທຸກບ່ອນເພື່ອກອບໂກຍເອົາຜົນປະໂຫຍດ ແລະ ສວຍໂອກາດເອົາປຽບ. ມີຄົນເວົ້າວ່າ “ເຈົ້າມັກຈະຂໍເຄື່ອງຢູ່ເລື້ອຍໆ; ເຈົ້າບໍ່ແມ່ນຄົນຂໍທານທີ່ເໝັນຂິວບໍ?” ພວກເຂົາກໍຕອບວ່າ “ບໍ່ເປັນຫຍັງ, ຈະເອີ້ນຂ້ອຍວ່າຫຍັງກໍໄດ້, ຄົນຂີ້ຖີ່, ຄົນມືໜຽວ, ຄົນຂໍທານທີ່ເໝັນຂິວ, ຄົນຂໍທານ, ຄົນທຸກຍາກ, ຕາບໃດທີ່ຂ້ອຍສາມາດຮັບຜົນປະໂຫຍດກໍບໍ່ເປັນຫຍັງ”. ຄົນປະເພດນີ້ມີຄວາມຊື່ສັດບໍ? (ບໍ່ມີ.) ຄົນແບບນີ້ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃນລະດັບໃດໜຶ່ງຕໍ່ອ້າຍເອື້ອຍນ້ອງບໍ? ໂດຍສະເພາະຕໍ່ຄອບຄົວເຫຼົ່ານັ້ນທີ່ດຳລົງຊີວິດໃນສະຖານະການທີ່ຍາກລຳບາກ, ມີຖານະການເງິນທີ່ບໍ່ດີ, ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍໃນລະດັບໃດໜຶ່ງບໍ? (ແມ່ນແລ້ວ.) ພວກເຂົາສາມາດສົ່ງອິດທິພົນໃນທາງລົບຕໍ່ຜູ້ທີ່ມີສະຖານະນ້ອຍ ແລະ ບອບບາງເປັນພິເສດໄດ້ບໍ? (ໄດ້.) ຜູ້ ພຽງແຕ່ໄດ້ເຫັນພວກເຂົາ ຜູ້ຄົນກໍຮູ້ສຶກລັງກຽດ; ທຸກຄົນທີ່ເຫັນພວກເຂົາກໍຮູ້ສຶກລຳຄານ ແຕ່ທຸກຄົນກໍຮູ້ສຶກອາຍເກີນໄປທີ່ຈະປະຕິເສດ, ດັ່ງນັ້ນຈຶ່ງປ່ອຍໃຫ້ຕົນເອງຖືກພວກເຂົາຂູດຮີດຢ່າງຈະແຈ້ງ. ທຸກຄົນຮູ້ວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີຄຸນລັກສະນະທີ່ຕໍ່າຕ້ອຍ ແຕ່ເມື່ອຄຳນຶງວ່າພວກເຂົາລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ ແລະ ເຫັນວ່າບາງຄັ້ງພວກເຂົາກໍສາມາດປະຕິບັດໜ້າທີ່ບາງຢ່າງໄດ້ ແລະ ມີຄວາມເຊື່ອຢູ່ແດ່ໜ້ອຍໜຶ່ງ ແລະ ບາງຄັ້ງກໍສາມາດອອກແຮງໜ້ອຍໜຶ່ງໂດຍການເປີດບ້ານຕ້ອນຮັບ. ເພື່ອເຫັນແກ່ສິ່ງເຫຼົ່ານີ້, ຄົນສ່ວນໃຫຍ່ຈຶ່ງເຮັດເບິ່ງບໍ່ເຫັນຕໍ່ພຶດຕິກຳການສວຍໂອກາດເອົາປຽບຂອງພວກເຂົາຢູ່ທົ່ວທຸກບ່ອນ ແລະ ບໍ່ຖືເປັນເລື່ອງໃຫຍ່. ຢ່າງໃດກໍຕາມ, ການລົບກວນທີ່ພວກເຂົາກໍ່ຂຶ້ນພາຍໃນຄຣິສຕະຈັກກໍນັບມື້ນັບຮ້າຍແຮງຂຶ້ນ ຈົນພຽງພໍທີ່ຈະເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກບໍ່ສະບາຍໃຈ; ນີ້ບໍ່ແມ່ນບັນຫາບໍ? (ແມ່ນ.) ບຸກຄົນເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະບໍ່ແມ່ນໝາວໍ້ທີ່ໄລ່ກັດຄົນຢູ່ທົ່ວທຸກບ່ອນ ແລະ ສາມາດກັດຄົນຈົນຕາຍໄດ້, ພວກເຂົາກໍຄືກັບແມງວັນຂີ້ເໝັນທີ່ການລົບກວນຂອງມັນເຮັດໃຫ້ຄົນບໍ່ມີຄວາມສະຫງົບ. ຖ້າພວກເຂົາບໍ່ຖືກກຳຈັດອອກ, ພວກເຂົາກໍຈະກໍ່ໃຫ້ເກີດການລົບກວນບໍ່ມີທີ່ສິ້ນສຸດ. ການທີ່ພວກເຂົາຍັງຄົງຢູ່ໃນຄຣິສຕະຈັກຈະນຳໄປສູ່ໄພພິບັດຢູ່ສະເໝີ ເຊິ່ງເຮັດໃຫ້ຜູ້ຄົນຂາດຄວາມສະຫງົບ. ຫຼັງຈາກທີ່ຖືກລົບກວນ, ຜູ້ຄົນກໍຮູ້ສຶກຫງຸດຫງິດຫຼາຍ, ມັກຈະມີຄວາມລັງກຽດຕໍ່ບຸກຄົນແບບນີ້; ແຕ່ເມື່ອບໍ່ມີທາງອອກ, ພວກເຂົາກໍພຽງແຕ່ອົດທົນເອົາຄັ້ງແລ້ວຄັ້ງເລົ່າ. ພວກເຂົາເປັນບຸກຄົນປະເພດໃດກັນ? ແມ່ນແຕ່ມີຄົນອັນທະພານທີ່ໜ້າລັງກຽດແບບນີ້ຢູ່ໃນທ່າມກາງຜູ້ຄົນ; ເປັນຫຍັງບຸກຄົນແບບນີ້ຈຶ່ງເຊື່ອໃນພຣະເຈົ້າ? ພວກເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່ເລີຍ! ສວຍໂອກາດເອົາປຽບທຸກຢ່າງທີ່ສາມາດເຮັດໄດ້, ຈັ່ງແມ່ນໜ້າອັບອາຍ! ຈົ່ງເພີດເພີນກັບວັດຖຸສິ່ງຂອງທັງຫຼາຍທີ່ຄວາມສາມາດຂອງເຈົ້າສາມາດຫາໄດ້; ຖ້າເຈົ້າຂາດຄວາມສາມາດ, ກໍຢ່າເພີດເພີນ ຫຼື ຍັກຍອກເອົາສິ່ງທີ່ເປັນຂອງຄົນອື່ນ. ຖ້າເຈົ້າສວຍໂອກາດເອົາປຽບໃນທາງທີ່ນ້ອຍ, ບໍ່ສຳຄັນ ເພາະວ່າຄົນອື່ນໃຫ້ຂອງຟຣີເປັນບາງຄັ້ງຄາວດ້ວຍຄວາມໃຈບຸນ ຫຼື ເພາະວ່າເຈົ້າມັກສິ່ງໃດສິ່ງໜຶ່ງເປັນພິເສດ ຫຼື ຫຼົງມັກສິ່ງໃດສິ່ງໜຶ່ງ, ທຸກຄົນກໍສາມາດໃຫ້ອະໄພໄດ້. ດັ່ງຄຳເວົ້າທີ່ວ່າ “ຄວາມທຸກຈໍາກັດຄວາມທະເຍີທະຍານ”; ມັນບໍ່ແມ່ນບັນຫາໃຫຍ່. ແຕ່ຖ້າເຈົ້າມັກຈະສະແຫວງຫາຜົນປະໂຫຍດແບບນີ້ຢູ່ສະເໝີ ຈົນເຖິງຂັ້ນກາຍເປັນຄົນໜ້າດ້ານ ແລະ ໄຮ້ຄວາມລະອາຍ ແລະ ກາຍເປັນຄົນຂໍທານທີ່ເໝັນຂິວ ຫຼື ກາຍເປັນໝາວໍ້ ຫຼື ແມງວັນໃນສາຍຕາຂອງທຸກຄົນ, ເຈົ້າກໍຄວນຖືກກຳຈັດອອກໂດຍທັນທີ. ຄົນປະເພດນີ້ຄວນຖືກຈັດການຢ່າງເດັດຂາດ ເພື່ອຢຸດຕິບັນຫາທັງໝົດເຫຼົ່ານີ້.

ສຳລັບພວກທີ່ມັກສວຍໂອກາດເອົາປຽບ, ພວກເຈົ້າສາມາດອົດທົນກັບພວກເຂົາໄດ້ຫຼາຍສໍ່າໃດ? ຖ້າພວກເຈົ້າທົນບໍ່ໄດ້ແທ້ໆ ແລະ ຮູ້ສຶກຄືກັບວ່າໄດ້ກືນແມງວັນຕາຍຫຼັງຈາກທີ່ຖືກພວກເຂົາສວຍໂອກາດເອົາປຽບ, ໂດຍທີ່ພວກເຈົ້າສ່ວນໃຫຍ່ກໍໃຈຮ້າຍຈົນຄວບຄຸມບໍ່ໄດ້ ແລະ ຈົ່ມວ່າກ່ຽວກັບພວກເຂົາຢູ່ຕະຫຼອດເວລາທີ່ຢູ່ຮ່ວມກັນ, ເມື່ອເຖິງຈຸດນີ້ແລ້ວ, ພວກເຂົາບໍ່ຄວນຖືກກຳຈັດອອກໄປແລ້ວບໍ? (ແມ່ນແລ້ວ.) ເມື່ອມັນກາຍເປັນສິ່ງທີ່ທົນບໍ່ໄດ້, ເມື່ອມັນເຖິງຂີດຈຳກັດ, ທຸກຄົນຄວນຮ່ວມມືກັນເພື່ອກຳຈັດພວກເຂົາອອກ. ນີ້ຄືການກຳຈັດໂຕເປັນໄພອອກຈາກເຮືອນຂອງພຣະເຈົ້າ, ມັນເປັນເລື່ອງທີ່ເຮັດໃຫ້ຜູ້ຄົນພໍໃຈຫຼາຍ. ຄົນແບບນີ້ເປັນພຽງຄົນຕໍ່າຕ້ອຍ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບໃນທ່າມກາງຄົນສ່ວນໃຫຍ່. ສິ່ງນີ້ກໍ່ໃຫ້ເກີດເປັນເຫດການທີ່ຮ້າຍແຮງທີ່ລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກ, ບັງຄັບໃຫ້ຜູ້ຄົນຕ້ອງມາເຕົ້າໂຮມກັນເພື່ອໂອ້ລົມ ແລະ ແກ້ໄຂບັນຫາທີ່ກ່ຽວຂ້ອງກັບຄົນຜູ້ນີ້. ການປະຕິບັດນີ້ແມ່ນສົມເຫດສົມຜົນ ເພາະການລົບກວນທີ່ເກີດຈາກຄົນຊົ່ວຊ້າໄດ້ທຳຮ້າຍຜູ້ຄົນຈໍານວນໜຶ່ງແລ້ວ. ເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສືບຕໍ່ກະທຳຄວາມຊົ່ວ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ແລະ ເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າຖືກທຳຮ້າຍອີກຕໍ່ໄປ, ຄົນຊົ່ວຊ້າຄວນຖືກຈັດການ ແລະ ສະລ້າງອອກໄປໂດຍໄວ. ຖ້າພວກເຂົາສາມາດລາຍງານຄຣິສຕະຈັກໄດ້ຫຼັງຈາກທີ່ຖືກກຳຈັດອອກ, ກໍຄວນສື່ສານກັບພວກເຂົາຢ່າງມີປັນຍາວ່າ: “ເຈົ້າບໍ່ໄດ້ຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກ. ຈົ່ງກັບບ້ານໄປແຍກຕົວຢູ່ຕ່າງຫາກ ແລະ ໄຕ່ຕອງຕົນເອງ. ເມື່ອເຈົ້າໄຕ່ຕອງຢ່າງເໝາະສົມແລ້ວ, ຈົ່ງຂຽນຈົດໝາຍສຳນຶກຜິດ ແລ້ວພວກເຮົາກໍຈະສາມາດຕ້ອນຮັບເຈົ້າກັບຄືນສູ່ຄຣິສຕະຈັກໄດ້. ສຳລັບຕອນນີ້, ເຈົ້າຄວນພະຍາຍາມຫາເງິນໃຫ້ຫຼາຍຂຶ້ນ ແລະ ມີຄວາມສຸກກັບຊີວິດ; ນອກຈາກນີ້, ຈົ່ງໄຕ່ຕອງເລື່ອງການເຊື່ອໃນພຣະເຈົ້າ. ດ້ວຍວິທີນີ້, ເຈົ້າກໍຈະບໍ່ລະເລີຍທັງສອງດ້ານ”. ແບບນີ້ເປັນແນວໃດ? (ດີ.) ພວກເຮົາຈະບໍ່ເວົ້າວ່າພວກເຂົາຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກ; ມັນເປັນພຽງແຕ່ວ່ານັບແຕ່ມື້ນີ້ເປັນຕົ້ນໄປ, ຄົນຜູ້ນີ້ຈະບໍ່ຢູ່ໃນຄຣິສຕະຈັກອີກຕໍ່ໄປ. ຈັດການແບບນີ້ເປັນແນວໃດ? (ດີ.) ດີຫຼາຍ! ບໍ່ຈຳເປັນຕ້ອງມີການຖຽງກັນ ຫຼື ການສະສາງບັນຊີ, ເປັນພຽງວິທີແກ້ໄຂທີ່ງ່າຍດາຍ ແລະ ຊັດເຈນ, ປ່ອຍໃຫ້ພວກເຂົາກັບໄປສູ່ໂລກເພື່ອເຮັດວຽກ, ຫາເງິນ ແລະ ດຳລົງຊີວິດຂອງຕົນເອງ. ສະຫຼຸບກໍຄື ຄວາມເປັນມະນຸດຂອງຜູ້ທີ່ມັກສວຍໂອກາດເອົາປຽບນັ້ນບໍ່ໄດ້ດີປານໃດ. ເຖິງແມ່ນວ່າຈະບໍ່ສາມາດເວົ້າໄດ້ວ່າເປັນຄວາມຊົ່ວຊ້າ ແຕ່ຄຸນລັກສະນະການມັກສວຍໂອກາດເອົາປຽບຂອງພວກເຂົາກໍເຮັດໃຫ້ພວກເຂົາໜ້າລຳຄານ ແລະ ໜ້າລັງກຽດຫຼາຍ. ພວກເຂົາໃຊ້ປະໂຫຍດຈາກທຸກໂອກາດທີ່ອາດຈະມີ! ເຖິງແມ່ນວ່າຄົນແບບນີ້ຈະບໍ່ໄດ້ກະທຳຜິດກົດໝາຍ ຫຼື ອາຊະຍາກຳ, ການຂັດຂວາງ ແລະ ການລົບກວນໃນໄລຍະຍາວທີ່ການກະທຳ ແລະ ພຶດຕິກຳຂອງພວກເຂົານຳມາສູ່ຊີວິດຄຣິສຕະຈັກ, ຜົນສະທ້ອນເຫຼົ່ານີ້ກໍຮ້າຍແຮງກວ່າການກະທຳທີ່ຊົ່ວຊ້າໃດໆ; ພວກມັນພຽງພໍທີ່ຈະກຳນົດວ່າພວກເຂົາເປັນຜູ້ບໍ່ເຊື່ອທີ່ປອມຕົວເຂົ້າມາ ຫຼື ຄົນຊົ່ວຊ້າທີ່ຈະຕ້ອງຖືກກຳຈັດອອກຈາກຄຣິສຕະຈັກ. ການເຮັດແບບນີ້ຈະຢຸດຢັ້ງການລົບກວນຄຣິສຕະຈັກ ແລະ ການລົບກວນອ້າຍເອື້ອຍນ້ອງໂດຍຜູ້ບໍ່ເຊື່ອໄດ້ຢ່າງສິ້ນເຊີງ.

ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້ກ່ຽວກັບວິທີການພິເສດໃນການຈັດການກັບຜູ້ທີ່ມັກສວຍໂອກາດເອົາປຽບ, ເປັນວິທີການທີ່ຖືກສ້າງຂຶ້ນໂດຍອີງໃສ່ສະຖານະການພິເສດຂອງການຂົ່ມເຫັງໃນແຜ່ນດິນໃຫຍ່. ໃນຄຣິສຕະຈັກຕ່າງປະເທດແມ່ນສາມາດກຳຈັດພວກເຂົາອອກໂດຍກົງໄດ້ເລີຍ. ຢ່າງໃດກໍຕາມ, ບໍ່ວ່າວິທີການຈັດການຈະແນໃສ່ຄົນປະເພດໃດກໍຕາມ, ສິ່ງສຳຄັນຄືຕ້ອງຮັບປະກັນວ່າມັນທັງມີຫຼັກການ ແລະ ທັງມີປັນຍາ. ຄຣິສຕະຈັກມີພຣະດຳລັດ ແລະ ກົດລະບຽບ ເຊິ່ງທັງໝົດນີ້ລ້ວນແຕ່ມີຈຸດປະສົງເພື່ອປົກປ້ອງຊີວິດຄຣິສຕະຈັກທີ່ເປັນປົກກະຕິສຳລັບອ້າຍເອື້ອຍນ້ອງ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງການປະຕິບັດໜ້າທີ່. ຖ້າໃຜລົບກວນຊີວິດຄຣິສຕະຈັກຂອງອ້າຍເອື້ອຍນ້ອງ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ, ສິ່ງນີ້ແມ່ນບໍ່ໄດ້ຮັບອະນຸຍາດ; ຄົນຜູ້ນັ້ນຈະເປັນທີ່ລັງກຽດຂອງພຣະເຈົ້າ. ແນ່ນອນວ່າ ການຄຸກຄາມ ຫຼື ການແຊກແຊງໃດໆຕໍ່ຊີວິດປະຈຳວັນຂອງອ້າຍເອື້ອຍນ້ອງກໍບໍ່ໄດ້ຮັບອະນຸຍາດເຊັ່ນກັນ. ນີ້ແມ່ນບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບຜິດຊອບແກ້ໄຂ. ອາດຈະມີບຸກຄົນທີ່ເປັນຍາດພີ່ນ້ອງ, ໝູ່ເພື່ອນ ຫຼື ຄົນຮູ້ຈັກຂອງອ້າຍເອື້ອຍນ້ອງ ເຊິ່ງຢູ່ພາຍໃຕ້ໜ້າກາກຂອງ “ອ້າຍເອື້ອຍນ້ອງ” ທີ່ສະແຫວງຫາທີ່ຈະດຶງດູດ ແລະ ນໍາພາອ້າຍເອື້ອຍນ້ອງໄປໃນທາງທີ່ຜິດ, ຂັດຂວາງພວກເຂົາຈາກການປະຕິບັດໜ້າທີ່ຂອງຕົນ. ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງມີພັນທະ ແລະ ຄວາມຮັບຜິດຊອບໃນການຈັດການກັບບຸກຄົນດັ່ງກ່າວ. ພຶດຕິກຳ ແລະ ການກະທຳຂອງພວກເຂົາຂັດຂວາງຄົນອື່ນຈາກການປະຕິບັດໜ້າທີ່ ແລະ ການຕິດຕາມພຣະເຈົ້າ ແລະ ຍັງກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ສະນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນອອກໜ້າແກ້ໄຂສະຖານະການ ແລະ ວາງຂໍ້ຫ້າມ. ແນ່ນອນວ່າ ພວກເຮົາມີວິທີການທີ່ເໝາະສົມໃນການຈັດການກັບບຸກຄົນດັ່ງກ່າວ. ບໍ່ຈຳເປັນຕ້ອງໃຊ້ການທຸບຕີ ຫຼື ການຮ້າຍດ່າ; ພວກເຮົາພຽງແຕ່ຊີ້ແຈງໃຫ້ພວກເຂົາເຫັນແກ່ນແທ້ຂອງບັນຫາຂອງພວກເຂົາ ແລະ ຂໍ້ກ່າວຫາ ແລະ ຂໍ້ກ່າວໂທດຈາກຜູ້ຄົນທີ່ພຣະເຈົ້າເລືອກສ່ວນຫຼາຍຕໍ່ພວກເຂົາ ເຊິ່ງໃນທີ່ສຸດກໍບອກພວກເຂົາວ່າ: “ການກຳຈັດເຈົ້າອອກແມ່ນການຕັດສິນໃຈທີ່ເຮັດຂຶ້ນ ແລະ ລົງນາມຮັບຮອງໂດຍຄົນສ່ວນຫຼາຍ. ບໍ່ວ່າເຈົ້າຈະເຫັນດີ ຫຼື ບໍ່, ຄຣິສຕະຈັກມີສິດອຳນາດໃນການຕັດສິນໃຈ ແລະ ຈັດການກັບເຈົ້າຕາມຄວາມເໝາະສົມ. ເຈົ້າຄວນເຊື່ອຟັງ”. ດັ່ງນັ້ນ, ບັນຫານີ້ກໍຈະຖືກແກ້ໄຂ ແລະ ການຈັດການດັ່ງກ່າວກໍເປັນໄປຕາມຫຼັກການຢ່າງສິ້ນເຊີງ. ສຳລັບຜູ້ທີ່ມັກສວຍໂອກາດເອົາປຽບ, ພວກເຂົາຄວນຖືກປະຕິບັດຕໍ່ ແລະ ຈັດການຕາມຫຼັກການ. ຖ້າພວກເຂົາຕ້ອງການຢືມເຄື່ອງຂອງບາງຢ່າງເພື່ອສວຍໂອກາດເອົາປຽບເຈົ້າ, ເຈົ້າສາມາດໃຫ້ພວກເຂົາຢືມໄດ້ຖ້າເຈົ້າຕ້ອງການ ຫຼື ປະຕິເສດຖ້າເຈົ້າບໍ່ຕ້ອງການ; ມັນເປັນການຕັດສິນໃຈຂອງເຈົ້າ. ການໃຫ້ພວກເຂົາຢືມເປັນການກະທຳທີ່ເມດຕາ; ການປະຕິເສດເປັນສິດຂອງເຈົ້າ. ຖ້າພວກເຂົາເວົ້າວ່າ “ບໍ່ແມ່ນວ່າພວກເຮົາເປັນອ້າຍເອື້ອຍນ້ອງກັນບໍ? ຂີ້ຖີ່ແທ້, ແມ່ນແຕ່ຂອງກໍບໍ່ໃຫ້ຢືມ!” ເຈົ້າສາມາດຕອບໄດ້ວ່າ: “ນີ້ແມ່ນຊັບສິນຂອງຂ້ອຍ ແລະ ຂ້ອຍມີສິດທີ່ຈະບໍ່ໃຫ້ຢືມ. ນີ້ສອດຄ່ອງກັບຫຼັກການ. ຢ່ານຳເອົາຄຳວ່າ ‘ພວກເຮົາລ້ວນແຕ່ເປັນອ້າຍເອື້ອຍນ້ອງກັນ’ ມາກົດດັນຂ້ອຍ; ສິ່ງທີ່ເຈົ້າເວົ້າມາບໍ່ແມ່ນຄວາມຈິງ. ນອກຈາກວ່າພຣະເຈົ້າຈະກ່າວວ່າ ‘ເຈົ້າຕ້ອງໃຫ້ລາວຢືມ’ ເທົ່ານັ້ນ ຂ້ອຍຈຶ່ງຈະໃຫ້ເຈົ້າຢືມ”. ບໍ່ມີໃຜມີສິດທີ່ຈະຂູດຮີດ ຫຼື ຢືມຊັບສິນສ່ວນຕົວໂດຍອ້າງຊື່ຄຣິສຕະຈັກ ຫຼື ແນວຄິດທີ່ວ່າ “ພວກເຮົາລ້ວນແຕ່ເປັນຜູ້ເຊື່ອ ແລະ ເປັນອ້າຍເອື້ອຍນ້ອງກັນ”. ນີ້ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ນີ້ຄືຄວາມຈິງ. ມີພຽງແຕ່ການຍຶດໝັ້ນໃນຄວາມຈິງນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນຄວາມຍຸຕິທຳໃຫ້ກັບທຸກຄົນໄດ້ ແລະ ທຸກຄົນຈຶ່ງຈະສາມາດມີຄວາມສຸກກັບສິດທິທີ່ແທ້ຈິງຂອງຕົນ. ແຕ່ຖ້າໃຜໃຊ້ຂໍ້ອ້າງວ່າ “ຄວາມຕ້ອງການຂອງວຽກງານໃນເຮືອນຂອງພຣະເຈົ້າ”, “ຄວາມຕ້ອງການຂອງວຽກງານຄຣິສຕະຈັກ” ຫຼື “ຄວາມຕ້ອງການຂອງອ້າຍເອື້ອຍນ້ອງ” ເພື່ອຂູດຮີດ ຫຼື ຢືມສິ່ງຂອງສ່ວນຕົວ, ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? (ບໍ່ສອດຄ່ອງ.) ເຈົ້າມີສິດທີ່ຈະປະຕິເສດຄຳຂໍທີ່ບໍ່ສອດຄ່ອງກັບຄວາມຈິງບໍ? (ມີ.) ຖ້າໃຜຮຽກເຈົ້າວ່າຂີ້ຖີ່ ຫຼື ຂີ້ໜຽວ ເພາະການປະຕິເສດ, ເຈົ້າຈະຢ້ານບໍ? (ບໍ່.) ຖ້າໃຜເອົາເລື່ອງນີ້ມາເຮັດເປັນເລື່ອງໃຫຍ່ ໂດຍອ້າງວ່າເຈົ້າບໍ່ສະໜັບສະໜູນວຽກງານຂອງຄຣິສຕະຈັກ ຫຼື ເຈົ້າຂາດຄວາມຮັກຕໍ່ອ້າຍເອື້ອຍນ້ອງ ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງປະຕິເສດ ແລະ ແຍກຕົວອອກຈາກເຈົ້າ, ເຈົ້າຈະຢ້ານບໍ? ເຈົ້າກໍຈະຍອມຖອຍ. ໃນເວລານັ້ນ, ເຈົ້າຈະຄິດວ່າ “ການໃຫ້ຢືມລົດຈະເປັນຫຍັງກັນ? ບໍ່ວ່າຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງຢືມກໍໄດ້. ດີທີ່ສຸດແມ່ນບໍ່ຄວນເຮັດໃຫ້ອ້າຍເອື້ອຍນ້ອງຜິດໃຈ. ການເຮັດໃຫ້ຄົນໜຶ່ງຜິດໃຈບໍ່ໜ້າຢ້ານ ແຕ່ຖ້າເຮັດໃຫ້ອ້າຍເອື້ອຍນ້ອງທຸກຄົນຜິດໃຈ ແລະ ໃຈຂອງພວກເຂົາເຢັນຊາຕໍ່ຂ້ອຍ, ເຮັດໃຫ້ຂ້ອຍຖືກແຍກຕົວຢູ່ຄົນດຽວ, ຂ້ອຍຄວນເຮັດແນວໃດ?” ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ມີຫຍັງໃຫ້ຕ້ອງຢ້ານ? ການທີ່ພວກເຂົາແຍກຕົວອອກຈາກເຈົ້າບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມຈິງ ຫຼື ການກະທຳຂອງພວກເຂົາສອດຄ່ອງກັບຄວາມຈິງ. ຄວາມຈິງກໍຄືຄວາມຈິງສະເໝີ. ມັນເປັນຄວາມຈິງບໍ່ວ່າຄົນສ່ວນໜ້ອຍ ຫຼື ຄົນສ່ວນຫຼາຍຈະເຫັນດີນຳ. ຖ້າປາສະຈາກຄວາມຈິງ, ເຖິງແມ່ນວ່າຄົນສ່ວນໜ້ອຍຈະຍອມຕໍ່ຄົນສ່ວນຫຼາຍ, ມັນກໍບໍ່ແມ່ນຄວາມຈິງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ການທີ່ຄົນໃດໜຶ່ງມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາເວົ້າຈາມ່ວນຫູສໍ່າໃດ ແຕ່ຂຶ້ນຢູ່ກັບວ່າພວກເຂົາສາມາດນຳເອົາຄວາມຈິງໄປປະຕິບັດ ແລະ ກະທຳຕາມຫຼັກການໄດ້ ຫຼື ບໍ່. ຕົວຢ່າງ: ເຈົ້າຊື້ຄອມພິວເຕີໃໝ່ເພື່ອຈຸດປະສົງໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ມີຄົນຢາກຢືມ ໂດຍອ້າງວ່າມັນສຳລັບວຽກງານຂອງຄຣິສຕະຈັກ. ເຈົ້າປະຕິເສດທີ່ຈະໃຫ້ພວກເຂົາຢືມ ແລະ ພວກເຂົາກໍເວົ້າວ່າ: “ເຈົ້າຂາດຄວາມຮັກ, ເຈົ້າບໍ່ຮັກພຣະເຈົ້າ, ເຈົ້າບໍ່ເສຍສະຫຼະຕົນເອງ. ແມ່ນແຕ່ການເສຍສະຫຼະພຽງໜ້ອຍໜຶ່ງເທົ່ານີ້ກໍຍັງເກີນຄວາມສາມາດຂອງເຈົ້າ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ພວກມັນສອດຄ່ອງກັບຄວາມຈິງບໍ? (ບໍ່.) ເຈົ້າຄວນຕອບວ່າ: “ຄອມພິວເຕີແມ່ນເພື່ອປະຕິບັດໜ້າທີ່ຂອງຂ້ອຍ. ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່, ສະນັ້ນ ຂ້ອຍຂາດຄອມພິວເຕີບໍ່ໄດ້. ຖ້າເຈົ້າຢືມຄອມພິວເຕີຂອງຂ້ອຍ, ມັນຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຂ້ອຍບໍ? ສິ່ງນັ້ນຈະສອດຄ່ອງກັບຄວາມຈິງບໍ? ເຈົ້າຕ້ອງການຄອມພິວເຕີເພື່ອຫຍັງແທ້? ເຈົ້າເວົ້າວ່າມັນສຳລັບວຽກງານຄຣິສຕະຈັກ; ຖ້າເປັນເຊັ່ນນັ້ນ, ເຈົ້າກໍຕ້ອງຫາຄົນມາພິສູດ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າມັນສຳລັບວຽກງານຄຣິສຕະຈັກ, ເຈົ້າກໍບໍ່ຄວນຢືມຈາກຂ້ອຍ. ຂ້ອຍຈະໃຊ້ຫຍັງປະຕິບັດໜ້າທີ່ຂອງຂ້ອຍ ຖ້າເຈົ້າເອົາຄອມພິວເຕີຂອງຂ້ອຍໄປ? ເຈົ້າເຫັນແກ່ໂຕເກີນໄປ! ຢ່າສວຍໃຊ້ຄວາມຕ້ອງການຂອງວຽກງານຄຣິສຕະຈັກເປັນຂໍ້ອ້າງເພື່ອສວຍໂອກາດເອົາປຽບ, ຂ້ອຍບໍ່ຫຼົງເຊື່ອດອກ. ຢ່າຄິດວ່າຂ້ອຍເປັນຄົນເບົາປັນຍາທີ່ບໍ່ຮູ້ຈັກແຍກແຍະ; ເຈົ້າກຳລັງຊອກຫາທາງສວຍໂອກາດເອົາປຽບ ແຕ່ມັນຈະບໍ່ເປັນແນວນັ້ນ!” ມັນຈຳເປັນຕ້ອງເວົ້າແບບນີ້ກັບຄົນແບບນີ້ ເພື່ອຫຼີກລ່ຽງການຕົກຢູ່ໃນກັບດັກຂອງຊາຕານ. ບັນຫານີ້ແກ້ໄຂງ່າຍບໍ? ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ກະທຳຕາມຫຼັກການ, ເຈົ້າກໍບໍ່ຕ້ອງຢ້ານສິ່ງທີ່ໃຜຈະເວົ້າ. ຢ່າໃສ່ໃຈການທີ່ພວກເຂົາຮຽກເຈົ້າໃນທາງບໍ່ດີເຊິ່ງບໍ່ມີຄວາມຈິງ; ຫຼັກຄຳສອນໜ້ອຍໜຶ່ງທີ່ພວກເຂົາເວົ້າອອກມານັ້ນບໍ່ສາມາດເຮັດໃຫ້ໃຜເຊື່ອໄດ້ເລີຍ. ການສະແດງອອກຂອງຄວາມເປັນມະນຸດຂອງຜູ້ທີ່ມັກສວຍໂອກາດເອົາປຽບ ແລະ ຫຼັກການໃນການຈັດການກັບພວກເຂົາກໍໄດ້ໂອ້ລົມກັນແບບງ່າຍໆພຽງເທົ່ານີ້.

ກ່ຽວກັບຜູ້ຄົນໃນຄຣິສຕະຈັກທີ່ມັກສວຍໂອກາດເອົາປຽບ, ໃນດ້ານໜຶ່ງ, ຜູ້ຄົນຕ້ອງແຍກແຍະພວກເຂົາໃຫ້ຖືກຕ້ອງ ແລະ ເປັນຈິງຫຼາຍຂຶ້ນ ແລະ ໃນອີກດ້ານໜຶ່ງ, ຜູ້ຄົນຕ້ອງເຂົ້າໃຈຄວາມຈິງ; ພວກເຂົາຕ້ອງເຂົ້າໃຈຢ່າງແຈ່ມແຈ້ງໃນໃຈກ່ຽວກັບຈຸດຢືນທີ່ພວກເຂົາຄວນມີຕໍ່ການເຊື່ອໃນພຣະເຈົ້າ, ວຽກງານທີ່ພວກເຂົາຄວນເຮັດ, ຫຼັກການທີ່ພວກເຂົາຄວນຍຶດຖື ແລະ ທັດສະນະຄະຕິທີ່ພວກເຂົາຄວນມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ຢ່າໄຫຼຕາມຝູງຊົນ ແລະ ທັງຢ່າຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ ແລະ ໂດຍສະເພາະຢ່າງຍິ່ງ ຢ່າສະຫຼະຫຼັກການ ແລະ ຈຸດຢືນທີ່ເຈົ້າຄວນມີ ເພື່ອເອົາໃຈບາງຄົນ ຈົນໃນທີ່ສຸດກໍເອົາໃຈຄົນ ແຕ່ເຮັດໃຫ້ພຣະເຈົ້າເຈັບປວດໃຈ, ເຮັດໃຫ້ພຣະເຈົ້າລັງກຽດເຈົ້າ. ຖ້າມັນເປັນການກະທຳທີ່ສອດຄ່ອງກັບຫຼັກການ, ເຖິງແມ່ນວ່າການກະທຳຂອງເຈົ້າຈະເຮັດໃຫ້ຄົນອື່ນຜິດໃຈ ຫຼື ເຮັດໃຫ້ເຈົ້າຖືກດ່າລັບຫຼັງ, ນັ້ນກໍບໍ່ແມ່ນເລື່ອງໃຫຍ່; ແຕ່ຖ້າມັນເປັນການກະທຳທີ່ບໍ່ສອດຄ່ອງກັບຫຼັກການ, ເຖິງແມ່ນວ່າການກະທຳນັ້ນຈະເຮັດໃຫ້ເຈົ້າໄດ້ຮັບການຍອມຮັບ ແລະ ການສະໜັບສະໜູນຈາກທຸກຄົນ ແລະ ເຂົ້າກັບທຸກຄົນໄດ້ດີ ແຕ່ສິ່ງໜຶ່ງກໍຄື ເຈົ້າບໍ່ສາມາດຮັບຜິດຊອບການກະທຳຂອງເຈົ້າຕໍ່ໜ້າພຣະເຈົ້າໄດ້. ເຈົ້າໄດ້ຮັບຄວາມສູນເສຍແລ້ວ. ຖ້າເຈົ້າຮັກສາຄວາມສຳພັນກັບຄົນສ່ວນຫຼາຍ, ເຮັດໃຫ້ພວກເຂົາມີຄວາມສຸກ ແລະ ພໍໃຈ ແລະ ໄດ້ຮັບຄຳຍ້ອງຍໍຈາກພວກເຂົາ ແຕ່ເຈົ້າລ່ວງເກີນພຣະເຈົ້າ, ພຣະຜູ້ສ້າງ, ເຈົ້າກໍເປັນຄົນໂງ່ທີ່ສຸດ. ສະນັ້ນ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງເຂົ້າໃຈຢ່າງແຈ່ມແຈ້ງວ່າມັນສອດຄ່ອງກັບຫຼັກການ ຫຼື ບໍ່, ມັນເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່, ທັດສະນະຄະຕິຂອງພຣະເຈົ້າຕໍ່ເລື່ອງນັ້ນເປັນແນວໃດ, ຈຸດຢືນທີ່ຜູ້ຄົນຄວນມີແມ່ນຫຍັງ, ຫຼັກການທີ່ຜູ້ຄົນຄວນຍຶດຖືແມ່ນຫຍັງ, ພຣະເຈົ້າໄດ້ສັ່ງສອນແນວໃດ ແລະ ເຈົ້າຄວນເຮັດແນວໃດ. ກ່ອນອື່ນໝົດ ເຈົ້າຄວນເຂົ້າໃຈເລື່ອງນີ້ໃຫ້ແຈ່ມແຈ້ງ. ການຄົບຫາຂອງເຈົ້າກັບຄົນອື່ນ ແລະ ການແລກປ່ຽນວັດຖຸສິ່ງຂອງ ແລະ ການພົວພັນຂອງເຈົ້າກັບຄົນອື່ນ, ສິ່ງເຫຼົ່ານີ້ສ້າງຂຶ້ນບົນພື້ນຖານຂອງການສອດຄ່ອງກັບຫຼັກການບໍ? ມັນສ້າງຂຶ້ນບົນພື້ນຖານຂອງການເຮັດໃຫ້ພຣະເຈົ້າພໍໃຈບໍ? ຖ້າບໍ່, ທຸກສິ່ງທີ່ເຈົ້າເຮັດ, ບໍ່ວ່າເຈົ້າຈະຮັກສາມັນໄດ້ດີສໍ່າໃດ, ເຮັດມັນໄດ້ສົມບູນແບບສໍ່າໃດ ຫຼື ໄດ້ຮັບຄຳຍ້ອງຍໍຈາກຄົນອື່ນຫຼາຍສໍ່າໃດ, ພຣະເຈົ້າກໍຈະບໍ່ຈົດຈຳ. ດັ່ງນັ້ນ, ຫຼັກການໃນການຄົບຫາ ແລະ ການພົວພັນຂອງເຈົ້າກັບໃຜກໍຕາມ ບໍ່ຄວນກ່ຽວຂ້ອງກັບວ່າພວກເຂົາສວຍໂອກາດເອົາປຽບເຈົ້າ ຫຼື ເຈົ້າສວຍໂອກາດເອົາປຽບພວກເຂົາ, ພວກມັນບໍ່ຄວນຖືກສ້າງຂຶ້ນບົນພື້ນຖານນີ້. ແຕ່ຫຼັກການເຫຼົ່ານີ້ຄວນກ່ຽວຂ້ອງກັບວ່າ ສິ່ງທີ່ພວກເຈົ້າເຮັດນັ້ນສອດຄ່ອງກັບຫຼັກການແຫ່ງຄວາມຈິງ ຫຼື ບໍ່. ເມື່ອນັ້ນຈຶ່ງຈະສາມາດຖືວ່າ “ເປັນຜົນມາຈາກຄວາມເຊື່ອໃນພຣະເຈົ້າຂອງພວກເຮົາ”; ເມື່ອນັ້ນຈຶ່ງຈະສາມາດເວົ້າໄດ້ວ່າ “ພວກເຮົາລ້ວນແຕ່ເປັນຜູ້ເຊື່ອ, ເປັນອ້າຍເອື້ອຍນ້ອງກັນ”; ເມື່ອນັ້ນຈຶ່ງຈະສາມາດຍຶດຖືສິ່ງນີ້ເປັນພື້ນຖານໄດ້. ນອກເໜືອຈາກເລື່ອງທີ່ກ່ຽວຂ້ອງກັບທາງເຂົ້າສູ່ຊີວິດ, ໜ້າທີ່ ແລະ ວຽກງານຄຣິສຕະຈັກ, ການພົວພັນອື່ນກໍບໍ່ຄວນອີງໃສ່ພື້ນຖານຂອງ “ອ້າຍເອື້ອຍນ້ອງ”. ຖ້າມັນບໍ່ກ່ຽວຂ້ອງກັບໜ້າທີ່, ທາງເຂົ້າສູ່ຊີວິດ ຫຼື ການພົວພັນທີ່ເປັນປົກກະຕິລະຫວ່າງຜູ້ຄົນ ແຕ່ມີຄົນໃຊ້ໜ້າກາກ “ອ້າຍເອື້ອຍນ້ອງ” ເປັນຂໍ້ອ້າງເພື່ອບັນລຸເປົ້າໝາຍບາງຢ່າງຢູ່ສະເໝີ, ພວກເຂົາກໍກຳລັງສະແຫວງຫາທີ່ຈະໃຊ້ຄຳເວົ້າ, ວິທີການ ແລະ ເງື່ອນໄຂທີ່ເອື້ອອຳນວຍດັ່ງກ່າວເປັນຂໍ້ອ້າງເພື່ອສວຍໂອກາດເອົາປຽບ ແລະ ວາງແຜນເພື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາຢ່າງບໍ່ຕ້ອງສົງໄສ. ຜູ້ຄົນທີ່ພຣະເຈົ້າເລືອກຄວນລະມັດລະວັງກ່ຽວກັບເລື່ອງນີ້, ຈັດການກັບບັນຫາແບບນີ້ດ້ວຍປັນຍາເພື່ອຫຼີກລ່ຽງການຖືກຫຼອກລວງ. ນີ້ກໍເພາະວ່າຄົນສ່ວນຫຼາຍໃນຄຣິສຕະຈັກບໍ່ເຂົ້າໃຈຄວາມຈິງ ແລະ ບາງຄົນກໍເປັນຜູ້ບໍ່ເຊື່ອ, ກະທຳການໂດຍບໍ່ມີຫຼັກການ ແລະ ກະທຳການໂດຍບໍ່ໄດ້ໄຕ່ຕອງ. ການທີ່ພວກເຂົາເຮັດສິ່ງຕ່າງໆພາຍໃຕ້ໜ້າກາກຂອງ “ອ້າຍເອື້ອຍນ້ອງ” ແມ່ນສິ່ງທີ່ສົ່ງອິດທິພົນ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້ງ່າຍທີ່ສຸດ. ຈຸດປະສົງຂອງການເວົ້າທັງໝົດນີ້ໃນມື້ນີ້ແມ່ນຫຍັງ? ກໍເພື່ອເຮັດໃຫ້ມັນແຈ່ມແຈ້ງວ່າ ບໍ່ວ່າຈະເປັນການສື່ສານ ຫຼື ການພົວພັນກັບຄົນອື່ນ, ພື້ນຖານຄວນອີງໃສ່ຫຼັກການແຫ່ງຄວາມຈິງ. ສິ່ງນີ້ຈະປ້ອງກັນການພົວພັນທີ່ບໍ່ເໝາະສົມລະຫວ່າງຜູ້ຄົນ; ແນ່ນອນວ່າ ມັນຍັງປ້ອງກັນບໍ່ໃຫ້ຜູ້ທີ່ມັກສວຍໂອກາດເອົາປຽບຊອກຫາຊ່ອງຫວ່າງເພື່ອສວຍໃຊ້ ແລະ ໃນຂະນະດຽວກັນກໍປ້ອງກັນບໍ່ໃຫ້ຜູ້ທີ່ເປັນຫ່ວງເລື່ອງໜ້າຕາຂອງຕົນເອງຫຼາຍເກີນໄປ ຫຼື ມີຄວາມເປັນມະນຸດທີ່ອ່ອນແອ ຈາກການຖືກສວຍໂອກາດເອົາປຽບ, ຖືກຫຼອກລວງ ແລະ ໄດ້ຮັບຄວາມສູນເສຍຢູ່ສະເໝີ. ເຖິງແມ່ນວ່າສະຖານະການຄອບຄົວຂອງຕົນເອງຈະລຳບາກຢ່າງຊັດເຈນ, ໃນທີ່ສຸດແລ້ວບາງຄົນກໍຈະ “ເຮັດໜ້າໃຫຍ່” ໂດຍທີ່ຕົນເອງເສຍປະໂຫຍດ ໂດຍການໃຫ້ຢືມເງິນທີ່ທີ່ຫາດ້ວຍເຫື່ອແຮງ ເພາະມີຄົນທີ່ມັກສວຍໂອກາດເອົາປຽບມາຂໍຢືມ ໂດຍອ້າງວ່າເລືອກຄົນເຫຼົ່ານີ້ເພາະພວກເຂົານັບຖືຄົນເຫຼົ່ານັ້ນຢ່າງສູງ. ຈະເກີດຫຍັງຂຶ້ນຫຼັງຈາກທີ່ໃຫ້ຢືມເງິນໄປແລ້ວ? ຜູ້ຢືມກໍຫາຍໜ້າໄປ. ຈາກນັ້ນ, ຜູ້ໃຫ້ຢືມກໍຈົ່ມໃຫ້ພຣະເຈົ້າທີ່ບໍ່ປົກປ້ອງພວກເຂົາ. ນີ້ມີເຫດຜົນບໍ? ເຈົ້າຄິດວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າເຈົ້າບໍ່ຈຳເປັນຕ້ອງຄິດເວລາເຮັດຫຍັງ, ວ່າພຣະເຈົ້າຈະດູແລທຸກຢ່າງບໍ? ນັ້ນບໍ່ໄດ້ເຮັດໃຫ້ເຈົ້າກາຍເປັນຄົນໄຮ້ປະໂຫຍດບໍ? ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເປັນຄົນສັດຊື່, ມີປັນຍາ ແລະ ກະທຳຕາມຫຼັກການແຫ່ງຄວາມຈິງ. ເຈົ້າເຂົ້າໃຈເລື່ອງນີ້ບໍ່ໄດ້ບໍ? ຖ້າເຈົ້າບໍ່ກະທຳຕາມຫຼັກການແຫ່ງຄວາມຈິງເຫຼົ່ານີ້, ເຈົ້າກໍສົມຄວນທີ່ຈະໄດ້ຮັບຄວາມສູນເສຍ ແລະ ຖືກຫຼອກລວງຢູ່ສະເໝີ. ໃນທີ່ສຸດ, ເມື່ອບໍ່ມີທາງອອກໃນຊີວິດຂອງເຈົ້າ, ເຈົ້າຈະໂທດໃຜໄດ້? ເຈົ້າເປັນຄົນເຮັດໃສ່ຕົວເອງ. ການກະທຳຂອງເຈົ້າບໍ່ໄດ້ເກີດຈາກຄວາມຮັກ; ພວກມັນເປັນຄວາມໂງ່ຈ້າ! ເຈົ້າໃຫ້ຄົນຂີ້ຕົວະຢືມເງິນເພື່ອເອົາໃຈພວກເຂົາ ແຕ່ເມື່ອເຈົ້າຕ້ອງການເງິນ, ເຈົ້າຈະຂໍຈາກເຮືອນຂອງພຣະເຈົ້າໄດ້ບໍ? ເຮືອນຂອງພຣະເຈົ້າຄວນຮັບຜິດຊອບເລື່ອງນີ້ແທນເຈົ້າບໍ? ໂດຍການຄາດຫວັງໃຫ້ເຮືອນຂອງພຣະເຈົ້າຈ່າຍຄ່າໃຊ້ຈ່າຍນີ້, ເຈົ້າບໍ່ໄດ້ເປັນໜີ້ບຸນຄຸນພຣະເຈົ້າບໍ? ຖ້າບໍ່ມີທາງອອກໃນຊີວິດ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າໄດ້ແນວໃດ? ຖ້າເຈົ້າອະທິຖານຫາພຣະເຈົ້າ, ພຣະເຈົ້າອາດຈະບໍ່ຕອບສະໜອງຕໍ່ເຈົ້າ; ສິ່ງນີ້ຈະເປັນກໍລະນີທີ່ເອີ້ນວ່າກຳຕາມສະໜອງ ແລະ ສົມຄວນແລ້ວ! ໃຜບອກໃຫ້ເຈົ້າໂງ່ແບບນັ້ນ! ພຣະເຈົ້າໄດ້ບອກໃຫ້ເຈົ້າໄວ້ວາງໃຈຄົນຜູ້ນັ້ນບໍ? ພຣະອົງໄດ້ບອກໃຫ້ເຈົ້າໃຫ້ພວກເຂົາຢືມເງິນບໍ? ພຣະອົງບໍ່ໄດ້ບອກ; ມັນເປັນການກະທຳສ່ວນຕົວຂອງເຈົ້າ, ບໍ່ໄດ້ເປັນຕົວແທນເຈດຕະນາຂອງພຣະເຈົ້າ. ຖ້າການກະທຳສ່ວນຕົວຂອງເຈົ້າຜິດພາດ ແລະ ນຳໄປສູ່ຜົນສະທ້ອນທີ່ບໍ່ດີ, ເຈົ້າກໍສາມາດຮັບຜິດຊອບດ້ວຍຕົນເອງເທົ່ານັ້ນ. ເປັນຫຍັງເຈົ້າຈຶ່ງຈະໃຫ້ເຮືອນຂອງພຣະເຈົ້າຮັບຜິດຊອບ ຫຼື ໃຫ້ພຣະເຈົ້າຮັບຜິດຊອບແທນເຈົ້າ? ເປັນຫຍັງຈຶ່ງຈົ່ມໃຫ້ພຣະເຈົ້າທີ່ບໍ່ປົກປ້ອງເຈົ້າ? ເຈົ້າເປັນຜູ້ໃຫຍ່ແລ້ວ; ເປັນຫຍັງຈຶ່ງບໍ່ມີວິຈາລະນະຍານຢ່າງທີ່ຜູ້ໃຫຍ່ຄວນມີ? ເຈົ້າຈະເອົາເງິນໃຫ້ຄົນໃດກໍໄດ້ຢືມບໍ ຖ້າເຂົາຂໍຢືມເງິນໃນສັງຄົມ? ເຈົ້າຕ້ອງຄິດເບິ່ງກ່ອນ, ບໍ່ແມ່ນບໍ? ເປັນຫຍັງເຈົ້າຈຶ່ງໃຫ້ຄົນໃດຄົນໜຶ່ງຢືມເງິນພຽງເພາະວ່າພວກເຂົາກ່າວເຖິງຄຳວ່າ “ອ້າຍເອື້ອຍນ້ອງ” ໃນຄຳຂໍຂອງພວກເຂົາ? ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າເຈົ້າໂງ່ຈ້າບໍ? ເຈົ້າບໍ່ພຽງແຕ່ໂງ່ຈ້າ ແຕ່ເຈົ້າໂງ່ແທ້ໆ; ໂງ່ຈ້າທີ່ສຸດ! ເຈົ້າຄິດວ່າອ້າຍເອື້ອຍນ້ອງທຸກຄົນເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ວ່າພວກເຂົາທຸກຄົນເຂົ້າໃຈຄວາມຈິງບໍ? ຢ່າງໜ້ອຍ ໜຶ່ງສ່ວນສາມຂອງພວກເຂົາບໍ່ຮັກຄວາມຈິງ ແລະ ເປັນຜູ້ບໍ່ເຊື່ອ. ເຈົ້າແຍກແຍະເລື່ອງນີ້ບໍ່ໄດ້ບໍ? ເຈົ້າຄິດວ່າອ້າຍເອື້ອຍນ້ອງທຸກຄົນເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ຖືກເລືອກໂດຍພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າບໍ່ຮູ້ບໍວ່າ “ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ”? ອ້າຍເອື້ອຍນ້ອງເປັນຕົວແທນຂອງໃຜ? ພວກເຂົາເປັນຕົວແທນຂອງມະນຸດຊາດທີ່ເສື່ອມຊາມ! ຖ້າເຈົ້າໄວ້ວາງໃຈພວກເຂົາ, ເຈົ້າບໍ່ໂງ່ຈ້າບໍ? ບໍ່ວ່າການກະທຳສ່ວນຕົວຂອງເຈົ້າຈະສົ່ງຜົນສະທ້ອນທີ່ບໍ່ດີແນວໃດກໍຕາມ, ຢ່າໄປຊອກຫາເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງ; ບໍ່ມີໃຜສາມາດຊົດໃຊ້ແທນເຈົ້າໄດ້ ແລະ ທັງບໍ່ມີໃຜມີພັນທະທີ່ຈະຮັບຜິດຊອບແທນເຈົ້າ. ເຈົ້າປຸງແຕ່ງຄວາມຂົມຂື່ນເອງ, ເຈົ້າກໍຕ້ອງຮັບເອົາມັນເອງ; ຄວາມຮັບຜິດຊອບເປັນຂອງເຈົ້າ. ນອກຈາກນີ້, ຢ່ານຳເອົາເລື່ອງເຫຼົ່ານີ້ເຂົ້າມາໃນຊີວິດຄຣິສຕະຈັກເພື່ອໂອ້ລົມ ແລະ ປຶກສາຫາລື; ບໍ່ມີໃຜຢາກຟັງ ແລະ ຄົນອື່ນກໍບໍ່ມີພັນທະທີ່ຈະຈັດການກັບເລື່ອງວຸ້ນວາຍຂອງເຈົ້າ. ຖ້າໃຜຕ້ອງການຊ່ວຍເຈົ້າຢ່າງແທ້ຈິງ, ພວກເຈົ້າທັງສອງສາມາດແກ້ໄຂເປັນການສ່ວນຕົວໄດ້. ເຂົ້າໃຈບໍ?

ການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້ກໍເພື່ອເປັນການເຕືອນຜູ້ຄົນ, ເປີດຄວາມຮູ້ໃຫ້ກວ້າງຂຶ້ນ ແລະ ເປັນສັນຍານເຕືອນໄພໃຫ້ພວກເຂົາ ໂດຍເຮັດໃຫ້ເຫັນແຈ້ງວ່າໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້ານັ້ນແມ່ນມີຄົນທຸກປະເພດ. ມີໜຶ່ງປະເດັນທີ່ສຳຄັນທີ່ພວກເຈົ້າຕ້ອງຈື່ໄວ້ ເຊິ່ງເຮົາໄດ້ກ່າວເຖິງຫຼາຍຄັ້ງແລ້ວຄື: ຜູ້ທີ່ເຊື່ອໃນພຣະເຈົ້າແມ່ນຖືກເລືອກມາຈາກມະນຸດຊາດທີ່ເສື່ອມຊາມ. ສິ່ງນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ສາມາດກະທຳຄວາມຊົ່ວໄດ້ໃນລະດັບຕ່າງໆກັນ ແລະ ໃນສະພາບການທີ່ເໝາະສົມ ກໍສາມາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າໄດ້. ນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ ແລະ ການມັກສວຍໂອກາດເອົາປຽບ ເຊິ່ງພວກເຮົາຫາກໍໂອ້ລົມກັນໄປນັ້ນ ແມ່ນສິ່ງທີ່ຜູ້ເຊື່ອເຮັດ; ຜູ້ບໍ່ມີຄວາມເຊື່ອບໍ່ກ່ຽວຂ້ອງກັບພວກເຮົາ, ສະນັ້ນ ພວກເຮົາຈະບໍ່ກ່າວເຖິງພວກເຂົາຢູ່ບ່ອນນີ້. ການສະແດງອອກຂອງຄວາມເປັນມະນຸດເຫຼົ່ານີ້ທີ່ພວກເຮົາໄດ້ໂອ້ລົມກັນ ແມ່ນການສະແດງອອກຂອງຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແນ່ນອນ. ສະນັ້ນ, ຢ່າຖືວ່າຄຳວ່າ “ອ້າຍເອື້ອຍນ້ອງ” ເປັນສິ່ງທີ່ຍິ່ງໃຫຍ່, ສູງສົ່ງ ຫຼື ສັກສິດ ແລະ ລ່ວງເກີນບໍ່ໄດ້. ຖ້າເຈົ້າເຮັດແບບນັ້ນ, ນັ້ນກໍເປັນຄວາມໂງ່ຈ້າຂອງເຈົ້າ. ພຣະເຈົ້າບໍ່ເຄີຍກ່າວວ່າ “ອ້າຍເອື້ອຍນ້ອງເປັນສິ່ງລໍ້າຄ່າ. ເມື່ອພວກເຂົາກາຍເປັນອ້າຍເອື້ອຍນ້ອງກັນແລ້ວ, ພວກເຂົາກໍຖືກເຮັດໃຫ້ສັກສິດ, ພວກເຂົາກາຍເປັນຄົນສະໜິດຂອງພຣະເຈົ້າ, ເປັນທີ່ໄວ້ວາງໃຈໄດ້ຢ່າງສົມບູນ; ເຈົ້າສາມາດໄວ້ວາງໃຈພວກເຂົາໄດ້ຢ່າງເຕັມທີ່ ແລະ ທຸກສິ່ງທີ່ພວກເຂົາເວົ້າ ຫຼື ເຮັດກໍຄືຄວາມຈິງ”. ສິ່ງນີ້ບໍ່ເຄີຍເກີດຂຶ້ນ; ສິ່ງເຫຼົ່ານີ້ແມ່ນແນວຄິດ ແລະ ຈິນຕະນາການຂອງເຈົ້າ. ຖ້າຈົນເຖິງປັດຈຸບັນ ເຈົ້າຍັງບໍ່ສາມາດເຫັນຄວາມໝາຍທີ່ແທ້ຈິງທີ່ຢູ່ເບື້ອງຫຼັງຄຳວ່າ “ອ້າຍເອື້ອຍນ້ອງ”, ເຈົ້າກໍໂງ່ຈ້າຢ່າງແທ້ຈິງ; ເຈົ້າໄດ້ຟັງຄຳເທດສະໜາຕະຫຼອດຫຼາຍປີນີ້ມາໂດຍໄຮ້ປະໂຫຍດ. ເຈົ້າບໍ່ໄດ້ຮູ້ແມ່ນແຕ່ວ່າຕົນເອງເປັນຄົນປະເພດໃດ ແຕ່ເຈົ້າກໍຍັງໄວ້ວາງໃຈຄົນອື່ນ ໂດຍຖືວ່າພວກເຂົາ ກໍຄືອ້າຍເອື້ອຍນ້ອງ ແມ່ນສິ່ງທີ່ສັກສິດ ແລະ ຍິ່ງໃຫຍ່, ເວົ້າຢູ່ບໍ່ເຊົາວ່າ “ອ້າຍເອື້ອຍນ້ອງບໍ່ມັກສິ່ງນີ້”, “ອ້າຍເອື້ອຍນ້ອງໃຈຮ້າຍ”, “ອ້າຍເອື້ອຍນ້ອງກຳລັງທົນທຸກ”, “ອ້າຍເອື້ອຍນ້ອງແບບນັ້ນແບບນີ້”, ໂດຍເວົ້າເຖິງອ້າຍເອື້ອຍນ້ອງດ້ວຍຄວາມຮັກແພງແບບນັ້ນ. ເຈົ້າເຄີຍເຫັນບ່ອນໃດໃນພຣະທຳຂອງພຣະເຈົ້າທີ່ກ່າວວ່າອ້າຍເອື້ອຍນ້ອງສູງສົ່ງ ແລະ ສັກສິດ, ເປັນທີ່ໄວ້ວາງໃຈໄດ້ຫຼາຍປານນັ້ນບໍ? ບໍ່ມີແມ່ນແຕ່ປະໂຫຍກດຽວ, ແມ່ນບໍ່? ແລ້ວເປັນຫຍັງເຈົ້າຈຶ່ງເບິ່ງພວກເຂົາແບບນັ້ນ? ນັ້ນສະແດງວ່າເຈົ້າເປັນພຽງຄົນໂງ່ຄົນໜຶ່ງ. ສະນັ້ນ, ບໍ່ວ່າເຈົ້າຈະໄດ້ຮັບຄວາມເສຍປຽບ ຫຼື ການສູນເສຍຈາກອ້າຍເອື້ອຍນ້ອງຫຼາຍສໍ່າໃດ, ນັ້ນກໍສົມຄວນແລ້ວ. ໃນທີ່ສຸດ, ການສູນເສຍ ແລະ ການເສຍປຽບທີ່ເຈົ້າໄດ້ຮັບນັ້ນ ກໍໃຫ້ຖືວ່າເປັນຄ່າຮຽນພິເສດ. ນີ້ຄືບົດຮຽນທີ່ເຈົ້າຕ້ອງຮັບເອົາ. ພວກເຈົ້າຕ້ອງຈື່ໄວ້ສະເໝີວ່າ: ອ້າຍເອື້ອຍນ້ອງບໍ່ໄດ້ເປັນຕົວແທນຂອງຄວາມຈິງ ແລ້ວແຮງໄກທີ່ພວກເຂົາຈະເປັນຕົວແທນຂອງພຣະເຈົ້າ; ພວກເຂົາບໍ່ເທົ່າທຽມກັບຄົນສະໜິດຂອງພຣະເຈົ້າ, ພະຍານຂອງພຣະເຈົ້າ ຫຼື ບຸດທີ່ຮັກຂອງພຣະເຈົ້າ. ອ້າຍເອື້ອຍນ້ອງແມ່ນໃຜ? ພວກເຂົາຄືມະນຸດທີ່ເສື່ອມຊາມ, ຄືກັນກັບເຈົ້າ; ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ, ບໍ່ຮັກຄວາມຈິງ, ລັງກຽດຄວາມຈິງ, ມີອຸປະນິໄສທີ່ອວດດີ, ມີອຸປະນິໄສທີ່ໂຫດຮ້າຍ ແລະ ຊົ່ວຊ້າ, ສາມາດຕັ້ງຕົນເປັນສັດຕູຂອງພຣະເຈົ້າໄດ້ໃນທຸກດ້ານ, ປະຕິບັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ ແລະ ແມ່ນແຕ່ສວຍໂອກາດເອົາປຽບອ້າຍເອື້ອຍນ້ອງຄົນອື່ນພາຍໃຕ້ໜ້າກາກຂອງການເຊື່ອໃນພຣະເຈົ້າ. ຈຸດປະສົງຂອງການເວົ້າທັງໝົດນີ້ແມ່ນຫຍັງ? ມັນບໍ່ແມ່ນເພື່ອຫວ່ານຄວາມແຕກແຍກລະຫວ່າງເຈົ້າກັບອ້າຍເອື້ອຍນ້ອງ ແຕ່ເພື່ອຊ່ວຍໃຫ້ເຈົ້າເຫັນທາດແທ້ຂອງທຸກຄົນຢ່າງແຈ່ມແຈ້ງ, ປະຕິບັດຕໍ່ຄຳວ່າ “ອ້າຍເອື້ອຍນ້ອງ” ຢ່າງຖືກຕ້ອງ, ປະຕິບັດຕໍ່ຄົນອ້ອມຂ້າງເຈົ້າຢ່າງຖືກຕ້ອງ ແລະ ສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເໝາະສົມກັບທຸກຄົນ. ຢ່າພະຍາຍາມສ້າງ ຫຼື ຮັກສາຄວາມສຳພັນທີ່ດີກັບຄົນອື່ນຜ່ານການໃຊ້ເສັ້ນສາຍ, ການແລກປ່ຽນວັດຖຸສິ່ງຂອງ, ການຍ້ອງຍໍ, ການປະຈົບປະແຈງ, ການກືນບໍ່ເຂົ້າຄາຍບໍ່ອອກ ຫຼື ວິທີການອື່ນໆແບບນັ້ນ ໂດຍມີເປົ້າໝາຍເພື່ອເຮັດໃຫ້ຕົນເອງເຂົ້າກັບອ້າຍເອື້ອຍນ້ອງໄດ້. ສິ່ງນີ້ບໍ່ຈຳເປັນ ແລະ ທຸກສິ່ງທີ່ເຈົ້າເຮັດໃນດ້ານນີ້ກໍເປັນຕາຊັງ ແລະ ເປັນທີ່ໜ້າລັງກຽດຕໍ່ພຣະເຈົ້າ. ແລ້ວວິທີການດຳລົງຊີວິດທີ່ດີທີ່ສຸດ, ທັດສະນະຄະຕິ ແລະ ຫຼັກການໃນການດຳລົງຊີວິດທີ່ດີທີ່ສຸດໃນທ່າມກາງຜູ້ຄົນແມ່ນຫຍັງ? ນັ້ນກໍຄືພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? ພຣະທຳກ່າວໃຫ້ສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເໝາະສົມ ແລະ ເປັນປົກກະຕິ. ຄວາມສຳພັນເຫຼົ່ານີ້ສ້າງຂຶ້ນໄດ້ແນວໃດ? ຈົ່ງພົວພັນ, ເວົ້າຈາ ແລະ ຄົບຫາກັບຄົນອື່ນໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຕົວຢ່າງ: ຖ້າໃຜກຳລັງຍ້າຍເຮືອນ ແລະ ຖາມວ່າເຈົ້າມີເວລາຊ່ວຍ ຫຼື ບໍ່, ຖ້າເຈົ້າເຕັມໃຈ, ເຈົ້າກໍສາມາດໄປໄດ້; ຖ້າເຈົ້າບໍ່ເຕັມໃຈ ເພາະຢ້ານວ່າມັນອາດຈະສົ່ງຜົນກະທົບຕໍ່ໜ້າທີ່ຂອງເຈົ້າ, ເຈົ້າກໍສາມາດປະຕິເສດໄດ້. ນີ້ຄືສິດຂອງເຈົ້າ ແລະ ແນ່ນອນວ່າ ກໍເປັນຫຼັກການທີ່ເຈົ້າຄວນປະຕິບັດຕາມ. ເຈົ້າບໍ່ຈຳເປັນຕ້ອງຍອມຄວາມ, ຕອບຕົກລົງຢ່າງບໍ່ເຕັມໃຈ ແລະ ປາກຢ່າງໜຶ່ງໃຈຢ່າງໜຶ່ງ ຍ້ອນຄວາມຢ້ານທີ່ຈະເຮັດໃຫ້ພວກເຂົາຜິດໃຈ ຫຼື ລົບກວນຄວາມສາມັກຄີໃນທ່າມກາງອ້າຍເອື້ອຍນ້ອງ ແລະ ຈາກນັ້ນກໍຮູ້ສຶກບໍ່ເຕັມໃຈໃນໃຈພາຍຫຼັງ ຈົນສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ເຈົ້າຮູ້ດີວ່າການເຮັດແບບນັ້ນຂັດກັບຫຼັກການ ແຕ່ເຈົ້າກໍຍັງປ່ອຍໃຫ້ຄົນອື່ນຂູດຮີດເຈົ້າ ແລະ ສັ່ງເຈົ້າໄປມາຄືກັບທາດ ເພື່ອເອົາໃຈພວກເຂົາ ແລະ ຮັກສາຄວາມສຳພັນທີ່ດີ. ການທີ່ເຈົ້າເອົາໃຈຄົນອື່ນບໍ່ແມ່ນການກະທຳທີ່ດີ ແລະ ພຣະເຈົ້າຈະບໍ່ຈົດຈຳ. ສິ່ງທີ່ເຈົ້າກຳລັງເຮັດເປັນພຽງການຮັກສາຄວາມສຳພັນລະຫວ່າງບຸກຄົນ; ເຈົ້າບໍ່ໄດ້ກະທຳເພື່ອວຽກງານຂອງຄຣິສຕະຈັກ ຫຼື ເພື່ອປະຕິບັດໜ້າທີ່ຂອງເຈົ້າ ແລ້ວແຮງບໍ່ແມ່ນຄວາມຮັບຜິດຊອບ ຫຼື ພັນທະຂອງເຈົ້າ. ພຣະເຈົ້າຈະບໍ່ຈົດຈຳການກະທຳແບບນັ້ນເລີຍ ແລະ ເຖິງແມ່ນວ່າເຈົ້າຈະເຮັດມັນ, ເຈົ້າກໍເຮັດໄປໂດຍໄຮ້ປະໂຫຍດ. ສະນັ້ນ, ເມື່ອພົບພໍ້ກັບເລື່ອງແບບນີ້, ເຈົ້າບໍ່ຄວນພິຈາລະນາຢ່າງຈິງຈັງ ແລະ ຮອບຄອບບໍວ່າຈະເລືອກແນວໃດ? ບາງຄົນຖືກຂໍໃຫ້ຊ່ວຍເຫຼືອ ແຕ່ທີ່ຈິງແລ້ວໜ້າທີ່ຂອງພວກເຂົາກໍເຮັດໃຫ້ພວກເຂົາຫຍຸ້ງຫຼາຍ ແລະ ພວກເຂົາຫາກໍຫາເວລາເຂົ້າຮ່ວມການເຕົ້າໂຮມ ຫຼື ເຮັດການອຸທິດຕົນທາງວິນຍານໄດ້. ພວກເຂົາບໍ່ຢາກໄປຢ່າງຊັດເຈນ ແລະ ຕາມຫຼັກການແລ້ວ, ພວກເຂົາກໍບໍ່ຄວນໄປ. ແຕ່ຍ້ອນວ່າພວກເຂົາຮັກສາໜ້າຕາຫຼາຍເກີນໄປ, ພວກເຂົາຈຶ່ງບໍ່ສາມາດເວົ້າຄຳວ່າບໍ່ໄດ້. ໃນທີ່ສຸດຈະເກີດຫຍັງຂຶ້ນ? ພວກເຂົາປ່ອຍໃຫ້ບຸກຄົນຊັ້ນຕໍ່າທີ່ສະແຫວງຫາຜົນປະໂຫຍດເຫຼົ່ານັ້ນສວຍໃຊ້ພວກເຂົາ, ໃຊ້ເວລາທີ່ຄວນຈະອຸທິດໃຫ້ກັບການເຂົ້າສູ່ຊີວິດຂອງພວກເຂົາໄປຢ່າງສິ້ນເປືອງ. ນີ້ບໍ່ແມ່ນການສູນເສຍບໍ? ສົມຄວນແລ້ວ! ການໄດ້ຮັບຄວາມສູນເສຍແບບນີ້ບໍ່ສົມຄວນໄດ້ຮັບຄວາມເຫັນໃຈ ຫຼື ຄວາມອີຕົນຈາກຄົນອື່ນເລີຍ. ເປັນຫຍັງຈຶ່ງເວົ້າວ່າເປັນການສູນເສຍທີ່ສົມຄວນແລ້ວ? ໃຜໃຊ້ໃຫ້ເຈົ້າບໍ່ໃສ່ໃຈພຣະທຳຂອງພຣະເຈົ້າ? ໃຜໃຊ້ໃຫ້ເຈົ້າຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ? ຖ້າເຈົ້າເລືອກທີ່ຈະບໍ່ເຮັດໃຫ້ຄົນອື່ນຜິດໃຈແທນທີ່ຈະຟັງພຣະທຳຂອງພຣະເຈົ້າ, ເຈົ້າກໍສົມຄວນໄດ້ຮັບການສູນເສຍນີ້ຢ່າງຍຸຕິທຳ! ບາງຄົນເວົ້າວ່າ “ຄົນເຮົາບໍ່ໄດ້ດຳລົງຊີວິດຢູ່ໃນສູນຍາກາດ; ມັນຕ້ອງມີການພົວພັນລະຫວ່າງຜູ້ຄົນ”. ສິ່ງທີ່ສຳຄັນຄືເຈົ້າພົວພັນແນວໃດ. ອັນໃດທີ່ສອດຄ່ອງກັບຫຼັກການແຫ່ງຄວາມຈິງ, ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງເຈົ້າຫຼາຍກວ່າກັນ: ການພົວພັນທີ່ອີງໃສ່ຫຼັກການ ຫຼື ການພົວພັນແບບບໍ່ມີຫຼັກການ, ການເປັນຄົນເອົາໃຈຄົນອື່ນທີ່ພະຍາຍາມເຮັດໃຫ້ທຸກສິ່ງສະດວກ? ເຈົ້າຮູ້ວ່າຈະເລືອກອັນໃດ, ບໍ່ແມ່ນບໍ? ຖ້າເຈົ້າຮູ້ວ່າຈະເລືອກແນວໃດ ແຕ່ເຈົ້າຍັງຍ່າງລົງໄປໃນຂຸມຕົມ, ຜົນສະທ້ອນສຸດທ້າຍກໍເປັນຂອງເຈົ້າພຽງຜູ້ດຽວທີ່ຈະຕ້ອງແບກຮັບ. ນີ້ບໍ່ແມ່ນເລື່ອງທີ່ເຫັນໄດ້ຊັດເຈນບໍ? (ແມ່ນແລ້ວ.)

ຍັງມີການສະແດງອອກເຖິງຄວາມເປັນມະນຸດຂອງຄົນຊົ່ວຊ້າອີກຫຼາຍຢ່າງ ແລະ ການໂອ້ລົມໃນມື້ນີ້ກໍມີຈຳກັດ ໂດຍສຸມໃສ່ພຽງແຕ່ດ້ານການມັກນໍາສະເໜີຂໍ້ເທັດຈິງວ່າເປັນຄວາມເທັດ ແລະ ຄວາມເທັດແມ່ນຂໍ້ເທັດຈິງ ແລະ ການມັກສວຍໂອກາດເອົາປຽບຄົນອື່ນ. ພາຍຫຼັງທີ່ໄດ້ຟັງກ່ຽວກັບສອງດ້ານນີ້ເທົ່ານັ້ນ ຄົນສ່ວນຫຼາຍຈຶ່ງເລີ່ມມີຄວາມຮູ້ສຶກ ແລະ ການແຍກແຍະແດ່ ໂດຍເວົ້າວ່າ “ຄວາມເປັນມະນຸດທີ່ບໍ່ດີເປັນແບບນີ້ເອງ!” ແຕ່ຄົນແບບນີ້ມີຢູ່ຈິງໃນຄຣິສຕະຈັກ, ແລ້ວຄວນເຮັດແນວໃດ? ການມີຢູ່ຂອງພວກເຂົາບໍ່ແມ່ນບັນຫາໃຫຍ່ ເພາະຄຣິສຕະຈັກມີຫຼັກການ ແລະ ລະບຽບການ; ສາມາດນຳໃຊ້ມາດຕະການທີ່ເໝາະສົມເພື່ອຈັດການກັບບຸກຄົນແບບນີ້ໄດ້. ຈຸດປະສົງຂອງການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້ໃນມື້ນີ້ກໍເພື່ອເຮັດໃຫ້ຄົນສ່ວນຫຼາຍມີຄວາມເຂົ້າໃຈ ແລະ ການແຍກແຍະທີ່ຊັດເຈນກ່ຽວກັບຄົນຊົ່ວຊ້າສອງປະເພດນີ້ ແລະ ຈາກນັ້ນກໍຮ່ວມຈິດຮ່ວມໃຈກັນເພື່ອກຳຈັດພວກເຂົາອອກ.

ວັນທີ 20 ພະຈິກ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (23)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້