ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີສິບໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ເກັບຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ”. ການໂອ້ລົມກ່ຽວກັບຂໍ້ທີສິບແມ່ນກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ ກ່ຽວກັບບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ໃນຂະນະດຽວກັນ, ມັນກໍໄດ້ເປີດໂປງໂດຍການສົມທຽບການສະແດງອອກຕ່າງໆຂອງຜູ້ນໍາປອມ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດ ແລະ ສາມາດເຮັດໄດ້ໃນວຽກງານແຕ່ລະລາຍການຂອງເຮືອນຂອງພຣະເຈົ້າສຳເລັດ, ແລ້ວພວກເຂົາກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ; ຖ້າພວກເຂົາບໍ່ເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ແລ້ວກໍເປັນທີ່ຊັດເຈນວ່າພວກເຂົາແມ່ນຜູ້ນໍາປອມ. ກ່ຽວກັບຂໍ້ທີສິບ, ແນ່ນອນວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານການເກັບຮັກສາ ແລະ ການຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ດີ, ສິ່ງຂອງເຫຼົ່ານັ້ນບໍ່ໄດ້ຮັບການປົກປັກຮັກສາເປັນຢ່າງດີ ຫຼື ອາດຈະບໍ່ໄດ້ຮັບການປົກປັກຮັກສາເລີຍດ້ວຍຊໍ້າ ແລະ ຜູ້ນໍາປອມກໍເຮັດໃຫ້ການຈັດສັນຂອງພວກເຂົາສັບສົນວຸ້ນວາຍ. ພວກເຂົາອາດຈະບໍ່ໄດ້ເອົາໃຈໃສ່ວຽກງານນີ້ຢ່າງຈິງຈັງເລີຍດ້ວຍຊໍ້າ. ເຖິງແມ່ນວ່າມັນເປັນວຽກງານທົ່ວໄປ, ມັນກໍຍັງເປັນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ ແລະ ເປັນວຽກງານທີ່ພວກເຂົາຄວນເຮັດ. ໂດຍບໍ່ຄຳນຶງວ່າພວກເຂົາຈະເຮັດວຽກງານນັ້ນດ້ວຍຕົນເອງ ຫຼື ຈັດຫາຄົນທີ່ເໝາະສົມມາເຮັດ ແລະ ດຳເນີນການຕິດຕາມກວດກາ, ກວດສອບ, ຕິດຕາມ ແລະ ອື່ນໆ, ໃນກໍລະນີໃດກໍຕາມ, ວຽກງານນີ້ແມ່ນບໍ່ສາມາດແຍກອອກຈາກຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້, ພວກມັນກ່ຽວຂ້ອງກັນໂດຍກົງ. ສະນັ້ນ, ເມື່ອເວົ້າເຖິງວຽກງານນີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປົກປັກຮັກສາຢ່າງຖືກຕ້ອງ ແລະ ຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ, ພວກເຂົາກໍບໍ່ໄດ້ເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ພວກເຂົາກໍບໍ່ໄດ້ເຮັດວຽກງານຂອງພວກເຂົາໄດ້ດີ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ດຳເນີນການເປີດໂປງ ແລະ ໄຈ້ແຍກແບບງ່າຍດາຍກ່ຽວກັບການສະແດງອອກທີ່ຜູ້ນໍາປອມສະແດງອອກໃນຂະນະທີ່ຈັດການກັບລາຍການວຽກງານທົ່ວໄປນີ້ ແລະ ພວກເຮົາກໍໄດ້ຍົກຕົວຢ່າງຈຳນວນໜຶ່ງ. ຖ້າໃຜຜູ້ໜຶ່ງເປັນຜູ້ນໍາປອມ, ແລ້ວພວກເຂົາກໍບໍ່ໄດ້ເຮັດຄວາມຮັບຜິດຊອບຂອງຕົນໃນວຽກງານນີ້ໃຫ້ສຳເລັດຢ່າງແນ່ນອນ ແລະ ວຽກງານທີ່ພວກເຂົາເຮັດກໍບໍ່ໄດ້ມາດຕະຖານ. ນີ້ກໍເພາະວ່າຜູ້ນໍາປອມບໍ່ເຄີຍໃສ່ໃຈວຽກງານຕົວຈິງ, ເມື່ອຈັດແຈງແລ້ວ, ພວກເຂົາກໍຖືວ່າຈົບສິ້ນ ແລະ ພວກເຂົາບໍ່ເຄີຍຕິດຕາມ ຫຼື ເຂົ້າຮ່ວມໃນວຽກງານດັ່ງກ່າວ. ເຫດຜົນຫຼັກອີກຢ່າງໜຶ່ງກໍຄື ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຂອງວຽກງານໃດໆທີ່ພວກເຂົາເຮັດ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຢູ່ລ້າໆໃນວຽກງານຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດກໍບໍ່ສອດຄ່ອງກັບຫຼັກການ ແລະ ກົດທີ່ເຮືອນຂອງພຣະເຈົ້າກຳນົດໄວ້ ຫຼື ແມ່ນແຕ່ບໍ່ສອດຄ່ອງກັບຫຼັກການເລີຍ. ການບໍ່ສອດຄ່ອງກັບຫຼັກການໝາຍຄວາມວ່າແນວໃດ? ຄວາມໝາຍຂອງມັນກໍຄື ພວກເຂົາກຳລັງກະທຳການຕາມອຳເພີໃຈ, ປະພຶດຢ່າງຂາດວິໄນໂດຍອີງໃສ່ຈິນຕະນາການ, ເຈດຕະນາ ແລະ ຄວາມຮູ້ສຶກຂອງພວກເຂົາ ແລະ ອື່ນໆ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ມີການສະແດງອອກຫຼັກສອງຢ່າງຂອງຜູ້ນໍາປອມ ເມື່ອເວົ້າເຖິງລາຍການນີ້ໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: ຢ່າງທຳອິດແມ່ນພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ຢ່າງທີສອງແມ່ນພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້, ສະນັ້ນພວກເຂົາຈຶ່ງບໍ່ສາມາດເຮັດວຽກງານຕົວຈິງໄດ້. ສິ່ງເຫຼົ່ານີ້ແມ່ນການສະແດງອອກພື້ນຖານ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ໂອ້ລົມ ແລະ ເປີດໂປງວ່າຄວາມເປັນມະນຸດຂອງຜູ້ນໍາປອມສະແດງອອກແນວໃດໃນການຈັດການວຽກງານທົ່ວໄປປະເພດນີ້. ແມ່ນແຕ່ວຽກງານທີ່ງ່າຍດາຍພຽງຢ່າງດຽວນີ້, ຜູ້ນໍາປອມກໍບໍ່ສາມາດເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້. ພວກເຂົາມີຄວາມສາມາດທີ່ຈະເຮັດວຽກງານນີ້, ແຕ່ພວກເຂົາບໍ່ລົງມືເຮັດ. ສິ່ງນີ້ກ່ຽວຂ້ອງກັບຄຸນລັກສະນະ ແລະ ຄວາມເປັນມະນຸດຂອງຄົນປະເພດນີ້. ມີບັນຫາຫຍັງກັບຄວາມເປັນມະນຸດຂອງພວກເຂົາ? ຈິດໃຈຂອງພວກເຂົາບໍ່ຊື່ຕົງ ແລະ ຄຸນລັກສະນະຂອງພວກເຂົາກໍຕໍ່າຕ້ອຍ. ໂດຍພື້ນຖານແລ້ວ ພວກເຮົາໄດ້ໂອ້ລົມກັນຈົບແລ້ວກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຫຼັກການທົ່ວໄປ ແລະ ການສະແດງອອກຕ່າງໆຂອງຜູ້ນໍາປອມພາຍໃຕ້ຂໍ້ທີສິບ. ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ຂໍ້ທີສິບເອັດ: ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ການເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ

ເຄື່ອງຖວາຍແມ່ນຫຍັງ

ເນື້ອໃນຂອງຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ: “ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ການເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ”. ໃນວຽກງານນີ້, ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ວຽກງານຫຼັກທີ່ພວກເຂົາຕ້ອງເຮັດແມ່ນຫຍັງ? (ການປົກປ້ອງເຄື່ອງຖວາຍຢ່າງເໝາະສົມ.) ຂໍ້ທີສິບແມ່ນກ່ຽວກັບການປົກປັກຮັກສາ ແລະ ການຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ; ຂໍ້ນີ້ແມ່ນກ່ຽວກັບການປົກປ້ອງເຄື່ອງຖວາຍຢ່າງເໝາະສົມ. ບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍຂອງມັນແມ່ນຂ້ອນຂ້າງຄ້າຍຄືກັນ, ແຕ່ພວກມັນຄືກັນບໍ? (ບໍ່.) ແມ່ນຫຍັງຄືຄວາມແຕກຕ່າງ? (ເຄື່ອງຖວາຍສ່ວນໃຫຍ່ໝາຍເຖິງເງິນ.) ເງິນແມ່ນດ້ານໜຶ່ງຂອງມັນ. ບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍແຕກຕ່າງກັນໃນລັກສະນະແນວໃດ? ໜັງສືພຣະທຳຂອງພຣະເຈົ້າແມ່ນເຄື່ອງຖວາຍບໍ? ເຄື່ອງຈັກຕ່າງໆທີ່ໃຊ້ສຳລັບວຽກງານແມ່ນເຄື່ອງຖວາຍບໍ? ເຄື່ອງໃຊ້ປະຈຳວັນຕ່າງໆທີ່ເຮືອນຂອງພຣະເຈົ້າຊື້ແມ່ນເຄື່ອງຖວາຍບໍ? (ບໍ່ແມ່ນ.) ແລ້ວສິ່ງເຫຼົ່ານີ້ແມ່ນຫຍັງ? ໃນເຮືອນຂອງພຣະເຈົ້າ, ໜັງສືພຣະທຳຂອງພຣະເຈົ້າທັງໝົດ ແລະ ອຸປະກອນປະເພດຕ່າງໆທັງໝົດທີ່ຈຳເປັນສຳລັບວຽກງານຂອງຕົນທີ່ຈັດຊື້ດ້ວຍເງິນທີ່ຖວາຍໂດຍຜູ້ທີ່ພຣະເຈົ້າເລືອກ, ລວມທັງສິ່ງຂອງຕ່າງໆ ເຊັ່ນ: ກ້ອງຖ່າຍຮູບ, ເຄື່ອງບັນທຶກສຽງ, ຄອມພິວເຕີ ແລະ ໂທລະສັບມືຖື, ທັງໝົດເຫຼົ່ານີ້ແມ່ນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ນອກເໜືອຈາກສິ່ງເຫຼົ່ານີ້, ໂຕະ, ຕັ່ງ, ຕັ່ງຍາວ, ອາຫານ ແລະ ເຄື່ອງໃຊ້ປະຈຳວັນອື່ນໆ ກໍແມ່ນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເຊັ່ນກັນ. ສິ່ງຂອງເຫຼົ່ານີ້ບາງອັນແມ່ນຊື້ໂດຍອ້າຍເອື້ອຍນ້ອງ ແລະ ສ່ວນອື່ນໆ, ເຮືອນຂອງພຣະເຈົ້າກໍຊື້ດ້ວຍເຄື່ອງຖວາຍ; ພວກມັນທັງໝົດຖືກຈັດປະເພດເປັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ນີ້ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ. ຕອນນີ້ພວກເຮົາຈະມາເບິ່ງສິ່ງທີ່ສຳຄັນທີ່ພວກເຮົາຈະໂອ້ລົມກັນພາຍໃຕ້ຂໍ້ທີສິບເອັດ: ເຄື່ອງຖວາຍ. ເຄື່ອງຖວາຍແມ່ນຫຍັງກັນແທ້? ຂອບເຂດຂອງມັນຖືກກຳນົດແນວໃດ? ກ່ອນທີ່ພວກເຮົາຈະໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນເປັນສິ່ງຈຳເປັນທີ່ຈະຕ້ອງທຳຄວາມກະຈ່າງແຈ້ງກ່ຽວກັບຄຳຖາມທີ່ວ່າເຄື່ອງຖວາຍແມ່ນຫຍັງ. ເຖິງແມ່ນວ່າຄົນສ່ວນໃຫຍ່ເຄີຍເຊື່ອໃນພຣະເຢຊູໃນອະດີດ ແລະ ໄດ້ຍອມຮັບເອົາວຽກງານຂັ້ນຕອນນີ້ເປັນເວລາຫຼາຍປີ, ແນວຄິດຂອງພວກເຂົາກ່ຽວກັບເຄື່ອງຖວາຍກໍຍັງຄົງບໍ່ຊັດເຈນ. ພວກເຂົາບໍ່ແນ່ໃຈວ່າເຄື່ອງຖວາຍແມ່ນຫຍັງແທ້. ບາງຄົນຈະເວົ້າວ່າເຄື່ອງຖວາຍແມ່ນເງິນ ແລະ ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ, ໃນຂະນະທີ່ຄົນອື່ນໆຈະເວົ້າວ່າ ຫຼັກໆແລ້ວເຄື່ອງຖວາຍໝາຍເຖິງເງິນ. ຄຳກ່າວໃດໃນສອງຢ່າງນີ້ທີ່ຖືກຕ້ອງ? (ຕາບໃດທີ່ສິ່ງໃດໜຶ່ງຖືກຖວາຍໃຫ້ແກ່ພຣະເຈົ້າ, ບໍ່ວ່າຈະເປັນເງິນ ຫຼື ສິ່ງຂອງໃດກໍຕາມ, ໃຫຍ່ ຫຼື ນ້ອຍ, ມັນກໍແມ່ນເຄື່ອງຖວາຍ.) ນັ້ນແມ່ນບົດສະຫຼຸບທີ່ຂ້ອນຂ້າງຖືກຕ້ອງ. ຕອນນີ້ເມື່ອຂອບເຂດ ແລະ ຂີດຈຳກັດຂອງເຄື່ອງຖວາຍຊັດເຈນແລ້ວ, ໃຫ້ເຮົານິຍາມຢ່າງຖືກຕ້ອງວ່າເຄື່ອງຖວາຍແມ່ນຫຍັງກັນແທ້, ເພື່ອໃຫ້ທຸກຄົນສາມາດເຂົ້າໃຈແນວຄິດນີ້ໄດ້ຢ່າງຊັດເຈນ.

ກ່ຽວກັບເລື່ອງເຄື່ອງຖວາຍ, ພຣະຄໍາພີໄດ້ບັນທຶກໄວ້ວ່າ ໃນເບື້ອງຕົ້ນພຣະເຈົ້າໄດ້ຂໍໃຫ້ມະນຸດຖວາຍໜຶ່ງສ່ວນສິບໃຫ້ແກ່ພຣະເຈົ້າ, ນີ້ຄືເຄື່ອງຖວາຍ. ບໍ່ວ່າຈຳນວນທີ່ຖວາຍຈະຫຼາຍ ຫຼື ໜ້ອຍ ແລະ ບໍ່ວ່າຈະຖວາຍຫຍັງ, ບໍ່ວ່າຈະເປັນເງິນ ຫຼື ວັດຖຸສິ່ງຂອງ, ຕາບໃດທີ່ມັນເປັນໜຶ່ງສ່ວນສິບຂອງລາຍໄດ້ຂອງບຸກຄົນທີ່ຄວນຖວາຍ, ມັນກໍແມ່ນເຄື່ອງຖວາຍຢ່າງແນ່ນອນ. ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຂໍຈາກມະນຸດ, ເປັນສິ່ງທີ່ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖວາຍໃຫ້ແກ່ພຣະເຈົ້າ. ໜຶ່ງສ່ວນສິບທີ່ຕ້ອງຖວາຍນີ້ແມ່ນດ້ານໜຶ່ງຂອງເຄື່ອງຖວາຍ. ບາງຄົນຖາມວ່າ: “ໜຶ່ງສ່ວນສິບນັ້ນໝາຍເຖິງເງິນເທົ່ານັ້ນບໍ?” ບໍ່ຈຳເປັນ. ຕົວຢ່າງ, ຖ້າຄົນຜູ້ໜຶ່ງເກັບກ່ຽວທັນຍາພືດໄດ້ສິບເອເຄີ, ບໍ່ວ່າຈະມີທັນຍາພືດຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວທັນຍາພືດໃນໜຶ່ງເອເຄີກໍຄວນຖືກຖວາຍໃຫ້ແກ່ພຣະເຈົ້າ, ໜຶ່ງສ່ວນສິບນີ້ແມ່ນສິ່ງທີ່ຜູ້ຄົນຄວນຖວາຍ. ສະນັ້ນ, ແນວຄິດຂອງ “ໜຶ່ງສ່ວນສິບ” ບໍ່ພຽງແຕ່ໝາຍເຖິງເງິນເທົ່ານັ້ນ, ມັນບໍ່ໄດ້ໝາຍຄວາມວ່າເມື່ອຄົນຜູ້ໜຶ່ງຫາເງິນໄດ້ໜຶ່ງພັນຢວນ, ພວກເຂົາຕ້ອງຖວາຍໃຫ້ພຣະເຈົ້າໜຶ່ງຮ້ອຍຢວນ, ແທນທີ່ຈະເປັນແນວນັ້ນ ມັນໝາຍເຖິງທຸກສິ່ງທີ່ຜູ້ຄົນໄດ້ຮັບ, ເຊິ່ງກວມເອົາຫຼາຍກວ່ານັ້ນ, ລວມທັງວັດຖຸສິ່ງຂອງ ແລະ ເງິນ. ນີ້ແມ່ນສິ່ງທີ່ພຣະຄໍາພີເວົ້າເຖິງ. ແນ່ນອນວ່າ, ໃນປັດຈຸບັນນີ້ ເຮືອນຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມພຣະຄໍາພີຢ່າງເຂັ້ມງວດໃນການຮຽກຮ້ອງໃຫ້ຜູ້ຄົນຖວາຍໜຶ່ງສ່ວນສິບຂອງທຸກສິ່ງທີ່ພວກເຂົາໄດ້ຮັບ. ໃນທີ່ນີ້, ຂ້າພະເຈົ້າພຽງແຕ່ກຳລັງໂອ້ລົມກັນ ແລະ ເຜີຍແຜ່ແນວຄິດ ແລະ ນິຍາມຂອງ “ໜຶ່ງສ່ວນສິບ” ເທົ່ານັ້ນ, ເພື່ອໃຫ້ຜູ້ຄົນຮູ້ວ່າໜຶ່ງສ່ວນສິບທີ່ຕ້ອງຖວາຍນັ້ນແມ່ນດ້ານໜຶ່ງຂອງເຄື່ອງຖວາຍ. ຂ້າພະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນຖວາຍໜຶ່ງສ່ວນສິບ; ການທີ່ຜູ້ຄົນຈະຖວາຍຫຼາຍເທົ່າໃດແມ່ນຂຶ້ນກັບຄວາມເຂົ້າໃຈສ່ວນຕົວ ແລະ ຄວາມເຕັມໃຈຂອງພວກເຂົາ ແລະ ເຮືອນຂອງພຣະເຈົ້າກໍບໍ່ມີຂໍ້ກຳນົດເພີ່ມເຕີມໃດໆກ່ຽວກັບເລື່ອງນີ້.

ອີກລັກສະນະໜຶ່ງຂອງເຄື່ອງຖວາຍແມ່ນສິ່ງທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າ. ຖ້າເວົ້າໃນຄວາມໝາຍກວ້າງ, ແນ່ນອນວ່ານີ້ກໍລວມເຖິງໜຶ່ງສ່ວນສິບທີ່ຕ້ອງຖວາຍເຊັ່ນກັນ; ຖ້າເວົ້າໂດຍສະເພາະແລ້ວ, ນອກເໜືອຈາກໜຶ່ງສ່ວນສິບທີ່ຕ້ອງຖວາຍ, ສິ່ງໃດກໍຕາມທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າກໍລ້ວນແລ້ວແຕ່ຢູ່ໃນປະເພດຂອງເຄື່ອງຖວາຍ. ສິ່ງທີ່ຖວາຍໃຫ້ແກ່ພຣະເຈົ້າກວມເອົາຂອບເຂດທີ່ກວ້າງຂວາງ, ຕົວຢ່າງ, ອາຫານ, ເຄື່ອງໃຊ້, ເຄື່ອງໃຊ້ປະຈຳວັນ, ອາຫານເສີມເພື່ອສຸຂະພາບ, ຕະຫຼອດຈົນງົວ, ແກະ ແລະ ອື່ນໆທີ່ຖືກຖວາຍເທິງແທ່ນບູຊາໃນສະໄໝພຣະຄໍາພີເດີມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເຄື່ອງຖວາຍ. ການທີ່ສິ່ງໃດໜຶ່ງຈະເປັນເຄື່ອງຖວາຍ ຫຼື ບໍ່ແມ່ນຂຶ້ນກັບເຈດຕະນາຂອງຜູ້ຖວາຍ; ຖ້າຜູ້ຖວາຍເວົ້າວ່າສິ່ງນີ້ຖືກຖວາຍໃຫ້ແກ່ພຣະເຈົ້າ, ບໍ່ວ່າຈະຖືກມອບໃຫ້ພຣະເຈົ້າໂດຍກົງ ຫຼື ວາງໄວ້ໃນເຮືອນຂອງພຣະເຈົ້າເພື່ອການປົກປັກຮັກສາ, ມັນກໍຕົກຢູ່ໃນປະເພດຂອງເຄື່ອງຖວາຍ ແລະ ຜູ້ຄົນບໍ່ສາມາດແຕະຕ້ອງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ເມື່ອຄົນໃດໜຶ່ງຊື້ຄອມພິວເຕີຊັ້ນດີ ແລະ ຖວາຍໃຫ້ແກ່ພຣະເຈົ້າ, ມັນກໍກາຍເປັນເຄື່ອງຖວາຍ; ເມື່ອຄົນໃດໜຶ່ງຊື້ລົດໃຫ້ພຣະເຈົ້າ, ມັນກໍກາຍເປັນເຄື່ອງຖວາຍ; ເມື່ອຄົນໃດໜຶ່ງຊື້ອາຫານເສີມເພື່ອສຸຂະພາບສອງຂວດ ແລະ ຖວາຍໃຫ້ແກ່ພຣະເຈົ້າ, ຂວດເຫຼົ່ານັ້ນກໍກາຍເປັນເຄື່ອງຖວາຍ. ບໍ່ມີຄຳນິຍາມທີ່ສະເພາະເຈາະຈົງວ່າວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້ານັ້ນແມ່ນຫຍັງ. ສະຫຼຸບແລ້ວ, ມັນເປັນຂອບເຂດທີ່ກວ້າງຂວາງຫຼາຍ, ມັນຄືສິ່ງຕ່າງໆທີ່ຜູ້ທີ່ຕິດຕາມພຣະອົງຖວາຍໃຫ້ແກ່ພຣະເຈົ້າ. ບາງຄົນອາດຈະເວົ້າວ່າ: “ຕອນນີ້ພຣະເຈົ້າໄດ້ບັງເກີດເປັນມະນຸດຢູ່ເທິງໂລກ ແລະ ສິ່ງທີ່ຖວາຍໃຫ້ພຣະອົງກໍເປັນຂອງພຣະອົງ, ແຕ່ຖ້າຫາກພຣະອົງບໍ່ໄດ້ຢູ່ເທິງໂລກເດ? ເມື່ອພຣະເຈົ້າສະຖິດຢູ່ໃນສະຫວັນ, ສິ່ງທີ່ຖວາຍໃຫ້ພຣະອົງບໍ່ແມ່ນເຄື່ອງຖວາຍບໍ?” ສິ່ງນີ້ຖືກຕ້ອງບໍ? (ບໍ່.) ສິ່ງນີ້ບໍ່ໄດ້ອີງໃສ່ວ່າພຣະເຈົ້າຢູ່ໃນຊ່ວງເວລາຂອງການບັງເກີດເປັນມະນຸດ ຫຼື ບໍ່. ໃນກໍລະນີໃດກໍຕາມ, ຕາບໃດທີ່ສິ່ງໃດໜຶ່ງຖືກຖວາຍໃຫ້ແກ່ພຣະເຈົ້າ, ມັນກໍແມ່ນເຄື່ອງຖວາຍ. ຄົນອື່ນໆອາດຈະເວົ້າວ່າ: “ມີສິ່ງຂອງຫຼາຍຢ່າງທີ່ຖືກຖວາຍໃຫ້ແກ່ພຣະເຈົ້າ. ພຣະອົງສາມາດນຳໃຊ້ພວກມັນໄດ້ບໍ? ພຣະອົງສາມາດໃຊ້ພວກມັນທັງໝົດໄດ້ບໍ?” (ນັ້ນບໍ່ກ່ຽວຫຍັງກັບມະນຸດ.) ນັ້ນເປັນຄຳເວົ້າທີ່ຖືກຕ້ອງ ແລະ ເຂົ້າເຖິງແກ່ນແທ້. ສິ່ງເຫຼົ່ານີ້ຖືກຖວາຍໃຫ້ແກ່ພຣະເຈົ້າໂດຍມະນຸດ; ພຣະອົງຈະນຳໃຊ້ພວກມັນແນວໃດ ແລະ ພຣະອົງຈະສາມາດໃຊ້ພວກມັນທັງໝົດໄດ້ ຫຼື ບໍ່ ແລະ ພຣະອົງຈະຈັດສັນ ແລະ ຈັດການກັບພວກມັນແນວໃດ, ກໍບໍ່ກ່ຽວຫຍັງກັບມະນຸດ. ເຈົ້າເອງບໍ່ຈຳເປັນຕ້ອງກັງວົນ ຫຼື ທຸກໃຈກ່ຽວກັບເລື່ອງນັ້ນ. ສະຫຼຸບໂດຍຫຍໍ້, ທັນທີທີ່ຄົນໃດໜຶ່ງຖວາຍບາງສິ່ງໃຫ້ແກ່ພຣະເຈົ້າ, ສິ່ງນັ້ນກໍຕົກຢູ່ໃນຂອບເຂດຂອງເຄື່ອງຖວາຍ. ມັນເປັນຂອງພຣະເຈົ້າ ແລະ ມັນບໍ່ກ່ຽວຫຍັງກັບບຸກຄົນໃດ. ບາງຄົນອາດຈະເວົ້າວ່າ: “ຟັງຈາກທີ່ພຣະອົງເວົ້າ, ມັນຄືກັບວ່າພຣະເຈົ້າກຳລັງບັງຄັບອ້າງກຳມະສິດເໜືອສິ່ງນັ້ນ”. ມັນເປັນແບບນັ້ນບໍ? (ບໍ່ແມ່ນ.) ສິ່ງນັ້ນເປັນຂອງພຣະເຈົ້າ, ສະນັ້ນມັນຈຶ່ງຖືກເອີ້ນວ່າເຄື່ອງຖວາຍ. ຜູ້ຄົນບໍ່ສາມາດແຕະຕ້ອງມັນ ຫຼື ຈັດສັນມັນຕາມອຳເພີໃຈ. ບາງຄົນອາດຈະຖາມວ່າ: “ນັ້ນບໍ່ແມ່ນການສິ້ນເປືອງບໍ?” ເຖິງແມ່ນວ່າມັນສິ້ນເປຶອງ, ນັ້ນກໍບໍ່ແມ່ນທຸລະຂອງເຈົ້າ. ຄົນອື່ນໆອາດຈະເວົ້າວ່າ: “ເມື່ອພຣະເຈົ້າສະຖິດຢູ່ໃນສະຫວັນ ແລະ ບໍ່ໄດ້ບັງເກີດເປັນມະນຸດ, ພຣະອົງບໍ່ສາມາດຊື່ນຊົມ ຫຼື ນຳໃຊ້ສິ່ງທີ່ຜູ້ຄົນຖວາຍໃຫ້ພຣະອົງໄດ້. ແລ້ວຈະຕ້ອງເຮັດແນວໃດ?” ນັ້ນເປັນເລື່ອງທີ່ຈັດການໄດ້ງ່າຍ: ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຢູ່ທີ່ນັ້ນເພື່ອຈັດການກັບສິ່ງເຫຼົ່ານີ້ຕາມຫຼັກການ; ບໍ່ຈຳເປັນທີ່ເຈົ້າຈະຕ້ອງກັງວົນໃຈກ່ຽວກັບມັນ ຫຼື ທຸກໃຈກ່ຽວກັບມັນ. ສະຫຼຸບແລ້ວ, ບໍ່ວ່າສິ່ງໃດໜຶ່ງຈະຖືກຈັດການແນວໃດກໍຕາມ, ທັນທີທີ່ມັນຕົກຢູ່ໃນປະເພດຂອງເຄື່ອງຖວາຍ, ທັນທີທີ່ມັນຖືກຈັດປະເພດເປັນເຄື່ອງຖວາຍ, ມັນກໍບໍ່ກ່ຽວຫຍັງກັບມະນຸດ. ແລ້ວຍ້ອນວ່າສິ່ງນັ້ນເປັນຂອງພຣະເຈົ້າ, ຜູ້ຄົນບໍ່ສາມາດເຮັດກັບມັນໄດ້ຕາມທີ່ພວກເຂົາຕ້ອງການ, ການເຮັດເຊັ່ນນັ້ນມີຜົນທີ່ຕາມມາ. ໃນຍຸກພຣະຄໍາພີເດີມ, ໃນຊ່ວງເວລາເກັບກ່ຽວໃນລະດູໃບໄມ້ຫຼົ່ນ, ຜູ້ຄົນໄດ້ຖວາຍສິ່ງຂອງທຸກປະເພດທີ່ແທ່ນບູຊາ. ບາງຄົນຖວາຍທັນຍາພືດ, ໝາກໄມ້ ແລະ ພືດຜົນອື່ນໆຫຼາຍຢ່າງ, ໃນຂະນະທີ່ຄົນອື່ນໆຖວາຍງົວ ແລະ ແກະ. ພຣະເຈົ້າໄດ້ຊື່ນຊົມກັບພວກມັນບໍ? ພຣະອົງກິນສິ່ງເຫຼົ່ານັ້ນບໍ? (ບໍ່.) ເຈົ້າຮູ້ໄດ້ແນວໃດວ່າພຣະອົງບໍ່ກິນ? ເຈົ້າເຫັນບໍ? ນັ້ນແມ່ນແນວຄິດຂອງເຈົ້າ. ເຈົ້າເວົ້າວ່າພຣະເຈົ້າບໍ່ກິນພວກມັນ, ແລ້ວ ຖ້າຫາກພຣະອົງໄດ້ລອງຊີມ, ນັ້ນຈະເຮັດໃຫ້ເຈົ້າຮູ້ສຶກແນວໃດ? ນັ້ນຈະບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງເຈົ້າບໍ? ບໍ່ແມ່ນວ່າມີບາງຄົນເຊື່ອວ່າເນື່ອງຈາກພຣະເຈົ້າບໍ່ກິນ ຫຼື ຊື່ນຊົມກັບສິ່ງເຫຼົ່ານັ້ນ, ຈຶ່ງບໍ່ຈຳເປັນຕ້ອງຖວາຍພວກມັນບໍ? ເປັນໄປໄດ້ແນວໃດທີ່ພວກເຈົ້າຈະແນ່ໃຈປານນັ້ນ? ພວກເຈົ້າເວົ້າວ່າ “ພຣະເຈົ້າບໍ່ກິນພວກມັນ” ເພາະພວກເຈົ້າຄິດວ່າພຣະອົງເປັນອົງພຣະວິນຍານ ແລະ ບໍ່ສາມາດກິນໄດ້, ຫຼື ເພາະພວກເຈົ້າຄິດວ່າພຣະເຈົ້າມີຕົວຕົນຂອງພຣະອົງໃນຖານະພຣະເຈົ້າ, ພຣະອົງບໍ່ແມ່ນເນື້ອໜັງ ແລະ ຕາຍເປັນ ແລະ ພຣະອົງບໍ່ຄວນຊື່ນຊົມກັບສິ່ງເຫຼົ່ານີ້? ມັນເປັນເລື່ອງໜ້າອັບອາຍບໍທີ່ພຣະເຈົ້າຈະຊື່ນຊົມກັບເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ພຣະອົງ? (ບໍ່.) ແລ້ວມັນບໍ່ສອດຄ່ອງກັບແນວຄິດຂອງຜູ້ຄົນ ຫຼື ມັນບໍ່ສອດຄ່ອງກັບຕົວຕົນຂອງພຣະເຈົ້າ? ມັນແມ່ນອັນໃດກັນແທ້? (ຄົນເຮົາບໍ່ຄວນສົນທະນາເລື່ອງນີ້.) ຖືກຕ້ອງແລ້ວ, ມັນບໍ່ແມ່ນສິ່ງທີ່ຄົນເຮົາຄວນເປັນກັງວົນ. ເຈົ້າບໍ່ຈຳເປັນຕ້ອງຕັດສິນໃຈວ່າພຣະເຈົ້າຕ້ອງຊື່ນຊົມກັບພວກມັນ ຫຼື ວ່າພຣະອົງບໍ່ຄວນຊື່ນຊົມກັບພວກມັນ. ຈົ່ງເຮັດໃນສິ່ງທີ່ເຈົ້າຄວນເຮັດ, ເຮັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ເຮັດພັນທະຂອງເຈົ້າໃຫ້ສຳເລັດ, ນັ້ນກໍພຽງພໍແລ້ວ. ຈາກນັ້ນເຈົ້າກໍຈະເຮັດວຽກຂອງເຈົ້າສຳເລັດ. ສ່ວນວ່າພຣະເຈົ້າຈະຈັດການກັບສິ່ງເຫຼົ່ານັ້ນແນວໃດ, ນັ້ນແມ່ນທຸລະຂອງພຣະອົງ. ບໍ່ວ່າພຣະເຈົ້າຈະແບ່ງປັນພວກມັນກັບຜູ້ຄົນ ຫຼື ປະໄວ້ໃຫ້ມັນເນົ່າເປື່ອຍ ຫຼື ບໍ່ວ່າພຣະອົງຈະຊື່ນຊົມກັບພວກມັນໜ້ອຍໜຶ່ງ, ຫຼື ເບິ່ງພວກມັນ, ສິ່ງນີ້ບໍ່ແມ່ນສິ່ງທີ່ຈະຕ້ອງຕຳໜິຕິຕຽນ ແລະ ມັນກໍເປັນສິ່ງທີ່ຖືກຕ້ອງ. ພຣະເຈົ້າມີອິດສະຫຼະຂອງພຣະອົງ ເມື່ອເວົ້າເຖິງວິທີທີ່ພຣະອົງຈັດການກັບເລື່ອງເຫຼົ່ານີ້. ມັນບໍ່ແມ່ນສິ່ງທີ່ຄົນເຮົາຄວນເປັນກັງວົນ, ທັງບໍ່ແມ່ນສິ່ງທີ່ພວກເຂົາຄວນຕັດສິນ. ຜູ້ຄົນບໍ່ຄວນຈິນຕະນາການຕາມອຳເພີໃຈກ່ຽວກັບເລື່ອງເຫຼົ່ານີ້, ແຮງໄກທີ່ຈະຕັດສິນ ຫຼື ຕັດສິນລົງຄຳຂາດຕາມອຳເພີໃຈກ່ຽວກັບພວກມັນ. ຕອນນີ້ເຈົ້າເຂົ້າໃຈແລ້ວບໍ? ພຣະເຈົ້າຄວນຈັດການກັບເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ພຣະອົງແນວໃດ? (ພຣະອົງຈະຈັດການກັບພວກມັນຕາມທີ່ພຣະອົງຕ້ອງການ.) ຖືກຕ້ອງແລ້ວ. ຜູ້ຄົນທີ່ເຂົ້າໃຈສິ່ງນີ້ໃນລັກສະນະນັ້ນກໍມີເຫດຜົນທີ່ປົກກະຕິ. ພຣະເຈົ້າຈະຈັດການກັບສິ່ງເຫຼົ່ານີ້ຕາມທີ່ພຣະອົງຕ້ອງການ. ພຣະອົງອາດຈະຫຼຽວເບິ່ງພວກມັນ ຫຼື ພຽງແຕ່ບໍ່ເບິ່ງພວກມັນ ຫຼື ບໍ່ໃສ່ໃຈພວກມັນເລີຍ. ຈົ່ງສົນໃຈພຽງແຕ່ການຖວາຍເມື່ອເຖິງເວລາທີ່ຕ້ອງເຮັດເຊັ່ນນັ້ນ ແລະ ຈົ່ງຖວາຍເມື່ອເຈົ້າປາຖະໜາທີ່ຈະຖວາຍ, ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ດ້ວຍການເຮັດຄວາມຮັບຜິດຊອບຂອງມະນຸດໃຫ້ສຳເລັດ. ຢ່າສົນໃຈວ່າພຣະເຈົ້າຈະຈັດການ ແລະ ປະຕິບັດຕໍ່ເລື່ອງດັ່ງກ່າວແນວໃດ. ສະຫຼຸບໂດຍຫຍໍ້, ມັນພຽງພໍແລ້ວຖ້າສິ່ງທີ່ເຈົ້າເຮັດຢູ່ໃນຂອບເຂດຂໍ້ກຳນົດຂອງພຣະເຈົ້າ, ສອດຄ່ອງກັບມາດຕະຖານຂອງຄວາມສຳນຶກ ແລະ ສອດຄ່ອງກັບໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງມະນຸດຊາດ. ສ່ວນວ່າພຣະເຈົ້າຈະຈັດການ ແລະ ປະຕິບັດຕໍ່ສິ່ງຂອງເຫຼົ່ານີ້ແນວໃດ, ນັ້ນເປັນເລື່ອງຂອງພຣະອົງເອງ ແລະ ຜູ້ຄົນຕ້ອງບໍ່ຕັດສິນ ຫຼື ຕັດສິນລົງຄຳຂາດກ່ຽວກັບເລື່ອງນີ້ຢ່າງເດັດຂາດ. ພາຍໃນເວລາພຽງບໍ່ເທົ່າໃດວິນາທີ ພວກເຈົ້າກໍໄດ້ເຮັດຜິດພາດອັນໃຫຍ່ຫຼວງ. ເຮົາໄດ້ຖາມພວກເຈົ້າວ່າພຣະເຈົ້າຊື່ນຊົມ ຫຼື ກິນສິ່ງເຫຼົ່ານີ້ບໍ ແລະ ພວກເຈົ້າກໍເວົ້າວ່າພຣະອົງບໍ່ກິນ ຫຼື ຊື່ນຊົມກັບພວກມັນ. ແມ່ນຫຍັງຄືຄວາມຜິດພາດຂອງພວກເຈົ້າ? (ການຕັດສິນພຣະເຈົ້າ.) ມັນຄືການກຳນົດຂອບເຂດຢ່າງບໍ່ຮອບຄອບ ແລະ ການຕັດສິນຢ່າງບໍ່ຮອບຄອບ ແລະ ນີ້ກໍພິສູດວ່າຜູ້ຄົນຍັງມີຂໍ້ຮຽກຮ້ອງຕໍ່ພຣະເຈົ້າຢູ່ພາຍໃນພວກເຂົາ. ສຳລັບພວກເຂົາແລ້ວ, ມັນເປັນການຜິດທີ່ພຣະເຈົ້າຈະຊື່ນຊົມກັບສິ່ງເຫຼົ່ານີ້ ແລະ ມັນກໍເປັນການຜິດທີ່ພຣະອົງຈະບໍ່ຊື່ນຊົມ. ຖ້າພຣະອົງຊື່ນຊົມ, ພວກເຂົາກໍຈະເວົ້າວ່າ: “ພຣະອົງເປັນອົງພຣະວິນຍານ, ບໍ່ແມ່ນເນື້ອໜັງ ແລະ ຕາຍເປັນ. ເປັນຫຍັງພຣະອົງຈຶ່ງຊື່ນຊົມກັບສິ່ງເຫຼົ່ານີ້? ມັນເປັນສິ່ງທີ່ຄິດບໍ່ເຖິງແທ້ໆ!” ແລ້ວຖ້າພຣະເຈົ້າບໍ່ໃສ່ໃຈສິ່ງເຫຼົ່ານີ້, ຜູ້ຄົນກໍຈະເວົ້າວ່າ: “ພວກເຮົາໄດ້ອອກແຮງຢ່າງລຳບາກເພື່ອຖວາຍໃຈຂອງພວກເຮົາໃຫ້ແກ່ພຣະອົງ, ພຽງເພື່ອໃຫ້ພຣະອົງບໍ່ແມ່ນແຕ່ຈະຫຼຽວເບິ່ງສິ່ງຂອງທີ່ພວກເຮົາໄດ້ຖວາຍ. ພຣະອົງໃສ່ໃຈພວກເຮົາແທ້ໆບໍ?” ໃນທີ່ນີ້, ຜູ້ຄົນກໍມີບາງສິ່ງທີ່ຈະເວົ້າເຊັ່ນກັນ. ນີ້ຄືການຂາດເຫດຜົນ. ສະຫຼຸບແລ້ວ, ແມ່ນຫຍັງຄືທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ເລື່ອງນີ້? (ຜູ້ຄົນຄວນຖວາຍສິ່ງທີ່ພວກເຂົາຄວນຖວາຍໃຫ້ແກ່ພຣະເຈົ້າ ແລະ ສ່ວນວ່າພຣະເຈົ້າຈະຈັດການກັບສິ່ງເຫຼົ່ານີ້ແນວໃດ, ຜູ້ຄົນບໍ່ຄວນມີແນວຄິດ ຫຼື ຈິນຕະນາການໃດໆກ່ຽວກັບເລື່ອງນີ້ເລີຍ, ທັງບໍ່ຄວນຕັດສິນມັນ.) ແມ່ນແລ້ວ, ນັ້ນຄືເຫດຜົນທີ່ຜູ້ຄົນຄວນມີ. ນີ້ກ່ຽວຂ້ອງກັບສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ, ເຊິ່ງກໍເປັນລັກສະນະໜຶ່ງຂອງເຄື່ອງຖວາຍເຊັ່ນກັນ. ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າລວມມີສິ່ງຕ່າງໆທີ່ຫຼາກຫຼາຍ. ນີ້ກໍເພາະວ່າຜູ້ຄົນດຳລົງຊີວິດຢູ່ໃນໂລກວັດຖຸ ແລະ ນອກເໜືອຈາກເງິນ, ຄໍາ, ເງິນ ແລະ ເຄື່ອງປະດັບແລ້ວ, ຍັງມີສິ່ງອື່ນໆອີກຫຼາຍຢ່າງທີ່ພວກເຂົາຖືວ່າຂ້ອນຂ້າງດີ ແລະ ມີຄ່າ ແລະ ເມື່ອບາງຄົນຄິດເຖິງພຣະເຈົ້າ ຫຼື ພວກເຂົາຄິດເຖິງຄວາມຮັກຂອງພຣະເຈົ້າ, ພວກເຂົາກໍເຕັມໃຈທີ່ຈະຖວາຍສິ່ງທີ່ພວກເຂົາຖືວ່າມີຄ່າ ແລະ ລໍ້າຄ່າໃຫ້ແກ່ພຣະເຈົ້າ. ເມື່ອສິ່ງເຫຼົ່ານີ້ຖືກຖວາຍໃຫ້ແກ່ພຣະເຈົ້າ, ພວກມັນກໍຕົກຢູ່ໃນຂອບເຂດຂອງເຄື່ອງຖວາຍ; ພວກມັນກໍກາຍເປັນເຄື່ອງຖວາຍ. ແລ້ວໃນຂະນະດຽວກັນທີ່ພວກມັນກາຍເປັນເຄື່ອງຖວາຍ, ມັນກໍຂຶ້ນກັບພຣະເຈົ້າທີ່ຈະຈັດການກັບພວກມັນ, ຜູ້ຄົນບໍ່ສາມາດແຕະຕ້ອງພວກມັນໄດ້, ພວກມັນບໍ່ຢູ່ພາຍໃຕ້ການຄວບຄຸມຂອງຜູ້ຄົນ ແລະ ພວກມັນບໍ່ແມ່ນຂອງຜູ້ຄົນ. ເມື່ອເຈົ້າໄດ້ຖວາຍບາງສິ່ງໃຫ້ແກ່ພຣະເຈົ້າ, ມັນກໍເປັນຂອງພຣະເຈົ້າ, ມັນບໍ່ຂຶ້ນກັບເຈົ້າທີ່ຈະຈັດການກັບມັນ ແລະ ເຈົ້າບໍ່ສາມາດແຊກແຊງໃນເລື່ອງນີ້ໄດ້ອີກຕໍ່ໄປ. ບໍ່ວ່າພຣະເຈົ້າຈະຈັດການ ຫຼື ປະຕິບັດຕໍ່ສິ່ງນັ້ນແນວໃດ, ມັນບໍ່ກ່ຽວຫຍັງກັບມະນຸດ. ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າກໍເປັນລັກສະນະໜຶ່ງຂອງເຄື່ອງຖວາຍເຊັ່ນກັນ. ບາງຄົນຖາມວ່າ: “ມີພຽງແຕ່ເງິນ ແລະ ຄໍາ, ເງິນ ແລະ ເຄື່ອງປະດັບທີ່ມີຄ່າເທົ່ານັ້ນບໍທີ່ເປັນເຄື່ອງຖວາຍ? ສົມມຸດວ່າຄົນໃດໜຶ່ງຖວາຍເກີບ, ຖົງຕີນ ຫຼື ແຜ່ນຮອງເກີບໃຫ້ແກ່ພຣະເຈົ້າ, ສິ່ງເຫຼົ່ານັ້ນນັບເປັນເຄື່ອງຖວາຍບໍ?” ຖ້າພວກເຮົາອີງໃສ່ຄຳນິຍາມຂອງເຄື່ອງຖວາຍ, ບໍ່ວ່າສິ່ງໃດໜຶ່ງຈະໃຫຍ່ ຫຼື ນ້ອຍ, ມີຄ່າ ຫຼື ຖືກ, ເຖິງແມ່ນວ່າມັນຈະເປັນປາກກາ ຫຼື ເຈ້ຍ, ຕາບໃດທີ່ມັນຖືກຖວາຍໃຫ້ແກ່ພຣະເຈົ້າ, ມັນກໍແມ່ນເຄື່ອງຖວາຍ.

ຍັງມີອີກລັກສະນະໜຶ່ງຂອງເຄື່ອງຖວາຍ: ວັດຖຸສິ່ງຂອງທີ່ຖືກຖວາຍໃຫ້ແກ່ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ. ສິ່ງເຫຼົ່ານີ້ກໍຕົກຢູ່ໃນປະເພດຂອງເຄື່ອງຖວາຍເຊັ່ນກັນ. ວັດຖຸສິ່ງຂອງດັ່ງກ່າວລວມມີຫຍັງແດ່? ຕົວຢ່າງ, ສົມມຸດວ່າຄົນໃດໜຶ່ງຊື້ລົດຄັນໜຶ່ງ ແລະ ຫຼັງຈາກຂັບມັນໄດ້ໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າມັນເກົ່າແດ່ແລ້ວ ແລະ ພວກເຂົາກໍຊື້ຄັນໃໝ່ ແລະ ໄດ້ຖວາຍຄັນເກົ່າໃຫ້ແກ່ເຮືອນຂອງພຣະເຈົ້າ ເພື່ອໃຫ້ເຮືອນຂອງພຣະເຈົ້າສາມາດນຳໃຊ້ມັນໃນວຽກງານຂອງຕົນ. ລົດຄັນນີ້ຈຶ່ງເປັນຂອງເຮືອນຂອງພຣະເຈົ້າ. ສິ່ງທີ່ເປັນຂອງເຮືອນຂອງພຣະເຈົ້າຄວນຖືກຈັດເປັນເຄື່ອງຖວາຍ, ນີ້ແມ່ນຖືກຕ້ອງ. ແນ່ນອນວ່າ, ອຸປະກອນ ແລະ ເຄື່ອງມືບໍ່ແມ່ນສິ່ງດຽວທີ່ຖືກຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ຍັງມີສິ່ງອື່ນໆອີກ; ຂອບເຂດນີ້ແມ່ນຂ້ອນຂ້າງກວ້າງຂວາງ. ບາງຄົນເວົ້າວ່າ: “ໜຶ່ງສ່ວນສິບທີ່ຜູ້ຄົນຖວາຍຈາກທຸກສິ່ງທີ່ພວກເຂົາໄດ້ຮັບແມ່ນເຄື່ອງຖວາຍ, ເຊັ່ນດຽວກັບເງິນ ແລະ ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ; ພວກເຮົາບໍ່ມີຂໍ້ຄັດຄ້ານໃດໆຕໍ່ການຈັດປະເພດສິ່ງເຫຼົ່ານີ້ເປັນເຄື່ອງຖວາຍ, ບໍ່ມີຫຍັງທີ່ໜ້າສົງໄສກ່ຽວກັບເລື່ອງນີ້. ແຕ່ເປັນຫຍັງວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າຈຶ່ງຕົກຢູ່ໃນປະເພດຂອງເຄື່ອງຖວາຍເຊັ່ນກັນ? ນັ້ນບໍ່ຄ່ອຍສົມເຫດສົມຜົນປານໃດ”. ບອກເຮົາເບິ່ງ, ມັນສົມເຫດສົມຜົນບໍທີ່ພວກມັນຈະຖືກຈັດເປັນເຄື່ອງຖວາຍ? (ສົມເຫດສົມຜົນ.) ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າແນວນັ້ນ? (ຄຣິສຕະຈັກມີຢູ່ກໍເພາະວ່າພຣະເຈົ້າມີຢູ່, ສະນັ້ນສິ່ງໃດກໍຕາມທີ່ຖວາຍໃຫ້ແກ່ຄຣິສຕະຈັກກໍແມ່ນເຄື່ອງຖວາຍເຊັ່ນກັນ.) ເວົ້າໄດ້ດີ. ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າເປັນຂອງພຣະເຈົ້າ ແລະ ພວກມັນມີຢູ່ກໍເພາະວ່າພຣະເຈົ້າມີຢູ່; ມີແຕ່ສະຖານທີ່ດຽວສຳລັບອ້າຍເອື້ອຍນ້ອງທີ່ຈະເຕົ້າໂຮມ ແລະ ດຳລົງຊີວິດກໍເພາະວ່າຄຣິສຕະຈັກມີຢູ່ ແລະ ບັນຫາທັງໝົດຂອງອ້າຍເອື້ອຍນ້ອງມີບ່ອນທີ່ຈະໄດ້ຮັບການແກ້ໄຂ ແລະ ອ້າຍເອື້ອຍນ້ອງມີບ້ານທີ່ແທ້ຈິງກໍເພາະວ່າມີເຮືອນຂອງພຣະເຈົ້າ. ທັງໝົດນີ້ມີຢູ່ບົນພື້ນຖານການມີຢູ່ຂອງພຣະເຈົ້າເທົ່ານັ້ນ. ຜູ້ຄົນບໍ່ໄດ້ຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ ເພາະວ່າຜູ້ຄົນໃນຄຣິສຕະຈັກເຊື່ອໃນພຣະເຈົ້າ ແລະ ເປັນສະມາຊິກຂອງເຮືອນຂອງພຣະເຈົ້າ, ນັ້ນບໍ່ແມ່ນເຫດຜົນທີ່ຖືກຕ້ອງ. ມັນແມ່ນຍ້ອນພຣະເຈົ້າທີ່ຜູ້ຄົນຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ຄວາມໝາຍໂດຍໄນຂອງສິ່ງນີ້ແມ່ນຫຍັງ? ແມ່ນໃຜຈະຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກຢ່າງງ່າຍດາຍ ຖ້າບໍ່ແມ່ນຍ້ອນພຣະເຈົ້າ? ຖ້າບໍ່ມີພຣະເຈົ້າ, ຄຣິສຕະຈັກກໍຈະບໍ່ມີຢູ່. ເມື່ອຜູ້ຄົນມີສິ່ງຂອງທີ່ພວກເຂົາບໍ່ຕ້ອງການ ຫຼື ເຫຼືອເກີນຄວາມຕ້ອງການ, ພວກເຂົາກໍສາມາດຖິ້ມມັນໄປ ຫຼື ປະໄວ້ໂດຍບໍ່ໃຊ້; ສິ່ງຂອງບາງຢ່າງກໍສາມາດຂາຍໄດ້ເຊັ່ນກັນ. ວິທີການທັງໝົດນີ້ສາມາດຖືກນຳໃຊ້ເພື່ອຈັດການກັບສິ່ງເຫຼົ່ານີ້ໄດ້, ແມ່ນບໍ? ສະນັ້ນເປັນຫຍັງຜູ້ຄົນຈຶ່ງບໍ່ຈັດການກັບພວກມັນດ້ວຍວິທີເຫຼົ່ານີ້, ເປັນຫຍັງພວກເຂົາຈຶ່ງຖວາຍໃຫ້ແກ່ຄຣິສຕະຈັກແທນ? ມັນບໍ່ແມ່ນຍ້ອນພຣະເຈົ້າບໍ? (ແມ່ນແລ້ວ.) ມັນແມ່ນຍ້ອນພຣະເຈົ້າມີຢູ່ຢ່າງແທ້ຈິງທີ່ຜູ້ຄົນຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ. ສະນັ້ນ, ສິ່ງໃດກໍຕາມທີ່ຖືກຖວາຍໃຫ້ແກ່ຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າກໍຄວນຖືກຈັດເປັນເຄື່ອງຖວາຍ. ບາງຄົນເວົ້າວ່າ: “ຂ້າພະເຈົ້າຖວາຍສິ່ງນີ້ຂອງຂ້າພະເຈົ້າໃຫ້ແກ່ຄຣິສຕະຈັກ”. ການຖວາຍສິ່ງນັ້ນໃຫ້ແກ່ຄຣິສຕະຈັກກໍເທົ່າກັບການຖວາຍມັນໃຫ້ແກ່ພຣະເຈົ້າ ແລະ ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າກໍມີສິດອຳນາດຢ່າງເຕັມທີ່ເໜືອການຈັດການສິ່ງດັ່ງກ່າວ. ເມື່ອເຈົ້າຖວາຍບາງສິ່ງໃຫ້ແກ່ຄຣິສຕະຈັກ, ມັນກໍບໍ່ມີຄວາມກ່ຽວຂ້ອງໃດໆກັບເຈົ້າອີກຕໍ່ໄປ. ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຈະຈັດສັນ, ນຳໃຊ້ ແລະ ຈັດການວັດຖຸສິ່ງຂອງເຫຼົ່ານີ້ຢ່າງສົມເຫດສົມຜົນຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າ. ແລ້ວຫຼັກການເຫຼົ່ານີ້ມາຈາກໃສ? ຈາກພຣະເຈົ້າ. ໂດຍພື້ນຖານແລ້ວ, ຫຼັກການສຳລັບການນຳໃຊ້ສິ່ງເຫຼົ່ານີ້ກໍຄື ພວກມັນຄວນຖືກນຳໃຊ້ເພື່ອແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເພື່ອການເຜີຍແຜ່ວຽກງານພຣະກິດຕິຄຸນຂອງພຣະເຈົ້າ. ພວກມັນບໍ່ແມ່ນເພື່ອການນຳໃຊ້ສະເພາະຂອງບຸກຄົນໃດໜຶ່ງ, ແຮງໄກທີ່ຈະເປັນຂອງກຸ່ມຄົນໃດໜຶ່ງ, ແຕ່ແມ່ນເພື່ອຖືກນຳໃຊ້ສຳລັບວຽກງານການເຜີຍແຜ່ຂ່າວປະເສີດ ແລະ ສຳລັບລາຍການວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ບໍ່ມີໃຜມີສິດທິພິເສດທີ່ຈະນຳໃຊ້ສິ່ງເຫຼົ່ານີ້; ຫຼັກການ ແລະ ພື້ນຖານພຽງຢ່າງດຽວສຳລັບການນຳໃຊ້ ແລະ ການຈັດສັນຂອງພວກມັນກໍຄືການເຮັດຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ. ສິ່ງນີ້ແມ່ນສົມເຫດສົມຜົນ ແລະ ເໝາະສົມ.

ສິ່ງເຫຼົ່ານີ້ແມ່ນສາມສ່ວນຂອງຄຳນິຍາມຂອງເຄື່ອງຖວາຍ, ແຕ່ລະສ່ວນແມ່ນຄຳນິຍາມລັກສະນະໜຶ່ງຂອງເຄື່ອງຖວາຍ ແລະ ເປັນລັກສະນະໜຶ່ງຂອງຂອບເຂດຂອງມັນ. ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍວ່າເຄື່ອງຖວາຍແມ່ນຫຍັງ? (ເຂົ້າໃຈດີແລ້ວ.) ກ່ອນໜ້ານີ້ມີບາງຄົນເວົ້າວ່າ: “ສິ່ງນີ້ບໍ່ແມ່ນເງິນ ແລະ ຜູ້ທີ່ຖວາຍກໍບໍ່ໄດ້ເວົ້າວ່າມັນແມ່ນເພື່ອພຣະເຈົ້າ. ພວກເຂົາພຽງແຕ່ເວົ້າວ່າພວກເຂົາກຳລັງຖວາຍມັນ. ສະນັ້ນ, ມັນບໍ່ສາມາດຖືກນຳໃຊ້ໂດຍເຮືອນຂອງພຣະເຈົ້າ ແລະ ແຮງໄກທີ່ຈະສາມາດມອບໃຫ້ພຣະເຈົ້າໄດ້”. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ໄດ້ບັນທຶກມັນໄວ້ ແລະ ພວກເຂົາກໍໄດ້ໃຊ້ສິ່ງນັ້ນຢ່າງລັບໆຕາມທີ່ພວກເຂົາພໍໃຈ. ສິ່ງນັ້ນສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ.) ຄຳເວົ້າຂອງພວກເຂົາເອງກໍບໍ່ສົມເຫດສົມຜົນ; ພວກເຂົາຍັງເວົ້າອີກວ່າ: “ເຄື່ອງຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າແມ່ນຊັບສິນສ່ວນລວມ, ໃຜກໍສາມາດໃຊ້ມັນໄດ້”, ຊຶ່ງເປັນສິ່ງທີ່ບໍ່ສົມເຫດສົມຜົນຢ່າງຊັດເຈນ. ມັນແມ່ນຍ້ອນວ່າຄົນສ່ວນໃຫຍ່ບໍ່ແນ່ໃຈ ແລະ ບໍ່ຊັດເຈນກ່ຽວກັບຄຳນິຍາມ ແລະ ແນວຄິດຂອງເຄື່ອງຖວາຍ ທີ່ເຮັດໃຫ້ຄົນຖ່ອຍບາງຄົນ ແລະ ບາງຄົນທີ່ມີຈິດໃຈທີ່ໂລບມາກ ແລະ ຄວາມປາຖະໜາທີ່ບໍ່ເໝາະສົມສວຍໃຊ້ສະຖານະການ ແລະ ຄິດທີ່ຈະຍຶດເອົາສິ່ງຂອງເຫຼົ່ານັ້ນ. ຕອນນີ້ເມື່ອພວກເຈົ້າເຂົ້າໃຈແຈ້ງແລ້ວກ່ຽວກັບຄຳນິຍາມ ແລະ ແນວຄິດທີ່ຖືກຕ້ອງຂອງເຄື່ອງຖວາຍ, ພວກເຈົ້າກໍຈະມີການແຍກແຍະເມື່ອພວກເຈົ້າພົບພໍ້ກັບເຫດການ ແລະ ຄົນແບບນັ້ນໃນອະນາຄົດ.

ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກ່ຽວກັບການເກັບຮັກສາເຄື່ອງຖວາຍ

I. ການເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ

ຕໍ່ໄປ, ພວກເຮົາຈະມາເບິ່ງວ່າແທ້ຈິງແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຄວາມຮັບຜິດຊອບຫຍັງໃຫ້ສຳເລັດ ເມື່ອເວົ້າເຖິງການເກັບຮັກສາເຄື່ອງຖວາຍ. ສຳລັບເຄື່ອງຖວາຍ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າເຄື່ອງຖວາຍແມ່ນຫຍັງ. ເມື່ອຜູ້ຄົນຖວາຍໜຶ່ງສ່ວນສິບທີ່ຕ້ອງຖວາຍຈາກສິ່ງທີ່ພວກເຂົາໄດ້ຮັບ, ນັ້ນຄືເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍເງິນ ຫຼື ສິ່ງຂອງໃຫ້ແກ່ພຣະເຈົ້າ, ສິ່ງເຫຼົ່ານັ້ນກໍແມ່ນເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ນັ້ນກໍແມ່ນເຄື່ອງຖວາຍ. ເມື່ອພວກເຂົາເຂົ້າໃຈຄຳນິຍາມ ແລະ ແນວຄິດຂອງເຄື່ອງຖວາຍແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນ ແລະ ຈັດການເຄື່ອງຖວາຍທີ່ຜູ້ຄົນຖວາຍຢ່າງແນ່ນອນ ແລະ ດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ກ່ອນອື່ນ, ພວກເຂົາຕ້ອງຊອກຫາຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ເພື່ອເຮັດໜ້າທີ່ເປັນຜູ້ດູແລຮັກສາໃນການບັນທຶກເຄື່ອງຖວາຍ ແລະ ເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ. ນີ້ຄືໜ້າວຽກທຳອິດໃນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜູ້ດູແລຮັກສາເຄື່ອງຖວາຍເຫຼົ່ານີ້ອາດຈະມີຄວາມສາມາດປານກາງ ແລະ ບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້, ແຕ່ພວກເຂົາຈະເປັນຄົນທີ່ໜ້າເຊື່ອຖື ແລະ ຈະບໍ່ຍັກຍອກສິ່ງໃດ, ໃນຂະນະທີ່ຢູ່ໃນການຄອບຄອງຂອງພວກເຂົາ, ເຄື່ອງຖວາຍຈະບໍ່ສູນຫາຍ ຫຼື ສັບສົນປົນເປ ແລະ ຈະຖືກເກັບຮັກສາຢ່າງເໝາະສົມ. ມີກົດລະບຽບໃນການຈັດແຈງວຽກງານສຳລັບເລື່ອງນີ້. ຕ້ອງເປັນຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານເທົ່ານັ້ນ. ເມື່ອຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີເຫັນຂອງດີ, ພວກເຂົາກໍຈະໂລບມາກ ແລະ ພວກເຂົາຈະຊອກຫາໂອກາດທີ່ຈະເອົາໄປເປັນຂອງຕົນເອງຢູ່ສະເໝີ. ບໍ່ວ່າຈະເກີດຫຍັງຂຶ້ນ, ພວກເຂົາກໍຈະສະແຫວງຫາຜົນປະໂຫຍດຢູ່ສະເໝີ. ຄົນປະເພດນີ້ບໍ່ສາມາດນຳໃຊ້ໄດ້. ຄົນທີ່ມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ຢ່າງໜ້ອຍທີ່ສຸດຕ້ອງເປັນຄົນຊື່ສັດ, ເປັນຄົນທີ່ຜູ້ຄົນໄວ້ວາງໃຈ. ຖ້າໄດ້ຮັບມອບໝາຍໃຫ້ເກັບຮັກສາເຄື່ອງຖວາຍ ຫຼື ຈັດການຊັບສິນຂອງຄຣິສຕະຈັກ, ພວກເຂົາກໍຈະເຮັດມັນໄດ້ດີ, ຢ່າງລະອຽດຮອບຄອບ, ພາກພຽນ ແລະ ດ້ວຍຄວາມໃສ່ໃຈຢ່າງຍິ່ງ. ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຈະບໍ່ນຳໃຊ້ສິ່ງເຫຼົ່ານີ້ໃນທາງທີ່ຜິດ, ບໍ່ໃຫ້ຄົນອື່ນຢືມ ແລະ ອື່ນໆ. ສະຫຼຸບໂດຍຫຍໍ້, ເຈົ້າສາມາດວາງໃຈໄດ້ເມື່ອເຈົ້າໄດ້ມອບເຄື່ອງຖວາຍໄວ້ໃນມືຂອງພວກເຂົາ, ຮັບປະກັນວ່າເງິນທອງຈະບໍ່ຂາດຕົກບົກພ່ອງແມ່ນແຕ່ກີບດຽວ ແລະ ສິ່ງຂອງກໍຈະບໍ່ສູນຫາຍແມ່ນແຕ່ຢ່າງດຽວ. ຕ້ອງຊອກຫາຄົນແບບນີ້. ນອກຈາກນີ້, ເຮືອນຂອງພຣະເຈົ້າມີກົດລະບຽບວ່າບໍ່ພຽງແຕ່ຊອກຫາຄົນດັ່ງກ່າວພຽງຄົນດຽວ; ສອງ ຫຼື ສາມຄົນແມ່ນດີທີ່ສຸດ, ໂດຍໃຫ້ບາງຄົນບັນທຶກ ແລະ ບາງຄົນເກັບຮັກສາ. ເມື່ອຊອກຫາຄົນເຫຼົ່ານີ້ໄດ້ແລ້ວ, ເຄື່ອງຖວາຍຕ້ອງຖືກຈັດປະເພດ ແລະ ບັນທຶກຢ່າງເປັນລະບົບວ່າໃຜກຳລັງປົກປ້ອງສິ່ງຂອງປະເພດໃດ ແລະ ພວກເຂົາກຳລັງເກັບຮັກສາຫຼາຍສໍ່າໃດ. ເມື່ອຊອກຫາຄົນທີ່ເໝາະສົມໄດ້ແລ້ວ ແລະ ສິ່ງຂອງຕ່າງໆໄດ້ຖືກເກັບຮັກສາ ແລະ ຖືກລົງທະບຽນຕາມປະເພດແລ້ວ, ຖືວ່າຈົບສິ້ນແລ້ວບໍ? (ບໍ່.) ແລ້ວຄວນເຮັດຫຍັງຕໍ່ໄປ? ຕ້ອງກວດກາບັນຊີລາຍຮັບ-ລາຍຈ່າຍທຸກໆສາມຫາຫ້າເດືອນ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່, ນັ້ນກໍຄື ຜູ້ບັນທຶກໄດ້ບັນທຶກຢ່າງຖືກຕ້ອງ ຫຼື ບໍ່, ມີສິ່ງໃດຕົກຫຼົ່ນໃນຂະນະທີ່ລົງທະບຽນ ຫຼື ບໍ່, ຈຳນວນທັງໝົດສອດຄ່ອງກັບບັນຊີລາຍຮັບ-ລາຍຈ່າຍ ຫຼື ບໍ່ ແລະ ອື່ນໆ. ວຽກງານບັນຊີດັ່ງກ່າວຕ້ອງເຮັດຢ່າງລະອຽດຮອບຄອບ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ຊຳນານໃນວຽກງານດັ່ງກ່າວປານໃດ ຄວນຈັດຫາຄົນທີ່ຂ້ອນຂ້າງຊຳນານໃນວຽກງານນັ້ນມາເຮັດ, ຈາກນັ້ນກໍດຳເນີນການກວດກາເປັນປະຈຳ ແລະ ຮັບຟັງການລາຍງານຂອງພວກເຂົາ. ສະຫຼຸບແລ້ວ, ບໍ່ວ່າພວກເຂົາເອງຈະເຂົ້າໃຈວຽກງານບັນຊີ ແລະ ການວາງແຜນໂດຍລວມ ຫຼື ບໍ່ກໍຕາມ, ພວກເຂົາກໍບໍ່ສາມາດປະລະວຽກງານການເກັບຮັກສາເຄື່ອງຖວາຍໄວ້ໂດຍບໍ່ໃສ່ໃຈ, ທັງບໍ່ສາມາດບໍ່ສົນໃຈມັນ ແລະ ພຽງແຕ່ບໍ່ຖາມໄຖ່ໄດ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງດຳເນີນການກວດກາເປັນປະຈຳ, ຖາມວ່າບັນຊີທີ່ໄດ້ກວດກາແລ້ວເປັນແນວໃດ ແລະ ມັນຕົງກັນ ຫຼື ບໍ່, ຈາກນັ້ນກໍກວດສອບບັນທຶກລາຍຈ່າຍບາງລາຍການແບບສຸ່ມ ເພື່ອເບິ່ງວ່າສະຖານະການການໃຊ້ຈ່າຍໃນໄລຍະທີ່ຜ່ານມາເປັນແນວໃດ, ມີການສິ້ນເປືອງ ຫຼື ບໍ່, ສະພາບການບັນທຶກເປັນແນວໃດ ແລະ ລາຍຮັບຕົງກັບລາຍຈ່າຍ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສາມາດເຂົ້າໃຈ ສະຖານະການເຫຼົ່ານີ້ທັງໝົດໄດ້ຢ່າງຈະແຈ້ງ. ນີ້ຄືໜ້າວຽກໜຶ່ງທີ່ກ່ຽວຂ້ອງກັບການເກັບຮັກສາເຄື່ອງຖວາຍ. ພວກເຈົ້າຈະເວົ້າໄດ້ບໍວ່າໜ້າວຽກນີ້ງ່າຍ? ມັນມີຄວາມທ້າທາຍໃນລະດັບໃດໜຶ່ງບໍ? ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຂ້ອຍບໍ່ມັກຕົວເລກ; ຂ້ອຍປວດຫົວເມື່ອເຫັນພວກມັນ”. ກໍໃຫ້ຊອກຫາຄົນທີ່ເໝາະສົມມາຊ່ວຍເຈົ້າໃນການກວດກາ ແລະ ຊີ້ນໍາເບິ່ງແມ; ໃຫ້ພວກເຂົາຊ່ວຍເຈົ້າກວດສອບສິ່ງເຫຼົ່ານີ້. ເຈົ້າອາດຈະບໍ່ມັກ ຫຼື ບໍ່ເກັ່ງໃນວຽກງານນີ້, ແຕ່ຖ້າເຈົ້າຮູ້ຈັກໃຊ້ຄົນ ແລະ ໃຊ້ຢ່າງຖືກຕ້ອງ, ເຈົ້າກໍຍັງຈະສາມາດເຮັດວຽກງານນີ້ໄດ້ດີ. ຈົ່ງໃຊ້ຄົນທີ່ເໝາະສົມເພື່ອເຮັດມັນ ແລະ ເຈົ້າກໍພຽງແຕ່ຮັບຟັງການລາຍງານຂອງພວກເຂົາ. ນັ້ນກໍໃຊ້ໄດ້ຄືກັນ. ຈົ່ງຍຶດໝັ້ນຫຼັກການນີ້: ກວດກາ ແລະ ກວດນັບຊັບສິນທີ່ຖືກເກັບຮັກສາທັງໝົດເປັນປະຈຳກັບຜູ້ທີ່ຮັບຜິດຊອບວຽກງານນັ້ນ, ຈາກນັ້ນກໍຖາມຄຳຖາມຈຳນວນໜຶ່ງກ່ຽວກັບລາຍຈ່າຍທີ່ສຳຄັນ, ເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? (ໄດ້.) ເປັນຫຍັງຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຕ້ອງເຮັດວຽກງານນີ້? ເພາະມັນເປັນການປົກປ້ອງເຄື່ອງຖວາຍ, ມັນເປັນຄວາມຮັບຜິດຊອບຂອງເຈົ້າ.

ເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າແມ່ນເພື່ອໃຫ້ພຣະເຈົ້າຊົມໃຊ້, ແຕ່ພຣະອົງໄດ້ນຳໃຊ້ພວກມັນບໍ? ພຣະເຈົ້ານຳໃຊ້ເງິນ ແລະ ສິ່ງຂອງເຫຼົ່ານີ້ໄດ້ບໍ? ບໍ່ແມ່ນວ່າເຄື່ອງຖວາຍເຫຼົ່ານີ້ແກ່ພຣະເຈົ້າ ມີຈຸດປະສົງເພື່ອຖືກນຳໃຊ້ໃນການເຜີຍແຜ່ວຽກງານພຣະກິດຕິຄຸນບໍ? ບໍ່ແມ່ນວ່າພວກມັນມີຈຸດປະສົງເພື່ອລາຍຈ່າຍທັງໝົດຂອງວຽກງານຂອງເຮືອນຂອງພຣະເຈົ້າບໍ? ເນື່ອງຈາກວ່າພວກມັນກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ, ທັງການຈັດການ ແລະ ການໃຊ້ຈ່າຍເຄື່ອງຖວາຍກໍລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າໃຜຈະຖວາຍເງິນນີ້ ຫຼື ສິ່ງຂອງເຫຼົ່ານີ້ຈະມາຈາກໃສກໍຕາມ, ຕາບໃດທີ່ພວກມັນເປັນຂອງເຮືອນຂອງພຣະເຈົ້າ, ເຈົ້າກໍຄວນຈັດການພວກມັນໃຫ້ດີ ແລະ ເຈົ້າຄວນຕິດຕາມ, ກວດກາ ແລະ ໃສ່ໃຈວຽກງານນີ້. ຖ້າຫາກເຄື່ອງຖວາຍທີ່ຖວາຍໃຫ້ແກ່ພຣະເຈົ້າບໍ່ສາມາດຖືກໃຊ້ຈ່າຍຢ່າງເໝາະສົມເພື່ອເຜີຍແຜ່ວຽກງານພຣະກິດຕິຄຸນຂອງພຣະເຈົ້າ, ແຕ່ພັດຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງຊະຊາຍ ຫຼື ແມ່ນແຕ່ຖືກຍຶດຄອງໂດຍຄົນຊົ່ວຊ້າ, ສິ່ງນັ້ນເໝາະສົມບໍ? ນັ້ນບໍ່ແມ່ນການລະເລີຍຕໍ່ໜ້າທີ່ໃນສ່ວນຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ແມ່ນແລ້ວ.) ມັນເປັນການລະເລີຍຕໍ່ໜ້າທີ່ໃນສ່ວນຂອງພວກເຂົາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານນີ້. ມັນເປັນຄວາມຮັບຜິດຊອບທີ່ພວກເຂົາບໍ່ສາມາດຫຼີກລ້ຽງໄດ້. ການຈັດການເຄື່ອງຖວາຍໃຫ້ດີ ເພື່ອເຮັດໃຫ້ພວກມັນສາມາດຖືກນຳໃຊ້ຢ່າງຖືກຕ້ອງໃນການເຜີຍແຜ່ວຽກງານພຣະກິດຕິຄຸນ ແລະ ໃນວຽກງານໃດໆທີ່ກ່ຽວຂ້ອງກັບພາລະກິດຄຸ້ມຄອງຂອງພຣະເຈົ້າ ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ບໍ່ຄວນຖືກເບິ່ງຂ້າມ. ອ້າຍເອື້ອຍນ້ອງໄດ້ພາກພຽນຢ່າງລຳບາກເພື່ອເກັບເງິນຈຳນວນໜຶ່ງມາຖວາຍໃຫ້ແກ່ພຣະເຈົ້າ. ສົມມຸດວ່າ, ຍ້ອນການລະເລີຍ ແລະ ການບໍ່ໃສ່ໃຈໃນໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເງິນຈຳນວນນີ້ຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ, ມັນຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງຊະຊາຍໂດຍຄົນຊົ່ວຊ້າ ຫຼື ແມ່ນແຕ່ຖືກພວກເຂົາຍຶດຄອງເອົາໄປ. ຜົນຕາມມາກໍຄື, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີເງິນພຽງພໍສຳລັບຄ່າເດີນທາງ ຫຼື ຄ່າຄອງຊີບ ແລະ ແມ່ນແຕ່ບໍ່ມີເງິນພຽງພໍເມື່ອເຖິງເວລາພິມໜັງສືພຣະທຳຂອງພຣະເຈົ້າ ຫຼື ຊື້ອຸປະກອນ ແລະ ເຄື່ອງມືທີ່ຈຳເປັນ. ສິ່ງນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ເມື່ອເງິນທີ່ອ້າຍເອື້ອຍນ້ອງຖວາຍຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແທນທີ່ຈະຖືກນຳໃຊ້ຢ່າງເໝາະສົມ ແລະ ເມື່ອຈຳເປັນຕ້ອງໃຊ້ເງິນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ ແຕ່ພັດບໍ່ພຽງພໍ, ວຽກງານກໍບໍ່ໄດ້ຖືກຂັດຂວາງບໍ? ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? (ແມ່ນແລ້ວ.) ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ບໍ່ໄດ້ຈັດການເຄື່ອງຖວາຍເປັນຢ່າງດີ, ທັງບໍ່ໄດ້ເປັນຜູ້ດູແລທີ່ດີ ຫຼື ທຸ້ມເທຈິດໃຈໃນການເຮັດຄວາມຮັບຜິດຊອບຂອງຕົນກ່ຽວກັບວຽກງານນີ້, ຈຶ່ງໄດ້ເກີດການສູນເສຍຕໍ່ເຄື່ອງຖວາຍ ແລະ ວຽກງານຂອງຄຣິສຕະຈັກບາງຢ່າງກໍຕົກຢູ່ໃນສະພາວະຢຸດສະງັກ ຫຼື ຢຸດຊົ່ວຄາວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບເລື່ອງນີ້ບໍ? ນີ້ຄືບາບກຳ. ເຈົ້າອາດຈະບໍ່ໄດ້ຍຶດຄອງ, ຟຸມເຟືອຍ ຫຼື ເຮັດໃຫ້ເຄື່ອງຖວາຍເຫຼົ່ານີ້ສິ້ນເປືອງ ແລະ ເຈົ້າອາດຈະບໍ່ໄດ້ເອົາມັນໃສ່ຖົງຂອງຕົນເອງ, ແຕ່ສະຖານະການນີ້ໄດ້ເກີດຂຶ້ນຍ້ອນຄວາມບໍ່ໃສ່ໃຈ ແລະ ການລະເລີຍຕໍ່ໜ້າທີ່ຂອງເຈົ້າ. ເຈົ້າບໍ່ຄວນແບກຮັບຄວາມຮັບຜິດຊອບຕໍ່ເລື່ອງນີ້ບໍ? (ຄວນ.) ນີ້ເປັນຄວາມຮັບຜິດຊອບທີ່ໜັກໜ່ວງຢ່າງຍິ່ງ!

II. ການກວດສອບບັນຊີ

ໃນວຽກງານຂອງພວກເຂົາ, ນອກເໜືອຈາກການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຢ່າງເໝາະສົມ ແລະ ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງເກັບຮັກສາເຄື່ອງຖວາຍໃຫ້ດີ. ພວກເຂົາຕ້ອງຊອກຫາຄົນທີ່ເໝາະສົມ ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ເພື່ອດຳເນີນການຈັດການເຄື່ອງຖວາຍຢ່າງເປັນລະບົບ ແລະ ພວກເຂົາຕ້ອງກວດສອບບັນຊີເປັນໄລຍະໆ. ບາງຄົນຖາມວ່າ: “ຂ້ອຍຈະກວດສອບມັນໄດ້ແນວໃດ ເມື່ອສະຖານະການບໍ່ເອື້ອອຳນວຍ?” “ສະຖານະການບໍ່ເອື້ອອຳນວຍ”, ນັ້ນແມ່ນເຫດຜົນທີ່ຈະບໍ່ກວດສອບບັນຊີບໍ? ເຈົ້າສາມາດກວດສອບໄດ້ ເຖິງແມ່ນວ່າສະຖານະການຈະບໍ່ເອື້ອອຳນວຍກໍຕາມ; ຖ້າເຈົ້າບໍ່ສາມາດໄປດ້ວຍຕົນເອງ, ເຈົ້າຕ້ອງສົ່ງຄົນທີ່ໜ້າເຊື່ອຖື ແລະ ເໝາະສົມໄປດຳເນີນການຊີ້ນໍາ ແລະ ເບິ່ງວ່າຜູ້ດູແລຮັກສາກຳລັງເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ ຫຼື ບໍ່, ມີຄວາມຜິດພາດໃນບັນຊີ ຫຼື ບໍ່, ຜູ້ດູແລຮັກສາໜ້າເຊື່ອຖື ຫຼື ບໍ່, ສະພາວະຂອງພວກເຂົາໃນໄລຍະທີ່ຜ່ານມາເປັນແນວໃດ ແລະ ພວກເຂົາຄິດລົບ ຫຼື ບໍ່, ພວກເຂົາຮູ້ສຶກຢ້ານກົວເມື່ອປະເຊີນກັບສະຖານະການບາງຢ່າງ ຫຼື ບໍ່ ແລະ ມີຄວາມເປັນໄປໄດ້ທີ່ຈະທໍລະຍົດ ຫຼື ບໍ່. ສົມມຸດວ່າເຈົ້າໄດ້ຍິນວ່າຄອບຄົວຂອງພວກເຂົາກຳລັງຂັດສົນເລື່ອງເງິນຄຳ, ມັນເປັນໄປໄດ້ບໍທີ່ພວກເຂົາອາດຈະນຳໃຊ້ເຄື່ອງຖວາຍໃນທາງທີ່ຜິດ? ຜ່ານການໂອ້ລົມ ແລະ ການກວດສອບສະຖານະການ, ເຈົ້າອາດຈະເຫັນວ່າຜູ້ດູແລຮັກສາຂ້ອນຂ້າງໜ້າເຊື່ອຖື, ພວກເຂົາຮູ້ວ່າເຄື່ອງຖວາຍບໍ່ຄວນຖືກແຕະຕ້ອງ ແລະ ບໍ່ວ່າຄອບຄົວຂອງພວກເຂົາຈະຂັດສົນເລື່ອງເງິນຄຳສໍ່າໃດ, ພວກເຂົາກໍບໍ່ໄດ້ແຕະຕ້ອງເຄື່ອງຖວາຍ ແລະ ຜ່ານການສັງເກດເປັນເວລາດົນ, ກໍອາດຈະພິສູດໄດ້ວ່າຜູ້ດູແລຮັກສາໜ້າເຊື່ອຖືຢ່າງສົມບູນ. ນອກຈາກນີ້, ຕ້ອງກວດສອບວ່າສະພາບແວດລ້ອມອ້ອມຂ້າງຂອງເຮືອນທີ່ເກັບຮັກສາເຄື່ອງຖວາຍນັ້ນອັນຕະລາຍ ຫຼື ບໍ່, ມີອ້າຍເອື້ອຍນ້ອງຄົນໃດຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມຢູ່ທີ່ນັ້ນ ຫຼື ບໍ່, ຜູ້ດູແລຮັກສາເຄື່ອງຖວາຍໄດ້ປະເຊີນກັບອັນຕະລາຍໃດໆ ຫຼື ບໍ່, ເຄື່ອງຖວາຍຖືກເກັບຮັກສາໃນສະຖານທີ່ທີ່ເໝາະສົມ ຫຼື ບໍ່ ແລະ ຄວນຍົກຍ້າຍພວກມັນ ຫຼື ບໍ່. ສະພາບແວດລ້ອມ ແລະ ສະຖານະການຂອງເຮືອນຂອງຜູ້ດູແລຮັກສາຕ້ອງຖືກກວດກາເລື້ອຍໆ ເພື່ອໃຫ້ສາມາດມີການຕອບສະໜອງ ແລະ ການວາງແຜນທີ່ເໝາະສົມໄດ້ທຸກເວລາ. ໃນຂະນະທີ່ເຈົ້າເຮັດສິ່ງນີ້, ເຈົ້າກໍຕ້ອງສອບຖາມເປັນໄລຍະໆວ່າທີມໃດໄດ້ຮັບອຸປະກອນໃໝ່ເມື່ອບໍ່ດົນມານີ້ ແລະ ອຸປະກອນເຫຼົ່ານັ້ນໄດ້ມາແນວໃດ. ຖ້າຫາກຊື້ມາ, ເຈົ້າຕ້ອງຖາມວ່າມີໃຜກວດສອບຄຳຮ້ອງຂໍ ແລະ ເຊັນອະນຸມັດກ່ອນທີ່ຈະຊື້ ຫຼື ບໍ່, ພວກມັນຖືກຊື້ໃນລາຄາສູງ ຫຼື ລາຄາຕະຫຼາດທີ່ສົມເຫດສົມຜົນ, ມີການໃຊ້ຈ່າຍເງິນທີ່ບໍ່ຈຳເປັນ ຫຼື ບໍ່ ແລະ ອື່ນໆ. ສົມມຸດວ່າ, ຜ່ານການກວດກາ ແລະ ກວດສອບບັນຊີແມ່ນບໍ່ພົບເຫັນບັນຫາໃດໆໃນປຶ້ມບັນທຶກ, ແຕ່ຄົ້ນພົບວ່າຜູ້ຈັດຊື້ບາງຄົນໄດ້ຟຸມເຟືອຍເຄື່ອງຖວາຍຢ່າງຊະຊາຍເລື້ອຍໆ. ບໍ່ວ່າສິ່ງຂອງບາງຢ່າງຈະແພງສໍ່າໃດ, ພວກເຂົາກໍຈະຊື້; ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາຮູ້ດີວ່າສິນຄ້າຈະຫຼຸດລາຄາ, ວ່າລາຄາຂອງມັນຈະຫຼຸດລົງ, ພວກເຂົາກໍບໍ່ລໍຖ້າ, ແທນທີ່ຈະເປັນແນວນັ້ນ ພວກເຂົາຈະຊື້ມັນທັນທີ ແລະ ພວກເຂົາຈະຊື້ຂອງດີ, ຂອງຊັ້ນດີ, ລຸ້ນໃໝ່ລ່າສຸດ. ຜູ້ຈັດຊື້ເຫຼົ່ານີ້ໃຊ້ຈ່າຍເງິນໂດຍບໍ່ມີຫຼັກການ ແລະ ຢ່າງຊະຊາຍ ແລະ ພວກເຂົາໃຊ້ຈ່າຍເຄື່ອງຖວາຍເພື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າຄືກັບວ່າພວກເຂົາກຳລັງເຮັດສິ່ງຕ່າງໆໃຫ້ສັດຕູຂອງພວກເຂົາ. ພວກເຂົາບໍ່ເຄີຍຊື້ສິ່ງຂອງທີ່ໃຊ້ງານໄດ້ຈິງຕາມຫຼັກການ, ແຕ່ພຽງແຕ່ຊອກຫາຮ້ານໃດກໍໄດ້ ແລະ ຊື້ສິ່ງຂອງທັນທີ ໂດຍບໍ່ສົນໃຈລາຄາ ແລະ ຄຸນນະພາບ. ເມື່ອນຳສິ່ງຂອງກັບມາແລ້ວ, ມັນກໍເພພາຍໃນບໍ່ເທົ່າໃດມື້ທີ່ນຳໃຊ້ ແລະ ຜູ້ຈັດຊື້ເຫຼົ່ານີ້ກໍບໍ່ເອົາໄປສ້ອມແປງເມື່ອມັນເພ, ພວກເຂົາກໍຊື້ໜ່ວຍໃໝ່. ໃນກໍລະນີທີ່ກວດສອບບັນຊີ ແລະ ກວດສອບລາຍຈ່າຍທາງການເງິນແລ້ວພົບວ່າບາງຄົນໄດ້ຟຸມເຟືອຍ ແລະ ເຮັດໃຫ້ເຄື່ອງຖວາຍສິ້ນເປືອງຢ່າງຮ້າຍແຮງ, ຈະຈັດການກັບເລື່ອງນີ້ແນວໃດ? ຄົນເຫຼົ່ານັ້ນຄວນໄດ້ຮັບຄຳເຕືອນທາງວິໄນ ຫຼື ຄວນໃຫ້ພວກເຂົາຊົດໃຊ້ຄ່າເສຍຫາຍບໍ? ແນ່ນອນວ່າທັງສອງຢ່າງແມ່ນຈຳເປັນ. ຖ້າພົບວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ, ວ່າພວກເຂົາເປັນພຽງຄົນຕ່າງຊາດ, ຜູ້ບໍ່ເຊື່ອ, ວ່າພວກເຂົາເປັນມານຮ້າຍ, ແລ້ວບັນຫາກໍບໍ່ສາມາດແກ້ໄຂໄດ້ໂດຍພຽງແຕ່ໃຫ້ຄຳເຕືອນທາງວິໄນ ຫຼື ລິຮານພວກເຂົາ. ບໍ່ວ່າຈະໂອ້ລົມຄວາມຈິງແນວໃດ, ພວກເຂົາກໍຈະບໍ່ຍອມຮັບ; ບໍ່ວ່າຈະລິຮານພວກເຂົາແນວໃດ, ພວກເຂົາກໍຈະບໍ່ເອົາໃຈໃສ່. ຖ້າຖືກຂໍໃຫ້ຊົດໃຊ້ຄ່າເສຍຫາຍ, ພວກເຂົາກໍຈະຊົດໃຊ້, ແຕ່ພວກເຂົາກໍຈະປະພຶດແບບເດີມໃນອະນາຄົດ ແລະ ພວກເຂົາຈະບໍ່ປ່ຽນແປງ. ພວກເຂົາຈະບໍ່ກະທຳຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າຢ່າງແນ່ນອນ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຈະກະທຳຕາມອຳເພີໃຈ, ຢ່າງຊະຊາຍ ແລະ ບໍ່ມີຫຼັກການ. ຈະຈັດການກັບຄົນປະເພດນີ້ແນວໃດ? ພວກເຂົາສາມາດຖືກນຳໃຊ້ຕໍ່ໄປໄດ້ບໍ? ບໍ່ຄວນ; ຖ້າຖືກນຳໃຊ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍເປັນຄົນໂງ່ຈ້າທີ່ສຸດ, ພວກເຂົາຊ່າງໂງ່ຈ້າແທ້ໆ! ເມື່ອພົບເຫັນຜູ້ບໍ່ເຊື່ອເຊັ່ນນີ້, ພວກເຂົາຄວນຖືກປົດອອກ, ຖືກກຳຈັດ ແລະ ຖືກສະລ້າງອອກຈາກຄຣິສຕະຈັກທັນທີ. ພວກເຂົາບໍ່ມີຄຸນສົມບັດແມ່ນແຕ່ຈະຮັບໃຊ້, ພວກເຂົາບໍ່ສົມຄວນທີ່ຈະເຮັດເຊັ່ນນັ້ນ!

ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳລັງກວດສອບບັນຊີ ແລະ ລາຍຈ່າຍ, ພວກເຂົາອາດຈະບໍ່ພຽງແຕ່ພົບເຫັນກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງ ຫຼື ລາຍຈ່າຍທີ່ບໍ່ສົມເຫດສົມຜົນບາງຢ່າງເທົ່ານັ້ນ, ພວກເຂົາອາດຈະພົບວ່າບາງຄົນທີ່ເຮັດວຽກງານນີ້ມີຄຸນລັກສະນະທີ່ຕໍ່າຕ້ອຍ, ວ່າພວກເຂົາຊົ່ວຊ້າ ແລະ ເຫັນແກ່ຕົວ ແລະ ວ່າພວກເຂົາໄດ້ກໍ່ໃຫ້ເກີດການສູນເສຍຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຈົ້າພົບເຫັນສະຖານະການແບບນີ້, ເຈົ້າຄວນຈັດການກັບມັນແນວໃດ? ມັນຈັດການໄດ້ງ່າຍດັ່ງນີ້: ເຈົ້າຕ້ອງຈັດການ ແລະ ແກ້ໄຂມັນທັນທີ, ປົດຄົນເຫຼົ່ານັ້ນອອກ, ຈາກນັ້ນກໍເລືອກຄົນທີ່ເໝາະສົມມາເຮັດວຽກງານນັ້ນ. ຄົນທີ່ເໝາະສົມໝາຍເຖິງຜູ້ທີ່ມີຄວາມເປັນມະນຸດທີ່ໄດ້ມາດຕະຖານ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ ແລະ ຜູ້ທີ່ສາມາດຈັດການສິ່ງຕ່າງໆຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ເມື່ອພວກເຂົາຊື້ເຄື່ອງໃຫ້ເຮືອນຂອງພຣະເຈົ້າ, ພວກເຂົາຈະຊື້ຂອງທີ່ປະຢັດ ເຊິ່ງກໍຂ້ອນຂ້າງໃຊ້ງານໄດ້ຈິງ ແລະ ທົນທານ, ເປັນສິ່ງທີ່ຈຳເປັນຕ້ອງຊື້. ພວກເຂົາບໍ່ຈຳເປັນຕ້ອງຕັ້ງໃຈຊື້ແຕ່ຂອງຖືກ, ແຕ່ພວກເຂົາກໍບໍ່ຮູ້ສຶກວ່າຈຳເປັນຕ້ອງຊື້ຂອງທີ່ແພງທີ່ສຸດເຊັ່ນກັນ; ໃນກຸ່ມສິນຄ້າທີ່ຄ້າຍຄືກັນ ພວກເຂົາຈະເລືອກສິນຄ້າທີ່ມີຄຳວິຈານ ແລະ ຊື່ສຽງທີ່ຂ້ອນຂ້າງດີ, ພ້ອມທັງລາຄາທີ່ເໝາະສົມ ແລະ ແນ່ນອນ, ຖ້າການຮັບປະກັນຂອງມັນຍາວນານກວ່າ, ກໍຍິ່ງດີ. ນີ້ຄືຄົນປະເພດທີ່ເຈົ້າຕ້ອງຊອກຫາເພື່ອມາຊື້ເຄື່ອງໃຫ້ເຮືອນຂອງພຣະເຈົ້າ. ພວກເຂົາຕ້ອງມີຈິດໃຈທີ່ຊື່ຕົງ ແລະ ພວກເຂົາຕ້ອງຄຳນຶງເຖິງເຮືອນຂອງພຣະເຈົ້າໃນການກະທຳຂອງພວກເຂົາ ແລະ ຄິດໄຕ່ຕອງຢ່າງຮອບຄອບ; ພວກເຂົາຍັງຕ້ອງຈັດການສິ່ງຕ່າງໆຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ກະທຳ ແລະ ປະພຶດຕົນຢ່າງມີລະບຽບວິໄນ, ໂດຍບໍ່ມີການປົກປິດຄວາມຈິງ ແລະ ມີຄວາມຊັດເຈນແຈ່ມແຈ້ງ. ເມື່ອເຈົ້າຊອກຫາຄົນແບບນັ້ນໄດ້ແລ້ວ, ໃຫ້ພວກເຂົາຈັດການສິ່ງຕ່າງໆຈຳນວນໜຶ່ງໃຫ້ເຮືອນຂອງພຣະເຈົ້າ ແລະ ສັງເກດເບິ່ງພວກເຂົາ. ຖ້າພວກເຂົາເບິ່ງຄືວ່າຂ້ອນຂ້າງເໝາະສົມ, ກໍອາດຈະນຳໃຊ້ພວກເຂົາໄດ້. ແຕ່ມັນບໍ່ແມ່ນວ່າຈະຈົບສິ້ນເມື່ອໄດ້ຈັດແຈງແລ້ວ, ໃນຕໍ່ໜ້າ, ເຈົ້າຕ້ອງພົບປະກັບພວກເຂົາ, ໂອ້ລົມກັບພວກເຂົາ ແລະ ກວດກາວຽກງານຂອງພວກເຂົາ. ບາງຄົນຖາມວ່າ: “ນັ້ນເປັນເພາະວ່າພວກເຂົາບໍ່ໜ້າໄວ້ວາງໃຈບໍ?” ເຫດຜົນບໍ່ແມ່ນຍ້ອນຂາດຄວາມໄວ້ວາງໃຈເທົ່ານັ້ນ, ບາງຄັ້ງ, ເຖິງແມ່ນວ່າພວກເຂົາຈະໜ້າໄວ້ວາງໃຈ, ກໍຍັງຕ້ອງມີການກວດກາ. ແລ້ວຈະກວດກາຫຍັງ? ເບິ່ງວ່າມີການບ່ຽງເບນໃນການປະຕິບັດຂອງພວກເຂົາໃນສະຖານະການທີ່ພວກເຂົາບໍ່ເຂົ້າໃຈຫຼັກການ ຫຼື ບໍ່ ຫຼື ວ່າພວກເຂົາມີຄວາມເຂົ້າໃຈທີ່ບິດເບືອນ ຫຼື ບໍ່. ມັນເປັນສິ່ງຈຳເປັນທີ່ຈະຕ້ອງຊ່ວຍເຫຼືອພວກເຂົາໂດຍການດຳເນີນການກວດສອບ. ຕົວຢ່າງ, ສົມມຸດວ່າພວກເຂົາເວົ້າວ່າມີສິນຄ້າທີ່ເປັນທີ່ນິຍົມຫຼາຍໃນຕະຫຼາດ, ແຕ່ພວກເຂົາບໍ່ຮູ້ວ່າເຮືອນຂອງພຣະເຈົ້າຈະນຳໃຊ້ມັນໄດ້ ຫຼື ບໍ່ ແລະ ພວກເຂົາກັງວົນວ່າຖ້າບໍ່ຊື້ຕອນນີ້ ອາດຈະບໍ່ມີຂາຍອີກໃນອະນາຄົດ. ພວກເຂົາຖາມເຈົ້າວ່າຈະຈັດການກັບເລື່ອງນີ້ແນວໃດ. ຖ້າເຈົ້າບໍ່ຮູ້, ເຈົ້າກໍຄວນໃຫ້ພວກເຂົາໄປຖາມຄົນທີ່ກ່ຽວຂ້ອງກັບວຽກງານວິຊາຊີບນັ້ນ. ຈາກນັ້ນ ມືອາຊີບຄົນນັ້ນກໍເວົ້າວ່າສິນຄ້ານັ້ນເປັນພຽງສິນຄ້າຕາມກະແສທີ່ບໍ່ຄ່ອຍໄດ້ໃຊ້ ແລະ ບໍ່ຈຳເປັນຕ້ອງເສຍເງິນຊື້ມັນມາ. ໂດຍມີຄວາມຄິດເຫັນຂອງຜູ້ຊ່ຽວຊານເປັນບ່ອນອ້າງອີງ, ກໍໄດ້ຕັດສິນໃຈວ່າບໍ່ຈຳເປັນຕ້ອງຊື້ສິນຄ້ານັ້ນ, ການຊື້ມັນຈະເປັນການສິ້ນເປືອງ ແລະ ການບໍ່ຊື້ມັນໃນຕອນນີ້ກໍບໍ່ແມ່ນການສູນເສຍ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານຂອງຕົນໃຫ້ເຖິງລະດັບນີ້. ບໍ່ວ່າສິ່ງໃດໜຶ່ງຈະສຳຄັນ ຫຼື ບໍ່ສຳຄັນ, ຖ້າພວກເຂົາສາມາດເຫັນມັນ, ຄິດເຖິງມັນ ຫຼື ຮູ້ກ່ຽວກັບມັນ, ພວກເຂົາກໍຕ້ອງຕິດຕາມ ແລະ ກວດກາມັນຢ່າງສະເໝີຕົ້ນສະເໝີປາຍ ແລະ ເຮັດສິ່ງນີ້ຕາມຂັ້ນຕອນທີ່ກຳນົດໄວ້ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ.

ບາງຄົນຍື່ນຄຳຮ້ອງຂໍຊື້ສິ່ງຂອງບາງຢ່າງເລື້ອຍໆ, ໂດຍຂໍໃຫ້ເຮືອນຂອງພຣະເຈົ້າຊື້ສິນຄ້າເຫຼົ່ານີ້ ແລະ ຜ່ານການກວດສອບ ແລະ ການກວດກາຢ່າງລະອຽດ, ໂດຍປົກກະຕິແລ້ວຈະພົບວ່າໃນຫ້າຢ່າງທີ່ຂໍມານັ້ນ ມີພຽງຢ່າງດຽວທີ່ຈຳເປັນຕ້ອງຊື້ ແລະ ອີກສີ່ຢ່າງທີ່ເຫຼືອແມ່ນບໍ່ຈຳເປັນຕ້ອງຊື້. ໃນກໍລະນີເຊັ່ນນີ້ຄວນເຮັດແນວໃດ? ສິ່ງຂອງທີ່ພວກເຂົາຍື່ນຄຳຮ້ອງຂໍຕ້ອງຖືກກວດສອບ ແລະ ພິຈາລະນາຢ່າງເຂັ້ມງວດ, ບໍ່ຄວນຟ້າວຊື້. ບໍ່ຄວນຊື້ພຽງເພາະວ່າຄົນເຫຼົ່ານັ້ນເວົ້າວ່າວຽກງານຕ້ອງການ, ບໍ່ຄວນປ່ອຍໃຫ້ຄົນເຫຼົ່ານັ້ນຍື່ນຄຳຮ້ອງຂໍສິ່ງຕ່າງໆຕາມອຳເພີໃຈໂດຍອ້າງວ່າເປັນເພື່ອວຽກງານຂອງພວກເຂົາ. ບໍ່ວ່າຄົນເຫຼົ່ານີ້ຈະອ້າງເຫດຜົນໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຮີບຮ້ອນສໍ່າໃດ, ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ຮັບຜິດຊອບຈັດການເຄື່ອງຖວາຍຕ້ອງມີຈິດໃຈທີ່ໜັກແໜ້ນຢ່າງເດັດຂາດ. ພວກເຂົາຕ້ອງກວດກາ ແລະ ກວດສອບສິ່ງເຫຼົ່ານີ້ຢ່າງເອົາໃຈໃສ່; ຈະຕ້ອງບໍ່ມີຂໍ້ຜິດພາດແມ່ນແຕ່ໜ້ອຍດຽວ. ສິ່ງທີ່ຈຳເປັນຕ້ອງຊື້ຢ່າງແທ້ຈິງຕ້ອງໄດ້ຮັບການສຶກສາ ແລະ ອະນຸມັດຈາກຜູ້ນໍາ ແລະ ຖ້າການຊື້ເປັນທາງເລືອກ, ກໍໃຫ້ປະຕິເສດ, ບໍ່ອະນຸມັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານນີ້ຢ່າງລະອຽດ, ເປັນຮູບປະທຳ ແລະ ເລິກເຊິ່ງ, ມັນກໍຈະຫຼຸດຜ່ອນກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງເຄື່ອງຖວາຍ ແລະ ແນ່ນອນ, ມັນກໍຈະຫຼຸດຜ່ອນລາຍຈ່າຍທີ່ບໍ່ສົມເຫດສົມຜົນຍິ່ງຂຶ້ນ. ການເຮັດວຽກງານນີ້ບໍ່ແມ່ນພຽງແຕ່ການເບິ່ງຢ່າງລະອຽດວ່າລາຍຮັບ-ລາຍຈ່າຍທີ່ບັນທຶກໄວ້ໃນບັນຊີແມ່ນຫຍັງ, ຕົວເລກແມ່ນຫຍັງ. ນັ້ນເປັນເລື່ອງສຳຮອງ. ຈຸດທີ່ສຳຄັນທີ່ສຸດກໍຄື ຈິດໃຈຂອງເຈົ້າຕ້ອງຊື່ຕົງ ແລະ ເຈົ້າຕ້ອງປະຕິບັດຕໍ່ທຸກລາຍຈ່າຍ ແລະ ທຸກລາຍການບັນທຶກຄືກັບວ່າມັນເປັນລາຍການໃນບັນຊີທະນາຄານຂອງເຈົ້າເອງ. ແລ້ວເຈົ້າກໍຈະເບິ່ງມັນຢ່າງລະອຽດ, ເຈົ້າຈະສາມາດຈື່ມັນໄດ້ ແລະ ເຈົ້າຈະສາມາດເຂົ້າໃຈມັນໄດ້ ແລະ ຖ້າມີຂໍ້ຜິດພາດ ຫຼື ບັນຫາ, ເຈົ້າກໍຈະສາມາດເບິ່ງອອກ. ຖ້າເຈົ້າເບິ່ງມັນຄືກັບບັນຊີຂອງຄົນອື່ນ ຫຼື ບັນຊີສ່ວນລວມ, ເຈົ້າກໍຈະຕາບອດໃຈບອດຢ່າງແນ່ນອນ, ບໍ່ສາມາດຄົ້ນພົບບັນຫາໃດໆໄດ້. ບາງຄົນເກັບເງິນໄວ້ໃນທະນາຄານຈຳນວນໜຶ່ງ ແລະ ທຸກໆເດືອນ, ພວກເຂົາກໍຈະອ່ານໃບລາຍງານ ແລະ ເບິ່ງດອກເບ້ຍ, ຈາກນັ້ນພວກເຂົາກໍຈະກວດສອບບັນຊີ, ພວກເຂົາກວດເບິ່ງວ່າແຕ່ລະເດືອນພວກເຂົາໃຊ້ຈ່າຍເທົ່າໃດ, ຖອນເງິນຈັກຄັ້ງ ແລະ ຝາກເງິນເທົ່າໃດ. ທຸກລາຍການບັນທຶກຖືກຈົດຈຳໄວ້ໃນໃຈຂອງພວກເຂົາ, ພວກເຂົາຮູ້ທຸກຕົວເລກດີຂຶ້ນໃຈ ແລະ ພວກເຂົາກໍເຂົ້າໃຈມັນຢ່າງແຈ່ມແຈ້ງໃນໃຈ. ຖ້າມີບັນຫາເກີດຂຶ້ນຢູ່ບ່ອນໃດ, ພວກເຂົາກໍສາມາດເບິ່ງອອກໄດ້ທັນທີ ແລະ ພວກເຂົາບໍ່ເບິ່ງຂ້າມແມ່ນແຕ່ຂໍ້ຜິດພາດທີ່ເລັກນ້ອຍທີ່ສຸດ. ຄົນເຮົາສາມາດລະມັດລະວັງກັບເງິນຂອງຕົນເອງໄດ້ປານນີ້, ແຕ່ພວກເຂົາສະແດງຄວາມເປັນຫ່ວງແບບດຽວກັນຕໍ່ເຄື່ອງຖວາຍຂອງພຣະເຈົ້າບໍ? ໃນຄວາມຄິດເຫັນຂອງເຮົາ, ຄົນ 99.9% ບໍ່ໄດ້ເປັນແບບນັ້ນ, ສະນັ້ນ ເມື່ອເຄື່ອງຖວາຍຂອງພຣະເຈົ້າຖືກມອບໃຫ້ຄົນເກັບຮັກສາ, ຈຶ່ງມັກມີກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງ ແລະ ລາຍຈ່າຍທີ່ບໍ່ສົມເຫດສົມຜົນປະເພດຕ່າງໆ, ແຕ່ກໍບໍ່ມີໃຜຮູ້ສຶກວ່າມັນເປັນບັນຫາ ແລະ ຜູ້ທີ່ຮັບຜິດຊອບວຽກງານນີ້ກໍບໍ່ເຄີຍຮູ້ສຶກຜິດໃນໃຈເລີຍ. ບໍ່ຕ້ອງເວົ້າເຖິງການເສຍເງິນໜຶ່ງຮ້ອຍຢວນ, ແມ່ນແຕ່ຖ້າພວກເຂົາເສຍໜຶ່ງພັນ, ໜຶ່ງໝື່ນ, ໃຈພວກເຂົາກໍ່ບໍ່ຮູ້ສຶກເຖິງການຕຳໜິ, ເປັນໜີ້ ຫຼື ການກ່າວໂທດຕົວເອງເລີຍ. ເປັນຫຍັງຄົນເຮົາຈຶ່ງເບົາປັນຍາກັບເລື່ອງນີ້ປານນັ້ນ? ບໍ່ແມ່ນສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າຈິດໃຈຂອງຄົນສ່ວນຫຼາຍບໍ່ຊື່ຕົງບໍ? ເປັນໄປໄດ້ແນວໃດທີ່ເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າເຈົ້າມີເງິນເກັບຢູ່ໃນທະນາຄານເທົ່າໃດ? ເມື່ອເງິນຂອງເຮືອນຂອງພຣະເຈົ້າຖືກຝາກໄວ້ໃນບັນຊີຂອງເຈົ້າຊົ່ວຄາວ, ເພື່ອໃຫ້ເຈົ້າເກັບຮັກສາ, ເຈົ້າກໍບໍ່ເອົາໃຈໃສ່ ຫຼື ສົນໃຈມັນ. ນີ້ແມ່ນແນວຄິດແບບໃດ? ເຈົ້າບໍ່ໄດ້ຈົງຮັກພັກດີແມ່ນແຕ່ໃນເກັບຮັກສາເຄື່ອງຖວາຍຂອງພຣະເຈົ້າ, ແລ້ວເຈົ້າຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ທັດສະນະຄະຕິຂອງຄົນຕໍ່ເຄື່ອງຖວາຍເປັນຫຼັກຖານຢັ້ງຢືນທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍບອກໄດ້ຫຼາຍຢ່າງ. ຄົນເຮົາບໍ່ໃສ່ໃຈເຄື່ອງຖວາຍ ແລະ ພວກເຂົາບໍ່ສົນໃຈມັນ. ພວກເຂົາບໍ່ເສຍໃຈຖ້າເຄື່ອງຖວາຍເສຍໄປ; ພວກເຂົາບໍ່ຮັບຜິດຊອບ ແລະ ພວກເຂົາບໍ່ສົນໃຈ. ສະນັ້ນ, ພວກເຂົາບໍ່ມີທັດສະນະຄະຕິແບບດຽວກັນຕໍ່ພຣະເຈົ້າບໍ? (ແມ່ນແລ້ວ.) ມີໃຜເວົ້າວ່າ: “ເຄື່ອງຖວາຍຂອງພຣະເຈົ້າເປັນຂອງພຣະອົງ. ຕາບໃດທີ່ຂ້ອຍບໍ່ໂລບມາກ ຫຼື ຍຶດຄອງເອົາ, ທຸກຢ່າງກໍບໍ່ເປັນຫຍັງ. ໃຜກໍຕາມທີ່ຍຶດຄອງເອົາກໍຈະຖືກລົງໂທດ, ນັ້ນເປັນເລື່ອງຂອງພວກເຂົາ ແລະ ພວກເຂົາກໍສົມຄວນແລ້ວ. ມັນບໍ່ກ່ຽວຫຍັງກັບຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕ້ອງສົນໃຈມັນ”? ຄຳເວົ້ານີ້ຖືກຕ້ອງບໍ? ເຫັນໄດ້ຊັດເຈນວ່າບໍ່ຖືກຕ້ອງ. ແລ້ວມັນຜິດຢູ່ບ່ອນໃດ? (ຈິດໃຈຂອງພວກເຂົາບໍ່ຖືກຕ້ອງ; ພວກເຂົາບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ປົກປ້ອງເຄື່ອງຖວາຍ.) ຄວາມເປັນມະນຸດຂອງຄົນປະເພດນີ້ເປັນແນວໃດ? (ເຫັນແກ່ຕົວ ແລະ ຊົ່ວຊ້າ. ພວກເຂົາໃສ່ໃຈສິ່ງຂອງຂອງຕົນເອງຫຼາຍ ແລະ ປົກປ້ອງມັນເປັນຢ່າງດີ, ແຕ່ພວກເຂົາບໍ່ສົນໃຈ ຫຼື ຖາມໄຖ່ກ່ຽວກັບເຄື່ອງຖວາຍຂອງພຣະເຈົ້າ. ຄວາມເປັນມະນຸດຂອງຄົນແບບນັ້ນມີຄຸນນະພາບຕໍ່າຫຼາຍ.) ຕົ້ນຕໍແມ່ນເຫັນແກ່ຕົວ ແລະ ຊົ່ວຊ້າ. ຄົນປະເພດນີ້ບໍ່ແມ່ນຄົນເລືອດເຢັນບໍ? ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າ, ເລືອດເຢັນ ແລະ ໄຮ້ນ້ຳໃຈ. ຄົນແບບນີ້ສາມາດຮັກພຣະເຈົ້າໄດ້ບໍ? ພວກເຂົາສາມາດອ່ອນນ້ອມຕໍ່ພຣະອົງໄດ້ບໍ? ພວກເຂົາສາມາດມີຫົວໃຈທີ່ຢຳເກງພຣະເຈົ້າໄດ້ບໍ? (ບໍ່ໄດ້.) ແລ້ວຄົນແບບນີ້ຕິດຕາມພຣະເຈົ້າເພື່ອຫຍັງ? (ເພື່ອໄດ້ຮັບພອນ.) ນີ້ບໍ່ແມ່ນການໜ້າດ້ານໄຮ້ຢາງອາຍບໍ? ວິທີທີ່ຄົນປະຕິບັດຕໍ່ເຄື່ອງຖວາຍຂອງພຣະເຈົ້າເປີດເຜີຍທຳມະຊາດຂອງພວກເຂົາໄດ້ດີທີ່ສຸດ. ຄວາມຈິງແລ້ວ ຄົນເຮົາບໍ່ສາມາດເຮັດຫຍັງເພື່ອພຣະເຈົ້າໄດ້. ເຖິງແມ່ນວ່າພວກເຂົາຈະສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງ, ນັ້ນກໍມີຈຳກັດຫຼາຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະປະຕິບັດຕໍ່ເຄື່ອງຖວາຍ, ເຊິ່ງເປັນຂອງພຣະເຈົ້າ, ຢ່າງຖືກຕ້ອງ ຫຼື ເກັບຮັກສາມັນໄດ້ດີ, ຖ້າເຈົ້າມີທັດສະນະ ແລະ ແນວຄິດແບບນັ້ນ, ແລ້ວເຈົ້າບໍ່ແມ່ນຄົນທີ່ຂາດຄວາມເປັນມະນຸດທີ່ສຸດບໍ? ການທີ່ເຈົ້າເວົ້າວ່າເຈົ້າຮັກພຣະເຈົ້າບໍ່ແມ່ນເລື່ອງຕົວະບໍ? ມັນບໍ່ແມ່ນການຫຼອກລວງບໍ? ຊ່າງຫຼອກລວງແທ້! ຄົນປະເພດນີ້ບໍ່ມີຄວາມເປັນມະນຸດເລີຍ, ພຣະເຈົ້າຈະຊ່ວຍເສດມະນຸດແບບນີ້ໃຫ້ລອດພົ້ນບໍ?

III. ການຕິດຕາມ, ການສອບຖາມ ແລະ ການກວດກາລາຍຈ່າຍທຸກປະເພດ, ດຳເນີນການກວດສອບຢ່າງເຂັ້ມງວດ

ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເປັນຜູ້ດູແລທີ່ດີຂອງເຮືອນຂອງພຣະເຈົ້າ, ວຽກງານທຳອິດທີ່ພວກເຂົາຕ້ອງເຮັດໃຫ້ດີກໍຄືການຈັດການເຄື່ອງຖວາຍຢ່າງເໝາະສົມ. ນອກເໜືອຈາກການເກັບຮັກສາເຄື່ອງຖວາຍຢ່າງເໝາະສົມແລ້ວ, ພວກເຂົາຄວນດຳເນີນການກວດສອບຢ່າງເຂັ້ມງວດກ່ຽວກັບລາຍຈ່າຍຂອງເຄື່ອງຖວາຍ. ການດຳເນີນການກວດສອບຢ່າງເຂັ້ມງວດໝາຍຄວາມວ່າແນວໃດ? ໂດຍຫຼັກແລ້ວ, ມັນໝາຍເຖິງການກຳຈັດລາຍຈ່າຍທີ່ບໍ່ສົມເຫດສົມຜົນອອກຢ່າງສິ້ນເຊີງ ແລະ ພະຍາຍາມເຮັດໃຫ້ທຸກລາຍຈ່າຍຂອງເຄື່ອງຖວາຍສົມເຫດສົມຜົນ ແລະ ມີປະສິດທິພາບ, ແທນທີ່ຈະໃຫ້ເຄື່ອງຖວາຍຖືກໃຊ້ຈ່າຍຢ່າງຟຸມເຟືອຍ ແລະ ສິ້ນເປືອງ. ຖ້າຫາກພົບເຫັນກໍລະນີການສິ້ນເປືອງ ຫຼື ການຟຸມເຟືອຍ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງຢຸດຢັ້ງພວກມັນໂດຍທັນທີ, ແຕ່ຍັງຕ້ອງສອບສວນຄວາມຮັບຜິດຊອບ ແລະ ຍັງຕ້ອງຊອກຫາຄົນທີ່ເໝາະສົມເພື່ອເຮັດວຽກງານນັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ຢ່າງແນ່ນອນວ່າແຕ່ລະລາຍຈ່າຍໄປໃສ ແລະ ແຕ່ລະລາຍຈ່າຍແມ່ນເພື່ອຫຍັງ ພາຍໃນຂອບເຂດການຄຸ້ມຄອງຂອງພວກເຂົາ, ພວກເຂົາຄວນກວດກາສິ່ງເຫຼົ່ານີ້ຢ່າງເຂັ້ມງວດ. ຕົວຢ່າງ, ຖ້າຫ້ອງຂາດພັດລົມ, ພວກເຂົາຄວນກຳນົດຂອບເຂດວ່າໃຜຈະໄປຊື້, ຈະໃຊ້ເງິນເທົ່າໃດ ແລະ ຈະໃຫ້ມີລະບົບການເຮັດວຽກໃດຈຶ່ງຈະເໝາະສົມທີ່ສຸດ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ພວກເຮົາຫຍຸ້ງ, ພວກເຮົາບໍ່ສາມາດຫາເວລາໄປຊື້ກັບພວກເຂົາໄດ້”. ບໍ່ໄດ້ມີການຂໍໃຫ້ເຈົ້າໄປຊື້ມັນດ້ວຍຕົນເອງ. ເຈົ້າຄວນຫາຄົນດີ, ຄົນທີ່ມີຄວາມສາມາດມາຮັບຜິດຊອບໜ້າວຽກນີ້. ຢ່າໃຫ້ຄົນອັບປັນຍາ ຫຼື ຄົນບໍ່ດີທີ່ຈິດໃຈບໍ່ຊື່ຕົງໄປຊື້. ຄົນທີ່ມີຄວາມເປັນມະນຸດປົກກະຕິຈະຮູ້ວ່າພວກເຂົາຕ້ອງຊື້ຂອງທີ່ມີລະບົບການເຮັດວຽກທີ່ເໝາະສົມ ແລະ ລາຄາທີ່ເໝາະສົມ, ລະບົບການເຮັດວຽກທີ່ຫຼາຍເກີນໄປແມ່ນບໍ່ມີປະໂຫຍດ ແລະ ມັນກໍມີລາຄາແພງກວ່າຫຼາຍ. ໃນທາງກົງກັນຂ້າມ, ຜູ້ທີ່ສະແຫວງຫາຄວາມສຸກທີ່ຈິດໃຈບໍ່ຊື່ຕົງ ຈະຊື້ຂອງທີ່ບໍ່ສາມາດໃຊ້ງານໄດ້ຈິງ ເຊິ່ງມີລະບົບການເຮັດວຽກຕ່າງໆທີ່ສັບສົນປົນເປ, ເຊິ່ງເຮັດໃຫ້ເສຍເງິນຫຼາຍຂຶ້ນ. ຜູ້ຊື້ຕ້ອງມີເຫດຜົນ; ພວກເຂົາຕ້ອງເຂົ້າໃຈຫຼັກການ. ສິ່ງຂອງທີ່ຊື້ມາຕ້ອງສາມາດໃຊ້ງານໄດ້ຈິງໂດຍບໍ່ມີລາຄາແພງ ແລະ ທຸກຄົນຖືວ່າເໝາະສົມ. ຖ້າພວກເຈົ້າມອບໝາຍໃຫ້ຄົນທີ່ບໍ່ມີຄວາມຮັບຜິດຊອບ ທີ່ມັກໃຊ້ຈ່າຍ ແລະ ຟຸມເຟືອຍເງິນແບບບໍ່ຄິດໜ້າຄິດຫຼັງ ໄປຊື້ຂອງນີ້, ພວກເຂົາກໍຈະຈ່າຍໃນລາຄາສູງເພື່ອຊື້ເຄື່ອງປັບອາກາດຊັ້ນເລີດ, ເຊິ່ງແພງກວ່າການຊື້ພັດລົມເຖິງສິບເທົ່າ. ພວກເຂົາເຊື່ອວ່າ ເຖິງແມ່ນວ່າມັນຈະແພງກວ່າໜ້ອຍໜຶ່ງ, ແຕ່ພວກເຮົາຕ້ອງຖືຜູ້ຄົນເປັນສຳຄັນທີ່ສຸດ, ເຄື່ອງປັບອາກາດນັ້ນບໍ່ພຽງແຕ່ກອງອາກາດ, ມັນຍັງສາມາດປັບຄວາມຊຸ່ມ ແລະ ອຸນຫະພູມໄດ້ ແລະ ມັນກໍມີໂມງຈັບເວລາ ແລະ ການຕັ້ງຄ່າຕ່າງໆ. ນັ້ນບໍ່ແມ່ນການສິ້ນເປືອງບໍ? ນີ້ຄືການສິ້ນເປືອງ ແລະ ການຟຸມເຟືອຍ. ຄົນຜູ້ນັ້ນກຳລັງສະແຫວງຫາຄວາມສຸກໃຫ້ຕົນເອງ ແລະ ພວກເຂົາກຳລັງໃຊ້ເງິນເພື່ອຄວາມຕື່ນເຕັ້ນ, ເພື່ອອວດອ້າງ, ບໍ່ແມ່ນເພື່ອຊື້ຂອງທີ່ໃຊ້ງານໄດ້ຈິງ. ຄົນປະເພດນີ້ມີຈິດໃຈທີ່ບໍ່ຊື່ຕົງ. ຖ້າພວກເຂົາຊື້ຂອງໃຫ້ຕົນເອງ, ພວກເຂົາຈະຊອກຫາວິທີປະຢັດເງິນ, ຊອກຫາສິນຄ້າຫຼຸດລາຄາ ແລະ ພະຍາຍາມຕໍ່ລອງ. ພວກເຂົາຈະປະຢັດເງິນຖ້າສາມາດປະຢັດໄດ້, ຍິ່ງຖືກຍິ່ງດີ. ແຕ່ເມື່ອພວກເຂົາຊື້ຂອງໃຫ້ເຮືອນຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະໃຊ້ເງິນຫຼາຍສໍ່າໃດ, ພວກເຂົາກໍບໍ່ສົນໃຈ. ພວກເຂົາບໍ່ໄດ້ແມ່ນແຕ່ຈະເບິ່ງຂອງຖືກ; ພວກເຂົາພຽງແຕ່ຢາກຊື້ຂອງແພງ, ຊັ້ນດີ, ທັນສະໄໝທີ່ສຸດ. ນີ້ໝາຍຄວາມວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ. ຄົນທີ່ຈິດໃຈບໍ່ຊື່ຕົງສາມາດນຳໃຊ້ໄດ້ບໍ? (ບໍ່ໄດ້.) ເມື່ອຈັດການໜ້າວຽກໃຫ້ເຮືອນຂອງພຣະເຈົ້າ, ຄົນທີ່ຈິດໃຈບໍ່ຊື່ຕົງຈະເຮັດແຕ່ສິ່ງທີ່ໄຮ້ສາລະ ແລະ ບໍ່ມີຄ່າ. ພວກເຂົາບໍ່ໄດ້ໃຊ້ເງິນກັບສິ່ງທີ່ຖືກຕ້ອງ; ພວກເຂົາພຽງແຕ່ສິ້ນເປືອງ ແລະ ຟຸມເຟືອຍເຄື່ອງຖວາຍ ແລະ ທຸກລາຍຈ່າຍຂອງພວກເຂົາກໍບໍ່ສົມເຫດສົມຜົນ.

ຄົນອີກຈຳພວກໜຶ່ງມີແນວຄິດແບບຄົນຈົນ ແລະ ພວກເຂົາເຊື່ອວ່າພວກເຂົາຕ້ອງຊື້ຂອງທີ່ຖືກທີ່ສຸດເມື່ອຊື້ຂອງໃຫ້ເຮືອນຂອງພຣະເຈົ້າ, ຍິ່ງຖືກຍິ່ງດີ. ພວກເຂົາຄິດວ່ານີ້ຄືການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຊື້ແຕ່ຂອງທີ່ລ້າສະໄໝ, ຂອງລ້າງສະຕັອກ. ຜົນກໍຄື, ພວກເຂົາຊື້ເຄື່ອງຈັກທີ່ຖືກທີ່ສຸດທີ່ບໍ່ມີຄຸນນະພາບ. ເຄື່ອງຈັກເຫຼົ່ານີ້ເພທັນທີທີ່ນຳໃຊ້, ທັງສ້ອມແປງກໍບໍ່ໄດ້ ແລະ ໃຊ້ງານບໍ່ໄດ້. ຈາກນັ້ນກໍຈຳເປັນຕ້ອງຊື້ເຄື່ອງໃໝ່ທີ່ມີຄຸນນະພາບພຽງພໍ ແລະ ສາມາດນຳໃຊ້ໄດ້ປົກກະຕິ ແລະ ດັ່ງນັ້ນກໍຕ້ອງເສຍເງິນອີກກ້ອນໜຶ່ງ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ຄົນປະເພດນີ້ຖືກເອີ້ນວ່າຄົນຂີ້ຖີ່ ແລະ ເປັນຜູ້ທີ່ມີແນວຄິດແບບຄົນຈົນ. ພວກເຂົາຢາກປະຢັດເງິນໃຫ້ເຮືອນຂອງພຣະເຈົ້າສະເໝີ ແລະ ຜົນຂອງການປະຢັດມັດທະຍັດທັງໝົດຂອງພວກເຂົາເປັນແນວໃດ? ມັນກາຍເປັນການສິ້ນເປືອງ, ເປັນການຟຸມເຟືອຍເງິນ. ພວກເຂົາເຖິງກັບຫາຂໍ້ອ້າງໃຫ້ຕົນເອງວ່າ: “ຂ້ອຍບໍ່ໄດ້ຕັ້ງໃຈເຮັດ. ຂ້ອຍມີເຈດຕະນາດີ, ຂ້ອຍພຽງແຕ່ພະຍາຍາມປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ, ຂ້ອຍບໍ່ຢາກໃຊ້ເງິນແບບບໍ່ຄິດໜ້າຄິດຫຼັງ”. ການທີ່ພວກເຂົາບໍ່ຢາກເຮັດແບບນັ້ນມັນມີປະໂຫຍດຫຍັງບໍ? ຄວາມຈິງແລ້ວ, ພວກເຂົາກຳລັງໃຊ້ເງິນແບບບໍ່ຄິດ, ພວກເຂົາກໍ່ໃຫ້ເກີດການສິ້ນເປືອງ ແລະ ສິ່ງນີ້ກໍຜານທັງເງິນ ແລະ ກໍາລັງຄົນ. ຄົນປະເພດນີ້ກໍບໍ່ສາມາດນຳໃຊ້ໄດ້ເຊັ່ນກັນ, ພວກເຂົາເປັນຄົນອັບປັນຍາ, ພວກເຂົາບໍ່ສະຫຼາດພໍ. ສະຫຼຸບແລ້ວ, ຄົນທີ່ຈິດໃຈບໍ່ຊື່ຕົງບໍ່ຄວນຖືກໃຊ້ໃຫ້ໄປຊື້ຂອງໃຫ້ເຮືອນຂອງພຣະເຈົ້າ ແລະ ຄົນອັບປັນຍາກໍເຊັ່ນກັນ. ຜູ້ທີ່ຄວນຖືກນຳໃຊ້ແມ່ນຄົນທີ່ສະຫຼາດ ຜູ້ທີ່ມີປະສົບການໃນການຊື້ຂອງໃນລະດັບໃດໜຶ່ງ ແລະ ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ຜູ້ທີ່ເບິ່ງທຸກສິ່ງຢ່າງທ່ຽງທຳ. ບໍ່ວ່າຈະຊື້ຫຍັງກໍຕາມ, ມັນຕ້ອງສາມາດໃຊ້ງານໄດ້ຈິງ ແລະ ລາຄາຂອງມັນກໍຕ້ອງສົມເຫດສົມຜົນ ແລະ ເຖິງແມ່ນວ່າມັນຈະເພ, ມັນກໍຕ້ອງສ້ອມແປງໄດ້ງ່າຍ ແລະ ຕ້ອງຊື້ອາໄຫຼ່ໄດ້ງ່າຍ. ນັ້ນຈຶ່ງສົມເຫດສົມຜົນ. ຫຼັງຈາກທີ່ບາງຄົນຊື້ຂອງມາ, ພວກເຂົາເຫັນວ່າມັນມີກຳນົດເວລາສົ່ງຄືນໜຶ່ງເດືອນ ແລະ ກໍຟ້າວລອງໃຊ້ ແລະ ພວກເຂົາກໍໄດ້ຮັບຜົນພາຍໃນເດືອນນັ້ນ. ຖ້າມັນມີຂໍ້ບົກຜ່ອງໜ້ອຍໜຶ່ງ ແລະ ໃຊ້ງານບໍ່ດີ, ພວກເຂົາກໍຈະສົ່ງຄືນທັນທີ ແລະ ເລືອກເອົາອັນອື່ນ, ເປັນການຫຼຸດຜ່ອນການສູນເສຍ. ຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ. ຄົນທີ່ບໍ່ມີຄວາມເປັນມະນຸດເມື່ອຊື້ຂອງມາແລ້ວ ກໍໂຍນມັນປະໄວ້. ພວກເຂົາບໍ່ໄດ້ລອງໃຊ້ມັນເພື່ອເບິ່ງວ່າມີຫຍັງຜິດປົກກະຕິ ຫຼື ມັນທົນທານ ຫຼື ບໍ່, ທັງບໍ່ໄດ້ເບິ່ງວ່າການຮັບປະກັນຂອງມັນດົນສໍ່າໃດ ຫຼື ພວກເຂົາມີເວລາສົ່ງຄືນດົນສໍ່າໃດ, ພວກເຂົາບໍ່ສົນໃຈເລື່ອງໃດໆເຫຼົ່ານີ້ເລີຍ. ເມື່ອມື້ໜຶ່ງພວກເຂົາເກີດສົນໃຈສິ່ງຂອງນັ້ນຂຶ້ນມາກະທັນຫັນ, ພວກເຂົາກໍເອົາມັນມາລອງໃຊ້, ເມື່ອນັ້ນຈຶ່ງພົບວ່າມັນເພແລ້ວ. ພວກເຂົາກວດເບິ່ງໃບບິນ ແລະ ເຫັນວ່າກຳນົດເວລາສົ່ງຄືນໄດ້ຜ່ານໄປແລ້ວ ແລະ ສິ່ງຂອງນັ້ນກໍບໍ່ສາມາດສົ່ງຄືນໄດ້ອີກ. ຈາກນັ້ນ ພວກເຂົາກໍເວົ້າວ່າ “ຖ້າແນວນັ້ນກໍຊື້ໜ່ວຍໃໝ່ສາ”. ນັ້ນບໍ່ແມ່ນການສິ້ນເປືອງບໍ? “ຊື້ໜ່ວຍໃໝ່ສາ”, ດ້ວຍວະລີນັ້ນ, ເຮືອນຂອງພຣະເຈົ້າກໍຕ້ອງຈ່າຍເງິນອີກກ້ອນໜຶ່ງ. ການຂໍຊື້ໜ່ວຍໃໝ່ ເມື່ອເບິ່ງຜິວເຜີນແລ້ວ ເບິ່ງຄືວ່າເປັນໄປເພື່ອວຽກງານຂອງຄຣິສຕະຈັກ ແລະ ເປັນລາຍຈ່າຍທີ່ສົມເຫດສົມຜົນ, ແຕ່ຄວາມຈິງແລ້ວ, ເບື້ອງຫຼັງຂອງມັນກໍຄື ມັນເກີດຈາກການທີ່ພວກເຂົາລະເລີຍໃນໜ້າທີ່ຂອງຕົນ ໂດຍການບໍ່ກວດກາສິ່ງຂອງນັ້ນໂດຍທັນທີຫຼັງຈາກທີ່ຊື້ມາ. ເຄື່ອງຖວາຍກ້ອນໜຶ່ງຖືກເຮັດໃຫ້ສິ້ນເປືອງ ແລະ ອີກກ້ອນໜຶ່ງກໍຖືກຈ່າຍອອກໄປ ແລະ ສິ່ງຂອງໃໝ່ກໍຍັງບໍ່ມີຄົນດີມາເກັບຮັກສາ, ສະນັ້ນ ມັນກໍຖືກໃຊ້ໄດ້ພຽງໄລຍະສັ້ນໆກ່ອນທີ່ຈະເພ. ເປັນຕາແປກໃຈທີ່ບໍ່ມີໃຜຕິດຕາມກວດກາສິ່ງເຫຼົ່ານີ້, ບໍ່ມີໃຜຈັດການກັບບັນຫາທີ່ເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດຫຍັງຢູ່? ພວກເຂົາໄດ້ລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນຢ່າງສິ້ນເຊີງກ່ຽວກັບວຽກງານນີ້, ພວກເຂົາບໍ່ໄດ້ເຮັດໜ້າທີ່ໃນການຊີ້ນຳ, ການກວດກາ ແລະ ການດຳເນີນການກວດສອບ ແລະ ດັ່ງນັ້ນ ເຄື່ອງຖວາຍຈຶ່ງຖືກຟຸມເຟືອຍ ແລະ ສິ້ນເປືອງແບບນີ້. ຖ້າຜູ້ຊື້ເປັນຄົນທີ່ມີຄວາມຮັບຜິດຊອບ, ພວກເຂົາກໍຈະສົ່ງຄືນສິ່ງຂອງທີ່ພວກເຂົາຊື້ມາໂດຍທັນທີ ເມື່ອພວກເຂົາເຫັນວ່າມັນບໍ່ສາມາດໃຊ້ງານໄດ້ຈິງ. ສິ່ງນີ້ຊ່ວຍຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງ. ຖ້າພວກເຂົາເປັນຄົນທີ່ບໍ່ມີຄວາມຮັບຜິດຊອບ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ພວກເຂົາກໍຈະຊື້ຂອງທີ່ບໍ່ມີຄຸນນະພາບ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຄື່ອງຖວາຍສິ້ນເປືອງ. ແລ້ວ, ການສູນເສຍເງິນນີ້ຄວນຈະເປັນຄວາມຮັບຜິດຊອບຂອງໃຜກັນແທ້? ຜູ້ຊື້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນວ່າຕ້ອງຮັບຜິດຊອບຮ່ວມກັນຕໍ່ເລື່ອງນີ້ບໍ? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຈັດການກັບເລື່ອງນີ້ຢ່າງຈິງຈັງ, ເປັນຮູບປະທຳ ແລະ ລະອຽດຖີ່ຖ້ວນ, ບັນຫາເຫຼົ່ານີ້ຈະບໍ່ຖືກຄົ້ນພົບບໍ? ຂໍ້ບົກຜ່ອງເຫຼົ່ານີ້ຈະບໍ່ຖືກແກ້ໄຂບໍ? (ແກ້ໄຂໄດ້.) ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໄປກວດກາສະຖານະການໃຊ້ຈ່າຍເຄື່ອງຖວາຍຢູ່ຄຣິສຕະຈັກໃນສະຖານທີ່ຕ່າງໆເລື້ອຍໆ, ພວກເຂົາກໍຈະສາມາດພົບເຫັນບັນຫາ ແລະ ກຳຈັດການຟຸມເຟືອຍ ແລະ ການສິ້ນເປືອງປະເພດນີ້ໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຂີ້ຄ້ານ ແລະ ບໍ່ມີຄວາມຮັບຜິດຊອບ, ກໍລະນີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນ ແລະ ການຟຸມເຟືອຍ ແລະ ການສິ້ນເປືອງເຫຼົ່ານີ້ກໍຈະເກີດຂຶ້ນຊ້ຳແລ້ວຊ້ຳອີກ, ພວກມັນຈະສືບຕໍ່ແຜ່ລາມອອກໄປ. ແມ່ນຫຍັງທີ່ກໍ່ໃຫ້ເກີດການແຜ່ລາມນີ້? ມັນບໍ່ກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ແລະ ແທນທີ່ຈະເປັນແນວນັ້ນ ພັດຕັ້ງຕົນຢູ່ເໜືອຄົນອື່ນ ແລະ ເຮັດໂຕເປັນເຈົ້າເປັນນາຍບໍ? (ແມ່ນແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນບໍ່ມີຄວາມສຳນຶກ ຫຼື ເຫດຜົນ ແລະ ພວກເຂົາກໍບໍ່ມີຄວາມເປັນມະນຸດ. ເພາະວ່າເງິນທັງໝົດທີ່ຄຣິສຕະຈັກໃຊ້ຈ່າຍແມ່ນເປັນຂອງເຮືອນຂອງພຣະເຈົ້າ ແລະ ມັນກໍແມ່ນເຄື່ອງຖວາຍທັງໝົດຂອງພຣະເຈົ້າ ແລະ ພວກເຂົາກໍເຊື່ອວ່າມັນບໍ່ກ່ຽວຫຍັງກັບພວກເຂົາ, ພວກເຂົາຈຶ່ງບໍ່ສົນໃຈ ຫຼື ຖາມກ່ຽວກັບມັນ ແລະ ພວກເຂົາກໍບໍ່ໃສ່ໃຈມັນ. ຄົນສ່ວນຫຼາຍເຊື່ອວ່າເງິນຂອງເຮືອນຂອງພຣະເຈົ້າຄວນຖືກໃຊ້ຈ່າຍ, ມັນບໍ່ເປັນຫຍັງທີ່ຈະໃຊ້ມັນໃນລັກສະນະໃດກໍໄດ້, ຕາບໃດທີ່ພວກເຂົາບໍ່ໄດ້ເອົາໃສ່ຖົງຕົນເອງ ຫຼື ຍັກຍອກມັນ, ມັນກໍບໍ່ສຳຄັນວ່າມັນຈະຖືກເຮັດໃຫ້ສິ້ນເປືອງ ແລະ ມັນກໍເປັນພຽງການທີ່ຄົນເຮົາຊື້ປະສົບການ ແລະ ເປີດຫູເປີດຕາ. ຜູ້ນໍາ ແລະ ຜູ້ເຮັດວຽກກໍພຽງແຕ່ເຮັດເປັນບໍ່ຮູ້ບໍ່ເຫັນ: “ໃຜກໍສາມາດໃຊ້ເງິນນັ້ນໄດ້ຕາມທີ່ພວກເຂົາຕ້ອງການ ແລະ ຊື້ຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ. ມັນບໍ່ສຳຄັນວ່າຈະສິ້ນເປືອງຫຼາຍສໍ່າໃດ, ໃຜເຮັດໃຫ້ເງິນສິ້ນເປືອງກໍເປັນຜູ້ຮັບຜິດຊອບ ແລະ ພວກເຂົາກໍຈະປະເຊີນກັບຜົນກຳ ແລະ ການລົງໂທດໃນອະນາຄົດ, ສິ່ງນີ້ບໍ່ກ່ຽວຫຍັງກັບຂ້ານ້ອຍ. ຢ່າງໃດກໍຕາມ, ຂ້ານ້ອຍບໍ່ແມ່ນຜູ້ທີ່ໃຊ້ມັນ ແລະ ມັນກໍບໍ່ແມ່ນເງິນຂອງຂ້ານ້ອຍທີ່ຖືກໃຊ້ຈ່າຍ”. ນີ້ບໍ່ແມ່ນມຸມມອງ ແລະ ທັດສະນະຄະຕິແບບດຽວກັນກັບທີ່ຜູ້ບໍ່ມີຄວາມເຊື່ອມີຕໍ່ການໃຊ້ຈ່າຍເງິນສ່ວນລວມບໍ? ມັນຄືກັບວ່າພວກເຂົາກຳລັງໃຊ້ເງິນຂອງສັດຕູຂອງພວກເຂົາ. ເມື່ອຄົນທີ່ບໍ່ເຊື່ອເຮັດວຽກໃນໂຮງງານ, ຖ້າການຄຸ້ມຄອງບໍ່ເຂັ້ມງວດ, ສິ່ງຂອງສ່ວນລວມກໍຈະຖືກລັກ ແລະ ເອົາກັບເມືອເຮືອນ ຫຼື ຖືກທຳລາຍຢ່າງຊະຊາຍຢູ່ສະເໝີ ແລະ ຖ້າມີບາງຢ່າງເພ, ພວກເຂົາກໍຈະຂໍໃຫ້ໂຮງງານຊື້ໜ່ວຍໃໝ່. ເມື່ອພວກເຂົາຊື້ຂອງໃຫ້ໂຮງງານ, ພວກເຂົາກໍຈະຊື້ແຕ່ຂອງດີ, ຂອງແພງເທົ່ານັ້ນ. ຢ່າງໃດກໍຕາມ, ເງິນກໍຈະຖືກໃຊ້ຈ່າຍຕາມອຳເພີໃຈ ແລະ ໂດຍບໍ່ມີຂີດຈຳກັດສູງສຸດ. ຖ້າຜູ້ທີ່ເຊື່ອໃນພຣະເຈົ້າມີແນວຄິດແບບນັ້ນຕໍ່ເຄື່ອງຖວາຍ, ພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນບໍ? ພຣະເຈົ້າຈະທຳງານກັບຄົນກຸ່ມນັ້ນບໍ? (ບໍ່.) ຖ້າຜູ້ຄົນມີທັດສະນະຄະຕິແບບນີ້ຕໍ່ເຄື່ອງຖວາຍຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຈະຮູ້ໄດ້ໂດຍທີ່ເຮົາບໍ່ຕ້ອງບອກເຈົ້າ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ຄົນເຫຼົ່ານັ້ນ.

ວິທີທີ່ກົງໄປກົງມາທີ່ສຸດທີ່ທັດສະນະຄະຕິຂອງບຸກຄົນໃດໜຶ່ງຕໍ່ພຣະເຈົ້າສະແດງອອກກໍຄືໃນທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍ. ບໍ່ວ່າທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຈະເປັນແນວໃດ, ນັ້ນກໍຄືທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ. ຖ້າເຈົ້າປະຕິບັດຕໍ່ເຄື່ອງຖວາຍຄືກັບທີ່ເຈົ້າປະຕິບັດຕໍ່ລາຍການໃນບັນຊີທະນາຄານຂອງເຈົ້າເອງ, ນັ້ນກໍຄື ຢ່າງລະອຽດຖີ່ຖ້ວນ, ລະມັດລະວັງ, ຮອບຄອບ, ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່, ແລ້ວທັດສະນະຄະຕິຂອງພວກເຈົ້າຕໍ່ພຣະເຈົ້າກໍຄືກັນກັບສິ່ງນີ້ບໍ່ຫຼາຍກໍ່ໜ້ອຍ. ຖ້າທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຄືກັບທັດສະນະຄະຕິຂອງເຈົ້າຕໍ່ຊັບສິນສ່ວນລວມ, ຕໍ່ຜັກຢູ່ຕະຫຼາດ, ນັ້ນກໍຄື ຊື້ຂອງທີ່ເຈົ້າຕ້ອງການພຽງເລັກນ້ອຍຢ່າງຊະຊາຍ ແລະ ບໍ່ໄດ້ແມ່ນແຕ່ຈະເບິ່ງຜັກຊະນິດໃດທີ່ເຈົ້າບໍ່ມັກ, ບໍ່ສົນໃຈພວກມັນບໍ່ວ່າພວກມັນຈະຖືກກອງໄວ້ບ່ອນໃດ, ບໍ່ສົນໃຈວ່າຈະມີໃຜເອົາໄປໃຊ້ ແລະ ທຳທ່າບໍ່ເຫັນເມື່ອພວກມັນຕົກລົງພື້ນ ແລະ ມີຄົນຢຽບພວກມັນ, ໂດຍເຊື່ອວ່າທັງໝົດນີ້ບໍ່ກ່ຽວຫຍັງກັບເຈົ້າ, ແລ້ວນັ້ນກໍໝາຍເຖິງບັນຫາສຳລັບເຈົ້າ. ຖ້ານັ້ນຄືທັດສະນະຄະຕິປະເພດທີ່ເຈົ້າມີຕໍ່ເຄື່ອງຖວາຍ, ເຈົ້າເປັນຄົນທີ່ມີຄວາມຮັບຜິດຊອບບໍ? ຄົນແບບເຈົ້າຈະສາມາດປະຕິບັດໜ້າທີ່ໄດ້ດີບໍ? ມັນເຫັນໄດ້ຊັດເຈນວ່າເຈົ້າມີຄວາມເປັນມະນຸດປະເພດໃດ. ສະຫຼຸບແລ້ວ, ໃນວຽກງານການຈັດການເຄື່ອງຖວາຍ, ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນອກເໜືອຈາກການເກັບຮັກສາພວກມັນໃຫ້ດີແລ້ວ, ກໍຄືພວກເຂົາຕ້ອງຕິດຕາມວຽກງານທີ່ຕາມມາ, ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງກວດກາບັນຊີເປັນປະຈຳ, ພ້ອມທັງຕິດຕາມ, ສອບຖາມ ແລະ ກວດກາລາຍຈ່າຍທຸກປະເພດ ແລະ ດຳເນີນການກວດສອບຢ່າງເຂັ້ມງວດ. ພວກເຂົາຕ້ອງກຳຈັດລາຍຈ່າຍທີ່ບໍ່ສົມເຫດສົມຜົນອອກຢ່າງເດັດຂາດກ່ອນທີ່ມັນຈະນຳໄປສູ່ການຟຸມເຟືອຍ ແລະ ການສິ້ນເປືອງ; ແລະ ຖ້າຫາກລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ນຳໄປສູ່ສິ່ງເຫຼົ່ານັ້ນແລ້ວ, ພວກເຂົາກໍຕ້ອງສອບສວນຄວາມຮັບຜິດຊອບຈາກຜູ້ທີ່ຮັບຜິດຊອບ, ໃຫ້ຄຳເຕືອນແກ່ພວກເຂົາ ແລະ ໃຫ້ພວກເຂົາຈ່າຍຄ່າຊົດເຊີຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຮັດວຽກງານນີ້ໄດ້ດີ, ກໍໃຫ້ຮີບຮ້ອນລາອອກ, ຢ່າຍຶດຄອງຕຳແໜ່ງຜູ້ນໍາ ຫຼື ຜູ້ເຮັດວຽກ, ເພາະເຈົ້າບໍ່ສາມາດເຮັດວຽກງານນັ້ນໄດ້. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະຮັບຜິດຊອບວຽກງານນີ້ ແລະ ເຈົ້າບໍ່ສາມາດເຮັດມັນໄດ້ດີ, ເຈົ້າຈະສາມາດເຮັດວຽກງານໃດໄດ້? ເຈົ້າຈົ່ງບອກຢ່າງເປັນລະບົບວ່າ: ມີໜ້າວຽກທັງໝົດຈັກຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ຽວກັບເຄື່ອງຖວາຍ? (ຢ່າງທຳອິດແມ່ນການເກັບຮັກສາພວກມັນ. ຢ່າງທີສອງແມ່ນການກວດກາບັນຊີ. ຢ່າງທີສາມແມ່ນການຕິດຕາມ, ການສອບຖາມ ແລະ ການກວດກາລາຍຈ່າຍທຸກປະເພດ ແລະ ການດຳເນີນການກວດສອບຢ່າງເຂັ້ມງວດ; ລາຍຈ່າຍທີ່ບໍ່ສົມເຫດສົມຜົນຕ້ອງຖືກກຳຈັດອອກ ແລະ ບໍ່ວ່າໃຜຈະກໍ່ໃຫ້ເກີດການຟຸມເຟືອຍ ຫຼື ການສິ້ນເປືອງ, ພວກເຂົາກໍຕ້ອງຖືກທວງຄວາມຮັບຜິດຊອບ ແລະ ຖືກບັງຄັບໃຫ້ຈ່າຍຄ່າຊົດເຊີຍ.) ມັນງ່າຍບໍທີ່ຈະເຮັດວຽກຕາມຂັ້ນຕອນເຫຼົ່ານີ້? (ງ່າຍ.) ນີ້ຄືວິທີການເຮັດວຽກທີ່ກຳນົດໄວ້ຢ່າງຊັດເຈນ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຮັດວຽກງານທີ່ງ່າຍດາຍເຊັ່ນນີ້ໄດ້, ແລ້ວແມ່ນຫຍັງທີ່ເຈົ້າສາມາດເຮັດໄດ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ໃນຖານະຜູ້ດູແລຂອງເຮືອນຂອງພຣະເຈົ້າ? ມີກໍລະນີທີ່ເຄື່ອງຖວາຍຖືກເຮັດໃຫ້ສິ້ນເປືອງ ແລະ ຟຸມເຟືອຍຢູ່ທຸກຫົນທຸກແຫ່ງ ແລະ ຖ້າຫາກໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ມີຄວາມຮັບຮູ້ກ່ຽວກັບມັນ ແລະ ບໍ່ຮູ້ສຶກບໍ່ດີກັບມັນເລີຍ, ແລ້ວພຣະເຈົ້າຢູ່ໃນໃຈຂອງເຈົ້າແທ້ບໍ, ມີບ່ອນສຳລັບພຣະອົງຢູ່ທີ່ນັ້ນແທ້ບໍ? ສິ່ງນີ້ໜ້າສົງໄສ. ເຈົ້າເວົ້າວ່າຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າຍິ່ງໃຫຍ່ ແລະ ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າແທ້ໆ, ແຕ່ເມື່ອເຄື່ອງຖວາຍຂອງພຣະອົງຖືກຟຸມເຟືອຍ ແລະ ສິ້ນເປືອງແບບນີ້, ເຈົ້າພັດບໍ່ມີຄວາມຮັບຮູ້ກ່ຽວກັບມັນ ແລະ ບໍ່ຮູ້ສຶກບໍ່ດີກັບມັນເລີຍ, ນັ້ນບໍ່ໄດ້ເຮັດໃຫ້ຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າໜ້າສົງໄສບໍ? (ແມ່ນແລ້ວ.) ແມ່ນແຕ່ຄວາມເຊື່ອຂອງເຈົ້າກໍໜ້າສົງໄສ, ບໍ່ຕ້ອງເວົ້າເຖິງຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າເລີຍ. ຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າບໍ່ມີພື້ນຖານຄວາມຈິງ, ມັນໃຊ້ການບໍ່ໄດ້! ການປົກປ້ອງເຄື່ອງຖວາຍໃຫ້ດີແມ່ນພັນທະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ ແລະ ມັນກໍເປັນຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງພວກເຂົາເຊັ່ນກັນ. ຖ້າເຄື່ອງຖວາຍບໍ່ໄດ້ຮັບການເກັບຮັກສາເປັນຢ່າງດີ, ນັ້ນກໍຄືການລະເລີຍຕໍ່ໜ້າທີ່ໃນສ່ວນຂອງພວກເຂົາ, ສາມາດເວົ້າໄດ້ວ່າ ທຸກຄົນທີ່ເກັບຮັກສາເຄື່ອງຖວາຍໄດ້ບໍ່ດີແມ່ນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ.

IV. ການຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ

ນອກເໜືອຈາກການກວດກາສະຖານະການໃຊ້ຈ່າຍເຄື່ອງຖວາຍ ແລະ ການແກ້ໄຂລາຍຈ່າຍທີ່ບໍ່ສົມເຫດສົມຜົນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍມີໜ້າວຽກທີ່ສຳຄັນທີ່ສຸດອີກຢ່າງໜຶ່ງຄື: ພວກເຂົາຕ້ອງຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ. ຈຸດປະສົງຂອງການເຮັດເຊັ່ນນີ້ກໍຄືເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າ, ຄົນທີ່ມີເລ່ຫຼ່ຽມໃນໃຈ ແລະ ຄົນທີ່ມີໃຈໂລບມາກ ສວຍໃຊ້ຊ່ອງຫວ່າງເພື່ອຍຶດຄອງເຄື່ອງຖວາຍ. ບາງຄົນເຫັນວ່າເຮືອນຂອງພຣະເຈົ້າມີສິ່ງຂອງຫຼາຍຢ່າງ ແລະ ບາງຢ່າງກໍບໍ່ມີໃຜເຝົ້າລະວັງ ຫຼື ເກັບກຳບັນທຶກໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄິດຢູ່ສະເໝີວ່າເມື່ອໃດພວກເຂົາຈະເຮັດໃຫ້ສິ່ງຂອງເຫຼົ່ານັ້ນກາຍເປັນຊັບສິນສ່ວນຕົວຂອງພວກເຂົາ ແລະ ມີໄວ້ໃຊ້ເອງ. ມີຄົນແບບນີ້ຢູ່ທຸກຫົນທຸກແຫ່ງ. ບາງຄົນເບິ່ງພາຍນອກຄືວ່າບໍ່ເອົາປຽບຄົນອື່ນ ແລະ ບໍ່ມີຄວາມປາຖະໜາອັນໃຫຍ່ຫຼວງຕໍ່ວັດຖຸສິ່ງຂອງ ຫຼື ເງິນຄຳ, ແຕ່ນັ້ນກໍເພາະວ່າສະຖານະການ ແລະ ເງື່ອນໄຂບໍ່ເອື້ອອຳນວຍ, ຖ້າຫາກເຄື່ອງຖວາຍຖືກມອບໃຫ້ຢູ່ໃນມືຂອງພວກເຂົາເພື່ອເກັບຮັກສາໄວ້ແທ້ໆ, ພວກເຂົາກໍອາດຈະຍຶດເອົາມັນ. ບາງຄົນຖາມວ່າ: “ແຕ່ກ່ອນໜ້ານີ້ພວກເຂົາເປັນຄົນດີຫຼາຍ: ພວກເຂົາບໍ່ໄດ້ໂລບມາກ ແລະ ພວກເຂົາກໍມີຄຸນລັກສະນະທີ່ດີ, ແລ້ວເປັນຫຍັງພຽງແຕ່ການເອົາເຄື່ອງຖວາຍຈຳນວນໜຶ່ງໄວ້ໃນມືຂອງພວກເຂົາຈຶ່ງເປີດໂປງພວກເຂົາ?” ນີ້ກໍຍ້ອນວ່າເຈົ້າບໍ່ໄດ້ໃຊ້ເວລາຫຼາຍກັບຄົນເຫຼົ່ານີ້, ບໍ່ໄດ້ທຳຄວາມເຂົ້າໃຈພວກເຂົາຢ່າງເລິກເຊິ່ງ, ບໍ່ເຫັນທະລຸເຖິງທຳມະຊາດ-ແກ່ນແທ້ຂອງພວກເຂົາ. ຖ້າເຈົ້າໄດ້ຮັບຮູ້ຕັ້ງແຕ່ຕົ້ນວ່າຄົນຜູ້ນີ້ເປັນຄົນປະເພດໃດ, ເຄື່ອງຖວາຍກໍຄົງຈະລອດພົ້ນຈາກໂຊກຮ້າຍຂອງການຖືກຄົນຊົ່ວຊ້າຍຶດຄອງເອົາໄປ. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງມີໜ້າວຽກທີ່ສຳຄັນກວ່ານັ້ນອີກຢ່າງໜຶ່ງຄື: ການຊອກຮູ້ ແລະ ຕິດຕາມໃຫ້ທັນສະເໝີກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ. ສົມມຸດວ່າມີຄົນໃດໜຶ່ງມີເງິນສອງສາມຮ້ອຍ ຫຼື ສອງສາມພັນຢວນຢູ່ໃນການຄອບຄອງຂອງພວກເຂົາເພື່ອຈັດການ, ຖ້າພວກເຂົາມີຄວາມສຳນຶກໜ້ອຍໜຶ່ງ, ພວກເຂົາກໍຈະບໍ່ຍັກຍອກມັນ, ແຕ່ຖ້າມັນເປັນເງິນຫຼາຍສິບພັນ ຫຼື ຫຼາຍແສນ, ຄົນສ່ວນຫຼາຍກໍຈະບໍ່ສາມາດໄວ້ວາງໃຈໄດ້, ສິ່ງນີ້ຈະເປັນອັນຕະລາຍ ແລະ ຈິດໃຈຂອງພວກເຂົາກໍອາດຈະປ່ຽນແປງ. ຈິດໃຈຂອງພວກເຂົາອາດຈະປ່ຽນແປງແນວໃດ? ເງິນສອງສາມຮ້ອຍ ຫຼື ສອງສາມພັນບໍ່ໜ້າຈະເຮັດໃຫ້ຈິດໃຈຂອງຄົນຫວັ່ນໄຫວ, ແຕ່ດ້ວຍເງິນຫຼາຍສິບພັນ ຫຼື ຫຼາຍແສນ, ຈິດໃຈຂອງພວກເຂົາກໍອາດຈະຫວັ່ນໄຫວໄດ້ງ່າຍ. “ຂ້ອຍບໍ່ສາມາດຫາເງິນໄດ້ຫຼາຍຂະໜາດນີ້ໃນຫຼາຍຊົ່ວອາຍຸຄົນ ແລະ ຕອນນີ້ມັນກໍຢູ່ໃນມືຂອງຂ້ອຍ, ຊີວິດຂອງຂ້ານ້ອຍຈະດີຂຶ້ນສໍ່າໃດຖ້າມັນເປັນຂອງຂ້ອຍ!” ພວກເຂົາຄິດໄຕ່ຕອງວ່າ: “ຂ້ອຍບໍ່ຮູ້ສຶກຜິດຕໍ່ຄວາມຄິດເຫຼົ່ານີ້, ແລ້ວມີພຣະເຈົ້າຢູ່ແທ້ ຫຼື ບໍ່? ພຣະເຈົ້າຢູ່ໃສ? ບໍ່ແມ່ນວ່າບໍ່ມີໃຜຮູ້ບໍວ່າຂ້ານ້ອຍກຳລັງມີຄວາມຄິດເຫຼົ່ານີ້? ບໍ່ມີໃຜຮູ້ ແລະ ຂ້ອຍກໍບໍ່ຮູ້ສຶກຜິດ ຫຼື ບໍ່ດີ, ນີ້ໝາຍຄວາມວ່າບໍ່ມີພຣະເຈົ້າບໍ? ແລ້ວຖ້າຂ້ອຍເອົາເງິນນີ້ໄປເປັນຂອງຕົນເອງ, ຂ້ອຍຈະບໍ່ປະເຊີນກັບການລົງໂທດ ຫຼື ການຕອບແທນບໍ? ຈະບໍ່ມີຜົນທີ່ຕາມມາບໍ?” ຈິດໃຈຂອງຄົນຜູ້ນີ້ບໍ່ໄດ້ກຳລັງຢູ່ໃນຂະບວນການປ່ຽນແປງບໍ? ເຄື່ອງຖວາຍທີ່ຢູ່ໃນມືຂອງພວກເຂົາບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? (ຕົກຢູ່ໃນອັນຕະລາຍ.) ນອກຈາກນີ້, ບາງຄົນທີ່ຈັດການເຄື່ອງຖວາຍກໍຂ້ອນຂ້າງເປັນຄົນດີ, ພວກເຂົາມີພື້ນຖານໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ພວກເຂົາກໍມີຄວາມຈົງຮັກພັກດີໃນການກະທຳຂອງພວກເຂົາ ແລະ ເຖິງແມ່ນວ່າເຈົ້າຈະໃຫ້ພວກເຂົາເກັບຮັກສາເງິນສອງສາມສິບພັນ ຫຼື ສອງສາມແສນຢວນ, ພວກເຂົາກໍຈະສາມາດເຮັດມັນໄດ້ດີ ແລະ ຮັບປະກັນໄດ້ວ່າພວກເຂົາຈະບໍ່ຍັກຍອກມັນ. ແຕ່ມີຜູ້ບໍ່ມີຄວາມເຊື່ອຈຳນວນໜຶ່ງໃນຄອບຄົວຂອງພວກເຂົາ ແລະ ເມື່ອຄົນເຫຼົ່ານັ້ນເຫັນເງິນ, ຕາຂອງພວກເຂົາກໍແດງຂຶ້ນ, ຄືກັບເວລາທີ່ໝາປ່າເຫັນເຫຍື່ອຂອງມັນ. ບໍ່ຕ້ອງເວົ້າເຖິງເງິນຫຼາຍສິບພັນ ຫຼື ຫຼາຍແສນ, ພວກເຂົາຈະຍັດເງິນໜຶ່ງພັນຢວນໃສ່ຖົງຂອງພວກເຂົາ ຖ້າພວກເຂົາເຫັນມັນ. ພວກເຂົາບໍ່ສົນໃຈວ່າມັນເປັນຂອງໃຜ; ພວກເຂົາເຊື່ອວ່າມັນເປັນຂອງໃຜກໍຕາມທີ່ສາມາດເອົາໃສ່ຖົງໄດ້, ໃຜຍາດໄດ້ກ່ອນກໍເປັນຂອງຄົນນັ້ນ. ຖ້າມີໝາປ່າທີ່ຊົ່ວຊ້າແບບນີ້ຢູ່ອ້ອມຂ້າງຄົນທີ່ກຳລັງເກັບຮັກສາເຄື່ອງຖວາຍ, ເຄື່ອງຖວາຍບໍ່ແມ່ນວ່າຕົກຢູ່ໃນອັນຕະລາຍທີ່ຈະຖືກຍຶດຄອງທຸກທີ່, ທຸກເວລາບໍ? ສະຖານະການແບບນັ້ນຈະເກີດຂຶ້ນໄດ້ບໍ? (ເກີດຂຶ້ນໄດ້.) ມັນບໍ່ເປັນອັນຕະລາຍບໍ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກປະໝາດ ແລະ ບໍ່ມີຄວາມຮູ້ສຶກຮັບຜິດຊອບ ແລະ ບໍ່ໄດ້ແມ່ນແຕ່ຈະສັງເກດເຫັນມັນ ຫຼື ໄປສອບຖາມກ່ຽວກັບມັນ ແລະ ກວດກາເບິ່ງມັນ ເມື່ອເຄື່ອງຖວາຍຕົກຢູ່ໃນສະຖານະການທີ່ອັນຕະລາຍເຊັ່ນນັ້ນ? ມີບາງຢ່າງອາດຈະຜິດພາດໄດ້ທຸກທີ່, ທຸກເວລາ. ຍັງມີສະຖານະການອີກປະເພດໜຶ່ງຄື: ຜູ້ດູແລຮັກສາບາງຄົນເກັບຮັກສາທັງເງິນ ແລະ ສິ່ງຂອງຕ່າງໆໃນເຮືອນຂອງພວກເຂົາ ແລະ ພວກເຂົາກໍຍັງຕ້ອນຮັບອ້າຍເອື້ອຍນ້ອງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຢູ່ທີ່ນັ້ນ. ສິ່ງນີ້ອາດຈະຂ້ອນຂ້າງປອດໄພເປັນການຊົ່ວຄາວ, ແຕ່ມັນເໝາະສົມບໍທີ່ຈະເກັບເຄື່ອງຖວາຍໄວ້ທີ່ນັ້ນໃນໄລຍະຍາວ? (ບໍ່ເໝາະສົມ.) ເຖິງແມ່ນວ່າຜູ້ທີ່ເກັບຮັກສາພວກມັນຈະເໝາະສົມ, ແຕ່ສະພາບແວດລ້ອມ ແລະ ເງື່ອນໄຂກໍບໍ່ເໝາະສົມຢ່າງເດັດຂາດ. ບໍ່ວ່າຈະຕ້ອງຍ້າຍຄົນທີ່ພວກເຂົາກຳລັງຕ້ອນຮັບອອກໄປ ຫຼື ຕ້ອງຍ້າຍເຄື່ອງຖວາຍອອກໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາວຽກງານນີ້ ຫຼື ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນກ່ຽວກັບມັນ, ກໍອາດຈະມີບາງຢ່າງຜິດພາດໄດ້ທຸກທີ່, ທຸກເວລາ; ເຄື່ອງຖວາຍອາດຈະເສຍຫາຍ ແລະ ຕົກໄປຢູ່ໃນມືຂອງມານຮ້າຍໄດ້ທຸກທີ່, ທຸກເວລາ. ຍັງມີສະຖານະການອີກປະເພດໜຶ່ງຄື: ຄຣິສຕະຈັກບາງແຫ່ງຢູ່ໃນສະພາບແວດລ້ອມທີ່ເປັນສັດຕູ ເຊິ່ງຜູ້ຄົນມັກຈະຖືກຈັບກຸມເລື້ອຍໆ ແລະ ຍ້ອນເຫດນີ້, ຈຶ່ງມີໂອກາດສູງທີ່ສະຖານທີ່ຂອງເຮືອນທີ່ເຄື່ອງຖວາຍຖືກເກັບຮັກສາຈະຖືກເປີດເຜີຍ ແລະ ຖືກບຸກຄົ້ນ ແລະ ກວດຄົ້ນໂດຍມັງກອນແດງທີ່ຍິ່ງໃຫຍ່, ເຄື່ອງຖວາຍອາດຈະຖືກປຸ້ນສະດົມໂດຍມານຮ້າຍທີ່ຊົ່ວຮ້າຍໄດ້ທຸກເວລາ. ສະຖານທີ່ແບບນັ້ນເໝາະສົມສຳລັບການເກັບຮັກສາເຄື່ອງຖວາຍບໍ? (ບໍ່ເໝາະສົມ.) ແລ້ວ, ຖ້າພວກມັນຖືກເອົາໄປໄວ້ທີ່ນັ້ນແລ້ວ, ຈະຕ້ອງເຮັດແນວໃດ? ໃຫ້ຍ້າຍພວກມັນອອກທັນທີ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນ ແລະ ບໍ່ໄດ້ເຮັດວຽກງານທີ່ແທ້ຈິງ. ພວກເຂົາບໍ່ສາມາດຄາດການລ່ວງໜ້າ ຫຼື ຄິດເຖິງສິ່ງເຫຼົ່ານີ້ໄດ້, ພວກເຂົາບໍ່ມີຄວາມຮັບຮູ້ກ່ຽວກັບພວກມັນ ແລະ ມີພຽງແຕ່ເມື່ອມີບາງຢ່າງຜິດພາດ ແລະ ເຄື່ອງຖວາຍຖືກຍຶດເອົາໄປໂດຍມານຮ້າຍທີ່ຊົ່ວຮ້າຍ, ພວກເຂົາຈຶ່ງຄິດວ່າ “ພວກເຮົາຄວນຈະຍ້າຍພວກມັນອອກຕັ້ງແຕ່ຕອນນັ້ນ” ແລະ ກໍພຽງແຕ່ຮູ້ສຶກເສຍໃຈເລັກນ້ອຍແບບນີ້. ແຕ່ຖ້າບໍ່ມີຫຍັງຜິດພາດ, ອີກສິບປີກໍສາມາດຜ່ານໄປໄດ້ ແລະ ພວກເຂົາກໍຍັງຈະບໍ່ຍ້າຍເຄື່ອງຖວາຍ. ພວກເຂົາບໍ່ສາມາດເຫັນໄດ້ວ່າຜົນທີ່ຕາມມາທີ່ຮ້າຍແຮງອັນໃດອາດຈະເກີດຂຶ້ນຍ້ອນບັນຫານີ້ ແລະ ພວກເຂົາກໍບໍ່ສາມາດຈັດລຳດັບຄວາມສຳຄັນຂອງສິ່ງຕ່າງໆໂດຍອີງໃສ່ຄວາມສຳຄັນ ແລະ ຄວາມຮີບດ່ວນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສະຖານະການນີ້ເມື່ອພວກເຂົາພົບພໍ້ມັນ: “ໜຶ່ງໃນສະຖານທີ່ທີ່ເຄື່ອງຖວາຍກຳລັງຖືກເກັບຮັກສາໄວ້ນັ້ນບໍ່ເໝາະສົມ. ສະພາບແວດລ້ອມອັນຕະລາຍເກີນໄປ ແລະ ມີອ້າຍເອື້ອຍນ້ອງຈຳນວນບໍ່ໜ້ອຍທີ່ຖືກຈັບກຸມ, ຖືກຕິດຕາມ ຫຼື ຖືກສອດແນມຢູ່ໃນບໍລິເວນໃກ້ຄຽງ. ພວກເຮົາຕ້ອງຄິດຫາວິທີເອົາເຄື່ອງຖວາຍອອກຈາກທີ່ນັ້ນ. ການເອົາພວກມັນໄປໄວ້ໃນບ່ອນທີ່ຂ້ອນຂ້າງປອດໄພຈະເປັນການກະທຳທີ່ດີກວ່າການປະໄວ້ບ່ອນທີ່ພວກມັນຢູ່ ແລະ ລໍຖ້າໃຫ້ພວກມັນຖືກຍຶດເອົາໄປ”. ເມື່ອສະຖານະການຫາກໍເກີດຂຶ້ນ ແລະ ພວກເຂົາຄາດການລ່ວງໜ້າວ່າເຄື່ອງຖວາຍຕົກຢູ່ໃນອັນຕະລາຍ, ພວກເຂົາກໍຄວນຍ້າຍພວກມັນໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ພວກມັນຖືກຍຶດຄອງ ແລະ ຖືກກືນກິນໂດຍມັງກອນແດງທີ່ຍິ່ງໃຫຍ່, ມານຮ້າຍທີ່ຊົ່ວຮ້າຍ. ນີ້ຄືວິທີດຽວທີ່ຈະຮັບປະກັນຄວາມປອດໄພຂອງເຄື່ອງຖວາຍ ແລະ ເພື່ອຫຼີກລ່ຽງບໍ່ໃຫ້ເກີດມີຫຼຸມພາງ ຫຼື ຄວາມຜິດພາດໃດໆ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ທັນທີທີ່ມີສັນຍານອັນຕະລາຍແມ່ນແຕ່ໜ້ອຍດຽວ, ທັນທີທີ່ມີຄົນຖືກຈັບກຸມ, ທັນທີທີ່ມີສະຖານະການເກີດຂຶ້ນ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄິດກໍຄື ເຄື່ອງຖວາຍປອດໄພ ຫຼື ບໍ່, ພວກມັນອາດຈະຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ຫຼື ບໍ່ ຫຼື ຖືກຍຶດຄອງເອົາໄປ ຫຼື ຖືກຍຶດເອົາໄປໂດຍມານຮ້າຍທີ່ຊົ່ວຮ້າຍ ຫຼື ບໍ່ ແລະ ເຄື່ອງຖວາຍໄດ້ຮັບການສູນເສຍໃດໆ ຫຼື ບໍ່. ພວກເຂົາຄວນໃຊ້ມາດຕະການໂດຍທັນທີເພື່ອປົກປ້ອງເຄື່ອງຖວາຍ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນອາດຈະເວົ້າວ່າ: “ການເຮັດສິ່ງເຫຼົ່ານີ້ເຮັດໃຫ້ພວກເຮົາຕ້ອງສ່ຽງ. ພວກເຮົາບໍ່ເຮັດມັນໄດ້ບໍ? ບໍ່ແມ່ນວ່າຜູ້ຄົນເປັນສິ່ງສຳຄັນອັນດັບທຳອິດຂອງພວກເຮົາບໍ, ຊຶ່ງໝາຍຄວາມວ່າບໍ່ຈຳເປັນຕ້ອງເອົາເຄື່ອງຖວາຍມາເປັນອັນດັບທຳອິດ ແລະ ຄວນເອົາຜູ້ຄົນມາເປັນອັນດັບທຳອິດ?” ພວກເຈົ້າຄິດແນວໃດກັບຄຳຖາມຂອງພວກເຂົາ? ຄົນເຫຼົ່ານີ້ມີຄວາມເປັນມະນຸດບໍ? (ບໍ່ມີ.) ການເກັບຮັກສາເຄື່ອງຖວາຍໃຫ້ດີ, ການຈັດການພວກມັນໃຫ້ດີ ແລະ ການເຝົ້າລະວັງພວກມັນໃຫ້ດີ, ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບທີ່ຜູ້ດູແລທີ່ດີຄວນປະຕິບັດໃຫ້ສຳເລັດ. ຖ້າຈະເວົ້າຢ່າງຈິງຈັງກວ່ານັ້ນ, ເຖິງແມ່ນວ່າພວກເຈົ້າຈະຕ້ອງເສຍສະລະຊີວິດຂອງພວກເຈົ້າ, ມັນກໍຄຸ້ມຄ່າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດ. ມັນເປັນຄວາມຮັບຜິດຊອບຂອງພວກເຈົ້າ. ຜູ້ຄົນມັກຈະຮ້ອງປ່າວວ່າ “ການຕາຍເພື່ອພຣະເຈົ້າເປັນການຕາຍທີ່ຄຸ້ມຄ່າ”. ຜູ້ຄົນເຕັມໃຈຕາຍເພື່ອພຣະເຈົ້າແທ້ບໍ? ຕອນນີ້ເຈົ້າບໍ່ໄດ້ຖືກຂໍໃຫ້ຕາຍເພື່ອພຣະເຈົ້າ; ເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ສ່ຽງໜ້ອຍໜຶ່ງເພື່ອເກັບຮັກສາເຄື່ອງຖວາຍຢ່າງປອດໄພ. ເຈົ້າເຕັມໃຈທີ່ຈະເຮັດແນວນັ້ນບໍ? ເຈົ້າຄວນເວົ້າຢ່າງມີຄວາມສຸກວ່າ “ຂ້ານ້ອຍເຕັມໃຈ!” ເປັນຫຍັງ? ເພາະວ່ານີ້ຄືການຝາກຝັງ ແລະ ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ, ມັນເປັນຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງເຈົ້າ ແລະ ເຈົ້າບໍ່ຄວນພະຍາຍາມຫຼີກລ່ຽງມັນ. ເມື່ອພິຈາລະນາວ່າເຈົ້າອ້າງວ່າເຈົ້າຈະຕາຍເພື່ອພຣະເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຈ່າຍລາຄາໜ້ອຍໜຶ່ງ ແລະ ສ່ຽງໜ້ອຍໜຶ່ງເພື່ອເກັບຮັກສາເຄື່ອງຖວາຍ? ມັນບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຮັດບໍ? ຖ້າເຈົ້າບໍ່ໄດ້ເຮັດວຽກງານທີ່ແທ້ຈິງຫຍັງເລີຍ, ແຕ່ເຈົ້າມັກຈະຮ້ອງປ່າວກ່ຽວກັບການຕາຍເພື່ອພຣະເຈົ້າ, ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ໄຮ້ແກ່ນສານບໍ? ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບວຽກງານການເກັບຮັກສາເຄື່ອງຖວາຍ ແລະ ພວກເຂົາຄວນແບກຮັບຄວາມຮັບຜິດຊອບນີ້. ພວກເຂົາບໍ່ຄວນຫຼີກລ່ຽງມັນ ຫຼື ຫຼົບຫຼີກມັນ ແລະ ພວກເຂົາບໍ່ຄວນຫຼົບຫຼີກຈາກຄວາມຮັບຜິດຊອບຂອງຕົນ. ເນື່ອງຈາກເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ວຽກງານນີ້ຈຶ່ງເປັນພາລະທີ່ເປັນໜ້າທີ່ຂອງເຈົ້າ. ມັນເປັນວຽກງານທີ່ສຳຄັນ, ເຈົ້າເຕັມໃຈທີ່ຈະເຮັດມັນບໍ, ເຖິງແມ່ນວ່າເຈົ້າຈະຕ້ອງສ່ຽງແດ່, ເຖິງແມ່ນວ່າຊີວິດຂອງເຈົ້າຈະຕົກຢູ່ໃນອັນຕະລາຍ? ເຈົ້າຄວນເຮັດມັນບໍ? (ຄວນ.) ເຈົ້າຄວນເຕັມໃຈທີ່ຈະເຮັດມັນ; ເຈົ້າຕ້ອງບໍ່ປັດຄວາມຮັບຜິດຊອບນີ້. ນີ້ຄືຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ການຝາກຝັງທີ່ພຣະອົງມອບໃຫ້ມະນຸດ. ພຣະເຈົ້າໄດ້ບອກເຈົ້າເຖິງຂໍ້ກຳນົດ ແລະ ການຝາກຝັງຂັ້ນຕໍ່າທີ່ສຸດຂອງພຣະອົງ, ຖ້າເຈົ້າບໍ່ໄດ້ແມ່ນແຕ່ຈະເຕັມໃຈທີ່ຈະປະຕິບັດມັນ, ແລ້ວເຈົ້າຈະສາມາດເຮັດຫຍັງໄດ້ແດ່?

ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານການເກັບຮັກສາ ແລະ ການໃຊ້ຈ່າຍເຄື່ອງຖວາຍຢ່າງລະອຽດຖີ່ຖ້ວນ ແລະ ເປັນຮູບປະທຳເທົ່າທີ່ຈະເປັນໄປໄດ້. ພວກເຂົາບໍ່ຄວນເຮັດແບບຊະຊາຍກັບມັນ, ຍິ່ງບໍ່ຄວນປະຕິບັດຕໍ່ມັນຄືກັບເປັນວຽກຂອງຄົນອື່ນ ແລະ ປັດຄວາມຮັບຜິດຊອບ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການກວດສອບດ້ວຍຕົນເອງ, ເຂົ້າຮ່ວມ ແລະ ສອບຖາມກ່ຽວກັບສິ່ງເຫຼົ່ານີ້ ແລະ ແມ່ນແຕ່ຈັດການກັບພວກມັນດ້ວຍຕົນເອງ ເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າ ແລະ ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ສວຍໃຊ້ຊ່ອງຫວ່າງ ແລະ ກໍ່ໃຫ້ເກີດການທຳລາຍ. ຍິ່ງເຈົ້າເຮັດວຽກງານນີ້ຢ່າງລະອຽດຖີ່ຖ້ວນຫຼາຍເທົ່າໃດ, ຄົນຊົ່ວຊ້າ ແລະ ຄົນບໍ່ດີກໍຈະມີໂອກາດສວຍໃຊ້ຊ່ອງຫວ່າງໜ້ອຍລົງເທົ່ານັ້ນ; ຍິ່ງການສອບຖາມຂອງເຈົ້າລະອຽດຫຼາຍເທົ່າໃດ ແລະ ການຄຸ້ມຄອງຂອງພວກເຈົ້າເຂັ້ມງວດຫຼາຍເທົ່າໃດ, ກໍຈະມີກໍລະນີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນ, ການຟຸມເຟືອຍ ແລະ ການສິ້ນເປືອງໜ້ອຍລົງເທົ່ານັ້ນ. ບາງຄົນເວົ້າວ່າ: “ການເຮັດແບບນີ້ແມ່ນກ່ຽວກັບການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າບໍ? ເຮືອນຂອງພຣະເຈົ້າຂາດເຂີນເງິນທຶນບໍ? ຖ້າແມ່ນ, ຂ້ານ້ອຍຈະຖວາຍຕື່ມອີກ”. ມັນແມ່ນເລື່ອງນັ້ນບໍ? (ບໍ່ແມ່ນ.) ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນຄືຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ມັນກໍເປັນຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຍຶດໝັ້ນໃນການເຮັດວຽກງານນີ້. ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າ, ໃນຖານະຜູ້ທີ່ໄດ້ຮັບບົດບາດເປັນຜູ້ດູແລໃນເຮືອນຂອງພຣະເຈົ້າ, ທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຄວນເປັນທັດສະນະຄະຕິຂອງຄວາມຮັບຜິດຊອບ ແລະ ຂອງການດຳເນີນການກວດສອບຢ່າງເຂັ້ມງວດ; ຖ້າບໍ່ດັ່ງນັ້ນ, ເຈົ້າກໍບໍ່ມີຄຸນສົມບັດທີ່ຈະເຮັດວຽກງານນີ້. ຖ້າເຈົ້າເປັນຜູ້ເຊື່ອທຳມະດາທີ່ຂາດຄວາມຮູ້ສຶກຮັບຜິດຊອບ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ, ເຈົ້າກໍຈະບໍ່ຖືກຮຽກຮ້ອງໃຫ້ເຮັດສິ່ງເຫຼົ່ານີ້. ເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ; ຖ້າເຈົ້າບໍ່ມີຄວາມຮູ້ສຶກຮັບຜິດຊອບນີ້, ເຈົ້າກໍບໍ່ເໝາະສົມທີ່ຈະເປັນ, ແລະ ເຖິງແມ່ນວ່າເຈົ້າຈະຮັບໃຊ້ເປັນ, ເຈົ້າກໍເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມທີ່ບໍ່ມີຄວາມຮັບຜິດຊອບ ແລະ ເຈົ້າກໍຈະຖືກກຳຈັດອອກ, ບໍ່ຊ້າກໍໄວ. ທຸກຄົນທີ່ຂາດຄວາມຮູ້ສຶກຮັບຜິດຊອບຢ່າງສິ້ນເຊີງແມ່ນຄົນທີ່ບໍ່ໄດ້ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າເລີຍ, ພວກເຂົາທຸກຄົນຂາດແມ່ນແຕ່ຄວາມສຳນຶກ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວ. ຄົນແບບນັ້ນຈະສາມາດປະຕິບັດໜ້າທີ່ໄດ້ແນວໃດ? ພວກເຂົາທຸກຄົນເປັນພວກຂີ້ເຫຍື້ອທີ່ບໍ່ມີຫົວໃຈ, ພວກເຂົາຄວນອອກຈາກເຮືອນຂອງພຣະເຈົ້າທັນທີ ແລະ ກັບໄປສູ່ໂລກຂອງພວກເຂົາ!

ຖ້າພວກເຮົາບໍ່ໄດ້ໂອ້ລົມກັນແບບນີ້ກ່ຽວກັບຄວາມຮູ້ທົ່ວໄປກ່ຽວກັບເຄື່ອງຖວາຍ, ພ້ອມທັງຄວາມຈິງທີ່ກ່ຽວຂ້ອງກັບການເກັບຮັກສາເຄື່ອງຖວາຍ ແລະ ຫຼັກການທີ່ຜູ້ຄົນຄວນປະຕິບັດ, ພວກເຈົ້າບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນບໍ່ເຂົ້າໃຈຫຼັກການທີ່ແນ່ນອນຢ່າງແຈ່ມແຈ້ງ, ພວກເຂົາຈະສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໄດ້ແດ່ບໍ? ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນຢູ່ບໍ? ບໍ່ແມ່ນວ່າຄົນສ່ວນຫຼາຍໄດ້ຍຶດຖືຕາມທິດສະດີ ແລະ ຫຼັກການທີ່ຕື້ນເຂີນທີ່ສຸດທີ່ວ່າ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ໂລບມາກເຄື່ອງຖວາຍຂອງພຣະເຈົ້າ, ຂ້ານ້ອຍບໍ່ໄດ້ຍັກຍອກ ຫຼື ສໍ້ໂກງເອົາພວກມັນ ແລະ ຂ້ານ້ອຍກໍເຝົ້າລະວັງພວກມັນເປັນຢ່າງດີ ແລະ ບໍ່ໃຫ້ຜູ້ຄົນໃຊ້ພວກມັນຕາມອຳເພີໃຈ, ນັ້ນກໍພຽງພໍແລ້ວ” ບໍ? ນີ້ແມ່ນການປະຕິບັດຄວາມຈິງບໍ? ນີ້ແມ່ນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? (ບໍ່ແມ່ນ.) ຖ້າຄວາມຮູ້ຂອງຄົນສ່ວນຫຼາຍບໍ່ໄດ້ໄປໄກກວ່າມາດຕະຖານນີ້, ແລ້ວຫົວຂໍ້ນີ້ກໍສົມຄວນທີ່ຈະໂອ້ລົມກັນແທ້ໆ. ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າຢັ່ງຮູ້ ແລະ ເຂົ້າໃຈຕື່ມອີກໜ້ອຍໜຶ່ງແລ້ວບໍ ກ່ຽວກັບວິທີການເກັບຮັກສາເຄື່ອງຖວາຍ ແລະ ທັດສະນະຄະຕິ ແລະ ຄວາມຮູ້ທີ່ພວກເຈົ້າຄວນມີໃນການເກັບຮັກສາພວກມັນ? (ແມ່ນແລ້ວ.) ພວກເຮົາຈະຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບເຄື່ອງຖວາຍ ແລະ ກ່ຽວກັບຫຼັກການທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ ແລະ ວິທີຈັດການເຄື່ອງຖວາຍ.

ທັດສະນະ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບເຄື່ອງຖວາຍ

I. ປະຕິບັດຕໍ່ເຄື່ອງຖວາຍວ່າເປັນຊັບສິນສ່ວນລວມ

ຕໍ່ໄປ, ພວກເຮົາຈະທຳການເປີດໂປງ ແລະ ໄຈ້ແຍກແບບງ່າຍດາຍກ່ຽວກັບຜູ້ນໍາປອມ ກ່ຽວກັບຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຮົາຈະມາເບິ່ງວ່າຜູ້ນໍາປອມມີການສະແດງອອກແນວໃດໃນທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍ ແລະ ໃນການເກັບຮັກສາ ແລະ ການຈັດການເຄື່ອງຖວາຍ. ການສະແດງອອກຢ່າງທຳອິດແມ່ນ ຜູ້ນໍາປອມຂາດຄວາມຮູ້ທີ່ຖືກຕ້ອງກ່ຽວກັບເຄື່ອງຖວາຍ. ພວກເຂົາເຊື່ອວ່າ, “ເຄື່ອງຖວາຍໃນນາມແລ້ວແມ່ນຖວາຍໃຫ້ແກ່ພຣະເຈົ້າ, ແຕ່ທີ່ຈິງແລ້ວ, ພວກມັນແມ່ນຖວາຍໃຫ້ແກ່ຄຣິສຕະຈັກ. ພວກເຮົາບໍ່ຮູ້ວ່າພຣະເຈົ້າຢູ່ໃສ ແລະ ຢ່າງໃດກໍຕາມ, ພຣະອົງກໍບໍ່ສາມາດໃຊ້ຂອງຫຼາຍປານນັ້ນໄດ້. ເຄື່ອງຖວາຍເຫຼົ່ານີ້ເປັນພຽງການຖວາຍໃຫ້ແກ່ພຣະເຈົ້າໃນນາມເທົ່ານັ້ນ; ທີ່ຈິງແລ້ວ, ພວກມັນກຳລັງຖືກຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ ແລະ ພວກມັນບໍ່ໄດ້ຖືກຖວາຍໃຫ້ບຸກຄົນໃດໜຶ່ງຢ່າງເຈາະຈົງ. ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າແມ່ນຄຳທີ່ໃຊ້ແທນຄົນທັງໝົດ ແລະ ຄວາມໝາຍໂດຍໄນຂອງສິ່ງນີ້ກໍຄື ເຄື່ອງຖວາຍແມ່ນຂອງທຸກຄົນ ແລະ ສິ່ງທີ່ເປັນຂອງທຸກຄົນກໍຄືຊັບສິນສ່ວນລວມ. ສະນັ້ນ, ເຄື່ອງຖວາຍຈຶ່ງເປັນຊັບສິນສ່ວນລວມທີ່ເປັນຂອງອ້າຍເອື້ອຍນ້ອງທຸກຄົນ”. ຄວາມເຂົ້າໃຈນີ້ຖືກຕ້ອງບໍ? ມັນບໍ່ຖືກຕ້ອງຢ່າງຊັດເຈນ. ບໍ່ແມ່ນວ່າມີບັນຫາກັບຄວາມເປັນມະນຸດຂອງຄົນທີ່ມີຄວາມເຂົ້າໃຈເຊັ່ນນັ້ນບໍ? ພວກເຂົາບໍ່ແມ່ນຄົນທີ່ໂລບມາກເຄື່ອງຖວາຍບໍ? ຄົນທີ່ມີຈິດໃຈທີ່ໂລບມາກ ແລະ ມີຄວາມປາຖະໜາທີ່ຈະຍຶດເອົາເຄື່ອງຖວາຍ ໄດ້ນຳໃຊ້ວິທີການນີ້ ແລະ ທັດສະນະນີ້ ເມື່ອເວົ້າເຖິງເຄື່ອງຖວາຍ. ເຫັນໄດ້ຊັດເຈນວ່າ ພວກເຂົາກຳລັງຈັບຕາເບິ່ງເຄື່ອງຖວາຍ ແລະ ຢາກຈະຍຶດເອົາພວກມັນມາເປັນຂອງຕົນເອງເພື່ອຄວາມສຸກສະບາຍຂອງຕົນ. ຄົນເຫຼົ່ານີ້ແມ່ນສິ່ງຖືກສ້າງປະເພດໃດກັນນີ້? ພວກເຂົາບໍ່ແມ່ນຄົນປະເພດດຽວກັນກັບຢູດາບໍ? ສະນັ້ນ, ຜູ້ນໍາ ຫຼື ຜູ້ເຮັດວຽກປະເພດນີ້ຈຶ່ງຖືເອົາເຄື່ອງຖວາຍຂອງພຣະເຈົ້າເປັນຊັບສິນສ່ວນລວມຂອງຄຣິສຕະຈັກ. ພວກເຂົາຍຶດຖືທັດສະນະຄະຕິແບບນີ້ໄວ້ໃນໃຈ, ພວກເຂົາບໍ່ໄດ້ເກັບຮັກສາເຄື່ອງຖວາຍຢ່າງຈິງຈັງ ຫຼື ຈັດການພວກມັນຢ່າງສົມເຫດສົມຜົນ ແລະ ຢ່າງມີຄວາມຮັບຜິດຊອບ, ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດນຳໃຊ້ເຄື່ອງຖວາຍຕາມອຳເພີໃຈ, ຢ່າງໜ້າດ້ານ ແລະ ຢ່າງບໍ່ມີຂອບເຂດ, ໂດຍຂາດຫຼັກການຢ່າງສົມບູນ. ພວກເຂົາອະນຸຍາດໃຫ້ໃຜກໍໄດ້ນຳໃຊ້ພວກມັນ ແລະ ໃຜກໍຕາມທີ່ມີ “ຕຳແໜ່ງທາງການ” ທີ່ສູງກວ່າ, ໃຜກໍຕາມທີ່ມີສະຖານະສູງກວ່າ, ໃຜກໍຕາມທີ່ມີຊື່ສຽງໃນທ່າມກາງອ້າຍເອື້ອຍນ້ອງ ກໍຈະໄດ້ຮັບບູລິມະສິດໃນການຄອບຄອງ ແລະ ນຳໃຊ້. ມັນກໍຄືກັນກັບໃນບໍລິສັດ ແລະ ໂຮງງານຂອງສັງຄົມ, ບ່ອນທີ່ລົດຂອງບໍລິສັດ ແລະ ຂອງດີ, ຂອງຊັ້ນສູງແມ່ນເພື່ອໃຫ້ຜູ້ຈັດການ, ຜູ້ອຳນວຍການໂຮງງານ ແລະ ປະທານບໍລິສັດນຳໃຊ້. ພວກເຂົາເຊື່ອວ່າມັນຄວນຈະເປັນແບບນີ້ກັບເຄື່ອງຖວາຍຂອງພຣະເຈົ້າເຊັ່ນກັນ, ວ່າໃຜກໍຕາມທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກກໍມີບຸລິມະສິດໃນການຊື່ນຊົມກັບຂອງຊັ້ນສູງຂອງເຮືອນຂອງພຣະເຈົ້າ, ໃນການຊື່ນຊົມກັບເຄື່ອງຖວາຍທີ່ຖວາຍໃຫ້ແກ່ພຣະເຈົ້າ. ສະນັ້ນ, ທຸກຄົນທີ່ໃຊ້ການເປັນຜູ້ນໍາ ແລະ ຜູ້ເຮັດວຽກເປັນຂໍ້ອ້າງເພື່ອຊື້ຄອມພິວເຕີ ແລະ ໂທລະສັບມືຖືຊັ້ນດີ, ພ້ອມທັງຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນທີ່ເອົາເຄື່ອງຖວາຍມາເປັນຂອງຕົນເອງ, ເຊື່ອວ່າເຄື່ອງຖວາຍເປັນຊັບສິນສ່ວນລວມ ແລະ ວ່າເຄື່ອງຖວາຍຄວນຖືກນຳໃຊ້ ແລະ ຟຸມເຟືອຍຕາມທີ່ພວກເຂົາພໍໃຈ. ເມື່ອອ້າຍເອື້ອຍນ້ອງບາງຄົນຖວາຍເຄື່ອງປະດັບຄຳ ແລະ ເງິນ, ກະເປົາ, ເຄື່ອງນຸ່ງ ແລະ ເກີບ, ພວກເຂົາບໍ່ໄດ້ລະບຸວ່າກຳລັງຖວາຍໃຫ້ແກ່ພຣະເຈົ້າ ແລະ ດ້ວຍເຫດນັ້ນ ຜູ້ນໍາປອມບາງຄົນຈຶ່ງເຊື່ອວ່າ, “ເນື່ອງຈາກພວກເຂົາບໍ່ໄດ້ລະບຸວ່າສິ່ງຂອງເຫຼົ່ານີ້ກຳລັງຖືກຖວາຍໃຫ້ແກ່ພຣະເຈົ້າ, ພວກມັນກໍຄວນເປັນຂອງໃຫ້ຄຣິສຕະຈັກນຳໃຊ້. ສິ່ງໃດກໍຕາມທີ່ຖວາຍໃຫ້ຄຣິສຕະຈັກກໍແມ່ນຊັບສິນສ່ວນລວມ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີບູລິມະສິດໃນການຊື່ນຊົມກັບຊັບສິນສ່ວນລວມກ່ອນ”. ດັ່ງນັ້ນ, ພວກເຂົາຈຶ່ງເອົາສິ່ງຂອງເຫຼົ່ານີ້ມາເປັນຂອງຕົນເອງໂດຍຖືວ່າເປັນສິດຂອງຕົນ. ສິ່ງຂອງທີ່ເຫຼືອຫຼັງຈາກທີ່ພວກເຂົາເລືອກເອົາໄປແລ້ວ, ໃຜຢາກໃຊ້ກໍໃຊ້ໄດ້ ແລະ ໃຜຢາກເອົາກໍເອົາໄປ, ທຸກຄົນກໍແບ່ງປັນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເອີ້ນສິ່ງນີ້ວ່າເປັນການແບ່ງປັນຜົນປະໂຫຍດໃຫ້ທຸກຄົນ; ໃນການຕິດຕາມພວກເຂົາ, ຜູ້ຄົນສາມາດກິນດີຢູ່ດີ ແລະ ມີຄວາມສຸກຢ່າງແທ້ຈິງ. ທຸກຄົນກໍມີຄວາມສຸກ ແລະ ເວົ້າວ່າ, “ຂອບພຣະຄຸນພຣະເຈົ້າ, ພວກເຮົາຈະສາມາດຊື່ນຊົມກັບສິ່ງເຫຼົ່ານີ້ໄດ້ບໍ ຖ້າພວກເຮົາບໍ່ໄດ້ເຊື່ອໃນພຣະອົງ? ສິ່ງເຫຼົ່ານີ້ແມ່ນເຄື່ອງຖວາຍ ແລະ ພວກເຮົາບໍ່ສົມຄວນທີ່ຈະຊື່ນຊົມກັບພວກມັນ!”. ພວກເຂົາເວົ້າວ່າພວກເຂົາບໍ່ສົມຄວນ, ແຕ່ພວກເຂົາກໍກຳສິ່ງຂອງເຫຼົ່ານັ້ນໄວ້ແໜ້ນ ແລະ ບໍ່ຍອມປ່ອຍ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວບໍ່ພຽງແຕ່ຍຶດເອົາເຄື່ອງຖວາຍ ແລະ ແບ່ງປັນກັນ ແລະ ຊື່ນຊົມກັບພວກມັນເປັນການສ່ວນຕົວໂດຍບໍ່ໄດ້ຮັບການອະນຸມັດຈາກໃຜ, ໃນຂະນະທີ່ພວກເຂົາເຮັດເຊັ່ນນີ້, ພວກເຂົາບໍ່ໃສ່ໃຈຢ່າງສິ້ນເຊີງຕໍ່ການຈັດການ, ການໃຊ້ຈ່າຍ ແລະ ການນຳໃຊ້ເຄື່ອງຖວາຍ, ທັງບໍ່ເລືອກຄົນທີ່ເໝາະສົມເພື່ອຈັດການ ແລະ ເກັບກຳບັນທຶກ, ບໍ່ຕ້ອງເວົ້າເຖິງການກວດສອບບັນຊີ ຫຼື ການທົບທວນສະພາບການໃຊ້ຈ່າຍຢ່າງເຂັ້ມງວດ. ຄວາມບໍ່ໃສ່ໃຈຂອງຜູ້ນໍາປອມຕໍ່ການຈັດການເຄື່ອງຖວາຍນຳໄປສູ່ຄວາມສັບສົນວຸ້ນວາຍ ແລະ ເຄື່ອງຖວາຍບາງສ່ວນກໍສູນຫາຍ ແລະ ຖືກຟຸມເຟືອຍ. ສິ່ງທີ່ໂດດເດັ່ນທີ່ສຸດໃນວຽກງານຂອງຜູ້ນໍາປອມກໍຄື ທຸກຄົນກະທຳຕາມອຳເພີໃຈຂອງຕົນ. ສິ່ງທີ່ຫົວໜ້າທີມໃດໜຶ່ງເວົ້າ, ກໍເປັນໄປຕາມນັ້ນ ແລະ ເມື່ອທີມໃດໜຶ່ງຕ້ອງການຊື້ບາງຢ່າງ, ພວກເຂົາກໍອາດຈະຕັດສິນໃຈເຮັດເອງໄດ້ ໂດຍບໍ່ຈຳເປັນຕ້ອງຍື່ນຄຳຮ້ອງຂໍອະນຸມັດ. ຕາບໃດທີ່ສິ່ງໃດໜຶ່ງຈຳເປັນສຳລັບວຽກງານ, ພວກເຂົາກໍສາມາດຊື້ມັນໄດ້ ໂດຍບໍ່ຕ້ອງກັງວົນວ່າມັນຈະແພງສໍ່າໃດ, ຈະສາມາດນຳໃຊ້ມັນໄດ້ ຫຼື ບໍ່ ຫຼື ວ່າມັນຈຳເປັນ ຫຼື ບໍ່, ຢ່າງໃດກໍຕາມ, ພວກເຂົາກຳລັງໃຊ້ຈ່າຍເຄື່ອງຖວາຍ, ບໍ່ແມ່ນເງິນຂອງບຸກຄົນໃດໜຶ່ງ. ຜູ້ນໍາປອມບໍ່ໄດ້ຕິດຕາມກວດກາສິ່ງນີ້ ຫຼື ດຳເນີນການກວດສອບ, ຍິ່ງບໍ່ຕ້ອງເວົ້າເຖິງການໂອ້ລົມກ່ຽວກັບຫຼັກການ. ເມື່ອຊື້ຂອງມາແລ້ວ, ຜູ້ນໍາປອມກໍບໍ່ໃສ່ໃຈຢ່າງສິ້ນເຊີງວ່າຈະມີໃຜເກັບຮັກສາມັນ ຫຼື ບໍ່, ຈະມີບັນຫາຫຍັງເກີດຂຶ້ນກັບມັນ ຫຼື ບໍ່ ຫຼື ວ່າມັນຄຸ້ມຄ່າກັບເງິນທີ່ຈ່າຍໄປ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງບໍ່ໃສ່ໃຈສິ່ງເຫຼົ່ານີ້? ກໍເພາະວ່າເງິນນັ້ນບໍ່ແມ່ນຂອງພວກເຂົາ, ພວກເຂົາຄິດວ່າໃຜກໍສາມາດໃຊ້ມັນໄດ້, ເພາະບໍ່ວ່າຈະເປັນແນວໃດ ມັນກໍບໍ່ແມ່ນເງິນຂອງພວກເຂົາທີ່ຖືກໃຊ້ຈ່າຍ. ມີຄວາມສັບສົນວຸ້ນວາຍໃນທຸກດ້ານຂອງການຈັດການເຄື່ອງຖວາຍ. ມັນສັບສົນວຸ້ນວາຍສໍ່າໃດ? ມັນກໍຄືກັນກັບໃນໂຮງງານໃຫຍ່ຂອງລັດໃນປະເທດສັງຄົມນິຍົມ, ບ່ອນທີ່ທຸກຄົນໄດ້ຮັບສ່ວນແບ່ງເທົ່າທຽມກັນ ບໍ່ວ່າພວກເຂົາຈະເຮັດວຽກຫຼາຍສໍ່າໃດກໍຕາມ. ທຸກຄົນເອົາຂອງກັບເມືອເຮືອນ, ກິນອາຫານຂອງໂຮງງານ ແລະ ຫາເງິນຈາກໂຮງງານ ແລະ ຍັກຍອກສິ່ງຂອງຂອງໂຮງງານ. ມັນຄືຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ. ຜູ້ນໍາປອມບໍ່ໄດ້ສ້າງກົດລະບຽບໃດໆສຳລັບການໃຊ້ຈ່າຍໃນການຈັດຊື້ອຸປະກອນ ຫຼື ເຄື່ອງມືໃດໆ. ເຮືອນຂອງພຣະເຈົ້າໄດ້ສ້າງກົດລະບຽບ, ແຕ່ພວກເຂົາບໍ່ໄດ້ທົບທວນ, ກວດສອບ, ຕິດຕາມ ຫຼື ກວດກາການໃຊ້ຈ່າຍຢ່າງເຂັ້ມງວດ. ພວກເຂົາບໍ່ໄດ້ເຮັດວຽກງານໃດໆເຫຼົ່ານີ້ເລີຍ. ວຽກງານຂອງຜູ້ນໍາປອມແມ່ນສັບສົນວຸ້ນວາຍຢ່າງສິ້ນເຊີງ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍໃດໆ ແລະ ມີຂໍ້ບົກຜ່ອງຢູ່ທົ່ວທຸກແຫ່ງ. ໃນທຸກບາດກ້າວ, ຄົນຊົ່ວຊ້າ ແລະ ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງກໍໄດ້ຮັບອະນຸຍາດໃຫ້ສວຍໃຊ້ຊ່ອງຫວ່າງ ແລະ ເອົາປຽບ. ເຄື່ອງຖວາຍຂອງພຣະເຈົ້າຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງບໍ່ມີຂອບເຂດໂດຍຄົນເຫຼົ່ານັ້ນ, ແຕ່ພວກເຂົາກໍບໍ່ໄດ້ຖືກລົງໂທດ ຫຼື ຖືກລົງວິໄນໃນທາງໃດທາງໜຶ່ງ, ພວກເຂົາບໍ່ໄດ້ຮັບແມ່ນແຕ່ຄຳເຕືອນ. ຜູ້ນໍາ ແລະ ຜູ້ເຮັດວຽກປະເພດໃດກັນນີ້? ພວກເຂົາບໍ່ໄດ້ກິນໃນເຮືອນຂີ້ຮວາດເທິງຫຼັງຄາບໍ? ພວກເຂົາແມ່ນຜູ້ດູແລຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາຄືໂຈນທໍລະຍົດຂອງເຮືອນຂອງພຣະເຈົ້າ!

ຄວນເບິ່ງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ທີ່ບໍ່ຮັບຜິດຊອບເມື່ອເວົ້າເຖິງການເກັບຮັກສາເຄື່ອງຖວາຍແນວໃດ? ພວກເຂົາບໍ່ແມ່ນຄົນທີ່ມີຄຸນລັກສະນະຕໍ່າຕ້ອຍ ແລະ ຂາດຄວາມສຳນຶກ ແລະ ເຫດຜົນບໍ? ຜູ້ນໍາປອມເຫຼົ່ານີ້ຖືວ່າສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍໃຫ້ແກ່ພຣະເຈົ້າ ແລະ ຄຣິສຕະຈັກເປັນຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ເວົ້າວ່າສິ່ງຂອງເຫຼົ່ານັ້ນຄວນຖືກຈັດການໂດຍອ້າຍເອື້ອຍນ້ອງເປັນກຸ່ມ. ສະນັ້ນ, ເມື່ອບັນຫາຖືກເປີດໂປງ ແລະ ເບື້ອງເທິງກຳລັງທວງຖາມຜູ້ຮັບຜິດຊອບ, ພວກເຂົາກໍພະຍາຍາມຢ່າງສຸດກຳລັງເພື່ອປົກປ້ອງຕົນເອງ ແລະ ບໍ່ຍອມຮັບຮູ້ວ່າລັກສະນະຂອງການທີ່ພວກເຂົາລັກ ແລະ ຍຶດເອົາເຄື່ອງຖວາຍຂອງພຣະເຈົ້າ ຫຼັງຈາກທີ່ໄດ້ກາຍເປັນຜູ້ນໍາ ແລະ ໄດ້ຮັບສະຖານະນັ້ນ ມັນຮ້າຍແຮງສໍ່າໃດ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ມີຄຸນລັກສະນະຕໍ່າຕ້ອຍບໍ? ພວກເຂົາໜ້າດ້ານແທ້ໆ! ພວກເຂົາບໍ່ຮູ້ວ່າເປັນຫຍັງອ້າຍເອື້ອຍນ້ອງຈຶ່ງຖວາຍເງິນ ແລະ ສິ່ງຂອງ, ທັງບໍ່ຮູ້ວ່າພວກເຂົາຖວາຍໃຫ້ໃຜ. ຖ້າບໍ່ມີພຣະເຈົ້າ, ໃຜຈະຖວາຍສິ່ງຂອງທີ່ຕົນມັກອອກໄປຢ່າງງ່າຍດາຍ? ນີ້ເປັນເຫດຜົນທີ່ງ່າຍດາຍຫຼາຍ, ແຕ່ຜູ້ທີ່ເອີ້ນກັນວ່າ “ຜູ້ນໍາ” ເຫຼົ່ານີ້ພັດບໍ່ຮູ້ ຫຼື ບໍ່ເຂົ້າໃຈ. ຜູ້ນໍາປອມເຫຼົ່ານີ້ມີຄຳເວົ້າຕິດປາກວ່າ: “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ”. ຄຳເວົ້ານີ້ບໍ່ຈຳເປັນຕ້ອງໄດ້ຮັບການແກ້ໄຂບໍ? ຄຳເວົ້າທີ່ຖືກຕ້ອງຄວນເປັນແນວໃດ? “ເຄື່ອງຖວາຍ” ຫຼື “ເຄື່ອງຖວາຍຂອງພຣະເຈົ້າ”. ຖ້າຈະໃສ່ຄຳຂະຫຍາຍ, ເຈົ້າຄວນໃສ່ຄຳວ່າ “ພຣະເຈົ້າ”: ເຄື່ອງຖວາຍເປັນຂອງພຣະເຈົ້າພຽງຜູ້ດຽວ. ຖ້າເຈົ້າບໍ່ໃສ່ຄຳຂະຫຍາຍ, ມັນກໍເປັນພຽງແຕ່ “ເຄື່ອງຖວາຍ”, ຜູ້ຄົນກໍຍັງຄວນຮູ້ວ່າເຈົ້າຂອງເຄື່ອງຖວາຍແມ່ນພຣະຜູ້ສ້າງ, ຄືພຣະເຈົ້າ, ບໍ່ແມ່ນມະນຸດ. ມະນຸດບໍ່ສົມຄວນທີ່ຈະຄອບຄອງເຄື່ອງຖວາຍ ແລະ ແມ່ນແຕ່ປະໂລຫິດກໍບໍ່ສາມາດເວົ້າໄດ້ວ່າເຄື່ອງຖວາຍເປັນຂອງພວກເຂົາ, ພວກເຂົາອາດຈະຊື່ນຊົມກັບເຄື່ອງຖວາຍໄດ້ໂດຍການອະນຸຍາດຂອງພຣະເຈົ້າ, ແຕ່ພວກມັນບໍ່ແມ່ນຂອງພວກເຂົາ. ຄຳຂະຫຍາຍສຳລັບ “ເຄື່ອງຖວາຍ” ຈະບໍ່ແມ່ນບຸກຄົນໃດເລີຍ, ມັນສາມາດເປັນໄດ້ພຽງແຕ່ພຣະເຈົ້າ ແລະ ບໍ່ມີໃຜອື່ນ. ສະນັ້ນ, ເຫັນໄດ້ຂ້ອນຂ້າງຊັດເຈນວ່າ ຄຳເວົ້າທີ່ວ່າ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ” ທີ່ຜູ້ນໍາປອມມັກເວົ້າກັນນັ້ນແມ່ນຜິດພາດ ແລະ ຄວນໄດ້ຮັບການແກ້ໄຂ. ບໍ່ຄວນມີຄຳເວົ້າເຊັ່ນ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ” ຫຼື “ເຄື່ອງຖວາຍຂອງຄຣິສຕະຈັກ”. ມີບາງຄົນທີ່ເຖິງກັບເວົ້າວ່າ “ເຄື່ອງຖວາຍຂອງພວກເຮົາ” ແລະ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າຂອງພວກເຮົາ”. ຄຳເວົ້າທັງໝົດເຫຼົ່ານີ້ແມ່ນຜິດ. ເຄື່ອງຖວາຍແມ່ນຖືກຖວາຍໃຫ້ແກ່ພຣະເຈົ້າໂດຍມະນຸດຊາດທີ່ຖືກສ້າງ, ໂດຍຜູ້ທີ່ຕິດຕາມພຣະເຈົ້າ. ພຣະເຈົ້າພຽງຜູ້ດຽວເທົ່ານັ້ນທີ່ມີສິດທິພິເສດໃນການເປັນເຈົ້າຂອງ, ຜູ້ໃຊ້ ແລະ ຜູ້ຊື່ນຊົມ. ເຄື່ອງຖວາຍບໍ່ແມ່ນຊັບສິນສ່ວນລວມ; ພວກມັນບໍ່ແມ່ນຂອງມະນຸດ, ຍິ່ງບໍ່ຕ້ອງເວົ້າເຖິງການເປັນຂອງຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ແທນທີ່ຈະເປັນແນວນັ້ນ, ພວກມັນເປັນຂອງພຣະເຈົ້າ. ພຣະເຈົ້າອະນຸຍາດໃຫ້ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າໃຊ້ພວກມັນ, ນີ້ຄືການຝາກຝັງຂອງພຣະອົງ. ສະນັ້ນ, ຄຳເວົ້າທັງໝົດເຊັ່ນ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ”, “ເຄື່ອງຖວາຍຂອງຄຣິສຕະຈັກ” ແລະ “ເຄື່ອງຖວາຍຂອງພວກເຮົາ” ແມ່ນບໍ່ແມ່ນຍໍາ ແລະ ຍິ່ງໄປກວ່ານັ້ນ, ພວກມັນເປັນຄຳເວົ້າຂອງຄົນທີ່ມີເຈດຕະນາບໍ່ດີ, ພວກມັນມີຈຸດປະສົງເພື່ອນຳພາຜູ້ຄົນຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາມຶນຊາ ແລະ ຍິ່ງໄປກວ່ານັ້ນ, ເພື່ອຊີ້ນໍາຜູ້ຄົນຢ່າງຜິດໆ. ຄົນເຫຼົ່ານີ້ຈັດປະເພດເຄື່ອງຖວາຍເປັນຊັບສິນສ່ວນລວມທີ່ເປັນຂອງຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງທຸກຄົນ. ທັງໝົດນີ້ແມ່ນເປັນບັນຫາ ແລະ ຜິດພາດ ແລະ ຄວນໄດ້ຮັບການແກ້ໄຂ. ນີ້ຄືການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ. ຄົນປະເພດນີ້ຖືວ່າເຄື່ອງຖວາຍເປັນຊັບສິນສ່ວນລວມ ແລະ ນຳໃຊ້ຕາມອຳເພີໃຈ; ຫຼື ພວກເຂົາເຊື່ອວ່າໃນຖານະຜູ້ນໍາ, ພວກເຂົາມີສິດທີ່ຈະຈັດສັນສິ່ງຂອງເຫຼົ່ານີ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຈັດສັນໃຫ້ຄົນທີ່ພວກເຂົາມັກ ຫຼື ໃຫ້ທຸກຄົນຢ່າງເທົ່າທຽມກັນ. ພວກເຂົາກຳລັງພະຍາຍາມສ້າງສະຖານະການແບບໃດ? ສະຖານະການທີ່ທຸກຄົນເທົ່າທຽມກັນ, ບ່ອນທີ່ທຸກຄົນສາມາດຊື່ນຊົມກັບພຣະຄຸນຂອງພຣະເຈົ້າ, ບ່ອນທີ່ທຸກຄົນມີສ່ວນຮ່ວມ. ພວກເຂົາຢາກຈະຊື້ໃຈຄົນໂດຍການໃຈກວ້າງກັບຊັບສິນຂອງເຮືອນຂອງພຣະເຈົ້າ. ນັ້ນບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? ມັນເປັນພຶດຕິກຳທີ່ຊົ່ວຊ້າ ແລະ ໜ້າດ້ານ! ຄົນປະເພດນີ້ຈະຖືກກຳນົດລັກສະນະແນວໃດ? ຜູ້ນໍາປອມດັ່ງກ່າວໂລບມາກເຄື່ອງຖວາຍ ແລະ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນກວດກາ, ເປີດໂປງ ແລະ ແຍກແຍະພວກເຂົາ, ພວກເຂົາຈຶ່ງຈັດສັນສິ່ງຂອງທີ່ເຫຼືອທີ່ພວກເຂົາບໍ່ໄດ້ໃຊ້ໃຫ້ແກ່ອ້າຍເອື້ອຍນ້ອງ, ເພື່ອຊື້ໃຈພວກເຂົາ ແລະ ບັນລຸສະຖານະການທີ່ທຸກຄົນເທົ່າທຽມກັນ ແລະ ເຮັດໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການຄົບຫາກັບພວກເຂົາ, ເພື່ອບໍ່ໃຫ້ມີໃຜເປີດໂປງພວກເຂົາ. ຖ້າພວກເຈົ້າພົບພໍ້ຜູ້ນໍາປະເພດນີ້, ຜູ້ທີ່ສາມາດເຮັດໃຫ້ພວກເຈົ້າໄດ້ຮັບຜົນປະໂຫຍດບາງຢ່າງ ແລະ ຜູ້ທີ່ພວກເຈົ້າສາມາດຊື່ນຊົມກັບ “ຊັບສິນສ່ວນລວມ” ບາງຢ່າງໄດ້, ຖ້າພວກເຈົ້າມີສິດທິນີ້ ແລະ ໄດ້ຮັບຜົນປະໂຫຍດແບບນີ້, ພວກເຈົ້າຈະພໍໃຈກັບສິ່ງນັ້ນບໍ? ພວກເຈົ້າຈະສາມາດປະຕິເສດມັນໄດ້ບໍ? (ໄດ້.) ຖ້າພວກເຈົ້າເປັນຄົນໂລບມາກ, ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ບໍ່ຢ້ານກົວພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດໄດ້. ໃຜກໍຕາມທີ່ມີຄວາມຊື່ສັດໜ້ອຍໜຶ່ງ, ມີເຫດຜົນໜ້ອຍໜຶ່ງ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງ ກໍຈະປະຕິເສດມັນ ແລະ ພວກເຂົາກໍຈະລຸກຂຶ້ນຕຳໜິຜູ້ນໍາຄົນນັ້ນ, ລິຮານພວກເຂົາ, ຢຸດຢັ້ງພວກເຂົາ ໂດຍກ່າວວ່າ: “ສິ່ງທຳອິດທີ່ເຈົ້າຄວນເຮັດໃນຖານະຜູ້ນໍາກໍຄືການຈັດການເຄື່ອງຖວາຍໃຫ້ດີ, ບໍ່ແມ່ນການຍັກຍອກພວກມັນ, ຍິ່ງບໍ່ຕ້ອງເວົ້າເຖິງການຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດເພື່ອຈັດສັນໃຫ້ທຸກຄົນຕາມຄວາມຕັ້ງໃຈຂອງເຈົ້າເອງ. ເຈົ້າບໍ່ມີສິດທິນັ້ນ; ນັ້ນບໍ່ແມ່ນການຝາກຝັງຂອງພຣະເຈົ້າຕໍ່ເຈົ້າ. ເຄື່ອງຖວາຍເປັນຂອງພຣະເຈົ້າທີ່ຈະນຳໃຊ້ ແລະ ມີຫຼັກການໃນການນຳໃຊ້ຂອງຄຣິສຕະຈັກ, ບໍ່ມີໃຜມີສິດຕັດສິນໃຈສູງສຸດກ່ຽວກັບເຄື່ອງຖວາຍ. ເຈົ້າອາດຈະເປັນຜູ້ນໍາ, ແຕ່ເຈົ້າບໍ່ມີສິດທິພິເສດນັ້ນ. ພຣະເຈົ້າບໍ່ໄດ້ມອບສິດທິນັ້ນໃຫ້ເຈົ້າ. ເຈົ້າບໍ່ມີສິດທີ່ຈະໃຊ້ຂອງຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ຝາກຝັງວຽກງານນັ້ນໃຫ້ເຈົ້າ. ສະນັ້ນ, ຈົ່ງຮີບຮ້ອນຖອດເຄື່ອງປະດັບຄຳ ແລະ ເງິນທີ່ອ້າຍເອື້ອຍນ້ອງຖວາຍໃຫ້ພຣະເຈົ້າອອກ ແລະ ຖອດເຄື່ອງນຸ່ງທີ່ພວກເຂົາຖວາຍໃຫ້ພຣະອົງອອກ. ຈົ່ງຮີບຮ້ອນຈ່າຍຄ່າຊົດເຊີຍສຳລັບສິ່ງທີ່ເຈົ້າໄດ້ກິນໄປທັງໆທີ່ບໍ່ຄວນກິນ. ຖ້າເຈົ້າຍັງເປັນມະນຸດ ແລະ ມີຄວາມລະອາຍຢູ່ແດ່, ຈົ່ງເຮັດສິ່ງນີ້ທັນທີ. ຍິ່ງໄປກວ່ານັ້ນ, ບໍ່ວ່າເຈົ້າໄດ້ສົ່ງເຄື່ອງຖວາຍເຫຼົ່ານີ້ໃຫ້ໃຜເພື່ອເອົາໃຈພວກເຂົາ ຫຼື ໃຫ້ໃຜຍຶດເອົາ ແລະ ຊື່ນຊົມກັບພວກມັນ, ຈົ່ງເອົາເຄື່ອງຖວາຍເຫຼົ່ານັ້ນຄືນມາທັນທີ. ຖ້າເຈົ້າບໍ່ເຮັດ, ພວກເຮົາຈະແຈ້ງໃຫ້ອ້າຍເອື້ອຍນ້ອງທຸກຄົນຮູ້ ແລະ ຈັດການກັບເຈົ້າຄືກັບຢູດາ!” ພວກເຈົ້າຈະກ້າເຮັດແບບນີ້ບໍ? (ກ້າ.) ທຸກຄົນມີຄວາມຮັບຜິດຊອບນີ້ເມື່ອເວົ້າເຖິງເຄື່ອງຖວາຍ ແລະ ພວກເຂົາຄວນປະຕິບັດຕໍ່ເຄື່ອງຖວາຍດ້ວຍຄວາມສຳນຶກ ແລະ ທັດສະນະຄະຕິແບບນີ້. ແນ່ນອນ, ພວກເຂົາຍັງມີພັນທະນີ້ທີ່ຈະກວດກາເບິ່ງວ່າຄົນອື່ນປະຕິບັດຕໍ່ເຄື່ອງຖວາຍແນວໃດ, ວ່າພວກເຂົາກຳລັງເກັບຮັກສາມັນໄດ້ດີ ຫຼື ບໍ່ ແລະ ວ່າພວກເຂົາກຳລັງຈັດການມັນຕາມຫຼັກການ ຫຼື ບໍ່. ຢ່າຄິດວ່າສິ່ງນີ້ບໍ່ກ່ຽວຂ້ອງກັບເຈົ້າ ແລ້ວກໍບໍ່ຮັບຜິດຊອບ ໂດຍເວົ້າວ່າ, “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກ, ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍຈະຄົ້ນພົບມັນ, ຂ້ານ້ອຍກໍບໍ່ຈຳເປັນຕ້ອງຫຍຸ້ງກ່ຽວກັບມັນ ຫຼື ເວົ້າຫຍັງກ່ຽວກັບມັນ, ນັ້ນເປັນເລື່ອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃຜກໍຕາມທີ່ໃຊ້ຈ່າຍເງິນຕາມອຳເພີໃຈ ແລະ ຍັກຍອກເຄື່ອງຖວາຍ, ພວກເຂົາກໍຄືຢູດາ ແລະ ພຣະເຈົ້າຈະລົງໂທດພວກເຂົາເມື່ອເຖິງເວລາ. ໃຜກໍຕາມທີ່ກໍ່ໃຫ້ເກີດຜົນສະທ້ອນ, ພວກເຂົາກໍຮັບຜິດຊອບຕໍ່ສິ່ງນັ້ນ. ບໍ່ຈຳເປັນທີ່ຂ້ານ້ອຍຈະຕ້ອງຫຍຸ້ງກ່ຽວກັບເລື່ອງນີ້. ການທີ່ຂ້ານ້ອຍຈະເວົ້າເກີນໜ້າທີ່ໄປມັນຈະມີປະໂຫຍດຫຍັງ?”. ເຈົ້າຄິດແນວໃດກັບຄົນປະເພດນີ້? (ພວກເຂົາບໍ່ມີຄວາມສຳນຶກ.) ຖ້າເຈົ້າຄົ້ນພົບວ່າ ໃນບາງພື້ນທີ່ທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາ, ມີຄົນກຳລັງຟຸມເຟືອຍ ແລະ ຍຶດເອົາເຄື່ອງຖວາຍ, ເຈົ້າຄວນເຕືອນຜູ້ທີ່ກ່ຽວຂ້ອງເປັນການສ່ວນຕົວ ແລະ ພ້ອມທັງລາຍງານໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຊາບໂດຍທັນທີ. ເຈົ້າຄວນເວົ້າວ່າ, “ຫົວໜ້າທີມ ແລະ ຜູ້ນໍາຂອງພວກເຮົາ ມັກຈະເອົາເຄື່ອງຖວາຍມາເປັນຂອງຕົນເອງ. ພວກເຂົາຍັງໃຊ້ຈ່າຍເຄື່ອງຖວາຍຕາມອຳເພີໃຈ ແລະ ພວກເຂົາບໍ່ໄດ້ປຶກສາຫາລືກັບຄົນອື່ນ ແລະ ພຽງແຕ່ຕັດສິນໃຈດ້ວຍຕົນເອງເພື່ອຊື້ສິ່ງນັ້ນສິ່ງນີ້. ການໃຊ້ຈ່າຍສ່ວນຫຼາຍຂອງພວກເຂົາບໍ່ສອດຄ່ອງກັບຫຼັກການ. ເຮືອນຂອງພຣະເຈົ້າສາມາດຈັດການກັບເລື່ອງນີ້ໄດ້ບໍ?”. ມັນເປັນຄວາມຮັບຜິດຊອບຂອງຜູ້ທີ່ພຣະເຈົ້າເລືອກທີ່ຈະລາຍງານ ແລະ ແຈ້ງກ່ຽວກັບບັນຫາທີ່ພວກເຂົາພົບ. ການໂອ້ລົມກ່ອນໜ້ານີ້ຂອງພວກເຮົາແມ່ນກ່ຽວກັບການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ, ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍກໍຄືການປະຕິບັດຕໍ່ພວກມັນວ່າເປັນຊັບສິນສ່ວນລວມ.

II. ບໍ່ການສົນໃຈ ຫຼື ຖາມໄຖ່ກ່ຽວກັບການໃຊ້ຈ່າຍເຄື່ອງຖວາຍ

ການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມກ່ຽວກັບການເກັບຮັກສາເຄື່ອງຖວາຍກໍຄື ພວກເຂົາບໍ່ຮູ້ວິທີຈັດການເຄື່ອງຖວາຍ. ພວກເຂົາຮູ້ພຽງແຕ່ວ່າເຄື່ອງຖວາຍບໍ່ຄວນຖືກແຕະຕ້ອງ, ບໍ່ຄວນຖືກນຳໃຊ້ຢ່າງບໍ່ເໝາະສົມຕາມອຳເພີໃຈ ຫຼື ຖືກຍັກຍອກ, ວ່າພວກມັນສັກສິດ, ຖືກແຍກອອກເປັນຂອງບໍລິສຸດ ແລະ ວ່າຄົນເຮົາບໍ່ສາມາດມີຄວາມຄິດທີ່ບໍ່ເໝາະສົມກ່ຽວກັບພວກມັນ. ແຕ່ເມື່ອເວົ້າເຖິງວິທີການຈັດການເຄື່ອງຖວາຍໃຫ້ດີຢ່າງແທ້ຈິງ, ວິທີການເປັນຜູ້ດູແລທີ່ດີໃນການເກັບຮັກສາພວກມັນ, ພວກເຂົາບໍ່ມີແນວທາງ, ບໍ່ມີຫຼັກການ, ບໍ່ມີແຜນການ ຫຼື ຂັ້ນຕອນທີ່ສະເພາະສຳລັບວຽກງານນີ້. ສະນັ້ນ, ໃນເລື່ອງຕ່າງໆ ເຊັ່ນ: ການລົງທະບຽນ, ການກວດນັບ ແລະ ການເກັບຮັກສາເຄື່ອງຖວາຍ, ພ້ອມທັງການກວດສອບບັນຊີລາຍຮັບ-ລາຍຈ່າຍ ແລະ ການກວດສອບການໃຊ້ຈ່າຍ, ຜູ້ນໍາປອມເຫຼົ່ານີ້ກໍຂ້ອນຂ້າງຢູ່ເສີຍ. ເມື່ອມີຄົນຍື່ນບາງຢ່າງເພື່ອຂໍອະນຸມັດ, ພວກເຂົາກໍເຊັນອະນຸມັດ. ເມື່ອມີຄົນຂໍເບີກຈ່າຍຄືນ, ພວກເຂົາກໍໃຫ້. ເມື່ອມີຄົນຂໍເງິນເພື່ອຈຸດປະສົງບາງຢ່າງ, ພວກເຂົາກໍມອບໃຫ້. ພວກເຂົາບໍ່ຮູ້ວ່າເຄື່ອງຈັກ ແລະ ອຸປະກອນຕ່າງໆຖືກເກັບຮັກສາໄວ້ຢູ່ໃສ. ພວກເຂົາຍັງບໍ່ຮູ້ອີກວ່າຜູ້ດູແລເໝາະສົມ ຫຼື ບໍ່, ທັງບໍ່ຮູ້ວ່າຈະບອກໄດ້ແນວໃດ; ພວກເຂົາບໍ່ສາມາດເບິ່ງທະລຸຈິດໃຈຂອງຄົນ ແລະ ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນ. ສະນັ້ນ, ເຖິງແມ່ນວ່າມີການບັນທຶກເຄື່ອງຖວາຍທີ່ຈ່າຍອອກທັງໝົດພາຍໃຕ້ຂອບເຂດການຈັດການຂອງຄົນເຫຼົ່ານີ້, ເມື່ອເບິ່ງລາຍລະອຽດຂອງການໃຊ້ຈ່າຍໃນບັນຊີເຫຼົ່ານັ້ນ, ການໃຊ້ຈ່າຍຫຼາຍຢ່າງກໍບໍ່ສົມເຫດສົມຜົນ ແລະ ບໍ່ຈຳເປັນ, ຫຼາຍຢ່າງກໍເກີນຂອບເຂດ ແລະ ສິ້ນເປືອງ. ເຄື່ອງຖວາຍໄດ້ສູນຫາຍໄປພາຍໃຕ້ລາຍເຊັນຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າກຳລັງເຮັດວຽກງານທີ່ສະເພາະ, ແຕ່ຄວາມຈິງແລ້ວ, ບໍ່ມີຫຼັກການໃດໆເລີຍໃນສິ່ງທີ່ພວກເຂົາກຳລັງເຮັດ. ພວກເຂົາບໍ່ໄດ້ດຳເນີນການກວດສອບ, ພວກເຂົາພຽງແຕ່ເຮັດພໍເປັນພິທີ, ຍຶດໝັ້ນຕາມກົດລະບຽບ ແລະ ຂໍ້ກຳນົດ, ບໍ່ມີຫຍັງຫຼາຍກວ່ານັ້ນ. ສິ່ງນີ້ບໍ່ໄດ້ມາດຕະຖານສຳລັບການຈັດການເຄື່ອງຖວາຍເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງຫຼັກການຂອງມັນ. ສະນັ້ນ, ໃນຊ່ວງເວລາທີ່ຜູ້ນໍາປອມກຳລັງເຮັດວຽກ, ມີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນຫຼາຍເກີນໄປ. ຖ້າມີຄົນຢູ່ທີ່ນັ້ນເພື່ອຕິດຕາມກວດກາ ແລະ ຈັດການສິ່ງຕ່າງໆ, ການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ກໍເພາະວ່າຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ຮັບຜິດຊອບໃນວຽກງານຂອງພວກເຂົາ. ພວກເຂົາເຮັດພໍເປັນພິທີ ແລະ ຈັດການກັບສິ່ງຕ່າງໆແບບເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ໄດ້ກະທຳຕາມຫຼັກການ. ພວກເຂົາບໍ່ເຮັດໃຫ້ ຜິດໃຈຄົນອື່ນ, ພວກເຂົາປະພຶດຕົນຄືກັບຄົນປະຈົບປະແຈງ ແລະ ພວກເຂົາບໍ່ໄດ້ດຳເນີນການກວດສອບຢ່າງເໝາະສົມ. ອາດຈະບໍ່ມີ ຄົນທີ່ຮັບຜິດຊອບຢ່າງແທ້ຈິງແມ່ນແຕ່ຄົນດຽວໃນບັນດາຜູ້ທີ່ຈັດການເຄື່ອງຖວາຍ, ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດດຳເນີນການກວດສອບຢ່າງແທ້ຈິງ. ຜູ້ນໍາປອມບໍ່ໃສ່ໃຈວ່າຜູ້ທີ່ເກັບຮັກສາເຄື່ອງຖວາຍເໝາະສົມ ຫຼື ບໍ່ ຫຼື ວ່າຄຣິສຕະຈັກຂອງຄົນເຫຼົ່ານັ້ນມີສະຖານະການທີ່ອັນຕະລາຍໃດໆ ຫຼື ບໍ່. ສຳລັບພວກເຂົາແລ້ວ, ຕາບໃດທີ່ພວກເຂົາເອງປອດໄພ, ທຸກຢ່າງກໍບໍ່ເປັນຫຍັງ. ເມື່ອມີອັນຕະລາຍເກີດຂຶ້ນ, ສິ່ງທຳອິດທີ່ພວກເຂົາຄິດກໍຄືພວກເຂົາຈະໜີໄປໃສໄດ້ ແລະ ເງິນຂອງພວກເຂົາເອງຈະຖືກປຸ້ນສະດົມ ຫຼື ບໍ່, ໃນຂະນະທີ່ພວກເຂົາບໍ່ໄດ້ກວດສອບ ຫຼື ຖາມໄຖ່ກ່ຽວກັບບ່ອນຢູ່ຂອງເຄື່ອງຖວາຍ ຫຼື ວ່າພວກມັນຕົກຢູ່ໃນອັນຕະລາຍ ຫຼື ບໍ່. ສອງສາມເດືອນ ຫຼື ແມ່ນແຕ່ເຄິ່ງປີຫຼັງຈາກເກີດເຫດການ, ພວກເຂົາອາດຈະຖາມດ້ວຍຄວາມສຳນຶກ ແລະ ເມື່ອພວກເຂົາຮຽນຮູ້ວ່າເຄື່ອງຖວາຍບາງສ່ວນໄດ້ຖືກ ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາໄປ, ບາງສ່ວນຖືກຟຸມເຟືອຍໂດຍຄົນຊົ່ວຊ້າ ແລະ ບ່ອນຢູ່ຂອງບາງສ່ວນກໍບໍ່ເປັນທີ່ຮູ້ຈັກ, ພວກເຂົາກໍຈະຮູ້ສຶກບໍ່ດີຢູ່ໄລຍະໜຶ່ງ, ພວກເຂົາຈະອະທິຖານໜ້ອຍໜຶ່ງ, ຍອມຮັບຄວາມຜິດພາດຂອງຕົນ ແລະ ກໍຈະຈົບລົງພຽງເທົ່ານັ້ນ. ຄົນເຫຼົ່ານີ້ແມ່ນສິ່ງຖືກສ້າງປະເພດໃດກັນນີ້? ການເຮັດວຽກແບບນີ້ບໍ່ແມ່ນວ່າມີບັນຫາບໍ? ພຣະເຈົ້າຈະປະຕິບັດຕໍ່ຄົນທີ່ມີທັດສະນະຄະຕິເຊັ່ນນີ້ຕໍ່ເຄື່ອງຖວາຍແນວໃດ? ພຣະອົງຈະຖືວ່າພວກເຂົາເປັນຜູ້ທີ່ເຊື່ອຢ່າງແທ້ຈິງບໍ? (ບໍ່.) ແລ້ວພຣະອົງຈະຖືວ່າພວກເຂົາເປັນຫຍັງ? (ເປັນຜູ້ບໍ່ມີຄວາມເຊື່ອ.) ເມື່ອພຣະເຈົ້າຖືວ່າຜູ້ໃດຜູ້ໜຶ່ງເປັນຜູ້ບໍ່ມີຄວາມເຊື່ອ, ຄົນຜູ້ນັ້ນມີຄວາມຮູ້ສຶກບໍ? ພວກເຂົາມຶນຊາ ແລະ ສະໝອງຕື້ໃນວິນຍານຂອງພວກເຂົາ ແລະ ເມື່ອພວກເຂົາກະທຳ, ພວກເຂົາກໍບໍ່ມີຄວາມສະຫວ່າງ ຫຼື ການຊີ້ນໍາຂອງພຣະເຈົ້າ ຫຼື ແສງສະຫວ່າງໃດໆ. ພວກເຂົາບໍ່ມີພຣະເຈົ້າປົກປ້ອງເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ພວກເຂົາມັກຈະຄິດລົບ ແລະ ອ່ອນແອ, ດຳລົງຊີວິດຢູ່ໃນຄວາມມືດ. ເຖິງແມ່ນວ່າພວກເຂົາຈະຟັງການເທດສະໜາເລື້ອຍໆ ແລະ ສາມາດທົນທຸກ ແລະ ຈ່າຍລາຄາໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ມີຄວາມຄືບໜ້າໃດໆເລີຍ ແລະ ພວກເຂົາກໍມີສະພາບທີ່ໜ້າສົມເພດ. ນັ້ນຄື “ຜົນລັບ” ຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ທົນໄດ້ຍາກກວ່າການລົງໂທດບໍ? ບອກເຮົາມາ, ຖ້ານີ້ຄືຜົນລັບຂອງຄວາມເຊື່ອຂອງຜູ້ໃດຜູ້ໜຶ່ງໃນພຣະເຈົ້າ, ນັ້ນເປັນສາເຫດຂອງຄວາມສຸກ ແລະ ການສະເຫຼີມສະຫຼອງ ຫຼື ຄວາມໂສກເສົ້າ ແລະ ການຄໍ່າຄວນ? ຕາມຄວາມຄິດເຫັນຂອງເຮົາແລ້ວ, ມັນບໍ່ແມ່ນສັນຍານທີ່ດີ.

ຜູ້ນໍາປອມບໍ່ເຄີຍເອົາໃຈໃສ່ວຽກງານການຈັດການເຄື່ອງຖວາຍຢ່າງຈິງຈັງ. ເຖິງແມ່ນພວກເຂົາເວົ້າວ່າ, “ຄົນເຮົາຕ້ອງບໍ່ແຕະຕ້ອງເຄື່ອງຖວາຍຂອງພຣະເຈົ້າ; ເຄື່ອງຖວາຍຂອງພຣະເຈົ້າບໍ່ຄວນຖືກຍັກຍອກໂດຍຜູ້ໃດ ແລະ ພວກມັນບໍ່ຄວນຕົກໄປຢູ່ໃນມືຂອງຄົນບໍ່ດີ” ແລະ ພວກເຂົາກໍຮ້ອງຄຳຂວັນເຫຼົ່ານີ້ໄດ້ດີຫຼາຍ ແລະ ຄຳເວົ້າຂອງພວກເຂົາກໍຟັງຄືວ່າມີສິນທຳ ແລະ ເໝາະສົມຫຼາຍ, ແຕ່ພວກເຂົາບໍ່ໄດ້ປະພຶດຕົນຄືກັບມະນຸດ. ເຖິງແມ່ນວ່າພວກເຂົາຈະບໍ່ຍັກຍອກເຄື່ອງຖວາຍ ແລະ ພວກເຂົາບໍ່ມີຄວາມຄິດທີ່ບໍ່ເໝາະສົມກ່ຽວກັບພວກມັນ ຫຼື ມີເຈດຕະນາໃດໆທີ່ຈະຍຶດເອົາພວກມັນ ແລະ ບາງຄົນໃນພວກເຂົາກໍບໍ່ເຄີຍໃຊ້ເງິນຂອງເຮືອນຂອງພຣະເຈົ້າ ຫຼື ແຕະຕ້ອງເຄື່ອງຖວາຍຂອງພຣະເຈົ້າສຳລັບຄ່າໃຊ້ຈ່າຍໃດໆທີ່ພວກເຂົາອາດຈະມີ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາພັດໃຊ້ເງິນຂອງຕົນເອງ, ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຂົາບໍ່ໄດ້ເຮັດວຽກງານທີ່ແທ້ຈິງເລີຍເມື່ອເວົ້າເຖິງການຈັດການເຄື່ອງຖວາຍ. ພວກເຂົາບໍ່ໄດ້ເຮັດແມ່ນແຕ່ສິ່ງທີ່ງ່າຍດາຍເຊັ່ນການຖາມໄຖ່ກ່ຽວກັບສະຖານະການໃຊ້ຈ່າຍເຄື່ອງຖວາຍ ຫຼື ການກວດສອບການໃຊ້ຈ່າຍເຄື່ອງຖວາຍ. ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ແມ່ນຜູ້ນໍາປອມ. ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍກໍຄື: “ຂ້ານ້ອຍບໍ່ໄດ້ໃຊ້ພວກມັນ ແລະ ຂ້ານ້ອຍບໍ່ໄດ້ຍັກຍອກພວກມັນ ແລະ ຂ້ານ້ອຍກໍບໍ່ສົນໃຈວ່າຄົນອື່ນຈະໃຊ້ພວກມັນແນວໃດ ຫຼື ວ່າຄົນອື່ນຈະຍັກຍອກພວກມັນ ຫຼື ບໍ່”. ເຮົາຂໍບອກຜູ້ນໍາປອມເຫຼົ່ານີ້ວ່າ ທັດສະນະຄະຕິທີ່ບໍ່ເຢັນບໍ່ຮ້ອນຂອງເຈົ້ານັ້ນເປັນບັນຫາຫຼາຍ. ການບໍ່ໃຊ້ພວກມັນ ແລະ ບໍ່ຍັກຍອກພວກມັນແມ່ນສິ່ງທີ່ຄົນເຮົາຄວນເຮັດ, ແຕ່ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ສິ່ງທີ່ເຈົ້າຄວນເຮັດຍິ່ງໄປກວ່ານັ້ນກໍຄືການຈັດການເຄື່ອງຖວາຍໃຫ້ດີ, ແຕ່ເຈົ້າພັດບໍ່ສາມາດເຮັດສິ່ງນີ້ໄດ້. ນັ້ນເອີ້ນວ່າການລະເລີຍຕໍ່ໜ້າທີ່. ນີ້ຄືການສະແດງອອກຂອງຜູ້ນໍາປອມ. ເຈົ້າອາດຈະບໍ່ໄດ້ໃຊ້ຈ່າຍເງິນແມ່ນແຕ່ກີບດຽວ ຫຼື ຍັກຍອກເຄື່ອງຖວາຍແມ່ນແຕ່ຢ່າງດຽວ, ແຕ່ເນື່ອງຈາກເຈົ້າບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ແລະ ເຈົ້າບໍ່ໄດ້ເຮັດວຽກງານການຈັດການທີ່ສະເພາະໃດໆກ່ຽວກັບເຄື່ອງຖວາຍ, ເຈົ້າຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ການເຮັດເຊັ່ນນັ້ນກໍຖືກຕ້ອງ ແລະ ສົມເຫດສົມຜົນ. ຜູ້ນໍາບາງຄົນບໍ່ເຄີຍເອົາ ຫຼື ໃຊ້ເຄື່ອງຖວາຍໃດໆເລີຍ, ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆທັງໝົດຈະໃຊ້ພວກມັນ, ພວກເຂົາກໍບໍ່ໃຊ້ ແລະ ເມື່ອເຮືອນຂອງພຣະເຈົ້າຈັດແຈງໃຫ້ບາງຢ່າງແກ່ພວກເຂົາ, ພວກເຂົາກໍປະຕິເສດ. ພວກເຂົາເບິ່ງຄືວ່າຂ້ອນຂ້າງສະອາດ ແລະ ບໍ່ມີຄວາມໂລບມາກ, ແຕ່ເມື່ອພວກເຂົາຖືກຈັດໃຫ້ຈັດການເຄື່ອງຖວາຍ, ພວກເຂົາກໍຈະບໍ່ເຮັດວຽກງານທີ່ສະເພາະໃດໆເລີຍ. ບໍ່ວ່າໃຜຈະໃຊ້ຈ່າຍເຄື່ອງຖວາຍ, ພວກເຂົາກໍຈະເຊັນອະນຸມັດ, ພວກເຂົາບໍ່ໄດ້ແມ່ນແຕ່ຈະສອບຖາມໃດໆ ແລະ ພວກເຂົາກໍບໍ່ເວົ້າຫຍັງຕື່ມອີກກ່ຽວກັບມັນ. ເຖິງແມ່ນວ່າຄົນເຫຼົ່ານີ້ຈະບໍ່ຍັກຍອກເຄື່ອງຖວາຍແມ່ນແຕ່ກີບດຽວ, ພາຍໃຕ້ຂອບເຂດການຈັດການຂອງພວກເຂົາ, ເຄື່ອງຖວາຍກໍຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແລະ ເນື່ອງຈາກຄວາມບໍ່ຮັບຜິດຊອບ ແລະ ການລະເລີຍຕໍ່ໜ້າທີ່ຂອງພວກເຂົາ, ເຄື່ອງຖວາຍອາດຈະຖືກຟຸມເຟືອຍ ແລະ ສິ້ນເປືອງໂດຍຜູ້ໃດກໍໄດ້. ການຟຸມເຟືອຍ ແລະ ການສິ້ນເປືອງນີ້ບໍ່ກ່ຽວຂ້ອງກັບການຈັດການທີ່ບໍ່ດີຂອງພວກເຂົາບໍ? ມັນບໍ່ໄດ້ເກີດຈາກການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຂົາບໍ່ມີສ່ວນຮ່ວມໃນການກະທຳທີ່ຊົ່ວຊ້າຂອງຄົນເຫຼົ່ານີ້ບໍ? ພວກເຂົາບໍ່ໄດ້ຮັບຜິດຊອບຕໍ່ສິ່ງເຫຼົ່ານັ້ນບໍ? ນີ້ຄືຄວາມຮັບຜິດຊອບອັນໃຫຍ່ຫຼວງທີ່ຕ້ອງແບກຮັບ ແລະ ພວກເຂົາບໍ່ສາມາດຫຼີກລ່ຽງມັນໄດ້! ພວກເຂົາພຽງແຕ່ຍຶດໝັ້ນຕາມແນວທາງຂອງຕົນ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ໄດ້ປາຖະໜາ ຫຼື ວາງແຜນທີ່ຈະເຮັດ. ບໍ່ວ່າໃຜຈະໃຊ້ຈ່າຍເຄື່ອງຖວາຍຂອງພຣະເຈົ້າກໍຕາມ, ຂ້ານ້ອຍກໍບໍ່ໄດ້ໃຊ້; ບໍ່ວ່າໃຜຈະເອົາ ແລະ ໃຊ້ພວກມັນ, ຂ້ານ້ອຍກໍບໍ່ໄດ້ເອົາ; ບໍ່ວ່າໃຜຈະຊື່ນຊົມກັບພວກມັນ, ຂ້ານ້ອຍກໍບໍ່ໄດ້ຊື່ນຊົມ. ນີ້ຄືທັດສະນະຄະຕິຂອງຂ້ານ້ອຍຕໍ່ເຄື່ອງຖວາຍ, ເຈົ້າຈະເຮັດຫຍັງກໍໄດ້!”. ມີຄົນແບບນີ້ບໍ? (ມີ.) ພວກຕໍ່ຕ້ານພຣະຄຣິດໃຊ້ຈ່າຍເຄື່ອງຖວາຍຊື້ເຄື່ອງນຸ່ງຊັ້ນສູງ, ສິນຄ້າຫຼູຫຼາ ແລະ ແມ່ນແຕ່ລົດ. ບອກເຮົາມາ, ຜູ້ນໍາປອມປະເພດນີ້ສາມາດຮັບຮູ້ບັນຫານີ້ໄດ້ບໍ? ພວກເຂົາບໍ່ໄດ້ຍັກຍອກເຄື່ອງຖວາຍດ້ວຍຕົນເອງ, ພວກເຂົາມີທັດສະນະຄະຕິນີ້, ສະນັ້ນ ພວກເຂົາບໍ່ເຊື່ອບໍວ່າມັນບໍ່ດີທີ່ຈະຍັກຍອກພວກມັນ? (ພວກເຂົາເຊື່ອ.) ສະນັ້ນ, ເມື່ອພວກຕໍ່ຕ້ານພຣະຄຣິດເຮັດຄວາມຊົ່ວຊ້າອັນໃຫຍ່ຫຼວງເຊັ່ນນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ສົນໃຈ ແລະ ບໍ່ຢຸດຢັ້ງມັນ? ເປັນຫຍັງພວກເຂົາຈຶ່ງບໍ່ເອົາໃຈໃສ່ຢ່າງຈິງຈັງ? (ພວກເຂົາບໍ່ຢາກເຮັດໃຫ້ຜິດໃຈຄົນອື່ນ.) ນັ້ນບໍ່ແມ່ນການກະທຳທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ຄືການບໍ່ເຮັດໜ້າທີ່ຮັບຜິດຊອບທີ່ຜູ້ດູແລຄວນເຮັດໃຫ້ສຳເລັດ. ຖ້າໃນລະຫວ່າງການຈັດການຂອງເຈົ້າ, ເຄື່ອງຖວາຍຖືກຄົນຊົ່ວຊ້າຍຶດຄອງເອົາໄປ, ຖ້າພວກມັນຖືກຟຸມເຟືອຍ, ສິ້ນເປືອງ ແລະ ໃຊ້ຈ່າຍໃນລັກສະນະທີ່ບໍ່ສົມເຫດສົມຜົນ, ຖ້າພວກມັນສູນຫາຍໄປແບບນີ້ ແລະ ເຈົ້າພັດບໍ່ໄດ້ເຮັດວຽກງານໃດໆ ຫຼື ເຖິງກັບບໍ່ເວົ້າຫຍັງເລີຍ, ນັ້ນບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບບໍ? ນັ້ນບໍ່ແມ່ນການສະແດງອອກຂອງຜູ້ນໍາປອມບໍ? ຖ້າເຈົ້າບໍ່ເວົ້າໃນສິ່ງທີ່ເຈົ້າຄວນເວົ້າ, ບໍ່ເຮັດວຽກງານທີ່ເຈົ້າຄວນເຮັດ, ບໍ່ເຮັດໜ້າທີ່ຮັບຜິດຊອບທີ່ເຈົ້າຄວນເຮັດໃຫ້ສຳເລັດ ແລະ ເຖິງແມ່ນວ່າເຈົ້າຈະເຂົ້າໃຈທຸກຫຼັກຄຳສອນ, ເຈົ້າພຽງແຕ່ບໍ່ໄດ້ເຮັດວຽກງານທີ່ແທ້ຈິງ, ແລ້ວເຈົ້າກໍຄືຜູ້ນໍາປອມຢ່າງແນ່ນອນ. ເຈົ້າເຊື່ອວ່າ, “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍ; ຖ້າຄົນອື່ນເຮັດ, ນັ້ນກໍເປັນເລື່ອງຂອງພວກເຂົາ”. ແລ້ວເຈົ້າບໍ່ແມ່ນຜູ້ນໍາປອມບໍ? ການບໍ່ຍັກຍອກເຄື່ອງຖວາຍເປັນເລື່ອງສ່ວນຕົວຂອງເຈົ້າ, ແຕ່ເຈົ້າໄດ້ເກັບຮັກສາເຄື່ອງຖວາຍດີແລ້ວບໍ? ເຈົ້າໄດ້ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດກ່ຽວກັບເຄື່ອງຖວາຍແລ້ວບໍ? ຖ້າເຈົ້າຍັງບໍ່ໄດ້ເຮັດ, ເຈົ້າກໍຄືຜູ້ນໍາປອມ. ຢ່າຫາຂໍ້ອ້າງໃຫ້ຕົນເອງ ໂດຍເວົ້າວ່າ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍ, ສະນັ້ນ ຂ້ານ້ອຍບໍ່ແມ່ນຜູ້ນໍາປອມ!”. ການບໍ່ຍັກຍອກເຄື່ອງຖວາຍບໍ່ໄດ້ເປັນເກນໃນການວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່; ເກນທີ່ແທ້ຈິງວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່ກໍຄື ພວກເຂົາເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ປະຕິບັດສິ່ງທີ່ຄົນເຮົາຄວນເຮັດ ແລະ ເຮັດພັນທະທີ່ຄົນເຮົາຄວນເຮັດໃຫ້ສຳເລັດ ໃນສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ພວກເຂົາ, ນັ້ນຄືສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ, ໃນການຈັດການເຄື່ອງຖວາຍ, ແມ່ນຫຍັງຄືພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າ? ເຈົ້າໄດ້ປະຕິບັດທັງໝົດນັ້ນແລ້ວບໍ? ເຫັນໄດ້ຊັດເຈນວ່າເຈົ້າຍັງບໍ່ໄດ້ເຮັດ. ເຈົ້າພຽງແຕ່ເຮັດພໍເປັນພິທີ; ເຈົ້າຢ້ານທີ່ຈະເຮັດໃຫ້ຜິດໃຈຄົນອື່ນ, ແຕ່ເຈົ້າບໍ່ຢ້ານທີ່ຈະເຮັດໃຫ້ຜິດໃຈພຣະເຈົ້າ. ເຈົ້າບໍ່ໃສ່ໃຈເຄື່ອງຖວາຍ ເພາະເຈົ້າຢ້ານທີ່ຈະເຮັດໃຫ້ຜິດໃຈຄົນອື່ນ, ຢ້ານທີ່ຈະທຳລາຍພາບພົດທີ່ດີຂອງເຈົ້າໃນສາຍຕາຂອງພວກເຂົາ, ຖ້າເຈົ້າມີການສະແດງອອກແບບນີ້, ເຈົ້າກໍຄືຜູ້ນໍາປອມຢ່າງແນ່ນອນ. ນີ້ບໍ່ແມ່ນການປະທັບຕາເຈົ້າ. ຄວາມຈິງໄດ້ຖືກເປີດເຜີຍໃຫ້ທຸກຄົນເຫັນ: ເຈົ້າບໍ່ສາມາດແມ່ນແຕ່ຈະເຮັດພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ເຈົ້າເຫັນແກ່ຕົວຫຼາຍ! ເຈົ້າຈັດການສິ່ງຂອງຂອງເຈົ້າເອງ, ຊັບສິນສ່ວນຕົວຂອງເຈົ້າໄດ້ຂ້ອນຂ້າງດີ, ຢ່າງມີສະຕິ ແລະ ຢ່າງຮອບຄອບ. ເຈົ້າບໍ່ປ່ອຍໃຫ້ສິ່ງຂອງເຫຼົ່ານັ້ນຖືກແດດຖືກຝົນ; ເຈົ້າບໍ່ປ່ອຍໃຫ້ໃຜເອົາພວກມັນໄປ ແລະ ເຈົ້າບໍ່ປ່ອຍໃຫ້ໃຜເອົາປຽບເຈົ້າ. ແຕ່ສຳລັບເຄື່ອງຖວາຍ, ເຈົ້າບໍ່ມີຄວາມຮູ້ສຶກຮັບຜິດຊອບເລີຍ, ເຈົ້າບໍ່ໄດ້ ປະຕິບັດແມ່ນແຕ່ໜຶ່ງສ່ວນສິບຂອງຄວາມຮັບຜິດຊອບທີ່ເຈົ້າເຮັດເມື່ອເວົ້າເຖິງການຈັດການສິ່ງຂອງຂອງເຈົ້າເອງ. ເຈົ້າຈະຖືກຖືວ່າເປັນຜູ້ດູແລທີ່ດີໄດ້ແນວໃດ? ເຈົ້າຈະຖືກຖືວ່າເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແນວໃດ? ເຈົ້າຄືຜູ້ນໍາປອມຢ່າງເຫັນໄດ້ຊັດ. ນີ້ຄືການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ.

III. ການຈຳກັດລາຍຈ່າຍທີ່ສົມເຫດສົມຜົນ

ຍັງມີຜູ້ນໍາປອມອີກປະເພດໜຶ່ງ ແລະ ພວກເຂົາກໍຂ້ອນຂ້າງເປັນຕາໜ້າລັງກຽດເຊັ່ນກັນ. ຫຼັງຈາກທີ່ຄົນປະເພດນີ້ກາຍເປັນຜູ້ນໍາ, ພວກເຂົາເຫັນວ່າຜູ້ເກັບຮັກສາເຄື່ອງຖວາຍໄດ້ໃຊ້ຈ່າຍເງິນຢ່າງຟຸ່ມເຟືອຍ ແລະ ສິ້ນເປືອງຫຼາຍ, ສະນັ້ນ ພວກເຂົາຈຶ່ງປົດຄົນຜູ້ນັ້ນອອກ. ຈາກນັ້ນ ພວກເຂົາກໍຢາກຊອກຫາຄົນທີ່ສາມາດວາງແຜນຢ່າງລະອຽດ ແລະ ຈັດສັນງົບປະມານຢ່າງຮອບຄອບ, ເປັນຄົນທີ່ຄິດໄລ່ທຸກກີບທຸກອັດ ແລະ ເປັນຄົນທີ່ຮູ້ວິທີຄຸ້ມຄອງຄອບຄົວຢ່າງປະຢັດ. ພວກເຂົາຄິດວ່າຄົນປະເພດນັ້ນຈະເປັນຜູ້ດູແລທີ່ດີ ແລະ ປາກົດວ່າ ພວກເຂົາບໍ່ຄິດວ່າມີໃຜເໝາະສົມ ແລະ ລົງທ້າຍດ້ວຍການເກັບຮັກສາເຄື່ອງຖວາຍດ້ວຍຕົນເອງ. ເມື່ອອ້າຍເອື້ອຍນ້ອງເວົ້າວ່າຕ້ອງພິມສຳເນົາໜັງສືພຣະທຳຂອງພຣະເຈົ້າຈຳນວນໜຶ່ງເພື່ອເຜີຍແຜ່ຂ່າວປະເສີດ, ຜູ້ນໍາເຫຼົ່ານີ້ກໍບໍ່ອະນຸຍາດໃຫ້ເຮັດ, ໂດຍຄິດວ່າມັນໃຊ້ເງິນຫຼາຍພໍສົມຄວນໃນການພິມໜັງສື; ພວກເຂົາບໍ່ສົນໃຈວ່າມັນເປັນສິ່ງທີ່ຈຳເປັນຮີບດ່ວນສຳລັບວຽກງານ ຫຼື ບໍ່, ສຳລັບພວກເຂົາແລ້ວ, ມັນກໍດີຕາບໃດທີ່ພວກເຂົາປະຢັດເງິນໄດ້. ພວກເຂົາບໍ່ຮູ້ຈັກເລີຍວ່າການນຳໃຊ້ເຄື່ອງຖວາຍຂອງພຣະເຈົ້າຢູ່ບ່ອນໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງທີ່ສຸດ; ທັງໝົດທີ່ພວກເຂົາຮູ້ກໍຄືການປົກປ້ອງເຄື່ອງຖວາຍຂອງພຣະເຈົ້າ ແລະ ບໍ່ໃຫ້ພວກມັນຖືກແຕະຕ້ອງເລີຍ. ພວກເຂົາບໍ່ໃຊ້ຈ່າຍໃນສິ່ງທີ່ຄວນໃຊ້ຈ່າຍ, ພວກເຂົາດຳເນີນການກວດສອບໄດ້ “ດີເລີດ” ເກີນຄາດແທ້ໆ! ວຽກງານຈະດຳເນີນຕໍ່ໄປແບບນີ້ໄດ້ແນວໃດ? ຜູ້ນໍາເຫຼົ່ານີ້ມີຫຼັກການໃນການກະທຳຂອງພວກເຂົາບໍ? (ບໍ່ມີ.) ພວກເຂົາບໍ່ອະນຸຍາດໃຫ້ເຮັດວຽກງານທີ່ຄວນເຮັດຖືກເຮັດ, ບໍ່ອະນຸຍາດໃຫ້ພິມໜັງສືທີ່ຄວນພິມ ຫຼື ບໍ່ອະນຸຍາດໃຫ້ໃຊ້ຈ່າຍເງິນທີ່ຕ້ອງໃຊ້, ພວກເຂົາບໍ່ອະນຸຍາດໃຫ້ມີລາຍຈ່າຍທີ່ສົມເຫດສົມຜົນໃດໆ. ນັ້ນແມ່ນການຈັດການບໍ? (ບໍ່ແມ່ນ.) ມັນແມ່ນຫຍັງ? ມັນຄືການຂາດຄວາມເຂົ້າໃຈໃນຫຼັກການ. ຄົນທີ່ຂາດຄວາມເຂົ້າໃຈໃນຫຼັກການບໍ່ຮູ້ວິທີຈັດການເຄື່ອງຖວາຍເມື່ອພວກເຂົາເຮັດວຽກ. ພວກເຂົາເຊື່ອວ່າພວກເຂົາຕ້ອງເຝົ້າລະວັງເງິນໄວ້ ແລະ ບໍ່ໃຫ້ມັນຫຼຸດລົງແມ່ນແຕ່ກີບດຽວ ແລະ ບໍ່ວ່າຈະເປັນລາຍຈ່າຍໃດກໍຕາມ, ກໍບໍ່ໃຫ້ແຕະຕ້ອງເງິນນັ້ນ. ສິ່ງນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? (ບໍ່, ບໍ່ສອດຄ່ອງ) ການຄວບຄຸມສິ່ງຕ່າງໆ ແລະ ການດຳເນີນການກວດສອບໂດຍບໍ່ມີຫຼັກການບໍ່ແມ່ນການຈັດການ. ການໃຊ້ຈ່າຍຕາມອຳເພີໃຈ, ການສິ້ນເປືອງ ແລະ ການຟຸ່ມເຟືອຍບໍ່ແມ່ນການຈັດການ, ແຕ່ການບໍ່ໃຫ້ໃຊ້ຈ່າຍແມ່ນແຕ່ກີບດຽວ ແລະ ການຈຳກັດລາຍຈ່າຍທີ່ສົມເຫດສົມຜົນເນື່ອງຈາກການກວດສອບກໍບໍ່ແມ່ນການຈັດການເຊັ່ນກັນ. ທັງສອງຢ່າງບໍ່ສອດຄ່ອງກັບຫຼັກການ. ເພາະວ່າບາງຄົນບໍ່ເຂົ້າໃຈຫຼັກການໃນການນຳໃຊ້, ການຈັດສັນ ແລະ ການຈັດການເຄື່ອງຖວາຍ, ຈຶ່ງເກີດມີເລື່ອງໜ້າຫົວຂວັນ ແລະ ຄວາມວຸ້ນວາຍທຸກປະເພດເກີດຂຶ້ນ. ຜູ້ນໍາເຫຼົ່ານີ້ເບິ່ງຈາກພາຍນອກຄືວ່າມີຄວາມຮັບຜິດຊອບ ແລະ ອຸທິດຕົນຫຼາຍ, ແຕ່ວຽກງານທີ່ພວກເຂົາກຳລັງເຮັດເປັນແນວໃດ? (ມັນບໍ່ມີຫຼັກການ.) ແລ້ວຍ້ອນວ່າມັນບໍ່ມີຫຼັກການ, ວຽກງານຂ່າວປະເສີດໃນເຂດຂອງພວກເຂົາຈຶ່ງພົບກັບອຸປະສັກ ແລະ ຂໍ້ຈຳກັດ ແລະ ວຽກງານວິຊາຊີບຈຳນວນໜຶ່ງກໍຖືກຈຳກັດເຊັ່ນກັນ ເນື່ອງຈາກການກວດສອບການນຳໃຊ້ເຄື່ອງຖວາຍທີ່ເຂັ້ມງວດເກີນໄປຂອງພວກເຂົາ. ເມື່ອເບິ່ງຜິວເຜີນ, ພວກເຂົາເບິ່ງຄືວ່າມີຈິດສຳນຶກ ແລະ ມີຄວາມຮັບຜິດຊອບ ຫຼາຍໃນການເກັບຮັກສາເຄື່ອງຖວາຍ. ແຕ່ຄວາມຈິງແລ້ວ, ເພາະວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ພຽງແຕ່ກະທຳໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາເຖິງກັບດຳເນີນການກວດສອບໃຫ້ເຮືອນຂອງພຣະເຈົ້າ ພາຍໃຕ້ຂໍ້ອ້າງຂອງການປະຢັດເພື່ອເຫັນແກ່ຄຣິສຕະຈັກ, ພວກເຂົາກໍສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານຕ່າງໆຂອງຄຣິສຕະຈັກ ໂດຍທີ່ພວກເຂົາບໍ່ຮູ້ໂຕເລີຍ. ຄົນປະເພດນີ້ສາມາດຖືກຈັດປະເພດວ່າເປັນຜູ້ນໍາປອມໄດ້ບໍ? (ໄດ້.) ພຽງເທົ່ານີ້ກໍພໍທີ່ຈະຈັດວ່າພວກເຂົາເປັນຜູ້ນໍາປອມແລ້ວ. ໃນລະດັບໃດໜຶ່ງ, ພວກເຂົາໄດ້ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ວຽກງານຂ່າວປະເສີດ ແລະ ວຽກງານຂອງຄຣິສຕະຈັກແລ້ວ. ການລົບກວນ ແລະ ການຂັດຂວາງເຫຼົ່ານີ້ເກີດຈາກການທີ່ພວກເຂົາຂາດຄວາມເຂົ້າໃຈໃນຫຼັກການ, ພ້ອມທັງການທີ່ພວກເຂົາເຮັດວຽກແບບຊະຊາຍຕາມອຳເພີໃຈໂດຍອີງໃສ່ຄວາມມັກ ແລະ ແນວຄິດຂອງຕົນເອງ ແລະ ບໍ່ສະແຫວງຫາຫຼັກການຄວາມຈິງ ຫຼື ປຶກສາຫາລືສິ່ງຕ່າງໆ ຫຼື ຮ່ວມມືກັບຄົນອື່ນ. ເຄື່ອງຖວາຍຈະບໍ່ຖືກສິ້ນເປືອງ ຫຼື ຟຸ່ມເຟືອຍເມື່ອຢູ່ກັບພວກເຂົາ, ແຕ່ພວກເຂົາບໍ່ສາມາດນຳໃຊ້ເຄື່ອງຖວາຍຢ່າງສົມເຫດສົມຜົນຕາມຫຼັກການ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ພວກມັນພຽງເພື່ອເຫັນແກ່ການປົກປ້ອງພວກມັນ ແລະ ຜົນກໍຄື ວຽກງານເຜີຍແຜ່ຂ່າວປະເສີດກໍຊັກຊ້າ ແລະ ການດຳເນີນງານທີ່ເປັນປົກກະຕິຂອງວຽກງານຂອງເຮືອນຂອງພຣະເຈົ້າກໍໄດ້ຮັບຜົນກະທົບ. ສະນັ້ນ, ໂດຍອີງໃສ່ການສະແດງອອກນີ້, ມັນບໍ່ແມ່ນການເກີນເລີຍທີ່ຈະຈັດປະເພດພວກເຂົາວ່າເປັນຜູ້ນໍາປອມ. ເປັນຫຍັງຄົນປະເພດນີ້ຈຶ່ງຖືກຈັດປະເພດວ່າເປັນຜູ້ນໍາປອມເຊັ່ນກັນ? ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບວິທີການປະຕິບັດຕໍ່ເຄື່ອງຖວາຍ ແລະ ແນວທາງຂອງພວກເຂົາໃນການປະຕິບັດຕໍ່ພວກມັນກໍບິດເບືອນຫຼາຍ, ແລ້ວພວກເຂົາຈະສາມາດເຮັດວຽກງານອື່ນໄດ້ດີບໍ? ບໍ່ໄດ້ຢ່າງແນ່ນອນ. ຄວາມເຂົ້າໃຈຂອງຄົນເຫຼົ່ານີ້ມີບັນຫາບໍ່? (ມີ.) ຄວາມເຂົ້າໃຈຂອງພວກເຂົາບິດເບືອນ, ພວກເຂົາຍຶດໝັ້ນກັບກົດລະບຽບ, ພວກເຂົາເສແສ້ງທຳທ່າ ແລະ ພວກເຂົາເປັນພວກຝ່າຍວິນຍານປອມ. ພວກເຂົາບໍ່ຄຳນຶງເຖິງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ກະທຳຕາມຫຼັກການ, ພວກເຂົາບໍ່ສາມາດຊອກຫາຫຼັກການໃນການກະທຳໄດ້ ແລະ ພວກເຂົາພຽງແຕ່ເຮັດຕາມຄວາມສະຫຼາດເລັກນ້ອຍ ແລະ ຄວາມຕັ້ງໃຈຂອງຕົນເອງ ແລະ ຍຶດໝັ້ນຕາມກົດລະບຽບ. ນັ້ນຄືເຫດຜົນທີ່ຜົນງານຂອງພວກເຂົາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ. ວິທີການເຮັດວຽກຂອງພວກເຂົາແມ່ນໂງ່ຈ້າ ແລະ ງຸ່ມງ່າມ, ມັນເປັນຕາໜ້າລັງກຽດ. ຄົນປະເພດນີ້ເຫັນໄດ້ຊັດເຈນວ່າເປັນຜູ້ນໍາປອມ. ມີໃຜທີ່ເວົ້າວ່າ: “ຂ້ານ້ອຍເກັບຮັກສາເຄື່ອງຖວາຍໄດ້ດີຫຼາຍ, ຂ້ານ້ອຍເຮັດວຽກງານນີ້ຢ່າງເອົາໃຈໃສ່, ແຕ່ຂ້ານ້ອຍກໍຍັງຖືກຈັດປະເພດວ່າເປັນຜູ້ນໍາປອມ. ຂ້ານ້ອຍຈະບໍ່ຈັດການພວກມັນອີກຕໍ່ໄປ! ໃຜຢາກໃຊ້ຈ່າຍກໍໃຊ້ຈ່າຍ, ໃຜຢາກນຳໃຊ້ກໍນຳໃຊ້, ໃຜຢາກເອົາກໍເອົາໄປ!”? ມີໃຜທີ່ມີຄວາມຄິດແບບນັ້ນບໍ? ແລ້ວແມ່ນຫຍັງຄືຈຸດປະສົງຂອງພວກເຮົາໃນການເປີດໂປງສະພາວະ ແລະ ການສະແດງອອກທີ່ແຕກຕ່າງກັນຂອງຜູ້ນໍາປອມປະເພດຕ່າງໆ? (ເພື່ອໃຫ້ຜູ້ຄົນກຳແໜ້ນຫຼັກການ ແລະ ຫຼີກລ່ຽງການເດີນຕາມເສັ້ນທາງຂອງຜູ້ນໍາປອມ.) ຖືກຕ້ອງ. ມັນຄືການເຮັດໃຫ້ຜູ້ຄົນກຳແໜ້ນຫຼັກການ, ສາມາດເຮັດວຽກງານຂອງຕົນໄດ້ດີ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດຕາມຫຼັກການ, ບໍ່ເຮັດຕາມຈິນຕະນາການ ແລະ ແນວຄິດ, ບໍ່ມີເຈດຕະນາຂອງມະນຸດ ຫຼື ຄວາມໃຈຮ້ອນ, ບໍ່ໃຫ້ທິດສະດີທີ່ພວກເຂົາຈິນຕະນາການຂຶ້ນມາແທນທີ່ຫຼັກການຄວາມຈິງ, ບໍ່ໃຫ້ເສແສ້ງທຳທ່າເປັນຄົນຝ່າຍວິນຍານ ແລະ ບໍ່ໃຫ້ນຳໃຊ້ສິ່ງທີ່ພວກເຂົາເຊື່ອວ່າເປັນເລື່ອງຝ່າຍວິນຍານມາປອມແປງ ຫຼື ທົດແທນຫຼັກການ. ຄົນປະເພດນີ້ມີຢູ່ແທ້ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍຄຸ້ມຄ່າທີ່ຈະເອົາພວກເຂົາເປັນຄຳເຕືອນ.

ການຍຶດຄອງ ແລະ ການຊົມໃຊ້ເຄື່ອງຖວາຍ

ຍັງມີຜູ້ນໍາປອມອີກປະເພດໜຶ່ງ ແລະ ວຽກງານທີ່ພວກເຂົາເຮັດເມື່ອເວົ້າເຖິງການຈັດການເຄື່ອງຖວາຍກໍຍິ່ງຫຍຸ້ງໄປກວ່າເກົ່າ. ພວກເຂົາເຊື່ອວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາບໍ່ສາມາດຈັບຕາເບິ່ງເຄື່ອງຖວາຍຢູ່ຕະຫຼອດເວລາ ຫຼື ເອົາໃຈໃສ່ຫຼາຍເມື່ອເວົ້າເຖິງເຄື່ອງຖວາຍ. ພວກເຂົາຄິດວ່າພວກເຂົາພຽງແຕ່ຕ້ອງເຮັດວຽກງານບໍລິຫານຂອງຄຣິດຕະຈັກໃຫ້ດີ, ປະຕິບັດວຽກງານຊີວິດໃນຄຣິດຕະຈັກ ແລະ ທາງເຂົ້າສູ່ຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າໃຫ້ດີ ແລະ ນອກເໜືອຈາກນັ້ນ ແມ່ນການຮັບປະກັນວ່າວຽກງານວິຊາຊີບປະເພດຕ່າງໆຈະຖືກເຮັດເປັນຢ່າງດີ. ພວກເຂົາເຊື່ອວ່າເຄື່ອງຖວາຍແມ່ນເງິນ ແລະ ສິ່ງຂອງທີ່ພຣະເຈົ້າປະທານໃຫ້ແກ່ຄຣິດຕະຈັກ ແລະ ເງິນ ແລະ ສິ່ງຂອງເຫຼົ່ານີ້ກໍມີໄວ້ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນຊີວິດ ແລະ ວຽກງານຂອງພວກເຂົາ. ນັ້ນໝາຍຄວາມວ່າເຄື່ອງຖວາຍຖືກຈັດກຽມໄວ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເມື່ອຜູ້ໃດຜູ້ໜຶ່ງຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພຣະເຈົ້າກໍອະນຸຍາດໃຫ້ພວກເຂົາເພີດເພີນກັບເຄື່ອງຖວາຍເຫຼົ່ານີ້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ຮັບບຸລິມະສິດໃນການຈັດສັນ, ເພີດເພີນ ແລະ ໃຊ້ຈ່າຍເຄື່ອງຖວາຍເຫຼົ່ານັ້ນ. ດັ່ງນັ້ນ, ເມື່ອຄົນຜູ້ໜຶ່ງກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍກາຍເປັນເຈົ້ານາຍຂອງເຄື່ອງຖວາຍ, ເປັນຜູ້ຈັດການ ແລະ ເຈົ້າຂອງເຄື່ອງຖວາຍ. ເມື່ອຄົນປະເພດນີ້ໄດ້ສຳຜັດກັບເຄື່ອງຖວາຍໃນວຽກງານຂອງພວກເຂົາ, ພວກເຂົາບໍ່ໄດ້ລົງທະບຽນ, ກວດນັບ ຫຼື ເກັບຮັກສາພວກມັນ, ທັງບໍ່ໄດ້ກວດສອບບັນຊີລາຍຮັບ-ລາຍຈ່າຍຂອງເຄື່ອງຖວາຍ, ແລ້ວແຮງໄກທີ່ພວກເຂົາຈະກວດກາສະຖານະຂອງລາຍຈ່າຍ ແລະ ການຈັດສັນຂອງພວກມັນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຊອກຮູ້ ແລະ ຄວ້າເອົາເຄື່ອງຖວາຍທີ່ມີຢູ່ ແລະ ມີອັນໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດເພີດເພີນໄດ້ ຫຼື ບໍ່. ນີ້ຄືທັດສະນະຄະຕິປະເພດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ມີຕໍ່ເຄື່ອງຖວາຍ. ໃນທັດສະນະຂອງພວກເຂົາ, ເຄື່ອງຖວາຍບໍ່ຈຳເປັນຕ້ອງຖືກລົງທະບຽນ, ກວດນັບ, ເກັບຮັກສາ ຫຼື ກວດສອບລາຍຮັບ-ລາຍຈ່າຍ ຫຼື ສະຖານະຂອງລາຍຈ່າຍ. ສິ່ງດັ່ງກ່າວບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ພວກເຂົາພຽງແຕ່ຕ້ອງຈັດສັນເຄື່ອງຖວາຍໃຫ້ແກ່ຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍໃຫ້ບຸລິມະສິດແກ່ພວກເຂົາເມື່ອເວົ້າເຖິງການເພີດເພີນກັບເຄື່ອງຖວາຍ. ໃນທັດສະນະຂອງພວກເຂົາ, ຄຳເວົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄືຫຼັກການ. ມັນເປັນການຕັດສິນໃຈຂອງພວກເຂົາວ່າຈະໃຊ້ຈ່າຍ ແລະ ຈັດສັນເຄື່ອງຖວາຍແນວໃດ. ພວກເຂົາເຊື່ອວ່າການຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໝາຍຄວາມວ່າຄົນຜູ້ນັ້ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະພວກເຂົາມີສິດທິພິເສດທີ່ຈະຊື່ນຊົມເຄື່ອງຖວາຍຄືກັບປະໂລຫິດ ພ້ອມທັງມີສິດອຳນາດໃນການຕັດສິນ, ສິດໃນການນຳໃຊ້ ແລະ ສິດໃນການຈັດສັນເຄື່ອງຖວາຍ. ໃນຄຣິດຕະຈັກບາງແຫ່ງ, ກ່ອນທີ່ສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍຈະສາມາດຖືກລົງທະບຽນ, ກວດນັບ ແລະ ເກັບເຂົ້າສາງໂດຍບຸກຄະລາກອນທີ່ເໝາະສົມ, ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ກວດເບິ່ງ, ຄັດເລືອກ ແລະ ກັ່ນຕອງພວກມັນແລ້ວ ໂດຍເກັບເອົາສິ່ງໃດກໍຕາມທີ່ພວກເຂົາສາມາດນຳໃຊ້ໄດ້, ກິນສິ່ງໃດກໍຕາມທີ່ພວກເຂົາສາມາດກິນໄດ້, ນຸ່ງສິ່ງໃດກໍຕາມທີ່ພວກເຂົາສາມາດນຸ່ງໄດ້ ແລະ ຈັດສັນສິ່ງໃດກໍຕາມທີ່ພວກເຂົາບໍ່ຕ້ອງການໃຫ້ແກ່ຜູ້ທີ່ຕ້ອງການໂດຍກົງ ເຊິ່ງດ້ວຍເຫດນີ້ຈຶ່ງເປັນການຕັດສິນໃຈແທນພຣະເຈົ້າ. ນີ້ຄືຫຼັກການຂອງພວກເຂົາ. ເກີດຫຍັງຂຶ້ນຢູ່ບ່ອນນີ້? ພວກເຂົາຄິດວ່າຕົນເອງເປັນປະໂລຫິດແທ້ໆບໍ? ນີ້ບໍ່ແມ່ນການຂາດເຫດຜົນຢ່າງທີ່ສຸດບໍ? (ແມ່ນ.) ຍັງມີຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆທີ່ເຫັນວ່າຄອບຄົວໜຶ່ງຂາດຕັ່ງສອງໜ່ວຍ, ອີກຄອບຄົວໜຶ່ງຂາດເຕົາໄຟ ແລະ ມີຄົນໜຶ່ງທີ່ສຸຂະພາບບໍ່ດີ ແລະ ຕ້ອງການກິນອາຫານເສີມ ແລ້ວກໍນຳໃຊ້ເງິນຂອງເຮືອນຂອງພຣະເຈົ້າໄປຊື້ສິ່ງຂອງທັງໝົດເຫຼົ່ານີ້. ການຈັດສັນ, ການບໍລິໂພກ, ການໃຊ້ຈ່າຍ ແລະ ສິດທິໃນການນຳໃຊ້ເຄື່ອງຖວາຍທັງໝົດລ້ວນແລ້ວແຕ່ເປັນຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້. ສິ່ງນີ້ສົມເຫດສົມຜົນບໍ? ວິທີການນີ້ບໍ່ແມ່ນຍ້ອນການຮັບຮູ້ຂອງພວກເຂົາຜິດພ້ຽນໄປແລ້ວບໍ? ພວກເຂົາອາໄສຫຍັງຈຶ່ງຕັດສິນໃຈເອງ? ຜູ້ນໍາ ແລະ ຜູ້ເຮັດວຽກມີສິດທີ່ຈະຄວບຄຸມເຄື່ອງຖວາຍບໍ? (ບໍ່ມີ.) ເຄື່ອງຖວາຍແມ່ນເພື່ອໃຫ້ພວກເຂົາຈັດການ, ບໍ່ແມ່ນເພື່ອໃຫ້ພວກເຂົາຄວບຄຸມ ແລະ ນຳໃຊ້. ພວກເຂົາບໍ່ມີສິດທິພິເສດທີ່ຈະເພີດເພີນກັບພວກມັນ. ຜູ້ນໍາ ແລະ ຜູ້ເຮັດວຽກທຽບເທົ່າກັບປະໂລຫິດບໍ? ທຽບເທົ່າກັບຜູ້ທີ່ຖືກເຮັດໃຫ້ສົມບູນບໍ? ພວກເຂົາເປັນເຈົ້າຂອງເຄື່ອງຖວາຍບໍ? (ບໍ່ແມ່ນ.) ແລ້ວເປັນຫຍັງພວກເຂົາຈຶ່ງຕັດສິນໃຈນຳໃຊ້ເຄື່ອງຖວາຍເພື່ອຊື້ສິ່ງຂອງໃຫ້ຄອບຄົວນີ້ ແລະ ຄອບຄົວນັ້ນໂດຍບໍ່ໄດ້ຮັບອະນຸຍາດ. ເປັນຫຍັງພວກເຂົາຈຶ່ງມີສິດນັ້ນ? ໃຜມອບສິດນັ້ນໃຫ້ພວກເຂົາ? ການຈັດແຈງວຽກງານໄດ້ກຳນົດໄວ້ວ່າ: “ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຼັງຈາກເຂົ້າຮັບຕຳແໜ່ງກໍຄືການຍຶດອຳນາດຄວບຄຸມການເງິນທັງໝົດຂອງເຮືອນຂອງພຣະເຈົ້າ” ບໍ? (ບໍ່ແມ່ນ.) ແລ້ວເປັນຫຍັງຈຶ່ງມີຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໜຶ່ງທີ່ເຊື່ອແບບນີ້? ມີບັນຫາຫຍັງຢູ່ບ່ອນນັ້ນ? ເມື່ອອ້າຍເອື້ອຍນ້ອງຖວາຍເສື້ອຜ້າລາຄາແພງ ແລະ ໃນມື້ຕໍ່ມາກໍມີຜູ້ນໍາ ຫຼື ຜູ້ເຮັດວຽກນຸ່ງມັນ, ເກີດຫຍັງຂຶ້ນ? ເປັນຫຍັງເຄື່ອງຖວາຍທີ່ອ້າຍເອື້ອຍນ້ອງຖວາຍຈຶ່ງຕົກໄປຢູ່ໃນມືຂອງບຸກຄົນ? “ບຸກຄົນ” ໃນນີ້ບໍ່ໄດ້ໝາຍເຖິງໃຜ ນອກຈາກຜູ້ນໍາ ຫຼື ຜູ້ເຮັດວຽກ. ພວກເຂົາບໍ່ພຽງແຕ່ບໍ່ສາມາດຈັດການເຄື່ອງຖວາຍໃຫ້ດີ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດນຳໜ້າໃນການຍຶດຄອງເອົາພວກມັນ ແລະ ຊົມໃຊ້ພວກມັນເປັນການສ່ວນຕົວ. ມີບັນຫາຫຍັງຢູ່ບ່ອນນີ້? ຖ້າພວກເຮົາເບິ່ງຜູ້ນໍາ ຫຼື ຜູ້ເຮັດວຽກຜູ້ນີ້ໃນແງ່ທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງກ່ຽວກັບການຈັດການເຄື່ອງຖວາຍ, ພວກເຂົາກໍອາດຈະຖືກຈັດປະເພດວ່າເປັນຜູ້ນໍາປອມ ແຕ່ຖ້າພວກເຮົາເບິ່ງພວກເຂົາໃນແງ່ທີ່ວ່າພວກເຂົາຍຶດຄອງ ແລະ ເພີດເພີນກັບເຄື່ອງຖວາຍເປັນການສ່ວນຕົວ, ພວກເຂົາກໍອາດຖືກຈັດປະເພດວ່າເປັນພວກຕໍ່ຕ້ານພຣະຄຣິດໄດ້ຮ້ອຍເປີເຊັນ. ສະນັ້ນ, ຄວນຈະຈັດປະເພດຄົນຜູ້ນັ້ນວ່າແນວໃດຈຶ່ງຈະເໝາະສົມທີ່ສຸດ? (ໃນຖານະພວກຕໍ່ຕ້ານພຣະຄຣິດ.) ພວກເຂົາເປັນທັງຜູ້ນໍາປອມ ແລະ ເປັນທັງພວກຕໍ່ຕ້ານພຣະຄຣິດ. ໃນການຈັດການເຄື່ອງຖວາຍ, ຜູ້ນໍາປອມໄດ້ກວດເບິ່ງເຄື່ອງຖວາຍທັງໝົດ ແລະ ພວກເຂົາກໍມອບໝາຍໃຫ້ຄົນຈັດການພວກມັນ. ແຕ່ກ່ອນທີ່ພວກເຂົາຈະເຮັດແນວນັ້ນ, ພວກເຂົາກໍຍຶດເອົາສ່ວນໜຶ່ງໄວ້ໃຫ້ຕົນເອງ ແລະ ຕັດສິນໃຈຈັດສັນອີກສ່ວນໜຶ່ງໂດຍບໍ່ໄດ້ຮັບອະນຸຍາດ. ສ່ວນສິ່ງຂອງທີ່ເຫຼືອ ເຊິ່ງພວກເຂົາບໍ່ຕ້ອງການ ຫຼື ບໍ່ຮູ້ຈັກ ແຕ່ກໍບໍ່ຢາກໃຫ້ຄົນອື່ນ, ພວກເຂົາກໍວາງສິ່ງຂອງເຫຼົ່ານີ້ໄວ້ຂ້າງໜຶ່ງກ່ອນ. ເມື່ອເວົ້າເຖິງບ່ອນຢູ່ຂອງເຄື່ອງຖວາຍເຫຼົ່ານັ້ນ, ບໍ່ວ່າມີຄົນທີ່ເໝາະສົມເກັບຮັກສາພວກມັນ ຫຼື ບໍ່, ບໍ່ວ່າຄວນມີການກວດກາເປັນປະຈຳ ຫຼື ບໍ່, ບໍ່ວ່າມີໃຜລັກເອົາພວກມັນ ຫຼື ບໍ່ ຫຼື ບໍ່ວ່າມີໃຜຍຶດຄອງພວກມັນ ຫຼື ບໍ່, ຜູ້ນໍາປອມກໍບໍ່ສົນໃຈສິ່ງເຫຼົ່ານີ້ເລີຍ. ຫຼັກການຂອງພວກເຂົາກໍຄື: “ຂ້ອຍໄດ້ສິ່ງທີ່ຂ້ອຍຄວນຈະເພີດເພີນກັບ ແລະ ສິ່ງທີ່ຂ້ອຍຕ້ອງການມາໄວ້ໃນມືແລ້ວ. ໃຜຢາກເອົາຂອງທີ່ເຫຼືອທີ່ຂ້ອຍບໍ່ຕ້ອງການກໍເອົາໄປໄດ້; ໃຜຢາກຈັດການກໍຈັດການໄປ. ໃຜມືໄວໃຜໄດ້ກໍເປັນຂອງຄົນນັ້ນ, ຕົກຢູ່ໃນມືໃຜຄົນນັ້ນກໍໄດ້ປຽບ”. ນີ້ແມ່ນຫຼັກການ ແລະ ເຫດຜົນປະເພດໃດ? ຄົນປະເພດນີ້ເປັນພຽງມານຮ້າຍ ແລະ ສັດເດຍລະສານ!

ຄັ້ງໜຶ່ງ, ຜູ້ນໍາປອມຄົນໜຶ່ງເວົ້າວ່າມີຂອງຫຼາຍພໍສົມຄວນຢູ່ໃນສາງ ແລະ ເຮົາກໍຖາມວ່າພວກເຂົາໄດ້ລົງທະບຽນມັນແລ້ວບໍ. ພວກເຂົາເວົ້າວ່າ: “ຂ້ານ້ອຍຮອດບໍ່ຮູ້ຊ້ຳວ່າຂອງບາງຢ່າງເຫຼົ່ານັ້ນແມ່ນຫຍັງ, ສະນັ້ນ ບໍ່ມີທາງທີ່ຈະລົງທະບຽນພວກມັນໄດ້”. ເຮົາເວົ້າວ່າ: “ນັ້ນເປັນຄຳເວົ້າທີ່ໄຮ້ສາລະ. ເຈົ້າຈະບໍ່ມີທາງລົງທະບຽນພວກມັນໄດ້ແນວໃດ? ມັນຄວນຈະມີບັນທຶກໄວ້ຕັ້ງແຕ່ຕອນທີ່ເອົາມາທຳອິດ!” “ມັນຂ້ອນຂ້າງດົນຫຼາຍແລ້ວ, ບໍ່ມີທາງທີ່ຈະຮູ້ໄດ້”. ນີ້ແມ່ນຄຳເວົ້າປະເພດໃດ? ພວກເຂົາກຳລັງຮັບຜິດຊອບບໍ? (ບໍ່.) ເຮົາເວົ້າວ່າ: “ມີເຄື່ອງນຸ່ງຈຳນວນໜຶ່ງ, ໃຫ້ໄປເບິ່ງວ່າອ້າຍເອື້ອຍນ້ອງຄົນໃດຕ້ອງການ ແລະ ກໍແຈກຢາຍເຄື່ອງນຸ່ງໃຫ້ພວກເຂົາ”. “ບາງໂຕກໍລ້າສະໄໝແລ້ວ. ບໍ່ມີໃຜສົນໃຈດອກ”. ເຮົາເວົ້າວ່າ: “ອັນໃດທີ່ອ້າຍເອື້ອຍນ້ອງຕ້ອງການກໍໃຫ້ແຈກຢາຍອອກໄປ ແລະ ອັນໃດທີ່ພວກເຂົາບໍ່ຕ້ອງການກໍໃຫ້ຈັດການຢ່າງເໝາະສົມ”. ພວກເຂົາບໍ່ໄດ້ປະຕິບັດຕາມນີ້. ພວກເຂົາກຳລັງເອົາໃຈໃສ່ ແລະ ດຸໝັ່ນຢູ່ບໍ? ເມື່ອຖືກຂໍໃຫ້ເຮັດວຽກໃດໜຶ່ງ, ພວກເຂົາກໍຈົ່ມວ່າຢູ່ເລື້ອຍ, ເວົ້າໃນແງ່ລົບ ແລະ ຍົກໃຫ້ເຫັນຄວາມຫຍຸ້ງຍາກ. ສິ່ງທີ່ພວກເຂົາບໍ່ເວົ້າກໍຄື ພວກເຂົາຈະຈັດການສິ່ງເຫຼົ່ານີ້ໃຫ້ດີຕາມຫຼັກການ. ພວກເຂົາບໍ່ມີເຈດຕະນາທີ່ຈະຍອມອ່ອນນ້ອມເລີຍ. ບໍ່ວ່າໃຜຈະຮຽກຮ້ອງຫຍັງຈາກພວກເຂົາ, ພວກເຂົາກໍຈະເວົ້າແຕ່ເລື່ອງຄວາມຫຍຸ້ງຍາກຢູ່ເລື້ອຍ, ຄືກັບວ່າຖ້າພວກເຂົາເຮັດໃຫ້ຄົນຜູ້ນັ້ນເວົ້າຫຍັງບໍ່ອອກໂດຍການເວົ້າແບບນີ້ຕໍ່ໄປ, ພວກເຂົາກໍຈະຊະນະ ແລະ ໄດ້ປຽບ ແລະ ແລ້ວວຽກງານຂອງພວກເຂົາກໍຈະສຳເລັດ. ຄົນຜູ້ນີ້ແມ່ນສິ່ງມີຊີວິດປະເພດໃດ? ເຈົ້າບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກເພື່ອໃຫ້ເຈົ້າສ້າງບັນຫາ ຫຼື ເພື່ອໃຫ້ເຈົ້າຍົກໃຫ້ເຫັນຄວາມຫຍຸ້ງຍາກ ແລະ ບັນຫາ, ແຕ່ແມ່ນເພື່ອໃຫ້ເຈົ້າແກ້ໄຂບັນຫາ ແລະ ຈັດການກັບຄວາມຫຍຸ້ງຍາກ. ຖ້າເຈົ້າມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ, ແລ້ວຫຼັງຈາກທີ່ຍົກບັນຫາ ແລະ ຄວາມຫຍຸ້ງຍາກຂຶ້ນມາ, ເຈົ້າກໍຈະເວົ້າຕໍ່ໄປວ່າເຈົ້າຈະຈັດການ ແລະ ແກ້ໄຂພວກມັນຕາມຫຼັກການແນວໃດ. ຜູ້ນໍາປອມສາມາດເຮັດໄດ້ພຽງແຕ່ຮ້ອງຄຳຂວັນ, ເທດສະໜາຫຼັກຄຳສອນ, ເວົ້າໂອ້ອວດ ແລະ ຍົກເອົາເຫດຜົນຕ່າງໆນາໆມາອ້າງ, ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກຕົວຈິງເລີຍ ແລະ ກັບການຈັດການເຄື່ອງຖວາຍ, ພວກເຂົາກໍບໍ່ສາມາດກະທຳຕາມຫຼັກການ ຫຼື ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້ເຊັ່ນກັນ. ນີ້ຄືຄວາມປັນຍາອ່ອນ ແລະ ໄຮ້ຄວາມສາມາດຂອງພວກເຂົາ, ແຕ່ພວກເຂົາກໍຍັງຮູ້ສຶກວ່າຕອນນີ້ທີ່ພວກເຂົາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາມີສິດທິພິເສດ ແລະ ສະຖານະ, ມີຕົວຕົນທີ່ໂດດເດັ່ນ ແລະ ເປັນເຈົ້າຂອງ ແລະ ຜູ້ນຳໃຊ້ເຄື່ອງຖວາຍ. ຜູ້ນໍາປອມປະເພດນີ້ຮູ້ພຽງແຕ່ວິທີຊື່ນຊົມກັບສິດທິພິເສດໃນການໃຊ້ຈ່າຍເຄື່ອງຖວາຍ, ພວກເຂົາບໍ່ສາມາດເຫັນ ຫຼື ຄົ້ນພົບກໍລະນີການໃຊ້ຈ່າຍເຄື່ອງຖວາຍທີ່ບໍ່ສົມເຫດສົມຜົນ ແລະ ຕາມອຳເພີໃຈໃດໆເລີຍ ແລະ ພວກເຂົາອາດຈະເຫັນພວກມັນ ແຕ່ກໍບໍ່ເຮັດຫຍັງເພື່ອຈັດການກັບພວກມັນ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າພວກເຂົາຮູ້ພຽງແຕ່ການຊື່ນຊົມກັບຄວາມຮູ້ສຶກເໜືອກວ່າທີ່ມາພ້ອມກັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາບໍ່ມີຄວາມເຂົ້າໃຈເລີຍກ່ຽວກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຫຼັກການໃນການເຮັດວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາເປັນພຽງຄົນໄຮ້ປະໂຫຍດ, ເປັນພຽງຂີ້ເຫຍື້ອ ແລະ ເປັນພຽງຄົນປັນຍາອ່ອນ. ມັນບໍ່ເປັນຕາໜ້າລັງກຽດບໍທີ່ຄົນສະໝອງຕື້ແບບນີ້ຍັງຢາກຊື່ນຊົມກັບຜົນປະໂຫຍດຈາກສະຖານະ? ຜ່ານການທີ່ພວກເຮົາເປີດໂປງຜູ້ນໍາປອມປະເພດນີ້ ພວກເຈົ້າໄດ້ເຂົ້າໃຈຫຍັງແດ່? ທັນທີທີ່ຄົນປະເພດນີ້ກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍຢາກຄິດຫາຊ່ອງທາງເອົາປະໂຫຍດຈາກເຄື່ອງຖວາຍ ແລະ ສາຍຕາຂອງພວກເຂົາກໍຈັບຈ້ອງຢູ່ທີ່ເຄື່ອງຖວາຍ. ພຽງແຕ່ຫຼຽວເບິ່ງຄັ້ງດຽວ, ຄົນເຮົາກໍສາມາດບອກໄດ້ວ່າພວກເຂົາປາຖະໜາຢ່າງແຮງກ້າມາດົນແລ້ວທີ່ຈະໃຊ້ຈ່າຍເງິນຢ່າງຟຸ່ມເຟືອຍ ແລະ ຜານເຄື່ອງຖວາຍ. ໃນທີ່ສຸດ, ຕອນນີ້ພວກເຂົາກໍມີໂອກາດ; ພວກເຂົາສາມາດໃຊ້ຈ່າຍເງິນຕາມອຳເພີໃຈໃນລັກສະນະນັ້ນ ແລະ ນຳໃຊ້ເຄື່ອງຖວາຍຂອງພຣະເຈົ້າຕາມທີ່ພວກເຂົາຕ້ອງການ, ຊື່ນຊົມກັບສິ່ງທີ່ພວກເຂົາບໍ່ໄດ້ອອກແຮງງານຫາ. ທາດແທ້ທີ່ໂລບມາກຂອງພວກເຂົາຈຶ່ງຖືກເປີດເຜີຍອອກມາຢ່າງສິ້ນເຊີງ. ພວກເຈົ້າເຫັນຄົນປະເພດນີ້ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ທັງໃນອະດີດ ແລະ ປັດຈຸບັນບໍ? ພວກເຂົາຕີຄວາມໝາຍຄວາມຮັບຜິດຊອບ ແລະ ຄຳນິຍາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຜິດຢູ່ສະເໝີ ແລະ ທັນທີທີ່ພວກເຂົາກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍຖືວ່າຕົນເອງເປັນເຈົ້ານາຍຂອງເຮືອນຂອງພຣະເຈົ້າ, ພວກເຂົາຈັດຕົນເອງຢູ່ໃນຖັນແຖວຂອງປະໂລຫິດ ແລະ ພວກເຂົາກໍຄິດວ່າຕົນເອງເປັນຄົນທີ່ໂດດເດັ່ນ. ນີ້ບໍ່ແມ່ນການກະທຳທີ່ປັນຍາອ່ອນໜ້ອຍໜຶ່ງບໍ? ເມື່ອຜູ້ໃດຜູ້ໜຶ່ງກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍບໍ່ແມ່ນມະນຸດທີ່ເສື່ອມຊາມອີກຕໍ່ໄປແລ້ວບໍ? ພວກເຂົາກາຍເປັນຄົນທີ່ຖືກຊຳລະໃຫ້ບໍລິສຸດທັນທີເລີຍບໍ? ເມື່ອພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍບໍ່ຮູ້ຈັກວ່າຕົນເອງເປັນໃຜອີກຕໍ່ໄປ ແລະ ພວກເຂົາກໍຄິດວ່າພວກເຂົາຄວນຈະຊື່ນຊົມກັບເຄື່ອງຖວາຍ, ຄົນປະເພດນີ້ບໍ່ແມ່ນຄົນປັນຍາອ່ອນບໍ? ຄົນປະເພດນີ້ເປັນຄົນປັນຍາອ່ອນຢ່າງແນ່ນອນ, ພວກເຂົາບໍ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ແມ່ນແຕ່ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກັນແບບນີ້ແລ້ວ, ພວກເຂົາກໍຍັງບໍ່ຮູ້ວ່າໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ. ມີຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຢ່າງແນ່ນອນ ແລະ ການສະແດງອອກຂອງຄົນປະເພດນີ້ກໍຂ້ອນຂ້າງຊັດເຈນ ແລະ ໂດດເດັ່ນ.

ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ນໍາປອມປະເພດຕ່າງໆກ່ຽວກັບການເກັບຮັກສາເຄື່ອງຖວາຍ. ຜູ້ທີ່ມີບັນຫາຮ້າຍແຮງກວ່ານັ້ນບໍ່ໄດ້ຢູ່ໃນປະເພດຂອງຜູ້ນໍາປອມ, ພວກເຂົາຄືພວກຕໍ່ຕ້ານພຣະຄຣິດ. ສະນັ້ນ, ພວກເຈົ້າຕ້ອງກຳແໜ້ນຂອບເຂດນີ້ໃຫ້ດີ. ຖ້າຜູ້ໃດຜູ້ໜຶ່ງເປັນຜູ້ນໍາປອມ, ກໍຄືຜູ້ນໍາປອມ, ພວກເຂົາບໍ່ສາມາດຖືກຈັດປະເພດວ່າເປັນພວກຕໍ່ຕ້ານພຣະຄຣິດໄດ້. ພວກຕໍ່ຕ້ານພຣະຄຣິດແມ່ນຊົ່ວຮ້າຍກວ່າຜູ້ນໍາປອມຫຼາຍ ໃນດ້ານຄວາມເປັນມະນຸດ, ການກະທຳ, ການສະແດງອອກ ແລະ ແກ່ນແທ້. ຜູ້ນໍາປອມສ່ວນຫຼາຍມີຄວາມສາມາດຕໍ່າ, ພວກເຂົາປັນຍາອ່ອນ, ພວກເຂົາຂາດຄວາມສາມາດໃນການເຮັດວຽກ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ມີຄຸນລັກສະນະທີ່ຕໍ່າຊາມ, ເຫັນແກ່ຕົວ ແລະ ຊົ່ວຊາມ ແລະ ມີຈິດໃຈທີ່ບໍ່ຊື່ຕົງ. ສິ່ງນີ້ເຮັດໃຫ້ພວກເຂົາບໍ່ສາມາດ ແລະ ບໍ່ໄດ້ເຮັດວຽກງານຕົວຈິງກ່ຽວກັບການເກັບຮັກສາເຄື່ອງຖວາຍ ແລະ ມັນກໍສົ່ງຜົນກະທົບຕໍ່ການຈັດການທີ່ສົມເຫດສົມຜົນ ແລະ ການເກັບຮັກສາເຄື່ອງຖວາຍທີ່ເໝາະສົມ. ເຄື່ອງຖວາຍສ່ວນໜຶ່ງເຖິງກັບຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ຍ້ອນວ່າຜູ້ນໍາປອມລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນ, ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄດ້ກະທຳຕາມຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ບັນຫາປະເພດນີ້ກໍເກີດຂຶ້ນຂ້ອນຂ້າງໜ້ອຍເຊັ່ນກັນ. ການສະແດງອອກຕ່າງໆຂອງຜູ້ນໍາປອມໃນການເກັບຮັກສາເຄື່ອງຖວາຍໂດຍພື້ນຖານແລ້ວຖືກເປີດໂປງດັ່ງນີ້: ຄຸນລັກສະນະຂອງພວກເຂົາຕໍ່າຕ້ອຍ, ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊາມ, ຄວາມເຂົ້າໃຈຂອງພວກເຂົາບິດເບືອນ, ພວກເຂົາຂາດຄວາມສາມາດໃນການເຮັດວຽກ, ຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງເລີຍ ແລະ ພວກເຂົາກໍຄືກັບຄົນໂງ່ຈ້າ ແລະ ປັນຍາອ່ອນ. ບາງຄົນອາດຈະເວົ້າວ່າ: “ພວກເຮົາຮັບຮູ້ການສະແດງອອກອື່ນໆທັງໝົດທີ່ພຣະອົງໄດ້ເປີດໂປງ, ແຕ່ຖ້າພວກເຂົາໂງ່ຈ້າ ແລະ ປັນຍາອ່ອນ, ພວກເຂົາຈະກາຍເປັນຜູ້ນໍາໄດ້ແນວໃດ?” ພວກເຈົ້າຍອມຮັບບໍວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໂງ່ຈ້າ ແລະ ປັນຍາອ່ອນ? ມີຄົນປະເພດນີ້ຢູ່ບໍ? ບາງຄົນອາດຈະເວົ້າວ່າ: “ພຣະອົງດູຖູກພວກເຮົາເກີນໄປ. ພວກເຮົາລ້ວນແຕ່ເປັນຄົນສະໄໝໃໝ່, ເປັນຜູ້ທີ່ຈົບມະຫາວິທະຍາໄລ ຫຼື ມັດທະຍົມປາຍ, ພວກເຮົາມີຄວາມສາມາດໃນການແຍກແຍະທີ່ດີເລີດກ່ຽວກັບສັງຄົມ ແລະ ມະນຸດຊາດນີ້. ພວກເຮົາຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາຂອງພວກເຮົາໄດ້ແນວໃດ? ນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ!” ແມ່ນຫຍັງທີ່ເປັນໄປບໍ່ໄດ້ລະ? ພວກເຈົ້າສ່ວນຫຼາຍກໍປັນຍາອ່ອນ ແລະ ມີສະຕິປັນຍາບໍ່ພຽງພໍເຊັ່ນກັນ, ສະນັ້ນ ມັນຈຶ່ງງ່າຍເກີນໄປທີ່ພວກເຈົ້າຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຈົ້າສ່ວນຫຼາຍປັນຍາອ່ອນ? ກໍເພາະວ່າພວກເຈົ້າສ່ວນຫຼາຍ, ບໍ່ວ່າຈະມີປະສົບການຫຼາຍສໍ່າໃດ, ກໍບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງສິ່ງຕ່າງໆ ແລະ ບໍ່ສາມາດກຳແໜ້ນຫຼັກການໄດ້. ພວກເຈົ້າສາມາດຍຶດໝັ້ນພຽງແຕ່ການປະຕິບັດຕາມກົດລະບຽບເປັນເວລາຫຼາຍປີ, ໃຊ້ວິທີການເກົ່າໆຊໍ້າແລ້ວຊໍ້າອີກໂດຍບໍ່ປ່ຽນແປງ, ຍັງຄົງບໍ່ສາມາດກຳແໜ້ນຫຼັກການໄດ້ ບໍ່ວ່າຈະມີການໂອ້ລົມຄວາມຈິງໃຫ້ຟັງແນວໃດກໍຕາມ. ມີບັນຫາຫຍັງຢູ່ບ່ອນນີ້? ຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ. ພວກເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ ຫຼື ຮາກເຫງົ້າຂອງບັນຫາ ແລະ ບໍ່ສາມາດພົບເຫັນຮູບແບບການພັດທະນາຂອງສິ່ງຕ່າງໆໄດ້, ບໍ່ຕ້ອງເວົ້າເຖິງການປະຕິບັດຕາມຫຼັກການທີ່ຄວນມີໃນການເຮັດສິ່ງຕ່າງໆ, ສິ່ງນີ້ເອີ້ນວ່າການເປັນຄົນປັນຍາອ່ອນ. ພວກເຈົ້າທຸກຄົນໃຊ້ເວລາດົນສໍ່າໃດຈຶ່ງຈະກຳແໜ້ນຫຼັກການສຳລັບສິ່ງທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ? ມີບາງຄົນທີ່ໄດ້ເຮັດວຽກງານຂໍ້ຄວາມມາຫຼາຍປີ, ແຕ່ເຖິງແມ່ນຕອນນີ້, ບົດຄວາມ ແລະ ບົດລະຄອນທີ່ພວກເຂົາຂຽນກໍຍັງຄົງເປັນຄຳເວົ້າທີ່ໄຮ້ເນື້ອໃນ, ພວກເຂົາຍັງບໍ່ສາມາດກຳແໜ້ນຫຼັກການໄດ້ ແລະ ບໍ່ຮູ້ວ່າຄວາມເປັນຈິງແມ່ນຫຍັງ ຫຼື ຈະເວົ້າສິ່ງທີ່ເປັນຈິງໄດ້ແນວໃດ. ນີ້ຄືການມີຄວາມສາມາດທີ່ຕໍ່າເກີນໄປ ແລະ ມີສະຕິປັນຍາທີ່ຕໍ່າເກີນໄປ. ດ້ວຍສະຕິປັນຍາທີ່ພວກເຈົ້າມີ, ມັນຈະບໍ່ງ່າຍເກີນໄປບໍທີ່ພວກເຈົ້າຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາ? ພວກເຈົ້າບໍ່ພຽງແຕ່ຈະເລືອກພວກເຂົາ, ພວກເຈົ້າຍັງຈະປັກໃຈເຊື່ອພວກເຂົາອີກດ້ວຍ. ເມື່ອພວກເຂົາຈະຖືກປົດອອກ, ພວກເຈົ້າກໍຈະບໍ່ຢາກໃຫ້ມັນເກີດຂຶ້ນ. ສອງປີຕໍ່ມາ, ເມື່ອພວກເຈົ້າໄດ້ເບິ່ງທະລຸພວກເຂົາ ແລະ ເຂົ້າໃຈແລ້ວ, ນັ້ນຄືເວລາທີ່ພວກເຈົ້າຈະສາມາດແຍກແຍະໄດ້ວ່າພວກເຂົາເປັນຜູ້ນໍາປອມ, ແຕ່ໃນຕອນນັ້ນ, ບໍ່ວ່າຈະມີຄົນບອກພວກເຈົ້າແນວໃດ, ພວກເຈົ້າກໍຈະບໍ່ຍອມໃຫ້ພວກເຂົາຖືກປົດອອກ. ພວກເຈົ້າບໍ່ປັນຍາອ່ອນກວ່າພວກເຂົາອີກບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີສະຕິປັນຍາບໍ່ພຽງພໍ? ກໍເພາະວ່າພວກເຂົາຮູ້ພຽງແຕ່ວິທີເຮັດວຽກງານທີ່ງ່າຍດາຍທີ່ສຸດເທົ່ານັ້ນ. ເມື່ອເວົ້າເຖິງວຽກງານທີ່ຊັບຊ້ອນຂຶ້ນໜ້ອຍໜຶ່ງ, ພວກເຂົາກໍບໍ່ຮູ້ວິທີເຮັດມັນ, ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກເລັກນ້ອຍ, ພວກເຂົາກໍບໍ່ຮູ້ວິທີຈັດການມັນ ແລະ ເມື່ອພວກເຂົາໄດ້ຮັບວຽກງານເພີ່ມເຕີມ, ພວກເຂົາກໍບໍ່ຮູ້ວ່າຈະເຮັດຫຍັງກັບຕົວເອງ. ນີ້ບໍ່ແມ່ນບັນຫາກັບສະຕິປັນຍາຂອງພວກເຂົາບໍ? ຜູ້ນໍາແບບນີ້ບໍ່ແມ່ນຖືກເລືອກໂດຍພວກເຈົ້າບໍ? ແລ້ວພວກເຈົ້າກໍກາບໄຫວ້ຊົມເຊີຍພວກເຂົາ: “ພວກເຂົາເຊື່ອໃນພຣະເຈົ້າໂດຍບໍ່ຊອກຫາຄູ່ຄອງທີ່ໂຣແມນຕິກ ແລະ ພວກເຂົາໄດ້ເສຍສະລະເພື່ອພຣະເຈົ້າມາຫຼາຍກວ່າຊາວປີ. ເອົາລະ, ພວກເຂົາມີຄວາມຕັ້ງໃຈທີ່ຈະທົນທຸກ ແລະ ພວກເຂົາກໍເອົາຈິງເອົາຈັງກັບວຽກງານຂອງພວກເຂົາຫຼາຍ”. “ແລ້ວພວກເຂົາເຂົ້າໃຈຫຼັກການໃນວຽກງານຂອງພວກເຂົາບໍ?” “ຖ້າພວກເຂົາບໍ່ເຂົ້າໃຈ, ແລ້ວໃຜຈະເຂົ້າໃຈ?” ແລ້ວຜົນກໍຄື ວຽກງານຂອງພວກເຂົາກໍຫຍຸ້ງເຫຍີງໄປໝົດເມື່ອຖືກກວດກາ, ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານໃດໆໄດ້. ພວກເຂົາໄດ້ຖືກບອກເຖິງຫຼັກການໃນການເຮັດວຽກຂອງພວກເຂົາ, ແຕ່ພວກເຂົາກໍບໍ່ເຄີຍຮູ້ວິທີເຮັດມັນ. ພວກເຂົາພຽງແຕ່ຖາມຄຳຖາມຢູ່ເລື້ອຍ ແລະ ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດ ເວັ້ນເສຍແຕ່ຈະຖືກບອກໂດຍກົງ. ການບອກຫຼັກການໃຫ້ພວກເຂົາຟັງກໍຄືກັບບໍ່ໄດ້ເວົ້າຫຍັງເລີຍ; ແມ່ນແຕ່ຖ້າຫຼັກການຖືກຂຽນອອກມາເປັນຂໍ້ໆ, ພວກເຂົາກໍຍັງບໍ່ຮູ້ວິທີຈັດຕັ້ງປະຕິບັດວຽກງານ. ມີຜູ້ນໍາແບບນີ້ບໍ? ບໍ່ວ່າຈະບອກຫຼັກການໃຫ້ພວກເຂົາແນວໃດ, ພວກເຂົາກໍບໍ່ເຂົ້າໃຈ ແລະ ພວກເຂົາກໍບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້. ໂອ້ລົມກັບພວກເຂົາ ຫຼື ແນະນຳພວກເຂົາກ່ຽວກັບຄຳເວົ້າ ຫຼື ເລື່ອງດຽວກັນຫຼາຍຄັ້ງ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ ແລະ ບັນຫາກໍຈະບໍ່ໄດ້ຮັບການແກ້ໄຂເລີຍໃນພາຍຫຼັງ, ພວກເຂົາກໍຍັງຈະຖາມວ່າຕ້ອງເຮັດຫຍັງ ແລະ ຂາດໄປແມ່ນແຕ່ຄຳດຽວກໍບໍ່ໄດ້. ພວກເຂົາບໍ່ແມ່ນຄົນປັນຍາອ່ອນບໍ? ຜູ້ນໍາທີ່ປັນຍາອ່ອນເຫຼົ່ານີ້ບໍ່ແມ່ນຖືກເລືອກໂດຍພວກເຈົ້າບໍ? (ແມ່ນ.) ພວກເຈົ້າປະຕິເສດບໍ່ໄດ້, ແມ່ນບໍ? ມີຜູ້ນໍາແບບນີ້ຢ່າງແນ່ນອນ.

ການສະແດງອອກຕ່າງໆຂອງຜູ້ນໍາປອມທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ ຫຼັກໆແລ້ວແມ່ນກ່ຽວຂ້ອງກັບວຽກງານການຈັດການເຄື່ອງຖວາຍ. ຜ່ານການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ, ຜູ້ຄົນຄວນຮູ້ວ່າການຈັດການເຄື່ອງຖວາຍແມ່ນວຽກງານທີ່ສຳຄັນສ່ວນໜຶ່ງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ຄວນເບິ່ງຂ້າມມັນ. ເຖິງແມ່ນວ່າວຽກງານດ້ານບໍລິຫານທົ່ວໄປສ່ວນນີ້ຈະແຕກຕ່າງຈາກວຽກງານອື່ນ, ມັນກໍກ່ຽວຂ້ອງກັບການດຳເນີນງານທີ່ເປັນປົກກະຕິຂອງວຽກງານອື່ນໆຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ການຈັດການເຄື່ອງຖວາຍຈຶ່ງເປັນວຽກງານສ່ວນໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້. ມັນສຳຄັນແນວໃດ? ສິ່ງຂອງທີ່ຖືກເກັບຮັກສາໃນວຽກງານການຈັດການເຄື່ອງຖວາຍແມ່ນເປັນຂອງພຣະເຈົ້າ, ຖ້າຈະເວົ້າແບບບໍ່ເໝາະສົມໜ້ອຍໜຶ່ງ, ສິ່ງຂອງເຫຼົ່ານັ້ນກໍຄືຊັບສິນສ່ວນຕົວຂອງພຣະເຈົ້າ, ສະນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຄວນມີໃຈມຸ້ງໝັ້ນ, ມີຈຶດສຳນຶກ ແລະ ດຸໝັ່ນຫຼາຍຂຶ້ນຕໍ່ວຽກງານນີ້. ຖ້າພວກເຮົາເບິ່ງວຽກງານນີ້ໃນແງ່ຂອງລັກສະນະຂອງມັນ, ເຮົາຄິດວ່າມັນບໍ່ແມ່ນການເວົ້າເກີນຈິງທີ່ຈະຈັດມັນໄວ້ໃນໝວດວຽກງານບໍລິຫານ. ເຫດຜົນທີ່ພວກເຮົາຈັດມັນໄວ້ໃນໝວດວຽກງານບໍລິຫານກໍຄື ການເຮັດວຽກງານນີ້ກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ຄົນຕໍ່ພຣະເຈົ້າ ແລະ ຕໍ່ຊັບສິນຂອງພຣະອົງ. ສະນັ້ນ, ມັນຈຶ່ງຈຳເປັນທີ່ຜູ້ຄົນຈະຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ແລະ ກຳແໜ້ນຫຼັກການທີ່ຖືກຕ້ອງໃນການເຮັດວຽກງານນີ້. ເຫດຜົນທີ່ພວກເຮົາຈັດມັນໄວ້ໃນໝວດວຽກງານບໍລິຫານກໍເພື່ອເຮັດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈວ່າມັນສຳຄັນຫຼາຍທີ່ຈະເຮັດວຽກງານສ່ວນນີ້ ແລະ ວຽກງານນີ້ກໍເປັນການມອບໝາຍທີ່ສຳຄັນ ແລະ ເປັນພາລະອັນໜັກໜ່ວງ. ມັນຄືການເຮັດໃຫ້ພວກເຂົາເຂົ້າໃຈວ່າພວກເຂົາບໍ່ຄວນປະຕິບັດຕໍ່ມັນຄືກັບວ່າມັນເປັນວຽກງານດ້ານບໍລິຫານທົ່ວໄປທຳມະດາ, ວ່າພວກເຂົາຕ້ອງມີຄວາມຮູ້ທີ່ຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບຄວາມສຳຄັນຂອງວຽກງານນີ້ ແລະ ຈາກນັ້ນຈຶ່ງເປັນຄົນມີໃຈມຸ້ງໝັ້ນ, ມີຈິດສຳນຶກ ແລະ ດຸໝັ່ນກ່ຽວກັບມັນ. ຄົນເຮົາສາມາດບໍ່ໃສ່ໃຈຕໍ່ຄົນອື່ນໄດ້, ແມ່ນແຕ່ຖ້າເກີດຄວາມຜິດພາດຂຶ້ນ, ມັນກໍບໍ່ແມ່ນບັນຫາໃຫຍ່. ແຕ່ເຮົາຂໍຮຽກຮ້ອງໃຫ້ຜູ້ຄົນຢ່າສັບສົນ, ຢ່າເຮັດພໍແລ້ວມືແລ້ວຕີນ ແລະ ຢ່າດີແຕ່ເວົ້າແຕ່ບໍ່ລົງມືເຮັດ ໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ. ການເຮັດວຽກງານການຈັດການເຄື່ອງຖວາຍໃຫ້ດີແມ່ນການຝາກຝັງທີ່ສຳຄັນຈາກພຣະເຈົ້າສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ.

8 ພຶດສະພາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້