V ພຣະທຳກ່ຽວກັບຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ

231. ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກພາກ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດສິ້ນສຸດຍຸກໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ. ການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ ພຣະອົງເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະອົງຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ ແຕ່ລະຍຸກກໍມີພາລະກິດທີ່ພຣະເຈົ້າຄວນກະທຳ. ສະນັ້ນ, ພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງໃນແຕ່ລະຍຸກຈຶ່ງມີການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະອົງ ແລະ ທັງພຣະນາມ ແລະ ພາລະກິດທີ່ພຣະເຈົ້າ ກະທຳກໍປ່ຽນແປງໄປຕາມຍຸກ; ທຸກສິ່ງເປັນສິ່ງທີ່ໃໝ່ທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອັນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອັນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອັນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອັນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອັນ. ດິນແດນອິດສະຣາເອັນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອັນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ. ສຳລັບພາລະກິດແຫ່ງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ສຳລັບອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະນາມຂອງພຣະເຈົ້າແມ່ນພຣະເຢຊູ, ເວົ້າໄດ້ວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊ່ວຍມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ. ພຣະເຈົ້າຢູ່ກັບມະນຸດ. ຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງຕິດຕາມມະນຸດທຸກຄົນ. ມີພຽງແຕ່ການຍອມຮັບພຣະນາມຂອງພຣະເຢຊູ ແລະ ການຊົງສະຖິດຂອງພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັບເອົາສັນຕິສຸກ ແລະ ຄວາມປິຕິຍິນດີໄດ້, ຮັບເອົາການອວຍພອນຂອງພຣະອົງ, ຮັບເອົາພຣະຄຸນທີ່ຫຼວງຫຼາຍ ແລະ ນັບບໍ່ຖ້ວນຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງ. ຜ່ານການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ທຸກຄົນທີ່ຕິດຕາມພຣະອົງໄດ້ຮັບຄວາມລອດພົ້ນ ແລະ ຖືກອະໄພຄວາມຜິດບາບຂອງພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເປັນພຣະນາມຂອງພຣະເຈົ້າ. ເວົ້າໄດ້ອີກວ່າ ພາລະກິດໃນຍຸກແຫ່ງພຣະຄຸນແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າຖືກເອີ້ນວ່າ ພຣະເຢຊູ. ພຣະອົງໄດ້ຮັບຂັ້ນຕອນຂອງພາລະກິດໃໝ່ທີ່ຢູ່ນອກເໜືອພຣະສັນຍາເດີມ ແລະ ພາລະກິດຂອງພຣະອົງກໍສິ້ນສຸດພ້ອມກັບການຖືກຄຶງເທິງໄມ້ກາງແຂນ. ນີ້ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ, ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາແມ່ນພຣະນາມຂອງພຣະເຈົ້າ ແລະ ໃນຍຸກແຫ່ງພຣະຄຸນ ພຣະນາມຂອງພຣະເຢຊູເປັນຕົວແທນໃຫ້ກັບພຣະເຈົ້າ. ໃນລະຫວ່າງຍຸກສຸດທ້າຍ, ພຣະນາມຂອງພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ຊົງລິດທານຸພາບສູງສຸດ, ຜູ້ໃຊ້ລິດອຳນາດຂອງພຣະອົງເພື່ອນໍາພາມະນຸດ, ເອົາຊະນະມະນຸດ ແລະ ຮັບເອົາມະນຸດ ແລະ ໃນທີ່ສຸດກໍຄື ນໍາເອົາຍຸກໄປສູ່ຈຸດສິ້ນສຸດຂອງມັນ. ໃນແຕ່ລະຍຸກ, ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະເຈົ້າແມ່ນເຫັນໄດ້ຊັດເຈນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

232. “ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິສຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິສຣາເອນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. ນັ້ນໝາຍຄວາມວ່າ, ພຣະເຢໂຮວາແມ່ນພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງອິສຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິສຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຊາວອິສຣາເອນທັງໝົດນອກຈາກຊາວຢິວແລ້ວ ແມ່ນບູຊາພຣະເຢໂຮວາ. ພວກເຂົາຖວາຍບູຊາພຣະອົງຢູ່ເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໂດຍໃສ່ເສື້ອຄຸມຂອງມະຫາປະໂລຫິດຢູ່ໃນພຣະວິຫານ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປະກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິສຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ແຕ່ລະພຣະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິສຣາເອນເຄົາລົບບູຊາ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

233. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ໃນປັດຈຸບັນ, ມະນຸດທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອັນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ? ເມື່ອພຣະເຢຊູກັບມາອີກຄັ້ງ, ຍຸກກໍຈະຖືກປ່ຽນແປງແລ້ວ, ສະນັ້ນ ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ເປັນຍ້ອນວ່າ ພຣະເຈົ້າສາມາດຮູ້ຈັກພຽງແຕ່ໃນນາມຂອງພຣະເຢຊູເທົ່ານັ້ນບໍ? ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໃນຍຸກໃໝ່ບໍ? ລັກສະນະຂອງບຸກຄົນໜຶ່ງ ແລະ ຊື່ຂອງບຸກຄົນໃດໜຶ່ງສາມາດເປັນຕົວແທນທັງໝົດໃຫ້ກັບພຣະເຈົ້າໄດ້ບໍ? ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

234. ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ ມັນກໍບໍ່ໄດ້ອີງຕາມພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ຫຼື ຕາມພາລະກິດຂອງພຣະເຢໂຮວາ. ເຖິງແມ່ນພາລະກິດທີ່ພຣະເຢຊູມາເພື່ອປະຕິບັດນັ້ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງພຣະເຢໂຮວາ ຫຼື ພຣະບັນຍັດຂອງພຣະເຢໂຮວາ, ແຫຼ່ງກຳເນີດຂອງພຣະອົງທັງສອງແມ່ນສິ່ງດຽວກັນ ແລະ ເໝືອນກັນ. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ພາລະກິດທີ່ພຣະເຢຊູປະຕິບັດພຽງແຕ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະເຢໂຮວາປະຕິບັດກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະເຢໂຮວານໍາພາປະຊາຊົນອິດສະຣາເອັນ ແລະ ອີຢິບເທົ່ານັ້ນ ແລະ ທຸກຊົນຊາດທີ່ຢູ່ນອກອິດສະຣາເອັນ. ພາລະກິດຂອງພຣະເຢຊູໃນພຣະສັນຍາໃໝ່ໃນຍຸກແຫ່ງພຣະຄຸນນັ້ນ ແມ່ນພາລະກິດຂອງພຣະເຈົ້າພາຍໃຕ້ພຣະນາມຂອງພຣະເຢຊູເພື່ອນໍາພາຍຸກນັ້ນ... ສາມາດມີຍຸກໃໝ່ໄດ້ກໍຕໍ່ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດໃໝ່, ເພື່ອເລີ່ມຕົ້ນຂັ້ນຕອນໃໝ່, ເພື່ອທຳລາຍພາລະກິດທີ່ໄດ້ກະທຳໃນອິດສະຣາເອັນກ່ອນໜ້ານີ້ ແລະ ເພື່ອປະຕິບັດພາລະກິດຂອງພຣະອົງໂດຍບໍ່ໃຫ້ສອດຄ່ອງກັບພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ ຫຼື ກັບກົດລະບຽບເກົ່າໆຂອງພຣະອົງ ຫຼື ສອດຄ່ອງກັບກົດລະບຽບຕ່າງໆ, ແຕ່ກົງກັນຂ້າມ ແມ່ນເພື່ອປະຕິບັດພາລະກິດໃໝ່ທີ່ພຣະອົງຄວນກະທຳ. ພຣະເຈົ້າເອງສະເດັດມາເພື່ອເປີດຍຸກໃໝ່ ແລະ ພຣະເຈົ້າເອງສະເດັດມາເພື່ອນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກດັ່ງກ່າວໄດ້. ຖ້າພຣະເຢຊູບໍ່ໄດ້ນໍາພາລະກິດຂອງພຣະເຢໂຮວາມາສູ່ຈຸດສິ້ນສຸດຫຼັງຈາກທີ່ພຣະອົງສະເດັດມາ, ແລ້ວສິ່ງນ້ັນກໍຈະພິສູດໃຫ້ເຫັນວ່າ ພຣະອົງເປັນພຽງມະນຸດເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ແນ່ນອນ ຍ້ອນວ່າ ພຣະເຢຊູສະເດັດມາ ແລະ ໄດ້ສິ້ນສຸດພາລະກິດຂອງພຣະເຢໂຮວາ, ສືບຕໍ່ພາລະກິດຂອງພຣະເຢໂຮວາ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ປະຕິບັດພາລະກິດຂອງພຣະອົງເອງ ນັ້ນກໍຄື ພາລະກິດໃໝ່ ຈຶ່ງພິສູດໄດ້ວ່ານີ້ແມ່ນຍຸກໃໝ່ ແລະ ພຣະເຢຊູກໍຄືພຣະເຈົ້າເອງ. ພຣະອົງທັງສອງປະຕິບັດສອງຂັ້ນຕອນພາລະກິດທີ່ແຕກຕ່າງກັນ. ຂັ້ນຕອນທຳອິດແມ່ນຖືກປະຕິບັດໃນພຣະວິຫານ ແລະ ອີກຂັ້ນຕອນແມ່ນຖືກປະຕິບັດນອກພຣະວິຫານ. ຂັ້ນຕອນໜຶ່ງແມ່ນການຊີ້ນໍາຊີວິດຂອງມະນຸດຕາມກົດໝາຍ ແລະ ອີກຂັ້ນຕອນແມ່ນການຖວາຍເຄື່ອງບູຊາແທນຄວາມຜິດບາບ. ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ; ມັນເປັນການແບ່ງຍຸກໃໝ່ອອກຈາກຍຸກເກົ່າ ແລະ ມັນຖືກຕ້ອງທີ່ສຸດທີ່ຈະເວົ້າວ່າ ພວກມັນແມ່ນສອງຍຸກທີ່ແຕກຕ່າງກັນ. ສະຖານທີ່ຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ. ເມື່ອເປັນແບບນັ້ນ ຈຶ່ງສາມາດແບ່ງອອກເປັນສອງຍຸກ ນັ້ນກໍຄື: ພຣະສັນຍາເດີມ ແລະ ໃໝ່ ເຊິ່ງໝາຍຄວາມວ່າ ຍຸກໃໝ່ ແລະ ເກົ່າ. ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ເຊິ່ງພິສູດໄດ້ວ່າ ຍຸກຂອງພຣະເຢໂຮວາໄດ້ຈົບສິ້ນລົງແລ້ວ. ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ກໍຍ້ອນວ່າ ພາລະກິດຂອງພຣະເຢໂຮວາທີ່ຢູ່ໃນພຣະວິຫານແມ່ນສຳເລັດລົງແລ້ວ ແລະ ບໍ່ຈຳເປັນຕ້ອງປະຕິບັດຄືນໃໝ່ອີກ ແລະ ຖ້າປະຕິບັດຄືນໃໝ່ ກໍຖືວ່າເປັນການເຮັດພາລະກິດນັ້ນຊໍ້າຄືນອີກຄັ້ງ. ການອອກຈາກພຣະວິຫານ, ການເລີ່ມຕົ້ນພາລະກິດໃໝ່ ແລະ ການເປີດເສັ້ນທາງໃໝ່ທີ່ຢູ່ນອກພຣະວິຫານເທົ່ານັ້ນ ພຣະອົງຈຶ່ງສາມາດນໍາພາລະກິດຂອງພຣະເຈົ້າໄປສູ່ຈຸດສູງສຸດ. ຖ້າພຣະອົງບໍ່ໄດ້ອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຈະຢຸດຢູ່ເທິງພີ້ນຂອງພຣະວິຫານ ແລະ ຈະບໍ່ມີການປ່ຽນແປງໃໝ່ໃດໆ. ດ້ວຍເຫດນັ້ນ ເມື່ອພຣະເຢຊູມາ ພຣະອົງຈຶ່ງບໍ່ໄດ້ເຂົ້າສູ່ພຣະວິຫານ ແລະ ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງໃນພຣະວິຫານ. ພຣະອົງປະຕິບັດພາລະກິດຂອງພຣະອົງຢູ່ນອກພຣະວິຫານ, ນໍາພາສາວົກຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຢ່າງເປີດເຜີຍ. ການທີ່ພຣະເຈົ້າອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງໝາຍຄວາມວ່າ ພຣະເຈົ້າມີແຜນການໃໝ່. ພາລະກິດຂອງພຣະອົງແມ່ນຕ້ອງຖືກປະຕິບັດຢູ່ນອກພຣະວິຫານ ແລະ ມັນກໍເປັນພາລະກິດໃໝ່ທີ່ບໍ່ໄດ້ຖືກຈຳກັດຢູ່ໃນລັກສະນະຂອງການຈັດຕັ້ງປະຕິບັດຂອງພາລະກິດນັ້ນ. ທັນທີທີ່ພຣະເຢຊູສະເດັດມາເຖິງ, ພຣະອົງໄດ້ນໍາພາລະກິດຂອງພຣະເຢໂຮວາ ເຊິ່ງຢູ່ໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງເປີດເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງເປີດເສັ້ນທາງໃໝ່, ຕ້ອງເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

235. ສົມມຸດວ່າ ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກແມ່ນຄືກັນ ແລະ ພຣະອົງກໍຖືກເອີ້ນໂດຍພຣະນາມເດີມຢູ່ຕະຫຼອດ, ມະນຸດຈະຮູ້ຈັກພຣະອົງໄດ້ແນວໃດ? ພຣະເຈົ້າຕ້ອງຖືກເອີ້ນວ່າ ພຣະເຢໂຮວາ ແລະ ນອກຈາກພຣະເຈົ້າທີ່ຖືກເອີ້ນວ່າ ພຣະເຢໂຮວາແລ້ວ, ຜູ້ໃດກໍຕາມທີ່ຖືກເອີ້ນໂດຍຊື່ອື່ນໆບໍ່ແມ່ນພຣະເຈົ້າ. ຫຼືບໍ່ດັ່ງນັ້ນ ພຣະເຈົ້າກໍເປັນໄດ້ພຽງແຕ່ພຣະເຢຊູ ແລະ ນອກຈາກພຣະນາມຂອງພຣະເຢຊູແລ້ວ ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໆໄດ້; ນອກຈາກພຣະເຢຊູແລ້ວ, ພຣະເຢໂຮວາບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍບໍ່ແມ່ນພຣະເຈົ້າເຊັ່ນກັນ. ມະນຸດເຊື່ອວ່າ ເປັນຄວາມຈິງທີ່ພຣະເຈົ້າຊົງມີລິດທານຸພາບສູງສຸດ, ແຕ່ພຣະເຈົ້າກໍເປັນພຽງພຣະເຈົ້າທີ່ຢູ່ກັບມະນຸດ ແລະ ພຣະອົງຕ້ອງຖືກເອີ້ນວ່າ ພຣະເຢຊູ, ຍ້ອນພຣະເຈົ້າຢູ່ກັບມະນຸດ. ການເຮັດແບບນີ້ກໍຄືກັບການປະຕິບັດຕາມຄຳສັ່ງສອນ ແລະ ການຈຳກັດພຣະເຈົ້າໃຫ້ຢູ່ໃນຂອບເຂດໃດໜຶ່ງ. ສະນັ້ນ ໃນແຕ່ລະຍຸກ, ພາລະກິດທີ່ພຣະເຈົ້າປະຕິບັດ, ພຣະນາມທີ່ພຣະອົງຖືກເອີ້ນ ແລະ ພາບລັກສະນະທີ່ພຣະອົງນໍາໃຊ້ ເຊິ່ງເປັນພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຂັ້ນຕອນຈົນມາເຖິງປັດຈຸບັນ, ສິ່ງເຫຼົ່ານີ້ບໍ່ໄດ້ປະຕິບັດຕາມກົດລະບຽບແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໜຶ່ງເລີຍ. ພຣະອົງເປັນພຣະເຢໂຮວາ ແລະ ພຣະອົງຍັງເປັນພຣະເຢຊູອີກດ້ວຍ ພ້ອມທັງເປັນພຣະເມຊີອາ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພາລະກິດຂອງພຣະອົງສາມາດຜ່ານການປ່ຽນແປງເທື່ອລະໜ້ອຍ ໂດຍສອດຄ່ອງກັບການປ່ຽນແປງໃນພຣະນາມຂອງພຣະອົງ. ບໍ່ມີພຣະນາມໃດໜຶ່ງທີ່ສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ຢ່າງສົມບູນ, ແຕ່ພຣະນາມທຸກຢ່າງທີ່ພຣະອົງຖືກເອີ້ນແມ່ນສາມາດເປັນຕົວແທນໃຫ້ກັບພຣະອົງ ແລະ ພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຍຸກກໍເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

236. ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ. ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນ ເຢຊູ? ມີການທຳນວາຍວ່າພຣະເມຊີອາຈະມາ, ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດແຕ່ດົນນານມາແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ສາມາດດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ແລ້ວພາລະກິດຂອງພຣະເຢຊູບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ? ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ? ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ; ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ, ອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ. ເຈົ້າກ້າຢືນຢັນບໍວ່າ ເຢຊູຈະເປັນຊື່ຂອງພຣະເຈົ້າຕະຫຼອດໄປ, ພຣະເຈົ້າຈະໃຊ້ຊື່ເຢຊູ ຕະຫຼອດໄປ ແລະ ຢູ່ສະເໝີ ແລະ ຊື່ນີ້ຈະບໍ່ປ່ຽນແປງ? ເຈົ້າກ້າຢືນຢັນຢ່າງໝັ້ນໃຈບໍວ່າ ມັນແມ່ນຊື່ເຢຊູ ທີ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ຍັງຈະສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ? ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູສາມາດນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

237. ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າເກີນໄປ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ? ສະນັ້ນ, ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນທີ່ມີປະສົບການຝ່າຍວິນຍານ ແລະ ຜູ້ທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງຮູ້ສຶກວ່າ ສະເພາະ ພຣະນາມດຽວແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ໜ້າເສົ້າໃຈແທ້ໆ ນີ້ບໍ່ສາມາດຊ່ວຍຫຍັງໄດ້ເລີຍ, ສະນັ້ນ ມະນຸດຈຶ່ງບໍ່ເອີ້ນພຣະເຈົ້າໂດຍພຣະນາມອື່ນອີກຕໍ່ໄປ, ແຕ່ເອີ້ນພຣະອົງວ່າ “ພຣະເຈົ້າ”. ຄືກັບວ່າຫົວໃຈຂອງມະນຸດແມ່ນເຕັມໄປດ້ວຍຄວາມຮັກ ແຕ່ທັງນັ້ນກໍເຊື່ອງຊ້ອນໄປດ້ວຍຂໍ້ຂັດແຍ້ງ, ຍ້ອນມະນຸດບໍ່ຮູ້ຈັກວິທີການອະທິບາຍກ່ຽວກັບພຣະເຈົ້າ. ສິ່ງທີ່ພຣະອົງເປັນແມ່ນອຸດົມສົມບູນຫຼາຍ, ບໍ່ມີວິທີໃດໜຶ່ງສາມາດບັນລະຍາຍກ່ຽວກັບສິ່ງນັ້ນໄດ້ຢ່າງແທ້ຈິງ. ບໍ່ມີພຣະນາມໃດທີ່ສາມາດສະຫຼຸບອຸປະນິໄສຂອງພຣະເຈົ້າໄດ້ ແລະ ບໍ່ມີພຣະນາມໃດທີ່ສາມາດບັນລະຍາຍທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ຖ້າຄົນຖາມເຮົາວ່າ “ພຣະອົງໃຊ້ພຣະນາມໃດກັນແທ້?” ເຮົາຈະບອກກັບພວກເຂົາວ່າ “ພຣະເຈົ້າເປັນພຣະເຈົ້າ!” ນັ້ນບໍ່ແມ່ນພຣະນາມທີ່ດີທີ່ສຸດສຳລັບພຣະເຈົ້າບໍ? ນັ້ນບໍ່ແມ່ນການສະຫຼຸບຄວາມກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ດີທີ່ສຸດບໍ? ເມື່ອເປັນແບບນີ້, ເປັນຫຍັງພວກເຈົ້າຈຶ່ງໃຊ້ຄວາມພະຍາຍາມຢ່າງມາກມາຍເພື່ອຊອກຫາພຣະນາມຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຕີສະໝອງຕົນເອງດ້ວຍໄມ້ຄ້ອນ ບໍ່ຍອມກິນເຂົ້າກິນນໍ້າ ແລະ ອຶດຫຼັບອຶດນອນ ເພື່ອເຫັນແກ່ຊື່ໃດໜຶ່ງ? ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າບໍ່ໄດ້ຖືກເອີ້ນວ່າ ພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເມຊີອາ, ແຕ່ພຣະອົງຈະເປັນພຽງພຣະຜູ້ສ້າງ. ໃນເວລານັ້ນ, ຊື່ຕ່າງໆທີ່ພຣະອົງມີເທິງແຜ່ນດິນໂລກກໍຈະຈົບສິ້ນລົງ, ຍ້ອນວ່າ ພາລະກິດຂອງພຣະອົງເທິງແຜ່ນດິນໂລກຈະສິ້ນສຸດລົງ ດ້ວຍເຫດນັ້ນ ພຣະນາມຂອງພຣະອົງກໍຈະບໍ່ມີອີກຕໍ່ໄປ. ເມື່ອທຸກສິ່ງມາຢູ່ພາຍໃຕ້ອໍານາດຂອງພຣະຜູ້ສ້າງ, ພຣະອົງຈະຈຳເປັນຫຍັງກັບພຣະນາມທີ່ເໝາະສົມຢ່າງສູງສົ່ງແຕ່ບໍ່ສົມບູນນັ້ນ? ເຈົ້າຈະຍັງສະແຫວງຫາພຣະນາມຂອງພຣະເຈົ້າອີກຢູ່ບໍ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢໂຮວາ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢຊູ? ເຈົ້າກ້າແບກຮັບຄວາມຜິດບາບແຫ່ງການໝິ່ນປະໝາດພຣະເຈົ້າບໍ? ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ຜູ້ທີ່ເປັນໜຶ່ງໃນສິ່ງຊົງສ້າງຂອງພຣະອົງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້. ເຈົ້າສາມາດເວົ້າໄດ້ແຕ່ວ່າ ມີພຣະເຈົ້າຢູ່ໃນສະຫວັນ, ພຣະອົງຖືກເອີ້ນວ່າ ພຣະເຈົ້າ, ພຣະອົງເປັນພຣະເຈົ້າເອງເຊິ່ງມີລິດອຳນາດຍິ່ງໃຫຍ່ ຜູ້ເຊິ່ງມີສະຕິປັນຍາຫຼາຍ, ສູງສົ່ງຫຼາຍ, ອັດສະຈັນຫຼາຍ, ລຶກລັບຫຼາຍ ແລະ ມີລິດທານຸພາບສູງສຸດຫຼາຍ ແລະ ນອກຈາກສິ່ງນີ້ແລ້ວ ເຈົ້າກໍບໍ່ສາມາດເວົ້າຫຍັງໄດ້ອີກ; ນີ້ແມ່ນສິ່ງເລັກນ້ອຍທີ່ເຈົ້າສາມາດຮູ້ໄດ້. ເມື່ອເປັນແບບນີ້, ພຣະນາມຂອງພຣະເຢຊູສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອຍຸກສຸດທ້າຍໄດ້ມາເຖິງ, ເຖິງແມ່ນວ່າ ຍັງເປັນພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ, ພຣະນາມຂອງພຣະອົງຕ້ອງປ່ຽນແປງ ນັ້ນກໍຍ້ອນວ່າ ມັນເປັນຍຸກທີ່ແຕກຕ່າງກັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

238. ແຕ່ລະຄັ້ງທີ່ພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້, ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ທາດແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້າໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ກໍໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະເຈົ້າເຄື່ອນໄຫວໄປຂ້າງໜ້າສະເໝີ.

ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງຊົງສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

239. ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊິອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນ້ນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າພຣະເຈົ້າອົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າຜູ້ມີລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

ເມື່ອພຣະຜູ້ຊ່ວຍໃຫ້ລອດມາເຖິງໃນຍຸກສຸດທ້າຍນີ້ ຖ້າຍັງເອີ້ນພຣະອົງວ່າພຣະເຢຊູ ເຊິ່ງຄັ້ງໜຶ່ງເຄີຍບັງເກີດຢູ່ຈູເດຍ ແລະ ດຳເນີນພາລະກິດຂອງພຣະອົງຢູ່ຈູເດຍ. ເມື່ອເປັນເຊັ່ນນີ້ ກໍພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຊາວອິສຣາເອນ ແລະ ໄຖ່ບາບໃຫ້ແກ່ຊາວອິສຣາເອນເທົ່ານັ້ນ ແລະ ພິສູດວ່າເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກຈູເດຍ ແລະ ກະທໍາພາລະກິດຂອງເຮົາທ່າມກາງຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຊາວອິສຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປະກົດຢູ່ທ່າມກາງ ຜູ້ຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວໃນລະຫວ່າງຍຸກສຸດທ້າຍນີ້ ກໍເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິສຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງຄົນທີ່ເຮົາເລືອກທັງໝົດໃນກຸ່ມຄົນຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເຮົາບໍ່ພຽງແຕ່ສ້າງອິສຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກດິນແດນອິສຣາເອວອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິສຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນໂດຍນຳໃຊ້ຈູເດຍ ແລະ ກາລີລີເປັນຖານທີ່ໝັ້ນຂອງພາລະກິດໄຖ່ບາບຂອງເຮົາ ແລະ ໃຊ້ຊາດອື່ນທີ່ບໍ່ແມ່ນຊາວຢິວເປັນຖານທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຍຸກໃນອິສຣາເອນ (ສອງຍຸກຂອງພາລະກິດແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະກະລຸນາ) ແລະ ເຮົາໄດ້ດຳເນີນພາລະກິດອີກຕື່ມສອງຍຸກ (ຍຸກແຫ່ງພຣະກະລຸນາ ແລະ ຍຸກແຫ່ງອານາຈັກ) ຢູ່ໃນທົ່ວດິນແດນນອກອິສຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ ເຮົາຈະດຳເນີນພາລະກິດເອົາຊະນະ ແລະ ເພື່ອສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດຢ່າງຫຼົງໄຫຼຢູ່ຕະຫຼອດເວລາ. ຖ້າເປັນດັ່ງນັ້ນ ເຮົາຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ. ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍເປັນຄວາມເຊື່ອທີ່ບໍ່ຈິງໃຈ. ຜູ້ຄົນດັ່ງກ່າວຈະໄດ້ເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດມາຈາກສວງສະຫວັນແທ້ບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຊາວຢິວ. ພວກເຂົາບໍ່ໄດ້ປາດຖະໜາການທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາຫວັງໃຫ້ພຣະເຢຊູກັບມາໄຖ່ບາບອີກຄັ້ງໃຫ້ແກ່ມະນຸດທັງໝົດໃນດິນແດນທີ່ມົວໝອງ ແລະ ໄຮ້ສິນທຳນີ້. ຜູ້ຄົນດັ່ງກ່າວຈະສາມາດກາຍເປັນຜູ້ທີ່ເຮັດສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ເຮັດໃຫ້ພາລະກິດຂອງເຮົາສໍາເລັດໄດ້ ເພາະວ່າມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ ແລະ ບໍ່ແມ່ນອົງເກົ່າ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າອົງສຸດທ້າຍ ນັ້ນກໍຄືພຣະເຈົ້າອົງທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງມະນຸດເອງ ແລະ ຮູ້ພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງມະນຸດເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ່ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ ແລ້ວມັນຈະສິ້ນສຸດໄດ້ເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ແນວໃດ? ແລ້ວເຮົາຈະສາມາດເຂົ້າສູ່ວັນທີເຈັດ ວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດອີງຕາມແຜນການຂອງເຮົາ ອີງຕາມຈຸດປະສົງຂອງເຮົາ ແລະ ບໍ່ແມ່ນອີງຕາມເຈດຕະນາຂອງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ກ່ອນນີ້: IV ພຣະທຳກ່ຽວກັບການເປີດເຜີຍຄວາມລຶກລັບແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ

ຕໍ່ໄປ: VI ພຣະທຳກ່ຽວກັບພຣະຄຳພີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້