ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 122
ຫົກຊ່ວງເວລາໃນຊີວິດມະນຸດ ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ; ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກນ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຈະຕ້ອງໄດ້ຮັບ. ມະນຸດເອງບໍ່ສາມາດປັ້ນແຕ່ງຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຄິດຂຶ້ນໄດ້ ແລະ ມັນບໍ່ແມ່ນຜົນໄດ້ຮັບຈາກຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງຢ່າງແນ່ນອນ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ພ້ອມທີ່ຈະສາມາດຮັບໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການຊ່ວຍມະນຸດຊາດໃຫ້ລອດພົ້ນໂດຍພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ຫຼາຍວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ມັນເປັນສິ່ງນີ້ທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ, ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ; ຖ້າປາສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍ່ເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້; ຄວາມຮູ້ດັ່ງກ່າວບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ ແລະ ມັນບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຂັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໄດ້ໝິ່ນປະໝາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສີນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນເພື່ອຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍເຖິງຄວາມກະລຸນາສູງສຸດຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ຜູ້ຈຳນົນທຸກຄົນໄດ້ມາເຂົ້າໃຈ. ເຖິງແມ່ນວ່າມີຜູ້ຊຳນານທາງດ້ານພາສາຫຼາຍຄົນທີ່ສາມາດບັນລະຍາຍເຖິງພຣະເຈົ້າ, ຄວາມຖືກຕ້ອງຂອງສິ່ງທີ່ພວກເຂົາບັນລະຍາຍແມ່ນພຽງແຕ່ໜຶ່ງສ່ວນຮ້ອຍຂອງຄວາມຈິງທີ່ເວົ້າໂດຍຄົນທີ່ເປັນຂອງພຣະເຈົ້າ, ຄົນທີ່ມີພຽງແຕ່ຄຳສັບທີ່ຈຳກັດ, ແມ່ນມີປະສົບການທີ່ອຸດົມສົມບູນໃຫ້. ດ້ວຍເຫດນັ້ນ, ສາມາດເຫັນໄດ້ວ່າ ຄວາມຮູ້ຂອງພຣະເຈົ້າຕັ້ງຢູ່ໃນຄວາມຖືກຕ້ອງ ແລະ ຄວາມເປັນຈິງ, ບໍ່ໄດ້ຢູ່ໃນການນໍາໃຊ້ຄຳເວົ້າທີ່ສະຫຼາດ ຫຼື ຄຳສັບທີ່ອຸດົມສົມບູນ ແລະ ຄວາມຮູ້ຂອງມະນຸດ ແລະ ຄວາມຮູ້ຂອງພຣະເຈົ້າບໍ່ກ່ຽວຂ້ອງກັນເລີຍ. ບົດຮຽນຂອງການຮູ້ຈັກພຣະເຈົ້າສູງສົ່ງກວ່າວິທະຍາສາດທຳມະຊາດໃດໜຶ່ງຂອງມະນຸດຊາດ. ມັນແມ່ນບົດຮຽນທີ່ມີແຕ່ຄົນຈຳນວນໜ້ອຍດຽວຈະສາມາດໄດ້ຮັບ ເຊິ່ງເປັນຄົນທີ່ສະແຫວງຫາເພື່ອຮູ້ຈັກກັບພຣະເຈົ້າ ແລະ ຄົນທີ່ມີຄວາມສາມາດໃດໜຶ່ງຈະບໍ່ສາມາດໄດ້ຮັບ. ດ້ວຍເຫດນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງການຮູ້ຈັກກັບພຣະເຈົ້າ ແລະ ການສະແຫວງຫາຄວາມຈິງເປັນຄືກັບວ່າພວກມັນເປັນສິ່ງທີ່ເດັກນ້ອຍທຳມະດາກໍ່ສາມາດບັນລຸໄດ້. ບາງເທື່ອ ເຈົ້າອາດປະສົບຜົນສໍາເລັດຢ່າງສົມບູນໃນຊີວິດຄອບຄົວຂອງເຈົ້າ ຫຼື ອາຊີບຂອງເຈົ້າ ຫຼື ໃນການແຕ່ງງານຂອງເຈົ້າ ແຕ່ເມື່ອມັນກ່ຽວກັບຄວາມຈິງ ແລະ ບົດຮຽນຂອງການຮູ້ ຈັກກັບພຣະເຈົ້າ, ເຈົ້າບໍ່ມີຫຍັງທີ່ຈະສະແດງຕົວເອງເລີຍ ແລະ ເຈົ້າບໍ່ໄດ້ສຳເລັດຫຍັງເລີຍ. ສາມາດເວົ້າໄດ້ວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ ແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ສຸດສຳລັບພວກເຈົ້າ ແລະ ການຮູ້ຈັກພຣະເຈົ້າກໍເປັນບັນຫາທີ່ຍິ່ງໃຫຍ່ກວ່າ. ນີ້ຄືຄວາມຫຍຸ້ງຍາກຂອງພວກເຈົ້າ ແລະ ນີ້ຍັງແມ່ນຄວາມຫຍຸ້ງຍາກທີ່ບັນດາມວນມະນຸດຊາດໄດ້ປະເຊີນ. ທ່າມກາງຄົນເຫຼົ່ານັ້ນທີ່ບັນລຸຄວາມສຳເລັດດ້ວຍເຫດຜົນການຮູ້ຈັກພຣະເຈົ້າ, ບໍ່ມີໃຜເລີຍທີ່ຢູ່ໃນລະດັບມາດຕະຖານ. ມະນຸດບໍ່ຮູ້ຈັກວ່າ ການຮູ້ຈັກພຣະເຈົ້າໝາຍເຖິງຫຍັງ ຫຼື ເປັນຫຍັງຈຶ່ງຕ້ອງຮູ້ຈັກພຣະເຈົ້າ ຫຼື ຄົນໆໜຶ່ງຕ້ອງໄປເຖິງລະດັບໃດເພື່ອຮູ້ຈັກພຣະເຈົ້າ. ນີ້ເປັນສິ່ງທີ່ສັບສົນໃຫ້ກັບມະນຸດຊາດ ແລະ ມັນເປັນປິດສະໜາທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຊາດປະເຊີນຢູ່ພໍສົມຄວນ ແລະ ບໍ່ມີໃຜສາມາດຕອບຄຳຖາມນີ້ໄດ້ ຫຼື ບໍ່ມີໃຜເຕັມໃຈຕອບຄຳຖາມນີ້ ຍ້ອນວ່າ ໃນປັດຈຸບັນ ບໍ່ມີໃຜທ່າມກາງມະນຸດທີ່ປະສົບຜົນສຳເລັດໃນການສຶກສາພາລະກິດນີ້ໄດ້. ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ມັນກໍ່ຈະປະກົດມີກຸ່ມຄົນທີ່ມີພອນສະຫວັນທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປາກົດຕົວຂອງຄົນທີ່ມີພອນສະຫວັນດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ພວກເຂົາຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ແຕ່ບໍ່ມີຫຍັງທີ່ຈະເປັນທຸກໃຈ ແລະ ເປັນຕາເສຍດາຍຫຼາຍກວ່າຄົນທີ່ມີພອນສະຫວັນດັ່ງກ່າວບໍ່ໄດ້ປາກົດຂຶ້ນໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ຖ້າມີພຽງແຕ່ໜຶ່ງ ຫຼື ສອງຄົນ, ຄົນດັ່ງກ່າວໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ. ເຖິງຢ່າງໃດກໍ່ຕາມ ນີ້ເປັນພຽງກໍລະນີທີ່ຮ້າຍແຮງທີ່ສຸດ. ບໍ່ວ່າຈະເປັນກໍລະນີໃດກໍ່ຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຣະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງຊົງສ້າງທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງຊົງສ້າງທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ມັນເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ມັນເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນເຊິ່ງບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຣະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນຄວາມລໍາບາກຍາກແຄ້ນ, ການຫຼໍ່ຫຼອມ ຫຼື ການພິພາກສາ, ທຸກສິ່ງເຫຼົ່ານີ້ກໍ່ມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ, ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ. ບໍ່ມີຂັ້ນຕອນໃດໃນພາລະກິດສາມຂັ້ນຕອນເປັນສິ່ງທີ່ລີ້ລັບ ແລະ ນີ້ເປັນຜົນປະໂຫຍດຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະເຈົ້າ ແລະ ຊ່ວຍໃຫ້ມະນຸດໄດ້ຮັບຄວາມຮູ້ທີ່ສົມບູນ ແລະ ຮອບຄອບຂຶ້ນກ່ຽວກັບພຣະເຈົ້າ. ພາລະກິດທັງໝົດນີ້ແມ່ນເພື່ອຜົນປະໂຫຍດຂອງມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຫົກຊ່ວງເວລາໃນຊີວິດມະນຸດ ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ...
ພວກເຈົ້າເຄີຍເຫັນບໍ່ວ່າພຣະເຈົ້າຈະບັນລຸພາລະກິດໃດໃນກຸ່ມຄົນເຫຼົ່ານີ້? ພຣະເຈົ້າເຄີຍກ່າວໄວ້ຄັ້ງໜຶ່ງວ່າ ເຖິງແມ່ນຢູ່ໃນອານາຈັກພັນປີ...
ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ....
ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ,...