ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 101

ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງມີພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ຜູ້ຄົນພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງເປັນເຄື່ອງພິສູດວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ໄດ້ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ເຊິ່ງມັນເປັນເຄື່ອງພິສູດວ່າ ພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງມະນຸດຢ່າງສົມບູນ, ໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ເຊິ່ງມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມັນຈຳເປັນສຳລັບພຣະເຈົ້າທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຍ້ອນພາລະກິດຂອງພຣະອົງແມ່ນການໄຖ່ບາບ. ເພື່ອໄຖ່ບາບໃຫ້ມະນຸດຊາດທັງໝົດ ພຣະອົງຕ້ອງມີຄວາມຮັກກະລຸນາ ແລະ ການໃຫ້ອະໄພ. ພາລະກິດທີ່ພຣະອົງປະຕິບັດກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ເຊິ່ງໄດ້ສະແດງເຖິງຄວາມລອດພົ້ນຂອງມະນຸດຈາກຄວາມບາບ ແລະ ຄວາມສົກກະປົກ. ຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ, ມັນຈຶ່ງຈຳເປັນທີ່ພຣະອົງຈະຮັກສາຄົນປ່ວຍ ແລ້ວສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ເຊິ່ງເປັນຕົວແທນຂອງພຣະຄຸນໃນຍຸກນັ້ນ; ຍ້ອນວ່າຍຸກແຫ່ງພຣະຄຸນແມ່ນແນໃສ່ໃນການປະທານພຣະຄຸນ, ເປັນສັນຍາລັກແຫ່ງຄວາມສະຫງົບສຸກ, ຄວາມຊື່ນຊົມຍິນດີ ແລະ ການໃຫ້ພອນທາງວັດຖຸ, ຄວາມເຊື່ອຂອງຄົນທຸກຮູບແບບໃນພຣະເຢຊູ. ນັ້ນເວົ້າໄດ້ວ່າ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການປະທານພຣະຄຸນແມ່ນຄວາມສາມາດຕາມສັນຊາດຕະຍານຂອງເນື້ອໜັງຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ສິ່ງເຫຼົ່ານັ້ນເປັນພາລະກິດທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ. ແຕ່ໃນຂະນະທີ່ພຣະອົງປະຕິບັດພາລະກິດດັ່ງກ່າວ ພຣະອົງມີຊີວິດໃນເນື້ອໜັງມະນຸດ ແລະ ພຣະອົງບໍ່ໄດ້ຢູ່ເໜືອມະນຸດ. ບໍ່ວ່າພຣະອົງຮັກສາຄົນປ່ວຍດ້ວຍວິທີໃດກໍຕາມ, ພຣະອົງກໍຍັງມີຄວາມເປັນມະນຸດທຳມະດາ, ຍັງມີຊີວິດແບບມະນຸດປົກກະຕິ. ເຫດຜົນທີ່ເຮົາກ່າວວ່າ ໃນລະຫວ່າງຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງປະຕິບັດພາລະກິດທັງໝົດຂອງພຣະວິນຍານ ກໍເພາະວ່າ ບໍ່ວ່າພຣະອົງປະຕິບັດພາລະກິດຫຍັງກໍຕາມ ພຣະອົງປະຕິບັດຜ່ານເນື້ອໜັງ. ແຕ່ຍ້ອນພາລະກິດຂອງພຣະອົງ, ຜູ້ຄົນບໍ່ໄດ້ຖືວ່າ ເນື້ອໜັງຂອງພຣະອົງມີແກ່ນແທ້ຂອງເນື້ອໜັງມະນຸດຢ່າງສົມບູນ, ຍ້ອນເນື້ອໜັງນີ້ສາມາດປະຕິບັດສິ່ງອັດສະຈັນໄດ້ ແລະ ໃນຊ່ວງເວລາໃດໜຶ່ງແມ່ນສາມາດເຮັດສິ່ງທີ່ຢູ່ເໜືອມະນຸດໄດ້. ແນ່ນອນ ທຸກສິ່ງຢ່າງທີ່ເກີດຂຶ້ນທັງໝົດເກີດຂຶ້ນຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ, ເຊັ່ນ ການທີ່ພຣະອົງຖືກລໍ້ລວງເປັນເວລາສີ່ສິບມື້ ຫຼື ການແປງກາຍຢູ່ເທິງພູເຂົາ. ສະນັ້ນ ດ້ວຍພຣະເຢຊູ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າຍັງບໍ່ສົມບູນ, ພຽງແຕ່ເຮັດໃຫ້ສຳເລັດບາງສ່ວນເທົ່ານັ້ນ. ຊີວິດທີ່ພຣະອົງດໍາລົງຜ່ານເນື້ອໜັງກ່ອນເລີ່ມຕົ້ນພາລະກິດຂອງພຣະອົງນັ້ນ ແມ່ນຢູ່ໃນຮູບແບບທຳມະດາທຸກຢ່າງ. ຫຼັງຈາກພຣະອົງເລີ່ມຕົ້ນພາລະກິດ ພຣະອົງຮັກສາໄວ້ພຽງແຕ່ເປືອກນອກຂອງເນື້ອໜັງຂອງພຣະອົງ. ຍ້ອນວ່າ ພາລະກິດຂອງພຣະອົງແມ່ນການສະແດງເຖິງຄວາມເປັນພຣະເຈົ້ານັ້ນ, ເຊິ່ງມັນຢູ່ເໜືອໜ້າທີ່ທຳມະດາຂອງເນື້ອໜັງ. ໃນທີ່ສຸດແລ້ວ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແຕກຕ່າງຈາກມະນຸດທີ່ມີເລືອດ ແລະ ເນື້ອ. ແນ່ນອນ ໃນຊີວິດປະຈຳວັນຂອງພຣະອົງ ພຣະອົງຕ້ອງການອາຫານ, ເສື້ອຜ້າ, ການນອນ ແລະ ທີ່ພັກອາໄສຄືກັບຄົນອື່ນໆ, ພຣະອົງຕ້ອງການຄວາມຈຳເປັນທັງໝົດທີ່ປົກກະຕິ ແລະ ມີຄວາມຮູ້ສຶກເປັນມະນຸດທຳມະດາ ແລະ ຄວາມຄິດຄືກັບມະນຸດທຳມະດາ. ຜູ້ຄົນຍັງເຫັນວ່າພຣະອົງເປັນມະນຸດທຳມະດາ ຍົກເວັ້ນແຕ່ວ່າ ພາລະກິດທີ່ພຣະອົງກະທຳເປັນສິ່ງທີ່ເໜືອທຳມະຊາດ. ຕາມຄວາມເປັນຈິງແລ້ວ ບໍ່ວ່າພຣະອົງໄດ້ເຮັດຫຍັງກໍຕາມ ພຣະອົງມີຊີວິດໃນຄວາມເປັນມະນຸດທຳມະດາ ແລະ ບໍ່ມີຫຍັງພິເສດ ແລະ ຕາບເທົ່າທີ່ພຣະອົງປະຕິບັດພາລະກິດນັ້ນ, ຄວາມຮູ້ສຶກຂອງພຣະອົງກໍທຳມະດາໂດຍສະເພາະ, ຄວາມຄິດຂອງພຣະອົງກໍຊັດເຈນແຈ້ງເປັນພິເສດ, ຫຼາຍກວ່າມະນຸດທຳມະດາຄົນອື່ນໆ. ມັນຈຳເປັນສຳລັບພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ຈະມີຄວາມຄິດ ແລະ ຄວາມຮູ້ສຶກດັ່ງກ່າວ, ຍ້ອນພາລະກິດທີ່ສັກສິດຕ້ອງໄດ້ຖືກສະແດງຜ່ານເນື້ອໜັງ ເຊິ່ງມີຄວາມຮູ້ສຶກທີ່ທຳມະດາຫຼາຍ ແລະ ມີຄວາມຄິດທີ່ຊັດເຈນຫຼາຍ, ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເນື້ອໜັງຂອງພຣະອົງຈຶ່ງຈະສາມາດສະແດງອອກເຖິງພາລະກິດທີ່ສັກສິດໄດ້. ຕະຫຼອດເວລາສາມສິບສາມປີເຄິ່ງທີ່ພຣະເຢຊູມີຊີວິດຢູ່ເທິງແຜ່ນດິນໂລກ ເຊິ່ງພຣະອົງຮັກສາຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ແຕ່ຍ້ອນພາລະກິດຂອງພຣະອົງໃນລະຫວ່າງພັນທະກິດເວລາສາມປີເຄິ່ງນັ້ນ ຜູ້ຄົນຄິດວ່າ ພຣະອົງຢູ່ເໜືອກວ່າສິ່ງອື່ນໃດ, ພຣະອົງຢູ່ເໜືອກວ່າທຳມະຊາດກວ່າແຕ່ກ່ອນ. ແຕ່ໃນຄວາມເປັນຈິງ ຄວາມເປັນມະນຸດທີ່ທຳມະດາຂອງພຣະເຢຊູຍັງຄົງບໍ່ປ່ຽນແປງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງກໍຍັງຄືເກົ່າຕະຫຼອດເວລາ ແຕ່ວ່າຍ້ອນຄວາມແຕກຕ່າງລະຫວ່າງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ ມີສອງມຸມມອງທີ່ແຕກຕ່າງກັນເກີດຂຶ້ນ ກ່ຽວຂ້ອງກັບເນື້ອໜັງຂອງພຣະອົງ. ບໍ່ວ່າຜູ້ຄົນຄິດແນວໃດກໍຕາມ ພຣະເຈົ້າຜູ້ບັງເກີດເປັນມະນຸດຮັກສາຄວາມເປັນມະນຸດທີ່ທຳມະດາ ແລະ ແຕ່ດັ່ງເດີມຂອງພຣະອົງຕະຫຼອດເວລາ, ຍ້ອນວ່າ ນັບຕັ້ງແຕ່ທີ່ພຣະເຈົ້າບັງເກີດເປັນມະນຸດ ພຣະອົງມີຊີວິດຢູ່ໃນເນື້ອໜັງ, ເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ບໍ່ວ່າພຣະອົງຈະປະຕິບັດພັນທະກິດຂອງພຣະອົງ ຫຼື ບໍ່ກໍຕາມ, ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງບໍ່ສາມາດລົບລ້າງອອກໄດ້, ຍ້ອນວ່າຄວາມເປັນມະນຸດນັ້ນກໍຄືແກ່ນແທ້ພື້ນຖານຂອງເນື້ອໜັງ. ກ່ອນທີ່ພຣະເຢຊູຈະປະຕິບັດພັນທະກິດຂອງພຣະອົງ, ເນື້ອໜັງຂອງພຣະອົງກໍຢູ່ໃນສະພາບປົກກະຕິໂດຍສົມບູນ, ມີກິດຈະກຳທຸກສ່ວນຄືກັບມະນຸດທຳມະດາທົ່ວໄປ; ພຣະອົງບໍ່ໄດ້ປາກົດໃນລັກສະນະທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ, ບໍ່ໄດ້ສະແດງໝາຍສຳຄັນທີ່ເປັນໜ້າອັດສະຈັນໃດໆ. ໃນເວລານັ້ນ ພຣະອົງເປັນພຽງມະນຸດທຳມະດາສາມັນຜູ້ໜຶ່ງທີ່ເຄົາລົບບູຊາພຣະເຈົ້າ ເຖິງແມ່ນການສະແຫວງຫາຂອງພຣະອົງສັດຊື່ ແລະ ຈິງໃຈຫຼາຍກວ່າຄົນອື່ນໆເທົ່ານັ້ນ. ນີ້ແມ່ນວິທີການສະແດງອອກຂອງຄວາມເປັນມະນຸດທຳມະດາຂອງພຣະອົງ. ຍ້ອນພຣະອົງບໍ່ໄດ້ປະຕິບັດພາລະກິດໃດເລີຍກ່ອນທີ່ຈະເຂົ້າຮັບພັນທະກິດຂອງພຣະອົງ, ຈຶ່ງບໍ່ມີໃຜຮັບຮູ້ເຖິງຕົວຕົນຂອງພຣະອົງ, ບໍ່ມີໃຜສາມາດບອກໄດ້ວ່າ ເນື້ອໜັງຂອງພຣະອົງແຕກຕ່າງຈາກຄົນອື່ນ, ຍ້ອນພຣະອົງບໍ່ໄດ້ປະຕິບັດສິ່ງອັດສະຈັນແມ່ນແຕ່ຢ່າງດຽວ, ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງເອງແມ່ນແຕ່ໜ້ອຍດຽວ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງກໍຮັກສາເປືອກນອກຂອງຄວາມເປັນມະນຸດທຳມະດາ ແລະ ຍັງມີຊີວິດຢູ່ໂດຍໃຊ້ເຫດຜົນແບບມະນຸດທຳມະດາ ແຕ່ຍ້ອນວ່າ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະເຈົ້າເອງ, ໄດ້ເຂົ້າຮັບພັນທະກິດຂອງພຣະຄຣິດ ແລະ ປະຕິບັດພາລະກິດທີ່ມະນຸດ ທີ່ມີເລືອດເນື້ອບໍ່ສາມາດເຮັດໄດ້, ຜູ້ຄົນຈຶ່ງສັນນິຖານວ່າ ພຣະອົງບໍ່ໄດ້ມີຄວາມເປັນມະນຸດທີ່ທຳມະດາໄດ້ ແລະ ບໍ່ແມ່ນເນື້ອໜັງທຳມະດາຢ່າງສົມບູນ ແຕ່ເປັນເນື້ອໜັງທີ່ບໍ່ສົມບູນ. ຍ້ອນພາລະກິດທີ່ພຣະອົງປະຕິບັດ ຜູ້ຄົນຈຶ່ງກ່າວວ່າ ພຣະອົງເປັນພຣະເຈົ້າໃນເນື້ອໜັງທີ່ບໍ່ມີຄວາມເປັນມະນຸດທຳມະດາ. ສິ່ງດັ່ງກ່າວຄວາມເຂົ້າໃຈທີ່ຜິດພາດ ຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈເຖິງຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ການເຂົ້າໃຈຜິດນີ້ເກີດຂຶ້ນຈາກຄວາມຈິງທີ່ວ່າ ພາລະກິດທີ່ພຣະເຈົ້າສະແດງຜ່ານເນື້ອໜັງ ຄືແມ່ນພາລະກິດທີ່ສັກສິດ, ສະແດງອອກໃນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ພຣະອົງອາໄສຢູ່ໃນເນື້ອໜັງ ແລະ ພາລະກິດຂອງພຣະອົງໃນຄວາມເປັນມະນຸດຂອງພຣະອົງປິດບັງຄວາມທຳມະດາຂອງຄວາມເປັນມະນຸດຂອງພຣະອົງ. ຍ້ອນເຫດຜົນນີ້ ຜູ້ຄົນເຊື່ອວ່າ ພຣະເຈົ້າບໍ່ມີຄວາມເປັນມະນຸດ ມີພຽງຄວາມເປັນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 338

ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 303

ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງມີຄວາມຮູ້ສຶກທາງເນື້ອໜັງ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 298

ສິ່ງນີ້ອາດເຮັດໃຫ້ຄົນສ່ວນໃຫຍ່ຈົດຈຳພຣະທຳຂອງພຣະເຈົ້າຈາກປະຖົມມະການ: “ໃຫ້ພວກເຮົາສ້າງມະນຸດໃນຮູບຮ່າງລັກສະນະຂອງພວກເຮົາ ຕາມຄວາມຄ້າຍຄືກັບພວກເຮົາ”...