ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 475
ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຊີວິດທີ່ພຣະເຢຊູດຳລົງຢູ່ເທິງແຜ່ນດິນໂລກແມ່ນຊີວິດທຳມະດາຂອງເນື້ອໜັງ. ພຣະອົງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິຂອງເນື້ອໜັງຂອງພຣະອົງ. ສິດອຳນາດຂອງພຣະອົງ ນັ້ນກໍຄືການປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທຳຂອງພຣະອົງ ຫຼື ເພື່ອຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ເພື່ອກະທຳສິ່ງທີ່ພິເສດຕ່າງໆບໍ່ໄດ້ເປີດເຜີຍຕົວມັນເອງເປັນສ່ວນໃຫຍ່ ຈົນກະທັງພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ. ຊີວິດຂອງພຣະອົງກ່ອນອາຍຸຊາວເກົ້າປີ, ກ່ອນພຣະອົງປະຕິບັດພັນທະກິດຂອງພຣະອົງ ຄືຫຼັກຖານພິສູດໃຫ້ເຫັນຢ່າງພຽງພໍແລ້ວວ່າ ພຣະອົງເປັນພຽງຮ່າງກາຍທີ່ເປັນເນື້ອໜັງທຳມະດາ. ຍ້ອນສິ່ງນີ້ ແລະ ຍ້ອນພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ຜູ້ຄົນບໍ່ໄດ້ເຫັນສິ່ງສັກສິດໃນຕົວພຣະອົງ, ບໍ່ໄດ້ເຫັນຫຍັງ ນອກຈາກສິ່ງທີ່ເກີນມະນຸດປົກກະຕິ, ນັ້ນກໍຄື ມະນຸດທຳມະດາສາມັນ, ດັ່ງໃນເວລານັ້ນ ມີບາງຄົນເຊື່ອວ່າພຣະອົງເປັນລູກຊາຍຂອງໂຢເຊບ. ຜູ້ຄົນຄິດວ່າ ພຣະອົງເປັນລູກຊາຍຂອງມະນຸດທຳມະດາ ພວກເຂົາບໍ່ມີທາງບອກໄດ້ເລີຍວ່າ ພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ; ແມ່ນແຕ່ໃນຊ່ວງເວລາການປະຕິບັດພັນທະກິດຂອງພຣະອົງ ພຣະອົງປະຕິບັດສິ່ງອັດສະຈັນຫຼາຍຢ່າງ, ຄົນສ່ວນໃຫຍ່ກໍຍັງເວົ້າວ່າ ພຣະອົງເປັນລູກຊາຍຂອງໂຢເຊບ ຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງຄວາມເປັນມະນຸດທຳມະດາ. ຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ພາລະກິດຂອງພຣະອົງ ທັງສອງສິ່ງນີ້ເກີດຂຶ້ນເພື່ອບັນລຸຄວາມໝາຍຂອງການບັງເກີດເປັນມະນຸດຄັ້ງທຳອິດ ເຊິ່ງພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ສະຖິດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ແລະ ກາຍມາເປັນມະນຸດທຳມະດາຢ່າງສິ້ນເຊີງ. ຄວາມເປັນມະນຸດທຳມະດາຂອງພຣະອົງກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງນັ້ນ ເປັນຫຼັກຖານພິສູດໃຫ້ເຫັນວ່າ ພຣະອົງເປັນເນື້ອໜັງທີ່ທຳມະດາ; ແລະ ຫຼັງຈາກພຣະອົງໄດ້ປະຕິບັດພາລະກິດກໍຍັງພິສູດໃຫ້ເຫັນວ່າພຣະອົງຍັງເປັນມະນຸດທຳມະດາ, ຍ້ອນວ່າພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ເຫດຜົນທີ່ພຣະອົງສາມາດປະຕິບັດສິ່ງອັດສະຈັນກໍຍ້ອນວ່າ ເນື້ອໜັງຂອງພຣະອົງເກີດຈາກສິດອຳນາດຂອງພຣະເຈົ້າ, ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່. ພຣະອົງໄດ້ມີສິດອຳນາດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າ ແລະ ມັນບໍ່ໄດ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເປັນເນື້ອໜັງ. ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍແມ່ນພາລະກິດທີ່ພຣະອົງຕ້ອງປະຕິບັດໃນພັນທະກິດຂອງພຣະອົງ, ມັນເປັນການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງທີ່ເຊື່ອງຊ້ອນຢູ່ໃນຄວາມເປັນມະນຸດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະສະແດງໝາຍສຳຄັນໃດກໍຕາມ ຫຼື ພຣະອົງສະແດງສິດອໍານາດຂອງພຣະອົງແນວໃດກໍຕາມ ພຣະອົງກໍຍັງຢູ່ໃນຄວາມເປັນມະນຸດທຳມະດາ ແລະ ຍັງເປັນເນື້ອໜັງທີ່ທຳມະດາ. ຈົນເຖິງຈຸດທີ່ພຣະອົງຟື້ນຄືນຊີບຫຼັງຈາກທີ່ໄດ້ຕາຍເທິງໄມ້ກາງແຂນ, ພຣະອົງກໍໄດ້ດຳລົງຊີວິດຢູ່ກັບເນື້ອໜັງທຳມະດາ. ການປະທານພຣະຄຸນ, ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍທັງໝົດແມ່ນລ້ວນແລ້ວແຕ່ເປັນສ່ວນຂອງພັນທະກິດຂອງພຣະອົງ, ພວກມັນກໍລ້ວນແລ້ວແຕ່ເປັນພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງທຳມະດາຂອງພຣະອົງ. ກ່ອນທີ່ພຣະອົງຈະໄປທີ່ໄມ້ກາງແຂນ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ພຣະອົງບໍ່ເຄີຍອອກຈາກເນື້ອໜັງມະນຸດທຳມະດາຂອງພຣະອົງເລີຍ. ພຣະອົງເອງເປັນພຣະເຈົ້າ, ປະຕິບັດພາລະກິດຂອງພຣະເຈົ້າເອງ ແຕ່ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ, ພຣະອົງກິນອາຫານ ແລະ ນຸ່ງເສື້ອຜ້າ, ມີຄວາມຕ້ອງການແບບມະນຸດປົກກະຕິ, ມີເຫດຜົນແບບມະນຸດປົກກະຕິ ແລະ ມີຈິດໃຈແບບມະນຸດປົກກະຕິ. ທັງໝົດນີ້ເປັນຫຼັກຖານພິສູດໃຫ້ເຫັນແລ້ວວ່າ ພຣະອົງເປັນມະນຸດທຳມະດາ ເຊິ່ງພິສູດວ່າເນື້ອໜັງບັງເກີດເປັນມະນຸດຂອງພຣະອົງແມ່ນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ແລະ ບໍ່ແມ່ນເນື້ອໜັງທີ່ເໜືອທຳມະຊາດ. ໜ້າທີ່ຂອງພຣະອົງກໍຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າສຳເລັດລົງ, ເພື່ອສຳເລັດພັນທະກິດຂອງການບັງເກີດເປັນມະນຸດໃນຄັ້ງທຳອິດທີ່ຄວນປະຕິບັດ. ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືມະນຸດທຳມະດາສາມັນ, ປົກກະຕິປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ແລະ ເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນເວົ້າ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ແຍກແຍະຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ເປັນຈິງກັບພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດໃນເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍເປັນຫຼັກຖານພຽງພໍວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ. ພຣະເຈົ້າກາຍມາເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງພາລະກິດຂອງພຣະອົງ; ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ຂອງພາລະກິດຈໍາເປັນຕ້ອງໄດ້ເຮັດຜ່ານເນື້ອໜັງ ແລະ ເຮັດຜ່ານໃນຄວາມເປັນມະນຸດທຳມະດາ. ນີ້ແມ່ນເງື່ອນໄຂທີ່ຕ້ອງໃຫ້ມີກ່ອນດໍາເນີນພາລະກິດ ສຳລັບ “ພຣະທຳກາຍມາເປັນເນື້ອໜັງ” ແລະ ສຳລັບ “ການປະກົດຂອງພຣະທຳໃນເນື້ອໜັງ” ແລະ ມັນຄືເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ຜູ້ຄົນອາດເຊື່ອວ່າ ພຣະເຢຊູເຮັດສິ່ງອັດສະຈັນຕະຫຼອດຊີວິດຂອງພຣະອົງ, ພຣະອົງບໍ່ສະແດງໝາຍສຳຄັນຂອງຄວາມເປັນມະນຸດຈົນກວ່າພາລະກິດຂອງພຣະອົງເທິງແຜ່ນດິນໂລກສິ້ນສຸດລົງ, ພຣະອົງບໍ່ໄດ້ມີຄວາມຕ້ອງການແບບມະນຸດປົກກະຕິ ຫຼື ມີຄວາມອ່ອນແອ ຫຼື ຄວາມຮູ້ສຶກແບບມະນຸດ, ບໍ່ຕ້ອງການສິ່ງທີ່ຈຳເປັນພື້ນຖານຂອງຊີວິດ ຫຼື ມີຄວາມຄິດແບບມະນຸດທຳມະດາ. ພວກເຂົາຈິນຕະນາການວ່າພຣະອົງມີພຽງແຕ່ຈິດໃຈທີ່ເໜືອມະນຸດ, ຄວາມເປັນມະນຸດທີ່ເໜືອທໍາມະຊາດ. ພວກເຂົາເຊື່ອວ່າ ເນື່ອງຈາກວ່າພຣະອົງເປັນພຣະເຈົ້າ, ພຣະອົງບໍ່ຄວນມີຄວາມຄິດ ແລະ ມີຊີວິດຄືກັບມະນຸດທຳມະດາ, ເຊື່ອວ່າມີພຽງບຸກຄົນທຳມະດາ ທີ່ເປັນມະນຸດແທ້ຈິງເທົ່ານັ້ນທີ່ສາມາດມີຄວາມຄິດແບບມະນຸດປົກກະຕິ ແລະ ມີຊີວິດແບບມະນຸດທໍາມະດາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ແນວຄິດຂອງມະນຸດທັງໝົດ ແລະ ແນວຄິດເຫຼົ່ານີ້ຂັດກັນກັບເຈດຕະນາເດີມຂອງພາລະກິດຂອງພຣະເຈົ້າ. ການຄິດແບບມະນຸດທຳມະດາສະໜັບສະໜູນເຫດຜົນແບບມະນຸດທຳມະດາ ແລະ ຄວາມເປັນມະນຸດທີ່ທຳມະດາ; ຄວາມເປັນມະນຸດທີ່ທຳມະດາສະໜັບສະໜູນໜ້າທີ່ທຳມະດາຂອງເນື້ອໜັງ; ແລະ ໜ້າທີ່ທຳມະດາຂອງເນື້ອໜັງກໍເຮັດໃຫ້ຊີວິດທີ່ທຳມະດາຂອງເນື້ອໜັງຢູ່ໃນຄວາມສົມບູນຂອງເນື້ອໜັງ. ມີພຽງແຕ່ການປະຕິບັດພາລະກິດໃນເນື້ອໜັງດັ່ງກ່າວ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການບັງເກີດເປັນມະນຸດຂອງພຣະອົງໄດ້. ຖ້າພຣະເຈົ້າທີ່ບັງເກີດມາເປັນມະນຸດມີພຽງແຕ່ເປືອກນອກຂອງເນື້ອໜັງ ແຕ່ບໍ່ຄິດແບບມະນຸດທຳມະດາ ແລ້ວເນື້ອໜັງນີ້ຈະບໍ່ມີເຫດຜົນຂອງມະນຸດເລີຍ ແຮງໄກທີ່ຈະມີຄວາມເປັນມະນຸດທີ່ແທ້ຈິງ. ເນື້ອໜັງແບບນີ້ ທີ່ປາສະຈາກຄວາມເປັນມະນຸດ ຈະສາມາດສຳເລັດພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນປະຕິບັດໄດ້ແນວໃດ? ຄວາມຄິດທຳມະດາສະໜັບສະໜູນທຸກລັກສະນະຂອງຊີວິດມະນຸດ; ຫາກປາສະຈາກຄວາມຄິດທຳມະດາ ຄົນໜຶ່ງຈະບໍ່ແມ່ນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບຸກຄົນທີ່ບໍ່ມີຄວາມຄິດທຳມະດາແມ່ນຄົນທີ່ປ່ວຍທາງຈິດ ແລະ ພຣະຄຣິດທີ່ບໍ່ມີຄວາມເປັນມະນຸດ ມີແຕ່ຄວາມເປັນພຣະເຈົ້າ ແມ່ນບໍ່ສາມາດເວົ້າໄດ້ວ່າເປັນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ແລ້ວເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະສາມາດບໍ່ມີຄວາມເປັນມະນຸດທຳມະດາໄດ້ແນວໃດ? ມັນບໍ່ແມ່ນເປັນການໝິ່ນປະໝາດບໍທີ່ເວົ້າວ່າ ພຣະຄຣິດບໍ່ມີຄວາມເປັນມະນຸດ? ທຸກກິດຈະກຳທີ່ມະນຸດທຳມະດາເຂົ້າຮ່ວມແມ່ນອາໄສແນວຄິດທີ່ເຮັດວຽກປົກກະຕິຂອງມະນຸດ. ຫາກປາສະຈາກສິ່ງນັ້ນ ມະນຸດຈະປະພຶດຕົວຢ່າງຜິດປົກກະຕິ; ພວກເຂົາເຖິງກັບຈະບໍ່ສາມາດບອກຄວາມແຕກຕ່າງລະຫວ່າງສີດຳ ແລະ ສີຂາວ, ດີ ແລະ ຊົ່ວ; ແລະ ພວກເຂົາຈະບໍ່ມີຈັນຍາບັນ ແລະ ຫຼັກສິນທຳຂອງມະນຸດ. ໃນຮູບແບບດຽວກັນ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄິດຄືກັບມະນຸດທຳມະດາ ແລ້ວພຣະອົງຈະບໍ່ແມ່ນເນື້ອໜັງແທ້ຈິງ ທີ່ເປັນເນື້ອໜັງທຳມະດາ. ເນື້ອໜັງທີ່ບໍ່ມີແນວຄິດດັ່ງກ່າວຈະບໍ່ສາມາດປະຕິບັດພາລະກິດທີ່ສັກສິດໄດ້. ພຣະອົງຈະບໍ່ສາມາດເຂົ້າຮ່ວມໃນກິດຈະກຳຂອງເນື້ອໜັງທີ່ທຳມະດາແຮງໄກທີ່ຈະມີຊີວິດຢູ່ຮ່ວມກັບມະນຸດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ແກ່ນແທ້ຂອງການມາເປັນເນື້ອໜັງຂອງພຣະເຈົ້າ ຈະສູນເສຍໄປ. ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດທັງໝົດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງນີ້ບໍ່ມີແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມຄິດແບບມະນຸດປົກກະຕິ ພາລະກິດຂອງພຣະອົງກໍບໍ່ໄດ້ຖືກເຈືອປົນໂດຍຄວາມຄິດຂອງມະນຸດ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ຄວາມຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ມີຄວາມເປັນມະນຸດດ້ວຍຄວາມຄິດ ແຕ່ບໍ່ແມ່ນໂດຍການປະຕິບັດຂອງຄວາມຄິດແບບມະນຸດທີ່ທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະສູງສົ່ງໜ້ອຍຫຼາຍພຽງໃດ ໃນພາລະກິດຂອງພຣະອົງກໍຈະບໍ່ໄດ້ມີມົນທິນໂດຍເຫດຜົນ ຫຼື ການຄິດ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັ່ນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ແລະ ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດການເອົາຊະນະໃນປັດຈຸບັນ ແມ່ນພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ແຕ່ບໍ່ແມ່ນພາລະກິດແຫ່ງຄວາມປະສົງຂອງມະນຸດ, ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງໃນຄວາມເປັນມະນຸດທີ່ມີແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ແກ່ນແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ....
ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ...
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...
ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ....