ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 267

ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ໃນທີ່ສຸດກໍ່ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ. ທັງສິບສອງຊົນເຜົ່າຂອງອິດສະຣາເອນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊາວຢິວ, ທ່າມກາງໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອນ. ຂອບເຂດຂອງພາລະກິດນີ້ແມ່ນໜ້ອຍກວ່າ ເພາະພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາຍ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນໄກເກີນທີ່ຈະສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 356

ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 165

ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະຕິບັດຕາມກະແສໜຶ່ງດຽວກັນ ແລະ ສະນັ້ນ ໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແຕ່ລະຂັ້ນຕອນແມ່ນຕິດຕໍ່ກັນຢ່າງໃກ້ຊິດ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 392

ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 1

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...