ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 136
ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໜຶ່ງຂັ້ນຕອນຂອງພາລະກິດສອງຍຸກທີ່ຜ່ານມາແມ່ນຖືກປະຕິບັດຢູ່ໃນອິດສະຣາເອນ ແລະ ອີກຂັ້ນຕອນໜຶ່ງແມ່ນຖືກປະຕິບັດຢູ່ໃນຢູດາຍ. ເວົ້າລວມແລ້ວ, ບໍ່ມີຂັ້ນຕອນໃດຂອງພາລະກິດນີ້ອອກນອກອິດສະຣາເອນເລີຍ ແລະ ແຕ່ລະຂັ້ນຕອນແມ່ນຖືກປະຕິບັດໃນຜູ້ຄົນທີ່ຖືກເລືອກກຸ່ມທຳອິດ. ສະນັ້ນ, ຊາວອິດສະຣາເອນເຊື່ອວ່າ ພຣະເຈົ້າເຢໂຮວາແມ່ນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ. ເນື່ອງຈາກພຣະເຢຊູເຮັດພາລະກິດຢູ່ໃນຢູດາຍ ບ່ອນທີ່ພຣະອົງປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ຊາວຢິວເບິ່ງພຣະອົງເປັນພຣະຜູ້ໄຖ່ບາບຂອງຊາວຢິວ. ພວກເຂົາຄິດວ່າ ພຣະອົງແມ່ນກະສັດຂອງຊາວຢິວເທົ່ານັ້ນບໍ່ແມ່ນກະສັດຂອງຄົນຊາດອື່ນ; ພຣະອົງບໍ່ແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອັງກິດ ຫຼື ພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຄົນອາເມຣິກາ, ແຕ່ພຣະອົງແມ່ນພຣະຜູ້ເປັນເຈົ້າທີ່ໄຖ່ບາບໃຫ້ຊາວອິດສະຣາເອນ ແລະ ມີແຕ່ຊາວຢິວທີ່ພຣະອົງໄຖ່ບາບໃຫ້. ທີ່ຈິງແລ້ວ, ພຣະອົງແມ່ນຜູ້ທີ່ມີອໍານາດສູງສຸດເໜືອສັບພະສິ່ງທັງປວງ. ພຣະອົງແມ່ນພຣະເຈົ້າຜູ້ສ້າງສັບພະສິ່ງທັງປວງ. ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ບໍ່ແມ່ນພຽງແຕ່ເປັນພຣະເຈົ້າຂອງຊາວຢິວ. ພຣະອົງແມ່ນພຣະເຈົ້າຂອງສັບພະສິ່ງທັງປວງ. ສອງຂັ້ນຕອນຂອງພາລະກິດທີ່ຜ່ານມາຂອງພຣະອົງເກີດຂຶ້ນຢູ່ໃນອິດສະຣາເອນ ເຊິ່ງໄດ້ສ້າງຄວາມເຂົ້າໃຈໃນບາງຢ່າງພາຍໃນມະນຸດ. ພວກເຂົາເຊື່ອວ່າພຣະເຢໂຮວາດຳເນີນພາລະກິດຂອງພຣະອົງໃນອິດສະຣາເອນ, ພຣະເຢຊູດຳເນີນພາລະກິດຂອງພຣະອົງຢູ່ໃນຢູດາຍດ້ວຍຕົນເອງ ແລະ ພຣະອົງກໍກາຍເປັນມະນຸດເພື່ອດຳເນີນພາລະກິດ. ຈະຍ້ອນສາເຫດໃດກໍຕາມ, ພາລະກິດນີ້ແມ່ນບໍ່ໄດ້ຂະຫຍາຍອອກນອກອິດສະຣາເອນເລີຍ. ພຣະອົງບໍ່ໄດ້ດຳເນີນພາລະກິດກັບຊາວເອຢິບ ຫຼື ຊາວອິນເດຍ. ພຣະອົງເຄີຍແຕ່ດຳເນີນພາລະກິດກັບຊາວອິດສະຣາເອນເທົ່ານັ້ນ. ສະນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຕ່າງໆນາໆ ແລະ ວາງແຜນພາລະກິດຂອງພຣະເຈົ້າພາຍໃນຂອບເຂດບາງຢ່າງ. ພວກເຂົາເລົ່າຂານກັນວ່າເມື່ອພຣະເຈົ້າດຳເນີນພາລະກິດ, ພຣະອົງຕ້ອງດໍາເນີນພາລະກິດນັ້ນກັບບັນດາຜູ້ຄົນທີ່ຖືກເລືອກ ແລະ ຢູ່ໃນອິດສະຣາເອນ; ຮັກສາໄວ້ສໍາລັບຊາວອິດສະຣາເອນ ພຣະເຈົ້າບໍ່ໄດ້ດໍາເນີນພາລະກິດກັບຜູ້ອື່ນ ຫຼື ພຣະອົງບໍ່ມີພາລະກິດໃນຂອບເຂດອື່ນ. ພວກເຂົາຈຶ່ງເຄັ່ງຄັດເປັນພິເສດເພື່ອຮັກສາໃຫ້ພຣະເຈົ້າບັງເກີດເປັນມະນຸດຕາມເຊື້ອສາຍ ແລະ ບໍ່ອະນຸຍາດໃຫ້ພຣະອົງເຄື່ອນໄຫວອອກນອກດິນແດນອິດສະຣາເອນເລີຍ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມເຂົ້າໃຈຂອງມະນຸດທັງໝົດບໍ? ພຣະເຈົ້າສ້າງສະຫວັນ ແລະ ໂລກມະນຸດ ແລະ ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງກໍສ້າງສັບພະສິ່ງທັງປວງ; ແລ້ວພຣະອົງຈະຈຳກັດພາລະກິດຂອງພຣະອົງສະເພາະແຕ່ໃນອິດສະຣາເອນໄດ້ແນວໃດ? ຖ້າເປັນເຊັ່ນນັ້ນ, ຈະມີປະໂຫຍດຫຍັງສຳລັບພຣະອົງໃນການສ້າງສັບພະສິ່ງທັງປວງຂອງພຣະອົງຂຶ້ນມາ? ພຣະອົງສ້າງໂລກທັງໝົດ, ພຣະອົງໄດ້ດຳເນີນແຜນການຄຸ້ມຄອງຫົກພັນປີ ບໍ່ແມ່ນເພື່ອອິດສະຣາເອນເທົ່ານັ້ນ ແຕ່ເພື່ອທຸກຄົນໃນຈັກກະວານ. ບໍ່ວ່າພວກເຂົາຈະອາໄສຢູ່ປະເທດຈີນ, ສະຫະລັດອະເມຣິກາ, ສະຫະລາຊະອານາຈັກ ຫຼື ຣັດເຊຍ ທຸກຄົນແມ່ນລູກຫຼານຂອງອາດາມ. ພວກເຂົາທັງໝົດແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ມີບຸກຄົນໃດຈະສາມາດຫຼົບໜີອອກຈາກຂອບເຂດການສ້າງຂອງພຣະເຈົ້າໄດ້ ແລະ ບໍ່ມີບຸກຄົນໃດສາມາດແຍກອອກຈາກຄວາມເປັນ “ລູກຫຼານຂອງອາດາມ” ໄດ້. ພວກເຂົາທັງໝົດແມ່ນສິ່ງຊົງສ້າງ ພວກເຂົາແມ່ນລູກຫຼານຂອງອາດາມ ແລະ ພວກເຂົາກໍຍັງເປັນລູກຫຼານທີ່ຊົ່ວຊ້າຂອງອາດາມ ແລະ ເອວາອີກດ້ວຍ. ບໍ່ແມ່ນແຕ່ຊາວອິດສະຣາເອນເທົ່ານັ້ນ ທີ່ເປັນຜູ້ຄົນທີ່ພຣະເຈົ້າສ້າງຂຶ້ນ, ແຕ່ແມ່ນໝົດທຸກຄົນ. ພຽງແຕ່ວ່າບາງຄົນໄດ້ຖືກສາບແຊ່ງ ແລະ ບາງຄົນໄດ້ຮັບພອນຈາກພຣະເຈົ້າ. ມີຫຼາຍສິ່ງທີ່ເປັນທີ່ເພິ່ງພໍໃຈກ່ຽວກັບຊາວອິດສະຣາເອນ. ເບື້ອງຕົ້ນພຣະເຈົ້າໄດ້ດໍາເນີນພາລະກິດກັບພວກເຂົາ ເພາະວ່າພວກເຂົາແມ່ນກຸ່ມຄົນທີ່ເສື່ອມຊາມໜ້ອຍທີ່ສຸດ. ຄົນຈີນບໍ່ອາດປຽບທຽບກັບພວກເຂົາໄດ້; ພວກເຂົາຕໍ່າຕ້ອຍກວ່າ. ສະນັ້ນ, ໃນເບື້ອງຕົ້ນ ພຣະເຈົ້າຈຶ່ງໄດ້ດໍາເນີນພາລະກິດກັບຊາວອິດສະຣາເອນກ່ອນ ແລະ ພາລະກິດໃນຂັ້ນຕອນທີ່ສອງຂອງພຣະອົງກໍດຳເນີນຢູ່ໃນຢູດາຍເທົ່ານັ້ນ ເຊິ່ງນໍາໄປສູ່ຄວາມເຂົ້າໃຈ ແລະ ກົດເກນຕ່າງໆທ່າມກາງມະນຸດ. ອັນທີ່ຈິງແລ້ວ, ຖ້າພຣະອົງດຳເນີນຕາມຄວາມເຂົ້າໃຈຂອງມະນຸດ, ພຣະອົງກໍຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ແລະ ດັ່ງນັ້ນ ພຣະອົງບໍ່ສາມາດຂະຫຍາຍພາລະກິດຂອງພຣະອົງໄປສູ່ຊາດທີ່ບໍ່ແມ່ນຊາວຢິວໄດ້, ເພາະວ່າພຣະອົງຈະເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ ໂດຍບໍ່ແມ່ນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ຄຳທຳນາຍໄດ້ກ່າວໄວ້ວ່າ ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນຊາດທີ່ບໍ່ແມ່ນຊາວຢິວ ເຊິ່ງມັນຈະແຜ່ຂະຫຍາຍໄປສູ່ຊາດທີ່ບໍ່ແມ່ນຊາວຢິວ. ເປັນຫຍັງຄຳທຳນາຍຈຶ່ງກ່າວໄວ້ແບບນັ້ນ? ຖ້າພຣະເຈົ້າພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ພຣະອົງກໍຈະດຳເນີນພາລະກິດຢູ່ໃນອິດສະຣາເອນເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພຣະອົງຈະບໍ່ຂະຫຍາຍພາລະກິດຂອງພຣະອົງ ແລະ ພຣະອົງກໍຈະບໍ່ສ້າງຄຳທຳນາຍນີ້ຂຶ້ນມາ. ຍ້ອນວ່າພຣະອົງໄດ້ສ້າງຄຳທຳນາຍນີ້ຂຶ້ນມາ, ພຣະອົງຈຶ່ງຕ້ອງຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຊາດທີ່ບໍ່ແມ່ນຊາວຢິວ, ໄປສູ່ທຸກຊາດ ແລະ ໄປທົ່ວທຸກແຜ່ນດິນ. ເພາະວ່າພຣະອົງໄດ້ກ່າວໃນສິ່ງນີ້ໄວ້ແລ້ວ, ພຣະອົງຈຶ່ງປະຕິບັດຕາມຄໍາກ່າວຂອງພຣະອົງ. ນີ້ແມ່ນແຜນການຂອງພຣະອົງ, ເພາະພຣະອົງຄືພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ, ສ້າງໂລກມະນຸດ, ສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງເປັນພຣະເຈົ້າຂອງສັບພະສິ່ງທັງປວງ. ບໍ່ວ່າພຣະອົງຈະດຳເນີນພາລະກິດກັບຊາວອິດສະຣາເອນ ຫຼື ໃນທົ່ວດິນແດນຢູດາຍກໍຕາມ, ພາລະກິດທີ່ພຣະອົງກະທໍາແມ່ນພາລະກິດຂອງທົ່ວຈັກກະວານ ແລະ ເປັນພາລະກິດຂອງມວນມະນຸດທັງໝົດ. ພາລະກິດທີ່ພຣະອົງດໍາເນີນໃນທຸກມື້ນີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືໃນຊາດທີ່ບໍ່ແມ່ນຊາວຢິວ ກໍຍັງແມ່ນພາລະກິດຂອງມວນມະນຸດທັງໝົດ. ອິດສະຣາເອນສາມາດເປັນຖານສຳລັບພາລະກິດຂອງພຣະອົງໃນໂລກ; ໃນທໍານອງດຽວກັນ, ປະເທດຈີນກໍສາມາດກາຍເປັນຖານສຳລັບພາລະກິດຂອງພຣະອົງໃນບັນດາຊາດທີ່ບໍ່ແມ່ນຊາວຢິວໄດ້ເຊັ່ນກັນ. ແລ້ວຕອນນີ້ພຣະອົງບໍ່ແມ່ນປະຕິບັດຕາມຄຳທຳນາຍທີ່ວ່າ “ຊື່ສຽງຂອງພຣະເຢໂຮວາຈະຍິ່ງໃຫຍ່ໃນປະເທດທີ່ບໍ່ແມ່ນຊາວຢິວນັ້ນບໍ”? ຂັ້ນຕອນທຳອິດໃນພາລະກິດຂອງພຣະອົງທີ່ປະຕິບັດໃນບັນດາຊາດທີ່ບໍ່ແມ່ນຊາວຢິວແມ່ນໝາຍເຖິງພາລະກິດນີ້, ພາລະກິດທີ່ພຣະອົງກຳລັງປະຕິບັດໃນຊາດມັງກອນແດງທີ່ຍິ່ງໃຫຍ່ນີ້. ເພື່ອໃຫ້ພຣະບຸດຂອງພຣະເຈົ້າດຳເນີນພາລະກິດໃນດິນແດນນີ້ ແລະ ດຳເນີນພາລະກິດກັບຜູ້ຄົນທີ່ຖືກສາບແຊ່ງເຫຼົ່ານີ້ ເຖິງແມ່ນວ່າມັນເປັນສິ່ງທີ່ຂ້ອນຂ້າງຈະກົງກັນຂ້າມກັບຄວາມເຂົ້າໃຈຂອງມະນຸດກໍຕາມ. ຜູ້ຄົນເຫຼົ່ານີ້ແມ່ນຊົ່ວຊ້າທີ່ສຸດ, ພວກເຂົາບໍ່ມີຄ່າ ແລະ ພວກເຂົາກໍຖືກພຣະເຢໂຮວາປະຖິ້ມໃນເບື້ອງຕົ້ນ. ຜູ້ຄົນສາມາດຖືກຄົນອື່ນປະຖິ້ມໄດ້, ແຕ່ຖ້າພວກເຂົາຖືກພຣະເຈົ້າປະຖິ້ມ, ຜູ້ຄົນເຫຼົ່ານີ້ຈະບໍ່ມີສະຖານະຫຍັງ ແລະ ພວກເຂົາຈະມີຄຸນຄ່າຕໍ່າທີ່ສຸດ. ສໍາລັບສິ່ງຊົງສ້າງແລ້ວ, ການຖືກສ້າງຂຶ້ນມາຂອງພຣະເຈົ້າທີ່ຖືກຄອບງຳໂດຍຊາຕານ ຫຼື ການທີ່ຖືກຄົນອື່ນປະຖິ້ມ ແມ່ນລ້ວນແລ້ວແຕ່ເປັນເລື່ອງທີ່ເຈັບປວດຢູ່ແລ້ວ, ແຕ່ຖ້າສ່ວນໜຶ່ງຂອງການຖືກສ້າງຂຶ້ນມາຖືກພຣະຜູ້ເປັນເຈົ້າທີ່ສ້າງສັບພະສິ່ງທັງປວງນັ້ນປະຖິ້ມ ໝາຍຄວາມວ່າ ສະຖານະຂອງບຸກຄົນນັ້ນແມ່ນຕໍ່າຕ້ອຍທີ່ສຸດ. ເຊື້ອສາຍຂອງໂມອາບຖືກສາບແຊ່ງ ແລະ ພວກເຂົາເກີດໃນປະເທດທີ່ຫຼ້າຫຼັງນີ້; ໂດຍບໍ່ຕ້ອງສົງໄສ, ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ລູກຫຼານຂອງໂມອາບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງພຣະກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບແຊ່ງອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ “ກາຍເປັນ” ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...
ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ...
ຊ່ວງເວລາທີສີ່: ການແຕ່ງດອງ ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ...
ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ...