ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 203

ການຖືກເຮັດໃຫ້ສົມບູນແມ່ນມີຄວາມໝາຍແນວໃດ? ການຖືກເອົາຊະນະແມ່ນມີຄວາມໝາຍແນວໃດ? ຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ຜູ້ຄົນຖືກເອົາຊະນະ? ແລ້ວຕ້ອງບັນລຸບັນທັດຖານຫຍັງເພື່ອໃຫ້ພວກເຂົາຖືກເຮັດໃຫ້ສົມບູນ? ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນເພື່ອຈຸດປະສົງຂອງການເຮັດໃຫ້ມະນຸດສົມບູນ ເພື່ອວ່າ ເຂົາຈະສາມາດກັບຄືນໄປສູ່ລັກສະນະດັ່ງເດີມຂອງເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງເຂົາ ແລະ ຈາກອິດທິພົນຂອງຊາຕານ. ການເອົາຊະນະແມ່ນມາກ່ອນຂະບວນການຂອງການປັ້ນມະນຸດ; ແນ່ນອນ ມັນແມ່ນຂັ້ນຕອນທໍາອິດຂອງພາລະກິດ. ການເຮັດໃຫ້ສົມບູນແມ່ນຂັ້ນຕອນທີສອງ ຫຼື ມັນຄືພາລະກິດສິ້ນສຸດ. ມະນຸດທຸກຄົນແມ່ນຕ້ອງໄດ້ຜ່ານການຖືກເອົາຊະນະ. ຖ້າບໍ່ສະນັ້ນ ພວກເຂົາຈະບໍ່ມີທາງຮູ້ຈັກພຣະເຈົ້າ ຫຼື ພວກເຂົາຈະບໍ່ຮູ້ວ່າ ມີພຣະເຈົ້າ ນັ້ນໝາຍຄວາມວ່າ ມັນຈະເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະຮັບຮູ້ພຣະເຈົ້າ. ແລ້ວຖ້າຜູ້ຄົນບໍ່ຮັບຮູ້ພຣະເຈົ້າ ມັນກໍຈະເປັນໄປບໍ່ໄດ້ສຳລັບພວກເຂົາຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ ຍ້ອນພວກເຂົາບໍ່ບັນລຸບັນທັດຖານສໍາລັບການສຳເລັດນີ້. ຖ້າເຈົ້າເຖິງກັບບໍ່ຮັບຮູ້ພຣະເຈົ້າ ແລ້ວເຈົ້າຈະສາມາດຮູ້ຈັກພຣະອົງໄດ້ແນວໃດ? ເຈົ້າຈະສະແຫວງຫາພຣະອົງໄດ້ແນວໃດ? ເຈົ້າຍັງຈະບໍ່ສາມາດເປັນພະຍານໃຫ້ກັບພຣະອົງ ແລ້ວແຮງໄກທີ່ຈະມີຄວາມເຊື່ອເພື່ອເຮັດໃຫ້ພຣະອົງພໍໃຈ. ສະນັ້ນ, ສໍາລັບໃຜກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນ, ຂັ້ນຕອນທໍາອິດແມ່ນຕ້ອງຜ່ານພາລະກິດຂອງການເອົາຊະນະ. ນີ້ແມ່ນເງື່ອນໄຂທໍາອິດ. ແຕ່ທັງການເອົາຊະນະ ແລະ ການເຮັດໃຫ້ສົມບູນແມ່ນເພື່ອປັ້ນຜູ້ຄົນ ແລະ ເພື່ອປ່ຽນແປງພວກເຂົາ ແລະ ແຕ່ລະຢ່າງແມ່ນສ່ວນຂອງພາລະກິດຂອງການຄຸ້ມຄອງມະນຸດ. ຂັ້ນຕອນທັງສອງແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ຜູ້ໃດຜູ້ໜຶ່ງສົມບູນ ແລະ ບໍ່ສາມາດເບິ່ງຂ້າມໄດ້. ມັນແມ່ນຄວາມຈິງທີ່ວ່າ “ການຖືກເອົາຊະນະ” ບໍ່ຟັງເບິ່ງຄືດີຫຼາຍ, ແຕ່ທີ່ຈິງແລ້ວ ຂະບວນການໃນການເອົາຊະນະຜູ້ໃດຜູ້ໜຶ່ງແມ່ນຂັ້ນຕອນໃນການປ່ຽນແປງພວກເຂົາ. ຫຼັງຈາກທີ່ເຈົ້າຖືກເອົາຊະນະ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າອາດບໍ່ໄດ້ຫຼຸດພົ້ນຢ່າງສົມບູນ ແຕ່ເຈົ້າຈະຮູ້ຈັກກ່ຽວກັບມັນ. ຜ່ານພາລະກິດຂອງການເອົາຊະນະ ເຈົ້າຈະຮູ້ຈັກຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງເຈົ້າ ພ້ອມທັງຄວາມກະບົດຂອງເຈົ້າອີກດ້ວຍ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດປະຖິ້ມ ຫຼື ປ່ຽນແປງສິ່ງຕ່າງໆເຫຼົ່ານີ້ພາຍໃນໄລຍະເວລາສັ້ນໆຂອງພາລະກິດແຫ່ງການເອົາຊະນະ, ເຈົ້າກໍຈະມາຮູ້ຈັກພວກມັນ ແລະ ສິ່ງນີ້ຈະປູພື້ນຖານໃນການເຮັດໃຫ້ສົມບູນຂອງເຈົ້າ. ເມື່ອເປັນດັ່ງນັ້ນ ການເອົາຊະນະ ແລະ ການເຮັດໃຫ້ສົມບູນ ທັງສອງແມ່ນຖືກເຮັດ ເພື່ອປ່ຽນແປງມະນຸດ, ເພື່ອກໍາຈັດອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງພວກເຂົາ ເພື່ອວ່າພວກເຂົາຈະສາມາດມອບຕົວເອງໃຫ້ກັບພຣະເຈົ້າຢ່າງສົມບູນ. ການຖືກເອົາຊະນະເປັນພຽງແຕ່ຂັ້ນຕອນທໍາອິດໃນການປ່ຽນແປງອຸປະນິໄສຂອງຜູ້ຄົນ ພ້ອມທັງເປັນຂັ້ນຕອນທໍາອິດໃນຜູ້ຄົນທີ່ມອບຕົນເອງໃຫ້ແກ່ພຣະເຈົ້າຢ່າງສົມບູນ ແລະ ມັນຕໍ່າກວ່າຂັ້ນຕອນການຖືກເຮັດໃຫ້ສົມບູນ. ຊີວິດ-ອຸປະນິໄສຂອງຄົນທີ່ຖືກເອົາຊະນະແມ່ນແຮງໄກກວ່າບຸກຄົນທີ່ຖືກເຮັດໃຫ້ສົມບູນຫຼາຍ. ການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນແຕກຕ່າງກັນໃນດ້ານຄວາມຄິດ ເພາະວ່າພວກມັນແມ່ນຢູ່ໃນໄລຍະທີ່ແຕກຕ່າງກັນຂອງພາລະກິດ ແລະ ເພາະວ່າພວກມັນຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ແຕກຕ່າງກັນ; ການເອົາຊະນະຍຶດຕິດຜູ້ຄົນໃສ່ມາດຕະຖານທີ່ຕໍ່າກວ່າ, ໃນຂະນະທີ່ຄວາມສົມບູນຍຶດຕິດພວກເຂົາໃສ່ມາດຕະຖານທີ່ສູງກວ່າ. ຜູ້ທີ່ສົມບູນແມ່ນຜູ້ຄົນທີ່ຊອບທໍາ, ຜູ້ຄົນທີ່ຖືກເຮັດໃຫ້ບໍລິສຸດ; ພວກເຂົາແມ່ນແກ້ວພະລຶກແຫ່ງພາລະກິດຂອງການຄຸ້ມຄອງມະນຸດຊາດ ຫຼື ຜົນໄດ້ຮັບສຸດທ້າຍ. ເຖິງແມ່ນວ່າ ພວກເຂົາບໍ່ແມ່ນມະນຸດທີ່ສົມບູນ, ພວກເຂົາກໍແມ່ນຜູ້ຄົນທີ່ສະແຫວງຫາການດໍາລົງຊີວິດທີ່ມີຄວາມໝາຍ. ໃນຂະນະດຽວກັນ ຜູ້ທີ່ຖືກເອົາຊະນະພຽງແຕ່ຮັບຮູ້ວ່າ ພຣະເຈົ້າບັງເກີດເປັນມະນຸດ, ພຣະທຳໄດ້ປາກົດໃນເນື້ອໜັງ ແລະ ພຣະເຈົ້າໄດ້ມາເທິງໂລກເພື່ອປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ. ພວກເຂົາຍັງຮັບຮູ້ວ່າ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ການຕີ ແລະ ການຫຼໍ່ຫຼອມຂອງພຣະອົງ ແມ່ນລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ມະນຸດ. ພວກເຂົາຫາກໍເລີ່ມມີລັກສະນະທີ່ຂ້ອນຂ້າງເປັນມະນຸດເທົ່ານັ້ນ. ພວກເຂົາມີຄວາມເຂົ້າໃຈກ່ຽວກັບຊີວິດ, ແຕ່ມັນກໍຍັງບໍ່ຊັດເຈນສຳລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຫາກໍເລີ່ມມີຄວາມເປັນມະນຸດ. ສິ່ງດັ່ງກ່າວແມ່ນຜົນຂອງການຖືກເອົາຊະນະ. ເມື່ອຜູ້ຄົນກ້າວຂາເຂົ້າໃນເສັ້ນທາງສູ່ຄວາມສົມບູນ ອຸປະນິໄສເດີມຂອງພວກເຂົາສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກ ແລະ ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈທີ່ຈະດໍາລົງຊີວິດໂດຍຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາເອງ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຊອບທຳ, ຄວາມອວດດີ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຢັ່ງຮູ້, ແລະ ສະຕິປັນຍາ ແລະ ຈົ່ງຮັກພັກດີ ແລະ ອ່ອນນ້ອມຕໍ່ພຣະເຈົ້າ. ຖ້າພວກເຂົາປະສົບກັບກໍລະນີການຂ້ຽນຕີ ແລະ ການພິພາກສາ, ພວກເຂົາຈະບໍ່ພຽງແຕ່ຄິດລົບ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຂ້ຽນຕີ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ມັນປົກປ້ອງພວກເຂົາ. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສັນຕິສຸກ ແລະ ສະແຫວງຫາເພື່ອກິນເຂົ້າຈີ່ໃຫ້ອີ່ມ. ພວກເຂົາບໍ່ສະແຫວງຫາຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຄົນທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກຜູ້ຄົນຖືກເອົາຊະນະ, ພວກເຂົາກໍຮັບຮູ້ວ່າ ມີພຣະເຈົ້າ, ແຕ່ການຮັບຮູ້ນັ້ນຖືກສຳແດງອອກໃນພວກເຂົາໃນຈຳນວນວິທີທີ່ຈຳກັດ. ພຣະທໍາປາກົດໃນຮ່າງກາຍແມ່ນມີຄວາມໝາຍຫຍັງກັນແທ້? ການບັງເກີດເປັນມະນຸດໝາຍເຖິງຫຍັງ? ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເຮັດຫຍັງ? ເປົ້າໝາຍ ແລະ ຄວາມສໍາຄັນຂອງພາລະກິດຂອງພຣະອົງແມ່ນຫຍັງ? ຫຼັງຈາກທີ່ໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ, ຫຼັງຈາກທີ່ໄດ້ປະສົບກັບການກະທໍາຂອງພຣະອົງໃນເນື້ອໜັງ, ເຈົ້າໄດ້ຮັບຫຍັງ? ມີແຕ່ຫຼັງຈາກທີ່ໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນທີ່ຖືກເອົາຊະນະໄດ້. ຖ້າເຈົ້າພຽງເວົ້າວ່າ ເຈົ້າຮັບຮູ້ວ່າມີພຣະເຈົ້າ, ແຕ່ບໍ່ປະຖິ້ມສິ່ງທີ່ເຈົ້າຄວນປະຖິ້ມ ແລະ ລົ້ມເຫຼວທີ່ຈະສະຫຼະຄວາມສຸກທາງເນື້ອໜັງທີ່ເຈົ້າຄວນສະຫຼະຖິ້ມ, ແຕ່ໃນທາງກົງກັນຂ້າມ ເຈົ້າພັດສືບຕໍ່ປາດຖະໜາຄວາມສະບາຍທາງເນື້ອໜັງຄືດັ່ງທີ່ເຈົ້າເປັນມາຕະຫຼອດ ແລະ ຖ້າເຈົ້າບໍ່ສາມາດປ່ອຍວາງອະຄະຕິທີ່ມີຕໍ່ອ້າຍເອື້ອຍນ້ອງ ແລະ ບໍ່ຊໍາລະລາຄາໃດໜຶ່ງເພື່ອປະຕິບັດສິ່ງເລັກນ້ອຍຫຼາຍຢ່າງ, ແລ້ວນີ້ກໍພິສູດວ່າ ເຈົ້າຍັງບໍ່ຖືກເອົາຊະນະເທື່ອ. ໃນກໍລະນີນັ້ນ, ເຖິງວ່າມີຫຼາຍຢ່າງທີ່ເຈົ້າເຂົ້າໃຈ, ມັນກໍຈະບໍ່ມີປະໂຫຍດຫຍັງ. ຜູ້ທີ່ຖືກເອົາຊະນະແມ່ນຜູ້ທີ່ບັນລຸການປ່ຽນແປງໃນເບື້ອງຕົ້ນ ແລະ ມີການເຂົ້າສູ່ໃນເບື້ອງຕົ້ນ. ການປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເຮັດໃຫ້ຜູ້ຄົນມີຄວາມຮູ້ເບື້ອງຕົ້ນກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບຄວາມຈິງ. ເຈົ້າອາດບໍ່ສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຂຶ້ນ, ຄວາມຈິງທີ່ລະອຽດຍິ່ງຂຶ້ນຢ່າງສົມບູນ, ແຕ່ໃນຊີວິດຕົວຈິງຂອງເຈົ້າ ເຈົ້າກໍສາມາດນໍາເອົາຄວາມຈິງຂັ້ນພື້ນຖານມາປະຕິບັດ ເຊັ່ນສິ່ງທີ່ກ່ຽວຂ້ອງກັບຄວາມສຸກທາງເນື້ອໜັງ ຫຼື ສະຖານະສ່ວນຕົວຂອງເຈົ້າ. ທັງໝົດນີ້ແມ່ນຜົນທີ່ຖືກບັນລຸໃນຜູ້ຄົນໃນລະຫວ່າງຂະບວນການການຖືກເອົາຊະນະ. ການປ່ຽນແປງໃນອຸປະນິໄສແມ່ນຍັງສາມາດເຫັນໄດ້ໃນຜູ້ທີ່ຖືກເອົາຊະນະອີກດ້ວຍ; ຕົວຢ່າງເຊັ່ນ: ວິທີທີ່ພວກເຂົານຸ່ງເຄື່ອງ ແລະ ນໍາສະເໜີຕົນເອງ ແລະ ວິທີທີ່ພວກເຂົາດຳລົງຊີວິດ, ສິ່ງເຫຼົ່ານີ້ແມ່ນສາມາດປ່ຽນແປງໄດ້. ທັດສະນະຕໍ່ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນປ່ຽນແປງ, ພວກເຂົາຊັດເຈນກ່ຽວກັບເປົ້າໝາຍແຫ່ງການສະແຫວງຫາຂອງພວກເຂົາ ແລະ ພວກເຂົາມີຄວາມທະເຍີທະຍານທີ່ສູງຂຶ້ນ. ໃນລະຫວ່າງພາລະກິດແຫ່ງການເອົາຊະນະ, ການປ່ຽນແປງທີ່ຕາມມາຍັງເກີດຂຶ້ນໃນຊີວິດ-ອຸປະນິໄສຂອງພວກເຂົາ. ມີການປ່ຽນແປງ, ແຕ່ພວກມັນຕື້ນໆ, ພຽງເບື້ອງຕົ້ນ ແລະ ດ້ອຍກວ່າການປ່ຽນແປງໃນອຸປະນິໄສ ແລະ ເປົ້າໝາຍໃນການສະແຫວງຫາຂອງຄົນທີ່ຖືກເຮັດໃຫ້ສົມບູນ. ຖ້າໃນຊ່ວງໄລຍະຂອງການຖືກເອົາຊະນະ ອຸປະນິໄສຂອງບຸກຄົນໃດໜຶ່ງບໍ່ໄດ້ປ່ຽນແປງເລີຍ ແລະ ພວກເຂົາບໍ່ໄດ້ຮັບຄວາມຈິງຫຍັງ, ແລ້ວຄົນປະເພດນີ້ກໍເປັນຂີ້ເຫຍື້ອ ແລະ ໃຊ້ການບໍ່ໄດ້ແທ້ໆ! ຜູ້ຄົນທີ່ບໍ່ຖືກເອົາຊະນະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້! ຖ້າຄົນພຽງແຕ່ສະແຫວງຫາການຖືກເອົາຊະນະເທົ່ານັ້ນ, ແລ້ວພວກເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າອຸປະນິໄສຂອງພວກເຂົາຈະສະແດງໃຫ້ເຫັນເຖິງການປ່ຽນແປງບາງຢ່າງທີ່ຕາມມາໃນລະຫວ່າງພາລະກິດແຫ່ງການເອົາຊະນະ. ພວກເຂົາຍັງຈະສູນເສຍຄວາມຈິງເບື້ອງຕົນທີ່ເຂົາໄດ້ຮັບ. ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງການປ່ຽນແປງໃນອຸປະນິໄສໃນຜູ້ທີ່ຖືກເອົາຊະນະ ແລະ ຄົນທີ່ຖືກເຮັດໃຫ້ສົມບູນ. ແຕ່ການຖືກເອົາຊະນະແມ່ນບາດກ້າວທຳອິດໃນການປ່ຽນແປງ; ມັນຄືພື້ນຖານ. ການຂາດການປ່ຽນແປງເບື້ອງຕົ້ນນີ້ກໍເປັນເຄື່ອງພິສູດວ່າ ບຸກຄົນໃດໜຶ່ງບໍ່ຮູ້ຈັກພຣະເຈົ້າເລີຍ ຍ້ອນຄວາມຮູ້ນີ້ແມ່ນມາຈາກການພິພາກສາ ແລະ ການພິພາກສາດັ່ງກ່າວນີ້ແມ່ນສ່ວນສຳຄັນຂອງພາລະກິດແຫ່ງການເອົາຊະນະ. ເມື່ອເປັນດັ່ງນັ້ນ ທຸກຄົນທີ່ຖືກເຮັດໃຫ້ສົມບູນແມ່ນຕ້ອງໄດ້ຖືກເອົາຊະນະກ່ອນ; ຖ້າບໍ່ດັ່ງນັ້ນ ມັນຈະບໍ່ມີທາງທີ່ພວກເຂົາຈະຖືກເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 258

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 129

ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕົວຈິງຂອງມັນເອງ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງມາໃນຮູບຮ່າງຜູ້ຊາຍ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 540

ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ,...