ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 202

ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະ ນອກເໜືອສິ່ງອື່ນໃດ ແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດອ່ອນນ້ອມຕໍ່ພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດປາຖະໜາທີ່ຈະເປັນເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະ ເມື່ອນິໄສ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງມະນຸດ, ສະຕິຂອງມະນຸດ ແລະ ຄວາມຮູ້ສຶກຂອງມະນຸດປ່ຽນແປງ, ເຊິ່ງເວົ້າໄດ້ວ່າ ເມື່ອທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນເວລາທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັ້ງໃຈທີ່ຈະອ່ອນນ້ອມ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາໃດໆຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ກະບົດຕໍ່ເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກລິຮານແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມຂອງພຣະເຈົ້າທີ່ເລື່ອນລອຍ. ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ລັກສະນະຂອງຄວາມເປັນມະນຸດທີ່ດີຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງເຈດຕະນາຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງກໍ່ຕາມໃນການແຍກແຍະ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະທຳມະຊາດຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ພວກເຂົາຈິນຕະນາການ, ພຣະເຈົ້າທີ່ພວກເຂົາພຽງແຕ່ໄດ້ຍິນ ຫຼື ພວກເຂົາພຽງແຕ່ໄດ້ອ່ານເລື່ອງເລົ່າລືທີ່ຢູ່ໃນບົດຂຽນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼື້ອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ເຈດຕະນາຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍຫຼັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ຮູ້ຈັກວິທີຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກລິຮານ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ໄດ້ຖືກເອົາຊະນະ. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກນ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ຕະຫຼອດຊີວິດຂອງພວກເຂົາ, ຜູ້ຄົນເຫຼົ່ານັ້ນທົນທຸກ ແລະ ໃຊ້ເວລາໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍແບກໄມ້ກາງແຂນ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງໜັກ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດແມ່ນບໍ່ໄດ້ຖືກລິຮານ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ເລັກນ້ອຍໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນບໍ່ຈິງ ຫຼື ຖືກຕ້ອງແມ່ນແຕ່ໜ້ອຍດຽວ. ພວກເຂົາເຂົ້າໃຈເຈດຕະນາຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນການຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນຍັງເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ໝາຍຄວາມວ່າ ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງເກີດຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ພຣະທຳທັງໝົດທີ່ເຮົາກ່າວແກ່ເຈົ້າໃນຕອນນີ້ກໍ່ເພື່ອໃຫ້ເຈົ້າຮູ້ຈັກ, ເພື່ອໃຫ້ຄວາມຮູ້ນີ້ນໍາພາເຈົ້າໄປສູ່ຄວາມຮູ້ທີ່ໃໝ່ກວ່າ ແລະ ຖືກຕ້ອງ; ພວກມັນຍັງມີເຈດຕະນາເພື່ອລິຮານແນວຄິດເດີມ ແລະ ຄວາມຮູ້ເດີມໆໃນເຈົ້າ, ເພື່ອວ່າເຈົ້າອາດມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາຢ່າງແທ້ຈິງ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການອ່ອນນ້ອມ, ແລ້ວທັດສະນະຂອງເຈົ້າກໍຈະກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຕະຫຼອດ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ປະມານສິ່ງນີ້ຄືຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າທຸກສິ່ງທີ່ເຈົ້າຮູ້ຄືການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ຍິ່ງໄປກວ່ານັ້ນ ບໍ່ຮູ້ວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 99

“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 36

ທັນທີທີ່ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າກໍເລີ່ມເປີດເຜີຍພຣະທໍາຂອງພຣະອົງ. ໃນອະນາຄົດ, ພຣະທໍາເຫຼົ່ານີ້ຈະບັນລຸຜົນເທື່ອລະໜ້ອຍ ແລະ...