ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 151
ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງທີ່ເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ອນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ຜະເຊີນ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ້ ບໍ່ວ່າຂະໜາດຂອງພາລະກິດຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກແມ່ນປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ, ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ການເປັນຢູ່ພາຍໃນຕົວເຂົາ. ຖ້າຜູ້ໃດຜູ້ໜຶ່ງສົນທະນາກ່ຽວກັບຄວາມເຂົ້າໃຈໃນການຂ້ຽນຕີ ແລະ ການພິພາກສາຂອງເຂົາ, ແຕ່ເຈົ້າບໍ່ມີປະສົບການໃນສິ່ງນັ້ນ, ເຈົ້າບໍ່ກ້າປະຕິເສດຄວາມຮູ້ຂອງເຂົາ, ແຮງໄກທີ່ເຂົາຈະກ້າໝັ້ນໃຈເຖິງໜຶ່ງຮ້ອຍເປີເຊັນເລີຍ. ນີ້ກໍຍ້ອນວ່າ ການສົນທະນາຂອງພວກເຂົາແມ່ນສິ່ງທີ່ເຈົ້າບໍ່ເຄີຍມີປະສົບການຈັກເທື່ອ, ສິ່ງທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ ແລະ ຈິດໃຈຂອງເຈົ້າບໍ່ສາມາດຈິນຕະນາການມັນອອກ. ຈາກຄວາມຮູ້ຂອງພວກເຂົາ, ສິ່ງທີ່ເຈົ້າພຽງແຕ່ສາມາດຮັບເອົາແມ່ນເສັ້ນທາງເພື່ອນໍາມາສູ່ການຂ້ຽນຕີ ແລະ ການພິພາກສາໃນອະນາຄົດ. ແຕ່ເສັ້ນທາງນີ້ສາມາດເປັນພຽງແຕ່ການເຂົ້າໃຈໂດຍອີງຕາມທິດສະດີ; ມັນບໍ່ສາມາດແທນທີ່ຄວາມເຂົ້າໃຈຂອງເຈົ້າເອງໄດ້, ແຮງໄກທີ່ຈະແທນທີ່ປະສົບການຂອງເຈົ້າ. ບາງຄັ້ງ ເຈົ້າຄິດວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງພໍສົມຄວນ, ແຕ່ໃນປະສົບການຂອງເຈົ້າເອງ, ເຈົ້າພົບວ່າມັນໃຊ້ການບໍ່ໄດ້ໃນຫຼາຍໆສິ່ງ. ບາງຄັ້ງ ເຈົ້າຮູ້ສຶກວ່າ ບາງສິ່ງທີ່ເຈົ້າໄດ້ຍິນແມ່ນໃຊ້ການບໍ່ໄດ້ແທ້ໆ; ເຈົ້າເຊື່ອແນວຄິດກ່ຽວກັບສິ່ງນັ້ນໃນເວລາໃດໜຶ່ງ ແລະ ເຖິງແມ່ນເຈົ້າຍອມຮັບມັນ, ເຈົ້າກໍພຽງແຕ່ເຮັດດ້ວຍຄວາມບໍ່ເຕັມໃຈເທົ່ານັ້ນ. ແຕ່ໃນປະສົບການຂອງເຈົ້າເອງ, ຄວາມຮູ້ທີ່ໃຫ້ແນວຄິດກັບເຈົ້າກາຍມາເປັນວິທີການປະຕິບັດຂອງເຈົ້າ ແລະ ຍິ່ງເຈົ້າປະຕິບັດຫຼາຍພຽງໃດ, ເຈົ້າກໍຍິ່ງເຂົ້າໃຈຄຸນຄ່າທີ່ແທ້ຈິງ ແລະ ຄວາມໝາຍຂອງຄຳເວົ້າທີ່ເຈົ້າໄດ້ຍິນຫຼາຍພຽງນັ້ນ. ຫຼັງຈາກທີ່ເຈົ້າມີປະສົບການຂອງເຈົ້າເອງ, ແລ້ວເຈົ້າກໍສາມາດລົມກ່ຽວກັບຄວາມຮູ້ທີ່ເຈົ້າຄວນມີກ່ຽວກັບສິ່ງທີ່ເຈົ້າໄດ້ຜະເຊີນ. ນອກຈາກນັ້ນ ເຈົ້າກໍ່ຍັງຈະສາມາດຈຳແນກລະຫວ່າງຄວາມຮູ້ຂອງຜູ້ໃດເປັນຈິງ ແລະ ໃຊ້ການໄດ້ ແລະ ຄວາມຮູ້ຂອງຜູ້ໃດທີ່ອີງຕາມທິດສະດີ ແລະ ບໍ່ມີຄ່າ. ສະນັ້ນ ບໍ່ວ່າຄວາມຮູ້ທີ່ເຈົ້າກຳລັງເວົ້າເຖິງຈະສອດຄ່ອງກັບຄວາມຈິງເປັນສ່ວນໃຫຍ່ ຫຼື ບໍ່ ແມ່ນຂຶ້ນກັບວ່າ ເຈົ້າມີປະສົບການທີ່ໃຊ້ການໄດ້ ຫຼື ບໍ່. ບ່ອນໃດທີ່ມີຄວາມຈິງໃນປະສົບການຂອງເຈົ້າ, ຄວາມຮູ້ຂອງເຈົ້າກໍຈະເປັນຄວາມຈິງ ແລະ ມີຄຸນຄ່າ. ຜ່ານປະສົບການຂອງເຈົ້າ, ເຈົ້າຍັງສາມາດໄດ້ຮັບການເບິ່ງອອກ ແລະ ຄວາມເຂົ້າໃຈ, ເຮັດໃຫ້ຄວາມຮູ້ຂອງເຈົ້າເລິກເຊິ່ງຂຶ້ນ ແລະ ເພີ່ມສະຕິປັນຍາຂອງເຈົ້າ ແລະ ສາມັນສຳນຶກກ່ຽວກັບວິທີທີ່ເຈົ້າຄວນປະພຶດຕົນເອງ. ຄວາມຮູ້ທີ່ຖືກສະແດງອອກໂດຍຄົນທີ່ບໍ່ມີຄວາມຈິງແມ່ນທິດສະດີ ບໍ່ວ່າມັນອາດສູງສົ່ງສໍ່າໃດກໍຕາມ. ຄົນປະເພດນີ້ອາດຈະສະຫຼາດຫຼາຍ ເມື່ອເວົ້າກ່ຽວກັບເລື່ອງຝ່າຍເນື້ອໜັງ ແຕ່ບໍ່ສາມາດແຍກແຍະເມື່ອເວົ້າກ່ຽວກັບເລື່ອງຝ່າຍວິນຍານ. ສິ່ງນີ້ເກີດຂຶ້ນກໍຍ້ອນວ່າຄົນດັ່ງກ່າວບໍ່ມີປະສົບການຫຍັງເລີຍກ່ຽວກັບເລື່ອງທັງໝົດໃນຝ່າຍວິນຍານ. ນີ້ແມ່ນຄົນທີ່ບໍ່ໄດ້ຮັບແສງສະຫວ່າງໃນເລື່ອງຝ່າຍວິນຍານ ແລະ ບໍ່ເຂົ້າໃຈວິນຍານ. ບໍ່ວ່າເຈົ້າຈະສະແດງຄວາມຮູ້ປະເພດໃດກໍຕາມ ຕາບໃດທີ່ມັນຄືການເປັນຢູ່ຂອງເຈົ້າ ແລ້ວມັນກໍເປັນປະສົບການສ່ວນຕົວຂອງເຈົ້າ, ຄວາມຮູ້ທີ່ແທ້ຈິງຂອງເຈົ້າ. ສິ່ງຄົນທີ່ເວົ້າພຽງແຕ່ທິດສະດີ ນັ້ນກໍຄື ຄົນທີ່ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງ ສົນທະນາກັນແມ່ນສາມາດຖືກເອີ້ນໄດ້ວ່າການເປັນຢູ່ຂອງພວກເຂົາ, ຍ້ອນພວກເຂົາມາເຖິງທິດສະດີຂອງພວກເຂົາ ພຽງແຕ່ຜ່ານການຕຶກຕອງຢ່າງເລິກເຊິ່ງ ແລະ ຍ້ອນຜົນທີ່ຂອງການໄຕ່ຕອງຢ່າງເລິກເຊິ່ງຂອງພວກເຂົາ, ແຕ່ມັນເປັນພຽງທິດສະດີເທົ່ານັ້ນ, ບໍ່ແມ່ນຫຍັງນອກຈາກຈິນຕະນາການ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ...
ການສະແຫວງຫາຊີວິດບໍ່ແມ່ນສິ່ງທີ່ສາມາດຮີບດ່ວນໄດ້; ການຈະເລີນເຕີບໂຕໃນຊີວິດບໍ່ໄດ້ເກີດຂຶ້ນໃນມື້ໜຶ່ງ ຫຼື ສອງມື້. ພາລະກິດຂອງພຣະເຈົ້າເປັນປົກກະຕິ ແລະ...
ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ....
ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ...