ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 353
ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ. ນີ້ກໍຍ້ອນວ່າພາລະກິດທັງໝົດຂອງພຣະເຈົ້າເຊື່ອມໂຍງກັບການຄຸ້ມຄອງຂອງພຣະອົງ ແລະ ພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ກ່ຽວຂ້ອງກັບຊີວິດ, ການດຳລົງຊີວິດ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ. ພາລະກິດທີ່ພຣະເຈົ້າກະທໍາໃນທ່າມກາງມະນຸດ ແລະ ຕໍ່ມະນຸດ ແມ່ນສາມາດເວົ້າໄດ້ວ່າ ມີຄວາມເປັນຈິງ ແລະ ມີຄວາມໝາຍຫຼາຍ. ມະນຸດສາມາດເບິ່ງເຫັນ ແລະ ປະສົບກັບພາລະກິດນັ້ນໄດ້ ແລະ ມັນຢູ່ຫ່າງໄກຈາກສິ່ງທີ່ເປັນນາມມະທຳ. ຖ້າມະນຸດບໍ່ສາມາດຮັບເອົາທຸກພາລະກິດທີ່ພຣະເຈົ້າກະທໍາ ແລ້ວແມ່ນຫຍັງຄືຄວາມໝາຍຂອງພາລະກິດຂອງພຣະອົງ? ແລ້ວການຄຸ້ມຄອງດັ່ງກ່າວຈະສາມາດນໍາພາໄປສູ່ຄວາມລອດພົ້ນຂອງມະນຸດໄດ້ແນວໃດ? ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ປ້ອງກັນໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນຂໍ້ມູນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາປະຕິບັດກັບມັນໃນລັກສະນະທີ່ບໍ່ເອົາໃຈໃສ່. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະເຂົ້າໃຈມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຈຸດປະສົງຂອງຄົນເຫຼົ່ານີ້ໃນການຕິດຕາມພຣະເຈົ້ານັ້ນລຽບງ່າຍຢ່າງຍິ່ງ ແລະ ມັນກໍເປັນໄປເພື່ອເປົ້າໝາຍດຽວຄື: ເພື່ອຮັບພອນ. ຜູ້ຄົນເຫຼົ່ານີ້ບໍ່ມີກະຈິດກະໃຈເຮັດສິ່ງອື່ນໃດ ທີ່ບໍ່ກ່ຽວຂ້ອງກັບເປົ້າໝາຍນີ້. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍບໍ່ຮູ້ສຶກສະທົກສະທ້ານຫຍັງທັງສິ້ນ. ນີ້ຄືສະຖານະການຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະລະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນໄປຫຍຸ້ງຢູ່ກັບວຽກ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາຫຍຸ້ງຢູ່ກັບການພະຍາຍາມບັນລຸຄວາມປາຖະໜາຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາຍັງຄົງຢືນຢັດ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ຄວາມຈົງຮັກພັກດີຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງແມ່ນເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດຢູ່ສະເໝີບໍ? ສໍາລັບຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແຕ່ຍັງມອບໃຫ້ຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນແທ້ໆ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາວ່າຜູ້ຄົນເຫຼົ່ານີ້ໄດ້ມອບຫຼາຍເທົ່າໃດ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການໄຈ້ແຍກຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງໜຶ່ງໃນຜົນປະໂຫຍດສ່ວນຕົວທີ່ເປີດເຜີຍ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກໜັກພຽງເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້ເທົ່ານັ້ນ. ບໍ່ມີຄວາມຮັກແພງກົມກຽວໃນຄວາມສຳພັນທີ່ອີງໃສ່ຜົນປະໂຫຍດເຊັ່ນນັ້ນ, ມີພຽງແຕ່ການແລກປ່ຽນເທົ່ານັ້ນ. ບໍ່ມີການຮັກ ຫຼື ການຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມໂດຍເຮັດຫຍັງບໍ່ໄດ້ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ຊ່ອງຫວ່າງເລິກທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ຮ້າຍແຮງຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າງຸ່ມງ່າມ ແລະ ໜ້າກຽດພຽງໃດ.
ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍຄື ມະນຸດດໍາເນີນການຄຸ້ມຄອງຂອງເຂົາເອງໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈກັບການຄຸ້ມຄອງຂອງພຣະເຈົ້າ. ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດແມ່ນເກີດຈາກການທີ່ມະນຸດກຳລັງສ້າງຈຸດໝາຍປາຍທາງຕາມອຸດົມຄະຕິຂອງເຂົາເອງ ແລະ ວາງແຜນຫາວິທີທີ່ຈະຮັບພອນອັນຍິ່ງໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ ໃນເວລາດຽວກັນກັບທີ່ສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ເຖິງແມ່ນຄົນໆໜຶ່ງຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ, ມີຈັກຄົນພ້ອມທີ່ຈະສາມາດປະຖິ້ມອຸດົມຄະຕິ ແລະ ຄວາມຫວັງຂອງພວກເຂົາ? ແລ້ວຜູ້ໃດສາມາດຢຸດບາດກ້າວຂອງພວກເຂົາເອງ ແລະ ຢຸດສ້າງແຜນໃນນາມຂອງຕົວພວກເຂົາເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຄົນທີ່ຈະຍອມອ່ອນນ້ອມຕໍ່ພຣະອົງໂດຍການອຸທິດຄວາມຄິດ ແລະ ຮ່າງກາຍທັງໝົດຂອງພວກເຂົາໃຫ້ກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພຣະອົງບໍ່ຕ້ອງການຜູ້ຄົນທີ່ແບມືຂໍທານຈາກພຣະອົງທຸກວັນ, ແຮງໄກທີ່ຈະຕ້ອງການຄົນທີ່ໃຫ້ໜ້ອຍດຽວ ແລະ ຫຼັງຈາກນັ້ນກໍລໍຖ້າຮັບເອົາລາງວັນ. ພຣະເຈົ້າກຽດຊັງຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແລະ ຫຼັງຈາກນັ້ນກໍນອນຢູ່ກັບກຽດຕິຍົດຂອງພວກເຂົາ. ພຣະເຈົ້າກຽດຊັງຜູ້ຄົນເລືອດເຢັນເຫຼົ່ານີ້ທີ່ຄຽດແຄ້ນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບການໄປສະຫວັນ ແລະ ການຮັບພອນ. ພຣະອົງມີຄວາມກຽດຊັງທີ່ຫຼາຍຂຶ້ນສຳລັບຄົນທີ່ສວຍໂອກາດທີ່ຖືກນຳສະເໜີໂດຍພາລະກິດທີ່ພຣະອົງປະຕິບັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນັ້ນກໍຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸ ແລະ ໄດ້ຮັບຜ່ານພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໃຫ້ໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ຄໍານຶງເຖິງຫົວໃຈຂອງພຣະເຈົ້າ, ໝົກມຸ້ນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາເອງທັງສິ້ນ. ຄົນທີ່ຄຽງແຄ້ນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວໃນວິທີທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເຈດຕະນາຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາເອງພໍໃຈ ໃນລັກສະນະທີ່ບໍ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຶດຕິກຳຂອງພວກເຂົາບໍ່ໄດ້ຖືກຈົດຈໍາ ທັງບໍ່ໄດ້ຖືກຮັບຮອງໂດຍພຣະເຈົ້າ, ແຮງໄກທີ່ພຣະອົງຈະເບິ່ງພຶດຕິກຳນັ້ນຢ່າງເພິ່ງພໍໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ...
ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ...
ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ,...
ທົ່ວພາລະກິດແຫ່ງການຄຸ້ມຄອງທັງໝົດ, ພາລະກິດທີ່ສຳຄັນທີ່ສຸດແມ່ນຄວາມລອດພົ້ນຂອງມະນຸດຈາກອິດທິພົນຂອງຊາຕານ....