ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 354

ໃນຕອນທຳອິດ ເຮົາປາຖະໜາທີ່ຈະສະໜອງຄວາມຈິງຫຼາຍຂຶ້ນໃຫ້ແກ່ພວກເຈົ້າ ແຕ່ເຮົາຕ້ອງຢັບຢັ້ງຈາກການເຮັດເຊັ່ນນີ້ ເພາະທ່າທີຂອງພວກເຈົ້າທີ່ມີຕໍ່ຄວາມຈິງນັ້ນເຢັນຊາ ແລະ ເມີນເສີຍຫຼາຍເກີນໄປ; ເຮົາບໍ່ປາຖະໜາໃຫ້ຄວາມພະຍາຍາມຂອງເຮົາເສຍໄປລ້າໆ ຫຼື ເຮົາບໍ່ປາຖະໜາທີ່ຈະເຫັນຜູ້ຄົນຍຶດຖືໃນພຣະທຳຂອງເຮົາ ແຕ່ເຮັດທຸກສິ່ງທີ່ຕໍ່ຕ້ານເຮົາ, ເວົ້າຮ້າຍໃສ່ເຮົາ ແລະ ໝິ່ນປະໝາດເຮົາ. ຍ້ອນທ່າທີຂອງພວກເຈົ້າ ແລະ ຄວາມເປັນມະນຸດຂອງພວກເຈົ້າ, ເຮົາຈຶ່ງພຽງແຕ່ສະໜອງໃຫ້ແກ່ພວກເຈົ້າດ້ວຍສ່ວນທີ່ເລັກນ້ອຍ ແລະ ທີ່ສຳຄັນຫຼາຍໃນພຣະທຳຂອງເຮົາ ເຊິ່ງເຮັດໜ້າທີ່ເປັນພາລະກິດທົດລອງຂອງເຮົາທ່າມກາງມະນຸດຊາດ. ມີແຕ່ຕອນນີ້ ເຮົາຈຶ່ງໄດ້ຢຶນຢັນວ່າ ການຕັດສິນໃຈ ແລະ ແຜນການທີ່ເຮົາໄດ້ສ້າງຂຶ້ນນັ້ນແມ່ນເໝາະສົມກັບຄວາມຕ້ອງການຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ທ່າທີຂອງເຮົາຕໍ່ມະນຸດຊາດແມ່ນທ່າທີທີ່ຖືກຕ້ອງ. ພຶດຕິກຳເປັນເວລາຫຼາຍປີຂອງພວກເຈົ້າຕໍ່ໜ້າເຮົາໄດ້ມອບຄຳຕອບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ເຮົາ ແລະ ຄຳຖາມສຳລັບຄຳຕອບນີ້ກໍຄື: “ແມ່ນຫຍັງຄືທ່າທີຂອງມະນຸດຕໍ່ໜ້າຄວາມຈິງ ແລະ ພຣະເຈົ້າທີ່ແທ້ຈິງ?” ຄວາມພະຍາຍາມທີ່ເຮົາທຸ້ມເທໃສ່ມະນຸດໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຮົາໃນການຮັກມະນຸດ ແລະ ການກະທຳທຸກຢ່າງຂອງມະນຸດຕໍ່ໜ້າເຮົາໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານເຮົາ. ຕະຫຼອດເວລາ ເຮົາເປັນຫ່ວງທຸກຄົນທີ່ຕິດຕາມເຮົາ ແຕ່ບໍ່ມີເວລາໃດເລີຍທີ່ຜູ້ຄົນທີ່ຕິດຕາມເຮົານັ້ນຈະສາມາດຍອມຮັບພຣະທຳຂອງເຮົາໄດ້; ພວກເຂົາບໍ່ສາມາດຮັບແມ່ນແຕ່ຂໍ້ສະເໜີຕ່າງໆຂອງເຮົາ. ສິ່ງນີ້ເຮັດໃຫ້ເຮົາເສົ້າໃຈຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາມາດຍອມຮັບເຮົາໄດ້ ເຖິງແມ່ນວ່າທ່າທີຂອງເຮົາຈະຈິງໃຈ ແລະ ພຣະທຳຂອງເຮົາຈະອ່ອນໂຍນ. ທຸກຄົນພະຍາຍາມປະຕິບັດພາລະກິດທີ່ເຮົາໄດ້ຝາກຝັງໃຫ້ກັບພວກເຂົາຕາມແນວຄວາມຄິດຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະຖາມເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ. ພວກເຂົາຍັງອ້າງວ່າພວກເຂົາຮັບໃຊ້ເຮົາຢ່າງຊື່ສັດ ໃນຂະນະທີ່ພວກເຂົາພາກັນກະບົດຕໍ່ເຮົາ. ຫຼາຍຄົນເຊື່ອວ່າ ຄວາມຈິງທີ່ພວກເຂົາບໍ່ສາມາດຮັບໄດ້ ຫຼື ສິ່ງທີ່ພວກເຂົາບໍ່ສາມາດນໍາໄປປະຕິບັດຕົວຈິງໄດ້ນັ້ນບໍ່ແມ່ນຄວາມຈິງ. ໃນຜູ້ຄົນດັ່ງກ່າວ, ຄວາມຈິງຂອງເຮົາກາຍເປັນສິ່ງທີ່ຖືກປະຕິເສດ ແລະ ຖືກປະຖິ້ມ. ໃນເວລາດຽວກັນ ຜູ້ຄົນຮັບຮູ້ວ່າເຮົາເປັນພຣະເຈົ້າໃນຄຳເວົ້າ ແຕ່ຍັງເຊື່ອວ່າເຮົາເປັນຄົນນອກທີ່ບໍ່ແມ່ນຄວາມຈິງ, ແນວທາງ ຫຼື ຊີວິດ. ບໍ່ມີຜູ້ໃດຮູ້ຈັກຄວາມຈິງນີ້: ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຍອມຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເຫຼັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 422

ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365

ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ....