ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 549

ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາໃນຕອນນີ້? ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເພື່ອຮູ້ຈັກພຣະເຈົ້າ, ເພື່ອຮັບເອົາພຣະເຈົ້າ ຫຼື ບາງທີພວກເຈົ້າສະແຫວງຫາເພື່ອປະຕິບັດຕົນເອງໃນຮູບແບບເປໂຕແຫ່ງປີ 90 ຫຼື ເພື່ອມີຄວາມສັດທາທີ່ຍິ່ງໃຫຍ່ກວ່າໂຢບ ຫຼື ທາງທີພວກເຈົ້າສະແຫວງຫາເພື່ອໃຫ້ຖືກເອີ້ນວ່າເປັນຄົນຊອບທໍາໂດຍພຣະເຈົ້າ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຫຼື ເພື່ອຈະສາມາດສະແດງເຖິງພຣະເຈົ້າເທິງແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍານທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ພວກເຈົ້າແມ່ນສະແຫວງຫາເພື່ອຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສະແຫວງຫາເພື່ອເປັນຜູ້ຊອບທຳ ຫຼື ເຈົ້າສະແຫວງຫາໃນຮູບແບບຂອງເປໂຕ ຫຼື ຄວາມເຊື່ອຂອງໂຢບ ຫຼື ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຄົ້ນຫາຄວາມໜ້າຮັກຂອງພຣະເຈົ້າ, ເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຕົວຈິງ ໂດຍມີເປົ້າໝາຍໃນການສາມາດທີ່ຈະປະຖິ້ມອຸປະນິໄສກະບົດຂອງເຈົ້າ, ບັນລຸສະພາບປົກກະຕິໃນຕົວເຈົ້າເອງ, ສາມາດມີຄວາມສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ກາຍເປັນບຸກຄົນທີ່ເໝາະສົມ ແລະ ມີແຮງຈູງໃຈທີ່ຖືກຕ້ອງໃນທຸກສິ່ງທີ່ເຈົ້າເຮັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ເຖິງແມ່ນວ່າສິ່ງທີ່ເຈົ້າປະສົບແມ່ນພຣະທຳຂອງພຣະເຈົ້າ, ເຫດການແທ້ຈິງ, ພ້ອມທັງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຕົວເຈົ້າ, ແຕ່ໃນທີ່ສຸດເຈົ້າຈະສາມາດຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ເພື່ອສະແຫວງຫາທີ່ຈະຍ່າງຕາມທາງຂອງຄົນຊອບທຳ ຫຼື ສະແຫວງຫາເພື່ອນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ: ນີ້ແມ່ນທາງແລ່ນ, ໃນຂະນະທີ່ການຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ ແມ່ນຈຸດໝາຍປາຍທາງ. ບໍ່ວ່າຕອນນີ້ເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ ຫຼື ສະແຫວງຫາເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ທັງໝົດນັ້ນ, ທ້າຍທີ່ສຸດແລ້ວກໍແມ່ນເພື່ອຮູ້ຈັກພຣະເຈົ້າ; ເພື່ອວ່າພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າຈະບໍ່ໄຮ້ປະໂຫຍດ, ເພື່ອວ່າ ທ້າຍທີ່ສຸດແລ້ວ ເຈົ້າຈະໄດ້ມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອຮູ້ຈັກຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກຫຼາກຫຼາຍພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ບັງເກີດເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມທົນທຸກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມທົນທຸກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າກໍກາຍເປັນຈິງໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ໃນດ້ານຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ເຫດຜົນ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນ, ພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ ແລະ ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມທົນທຸກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດຫຼາຍ ແລະ ຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດໃນຕົວພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ. ຖ້າທັນທີໃດທີ່ມີການກ່າວເຖິງຄວາມຮັກຂອງພຣະເຈົ້າ, ທັນທີໃດທີ່ມີການກ່າວເຖິງພຣະຄຸນຂອງພຣະເຈົ້າ, ເຈົ້າກໍທັງຫຼັ່ງນ້ຳຕາທັງເອີ່ຍຄຳສັນລະເສີນທີ່ຍິ່ງໃຫຍ່, ຖ້າເຈົ້າມາເຖິງຂັ້ນນີ້, ເຈົ້າແມ່ນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 14

ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 297

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ...