ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 122
ຫົກຊ່ວງເວລາໃນຊີວິດມະນຸດ ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການໃຫ້ແສງເຍື່ອງທາງຈາກສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ມີການແຍກແຍະ. ເມື່ອສະພາວະຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະພາວະຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍື່ອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາວະດ້ານລົບ, ເຈົ້າອ່ອນແອ ແລະ ຄິດລົບ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງໃຫ້ແສງເຍືອງທາງແກ່ເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ການອອກມາຈາກສິ່ງນີ້ແມ່ນການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະພາວະທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອລິຮານອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງລິຮານມະນຸດ, ອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດໂປງມະນຸດ, ຂຸດອອກ ແລະ ເປີດໂປງ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດໂປງສະພາວະຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດໂປງ, ຜ່ານການລິຮານມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຫົກຊ່ວງເວລາໃນຊີວິດມະນຸດ ໃນໄລຍະໜຶ່ງຂອງຊີວິດ ທຸກຄົນແມ່ນຈະມາເຖິງຊ່ວງເວລາສຳຄັນຕ່າງໆ. ນີ້ແມ່ນບາດກ້າວທີ່ເປັນພຶ້ນຖານທີ່ສຸດ ແລະ ສຳຄັນທີ່ສຸດ...
ເຖິງແມ່ນວ່າການເປີດເຜີຍໂດຍທຳມະຊາດໄດ້ເກີດຂຶ້ນຫຼັງຈາກທີ່ເປໂຕເລີ່ມຕິດຕາມພຣະເຢຊູ ແຕ່ໃນທຳມະຊາດແລ້ວ ຕັ້ງແຕ່ຕົ້ນມາ...
ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ...
ເຮົາໄດ້ກ່າວຫຼາຍຄັ້ງແລ້ວວ່າ ພາລະກິດຂອງພຣະເຈົ້າຂອງຍຸກສຸດທ້າຍ ແມ່ນຖຶກປະຕິບັດເພື່ອປ່ຽນແປງຈິດໃຈຂອງແຕ່ລະຄົນ ແລະ ເພື່ອປ່ຽນແປງຈິດວິນຍານຂອງແຕ່ລະຄົນ...