ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 510

ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມອ່ອນນ້ອມຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ສະນັ້ນ ພຣະເຈົ້າຈຶ່ງຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ເຂົ້າໃຈ ຫຼື ຮັບຮູ້ໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະເຂົ້າໃຈຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານຢ່າງແທ້ຈິງຫຼາຍຂຶ້ນ. ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ມະນຸດໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຕົວເອງ ແລະ ຄວາມຈິງ ແລະ ຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນພາລະກິດການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ແລະ ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 481

ສິ່ງທີ່ເປໂຕສະແຫວງຫາແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທົ່ານັ້ນ. ລາວສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ໂດຍບໍ່ຄຳນຶງເຖິງການທົນທຸກ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 494

ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນມາຈາກສ່ວນເລິກຢູ່ພາຍໃນຫົວໃຈ: ມັນແມ່ນຄວາມຮັກທີ່ເກີດຂຶ້ນບົນພື້ນຖານແຫ່ງຄວາມຮູ້ຂອງມະນຸດຊາດກ່ຽວກັບພຣະເຈົ້າ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 500

ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 321

ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້?...