ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 474

ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ, ພວກເຂົາເຊື່ອໃນພຣະເຈົ້າແມ່ນເພື່ອເຂົ້າສູ່ສະຫວັນ, ເພື່ອຮັບເອົາລາງວັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອຖືກເຮັດໃຫ້ສົມບູນ ຫຼື ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ເພື່ອເຮັດໃຫ້ໜ້າທີ່ຂອງພວກເຂົາສຳເລັດ. ມີໜ້ອຍຄັ້ງທີ່ຜູ້ຄົນເຊື່ອໃນພຣະເຈົ້າເພື່ອມີຊີວິດຢ່າງມີຄວາມໝາຍ ຫຼື ມີໜ້ອຍຄັ້ງທີ່ຈະມີຄົນທີ່ເຊື່ອວ່າ ຍ້ອນມະນຸດມີຊີວິດຢູ່ ເຂົາຈຶ່ງສົມຄວນຮັກພຣະເຈົ້າ ເພາະມັນແມ່ນເລື່ອງທໍາມະຊາດ ແລະ ເໝາະສົມທີ່ສຸດທີ່ຕ້ອງເຮັດແບບນັ້ນ ແລະ ມັນຄືວິຊາຊີບຕາມທຳມະຊາດຂອງມະນຸດ. ໃນລັກສະນະນີ້, ເຖິງແມ່ນວ່າ ແຕ່ລະຄົນຕ່າງສະແຫວງຫາເປົ້າໝາຍຂອງພວກເຂົາເອງ, ຈຸດມຸ່ງໝາຍຂອງການສະແຫວງຫາຂອງພວກເຂົາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງຂອງການສະແຫວງຫານັ້ນແມ່ນລ້ວນແລ້ວແຕ່ຄືກັນ ແລະ ຍິ່ງໄປກວ່ານັ້ນ ສຳລັບພວກເຂົາສ່ວນໃຫຍ່ແລ້ວ ຈຸດປະສົງຂອງການນະມັດສະການຂອງພວກເຂົາແມ່ນຄືກັນ. ຕະຫຼອດເວລາສອງສາມພັນປີທີ່ຜ່ານມາ, ຜູ້ເຊື່ອຫຼາຍຄົນໄດ້ຕາຍ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດອີກຄັ້ງ. ບໍ່ແມ່ນພຽງແຕ່ໜຶ່ງ ຫຼື ສອງຄົນເທົ່ານັ້ນທີ່ສະແຫວງຫາພຣະເຈົ້າ ຫຼື ບໍ່ແມ່ນແຕ່ໜຶ່ງ ຫຼື ສອງພັນຄົນ, ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສະແຫວງຫາເພື່ອເຫັນແກ່ຄວາມຄາດຫວັງຂອງພວກເຂົາເອງ ຫຼື ຄວາມຫວັງໃນອະນາຄົດທີ່ສະຫງ່າງາມຂອງພວກເຂົາ. ຄົນທີ່ອຸທິດຕໍ່ພຣະຄຣິດແມ່ນມີໜ້ອຍຫຼາຍ. ຜູ້ເຊື່ອຫຼາຍຄົນທີ່ເຫຼື້ອມໃສກໍຍັງຕາຍຍ້ອນຕິດດາງແຫຂອງພວກເຂົາເອງ ແລະ ຍິ່ງໄປກວ່ານັ້ນ ຈຳນວນຄົນທີ່ມີໄຊຊະນະແມ່ນມີໜ້ອຍຫຼາຍ. ຈົນເຖິງປັດຈຸບັນ, ສາເຫດທີ່ວ່າເປັນຫຍັງຜູ້ຄົນຈຶ່ງລົ້ມເຫຼວ ຫຼື ຄວາມລັບກ່ຽວກັບໄຊຊະນະຂອງພວກເຂົາກໍຍັງບໍ່ມີໃຜຮູ້. ຄົນທີ່ໝົກໝູ້ນກັບການສະແຫວງຫາພຣະຄຣິດ ກໍຍັງບໍ່ໄດ້ພົບການເຂົ້າໃຈໂດຍທັນທີ, ພວກເຂົາຍັງບໍ່ໄດ້ລົງເລິກເຖິງຕົ້ນເຫດຂອງຄວາມເລິກລັບເຫຼົ່ານີ້, ເພາະພວກເຂົາບໍ່ຮູ້ຫຍັງເລີຍ. ເຖິງແມ່ນວ່າ ພວກເຂົາພຽນພະຍາຍາມຢ່າງເຈັບປວດໃນການສະແຫວງຫາຂອງພວກເຂົາ, ເສັ້ນທາງທີ່ພວກເຂົາຍ່າງກໍເປັນເສັ້ນທາງແຫ່ງຄວາມລົ້ມເຫຼວທີ່ບັນພະບຸລຸດຂອງພວກເຂົາເຄີຍຍ່າງມາກ່ອນ ແລະ ບໍ່ແມ່ນເສັ້ນທາງແຫ່ງຄວາມສຳເລັດ. ໃນກໍລະນີນີ້, ບໍ່ວ່າພວກເຂົາຈະສະແຫວງຫາແນວໃດກໍຕາມ, ພວກເຂົາບໍ່ແມ່ນຍ່າງຕາມເສັ້ນທາງທີ່ນໍາໄປສູ່ຄວາມມືດບໍ? ສິ່ງທີ່ພວກເຂົາໄດ້ຮັບບໍ່ແມ່ນໝາກຜົນທີ່ຂົມຂື່ນບໍ? ມັນຍາກພໍສົມຄວນທີ່ຈະຄາດຄະເນວ່າ ໃນທີ່ສຸດແລ້ວ ຜູ້ຄົນທີ່ຮຽນແບບຄົນທີ່ໄດ້ປະສົບຄວາມສຳເລັດໃນອະດີດນັ້ນ ຈະມີຄວາມໂຊກດີ ຫຼື ຄວາມຈິບຫາຍ. ແລ້ວຈະມີໂອກາດເປັນໄປໄດ້ຫຼາຍສໍ່າໃດສຳລັບຄົນທີ່ສະແຫວງຫາໂດຍຕິດຕາມບາດກ້າວຂອງຄົນທີ່ລົ້ມເຫຼວ? ພວກເຂົາຈະຍິ່ງບໍ່ມີໂອກາດທີ່ຈະລົ້ມເຫຼວຫຼາຍກວ່າເກົ່າບໍ? ແມ່ນຫຍັງຄືຄຸນຄ່າໃນເສັ້ນທາງທີ່ພວກເຂົາຍ່າງ? ພວກເຂົາບໍ່ໄດ້ເສຍເວລາຂອງພວກເຂົາບໍ? ສະຫຼຸບ ບໍ່ວ່າຜູ້ຄົນຈະປະສົບຄວາມສຳເລັດ ຫຼື ລົ້ມເຫຼວໃນການສະແຫວງຫາຂອງພວກເຂົາ, ທຸກການກະທໍາແມ່ນມີເຫດຜົນ ແລະ ມັນບໍ່ເປັນຈິງທີ່ວ່າຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງພວກເຂົາແມ່ນຖືກກຳນົດໂດຍການສະແຫວງຫາຕາມແບບທີ່ພວກເຂົາມັກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 352

ດັ່ງທີ່ເຮົາໄດ້ກ່າວແລ້ວວ່າ ຄົນທີ່ຕິດຕາມເຮົາກໍ່ມີຫຼາຍ ແຕ່ຄົນທີ່ຮັກເຮົາຢ່າງແທ້ຈິງກໍ່ມີໜ້ອຍ. ບາງເທື່ອ ບາງຄົນອາດເວົ້າວ່າ:...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 141

ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ...