ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 433

ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຄໍາສັບ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ແລ້ວປັດຊະຍາສຳລັບຄວາມສໍາພັນທາງໂລກຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດໄປຕາມພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.

ພຣະວິນຍານບໍລິສຸດພຽງແຕ່ສາມາດປະຕິບັດພາລະກິດໃນຕົວເຈົ້າ ເມື່ອເຈົ້າຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ, ອະທິຖານຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະທົນທຸກໂດຍເຫັນແກ່ການສະແຫວງຫາຄວາມຈິງ. ຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ມີຫຍັງເລີຍ ນອກຈາກຄໍາສັບ ແລະ ຄຳສັ່ງສອນ ແລະ ທິດສະດີທີ່ວ່າງເປົ່າ ແລະ ຄົນທີ່ປາສະຈາກຄວາມຈິງກໍຈະມີແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າໂດຍທຳມະຊາດ. ຄົນປະເພດນີ້ປາຖະໜາພຽງແຕ່ໃຫ້ພຣະເຈົ້າປ່ຽນຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາໃຫ້ເປັນຮ່າງກາຍຝ່າຍວິນຍານເທົ່ານັ້ນ ເພື່ອພວກເຂົາຈະໄດ້ຂຶ້ນສູ່ສະຫວັນຊັ້ນທີສາມ. ຜູ້ຄົນເຫຼົ່ານີ້ຊ່າງໂງ່ຈ້າແທ້ໆ! ທຸກຄົນທີ່ເວົ້າສິ່ງດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ກ່ຽວກັບຄວາມເປັນຈິງ; ຜູ້ຄົນປະເພດນີ້ບໍ່ມີທາງສາມາດຮ່ວມມືກັບພຣະເຈົ້າໄດ້ ແລະ ພຽງແຕ່ສາມາດລໍຖ້າຢູ່ຊື່ໆ. ຖ້າຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຄວາມຈິງຢ່າງຊັດເຈນ ແລະ ຍິ່ງໄປກວ່ານັ້ນ ຖ້າພວກເຂົາຕ້ອງເຂົ້າສູ່ຄວາມຈິງ ແລະ ນໍາເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍຕ້ອງຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ, ຫິວ ແລະ ກະຫາຍຢ່າງແທ້ຈິງ. ເມື່ອເຈົ້າຫິວ ແລະ ກະຫາຍ ແລະ ເມື່ອເຈົ້າຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ, ພຣະວິນຍານຂອງພຣະເຈົ້າຈະສຳຜັດເຈົ້າຢ່າງແນ່ນອນ ແລະ ປະຕິບັດພາລະກິດພາຍໃນຕົວເຈົ້າ ເຊິ່ງຈະນໍາແສງສະຫວ່າງມາສູ່ຕົວເຈົ້າຫຼາຍຂຶ້ນ, ມອບຄວາມຮູ້ກ່ຽວກັບຄວາມເປັນຈິງໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ໃຫ້ການຊ່ວຍເຫຼືອກັບຊີວິດຂອງເຈົ້າຫຼາຍຍິ່ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 338

ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 124

ຊ່ວງເວລາທີສາມ: ການເປັນອິດສະຫຼະ ຫຼັງຈາກທີ່ຜູ້ຄົນໄດ້ຂ້າມຜ່ານໄວເດັກ ແລະ ໄວໜຸ່ມ ແລະ ສຸດທ້າຍກໍກ້າວເຂົ້າສູ່ການເປັນຜູ້ໃຫຍ່ຢ່າງຫຼີກເວັ້ນບໍ່ໄດ້,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 68

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີເຈດຕະນາຂອງເຮົາຢູ່ພາຍໃນພວກເຂົາ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 598

ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ....