ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 431

ພວກເຈົ້າຄວນສຶກສາບົດຮຽນຕາມຄວາມເປັນຈິງຫຼາຍຂຶ້ນກວ່າເກົ່າ. ບໍ່ຈໍາເປັນຕ້ອງມີຄໍາເວົ້າທີ່ຟັງຄືໃຫຍ່ໂຕແຕ່ເປົ່າວ່າງທີ່ຜູ້ຄົນເຊີດຊູ. ເມື່ອເວົ້າເຖິງການສົນທະນາກ່ຽວກັບຄວາມຮູ້, ແຕ່ລະຄົນແມ່ນມີຄວາມຮູ້ສູງກວ່າຄົນອື່ນໆ ແຕ່ພວກເຂົາກໍຍັງບໍ່ມີເສັ້ນທາງເພື່ອປະຕິບັດ. ມີຈັກຄົນທີ່ເຂົ້າໃຈຫຼັກການຂອງການປະຕິບັດ? ມີຈັກຄົນທີ່ໄດ້ຮຽນຮູ້ບົດຮຽນຕົວຈິງ? ໃຜສາມາດສົນທະນາກ່ຽວກັບຄວາມເປັນຈິງແດ່? ການທີ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງພຣະທໍາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຈະມີວຸດທິພາວະທີ່ແທ້ຈິງ; ມັນພຽງແຕ່ສະແດງໃຫ້ເຫັນວ່າ ເຈົ້າເກີດມາພ້ອມກັບຄວາມສະຫຼາດ, ເຈົ້າມີພອນສະຫວັນ. ຜົນຮັບຈະບໍ່ມີຫຍັງເລີຍຖ້າເຈົ້າບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງໄດ້ ແລະ ເຈົ້າຈະເປັນຂີ້ເຫຍື້ອທີ່ໄຮ້ປະໂຫຍດ! ເຈົ້າບໍ່ໄດ້ທໍາທ່າບໍ ຖ້າເຈົ້າບໍ່ສາມາດເວົ້າສິ່ງໃດໜຶ່ງກ່ຽວກັບເສັ້ນທາງຕົວຈິງໃນການປະຕິບັດ? ເຈົ້າຈະບໍ່ໄດ້ທໍາທ່າບໍ ຖ້າເຈົ້າບໍ່ສາມາດສະໜອງປະສົບການຕົວຈິງຂອງເຈົ້າເອງໃຫ້ແກ່ຄົນອື່ນ ເພື່ອເປັນການໃຫ້ບົດຮຽນທີ່ພວກເຂົາສາມາດຮຽນຮູ້ ຫຼື ເປັນເສັ້ນທາງທີ່ພວກເຂົາສາມາດຕິດຕາມໄດ້? ເຈົ້າບໍ່ແມ່ນຄົນຫຼອກລວງບໍ? ເຈົ້າມີຄຸນຄ່າຫຍັງ? ຄົນດັ່ງກ່າວພຽງແຕ່ສາມາດຫຼິ້ນໃນສ່ວນຂອງ “ຜູ້ຄິດຄົ້ນທິດສະດີຂອງສັງຄົມນິຍົມ” ແລະ ບໍ່ແມ່ນ “ຜູ້ປະກອບສ່ວນທີ່ເຮັດໃຫ້ເກີດມີສັງຄົມນິຍົມ”. ການບໍ່ມີຄວາມເປັນຈິງແມ່ນການບໍ່ມີຄວາມຈິງ. ການບໍ່ມີຄວາມເປັນຈິງແມ່ນບໍ່ມີປະໂຫຍດຫຍັງເລີຍ. ການບໍ່ມີຄວາມເປັນຈິງແມ່ນການເປັນຊາກສົບທີ່ຍ່າງໄດ້. ການບໍ່ມີຄວາມເປັນຈິງແມ່ນການເປັນ “ນັກຄິດທິດສະດີມາກ-ເລນິນ” ທີ່ບໍ່ມີຄ່າໃນການອ້າງອີງ. ເຮົາຂໍແນະນໍາໃຫ້ພວກເຈົ້າແຕ່ລະຄົນເຊົາເວົ້າກ່ຽວກັບທິດສະດີ ແລະ ໃຫ້ເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ເປັນຈິງ, ບາງສິ່ງບາງຢ່າງທີ່ແທ້ຈິງ ແລະ ມີຄວາມຈິງ; ສຶກສາ “ສິລະປະທັນສະໄໝ” ບາງຢ່າງ, ເວົ້າບາງສິ່ງຕາມຄວາມເປັນຈິງ, ປະກອບສ່ວນບາງສິ່ງຕາມຄວາມເປັນຈິງ ແລະ ມີຈິດໃຈບາງສ່ວນໃນການອຸທິດຕົນ. ຈົ່ງຜະເຊີນໜ້າກັບຄວາມເປັນຈິງໃນເວລາເວົ້າ ແລະ ບໍ່ໃຫ້ໝົກມຸ້ນກັບຄໍາເວົ້າທີ່ບໍ່ມີຄວາມເປັນຈິງ ແລະ ເວົ້າເກີນຄວາມຈິງເພື່ອເຮັດໃຫ້ຜູ້ຄົນຮູ້ສຶກສະບາຍໃຈ ຫຼື ຢືນຂຶ້ນ ແລະ ໃຫ້ຄວາມສໍາຄັນຕໍ່ເຈົ້າ. ມັນມີຄ່າຢູ່ບ່ອນໃດ? ມັນມີຜົນປະໂຫຍດຫຍັງໃນການເຮັດໃຫ້ຜູ້ຄົນປະຕິບັດຕໍ່ເຈົ້າຢ່າງອົບອຸ່ນແບບນັ້ນ? ຈົ່ງມີ “ມີສິລະປະ” ໃນການປາໄສຂອງເຈົ້າ, ຈົ່ງປະພຶດຕົນຢ່າງຍຸຕິທໍາຫຼາຍຂຶ້ນ, ຈົ່ງມີເຫດຜົນຫຼາຍຂຶ້ນໃນວິທີທາງທີ່ເຈົ້າຈັດການສິ່ງຕ່າງໆ, ໃຫ້ເວົ້າໃນສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ຄິດໃສ່ການນໍາຜົນປະໂຫຍດມາສູ່ຄົວເຮືອນຂອງພຣະເຈົ້າໃນທຸກການກະທໍາຂອງເຈົ້າ, ໃຫ້ຟັງຄວາມສຳນຶກຂອງເຈົ້າເອງເມື່ອຄວາມຮູ້ສຶກຂອງເຈົ້າໄດ້ອອກມາ, ຢ່າຕອບແທນຄວາມເມດຕາດ້ວຍຄວາມກຽດຊັງ ຫຼື ອັກກະຕັນຍູຕໍ່ຄວາມເມດຕາ ແລະ ຢ່າເປັນຄົນໜ້າຊື່ໃຈຄົດ ເພື່ອບໍ່ໃຫ້ເຈົ້າມີອິດທິພົນທີ່ບໍ່ດີ. ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃຫ້ເຊື່ອມໂຍງສິ່ງເຫຼົ່ານັ້ນເຂົ້າໃກ້ກັບຄວາມເປັນຈິງຍິ່ງຂຶ້ນ ແລະ ເມື່ອເຈົ້າສົນທະນາ ກໍຂໍໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ. ຢ່າຍົກສູງຕົວເອງ; ສິ່ງນີ້ຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈ. ໃນການພົວພັນກັບຄົນອື່ນ, ໃຫ້ອົດທົນກວ່າເກົ່າ, ໃຫ້ອ່ອນໂຍນກວ່າເກົ່າ, ໃຫ້ມີໃຈເອື້ອເຟື້ອເພື່ອແພ່ຫຼາຍຂຶ້ນ ແລະ ໃຫ້ຮຽນຮູ້ຈາກ “ຈິດໃຈຂອງນາຍົກລັດຖະມົນຕີ”[ກ]. ເມື່ອເຈົ້າມີຄວາມຄິດທີ່ບໍ່ດີ ກໍຂໍໃຫ້ກະບົດຕໍ່ເນື້ອໜັງຫຼາຍກວ່າເກົ່າ. ເມື່ອເຈົ້າກໍາລັງເຮັດວຽກ, ໃຫ້ເວົ້າເຖິງເສັ້ນທາງທີ່ເປັນຈິງຫຼາຍຂຶ້ນ ແລະ ບໍ່ໃຫ້ເວົ້າສູງສົ່ງເກີນໄປ ຫຼື ບໍ່ສະນັ້ນ ຄໍາເວົ້າຂອງເຈົ້າກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຍາກ. ມ່ວນຊື່ນໃຫ້ໜ້ອຍລົງ, ປະກອບສ່ວນໃຫ້ຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນຈິດໃຈອັນເສຍສະຫຼະແຫ່ງການອຸທິດຕົນຂອງເຈົ້າ. ໃຫ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ, ເຊື່ອຟັງຈິດສໍານຶກຂອງເຈົ້າຫຼາຍຂຶ້ນ, ໃຫ້ໃສ່ໃຈຫຼາຍຂຶ້ນ, ຈົ່ງຢ່າລືມວິທີທີ່ພຣະເຈົ້າເວົ້າກັບພວກເຈົ້າຢ່າງອົດທົນ ແລະ ຢ່າງຈິງຈັງໃນທຸກໆມື້. ໃຫ້ອ່ານ “ປະຕິທິນສະບັບເກົ່າ” ຫຼາຍຂຶ້ນກວ່າເກົ່າ. ໃຫ້ອະທິຖານຫຼາຍກວ່າເກົ່າ ແລະ ສົນທະນາເປັນປະຈໍາຫຼາຍກວ່າເກົ່າ. ຢຸດສັບສົນ; ສະແດງຄວາມຮູ້ສຶກ ແລະ ຮັບຄວາມເຂົ້າໃຈບາງຢ່າງ. ເມື່ອມືທີ່ຜິດບາບຂອງເຈົ້າຍື່ນອອກໄປ, ກໍໃຫ້ດຶງມັນກັບຄືນມາ; ບໍ່ໃຫ້ມັນຍື່ນອອກໄປໄກຫຼາຍ. ມັນບໍ່ມີປະໂຫຍດ ແລະ ສິ່ງທີ່ເຈົ້າໄດ້ຮັບຈາກພຣະເຈົ້າຈະບໍ່ມີຫຍັງ ນອກຈາກຄໍາສາບແຊ່ງ; ດັ່ງນັ້ນ ຈົ່ງໃຫ້ລະວັງ. ຈົ່ງໃຫ້ຫົວໃຈຂອງເຈົ້າມີເມດຕາຕໍ່ຜູ້ອື່ນ ແລະ ບໍ່ໃຫ້ຕົບຕີດ້ວຍອາວຸດຢູ່ໃນມືສະເໝີ. ໃຫ້ສົນທະນາກ່ຽວກັບຄວາມຮູ້ດ້ານຄວາມຈິງໃຫ້ຫຼາຍຍິ່ງຂຶ້ນ ແລະ ເວົ້າກ່ຽວກັບຊີວິດໃຫ້ຫຼາຍກວ່າເກົ່າ ໂດຍຮັກສານໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ. ໃຫ້ເຮັດຫຼາຍຂຶ້ນ ແລະ ເວົ້າໜ້ອຍລົງ. ໃຫ້ປະຕິບັດຫຼາຍຂຶ້ນ ແລະ ຄົ້ນຄວ້າ ແລະ ວິເຄາະໜ້ອຍລົງ. ໃຫ້ພຣະວິນຍານບໍລິສຸດປຸກໃຈຕົວເຈົ້າຫຼາຍຂຶ້ນ ແລະ ໃຫ້ໂອກາດກັບພຣະເຈົ້າຫຼາຍຂຶ້ນເພື່ອເຮັດໃຫ້ເຈົ້າສົມບູນ. ກໍາຈັດອົງປະກອບຂອງມະນຸດໃຫ້ຫຼາຍຂຶ້ນ; ເຈົ້າຍັງມີວິທີທາງປະຕິບັດສິ່ງຕ່າງໆແບບມະນຸດຫຼາຍຢູ່ ແລະ ວິທີການປະຕິບັດສິ່ງຕ່າງໆແບບຜິວເຜີນ ແລະ ພຶດຕິກໍາຂອງເຈົ້າຍັງເປັນສິ່ງທີ່ຜູ້ອື່ນລັງກຽດຢູ່: ຈົ່ງກໍາຈັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ສະພາບທາງຈິດໃຈຂອງເຈົ້າຍັງເປັນຕາຊັງຫຼາຍຢູ່; ໃຊ້ເວລາໃຫ້ຫຼາຍຂຶ້ນໃນການແກ້ໄຂມັນ. ເຈົ້າຍັງໃຫ້ສະຖານະກັບຜູ້ຄົນຫຼາຍເກີນໄປ; ຈົ່ງໃຫ້ສະຖານະກັບພຣະເຈົ້າຫຼາຍຂຶ້ນ ແລະ ຢ່າເປັນຄົນທີ່ຂາດເຫດຜົນ. “ວິຫານ” ເປັນຂອງພຣະເຈົ້າມາແຕ່ຕົ້ນ ແລະ ຜູ້ຄົນບໍ່ຄວນເຂົ້າໄປຄອບຄອງ. ສະຫຼຸບກໍຄື ໃຫ້ຕັ້ງໃຈກັບຄວາມຊອບທໍາຫຼາຍຂຶ້ນ ແລະ ໃຊ້ຄວາມຮູ້ສຶກໜ້ອຍລົງ. ມັນຈະດີທີ່ສຸດຖ້າເຈົ້າກໍາຈັດເນື້ອໜັງ; ສົນທະນາໃຫ້ຫຼາຍຂຶ້ນກ່ຽວກັບຄວາມເປັນຈິງ ແລະ ໃຫ້ເວົ້າໜ້ອຍລົງກ່ຽວກັບຄວາມຮູ້; ມັນຈະດີທີ່ສຸດຖ້າເຈົ້າມິດງຽບ ແລະ ບໍ່ເວົ້າຫຍັງເລີຍ, ໃຫ້ເວົ້າກ່ຽວກັບເສັ້ນທາງຂອງການປະຕິບັດໃຫ້ຫຼາຍຂຶ້ນ ແລະ ໃຫ້ລົດຄວາມໂອ້ອວດທີ່ບໍ່ມີຄ່ານັ້ນລົງ ແລະ ມັນຈະດີທີ່ສຸດຖ້າເຈົ້າເລີ່ມປະຕິບັດແຕ່ດຽວນີ້ເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

ໝາຍເຫດ:

ກ. ຈິດໃຈຂອງນາຍົກລັດຖະມົນຕີ: ເປັນສຸພາສິດດັ່ງເດີມຂອງປະເທດຈີນທີ່ໃຊ້ໃນການພັນລະນາເຖິງຜູ້ຄົນທີ່ມີຈິດໃຈກວ້າງຂວາງ ແລະ ເອື້ອເຟື້ອເພື່ອແພ່.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 260

ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 169

ບາງຄົນສົງໄສວ່າ “ເປັນຫຍັງຕ້ອງເປັນພຣະເຈົ້າເອງທີ່ເລີ່ມຕົ້ນຍຸກໃດໜຶ່ງ? ສິ່ງທີ່ຖືກສ້າງບໍ່ສາມາດເຮັດແທນພຣະອົງໄດ້ບໍ?” ພວກເຈົ້າທຸກຄົນຮູ້ວ່າ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 297

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ...