ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 427

ການປະຕິບັດຄວາມຈິງແມ່ນເສັ້ນທາງທີ່ຊີວິດຂອງມະນຸດສາມາດເຕີບໃຫຍ່. ຖ້າພວກເຈົ້າບໍ່ປະຕິບັດຄວາມຈິງ, ແລ້ວພວກເຈົ້າກໍ່ຈະເຫຼືອພຽງແຕ່ທິດສະດີ ແລະ ພວກເຈົ້າກໍຈະບໍ່ມີຊີວິດທີ່ເປັນຈິງ. ຄວາມຈິງແມ່ນສັນຍາລັກແຫ່ງວຸດທິພາວະຂອງມະນຸດ ແລະ ບໍ່ວ່າເຈົ້າຈະປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າເຈົ້າມີວຸດທິພາວະທີ່ເປັນຈິງ ຫຼື ບໍ່. ຖ້າເຈົ້າບໍ່ປະຕິບັດຄວາມຈິງ, ບໍ່ປະພຶດຢ່າງຊອບທຳ ຫຼື ຫວັ່ນໄຫວໄປມາຕາມຄວາມຮູ້ສຶກ ແລະ ສົນໃຈແຕ່ເນື້ອໜັງ, ແລ້ວເຈົ້າແມ່ນຍັງໄກຫຼາຍໃນເລື່ອງການຮັກສາພຣະບັນຍັດ. ນີ້ແມ່ນບົດຮຽນທີ່ເລິກເຊິ່ງທີ່ສຸດ. ໃນທຸກຍຸກ, ມີຄວາມຈິງຫຼາຍປະການທີ່ຈະໃຫ້ມະນຸດຈຳເປັນຕ້ອງມີເພື່ອເຂົ້າສູ່ ແລະ ເຂົ້າໃຈ, ແຕ່ໃນແຕ່ລະຍຸກແມ່ນມີພຣະບັນຍັດແຕກຕ່າງກັນທີ່ຕິດຕາມກັບຄວາມຈິງເຫຼົ່ານີ້. ຄວາມຈິງທີ່ຜູ້ຄົນປະຕິບັດແມ່ນກ່ຽວຂ້ອງກັບຍຸກດັ່ງກ່າວໂດຍສະເພາະ ແລະ ດ້ວຍເຫດນັ້ນກໍ່ກ່ຽວຂ້ອງກັບພຣະບັນຍັດທີ່ພວກເຂົາຮັກສາເຊັ່ນກັນ. ແຕ່ລະຍຸກມີຄວາມຈິງຂອງມັນເອງໃຫ້ປະຕິບັດຕາມ ແລະ ມີພຣະບັນຍັດໃຫ້ຮັກສາ. ເຖິງຢ່າງໃດກໍ່ຕາມ, ອີງຕາມພຣະບັນຍັດຕ່າງໆທີ່ພຣະເຈົ້າປະກາດໃຊ້ ນັ້ນກໍ່ຄື ອີງຕາມຍຸກທີ່ແຕກຕ່າງກັນ, ເປົ້າໝາຍ ແລະ ຜົນສະທ້ອນຂອງການປະຕິບັດຄວາມຈິງຂອງມະນຸດແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ມັນສາມາດເວົ້າໄດ້ວ່າພຣະບັນຍັດຮັບໃຊ້ຄວາມຈິງ ແລະ ຄວາມຈິງກໍ່ເກີດຂຶ້ນເພື່ອຮັກສາພຣະບັນຍັດ. ຖ້າມີພຽງແຕ່ຄວາມຈິງ ແລ້ວມັນກໍ່ຈະບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າໃຫ້ກ່າວເຖິງເລີຍ. ເຖິງຢ່າງໃດກໍ່ຕາມ, ໂດຍອ້າງອີງເຖິງພຣະບັນຍັດ, ມະນຸດສາມາດລະບຸເຖິງຂອບເຂດກະແສໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມະນຸດສາມາດຮູ້ຈັກຍຸກທີ່ພຣະເຈົ້າປະຕິບັດພາລະກິດ. ໃນທາງສາສະໜາ, ມີຫຼາຍຄົນທີ່ສາມາດປະຕິບັດຄວາມຈິງທີ່ເຄີຍຖືກປະຕິບັດໂດຍຜູ້ຄົນໃນຍຸກແຫ່ງພຣະບັນຍັດ. ເຖິງຢ່າງໃດກໍ່ຕາມ, ພວກເຂົາບໍ່ມີພຣະບັນຍັດແຫ່ງຍຸກໃໝ່ ຫຼື ພວກເຂົາບໍ່ສາມາດຮັກສາພຣະບັນຍັດແຫ່ງຍຸກໃໝ່ໄດ້. ພວກເຂົາຍັງຮັກສາຫົນທາງເກົ່າ ແລະ ຍັງຄົງເປັນມະນຸດໃນສະໄໝເດີມ. ພວກເຂົາບໍ່ໄດ້ຮັບວິທີການໃໝ່ຂອງພາລະກິດ ແລະ ບໍ່ສາມາດເຫັນພຣະບັນຍັດແຫ່ງຍຸກໃໝ່. ເມື່ອເປັນດັ່ງນັ້ນ, ພວກເຂົາຈຶ່ງບໍ່ມີພາລະກິດຂອງພຣະເຈົ້າ. ມັນເປັນຄືກັບວ່າ ພວກເຂົາມີພຽງແຕ່ເປືອກໄຂ່ເປົ່າ; ຖ້າບໍ່ມີລູກໄກ່ຢູ່ຂ້າງໃນ, ແລ້ວມັນກໍ່ຈະບໍ່ມີຈິດວິນຍານ. ຖ້າຈະເວົ້າໃຫ້ຖືກກວ່ານີ້ກໍ່ຄື ພວກເຂົາບໍ່ມີຊີວິດ. ມະນຸດດັ່ງກ່າວບໍ່ທັນໄດ້ເຂົ້າສູ່ຍຸກໃໝ່ ແລະ ຫຼ້າຫຼັງໃນຫຼາຍບາດກ້າວ. ສະນັ້ນ, ການມີຄວາມຈິງຈາກຍຸກເດີມແຕ່ບໍ່ມີພຣະບັນຍັດແຫ່ງຍຸກໃໝ່ກໍ່ບໍ່ມີປະໂຫຍດຫຍັງ. ພວກເຈົ້າຫຼາຍຄົນປະຕິບັດຄວາມຈິງໃນປັດຈຸບັນ ແຕ່ບໍ່ໄດ້ຮັກສາພຣະບັນຍັດໃນປັດຈຸບັນ. ພວກເຈົ້າຈະບໍ່ໄດ້ຮັບຫຍັງເລີຍ ແລະ ຄວາມຈິງທີ່ພວກເຈົ້າປະຕິບັດຈະບໍ່ມີຄ່າຫຍັງ ແລະ ບໍ່ມີຄວາມໝາຍ ແລະ ພຣະເຈົ້າຈະບໍ່ຍ້ອງຍໍເຈົ້າ. ການປະຕິບັດຄວາມຈິງຕ້ອງຖືກເຮັດໃຫ້ສຳເລັດພາຍໃນຂອບເຂດວິທີການຂອງພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ມັນຕ້ອງຖືກເຮັດໃຫ້ສຳເລັດຕາມສຽງຂອງພຣະເຈົ້າທີ່ເປັນຈິງໃນປັດຈຸບັນ. ຖ້າປາສະຈາກສິ່ງນີ້, ທຸກສິ່ງກໍ່ຈະສູນເປົ່າ, ຄືກັບການພະຍາຍາມຕັກນໍ້າດ້ວຍກະຕ່າໄມ້ໄຜ່. ນີ້ແມ່ນຄວາມໝາຍຕົວຈິງຂອງການປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່. ຖ້າຜູ້ຄົນສາມາດປະຕິບັດຕາມພຣະບັນຍັດ, ຢ່າງໜ້ອຍທີ່ສຸດ ພວກເຂົາກໍ່ຄວນຈະຮູ້ຈັກ ແລະ ບໍ່ສັບສົນກ່ຽວກັບພຣະເຈົ້າທີ່ແທ້ຈິງຜູ້ເຊິ່ງປາກົດໃນເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍ່ຄື ຜູ້ຄົນຄວນເຂົ້າໃຈຫຼັກການແຫ່ງການປະຕິບັດຕາມພຣະບັນຍັດ. ການປະຕິບັດຕາມພຣະບັນຍັດບໍ່ໄດ້ໝາຍເຖິງການປະຕິບັດຕາມບຸນຕາມກຳ ຫຼື ຕາມອຳເພີໃຈ, ແຕ່ໝາຍເຖິງການປະຕິບັດຕາມພຣະບັນຍັດໂດຍມີພື້ນຖານ, ມີຈຸດປະສົງ ແລະ ມີຫຼັກການ. ສິ່ງທຳອິດທີ່ຈະຖືກບັນລຸກໍ່ຄືໃຫ້ນິມິດຂອງເຈົ້າຊັດເຈນ. ຖ້າເຈົ້າມີຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດໃນເວລາປັດຈຸບັນ ແລະ ຖ້າເຈົ້າເຂົ້າສູ່ວິທີການຂອງພາລະກິດໃນປັດຈຸບັນ, ແລ້ວເຈົ້າຈະໄດ້ຮັບຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບການຮັກສາພຣະບັນຍັດ. ຖ້າຮອດມື້ທີ່ເຈົ້າເບິ່ງທະລຸແກ່ນແທ້ຂອງພຣະບັນຍັດແຫ່ງຍຸກໃໝ່ ແລະ ເຈົ້າສາມາດຮັກສາພຣະບັນຍັດນັ້ນໄວ້ໄດ້, ແລ້ວເຈົ້າກໍ່ຈະຖືກເຮັດໃຫ້ສົມບູນ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດ. ບໍ່ວ່າເຈົ້າຈະສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວິທີການທີ່ເຈົ້າຮັບຮູ້ແກ່ນແທ້ຂອງພຣະບັນຍັດແຫ່ງຍຸກໃໝ່. ພາລະກິດຂອງພຣະວິນຍານບໍລິສຸດຈະປາກົດຕໍ່ມະນຸດຢ່າງຕໍ່ເນື່ອງ ແລະ ພຣະເຈົ້າຈະຮຽກຮ້ອງຈາກມະນຸດຫຼາຍຂຶ້ນໄປເລື້ອຍໆ. ສະນັ້ນ, ຄວາມຈິງທີ່ມະນຸດນໍາໄປປະຕິບັດກໍ່ຈະມີຫຼາຍຂຶ້ນກວ່າເກົ່າ ແລະ ຍິ່ງໃຫຍ່ຂຶ້ນ ແລະ ຜົນໄດ້ຮັບຈາກການຮັກສາພຣະບັນຍັດກໍ່ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສະນັ້ນ, ພວກເຈົ້າຕ້ອງປະຕິບັດຄວາມຈິງ ແລະ ຮັກສາພຣະບັນຍັດໃນເວລາດຽວກັນ. ບໍ່ມີຜູ້ໃດຄວນລະເລີຍເລື່ອງນີ້; ປ່ອຍໃຫ້ຄວາມຈິງໃໝ່ ແລະ ພຣະບັນຍັດໃໝ່ເລີ່ມຕົ້ນໄປພ້ອມກັນໃນຍຸກໃໝ່ນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 417

ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ? ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 321

ພວກເຈົ້າປາຖະໜາທີ່ຈະໃຫ້ພຣະເຈົ້າພໍໃຈໃນຕົວພວກເຈົ້າ ແຕ່ພວກເຈົ້າຫ່າງເຫີນຈາກພຣະເຈົ້າຫຼາຍ. ແມ່ນຫຍັງຄືບັນຫາໃນທີ່ນີ້?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 301

ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຊີ້ນໍາຢ່າງຜິດໆ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 16

ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ...