ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 416

ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ.

ຄຳອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນເປັນການບອກພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ສື່ໂອ້ລົມກັບພຣະເຈົ້າເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະອົງ, ສື່ໂອ້ລົມກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ຮູ້ສຶກວ່າພຣະອົງຢູ່ທີ່ນັ້ນຕໍ່ໜ້າເຈົ້າ ແລະ ເຊື່ອວ່າເຈົ້າມີບາງສິ່ງໃຫ້ເວົ້າກັບພຣະອົງ. ຫົວໃຈຂອງເຈົ້າຮູ້ສຶກຄືວ່າເຕັມໄປດ້ວຍແສງສະຫວ່າງ ແລະ ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ. ເຈົ້າຮູ້ສຶກມີແຮງດົນບັນດານໃຈເປັນພິເສດ ແລະ ການຮັບຟັງເຈົ້າໄດ້ນໍາຄວາມພໍໃຈມາສູ່ອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຂົາຈະຮູ້ສຶກວ່າຄໍາເວົ້າທີ່ເຈົ້າກ່າວແມ່ນຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ, ຄຳເວົ້າທີ່ພວກເຂົາປາຖະໜາຈະເວົ້າ, ຄືກັບວ່າຄຳເວົ້າຂອງເຈົ້າເປັນຄຳເວົ້າແທນພວກເຂົາເອງ. ນີ້ຄືຄວາມໝາຍຂອງຄຳອະທິຖານທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີສ່ວນຮ່ວມໃນການອະທິຖານຢ່າງແທ້ຈິງ, ຫົວໃຈຂອງເຈົ້າກໍ່ຈະສະຫງົບສຸກ ແລະ ຈະຮູ້ຈັກຄວາມພໍໃຈ. ພາລະກຳລັງທີ່ຈະຮັກພຣະເຈົ້າແມ່ນສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີສິ່ງໃດທີ່ຈະມີຄ່າ ຫຼື ມີຄວາມໝາຍໃນຊີວິດຫຼາຍກວ່າການຮັກພຣະເຈົ້າ. ທັງໝົດນີ້ຈະພິສູດວ່າຄໍາອະທິຖານຂອງເຈົ້າແມ່ນມີປະສິດທິຜົນ. ເຈົ້າເຄີຍອະທິຖານໃນລັກສະນະນັ້ນບໍ?

ແລ້ວເນື້ອໃນຂອງຄໍາອະທິຖານເດ? ຄຳອະທິຖານຂອງເຈົ້າຄວນດຳເນີນໄປເທື່ອລະບາດກ້າວ ໂດຍສອດຄ່ອງກັບສະພາວະທີ່ແທ້ຈິງໃນຫົວໃຈຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ເຈົ້າສາມາດສື່ສານກັບພຣະເຈົ້າຕາມເຈດຕະນາຂອງພຣະອົງ ແລະ ຕາມສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດ. ເມື່ອເຈົ້າເລີ່ມປະຕິບັດການອະທິຖານ, ກ່ອນອື່ນແມ່ນໃຫ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ຢ່າພະຍາຍາມເຂົ້າໃຈເຈດຕະນາຂອງພຣະເຈົ້າ, ພຽງແຕ່ພະຍາຍາມກ່າວຄໍາເວົ້າທີ່ຢູ່ພາຍໃນໃຈຂອງເຈົ້າຕໍ່ພຣະເຈົ້າ. ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າແລ້ວ, ໃຫ້ກ່າວໃນລັກສະນະນີ້: “ໂອ້ ພຣະເຈົ້າ! ຂ້ານ້ອຍຫາກໍ່ຮູ້ມື້ນີ້ວ່າຂ້ານ້ອຍເຄີຍກະບົດຕໍ່ພຣະອົງ. ຂ້ານ້ອຍເປັນຄົນເສື່ອມຊາມ ແລະ ເປັນຕາລັງກຽດແທ້ໆ. ຂ້ານ້ອຍໄດ້ເສຍເວລາໃນຊີວິດຂອງຂ້ານ້ອຍເທົ່ານັ້ນ. ນັບຕັ້ງແຕ່ມື້ນີ້ໄປ, ຂ້ານ້ອຍຈະດໍາລົງຊີວິດຢູ່ເພື່ອພຣະອົງເຈົ້າ. ຂ້ານ້ອຍຈະໃຊ້ຊີວິດຢ່າງມີຄວາມໝາຍ ແລະ ເຮັດຕາມເຈດຕະນາຂອງພຣະອົງ. ຂໍໃຫ້ພຣະວິນຍານຂອງພຣະອົງປະຕິບັດພາລະກິດຢູ່ໃນຕົວຂ້ານ້ອຍຢູ່ສະເໝີ, ສ່ອງແສງສະຫວ່າງ ແລະ ມອບແສງເຍືອງທາງໃຫ້ແກ່ຂ້ານ້ອຍຢ່າງຕໍ່ເນື່ອງ. ຂໍໃຫ້ຂ້ານ້ອຍເປັນພະຍານຢ່າງເຂັ້ມແຂງ ແລະ ດັງກ້ອງກັງວານຕໍ່ໜ້າພຣະອົງ. ຂໍໃຫ້ຊາຕານເຫັນເຖິງສະຫງ່າລາສີຂອງພຣະອົງ, ຄຳພະຍານຂອງພຣະອົງ ແລະ ຂໍໃຫ້ຫຼັກຖານໄຊຊະນາຂອງພຣະອົງສຳແດງໃນພວກຂ້ານ້ອຍ”. ເມື່ອເຈົ້າອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າຈະຖືກປົດປ່ອຍເປັນອິດສະຫຼະຢ່າງສົມບູນ. ເມື່ອໄດ້ອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າກໍ່ຈະໃກ້ຊິດກັບພຣະເຈົ້າຍິ່ງຂຶ້ນ ແລະ ຖ້າເຈົ້າສາມາດອະທິຖານໃນລັກສະນະນີ້ຢູ່ເລື້ອຍໆ, ພຣະວິນຍານບໍລິສຸດກໍ່ຈະປະຕິບັດພາລະກິດໃນຕົວເຈົ້າຢ່າງຫຼີກເວັ້ນບໍ່ໄດ້. ຖ້າເຈົ້າເອີ້ນຫາພຣະເຈົ້າໃນລັກສະນະນີ້ຢູ່ສະເໝີ ແລະ ຕັ້ງໃຈຕໍ່ໜ້າພຣະອົງ, ມື້ໜຶ່ງທີ່ຄວາມຕັ້ງໃຈຂອງເຈົ້າຈະສາມາດເປັນທີ່ຍອມຮັບຕໍ່ໜ້າພຣະເຈົ້າກໍ່ຈະມາເຖິງ, ເມື່ອຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຖືກຮັບເອົາໂດຍພຣະເຈົ້າ ແລະ ໃນທີ່ສຸດແລ້ວ ເຈົ້າກໍ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ສຳລັບພວກເຈົ້າແລ້ວ, ຄຳອະທິຖານມີຄວາມສໍາຄັນທີ່ສຸດ. ເມື່ອເຈົ້າອະທິຖານ ແລະ ເຈົ້າໄດ້ຮັບເອົາພາລະກິດຈາກພຣະວິນຍານບໍລິສຸດ, ຫົວໃຈຂອງເຈົ້າກໍ່ຈະໄດ້ຮັບການດົນບັນດານໂດຍພຣະເຈົ້າ ແລະ ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະເກີດຂຶ້ນ. ຖ້າເຈົ້າບໍ່ອະທິຖານດ້ວຍຫົວໃຈຂອງເຈົ້າ, ຖ້າເຈົ້າບໍ່ເປີດຫົວໃຈຂອງເຈົ້າເພື່ອສື່ສານກັບພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ຫຼັງຈາກທີ່ໄດ້ອະທິຖານ ແລະ ກ່າວຄຳເວົ້າຈາກຫົວໃຈຂອງເຈົ້າ, ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ເລີ່ມພາລະກິດຂອງພຣະອົງ ແລະ ເຈົ້າບໍ່ໄດ້ຮັບການດົນບັນດານໃຈເລີຍ, ແລ້ວນີ້ກໍ່ສະແດງວ່າຫົວໃຈຂອງເຈົ້າຂາດຄວາມຈິງຈັງ, ຄໍາເວົ້າຂອງເຈົ້າບໍ່ເປັນຈິງ ແລະ ຍັງບໍ່ບໍລິສຸດ. ຫຼັງຈາກທີ່ໄດ້ອະທິຖານ ຖ້າເຈົ້າມີຄວາມຮູ້ສຶກພໍໃຈ, ແລ້ວຄໍາອະທິຖານຂອງເຈົ້າກໍ່ເປັນທີ່ຍອມຮັບໄດ້ຕໍ່ພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຈະເຮັດພາລະກິດໃນຕົວເຈົ້າ. ໃນຖານະຄົນທີ່ຮັບໃຊ້ຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ສາມາດເຮັດໂດຍບໍ່ມີຄຳອະທິຖານ. ຖ້າເຈົ້າເຫັນວ່າການສື່ສານກັບພຣະເຈົ້າເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າຢ່າງແທ້ຈິງ, ແລ້ວເຈົ້າຈະສາມາດປະຖິ້ມການອະທິຖານໄດ້ບໍ? ບໍ່ມີຜູ້ໃດສາມາດເຮັດໄດ້ໂດຍບໍ່ມີການສື່ສານກັບພຣະເຈົ້າ. ຖ້າບໍ່ມີການອະທິຖານ, ເຈົ້າກໍ່ດຳລົງຊີວິດຢູ່ໃນເນື້ອໜັງ, ໃນພັນທະນາການຕໍ່ຊາຕານ; ຖ້າບໍ່ມີການອະທິຖານຢ່າງແທ້ຈິງ, ເຈົ້າກໍ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ເຮົາຫວັງວ່າພວກເຈົ້າທີ່ເປັນອ້າຍເອື້ອຍນ້ອງຈະສາມາດເຂົ້າຮ່ວມໃນການອະທິຖານຢ່າງແທ້ຈິງໃນແຕ່ລະມື້. ນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ, ແຕ່ກ່ຽວກັບການບັນລຸຜົນໃດໜຶ່ງ. ເຈົ້າເຕັມໃຈທີ່ຈະເສຍສະຫຼະການຫຼັບນອນ ແລະ ຄວາມເພີດເພີນເລັກໆນ້ອຍໆເພື່ອລຸກຂຶ້ນມາໃນຕອນເຊົ້າເພື່ອອະທິຖານໃນຕອນເຊົ້າ ແລະ ເພີດເພີນກັບພຣະທຳຂອງພຣະເຈົ້າບໍ? ຖ້າເຈົ້າອະທິຖານດ້ວຍຫົວໃຈທີ່ບໍລິສຸດ ແລະ ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າແບບນີ້, ເຈົ້າກໍ່ເປັນທີ່ຍອມຮັບຫຼາຍຂຶ້ນຕໍ່ພຣະອົງ. ຖ້າເຈົ້າເຮັດແບບນີ້ທຸກໆເຊົ້າ, ຖ້າເຈົ້າປະຕິບັດການມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າໃນທຸກໆມື້, ສື່ສານ ແລະ ພົວພັນກັບພຣະອົງ, ແລ້ວຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍ່ຈະເພິ່ມຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໄດ້ດີຂຶ້ນ. ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ສຳເລັດ. ຂ້ານ້ອຍສາມາດເຮັດໄດ້ພຽງແຕ່ມອບທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ເພື່ອວ່າພຣະອົງອາດໄດ້ຮັບສະຫງ່າລາສີຈາກພວກຂ້ານ້ອຍ, ເພື່ອວ່າພຣະອົງອາດມີຄວາມສຸກກັບຄຳພະຍານທີ່ເກີດຈາກພວກເຮົາຄົນກຸ່ມນີ້. ຂ້ານ້ອຍຂໍໃຫ້ພຣະອົງເຮັດພາລະກິດໃນພວກຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດສາມາດຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາພຣະອົງໂດຍເປັນເປົ້າໝາຍຂອງຂ້ານ້ອຍ”. ເມື່ອເຈົ້າຮັບເອົາພາລະນີ້, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຈົ້າບໍ່ຄວນພຽງແຕ່ອະທິຖານເພື່ອຜົນປະໂຫຍດຂອງເຈົ້າເອງ, ແຕ່ເຈົ້າຄວນອະທິຖານເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ຮັກພຣະອົງອີກດ້ວຍ. ນີ້ຄືຄຳອະທິຖານປະເພດທີ່ແທ້ຈິງທີ່ສຸດ. ເຈົ້າເປັນຄົນທີ່ອະທິຖານເພື່ອເຫັນແກ່ການປະຕິບັດຄວາມປະສົງຂອງພຣະເຈົ້າບໍ?

ໃນອະດີດ, ພວກເຈົ້າບໍ່ຮູ້ຈັກວິທີການອະທິຖານ ແລະ ພວກເຈົ້າເມິນເສີຍເລື່ອງການອະທິຖານ. ຕອນນີ້, ພວກເຈົ້າຕ້ອງເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອຝຶກຝົນຕົນເອງໃຫ້ອະທິຖານ. ຖ້າເຈົ້າບໍ່ສາມາດຮວບຮວມກໍາລັງພາຍໃນຕົວເຈົ້າເພື່ອຮັກພຣະເຈົ້າ, ແລ້ວເຈົ້າຈະອະທິຖານແນວໃດ? ເຈົ້າຈະເວົ້າວ່າ: “ໂອ້ ພຣະເຈົ້າ, ຫົວໃຈຂອງຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງແທ້ຈິງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງ, ແຕ່ຂ້ານ້ອຍຂາດກໍາລັງ. ຂ້ານ້ອຍຄວນເຮັດແນວໃດ? ຂໍໃຫ້ພຣະອົງເປີດຕາຝ່າຍວິນຍານຂອງຂ້ານ້ອຍ ແລະ ຂໍໃຫ້ພຣະວິນຍານຂອງພຣະອົງດົນບັນດານຫົວໃຈຂອງຂ້ານ້ອຍ. ຂໍໃຫ້ມັນເປັນແບບນັ້ນເມື່ອຂ້ານ້ອຍມາຢູ່ຕໍ່ໜ້າພຣະອົງ, ຂ້ານ້ອຍໂຍນທຸກສິ່ງທີ່ບໍ່ດີອອກແລ້ວ, ເຊົາຈາກການຖືກບັງຄັບໂດຍບຸກຄົນ, ເລື່ອງ ຫຼື ສິ່ງໃດໜຶ່ງ ແລະ ວາງຫົວໃຈຂອງຂ້ານ້ອຍຕໍ່ໜ້າພຣະອົງຢ່າງສົມບູນ ແລະ ຂໍໃຫ້ມັນເປັນແບບນັ້ນເພື່ອວ່າຂ້ານ້ອຍອາດຖວາຍການເປັນຢູ່ທັງໝົດຂອງຂ້ານ້ອຍຕໍ່ໜ້າພຣະອົງ. ເຖິງຢ່າງໃດກໍ່ຕາມ, ພຣະອົງອາດທົດສອບຂ້ານ້ອຍ, ຂ້ານ້ອຍພ້ອມແລ້ວ. ຕອນນີ້, ຂ້ານ້ອຍບໍ່ຄຳນຶງເຖິງຄວາມຄາດຫວັງໃນອະນາຄົດຂອງຂ້ານ້ອຍ ຫຼື ຂ້ານ້ອຍບໍ່ໄດ້ຢູ່ພາຍໃຕ້ແອກແຫ່ງຄວາມຕາຍ. ດ້ວຍຫົວໃຈທີ່ຮັກພຣະອົງ, ຂ້ານ້ອຍປາຖະໜາທີ່ຈະສະແຫວງຫາເສັ້ນທາງແຫ່ງຊີວິດ. ທຸກເລື່ອງ, ທຸກສິ່ງ, ມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ; ໂຊກຊະຕາຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ ແລະ ພຣະອົງກຸມຊີວິດຂອງຂ້ານ້ອຍໄວ້ໃນມືຂອງພຣະອົງແທ້ໆ. ຕອນນີ້, ຂ້ານ້ອຍສະແຫວງຫາເພື່ອຮັກພຣະອົງ ແລະ ບໍ່ວ່າພຣະອົງຈະປ່ອຍໃຫ້ຂ້ານ້ອຍຮັກພຣະອົງ ຫຼື ບໍ່, ບໍ່ວ່າຊາຕານຈະລົບກວນແນວໃດກໍຕາມ, ຂ້ານ້ອຍກໍ່ຕັ້ງໃຈທີ່ຈະຮັກພຣະອົງ”. ເມື່ອເຈົ້າພົບກັບບັນຫານີ້, ໃຫ້ອະທິຖານແບບນີ້. ຖ້າເຈົ້າອະທິຖານແບບນີ້ທຸກມື້, ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະມີຫຼາຍຂຶ້ນເທື່ອລະໜ້ອຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 600

ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 365

ຢູ່ເທິງແຜ່ນດິນໂລກ ວິນຍານທີ່ຊົ່ວຮ້າຍທຸກປະເພດອອກຫາບ່ອນພັກຜ່ອນຢູ່ຕະຫຼອດເວລາ ແລະ ຊອກຫາຊາກສົບຂອງມະນຸດ ທີ່ມັນສາມາດກິນໄດ້ຢ່າງບໍ່ມີສິ້ນສຸດ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 142

ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ,...