ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 73

ພຣະເຈົ້າມິດງຽບ ແລະ ບໍ່ເຄີຍປາກົດຕໍ່ພວກເຮົາຈັກເທື່ອ, ແຕ່ພາລະກິດຂອງພຣະອົງບໍ່ເຄີຍຢຸດ. ພຣະອົງກວດສອບແຜ່ນດິນໂລກທັງໝົດ, ປົກຄອງເໜືອທຸກສິ່ງ, ເບິ່ງຄຳເວົ້າທຸກຄໍາ, ການກະທໍາ ແລະ ການເຄື່ອນໄຫວທຸກຢ່າງຂອງມະນຸດ. ພຣະອົງດຳເນີນການຄຸ້ມຄອງຂອງພຣະອົງດ້ວຍແຜນການ ແລະ ຂັ້ນຕອນຢ່າງງຽບໆ ແລະ ໂດຍບໍ່ໄດ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ແຕ່ບາດກ້າວຂອງພຣະອົງກ້າວໄປຂ້າງໜ້າເທື່ອລະກ້າວ, ເຂົ້າໃກ້ມະນຸດຊາດຫຼາຍຂຶ້ນ ແລະ ພຣະທີ່ນັ່ງແຫ່ງການພິພາກສາຂອງພຣະອົງກໍແຜ່ຂະຫຍາຍໄປທົ່ວຈັກກະວານດ້ວຍຄວາມໄວຂອງສາຍຟ້າແມບ ຕິດຕາມດ້ວຍບັນລັງຂອງພຣະອົງລົງມາສູ່ທ່າມກາງພວກເຮົາໂດຍທັນທີ. ຊ່າງເປັນສາກທີ່ສະຫງ່າຜ່າເຜີຍແທ້ໆ, ຊ່າງເປັນພາບທີ່ມີຄວາມສະຫງ່າງາມ ແລະ ງົດງາມແທ້ໆ! ພຣະວິນຍານມາທ່າມກາງບັນດາພວກເຮົາທັງຫຼາຍຄືກັບນົກເຂົາ ແລະ ຄືກັບສິງໂຕແຜດສຽງດັງກຶກກ້ອງ. ພຣະອົງຄືສະຕິປັນຍາ, ພຣະອົງຄືຄວາມຊອບທຳ, ຄວາມສະຫງ່າງາມ ແລະ ພຣະອົງສະເດັດລົງມາຢ່າງງຽບໆທ່າມກາງພວກເຮົາ ໂດຍຖືສິດອຳນາດ ແລະ ເຕັມໄປດ້ວຍຄວາມຮັກກະລຸນາ ແລະ ຄວາມເມດຕາ. ບໍ່ມີໃຜທີ່ຮູ້ສຶກຕົວໃນການມາເຖິງຂອງພຣະອົງ, ບໍ່ມີໃຜຕ້ອນຮັບການມາເຖິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜຮູ້ກ່ຽວກັບທຸກສິ່ງທີ່ພຣະອົງຈະກະທໍາ. ຊີວິດຂອງມະນຸດກໍດຳເນີນຕໍ່ໄປຄືກັບແຕ່ກ່ອນ, ຫົວໃຈຂອງເຂົາບໍ່ປ່ຽນແປງ ແລະ ມື້ກໍຜ່ານໄປຕາມປົກກະຕິ. ພຣະເຈົ້າມີຊີວິດຢູ່ທ່າມກາງພວກເຮົາດັ່ງມະນຸດທໍາມະດາ ໃນຖານະຜູ້ຕິດຕາມທົ່ວໄປທີ່ບໍ່ມີຄວາມສຳຄັນຫຍັງໝົດ ແລະ ເປັນຜູ້ເຊື່ອທີ່ທຳມະດາ. ພຣະອົງມີການສະແຫວງຫາຂອງພຣະອົງເອງ, ເປົ້າໝາຍຂອງພຣະອົງເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຄວາມເປັນພຣະເຈົ້າທີ່ມະນຸດທຳມະດາບໍ່ມີ. ບໍ່ມີໃຜສັງເກດເຫັນການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ບໍ່ມີຜູ້ໃດຮັບຮູ້ເຖິງຄວາມແຕກຕ່າງລະຫວ່າງແກ່ນແທ້ຂອງພຣະອົງ ແລະ ແກ່ນແທ້ຂອງມະນຸດ. ພວກເຮົາມີຊີວິດຢູ່ຮ່ວມກັບພຣະອົງ, ບໍ່ມີຂໍ້ຈຳກັດ ແລະ ບໍ່ຢ້ານກົວ, ຍ້ອນໃນສາຍຕາຂອງພວກເຮົາ ພຣະອົງເປັນພຽງຜູ້ເຊື່ອທຳມະດາຄົນໜຶ່ງ. ພຣະອົງເບິ່ງທຸກໆການເຄື່ອນໄຫວຂອງພວກເຮົາ, ເບິ່ງຄວາມຄິດ ແລະ ແນວຄວາມຄິດທັງໝົດຂອງພວກເຮົາທີ່ເປີດເຜີຍຕໍ່ໜ້າພຣະອົງ. ບໍ່ມີໃຜສົນໃຈໃນການເປັນຢູ່ຂອງພຣະອົງ, ບໍ່ມີໃຜຈິນຕະນາການຫຍັງກ່ຽວກັບໜ້າທີ່ທີ່ພຣະອົງປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜສົງໄສກ່ຽວກັບຕົວຕົນຂອງພຣະອົງແມ່ນແຕ່ໜ້ອຍດຽວ. ທຸກສິ່ງທີ່ພວກເຮົາເຮັດກໍຄືສືບຕໍ່ໃນການສະແຫວງຫາຂອງພວກເຮົາ, ຄືກັບວ່າພຣະອົງບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາເລີຍ...

ພຣະວິນຍານບໍລິສຸດສຳແດງຂໍ້ພຣະທຳ “ຜ່ານ” ພຣະອົງໂດຍບັງເອີນ ແລະ ເຖິງແມ່ນຮູ້ສຶກວ່າ ມັນເປັນເລື່ອງທີ່ບໍ່ຄາດຝັນ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຮັບຮູ້ວ່າມັນເປັນຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ພ້ອມທີ່ຈະຮັບມັນຈາກພຣະເຈົ້າ. ນັ້ນກໍຍ້ອນວ່າ ບໍ່ວ່າແມ່ນໃຜກໍຕາມທີ່ສະແດງພຣະທຳເຫຼົ່ານີ້ ຖ້າແມ່ນວ່າພຣະທຳເຫຼົ່ານີ້ມາຈາກພຣະວິນຍານບໍລິສຸດ ພວກເຮົາຄວນຍອມຮັບ ແລະ ບໍ່ປະຕິເສດພຣະທຳດັ່ງກ່າວ. ຖ້ອຍຄຳຕໍ່ໄປອາດມາຜ່ານເຮົາກໍໄດ້ ຫຼື ຜ່ານເຈົ້າ ຫຼື ຜ່ານຄົນອື່ນອີກ. ບໍ່ວ່າຈະເປັນໃຜກໍຕາມ ທຸກຢ່າງແມ່ນພຣະຄຸນຂອງພຣະເຈົ້າ. ແຕ່ບໍ່ວ່າຈະເປັນໃຜກໍຕາມ ພວກເຮົາຈະບໍ່ນະມັດສະການບຸກຄົນນີ້, ບໍ່ວ່າຫຍັງກໍຕາມ ບຸກຄົນນີ້ບໍ່ສາມາດເປັນພຣະເຈົ້າຂອງພວກເຮົາໄດ້ຢ່າງແນ່ນອນ ຫຼື ພວກເຮົາຈະບໍ່ເລືອກບຸກຄົນທຳມະດານີ້ເປັນພຣະເຈົ້າຂອງພວກເຮົາ ບໍ່ວ່າດ້ວຍວິທີໃດກໍຕາມ. ພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ສູງສົ່ງ; ບຸກຄົນທີ່ບໍ່ສຳຄັນດັ່ງກ່າວຈະສາມາດຢືນຢູ່ໃນແທນທີ່ຂອງພຣະອົງໄດ້ແນວໃດ? ຍິ່ງໄປກວ່ານັ້ນ ພວກເຮົາກຳລັງລໍຖ້າໃຫ້ພຣະເຈົ້າມາ ແລະ ນໍາພວກເຮົາກັບໄປສູ່ອານາຈັກສະຫວັນ, ສະນັ້ນຄົນທີ່ບໍ່ສຳຄັນນີ້ຈະສາມາດປະຕິບັດພາລະກິດທີ່ສຳຄັນ ແລະ ລໍາບາກເຊັ່ນນີ້ໄດ້ແນວໃດ? ຖ້າພຣະຜູ້ເປັນເຈົ້າມາອີກຄັ້ງ, ມັນຕ້ອງເກີດຂຶ້ນເທິງເມກສີຂາວ ເພື່ອວ່າຄົນຈຳນວນນັບບໍ່ຖ້ວນອາດເຫັນໄດ້. ຊ່າງສະຫງ່າງາມແທ້ເດ! ແລ້ວເປັນໄປໄດ້ແນວໃດທີ່ພຣະອົງສາມາດລີ້ຢູ່ທ່າມກາງຄົນທໍາມະດາສາມັນຢ່າງລັບໆໄດ້?

ແຕ່ແມ່ນບຸກຄົນທຳມະດານີ້ແຫຼະທີ່ລີ້ຢູ່ທ່າມກາງປະຊາຊົນ ແລະ ເປັນຜູ້ທີ່ປະຕິບັດພາລະກິດໃໝ່ໃນການຊ່ວຍພວກເຮົາໃຫ້ລອດພົ້ນ. ພຣະອົງບໍ່ໄດ້ອະທິບາຍ ຫຼື ບອກໃຫ້ພວກເຮົາຮູ້ວ່າ ເປັນຫຍັງພຣະອົງຈຶ່ງມາ, ມີພຽງແຕ່ປະຕິບັດພາລະກິດທີ່ພຣະອົງມຸ່ງໝາຍຈະປະຕິບັດຕາມແຜນການ ແລະ ຂະບວນການຂອງພຣະອົງ. ພຣະທຳ ແລະ ຖ້ອຍຄຳຂອງພຣະອົງກາຍມາເປັນສິ່ງທີ່ເກີດຫຼາຍຂຶ້ນເລື້ອຍໆ. ຈາກການປອບໃຈ, ຕັກເຕືອນ, ຍໍ້າເຕືອນ ແລະ ບອກເຕືອນ, ຈົນເຖິງການຕຳນິຕິເຕືອນ ແລະ ການລົງວິໄນ; ຈາກນໍ້າສຽງທີ່ອ່ອນໂຍນ ແລະ ນຸ່ມນວນ ຈົນເຖິງຄຳເວົ້າທີ່ຮຸນແຮງ ແລະ ສະງ່າຜ່າເຜີຍ, ທຸກຢ່າງໄດ້ເຮັດໃຫ້ມະນຸດຮູ້ສຶກເຖິງຄວາມເມດຕາທີ່ຍິ່ງໃຫຍ່ ແລະ ຄວາມຢ້ານກົວສຸດຂີດ. ທຸກສິ່ງທີ່ພຣະອົງກ່າວແທງທະລຸຄວາມລັບທີ່ເຊື່ອງເລິກຢູ່ພາຍໃນຕົວພວກເຮົາ; ພຣະທຳຂອງພຣະອົງປັກລົງທີ່ຫົວໃຈຂອງພວກເຮົາ, ປັກລົງທີ່ຈິດວິນຍານຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຕັມໄປດ້ວຍຄວາມອັບອາຍທີ່ບໍ່ສາມາດທົນໄດ້ ໂດຍບໍ່ຄ່ອຍຈະຮູ້ວ່າ ຈະເຊື່ອງຕົນເອງໄດ້ຢູ່ໃສ. ພວກເຮົາເລີ່ມມີຄວາມສົງໄສກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງບຸກຄົນນີ້ຮັກພວກເຮົາຢ່າງແທ້ຈິງ ຫຼື ບໍ່ ແລະ ແທ້ຈິງແລ້ວພຣະອົງຈະເຮັດສິ່ງໃດ. ບາງເທື່ອ ພວກເຮົາສາມາດຖືກຍົກຂຶ້ນຫຼັງຈາກທີ່ອົດທົນຕໍ່ການທົນທຸກເຫຼົ່ານີ້ເທົ່ານັ້ນບໍ? ໃນຫົວຂອງພວກເຮົາ ພວກເຮົາກຳລັງຄຳນວນ... ກ່ຽວກັບຈຸດໝາຍປາຍທາງທີ່ຈະມາເຖິງ ແລະ ກ່ຽວກັບຊະຕາກໍາໃນອະນາຄົດຂອງພວກເຮົາ. ແຕ່ເໝືອນດັ່ງທີ່ຜ່ານມາ ບໍ່ມີຜູ້ໃດໃນບັນດາພວກເຮົາທີ່ເຊື່ອວ່າພຣະເຈົ້າໄດ້ມາບັງເກີດເປັນມະນຸດເພື່ອປະຕິບັດພາລະກິດທ່າມກາງພວກເຮົາແລ້ວ. ເຖິງແມ່ນພຣະອົງໄດ້ຢູ່ຄຽງຂ້າງພວກເຮົາເປັນເວລາດົນນານມາແລ້ວ, ເຖິງແມ່ນພຣະອົງໄດ້ກ່າວພຣະຄຳຢ່າງຫຼວງຫຼາຍກັບພວກເຮົາໂດຍໜ້າຕໍ່ໜ້າແລ້ວ, ພວກເຮົາກໍຍັງບໍ່ເຕັມໃຈຍອມຮັບຄົນທຳມະດາດັ່ງກ່າວນີ້ເປັນພຣະເຈົ້າແຫ່ງອະນາຄົດຂອງພວກເຮົາ ແລ້ວແຮງໄກທີ່ພວກເຮົາຈະເຕັມໃຈຝາກຝັງອະນາຄົດຂອງພວກເຮົາ ແລະ ຊະຕາກໍາຂອງພວກເຮົາໄວ້ກັບບຸກຄົນທີ່ບໍ່ສຳຄັນນີ້ຄວບຄຸມ. ດ້ວຍພຣະອົງ ພວກເຮົາຈຶ່ງໄດ້ມ່ວນຊື່ນໄປກັບການສະໜອງນໍ້າແຫ່ງຊີວິດທີ່ບໍ່ຮູ້ຈັກໝົດ ແລະ ຜ່ານພຣະອົງ ພວກເຮົາຈຶ່ງມີຊີວິດຂອງມະນຸດ ແລະ ພຣະເຈົ້າໂດຍໜ້າຕໍ່ໜ້າ. ແຕ່ພວກເຮົາພຽງແຕ່ຮູ້ສຶກຂອບໃຈກັບພຣະຄຸນຂອງພຣະເຢຊູເຈົ້າໃນສະຫວັນ ແລະ ບໍ່ເຄີຍສົນໃຈກັບຄວາມຮູ້ສຶກຂອງບຸກຄົນທີ່ທຳມະດາຄົນນີ້ ຜູ້ເຊິ່ງມີຄວາມເປັນພຣະເຈົ້າ. ເໝືອນດັ່ງທີ່ຜ່ານມາ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍທີ່ເຊື່ອງໃນເນື້ອໜັງຢ່າງຖ່ອມຕົວ, ສະແດງໃຫ້ເຫັນເຖິງສຽງຂອງຫົວໃຈຂອງພຣະອົງ, ຄືກັບວ່າບໍ່ຮູ້ສຶກເຖິງການທີ່ມະນຸດຊາດປະຕິເສດພຣະອົງເລີຍ, ຄືກັບວ່າພຣະອົງໃຫ້ອະໄພຄວາມບໍ່ບັນລຸນິຕິພາວະ ແລະ ຄວາມບໍ່ຮູ້ຂອງມະນຸດຕະຫຼອດໄປ ແລະ ອົດທົນຕໍ່ທ່າທາງບໍ່ເຄົາລົບຂອງມະນຸດທີ່ມີຕໍ່ພຣະອົງຕະຫຼອດໄປ.

ໂດຍທີ່ພວກເຮົາບໍ່ຮູ້ສຶກຕົວ, ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາກ້າວໄປເທື່ອລະຂັ້ນຕອນໃນພາລະກິດຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຈຳນວນຫຼາຍເກີນໄປຈົນບໍ່ສາມາດນັບໄດ້ ແລະ ການຕີສອນຈົນນັບບໍ່ຖ້ວນ ແລະ ພວກເຮົາຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກກະລຸນາ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນເຈດຕະນາຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາມາຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ-ແກ່ນແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ພວກມັນເຮັດໃຫ້ພວກເຮົາ “ເກີດໃໝ່”; ພຣະທຳຂອງພຣະອົງນໍາຄວາມປອບໂຍນມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະມານຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບແກະທີ່ຢູ່ໃນພຣະຫັດຂອງພຣະອົງທີ່ຈະຖືກພຣະອົງຂ້າຕາມໃຈ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເຖົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ແລະ ດູແລພວກເຮົາໂດຍບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ. ພຣະອົງສະຫຼະເລືອດໃນຫົວໃຈຂອງພຣະອົງຈົນໝົດ ແລະ ຈ່າຍລາຄາທັງໝົດໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງເນື້ອໜັງທີ່ບໍ່ສໍາຄັນ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈຢ່າງຫ້າວຫັນທີ່ຈະຍອມຮັບບຸກຄົນເຊັ່ນນີ້ໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນວ່າພຣະອົງໄດ້ປະທານພຣະຄຸນໃຫ້ພວກເຮົາຢ່າງຫຼວງຫຼາຍ (ອາຫານມານາ, ສິ່ງທີ່ໜ້າຊື່ນຊົມ), ແຕ່ສິ່ງເຫຼົ່ານັ້ນບໍ່ສາມາດມາແທນທີ່ຕຳແໜ່ງຂອງພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ພວກເຮົາບໍ່ເຕັມໃຈຢ່າງຍິ່ງທີ່ຈະໃຫ້ກຽດຕົວຕົນ ແລະ ສະຖານະພິເສດຂອງບຸກຄົນນີ້. ຖ້າພຣະອົງບໍ່ເປີດປາກຂອງພຣະອົງເພື່ອບອກໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະທັງຫຼາຍເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດ ເຊິ່ງໃນຂະນະດຽວກັນກໍ່ສະແດງສຽງຂອງຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ພຣະທໍາເຫຼົ່ານັ້ນໃຫ້ຫົນທາງທີ່ພວກເຮົາຄວນຍ່າງຕາມແກ່ພວກເຮົາ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງແທ້. ພວກເຮົາເລີ່ມຖືກດຶງດູດໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນສຽງຂອງຫົວໃຈຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງປະຕິບັດພາລະກິດຢ່າງສຸດໃຈເພື່ອພວກເຮົາ, ເສຍການນອນ ແລະ ຄວາມຫິວເພື່ອພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ ແລະ ຄວນຄາງຍ້ອນຄວາມເຈັບປ່ວຍເພື່ອພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອເຫັນແກ່ຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ ແລະ ຄວາມເຢັນຊາ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ບໍ່ມີມະນຸດທີ່ເສື່ອມຊາມຄົນໃດທີ່ສາມາດມີ ຫຼື ບັນລຸສິ່ງເຫຼົ່ານັ້ນໄດ້. ພຣະອົງມີຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ຖືກສ້າງໃດໆມີ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ຮູ້ທຳມະຊາດ ແລະ ແກ່ນແທ້ຂອງພວກເຮົາຄືດັ່ງຫຼັງມືຂອງພວກເຂົາເອງ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດໃນພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນລ້ວນແລ້ວແຕ່ສະແດງອອກມາໃນຕົວພຣະອົງ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ; ພຣະອົງສຳແດງສຽງຂອງຫົວໃຈຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເປີດຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່, ພຣະອົງນໍາຄວາມຫວັງມາສູ່ພວກເຮົາ ແລະ ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນສະພາວະທີ່ບໍ່ຊັດເຈນ ແລະ ພຣະອົງໄດ້ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຄົບຖ້ວນ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຫົວໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາຄືກັບວ່າຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ບຸກຄົນນີ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດເປັນເວລາດົນນານ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ເຫັນໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ. ໃນເວລານີ້ ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຮົາຢ່າງສົມບູນແລ້ວ; ພວກເຮົາບໍ່ສົງໄສອີກຕໍ່ໄປວ່າ ພຣະອົງແມ່ນໃຜ, ບໍ່ຕໍ່ຕ້ານພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງອີກຕໍ່ໄປ ແລະ ພວກເຮົາກົ້ມລົງຂາບຕໍ່ໜ້າພຣະອົງ. ພວກເຮົາບໍ່ປາຖະໜາໄປຫຼາຍກວ່າການຕິດຕາມບາດກ້າວຂອງພຣະເຈົ້າຕະຫຼອດຊົ່ວຊີວິດຂອງພວກເຮົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ ແລະ ຕອບແທນພຣະຄຸນຂອງພຣະອົງ ແລະ ຕອບແທນຄວາມຮັກຂອງພຣະອົງທີ່ມີໃຫ້ກັບພວກເຮົາ; ແລະ ເຊື່ອຟັງການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ, ຮ່ວມມືກັບພາລະກິດຂອງພຣະອົງ ແລະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ພຣະອົງມອບໝາຍໃຫ້ກັບພວກເຮົານັ້ນສຳເລັດລົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 4: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 141

ສ່ວນໃຫຍ່ແລ້ວ, ການຮູ້ຈັກພາລະກິດຂອງພຣະເຈົ້າໃນຍຸກປັດຈຸບັນນີ້ແມ່ນການຮູ້ຈັກພັນທະກິດທີ່ສຳຄັນຂອງພຣະເຈົ້າທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 152

ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ...