ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 71

ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າກຳລັງມາເຖິງຈຸດສຸດທ້າຍ ແລະ ປະຕູແຫ່ງອານາຈັກກໍໄດ້ເປີດອອກໃຫ້ກັບທຸກຄົນທີ່ສະແຫວງຫາການປາກົດຕົວຂອງພຣະອົງແລ້ວ. ຮຽນອ້າຍເອື້ອຍນ້ອງຂອງເຮົາ, ພວກເຈົ້າກໍາລັງລໍຖ້າຫຍັງ? ແມ່ນຫຍັງທີ່ພວກເຈົ້າກຳລັງສະແຫວງຫາ? ພວກເຈົ້າກຳລັງລໍຖ້າໃຫ້ພຣະເຈົ້າປາກົດຕົວບໍ? ພວກເຈົ້າກຳລັງຊອກຫາຮອຍພຣະບາດຂອງພຣະອົງບໍ? ຊ່າງຢາກເຫັນການປາກົດຕົວຂອງພຣະເຈົ້າ! ແລ້ວມັນຊ່າງຍາກແທ້ທີ່ຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າ! ໃນຍຸກນີ້, ໃນໂລກແບບນີ້, ພວກເຮົາຈະຕ້ອງເຮັດແນວໃດເພື່ອເປັນພະຍານເຖິງມື້ທີ່ພຣະເຈົ້າປາກົດຕົວ? ພວກເຮົາຕ້ອງເຮັດແນວໃດເພື່ອຍ່າງໄປພ້ອມກັນກັບບາດກ້າວຂອງພຣະເຈົ້າ? ທຸກຄົນທີ່ກຳລັງລໍຖ້າໃຫ້ພຣະເຈົ້າປາກົດແມ່ນພົບກັບຄຳຖາມປະເພດນີ້. ພວກເຈົ້າທັງໝົດໄດ້ພິຈາລະນາເຖິງສິ່ງເຫຼົ່ານີ້ຫຼາຍເທື່ອ ແຕ່ຜົນໄດ້ຮັບຄືຫຍັງແດ່? ພຣະເຈົ້າປາກົດຕົວຢູ່ໃສ? ຮອຍພຣະບາດຂອງພຣະເຈົ້າຢູ່ທີ່ໃດ? ພວກເຈົ້າໄດ້ຮັບຄຳຕອບແລ້ວບໍ? ຫຼາຍຄົນຈະຕອບໃນລັກສະນະນີ້: “ພຣະເຈົ້າປາກົດຕົວທ່າມກາງທຸກຄົນທີ່ຕິດຕາມພຣະອົງ ແລະ ຮອຍພຣະບາດຂອງພຣະອົງກໍຢູ່ທ່າມກາງພວກເຮົາ; ມັນງ່າຍແບບນັ້ນເລີຍ!” ໃຜກໍຕາມສາມາດຈັດຫາຄຳຕອບທີ່ເປັນຫຼັກສູດໄດ້, ແຕ່ພວກເຈົ້າເຂົ້າໃຈບໍ່ວ່າ ການປາກົດຕົວຂອງພຣະເຈົ້າ ຫຼື ຮອຍພຣະບາດຂອງພຣະອົງແມ່ນຫຍັງ? ການປາກົດຕົວຂອງພຣະເຈົ້າໝາຍເຖິງການທີ່ພຣະອົງມາເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງ. ດ້ວຍຕົວຕົນ ແລະ ອຸປະນິໄສຂອງພຣະອົງເອງ ແລະ ໃນຮູບລັກສະນະທີ່ພຣະອົງເປັນໂດຍກຳເນີດ, ພຣະອົງລົງມາຢູ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດແຫ່ງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກໃດໜຶ່ງ. ການປາກົດຕົວແບບນີ້ບໍ່ແມ່ນຮູບແບບຂອງພິທີກໍາ. ມັນບໍ່ແມ່ນໝາຍສຳຄັນ, ຮູບພາບ, ການອັດສະຈັນ ຫຼື ນິມິດທີ່ຍິ່ງໃຫຍ່ບາງຢ່າງ ແລະ ຍິ່ງເປັນໄປບໍ່ໄດ້ທີ່ມັນຈະເປັນຂະບວນການທາງສາສະໜາປະເພດໃດໜຶ່ງ. ມັນເປັນຄວາມຈິງທີ່ແທ້ຈິງ ແລະ ຕາມຄວາມເປັນຈິງທີ່ທຸກຄົນສາມາດສຳຜັດ ແລະ ເບິ່ງເຫັນໄດ້. ການປາກົດຕົວແບບນີ້ບໍ່ແມ່ນເພື່ອເຮັດພໍເປັນພິທີ ຫຼື ສຳລັບການດຳເນີນການໄລຍະສັ້ນ; ກົງກັນຂ້າມແມ່ນສຳລັບຂັ້ນຕອນຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະອົງ. ການປາກົດຕົວຂອງພຣະເຈົ້າມີຄວາມໝາຍສະເໝີ ແລະ ມີສ່ວນກ່ຽວຂ້ອງບາງຢ່າງກັບແຜນການຄຸ້ມຄອງຂອງພຣະອົງຢູ່ຕະຫຼອດເວລາ. ສິ່ງທີ່ຖືກເອີ້ນວ່າ ການປາກົດຕົວ ໃນທີ່ນີ້ແມ່ນແຕກຕ່າງຈາກ “ການປາກົດຕົວ” ທີ່ພຣະເຈົ້າຊີ້ນໍາ, ນໍາພາ ແລະ ສ່ອງແສງສະຫວ່າງໃຫ້ກັບມະນຸດຢ່າງສິ້ນເຊີງ. ແຕ່ລະຄັ້ງທີ່ພຣະເຈົ້າປະຕິບັດຂັ້ນຕອນໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະອົງ, ພຣະອົງເປີດເຜີຍຕົວພຣະອົງເອງ. ພາລະກິດນີ້ແມ່ນແຕກຕ່າງຈາກພາລະກິດໃນຍຸກອື່ນໆ. ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ມະນຸດກໍບໍ່ເຄີຍພົບພໍ້ມາກ່ອນ. ມັນເປັນພາລະກິດທີ່ເລີ່ມຕົ້ນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າລົງ ແລະ ມັນເປັນຮູບແບບຂອງພາລະກິດທີ່ໃໝ່ ແລະ ໄດ້ຮັບການປັບປຸງເພື່ອຄວາມລອດພົ້ນຂອງມະນຸດຊາດ; ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດທີ່ນໍາພາມະນຸດຊາດໄປສູ່ຍຸກໃໝ່. ນີ້ແມ່ນສິ່ງທີ່ການປາກົດຕົວຂອງພຣະເຈົ້າໝາຍເຖິງ.

ເມື່ອພວກເຈົ້າເຂົ້າໃຈແລ້ວວ່າ ການປາກົດຕົວຂອງພຣະເຈົ້າໝາຍເຖິງຫຍັງ, ແລ້ວພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ? ຄຳຖາມນີ້ແມ່ນອະທິບາຍໄດ້ບໍ່ຍາກເລີຍ ຄຳຕອບກໍຄື: ບໍ່ວ່າພຣະເຈົ້າຈະປາກົດຕົວຢູ່ໃສກໍ່ຕາມ, ພວກເຈົ້າກໍຈະພົບບາດກ້າວຂອງພຣະອົງເຊັ່ນກັນ. ຄຳອະທິບາຍດັ່ງກ່າວເບິ່ງຄືກົງໄປກົງມາ, ແຕ່ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຕາມ, ຍ້ອນຫຼາຍຄົນບໍ່ຮູ້ຈັກວ່າ ພຣະເຈົ້າປາກົດຕົວຢູ່ທີ່ໃດ, ແລ້ວແຮງໄກທີ່ຈະຮູ້ຈັກວ່າ ພຣະອົງປະສົງ ຫຼື ພຣະອົງຄວນປາກົດຕົວພຣະອົງເອງຢູ່ໃສ. ບາງຄົນເຊື່ອຢ່າງບໍ່ຄິດວ່າ ບ່ອນໃດກໍຕາມທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ພຣະເຈົ້າກໍຈະປາກົດຕົວຢູ່ບ່ອນນັ້ນ. ຫຼືບໍ່ດັ່ງນັ້ນພວກເຂົາກໍຈະເຊື່ອວ່າບ່ອນໃດກໍຕາມທີ່ມີບຸກຄົນຝ່າຍວິນຍານ ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ບໍ່ດັ່ງນັ້ນ ພວກເຂົາກໍຈະເຊື່ອວ່າ ບ່ອນໃດກໍຕາມທີ່ມີຜູ້ຄົນທີ່ມີຊື່ສຽງ, ພຣະເຈົ້າກໍຈະປາກົດຕົວຢູ່ທີ່ນັ້ນ. ໃນຊ່ວງເວລານີ້ ໃຫ້ພວກເຮົາປະໄວ້ຄຳຖາມທີ່ວ່າ ຄວາມເຊື່ອດັ່ງກ່າວຖືກ ຫຼື ຜິດ. ເພື່ອອະທິບາຍຄຳຖາມດັ່ງກ່າວ ກ່ອນອື່ນ ພວກເຮົາຕ້ອງມີຈຸດປະສົງທີ່ຊັດເຈນ ນັ້ນກໍຄື: ພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ. ພວກເຮົາບໍ່ໄດ້ສະແຫວງຫາບຸກຄົນຝ່າຍວິນຍານ, ແລ້ວແຮງໄກທີ່ພວກເຮົາຈະສະແຫວງຫາບຸກຄົນທີ່ມີຊື່ສຽງ; ພວກເຮົາກຳລັງສະແຫວງຫາຮອຍພຣະບາດຂອງພຣະເຈົ້າ. ດ້ວຍເຫດຜົນນີ້ ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາເຈດຕະນາຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄົນຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຮຽກຮ້ອງຕົນເອງວ່າ ພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຄວນຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຄວນຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ: ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ອ່ອນນ້ອມ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 298

ສິ່ງນີ້ອາດເຮັດໃຫ້ຄົນສ່ວນໃຫຍ່ຈົດຈຳພຣະທຳຂອງພຣະເຈົ້າຈາກປະຖົມມະການ: “ໃຫ້ພວກເຮົາສ້າງມະນຸດໃນຮູບຮ່າງລັກສະນະຂອງພວກເຮົາ ຕາມຄວາມຄ້າຍຄືກັບພວກເຮົາ”...

ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 239

ໃນເມື່ອເຈົ້າຢູ່ໃນທ່າມກາງຜູ້ຄົນຂອງຄົວເຮືອນຂອງເຮົາ ແລະ ໃນເມື່ອເຈົ້າຈົງຮັກພັກດີໃນອານາຈັກຂອງເຮົາ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 212

ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ....