ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 65

ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ. ມີແຕ່ໃນເວລານີ້ເທົ່ານັ້ນ ມະນຸດຈຶ່ງຮູ້ສຶກໄດ້ໜ້ອຍໜຶ່ງເຖິງຄວາມສາມາດເຂົ້າຫາໄດ້ງ່າຍ ແລະ ເຂົ້າກັນໄດ້ຂອງເຮົາ ແລະ ເມື່ອການປະຕິສໍາພັນຂອງເຂົາກັບເຮົາມີຫຼາຍຂຶ້ນ, ເຂົາຈຶ່ງເຫັນເຖິງບາງສິ່ງທີ່ເຮົາມີ ແລະ ເປັນ ເຊິ່ງດ້ວຍເຫດນັ້ນ ຜົນຕາມມາກໍຄື ເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບເຮົາ. ໃນທ່າມກາງບັນດາຄົນທັງປວງ, ເຮົາໄດ້ເງີຍຫົວຂຶ້ນ ແລະ ເຝົ້າເບິ່ງ ແລະ ພວກເຂົາທຸກຄົນກໍເຫັນເຮົາ. ແຕ່ເມື່ອໄພພິບັດເກີດຂຶ້ນເທິງແຜ່ນດິນໂລກ, ພວກເຂົາກໍເປັນກັງວົນທັນທີ ແລະ ພາບຫຼັກຂອງເຮົາກໍຫາຍໄປຈາກຫົວໃຈຂອງພວກເຂົາ; ຕື່ນຕົກໃຈຍ້ອນການມາຂອງໄພພິບັດ, ພວກເຂົາບໍ່ສົນໃຈການຕັກເຕືອນຂອງເຮົາເລີຍ. ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ. ໃນປັດຈຸບັນ ເຮົາບອກສິ່ງນີ້ໃຫ້ແກ່ເຂົາດ້ວຍປາກຂອງເຮົາເອງ ເພື່ອວ່າທຸກຄົນຈະສາມາດມາຢູ່ຕໍ່ໜ້າເຮົາເພື່ອຮັບເອົາບາງສິ່ງຈາກເຮົາ, ແຕ່ພວກເຂົາກໍຍັງຫ່າງເຫີນຈາກເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ຈັກເຮົາ. ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ. ບັດນີ້ ເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາທ່າມກາງມະນຸດທັງປວງ, ເລີ່ມລົງມືເຮັດຢ່າງເປັນທາງການ, ທົ່ວຈັກກະວານທັງປວງ ແລະ ໃນຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ຈາກຊ່ວງເວລານີ້ເປັນຕົ້ນໄປ, ໃຜກໍຕາມທີ່ບໍ່ລະມັດລະວັງຈະຖືກໂຍນລົງທ່າມກາງການຂ້ຽນຕີທີ່ໂຫດຮ້າຍ ແລະ ສິ່ງນີ້ອາດເກີດຂຶ້ນໄດ້ທຸກເວລາ. ນີ້ບໍ່ແມ່ນຍ້ອນວ່າເຮົາບໍ່ມີຫົວໃຈ; ກົງກັນຂ້າມ, ມັນເປັນຂັ້ນຕອນຂອງແຜນການຄຸ້ມຄອງຂອງເຮົາ; ທຸກສິ່ງຕ້ອງເປັນໄປຕາມຂັ້ນຕອນຕາມແຜນການຂອງເຮົາ ແລະ ບໍ່ມີມະນຸດຄົນໃດສາມາດປ່ຽນແປງມັນໄດ້. ເມື່ອເຮົາເລີ່ມຕົ້ນແຜນການຂອງເຮົາຢ່າງເປັນທາງການ, ທຸກຄົນເຄື່ອນຍ້າຍ ເມື່ອເຮົາເຄື່ອນຍ້າຍ, ຈົນຜູ້ຄົນທົ່ວຈັກກະວານຕ່າງພາກັນຫຍຸ້ງຢູ່ກັບເຮົາ, ຈັກກະວານທັງໝົດແມ່ນຢູ່ໃນສະພາວະ “ວຸ້ນວາຍແບບມີຄວາມສຸກ” ແລະ ເຮົາໄດ້ກະຕຸ້ນໃຫ້ມະນຸດກ້າວໄປຂ້າງໜ້າ. ຜົນຕາມມາກໍຄື ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮົາຂ້ຽນຕີໃຫ້ຕົກສູ່ສະພາບສົນລະວົນ ແລະ ສັບສົນ ແລະ ມັນຮັບໃຊ້ພາລະກິດຂອງເຮົາ ແລະ ເຖິງວ່າຈະບໍ່ເຕັມໃຈ ມັນກໍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງມັນເອງໄດ້, ແຕ່ກໍບໍ່ມີທາງເລືອກນອກຈາກຈະ “ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງເຮົາ”. ໃນແຜນການທັງໝົດຂອງເຮົາ, ມັງກອນແດງທີ່ຍິ່ງໃຫຍ່ຄືຕົວປະກອບຂອງເຮົາ, ເປັນສັດຕູຂອງເຮົາ ແລະ ຍັງເປັນຜູ້ຮັບໃຊ້ເຮົາ; ເມື່ອເປັນດັ່ງນັ້ນ ເຮົາຈຶ່ງບໍ່ເຄີຍຜ່ອນຜັນ “ເງື່ອນໄຂ” ທີ່ເຮົາຮຽກຮ້ອງຈາກມັນຈັກເທື່ອ. ສະນັ້ນ ຂັ້ນຕອນສຸດທ້າຍຂອງພາລະກິດຂອງການບັງເກີດເປັນມະນຸດຂອງເຮົາແມ່ນຖືກເຮັດໃຫ້ສຳເລັດໃນຄົວເຮືອນຂອງມັນ ເຊິ່ງສິ່ງນີ້ມີສ່ວນຊ່ວຍມັງກອນແດງທີ່ຍິ່ງໃຫຍ່ຫຼາຍຂຶ້ນໃນການຮັບໃຊ້ບໍລິການເຮົາໄດ້ຢ່າງເໝາະສົມຍິ່ງຂຶ້ນ ເຊິ່ງເຮັດໃຫ້ເຮົາເອົາຊະນະມັນ ແລະ ເຮັດໃຫ້ແຜນການຂອງເຮົາສຳເລັດ. ເມື່ອເຮົາປະຕິບັດພາລະກິດ, ທູດສະຫວັນທຸກຕົນກໍເລີ່ມຕົ້ນຕໍ່ສູ້ຢ່າງຊີ້ຂາດໄປກັບເຮົາ ແລະ ຕັ້ງໃຈຕອບສະໜອງຕໍ່ເຈດຕະນາຂອງເຮົາສຳເລັດໃນຂັ້ນຕອນສຸດທ້າຍ, ເພື່ອວ່າຜູ້ຄົນເທິງແຜ່ນດິນໂລກຈະຍິນຍອມຢູ່ຕໍ່ໜ້າເຮົາຄືກັບທູດສະຫວັນ ແລະ ບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານເຮົາ ແລະ ບໍ່ເຮັດສິ່ງໃດທີ່ເປັນການທໍລະຍົດຕໍ່ເຮົາ. ສິ່ງເຫຼົ່ານີ້ແມ່ນການເຄື່ອນໄຫວຂອງພາລະກິດຂອງເຮົາທົ່ວທັງຈັກກະວານ.

ເປົ້າໝາຍ ແລະ ຄວາມໝາຍຂອງການມາເຖິງຂອງເຮົາທ່າມກາງມະນຸດແມ່ນເພື່ອຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ເພື່ອນໍາພາມະນຸດຊາດທັງປວງກັບຄືນສູ່ຄົວເຮືອນຂອງເຮົາ, ເພື່ອໃຫ້ສະຫວັນ ແລະ ແຜ່ນດິນໂລກບໍ່ແຍກຈາກກັນ ແລະ ເພື່ອເຮັດໃຫ້ມະນຸດສົ່ງ “ສັນຍານ” ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ຍ້ອນສິ່ງດັ່ງກ່າວແມ່ນໜ້າທີ່ໂດຍທຳມະຊາດຂອງມະນຸດ. ໃນເວລາທີ່ເຮົາສ້າງມະນຸດຊາດ, ເຮົາໄດ້ຈັດຕຽມທຸກສິ່ງໄວ້ໃຫ້ພ້ອມສຳລັບມະນຸດຊາດ ແລະ ຕໍ່ມາ ເຮົາໄດ້ຍອມໃຫ້ມະນຸດຊາດຮັບເອົາຄວາມອຸດົມສົມບູນທີ່ເຮົາໄດ້ມອບໃຫ້ກັບເຂົາຕາມຂໍ້ກຳນົດຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າວ່າ ມັນແມ່ນຢູ່ພາຍໃຕ້ການນໍາພາຂອງເຮົາ ມະນຸດຊາດທັງປວງຈຶ່ງດຳເນີນຊີວິດມາເຖິງປັດຈຸບັນ. ສິ່ງນີ້ແມ່ນແຜນການທັງໝົດຂອງເຮົາ. ໃນທ່າມກາງມະນຸດຊາດທັງປວງ, ຜູ້ຄົນຈຳນວນນັບບໍ່ຖ້ວນດໍາລົງຢູ່ພາຍໃຕ້ການປົກປ້ອງແຫ່ງຄວາມຮັກຂອງເຮົາ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນຢູ່ພາຍໃຕ້ການຂ້ຽນຕີແຫ່ງຄວາມກຽດຊັງຂອງເຮົາ. ເຖິງແມ່ນທຸກຄົນອະທິຖານຕໍ່ເຮົາ, ພວກເຂົາກໍຍັງບໍ່ສາມາດປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຂົາໄດ້; ຫຼັງຈາກທີ່ພວກເຂົາໄດ້ສູນເສຍຄວາມຫວັງ, ພວກເຂົາກໍໄດ້ແຕ່ປ່ອຍໃຫ້ເປັນໄປຕາມທຳມະຊາດຂອງມັນ ແລະ ຢຸດກະບົດຕໍ່ເຮົາ, ເພາະນີ້ຄືສິ່ງດຽວທີ່ມະນຸດຊາດສາມາດເຮັດສຳເລັດໄດ້. ເມື່ອເວົ້າເຖິງສະພາວະຊີວິດຂອງມະນຸດ, ມະນຸດຍັງບໍ່ທັນຄົ້ນພົບຊີວິດຢ່າງແທ້ຈິງເທື່ອ, ເຂົາຍັງເບິ່ງບໍ່ເຫັນຄວາມບໍ່ຍຸຕິທຳ, ຄວາມສິ້ນຫວັງ ແລະ ສະພາບການທີ່ທຸກທໍລະມານເທິງແຜ່ນດິນໂລກ ແລະ ສະນັ້ນ ຖ້າບໍ່ແມ່ນຍ້ອນການມາຂອງໄພພິບັດ, ຄົນສ່ວນໃຫຍ່ກໍຍັງຈະຮັບເອົາອໍານາດແຫ່ງທໍາມະຊາດ ແລະ ຍັງຈະໝົກມຸ້ນຕົນເອງກັບລົດຊາດຂອງ “ຊີວິດ”. ນີ້ບໍ່ແມ່ນຄວາມເປັນຈິງໃນໂລກບໍ? ນີ້ບໍ່ແມ່ນສຽງແຫ່ງຄວາມລອດພົ້ນທີ່ເຮົາກ່າວຕໍ່ມະນຸດບໍ? ເປັນຫຍັງໃນທ່າມກາງມະນຸດຊາດຈຶ່ງບໍ່ມີຜູ້ໃດຮັກເຮົາຢ່າງແທ້ຈິງເລີຍ? ເປັນຫຍັງມະນຸດຈຶ່ງຮັກເຮົາພຽງແຕ່ເມື່ອຢູ່ໃນທ່າມກາງການຂ້ຽນຕີ ແລະ ການທົດລອງ, ແຕ່ບໍ່ມີຜູ້ໃດຮັກເຮົາໃນຂະນະທີ່ຢູ່ພາຍໃຕ້ການປົກປ້ອງຂອງເຮົາ? ເຮົາໄດ້ປະທານການຂ້ຽນຕີຂອງເຮົາໃຫ້ກັບມະນຸດຊາດຫຼາຍຄັ້ງ. ພວກເຂົາຫຼຽວເບິ່ງມັນ, ແຕ່ແລ້ວກໍບໍ່ຫົວຊາມັນ ແລະ ພວກເຂົາບໍ່ສຶກສາ ແລະ ໄຕ່ຕອງມັນໃນເວລານີ້ ແລະ ສະນັ້ນ ສິ່ງທີ່ເກີດຂຶ້ນກັບມະນຸດຈຶ່ງມີແຕ່ການພິພາກສາຢ່າງໂຫດຮ້າຍ. ນີ້ເປັນພຽງໜຶ່ງໃນວິທີການປະຕິບັດພາລະກິດຂອງເຮົາ, ແຕ່ມັນແມ່ນເພື່ອປ່ຽນແປງມະນຸດ ແລະ ເຮັດໃຫ້ເຂົາຮັກເຮົາອີກດ້ວຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 29

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 132

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 329

ໃນເມື່ອກ່ອນ, ເວລາທີ່ພຣະເຈົ້າຍັງຊົງປະທັບຢູ່ເທິງສະຫວັນນັ້ນ ຄົນພົວພັນກັບພຣະເຈົ້າພໍເປັນພິທີໃນການກະທຳຂອງພວກເຂົາ. ປັດຈຸບັນ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 319

ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 335

ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ...