ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 280
ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້!
ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື ເລືອດທີ່ເຊື່ອມໂຍງກັນແຕ່ຫົວຮອດຕີນແມ່ນແຕ່ໜ້ອຍດຽວ. ພຣະອົງຢູ່ເໜືອໂລກຈັກກະວານ, ນັ່ງເທິງບັນລັງທີ່ມີສະຫງ່າລາສີໃນສະຫວັນຊັ້ນສາມ, ປົກຄອງທຸກສິ່ງ! ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກຕໍ່ໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງເວົ້າກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູກໍຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.
ວັນເວລາຈະມາເຖິງວາລະສຸດທ້າຍ; ທຸກສິ່ງໃນໂລກນີ້ຈະວ່າງເປົ່າ ແລະ ທຸກສິ່ງຈະເກີດຂຶ້ນໃໝ່. ຈົ່ງຈື່ສິ່ງນີ້ເອົາໄວ້! ຈົ່ງຈື່! ເຈົ້າບໍ່ສາມາດມີຄວາມບໍ່ກັງວົນກ່ຽວກັບສິ່ງນີ້ໄດ້. ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ, ແຕ່ພຣະທຳຂອງເຮົາຈະບໍ່ຜ່ານພົ້ນໄປ! ໃຫ້ເຮົາແນະນຳພວກເຈົ້າອີກຄັ້ງ: ຢ່າເຮັດວຽກຢ່າງໄຮ້ຜົນ! ຈົ່ງຕື່ນຂຶ້ນ! ຈົ່ງຫັນກັບມາ ແລະ ດິນແດນທີ່ປອດໄພກໍຈະໃກ້ພຽງເອື້ອມ! ເຮົາໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ ແລະ ສຽງຂອງເຮົາໄດ້ດັງຂຶ້ນແລ້ວ. ສຽງຂອງເຮົາໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ; ທຸກໆວັນມັນປະເຊີນແບບໜ້າຕໍ່ໜ້າພວກເຈົ້າ ແລະ ແຕ່ລະວັນມັນມີຄວາມສົດໃໝ່. ເຈົ້າເຫັນເຮົາ ແລະ ເຮົາກໍເຫັນເຈົ້າ; ເຮົາເວົ້າກັບເຈົ້າຕະຫຼອດ ແລະ ເຮົາຢູ່ກັບເຈົ້າໜ້າຕໍ່ໜ້າ. ແນວໃດກໍ່ຕາມ, ເຈົ້າກໍປະຕິເສດເຮົາ ແລະ ບໍ່ຮູ້ຈັກເຮົາ. ແກະຂອງເຮົາສາມາດໄດ້ຍິນສຽງຂອງເຮົາ, ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ! ຫົວໃຈຂອງເຈົ້າປຶກໜາ, ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ ແລະ ເຈົ້າບໍ່ສາມາດເຫັນໃບໜ້າທີ່ມີສະຫງ່າລາສີຂອງເຮົາໄດ້, ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ!
ພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງເຮົາໄດ້ຖືກສົ່ງໄປທຸກມຸມຂອງແຜ່ນດິນໂລກ ແລະ ເຮົາຈະສົ່ງຜູ້ສົ່ງຂ່າວຂອງເຮົາໄປກ່າວຕໍ່ຄຣິສຕະຈັກຕ່າງໆ. ເຮົາຊອບທຳ ແລະ ຊື່ສັດ; ເຮົາແມ່ນພຣະເຈົ້າທີ່ກວດສອບສ່ວນເລິກທີ່ສຸດໃນຫົວໃຈມະນຸດ. ພຣະວິນຍານບໍລິສຸດກ່າວຕໍ່ຄຣິດຕະຈັກຕ່າງໆ ແລະ ແມ່ນພຣະທຳຂອງເຮົາທີ່ໄຫຼອອກມາຈາກຂ້າງໃນພຣະບຸດຂອງເຮົາ; ທຸກຄົນທີ່ມີຫູຄວນຟັງເອົາ! ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບເອົາ! ພຽງແຕ່ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ຢ່າສົງໄສເລີຍ. ທຸກຄົນທີ່ອ່ອນນ້ອມ ແລະ ໃສ່ໃຈພຣະທຳຂອງເຮົາຈະໄດ້ຮັບພອນທີ່ຍິ່ງໃຫຍ່! ທຸກຄົນທີ່ສະແຫວງຫາໃບໜ້າຂອງເຮົາຢ່າງຈິງຈັງຈະໄດ້ຮັບແສງສະຫວ່າງໃໝ່, ຄວາມສະຫວ່າງອັນໃໝ່ ແລະ ຄວາມເຂົ້າໃຈໃໝ່ຢ່າງແນ່ນອນ; ທຸກຢ່າງຈະສົດ ແລະ ໃໝ່. ພຣະທຳຂອງເຮົາຈະປາກົດແກ່ເຈົ້າທຸກເວລາ ແລະ ພວກມັນຈະເປີດດວງຕາແຫ່ງວິນຍານຂອງເຈົ້າເພື່ອວ່າເຈົ້າຈະສາມາດເຫັນຄວາມລຶກລັບທັງໝົດຂອງໂລກຝ່າຍວິນຍານ. ອານາຈັກຢູ່ທ່າມກາງມະນຸດ. ເຂົ້າໄປໃນບ່ອນລີ້ໄພ ແລ້ວພຣະຄຸນ ແລະ ພອນທັງໝົດຈະມາສູ່ເຈົ້າ; ຄວາມອຶດຢາກ ແລະ ໂລກລະບາດຈະບໍ່ສາມາດມາໄກ້ເຈົ້າໄດ້ ແລະ ໝາປ່າ, ງູ, ເສືອ ແລະ ເສືອດາວຈະບໍ່ສາມາດທຳຮ້າຍເຈົ້າໄດ້. ເຈົ້າຈະໄປກັບເຮົາ, ຍ່າງກັບເຮົາ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບເຮົາ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 15
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ...
ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງ...
ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ;...
ພາລະກິດທີ່ພຣະເຢໂຮວາໄດ້ເຮັດຕໍ່ຊົນຊາດອິດສະຣາເອນນັ້ນ ໄດ້ສ້າງສະຖານທີ່ໆເປັນຕົ້ນກຳເນີດຂອງພຣະເຈົ້າເທິງແຜ່ນດິນໂລກເຊິ່ງພ້ອມນີ້...