ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ເພື່ອດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດສ້າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ພຣະເຈົ້າທີ່ຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ; ມັນແມ່ນຄວາມຄິດເຫັນຂອງພວກເຂົາເຊັ່ນທີ່ຄິດວ່າ ພຣະເຈົ້າບໍ່ຄວນ ແລະ ບໍ່ສາມາດເໜືອກວ່າພຣະຄຳພີໄດ້. ມັນເປັນຍ້ອນຄວາມຄິດເຫັນເຫຼົ່ານີ້ທີ່ເປັນໂສ້ມັດພວກເຂົາຢ່າງແໜ້ນຕິດຢູ່ກັບກົດບັນຍັດແຫ່ງຍຸກເດີມ ແລະ ຄຶງພວກເຂົາໃສ່ກົດລະບຽບທີ່ຕາຍ. ເຖິງກັບມີຄົນທີ່ເຊື່ອອີກວ່າ ພາລະກິດໃໝ່ຂອງພຣະເຈົ້າອາດເປັນແນວໃດກໍຕາມ ມັນຕ້ອງຖືກສະໜັບສະໜູນໂດຍຄຳທຳນາຍ ແລະ ໃນແຕ່ລະຂັ້ນຕອນຂອງພາລະກິດດັ່ງກ່າວ ທຸກຄົນທີ່ຕິດຕາມພຣະອົງດ້ວຍຫົວໃຈທີ່ “ແທ້ຈິງ” ຕ້ອງໄດ້ຮັບການເປີດເຜີຍ; ຖ້າບໍ່ດັ່ງນັ້ນ ພາລະກິດດັ່ງກ່າວກໍບໍ່ສາມາດເປັນຂອງພຣະເຈົ້າໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ມະນຸດມາຮູ້ຈັກກັບພຣະເຈົ້າ. ນອກຈາກຫົວໃຈທີ່ໂງ່ຈ້າຂອງມະນຸດ ແລະ ທຳມະຊາດແຫ່ງການກະບົດທີ່ໃຫ້ຄວາມສຳຄັນກັບຕົນເອງ ແລະ ຄວາມທະນົງຕົນ, ມັນຍິ່ງຍາກຫຼາຍຂຶ້ນສຳລັບເຂົາທີ່ຈະຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ມະນຸດບໍ່ກວດສອບພາລະກິດໃໝ່ຂອງພຣະເຈົ້າຢ່າງລະມັດລະວັງ ຫຼື ບໍ່ຍອມຮັບມັນດ້ວຍຄວາມອ່ອນນ້ອມຖ່ອມຕົນ; ກົງກັນຂ້າມ ເຂົານໍາໃຊ້ທ່າທີທີ່ດູຖູກ ໃນຂະນະທີ່ເຂົາລໍຖ້າການເປີດເຜີຍ ແລະ ການຊີ້ນໍາຂອງພຣະເຈົ້າ. ນີ້ບໍ່ແມ່ນການປະພຶດຂອງຄົນທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ມະນຸດປະເພດນີ້ຈະສາມາດຮັບການເຫັນພ້ອມຈາກພຣະເຈົ້າໄດ້ແນວໃດ?

ພຣະເຢຊູໄດ້ກ່າວວ່າ ພາລະກິດຂອງພຣະເຢໂຮວາໄດ້ລ້າຊ້າໃນຍຸກແຫ່ງພຣະຄຸນ ດັ່ງທີ່ເຮົາເວົ້າໃນມື້ນີ້ວ່າ ພາລະກິດຂອງພຣະເຢຊູລ້າຊ້າເຊັ່ນກັນ. ຖ້າມີພຽງຍຸກແຫ່ງພຣະບັນຍັດ ແລະ ບໍ່ມີຍຸກແຫ່ງພຣະຄຸນ, ແລ້ວພຣະເຢຊູກໍບໍ່ສາມາດຖືກຄຶງທີ່ໄມ້ກາງແຂນ ແລະ ບໍ່ສາມາດໄຖ່ມະນຸດຊາດທຸກຄົນໄດ້. ຖ້າມີພຽງຍຸກແຫ່ງພຣະບັນຍັດ ມະນຸດຈະສາມາດມາຮອດທຸກມື້ນີ້ບໍ? ປະຫວັດສາດກ້າວໄປຂ້າງໜ້າ ແລະ ປະຫວັດສາດບໍ່ແມ່ນກົດເກນທຳມະຊາດແຫ່ງພາລະກິດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສະແດງເຖິງການຄຸ້ມຄອງມະນຸດພາຍໃນຈັກກະວານທັງໝົດຂອງພຣະອົງບໍ? ປະຫວັດສາດກໍ່ຄືບໜ້າໄປເລື້ອຍໆ ແລະ ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າກໍເຊັ່ນກັນ. ຄວາມປະສົງຂອງພຣະເຈົ້າປ່ຽນແປງຕະຫຼອດເວລາ. ພຣະອົງບໍ່ສາມາດຢູ່ໃນຂັ້ນຕອນດຽວຂອງພາລະກິດເປັນເວລາຫົກພັນປີໄດ້, ຍ້ອນທຸກຄົນຮູ້ຈັກວ່າ ພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ສາມາດສືບຕໍ່ດຳເນີນພາລະກິດ ເຊັ່ນ: ຖືກຄຶງທີ່ໄມ້ກາງແຂນ, ຖືກຕອກດ້ວຍຕະປູໃສ່ໄມ້ກາງແຂນໜຶ່ງຄັ້ງ, ສອງຄັ້ງ ແລະ ສາມຄັ້ງ... ມັນເປັນຕາຫົວຫຼາຍທີ່ຄິດແບບນັ້ນ. ພຣະເຈົ້າບໍ່ສືບຕໍ່ເຮັດພາລະກິດເດີມ; ພາລະກິດຂອງພຣະອົງປ່ຽນແປງເລື້ອຍໆ ແລະ ໃໝ່ຕະຫຼອດເວລາ. ຫຼາຍສໍ່າກັບທີ່ເຮົາກ່າວພຣະທຳໃໝ່ກັບພວກເຈົ້າ ແລະ ປະຕິບັດພາລະກິດໃໝ່ໃນແຕ່ລະມື້. ນີ້ຄືພາລະກິດທີ່ເຮົາປະຕິບັດ ແລະ ສິ່ງທີ່ເປັນກະແຈແມ່ນຄຳວ່າ “ໃໝ່” ແລະ “ອັດສະຈັນ”. “ພຣະເຈົ້າບໍ່ເຄີຍປ່ຽນແປງ ແລະ ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ”: ຖ້ອຍຄຳນີ້ເປັນຄວາມຈິງສະເໝີ; ທາດແທ້ຂອງພຣະເຈົ້າບໍ່ເຄີຍປ່ຽນແປງ, ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ພຣະອົງບໍ່ສາມາດກາຍມາເປັນຊາຕານໄດ້ຈັກເທື່ອ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພາລະກິດຂອງພຣະອົງນັ້ນໝັ້ນຄົງ ແລະ ບໍ່ປຽນແປງຄືກັບທາດແທ້ຂອງພຣະອົງ. ເຈົ້າປະກາດວ່າ ພຣະເຈົ້າບໍ່ສາມາດປ່ຽນແປງ, ແຕ່ແລ້ວເຈົ້າຈະສາມາດອະທິບາຍໄດ້ແນວໃດວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ? ພາລະກິດຂອງພຣະເຈົ້າຂະຫຍາຍຢ່າງຕໍ່ເນື່ອງ ແລະ ປ່ຽນແປງຢູ່ເປັນປະຈຳ ແລະ ຄວາມປະສົງຂອງພຣະອົງກໍຖືກເປີດເຜີຍ ແລະ ເຮັດໃຫ້ມະນຸດຮູ້ຈັກຢ່າງຕໍ່ເນື່ອງ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງເຂົາກໍປ່ຽນແປງໂດຍບໍ່ຢຸດຢັ້ງ ເຊັ່ນດຽວກັບຄວາມຮູ້ຂອງເຂົາ. ດ້ວຍເຫດນັ້ນ ການປ່ຽນແປງນີ້ເກີດຂຶ້ນຈາກບ່ອນໃດ? ມັນບໍ່ແມ່ນຈາກພາລະກິດທີ່ມີການປ່ຽນແປງຕະຫຼອດຂອງພຣະເຈົ້າບໍ? ຖ້າອຸປະນິໄສຂອງມະນຸດສາມາດປ່ຽນແປງໄດ້, ເປັນຫຍັງມະນຸດບໍ່ສາມາດຍອມໃຫ້ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາປ່ຽນແປງຢ່າງຕໍ່ເນື່ອງໄດ້ເຊັ່ນກັນ? ເຮົາຕ້ອງເຮັດຕາມຂໍ້ຈຳກັດຂອງມະນຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ກຳລັງບັງຄັບໃຊ້ການໂຕ້ແຍ້ງ ແລະ ເຫດຜົນທີ່ອອກນອກຮູ້ນອກທາງບໍ?

ຫຼັງຈາກການຟື້ນຄືນຂອງພຣະອົງ ພຣະເຢຊູປາກົດຕໍ່ໜ້າສາວົກ ແລະ ກ່າວວ່າ, “ເຮົານໍາເອົາສັນຍາຂອງພຣະບິດາຂອງເຮົາມາສູ່ພວກເຈົ້າ ແຕ່ພວກເຈົ້າຈົ່ງລໍຖ້າຢູ່ໃນເມືອງເຢລູຊາເລັມ ຈົນກວ່າພວກເຈົ້າຈະໄດ້ຮັບລິດອຳນາດທີ່ມາຈາກເບື້ອງເທິງ”. ເຈົ້າຮູ້ບໍວ່າ ພຣະທຳເຫຼົ່ານີ້ສາມາດອະທິບາຍແນວໃດ? ດຽວນີ້ ເຈົ້າເຕັມໄປດ້ວຍລິດອຳນາດຂອງພຣະອົງບໍ? ເຈົ້າເຂົ້າໃຈບໍວ່າ “ລິດອຳນາດ” ໝາຍເຖິງຫຍັງ? ພຣະເຢຊູປະກາດວ່າ ພຣະວິນຍານແຫ່ງຄວາມຈິງຈະຖືກປະທານໃຫ້ກັບມະນຸດໃນຍຸກສຸດທ້າຍ. ໃນຕອນນີ້ ຍຸກສຸດທ້າຍຢູ່ທີ່ນີ້ແລ້ວ; ເຈົ້າເຂົ້າໃຈວິທີທີ່ພຣະວິນຍານແຫ່ງຄວາມຈິງປະກາດພຣະທຳບໍ? ພຣະວິນຍານແຫ່ງຄວາມຈິງປາກົດຂຶ້ນ ແລະ ປະຕິບັດພາລະກິດຢູ່ໃສ? ໃນໜັງສືແຫ່ງຄຳທຳນາຍຂອງຜູ້ປະກາດພຣະທຳເອຊາຢາ, ບໍ່ເຄີຍກ່າວເຖິງເດັກນ້ອຍທີ່ມີນາມວ່າ ເຢຊູ ຈະກຳເນີດໃນຍຸກແຫ່ງພັນທະສັນຍາໃໝ່; ມັນພຽງແຕ່ຖືກຂຽນໄວ້ວ່າເດັກນ້ອຍຜູ້ຊາຍທີ່ຊື່ ເອມານູເອັນຈະເກີດ. ເປັນຫຍັງຈຶ່ງບໍ່ມີກ່າວເຖິງຊື່ “ເຢຊູ”? ບໍ່ມີຊື່ນີ້ປາກົດຢູ່ໃນໜັງສືພັນທະສັນຍາເດີມເລີຍ, ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງເຊື່ອໃນພຣະເຢຊູ? ແນ່ນອນ ເຈົ້າບໍ່ໄດ້ພຽງເລີ່ມເຊື່ອໃນພຣະເຢຊູ ຫຼັງຈາກທີ່ເຫັນພຣະອົງດ້ວຍຕາຂອງເຈົ້າ ແມ່ນບໍ? ຫຼື ເຈົ້າເລີ່ມເຊື່ອຫຼັງຈາກໄດ້ຮັບການເປີດເຜີຍບໍ? ພຣະເຈົ້າຈະສຳແດງພຣະຄຸນດັ່ງກ່າວຢ່າງແທ້ຈິງບໍ? ພຣະອົງປະທານພອນອັນຍິ່ງໃຫຍ່ໃຫ້ກັບເຈົ້າບໍ? ແມ່ນຫຍັງຄືພື້ນຖານແຫ່ງຄວາມເຊື່ອຂອງເຈົ້າໃນພຣະເຢຊູ? ເປັນຫຍັງເຈົ້າບໍ່ເຊື່ອວ່າ ພຣະເຈົ້າທີ່ກາຍມາເປັນເນື້ອໜັງໃນມື້ນີ້? ເປັນຫຍັງເຈົ້າຈຶ່ງເວົ້າວ່າ ການຂາດຄວາມເປີດເຜີຍຈາກພຣະເຈົ້າພິສູດໃຫ້ເຫັນວ່າ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ? ພຣະອົງຕ້ອງແຈ້ງໃຫ້ແກ່ມະນຸດຮູ້ກ່ອນເລີ່ມຕົ້ນພາລະກິດຂອງພຣະອົງບໍ? ພຣະອົງຕ້ອງຮັບການເຫັນດີຈາກພວກເຂົາກ່ອນບໍ? ເອຊາຢາພຽງແຕ່ປະກາດວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ; ເພິ່ນບໍ່ເຄີຍທຳນາຍວ່າ ມາຣິອາຈະໃຫ້ກຳເນີດກັບພຣະເຢຊູ. ເຈົ້າອີງຄວາມເຊື່ອຂອງເຈົ້າທີ່ວ່າພຣະເຢຊູເກີດຈາກມາຣິອານັ້ນ ໃສ່ຫຍັງແທ້ໆ? ແນ່ນອນ ຄວາມເຊື່ອຂອງເຈົ້າບໍ່ໄດ້ສັບສົນບໍ? ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ. ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນເຢຊູ? ມີການທຳນາຍວ່າພຣະເມຊີອາຈະມາ, ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດແຕ່ດົນນານມາແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ໄດ້ດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ແລ້ວພາລະກິດຂອງພຣະເຢຊູບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ? ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ? ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ; ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ, ອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ. ເຈົ້າກ້າຢືນຢັນບໍວ່າ ເຢຊູຈະເປັນຊື່ຂອງພຣະເຈົ້າຕະຫຼອດໄປ, ພຣະເຈົ້າຈະໃຊ້ຊື່ເຢຊູ ຕະຫຼອດໄປ ແລະ ຢູ່ສະເໝີ ແລະ ຊື່ນີ້ຈະບໍ່ປ່ຽນແປງ? ເຈົ້າກ້າຢືນຢັນຢ່າງໝັ້ນໃຈບໍວ່າ ມັນແມ່ນຊື່ເຢຊູ ທີ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ຍັງຈະສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ? ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູສາມາດນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ? ຖ້າເຈົ້າຂາດຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງເຫຼົ່ານີ້, ແລ້ວເຈົ້າຈະບໍ່ພຽງແຕ່ເຈົ້າຈະບໍ່ສາມາດປະກາດຂ່າວປະເສີດໄດ້, ແຕ່ເຈົ້າເອງຈະບໍ່ສາມາດຍຶດໝັ້ນໄດ້. ເມື່ອຮອດມື້ທີ່ເຈົ້າແກ້ໄຂຄວາມຍາກລຳບາກຂອງຜູ້ຄົນທີ່ເຄັ່ງສາດສະໜາ ແລະ ໂຕ້ແຍ້ງຄວາມເຊື່ອທີ່ຜິດຂອງພວກເຂົາທັງໝົດ, ນັ້ນຈະເປັນເຄື່ອງພິສູດວ່າ ເຈົ້າແນ່ໃຈໃນຂັ້ນຕອນນີ້ຂອງພາລະກິດ ແລະ ບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວເລີຍ. ຖ້າເຈົ້າບໍ່ສາມາດໂຕ້ແຍ້ງຄວາມເຊື່ອທີ່ຜິດຂອງພວກເຂົາ, ແລ້ວພວກເຂົາກໍຈະໃສ່ຮ້າຍປ້າຍສີເຈົ້າ ແລະ ກ່າວຫາເຈົ້າ. ນັ້ນຈະບໍ່ແມ່ນເລື່ອງທີ່ເປັນຕາອັບອາຍບໍ?

ຊາວຢິວທຸກຄົນອ່ານພັນທະສັນຍາເດີມ ແລະ ຮູ້ຈັກເຖິງການທຳນາຍຂອງເອຊາຢາວ່າ ເດັກນ້ອຍຜູ້ຊາຍຈະກຳເນີດໃນຮາງຫຍ້າ. ແລ້ວເປັນຫຍັງພວກເຂົາຈຶ່ງຂົ່ມເຫັງພຣະເຢຊູທັງທີ່ພວກເຂົາກໍຮູ້ເຖິງຄຳທຳນາຍນີ້ຢ່າງສົມບູນ? ນີ້ບໍ່ແມ່ນທຳມະຊາດທີ່ກະບົດຂອງພວກເຂົາ ແລະ ເປັນການຂາດຄວາມຮູ້ໃນພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນເວລານັ້ນ, ພວກຟາຣີຊາຍເຊື່ອວ່າ ພາລະກິດຂອງພຣະເຢຊູແຕກຕ່າງຈາກສິ່ງທີ່ພວກເຂົາຮູ້ກ່ຽວກັບເດັກນ້ອຍຜູ້ຊາຍທີ່ຖືກທຳນາຍໄວ້ ແລະ ຜູ້ຄົນໃນປັດຈຸບັນປະຕິເສດພຣະເຈົ້າ ຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດບໍ່ສອດຄ່ອງກັບພຣະຄຳພີ. ແກ່ນແທ້ຂອງການກະບົດຂອງພວກເຂົາທີ່ມີຕໍ່ພຣະເຈົ້າອົງນີ້ບໍ່ແມ່ນສິ່ງດຽວກັນບໍ? ເຈົ້າສາມາດຍອມຮັບພາລະກິດທັງໝົດຂອງພຣະວິນຍານບໍລິສຸດໄດ້ໂດຍບໍ່ມີຂໍ້ຄຳຖາມບໍ? ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວມັນກໍເປັນກະແສທີ່ຖືກຕ້ອງ ແລະ ເຈົ້າຄວນຍອມຮັບມັນ ໂດຍບໍ່ຕ້ອງສົງໄສໃດໆ; ເຈົ້າບໍ່ຄວນຊອກຫາ ແລະ ເລືອກສິ່ງທີ່ຈະຍອມຮັບ. ຖ້າເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບພຣະເຈົ້າ ແລະ ໃຊ້ຄວາມລະມັດລະວັງຫຼາຍຂຶ້ນຕໍ່ພຣະອົງ, ແລ້ວສິ່ງນີ້ບໍ່ໄດ້ເປັນສິ່ງທີ່ບໍ່ໄດ້ຖືກຮຽກຮ້ອງບໍ? ເຈົ້າບໍ່ຕ້ອງຄົ້ນຫາເພີ່ມເຕີມສຳລັບການຢືນຢັນຈາກພຣະຄຳພີ; ຖ້າມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວເຈົ້າກໍຕ້ອງຍອມຮັບມັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າເພື່ອຕິດຕາມພຣະເຈົ້າ ແລະ ເຈົ້າບໍ່ຄວນສືບຄົ້ນພຣະອົງ. ເຈົ້າບໍ່ຄວນສະແຫວງຫາຫຼັກຖານເພີ່ມເຕີມກ່ຽວກັບເຮົາເພື່ອພິສູດວ່າເຮົາເປັນພຣະເຈົ້າຂອງເຈົ້າ, ແຕ່ເຈົ້າຄວນແຍກແຍະວ່າ ເຮົາມີປະໂຫຍດສຳລັບເຈົ້າ ຫຼື ບໍ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ເຖິງແມ່ນວ່າເຈົ້າຄົ້ນພົບຫຼັກຖານຫຼາຍຢ່າງທີ່ບໍ່ສາມາດໂຕ້ແຍ້ງໄດ້ພາຍໃນພຣະຄໍາພີ, ມັນກໍບໍ່ສາມາດເຮັດໃຫ້ເຈົ້າຢືນຢູ່ຕໍ່ໜ້າເຮົາຢ່າງສົມບູນໄດ້. ເຈົ້າພຽງແຕ່ອາໄສຢູ່ໃນຂອບເຂດຈຳກັດຂອງພຣະຄຳພີ ແລະ ບໍ່ແມ່ນຕໍ່ໜ້າເຮົາ; ພຣະຄຳພີບໍ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກເຮົາ ຫຼື ມັນບໍ່ສາມາດເຮັດໃຫ້ຄວາມຮັກທີ່ເຈົ້າມີຕໍ່ເຮົາເລິກເຊິ່ງຂຶ້ນ. ເຖິງພຣະຄຳພີໄດ້ທຳນາຍໄວ້ວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ, ບໍ່ມີໃຜສາມາດຢັ່ງເຖິງໄດ້ວ່າ ຄຳທຳນາຍນັ້ນໄດ້ກ່າວເຖິງໃຜ, ຍ້ອນມະນຸດບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ນີ້ຄືສິ່ງທີ່ເຮັດໃຫ້ພວກຟາຣີຊາຍລຸກຂຶ້ນຕໍ່ຕ້ານພຣະເຢຊູ. ບາງຄົນຮູ້ວ່າ ພາລະກິດຂອງເຮົາແມ່ນຢູ່ໃນຜົນປະໂຫຍດຂອງມະນຸດ, ແຕ່ພວກເຂົາສືບຕໍ່ເຊື່ອວ່າ ພຣະເຢຊູ ແລະ ເຮົາເປັນສອງຢ່າງທີ່ຕ່າງກັນທັງໝົດ, ເປັນສິ່ງທີ່ບໍ່ສາມາດເຂົ້າກັນໄດ້. ໃນເວລານັ້ນ ພຣະເຢຊູພຽງແຕ່ກ່າວຄຳເທດສະໜາເປັນຊຸດຕໍ່ສາວົກຂອງພຣະອົງໃນຍຸກແຫ່ງພຣະຄຸນ ກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ວິທີການປະຕິບັດ, ວິທີການເຕົ້າໂຮມກັນ, ວິທີການອ້ອນວອນອະທິຖານ, ວິທີການປະຕິບັດຕໍ່ຄົນອື່ນ ແລະ ອື່ນໆອີກ. ພາລະກິດທີ່ພຣະອົງປະຕິບັດແມ່ນເປັນຂອງຍຸກແຫ່ງພຣະຄຸນ ແລະ ພຣະອົງພຽງອະທິບາຍຢ່າງລະອຽດເຖິງວິທີທີ່ສາວົກ ແລະ ຜູ້ຄົນເຫຼົ່ານັ້ນທີ່ຕິດຕາມພຣະອົງຄວນປະຕິບັດ. ພຣະອົງປະຕິບັດພຽງພາລະກິດໃນຍຸກແຫ່ງພຣະຄຸນ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງຍຸກສຸດທ້າຍ. ເມື່ອພຣະເຢໂຮວາບັນທຶກພຣະບັນຍັດລົງໃນພັນທະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ເປັນຫຍັງພຣະອົງຈຶ່ງບໍ່ດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດໃຫ້ຊັດເຈນລ່ວງໜ້າກ່ຽວກັບພາລະກິດຂອງຍຸກແຫ່ງພຣະຄຸນ? ສິ່ງນີ້ຈະບໍ່ຊ່ວຍໃຫ້ມະນຸດຍອມຮັບພາລະກິດນັ້ນບໍ? ພຣະອົງພຽງແຕ່ທຳນາຍວ່າ ເດັກນ້ອຍຜູ້ຊາຍຈະກຳເນີດ ແລະ ມີອຳນາດ, ແຕ່ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນໄວ້ລ່ວງໜ້າເລີຍ. ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກມີຂອບເຂດທີ່ຊັດເຈນ; ພຣະອົງພຽງປະຕິບັດພາລະກິດຂອງຍຸກປັດຈຸບັນ ແລະ ບໍ່ປະຕິບັດໃນຂັ້ນຕອນຖັດໄປຂອງພາລະກິດໃດໄວ້ລ່ວງໜ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ, ພາລະກິດຕົວແທນຂອງພຣະອົງໃນແຕ່ລະຍຸກຈຶ່ງຈະຖືກນໍາມາໄວ້ຢູ່ທາງໜ້າ. ພຣະເຢຊູໄດ້ກ່າວເຖິງສັນຍານກ່ຽວກັບຍຸກສຸດທ້າຍ, ເຖິງວິທີການອົດທົນ ແລະ ການຮັບເອົາຄວາມລອດພົ້ນ, ການກັບໃຈ ແລະ ສາລະພາບຄວາມຜິດ ແລະ ການແບກໄມ້ກາງແຂນ ແລະ ອົດທົນຕໍ່ການທົນທຸກທໍລະມານ; ພຣະອົງບໍ່ເຄີຍກ່າວເຖິງວິທີທີ່ມະນຸດໃນຍຸກສຸດທ້າຍຄວນເຂົ້າຫາ ຫຼື ວິທີທີ່ເຂົາຄວນສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ ມັນຈະບໍ່ເປັນຕາຫົວບໍທີ່ຈະຄົ້ນຫາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໃນພຣະຄຳພີ? ເຈົ້າສາມາດເບິ່ງຫຍັງໄດ້ ໂດຍການຍຶດຖືພຣະຄຳພີໄວ້ເທົ່ານັ້ນ? ບໍ່ວ່າຈະເປັນນັກແປຄວາມໝາຍພຣະຄຳພີ ຫຼື ນັກເທດສະໜາ ມີໃຜແດ່ທີ່ສາມາດທໍານາຍພາລະກິດຂອງປັດຈຸບັນໄດ້ລ່ວງໜ້າ?

“ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ບັດນີ້ ພວກເຈົ້າໄດ້ຍິນພຣະທຳຂອງພຣະວິນຍານບໍລິສຸດແລ້ວບໍ? ພຣະທຳຂອງພຣະເຈົ້າໄດ້ມາເຖິງພວກເຈົ້າແລ້ວ. ພວກເຈົ້າໄດ້ຍິນພຣະທໍາເຫຼົ່ານັ້ນບໍ? ພຣະເຈົ້າດຳເນີນພາລະກິດແຫ່ງພຣະທໍາໃນຍຸກສຸດທ້າຍ ແລະ ພຣະທໍາດັ່ງກ່າວແມ່ນມາຈາກພຣະວິນຍານບໍລິສຸດ, ເພາະວ່າພຣະເຈົ້າຄືພຣະວິນຍານບໍລິສຸດ ແລະ ຍັງສາມາດເປັນເນື້ອໜັງອີກ; ສະນັ້ນ ພຣະທໍາຂອງພຣະວິນຍານບໍລິສຸດທີ່ໄດ້ກ່າວໄວ້ໃນອະດີດຜ່ານມາ ກໍຄືພຣະທໍາຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ. ມີຄົນໂງ່ຈ້າຫຼາຍຄົນເຊື່ອວ່າ ຍ້ອນແມ່ນພຣະວິນຍານບໍລິສຸດທີ່ກຳລັງເວົ້າ, ສຽງຂອງພຣະອົງຄວນກ່າວມາຈາກສະຫວັນເພື່ອໃຫ້ຜູ້ຄົນໄດ້ຍິນ. ຄົນໃດກໍຕາມທີ່ຄິດແບບນີ້ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ໃນຄວາມເປັນຈິງ ພຣະຄຳທີ່ພຣະວິນຍານບໍລິສຸດກ່າວແມ່ນຄຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ. ພຣະວິນຍານບໍລິສຸດບໍ່ສາມາດກ່າວກັບມະນຸດໂດຍກົງ; ແມ່ນແຕ່ໃນຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາກໍບໍ່ກ່າວກັບຜູ້ຄົນໂດຍກົງ. ມັນແຮງຈະບໍ່ໄດ້ເປັນໄດ້ໜ້ອຍກວ່າເກົ່າບໍທີ່ພຣະອົງຈະກ່າວໃນຍຸກປັດຈຸບັນບໍ? ເພື່ອທີ່ພຣະເຈົ້າຈະກ່າວພຣະຄຳເພື່ອດຳເນີນພາລະກິດ, ພຣະອົງຕ້ອງກາຍເປັນເນື້ອໜັງ; ບໍ່ດັ່ງນັ້ນ ພາລະກິດຂອງພຣະອົງກໍຈະບໍ່ສາມາດບັນລຸເປົ້າໝາຍໄດ້. ຄົນທີ່ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນຄົນທີ່ບໍ່ຮູ້ຈັກພຣະວິນຍານ ຫຼື ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ. ຜູ້ທີ່ເຊື່ອວ່າ ປັດຈຸບັນນີ້ຄືຍຸກແຫ່ງພຣະວິນຍານບໍລິສຸດ ແຕ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະອົງ ແມ່ນຄົນທີ່ອາໄສຢູ່ໃນຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ. ຜູ້ຄົນປະເພດດັ່ງກ່າວຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ຜູ້ຄົນທີ່ພຽງແຕ່ຫວັງໃຫ້ພຣະວິນຍານບໍລິສຸດກ່າວ ແລະ ປະຕິບັດພາລະກິດຂອງພຣະອົງໂດຍກົງ ແລະ ບໍ່ຍອມຮັບເອົາພຣະທຳ ຫຼື ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະບໍ່ສາມາດກ້າວເຂົ້າສູ່ຍຸກໃໝ່ ຫຼື ຮັບຄວາມລອດພົ້ນທີ່ສົມບູນຈາກພຣະເຈົ້າໄດ້!

ກ່ອນນີ້: ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ຕໍ່ໄປ: ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້