ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດ (5)

ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູໄດ້ກ່າວພຣະທຳບາງຢ່າງ ແລະ ປະຕິບັດໜຶ່ງຂັ້ນຕອນຂອງພາລະກິດ. ທຸກສິ່ງມີບໍລິບົດຂອງມັນ ແລະ ມັນກໍລ້ວນແລ້ວແຕ່ເໝາະສົມສຳລັບສະພາບຂອງຜູ້ຄົນໃນເວລານັ້ນ; ພຣະເຢຊູກ່າວ ແລະ ປະຕິບັດທີ່ເໝາະສົມກັບບໍລິບົດໃນເວລານັ້ນ. ພຣະອົງຍັງກ່າວຄຳທໍານວາຍບາງຢ່າງ. ພຣະອົງທໍານວາຍວ່າ ພຣະວິນຍານແຫ່ງຄວາມຈິງຈະມາໃນລະຫວ່າງຍຸກສຸດທ້າຍ ແລະ ຈະປະຕິບັດໜຶ່ງຂັ້ນຕອນພາລະກິດ. ນັ້ນໝາຍຄວາມວ່າ ພຣະອົງບໍ່ໄດ້ເຂົ້າໃຈຫຍັງເລີຍນອກຈາກພາລະກິດທີ່ພຣະອົງຕ້ອງປະຕິບັດໃນລະຫວ່າງຍຸກນັ້ນ; ເວົ້າອີກຢ່າງກໍຄື ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດນັ້ນແມ່ນຈຳກັດ. ສະນັ້ນ ພຣະອົງພຽງແຕ່ປະຕິບັດພາລະກິດໃນຍຸກຂອງພຣະອົງ ແລະ ບໍ່ໄດ້ປະຕິບັດພາລະກິດອື່ນທີ່ບໍ່ໄດ້ກ່ຽວຂ້ອງກັບພຣະອົງ. ໃນເວລານັ້ນ ພຣະເຢຊຸບໍ່ໄດ້ປະຕິບັດພາລະກິດຕາມຄວາມຮູ້ສຶກ ຫຼື ນິມິດ, ແຕ່ຕາມທີ່ເໝາະສົມກັບເວລາ ແລະ ບໍລິບົດ. ບໍ່ມີໃຜຊີ້ນໍາ ຫຼື ນໍາພາພຣະອົງ. ພາລະກິດທັງໝົດຂອງພຣະອົງແມ່ນປະຕິບັດໂດຍພຣະອົງເອງ, ມັນແມ່ນພາລະກິດທີ່ພຣະວິນຍານຂອງພຣະເຈົ້າທີ່ຜູ້ເກີດເປັນມະນຸດຄວນປະຕິບັດ ເຊິ່ງພາລະກິດທັງໝົດແມ່ນເລີ່ມຕົ້ນໂດຍການບັງເກີດເປັນມະນຸດ. ພຣະເຢຊູປະຕິບັດພາລະກິດຕາມສິ່ງທີ່ພຣະອົງເອງໄດ້ເຫັນ ແລະ ໄດ້ຍິນເທົ່ານັ້ນ. ເວົ້າອີກຢ່າງກໍຄື ພຣະວິນຍານປະຕິບັດພາລະກິດໂດຍກົງ; ບໍ່ຈຳເປັນຕ້ອງມີຜູ້ສົ່ງຂ່າວປາກົດຕໍ່ພຣະອົງ ແລະ ເຮັດໃຫ້ພຣະອົງຝັນ ຫຼື ຕ້ອງການແສງສະຫວ່າງທີ່ຍິ່ງໃຫຍ່ສ່ອງທາງພຣະອົງ ແລະ ເຮັດໃຫ້ພຣະອົງເຫັນ. ພຣະອົງປະຕິບັດພາລະກິດຢ່າງເປັນອິດສະຫຼະ ແລະ ປາສະຈາກຂໍ້ຈຳກັດ ເຊິ່ງນັ້ນກໍຍ້ອນວ່າ ພາລະກິດຂອງພຣະອົງບໍ່ໄດ້ອີງຕາມຄວາມຮູ້ສຶກ. ເວົ້າອີກຢ່າງກໍຄື ເມື່ອພຣະອົງປະຕິບັດພາລະກິດ, ພຣະອົງບໍ່ໄດ້ງົມທາວຫາ ແລະ ຄາດເດົາ, ແຕ່ສໍາເລັດສິ່ງຕ່າງໆຢ່າງງ່າຍດາຍ, ປະຕິບັດພາລະກິດ ແລະ ກ່າວຕາມແນວຄິດຂອງພຣະອົງເອງ ແລະ ກ່າວໃນສິ່ງທີ່ພຣະອົງເຫັນດ້ວຍຕາຂອງພຣະອົງເອງ, ໃຫ້ການເບິ່ງແຍງຕໍ່ສາວົກແຕ່ລະຄົນທີ່ຕິດຕາມພຣະອົງຢ່າງໃກ້ຊິດ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງຜູ້ຄົນ: ເມື່ອຜູ້ຄົນປະຕິບັດພາລະກິດ, ພວກເຂົາຄົ້ນຫາ ແລະ ງົມຫາ, ລອກແບບ ແລະ ຕຶກຕອງບົນພື້ນຖານທີ່ຄົນອື່ນວາງໄວ້ສະເໝີເພື່ອບັນລຸການເຂົ້າສູ່ທີ່ເລິກເຊິງຍິ່ງຂຶ້ນ. ພາລະກິດຂອງພຣະເຈົ້າແມ່ນການສະໜອງສິ່ງທີ່ພຣະອົງເປັນ ແລະ ພຣະອົງປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ໄດ້ສະໜອງການບຳລຸງລ້ຽງໃຫ້ກັບຄຣິສຕະຈັກໂດຍໃຊ້ຄວາມຮູ້ຈາກພາລະກິດຂອງມະນຸດ. ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນປັດຈຸບັນໂດຍອີງຕາມສະພາວະຂອງຜູ້ຄົນ. ສະນັ້ນ ການປະຕິບັດພາລະກິດໃນລັກສະນະນີ້ຈຶ່ງເປັນອິດສະຫຼະຫຼາຍກວ່າພາລະກິດທີ່ຜູ້ຄົນປະຕິບັດເປັນຫຼາຍພັນເທົ່າ. ສຳລັບຜູ້ຄົນແລ້ວ ມັນອາດເບິ່ງຄືວ່າ ພຣະເຈົ້າບໍ່ໄດ້ປະຕິບັດຕາມໜ້າທີ່ຂອງພຣະອົງ ແລະ ປະຕິບັດພາລະກິດຕາມທີ່ພຣະອົງພໍໃຈ, ແຕ່ວ່າ ພາລະກິດທັງໝົດທີ່ພຣະອົງປະຕິບັດແມ່ນເປັນພາລະກິດໃໝ່. ເຖິງຢ່າງໃດກໍຕາມ, ເຈົ້າຄວນຮູ້ຈັກວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ເຄີຍອີງຕາມຄວາມຮູ້ສຶກຈັກເທື່ອ. ໃນເວລານັ້ນ, ຫຼັງຈາກທີ່ພຣະເຢຊູໄດ້ສຳເລັດພາລະກິດຂອງພຣະອົງໃນການຖືກຄຶງໃສ່ໄມ້ກາງແຂນ, ຫຼັງຈາກທີ່ສາວົກຜູ້ທີ່ຕິດຕາມພຣະເຢຊູໄດ້ໄປເຖິງຈຸດໃດໜຶ່ງໃນປະສົບການຂອງພວກເຂົາ, ພວກເຂົາກໍຮູ້ສຶກວ່າ ມື້ຂອງພຣະເຈົ້າກຳລັງມາເຖິງ ແລະ ພວກເຂົາຈະພົບກັບພຣະເຈົ້າໃນໄວໆນີ້. ນັ້ນຄືຄວາມຮູ້ສຶກທີ່ພວກເຂົາມີ ແລະ ສຳລັບພວກເຂົາແລ້ວ ຄວາມຮູ້ສຶກນີ້ແມ່ນສຳຄັນທີ່ສຸດ. ແຕ່ໃນຄວາມຈິງແລ້ວ ຄວາມຮູ້ສຶກທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ສາມາດເພິ່ງພາໄດ້. ພວກເຂົາຮູ້ສຶກວ່າ ບາງເທື່ອພວກເຂົາໃກ້ຈະໄປເຖິງປາຍທາງ ຫຼື ທຸກສິ່ງທີ່ພວກເຂົາເຮັດ ແລະ ທົນທຸກແມ່ນຖືກກຳນົດໂດຍພຣະເຈົ້າແລ້ວ. ໂປໂລຍັງເວົ້າວ່າ ເພິ່ນໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ, ເພິ່ນໄດ້ຕໍ່ສູ້ຢ່າງສຸດກຳລັງ ແລະ ມີມົງກຸດແຫ່ງຄວາມຊອບທຳໄວ້ສຳລັບເພິ່ນ. ນັ້ນແມ່ນສິ່ງທີ່ເພິ່ນຮູ້ສຶກ ແລະ ເພິ່ນໄດ້ຂຽນສິ່ງນີ້ໃນຈົດໝາຍ ແລະ ສົ່ງຈົດໝາຍເຫຼົ່ານັ້ນໃຫ້ກັບຄຣິສຕະຈັກ. ການກະທຳດັ່ງກ່າວແມ່ນມາຈາກພາລະທີ່ເພິ່ນແບກຮັບສຳລັບຄຣິສຕະຈັກ ແລະ ດ້ວຍເຫດນັ້ນຈຶ່ງບໍ່ໄດ້ຖືກສົນໃຈໂດຍພຣະວິນຍານບໍລິສຸດ. ເມື່ອໂປໂລເວົ້າຄຳເວົ້າເຫຼົ່ານັ້ນ, ເພິ່ນບໍ່ໄດ້ມີຄວາມຮູ້ສຶກກັງວົນ ຫຼື ເພິ່ນບໍ່ຮູ້ສຶກເຖິງການຕໍານິໃດເລີຍ ແລະ ສະນັ້ນ ເພິ່ນຈຶ່ງເຊື່ອວ່າສິ່ງດັ່ງກ່າວເປັນເລື່ອງປົກກະຕິຫຼາຍ ແລະ ຖືກຕ້ອງພໍສົມຄວນ ແລະ ພວກມັນແມ່ນມາຈາກພຣະວິນຍານບໍລິສຸດ. ແຕ່ເມື່ອເບິ່ງຈາກປັດຈຸບັນ, ພວກມັນບໍ່ໄດ້ມາຈາກພຣະວິນຍານບໍລິສຸດເລີຍ. ພວກມັນບໍ່ໄດ້ເປັນຫຼາຍໄປກວ່າພາບລວງຕາຂອງມະນຸດ. ມີພາບລວງຕາຫຼາຍຢ່າງພາຍໃນມະນຸດ ແລະ ພຣະເຈົ້າກໍບໍ່ໄດ້ສົນໃຈໃນສິ່ງເຫຼົ່ານັ້ນ ຫຼື ສະແດງຄວາມຄິດເຫັນໃດເລີຍເມື່ອສິ່ງເຫຼົ່ານັ້ນເກີດຂຶ້ນ. ພາລະກິດສ່ວນໃຫຍ່ຂອງພຣະວິນຍານບໍລິສຸດບໍ່ໄດ້ຖືກປະຕິບັດຜ່ານທາງຄວາມຮູ້ສຶກຂອງຜູ້ຄົນ, ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດພາຍໃນຄວາມຮູ້ສຶກຂອງຜູ້ຄົນ ນອກຈາກໃນເວລາລຳບາກ, ໃນເວລາມືດມົວກ່ອນທີ່ພຣະອົງຈະກາຍມາເປັນເນື້ອໜັງ ຫຼື ໄລຍະເວລາທີ່ບໍ່ມີອັກຄະສາວົກ ຫຼື ຜູ້ປະຕິບັດພາລະກິດ. ໃນລະຫວ່າງຂັ້ນຕອນນັ້ນ ພາລະກິດຂອງພຣະວິນຍານບໍລິສຸດມອບຄວາມຮູ້ສຶກທີ່ພິເສດບາງຢ່າງໃຫ້ກັບຜູ້ຄົນ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນປາສະຈາກການນໍາພາຈາກພຣະທຳຂອງພຣະເຈົ້າ, ພວກເຂົາກໍມີຄວາມຮູ້ສຶກເຖິງຄວາມສຸກທີ່ອະທິບາຍບໍ່ໄດ້ ເມື່ອພວກເຂົາອະທິຖານ; ພວກເຂົາມີຄວາມຮູ້ສຶກເບີກບານໃຈໃນຫົວໃຈຂອງພວກເຂົາ ແລະ ພວກເຂົາກໍມີຄວາມສະຫງົບສຸກ ແລະ ຄວາມສະບາຍໃຈ. ຫຼັງຈາກທີ່ພວກເຂົາມີການນໍາພາຂອງພຣະທຳ, ຜູ້ຄົນກໍຮູ້ສຶກເຖິງຄວາມສົດໃສໃນວິນຍານຂອງພວກເຂົາ, ພວກເຂົາມີເສັ້ນທາງແຫ່ງການປະຕິບັດໃນການກະທຳຂອງພວກເຂົາ ແລະ ແນ່ນອນ ພວກເຂົາຍັງມີຄວາມຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມສະບາຍໃຈ. ເມື່ອຜູ້ຄົນຜະເຊີນກັບອັນຕະລາຍ ຫຼື ພຣະເຈົ້າຢຸດພວກເຂົາຈາກການເຮັດບາງສິ່ງບາງຢ່າງ, ໃນຫົວໃຈຂອງພວກເຂົາ ພວກເຂົາຮູ້ສຶກບໍ່ສະຫງົບສຸກ ແລະ ບໍ່ສະບາຍໃຈ. ສິ່ງເຫຼົ່ານີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ກັບມະນຸດທັງໝົດ. ເຖິງຢ່າງໃດກໍຕາມ ຖ້າສະພາບແວດລ້ອມປັ່ນປ່ວນກໍ່ໃຫ້ເກີດບັນຍາກາດແຫ່ງຄວາມຢ້ານ, ເຮັດໃຫ້ຜູ້ຄົນກັງວົນ ແລະ ຢ້ານກົວເປັນພິເສດ, ນັ້ນແມ່ນການສະແດງອອກທີ່ປົກກະຕິຂອງຄວາມເປັນມະນຸດ ແລະ ບໍ່ກ່ຽວຂ້ອງກັບພາລະກິດຂອງພຣະວິນຍານບໍລິສຸດ.

ຜູ້ຄົນດຳລົງຊີວິດຢູ່ໃນທ່າມກາງຄວາມຮູ້ສຶກຂອງພວກເຂົາຢູ່ສະເໝີ ແລະ ໄດ້ເຮັດແບບນັ້ນເປັນເວລາຫຼາຍປີແລ້ວ. ເມື່ອພວກເຂົາສະຫງົບສຸກຢູ່ພາຍໃນຫົວໃຈຂອງພວກເຂົາ, ພວກເຂົາກໍກະທຳ (ໂດຍເຊື່ອວ່າຄວາມເຕັມໃຈຂອງພວກເຂົາແມ່ນຄວາມຮູ້ສຶກສະຫງົບສຸກ) ແລະ ເມື່ອພວກເຂົາບໍ່ໄດ້ສະຫງົບສຸກຢູ່ພາຍໃນຫົວໃຈຂອງພວກເຂົາ, ພວກເຂົາກໍບໍ່ກະທຳ (ໂດຍເຊື່ອວ່າຄວາມບໍ່ເຕັມໃຈ ຫຼື ຄວາມບໍ່ມັກຂອງພວກເຂົາແມ່ນຄວາມຮູ້ສຶກບໍ່ສະບາຍໃຈ). ຖ້າສິ່ງຕ່າງໆເປັນໄປຢ່າງລາບລື້ນ, ພວກເຂົາກໍຄິດວ່າ[ກ] ມັນແມ່ນຄວາມປະສົງຂອງພຣະເຈົ້າ. (ໃນຄວາມເປັນຈິງແລ້ວ, ມັນແມ່ນສິ່ງທີ່ຄວນເປັນໄປຢ່າງລາບລື້ນ, ສິ່ງນີ້ແມ່ນກົດເກນທຳມະຊາດຂອງສິ່ງຕ່າງໆ). ເມື່ອສິ່ງຕ່າງໆບໍ່ເປັນໄປຢ່າງລາບລື້ນ, ພວກເຂົາກໍຄິດວ່າ[ຂ] ມັນບໍ່ແມ່ນຄວາມປະສົງຂອງພຣະເຈົ້າ. ເມື່ອພວກເຂົາຜະເຊີນກັບສິ່ງທີ່ບໍ່ເປັນໄປຢ່າງລາບລື້ນ, ພວກເຂົາກໍເຊົາ. ຄວາມຮູ້ສຶກດັ່ງກ່າວບໍ່ຖືກຕ້ອງ ແລະ ການປະພຶດຕາມສິ່ງເຫຼົ່ານີ້ຈະເຮັດໃຫ້ຊັກຊ້າຫຼາຍ. ຕົວຢ່າງເຊັ່ນ ຈະມີຄວາມຫຍຸ້ງຍາກເມື່ອນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງແນ່ນອນ ແລະ ຍິ່ງຈະມີຄວາມຫຍຸ້ງຍາກຫຼາຍຂຶ້ນໃນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ສິ່ງດີໆຫຼາຍຢ່າງຈະເຂົ້າໃຈໄດ້ຍາກ. ດັ່ງຄໍາເວົ້າທີ່ວ່າ “ຫົນທາງສູ່ຄວາມສຸກແມ່ນຖືກປົກຄຸມໄປດ້ວຍຄວາມລົ້ມເຫຼວ”. ຜູ້ຄົນມີຄວາມຮູ້ສຶກຫຼາຍເກີນໄປໃນຊີວິດຕົວຈິງຂອງພວກເຂົາ, ປ່ອຍໃຫ້ພວກເຂົາເຮັດຫຍັງບໍ່ຖືກຢູ່ສະເໝີ ແລະ ບໍ່ໝັ້ນໃຈກ່ຽວກັບຫຼາຍສິ່ງ. ບໍ່ມີຫຍັງທີ່ຊັດເຈນຕໍ່ຜູ້ຄົນ ນອກຈາກພວກເຂົາຈະສາມາດເຂົ້າໃຈຄວາມຈິງ. ແຕ່ໂດຍທົ່ວໄປແລ້ວ, ເມື່ອພວກເຂົາປະພຶດ ຫຼື ເວົ້າຕາມຄວາມຮູ້ສຶກຂອງພວກເຂົາ, ຕາບໃດທີ່ມັນບໍ່ແມ່ນສິ່ງທີ່ລະເມີດຕໍ່ຫຼັກການທີ່ສຳຄັນ, ພຣະວິນຍານບໍລິສຸດກໍຈະບໍ່ມີປະຕິກິລິຍາຫຍັງເລີຍ. ມັນເປັນຄືກັບ “ມົງກຸດແຫ່ງຄວາມຊອບທຳ” ທີ່ໂປໂລຮູ້ສຶກ: ເປັນເວລາຫຼາຍປີ, ບໍ່ມີໃຜເຊື່ອວ່າຄວາມຮູ້ສຶກຂອງເພິ່ນຜິດ ຫຼື ໂປໂລເອງກໍບໍ່ເຄີຍຮູ້ສຶກວ່າຄວາມຮູ້ສຶກຂອງເພິ່ນຜິດ. ຄວາມຮູ້ສຶກຂອງຜູ້ຄົນມາຈາກໃສ? ແນ່ນອນ ມັນແມ່ນປະຕິກິລິຍາທີ່ມາຈາກສະໝອງຂອງພວກເຂົາ. ຄວາມຮູ້ສຶກຕ່າງໆແມ່ນຖືກສ້າງຂຶ້ນຕາມສະພາບແວດລ້ອມທີ່ແຕກຕ່າງ ແລະ ບັນຫາທີ່ແຕກຕ່າງກັນ. ຕະຫຼອດເວລາ, ຜູ້ຄົນສະຫຼຸບຄວາມດ້ວຍເຫດຜົນຂອງມະນຸດເພື່ອຮັບເອົາຊຸດຕໍາລາ ເຊິ່ງສົ່ງຜົນໃຫ້ເກີດຄວາມຮູ້ສຶກຫຼາຍຢ່າງຂອງມະນຸດ. ຜູ້ຄົນເຂົ້າສູ່ການສະຫຼຸບຄວາມດ້ວຍເຫດຜົນຂອງຕົນເອງຢ່າງບໍ່ຮູ້ສຶກຕົວ ແລະ ໃນລັກສະນະນີ້ ຄວາມຮູ້ສຶກເຫຼົ່ານີ້ກໍກາຍເປັນສິ່ງທີ່ພວກເຂົາເພິ່ງພາໃນຊີວິດຂອງພວກເຂົາ; ພວກມັນກາຍມາເປັນສິ່ງທີ່ຄໍ້າຊີວິດຂອງພວກເຂົາໃນເວລາຫຍຸ້ງຍາກ ເຊັ່ນ: “ມົງກຸດແຫ່ງຄວາມຊອບທຳ” ຂອງໂປໂລ ຫຼື “ການພົບພຣະຜູ້ເປັນເຈົ້າໃນອາກາດ” ຂອງພະຍານລີ. ພຣະເຈົ້າເກືອບບໍ່ມີທາງເຂົ້າແຊກແຊງໃນຄວາມຮູ້ສຶກເຫຼົ່ານີ້ຂອງມະນຸດ ແລະ ຕ້ອງຍອມໃຫ້ຄວາມຮູ້ສຶກເຫຼົ່ານັ້ນພັດທະນາຕາມທີ່ພວກມັນຕ້ອງການ. ໃນປັດຈຸບັນ, ເຮົາໄດ້ກ່າວກັບເຈົ້າຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງຫຼາຍດ້ານ. ຖ້າເຈົ້າສືບຕໍ່ດຳເນີນໄປຕາມ ຄວາມຮູ້ສຶກຂອງເຈົ້າ, ແລ້ວເຈົ້າຈະບໍ່ໄດ້ດໍາລົງຊີວິດຢູ່ໃນທ່າມກາງຄວາມບໍ່ຊັດເຈນຄືເກົ່າບໍ? ເຈົ້າບໍ່ຍອມຮັບພຣະທຳທີ່ຖືກວາງໄວ້ສຳລັບເຈົ້າຢ່າງຊັດເຈນ ແລະ ອາໄສຄວາມຮູ້ສຶກສ່ວນຕົວຂອງເຈົ້າຢູ່ສະເໝີ. ໃນສິ່ງນີ້, ເຈົ້າບໍ່ໄດ້ເປັນຄືກັບມະນຸດຕາບອດ ທີ່ກຳລັງລູບຄຳຊ້າງບໍ? ແລ້ວໃນທີ່ສຸດ ເຈົ້າຈະໄດ້ຮັບຫຍັງ?

ພາລະກິດທຸກຢ່າງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດໃນປັດຈຸບັນແມ່ນເປັນຈິງ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຈົ້າສາມາດຮູ້ສຶກໄດ້ ຫຼື ສິ່ງທີ່ເຈົ້າສາມາດຈິນຕະນາການໄດ້, ແຮງໄກທີ່ມັນຈະເປັນສິ່ງທີ່ເຈົ້າສາມາດສະຫຼຸບໄດ້, ມັນເປັນພຽງແຕ່ສິ່ງທີ່ເຈົ້າຈະສາມາດເຂົ້າໃຈໄດ້ເມື່ອຄວາມຈິງເກີດຂຶ້ນກັບເຈົ້າ. ບາງຄັ້ງ ແມ່ນແຕ່ເມື່ອພວກມັນເກີດຂຶ້ນ ເຈົ້າກໍຍັງບໍ່ສາມາດເຫັນໄດ້ຢ່າງຊັດເຈນ ແລະ ຜູ້ຄົນຈະບໍ່ເຂົ້າໃຈຈົນພຣະເຈົ້າເຮັດເປັນການສ່ວນຕົວເພື່ອນໍາຄວາມຊັດເຈນມາສູ່ຄວາມຈິງໃນສິ່ງທີ່ກຳລັງເກີດຂຶ້ນ. ໃນເວລານັ້ນແມ່ນມີພາບລວງຕາຫຼາຍຢ່າງທ່າມກາງສາວົກທີ່ຕິດຕາມພຣະເຢຊູ. ພວກເຂົາເຊື່ອວ່າ ມື້ຂອງພຣະເຈົ້າເກືອບມາເຖິງແລ້ວ ແລະ ພວກເຂົາຈະຕາຍເພື່ອພຣະຜູ້ເປັນເຈົ້າໃນໄວໆນີ້ ແລະ ສາມາດພົບກັບພຣະເຢຊູເຈົ້າ. ເປໂຕລໍຖ້າເຈັດປີເຕັມ ຍ້ອນຄວາມຮູ້ສຶກນີ້, ແຕ່ມື້ນັ້ນກໍຍັງບໍ່ມາຈັກເທື່ອ. ພວກເຂົາຮູ້ສຶກວ່າຊີວິດຂອງພວກເຂົາໄດ້ເຕີບໃຫຍ່ແລ້ວ; ຄວາມຮູ້ສຶກທີ່ຢູ່ພາຍໃນພວກເຂົາທະວີຄູນ ແລະ ຄວາມຮູ້ສຶກເຫຼົ່ານີ້ຍິ່ງຖືກຕ້ອງຫຼາຍຂຶ້ນ, ແຕ່ພວກເຂົາຜະເຊີນກັບຄວາມລົ້ມເຫຼວຫຼາຍຢ່າງ ແລະ ບໍ່ສາມາດເຮັດສຳເລັດໄດ້. ພວກເຂົາເອງບໍ່ຮູ້ຈັກວ່າແມ່ນຫຍັງກຳລັງເກີດຂຶ້ນ. ສິ່ງນັ້ນທີ່ມາຈາກພຣະວິນຍານບໍລິສຸດຈະບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ແທ້ບໍ? ຄວາມຮູ້ສຶກຂອງຜູ້ຄົນບໍ່ສາມາດເພິ່ງພາໄດ້. ຍ້ອນຜູ້ຄົນມີຄວາມຄິດ ແລະ ແນວຄິດຂອງພວກເຂົາເອງ, ພວກເຂົາຈຶ່ງສ້າງຄວາມຮັ່ງມີຂອງສະມາຄົມອີງຕາມບໍລິບົດ ແລະ ສະພາວະໃນເວລານັ້ນ. ໂດຍສະເພາະແລ້ວ, ເມື່ອບາງສິ່ງເກີດຂຶ້ນກັບຜູ້ຄົນທີ່ມີຄວາມຄິດດີ, ພວກເຂົາກໍຕື່ນເຕັ້ນເກີນໄປ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກສ້າງຄວາມຮັ່ງມີຂອງສະມາຄົມ. ສິ່ງນີ້ໝາຍເຖິງ “ຜູ້ຊ່ຽວຊານ” ທີ່ມີຄວາມຮູ້ ແລະ ທິດສະດີທີ່ໂອ້ອວດໂດຍສະເພາະ ຜູ້ທີ່ມີສະມາຄົມເຊິ່ງອຸດົມສົມບູນຫຼາຍຂຶ້ນກວ່າເກົ່າຫຼັງຈາກໄດ້ຜະເຊີນກັບທາງໂລກເປັນເວລາຫຼາຍປີ; ຫາກພວກເຂົາບໍ່ເຂົ້າໃຈໃນສິ່ງນັ້ນ, ພວກມັນກໍຈະຍຶດຄອງຫົວໃຈຂອງພວກເຂົາ ແລະ ກາຍເປັນຄວາມຮູ້ສຶກທີ່ມີອຳນາດທີ່ສຸດຂອງພວກເຂົາ ແລະ ພວກເຂົາກໍພໍໃຈກັບສິ່ງເຫຼົ່ານັ້ນ. ເມື່ອຜູ້ຄົນຕ້ອງການເຮັດບາງສິ່ງບາງຢ່າງ, ຄວາມຮູ້ສຶກ ແລະ ຈິນຕະນາການກໍຈະປາກົດຂຶ້ນພາຍໃນພວກເຂົາ ແລະ ພວກເຂົາກໍຈະຄິດວ່າພວກເຂົາຖືກຕ້ອງ. ຫຼັງຈາກນັ້ນ ເມື່ອສິ່ງເຫຼົ່ານັ້ນຍັງບໍ່ຖືກເຮັດໃຫ້ສຳເລັດ, ຜູ້ຄົນກໍບໍ່ສາມາດບອກໄດ້ວ່າແມ່ນຫຍັງຜິດ. ບາງເທື່ອ ພວກເຂົາເຊື່ອວ່າພຣະເຈົ້າໄດ້ປ່ຽນແຜນຂອງພຣະອົງ.

ທຸກຄົນຈະມີຄວາມຮູ້ສຶກຢ່າງບໍ່ສາມາດຫຼີກເວັ້ນໄດ້. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຫຼາຍຄົນກໍຍັງມີຄວາມຮູ້ສຶກບາງຢ່າງ, ແຕ່ຄວາມຜິດພາດໃນຄວາມຮູ້ສຶກຂອງພວກເຂົາແມ່ນມີໜ້ອຍກວ່າຜູ້ຄົນໃນປັດຈຸບັນ. ນັ້ນກໍຍ້ອນວ່າເມື່ອກ່ອນ ຜູ້ຄົນສາມາດເຫັນການປາກົດຕົວຂອງພຣະເຢໂຮວາ; ພວກເຂົາສາມາດເຫັນຜູ້ສົ່ງຂ່າວ ແລະ ພວກເຂົາມີຄວາມຝັນ. ຜູ້ຄົນໃນປັດຈຸບັນບໍ່ສາມາດມີນິມິດ ຫຼື ເຫັນຜູ້ສົ່ງຂ່າວ ແລະ ສະນັ້ນ ຄວາມຜິດພາດໃນຄວາມຮູ້ສຶກຂອງພວກເຂົາຈຶ່ງທະວີຄຸນຂຶ້ນ. ເມື່ອຜູ້ຄົນໃນປັດຈຸບັນຮູ້ສຶກວ່າ ບາງສິ່ງຖືກຕ້ອງໂດຍສະເພາະ ແລະ ນໍາເຂົ້າສູ່ການປະຕິບັດ, ພຣະວິນຍານບໍລິສຸດແມ່ນຈະບໍ່ຕັກເຕືອນພວກເຂົາ ແລະ ພວກເຂົາກໍຈະມີຄວາມສະຫງົບສຸກຢູ່ພາຍໃນຫຼາຍ. ໃນຄວາມເປັນຈິງແລ້ວ, ມັນແມ່ນຜ່ານທາງການສົນທະນາ ຫຼື ການອ່ານພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງໄດ້ຄົ້ນພົບວ່າ ພວກເຂົາຜິດ. ເຫດຜົນໜຶ່ງກໍຄືບໍ່ມີຜູ້ສົ່ງຂ່າວປາກົດຕໍ່ຜູ້ຄົນ, ຄວາມຝັນກໍມີໜ້ອຍຫຼາຍ ແລະ ຜູ້ຄົນກໍບໍ່ເຫັນນິມິດຫຍັງໃນທ້ອງຟ້າ. ເຫດຜົນດ້ານອື່ນກໍຄືພຣະວິນຍານບໍລິສຸດບໍ່ໄດ້ເພີ່ມການຕັກເຕືອນ ແລະ ວິໄນຂອງພຣະອົງພາຍໃນຜູ້ຄົນ; ເກືອບບໍ່ມີພາລະກິດໃດເລີຍຂອງພຣະວິນຍານບໍລິສຸດຢູ່ພາຍໃນພວກເຂົາ. ສະນັ້ນ ຖ້າຜູ້ຄົນບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ສະແຫວງຫາຄວາມຈິງໃນຫົນທາງຕົວຈິງ ແລະ ບໍ່ເຂົ້າໃຈເສັ້ນທາງແຫ່ງການປະຕິບັດ, ແລ້ວພວກເຂົາກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນເປັນດັ່ງນີ້: ພຣະອົງບໍ່ສົນໃຈຕໍ່ສິ່ງທີ່ບໍ່ກ່ຽວຂ້ອງ ກັບພາລະກິດຂອງພຣະອົງ; ຖ້າບາງສິ່ງບໍ່ໄດ້ຢູ່ພາຍໃນຂອບເຂດແຫ່ງການປົກຄອງຂອງພຣະອົງ, ພຣະອົງກໍຈະບໍ່ເຂົ້າໄປຫຍຸ້ງກ່ຽວ ຫຼື ແຊກແຊງຢ່າງແນ່ນອນ, ເຮັດໃຫ້ຜູ້ຄົນສ້າງບັນຫາຕາມທີ່ພວກເຂົາປາຖະໜາ. ເຈົ້າສາມາດປະພຶດແບບໃດກໍໄດ້ຕາມທີ່ເຈົ້າຕ້ອງການ, ແຕ່ມື້ນັ້ນຈະມາເຖິງ ມື້ທີ່ເຈົ້າພົບວ່າຕົນເອງຕື່ນຕົກໃຈ ແລະ ເຮັດຫຍັງບໍ່ຖືກ. ພຣະເຈົ້າພຽງແຕ່ປະຕິບັດພາລະກິດຢ່າງຕັ້ງໃຈໃນເນື້ອໜັງຂອງພຣະອົງເອງ, ບໍ່ເຄີຍແຊກແຊງໃນພາລະກິດຂອງມະນຸດ. ກົງກັນຂ້າມ ພຣະອົງມອບບ່ອນພັກທີ່ກວ້າງໃຫຍ່ໃຫ້ກັບໂລກມະນຸດ ແລະ ປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ເຈົ້າຈະບໍ່ຖືກຕັກເຕືອນ ຖ້າເຈົ້າເຮັດບາງສິ່ງຜິດໃນມື້ນີ້ ຫຼື ເຈົ້າຈະບໍ່ໄດ້ຮັບລາງວັນ ຖ້າເຈົ້າເຮັດບາງສິ່ງດີໃນມື້ອື່ນ. ສິ່ງເຫຼົ່ານີ້ແມ່ນບັນຫາຂອງມະນຸດ ແລະ ບໍ່ມີຄວາມກ່ຽວພັນກັບພາລະກິດຂອງພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ, ສິ່ງນີ້ບໍ່ໄດ້ຢູ່ພາຍໃນຂອບເຂດຂອງພາລະກິດຂອງເຮົາເລີຍ.

ໃນເວລານັ້ນ ເປໂຕກຳລັງປະຕິບັດພາລະກິດ, ເພິ່ນກ່າວຄຳເວົ້າຫຼາຍຢ່າງ ແລະ ປະຕິບັດພາລະກິດຫຼາຍຢ່າງ. ມັນເປັນໄປບໍ່ໄດ້ທີ່ວ່າ ບໍ່ມີຫຍັງໃນສິ່ງນັ້ນມາຈາກແນວຄິດຂອງມະນຸດ? ເພາະວ່າມັນເປັນໄປບໍ່ໄດ້ທີ່ສິ່ງນັ້ນຈະມາຈາກພຣະວິນຍານບໍລິສຸດ. ເປໂຕເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ, ເພິ່ນເປັນຜູ້ຕິດຕາມ, ເພິ່ນຄືເປໂຕ, ບໍ່ແມ່ນພຣະເຢຊູ ແລະ ແກ່ນແທ້ຂອງພວກເຂົາກໍບໍ່ຄືກັນ. ເຖິງແມ່ນເປໂຕຖືກສົ່ງໂດຍພຣະວິນຍານບໍລິສຸດ, ບໍ່ແມ່ນທຸກສິ່ງທີ່ເພິ່ນເຮັດມາຈາກພຣະວິນຍານບໍລິສຸດ, ຍ້ອນວ່າ ໃນທີ່ສຸດແລ້ວ ເພິ່ນກໍເປັນມະນຸດຄົນໜຶ່ງ. ໂປໂລໄດ້ກ່າວພຣະທຳຫຼາຍຂໍ້ ແລະ ຂຽນຈົດໝາຍໄປຫາຄຣິສຕະຈັກບໍ່ແມ່ນຈຳນວນໜ້ອຍໆ, ຈົດໝາຍບາງສະບັບຖືກເກັບກຳໄວ້ໃນພຣະຄຳພີ. ພຣະວິນຍານບໍລິສຸດບໍ່ໄດ້ສະແດງຄວາມຄິດເຫັນໃດເລີຍ, ຍ້ອນນັ້ນແມ່ນເວລາທີ່ໂປໂລກຳລັງຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເພິ່ນໄດ້ຮັບເອົາປະສົບການ ແລະ ຄວາມຮູ້ບາງຢ່າງ ແລະ ເພິ່ນຂຽນສິ່ງເຫຼົ່ານັ້ນລົງ ແລະ ສົ່ງຕໍ່ໃຫ້ກັບອ້າຍເອື້ອຍນ້ອງຂອງເພິ່ນທີ່ເຊື່ອໃນພຣະຜູ້ເປັນເຈົ້າ. ພຣະເຢຊູບໍ່ໄດ້ມີປະຕິກິລິຍາໃດເລີຍ. ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ຂັດຂວາງເພິ່ນໃນເວລານັ້ນ? ມັນເປັນຍ້ອນມີຄວາມບໍ່ບໍລິສຸດບາງຢ່າງທີ່ ເກີດຈາກຄວາມຄິດທຳມະດາຂອງຜູ້ຄົນ; ສິ່ງນັ້ນບໍ່ສາມາດຫຼີກເວັ້ນໄດ້. ອີກຢ່າງ ການກະທຳຂອງເພິ່ນກໍບໍ່ໄດ້ໄປເຖິງຈຸດຂອງການແຊກແຊງ ຫຼື ການລົບກວນ. ເມື່ອມີພາລະກິດແຫ່ງຄວາມເປັນມະນຸດບາງຢ່າງໃນປະເພດນີ້, ຜູ້ຄົນພົບວ່າມັນງ່າຍກວ່າທີ່ຈະຍອມຮັບ. ຫາກວ່າຄວາມບໍ່ບໍລິສຸດຂອງຄວາມຄິດທຳມະດາຂອງມະນຸດບໍ່ແຊກແຊງໃນສິ່ງໃດເລີຍ, ພວກມັນກໍນັບວ່າເປັນປົກກະຕິ. ເວົ້າອີກຢ່າງກໍຄື ຜູ້ຄົນທີ່ມີຄວາມຄິດປົກກະຕິລ້ວນແລ້ວແຕ່ສາມາດຄິດໃນລັກສະນະນັ້ນ. ເມື່ອຜູ້ຄົນດຳລົງຊີວິດໃນເນື້ອໜັງ, ພວກເຂົາກໍມີຄວາມຄິດຂອງພວກເຂົາເອງ, ແຕ່ບໍ່ມີທາງທີ່ຈະກຳຈັດຄວາມຄິດເຫຼົ່ານີ້ອອກໄດ້. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າເປັນຊ່ວງເວລາໃດໜຶ່ງ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ມັນກໍຈະມີຄວາມຄິດເຫຼົ່ານີ້ໜ້ອຍລົງໃນສະໝອງຂອງຜູ້ຄົນ. ເມື່ອພວກເຂົາໄດ້ຜະເຊີນກັບຫຼາຍສິ່ງ, ພວກເຂົາກໍຈະສາມາດເຫັນໄດ້ຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍຈະແຊກແຊງໜ້ອຍລົງ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຈິນຕະນາການ ແລະ ການແຊກແຊງດ້ານເຫດຜົນຂອງຜູ້ຄົນຖືກໂຕ້ແຍ້ງ, ຄວາມຮູ້ສຶກທີ່ບໍ່ປົກກະຕິຂອງພວກເຂົາກໍຈະໜ້ອຍລົງ. ຄົນທີ່ດຳລົງຊີວິດຢູ່ໃນເນື້ອໜັງລ້ວນແລ້ວແຕ່ມີຄວາມຄິດຂອງພວກເຂົາເອງ, ແຕ່ໃນທີ່ສຸດແລ້ວ ພຣະເຈົ້າຈະປັ້ນພວກເຂົາຈົນເຖິງຈຸດທີ່ຄວາມຄິດຂອງພວກເຂົາຈະບໍ່ສາມາດລົບກວນພວກເຂົາອີກຕໍ່ໄປ ແລະ ພວກເຂົາຈະສາມາດດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າພາຍໃນຄວາມເປັນຈິງ ແລະ ຈະບໍ່ເຮັດສິ່ງຕ່າງໆທີ່ບໍ່ແຈ່ມແຈ້ງ ແລະ ວ່າງເປົ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍຈະບໍ່ເຮັດສິ່ງຕ່າງໆທີ່ກໍ່ໃຫ້ເກີດການລົບກວນ. ໃນລັກສະນະນີ້, ພາບລວງຕານີ້ຈຶ່ງຈະບໍ່ມີອີກຕໍ່ໄປ ແລະ ຕັ້ງແຕ່ນີ້ເປັນຕົ້ນໄປ ການກະທຳຂອງພວກເຂົາກໍຈະເປັນວຸດທິພາວະຕົວຈິງຂອງພວກເຂົາ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ພວກເຂົາກໍຄິດວ່າ”.

ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ພວກເຂົາກໍຄິດວ່າ”.

​ກ່ອນ​ນີ້ :ການປະຕິບັດ (4)

ຕໍ່​ໄປ:ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ເນື່ອຫາທີ່ກ່ຽວຂ້ອງ

  • ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ

    ພວກເຈົ້າທຸກຄົນປາຖະໜາທີ່ຈະຮັບລາງວັນຕໍ່ໜ້າພຣະເຈົ້າ ແລະ ກາຍມາເປັນທີ່ພໍໃຈໂດຍພຣະອົງ; ທຸກຄົນປາຖະໜາຫາສິ່ງດັ່ງກ່າວ ເມື່ອພວກເຂົາເລີ່ມຕົ້ນເຊື່ອໃນພຣະເຈົ້າ ນັ້ນກໍ…

  • ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

    ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ. ຄົນທີ່ບໍ່ເ…

  • ພາລະກິດຂອງພຣະເຈົ້າງ່າຍດາຍຕາມທີ່ມະນຸດຈິນຕະນາການບໍ?

    ໃນຖານະເປັນຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ, ເຈົ້າຄວນເຂົ້າໃຈວ່າ ມື້ນີ້ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມພົ້ນຈາກພຣະເຈົ້າຢ່າງແທ້ຈິງແລ້ວ ໃນການຮັບພາລະກິດຂອງພຣະເຈົ…

  • ວິທີເຂົ້າສູ່ສະພາບປົກກະຕິ

    ຍິ່ງຄົນເປີດໃຈຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງຫິວກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາ…