ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດ (4)

ສັນຕິສຸກ ແລະ ຄວາມປິຕິຍິນດີທີ່ເຮົາກ່າວເຖິງໃນປັດຈຸບັນບໍ່ຄືກັນກັບສິ່ງທີ່ເຈົ້າເຊື່ອ ແລະ ເຂົ້າໃຈ. ເຈົ້າເຄີຍຄິດວ່າສັນຕິສຸກ ແລະ ຄວາມປິຕິຍິນດີໝາຍເຖິງການມີຄວາມສຸກໝົດມື້, ການປາສະຈາກໂລກໄພ ຫຼື ຄວາມໂຊກຮ້າຍໃນຄອບຄົວຂອງເຈົ້າ, ການເພິ່ງພໍໃຈຢູ່ສະເໝີໂດຍບໍ່ມີຄວາມຮູ້ສຶກໂສກເສົ້າແມ່ນແຕ່ໜ້ອຍດຽວ ແລະ ການມີຄວາມຮູ້ສຶກປິຕິຍິນດີຢ່າງໄຮ້ຄໍາບັນຍາຍ ບໍ່ວ່າຊີວິດຂອງເຈົ້າໄດ້ພັດທະນາໄປຮອດລະດັບໃດແລ້ວກໍຕາມ. ນັ້ນແມ່ນນອກຈາກການຂຶ້ນເງິນເດືອນ ແລະ ການທີ່ລູກຊາຍຂອງເຈົ້າເຂົ້າມະຫາວິທະຍາໄລ. ດ້ວຍສິ່ງເຫຼົ່ານີ້ຢູ່ໃນຄວາມຄິດ, ເຈົ້າຈຶ່ງອະທິຖານຫາພຣະເຈົ້າ ແລະ ເມື່ອເຫັນວ່າຄວາມກະລຸນາຂອງພຣະອົງຍິ່ງໃຫຍ່ຫຼາຍ, ເຈົ້າກໍດີໃຈຫຼາຍ, ຍິ້ມຈົນປາກຈີກໄປເຖິງຫູ ແລະ ບໍ່ສາມາດຢຸດຂອບພຣະຄຸນພຣະເຈົ້າໄດ້. ສັນຕິສຸກ ແລະ ຄວາມປິຕິຍິນດີດັ່ງກ່າວບໍ່ແມ່ນສັນຕິສຸກ ແລະ ຄວາມປິຕິຍິນດີຢ່າງແທ້ຈິງທີ່ມາພ້ອມກັບການສະຖິດຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ ມັນຄືສັນຕິສຸກ ແລະ ຄວາມປິຕິຍິນດີທີ່ເປັນຜົນມາຈາກຄວາມພໍໃຈຂອງເນື້ອໜັງ. ເຈົ້າຄວນເຂົ້າໃຈວ່າມັນແມ່ນຍຸກໃດໃນປັດຈຸບັນ; ມັນບໍ່ແມ່ນຍຸກແຫ່ງພຣະຄຸນ ແລະ ມັນບໍ່ແມ່ນເວລາທີ່ເຈົ້າຈະສະແຫວງຫາເພື່ອເຮັດໃຫ້ທ້ອງຂອງເຈົ້າອີ່ມໄປດ້ວຍເຂົ້າຈີ່ອີກແລ້ວ. ເຈົ້າອາດເບີກບານໃຈ ຍ້ອນທຸກສິ່ງເປັນໄປດ້ວຍດີກັບຄອບຄົວຂອງເຈົ້າ, ແຕ່ຊີວິດຂອງເຈົ້າແມ່ນຫັນໃຈຫອບເປັນຄັ້ງສຸດທ້າຍ ແລະ ສະນັ້ນ ບໍ່ວ່າຄວາມປິຕິຍິນດີຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ພຣະວິນຍານບໍລິສຸດກໍບໍ່ໄດ້ຢູ່ກັບເຈົ້າ. ການໄດ້ຮັບເອົາການສະຖິດຂອງພຣະວິນຍານບໍລິສຸດແມ່ນເລື່ອງງ່າຍ: ໃຫ້ເຮັດໃນສິ່ງທີ່ເຈົ້າຄວນເຮັດຢ່າງເໝາະສົມ, ປະຕິບັດໜ້າທີ່ ແລະ ບົດບາດຂອງມະນຸດເປັນຢ່າງດີ ແລະ ສາມາດປະກອບຕົວເຈົ້າເອງດ້ວຍສິ່ງຕ່າງໆທີ່ເຈົ້າຈຳເປັນເພື່ອທົດແທນຂໍ້ບົກຜ່ອງຂອງເຈົ້າ. ຖ້າເຈົ້າມີພາລະຕໍ່ຊີວິດຂອງເຈົ້າເອງຢູ່ສະເໝີ ແລະ ມີຄວາມສຸກເພາະເຈົ້າໄດ້ຮັບຮູ້ຄວາມຈິງ ແລະ ເຂົ້າໃຈພາລະກິດໃນປັດຈຸບັນຂອງພຣະເຈົ້າ, ນັ້ນຄືການສະຖິດຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ. ຫຼື ບາງຄັ້ງ ຖ້າເຈົ້າຕົກຢູ່ໃນຄວາມກັງວົນ ເພາະເຈົ້າຜະເຊີນກັບບັນຫາທີ່ເຈົ້າບໍ່ຮູ້ວິທີທີ່ຈະຜ່ານພົ້ນມັນໄປໄດ້ ຫຼື ເພາະເຈົ້າບໍ່ເຂົ້າໃຈຄວາມຈິງທີ່ກຳລັງຖືກສົນທະນາ, ສິ່ງນີ້ກໍພິສູດວ່າພຣະວິນຍານບໍລິສຸດຢູ່ກັບເຈົ້າແລ້ວ. ສິ່ງເຫຼົ່ານີ້ເປັນສະພາວະປົກກະຕິຂອງປະສົບການຊີວິດ. ເຈົ້າຕ້ອງເຂົ້າໃຈຄວາມແຕກຕ່າງລະຫວ່າງການມີ ແລະ ການປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ ແລະ ຕ້ອງບໍ່ມັກງ່າຍເກີນໄປໃນມຸມມອງຂອງເຈົ້າກ່ຽວກັບສິ່ງນີ້.

ກ່ອນໜ້ານີ້, ມີການເວົ້າວ່າ ການສະຖິດຂອງພຣະວິນຍານບໍລິສຸດ ແລະ ການມີພາລະກິດຂອງພຣະວິນຍານບໍໍລິສຸດແມ່ນແຕກຕ່າງກັນ. ສະພາວະປົກກະຕິຂອງການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນສະແດງອອກຢູ່ໃນການມີຄວາມຄິດທີ່ປົກກະຕິ, ການມີເຫດຜົນທີ່ປົກກະຕິ ແລະ ຄວາມເປັນມະນຸດປົກກະຕິ. ບຸກຄະລິກຂອງຄົນອາດຈະເປັນດັ່ງທີ່ເຄີຍເປັນ, ແຕ່ພາຍໃນຕົວພວກເຂົາແມ່ນຈະມີສັນຕິສຸກ ແລະ ດ້ານພາຍນອກ ພວກເຂົາກໍຈະມີຄຸນສົມບັດຂອງໄພ່ພົນ. ນີ້ແມ່ນສິ່ງທີ່ພວກເຂົາຈະເປັນ ເມື່ອພຣະວິນຍານບໍລິສຸດຢູ່ກັບພວກເຂົາ. ເມື່ອບາງຄົນມີການສະຖິດຂອງພຣະວິນຍານບໍລິສຸດ, ແນວຄວາມຄິດຂອງພວກເຂົາກໍປົກກະຕິ. ເມື່ອພວກເຂົາຫິວ ພວກເຂົາກໍຕ້ອງການກິນ, ເມື່ອພວກເຂົາກະຫາຍ ພວກເຂົາກໍຕ້ອງການດື່ມນໍ້າ… ການສະແດງອອກດັ່ງກ່າວຂອງການເປັນມະນຸດປົກກະຕິບໍ່ແມ່ນການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ; ມັນແມ່ນການຄິດແບບປົກກະຕິຂອງຜູ້ຄົນ ແລະ ສະພາວະທຳມະດາໃນການມີພຣະວິນຍານບໍລິສຸດສະຖິດຢູ່. ບາງຄົນເຊື່ອຢ່າງຜິດໆວ່າ ຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດແມ່ນບໍ່ຮູ້ຈັກອຶດຫິວອີກຕໍ່ໄປ, ພວກເຂົາບໍ່ຮູ້ສຶກອິດເມື່ອຍ ແລະ ເບິ່ງຄືກັບວ່າ ພວກເຂົາບໍ່ຄິດກັບຄອບຄົວ ແລະ ເກືອບແຍກຕົນເອງອອກຈາກເນື້ອໜັງຢ່າງສົມບູນ. ໃນຄວາມເປັນຈິງແລ້ວ ຍິ່ງພຣະວິນຍານຢູ່ກັບຜູ້ຄົນຫຼາຍສໍ່າໃດ, ພວກເຂົາກໍປົກກະຕິຫຼາຍສໍ່ານັ້ນ. ພວກເຂົາຮູ້ຈັກທົນທຸກ ແລະ ສະຫຼະສິ່ງຕ່າງໆເພື່ອພຣະເຈົ້າ, ເສຍສະຫຼະຕົນເອງໃຫ້ກັບພຣະເຈົ້າ ແລະ ຊື່ສັດຕໍ່ພຣະເຈົ້າ; ຍິ່ງໄປກວ່ານັ້ນ ພວກເຂົາຄິດກ່ຽວກັບອາຫານ ແລະ ເຄື່ອງນຸ່ງຫົ່ມ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ໄດ້ສູນເສຍຫຍັງຈາກຄວາມເປັນມະນຸດປົກກະຕິທີ່ຜູ້ຄົນຄວນມີ ແລະ ເປັນ, ກົງກັນຂ້າມ ພວກເຂົາມີເຫດຜົນໂດຍສະເພາະ. ບາງຄັ້ງ ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າ; ມີຄວາມເຊື່ອຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ແນ່ນອນ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນອີງຕາມພື້ນຖານນີ້. ຖ້າຜູ້ຄົນປາສະຈາກການຄິດແບບປົກກະຕິ, ແລ້ວພວກເຂົາກໍຈະບໍ່ມີເຫດຜົນ, ນີ້ບໍ່ແມ່ນສະພາວະປົກກະຕິ. ເມື່ອຜູ້ຄົນມີການຄິດແບບປົກກະຕິ ແລະ ພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາ, ພວກເຂົາຈະມີເຫດຜົນແບບຄົນປົກກະຕິຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ພວກເຂົາແມ່ນໄດ້ມີສະພາວະທີ່ປົກກະຕິ. ການຜະເຊີນກັບພາລະກິດຂອງພຣະເຈົ້າ, ການມີພາລະກິດຂອງພຣະວິນຍານບໍລິສຸດແມ່ນເກີດຂຶ້ນເປັນບາງຄັ້ງບາງຄາວ, ໃນຂະນະທີ່ການມີພຣະວິນຍານບໍລິສຸດສະຖິດຢູ່ແມ່ນເກີດຂຶ້ນເກືອບຕະຫຼອດເວລາ. ຕາບໃດທີ່ເຫດຜົນ ແລະ ແນວຄິດຂອງຜູ້ຄົນເປັນປົກກະຕິ ແລະ ຕາບໃດທີ່ສະພາວະຂອງພວກເຂົາເປັນປົກກະຕິ, ແລ້ວພຣະວິນຍານບໍລິສຸດກໍຢູ່ກັບພວກເຂົາຢ່າງແນ່ນອນ. ເມື່ອເຫດຜົນ ແລະ ແນວຄິດຂອງຜູ້ຄົນບໍ່ປົກກະຕິ, ຄວາມເປັນມະນຸດຂອງພວກເຂົາກໍບໍ່ປົກກະຕິ. ຖ້າໃນຊ່ວງເວລານີ້, ພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າຢ່າງແນ່ນອນ. ແຕ່ຖ້າພຣະວິນຍານບໍລິສຸດຢູ່ກັບເຈົ້າ, ນັ້ນບໍ່ໄດ້ໝາຍຄວາມວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນຕົວເຈົ້າຢ່າງແນ່ນອນ, ຍ້ອນວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລາພິເສດ. ການສະຖິດຂອງພຣະວິນຍານບໍລິສຸດພຽງແຕ່ສາມາດຮັກສາການເປັນຢູ່ປົກກະຕິຂອງຜູ້ຄົນ, ແຕ່ພຣະວິນຍານບໍລິສຸດແມ່ນປະຕິບັດພາລະກິດໃນເວລາຕ່າງຫາກ. ຕົວຢ່າງ ເຊັ່ນ: ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເມື່ອເຈົ້າຫົດນໍ້າ ແລະ ຈັດການລ້ຽງດູໃຫ້ກັບຄຣິສຕະຈັກ, ແລ້ວພຣະວິນຍານບໍລິສຸດກໍຈະໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ເພື່ອສັ່ງສອນຄົນອື່ນ ແລະ ສາມາດແກ້ໄຂບັນຫາຕົວຈິງບາງຢ່າງຂອງອ້າຍເອື້ອຍນ້ອງຂອງເຈົ້າ, ໃນເວລາດັ່ງກ່າວ ພຣະວິນຍານບໍລິສຸດແມ່ນກຳລັງປະຕິບັດພາລະກິດ. ບາງຄັ້ງ ເມື່ອເຈົ້າກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດແມ່ນໃຫ້ແສງສະຫວ່າງກັບເຈົ້າດ້ວຍພຣະທຳບາງຂໍ້ທີ່ກ່ຽວຂ້ອງກັບປະສົບການຂອງເຈົ້າເອງໂດຍສະເພາະ, ເຮັດໃຫ້ເຈົ້າໄດ້ຮັບເອົາຄວາມຮູ້ກ່ຽວກັບສະພາວະຂອງເຈົ້າເອງຫຼາຍຂຶ້ນ; ສິ່ງນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນກັນ. ບາງຄັ້ງ ເມື່ອເຮົາເວົ້າ ພວກເຈົ້າກໍຟັງ ແລະ ສາມາດວັດແທກສະພາວະຂອງພວກເຈົ້າເອງໃສ່ພຣະທຳຂອງເຮົາ ແລະ ບາງຄັ້ງ ພວກເຈົ້າກໍຖືກສຳຜັດ ແລະ ດົນໃຈ; ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເວົ້າວ່າ ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດໃນພວກເຂົາຕະຫຼອດເວລາ. ສິ່ງນີ້ແມ່ນເປັນໄປບໍ່ໄດ້. ຖ້າພວກເຂົາເວົ້າວ່າພຣະວິນຍານບໍລິສຸດຢູ່ກັບພວກເຂົາສະເໝີ, ສິ່ງນັ້ນກໍຈະເປັນຄວາມຈິງ. ຖ້າພວກເຂົາເວົ້າວ່າການຄິດ ແລະ ຄວາມຮູ້ສຶກຂອງພວກເຂົາປົກກະຕິຢູ່ຕະຫຼອດເວລາ, ສິ່ງນັ້ນກໍຈະເປັນຈິງເຊັ່ນກັນ ແລະ ສະແດງວ່າພຣະວິນຍານບໍລິສຸດແມ່ນຢູ່ກັບພວກເຂົາ. ຖ້າພວກເຂົາເວົ້າວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນພວກເຂົາຢູ່ສະເໝີ, ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະເຈົ້າ ແລະ ຖືກສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບຄວາມຮູ້ໃໝ່ຕະຫຼອດເວລາ, ສິ່ງນີ້ແມ່ນບໍ່ມີທາງເປັນປົກກະຕິແນ່ນອນ! ມັນເປັນສິ່ງທີ່ເໜືອທຳມະຊາດທັງໝົດ! ຄົນປະເພດດັ່ງກ່າວເປັນວິນຍານຊົ່ວຮ້າຍໂດຍບໍ່ຕ້ອງສົງໄສເລີຍ! ແມ່ນແຕ່ເມື່ອພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງກໍຈະມີເວລາທີ່ພຣະອົງຕ້ອງກິນ ແລະ ຕ້ອງພັກຜ່ອນ, ສໍາລັບມະນຸດແມ່ນບໍ່ຕ້ອງເວົ້າເຖິງເລິຍ. ຄົນທີ່ຖືກຄອບຄອງໂດຍວິນຍານຊົ່ວຮ້າຍເບິ່ງຄືກັບວ່າ ປາສະຈາກຄວາມຮູ້ສຶກ ແລະ ຄວາມອ່ອນແອຂອງເນື້ອໜັງ. ພວກເຂົາສາມາດປະຖິ້ມ ແລະ ສະຫຼະທຸກສິ່ງ, ພວກເຂົາສາມາດອົດກັ້ນຕໍ່ການທໍລະມານ ແລະ ບໍ່ຮູ້ສຶກເຖິງຄວາມອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຄືກັບວ່າ ພວກເຂົາໄດ້ຢູ່ເໜືອເນື້ອໜັງ. ສິ່ງນີ້ບໍ່ແມ່ນຢູ່ເໜືອທຳມະຊາດທີ່ສຸດບໍ? ພາລະກິດຂອງວິນຍານຊົ່ວຮ້າຍແມ່ນຢູ່ເໜືອທຳມະຊາດ, ບໍ່ມີມະນຸດຄົນໃດສາມາດບັນລຸສິ່ງດັ່ງກ່າວໄດ້! ຄົນທີ່ປາສະຈາກການແຍກແຍະແມ່ນອິດສາເມື່ອພວກເຂົາເຫັນຄົນປະເພດດັ່ງກ່າວ: ພວກເຂົາເວົ້າວ່າພວກເຂົາມີພະລັງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍສະແດງທ່າທີອ່ອນແອແມ່ນແຕ່ໜ້ອຍດຽວ! ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງພາລະກິດແຫ່ງວິນຍານຊົ່ວຮ້າຍ. ຍ້ອນຜູ້ຄົນທຳມະດາມີຄວາມອ່ອນແອຂອງມະນຸດຢ່າງຫຼີກເວັ້ນບໍ່ໄດ້; ສິ່ງນີ້ແມ່ນສະພາວະປົກກະຕິຂອງຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດ.

ການຍຶດໝັ້ນໃນຄຳພະຍານຂອງຕົນເອງໝາຍເຖິງຫຍັງ? ບາງຄົນເວົ້າວ່າພວກເຂົາພຽງແຕ່ຕິດຕາມດັ່ງທີ່ພວກເຂົາເຮັດໃນຕອນນີ້ ແລະ ບໍ່ໄດ້ກັງວົນໃຈວ່າພວກເຂົາຈະສາມາດໄດ້ຮັບຊີວິດ ຫຼື ບໍ່; ພວກເຂົາບໍ່ສະແຫວງຫາຊີວິດ, ແຕ່ພວກເຂົາກໍບໍ່ຖອຍເຊັ່ນດຽວກັນ. ພວກເຂົາພຽງແຕ່ຮັບຮູ້ວ່າຂັ້ນຕອນນີ້ຂອງພາລະກິດແມ່ນຖືກປະຕິບັດໂດຍພຣະເຈົ້າ. ສິ່ງນີ້ບໍ່ແມ່ນການລົ້ມເຫຼວໃນຄຳພະຍານຂອງພວກເຂົາບໍ? ຄົນປະເພດດັ່ງກ່າວບໍ່ໄດ້ເປັນພະຍານເຖິງການຖືກເອົາຊະນະ. ຄົນທີ່ຖືກເອົາຊະນະຈະຕິດຕາມໂດຍບໍ່ສົນໃຈສິ່ງອື່ນໃດທັງໝົດ ແລະ ສາມາດສະແຫວງຫາຊີວິດ. ພວກເຂົາບໍ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ເປັນຈິງ, ແຕ່ຍັງຮູ້ຈັກປະຕິບັດຕາມການຈັດແຈງທັງໝົດຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ເປັນພະຍານ. ຄົນທີ່ບໍ່ເປັນພະຍານບໍ່ເຄີຍສະແຫວງຫາຊີວິດຈັກເທື່ອ ແລະ ຍັງຕິດຕາມແບບບໍ່ມີຈຸດໝາຍ. ເຈົ້າອາດຕິດຕາມ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າຖືກເອົາຊະນະແລ້ວ, ຍ້ອນເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ. ເງື່ອນໄຂບາງຂໍ້ຕ້ອງຖືກບັນລຸເພື່ອຈະຖືກເອົາຊະນະ. ບໍ່ແມ່ນທຸກຄົນທີ່ຕິດຕາມຈະຖືກເອົາຊະນະ, ຍ້ອນໃນຫົວໃຈຂອງເຈົ້າ ເຈົ້າບໍ່ເຂົ້າໃຈຫຍັງເລີຍວ່າ ເປັນຫຍັງເຈົ້າຕ້ອງຕິດຕາມພຣະເຈົ້າແຫ່ງປັດຈຸບັນ ຫຼື ເຈົ້າບໍ່ຮູ້ຈັກວ່າ ເຈົ້າໄດ້ມາຮອດປັດຈຸບັນນີ້ດ້ວຍວິທີໃດ, ຜູ້ໃດສະໜັບສະໜູນເຈົ້າຈົນເຖິງປັດຈຸບັນ. ການປະຕິບັດຕໍ່ຄວາມເຊື່ອໃນພຣະເຈົ້າຂອງບາງຄົນແມ່ນໂງ່ຈ້າ ແລະ ສັບສົນຢູ່ສະເໝີ; ສະນັ້ນ ການຕິດຕາມບໍ່ຈຳເປັນຕ້ອງໝາຍຄວາມວ່າເຈົ້າມີຄຳພະຍານ. ແມ່ນຫຍັງຄືຄຳພະຍານທີ່ແທ້ຈິງ? ຄຳພະຍານທີ່ກ່າວເຖິງໃນນີ້ມີສອງສ່ວນ: ສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເອົາຊະນະ ແລະ ອີກສ່ວນໜຶ່ງແມ່ນຄຳພະຍານຂອງການຖືກເຮັດໃຫ້ສົມບູນ (ເຊິ່ງຈະເປັນຄຳພະຍານຫຼັງຈາກການທົດລອງທີ່ຍິ່ງໃຫຍ່ ແລະ ຄວາມລຳບາກຍາກແຄ້ນໃນອະນາຄົດຢ່າງແນ່ນອນ). ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈົ້າສາມາດຍຶດໝັ້ນໃນລະຫວ່າງຄວາມລຳບາກຍາກແຄ້ນ ແລະ ການທົດລອງ, ແລ້ວເຈົ້າກໍຈະມີຂັ້ນຕອນທີສອງຂອງການເປັນພະຍານ. ສິ່ງທີ່ສຳຄັນໃນປັດຈຸບັນແມ່ນຂັ້ນຕອນທໍາອິດຂອງກັນເປັນພະຍານ: ນັ້ນກໍຄື ການສາມາດຍຶດໝັ້ນທຸກສະຖານະການຂອງການທົດລອງແຫ່ງການຂ້ຽນຕີ ແລະ ການພິພາກສາ. ນີ້ແມ່ນການເປັນພະຍານໃນການຖືກເອົາຊະນະ. ນັ້ນກໍຍ້ອນວ່າ ປັດຈຸບັນນີ້ແມ່ນເວລາແຫ່ງການເອົາຊະນະ. (ເຈົ້າຄວນຮູ້ຈັກວ່າ ປັດຈຸບັນນີ້ແມ່ນເວລາແຫ່ງພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກ; ພາລະກິດຫຼັກຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ເທິງແຜ່ນດິນໂລກແມ່ນການເອົາຊະນະຄົນກຸ່ມນີ້ຢູ່ເທິງແຜ່ນດິນໂລກ ຜູ້ເຊິ່ງຕິດຕາມພຣະອົງຜ່ານການພິພາກສາ ແລະ ການຂ້ຽນຕີ). ບໍ່ວ່າເຈົ້າຈະສາມາດເປັນພະຍານເຖິງການຖືກເອົາຊະນະ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນຢູ່ກັບວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ ຫຼື ບໍ່, ແຕ່ສຳຄັນໄປກວ່ານັ້ນກໍຄື ເຈົ້າໄດ້ຜະເຊີນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າສາມາດເຂົ້າໃຈເຖິງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແລະ ເຈົ້າຮັບຮູ້ພາລະກິດທັງໝົດນີ້ຢ່າງແທ້ຈິງ ຫຼື ບໍ່. ເຈົ້າຈະບໍ່ສາມາດຜ່ານໄປໄດ້ຢ່າງງຽບໆໂດຍການຕິດຕາມຈົນເຖິງທີ່ສຸດເທົ່ານັ້ນ. ເຈົ້າຕ້ອງສາມາດເຕັມໃຈທີ່ຈະຍອມທຸກສະຖານະການຂອງການຂ້ຽນຕີ ແລະ ການພິພາກສາ, ຕ້ອງສາມາດເຂົ້າໃຈແຕ່ລະຂັ້ນຕອນຂອງພາລະກິດທີ່ເຈົ້າໄດ້ຜະເຊີນຢ່າງແທ້ຈິງ ແລະ ຕ້ອງສາມາດຮັບເອົາຄວາມຮູ້ ແລະ ຄວາມເຊື່ອຟັງອຸປະນິໄສຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງຂອງການຖືກເອົາຊະນະ ເຊິ່ງເຈົ້າຈຳເປັນຕ້ອງແບກຮັບ. ການເປັນພະຍານໃນການຖືກເອົາຊະນະ ຕົ້ນຕໍແລ້ວ ແມ່ນໝາຍເຖິງຄວາມຮູ້ຂອງເຈົ້າກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ. ສິ່ງທີ່ສຳຄັນກໍຄື ຂັ້ນຕອນນີ້ຂອງການເປັນພະຍານແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າເຮັດຫຍັງ ຫຼື ເວົ້າຫຍັງຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ ຫຼື ຄົນທີ່ມີອຳນາດ; ສິ່ງທີ່ສຳຄັນເໜືອສິ່ງອື່ນໃດກໍຄືເຈົ້າສາມາດເຊື່ອຟັງພຣະທຳທຸກຂໍ້ທີ່ມາຈາກປາກຂອງພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ ຫຼື ບໍ່. ສະນັ້ນ ຂັ້ນຕອນນີ້ຂອງການເປັນພະຍານຈຶ່ງແນໃສ່ຊາຕານ ແລະ ສັດຕູຂອງພຣະເຈົ້າທັງໝົດ ນັ້ນກໍຄື ມານຮ້າຍ ແລະ ສັດຕູທີ່ບໍ່ເຊື່ອວ່າພຣະເຈົ້າຈະກາຍມາເປັນເນື້ອໜັງຄັ້ງທີສອງ ແລະ ມາເພື່ອປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ແລະ ຍິ່ງໄປກວ່ານັ້ນ ບໍ່ເຊື່ອໃນຄວາມຈິງຂອງການກັບມາສູ່ເນື້ອໜັງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ແມ່ນແນໃສ່ຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ສັດຕູທັງໝົດທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ.

ການຄິດເຖິງພຣະເຈົ້າ ແລະ ການປາຖະໜາຫາພຣະເຈົ້າບໍ່ໄດ້ພິສູດວ່າເຈົ້າຖືກພຣະເຈົ້າເອົາຊະນະ; ສິ່ງນີ້ຂຶ້ນກັບວ່າ ເຈົ້າເຊື່ອວ່າພຣະອົງເປັນພຣະທຳທີ່ກາຍເປັນເນື້ອໜັງ ຫຼື ບໍ່, ເຈົ້າເຊື່ອວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ເຈົ້າເຊື່ອວ່າພຣະວິນຍານໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ ຫຼື ບໍ່. ນີ້ແມ່ນການເປັນພະຍານທີ່ສຳຄັນ. ມັນບໍ່ສຳຄັນວ່າເຈົ້າຕິດຕາມແນວໃດ ຫຼື ເຈົ້າເສຍສະຫຼະຕົນເອງແບບໃດ; ສິ່ງທີ່ສຳຄັນກໍຄື ຈາກຄວາມເປັນມະນຸດທີ່ປົກກະຕິນີ້ ເຈົ້າສາມາດຄົ້ນພົບວ່າພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະວິນຍານແຫ່ງຄວາມຈິງໄດ້ບັງເກີດໃນເນື້ອໜັງ ນັ້ນກໍຄື ຄວາມຈິງ, ຫົນທາງ ແລະ ຊີວິດທັງໝົດໄດ້ກາຍມາເປັນເນື້ອໜັງ, ໄດ້ຄົ້ນພົບວ່າ ພຣະວິນຍານຂອງພຣະເຈົ້າໄດ້ມາເຖິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະວິນຍານໄດ້ກາຍມາເປັນເນື້ອໜັງ. ເຖິງແມ່ນວ່າໃນດ້ານຜິວເຜີນ ເບິ່ງຄືກັບວ່າ ສິ່ງນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງພຣະວິນຍານບໍລິສຸດ, ໃນພາລະກິດນີ້ ເຈົ້າຈະສາມາດເຫັນຢ່າງຊັດເຈນຍິ່ງຂຶ້ນວ່າ ພຣະວິນຍານຖືກເຮັດໃຫ້ເປັນຈິງໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ. ເຈົ້າສາມາດເຂົ້າໃຈຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ: “ໃນຕົ້ນເດີມນັ້ນຊົງມີພຣະທໍາຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”. ຍິ່ງໄປກວ່ານັ້ນ ເຈົ້າຕ້ອງເຂົ້າໃຈວ່າພຣະທຳໃນປັດຈຸບັນແມ່ນພຣະເຈົ້າ ແລະ ເບິ່ງເຫັນວ່າພຣະທຳກາຍມາເປັນເນື້ອໜັງ. ສິ່ງນີ້ແມ່ນການເປັນພະຍານທີ່ດີທີ່ສຸດທີ່ເຈົ້າສາມາດເປັນໄດ້. ສິ່ງນີ້ພິສຸດວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ເຈົ້າບໍ່ພຽງແຕ່ສາມາດຮູ້ຈັກພຣະເຈົ້າ, ແຕ່ຍັງຮູ້ຈັກວ່າຫົນທາງທີ່ເຈົ້າຍ່າງໃນປັດຈຸບັນແມ່ນຫົນທາງແຫ່ງຊີວິດ ແລະ ຫົນທາງແຫ່ງຄວາມຈິງ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ຍຸກສຸດທ້າຍຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງພຣະທຳທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເປັນພະຍານ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສູດທ້າຍ. ສະນັ້ນ ເຈົ້າຕ້ອງຮູ້ຈັກເຖິງຄວາມໝາຍຂອງການບັງເກີດເປັນມະນຸດ. ມັນບໍ່ສຳຄັນວ່າເຈົ້າແລ່ນໄປມາຫຼາຍສໍ່າໃດ ຫຼື ເຈົ້າປະຕິບັດບັນກັບສິ່ງພາຍນອກໄດ້ດີສໍ່າໃດ; ສິ່ງທີ່ສຳຄັນກໍຄື ເຈົ້າສາມາດຍອມຢູ່ຕໍ່ໜ້າພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ ແລະ ອຸທິດການເປັນຢູ່ທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ເຊື່ອຟັງພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະອົງ ຫຼື ບໍ່. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ ແລະ ສິ່ງທີ່ເຈົ້າຄວນປະຕິບັດຕາມ.

ຂັ້ນຕອນສຸດທ້າຍໃນການເປັນພະຍານກໍຄື ເຈົ້າສາມາດຖືກເຮັດໃຫ້ສົມບູນ ຫຼື ບໍ່ ເຊິ່ງໝາຍຄວາມວ່າ ເມື່ອເຂົ້າໃຈພຣະທຳທັງໝົດທີ່ກ່າວອອກມາຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວ ເຈົ້າກໍຈະມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຍິ່ງໝັ້ນໃຈກ່ຽວກັບພຣະອົງ, ເຈົ້າປະຕິບັດຕາມພຣະທຳທຸກຂໍ້ທີ່ມາກຈາກປາກຂອງພຣະເຈົ້າ ແລະ ບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າຄືກັບລັກສະນະຂອງເປໂຕ ແລະ ຄວາມເຊື່ອຂອງໂຢບ, ນັ້ນກໍຄື ເຈົ້າຕ້ອງສາມາດເຊື່ອຟັງຈົນຕາຍ, ມອບຕົນເອງໃຫ້ກັບພຣະອົງທັງໝົດ ແລະ ໃນທີ່ສຸດ ກໍບັນລຸໃນຮູບແບບຂອງຄົນທີ່ມີມາດຕະຖານ ເຊິ່ງໝາຍຄວາມວ່າ ໃນຮູບລັກສະນະຂອງຄົນທີ່ຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນຫຼັງຈາກທີ່ໄດ້ຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ແມ່ນການເປັນພະຍານທີ່ແທ້ຈິງ, ມັນແມ່ນການເປັນພະຍານທີ່ຄວນມີໃນຜູ້ຄົນທີ່ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ. ສິ່ງເຫຼົ່ານີ້ແມ່ນການເປັນພະຍານສອງຂັ້ນຕອນທີ່ເຈົ້າຄວນມີ ແລະ ທັງສອງຢ່າງແມ່ນກ່ຽວພັນກັນ ເຊິ່ງແຕ່ລະຢ່າງແມ່ນບໍ່ສາມາດຕັດອອກຈາກກັນໄດ້. ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງຮູ້: ການເປັນພະຍານທີ່ເຮົາຮຽກຮ້ອງຈາກເຈົ້າໃນປັດຈຸບັນນີ້ ບໍ່ໄດ້ແນໃສ່ຜູ້ຄົນເທິງແຜ່ນດິນໂລກ ຫຼື ບຸກຄົນໃດຄົນໜຶ່ງ, ແຕ່ແນໃສ່ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າ. ມັນວັດແທກໂດຍຄວາມສາມາດຂອງເຈົ້າ ວ່າເຈົ້າຈະສາມາດເຮັດໃຫ້ເຮົາພໍໃຈ ຫຼື ບໍ່ ແລະ ເຈົ້າຈະສາມາດບັນລຸຕາມມາດຕະຖານຂອງເງື່ອນໄຂທີ່ເຮົາຮຽກຮ້ອງຈາກພວກເຈົ້າແຕ່ລະຄົນໄດ້ ຫຼື ບໍ່. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈ.

​ກ່ອນ​ນີ້ :ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ຕໍ່​ໄປ:ການປະຕິບັດ (5)

ເນື່ອຫາທີ່ກ່ຽວຂ້ອງ