ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາເຄົາລົບນັບຖືພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງທີ່ຖືກສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອເຮັດໃຫ້ເຂົາຍອມຮັບຢ່າງແທ້ຈິງ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້. ແຕ່ສຳລັບວິທີທີ່ຜູ້ຄົນຈະຖືກເອົາຊະນະນັ້ນ, ນີ້ບໍ່ແມ່ນສິ່ງທີ່ພວກເຂົາສາມາດເຮັດດ້ວຍຕົນເອງໄດ້. ສິ່ງທີ່ເຈົ້າສາມາດເຮັດໄດ້ກໍມີພຽງແຕ່ການມາຮູ້ຈັກຄວາມເສື່ອມຊາມ ແລະ ຄວາມສົກກະປົກຂອງເຈົ້າ, ຄວາມກະບົດຂອງເຈົ້າ ແລະ ຄວາມບໍ່ຊອບທຳຂອງເຈົ້າ ຜ່ານການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ລົ້ມລົງຕໍ່ໜ້າພຣະເຈົ້າ. ຫຼັງຈາກທີ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດນໍາຄວາມປະສົງນັ້ນເຂົ້າສູ່ການປະຕິບັດ ແລະ ຖ້າເຈົ້າມີນິມິດ ແລະ ສາມາດຍອມຕໍ່ພຣະທຳເຫຼົ່ານີ້ຢ່າງສົມບູນ ແລະ ບໍ່ຕັດສິນໃຈເລືອກດ້ວຍຕົນເອງ, ແລ້ວເຈົ້າກໍຈະຖືກເອົາຊະນະ ແລະ ມັນກໍເປັນຍ້ອນຜົນຂອງພຣະທຳເຫຼົ່ານີ້. ເປັນຫຍັງມະນຸດຊາດຈຶ່ງສູນເສຍຄຳພະຍານ? ເພາະບໍ່ມີໃຜມີຄວາມເຊື່ອໃນພຣະເຈົ້າ, ເພາະພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ. ການເອົາຊະນະມະນຸດຊາດແມ່ນການຟື້ນຟູຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນມັກຈະແລ່ນໂດຍບໍ່ຄິດສູ່ໂລກທີ່ທຳມະດາຢູ່ສະເໝີ, ພວກເຂົາບົ່ມຊ້ອນຄວາມຫວັງໄວ້ຫຼາຍເກີນໄປ, ຕ້ອງການສຳລັບອະນາຄົດຂອງພວກເຂົາຫຼາຍເກີນໄປ ແລະ ມີຄວາມຮຽກຮ້ອງຕ້ອງການທີ່ຟຸມເຟືອຍຫຼາຍເກີນໄປ. ພວກເຂົາຄິດເຖິງເນື້ອໜັງຢູ່ສະເໝີ, ວາງແຜນສຳລັບເນື້ອໜັງ ແລະ ບໍ່ສົນໃຈໃນການສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເລີຍ. ຫົວໃຈຂອງພວກເຂົາຖືກຊາຕານຍາດເອົາໄປ, ພວກເຂົາສູນເສຍຄວາມເຄົາລົບນັບຖືຂອງພວກເຂົາສຳລັບພຣະເຈົ້າ ແລະ ພວກເຂົາຕັ້ງຈິດຕັ້ງໃຈໃສ່ຊາຕານ. ແຕ່ມະນຸດຖືກພຣະເຈົ້າສ້າງຂຶ້ນມາ. ສະນັ້ນ ມະນຸດກໍໄດ້ສູນເສຍຄຳພະຍານ ໝາຍຄວາມວ່າເຂົາໄດ້ສູນເສຍສະຫງ່າລາສີຂອງພຣະເຈົ້າ. ເປົ້າໝາຍແຫ່ງການເອົາຊະນະມະນຸດຊາດແມ່ນເພື່ອຮຽກຄືນສະຫງ່າລາສີແຫ່ງຄວາມເຄົາລົບນັບຖືທີ່ມະນຸດມີສຳລັບພຣະເຈົ້າ. ມັນສາມາດເວົ້າໄດ້ໃນລັກສະນະນີ້: ມີຫຼາຍຄົນທີ່ບໍ່ສະແຫວງຫາຊີວິດ; ເຖິງແມ່ນວ່າມີບາງຄົນທີ່ສະແຫວງຫາຊີວິດ, ພວກເຂົາກໍມີພຽງແຕ່ຈຳນວນສໍ່າກຳມືໜຶ່ງເທົ່ານັ້ນ. ຜູ້ຄົນໝົກມຸ້ນຢູ່ກັບອະນາຄົດຂອງພວກເຂົາ ແລະ ບໍ່ສົນໃຈຫຍັງເລີຍຕໍ່ຊີວິດ. ບາງຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ຕັດສິນພຣະອົງຢູ່ລັບຫຼັງພຣະອົງ ແລະ ບໍ່ປະຕິບັດຄວາມຈິງ. ຜູ້ຄົນເຫຼົ່ານີ້ແມ່ນຈະຖືກເບິ່ງຂ້າມໃນຕອນນີ້; ສຳລັບຊ່ວງເວລານີ້, ບໍ່ມີຫຍັງທີ່ຈະປະຕິບັດກັບບຸດຊາຍແຫ່ງຄວາມກະບົດເຫຼົ່ານີ້, ແຕ່ໃນອະນາຄົດ ເຈົ້າຈະດຳລົງຊີວິດຢູ່ໃນຄວາມມືດມິດ, ຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ. ເຈົ້າບໍ່ຮູ້ສຶກເຖິງຄວາມລໍ້າຄ່າຂອງແສງສະຫວ່າງເມື່ອເຈົ້າກຳລັງດຳລົງຊີວິດຢູ່ໃນແສງສະຫວ່າງນັ້ນ, ແຕ່ເຈົ້າຈະຮັບຮູ້ເຖິງຄວາມລໍ້າຄ່ານັ້ນ ຫຼັງຈາກທີ່ເຈົ້າໄດ້ດຳລົງຊີວິດໃນກາງຄືນທີ່ມືດມິດ ແລະ ເຈົ້າຈະເສຍໃຈໃນຕອນນັ້ນ. ເຈົ້າຮູ້ສຶກສະບາຍດີໃນຕອນນີ້, ແຕ່ມື້ທີ່ເຈົ້າເສຍໃຈກໍຈະມາເຖິງ. ເມື່ອມື້ນັ້ນມາເຖິງ ແລະ ຄວາມມືດມິດກໍລົງມາ ແລະ ແສງສະຫວ່າງບໍ່ມີອີກຕໍ່ໄປ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ມັນເປັນຍ້ອນເຈົ້າຍັງບໍ່ເຂົ້າໃຈພາລະກິດແຫ່ງປັດຈຸບັນ, ເຈົ້າຈຶ່ງລົ້ມເຫຼວທີ່ຈະຊື່ນຊົມເວລາທີ່ເຈົ້າມີໃນຕອນນີ້. ຫຼັງຈາກທີ່ພາລະກິດຂອງຈັກກະວານທັງປວງເລີ່ມຕົ້ນຂຶ້ນ ໝາຍຄວາມວ່າເມື່ອທຸກສິ່ງທີ່ເຮົາກຳລັງກ່າວໃນມື້ນີ້ໄດ້ກາຍເປັນຈິງ, ຫຼາຍຄົນກໍຈະຈັບຫົວຂອງພວກເຂົາ ແລະ ຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດ. ແລ້ວໃນການເຮັດແບບນັ້ນ, ພວກເຂົາຈະບໍ່ຕົກລົງສູ່ຄວາມມືດມິດພ້ອມກັບການຮ້ອງໄຫ້ ແລະ ກັດແຂ້ວບໍ? ທຸກຄົນທີ່ສະແຫວງຫາຊີວິດຢ່າງແທ້ຈິງ ແລະ ຖືກເຮັດໃຫ້ສົມບູນແມ່ນສາມາດຖືກໃຊ້ໄດ້, ໃນຂະນະທີ່ບຸດຊາຍແຫ່ງຄວາມກະບົດທັງໝົດທີ່ບໍ່ເໝາະສົມໃນການຮັບໃຊ້ ແມ່ນຈະຕົກລົງສູ່ຄວາມມືດມິດ. ພວກເຂົາຈະປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຈະບໍ່ສາມາດເຂົ້າໃຈຫຍັງເລີຍ. ສະນັ້ນ ພວກເຂົາກໍຈະທໍລະມານດ້ວຍການຮ້ອງໄຫ້ສະອຶກສະອື້ນ ຍ້ອນຖືກໂຍນລົງສູ່ການລົງໂທດ. ຖ້າເຈົ້າກຽມພ້ອມເປັນຢ່າງດີໃນໄລຍະນີ້ຂອງພາລະກິດ ແລະ ເຈົ້າໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍເໝາະສົມທີ່ຈະຖືກໃຊ້. ຖ້າເຈົ້າບໍ່ໄດ້ກຽມພ້ອມເປັນຢ່າງດີ, ແລ້ວເຖິງແມ່ນເຈົ້າຖືກເອີ້ນເຂົ້າຮ່ວມໃນຂັ້ນຕອນຕໍ່ໄປຂອງພາລະກິດ, ເຈົ້າກໍຈະບໍ່ເໝາະສົມທີ່ຈະຖືກນໍາໃຊ້, ໃນຈຸດນີ້ ເຈົ້າຈະບໍ່ມີໂອກາດອີກ ເຖິງແມ່ນເຈົ້າປາຖະໜາທີ່ຈະກຽມຕົວເອງໃຫ້ພ້ອມ. ພຣະເຈົ້າແມ່ນໄດ້ຈາກໄປແລ້ວ; ເຈົ້າຈະສາມາດຊອກຫາໂອກາດແບບນີ້ຢູ່ຕໍ່ໜ້າເຈົ້າໃນຕອນນີ້ໄດ້ຢູ່ໃສ? ເຈົ້າຈະສາມາດຮັບເອົາການຝຶກຝົນທີ່ພຣະເຈົ້າຈັດໃຫ້ເປັນການສ່ວນຕົວໄດ້ຢູ່ໃສ? ໃນຕອນນັ້ນ, ພຣະເຈົ້າກໍຈະບໍ່ກ່າວເປັນການສ່ວນຕົວ ຫຼື ສະແດງສຽງຂອງພຣະອົງ; ສິ່ງທີ່ເຈົ້າຈະສາມາດເຮັດໄດ້ກໍຄືອ່ານສິ່ງທີ່ໄດ້ຖືກກ່າວໃນມື້ນີ້, ແລ້ວຄວາມເຂົ້າໃຈຈະເກີດຂຶ້ນງ່າຍໆໄດ້ແນວໃດ? ຊີວິດໃນອະນາຄົດຈະດີກວ່າທີ່ມັນເປັນຢູ່ໃນປັດຈຸບັນໄດ້ແນວໃດ? ໃນຈຸດນັ້ນ, ເຈົ້າຈະບໍ່ທົນທຸກກັບການຕາຍທັງເປັນ ໃນຂະນະທີ່ເຈົ້າຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າບໍ? ພອນຕ່າງໆແມ່ນຖືກປະທານໃຫ້ກັບເຈົ້າໃນຕອນນີ້, ແຕ່ເຈົ້າບໍ່ຮູ້ວິທີຮັບເອົາພອນເຫຼົ່ານັ້ນ; ເຈົ້າກຳລັງດຳລົງຊີວິດຢູ່ໃນຄວາມຜາສຸກ, ແຕ່ເຈົ້າກໍຍັງບໍ່ຮູ້ສຶກຕົວ. ສິ່ງນີ້ພິສູດວ່າເຈົ້າໄດ້ຖືກກຳນົດໃຫ້ທໍລະມານແລ້ວ! ໃນປັດຈຸບັນ, ບາງຄົນຕໍ່ຕ້ານ, ບາງຄົນກະບົດ, ບາງຄົນເຮັດນັ້ນເຮັດນີ້. ເຮົາພຽງແຕ່ບໍ່ສົນໃຈເຈົ້າ, ແຕ່ຢ່າຄິດວ່າເຮົາບໍ່ຮູ້ເຖິງສິ່ງທີ່ເຈົ້າກຳລັງເຮັດ. ເຮົາບໍ່ເຂົ້າໃຈທາດແທ້ຂອງພວກເຈົ້າບໍ? ເປັນຫຍັງຈຶ່ງສືບຕໍ່ຂັດແຍ້ງກັບເຮົາ? ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອສະແຫວງຫາຊີວິດ ແລະ ພອນສຳລັບຕົວເຈົ້າເອງບໍ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ ເຈົ້າຈຶ່ງມີຄວາມເຊື່ອ? ໃນຊ່ວງເວລາປັດຈຸບັນ, ເຮົາກຳລັງປະຕິບັດພາລະກິດແຫ່ງການເອົາຊະນະໂດຍການກ່າວພຣະທຳເທົ່ານັ້ນ ແລະ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະນີ້ມາເຖິງຈຸດສິ້ນສຸດ, ຕອນຈົບຂອງເຈົ້າກໍຈະຊັດເຈນຂຶ້ນ. ເຮົາຈໍາເປັນຕ້ອງບອກເຈົ້າຢ່າງແຈ່ມແຈ້ງບໍ?

ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງເຮົາຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ: ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ເຫັນແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບທີ່ແຕກຕ່າງກັນຂອງມະນຸດແຕ່ລະຊົນຊັ້ນຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ. ການຈັດແບ່ງຜູ້ຄົນຕາມປະເພດບໍ່ແມ່ນການສົ່ງຜູ້ຄົນຄືນສູ່ຊົນຊັ້ນເດີມຂອງພວກເຂົາ, ຍ້ອນໃນເວລາທີ່ມະນຸດຖືກສ້າງນັ້ນ, ມີມະນຸດພຽງແຕ່ປະເພດດຽວ ທີ່ແບ່ງແຍກອອກເປັນຜູ້ຊາຍ ແລະ ແມ່ຍິງ. ບໍ່ໄດ້ມີຜູ້ຄົນຫຼາຍປະເພດທີ່ແຕກຕ່າງກັນ. ພຽງແຕ່ຫຼັງຈາກເວລາສອງສາມພັນປີແຫ່ງຄວາມເສື່ອມຊາມ, ຊົນຊັ້ນທີ່ແຕກຕ່າງກັນຂອງມະນຸດຈຶ່ງປາກົດຂຶ້ນ ໂດຍບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ສົກກະປົກ, ບາງຄົນກໍຢູ່ພາຍໃຕ້ອິດທິພົນຂອງຜີຮ້າຍທີ່ຊົ່ວຮ້າຍ ແລະ ບາງຄົນ ເຊິ່ງເປັນຄົນທີ່ສະແຫວງຫາຫົນທາງແຫ່ງຊີວິດກໍຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດ. ດ້ວຍລັກສະນະນີ້ເທົ່ານັ້ນ ຊົນຊັ້ນຕ່າງໆຈຶ່ງເກີດຂຶ້ນເທື່ອລະໜ້ອຍຢູ່ທ່າມກາງຜູ້ຄົນ ແລະ ພຽງແຕ່ດ້ວຍເຫດນັ້ນ ຜູ້ຄົນຈຶ່ງແຍກອອກເປັນຊົນຊັ້ນຕ່າງໆພາຍໃນຄອບຄອບໃຫຍ່ຂອງມະນຸດ. ຜູ້ຄົນລ້ວນແລ້ວແຕ່ມີ “ບິດາ” ທີ່ແຕກຕ່າງກັນ; ມັນບໍ່ແມ່ນຄວາມຈິງທີ່ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຜູ້ຊົງລິດທານຸພາບສູງສຸດທັງສິ້ນ, ຍ້ອນມະນຸດກະບົດເກີນໄປ. ການພິພາກສາທີ່ຊອບທຳເປີດໂປງຕົວຕົນທີ່ແທ້ຈິງຂອງຄົນແຕ່ລະປະເພດ ໂດຍບໍ່ປິດບັງຫຍັງທັງສິ້ນ. ທຸກຄົນສະແດງໃບໜ້າທີ່ແທ້ຈິງຂອງພວກເຂົາໃນແສງສະຫວ່າງ. ໃນຈຸດນີ້, ມະນຸດແມ່ນບໍ່ໄດ້ເປັນແບບທີ່ເຂົາເປັນໃນເມື່ອກ່ອນອີກຕໍ່ໄປ; ລັກສະນະດັ້ງເດີມຂອງບັນພະບຸລຸດຂອງເຂົາແມ່ນຫາຍໄປແຕ່ດົນແລ້ວ, ຍ້ອນເຊື້ອສາຍທີ່ນັບບໍ່ຖ້ວນຂອງອາດາມ ແລະ ເອວາແມ່ນໄດ້ຖືກຊາຕານຈັບກຸມຕັ້ງແຕ່ດົນແລ້ວ, ບໍ່ຮູ້ຈັກສະຫວັນ ແລະ ຕາເວັນອີກຕໍ່ໄປ ແລະ ຍ້ອນຜູ້ຄົນເຕັມໄປດ້ວຍພິດທຸກຮູບແບບຂອງຊາຕານ. ສະນັ້ນ ຜູ້ຄົນຈຶ່ງມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ບົນພື້ນຖານຂອງພິດທີ່ແຕກຕ່າງກັນຂອງພວກເຂົາ ພວກເຂົາຈຶ່ງຖືກຈັດແບ່ງຕາມປະເພດ ໝາຍຄວາມວ່າພວກເຂົາຖືກຈັດອອກອີງຕາມຂອບເຂດທີ່ພວກເຂົາຖືກເອົາຊະນະໃນປັດຈຸບັນ. ຈຸດຈົບຂອງມະນຸດບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ການເນລະມິດສ້າງໂລກ. ນັ້ນກໍຍ້ອນວ່າ ໃນຕອນເລີ່ມຕົ້ນ, ມີພຽງຊົນຊັ້ນດຽວ ເຊິ່ງຖືກເອີ້ນລວມກັນວ່າ “ມະນຸດຊາດ” ແລະ ມະນຸດແມ່ນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຕັ້ງແຕ່ຕົ້ນ ແລະ ຜູ້ຄົນລ້ວນແລ້ວແຕ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ໂດຍບໍ່ມີຄວາມມືດມົວບັງເກີດຂຶ້ນກັບພວກເຂົາ. ແຕ່ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ຄົນທຸກຮູບແບບ ແລະ ທຸກປະເພດຈຶ່ງແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ, ຄົນທຸກຮູບແບບ ແລະ ທຸກປະເພດທີ່ມາຈາກຄອບຄົວທີ່ເອີ້ນລວມກັນວ່າ “ມະນຸດຊາດ” ເຊິ່ງປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ. ພວກເຂົາລ້ວນແລ້ວແຕ່ຖືກນໍາພາໂດຍບັນພະບຸລຸດຂອງພວກເຂົາໃຫ້ຫັນເຫໄປຈາກບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ ກໍຄືມະນຸດຊາດທີ່ປະກອບດ້ວຍຜູ້ຊາຍ ແລະ ແມ່ຍິງ (ນັ້ນກໍຄື ອາດາມ ແລະ ເອວາຄົນເດີມ ເຊິ່ງເປັນບັນພະບຸລຸດທີ່ເກົ່າແກ່ທີ່ສຸດຂອງພວກເຂົາ). ໃນເວລານັ້ນ, ຊາວອິດສະຣາເອັນຄືຊົນຊາດດຽວທີ່ຖືກພຣະເຢໂຮວານໍາພາຊີວິດເທິງແຜ່ນດິນໂລກ. ແລ້ວຄົນປະເພດຕ່າງໆທີ່ເກີດມາຈາກອິດສະຣາເອັນທັງໝົດ (ໝາຍເຖິງ ມາຈາກຊົນເຜົ່າຂອງຄອບຄົວເດີມ) ກໍໄດ້ສູນເສຍການນໍາພາຂອງພຣະເຢໂຮວາ. ຜູ້ຄົນເຫຼົ່ານີ້ທີ່ຢູ່ໃນສະໄໝກ່ອນ ບໍ່ຮູ້ຈັກເຖິງເລື່ອງຕ່າງໆຂອງໂລກມະນຸດທັງສິ້ນ ຈຶ່ງເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ແລ້ວພາກັນດຳລົງຊີວິດໃນເຂດແດນທີ່ພວກເຂົາອ້າງສິດ ເຊິ່ງໄດ້ສືບຕໍ່ກັນມາຈົນເຖິງປັດຈຸບັນນີ້. ສະນັ້ນ ພວກເຂົາຍັງບໍ່ຮູ້ຈັກວ່າພວກເຂົາຫັນເຫໄປຈາກພຣະເຢໂຮວາໄດ້ແນວໃດ ແລະ ພວກເຂົາຖືກມານຮ້າຍທີ່ສົກກະປົກທຸກຮູບແບບ ແລະ ວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈົນເຖິງປັດຈຸບັນນີ້ໄດ້ແນວໃດ. ຄົນທີ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ຖືກໃສ່ພິດຈົນເຖິງປັດຈຸບັນນີ້ ກໍຄືຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດ ແລະ ຈະບໍ່ມີທາງເລືອກ ນອກຈາກເຫັນດ້ວຍກັບບັນພະບຸລຸດຂອງພວກເຂົາ ເຊິ່ງເປັນມານຮ້າຍສົກກະປົກທີ່ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ໃນທີ່ສຸດກໍຈະໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ ໝາຍເຖິງ ໄປສູ່ຈຸດຈົບທີ່ສະຫງວນໄວ້ໃຫ້ກັບຄົນທີ່ຖືກຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ຖືກເອົາຊະນະ. ທຸກສິ່ງແມ່ນຈະຖືກປະຕິບັດເພື່ອຊ່ວຍທຸກຄົນທີ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ແຕ່ສຳລັບຄົນທີ່ຕາຍດ້ານ ແລະ ບໍ່ສາມາດປີ່ນປົວໄດ້ນັ້ນ, ທາງເລືອກດຽວຂອງພວກເຂົາກໍຈະເປັນການຕິດຕາມບັນພະບຸລຸດຂອງພວກເຂົາສູ່ເຫວເລິກແຫ່ງການຂ້ຽນຕີຢ່າງບໍ່ສິ້ນສຸດ. ຢ່າຄິດວ່າຈຸດຈົບຂອງເຈົ້າຖືກກຳນົດໄວ້ລ່ວງໜ້າໃນຕອນເລີ່ມຕົ້ນ ແລະ ຫາກໍຖືກເປີດເຜີຍໃນຕອນນີ້. ຖ້າເຈົ້າຄິດໃນລັກສະນະນັ້ນ, ແລ້ວເຈົ້າກໍລືມໄປວ່າ ໃນລະຫວ່າງການເນລະມິດສ້າງມະນຸດຊາດໃນເບື້ອງຕົ້ນນັ້ນ, ຊົນຊັ້ນຂອງຊາຕານແມ່ນບໍ່ໄດ້ຖືກສ້າງຂຶ້ນຕ່າງຫາກ? ເຈົ້າລືມແລ້ວບໍວ່າ ມີພຽງມະນຸດຊາດໜຶ່ງດຽວທີ່ຖືກສ້າງຂຶ້ນ ເຊິ່ງປະກອບດ້ວຍອາດາມ ແລະ ເອວາ (ໝາຍເຖິງ ມີພຽງຜູ້ຊາຍ ແລະ ແມ່ຍິງທີ່ຖືກສ້າງຂຶ້ນ?) ຖ້າເຈົ້າເປັນເຊື້ອສາຍຂອງຊາຕານໃນຕອນເລີ່ມຕົ້ນ, ສິ່ງນີ້ຈະບໍ່ໝາຍຄວາມວ່າເມື່ອພຣະເຢໂຮວາສ້າງມະນຸດ, ພຣະອົງໄດ້ລວມກຸ່ມຂອງຊາຕານໄວ້ໃນການເນລະມິດສ້າງຂອງພຣະອົງບໍ? ພຣະອົງຈະເຮັດແບບນັ້ນໄດ້ບໍ? ບໍ່, ພຣະອົງສ້າງມະນຸດຍ້ອນເຫັນແກ່ຄຳພະຍານຂອງພຣະອົງ; ພຣະອົງສ້າງມະນຸດຍ້ອນເຫັນແກ່ສະຫງ່າລາສີຂອງພຣະອົງ. ເປັນຫຍັງພຣະອົງຈຶ່ງຈະເຈດຕະນາສ້າງຊົນຊັ້ນໜຶ່ງຂອງລູກຫຼານຂອງຊາຕານເພື່ອໃຫ້ຕັ້ງໃຈຕໍ່ຕ້ານພຣະອົງ? ພຣະເຢໂຮວາຈະເຮັດສິ່ງດັ່ງກ່າວໄດ້ແນວໃດ? ຖ້າພຣະອົງໄດ້ເຮັດແບບນັ້ນ, ຜູ້ໃດຈະເວົ້າວ່າພຣະອົງເປັນພຣະເຈົ້າທີ່ຊອບທຳ? ເມື່ອເຮົາເວົ້າໃນຕອນນີ້ວ່າ ພວກເຈົ້າບາງຄົນຈະໄປກັບຊາຕານໃນຕອນສຸດທ້າຍ, ມັນບໍ່ໄດ້ໝາຍຄວາມວ່າ ເຈົ້າຢູ່ກັບຊາຕານຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ ມັນໝາຍຄວາມວ່າ ເຈົ້າໄດ້ຈົມລົງເລິກຫຼາຍ, ເຖິງແມ່ນພຣະເຈົ້າພະຍາຍາມຊ່ວຍເຈົ້າໃຫ້ລອດພົ້ນ, ເຈົ້າກໍຍັງບໍ່ສາມາດໄດ້ຮັບຄວາມລອດພົ້ນນັ້ນ. ບໍ່ມີທາງເລືອກອື່ນ ນອກຈາກຈະຈັດປະເພດໃຫ້ເຈົ້າຢູ່ກັບຊາຕານ. ນີ້ກໍຍ້ອນວ່າເຈົ້າຢູ່ໄກຈາກຄວາມລອດພົ້ນຫຼ່າຍ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ຊອບທຳຕໍ່ເຈົ້າ ແລະ ເຈດຕະນາດັດແປງຊະຕາຂອງເຈົ້າໃຫ້ເປັນຮູບຮ່າງຂອງຊາຕານ ແລະ ຫຼັງຈາກນັ້ນກໍຈັດປະເພດເຈົ້າໃຫ້ຢູ່ກັບຊາຕານ ແລະ ມີຈຸດປະສົງຕ້ອງການໃຫ້ເຈົ້າທົນທຸກ. ນີ້ບໍ່ແມ່ນເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ. ຖ້ານັ້ນແມ່ນສິ່ງທີ່ເຈົ້າເຊື່ອ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍລຳອຽງຫຼາຍ. ຂັ້ນຕອນສຸດທ້າຍຂອງການເອົາຊະນະໝາຍເຖິງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການເປີດເຜີຍຈຸດຈົບຂອງພວກເຂົາ. ມັນແມ່ນການເປີດໂປງຄວາມເສື່ອມໂຊມຂອງຜູ້ຄົນຜ່ານການພິພາກສາ, ແລ້ວກໍເຮັດໃຫ້ພວກເຂົາກັບໃຈ, ລຸກຂຶ້ນ ແລະ ສະແຫວງຫາຊີວິດ ແລະ ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ມັນແມ່ນການປຸກຫົວໃຈຂອງຄົນທີ່ດ້ານຊາ ແລະ ໂງ່ຈ້າ ແລະ ສະແດງເຖິງຄວາມກະບົດພາຍໃນພວກເຂົາຜ່ານທາງການພິພາກສາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນຍັງບໍ່ສາມາດກັບໃຈໄດ້, ຍັງບໍ່ສາມາດສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ບໍ່ສາມາດປະຖິ້ມຄວາມເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາກໍຢູ່ໄກຈາກຄວາມລອດພົ້ນ ແລະ ຈະຖືກກືນກິນໂດຍຊາຕານ. ສິ່ງດັ່ງກ່າວແມ່ນຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ: ການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການສະແດງເຖິງຈຸດຈົບຂອງພວກເຂົາ. ຈຸດຈົບທີ່ດີ, ຈຸດຈົບທີ່ບໍ່ດີ, ພວກມັນລ້ວນແລ້ວແຕ່ຖືກເປີດເຜີຍໂດຍພາລະກິດແຫ່ງການເອົາຊະນະ. ບໍ່ວ່າຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກສາບແຊ່ງກໍລ້ວນແລ້ວແຕ່ຖືກເປີດເຜີຍໃນລະຫວ່າງພາລະກິດແຫ່ງການເອົາຊະນະ.

ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນທຸກຊົນຊາດໃນທຸກແຫ່ງຫົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍມາຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ທຸກສິ່ງທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ? ແລ້ວດ້ວຍເຫດນັ້ນ ການກະທຳແຫ່ງຄວາມບໍ່ເຊື່ອຟັງຂອງພວກເຈົ້າຈະສືບຕໍ່ອີກດົນສໍ່າໃດ? ເຈົ້າບໍ່ເຫັນບໍວ່າມື້ສຸດທ້າຍຂອງເຈົ້າກຳລັງຈະເກີດຂຶ້ນແລ້ວ? ຄົນທີ່ເຄົາລົບນັບຖືພຣະເຈົ້າ ແລະ ປາຖະໜາໃຫ້ພຣະອົງປາກົດຕົວຈະບໍ່ສາມາດເຫັນມື້ແຫ່ງການປາກົດຕົວທີ່ຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະບໍ່ສາມາດຮັບເອົາລາງວັນສຸດທ້າຍສຳລັບຄວາມດີໄດ້ແນວໃດ? ເຈົ້າເປັນຄົນທີ່ເຮັດຄວາມດີ ຫຼື ເປັນຄົນທີ່ເຮັດຄວາມຊົ່ວຮ້າຍ? ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວເຊື່ອຟັງ ຫຼື ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວກໍຖືກສາບແຊ່ງ? ເຈົ້າໄດ້ດຳລົງຊີວິດຢູ່ໃນແສງສະຫວ່າງຕໍ່ໜ້າບັນລັງແຫ່ງການພິພາກສາ ຫຼື ຢູ່ໃນຄວາມມືດມິດທີ່ຢູ່ໃນຍົມມະໂລກ? ຕົວເຈົ້າເອງບໍ່ແມ່ນຄົນທີ່ຮູ້ຢ່າງຊັດເຈນທີ່ສຸດວ່າຈຸດຈົບຂອງເຈົ້າຈະເປັນຈຸດຈົບແຫ່ງລາງວັນ ຫຼື ຈຸດຈົບແຫ່ງການລົງໂທດບໍ? ເຈົ້າບໍ່ແມ່ນຄົນທີ່ຮູ້ຈັກຢ່າງຊັດເຈນທີ່ສຸດ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດວ່າພຣະເຈົ້າຊອບທຳບໍ? ແລ້ວການປະພຶດ ແລະ ຫົວໃຈຂອງເຈົ້າເປັນແບບໃດ? ໃນຂະນະທີ່ເຮົາເອົາຊະນະເຈົ້າໃນມື້ນີ້, ເຈົ້າຕ້ອງການໃຫ້ເຮົາສະກົດອອກໃຫ້ເຈົ້າເຫັນແທ້ບໍວ່າ ພຶດຕິກຳຂອງເຈົ້າດີ ຫຼື ຊົ່ວຮ້າຍ? ເຈົ້າໄດ້ເສຍສະຫຼະຫຼາຍສໍ່າໃດເພື່ອເຮົາ? ເຈົ້າໄດ້ນະມັດສະການເຮົາຢ່າງເລິກເຊິ່ງສໍ່າໃດ? ຕົວເຈົ້າເອງບໍ່ຮູ້ຈັກຢ່າງຊັດເຈນແທ້ບໍ່ວ່າເຈົ້າປະພຶດຕໍ່ເຮົາແນວໃດ? ເຈົ້າຄວນຮູ້ດີກວ່າຄົນອື່ນວ່າ ຈຸດຈົບທີ່ເຈົ້າຈະພົບແມ່ນເປັນແບບໃດ! ເຮົາບອກເຈົ້າຕາມຄວາມຈິງ: ເຮົາພຽງແຕ່ສ້າງມະນຸດຊາດ ແລະ ເຮົາສ້າງເຈົ້າ, ແຕ່ເຮົາບໍ່ໄດ້ມອບພວກເຈົ້າໃຫ້ກັບຊາຕານ; ຫຼື ເຮົາມີເຈດຕະນາເຮັດໃຫ້ພວກເຈົ້າກະບົດ ຫຼື ຕໍ່ຕ້ານເຮົາ ແລະ ໃນທີ່ສຸດຖືກເຮົາລົງໂທດ. ໄພພິບັດ ແລະ ຄວາມທຸກທໍລະມານທັງໝົດເຫຼົ່ານີ້ບໍ່ແມ່ນຍ້ອນຫົວໃຈຂອງພວກເຈົ້າແຂງເກີນໄປ ແລະ ການປະພຶດຂອງພວກເຈົ້າຊົ່ວຊ້າເກີນໄປບໍ? ແລ້ວຮູບແບບຂອງຈຸດຈົບທີ່ພວກເຈົ້າຈະພົບບໍ່ໄດ້ຖືກກຳນົດລ່ວງໜ້າໂດຍພວກເຈົ້າເອງບໍ? ເຈົ້າບໍ່ໄດ້ຮູ້ດີກວ່າຄົນອື່ນບໍວ່າ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະຈົບລົງແນວໃດ? ເຫດຜົນທີ່ເຮົາເອົາຊະນະຜູ້ຄົນແມ່ນເພື່ອເປີດເຜີຍສິ່ງເຫຼົ່ານັ້ນ ແລະ ຍິ່ງດີກວ່ານັ້ນກໍຄືເພື່ອນໍາຄວາມລອດພົ້ນມາໃຫ້ກັບເຈົ້າ. ມັນບໍ່ແມ່ນເພື່ອເຮັດໃຫ້ເຈົ້າກະທຳຄວາມຊົ່ວຮ້າຍ ຫຼື ຕັ້ງໃຈເຮັດໃຫ້ເຈົ້າຍ່າງໄປສູ່ນະຮົກແຫ່ງຫາຍະນະ. ເມື່ອເວລາມາເຖິງ, ການທົນທຸກຢ່າງໃຫຍ່ຫຼວງຂອງເຈົ້າທັງໝົດ, ການຮ້ອງໄຫ້ ແລະ ການກັດແຂ້ວຂອງເຈົ້າ, ມັນຈະບໍ່ລ້ວນແລ້ວແຕ່ເປັນຍ້ອນຄວາມບາບຂອງເຈົ້າເອງບໍ? ສະນັ້ນ ຄວາມດີຂອງເຈົ້າ ຫຼື ຄວາມຊົ່ວຂອງເຈົ້າບໍ່ແມ່ນການພິພາກສາທີ່ດີທີ່ສຸດສຳລັບເຈົ້າບໍ? ມັນບໍ່ແມ່ນເຄື່ອງພິສູດສໍາຄັນທີ່ສຸດທີ່ພິສຸດໃຫ້ເຫັນວ່າຈຸດຈົບຂອງເຈົ້າຈະເປັນແບບໃດບໍ?

ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນຕົວເຈົ້າ ໃນປະເທດຈີນ ເພື່ອເປີດເຜີຍອຸປະນິໄສກະບົດທັງໝົດຂອງເຈົ້າ ແລະ ຖອດໜ້າກາກແຫ່ງຄວາມຂີ້ຮ້າຍທັງໝົດຂອງເຈົ້າ ແລະ ສິ່ງນີ້ໄດ້ໃຫ້ບໍລິບົດເພື່ອເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ. ຫຼັງຈາກນັ້ນ ເມື່ອເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ, ເຮົາຈະໃຊ້ການທີ່ເຮົາພິພາກສາພວກເຈົ້າເພື່ອພິພາກສາຄວາມບໍ່ຊອບທຳຂອງທຸກຄົນໃນຈັກກະວານທັງປວງ ຍ້ອນພວກເຈົ້າທຸກຄົນເປັນຕົວແທແຫ່ງຄວາມກະບົດທ່າມກາງມະນຸດຊາດ. ຄົນທີ່ບໍ່ສາມາດກ້າວຜ່ານໄປໄດ້ແມ່ນຈະກາຍເປັນຄົນຂັດຂວາງ ແລະ ເຄື່ອງມືຮັບໃຊ້ເທົ່ານັ້ນ, ໃນຂະນະທີ່ຄົນທີ່ສາມາດກ້າວຜ່ານໄດ້ຈະຖືກນໍາໃຊ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ບໍ່ສາມາດກ້າວຜ່ານແມ່ນຈະເຮັດໜ້າທີ່ເປັນຜູ້ຂັດຂວາງເທົ່ານັ້ນ? ມັນເປັນເພາະພຣະທຳ ແລະ ພາລະກິດໃນປັດຈຸບັນຂອງເຮົາລ້ວນແລ້ວແຕ່ແນໃສ່ເບື້ອງຫຼັງຂອງພວກເຈົ້າ ແລະ ຍ້ອນພວກເຈົ້າໄດ້ກາຍມາເປັນຕົວແທນ ແລະ ຕົວຢ່າງແຫ່ງຄວາມກະບົດທ່າມກາງມະນຸດຊາດທັງປວງ. ຕໍ່ມາ, ເຮົາຈະນໍາພຣະທຳເຫຼົ່ານີ້ທີ່ເອົາຊະນະພວກເຈົ້າໄປຕ່າງປະເທດ ແລະ ໃຊ້ພຣະທຳເຫຼົ່ານັ້ນເພື່ອເອົາຊະນະຜູ້ຄົນໃນທີ່ນັ້ນ, ແຕ່ເຈົ້າຈະບໍ່ໄດ້ຮັບພຣະທຳເຫຼົ່ານັ້ນ. ສິ່ງນັ້ນຈະບໍ່ເຮັດໃຫ້ເຈົ້າກາຍເປັນຜູ້ຂັດຂວາງບໍ? ອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທັງປວງ, ການກະທຳທີ່ກະບົດຂອງມະນຸດ ແລະ ພາບ ແລະ ໃບໜ້າທີ່ຂີ້ຮ້າຍຂອງມະນຸດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກບັນທຶກໃນພຣະທຳໃນປັດຈຸບັນທີ່ໃຊ້ເພື່ອເອົາຊະນະພວກເຈົ້າ. ແລ້ວເຮົາຈະໃຊ້ພຣະທຳເຫຼົ່ານີ້ເພື່ອເອົາຊະນະຜູ້ຄົນໃນທຸກຊົນຊາດ ແລະ ທຸກນິກາຍ, ເພາະພວກເຈົ້າຄືຕົ້ນແບບ ແລະ ເປັນຕົວຢ່າງຜ່ານມາ. ເຖິງຢ່າງໃດກໍຕາມ, ເຮົາບໍ່ໄດ້ກ່າວໂດຍມີເຈດຕະນາທີ່ຈະປະຖິ້ມພວກເຈົ້າ; ຖ້າພວກເຈົ້າບໍ່ສາມາດປະຕິບັດຢ່າງດີໃນການສະແຫວງຫາຂອງພວກເຈົ້າ ແລະ ດ້ວຍເຫດນັ້ນ ພວກເຈົ້າກໍໄດ້ພິສູດວ່າຕົນເອງປົວບໍ່ໄດ້, ພວກເຈົ້າຈະບໍ່ເປັນພຽງເຄື່ອງມືຮັບໃຊ້ ແລະ ຄົນຂັດຂວາງເທົ່ານັ້ນບໍ? ເຮົາເຄີຍເວົ້າວ່າສະຕິປັນຍາຂອງເຮົາແມ່ນຖືກນໍາໃຊ້ໂດຍອີງຕາມກົນອຸບາຍຂອງຊາຕານ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ນັ້ນບໍ່ແມ່ນຄວາມຈິງທີ່ຢູ່ເບື້ອງຫຼັງສິ່ງທີ່ເຮົາກຳລັງເວົ້າ ແລະ ເຮັດໃນຕອນນີ້ບໍ? ຖ້າເຈົ້າບໍ່ສາມາດກ້າວຜ່ານໄປໄດ້, ຖ້າເຈົ້າບໍ່ຖືກເຮັດໃຫ້ສົມບູນ ແຕ່ກົງກັນຂ້າມຖືກລົງໂທດ, ເຈົ້າຈະບໍ່ກາຍເປັນຄົນຂັດຂວາງບໍ? ບາງເທື່ອ ເຈົ້າໄດ້ທົນທຸກຢ່າງຫຼວງຫຼາຍໃນຊີວິດຂອງເຈົ້າ, ແຕ່ເຈົ້າກໍຍັງບໍ່ເຂົ້າໃຈຫຍັງເລີຍ; ເຈົ້າບໍ່ຮູ້ຈັກຫຍັງກ່ຽວກັບຊີວິດ. ເຖິງແມ່ນເຈົ້າຈະຖືກຂ້ຽນຕີ ແລະ ຖືກພິພາກສາ, ເຈົ້າກໍບໍ່ໄດ້ປ່ຽນແປງຫຍັງເລີຍ ແລະ ໃນສ່ວນເລິກຂອງເຈົ້າ ເຈົ້າບໍ່ໄດ້ຮັບຊີວິດ. ເມື່ອເວລາທີ່ຈະທົດສອບວຽກງານຂອງເຈົ້າມາເຖິງ, ເຈົ້າຈະຜະເຊີນກັບການທົດລອງທີ່ດຸເດືອດຄືກັບແປວໄຟ ແລະ ຍິ່ງໄປກວ່ານັ້ນ ຈະຜະເຊີນກັບຄວາມລຳບາກຍາກແຄ້ນຫຼາຍທີ່ສຸດ. ແປວໄຟນີ້ຈະເຮັດໃຫ້ຕົວຕົນທັງໝົດຂອງເຈົ້າກາຍເປັນຂີ້ເທົ່າ. ໃນຖານະຂອງຄົນທີ່ບໍ່ມີຊີວິດ, ຄົນທີ່ບໍ່ມີຄຳບໍລິສຸດໜຶ່ງອອນຢູ່ພາຍໃນ, ຄົນທີ່ຍັງຕິດຢູ່ກັບອຸປະນິໄສເດີມທີ່ເສື່ອມຊາມ ແລະ ຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ໃນການເປັນຄົນຮັບໃຊ້ທີ່ດີ, ເຈົ້າຈະບໍ່ຖືກກຳຈັດໄດ້ແນວໃດ? ພາລະກິດແຫ່ງການເອົາຊະນະມີປະໂຫຍດຫຍັງສຳລັບຄົນທີ່ມີຄ່າໜ້ອຍກວ່າໜຶ່ງເພັນນີ, ເປັນຄົນທີ່ບໍ່ມີຊີວິດ? ເມື່ອເວລານັ້ນມາເຖິງ, ມື້ຂອງພວກເຈົ້າຈະຍິ່ງຮ້າຍແຮງຫຼາຍກວ່າມື້ຂອງໂນອາ ແລະ ໂຊໂດມ! ແລ້ວຄຳອະທິຖານຂອງເຈົ້າຈະບໍ່ມີປະໂຫຍດຫຍັງກັບເຈົ້າ. ເຈົ້າຈະສາມາດກັບຄືນມາ ແລະ ເລີ່ມກັບໃຈໃໝ່ໄດ້ແນວໃດ ເມື່ອພາລະກິດແຫ່ງຄວາມລອດພົ້ນໄດ້ສິ້ນສຸດລົງແລ້ວ? ຫຼັງຈາກທີ່ພາລະກິດທັງໝົດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ມັນກໍຈະບໍ່ມີອີກຕໍ່ໄປ; ສິ່ງທີ່ຈະມີຢູ່ກໍຄືການເລີ່ມຕົ້ນຂອງພາລະກິດແຫ່ງການລົງໂທດຄົນທີ່ຊົ່ວຮ້າຍ. ເຈົ້າຕໍ່ຕ້ານ, ເຈົ້າກະບົດ ແລະ ເຈົ້າເຮັດສິ່ງຕ່າງໆທີ່ເຈົ້າຮູ້ວ່າເປັນສິ່ງຊົ່ວຮ້າຍ. ເຈົ້າບໍ່ແມ່ນເປົ້າໝາຍຂອງການລົງໂທດທີ່ຮ້າຍແຮງບໍ? ເຮົາກຳລັງສະກົດສິ່ງນີ້ອອກໃຫ້ເຈົ້າເຫັນໃນປັດຈຸບັນ. ຖ້າເຈົ້າເລືອກທີ່ຈະບໍ່ຟັງ, ແລ້ວເມື່ອໄພພິບັດເກີດຂຶ້ນກັບເຈົ້າໃນເວລາຕໍ່ມາ, ມັນຈະບໍ່ຊ້າເກີນໄປບໍ ຖ້າເຈົ້າພຽງແຕ່ເລີ່ມຮູ້ສຶກເສຍໃຈ ແລະ ເລີ່ມເຊື່ອໃນຕອນນັ້ນ? ເຮົາກຳລັງໃຫ້ໂອກາດເຈົ້າກັບໃຈໃນມື້ນີ້, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະເຮັດແບບນັ້ນ. ເຈົ້າຕ້ອງການລໍຖ້າອີກດົນປານໃດ? ຈົນເຖິງມື້ແຫ່ງການຂ້ຽນຕີບໍ? ໃນປັດຈຸບັນ ເຮົາບໍ່ຈື່ການຝ່າຝືນໃນອະດີດຂອງເຈົ້າ; ເຮົາໃຫ້ອະໄພເຈົ້າຄັ້ງແລ້ວຄັ້ງເລົ່າ, ພະຍາຍາມບໍ່ເບິ່ງດ້ານລົບຂອງເຈົ້າ ແຕ່ເບິ່ງພຽງດ້ານບວກຂອງເຈົ້າ, ເພາະວ່າ ພຣະທຳ ແລະ ພາລະກິດທັງໝົດຂອງເຮົາທີ່ຢູ່ໃນປັດຈຸບັນແມ່ນຕັ້ງໃຈຊ່ວຍໃຫ້ເຈົ້າລອດພົ້ນ ແລະ ເຮົາບໍ່ໄດ້ມີເຈດຕະນາທີ່ບໍ່ດີຕໍ່ເຈົ້າ. ແຕ່ເຈົ້າກໍປະຕິເສດທີ່ຈະເຂົ້າສູ່; ເຈົ້າບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ຊົ່ວ ແລະ ບໍ່ຮູ້ຈັກເຫັນຄຸນຄ່າຄວາມເມດຕາ. ຄົນປະເພດດັ່ງກ່າວບໍ່ແມ່ນພຽງແຕ່ລໍຖ້າການມາເຖິງຂອງການລົງໂທດ ແລະ ຜົນກຳສະໜອງອັນຊອບທຳບໍ?

ເມື່ອໂມເຊຕີກ້ອນຫິນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວີດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບອວຍພອນຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ, ທັງສອງແມ່ນເຫດການແຫ່ງພອນ. ຫາກປາສະຈາກຄວາມເຊື່ອ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແຮງໄກທີ່ຈະໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ. ເຈົ້າຈະບໍ່ສາມາດເຫັນໄດ້, ແຮງໄກທີ່ເຈົ້າຈະສາມາດຮັບເອົາ. ພິໄພບັດເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງການສະແດງອອກທີ່ວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າເຊື່ອຟັງຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງການເນລະມິດສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະຜູ້ສ້າງ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງຜູ້ຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ? ບໍ່ແມ່ນແຕ່ເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ໄດ້ເຫັນເຖິງສະຕິປັນຍາຂອງພຣະເຈົ້າ, ແຕ່ເຈົ້າຍັງຜະເຊີນກັບແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງເປັນການສ່ວນຕົວ. ບາງເທື່ອເຈົ້າຈະເວົ້າວ່າ ຖ້າເຈົ້າບໍ່ມີຄວາມເຊື່ອ, ແລ້ວເຈົ້າກໍຈະບໍ່ທົນທຸກກັບການຂ້ຽນຕີແບບນີ້ ຫຼື ກັບການພິພາກສາແບບນີ້. ແຕ່ເຈົ້າຄວນຮູ້ວ່າ ຫາກປາສະຈາກຄວາມເຊື່ອ, ບໍ່ແມ່ນພຽງເຈົ້າຈະບໍ່ສາມາດຮັບເອົາການຂ້ຽນຕີແບບນີ້ ຫຼື ການດູແລແບບນີ້ຈາກຜູ້ຊົງລິດທານຸພາບສູງສຸດ, ແຕ່ເຈົ້າຍັງຈະສູນເສຍໂອກາດທີ່ຈະພົບກັບພຣະຜູ້ສ້າງຕະຫຼອດໄປ. ເຈົ້າຈະບໍ່ຮູ້ຈັກຕົ້ນກຳເນີດຂອງມະນຸດຊາດຈັກເທື່ອ ແລະ ບໍ່ເຂົ້າໃຈເຖິງຄວາມໝາຍຂອງຊີວິດມະນຸດຈັກເທື່ອ. ເຖິງແມ່ນຮ່າງກາຍຂອງເຈົ້າຕາຍໄປ ແລະ ວິນຍານຂອງເຈົ້າຈາກໄປ, ເຈົ້າກໍຍັງຈະບໍ່ເຂົ້າໃຈການກະທຳທັງໝົດຂອງພຣະຜູ້ສ້າງ, ແຮງໄກທີ່ເຈົ້າຈະຮູ້ຈັກວ່າພຣະຜູ້ສ້າງປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວເທິງແຜ່ນດິນໂລກ ຫຼັງຈາກທີ່ພຣະອົງສ້າງມະນຸດຊາດ. ໃນຖານະສະມາຊິກຂອງມະນຸດຊາດທີ່ພຣະອົງສ້າງຂຶ້ນມາ, ເຈົ້າເຕັມໃຈທີ່ຈະຕົກລົງສູ່ຄວາມມືດມິດໂດຍບໍ່ຮູ້ຈັກຫຍັງແບບນີ້ ແລະ ທົນທຸກກັບການລົງໂທດຊົ່ວນິດນິລັນບໍ? ຖ້າເຈົ້າແຍກຕົນເອງອອກຈາກການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນ, ແມ່ນຫຍັງຄືສິ່ງທີ່ເຈົ້າຈະໄດ້ພົບ? ເຈົ້າຄິດວ່າຫຼັງຈາກທີ່ອອກຈາກການພິພາກສາໃນປັດຈຸບັນ, ເຈົ້າຈະສາມາດຫຼົບໜີຈາກຊີວິດທີ່ຫຍຸ້ງຍາກນີ້ໄດ້ບໍ? ມັນບໍ່ແມ່ນຄວາມຈິງບໍວ່າ ຖ້າເຈົ້າອອກຈາກ “ບ່ອນນີ້” ໄປ, ສິ່ງທີ່ເຈົ້າຈະຜະເຊີນຄືຄວາມທໍລະມານຢ່າງເຈັບປວດ ຫຼື ການຂົ່ມເຫັງຢ່າງໂຫດຮ້າຍທີ່ເກີດຈາກຜີຮ້າຍ? ເຈົ້າອາດຜະເຊີນກັບກາງເວັນ ແລະ ກາງຄືນທີ່ບໍ່ສາມາດທົນໄດ້? ເຈົ້າຄິດວ່າ ພຽງແຕ່ຍ້ອນເຈົ້າຫຼົບໜີການພິພາກສານີ້ໃນມື້ນີ້, ເຈົ້າກໍສາມາດຫຼົບຫຼີກການທໍລະມານໃນອະນາຄົດໄດ້ບໍ? ແມ່ນຫຍັງຈະເກີດຂຶ້ນກັບເຈົ້າ? ມັນສາມາດເປັນ ແຊງກຣີລາ ແທ້ໆບໍທີ່ເຈົ້າຫວັງວ່າຈະໄດ້ຮັບ? ເຈົ້າຄິດວ່າເຈົ້າສາມາດຫຼົບໜີການຂ້ຽນຕີຊົ່ວນິດນິລັນໃນອະນາຄົດໂດຍພຽງແຕ່ແລ່ນໜີຈາກຄວາມເປັນຈິງແບບທີ່ເຈົ້າເຮັດໃນຕອນນີ້ບໍ? ຫຼັງຈາກມື້ນີ້, ເຈົ້າຈະສາມາດຄົ້ນພົບໂອກາດແບບນີ້ ແລະ ພອນແບບນີ້ອີກບໍ? ເຈົ້າຈະສາມາດຄົ້ນພົບສິ່ງເຫຼົ່ານັ້ນ ເມື່ອໄພພິບັດເກີດຂຶ້ນກັບເຈົ້າບໍ? ເຈົ້າຈະສາມາດຊອກຫາສິ່ງເຫຼົ່ານັ້ນ ເມື່ອມະນຸດຊາດທັງປວງເຂົ້າສູ່ຄວາມສະຫງົບບໍ? ຊີວິດທີ່ມີຄວາມສຸກຂອງເຈົ້າໃນປັດຈຸບັນ ແລະ ຄອບຄົວນ້ອຍໆທີ່ປອງດອງກັນຂອງເຈົ້າ, ພວກເຂົາສາມາດແທນຈຸດໝາຍປາຍທາງຊົ່ວນິດນິລັນໃນອະນາຄົດຂອງເຈົ້າບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ຖ້າເຈົ້າໄດ້ຮັບຢ່າງຫຼວງຫຼາຍ ຍ້ອນຄວາມເຊື່ອຂອງເຈົ້າ, ແລ້ວທຸກສິ່ງນັ້ນກໍເປັນສິ່ງທີ່ເຈົ້າ ເຊິ່ງເປັນສິ່ງຖືກສ້າງ ຄວນຈະໄດ້ຮັບ ແລະ ຍັງເປັນສິ່ງທີ່ເຈົ້າຄວນມີຕັ້ງແຕ່ຕອນທຳອິດແລ້ວ. ບໍ່ມີຫຍັງທີ່ເປັນປະໂຫຍດຕໍ່ຄວາມເຊື່ອ ແລະ ຊີວິດຂອງເຈົ້າໄດ້ຫຼາຍກວ່າການເອົາຊະນະດັ່ງກ່າວ.

ໃນປັດຈຸບັນ, ເຈົ້າຈຳເປັນຕ້ອງເຂົ້າໃຈວ່າພຣະເຈົ້າຮຽກຮ້ອງຫຍັງຈາກຄົນທີ່ຖືກເອົາຊະນະ, ແມ່ນຫຍັງຄືທັດສະນະຄິຕິຂອງພຣະອົງຕໍ່ຄົນທີ່ຖືກເຮັດໃຫ້ສົມບູນ ແລະ ເຈົ້າຄວນເຂົ້າສູ່ຫຍັງໃນປັດຈຸບັນ. ບາງສິ່ງ ເຈົ້າຈຳເປັນຕ້ອງເຂົ້າໃຈພຽງແຕ່ໜ້ອຍດຽວ. ເຈົ້າບໍ່ຕ້ອງວິເຄາະການສົນທະນາໃດໜຶ່ງກ່ຽວກັບຄວາມເລິກລັບຂອງພຣະເຈົ້າຢ່າງລະອຽດ; ພວກມັນຈະບໍ່ໄດ້ຊ່ວຍຫຍັງຫຼາຍໃນຊີວິດ ແລະ ພວກມັນພຽງແຕ່ຈຳເປັນຕ້ອງເບິ່ງໄວໆ. ເຈົ້າສາມາດອ່ານຄວາມເລິກລັບ ເຊັ່ນ ຄວາມເລິກລັບຂອງອາດາມ ແລະ ເອວາ: ສິ່ງທີ່ອາດາມ ແລະ ເອວາເປັນໃນຕອນນີ້ ແລະ ພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດໃນປັດຈຸບັນ. ເຈົ້າຈຳເປັນຕ້ອງເຂົ້າໃຈວ່າ ໃນການເອົາຊະນະ ແລະ ການເຮັດໃຫ້ມະນຸດສົມບູນ, ພຣະເຈົ້າປາຖະໜາທີ່ຈະເຮັດໃຫ້ມະນຸດກັບຄືນສູ່ລັກສະນະທີ່ອາດາມ ແລະ ເອວາເປັນ. ໃນຫົວໃຈຂອງເຈົ້າ, ເຈົ້າຄວນມີແນວຄິດດີໆກ່ຽວກັບລະດັບຂອງຄວາມສົມບູນທີ່ຕ້ອງຖືກເຮັດໃຫ້ສຳເລັດເພື່ອບັນລຸມາດຕະຖານຂອງພຣະເຈົ້າ ແລະ ແລ້ວເຈົ້າກໍຕ້ອງພະຍາຍາມເພື່ອບັນລຸມັນໃຫ້ໄດ້. ສິ່ງນີ້ແມ່ນກ່ຽວພັນກັບການປະຕິບັດຂອງເຈົ້າ ແລະ ນີ້ແມ່ນສິ່ງທີ່ເຈົ້າຄວນເຂົ້າໃຈ. ມັນພຽງພໍທີ່ຈະໃຫ້ເຈົ້າສະແຫວງຫາເພື່ອເຂົ້າສູ່ພຣະທຳຂອງພຣະເຈົ້າກ່ຽວກັບເລື່ອງເຫຼົ່ານີ້. ເມື່ອເຈົ້າອ່ານວ່າ “ປະຫວັດສາດຂອງການພັດທະນາຂອງມະນຸດຊາດຢ້ອນກັບໄປຫຼາຍສິບພັນປີ” ເຈົ້າກໍຢາກຮູ້ຢາກເຫັນ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງພະຍາຍາມຄົ້ນຫາຄຳຕອບກັບອ້າຍເອື້ອຍນ້ອງຂອງເຈົ້າ. “ພຣະເຈົ້າເວົ້າວ່າການພັດທະນາຂອງມະນຸດຊາດຢ້ອນກັບໄປຫົກພັນປີ, ແມ່ນບໍ? ແລ້ວສິ່ງນີ້ກ່ຽວຫຍັງກັບຫຼາຍສິບພັນປີ?” ມັນຈະມີປະໂຫຍດຫຍັງທີ່ຈະພະຍາຍາມຊອກຫາຄຳຕອບຕໍ່ຄຳຖາມນີ້? ບໍ່ວ່າພຣະເຈົ້າເອງປະຕິບັດພາລະກິດເປັນເວລາຫຼາຍສິບພັນປີ ຫຼື ຫຼາຍຮ້ອຍຫຼາຍລ້ານປີ, ພຣະອົງຈຳເປັນຕ້ອງໃຫ້ເຈົ້າຮູ້ກ່ຽວກັບສິ່ງນີ້ບໍ? ນີ້ບໍ່ແມ່ນສິ່ງທີ່ເຈົ້າ ໃນຖານະຜູ້ຖືກສ້າງ ຈຳເປັນຕ້ອງຮູ້. ພຽງແຕ່ເຈົ້າຍອມພິຈາລະນາເລັກນ້ອຍກັບການສົນທະນານີ້ ແລະ ບໍ່ພະຍາຍາມເຂົ້າໃຈມັນຄືກັບວ່າມັນເປັນນິມິດ. ເຈົ້າຈຳເປັນຕ້ອງຮູ້ເຖິງສິ່ງທີ່ເຈົ້າຄວນເຂົ້າສູ່ ແລະ ເຂົ້າໃຈໃນປັດຈຸບັນ ແລະ ເຈົ້າຈຳເປັນຕ້ອງມີຄວາມເຂົ້າໃຈທີ່ໝັ້ນຄົງກ່ຽວກັບສິ່ງນັ້ນ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຖືກເອົາຊະນະ. ຫຼັງຈາກທີ່ໄດ້ອ່ານຂໍ້ຄວາມຂ້າງເທິງ, ເຈົ້າຄວນມີປະຕິກິລິຍາປົກກະຕິໃນຕົວເຈົ້າ: ພຣະເຈົ້າກຳລັງເຜົາໄໝ້ດ້ວຍຄວາມກັງວົນໃຈ, ພຣະອົງຕ້ອງການເອົາຊະນະພວກເຮົາ ແລະ ຮັບເອົາສະຫງ່າລາສີ ແລະ ຄຳພະຍານ, ແລ້ວພວກເຮົາຈະຮ່ວມມືກັບພຣະອົງໄດ້ແນວໃດ? ພວກເຮົາຕ້ອງເຮັດຫຍັງເພື່ອທີ່ຈະຖືກພຣະອົງເອົາຊະນະຢ່າງສົມບູນ ແລະ ກາຍເປັນຄຳພະຍານຂອງພຣະອົງ? ພວກເຮົາຕ້ອງເຮັດຫຍັງເພື່ອເຮັດໃຫ້ພຣະເຈົ້າສາມາດຮັບເອົາສະຫງ່າລາສີໄດ້? ພວກເຮົາຕ້ອງເຮັດຫຍັງເພື່ອເຮັດໃຫ້ພວກເຮົາເອງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ບໍ່ຢູ່ພາຍໃຕ້ອຳນາດຂອງຊາຕານ? ນີ້ແມ່ນສິ່ງທີ່ຜູ້ຄົນຄວນຄິດ. ພວກເຈົ້າທຸກຄົນຄວນຊັດເຈນກ່ຽວກັບຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງພວກເຈົ້າ. ພຽງແຕ່ຫຼັງຈາກທີ່ໄດ້ຮັບຄວາມຊັດເຈນນີ້, ເຈົ້າຈຶ່ງຈະມີທາງເຂົ້າສູ່, ເຈົ້າຈຶ່ງຈະຮູ້ຈັກເຖິງຂັ້ນຕອນນີ້ຂອງພາລະກິດ ແລະ ເຈົ້າຈຶ່ງຈະເຊື່ອຟັງຢ່າງສົມບູນ. ບໍ່ດັ່ງນັ້ນ ພວກເຈົ້າກໍຈະບໍ່ບັນລຸຄວາມເຊື່ອຟັງທີ່ແທ້ຈິງ.

​ກ່ອນ​ນີ້ :ການປະຕິບັດ (5)

ຕໍ່​ໄປ:ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)

ເນື່ອຫາທີ່ກ່ຽວຂ້ອງ