ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດ (3)

ພວກເຈົ້າຕ້ອງມີຄວາມສາມາດທີ່ຈະດຳລົງຊີວິດຢູ່ຢ່າງອິດສະຫຼະ, ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າໂດຍພວກເຈົ້າເອງ, ສາມາດຜະເຊີນກັບພຣະທຳຂອງພຣະເຈົ້າດ້ວຍຕົວພວກເຈົ້າເອງ ແລະ ດຳລົງຊີວິດທາງຝ່າຍວິນຍານທີ່ຖືກຕ້ອງໂດຍປາດສະຈາກການນໍາພາຂອງຄົນອື່ນ. ເຈົ້າຕ້ອງສາມາດເພິ່ງພາພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໃນການດຳລົງຊີວິດ, ໃນການເຂົ້າສູ່ປະສົບການທີ່ແທ້ຈິງ ແລະ ຮັບເອົາຄວາມເຂົ້າໃຈທີ່ແທ້ຈິງ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍຶດໝັ້ນໄດ້. ໃນປັດຈຸບັນ, ຫຼາຍຄົນບໍ່ເຂົ້າໃຈຄວາມລໍາບາກຍາກແຄ້ນ ແລະ ການທົດລອງໃນອະນາຄົດຢ່າງເຕັມເມັດເຕັມໜ່ວຍ. ໃນອະນາຄົດ, ບາງຄົນຈະຜະເຊີນກັບຄວາມລໍາບາກຍາກແຄ້ນ ແລະ ບາງຄົນຈະຜະເຊີນກັບການລົງໂທດ. ການລົງໂທດນີ້ຈະຮ້າຍແຮງຫຼາຍຍິ່ງຂຶ້ນ; ມັນຈະເປັນການມາເຖິງຂອງຄວາມຈິງ. ໃນປັດຈຸບັນ ທຸກສິ່ງທີ່ເຈົ້າຜະເຊີນ, ປະຕິບັດ ແລະ ສະແດງອອກ ແມ່ນການວາງພື້ນຖານສໍາລັບການທົດລອງໃນອະນາຄົດ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງສາມາດດຳລົງຊີວິດຢ່າງເປັນອິດສະຫຼະ. ໃນປັດຈຸບັນ, ໂດຍທົ່ວໄປແລ້ວ ສະຖານະການທີ່ກ່ຽວກັບຫຼາຍຄົນໃນຄຣິສຕະຈັກແມ່ນເປັນຄືດັ່ງຕໍ່ໄປນີ້: ຖ້າມີຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ປະຕິບັດພາລະກິດ, ພວກເຂົາມີຄວາມສຸກ ແລະ ຖ້າບໍ່ມີ ພວກເຂົາກໍບໍ່ມີຄວາມສຸກ. ພວກເຂົາບໍ່ສົນໃຈຕໍ່ພາລະກິດຂອງຄຣິສຕະຈັກ ຫຼື ຕໍ່ຊີວິດຝ່າຍວິນຍານຂອງພວກເຂົາເອງ ແລະ ບໍ່ມີພາລະແມ່ນແຕ່ໜ້ອຍດຽວ, ພວກເຂົາດຳເນີນຊີວິດໂດຍບໍ່ມີຈຸດໝາຍປາຍທາງຄືກັບນົກຮານເຮົາ.[ກ] ເວົ້າແບບກົງໄປກົງມາກໍຄື ພາລະກິດທີ່ເຮົາປະຕິບັດໃນຫຼາຍໆຄົນເປັນພຽງພາລະກິດແຫ່ງການເອົາຊະນະ, ຍ້ອນວ່າ ໂດຍພື້ນຖານແລ້ວ ຫຼາຍຄົນແມ່ນບໍ່ເໝາະສົມແກ່ການຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນສ່ວນໜ້ອຍເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເມື່ອໄດ້ຍິນພຣະທຳເຫຼົ່ານີ້ແລ້ວ, ເຈົ້າຄິດວ່າ “ຍ້ອນພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອເອົາຊະນະຜູ້ຄົນເທົ່ານັ້ນ, ຂ້ານ້ອຍກໍຈະປະຕິບັດພໍເປັນພິທີເທົ່ານັ້ນ”, ທັດສະນະຄະຕິດັ່ງກ່າວຈະເປັນທີ່ຍອມຮັບໄດ້ແນວໃດ? ຖ້າເຈົ້າມີຄວາມສຳນຶກແທ້ໆ, ແລ້ວເຈົ້າຕ້ອງມີຄວາມຮັບຜິດຊອບ ແລະ ສຳນຶກໃນຄວາມຮັບຜິດຊອບ. ເຈົ້າຕ້ອງເວົ້າວ່າ “ບໍ່ວ່າຂ້ານ້ອຍຈະຖືກເອົາຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ບໍ່, ຂ້ານ້ອຍກໍຕ້ອງແບກຮັບເອົາຂັ້ນຕອນຂອງການເປັນພະຍານນີ້ຢ່າງຖືກຕ້ອງ”. ໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ, ຜູ້ຄົນສາມາດຖືກເອົາຊະນະໂດຍພຣະເຈົ້າຢ່າງສົມບູນ ແລະ ໃນທີ່ສຸດ ພວກເຂົາກໍຈະສາມາດເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ສາມາດຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຫົວໃຈຮັກພຣະເຈົ້າ ແລະ ໂດຍການອຸທິດຕົນເອງໃຫ້ກັບພຣະເຈົ້າທັງໝົດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ, ມັນເປັນໜ້າທີ່ໆມະນຸດຄວນປະຕິບັດ ແລະ ພາລະທີ່ມະນຸດຄວນແບກຫາບ ແລະ ມະນຸດຕ້ອງເຮັດໃຫ້ການມອບໝາຍນີ້ສຳເລັດ. ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ໃນປັດຈຸບັນນີ້ ສິ່ງທີ່ເຈົ້າປະຕິບັດໃນຄຣິສຕະຈັກນັ້ນ ແມ່ນການເຮັດໃຫ້ຄວາມຮັບຜິດຊອບຂອງເຈົ້າສຳເລັດບໍ? ສິ່ງນີ້ແມ່ນຂຶ້ນກັບວ່າເຈົ້າມີພາລະ ຫຼື ບໍ່ ແລະ ຂຶ້ນກັບຄວາມຮູ້ຂອງເຈົ້າເອງ. ໃນການຜະເຊີນພາລະກິດນີ້, ຖ້າມະນຸດຖືກເອົາຊະນະ ແລະ ມີຄວາມຮູ້ທີ່ແທ້ຈິງ, ແລ້ວພວກເຂົາກໍຈະສາມາດເຊື່ອຟັງໄດ້ ໂດຍບໍ່ຄຳນຶງເຖິງທັດສະນະ ຫຼື ໂຊກຊະຕາຂອງພວກເຂົາເອງ. ໃນວິທີນີ້, ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າຈະຖືກເຮັດໃຫ້ເປັນຈິງທັງໝົດ, ນັ້ນກໍຍ້ອນວ່າ ພວກເຈົ້າທຸກຄົນບໍ່ມີຄວາມສາມາດເໜືອສິ່ງນີ້ ແລະ ບໍ່ສາມາດບັນລຸຄວາມຮຽກຮ້ອງຕ້ອງການທີ່ສູງກວ່ານີ້. ແຕ່ໃນອະນາຄົດ, ບາງຄົນຈະຖືກເຮັດໃຫ້ສົມບູນ. ຄວາມສາມາດຂອງພວກເຂົາຈະຖືກປັບປຸງ, ໃນຈິດວິນຍານຂອງພວກເຂົາ ພວກເຂົາຈະມີຄວາມຮູ້ເລິກເຊິ່ງຂຶ້ນ, ຊີວິດຂອງພວກເຂົາຈະເຕີບໃຫຍ່... ແຕ່ບາງຄົນກໍບໍ່ສາມາດບັນລຸສິ່ງນີ້ໄດ້ຢ່າງແທ້ຈິງ ແລະ ດ້ວຍເຫດນັ້ນ ພວກເຂົາແມ່ນບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ມັນມີເຫດຜົນທີ່ເຮົາເວົ້າວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ໃນອະນາຄົດ, ບາງຄົນຈະຖືກເອົາຊະນະ, ບາງຄົນຈະຖືກກຳຈັດ, ບາງຄົນຈະຖືກເຮັດໃຫ້ສົມບູນ ແລະ ບາງຄົນຈະຖືກໃຊ້ ແລະ ສະນັ້ນ ບາງຄົນຈະຜະເຊີນກັບຄວາມລຳບາກຍາກແຄ້ນ, ບາງຄົນຈະຜະເຊີນກັບການລົງໂທດ (ທັງໄພພິບັດທຳມະຊາດ ແລະ ຄວາມໂຊກຮ້າຍທີ່ເກີດຈາກມືຂອງມະນຸດ), ບາງຄົນຈະຖືກກຳຈັດ ແລະ ບາງຄົນຈະເອົາຕົວລອດ. ໃນສິ່ງນີ້ ແຕ່ລະຄົນຈະຖືກຈັດແບ່ງອອກຕາມປະເພດ ໂດຍແຕ່ລະກຸ່ມຈະເປັນຕົວແທນໃຫ້ກັບຄົນປະເພດໜຶ່ງ. ບໍ່ແມ່ນທຸກຄົນຈະຖືກກຳຈັດ ຫຼື ບໍ່ແມ່ນທຸກຄົນຈະຖືກເຮັດໃຫ້ສົມບູນ. ນີ້ແມ່ນຍ້ອນຄວາມສາມາດຂອງຄົນຈີນແມ່ນມີຕໍ່າຫຼາຍ ແລະ ມີພຽງຄົນຈຳນວນເລັກນ້ອຍເທົ່ານັ້ນໃນທ່າມກາງພວກເຂົາທີ່ມີຄວາມຮູ້ກ່ຽວກັບຕົນເອງເທົ່າກັບໂປໂລ. ໃນທ່າມກາງພວກເຈົ້າ, ມີໜ້ອຍຄົນທີ່ມີຄວາມຕັ້ງໃຈຮັກພຣະເຈົ້າຄືກັບເປໂຕ ຫຼື ຄວາມເຊື່ອປະເພດດຽວກັນກັບໂຢບ. ເກືອບບໍ່ມີໃຜທ່າມກາງພວກເຈົ້າທີ່ຢ້ານ ແລະ ຮັບໃຊ້ພຣະເຢໂຮວາຄືກັບເດວິດ ຜູ້ເຊິ່ງມີລະດັບຄວາມຊື່ສັດຢ່າງສະໝໍ່າສະເໝີ. ພວກເຈົ້າຊ່າງເປັນຕາສົມເພດແທ້ເດ!

ໃນປັດຈຸບັນ, ການເວົ້າເຖິງການຖືກເຮັດໃຫ້ສົມບູນແມ່ນເປັນພຽງດ້ານໜຶ່ງ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ, ພວກເຈົ້າຕ້ອງແບກຮັບເອົາຂັ້ນຕອນຂອງການເປັນພະຍານນີ້ຢ່າງຖືກຕ້ອງ. ຖ້າພວກເຈົ້າຖືກຮຽກຮ້ອງໃຫ້ຮັບໃຊ້ພຣະເຈົ້າໃນພຣະວິຫານ, ພວກເຈົ້າຈະເຮັດແນວໃດ? ຖ້າເຈົ້າບໍ່ແມ່ນປະໂລຫິດ ແລະ ບໍ່ໄດ້ມີສະຖານະຂອງບຸດຊາຍກົກ ຫຼື ບຸດຊາຍຂອງພຣະເຈົ້າ, ເຈົ້າຈະຍັງສາມາດຊື່ສັດໄດ້ບໍ? ເຈົ້າຈະຍັງສາມາດສະຫຼະຄວາມພະຍາຍາມທັງໝົດຂອງເຈົ້າໃນພາລະກິດແຫ່ງການຂະຫຍາຍອານາຈັກໄດ້ບໍ? ເຈົ້າຈະຍັງສາມາດເຮັດພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໄດ້ຢ່າງຖືກຕ້ອງບໍ? ບໍ່ວ່າຊີວິດຂອງເຈົ້າຈະເຕີບໃຫຍ່ແບບໃດກໍຕາມ, ພາລະກິດໃນປັດຈຸບັນຈະເຮັດໃຫ້ເຈົ້າເຊື່ອໝັ້ນຢູ່ພາຍໃນໂດຍສິ້ນເຊີງ ແລະ ປ່ອຍວາງແນວຄິດທັງໝົດຂອງເຈົ້າ. ບໍ່ວ່າເຈົ້າມີຄວາມສາມາດໃນການສະແຫວງຫາຊີວິດ ຫຼື ບໍ່, ພາລະກິດຂອງພຣະເຈົ້າຈະເຮັດໃຫ້ເຈົ້າເຊື່ອໝັ້ນໂດຍສິ້ນເຊີງ. ບາງຄົນເວົ້າວ່າ “ຂ້ານ້ອຍພຽງແຕ່ເຊື່ອໃນພຣະເຈົ້າ ແລະ ຂ້ານ້ອຍບໍ່ເຂົ້າໃຈວ່າການສະແຫວງຫາຊີວິດໝາຍເຖິງຫຍັງ”. ແລ້ວບາງຄົນເວົ້າວ່າ “ຂ້ານ້ອຍສັບສົນໃນຄວາມເຊື່ອທີ່ຂ້ານ້ອຍມີໃນພຣະເຈົ້າ. ຂ້ານ້ອຍຮູ້ວ່າ ຂ້ານ້ອຍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ແລະ ຂ້ານ້ອຍຈຶ່ງພ້ອມທີ່ຈະຖືກຂ້ຽນຕີ”. ແມ່ນແຕ່ຄົນແບບນີ້ ຜູ້ເຊິ່ງພ້ອມທີ່ຈະຖືກຂ້ຽນຕີ ຫຼື ທຳລາຍ ກໍຕ້ອງຍັງຖືກເຮັດໃຫ້ຮັບຮູ້ວ່າ ພາລະກິດໃນປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າ. ບາງຄົນຍັງເວົ້າວ່າ “ຂ້ານ້ອຍບໍ່ໄດ້ຂໍເພື່ອຖືກເຮັດໃຫ້ສົມບູນ, ແຕ່ໃນປັດຈຸບັນ ຂ້ານ້ອຍເຕັມໃຈຍອມຮັບການຝຶກຝົນທັງໝົດຂອງພຣະເຈົ້າ ແລະ ເຕັມໃຈທີ່ຈະດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິ, ປັບປຸງຄວາມສາມາດຂອງຂ້ານ້ອຍ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ...” ໃນນີ້, ພວກເຂົາຍັງຖືກເອົາຊະນະ ແລະ ເປັນພະຍານ ເຊິ່ງພິສຸດວ່າມີຄວາມຮູ້ບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ພາຍໃນຄົນເຫຼົ່ານີ້. ຂັ້ນຕອນນີ້ຂອງພາລະກິດແມ່ນຖືກປະຕິບັດຢ່າງໄວວາທີ່ສຸດ ແລະ ໃນອະນາຄົດ ມັນກໍຈະຖືກປະຕິບັດໃນຕ່າງຊາດຫຼາຍຂຶ້ນ. ໃນປັດຈຸບັນ ຜູ້ຄົນທີ່ຢູ່ຕ່າງປະເທດແມ່ນບໍ່ສາມາດລໍຖ້າໄດ້, ພວກເຂົາທຸກຄົນຟ້າວໄປທີ່ປະເທດຈີນ ແລະ ສະນັ້ນ ຖ້າພວກເຈົ້າບໍ່ສາມາດຖືກເຮັດໃຫ້ບໍລິບູນ, ພວກເຈົ້າກໍຈະທ່ວງດືງຄົນທີ່ຢູ່ຕ່າງປະເທດ. ໃນເວລານັ້ນ, ບໍ່ວ່າພວກເຈົ້າຈະເຂົ້າສູ່ໄດ້ດີສໍ່າໃດ ຫຼື ພວກເຈົ້າຈະເປັນແນວໃດກໍຕາມ, ເມື່ອເວລາມາເຖິງ ພາລະກິດຂອງເຮົາກໍຈະສິ້ນສຸດລົງ ແລະ ຖືກເຮັດໃຫ້ສຳເລັດ. ພາລະກິດຂອງເຮົາຈະບໍ່ຖືກພວກເຈົ້າເຮັດໃຫ້ຊັກຊ້າ. ເຮົາປະຕິບັດພາລະກິດຂອງມະນຸດຊາດທັງປວງ ແລະ ບໍ່ຈຳເປັນຕ້ອງໃຫ້ເຮົາເສຍເວລາກັບພວກເຈົ້າອີກຕໍ່ໄປ! ພວກເຈົ້າບໍ່ມີແຮງບັນດານໃຈເກີນໄປ, ຂາດຄວາມຮູ້ກ່ຽວກັບຕົນເອງເກີນໄປ! ພວກເຈົ້າບໍ່ເໝາະສົມແກ່ການຖືກເຮັດໃຫ້ສົມບູນ, ພວກເຈົ້າເກືອບຈະບໍ່ມີຄວາມເປັນໄປໄດ້ເລີຍ! ໃນອະນາຄົດ, ເຖິງແມ່ນຜູ້ຄົນສືບຕໍ່ລະເລີຍ ແລະ ບໍ່ສົນໃຈ ແລະ ຍັງບໍ່ສາມາດປັບປຸງຄວາມສາມາດຂອງພວກເຂົາ, ສິ່ງນີ້ກໍຈະບໍ່ຂັດຂວາງພາລະກິດຂອງຈັກກະວານທັງປວງໄດ້ເລີຍ. ເມື່ອເຖິງເວລາທີ່ພາລະກິດຂອງພຣະເຈົ້າສຳເລັດ, ມັນກໍຈະສຳເລັດລົງ ແລະ ເມື່ອເຖິງເວລາທີ່ຜູ້ຄົນຖືກກຳຈັດ, ພວກເຂົາກໍຈະຖືກກຳຈັດ. ແນ່ນອນ ຄົນທີ່ຄວນຖືກເຮັດໃຫ້ສົມບູນ ແລະ ສົມຄວນຖືກເຮັດໃຫ້ສົມບູນກໍຈະຖືກເຮັດໃຫ້ສົມບູນ, ແຕ່ຖ້າພວກເຈົ້າບໍ່ມີຄວາມຫວັງແທ້ໆ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ລໍຖ້າພວກເຈົ້າ! ຄວາມຈິງແລ້ວ ຖ້າເຈົ້າຖືກເອົາຊະນະ, ສິ່ງນີ້ກໍຍັງຈະສາມາດຖືກພິຈາລະນາໃຫ້ໄດ້ເປັນປະຈັກພະຍານ. ມີຂໍ້ຈຳກັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຈົ້າ; ແມ່ນຫຍັງກໍຕາມທີເປັນລະດັບສູງຂອງວຸດທິພາວະທີ່ມະນຸດສາມາດບັນລຸໄດ້ ກໍຈະເປັນລະດັບຄວາມສູງຂອງຄຳພະຍານທີ່ຮຽກຮ້ອງຈາກພວກເຂົາ. ມັນບໍ່ໄດ້ເປັນຄືກັບທີ່ມະນຸດຈິນຕະນາການໄວ້ວ່າຄຳພະຍານດັ່ງກ່າວຈະໄປເຖິງຂີດຈຳກັດສູງສຸດ ແລະ ມັນກຶກກ້ອງໄປທົ່ວ, ບໍ່ມີທາງທີ່ສິ່ງນີ້ຈະສາມາດຖືກບັນລຸໄດ້ໃນປະຊາຊົນຈີນ. ເຮົາໄດ້ເຂົ້າຮ່ວມກັບພວກເຈົ້າຕະຫຼອດເວລາທັງໝົດນີ້ ແລະ ພວກເຈົ້າເອງກໍໄດ້ເຫັນສິ່ງນີ້: ເຮົາໄດ້ບອກພວກເຈົ້າບໍ່ໃຫ້ຕໍ່ຕ້ານ, ບໍ່ໃຫ້ກະບົດ, ບໍ່ໃຫ້ເຮັດສິ່ງຕ່າງໆທີ່ຂັດຂວາງ ຫຼື ທຳລາຍເມື່ອເວລາຢູ່ລັບຫຼັງເຮົາ. ເຮົາໄດ້ວິຈານຜູ້ຄົນໂດຍກົງໃນສິ່ງນີ້ຫຼາຍຄັ້ງ, ແຕ່ເຖິງຢ່າງນັ້ນກໍບໍ່ພຽງພໍ, ທັນທີໃດທີ່ພວກເຂົາຫັນຫຼັງກັບ ພວກເຂົາກໍປ່ຽນ ແລະ ບາງຄົນກໍຕໍ່ຕ້ານຢ່າງລັບໆ ໂດຍບໍ່ມີຄວາມຮູ້ສຶກສຳນຶກຜິດເລີຍ. ເຈົ້າຄິດວ່າເຮົາບໍ່ຮູ້ຈັກສິ່ງນີ້ບໍ? ເຈົ້າຄິດວ່າເຈົ້າສາມາດສ້າງບັນຫາໃຫ້ກັບເຮົາ ແລະ ຈະບໍ່ເກີດຫຍັງຂຶ້ນ ເນື່ອງຈາກສິ່ງນັ້ນບໍ? ເຈົ້າຄິດວ່າເຮົາບໍ່ຮູ້ບໍເມື່ອເຈົ້າພະຍາຍານທຳລາຍພາລະກິດຂອງເຮົາລົງໃນເວລາຢູ່ລັບຫຼັງເຮົາ? ເຈົ້າຄິດວ່າກົນອຸບາຍເລັກນ້ອຍຂອງເຈົ້າຈະສາມາດແທນທີ່ບຸກຄະລິກຂອງເຈົ້າໄດ້ບໍ? ເຈົ້າເບິ່ງຄືວ່າເຊື່ອຟັງຢູ່ສະເໝີ ແຕ່ທໍລະຍົດຢ່າງລັບໆ, ເຈົ້າເຊື່ອງຄວາມຄິດທີ່ຊົ່ວຮ້າຍໃນຫົວໃຈຂອງເຈົ້າ ແລະ ແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍສຳລັບຄົນແບບເຈົ້າ! ເຈົ້າຄິດວ່າພາລະກິດເລັກນ້ອຍບາງຢ່າງທີ່ພຣະວິນຍານບໍລິສຸດປະຕິບັດໃນເຈົ້າສາມາດແທນການເຄົາລົບນັບຖືທີ່ເຈົ້າມີສຳລັບເຮົາບໍ? ເຈົ້າຄິດວ່າເຈົ້າໄດ້ຮັບແສງສະຫວ່າງຜ່ານການເອີ້ນຫາສະຫວັນບໍ? ເຈົ້າຊ່າງບໍ່ຮູ້ຈັກອາຍແທ້ເດ! ເຈົ້າເປັນຄົນໄຮ້ປະໂຫຍດຫຼາຍ! ເຈົ້າຄິດວ່າ “ການກະທຳອັນດີງາມ” ຂອງເຈົ້າກຳລັງເຄື່ອນຍ້າຍໄປສະຫວັນ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງມີຂໍ້ຍົກເວັ້ນ ແລະ ປະທານພອນສະຫວັນເລັກນ້ອຍໃຫ້ກັບເຈົ້າ ໂດຍເຮັດໃຫ້ເຈົ້າເວົ້າໂວຫານ, ປ່ອຍໃຫ້ເຈົ້າຫຼອກລວງຄົນອື່ນ ແລະ ຫຼອກລວງເຮົາບໍ? ເຈົ້າຊ່າງບໍ່ມີເຫດຜົນ! ເຈົ້າຮູ້ຈັກບໍວ່າສະຕິປັນຍາຂອງເຈົ້າມາຈາກໃສ? ເຈົ້າບໍ່ຮູ້ຈັກບໍວ່າເຈົ້າກິນອາຫານຂອງໃຜເພື່ອເຕີບໃຫຍ່? ເຈົ້າຊ່າງບໍ່ມີຄວາມສາມັນສຳນຶກແທ້ໆ! ບາງຄົນທີ່ຢູ່ທ່າມກາງພວກເຈົ້າເຖິງກັບບໍ່ໄດ້ປ່ຽນແປງຫຼັງຈາກເວລາສີ່ຫ້າປີທີ່ໄດ້ຖືກຈັດການ ແລະ ພວກເຈົ້າກໍຮູ້ແຈ້ງກ່ຽວກັບບັນຫາເຫຼົ່ານີ້. ພວກເຈົ້າຄວນຊັດເຈນກ່ຽວກັບທຳມະຊາດຂອງເຈົ້າ ແລະ ບໍ່ຂັດຄ້ານເມື່ອເຈົ້າຖືກປະຖິ້ມໃນມື້ໜຶ່ງ. ບາງຄົນຫຼອກລວງທັງຄົນທີ່ຢູ່ເບື້ອງເທິງ ແລະ ລຸ່ມພວກເຂົາໃນການຮັບໃຊ້ຂອງພວກເຂົາ, ກຸ່ມຄົນເຫຼົ່ານີ້ແມ່ນຖືກຈັດການຫຼາຍທີ່ສຸດ; ບາງຄົນ ຍ້ອນໂລບມາກແຕ່ເງິນຄໍາ ພວກເຂົາຈຶ່ງຖືກຈັດການໃນຈຳນວນບໍ່ນ້ອຍເຊັ່ນກັນ; ບາງຄົນ ຍ້ອນບໍ່ຮັກສາຂອບເຂດຢ່າງຊັດເຈນລະຫວ່າງຜູ້ຊາຍ ແລະ ແມ່ຍິງ ພວກເຂົາຈຶ່ງຖືກຈັດການເລື້ອຍໆເຊັ່ນກັນ; ບາງຄົນ ຍ້ອນຂີ້ຄ້ານ ພວກເຂົາສົນໃຈພຽງແຕ່ເນື້ອໜັງ ແລະ ບໍ່ປະຕິບັດຕາມຫຼັກການເມື່ອພວກເຂົາຢ້ຽມຢາມຄຣິສຕະຈັກ, ພວກເຂົາຈຶ່ງຖືກຈັດການຢ່າງຫຼວງຫຼາຍ; ຍ້ອນບາງຄົນລົ້ມເຫຼວທີ່ຈະເປັນພະຍານໃນທຸກບ່ອນທີ່ພວກເຂົາໄປ, ກະທຳຢ່າງຕັ້ງໃຈ ແລະ ຢ່າງບໍ່ລະໝັດລະວັງ ແລະ ເຖິງກັບເຮັດບາບໂດຍຮູ້ຕົວ, ຖືກເຕືອນຫຼາຍຄັ້ງກ່ຽວກັບສິ່ງນີ້; ບາງຄົນພຽງແຕ່ສົນທະນາກ່ຽວກັບພຣະທຳ ແລະ ຄຳສັ່ງສອນໃນລະຫວ່າງການຊຸມນຸມ, ປະພຶດຕົວຢູ່ເໜືອຄົນອື່ນ, ບໍ່ມີຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ວາງແຜນຕໍ່ຕ້ານ ແລະ ຍາດຊິງກັບອ້າຍເອື້ອຍນ້ອງຂອງພວກເຂົາ, ພວກເຂົາຈຶ່ງຖືກເປີດໂປງຢູ່ເລື້ອຍໆຍ້ອນສິ່ງນີ້. ເຮົາໄດ້ກ່າວພຣະທຳເຫຼົ່ານີ້ຕໍ່ພວກເຈົ້າຫຼາຍຄັ້ງ ແລະ ໃນປັດຈຸບັນ ເຮົາຈະບໍ່ກ່າວເຖິງສິ່ງນີ້ອີກ, ໃຫ້ເຮັດໃນສິ່ງທີ່ພວກເຈົ້າຕ້ອງການ! ໃຫ້ຕັດສິນໃຈດ້ວຍຕົວເຈົ້າເອງ! ຫຼາຍຄົນບໍ່ໄດ້ຖືກຈັດການແບບນີ້ພຽງເວລາໜຶ່ງ ຫຼື ສອງປີ, ສຳລັບບາງຄົນ ມັນເປັນເວລາສາມ ຫຼື ສີ່ປີ ແລະ ບາງຄົນກໍໄດ້ຜະເຊີນສິ່ງນີ້ເປັນເວລາຫຼາຍກວ່າໜຶ່ງທົດສະວັດ, ໄດ້ຖືກຈັດການຕອນທີ່ພວກເຂົາກາຍເປັນຜູ້ເຊື່ອ, ແຕ່ຈົນເຖິງປັດຈຸບັນ ກໍບໍມີການປ່ຽນແປງຫຍັງເລີຍໃນພວກເຂົາ. ແລ້ວເຈົ້າຈະວ່າແນວໃດ, ເຈົ້າບໍ່ເປັນຄືກັບໝູບໍ? ເປັນໄປໄດ້ບໍວ່າ ພຣະເຈົ້າບໍ່ຍຸຕິທຳຕໍ່ເຈົ້າ? ຢ່າຄິດວ່າພາລະກິດຂອງພຣະເຈົ້າຈະບໍ່ສຳເລັດ ຖ້າພວກເຈົ້າບໍ່ສາມາດໄປເຖິງລະດັບໃດໜຶ່ງ. ພຣະເຈົ້າຈະຍັງລໍຖ້າພວກເຈົ້າບໍ ຖ້າພວກເຈົ້າບໍ່ສາມາດບັນລຸເງື່ອນໄຂຂອງພຣະອົງໄດ້? ເຮົາບອກເຈົ້າຢ່າງແຈ່ມແຈ້ງເລີຍວ່າ ຈະບໍ່ມີການລໍຖ້າ! ຢ່າມີທັດສະນະຢ່າງເບີກບານໃຈກ່ຽວກັບສິ່ງຕ່າງໆ! ມີເວລາຈຳກັດໃນພາລະກິດໃນປັດຈຸບັນ ແລະ ພຣະເຈົ້າບໍ່ໄດ້ກ່າວຫຼິ້ນກັບເຈົ້າ! ເມື່ອກ່ອນ ເມື່ອເວົ້າເຖິງການຜະເຊີນກັບການທົດລອງຂອງຜູ້ເຮັດບໍລິການ, ຜູ້ຄົນຄິດວ່າຖ້າພວກເຂົາຕ້ອງຍຶດໝັ້ນໃນຄຳພະຍານຂອງພວກເຂົາໃຫ້ກັບພຣະເຈົ້າ ແລະ ຖືກພຣະອົງເອົາຊະນະ, ພວກເຂົາກໍຕ້ອງໄປເຖິງຈຸດໃດໜຶ່ງ, ພວກເຂົາຕ້ອງເປັນຜູ້ເຮັດບໍລິການຢ່າງເຕັມໃຈ ແລະ ຊື່ນຊົມຍິນດີ ແລະ ພວກເຂົາຕ້ອງສັນລະເສີນພຣະເຈົ້າທຸກໆມື້ ແລະ ບໍ່ແມ່ນເຮັດຕາມອຳເພີໃຈ ຫຼື ເຮັດແບບບໍ່ໃສ່ໃຈແມ່ນແຕ່ໜ້ອຍດຽວ. ພວກເຂົາຄິດວ່າ ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະເປັນຜູ້ເຮັດບໍລິການຢ່າງແທ້ຈິງ, ແຕ່ວ່າມັນແມ່ນແບບນັ້ນແທ້ບໍ? ໃນເວລານັ້ນ ຜູ້ຄົນຫຼາກຫຼາຍປະເພດຖືກເປີດໂປງ; ພວກເຂົາສະແດງພຶດຕິກຳທຸກລັກສະນະອອກມາ. ບາງຄົນກໍຕໍ່ວ່າ, ບາງຄົນກໍເຜີຍແຜ່ແນວຄິດ, ບາງຄົນກໍເຊົາເຂົ້າຮ່ວມການຊຸມນຸມ ແລະ ບາງຄົນເຖິງແຈກຢາຍເງິນຂອງຄຣິສຕະຈັກ. ອ້າຍເອື້ອຍນ້ອງກຳລັງຂັດແຍ້ງກັນ ແລະ ກັນ. ມັນເປັນການປ່ອຍໃຫ້ເປັນເສລີຢ່າງໃຫຍ່, ແຕ່ມີສິ່ງໜຶ່ງທີ່ດີກ່ຽວກັບມັນ: ບໍ່ມີໃຜຍອມໃຜ. ສິ່ງນີ້ເປັນຈຸດທີ່ເຂັ້ມແຂ້ງທີ່ສຸດ. ຍ້ອນສິ່ງນີ້ ພວກເຂົາໄດ້ແບກຮັບເອົາຂັ້ນຕອນຂອງຄຳພະຍານຕໍ່ໜ້າຊາຕານ ແລະ ຫຼັງຈາກນັ້ນ ກໍໄດ້ຖືກຮັບເປັນຄົນຂອງພຣະເຈົ້າ ແລະ ຈຶ່ງໄດ້ລອດພົ້ນມາຈົນເຖິງປັດຈຸບັນ. ພາລະກິດຂອງພຣະເຈົ້າບໍ່ໄດ້ຖືກປະຕິບັດຕາມທີ່ເຈົ້າຈິນຕະນາການ, ກົງກັນຂ້າມ ເມື່ອໝົດເວລາ, ພາລະກິດກໍຈະສິ້ນສຸດ, ບໍ່ວ່າເຈົ້າໄດ້ໄປເຖິງຈຸດໃດແລ້ວກໍຕາມ. ບາງຄົນອາດເວົ້າວ່າ “ໂດຍການປະພຶດແບບນີ້ ພຣະອົງບໍ່ຊ່ວຍຜູ້ຄົນໃຫ້ລອດພົ້ນ ຫຼື ຮັກພວກເຂົ້າ, ພຣະອົງບໍ່ແມ່ນພຣະເຈົ້າທີ່ຊອບທຳ”. ເຮົາບອກກັບເຈົ້າຢ່າງແຈ່ມແຈ້ງວ່າ: ແກ່ນແທ້ຂອງພາລະກິດຂອງເຮົາໃນປັດຈຸບັນແມ່ນການເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເປັນພະຍານ. ການຊ່ວຍເຈົ້າໃຫ້ລອດພົ້ນເປັນພຽງແຕ່ສ່ວນປະກອບ; ບໍ່ວ່າເຈົ້າສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ແມ່ນຂຶ້ນກັບການສະແຫວງຫາຂອງເຈົ້າເອງ ແລະ ບໍ່ໄດ້ກ່ຽວຫຍັງກັບເຮົາ. ແຕ່ເຮົາຕ້ອງເອົາຊະນະເຈົ້າ; ຢ່າພະຍາຍາມຈູງດັງເຮົາເລີຍ, ໃນປັດຈຸບັນ ເຮົາປະຕິບັດພາລະກິດ ແລະ ຊ່ວຍໃຫ້ເຈົ້າລອດພົ້ນ, ບໍ່ແມ່ນໃນທາງກົງກັນຂ້າມ.

ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ບໍ່ວ່າຈະເປັນຄວາມຮູ້ຂອງພວກເຈົ້າກ່ຽວກັບການທົດລອງ ຫຼື ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ມັນກໍລ້ວນແລ້ວແຕ່ສູງສົ່ງກວ່າຂອງຜູ້ເຊື່ອໃນພຣະເຈົ້າຄົນໃດໜຶ່ງ. ສິ່ງຕ່າງໆທີ່ພວກເຈົ້າເຂົ້າໃຈແມ່ນສິ່ງທີ່ພວກເຈົ້າໄດ້ຮູ້ຈັກກ່ອນທີ່ພວກເຈົ້າຈະຜະເຊີນກັບການທົດລອງຈາກສິ່ງແວດລ້ອມ, ແຕ່ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າບໍ່ສາມາດເຂົ້າກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມບູນ. ສິ່ງທີ່ພວກເຈົ້າຮູ້ຈັກແມ່ນສູງສົ່ງກວ່າສິ່ງທີ່ພວກເຈົ້ານໍາເຂົ້າສູ່ການປະຕິບັດ. ເຖິງແມ່ນພວກເຈົ້າເວົ້າວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຮັກພຣະເຈົ້າ ແລະ ບໍ່ຄວນພະຍາຍາມຫາພອນ ແຕ່ພະຍາຍາມບັນລຸຄວາມປະສົງຂອງພຣະເຈົ້າເທົ່ານັ້ນ, ສິ່ງທີ່ສະແດງອອກໃນຊີວິດຂອງພວກເຈົ້າແມ່ນໄກຈາກສິ່ງນີ້ຫຼາຍ ແລະ ເປິເປື້ອນຫຼາຍ. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ສັນຕິສຸກ ແລະ ຜົນປະໂຫຍດຢ່າງອື່ນ. ນອກຈາກເພື່ອຜົນປະໂຫນດຂອງເຈົ້າ, ເຈົ້າກໍບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບເອົາຄວາມກະລຸນາຂອງພຣະເຈົ້າໄດ້, ເຈົ້າກໍນ້ອຍໃຈ. ສິ່ງທີ່ເຈົ້າເວົ້າຈະເປັນວຸດທິພາວະທີ່ແທ້ຈິງຂອງເຈົ້າໄດ້ແນວໃດ? ເມື່ອມີເຫດການໃນຄອບຄົວທີ່ບໍ່ສາມາດຫຼີກເວັ້ນໄດ້ເກີດຂຶ້ນ ເຊັ່ນ: ລູກໆບໍ່ສະບາຍ, ຄົນຮັກເຂົ້າໂຮງໝໍ, ຜົນຜະລິດທາງພືດຜັກໄດ້ໜ້ອຍ ແລະ ການຂົມເຫັງພາຍໃນສະມາຊິກຄອບຄົວ, ແມ່ນແຕ່ບັນຫາທີ່ເກີດຂຶ້ນເລື້ອຍໆ ແລະ ເປັນປະຈຳເຫຼົ່ານີ້ກໍໜັກເກີນໄປສຳລັບເຈົ້າແລ້ວ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ, ເຈົ້າກໍຕື່ນຕົກໃຈ, ເຈົ້າບໍ່ຮູ້ຈັກວ່າຈະເຮັດຫຍັງຕໍ່ ແລະ ສ່ວນໃຫຍ່ແລ້ວ ເຈົ້າຈະຕໍ່ວ່າພຣະເຈົ້າ. ເຈົ້າຕໍ່ວ່າໆ ພຣະທໍາຂອງພຣະເຈົ້າລໍ້ລວງເຈົ້າ, ພາລະກິດຂອງພຣະເຈົ້າເຍາະເຍີ້ຍເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມຄິດແບບນັ້ນບໍ? ເຈົ້າຄິດວ່າສິ່ງດັ່ງກ່າວບໍ່ຄ່ອຍເກີດຂຶ້ນທ່າມກາງພວກເຈົ້າບໍ? ພວກເຈົ້າໃຊ້ເວລາທຸກມື້ເພື່ອດຳລົງຊິວິດໃນທ່າມກາງເຫດການດັ່ງກ່າວ. ເຈົ້າບໍ່ໃສ່ໃຈໃນຄວາມສຳເລັດຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ໃສ່ໃຈໃນວິທີທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າ. ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຕໍ່າຫຼາຍ, ຕໍ່າກວ່າວຸດທິພາວະຂອງໄກ່ນ້ອຍອີກ. ເມື່ອທຸລະກິດຄອບຄົວຂອງເຈົ້າສູນເສຍເງິນ ເຈົ້າກໍຕໍ່ວ່າພຣະເຈົ້າ, ເມື່ອເຈົ້າພົບວ່າຕົນເອງຕົກຢູ່ໃນສະພາບແວດລ້ອມທີ່ບໍ່ມີການປົກປ້ອງຂອງພຣະເຈົ້າ ເຈົ້າກໍຍັງຕໍ່ວ່າພຣະເຈົ້າ ແລະ ເຈົ້າຕໍ່ວ່າແມ່ນແຕ່ເມື່ອໄກ່ນ້ອຍໂຕໜຶ່ງຂອງເຈົ້າຕາຍ ຫຼື ງົວເຖົ້າທີ່ຢູ່ໃນຄອກຂອງເຈົ້າລົ້ມປ່ວຍ. ເຈົ້າຕໍ່ວ່າເມື່ອເຖິງເວລາທີ່ລູກຊາຍຂອງເຈົ້າຈະແຕ່ງງານ ແຕ່ຄອບຄົວຂອງເຈົ້າບໍ່ມີເງິນພໍ; ເຈົ້າຕ້ອງການປະຕິບັດໜ້າທີ່ຂອງເຈົ້າພາບ ແຕ່ບໍ່ສາມາດຈ່າຍມັນໄດ້ ແລະ ຫຼັງຈາກນັ້ນ ເຈົ້າກໍຍັງຕໍ່ວ່າ. ເຈົ້າເຕັມລົ້ນໄປດ້ວຍຄຳຕໍ່ວ່າ ແລະ ບາງຄັ້ງ ຍ້ອນສິ່ງນີ້ເຈົ້າຈຶ່ງບໍ່ໄດ້ເຂົ້າຮ່ວມການຊຸມນຸມ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບາງເທື່ອກໍຄິດລົບເປັນເວລາຍາວນານ. ບໍ່ມີຫຍັງທີ່ເກີດຂຶ້ນກັບເຈົ້າໃນມື້ນີ້ກ່ຽວຂ້ອງກັບຄວາມຄາດຫວັງ ຫຼື ຊະຕາກໍາຂອງເຈົ້າເລີຍ; ສິ່ງເຫຼົ່ານີ້ຈະຍັງເກີດຂຶ້ນເຖິງແມ່ນເຈົ້າບໍ່ໄດເຊື່ອໃນພຣະເຈົ້າ, ແຕ່ໃນປັດຈຸບັນ ເຈົ້າໄດ້ສົ່ງມອບຄວາມຮັບຜິດຊອບນັ້ນໃຫ້ກັບພຣະເຈົ້າ ແລະ ສືບຕໍ່ເວົ້າວ່າພຣະເຈົ້າໄດ້ກຳຈັດເຈົ້າອອກແລ້ວ. ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເດ? ເຈົ້າໄດ້ຖວາຍຊີວິດຂອງເຈົ້າຢ່າງແທ້ຈິງບໍ? ຖ້າພວກເຈົ້າໄດ້ປະສົບກັບການທົດລອງແບບດຽວກັນກັບໂຢບ, ບໍ່ມີໃຜທ່າມກາງພວກເຈົ້າທີ່ຕິດຕາມພຣະເຈົ້າໃນປັດຈຸບັນຈະສາມາດຕັ້ງໝັ້ນໄດ້, ພວກເຈົ້າທຸກຄົນຈະລົ້ມລົງ. ນັ້ນຄືໂລກທີ່ແຕກຕ່າງກັນລະຫວ່າງພວກເຈົ້າ ແລະ ໂຢບ. ໃນປັດຈຸບັນ ຖ້າເຄິ່ງໜຶ່ງຂອງຊັບສິນຂອງພວກເຈົ້າຖືກຍຶດ ພວກເຈົ້າກໍຈະປະຕິເສດການເປັນຢູ່ຂອງພຣະເຈົ້າ; ຖ້າລູກຊາຍ ຫຼື ລູກສາວຂອງພວກເຈົ້າຖືກລັກພາຕົວໄປຈາກພວກເຈົ້າ, ພວກເຈົ້າກໍຈະແລ່ນຮ້ອງໄຫ້ໂວຍວາຍໄປຕາມຖະໜົນ; ຖ້າຫົນທາງດຽວໃນການຫາລ້ຽງຊີບຂອງເຈົ້າສິ້ນສຸດລົງ, ເຈົ້າກໍຈະພະຍາຍາມ ແລະ ສົນທະນາກັບພຣະເຈົ້າ; ເຈົ້າຈະຖາມວ່າ ເປັນຫຍັງເຮົາຈຶ່ງກ່າວພຣະທຳຫຼາຍຂໍ້ໃນເບື້ອງຕົ້ນເພື່ອເຮັດໃຫ້ເຈົ້າຢ້ານກົວ. ບໍ່ມີຫຍັງທີ່ພວກເຈົ້າຈະບໍ່ກ້າເຮັດໃນເວລາດັ່ງກ່າວ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ຮັບຄວາມເຂົ້າເຖິງຢ່າງແທ້ຈິງເລີຍ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ສະນັ້ນ ການທົດລອງໃນຕົວພວກເຈົ້າຈຶ່ງໜັກເກີນໄປ, ຍ້ອນພວກເຈົ້າຮູ້ຫຼາຍເກີນໄປ, ແຕ່ສິ່ງທີ່ພວກເຈົ້າເຂົ້າໃຈແທ້ໆນັ້ນ ບໍ່ມີຮອດໜຶ່ງສ່ວນພັນຂອງສິ່ງທີ່ພວກເຈົ້າຮູ້ເລີຍ. ຈົ່ງຢ່າຢຸດຢູ່ທີ່ຄວາມເຂົ້າໃຈ ແລະ ຄວາມຮູ້ເທົ່ານັ້ນ; ດີທີ່ສຸດ ເຈົ້າຕ້ອງເບິ່ງວ່າເຈົ້າສາມາດນໍາເຂົ້າສູ່ການປະຕິບັດຢ່າງແທ້ຈິງໄດ້ຫຼາຍສໍ່າໃດ, ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດຜ່ານເຫື່ອແຮງ ແລະ ຄວາມພະຍາຍາມຂອງເຈົ້າເອງຫຼາຍສໍ່າໃດ ແລະ ມີການປະຕິບັດຫຼາຍສໍ່າໃດຂອງເຈົ້າທີ່ເຮັດໃຫ້ເຈົ້າໄດ້ຮູ້ເຖິງຄວາມຕັ້ງໃຈຂອງເຈົ້າເອງ. ເຈົ້າຄວນຈິງຈັງກັບວຸດທິພາວະ ແລະ ການປະຕິບັດຂອງເຈົ້າ. ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ, ເຈົ້າບໍ່ຄວນພະຍາຍາມທຳທ່າເຮັດພຽງເພື່ອຄົນອື່ນເທົ່ານັ້ນ, ເຈົ້າຈະສາມາດຮັບເອົາຄວາມຈິງ ແລະ ຊີວິດ ຫຼື ບໍ່ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ.

ໝາຍເຫດ:

ກ. ເລື່ອງລາວຂອງນົກຮານເຮົານັ້ນແມ່ນຄ້າຍຄືກັນຫຼາຍກັບນິທານອີສົບ (Aesop) ທີ່ກ່ຽວກັບມົດ ແລະ ຕັກກະແຕນ. ນົກຮານເຮົາເລືອກທີ່ຈະນອນຫຼັບ ແທນທີ່ຈະສ້າງຮັງໃນຂະນະທີ່ອາກາດນັ້ນອົບອຸ່ນຢູ່, ເຖິງແມ່ນວ່າ ຈະມີຄໍາຕັກເຕືອນຊໍ້າແລ້ວຊໍ້າອີກຈາກນົກກາງເຂນທີ່ເປັນເພື່ອນບ້ານຂອງມັນ. ເມື່ອລະດູໜາວມາຮອດ ນົກໂຕນັ້ນກໍແຂງກະດ້າງຕາຍ.

​ກ່ອນ​ນີ້ :ພຣະເຈົ້າຕຣິເອການຸພາບມີແທ້ບໍ?

ຕໍ່​ໄປ:ພາລະກິດ ແລະ ທາງເຂົ້າ (3)

ເນື່ອຫາທີ່ກ່ຽວຂ້ອງ