ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດ (1)

ໃນອະດີດ, ມີການອອກນອກຮູ້ນອກທາງຫຼາຍຢ່າງ ແລະ ເຖິງກັບມີຄວາມບໍ່ສົມເຫດສົມຜົນໃນວິທີທີ່ຜູ້ຄົນໄດ້ຜະເຊີນ. ພວກເຂົາບໍ່ເຂົ້າໃຈມາດຕະຖານໃນເງື່ອນໄຂຂອງພຣະເຈົ້າແທ້ໆ, ສະນັ້ນຈຶ່ງມີຫຼາຍຂົງເຂດທີ່ປະສົບການຂອງຜູ້ຄົນເກີດຜິດພາດ. ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍຄືການໃຫ້ພວກເຂົາສາມາດດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິ. ຕົວຢ່າງເຊັ່ນ ມັນຖືກຕ້ອງແລ້ວທີ່ຜູ້ຄົນປະຕິບັດຕາມທຳນຽມສະໄໝໃໝ່ໃນເລື່ອງຂອງອາຫານ ແລະ ເຄື່ອງນຸ່ງຫົ່ມ, ນຸ່ງຊູດ ແລະ ກາລະຫວັດ, ຮຽນຮູ້ເລັກໆນ້ອຍໆກ່ຽວກັບສິລະປະສະໄໝໃໝ່ ແລະ ທີ່ພວກເຂົາຈະມີຄວາມສຸກກັບສິລະປະ, ວັດທະນະທຳ ແລະ ການບັນເທີງໃນເວລາຫວ່າງຂອງພວກເຂົາ. ພວກເຂົາສາມາດຖ່າຍຮູບບາງຮູບເພື່ອທີ່ລະລຶກ, ພວກເຂົາສາມາດອ່ານ ແລະ ຮັບເອົາຄວາມຮູ້ບາງຢ່າງທີ່ມີປະໂຫຍດ ແລະ ສາມາດມີສະພາບແວດລ້ອມການເປັນຢູ່ທີ່ດີ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສົມຄວນແກ່ຊີວິດແຫ່ງຄວາມເປັນມະນຸດປົກກະຕິ, ແຕ່ຜູ້ຄົນເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ພຣະເຈົ້າລັງກຽດ ແລະ ພວກເຂົາກໍຫັກຫ້າມຕົນເອງບໍ່ໃຫ້ເຮັດສິ່ງເຫຼົ່ານັ້ນ. ການປະຕິບັດຂອງພວກເຂົາປະກອບພຽງການປະຕິບັດຕາມກົດລະບຽບໜ້ອຍດຽວເທົ່ານັ້ນ ເຊິ່ງນໍາໄປສູ່ຊີວິດທີ່ຈືດຈາງຄືກັບນໍ້າທີ່ຢູ່ໃນຮ່ອງ ແລະ ບໍ່ມີຄວາມໝາຍໃດທັງສິ້ນ. ຕາມຄວາມຈິງແລ້ວ, ພຣະເຈົ້າບໍ່ເຄີຍຮຽກຮ້ອງໃຫ້ຜູ້ຄົນເຮັດສິ່ງຕ່າງໆໃນລັກສະນະນີ້. ທຸກຄົນປາຖະໜາທີ່ຈະກໍານົດອຸປະນິໄສຂອງພວກເຂົາເອງ, ອະທິຖານພາຍໃນວິນຍານຂອງພວກເຂົາຢ່າງບໍ່ຢຸດຢັ້ງເພື່ອຈະໄດ້ເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ, ແນວຄິດຂອງພວກເຂົາກໍຄິດຢ່າງຮອບຄອບໃນສິ່ງທີ່ພຣະເຈົ້າເຈດຕະນາຢູ່ຕະຫຼອດເວລາ, ຕາຂອງພວກເຂົາກໍສັງເກດສິ່ງນັ້ນສິ່ງນີ້ຢູ່ສະເໝີ, ໂດຍຢ້ານຢ່າງແຮງວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າຈະຖືກຕັດອອກຈາກກັນດ້ວຍວິທີໃດວິທີໜຶ່ງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂໍ້ສະຫຼຸບທີ່ຜູ້ຄົນຄິດຂຶ້ນມາເອງ; ພວກມັນຄືກົດລະບຽບທີ່ຜູ້ຄົນກຳນົດໃຫ້ກັບພວກເຂົາເອງ. ຖ້າເຈົ້າບໍ່ຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງ ແລະ ເຈົ້າບໍ່ຮູ້ຈັກວ່າການປະຕິບັດຂອງເຈົ້າເອງຈະສາມາດໄປຮອດລະດັບໃດ, ແລ້ວເຈົ້າກໍຈະບໍ່ມີທາງແນ່ໃຈໄດ້ກ່ຽວກັບມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນ ແລະ ເຈົ້າກໍຈະບໍ່ມີເສັ້ນທາງແຫ່ງການປະຕິບັດທີ່ຖືກຕ້ອງອີກດ້ວຍ. ຍ້ອນເຈົ້າບໍ່ສາມາດເຂົ້າໃຈວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ, ແນວຄິດຂອງເຈົ້າຈຶ່ງກະວົນກະວາຍຢູ່ສະເໝີ, ເຈົ້າຈຶ່ງຄິດຢ່າງໜັກເພື່ອວິເຄາະເຈດຕະນາຂອງພຣະເຈົ້າ ແລະ ງົມຫາວິທີການບາງຢ່າງເພື່ອທີ່ຈະໄດ້ຮັບການດົນບັນດານ ແລະ ການສ່ອງແສງສະຫວ່າງຈາກພຣະວິນຍານບໍໍລິສຸດ. ຜົນຕາມມາກໍຄື ເຈົ້າມີວິທີການປະຕິບັດບາງຢ່າງທີ່ເຈົ້າເຊື່ອວ່າເໝາະສົມ. ເຈົ້າບໍ່ຮູ້ເລີຍວ່າສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນຄືຫຍັງກັນແທ້; ເຈົ້າພຽງແຕ່ດຳເນີນການປະຕິບັດຂອງເຈົ້າເອງຢ່າງສະໜຸກສະໜານ, ສົນໃຈຜົນຕາມມາພຽງເລັກນ້ອຍ ແລະ ຍິ່ງສົນໃຈໜ້ອຍກ່ຽວກັບການອອກນອກຮູ້ນອກທາງ ຫຼື ຄວາມຜິດພາດໃນການປະຕິບັດຂອງເຈົ້າ. ໃນວິທີນີ້, ການປະຕິບັດຂອງເຈົ້າຂາດຄວາມຖືກຕ້ອງໂດຍທຳມະຊາດ ແລະ ບໍ່ມີຫຼັກການ. ສິ່ງທີ່ຂາດໂດຍສະເພາະກໍຄືເຫດຜົນ ແລະ ຄວາມສຳນຶກທີ່ຖືກຕ້ອງຂອງມະນຸດ ພ້ອມທັງການຍົກຍ້ອງ ແລະ ການຢືນຢັນຂອງພຣະວິນຍານບໍລິສຸດ. ມັນງ່າຍຫຼາຍເກີນໄປທີ່ພຽງແຕ່ເລືອກຫົນທາງຂອງເຈົ້າເອງ. ການປະຕິບັດແບບນີ້ເປັນພຽງແຕ່ການປະຕິບັດຕາມກົດລະບຽບ ຫຼື ເຈດຕະນາຮັບເອົາພາລະຫຼາຍຂຶ້ນ ເພື່ອຍັບຍັ້ງຕົນເອງ ແລະ ຄວບຄຸມຕົນເອງ. ເຖິງຢ່າງໃດກໍຕາມ ເຈົ້າຄິດວ່າເຈົ້າມີການປະຕິບັດຂອງເຈົ້າທີ່ຖືກຕ້ອງສົມບູນ ໂດຍບໍ່ຮູ້ຈັກວ່າການປະຕິບັດສ່ວນໃຫຍ່ຂອງພວກເຈົ້າປະກອບດ້ວຍຂະບວນການ ຫຼື ການປະຕິບັດຕາມທີ່ບໍ່ຈຳເປັນ. ມີຫຼາຍຄົນທີ່ປະຕິບັດແບບນີ້ເປັນເວລາຫຼາຍປີ ໂດຍພື້ນຖານແລ້ວ ບໍ່ໄດ້ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາ, ບໍ່ມີຄວາມເຂົ້າໃຈໃໝ່ ແລະ ບໍ່ມີທາງເຂົ້າໃໝ່. ພວກເຂົາເຮັດຜິດແບບເດີມໆໂດຍບໍ່ຮູ້ຈັກຕົວ ແລະ ປ່ອຍໃຫ້ເປັນໄປຕາມທຳມະຊາດທີ່ປ່າເຖິ່ອນຂອງພວກເຂົາ, ຈົນເຖິງຈຸດທີ່ພວກເຂົາ ຫຼາຍຄັ້ງໄດ້ເຮັດໃນສິ່ງທີ່ບໍ່ສົມເຫດສົມຜົນ ແລະ ໄຮ້ມະນຸດສະທໍາ ແລະ ປະພຶດໃນລັກສະນະທີ່ເຮັດໃຫ້ຜູ້ຄົນເກົາຫົວຕົນເອງ ແລະ ສັບສົນໄປໝົດ. ສາມາດເວົ້າໄດ້ບໍວ່າຄົນປະເພດດັ່ງກ່າວໄດ້ຜະເຊີນກັບການປ່ຽນແປງໃນອຸປະນິໄສ?

ບັດນີ້ ຄວາມເຊື່ອໃນພຣະເຈົ້າໄດ້ເຂົ້າສູ່ຍຸກແຫ່ງພຣະທຳຂອງພຣະເຈົ້າ. ເວົ້າຢ່າງປຽບທຽບກໍຄື ຜູ້ຄົນບໍ່ອະທິຖານຫຼາຍເທົ່າທີ່ພວກເຂົາເຄີຍເຮັດມາກ່ອນ; ພຣະທຳຂອງພຣະເຈົ້າໄດ້ສື່ສານເຖິງຄວາມຈິງ ແລະ ວິທີການປະຕິບັດໃນທຸກໆດ້ານຢ່າງແຈ່ມແຈ້ງ, ສະນັ້ນຈຶ່ງບໍ່ຈຳເປັນໃຫ້ຜູ້ຄົນສະແຫວງຫາ ແລະ ງົມຫາອີກຕໍ່ໄປ. ໃນຊີວິດຍຸກແຫ່ງອານາຈັກ, ພຣະທຳຂອງພຣະເຈົ້າໄດ້ນໍາພາຜູ້ຄົນໄປທາງໜ້າ ແລະ ມັນເປັນຊີວິດທີ່ທຸກສິ່ງຖືກເຮັດໃຫ້ພວກເຂົາເຫັນໄດ້ຢ່າງຊັດເຈນ, ຍ້ອນພຣະເຈົ້າໄດ້ວາງທຸກສິ່ງອອກຢ່າງຊັດເຈນ ແລະ ມະນຸດກໍບໍ່ໄດ້ຖືກປ່ອຍໃຫ້ສໍາຜັດຜ່ານຊີວິດອີກຕໍ່ໄປ. ເມື່ອເວົ້າເຖິງການແຕ່ງດອງ, ບັນຫາທາງໂລກ, ຊີວິດ, ອາຫານ, ເສື້ອຜ້າ ແລະ ບ່ອນຫຼົບໄພ, ຄວາມສຳພັນລະຫວ່າງບຸກຄົນ, ວິທີທີ່ຄົນໜຶ່ງສາມາດຮັບໃຊ້ໃນທາງໃດທາງໜຶ່ງເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ, ວິທີທີ່ຄົນໜຶ່ງຄວນປະຖິ້ມເນື້ອໜັງ ແລະ ອື່ນໆອີກ, ເຊິ່ງໃນບັນດາສິ່ງເຫຼົ່ານີ້ ພຣະເຈົ້າບໍ່ໄດ້ອະທິບາຍໃຫ້ກັບພວກເຈົ້າບໍ? ເຈົ້າຍັງຕ້ອງໄປອະທິຖານ ແລະ ສະແຫວງຫາອີກບໍ? ມັນບໍ່ຈຳເປັນແທ້ໆເລີຍ! ຖ້າເຈົ້າຍັງເຮັດສິ່ງເຫຼົ່ານີ້, ເຈົ້າກໍພຽງແຕ່ປະຕິບັດໂດຍບໍ່ຈຳເປັນ. ມັນເປັນສິ່ງທີ່ຂາດຄວາມຮູ້ ແລະ ໂງ່ຈ້າ ແລະ ບໍ່ຈຳເປັນທັງສິ້ນ! ມີແຕ່ຄົນທີ່ຂາດຄວາມສາມາດຫຼາຍທີ່ສຸດ ແລະ ບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າເທົ່ານັ້ນຈຶ່ງກ່າວຄຳອະທິຖານທີ່ໂງ່ຈ້າຢ່າງບໍ່ຢຸດຢັ້ງ. ທົນທາງສໍາຄັນໃນການປະຕິບັດຄວາມຈິງກໍຄື ເຈົ້າມີຄວາມເດັດດ່ຽວ ຫຼື ບໍ່. ບາງຄົນຢືນຢັນທີ່ຈະປະຕິບັດຕາມຄວາມຕ້ອງການຝ່າຍເນື້ອໜັງຂອງພວກເຂົາ ແມ່ນແຕ່ເມື່ອພວກເຂົາຮູ້ວ່າມັນບໍ່ໄດ້ສອດຄ່ອງກັບຄວາມຈິງ. ສະນັ້ນ ສິ່ງນີ້ຈຶ່ງຂັດຂວາງຄວາມຄືບໜ້າໃນຊີວິດຂອງພວກເຂົາເອງ ແລະ ແມ່ນແຕ່ຫຼັງຈາກໄດ້ອະທິຖານ ແລະ ສະແຫວງຫາແລ້ວ ພວກເຂົາກໍຍັງຕ້ອງການກະທໍາເພື່ອສະແດງຄວາມເຄົາລົບແກ່ເນື້ອໜັງ. ການເຮັດໃນສິ່ງນີ້, ພວກເຂົາບໍ່ແມ່ນກຳລັງເຮັດຜິດບາບໂດຍບໍ່ຮູ້ຕົວບໍ? ຄືກັບຄົນທີ່ສະແຫວງຫາຄວາມສະບາຍທາງເນື້ອໜັງ ແລະ ປາຖະໜາແຕ່ເງິນ ແລະ ຫຼັງຈາກນັ້ນ ອະທິຖານຫາພຣະເຈົ້າວ່າ “ພຣະເຈົ້າເອີຍ! ພຣະອົງຈະຍອມໃຫ້ຂ້ານ້ອຍປາຖະໜາຫາຄວາມສຸກທາງເນື້ອໜັງ ແລະ ປາຖະໜາຫາຄວາມຮັ່ງມີບໍ? ມັນແມ່ນຄວາມປະສົງຂອງພຣະອົງທີ່ໃຫ້ຂ້ານ້ອຍໄດ້ຮັບເງິນໃນລັກສະນະນີ້ບໍ?” ນີ້ຄືວິທີທີ່ເໝາະສົມໃນການອະທິຖານບໍ? ຜູ້ຄົນທີ່ເຮັດສິ່ງນີ້ແມ່ນຮູ້ຈັກເປັນຢ່າງດີວ່າ ພຣະເຈົ້າບໍ່ພໍໃຈໃນສິ່ງເຫຼົ່ານີ້ ແລະ ພວກເຂົາຄວນເຊົາເຮັດສິ່ງເຫຼົ່ານັ້ນ, ແຕ່ສິ່ງຕ່າງໆທີ່ພວກເຂົາມີຢູ່ໃນຫົວໃຈຂອງພວກເຂົາແມ່ນໄດ້ຖືກກຳນົດໄວ້ແລ້ວ ແລະ ເມື່ອພວກເຂົາອະທິຖານ ແລະ ສະແຫວງຫາ ພວກເຂົາແມ່ນກຳລັງພະຍາຍາມບັງຄັບພຣະເຈົ້າຍອມໃຫ້ພວກເຂົາປະພຶດໃນລັກສະນະນີ້. ໃນຫົວໃຈຂອງພວກເຂົາ, ພວກເຂົາເຖິງກັບຮຽກຮ້ອງໃຫ້ພຣະເຈົ້າເວົ້າບາງສິ່ງບາງຢ່າງເພື່ອຢືນຢັນໃນສິ່ງນີ້, ນີ້ແມ່ນສິ່ງທີ່ຖືກເອີ້ນວ່າຄວາມກະບົດ. ຍັງມີຄົນທີ່ນໍາເອົາອ້າຍເອື້ອຍນ້ອງໃນຄຣິສຕະຈັກໄປຢູ່ຂ້າງພວກເຂົາ ແລະ ສ້າງຕັ້ງອານາຈັກອິດສະຫຼະຂອງພວກເຂົາເອງ. ເຈົ້າຮູ້ເປັນຢ່າງດີວ່າການກະທຳເຫຼົ່ານີ້ແມ່ນເປັນການຕໍ່ຕ້ານພຣະເຈົ້າ, ແຕ່ຫຼັງຈາກທີ່ເຈົ້າຕັດສິນໃຈເຮັດໃນສິ່ງແບບນີ້ ເຈົ້າກໍຍັງໄປສະແຫວງຫາ ແລະ ອະທິຖານຫາພຣະເຈົ້າຢ່າງໃຈເຢັນ ແລະ ບໍ່ຫວາດຫວັ່ນ. ເຈົ້າຊ່າງບໍ່ມີຢາງອາຍ ແລະ ໜ້າດ້ານແທ້ເດ! ສຳລັບການປະຖິ້ມສິ່ງຕ່າງໆທາງໂລກໄວ້ຂ້າງຫຼັງນັ້ນ, ສິ່ງນີ້ແມ່ນຖືກເວົ້າເຖິງແຕ່ດົນແລ້ວ. ມີບາງຄົນທີ່ຮູ້ຈັກຢ່າງຊັດເຈນວ່າພຣະເຈົ້າກຽດຊັງສິ່ງຕ່າງໆທາງໂລກ, ແຕ່ກໍຍັງອະທິຖານ ໂດຍເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍເຂົ້າໃຈວ່າພຣະອົງຈະບໍ່ຍອມໃຫ້ຂ້ານ້ອຍດຳເນີນໄປກັບສິ່ງຕ່າງໆທາງໂລກ, ແຕ່ຂ້ານ້ອຍໄດ້ເຮັດສິ່ງນີ້ເພື່ອບໍ່ໃຫ້ເກີດຄວາມອັບອາຍແດ່ພຣະນາມຂອງພຣະອົງ; ຂ້ານ້ອຍເຮັດສິ່ງນີ້ກໍເພື່ອວ່າຄົນທາງໂລກຈະສາມາດເຫັນສະຫງ່າລາສີຂອງພຣະອົງໃນຕົວຂ້ານ້ອຍ”. ນີ້ແມ່ນຄຳອະທິຖານປະເພດໃດ? ພວກເຈົ້າສາມາດບອກໄດ້ບໍ? ມັນເປັນຄຳອະທິຖານທີ່ມີເຈດຕະນາບັງຄັບ ແລະ ກົດດັນພຣະເຈົ້າ. ເຈົ້າບໍ່ຮູ້ສຶກອັບອາຍໃນການອະທິຖານລັກສະນະນີ້ບໍ? ຜູ້ຄົນທີ່ອະທິຖານໃນລັກສະນະນີ້ແມ່ນຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ ແລະ ຄຳອະທິຖານແບບນີ້ກໍເປັນແຮງຈູງໃຈທີ່ໜ້າສົງໄສທັງໝົດ; ມັນເປັນການສະແດງອອກເຖິງອຸປະນິໄສທີ່ຊົ່ວຮ້າຍຢ່າງແທ້ຈິງ. ພຣະທຳຂອງພຣະເຈົ້າແມ່ນຊັດເຈນຫຼາຍ ໂດຍສະເພາະແລ້ວແມ່ນພຣະທຳທີ່ເວົ້າເຖິງຄວາມປະສົງຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ວິທີທີ່ພຣະອົງປະຕິບັດຕໍ່ຜູ້ຄົນທຸກປະເພດ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຄວນອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ຜົນໄດ້ຮັບໃນການເຮັດສິ່ງນີ້ແມ່ນດີກວ່າການອະທິຖານ ແລະ ການສະແຫວງຫາແບບຫຼັບຫູຫຼັບຕາຫຼາຍເທົ່າ. ມີຫຼາຍກໍລະນີທີ່ການສະແຫວງຫາ ແລະ ການອະທິຖານຄວນຖືກແທນທີ່ດ້ວຍການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການສົນທະນາກ່ຽວກັບຄວາມຈິງ. ໃນຄຳອະທິຖານໂດຍປົກກະຕິຂອງເຈົ້າ, ເຈົ້າຄວນໄຕ່ຕອງ ແລະ ພະຍາຍາມຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ສິ່ງນີ້ເປັນປະໂຫຍດຫຼາຍສຳລັບຄວາມຄືບໜ້າໃນຊີວິດຂອງເຈົ້າ. ຖ້າຕອນນີ້ເຈົ້າຍັງສະແຫວງຫາໂດຍຫຼຽວເບິ່ງສະຫວັນ, ນັ້ນບໍ່ແມ່ນສະແດງໃຫ້ເຫັນວ່າເຈົ້າຍັງເຊື່ອໃນພຣະເຈົ້າທີ່ເລື່ອນລອຍບໍ? ເມື່ອກ່ອນ, ເຈົ້າເຫັນຜົນຈາກການສະແຫວງຫາ ແລະ ການອະທິຖານຂອງເຈົ້າ ແລະ ພຣະວິນຍານບໍລິສຸດກໍດົນບັນດາວິນຍານຂອງເຈົ້າໜ້ອຍໜຶ່ງ ເພາະວ່າ ນັ້ນແມ່ນເວລາຂອງຍຸກແຫ່ງພຣະຄຸນ. ເຈົ້າບໍ່ສາມາດເຫັນພຣະເຈົ້າ, ສະນັ້ນເຈົ້າກໍບໍ່ມີທາງເລືອກ ນອກຈາກດຳເນີນຊີວິດໄປທາງໜ້າ ແລະ ສະແຫວງຫາໃນລັກສະນະນັ້ນ. ບັດນີ້ ພຣະເຈົ້າໄດ້ມາທ່າມກາງມະນຸດ, ພຣະທຳໄດ້ປາກົດໃນເນື້ອໜັງ ແລະ ເຈົ້າກໍໄດ້ເຫັນພຣະເຈົ້າ; ສະນັ້ນ ພຣະວິນຍານບໍລິສຸດແມ່ນບໍ່ໄດ້ປະຕິບັດພາລະກິດຄືກັບທີ່ພຣະອົງປະຕິບັດຜ່ານມາອີກຕໍ່ໄປ. ຍຸກໄດ້ປ່ຽນແປງ ແລະ ດ້ວຍເຫດນັ້ນ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດກໍປ່ຽນໄປເຊັ່ນດຽວກັນ. ເຖິງແມ່ນຜູ້ຄົນບໍ່ໄດ້ອະທິຖານຫຼາຍສໍ່າກັບພວກເຂົາເຄີຍເຮັດຜ່ານມາ, ຍ້ອນພຣະເຈົ້າຢູ່ເທິງແຜ່ນດິນໂລກ ບັດນີ້ ມະນຸດຈຶ່ງມີໂອກາດຮັກພຣະເຈົ້າ. ມະນຸດຊາດໄດ້ເຂົ້າສູ່ຍຸກແຫ່ງການຮັກພຣະເຈົ້າ ແລະ ສາມາດຍັບເຂົ້າໃກ້ພຣະເຈົ້າຢູ່ພາຍໃນພວກເຂົາຢ່າງຖືກຕ້ອງ: “ໂອ ພຣະເຈົ້າ! ພຣະອົງປະເສີດຫຼາຍແທ້ໆ ແລະ ຂ້ານ້ອຍກໍປາຖະໜາທີ່ຈະຮັກພຣະອົງ!” ພຽງແຕ່ຄຳເວົ້າສອງສາມຄຳທີ່ຊັດເຈນ ແລະ ທຳມະດາກໍສົ່ງສຽງໃຫ້ກັບຄວາມຮັກສຳລັບພຣະເຈົ້າພາຍໃນຫົວໃຈຂອງຜູ້ຄົນ; ຄຳອະທິຖານນີ້ແມ່ນພຽງແຕ່ຖືກກ່າວເພື່ອເຮັດໃຫ້ຄວາມຮັກລະຫວ່າງມະນຸດກັບພຣະເຈົ້າເລິກເຊິ່ງຂຶ້ນເທົ່ານັ້ນ. ບາງເທື່ອ ເຈົ້າອາດເຫັນວ່າຕົນເອງກຳລັງສະແດງຄວາມກະບົດບາງຢ່າງ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ເປັນຫຍັງຂ້ານ້ອຍຈຶ່ງເສື່ອມຊາມ?” ເຈົ້າຮູ້ສຶກຢ່າງແຮງຢາກຕີຕົນເອງສອງສາມຄັ້ງ ແລະ ນໍ້າຕາກໍຊືມຢູ່ໃນຕາຂອງເຈົ້າ. ໃນເວລາດັ່ງກ່າວ, ເຈົ້າຮູ້ສຶກເສຍໃຈ ແລະ ໂສກເສົ້າໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍບໍ່ມີວິທີທີ່ຈະສະແດງຄວາມຮູ້ສຶກເຫຼົ່ານັ້ນ. ນີ້ແມ່ນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ມີພຽງແຕ່ຄົນທີ່ສະແຫວງຫາຊີວິດຈຶ່ງສາມາດບັນລຸມັນໄດ້. ເຈົ້າຮູ້ສຶກວ່າພຣະເຈົ້າມີຄວາມຮັກທີ່ຍິ່ງໃຫຍ່ສຳລັບເຈົ້າ ແລະ ເຈົ້າມີຄວາມຮູ້ສຶກທີ່ພິເສດບາງຢ່າງ. ເຖິງແມ່ນເຈົ້າບໍ່ມີຄຳເວົ້າໃຫ້ອະທິຖານຢ່າງຊັດເຈນ, ເຈົ້າກໍຮູ້ສຶກຢູ່ສະເໝີວ່າຄວາມຮັກຂອງພຣະເຈົ້າເລິກສໍ່າກັບມະຫາສະໝຸດ. ບໍ່ມີຄຳເວົ້າເໝາະສົມທີ່ຈະສະແດງອອກເຖິງສະພາວະແຫ່ງການເປັນຢູ່ນີ້ ແລະ ນີ້ແມ່ນສະພາວະທີ່ເກີດຂຶ້ນພາຍໃນຈິດວິນຍານຕະຫຼອດເວລາ. ຄຳອະທິຖານ ແລະ ການສົນທະນາປະເພດນີ້ ເຊິ່ງແນໃສ່ການເຮັດໃຫ້ຄົນໜຶ່ງຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງເຂົາ ກໍເປັນສິ່ງທີ່ປົກກະຕິ ແລະ ຖືກຕ້ອງ.

ເຖິງແມ່ນບັດນີ້ ເວລາທີ່ຜູ້ຄົນ ການດຳລົງຊີວິດໂດຍງົມຫາ ແລະ ສະແຫວງຫາໄດ້ເປັນອະດີດໄປແລ້ວ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຈຳເປັນຕ້ອງອະທິຖານ ແລະ ສະແຫວງຫາອີກຕໍ່ໄປ ຫຼື ກໍລະນີທີ່ວ່າ ຜູ້ຄົນບໍ່ຈຳເປັນຕ້ອງລໍຖ້າໃຫ້ຄວາມປະສົງຂອງພຣະເຈົ້າເປີດເຜີຍອອກກ່ອນຈຶ່ງຈະສືບຕໍ່ປະຕິບັດພາລະກິດ; ສິ່ງເຫຼົ່ານີ້ເປັນພຽງແນວຄິດຜິດໆຂອງມະນຸດ. ພຣະເຈົ້າໄດ້ມາທ່າມກາງມະນຸດເພື່ອດຳລົງຊີວິດຮ່ວມກັບພວກເຂົາ, ເພື່ອເປັນແສງສະຫວ່າງຂອງພວກເຂົາ, ເປັນຊີວິດຂອງພວກເຂົາ ແລະ ເປັນຫົນທາງຂອງພວກເຂົາ, ນີ້ຄືຄວາມຈິງ. ແນ່ນອນ ໃນການທີ່ພຣະເຈົ້າມາເທິງແຜ່ນດິນໂລກ, ພຣະອົງນໍາຫົນທາງ ແລະ ຊີວິດທີ່ເໝາະສົມກັບວຸດທິພາວະຂອງພວກເຂົາມາໃຫ້ມະນຸດຊາດຢ່າງແນ່ນອນ ເພື່ອໃຫ້ພວກເຂົາໄດ້ຊື່ນຊົມ, ພຣະອົງບໍ່ໄດ້ມາເພື່ອທຳລາຍວິທີການປະຕິບັດທັງໝົດຂອງມະນຸດ. ມະນຸດບໍ່ດຳລົງຊີວິດໂດຍການງົມຫາ ແລະ ສະແຫວງຫາອີກຕໍ່ໄປ ຍ້ອນສິ່ງເຫຼົ່ານີ້ຖືກທົດແທນການມາເທິງແຜ່ນດິນໂລກຂອງພຣະເຈົ້າເພື່ອປະຕິບັດພາລະກິດ ແລະ ກ່າວພຣະທຳຂອງພຣະອົງ. ພຣະອົງໄດ້ມາເພື່ອປົດປ່ອຍມະນຸດຈາກຊີວິດແຫ່ງຄວາມມືດມົນ ແລະ ຄວາມມືດມົວທີ່ພວກເຂົາໄດ້ນໍາພາ ແລະ ເພື່ອເຮັດໃຫ້ພວກເຂົາສາມາດມີຊີວິດທີ່ເຕັມໄປດ້ວຍແສງສະຫວ່າງ. ພາລະກິດໃນປັດຈຸບັນແມ່ນເພື່ອຊີ້ສິ່ງເຫຼົ່ານັ້ນອອກຢ່າງຊັດເຈນ, ເພື່ອເວົ້າຢ່າງຊັດເຈນ, ແຈ້ງການໂດຍກົງ ແລະ ເພື່ອອະທິບາຍສິ່ງຕ່າງໆຢ່າງແຈ່ມແຈ້ມ, ເພື່ອວ່າຜູ້ຄົນຈະສາມາດນໍາສິ່ງເຫຼົ່ານີ້ເຂົ້າສູ່ການປະຕິບັດ, ຄືກັບທີ່ພຣະເຈົ້າເຢໂຮວານໍາພາປະຊາຊົນອິດສະຣາເອັນ, ບອກພວກເຂົາເຖິງວິທີການຖວາຍເຄື່ອງບູຊາ ແລະ ວິທີການສ້າງວິຫານ. ສະນັ້ນ ພວກເຈົ້າບໍ່ຈຳເປັນຕ້ອງດຳລົງຊີວິດໃນການສະແຫວງຫາຢ່າງຈິງຈັງອີກຕໍ່ໄປຄືກັບທີ່ເຈົ້າໄດ້ເຮັດຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຈາກໄປ. ແລ້ວພວກເຈົ້າຄວນສໍາຜັດຜ່ານພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໃນອະນາຄົດບໍ? ພວກເຈົ້າຄວນພະຍາຍາມງົມຫາຫົນທາງຂອງການດຳລົງຊີວິດທີ່ເໝາະສົມບໍ? ພວກເຈົ້າຄວນງົມຫາເພື່ອແຍກແຍະວິທີທີ່ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງບໍ? ມັນຈຳເປັນບໍທີ່ຈະໃຫ້ພວກເຈົ້າຂາບລົງພື້ນ, ສະແຫວງຫາເພື່ອຮູ້ຈັກວີທີທີ່ພວກເຈົ້າຄວນເປັນພະຍານ? ມັນຈຳເປັນບໍທີ່ຈະໃຫ້ພວກເຈົ້າອົດອາຫານ ແລະ ອະທິຖານເພື່ອຮູ້ຈັກວີທີທີ່ພວກເຈົ້າຄວນນຸ່ງເຄື່ອງ ຫຼື ດຳລົງຊີວິດ? ມັນຈຳເປັນບໍທີ່ຈະໃຫ້ພວກເຈົ້າອະທິຖານຫາພຣະເຈົ້າທີ່ຢູ່ໃນສະຫວັນຢ່າງບໍ່ຢຸດຢັ້ງ ເພື່ອຮູ້ເຖິງວິທີທີ່ພວກເຈົ້າຄວນຍອມຮັບເອົາການຖືກປາບປາມໂດຍພຣະເຈົ້າ? ມັນຈຳເປັນບໍທີ່ຈະໃຫ້ພວກເຈົ້າອະທິຖານຢູ່ຕະຫຼອດເວລາ, ທັງກາງເວັນ ແລະ ກາງຄືນ, ເພື່ອຮູ້ຈັກວິທີທີ່ພວກເຈົ້າຄວນເຊື່ອຟັງພຣະເຈົ້າ? ມີຫຼາຍຄົນທ່າມກາງພວກເຈົ້າທີ່ເວົ້າວ່າພວກເຈົ້າບໍ່ສາມາດປະຕິບັດໄດ້ ຍ້ອນວ່າ ພວກເຈົ້າບໍ່ເຂົ້າໃຈ. ຜູ້ຄົນພຽງແຕ່ບໍ່ສົນໃຈຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ! ເຮົາໄດ້ກ່າວພຣະທຳຫຼາຍຂໍ້ແຕ່ດົນມາແລ້ວ, ແຕ່ພວກເຈົ້າບໍ່ໄດ້ສົນໃຈທີ່ຈະອ່ານພຣະທຳເຫຼົ່ານັ້ນແມ່ນແຕ່ໜ້ອຍດຽວ, ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ພວກເຈົ້າບໍ່ຮູ້ຈັກວິທີປະຕິບັດ. ແນ່ນອນ ໃນຍຸກປັດຈຸບັນ ພຣະວິນຍານບໍລິສຸດຍັງດົນບັນດານໃຫ້ພວກເຂົາຮູ້ສຶກເຖິງຄວາມສຸກ ແລະ ພຣະອົງດຳລົງຊີວິດຮ່ວມກັບມະນຸດ. ນີ້ແມ່ນແຫຼ່ງຂອງຄວາມຮູ້ສຶກພິເສດ ແລະ ຄວາມສຸກເຫຼົ່ານັ້ນ[ກ] ເຊິ່ງເກີດຂຶ້ນໃນຊີວິດຂອງເຈົ້າຢູ່ຕະຫຼອດເວລາ. ບາງຄັ້ງບາງຄາວ, ມື້ນັ້ນຈະມາເຖິງ ເຊິ່ງເປັນມື້ທີ່ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກ ແລະ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກອະທິຖານຫາພຣະອົງວ່າ “ໂອ ພຣະເຈົ້າ! ຄວາມຮັກຂອງພຣະອົງສວຍງາມຫຼາຍ ແລະ ພາບຫຼັກຂອງພຣະອົງກໍຍິ່ງໃຫຍ່ຫຼາຍ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະເຈົ້າໄດ້ເລິກເຊິ່ງກວ່າເດີມ. ຂ້ານ້ອຍປາຖະໜາທີ່ຈະອຸທິດທັງໝົດຂອງຕົວຂ້ານ້ອຍເອງເພື່ອສະຫຼະຊີວິດທັງໝົດຂອງຂ້ານ້ອຍ. ຂ້ານ້ອຍຈະອຸທິດທຸກຢ່າງໃຫ້ກັບພຣະອົງ, ຕາບໃດທີ່ສິ່ງນັ້ນແມ່ນເພື່ອພຣະອົງ, ຕາບໃດທີ່ເມື່ອເຮັດສິ່ງນີ້ແລ້ວ ຂ້ານ້ອຍຈະສາມາດຮັກພຣະອົງ...” ນີ້ຄືຄວາມຮູ້ສຶກປິຕິຍິນດີທີ່ພຣະວິນຍານບໍລິສຸດໄດ້ມອບໃຫ້ກັບເຈົ້າ. ມັນບໍ່ແມ່ນແສງສະຫວ່າງ ຫຼື ແສງເຍືອງທາງ; ມັນຄືປະສົບການແຫ່ງການຖືກດົນບັນດານ. ປະສົບການໃນລັກສະນະນີ້ຈະເກີດຂຶ້ນຄັ້ງແລ້ວຄັ້ງເລົ່າ: ບາງເທື່ອເມື່ອເຈົ້າຢູ່ໃນຫົນທາງຂອງເຈົ້າໃນການປະຕິບັດພາລະກິດ, ເຈົ້າຈະອະທິຖານ ແລະ ຍັບເຂົ້າໃກ້ພຣະເຈົ້າ ແລະ ເຈົ້າຈະຖືກດົນບັນດານຈົນເຖິງຈຸດທີ່ວ່າ ນໍ້າຕາຈະອາບໜ້າຂອງເຈົ້າ ແລະ ເຈົ້າຈະສູນເສຍການຄວບຄຸມທັງໝົດ ແລະ ເຈົ້າຈະຮ້ອນໃຈທີ່ຈະຊອກຫາສະຖານທີ່ເໝາະສົມເຊິ່ງເປັນບ່ອນທີ່ເຈົ້າສາມາດສະແດງອອກເຖິງຄວາມຮ້ອນຮົນທີ່ຢູ່ພາຍໃນຫົວໃຈຂອງເຈົ້າ... ຈະມີຫຼາຍຄັ້ງທີ່ເຈົ້າຢູ່ໃນສະຖານທີ່ສາທາລະນະບາງແຫ່ງ ແລະ ເຈົ້າຈະຮູ້ສຶກວ່າເຈົ້າໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຫຼວງຫຼາຍ, ໂຊກຊະຕາຂອງເຈົ້າເປັນສິ່ງທີ່ທຳມະດາ ແລະ ຍິ່ງໄປກວ່ານັ້ນ ເຈົ້າກຳລັງດຳລົງຊີວິດຂອງເຈົ້າໂດຍມີຄວາມໝາຍຫຼາຍກວ່າຄົນອື່ນໆ. ເຈົ້າຈະຮູ້ຈັກຢ່າງເລິກເຊິ່ງວ່າພຣະເຈົ້າຍົກຍ້ອງເຈົ້າ ແລະ ນີ້ຄືຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າທີ່ມີຕໍ່ເຈົ້າ. ໃນສ່ວນທີ່ເລິກທີ່ສຸດຂອງຫົວໃຈຂອງເຈົ້າ, ເຈົ້າຈະຮູ້ສຶກວ່າມີຄວາມຮັກບາງປະເພດໃນພຣະເຈົ້າທີ່ມະນຸດບໍ່ສາມາດສະແດງອອກໄດ້ ແລະ ບໍ່ສາມາດຢັ່ງເຖິງໄດ້, ຄືກັບວ່າເຈົ້າຮູ້ຈັກສິ່ງນັ້ນ ແຕ່ບໍ່ມີທາງທີ່ຈະບັນລະຍາຍເຖິງສິ່ງນັ້ນໄດ້, ເຮັດໃຫ້ເຈົ້າຢຸດຄິດຢູ່ສະເໝີ ແຕ່ກໍປ່ອຍໃຫ້ເຈົ້າບໍ່ສາມາດສະແດງມັນອອກໄດ້ຢ່າງຄົບຖ້ວນ. ໃນເວລາເຊັ່ນນີ້, ເຈົ້າຍິ່ງຈະລືມວ່າເຈົ້າຢູ່ໃສ ແລະ ເຈົ້າຈະຮ້ອງອອກມາວ່າ “ໂອ ພຣະເຈົ້າ! ພຣະອົງບໍ່ສາມາດຢັ່ງເຖິງໄດ້ ແລະ ເປັນທີ່ຮັກຫຼາຍ!” ສິ່ງນີ້ຈະເຮັດໃຫ້ຜູ້ຄົນມຶນງົງ, ແຕ່ທຸກສິ່ງດັ່ງກ່າວເກີດຂຶ້ນຢູ່ຂ້ອນຂ້າງເລື້ອຍໆ. ພວກເຈົ້າໄດ້ຜະເຊີນກັບສິ່ງແບບນີ້ຢູ່ຫຼາຍຄັ້ງ. ນີ້ແມ່ນຊີວິດທີ່ພຣະວິນຍານບໍລິສຸດໄດ້ມອບໃຫ້ກັບເຈົ້າໃນປັດຈຸບັນ ແລະ ຊີວິດທີ່ເຈົ້າຄວນດຳເນີນ. ມັນບໍ່ແມ່ນເພື່ອຢຸດເຈົ້າຈາກການດຳລົງຊີວິດ, ແຕ່ກົງກັນຂ້າມ ມັນແມ່ນເພື່ອປ່ຽນແປງວິທີການດຳລົງຊີວິດຂອງເຈົ້າ. ມັນເປັນຄວາມຮູ້ສຶກທີ່ບໍ່ສາມາດບັນລະຍາຍ ຫຼື ອະທິບາຍໄດ້. ມັນຍັງເປັນຄວາມຮູ້ສຶກທີ່ແທ້ຈິງຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ມັນຄືພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າອາດເຂົ້າໃຈສິ່ງນັ້ນໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍບໍ່ມີທາງອະທິບາຍມັນໃຫ້ກັບຄົນອື່ນເຂົ້າໃຈໄດ້ຢ່າງຊັດເຈນເລີຍ. ນີ້ບໍ່ແມ່ນຍ້ອນເຈົ້າເວົ້າຊ້າ ຫຼື ເຈົ້າປາກພໍ່າ, ແຕ່ຍ້ອນມັນເປັນຄວາມຮູ້ສຶກທີ່ບໍ່ສາມາດບັນລະຍາຍໄດ້ດ້ວຍຄຳເວົ້າ. ເຈົ້າໄດ້ຮັບອະນຸຍາດເພື່ອຮັບເອົາສິ່ງເຫຼົ່ານີ້ໃນປັດຈຸບັນ ແລະ ນີ້ກໍແມ່ນຊີວິດທີ່ເຈົ້າຄວນດຳເນີນ. ແນ່ນອນ ດ້ານອື່ນໆຂອງຊີວິດຂອງເຈົ້າກໍບໍ່ໄດ້ວ່າງເປົ່າ; ມັນພຽງແຕ່ວ່າ ປະສົບການແຫ່ງການຖືກດົນບັນດານນີ້ໄດ້ກາຍມາເປັນຄວາມສຸກໃນຊີວິດຂອງເຈົ້າ ເຊິ່ງເຮັດໃຫ້ເຈົ້າເຕັມໃຈທີ່ຈະຮັບເອົາປະສົບການດັ່ງກ່າວຈາກພຣະວິນຍານບໍລິສຸດ. ແຕ່ເຈົ້າກໍຄວນຮູ້ຈັກການຖືກດົນບັນດານໃນລັກສະນະນີ້ບໍ່ໄດ້ເກີດຂຶ້ນເພື່ອໃຫ້ເຈົ້າຢູ່ເໜືອເນື້ອໜັງ ແລະ ໄປສະຫວັນຊັ້ນສາມ ຫຼື ເດີນທາງໄປທົ່ວແຜ່ນດິນໂລກ. ກົງກັນຂ້າມ, ມັນແມ່ນເພື່ອໃຫ້ເຈົ້າຮູ້ສຶກເຖິງ ແລະ ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າທີ່ເຈົ້າໄດ້ຮັບໃນປັດຈຸບັນ, ເພື່ອຜະເຊີນກັບຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຮັດໃຫ້ເຈົ້າເອງລຶ້ງເຄີຍກັບການດູແລ ແລະ ການປົກປ້ອງຂອງພຣະເຈົ້າອີກຄັ້ງ. ທຸກສິ່ງເຫຼົ່ານີ້ແມ່ນເພື່ອໃຫ້ເຈົ້າມີຄວາມຮູ້ທີ່ຫຼາຍຂຶ້ນກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນປັດຈຸບັນ, ນີ້ແມ່ນເປົ້າໝາຍຂອງພຣະເຈົ້າໃນການປະຕິບັດພາລະກິດນີ້.

ການສະແຫວງຫາ ແລະ ການງົມຫາເປັນຮູບແບບຂອງຊີວິດກ່ອນການບັງເກີດເປັນມະນຸດຂອງພຣະເຈົ້າ. ໃນເວລານັ້ນ ຜູ້ຄົນບໍ່ສາມາດເຫັນພຣະເຈົ້າ ແລະ ສະນັ້ນຈຶ່ງບໍ່ມີທາງເລືອກ ນອກຈະສະແຫວງຫາ ແລະ ງົມຫາ. ໃນປັດຈຸບັນ ເຈົ້າໄດ້ເຫັນພຣະເຈົ້າ ແລະ ພຣະອົງກໍບອກເຈົ້າເຖິງວີທີທີ່ເຈົ້າຄວນປະຕິບັດໂດຍກົງ; ນີ້ຄືເຫດຜົນທີ່ວ່າເປັນຫຍັງເຈົ້າຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ສະແຫວງຫາອີກຕໍ່ໄປ. ເສັ້ນທາງທີ່ພຣະອົງນໍາພາມະນຸດແມ່ນເສັ້ນທາງແຫ່ງຄວາມຈິງ ແລະ ສິ່ງຕ່າງໆທີ່ພຣະອົງບອກມະນຸດ ແລະ ສິ່ງທີ່ມະນຸດໄດ້ຮັບກໍແມ່ນຊີວິດ ແລະ ຄວາມຈິງ. ເຈົ້າມີຫົນທາງ, ຊີວິດ ແລະ ຄວາມຈິງ, ແລ້ວຈຳເປັນຫຍັງຈຶ່ງຕ້ອງສະແຫວງຫາຢູ່ທຸກບ່ອນ? ພຣະວິນຍານບໍລິສຸດບໍ່ປະຕິບັດສອງຂັ້ນຕອນຂອງພາລະກິດໃນເວລາດຽວກັນ. ເມື່ອເຮົາໄດ້ສຳເລັດການກ່າວພຣະທຳຂອງເຮົາແລ້ວ ຖ້າຜູ້ຄົນຍັງບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ສະແຫວງຫາຄວາມຈິງຢ່າງຖືກຕ້ອງ, ຍັງເຮັດແບບດຽວກັນກັບທີ່ພວກເຂົາເຮັດໃນຍຸກແຫ່ງພຣະຄຸນ, ງົມຫາຄືກັບວ່າພວກເຂົາຕາບອດ, ອະທິຖານ ແລະ ສະແຫວງຫາຢູ່ຕະຫຼອດເວລາ, ນັ້ນຈະບໍ່ແມ່ນໝາຍຄວາມວ່າ ຂັ້ນຕອນນີ້ຂອງພາລະກິດຂອງເຮົາ ເຊິ່ງເປັນພາລະກິດແຫ່ງພຣະທຳ ຖືກປະຕິບັດຢ່າງສູນເປົ່າບໍ? ເຖິງແມ່ນເຮົາອາດສຳເລັດໃນການກ່າວພຣະທຳຂອງເຮົາ, ຜູ້ຄົນກໍຍັງບໍ່ເຂົ້າໃຈຢ່າງຄົບຖ້ວນ ແລະ ນີ້ກໍເປັນຍ້ອນພວກເຂົາຂາດຄວາມສາມາດ. ບັນຫານີ້ສາມາດໄດ້ຮັບການແກ້ໄຂໂດຍການດຳລົງຊີວິດໃນຄຣິສຕະຈັກ ແລະ ຜ່ານທາງການສົນທະນາຮ່ວມກັນ. ເມື່ອກ່ອນ, ໃນຍຸກແຫ່ງພຣະຄຸນ, ເຖິງແມ່ນພຣະເຈົ້າບັງເກີດເປັນມະນຸດ, ພຣະອົງກໍບໍ່ໄດ້ປະຕິບັດພາລະກິດແຫ່ງພຣະທຳ ເຊິ່ງນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະວິນຍານບໍລິສຸດຈຶ່ງປະຕິບັດພາລະກິດໃນລັກສະນະນັ້ນໃນຕອນນັ້ນເພື່ອຮັກສາພາລະກິດດັ່ງກ່າວ. ໃນເວລານັ້ນ ຕົ້ນຕໍແລ້ວ ກໍແມ່ນພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ແຕ່ບັດນີ້ແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດເອງທີ່ກຳລັງປະຕິບັດພາລະກິດແທ່ນພຣະວິນຍານບໍລິສຸດ. ເມື່ອກ່ອນ, ຕາບໃດທີ່ມະນຸດອະທິຖານຢູ່ເລື້ອຍໆ ພວກເຂົາກໍຈະຜະເຊີນກັບສັນຕິສຸກ ແລະ ຄວາມປິຕິຍິນດີ; ມີການຕໍາໜິຕິເຕືອນ ແລະ ພ້ອມດ້ວຍການລົງວິໄນ. ນີ້ແມ່ນພາລະກິດທັງໝົດຂອງພຣະວິນຍານບໍລິສຸດ. ບັດນີ້ ສະພາວະເຫຼົ່ານີ້ແມ່ນມີໜ້ອຍຫຼາຍ. ພຣະວິນຍານບໍລິສຸດພຽງແຕ່ສາມາດປະຕິບັດພາລະກິດປະເພດດຽວໃນຍຸກໃດໜຶ່ງ. ຖ້າພຣະອົງປະຕິບັດພາລະກິດສອງປະເພດໃນເວລາດຽວກັນ ໂດຍທີ່ເນື້ອໜັງປະຕິບັດພາລະກິດໜຶ່ງ ແລະ ພຣະວິນຍານບໍລິສຸດປະຕິບັດອີກພາລະກິດພາຍໃນຜູ້ຄົນ ແລະ ຖ້າສິ່ງທີ່ເນື້ອໜັງກ່າວບໍ່ໄດ້ນັບ ແລະ ມີພຽງແຕ່ສິ່ງທີ່ພຣະວິນຍານກ່າວຖືກນັບ, ແລ້ວພຣະຄຣິດກໍບໍ່ມີຄວາມຈິງ, ຫົນທາງ ຫຼື ຊີວິດໃຫ້ກ່າວເຖິງເລີຍ. ນີ້ຈະເປັນການຂັດແຍ່ງຕົນເອງ. ພຣະວິນຍານບໍລິສຸດສາມາດປະຕິບັດພາລະກິດແບບນີ້ໄດ້ບໍ? ພຣະເຈົ້າລິດທານຸພາບສູງສຸດ ແລະ ຮອບຮູ້, ສັກສິດ ແລະ ຊອບທຳ ແລະ ພຣະອົງບໍ່ໄດ້ເຮັດຫຍັງຜິດແທ້ໆເລີຍ.

ມີການອອກນອກຮູ້ນອກທາງ ແລະ ຄວາມຜິດພາດໃນປະສົບການໃນອະດີດຂອງຜູ້ຄົນຫຼາຍເກີນໄປ. ມີບາງສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດທຳມະດາຄວນມີ ຫຼື ຄວນເຮັດ ຫຼື ມີຄວາມຜິດພາດທີ່ຍາກຈະຫຼີກເວັ້ນໄດ້ໃນຊີວິດຂອງມະນຸດ ແລະ ເມື່ອສິ່ງເຫຼົ່ານີ້ບໍ່ໄດ້ຖືກຈັດການຢ່າງສົມເຫດສົມຜົນ, ຜູ້ຄົນກໍໂຍນຄວາມຮັບຜິດຊອບສຳລັບສິ່ງດັ່ງກ່າວໃຫ້ກັບພຣະເຈົ້າ. ມີເອື້ອຍນ້ອງຄົນໜຶ່ງທີ່ມີແຂກມາຢ້ຽມຢາມຢູ່ເຮືອນຂອງລາວ. ລາວໜຶ້ງສາລະເປົາຂອງລາວບໍ່ສຸກ, ແລ້ວລາວກໍຄິດວ່າ “ນີ້ອາດເປັນການລົງວິໄນຂອງພຣະເຈົ້າ. ພຣະເຈົ້າກຳລັງຈັດການກັບຫົວໃຈທີ່ອວດອົ່ງຂອງຂ້ານ້ອຍອີກຄັ້ງ; ຄວາມທະນົງຕົວຂອງຂ້ານ້ອຍຮ້າຍແຮງຫຼາຍເກີນໄປ”. ຕາມຄວາມເປັນຈິງແລ້ວ ເມື່ອເວົ້າເຖິງວິທີການຄິດຂອງມະນຸດທຳມະດາ, ເມື່ອແຂກມາຢ້ຽມຢາມ, ເຈົ້າກໍຕື່ນເຕັ້ນ ແລະ ຟ້າວເຮັດນັ້ນເຮັດນີ້, ຫຍຸ້ງໃນທຸກສິ່ງທີ່ເຈົ້າກຳລັງເຮັດ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນເລື່ອງປົກກະຕິທີ່ໝໍ້ເຂົ້າອາດຈະໄໝ້ ຫຼື ອາຫານມີລົດຊາດເຄັມເກີນໄປ. ສິ່ງນີ້ແມ່ນມາຈາກຄວາມຕື່ນເຕັ້ນຫຼາຍເກີນໄປ, ແຕ່ຜູ້ຄົນກໍມັກສະຫຼຸບຄວາມວ່າມັນເປັນຍ້ອນ “ການລົງວິໄນຂອງພຣະເຈົ້າ”. ໃນຄວາມຈິງແລ້ວ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຜິດພາດທີ່ເກີດຂຶ້ນໃນຊີວິດຂອງມະນຸດ. ເຈົ້າຈະບໍ່ຜະເຊີນກັບສິ່ງນີ້ເຊັ່ນກັນບໍ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ? ບັນຫາທີ່ເກີດຂຶ້ນເປັນຜົນມາຈາກຄວາມຜິດພາດທີ່ເກີດຂຶ້ນຈາກຜູ້ຄົນ, ມັນບໍ່ແມ່ນຄວາມຈິງທີ່ຄວາມຜິດພາດດັ່ງກ່າວຈະເປັນການກະທຳຂອງພຣະວິນຍານບໍລິສຸດ. ຄວາມຜິດພາດດັ່ງກ່າວບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ຄືກັນກັບເມື່ອເຈົ້າກັດລີ້ນຕົນເອງໃນເວລາທີ່ກຳລັງຫຍໍ້າເຂົ້າ, ສິ່ງນັ້ນຈະສາມາດເປັນການລົງວິໄນຂອງພຣະເຈົ້າໄດ້ແນວໃດ? ການລົງວິໄນຂອງພຣະເຈົ້າແມ່ນມີຫຼັກການ ແລະ ໂດຍປົກກະຕິແລ້ວແມ່ນຈະໄດ້ເຫັນໃນເວລາທີ່ເຈົ້າຮູ້ວ່າຕົນເອງເຮັດຜິດ. ມີພຽງແຕ່ເມື່ອເຈົ້າເຮັດສິ່ງຕ່າງໆໂດຍກ່ຽວຂ້ອງກັບນາມຂອງພຣະເຈົ້າ ຫຼື ກ່ຽວຂ້ອງກັບຄຳພະຍານ ຫຼື ພາລະກິດຂອງພຣະອົງ, ພຣະອົງຈຶ່ງຈະລົງວິໄນເຈົ້າ. ໃນປັດຈຸບັນນີ້ ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພໍທີ່ຈະມີສະຕິພາຍໃນກ່ຽວກັບສິ່ງຕ່າງໆທີ່ພວກເຂົາເຮັດ. ຕົວຢ່າງເຊັ່ນ ເຈົ້າຈະບໍ່ຮູ້ສຶກຫຍັງເລີຍບໍ ຖ້າເຈົ້າຍັກຍອກເງິນຂອງຄຣິສຕະຈັກ ຫຼື ເຈົ້າໃຊ້ເງິນນັ້ນຢ່າງເລິນເລີ້? ເຈົ້າຈະຮູ້ສຶກເຖິງບາງຢ່າງເມື່ອກຳລັງເຮັດສິ່ງນັ້ນ. ມັນເປັນໄປບໍ່ໄດ້ທີ່ຈະຮູ້ສຶກເຖິງບາງຢ່າງຫຼັງຈາກໄດ້ກະທຳສຳເລັດໄປແລ້ວ. ເຈົ້າຮູ້ຢ່າງຊັດເຈນກ່ຽວກັບສິ່ງຕ່າງໆທີ່ເຈົ້າເຮັດ ເຊິ່ງຂັດກັບຄວາມຮູ້ສຶກຂອງເຈົ້າ. ຍ້ອນຜູ້ຄົນມີຄວາມມັກ ແລະ ຄວາມຕ້ອງການຂອງພວກເຂົາເອງ, ພວກເຂົາຈຶ່ງພຽງແຕ່ເຮັດໃຫ້ຕົນເອງພໍໃຈ ເຖິງແມ່ນວ່າ ພວກເຂົາຈະຮູ້ວິທີນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຢ່າງຊັດເຈນກະຕາມ. ເມື່ອເປັນດັ່ງນັ້ນ ຫຼັງຈາກທີ່ພວກເຂົາເຮັດບາງສິ່ງ ພວກເຂົາກໍບໍ່ໄດ້ຮູ້ສຶກເຖິງການຕໍາໜິຕິເຕືອນແຕ່ປະການໃດ ຫຼື ພົບກັບການລົງວິໄນຢ່າງແນ່ນອນ. ນີ້ກໍຍ້ອນວ່າພວກເຂົາຮູ້ຕົວວ່າ ເຮັດຜິດ, ສະນັ້ນ ພຣະເຈົ້າຈຶ່ງບໍ່ລົງວິໄນພວກເຂົາ; ຫຼັງຈາກເວລາແຫ່ງການພິພາກສາທີ່ຊອບທຳໄດ້ມາເຖິງ, ການລົງໂທດຂອງພຣະເຈົ້າຈຶ່ງຈະເກີດຂຶ້ນກັບແຕ່ລະຄົນໂດຍອີງຕາມການກະທຳຂອງພວກເຂົາ. ໃນປັດຈຸບັນແມ່ນມີບາງຄົນໃນຄຣິສຕະຈັກທີ່ຍັກຍອກເງິນ, ບາງຄົນທີ່ບໍ່ກໍານົດຂອບເຂດຢ່າງຊັດເຈນລະຫວ່າງຜູ້ຊາຍ ແລະ ແມ່ຍິງ ແລະ ບາງຄົນທີ່ຕັດສິນ, ທ້າທາຍ ແລະ ພະຍາຍາມມ້າງທຳລາຍພາລະກິດຂອງພຣະເຈົ້າຢ່າງລັບໆ. ເປັນຫຍັງພວກເຂົາທຸກຄົນຈຶ່ງຍັງມີຄວາມສູກຢູ່? ເມື່ອໄດ້ເຮັດສິ່ງດັ່ງກ່າວ, ພວກເຂົາກໍມີສະຕິ ແລະ ຮູ້ສຶກເຖິງການຕຳໜິຕິເຕືອນໃນຫົວໃຈຂອງພວກເຂົາ ແລະ ຍ້ອນສິ່ງນີ້ ພວກເຂົາຈຶ່ງທົນທຸກກັບການຂ້ຽນຕີ ແລະ ການຫຼໍ່ຫຼອມເປັນບາງຄັ້ງ, ແຕ່ພວກເຂົາບໍ່ຮູ້ສຶກອາຍເທົ່ານັ້ນເອງ! ຄືກັບເວລາທີ່ຜູ້ຄົນມີເພດສໍາພັນກັບຫຼາຍຄົນ, ພວກເຂົາກໍມີສະຕິໃນສິ່ງທີ່ພວກເຂົາກຳລັງເຮັດໃນເວລານັ້ນ, ແຕ່ຕັນຫາຂອງພວກເຂົາແມ່ນມີຫຼາຍເກີນໄປ ແລະ ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້. ເຖິງແມ່ນພຣະວິນຍານບໍລິສຸດຈະລົງວິໄນພວກເຂົາ, ມັນກໍຈະບໍ່ມີປະໂຫຍດຫຍັງ, ສະນັ້ນ ພຣະວິນຍານບໍລິສຸດຈຶ່ງບໍ່ໄດ້ລົງວິໄນ. ຖ້າພຣະວິນຍານບໍລິສຸດບໍ່ລົງວິໄນພວກເຂົາ ແລ້ວຖ້າພວກເຂົາບໍ່ຮູ້ສຶກເຖິງການຕຳໜິຕິເຕືອນ ແລະ ບໍ່ມີຫຍັງເກີດຂຶ້ນກັບເນື້ອໜັງຂອງພວກເຂົາ, ແມ່ນຫຍັງຄືການຕຳໜິຕິເຕືອນທີ່ສາມາດເກີດຂຶ້ນຫຼັງຈາກນັ້ນ? ຄວາມຜິດແມ່ນໄດ້ເຮັດໄປແລ້ວ, ການລົງວິໄນຈະມີຜົນປະໂຫຍດຫຍັງ? ມັນພຽງແຕ່ພິສູດວ່າພວກເຂົາບໍ່ມີຢາງອາຍເກີນໄປ ແລະ ຂາດຄວາມເປັນມະນຸດ ແລະ ພວກເຂົາສົມຄວນແກ່ຄຳສາບແຊ່ງ ແລະ ການລົງໂທດ! ພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍບໍ່ຈຳເປັນ. ຖ້າເຈົ້າຮູ້ຈັກຄວາມຈິງເປັນຢ່າງດີ ແຕ່ບໍ່ໄດ້ນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ, ຖ້າເຈົ້າສາມາດເຮັດການຊົ່ວຮ້າຍໄດ້, ແລ້ວສິ່ງທີ່ເຈົ້າຈະສາມາດລໍຖ້າໄດ້ກໍມີແຕ່ການມາເຖິງຂອງມື້ທີ່ເຈົ້າຈະຖືກລົງໂທດພ້ອມກັບສິ່ງຊົ່ວຮ້າຍເທົ່ານັ້ນ. ນີ້ແມ່ນຈຸດຈົບທີ່ດີທີ່ສຸດຂອງເຈົ້າ! ບັດນີ້ ເຮົາໄດ້ເທດສະໜາຊໍ້າແລ້ວຊໍ້າອີກກ່ຽວກັບຄວາມສຳນຶກ ເຊິ່ງເປັນບັນທັດຖານທີ່ເລັກນ້ອຍທີ່ສຸດ. ຖ້າຜູ້ຄົນຂາດຄວາມສຳນຶກ, ແລ້ວພວກເຂົາກໍໄດ້ສູນເສຍການລົງວິໄນຂອງພຣະວິນຍານບໍລິສຸດແລ້ວ; ພວກເຂົາສາມາດເຮັດຫຍັງກໍຕາມທີ່ພວກເຂົາປາຖະໜາ ແລະ ພຣະເຈົ້າກໍຈະບໍ່ສົນໃຈພວກເຂົາອີກ. ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນແທ້ຈິງກໍຈະຮູ້ຈັກເຖິງສິ່ງນັ້ນ ເມື່ອພວກເຂົາເຮັດໃນສິ່ງທີ່ຜິດ. ພວກເຂົາຈະຮູ້ສຶກອຶດອັດຫຼັງຈາກທີ່ພວກເຂົາຮູ້ສຶກເຖິງການຕໍາໜິຕິເຕືອນແມ່ນແຕ່ເລັກໜ້ອຍໃນຄວາມສຳນຶກຂອງພວກເຂົາ; ພວກເຂົາຈະຜ່ານການຕໍ່ສູ້ທີ່ຢູ່ຂ້າງໃນ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະປະຖິ້ມເນື້ອໜັງ. ພວກເຂົາຈະບໍ່ໄປເຖິງຈຸດທີ່ພວກເຂົາເຮັດໃນສິ່ງທີ່ຕໍ່ຕ້ານພຣະເຈົ້າຢ່າງຮຸນແຮງ. ບໍ່ວ່າພຣະວິນຍານບໍລິສຸດຈະລົງວິໄນ ແລະ ຂ້ຽນຕີພວກເຂົາ ຫຼື ບໍ່, ທຸກຄົນກໍຈະມີຄວາມຮູ້ສຶກເຖິງບາງຢ່າງເມື່ອພວກເຂົາເຮັດໃນສິ່ງທີ່ຜິດ. ສະນັ້ນ ບັດນີ້ ຜູ້ຄົນຈຶ່ງເຂົ້າໃຈຄວາມຈິງທຸກປະເພດ ແລະ ຖ້າພວກເຂົາບໍ່ປະຕິບັດຄວາມຈິງເຫຼົ່ານັ້ນ ແລ້ວນັ້ນກໍເປັນບັນຫາຂອງມະນຸດ. ເຮົາບໍ່ມີປະຕິກິລິຍາກັບຄົນແບບນີ້ເລີຍ ຫຼື ເຮົາບໍ່ຄາດຫວັງຫຍັງສຳລັບພວກເຂົາ. ເຈົ້າສາມາດເຮັດຕາມທີ່ເຈົ້າພໍໃຈ!

ເມື່ອບາງຄົນມາຢູ່ຮ່ວມກັນ, ພວກເຂົາກໍວາງພຣະທຳຂອງພຣະເຈົ້າໄວ້ຂ້າງໜຶ່ງ ແລະ ກໍພາກັນເວົ້າເຖິງຄົນນັ້ນ ຫຼື ຄົນນີ້ວ່າເປັນແນວນັ້ນແນວນີ້ຢູ່ສະເໝີ. ແນ່ນອນ ມັນເປັນສິ່ງທີ່ດີໃນການຢັ່ງເບິ່ງຜູ້ຄົນເລັກໆນ້ອຍໆ, ເພື່ອບໍ່ວ່າ ເຈົ້າຈະໄປໃສ່ກໍຕາມ ເຈົ້າຈະບໍ່ຖືກຫຼອກລວງຢ່າງງ່າຍດາຍ ຫຼື ຖືກໂກງ ຫຼື ຖືກຕົວະ, ສິ່ງນີ້ແມ່ນເປັນອີກດ້ານທີ່ຜູ້ຄົນຄວນມີ. ແຕ່ເຈົ້າຕ້ອງບໍ່ໃສ່ໃຈກັບດ້ານນີ້ພຽງດ້ານດຽວ. ສິ່ງນີ້ແມ່ນກ່ຽວຂ້ອງກັບດ້ານລົບຂອງສິ່ງຕ່າງໆ ແລະ ເຈົ້າບໍ່ສາມາດໃສ່ໃຈຄົນອື່ນຢູ່ຕະຫຼອດ. ບັດນີ້ ເຈົ້າມີຄວາມຮູ້ພຽງເລັກນ້ອຍກ່ຽວກັບວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າກໍຢູ່ໃນລະດັບຜິວເຜີນຫຼາຍເກີນໄປ ແລະ ເຈົ້າມີສິ່ງດ້ານບວກໜ້ອຍເກີນໄປ. ຜູ້ທີ່ເຈົ້າເຊື່ອແມ່ນພຣະເຈົ້າ ແລະ ຜູ້ທີ່ເຈົ້າຕ້ອງເຂົ້າໃຈກໍແມ່ນພຣະເຈົ້າ, ບໍ່ແມ່ນຊາຕານ. ຖ້າເຈົ້າພຽງແຕ່ຮູ້ຈັກວິທີທີ່ຊາຕານເຮັດພາລະກິດ ແລະ ທຸກວິທີທີ່ວິນຍານຊົ່ວຮ້າຍເຮັດພາລະກິດ, ແຕ່ບໍ່ມີຄວາມຮູ້ຫຍັງກ່ຽວກັບພຣະເຈົ້າເລີຍ, ສິ່ງນັ້ນຈະມີປະໂຫຍດຫຍັງ? ບໍ່ແມ່ນພຣະເຈົ້າບໍ ທີ່ເຈົ້າເຊື່ອໃນປັດຈຸບັນນີ້? ເປັນຫຍັງຄວາມຮູ້ຂອງເຈົ້າຈຶ່ງບໍ່ລວມມີສິ່ງດ້ານບວກເຫຼົ່ານີ້? ເຈົ້າພຽງແຕ່ບໍ່ສົນໃຈກັບດ້ານບວກຂອງທາງເຂົ້າ ຫຼື ເຈົ້າບໍ່ເຂົ້າໃຈມັນເລີຍ, ແລ້ວເຈົ້າຕ້ອງການຮັບເອົາຫຍັງໃນຄວາມເຊື່ອຂອງເຈົ້າແທ້ຈິງ? ເຈົ້າບໍ່ຮູ້ຈັກບໍ ວ່າເຈົ້າຄວນສະແຫວງຫາແນວໃດ? ເຈົ້າຮູ້ກ່ຽວກັບດ້ານລົບຫຼາຍ, ແຕ່ເຈົ້າ ກໍລົ້ມເຫຼວໃນດ້ານບວກຂອງທາງເຂົ້າ, ແລ້ວວຸດທິພາວະຂອງເຈົ້າຈະເຕີບໃຫຍ່ໄດ້ແນວໃດ? ແມ່ນຫຍັງຄືຄວາມຫວັງໃນອະນາຄົດສຳລັບການພັດທະນາທີ່ຄົນແບບເຈົ້າຈະມີ ຜູ້ທີ່ບໍ່ສົນໃຈເວົ້າສິ່ງອື່ນ ນອກຈາກກ່ຽວກັບສົງຄາມກັບຊາຕານ? ທາງເຂົ້າຂອງເຈົ້າຈະບໍ່ລ້າສະໄໝເກີນໄປບໍ? ເຈົ້າຈະສາມາດຮັບເອົາຫຍັງໄດ້ແດ່ຈາກພາລະກິດໃນປັດຈຸບັນໂດຍການເຮັດແບບນີ້? ສິ່ງທີ່ຢູ່ປັດຈຸບັນແມ່ນກະແຈໃຫ້ເຈົ້າເຂົ້າໃຈໃນສິ່ງທີ່ພຣະເຈົ້າຕ້ອງການເຮັດໃນຕອນນີ້, ວິທີທີ່ມະນຸດຄວນຮ່ວມມື, ວິທີທີ່ພວກເຂົາຄວນຮັກພຣະເຈົ້າ, ວິທີທີ່ພວກເຂົາຄວນເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ, ວິທີທີ່ພວກເຂົາຄວນເຂົ້າສູ່ພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວໃນປັດຈຸບັນນີ້, ວິທີທີ່ພວກເຂົາຄວນກິນ ແລະ ດື່ມ, ຜະເຊີນ ແລະ ເຂົ້າໃຈພຣະທຳເຫຼົ່ານັ້ນ, ວິທີທີ່ພວກເຂົາຄວນບັນລຸຕາມຄວາມປະສົງຂອງພຣະເຈົ້າ, ຖືກພຣະເຈົ້າເອົາຊະນະຢ່າງສົມບູນ ແລະ ຍອມຈຳນົນຕໍ່ໜ້າພຣະເຈົ້າ... ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນໃສ່ໃຈ ແລະ ສິ່ງທີ່ເຈົ້າຄວນເຂົ້າສູ່ໃນປັດຈຸບັນ. ເຈົ້າເຂົ້າໃຈບໍ? ມັນຈະມີປະໂຫຍດຫຍັງທີ່ຈະໄປໃສ່ໃຈໃນການຢັ່ງຮູ້ຄົນອື່ນຢ່າງດຽວ? ເຈົ້າສາມາດຢັ່ງຮູ້ຊາຕານໃນທີ່ນີ້, ຢັ່ງຮູ້ວິນຍານຊົ່ວຮ້າຍໃນທີ່ນັ້ນ, ເຈົ້າສາມາດມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບວິນຍານຊົ່ວຮ້າຍ, ແຕ່ຖ້າເຈົ້າບໍ່ສາມາດເວົ້າຫຍັງກ່ຽວກັບພາລະກິດຂອງພຣະເຈົ້າ, ການຢັ່ງຮູ້ເຫຼົ່ານັ້ນສາມາດເຮັດໜ້າທີ່ແທນການເຂົ້າໃຈພຣະເຈົ້າໄດ້ບໍ? ເຮົາໄດ້ສົນທະນາກ່ອນໜ້ານີ້ກ່ຽວກັບການສະແດງອອກຂອງພາລະກິດຂອງວິນຍານຊົ່ວຮ້າຍ, ແຕ່ນີ້ບໍ່ທັນແມ່ນເລື່ອງທີ່ໃຫຍ່ທີ່ສຸດ. ແນ່ນອນ ຜູ້ຄົນຄວນມີການຢັ່ງຮູ້ບາງຢ່າງ ແລະ ນີ້ແມ່ນລັກສະນະທີ່ຄົນທີ່ຮັບໃຊ້ພຣະເຈົ້າຄວນມີ ເພື່ອຫຼີກເວັ້ນການເຮັດສິ່ງໂງ່ໆ ແລະ ການແຊກແຊງພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ສິ່ງສຳຄັນທີ່ສຸດກໍຍັງເປັນການມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ແມ່ນຫຍັງຄືຄວາມຮູ້ກ່ຽວກັບຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າທີ່ຢູ່ພາຍໃນຕົວເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າແມ່ນຫຍັງຄືສິ່ງທີ່ພຣະເຈົ້າເຮັດ, ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ, ຂໍ້ບົກຜ່ອງຂອງເຈົ້າເອງແມ່ນຫຍັງ ແລະ ແມ່ນຫຍັງຄືສິ່ງທີ່ເຈົ້າຄວນປະກອບມີໃນຕົວເຈົ້າເອງ? ເຈົ້າສາມາດເວົ້າໄດ້ບໍວ່າທາງເຂົ້າທີ່ໃໝ່ທີ່ສຸດຂອງເຈົ້າແມ່ນຫຍັງ? ເຈົ້າຄວນສາມາດເກັບກ່ຽວໝາກຜົນ ແລະ ບັນລຸຄວາມເຂົ້າໃຈໃນທາງເຂົ້າໃໝ່. ຢ່າທໍາທ່າສັບສົນ; ເຈົ້າຕ້ອງພະຍາຍາມຫຼາຍຍິ່ງຂຶ້ນໃນທາງເຂົ້າໃໝ່ເພື່ອເຮັດໃຫ້ປະສົບການ ແລະ ຄວາມຮູ້ຂອງເຈົ້າເອງເລິກເຊິ່ງຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງໄດ້ຮັບຄວາມເຂົ້າໃຈກ່ຽວກັບທາງເຂົ້າໃໝ່ທີ່ສຸດໃນປັດຈຸບັນ ແລະ ວິທີທີ່ຖືກຕ້ອງທີ່ສຸດໃນການຜະເຊີນກັບສິ່ງເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ ຜ່ານທາງພາລະກິດໃໝ່ ແລະ ທາງເຂົ້າໃໝ່, ເຈົ້າຄວນມີການຢັ່ງຮູ້ເມື່ອເວົ້າເຖິງການປະຕິບັດທີ່ລ້າສະໄໝ ແລະ ອອກນອກຮູ້ນອກທາງຂອງເຈົ້າກ່ອນໜ້ານີ້ ແລະ ສະແຫວງຫາວິທີທີ່ຈະໂຍນສິ່ງເຫຼົ່ານັ້ນຖິ້ມເພື່ອເຂົ້າສູ່ປະສົບການໃໝ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຈຳເປັນຕ້ອງເຂົ້າໃຈຢ່າງຮີບດ່ວນໃນປັດຈຸບັນ ແລະ ຕ້ອງເຂົ້າສູ່. ເຈົ້າຕ້ອງເຂົ້າໃຈເຖິງຄວາມແຕກຕ່າງ ແລະ ຄວາມສຳພັນລະຫວ່າງທາງເຂົ້າເກົ່າ ແລະ ໃໝ່. ຖ້າເຈົ້າບໍ່ມີຄວາມເຂົ້າໃຈໃນສິ່ງເຫຼົ່ານີ້, ແລ້ວເຈົ້າກໍຈະບໍ່ມີທາງຄືບໜ້າໄດ້, ຍ້ອນເຈົ້າຈະບໍ່ສາມາດຕາມທັນພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຕ້ອງສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງເໝາະສົມ ແລະ ມີການສົນທະນາທີ່ຖືກຕ້ອງ ແລະ ໃຊ້ສິ່ງເຫຼົ່ານັ້ນເພື່ອປ່ຽນແປງວິທີການປະຕິບັດທີ່ລ້າສະໄໝຂອງເຈົ້າທີ່ຜ່ານມາແລະ ແນວຄິດຕາມປະເພນີດັ່ງເດີມຂອງເຈົ້າ ເພື່ອວ່າເຈົ້າຈະໄດ້ເຂົ້າສູ່ການປະຕິບັດໃໝ່ ແລະ ເຂົ້າສູ່ພາລະກິດໃໝ່ຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນບັນລຸ. ເຮົາບໍ່ພຽງແຕ່ຂໍໃຫ້ເຈົ້າຄິດຫາວິທີທີ່ເຈົ້າຈະສາມາດບັນລຸສິ່ງນີ້ໄດ້ຢ່າງແທ້ຈິ; ນີ້ບໍ່ແມ່ນເປົ້າໝາຍຂອງເຮົາ. ກົງກັນຂ້າມ ເຮົາກຳລັງຂໍໃຫ້ເຈົ້ານໍາການປະຕິບັດຄວາມຈິງຂອງເຈົ້າ ແລະ ການເຂົ້າໃຈທາງເຂົ້າຂອງເຈົ້າເຂົ້າສູ່ຊີວິດຢ່າງຈິງຈັງ. ຄວາມສາມາດຂອງເຈົ້າໃນການຮູ້ຈັກຕົນເອງບໍ່ແມ່ນການສະແດງເຖິງວຸດທິພາວະທີ່ແທ້ຈິງຂອງເຈົ້າ. ຖ້າເຈົ້າສາມາຜະເຊີນກັບພາລະກິດຂອງພຣະເຈົ້າ, ມີປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຈິງຕ່າງໆໃນພຣະທຳຂອງພຣະເຈົ້າ ແລະ ສາມາດແຍກແຍະແນວຄິດສ່ວນຕົວ ແລະ ຄວາມຜິດພາດຂອງເຈົ້າທີ່ຜ່ານມາ, ແລ້ວນີ້ກໍຄືວຸດທິພາວະທີ່ແທ້ຈິງຂອງເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າທຸກຄົນຄວນບັນລຸ.

ມີຫຼາຍສະຖານະການທີ່ພວກເຈົ້າບໍ່ເຂົ້າໃຈວິທີປະຕິບັດຢ່າງແທ້ຈິງ ແລະ ເຈົ້າຍິ່ງຮູ້ໜ້ອຍກ່ຽວກັບວິທີພຣະວິນຍານບໍລິສຸດປະຕິບັດພາລະກິດ. ບາງເທື່ອ ເຈົ້າເຮັດບາງສິ່ງທີ່ບໍ່ເຊື່ອຟັງພຣະວິນຍານບໍລິສຸດຢ່າງຊັດເຈນ. ຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍມີຄວາມເຂົ້າໃຈກ່ຽວກັບຫຼັກການໃນປັດຈຸບັນໃນເລື່ອງດັ່ງກ່າວ, ແລ້ວເຈົ້າກໍມີຄວາມຮູ້ສຶກຢູ່ພາຍໃນເຖິງການຕຳໜິຕິເຕືອນ ແລະ ຄວາມກະວົນກະວາຍ; ແນ່ນອນ ນີ້ແມ່ນຄວາມຮູ້ສຶກທີ່ຄົນໜຶ່ງຈະໄດ້ຮັບພາຍໃຕ້ສົມມຸດຕິຖານແຫ່ງການຮູ້ຈັກຄວາມຈິງບາງຢ່າງ. ຖ້າຜູ້ຄົນບໍ່ຮ່ວມມື ຫຼື ປະຕິບັດໂດຍສອດຄ່ອງກັບພຣະທຳຂອງພຣະເຈົ້າໃນປັດຈຸບັນ, ແລ້ວພວກເຂົາກໍກຳລັງຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາກໍຈະຮູ້ສຶກເຖິງຄວາມກະວົນກະວາຍຢູ່ພາຍໃນຢ່າງແນ່ນອນ. ສົມມຸດວ່າເຈົ້າເຂົ້າໃຈຫຼັກການຂອງດ້ານໃດໜຶ່ງ ແຕ່ເຈົ້າບໍ່ປະຕິບັດຕາມ, ແລ້ວເຈົ້າກໍຈະທົນທຸກກັບຄວາມຮູ້ສຶກແຫ່ງການຕໍາໜິຕິເຕືອນຢູ່ພາຍໃນ. ຖ້າເຈົ້າບໍ່ເຂົ້າໃຈຫຼັກການ ແລະ ບໍ່ຮູ້ຈັກຄວາມຈິງໃນດ້ານນີ້ເລີຍ, ແລ້ວເຈົ້າຈະບໍ່ຈຳເປັນຕ້ອງຮູ້ສຶກເຖິງການຕຳໜິຕິເຕືອນໃນເລື່ອງນີ້. ການຕໍາໜິຕິເຕືອນຂອງພຣະວິນຍານບໍລິສຸດຢູ່ໃນບໍລິບົດຢູ່ສະເໝີ. ເຈົ້າຄິດວ່າ ຍ້ອນເຈົ້າບໍ່ໄດ້ອະທິຖານ ແລະ ບໍ່ໄດ້ຮ່ວມມືກັບພາລະກິດຂອງພຣະວິນຍານບໍລິສຸດ ເຈົ້າຈຶ່ງເຮັດໃຫ້ພາລະກິດຊັກຊ້າ. ໃນຄວາມຈິງແລ້ວ ພາລະກິດນັ້ນບໍ່ສາມາດຖືກເຮັດໃຫ້ຊັກຊ້າໄດ້. ພຣະວິນຍານບໍລິສຸດຈະດົນບັນດານຄົນອື່ນອີກ; ບໍ່ມີໃຜຍັບຍັ້ງພາລະກິດຂອງພຣະວິນຍານບໍລິສຸດໄດ້. ເຈົ້າຮູ້ສຶກວ່າເຈົ້າເຮັດໃຫ້ພຣະເຈົ້າເສົ້າໃຈ ແລະ ນີ້ແມ່ນຄວາມຮູ້ສຶກທີ່ເຈົ້າຄວນມີໃນຄວາມສຳນຶກຂອງເຈົ້າ. ບໍ່ວ່າເຈົ້າຈະສາມາດຮັບເອົາຄວາມຈິງ ຫຼື ບໍ່ ກໍບໍ່ແມ່ນທຸລະຂອງເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ບາງຄັ້ງ ມັນແມ່ນຄວາມສຳນຶກຂອງເຈົ້າເອງທີ່ຮູ້ສຶກວ່າຖືກກ່າວໂທດ, ແຕ່ນີ້ບໍ່ແມ່ນແສງສະຫວ່າງ ຫຼື ແສງເຍືອງທາງຂອງພຣະວິນຍານບໍລິສຸດ ຫຼື ມັນບໍ່ແມ່ນການຕໍາໜິຕິເຕືອນຂອງພຣະວິນຍານບໍລິສຸດ. ກົງກັນຂ້າມ ມັນແມ່ນຄວາມຮູ້ສຶກທີ່ຢູ່ພາຍໃນຄວາມສຳນຶກຂອງມະນຸດ. ຖ້າເຈົ້າປະຕິບັດຢ່າງຕັ້ງໃຈກ່ຽວກັບເລື່ອງພຣະນາມຂອງພຣະເຈົ້າ, ຄຳພະຍານຂອງພຣະເຈົ້າ ຫຼື ພາລະກິດຂອງພຣະເຈົ້າ, ແລ້ວພຣະເຈົ້າກໍຈະບໍ່ປ່ອຍເຈົ້າໄປ. ແຕ່ວ່າມີຂອບເຂດຈຳກັດ, ພຣະເຈົ້າຈະບໍ່ຫຍຸ້ງກັບເຈົ້າໃນເລື່ອງທຳມະດາ ແລະ ເລັກນ້ອຍ. ພຣະອົງຈະບໍ່ສົນໃຈເຈົ້າ. ຖ້າເຈົ້າລະເມີດຫຼັກການ ແລະ ເຈົ້າທຳລາຍ ແລະ ລົບກວນພາລະກິດຂອງພຣະເຈົ້າ, ພຣະອົງກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ເຈົ້າ ແລະ ຈະບໍ່ປ່ອຍເຈົ້າໄປຢ່າງແນ່ນອນ. ຄວາມຜິດພາດບາງຢ່າງທີ່ເຈົ້າເຮັດກໍບໍ່ສາມາດຫຼີກເວັ້ນໄດ້ໃນຊີວິດຂອງມະນຸດ. ຕົວຢ່າງເຊັ່ນ ເຈົ້າໜຶ້ງສາລະເປົາບໍ່ຖືກວິທີ ແລະ ເວົ້າວ່າພຣະເຈົ້າກຳລັງລົງວິໄນເຈົ້າ, ນີ້ແມ່ນສິ່ງທີ່ບໍ່ສົມເຫດສົມຜົນທີ່ສຸດທີ່ຈະເວົ້າ. ກ່ອນທີ່ເຈົ້າມາເຊື່ອໃນພຣະເຈົ້າ, ສິ່ງແບບນີ້ກໍບໍ່ໄດ້ເກີດຂຶ້ນຕະຫຼອດເວລາແມ່ນບໍ? ເຈົ້າຮູ້ສຶກວ່າ ມັນເບິ່ງຄືເປັນການລົງວິໄນຂອງພຣະວິນຍານບໍລິສຸດ, ແຕ່ໃນຄວາມເປັນຈິງ ນີ້ບໍ່ແມ່ນຄວາມຈິງ (ນອກຈາກບາງກໍລະນີທີ່ພິເສດ), ຍ້ອນພາລະກິດນີ້ບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ, ແຕ່ກົງກັນຂ້າມແມ່ນມາຈາກຄວາມຮູ້ສຶກຂອງມະນຸດ. ເຖິງຢ່າງໃດກໍຕາມ, ມັນປົກກະຕິທີ່ຄົນມີຄວາມເຊື່ອຈະຄິດແບບນີ້. ເຈົ້າຈະບໍ່ຄິດແບບນີ້ຖ້າເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ. ຫຼັງຈາກທີ່ເຈົ້າມາເຊື່ອໃນພຣະເຈົ້າ, ເຈົ້າກໍເລີ່ມໃຊ້ເວລາຫຼາຍຂຶ້ນໃນການພິຈາລະນາສິ່ງເຫຼົ່ານີ້ ແລະ ສະນັ້ນ ເຈົ້າຈຶ່ງຄິດຕາມສິ່ງເຫຼົ່ານີ້ໂດຍທຳມະຊາດ. ສິ່ງນີ້ເກີດມາຈາກຄວາມຄິດປົກກະຕິຂອງມະນຸດ ແລະ ກ່ຽວຂ້ອງກັບຄວາມຄິດຂອງພວກເຂົາ. ແຕ່ໃຫ້ເຮົາບອກເຈົ້າວ່າ ຄວາມຄິດດັ່ງກ່າວບໍ່ໄດ້ຢູ່ພາຍໃນຂອບເຂດແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ນີ້ແມ່ນຕົວຢ່າງຂອງການທີ່ພຣະວິນຍານບໍລິສຸດມອບປະຕິກິລິຍາປົກກະຕິຜ່ານທາງຄວາມຄິດຂອງພວກເຂົາ; ແຕ່ເຈົ້າຕ້ອງເຂົ້າໃຈວ່າປະຕິກິລິຍານີ້ບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ການມີ “ຄວາມຮູ້” ແບບນີ້ບໍ່ໄດ້ພິສູດວ່າເຈົ້າມີພາລະກິດຂອງພຣະວິນຍານບໍລິສຸດ. ຄວາມຮູ້ຂອງເຈົ້າບໍ່ໄດ້ເກີດມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ມັນຈະເປັນພາລະກິດຂອງພຣະວິນຍານບໍລິສຸດ. ມັນເປັນພຽງຜົນຜະລິດຂອງຄວາມຄິດປົກກະຕິຂອງມະນຸດ ແລະ ມັນບໍ່ມີຈຸດເຊື່ອມໂຍງກັບແສງສະຫວ່າງ ຫຼື ແສງເຍືອງທາງຂອງພຣະວິນຍານບໍລິສຸດຢ່າງແນ່ນອນ, ສິ່ງເຫຼົ່ານີ້ແມ່ນປະກົດການທີ່ແຕກຕ່າງກັນຢ່າງຊັດເຈນ. ຄວາມຄິດດັ່ງກ່າວຂອງມະນຸດປົກກະຕິບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງສິ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດເພື່ອສ່ອງແສງສະຫວ່າງໃຫ້ກັບຜູ້ຄົນ, ໂດຍທົ່ວໄປແລ້ວ ພຣະອົງມອບຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບທາງເຂົ້າທີ່ແທ້ຈິງຂອງພວກເຂົາ ແລະ ສະພາວະທີ່ແທ້ຈິງຂອງພວກເຂົາໃຫ້ກັບພວກເຂົາ. ພຣະອົງຍັງຍອມໃຫ້ພວກເຂົາເຂົ້າໃຈເຖິງເຈດຕະນາອັນຮີບດ່ວນຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງສຳລັບມະນຸດໃນປັດຈຸບັນ, ເພື່ອວ່າພວກເຂົາຈະມີຄວາມເດັດດ່ຽວທີ່ຈະເສຍສະຫຼະທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ຮັກພຣະເຈົ້າ ເຖິງແມ່ນພວກເຂົາຈະພົບກັບການຂົ່ມເຫັງ ແລະ ຄວາມທຸກຍາກ ແລະ ຢືນເປັນພະຍານໃຫ້ກັບພຣະເຈົ້າ ເຖິງແມ່ນມັນໝາຍເຖິງການລັ່ງເລືອດຂອງພວກເຂົາ ຫຼື ການມອບຊີວິດຂອງພວກເຂົາ ແລະ ເຮັດສິ່ງນັ້ນໂດຍບໍ່ເສຍໃຈ. ຖ້າເຈົ້າມີຄວາມເດັດດ່ຽວແບບນີ້, ມັນກໍໝາຍຄວາມວ່າເຈົ້າມີການດົນໃຈ ແລະ ມີພາລະກິດຂອງພຣະວິນຍານບໍລິສຸດ, ແຕ່ໃຫ້ຮູ້ວ່າເຈົ້າບໍ່ໄດ້ມີການດົນໃຈດັ່ງກ່າວໄດ້ທຸກເວລາ. ບາງເທື່ອໃນການປະຊຸມ ເຈົ້າອະທິຖານ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາຮູ້ສຶກວ່າຖືກດົນບັນດານ ແລະ ດົນໃຈຢ່າງຮຸນແຮງ. ມັນຮູ້ສຶກໃໝ່ ແລະ ສົດໃສຫຼາຍ ເມື່ອຄົນອື່ນແບ່ງປັນການສົນທະນາກ່ຽວກັບປະສົບການຂອງພວກເຂົາ ແລະ ຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍຊັດເຈນ ແລະ ສົດໃສແທ້ໆ. ນີ້ແມ່ນພາລະກິດທັງໝົດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນຜູ້ນໍາ ແລະ ພຣະວິນຍານບໍລິສຸດມອບແສງສະຫວ່າງ ແລະ ແສງເຍືອງທາງທີ່ພິເສດໃຫ້ກັບເຈົ້າໃນເວລາທີ່ເຈົ້າລົງໄປໃນຄຣິສຕະຈັກເພື່ອປະຕິບັດພາລະກິດ, ມອບຄວາມເຂົ້າໃຈໃນບັນຫາຕ່າງໆທີ່ມີຢູ່ພາຍໃນຄຣິສຕະຈັກໃຫ້ກັບເຈົ້າ, ຍອມໃຫ້ເຈົ້າຮູ້ຈັກວິທີແບ່ງປັນການສົນທະນາກ່ຽວກັບຄວາມຈິງເພື່ອແກ້ໄຂສິ່ງເຫຼົ່ານັ້ນ, ເຮັດໃຫ້ເຈົ້າຈິງໃຈ, ຮັບຜິດຊອບ ແລະ ຈິງຈັງໃນພາລະກິດຂອງເຈົ້າຢ່າງໜ້າເຊື່ອ, ທຸກສິ່ງເຫຼົ່ານີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ສິ່ງເຫຼົ່ານີ້ແມ່ນບາງຢ່າງ”.

​ກ່ອນ​ນີ້ :ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ຕໍ່​ໄປ:ການປະຕິບັດ (2)

ເນື່ອຫາທີ່ກ່ຽວຂ້ອງ