​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງທຸກຢ່າງງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈູດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອັນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງເປົາໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອັນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ. ການອ່ານພຣະຄຳພີ, ສ່ວນໃຫຍ່ເຈົ້າຈະເຂົ້າໃຈແຄ່ປະຫວັດສາດຂອງອິດສະຣາເອັນພຽງເລັກນ້ອຍ, ເຈົ້າຈະຮຽນຮູ້ກ່ຽວກັບຊີວິດຂອງອັບຣາຮາມ, ເດວິດ ແລະ ໂມເຊ, ເຈົ້າອາດຈະຄົ້ນພົບວ່າ ພວກເຂົາຢໍາເກງພຣະເຢໂຮວາແນວໃດ, ພຣະເຢໂຮວາຊົງເຜົາຄົນທີ່ຕໍ່ຕ້ານພຣະອົງແນວໃດ ແລະ ພຣະອົງຊົງກ່າວກັບຜູ້ຄົນໃນຍຸກນັ້ນໄດ້ແນວໃດ. ເຈົ້າຈະໄດ້ແຕ່ຄົ້ນພົບພາລະກິຂອງພຣະເຈົ້າໃນອະດີດເທົ່ານັ້ນ. ການບັນທຶກຂອງພຣະຄຳພີກ່ຽວຂ້ອງກັບວິທີທີ່ປະຊາຊົນຂອງອິດສະຣາເອັນໃນໄລຍະຕົ້ນຢໍາເກງພຣະເຈົ້າ ແລະ ຢູ່ພາຍໃຕ້ການນໍາຂອງພຣະເຢໂຮວາ. ເພາະວ່າຊາວອິດສະຣາເອັນເປັນຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້, ໃນພຣະສັນຍາເດີມ ເຈົ້າສາມາດເຫັນເຖິງຄວາມຊື່ສັດທີ່ຜູ້ຄົນທັງໝົດມີໃຫ້ກັບພຣະເຢໂຮວາ, ທຸກຄົນທີ່ເຊື່ອຟັງພຣະເຢໂຮວາໄດ້ຮັບການດູແລ ແລະ ການອວຍພອນຈາກພຣະອົງແນວໃດ,​ ເຈົ້າສາມາດຮຽນຮູ້ວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນອິດສະຣາເອັນ, ພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ ພ້ອມທັງປະກອບດ້ວຍໄຟທີ່ໄໝ້ທຳລາຍ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບຊາວອິດສະຣາເອັນທຸກຄົນ ຕັ້ງແຕ່ຄົນທີ່ຕ້ອຍຕໍ່າຈົນເຖິງຄົນທີ່ຍິ່ງໃຫຍ່ ຢຳເກງພຣະເຈົ້າ ແລະ ດ້ວຍເຫດນັ້ນ ທົ່ວປະເທດຈຶ່ງໄດ້ຮັບພອນຈາກພຣະເຈົ້າ. ສິ່ງດັ່ງກ່າວແມ່ນປະຫວັດສາດຂອງອິດສະຣາເອັນທີ່ບັນທຶກໃນພຣະສັນຍາເດີມ.

ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອັນ ແລະ ບັນທຶກການທຳນວາຍຫຼາຍຢ່າງຂອງນັກປະກາດພຣະທຳບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຮະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຂອງການຢຳເກງພຣະເຢໂຮວາ ແລະ ການທີ່ພວກເຂົາເຄົາລົບບູຊາພຣະເຈົ້າ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນສິ່ງຊົງສ້າງຂອງພຣະເຈົ້າຕ້ອງເຄົາລົບບູຊາພຣະຜູ້ສ້າງຂອງພວກເຂົາ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ນໍາພາການຈັດສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ພຣະຄໍາພີບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວຍິ່ງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວຂອງຜູ້ປະກາດພຣະທຳບູຮານ, ພວກອັກຄະສາວົກ ແລະ ນັກທໍານວາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສຶແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ,​ ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນກໍຍິ່ງຖືກຊັກຊວນໃຫ້ເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ກ້າວິເຄາະ “ໜັງສືທີ່ມາຈາກສະຫວັນ” ນີ້ ເພາະວ່າມັນ “ສັກສິດ” ເກີນໄປ.

ທັນທີທີ່ພວກເຂົາອ່ານພຣະຄຳພີ ເປັນຫຍັງຜູ້ຄົນຈຶ່ງສາມາດຄົ້ນພົບເສັ້ນທາງທີ່ເໝາະສົມໃນການປະຕິບັດມັນ? ເປັນຫຍັງພວກເຂົາຈຶ່ງສາມາດຮັບຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້? ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າທີ່ແທ້ຈິງ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນສ້າງຄວາມເດືອດຮ້ອນຢ່າງໃຫຍ່ຫຼວງສຳລັບພາລະກິດໃນອະນາຄົດ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ເຖິງຢ່າງໃດກໍຕາມ ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງທາດແທ້ ແລະ ເລື່ອງລາວພາຍໃນພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າຢ່າງສິ້ນເຊີງ, ແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ທຳມິກກະຊົນ ແລະ ນັກປະກາດພຣະທຳບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງເປັນສິ່ງທີ່ຄົນເຫຼົ່ານີ້ເຫັນ ແລະ ຮູ້ຈັກຢ່າງແທ້ຈິງ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ປະກາດພຣະທຳ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນມີຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ-ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການຕອບສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງເປົາໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການຕອບສະໜອງ ແລະ ການຊ່ວຍເຫຼືອຈາກໜັງສຶເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງເປົາໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບທຳມິກກະຊົນໃນຍຸກແຫ່ງອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ລ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອັນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍລ້າສະໄໝ ແລະ ກາຍເປັນອະດີດໄປແລ້ວ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ:ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດຕິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ຫຼື ເວລາບໍ່ສາມາດປ່ຽນແປງໄດ້ຈັກເທື່ອ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນກາລານຸກົມທີ່ເກົ່າແກ່ ແລະ ກາລານຸກົມທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ບໍ່ວ່າກາລານຸກົມເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນ ຫຼື ບໍ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ ຫຼື ບໍ, ພວກມັນບໍ່ລ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນສາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?

ສິ່ງທີ່ພຣະຄຳພີບັນທຶກແມ່ນພາລະກິດຂອງພຣະເຈົ້າໃນອິດສະຣາເອັນ ລວມເຖິງບາງສິ່ງທີ່ປະຊາຊົນອິດສະຣາເອັນຜູ້ທີ່ພຣະເຈົ້າຊົງເລືອກໄວ້ ໄດ້ກະທຳ. ເຖິງແມ່ນວ່າ ໄດ້ມີການຄັດເລືອກສ່ວນຕ່າງໆເພື່ອຜະໜວກ ຫຼື ກຳຈັດ, ເຖິງແມ່ນວ່າພຣະວິນຍານບໍລິສຸດບໍ່ເຫັນດີດ້ວຍກໍຕາມ, ພຣະອົງກໍຍັງບໍ່ຖືກກ່າວໂທດ. ພຣະຄຳພີຄືໜັງສືປະຫວັດສາດຂອງອິດສະຣາເອັນ ແລະ ໜັງສືບັນທຶກພາລະກິດຂອງພຣະເຈົ້າ. ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ມັນໄດ້ບັນທຶກໄວ້ແມ່ນເປັນຈິງທັງໝົດ ແລະ ບໍ່ມີສິ່ງໃດກ່ຽວກັບພວກເຂົາທີ່ມີຄວາມໝາຍທາງສັນຍາລັກ, ແນ່ນອນ ນອກຈາກຄຳທຳນວາຍຂອງເອຊາຢາ, ດານີເອນ ແລະ ຜູ້ປະກາດພຣະທຳອື່ນໆ ຫຼື ໜັງສືແຫ່ງນິມິດຂອງໂຢຮັນ. ປະຊາຊົນຂອງອິດສະຣາເອັນໃນໄລຍະເລີ່ມຕົ້ນນັ້ນມີຄວາມຮູ້ ແລະ ມີວັດທະນະທຳ ແລະ ຄວາມຮູ້ ແລະ ວັດທະນະທຳທີ່ເກົ່າແກຂອງພວກເຂົາກໍກ້າວໜ້າພໍສົມຄວນ ແລ້ວສິ່ງທີ່ພວກເຂົາຂຽນກໍສູງສົ່ງກວ່າຜູ້ຄົນໃນປັດຈຸບັນ. ຜົນຕາມມາກໍຄື ພວກເຂົາສາມາດຂຽນໜັງສືເຫຼົ່ານີ້ໄດ້ ກໍບໍ່ເຫັນເປັນເລື່ອງແປກ ຍ້ອນວ່າ ພຣະເຢໂຮວາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງພວກເຂົາ ແລະ ພວກເຂົາກໍໄດ້ເຫັນຫຼາຍສິ່ງຫຼາຍຢ່າງ. ເດວິດໄດ້ເຫັນການກະທຳຂອງພຣະເຢໂຮວາດ້ວຍຕາຂອງເພິ່ນເອງ, ເພິ່ນໄດ້ປະສົບກັບພວກມັນດ້ວຍຕົວເພິ່ນເອງ ແລະ ໄດ້ເຫັນໝາຍສຳຄັນ ແລະ ອັດສະຈັນຫຼາຍຢ່າງ ດ້ວຍເຫດນັ້ນ ເພິ່ນຈຶ່ງຂຽນເພງສັນລະເສີນເຫຼົ່ານັ້ນເພື່ອສັນລະເສີນການກະທຳຂອງພຣະເຢໂຮວາ. ພວກເຂົາສາມາດຂຽນໜັງສືເຫຼົ່ານີ້ກໍຍ້ອນສະພາບການຂອງພວກເຂົາ ບໍ່ແມ່ນຍ້ອນພວກເຂົາສັກສິດ. ພວກເຂົາສັນລະເສີນພຣະເຢໂຮວາ ຍ້ອນພວກເຂົາໄດ້ເຫັນພຣະອົງ. ຖ້າພວກເຈົ້າບໍ່ໄດ້ເຫັນພຣະເຢໂຮວາ ແລະ ບໍ່ຮູ້ກ່ຽວກັບການເປັນຢູ່ຂອງພຣະອົງ, ພວກເຈົ້າຈະສັນລະເສີນພຣະອົງໄດ້ແນວໃດ? ຖ້າພວກເຈົ້າບໍ່ໄດ້ເຫັນພຣະເຢໂຮວາ ພວກເຈົ້າຈະບໍ່ຮູ້ສັນລະເສີນພຣະອົງ ຫຼື ນະມັດສະການພຣະອົງ ຢ່າວ່າແຕ່ພວກເຈົ້າຈະສາມາດຂຽນບົດເພງຍົກຍ້ອງພຣະອົງເລີຍ ແລະ ເຖິງແມ່ນວ່າ ພວກເຈົ້າຖືກຮຽກຮ້ອງໃຫ້ປະດິດການກະທຳບາງຢ່າງຂອງພຣະເຢໂຮວາ ພວກເຈົ້າກໍຈະບໍ່ສາມາດເຮັດໄດ້. ໃນປັດຈຸບັນ ພວກເຈົ້າສາມາດສັນລະເສີນພຣະເຈົ້າ ແລະ ຮັກພຣະເຈົ້າກໍຍ້ອນວ່າ ພວກເຈົ້າໄດ້ເຫັນພຣະອົງເຊັ່ນກັນ ແລະ ໄດ້ຜະເຊີນກັບພາລະກິດຂອງພຣະອົງເຊັ່ນກັນ ແລະ ຖ້າຄວາມສາມາດຂອງພວກເຈົ້າປັບປຸງຂຶ້ນ, ພວກເຈົ້າຈະບໍ່ສາມາດຂຽນບົດກອນເພື່ອສັນລະເສີນພຣະເຈົ້າຄືກັບເດວິດບໍ?

ເຂົ້າໃຈພຣະຄຳພີ, ເຂົ້າໃຈປະຫວັດສາດ ແຕ່ບໍ່ຍອມເຂົ້າໃຈສິ່ງທີ່ພຣະວິນຍານບໍລິສຸດກຳລັງກະທຳໃນປັດຈຸບັນ, ນັ້ນຄືສິ່ງທີ່ຜິດ! ເຈົ້າໄດ້ເຮັດດີຫຼາຍໃນການສຶກສາກ່ຽວກັບປະຫວັດສາດ, ເຈົ້າເຮັດດີທີ່ສຸດ ແຕ່ເຈົ້າບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນປັດຈຸບັນ. ສິ່ງນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ຄົນອື່ນຖາມເຈົ້າວ່າ “ພຣະເຈົ້າເປັນແນວໃດໃນປັດຈຸບັນ? ເຈົ້າຄວນເຂົ້າສູ່ຫຍັງໃນປັດຈຸບັນ? ການສະແຫວງຫາຊີວິດຂອງເຈົ້າເປັນແນວໃດ? ເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ?” ເຈົ້າກໍຈະບໍ່ມີຄຳຕອບສຳລັບສິ່ງທີ່ພວກເຂົາຖາມ ແລ້ວເຈົ້າຮູ້ຈັກຫຍັງແດ່? ເຈົ້າຈະເວົ້າວ່າ ຂ້ານ້ອຍຮູ້ພຽງແຕ່ວ່າ ຂ້ານ້ອຍຕ້ອງຫັນຫຼັງໃຫ້ກັບເນື້ອໜັງ ແລະ ຮູ້ຈັກຕົວຂ້ານ້ອຍເອງ. ແລ້ວຖ້າພວກເຂົາຖາມວ່າ “ເຈົ້າຮູ້ຈັກຫຍັງອີກແດ່?” ເຈົ້າຈະເວົ້າວ່າ ເຈົ້າຍັງຮູ້ຈັກເຊື່ອຟັງການຈັດແຈງຂອງພຣະເຈົ້າທັງໝົດ ແລະ ເຂົ້າໃຈປະຫວັດສາດກ່ຽວກັບພຣະຄຳພີເລັກນ້ອຍ ແລະ ໝົດເທົ່ານັ້ນ.​ ນັ້ນຄືທຸກສິ່ງທີ່ເຈົ້າໄດ້ຮັບຈາກການເຊື່ອໃນພຣະເຈົ້າຕະຫຼອດເວລາຫຼາຍປີຜ່ານມາບໍ? ຖ້ານັ້ນຄືທັງໝົດທີ່ເຈົ້າເຂົ້າໃຈ ແລ້ວເຈົ້າແມ່ນຂາດເຂີນຫຼາຍ.​ ສະນັ້ນ, ແທ້ຈິງແລ້ວ ວຸດທິພາວະຂອງພວກເຈົ້າໃນປັດຈຸບັນບໍ່ສາມາດເປັນທີ່ບັນລຸຕາມເງື່ອນໄຂຈຳເປັນທີ່ເຮົາມີໃຫ້ກັບພວກເຈົ້າໄດ້ ແລະ ລິດອຳນາດແຫ່ງການຈຳແນກຂອງພວກເຈົ້າ ແລະ ຄວາມຈິງທີ່ພວກເຈົ້າເຂົ້າໃຈກໍບໍ່ພຽງພໍ ເຊິ່ງໝາຍຄວາມວ່າ ຄວາມເຊື່ອຂອງພວກເຈົ້າເລັກນ້ອຍເກີນໄປ! ພວກເຈົ້າຕ້ອງປະກອບດ້ວຍຄວາມຈິງຫຼາຍຂຶ້ນ, ພວກເຈົ້າຕ້ອງການຄວາມຮູ້ຫຼາຍຂຶ້ນ, ພວກເຈົ້າຕ້ອງເຫັນຫຼາຍກວ່ານີ້ ແລະ ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະສາມາດເຜີຍແຜ່ຂ່າວປະເສີດ ເພາະວ່າ ນີ້ຄືສິ່ງທີ່ພວກເຈົ້າຄວນບັນລຸ!

​ກ່ອນ​ນີ້ :ກ່ຽວກັບພຣະຄຳພີ (3)

ຕໍ່​ໄປ:ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ເນື່ອຫາທີ່ກ່ຽວຂ້ອງ

  • ວິທີການຮູ້ຈັກຄວາມເປັນຈິງ

    ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸ…

  • ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມເຊື່ອ?

    ໃນມະນຸດມີພຽງພຣະທໍາທີ່ບໍ່ແນ່ນອນກ່ຽວກັບຄວາມເຊື່ອ, ແຕ່ມະນຸດຍັງບໍ່ຮູ້ວ່າແມ່ນຫຍັງທີ່ປະກອບເປັນຄວາມເຊື່ອ, ເປັນຫຍັງເຂົາຈິ່ງມີຄວາມເຊື່ອໜ້ອຍລົງ. ມະນຸດເຂົ້າໃຈໜ້…

  • ເຈົ້າຈົງຮັກພັກດີຕໍ່ໃຜ?

    ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ໃນປັດຈຸບັນແມ່ນມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍກັບຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ…

  • ພາລະກິດຂອງພຣະເຈົ້າງ່າຍດາຍຕາມທີ່ມະນຸດຈິນຕະນາການບໍ?

    ໃນຖານະເປັນຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ, ເຈົ້າຄວນເຂົ້າໃຈວ່າ ມື້ນີ້ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມພົ້ນຈາກພຣະເຈົ້າຢ່າງແທ້ຈິງແລ້ວ ໃນການຮັບພາລະກິດຂອງພຣະເຈົ…