​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ, ນັ້ນແມ່ນຮູບແບບທຳມະດາຂອງການຝຶກຝົນຝ່າຍວິນຍານ ແລະ ມັນປະກອບມີຂັ້ນຕອນທຳອິດຂອງການປະຕິບັດໃນຄວາມເຊື່ອຂອງຜູ້ຄົນ. ຖ້າຜູ້ຄົນເພິ່ງພາການປະຕິບັດແບບນີ້ຢູ່ສະເໝີໃນຊີວິດຂອງພວກເຂົາ, ພວກເຂົາກໍຈະບໍ່ສາມາດເຂົ້າສູ່ປະສົບການໃນຊີວິດທີ່ແທ້ຈິງໄດ້; ພວກເຂົາຈະພຽງແຕ່ສາມາດຝຶກຝົນວິນຍານຂອງພວກເຂົາ, ຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງເປັນປົກກະຕິ ແລະ ຈະຄົ້ນພົບຄວາມປິຕິຍິນດີຢ່າງຫຼວງຫຼາຍໃນການມີພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາຈະຈຳກັດຕົນເອງໃນຂອບເຂດນ້ອຍໆຂອງການທີ່ພວກເຂົາຢູ່ຮ່ວມກັບພຣະເຈົ້າ ແລະ ຈະບໍ່ສາມາດເຂົ້າຫາສິ່ງໃດສິ່ງໜຶ່ງຢ່າງເລິກເຊິ່ງໄດ້. ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃນຂອບເຂດເຫຼົ່ານີ້ແມ່ນບໍ່ສາມາດຄືບໜ້າໄດ້ເລີຍ. ໃນເວລາໃດກໍຕາມ, ພວກເຂົາອາດຈະຮ້ອງຂຶ້ນວ່າ “ໂອ້ຍ! ພຣະເຢຊູເຈົ້າ. ອາແມນ!” ໃນແຕ່ລະມື້ ພວກເຂົາເປັນແບບນີ້ແທ້ໆ, ມັນຄືການປະຕິບັດໃນອະດີດ, ການປະຕິບັດແຫ່ງການດຳລົງຊີວິດຢູ່ໃນວິນຍານທຸກຊ່ວງເວລາ. ມັນບໍ່ທຳມະດາບໍ? ໃນປັດຈຸບັນ, ເມື່ອມັນເຖິງເວລາທີ່ຈະໄຕ່ຕອງພຣະທຳຂອງພຣະເຈົ້າ, ກໍໃຫ້ໃສ່ໃຈກັບການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ກໍໃຫ້ໃສ່ໃຈກັບການນຳຄວາມຈິງເຂົ້າສູ່ການປະຕິບັດເທົ່ານັ້ນ; ເມື່ອມັນເຖິງເວລາທີ່ຈະປະຕິບັດໜ້າທີ່ຂອງເຈົ້າ, ກໍໃຫ້ໃສ່ໃຈກັບການປະຕິບັດໜ້າທີ່ຂອງເຈົ້າເທົ່ານັ້ນ. ການປະຕິບັດແບບນີ້ແມ່ນເປັນອິດສະຫຼະພໍສົມຄວນ; ມັນປົດປ່ອຍເຈົ້າ. ມັນບໍ່ແມ່ນຄືກັບວິທີທີ່ຜູ້ເຖົ້າທີ່ເຄັ່ງສາສະໜາອະທິຖານ ແລະ ກ່າວຄຳອະທິຖານສັ້ນໆ. ແນ່ນອນ ເມື່ອກ່ອນ ສິ່ງນີ້ເປັນການປະຕິບັດຂອງຜູ້ຄົນທີ່ມີຄວາມເຊື່ອ, ແຕ່ໃນປັດຈຸບັນ ການປະຕິບັດໃນລັກສະນະນີ້ເປັນສິ່ງທີ່ລ້າຫຼັງເກີນໄປ. ບັດນີ້ ພາລະກິດຂອງພຣະເຈົ້າຢູ່ໃນລະດັບສູງ; ສິ່ງທີ່ຖືກເວົ້າເຖິງໃນປັດຈຸບັນ “ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ” ແມ່ນລັກສະນະທີ່ສຳຄັນທີ່ສຸດຂອງການປະຕິບັດ. ໃນຊີວິດເປັນຈິງ, ຜູ້ຄົນຕ້ອງມີຄວາມເປັນມະນຸດທີ່ເໝາະສົມ ແລະ ສິ່ງທີ່ຜູ້ຄົນຄວນມີໃນຄວາມເປັນມະນຸດທີ່ເໝາະສົມຂອງພວກເຂົາກໍລ້ວນແລ້ວແຕ່ແມ່ນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ. ການນໍາພຣະທຳເຫຼົ່ານີ້ຂອງພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງແມ່ນຄວາມໝາຍຕົວຈິງຂອງ “ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ”. ໃນປັດຈຸບັນ, ຜູ້ຄົນຄວນປະກອບຕົນເອງດ້ວຍສິ່ງດັ່ງຕໍ່ໄປນີ້ເປັນຫຼັກ: ໃນດ້ານໜຶ່ງ, ພວກເຂົາຕ້ອງມີການສຶກສາ, ປັບປຸງຄວາມສາມາດຂອງພວກເຂົາ ແລະ ປັບປຸງທັກສະການອ່ານ ແລະ ການເຂົ້າໃຈຂອງພວກເຂົາ; ໃນອີກດ້ານໜຶ່ງ, ພວກເຂົາຕ້ອງມີຊີວິດຂອງບຸກຄົນທີ່ເໝາະສົມ. ເຈົ້າຫາກໍມາຈາກໂລກເພື່ອຢູ່ຕໍ່ໜ້າພຣະເຈົ້າ; ເຈົ້າຕ້ອງຝຶກຝົນຫົວໃຈຂອງເຈົ້າໃຫ້ສະຫງົບງຽບຢູ່ຕໍ່ໜ້າພຣະເຈົ້າ. ນີ້ແມ່ນການເລີ່ມຕົ້ນທີ່ສຸດຂອງການປະຕິບັດ ແລະ ຍັງເປັນບາດກ້າວທຳອິດໃນການບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ. ບາງຄົນຂ້ອນຂ້າງປັບຕົວໃນການປະຕິບັດຂອງພວກເຂົາໄດ້ດີ; ພວກເຂົາໄຕ່ຕອງຄວາມຈິງ ໃນຂະນະທີ່ເຮັດວຽກ ຫຼື ເຮັດວຽກເຮືອນ, ຄົ້ນຫາຄວາມຈິງ ແລະ ຫຼັກການແຫ່ງການປະຕິບັດທີ່ພວກເຂົາຄວນເຂົ້າໃຈໃນຄວາມເປັນຈິງ. ດ້ານໜຶ່ງກໍຄື ເຈົ້າຕ້ອງມີຊີວິດມະນຸດທີ່ປົກກະຕິ ແລະ ອີກດ້ານກໍຄື ຕ້ອງມີການເຂົ້າສູ່ຄວາມຈິງ. ທຸກສິ່ງເຫຼົ່ານີ້ແມ່ນການປະຕິບັດທີ່ດີທີ່ສຸດສຳລັບຊີວິດທີ່ເປັນຈິງ.

ການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງຂອງຜູ້ຄົນ ຫຼັກໆແມ່ນຮຽກຮ້ອງໃຫ້ພວກເຂົານະມັດສະການພຣະເຈົ້າ, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າພາຍໃນຄວາມເປັນມະນຸດທີ່ຖືກຕ້ອງ. ມັນບໍ່ແມ່ນວ່າພວກເຂົາຕ້ອງອະທິຖານຫາພຣະເຈົ້າທຸກຄັ້ງທີ່ພວກເຂົາເຮັດບາງສິ່ງບາງຢ່າງແນ່ນອນ, ບໍ່ແມ່ນວ່າມັນບໍ່ດີ ແລະ ພວກເຂົາຄວນຮູ້ສຶກວ່າ ຕິດໜີ້ບຸນຄຸນພຣະອົງ ຖ້າພວກເຂົາບໍ່ອະທິຖານ. ການປະຕິບັດໃນປັດຈຸບັນບໍ່ແມ່ນແບບນັ້ນ; ມັນສະບາຍ ແລະ ງ່າຍດາຍແທ້ໆ! ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຄຳສັ່ງສອນ. ກົງກັນຂ້າມ, ແຕ່ລະຄົນຄວນປະພຶດຕາມວຸດທິພາວະສ່ວນຕົວຂອງພວກເຂົາ: ຖ້າສາມີບໍ່ເຊື່ອໃນພຣະເຈົ້າ ກໍປະຕິບັດຕໍ່ເຂົາແບບຄົນບໍ່ເຊື່ອ ແລະ ຖ້າເຂົາເຊື່ອ ກໍປະຕິບັດຕໍ່ຄົນແບບຄົນທີ່ເຊື່ອ. ຢ່ານໍາໃຊ້ຄວາມຮັກ ແລະ ຄວາມອົດທົນ, ກົງກັນຂ້າມ ໃຫ້ນໍາໃຊ້ສະຕິປັນຍາ. ບາງຄົນໄປຊື້ຜັກ ແລະ ໃນຂະນະທີ່ພວກເຂົາກຳລັງຍ່າງໄປ ພວກເຂົາຈົ່ມພຶມພໍາວ່າ ”ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍຊື້ຜັກຫຍັງໃນມື້ນີ້? ຂ້ານ້ອຍຂໍຄວາມຊ່ວຍເຫຼືອຈາກພຣະອົງ. ພຣະເຈົ້າຮຽກຮ້ອງໃຫ້ພວກຂ້ານ້ອຍຖວາຍກຽດແກ່ພຣະນາມຂອງພຣະອົງໃນທຸກສິ່ງ ແລະ ໃຫ້ພວກຂ້ານ້ອຍທຸກຄົນເປັນພະຍານ, ສະນັ້ນ ເຖິງແມ່ນຄົນຂາຍເອົາບາງສິ່ງທີ່ເນົ່າໃຫ້ກັບຂ້ານ້ອຍ, ຂ້ານ້ອຍກໍຍັງຈະຂອບພຣະຄຸນພຣະເຈົ້າ, ຂ້ານ້ອຍຈະອົດທົນ. ພວກຂ້ານ້ອຍທີ່ເຊື່ອໃນພຣະເຈົ້າບໍ່ສາມາດເອົາ ແລະ ເລືອກຜັກໄດ້.” ພວກເຂົາຄິດວ່າການເຮັດແບບນີ້ແມ່ນການເປັນພະຍານ ແລະ ຜົນຕາມມາກໍຄື ພວກເຂົາໃຊ້ເງິນເພື່ອຊື້ຜັກຈຳພວກທີ່ເນົ່າ, ແຕ່ພວກເຂົາຍັງອະທິຖານ ແລະ ເວົ້າວ່າ “ໂອ ພຣະເຈົ້າເອີຍ! ຂ້ານ້ອຍຍັງຈະກິນຜັກທີ່ເນົ່າເຫຼົ່ານີ້ ຕາບໃດທີ່ພຣະອົງຄິດວ່າມັນເໝາະສົມ.” ການປະຕິບັດດັ່ງກ່າວສົມເຫດສົມຜົນບໍ? ມັນບໍ່ແມ່ນການປະຕິບັດຕາມຄຳສັ່ງສອນບໍ? ເມື່ອກ່ອນ ຜູ້ຄົນຖືກຝຶກຝົນໃຫ້ດຳລົງຊີວິດໃນວິນຍານທຸກເວລາ, ສິ່ງນີ້ແມ່ນກ່ຽວພັນກັບພາລະກິດທີ່ປະຕິບັດຜ່ານມາໃນຍຸກແຫ່ງພຣະຄຸນ. ຄວາມເຄັ່ງຄັດໃນສາສະໜາ, ຄວາມຖ່ອມຕົນ, ຄວາມຮັກ, ຄວາມອົດທົນ, ການຂອບຄຸນສຳລັບທຸກສິ່ງ, ສິ່ງເຫຼົ່ານີ້ແມ່ນເງື່ອນໄຂຂອງຜູ້ເຊື່ອທຸກຄົນໃນຍຸກແຫ່ງພຣະຄຸນ. ໃນເວລານັ້ນ ຜູ້ຄົນອະທິຖານຫາພຣະເຈົ້າໃນທຸກໆສິ່ງ; ພວກເຂົາຈະອະທິຖານເມື່ອພວກເຂົາຊື້ເຄື່ອງນຸ່ງ ແລະ ເມື່ອໄດ້ຮັບແຈ້ງເຕືອນກ່ຽວກັບການຊຸມນຸມ, ພວກເຂົາກໍຈະຍັງອະທິຖານວ່າ “ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍໄປ ຫຼື ບໍ່? ຖ້າພຣະອົງຈະໃຫ້ຂ້ານ້ອຍໄປ, ແລ້ວຂໍໃຫ້ຈັດກຽມເສັ້ນທາງທີ່ລາບລື່ນໃຫ້ກັບຂ້ານ້ອຍດ້ວຍເທີ້ນ. ຖ້າພຣະອົງບໍ່ໃຫ້ຂ້ານ້ອຍໄປ, ຂໍໃຫ້ພຣະອົງເຮັດໃຫ້ຂ້ານ້ອຍສະດຸດ ແລະ ລົ້ມລົງ.” ພວກເຂົາຈະອ້ອນວອນຫາພຣະເຈົ້າໃນຂະນະທີ່ກຳລັງອະທິຖານ ແລະ ຫຼັງຈາກທີ່ອະທິຖານ ພວກເຂົາກໍຈະຮູ້ສຶກອຶດອັດ ແລະ ຈະບໍ່ຈາກໄປ. ຍັງມີເອື້ອຍນ້ອງທີ່ຮູ້ສຶກອຶດອັດເມື່ອພວກເຂົາອະທິຖານ ແລະ ຈະບໍ່ໄປຮ່ວມການຊຸມນຸມ ຍ້ອນເຂົາຢ້ານຖືກຕີໂດຍສາມີທີ່ບໍ່ໄດ້ເຊື່ອຂອງພວກເຂົາຫຼັງຈາກກັບມາ. ພວກເຂົາເຊື່ອວ່າສິ່ງນີ້ແມ່ນຄວາມປະສົງຂອງພຣະເຈົ້າ, ເມື່ອໃນຄວາມເປັນຈິງແລ້ວ ຖ້າພວກເຂົາໄປ ມັນກໍບໍ່ໄດ້ມີຫຍັງເກີດຂຶ້ນ. ຜົນຕາມມາກໍຄືພວກເຂົາຂາດການຊຸມນຸມ. ທຸກສິ່ງນີ້ແມ່ນຜົນມາຈາກຄວາມບໍ່ຮູ້ຂອງຜູ້ຄົນ. ຜູ້ຄົນທີ່ປະຕິບັດໃນລັກສະນະນີ້ລ້ວນແລ້ວແຕ່ດຳລົງຊີວິດດ້ວຍຄວາມຮູ້ສຶກຂອງພວກເຂົາເອງ. ຫົນທາງແຫ່ງການປະຕິບັດນີ້ແມ່ນຜິດພາດຫຼາຍ ແລະ ບໍ່ສົມເຫດສົມຜົນ ແລະ ເຕັມໄປດ້ວຍຮອຍດ່າງແຫ່ງຄວາມບໍ່ແຈ້ມແຈ້ງ. ມີຄວາມຮູ້ສຶກ ແລະ ຄວາມຄິດສ່ວນຕົວຂອງພວກເຂົາຫຼາຍເກີນໄປ. ຖ້າເຈົ້າຖືກແຈ້ງໃຫ້ຮູ້ກ່ຽວກັບການຊຸມນຸມ, ແລ້ວໃຫ້ໄປ; ບໍ່ຈຳເປັນຕ້ອງອະທິຖານຫາພຣະເຈົ້າເພີ່ມອີກ. ສິ່ງນີ້ບໍ່ແມ່ນເລື່ອງງ່າຍໆບໍ? ຖ້າເຈົ້າຕ້ອງການຊື້ເຄື່ອງນຸ່ງໃນມື້ນີ້, ແລ້ວໃຫ້ອອກໄປ ແລະ ຊື້ເລີຍ. ຢ່າອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າເອີຍ! ພຣະອົງຈະໃຫ້ຂ້ານ້ອຍໄປ ຫຼື ບໍ່ໄປ? ຖ້າເອື້ອຍນ້ອງຄົນໜຶ່ງບັງເອີນມາຫາຕອນທີ່ຂ້ານ້ອຍໄປເດ?” ເຈົ້າຢ້ານວ່າເອື້ອຍນ້ອງອາດຈະມາຫາ ສະນັ້ນ ເຈົ້າຈຶ່ງບໍ່ໄປ, ແຕ່ຜົນຕາມມາກໍຄື ຈົນຮອດຍາມແລງ ແລະ ບໍ່ມີໃຜມາ. ແມ່ນແຕ່ໃນຍຸກແຫ່ງພຣະຄຸນ, ວິທີການປະຕິບັດແບບນີ້ແມ່ນອອກຈາກທິດທາງ ແລະ ຜິດພາດ. ສະນັ້ນ ຖ້າຜູ້ຄົນປະຕິບັດດັ່ງໃນອະດີດ, ຈະບໍ່ມີການປ່ຽນແປງໃນຊີວິດຂອງພວກເຂົາ. ພວກເຂົາພຽງແຕ່ຈະຍອມຮັບເອົາສິ່ງໃດກໍຕາມທີ່ເກີດຂຶ້ນກັບພວກເຂົາຢ່າງໂງ່ຈ້າ, ຈະບໍ່ໃສ່ໃຈຕໍ່ການຢັ່ງຮູ້ ແລະ ຈະບໍ່ເຮັດຫຍັງນອກຈາກເຊື່ອຟັງ ແລະ ອົດທົນຢ່າງຫຼັບຫູຫຼັບຕາ. ໃນເວລານັ້ນ, ຜູ້ຄົນຈະເລັ່ງໃສ່ການຖວາຍກຽດໃຫ້ແກ່ພຣະເຈົ້າ, ແຕ່ພຣະເຈົ້າຈະບໍ່ໄດ້ຮັບສະຫງ່າລາສີຈາກພວກເຂົາເລີຍ, ຍ້ອນພວກເຂົາບໍ່ໄດ້ດຳລົງຊີວິດຕາມສິ່ງທີ່ເປັນຈິງ. ພວກເຂົາພຽງແຕ່ຍັບຍັ້ງຕົນເອງ ແລະ ຈຳກັດຕົນເອງຕາມແນວຄິດສ່ວນຕົວຂອງພວກເຂົາ ແລະ ເຖິງແມ່ນການປະຕິບັດເປັນເວລາຫຼາຍປີກໍບໍ່ສາມາດນໍາການປ່ຽນແປງມາສູ່ຊີວິດຂອງພວກເຂົາໄດ້. ພວກເຂົາພຽງແຕ່ຮູ້ຈັກການອົດທົນ, ການຖ່ອມຕົນ, ການຮັກ ແລະ ການໃຫ້ອະໄພ, ແຕ່ບໍ່ມີແສງສະຫວ່າງແມ່ນແຕ່ໜ້ອຍດຽວຈາກພຣະວິນຍານບໍລິສຸດ. ຜູ້ຄົນຈະສາມາດຮູ້ຈັກພຣະເຈົ້າໃນລັກສະນະນັ້ນໄດ້ແນວໃດ? ແລ້ວພວກເຂົາຈະຖວາຍກຽດແກ່ພຣະເຈົ້າໄດ້ແນວໃດ?

ຜູ້ຄົນພຽງແຕ່ສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າໄດ້ ຖ້າພວກເຂົານໍາພຣະເຈົ້າເຂົ້າສູ່ຊີວິດທີ່ແທ້ຈິງຂອງພວກເຂົາ ແລະ ເຂົ້າສູ່ຊີວິດມະນຸດທີ່ປົກກະຕິຂອງພວກເຂົາ. ພຣະທຳຂອງພຣະເຈົ້າຊີ້ນໍາພວກເຈົ້າໃນປັດຈຸບັນ; ບໍ່ຈຳເປັນຕ້ອງສະແຫວງຫາ ແລະ ງົມຫາຄືຢູ່ໃນອະດີດ. ເມື່ອເຈົ້າສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ສາມາດວິເຄາະ ແລະ ວັດຕົນເອງຕາມສະພາວະມະນຸດທີ່ເຮົາໄດ້ເປີດເຜີຍ, ແລ້ວເຈົ້າກໍຈະສາມາດບັນລຸການປ່ຽນແປງໄດ້. ນີ້ບໍ່ແມ່ນຄຳສັ່ງສອນ, ແຕ່ເປັນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ໃນປັດຈຸບັນ ໃຫ້ເຮົາມອບສ່ວນສຳຄັນທີ່ສຸດໃຫ້ກັບເຈົ້າ: ໃຫ້ໃສ່ໃຈຕົນເອງແຕ່ກັບການປະຕິບັດຕາມພຣະທຳຂອງເຮົາ. ສິ່ງທີ່ເຮົາຮຽກຮ້ອງຈາກເຈົ້າແມ່ນອີງຕາມຄວາມຕ້ອງການຂອງຄົນປົກກະຕິ. ເຮົາໄດ້ບອກພຣະທຳຂອງເຮົາໃຫ້ກັບເຈົ້າແລ້ວ; ຕາບໃດທີ່ເຈົ້າໃສ່ໃຈກັບການປະຕິບັດພຣະທຳເຫຼົ່ານັ້ນ, ເຈົ້າກໍຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ບັດນີ້ເປັນເວລາແຫ່ງການດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າແລ້ວ: ພຣະທຳຂອງພຣະເຈົ້າໄດ້ອະທິບາຍທຸກຢ່າງແລ້ວ, ທຸກສິ່ງຖືກເຮັດໃຫ້ຊັດເຈນ ແລະ ຕາບໃດທີ່ເຈົ້າດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ, ເຈົ້າຈະມີຊີວິດທີ່ເປັນອິດສະຫຼະ ແລະ ຖືກປົດປ່ອຍຢ່າງສົມບູນ. ໃນອະດີດ ເມື່ອຜູ້ຄົນນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງຂອງພວກເຂົາ, ພວກເຂົາກໍປະຕິບັດ ແລະ ຜ່ານຄຳສັ່ງສອນ ແລະ ພິທີກຳຢ່າງຫຼວງຫຼາຍ; ພວກເຂົາຈະອະທິຖານ ແລະ ສະແຫວງຫາແມ່ນແຕ່ໃນບັນຫາບາງຢ່າງທີ່ບໍ່ສຳຄັນ, ປ່ອຍວາງພຣະທຳທີ່ກ່າວໄວ້ຢ່າງຊັດເຈນ ແລະ ບໍ່ຍອມອ່ານພຣະທຳເຫຼົ່ານັ້ນ. ກົງກັນຂ້າມ ພວກເຂົາຈະອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາເຂົ້າໃນການສະແຫວງຫາ, ຜົນຕາມມາກໍຄື ບໍ່ມີປະສິດທິພາບ. ຍົກຕົວຢ່າງຄືເລື່ອງອາຫານ ແລະ ເຄື່ອງນຸ່ງ: ເຈົ້າອະທິຖານ ແລະ ວາງບັນຫານີ້ຢູ່ໃນມືຂອງພຣະເຈົ້າ, ຂໍໃຫ້ພຣະເຈົ້າແກ້ໄຂທຸກສິ່ງໃຫ້ກັບເຈົ້າ. ເມື່ອພຣະເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້, ພຣະອົງຈະກ່າວວ່າ “ເຮົາຈຳເປັນຕ້ອງໃສ່ໃຈຕົນເອງກັບລາຍລະອຽດທີ່ບໍ່ສຳຄັນແບບນີ້ບໍ? ຄວາມເປັນມະນຸດ ແລະ ເຫດຜົນທີ່ທຳມະດາທີ່ເຮົາໄດ້ສ້າງໃຫ້ເຈົ້ານັ້ນຫາຍໄປໃສແລ້ວ?” ບາງເທື່ອ ບາງຄົນເຮັດຜິດໃນການກະທຳຂອງພວກເຂົາ; ແລ້ວພວກເຂົາກໍເຊື່ອວ່າພວກເຂົາໄດ້ລ່ວງເກີນພຣະເຈົ້າ ແລະ ພວກເຂົາກໍຖືກຍັບຍັ້ງ. ສະພາບຂອງບາງຄົນແມ່ນດີຫຼາຍ, ແຕ່ເມື່ອພວກເຂົາເຮັດບາງສິ່ງເລັກນ້ອຍທີ່ບໍ່ຖືກຕ້ອງ ພວກເຂົາກໍເຊື່ອວ່າ ພຣະເຈົ້າກຳລັງຂ້ຽນຕີພວກເຂົາ. ໃນຄວາມເປັນຈິງແລ້ວ, ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າ, ແຕ່ເປັນອິດທິພົນຈາກຄວາມຄິດຂອງຜູ້ຄົນເອງ. ບາງຄັ້ງ ບໍ່ມີຫຍັງຜິດກັບສິ່ງທີ່ເຈົ້າກຳລັງຜະເຊີນ, ແຕ່ຄົນອື່ນເວົ້າວ່າເຈົ້າບໍ່ໄດ້ຜະເຊີນຢ່າງຖືກຕ້ອງ ແລະ ແລ້ວເຈົ້າກໍຕິດກັບດັກ, ເຈົ້າເລີ່ມຄິດລົບ ແລະ ມືດມົນຢູ່ພາຍໃນ.​ ຫຼາຍຄັ້ງທີ່ຜູ້ຄົນຄິດລົບໃນລັກສະນະນີ້, ພວກເຂົາກໍເຊື່ອວ່າພວກເຂົາກຳລັງຖືກຂ້ຽນຕີໂດຍພຣະເຈົ້າ, ແຕ່ພຣະເຈົ້າເວົ້າວ່າ “ເຮົາບໍ່ໄດ້ປະຕິບັດພາລະກິດແຫ່ງການຂ້ຽນຕີໃນຕົວເຈົ້າ; ສະນັ້ນ ເຈົ້າຈະໂທດເຮົາໄດ້ແນວໃດ?” ຜູ້ຄົນເລີ່ມຄິດລົບແບບງ່າຍໆເກີນໄປ. ພ້ອມນັ້ນ ພວກເຂົາຍັງອ່ອນໄຫວເກີນໄປຢູ່ເລື້ອຍໆ ແລະ ຕໍ່ວ່າກັບພຣະເຈົ້າຢູ່ຕະຫຼອດເວລາ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າທົນທຸກໃນລັກສະນະນັ້ນ, ແຕ່ເຈົ້າກໍຍອມໃຫ້ຕົນເອງຕົກລົງສູ່ສະພາບດັ່ງກ່າວ. ບໍ່ມີຄຸນຄ່າຫຍັງເລີຍໃນການທົນທຸກແບບນັ້ນ. ຜູ້ຄົນບໍ່ຮູ້ຈັກພາລະກິດທີ່ພຣະເຈົ້າປະຕິບັດ ແລະ ໃນຫຼາຍສິ່ງ ພວກເຂົາກໍບໍ່ຮູ້ ແລະ ບໍ່ສາມາດເຫັນໄດ້ຢ່າງຊັດເຈນ, ສະນັ້ນ ພວກເຂົາຈຶ່ງຕິດຢູ່ກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ຍິ່ງຫຍຸ້ງຍາກຫຼາຍຂຶ້ນກວ່າເກົ່າ. ບາງຄົນເວົ້າວ່າທຸກສິ່ງ ແລະ ບັນຫາທຸກຢ່າງແມ່ນຢູ່ໃນມືຂອງພຣະເຈົ້າ, ແລ້ວພຣະເຈົ້າຈະບໍ່ຮູ້ໄດ້ແນວໃດເມື່ອຜູ້ຄົນຄິດລົບ? ແນ່ນອນ ພຣະເຈົ້າຮູ້. ເມື່ອເຈົ້າຕິດກັບດັກໃນແນວຄິດຂອງມະນຸດ, ພຣະວິນຍານບໍລິສຸດກໍບໍ່ມີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ມີຫຼາຍຄັ້ງທີ່ບາງຄົນຕິດກັບດັກໃນສະພາວະດ້ານລົບ, ແຕ່ເຮົາກໍຍັງສືບຕໍ່ປະຕິບັດພາລະກິດຂອງເຮົາ. ບໍ່ວ່າເຈົ້າຈະຄິດລົບ ຫຼື ບວກໃນເວລານັ້ນ, ເຮົາບໍ່ໄດ້ຖືກຈຳກັດໂດຍເຈົ້າ, ແຕ່ເຈົ້າຄວນຮູ້ວ່າ ພຣະທຳຫຼາຍຂໍ້ທີ່ເຮົາກ່າວ ແລະ ພາລະກິດຈຳນວນຫຼວງຫຼາຍທີ່ເຮົາປະຕິບັດ ແມ່ນມີຫຼາຍ ແລະ ເພີ່ມຂຶ້ນຢ່າງໄວຕາມສະພາວະຂອງຜູ້ຄົນ. ເມື່ອເຈົ້າຄິດລົບ, ສິ່ງນີ້ກໍບໍ່ໄດ້ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ. ຕົວຢ່າງເຊັ່ນ ໃນລະຫວ່າງເວລາແຫ່ງການຂ້ຽນຕີ ແລະ ເວລາຂອງການທົດລອງແຫ່ງຄວາມຕາຍ, ທຸກຄົນຕິດກັບດັກໃນສະພາວະດ້ານລົບ, ແຕ່ສິ່ງນີ້ກໍບໍ່ໄດ້ຂັດຂວາງພາລະກິດຂອງເຮົາ. ເມື່ອເຈົ້າຄິດລົບ, ພຣະວິນຍານບໍລິສຸດກໍສືບຕໍ່ປະຕິບັດສິ່ງທີ່ຈຳເປັນຕ້ອງເຮັດໃນຄົນອື່ນ. ເຈົ້າອາດຍັງຄົງຢຸດສະງັດເປັນເວລາໜຶ່ງເດືອນ, ແຕ່ເຮົາກໍສືບຕໍ່ປະຕິບັດພາລະກິດຂອງເຮົາ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມໃນອະນາຄົດ ແລະ ປັດຈຸບັນ, ມັນກໍບໍ່ສາມາດຢຸດພາລະກິດຂອງພຣະວິນຍານບໍລິສຸດໄດ້. ສະພາວະດ້ານລົບບາງຢ່າງມາຈາກຄວາມອ່ອນແອຂອງມະນຸດ; ເມື່ອຜູ້ຄົນເຊື່ອວ່າພວກເຂົາບໍ່ສາມາດບັນລຸຕາມເງື່ອນໄຂຂອງພຣະເຈົ້າ ຫຼື ເຂົ້າໃຈສິ່ງເຫຼົ່ານັ້ນໄດ້ຢ່າງແທ້ຈິງ, ພວກເຂົາກໍເລີ່ມຄິດລົບ. ຕົວຢ່າງເຊັ່ນ ໃນລະຫວ່າງເວລາແຫ່ງການຂ້ຽນຕີ, ພຣະທຳຂອງພຣະເຈົ້າເວົ້າເຖິງການຮັກພຣະເຈົ້າຈົນເຖິງຈຸດໃດໜຶ່ງໃນທ່າມກາງການຂ້ຽນຕີ, ແຕ່ຜູ້ຄົນເຊື່ອວ່າພວກເຂົາເອງບໍ່ສາມາດເຮັດໄດ້. ພວກເຂົາຮູ້ສຶກໂສກເສົ້າ ແລະ ເສຍໃຈເປັນພິເສດ ຈົນເນື້ອໜັງຂອງພວກເຂົາເລີ່ມຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກໜ່ວງ ແລະ ຄວາມສາມາດຂອງພວກເຂົາແມ່ນຕົກຕໍ່າຫຼາຍ. ພວກເຂົາຮູ້ສຶກວ່າ ມັນຊ່າງເປັນຕາເສຍດາຍທີ່ພວກເຂົາເກີດໃນສະພາບແວດລ້ອມແບບນີ້. ແລ້ວບາງຄົນກໍຮູ້ສຶກວ່າ ມັນຊ້າເກີນໄປສຳລັບພວກເຂົາທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ສົມຄວນແກ່ການຖືກເຮັດໃຫ້ສົມບູນ. ທຸກສິ່ງເຫຼົ່ານີ້ແມ່ນສະພາວະທີ່ປົກກະຕິຂອງມະນຸດ.

ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ຫຼ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າຫຼົບໜີຈາກສິ່ງເຫຼົ່ານີ້. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖຶກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນຄວາມລອດພົ້ນ ແລະ ຍິ່ງໄປກວ່ານັ້ນ ມັນຄືການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງ. ມັນມີຫຼາຍລັກສະນະ. ເຈົ້າຈະບໍ່ເວົ້າບໍວ່າພຣະທຳບາງຂໍ້ຂອງພຣະເຈົ້າບໍ່ແມ່ນພຽງການພິພາກສາ ແລະ ການຂ້ຽນຕີ, ແຕ່ຍັງເປັນການສາບແຊ່ງອີກດ້ວຍ? ເຮົາເວົ້າເພື່ອບັນລຸຜົນ, ເພື່ອເຮັດໃຫ້ຜູ້ຄົນຮູ້ຈັກຕົນເອງ ແລະ ບໍ່ແມ່ນເພື່ອໃຫ້ຜູ້ຄົນຕາຍ. ຫົວໃຈຂອງເຮົາແມ່ນເພື່ອເຫັນແກ່ພວກເຈົ້າ. ການກ່າວແມ່ນໜຶ່ງໃນວິທີທີ່ເຮົາປະຕິບັດພາລະກິດ; ຜ່ານທາງພຣະທຳ ເຮົາໄດ້ສະແດງເຖິງອຸປະນິໄສຂອງພຣະເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ເນື້ອໜັງຂອງເຈົ້າອາດຕາຍ, ແຕ່ເຈົ້າຈະມີຈິດໃຈ ແລະ ຈິດວິນຍານ. ຖ້າຜູ້ຄົນມີພຽງແຕ່ເນື້ອໜັງ, ກໍຈະບໍ່ມີຄວາມໝາຍໃນຄວາມເຊື່ອຂອງພວກເຂົາ ຫຼື ບໍ່ມີຄວາມໝາຍໃນພາລະກິດເຫຼົ່ານີ້ທີ່ເຮົາໄດ້ປະຕິບັດ. ໃນປັດຈຸບັນ, ເຮົາໄດ້ເວົ້າດ້ວຍໜຶ່ງວິທີ ແລະ ຫຼັງຈາກນັ້ນກໍດ້ວຍອີກໜຶ່ງວິທີ; ໃນບາງຄັ້ງ ເຮົາກໍກຽດຊັງຜູ້ຄົນຫຼາຍທີ່ສຸດ ແລະ ແລ້ວບາງຄັ້ງ ເຮົາກໍຮັກຫຼາຍທີ່ສຸດ; ເຮົາເຮັດສິ່ງນີ້ເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ, ພ້ອມທັງປ່ຽນແປງແນວຄິດຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ.

ຍຸກສຸດທ້າຍໄດ້ມາເຖິງແລ້ວ ແລະ ບັນດາປະຊາຊາດທົ່ວໂລກກຳລັງຢູ່ໃນຄວາມວຸ້ນວາຍ. ມີຄວາມສັບສົນບໍ່ເປັນລະບຽບທາງການເມືອງ, ມີຄວາມອຶດຢາກ, ໂລກລະບາດຮ້າຍແຮງ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງປະກົດຂຶ້ນທຸກຫົນແຫ່ງ. ມີໄພພິບັດໃນໂລກມະນຸດ; ສະຫວັນໄດ້ສົ່ງໄພຮ້າຍແຮງລົງມາເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສັນຍານຂອງຍຸກສຸດທ້າຍ. ແຕ່ສຳລັບຜູ້ຄົນແລ້ວ, ມັນເບິ່ງຄືກັບວ່າໂລກແຫ່ງຄວາມເບີກບານ ແລະ ຄວາມສະຫງ່າງາມ, ເປັນໂລກທີ່ກຳລັງຢູ່ໃນສະພາບດັ່ງກ່າວນັ້ນຫຼາຍຍິ່ງຂຶ້ນ. ຫົວໃຈຂອງຜູ້ຄົນລ້ວນແລ້ວແຕ່ຖືກດຶງມາຫາສິ່ງນັ້ນ ແລະ ຫຼາຍຄົນກໍຕິດກັບດັກ ແລະ ບໍ່ສາມາດປົດປ່ອຍຕົນເອງອອກຈາກສິ່ງນັ້ນ; ຄົນຈຳນວນຫຼວງຫຼາຍຈະຖືກຫຼອກລວງໂດຍຄົນທີ່ປະຕິບັດໃນການລໍ້ລວງ ແລະ ເວດມົນຄາຖາ. ຖ້າເຈົ້າບໍ່ພະຍາຍາມເພື່ອຄວາມກ້າວໜ້າ, ບໍ່ມີອຸດົມການ ແລະ ບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ເຈົ້າກໍຈະຖືກກວາດລ້າງດ້ວຍຄື້ນກະແສຂອງຄວາມບາບ. ຈີນເປັນປະເທດທີ່ລ້າຫຼັງທີ່ສຸດໃນບັນດາປະເທດຕ່າງໆ; ມັນຄືດິນແດນທີ່ມັງກອນແດງໃຫຍ່ນອນຂົດຢູ່, ມັນມີຄົນສ່ວນໃຫຍ່ນະມັດສະການພະທຽມ ແລະ ມີສ່ວນຮ່ວມໃນເວດມົນຄາຖາ, ວັດສ່ວນໃຫຍ່ເປັນສະຖານທີ່ຂອງພວກຜີຮ້າຍທີ່ສົກກະປົກອາໄສຢູ່. ເຈົ້າເກີດຈາກສິ່ງນັ້ນ, ເຈົ້າຖືກສັ່ງສອນໂດຍສິ່ງນັ້ນ ແລະ ແຊ່ຢູ່ໃນອິດທິພົນຂອງມັນ; ເຈົ້າຖືກມັນເຮັດໃຫ້ເສື່ອມຊາມ ແລະ ທໍລະມານ, ແຕ່ຫຼັງຈາກທີ່ຖືກປຸກໃຫ້ຕື່ນຂຶ້ນ ເຈົ້າກໍປະຖິ້ມມັນ ແລະ ຖືກພຣະເຈົ້າຮັບເອົາຢ່າງສົມບູນ. ນີ້ແມ່ນສະຫງ່າລາສີຂອງພຣະເຈົ້າ ແລະ ນີ້ຄືເຫດຜົນທີ່ວ່າເປັນຫຍັງຂັ້ນຕອນນີ້ຂອງພາລະກິດຈຶ່ງມີຄວາມສຳຄັນຢ່າງຍິ່ງ. ພຣະເຈົ້າໄດ້ປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່, ໄດ້ກ່າວພຣະທຳຫຼາຍຂໍ້ ແລະ ໃນທີ່ສຸດ ພຣະອົງກໍຈະຮັບເອົາພວກເຈົ້າຢ່າງສົມບູນ, ນີ້ແມ່ນສ່ວນໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ພວກເຈົ້າກໍເປັນ “ຂອງທີ່ໄດ້ມາຈາກການຊະນະເສິກ” ຂອງການສູ້ຮົບຂອງພຣະເຈົ້າກັບຊາຕານ. ຍິ່ງພວກເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ ແລະ ຍິ່ງຊີວິດໃນຄຣິສຕະຈັກຂອງພວກເຈົ້າດີຂຶ້ນຫຼາຍສໍ່າໃດ, ມັງກອນແດງໃຫຍ່ກໍຍິ່ງຈະຖືກເຮັດໃຫ້ຄຸເຂົ່າລົງຫຼາຍສໍ່ານັ້ນ. ສິ່ງເຫຼົ່ານີ້ແມ່ນບັນຫາທັງໝົດຂອງໂລກຝ່າຍວິນຍານ, ສິ່ງເຫຼົ່ານີ້ເປັນການສູ້ຮົບຂອງໂລກຝ່າຍວິນຍານ ແລະ ເມື່ອພຣະເຈົ້າມີໄຊຊະນະ, ຊາຕານກໍຈະຖືກເຮັດໃຫ້ອັບອາຍ ແລະ ລົ້ມລົງ. ຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າມີຄວາມສຳຄັນຢ່າງໃຫຍ່ຫຼວງ. ພຣະເຈົ້າປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ຊ່ວຍຄົນກຸ່ມນີ້ໃຫ້ລອດພົ້ນທັງໝົດ ເພື່ອວ່າພວກເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຊາຕານ, ດຳລົງຊີວິດຢູ່ໃນດິນແດນທີ່ສັກສິດ, ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ມີການນຳພາ ແລະ ການຊີ້ນໍາຂອງແສງສະຫວ່າງ. ແລ້ວມັນຈຶ່ງມີຄວາມໝາຍໃນຊີວິດຂອງເຈົ້າ. ສິ່ງທີ່ພວກເຈົ້າກິນ ແລະ ນຸ່ງແມ່ນແຕກຕ່າງຈາກພວກເຂົາ; ພວກເຈົ້າໄດ້ຮັບພຣະທໍາຂອງພຣະເຈົ້າ ແລະ ດຳລົງຊີວິດທີ່ມີຄວາມໝາຍ ແລະ ພວກເຂົາໄດ້ຮັບຫຍັງ? ພວກເຂົາພຽງແຕ່ໄດ້ຮັບ “ມໍລະດົກຂອງບັນພະບຸລຸດ” ຂອງພວກເຂົາ ແລະ “ວິນຍານແຫ່ງຊາດ” ຂອງພວກເຂົາ. ພວກເຂົາບໍ່ມີຮ່ອງຮອຍຂອງຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ! ເຄື່ອງນຸ່ງ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແຕກຕ່າງຈາກພວກເຂົາທັງນັ້ນ. ໃນທີ່ສຸດແລ້ວ ພວກເຈົ້າຈະຫຼົບໜີຈາກຄວາມສົກກະປົກຢ່າງຄົບຖ້ວນ, ບໍ່ໄດ້ຕິດກັບດັກຢູ່ໃນການລໍ້ລວງຂອງຊາຕານອີກຕໍ່ໄປ ແລະ ໄດ້ຮັບເອົາການຈັດກຽມປະຈຳວັນຂອງພຣະເຈົ້າ. ພວກເຈົ້າຄວນລະມັດລະວັງຢູ່ສະເໝີ. ເຖິງແມ່ນພວກເຈົ້າດຳລົງຊີວິດໃນສະຖານທີ່ສົກກະປົກ, ພວກເຈົ້າກໍບໍ່ໄດ້ມີມົນທິນຈາກຄວາມສົກກະປົກ ແລະ ສາມາດດຳລົງຊີວິດຢູ່ຂ້າງໆພຣະເຈົ້າ, ຮັບການປົກປ້ອງທີ່ຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າໄດ້ເລືອກພວກເຈົ້າຈາກຄົນທັງໝົດໃນດິນແດນສີເຫຼືອງນີ້. ພວກເຈົ້າບໍ່ແມ່ນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນຊີວິດຂອງເຈົ້າ? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

​ກ່ອນ​ນີ້ :ການປະຕິບັດ (1)

ຕໍ່​ໄປ:ພາລະກິດ ແລະ ທາງເຂົ້າ (10)

ເນື່ອຫາທີ່ກ່ຽວຂ້ອງ

  • ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

    ຜູ້ຄົນຮູ້ສຶກວ່າ ພວກເຂົາພຽງແຕ່ສາມາດປ່ຽນແປງພາຍໃນຊີວິດຄຣິສຕະຈັກຂອງພວກເຂົາເທົ່ານັ້ນ ແລະ ຖ້າພວກເຂົາບໍ່ດຳລົງຊິວິດຢູ່ພາຍໃນຄຣິສຕະຈັກ, ການປ່ຽນແປງກໍບໍ່ສາມາດເປັ…

  • ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

    ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖື…

  • ອານາຈັກພັນປີມາຮອດແລ້ວ

    ພວກ​ເຈົ້າ​​​ເຄີຍເຫັນບໍ່​ວ່າ​ພຣະ​ເຈົ້າ​ຈະ​ບັນລຸ​ພາລະກິດ​ໃດ​ໃນ​ກຸ່ມ​ຄົນ​ເຫຼົ່ານີ້? ພຣະ​ເຈົ້າໄດ້​ກ່າວໄວ້ວ່າ ​ເຖິງ​ແມ່ນ​ຢູ່​ໃນ​ອານາຈັກພັນ​ປີ ມະນຸດຈະ​ຕ້ອງ​…

  • ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ

    ໃນກະແສປັດຈຸບັນ ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ ຕາບໃດທີ່ພວກເຂົາໃຫ້ຄວາມເຄົາລ…