ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້
ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນີ້ແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ສຽບໄດ້ແທງໃສ່ຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງມະນຸດໄດ້ຮັບການຕີສອນ ແລະ ການພິພາກສາແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ! ແລ້ວເຖິງແມ່ນວ່າ ການພິພາກສາປະເພດນີ້ເປັນຄືກັບໝາກເຫັບຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ມັນກໍ່ເພື່ອຜົນປະໂຫຍດສຳລັບມະນຸດຫຼາຍທີ່ສຸດ. ຖ້າບໍ່ແມ່ນຍ້ອນການພິພາກສາຄົນແບບນີ້ ມັນກໍ່ຈະບໍ່ມີຜົນຫຍັງຕາມມາ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກລຳບາກໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ມັນກໍ່ຈະເປັນການຍາກຫຼາຍທີ່ຜູ້ຄົນຈະຫຼຸດພົ້ນຈາກແດນມໍລະນາ, ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປດົນແລ້ວ ແລະ ຈິດວິນຍານຂອງພວກເຂົາກໍ່ຖືກຊາຕານຢຽບຢ່ຳແຕ່ດົນແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມໂຊມຢ່າງໜັກທີ່ສຸດໃຫ້ລອດພົ້ນແມ່ນຈຳເປັນຕ້ອງມີການເອີ້ນເອົາພວກເຈົ້າຢ່າງແຮງ, ພິພາກສາພວກເຈົ້າຢ່າງໜັກ; ແລ້ວໃນເມື່ອນັ້ນເອງ ມັນຈຶ່ງຈະເປັນໄປໄດ້ທີ່ຈະປຸກຫົວໃຈທີ່ເຢືອກເຢັນຂອງພວກເຈົ້າໃຫ້ຕື່ນຂຶ້ນ.
ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາເກີນໂຕຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າແມ່ນຖືກຝັງເລິກໃນພວກເຈົ້າ. ສະນັ້ນ ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຢູ່ຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະຖານະການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນແທ້ໆ. ເຖິງແມ່ນພວກເຈົ້າທຸກຄົນຮູ້ຈັກວ່າຊີວິດແບບນີ້ເຈັບປວດຫຼາຍ ແລະ ໂລກຂອງມະນຸດໃບນີ້ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າທີ່ກ້າປ່ຽນແປງຊີວິດຂອງພວກເຈົົ້າ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຄວາມເປັນຈິງຂອງຊີວິດນີ້, ບັນລຸການຢູ່ເໜືອວິນຍານ ແລະ ມີຊີວິດໃນສະພາບແວດລ້ອມທີ່ສະຫງົບສຸກ, ມີຄວາມສຸກ ແລະ ເປັນຄືກັບສະຫວັນ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກເພື່ອປ່ຽນແປງຊີວິດໃນປັດຈຸບັນຂອງພວກເຈົ້າ; ພວກເຈົ້າບໍ່ເຕັມໃຈທີ່ຈະຄົ້ນຫາຊີວິດທີ່ພວກເຈົ້າຄວນເຂົ້າໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜືອເນື້ອໜັງ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງຢ່າງສິ້ນເຊີງ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍໃນເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາຊີວິດ ນັ້ນກໍ່ຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະພິຈາລະນາເປັນສິ່ງທີ່ສົດໃສ ແລະ ແວວວາວ. ພວກເຈົ້າຮູ້ສຶກວ່າ ນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍ. ໃນສາຍຕາຂອງພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນຈະຮູ້ສຶກຄືກັບວ່າບໍ່ຍຸຕິທຳ! ເຖິງແມ່ນວ່າພວກເຈົ້າຍອມຮັບເອົາການຕີສອນນີ້ໃນມື້ນີ້, ເຖິງແມ່ນວ່າສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມແມ່ນເພື່ອທີ່ຈະສາມາດເຂົ້າຊີວິດທີ່ມີຄວາມສຸກນອກເໜືອຈາກເນື້ອໜັງໃນພາຍຫຼັງ. ພວກເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຈົ້າບໍ່ລຸກຢືນຂຶ້ນເພື່ອຄວາມຈິງ ແລະ ພວກເຈົ້າບໍ່ໄດ້ມີຊີວິດຢູ່ເພື່ອຄວາມຈິງຢ່າງແນ່ນອນ. ພວກເຈົ້າບໍ່ສະແຫວງຫາທາງເຂົ້າໃນມື້ນີ້ ແຕ່ກົງກັນຂ້າມ ຄວາມຄິດຂອງພວກເຈົ້າຖືກຄອບງຳດ້ວຍອະນາຄົດ ແລະ ດ້ວຍສິ່ງທີ່ອາດກາຍມາເປັນຈິງໃນມື້ໜຶ່ງ: ພວກເຈົ້າຈ້ອງເບິ່ງທ້ອງຟ້າສີຄາມ, ຮ້ອງໄຫ້ຢ່າງຂົມຂື່ນ ແລະ ຄາດຫວັງທີ່ຈະຖືກຮັບຂຶ້ນສູ່ສະຫວັນໃນມື້ໜຶ່ງ. ພວກເຈົ້າບໍ່ຮູ້ຈັກບໍວ່າ ລັກສະນະການຄິດແບບນັ້ນຂອງພວກເຈົ້າແມ່ນອອກຈາກຄວາມເປັນຈິງແລ້ວ? ພວກເຈົ້າຍັງສືບຕໍ່ຄິດວ່າ ພຣະຜູ້ໄຖ່ແຫ່ງຄວາມກະລຸນາ ແລະ ຄວາມເມດຕາທີ່ບໍ່ມີມື້ສິ້ນສຸດຈະມາໃນມື້ໜຶ່ງໂດຍບໍ່ຕ້ອງສົງໄສ ເພື່ອຮັບເອົາເຈົ້າໄປກັບພຣະອົງ, ເຊິ່ງຮັບເອົາພວກເຈົ້າຜູ້ທີ່ໄດ້ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກໃນໂລກໃບນີ້ ແລະ ພຣະອົງຈະແກ້ແຄ້ນໃຫ້ກັບເຈົ້າຜູ້ເຊິ່ງຕົກເປັນເຫຍື່ອ ແລະ ຖືກກົດຂີ່. ເຈົ້າບໍ່ໄດ້ເຕັມໄປດ້ວຍຄວາມບາບບໍ? ເຈົ້າເປັນພຽງຄົນດຽວທີ່ໄດ້ທົນທຸກໃນໂລກໃບນີ້ບໍ? ເຈົ້າໄດ້ຕົກຢູ່ໃນອຳນາດຂອງຊາຕານດ້ວຍຕົວເຈົ້າເອງ ແລະ ໄດ້ທົນທຸກລໍາບາກ, ພຣະເຈົ້າຍັງຈຳເປັນຕ້ອງແກ້ແຄ້ນໃຫ້ກັບເຈົ້າບໍ? ຄົນທີ່ບໍ່ສາມາດເຮັດຕາມການຮຽກຮ້ອງຂອງພຣະເຈົ້າ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຄົນທີ່ບໍ່ເຊື່ອໃນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ, ພວກເຂົາບໍ່ແມ່ນຄົນທີ່ຕໍ່ຕ້ານພຣະຄຣິດບໍ? ແລ້ວການກະທຳດີຂອງເຈົ້າຈະມີຄ່າຫຍັງ? ພວກມັນສາມາດເຂົ້າແທນຫົວໃຈທີ່ນະມັດສະການພຣະເຈົ້າບໍ? ເຈົ້າບໍ່ສາມາດຮັບການອວຍພອນຈາກພຣະເຈົ້າໂດຍການເຮັດດີພຽງບາງຢ່າງເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ພຽງແຕ່ຍ້ອນເຈົ້າຕົກເປັນເຫຍື່ອ ແລະ ຖືກກົດຂີ່. ຄົນທີ່ເຊື່ອພຣະເຈົ້າແຕ່ບໍ່ຮູ້ຈັກພຣະເຈົ້າ ແຕ່ເປັນຜູ້ທີ່ເຮັດດີ, ພວກເຂົາທຸກຄົນຍັງບໍ່ໄດ້ຖືກຕີສອນບໍ? ເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ, ພຽງແຕ່ຕ້ອງການໃຫ້ພຣະເຈົ້າແກ້ໄຂ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ແລະ ເຈົ້າຕ້ອງການໃຫ້ພຣະເຈົ້າມອບມື້ຂອງເຈົ້າໃຫ້ແກ່ເຈົ້າ, ເຊິ່ງເປັນມື້ທີ່ເຈົ້າສາມາດເຊີດຊູຄໍຂອງເຈົ້າໄດ້ໃນທີ່ສຸດ. ແຕ່ເຈົ້າປະຕິເສດທີ່ຈະສົນໃຈຄວາມຈິງ ຫຼື ເຈົ້າບໍ່ກະຫາຍທີ່ຈະດຳລົງຊີວິດຕາມຄວາມຈິງ. ແຮງໄກທີ່ເຈົ້າຈະສາມາດຫຼຸດພົ້ນຈາກຊີວິດທີ່ລຳບາກ ແລະ ວ່າງເປົ່ານີ້ໄດ້. ກົງກັນຂ້າມ ໃນຂະນະທີ່ກຳລັງດຳລົງຊີວິດຂອງເຈົ້າໃນເນື້ອໜັງ ແລະ ຊີວິດທີ່ຜິດບາບຂອງເຈົ້າ, ເຈົ້າຫຼຽວເບິ່ງຫາພຣະເຈົ້າດ້ວຍຄວາມຄາດຫວັງເພື່ອໃຫ້ແກ້ໄຂຄວາມທຸກໃຈຂອງເຈົ້າ ແລະ ແຍກໝອກແຫ່ງການມີຊີວິດຢູ່ຂອງເຈົ້າ. ແຕ່ສິ່ງນີ້ເປັນໄປໄດ້ບໍ? ຖ້າເຈົ້າມີຄວາມຈິງ, ເຈົ້າສາມາດຕິດຕາມພຣະເຈົ້າໄດ້. ຖ້າເຈົ້າດໍາລົງຊີວິດຕາມນັ້ນ, ເຈົ້າກໍ່ສາມາດເປັນການສຳແດງອອກເຖິງພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີຊີວິດ, ເຈົ້າກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າໄດ້. ຄົນທີ່ມີຄວາມຈິງກໍ່ສາມາດມີຄວາມສຸກກັບພອນຂອງພຣະເຈົ້າ. ພຣະເຈົ້າຮັບປະກັນວ່າຈະແກ້ໄຂສຳລັບຄົນທີ່ຮັກພຣະອົງໝົດຫົວໃຈ ແລະ ຄົນທີ່ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກ, ແຕ່ບໍ່ແມ່ນສຳລັບຄົນທີ່ພຽງແຕ່ຮັກຕົວເອງ ແລະ ໄດ້ຕົກເປັນເຫຍື່ອໃຫ້ກັບການຫຼອກລວງຂອງຊາຕານ. ມັນຈະສາມາດມີຄວາມດີໃນຄົນທີ່ບໍ່ຮັກຄວາມຈິງໄດ້ແນວໃດ? ມັນຈະສາມາດມີຄວາມຊອບທຳໃນຄົນທີ່ພຽງແຕ່ຮັກເນື້ອໜັງໄດ້ແນວໃດ? ຄວາມຊອບທຳ ແລະ ຄວາມດີບໍ່ແມ່ນຖືກເວົ້າເຖິງພຽງແຕ່ອ້າງເຖິງຄວາມຈິງບໍ? ພວກເຂົາບໍ່ໄດ້ຖືກສະຫງວນໄວ້ສຳລັບຄົນທີ່ຮັກພຣະເຈົ້າໝົດໃຈບໍ? ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ເປັນພຽງຊາກສົບທີ່ເນົ່າເປື່ອຍ, ທຸກຄົນເຫຼົ່ານີ້ບໍ່ໄດ້ເຊື່ອງຄວາມຊົ່ວຮ້າຍໄວ້ບໍ? ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງ, ພວກເຂົາທຸກຄົນບໍ່ແມ່ນສັດຕູຂອງຄວາມຈິງບໍ? ແລ້ວພວກເຈົ້າເດ?
ຖ້າເຈົ້າສາມາດຫຼຸດພົ້ນອອກຈາກອິດທິພົນຂອງຄວາມມືດເຫຼົ່ານີ້ ແລະ ແຍກຕົນເອງອອກຈາກສິ່ງທີ່ບໍ່ສະອາດເຫຼົ່ານັ້ນ, ຖ້າພວກເຈົ້າກາຍມາເປັນຄົນທີ່ບໍລິສຸດ, ແລ້ວພວກເຈົ້າກໍ່ຈະມີຄວາມຈິງ. ມັນບໍ່ແມ່ນວ່າທຳມະຊາດຂອງເຈົ້າໄດ້ປ່ຽນແປງໄປ, ແຕ່ພຽງແຕ່ວ່າເຈົ້າສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ສາມາດປະຖິ້ມເນື້ອໜັງໄດ້. ນີ້ຄືຄຸນສົມບັດຂອງຄົນທີ່ໄດ້ຮັບການຊຳລະລ້າງແລ້ວ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອຊໍາລະລ້າງມະນຸດຊາດ ເພື່ອວ່າມະນຸດຈະສາມາດມີຄວາມຈິງ, ເພາະມະນຸດເຂົ້າໃຈຄວາມຈິງໜ້ອຍເກີນໄປ! ການປະຕິບັດພາລະກິດແຫ່ງການເອົາຊະນະໃນຜູ້ຄົນເຫຼົ່ານັ້ນແມ່ນມີຄວາມໝາຍທີ່ສຸດ. ພວກເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳຮ້າຍຢ່າງຮຸນແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດຕາມຄວາມຈິງ. ການຖືກເຮັດໃຫ້ສົມບູນຄືສິ່ງທີ່ສິ່ງຖືກສ້າງທັງໝົດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ກ່ຽວພັນກັບການເຮັດໃຫ້ຜູ້ຄົນສົມບູນ, ແລ້ວມັນກໍ່ສາມາດຖືກປະຕິບັດໃນປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອນ; ມັນສາມາດຖືກປະຕິບັດໃນຄົນທີ່ຢູ່ໃນຊາດໃດໜຶ່ງ. ແຕ່ພາລະກິດແຫ່ງການເອົາຊະນະແມ່ນຖືກເລືອກໄວ້ແລ້ວ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະເປັນໄລຍະສັ້ນ; ຍິ່ງໄປກວ່ານັ້ນ, ມັນຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງປວງ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ສິ່ງຖືກສ້າງໃດໜຶ່ງທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ສາມາດບັນລຸໄດ້ຫຼັງຈາກການປ່ຽນແປງໄລຍະຍາວເທົ່ານັ້ນ. ແຕ່ການຖືກເອົາຊະນະເປັນສິ່ງທີ່ແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫຼ້າຫຼັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດມົວທີ່ສຸດ; ພວກເຂົາຕ້ອງເປັນຄົນທີ່ເສື່ອມໂຊມທີ່ສຸດ, ບໍ່ເຕັມໃຈຢ່າງທີ່ສຸດທີ່ຈະຮັບຮູ້ພຣະເຈົ້າ ແລະ ບໍ່ເຊື່ອຟັງພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະແທ້ໆ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານຜ່າຍແພ້, ໃນຂະນະທີ່ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດມີຄຳພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ, ພາລະກິດແຫ່ງການເອົາຊະນະນີ້ຈຶ່ງຖືກປະຕິບັດໃນທີ່ນີ້, ໃນຄົນແບບພວກເຈົ້າ. ຈຸດປະສົງແມ່ນເພື່ອໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນເຫຼົ່ານີ້ທີ່ຖືກເອົາຊະນະຈະຖືກໃຊ້ເພື່ອບັນລຸເປົ້າໝາຍຂອງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດໂປງ, ນັ້ນກໍ່ຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອວ່າພວກເຂົາຈະເຊື່ອໝັ້ນຢ່າງສິ້ນເຊີງ ຍ້ອນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ການໃຊ້ຄວາມເປັນຈິງ ແລະ ສິດອຳນາດແຫ່ງພຣະທຳເພື່ອເອົາຊະນະຜູ້ຄົນ ແລະ ເຮັດໃຫ້ພວກເຂົາເຊື່ອໝັ້ນຢ່າງສົມບູນ, ນີ້ຄືຄວາມໝາຍຂອງການຖືກເອົາຊະນະ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ສາມາດບັນລຸຄວາມເຊື່ອຟັງຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ, ແຕ່ພວກເຂົາຍັງສາມາດມີຄວາມຮູ້ກ່ຽວກັບພາລະກິດແຫ່ງການພິພາກສາ, ປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ມາຮູ້ຈັກກັບພຣະເຈົ້າ. ພວກເຂົາມີປະສົບການກັບເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຈິງ. ພວກເຂົາຮຽນຮູ້ວິທີການຜະເຊີນກັບພາລະກິດຂອງພຣະເຈົ້າ, ສາມາດອົດທົນເພື່ອພຣະເຈົ້າ ແລະ ມີຄວາມປະສົງຂອງພວກເຂົາເອງ. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງ ເນື່ອງຈາກໄດ້ມີປະສົບການກັບພຣະທຳຂອງພຣະເຈົ້າ. ຄົນທີ່ຖືກເອົາຊະນະແມ່ນຄົນທີ່ຮູ້ຈັກຄວາມຈິງ ແຕ່ບໍ່ໄດ້ຍອມຮັບຄວາມໝາຍທີ່ເປັນຈິງຂອງຄວາມຈິງ. ຫຼັງຈາກທີ່ຖືກເອົາຊະນະ, ພວກເຂົາກໍ່ເຊື່ອຟັງ ແຕ່ຄວາມເຊື່ອຟັງຂອງພວກເຂົາລ້ວນແລ້ວແຕ່ເປັນຜົນມາຈາກການພິພາກສາທີ່ພວກເຂົາໄດ້ຮັບ. ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງສິ້ນເຊີງກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄວາມຈິງຫຼາຍຢ່າງ. ພວກເຂົາຮັບຮູ້ຄວາມຈິງທາງວາຈາ, ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ຄວາມຈິງ; ພວກເຂົາຢັ່ງເຖິງຄວາມຈິງ, ແຕ່ພວກເຂົາບໍ່ໄດ້ມີປະສົບການກັບຄວາມຈິງ. ພາລະກິດທີ່ກຳລັງປະຕິບັດໃນຜູ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນປະກອບດ້ວຍການຕີສອນ ແລະ ການພິພາກສາ, ພ້ອມດ້ວຍການຈັດແຈງຊີວິດ. ຄົນທີ່ເຊີດຊູການເຂົ້າສູ່ຄວາມຈິງກໍ່ເປັນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄວາມແຕກຕ່າງລະຫວ່າງຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຄົນທີ່ຖືກເອົາຊະນະແມ່ນຂຶ້ນຢູ່ກັບວ່າພວກເຂົາເຂົ້າສູ່ຄວາມຈິງ ຫຼື ບໍ່. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ຢັ່ງເຖິງຄວາມຈິງ, ໄດ້ເຂົ້າສູ່ຄວາມຈິງ ແລະ ກຳລັງດຳລົງຊີວິດຕາມຄວາມຈິງ; ຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນແມ່ນຄົນທີ່ບໍ່ໄດ້ຢັ່ງເຖິງຄວາມຈິງ ແລະ ບໍ່ໄດ້ເຂົ້າສູ່ຄວາມຈິງ ນັ້ນກໍ່ຄື ຄົນທີ່ບໍ່ໄດ້ດຳລົງຊີວິດຕາມຄວາມຈິງ. ຖ້າຜູ້ຄົນດັ່ງກ່າວສາມາດເຊື່ອຟັງຢ່າງສິ້ນເຊີງໃນຕອນນີ້, ແລ້ວພວກເຂົາກໍ່ສາມາດຖືກເອົາຊະນະໄດ້. ຖ້າຄົນທີ່ຖືກເອົາຊະນະບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາປະຕິບັດຕາມ ແຕ່ບໍ່ໄດ້ດຳລົງຊີວິດຕາມຄວາມຈິງ, ຖ້າພວກເຂົາໄດ້ເຫັນ ແລະ ໄດ້ຍິນຄວາມຈິງ ແຕ່ບໍ່ເຊີດຊູການດຳລົງຊີວິດຕາມຄວາມຈິງ, ແລ້ວພວກເຂົາກໍ່ບໍ່ສາມາດຖືກເຮັດໃຫ້ສົມບູນ. ຄົນທີ່ຖືກເຮັດໃຫ້ສົມບູນຈະປະຕິບັດຄວາມຈິງຕາມການຮຽກຮ້ອງຂອງພຣະເຈົ້າໃນເສັ້ນທາງແຫ່ງຄວາມສົມບູນ. ຜ່ານສິ່ງນີ້, ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາຖືກເຮັດໃຫ້ສົມບູນ. ຄົນໃດກໍ່ຕາມທີ່ຕິດຕາມຈົນເຖິງທີ່ສຸດກ່ອນທີ່ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງ ກໍ່ເປັນຄົນທີ່ຖືກເອົາຊະນະ, ແຕ່ບໍ່ສາມາດເວົ້າໄດ້ວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນ. “ຄົນທີ່ຖືກເຮັດໃຫ້ສົມບູນ” ໝາຍເຖິງຄົນທີ່ສາມາດສະແຫວງຫາຄວາມຈິງ ແລະ ຖືກຮັບໂດຍພຣະເຈົ້າ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະໄດ້ສິ້ນສຸດລົງ. ມັນໝາຍເຖິງຄົນທີ່ຍຶດໝັ້ນໃນຄວາມທຸກລຳບາກ ແລະ ດຳລົງຊີວິດຕາມຄວາມຈິງ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະໄດ້ສິ້ນສຸດລົງ. ສິ່ງທີ່ແຍກແຍະການຖືກເອົາຊະນະອອກຈາກການຖືກເຮັດໃຫ້ສົມບູນແມ່ນຄວາມແຕກຕ່າງໃນບາດກ້າວຂອງພາລະກິດ ແລະ ຄວາມແຕກຕ່າງໃນລະດັບທີ່ຜູ້ຄົນເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງ. ທຸກຄົນທີ່ບໍ່ກ້າວເຂົ້າໃນເສັ້ນທາງສູ່ຄວາມສົມບູນ ເຊິ່ງໝາຍເຖິງຄົນທີ່ບໍ່ມີຄວາມຈິງ ແມ່ນຈະຖືກກຳຈັດໃນທີ່ສຸດ. ມີພຽງແຕ່ຄົນທີ່ມີຄວາມຈິງ ແລະ ຄົນທີ່ດຳລົງຊີວິດຕາມຄວາມຈິງເທົ່ານັ້ນຈຶ່ງສາມາດຖືກພຣະເຈົ້າຮັບຢ່າງສົມບູນ. ນັ້ນກໍ່ຄື ຄົນທີ່ດຳລົງຊີວິດຕາມພາບລັກຂອງເປໂຕແມ່ນຄົນທີ່ຖືກເຮັດໃຫ້ສົມບູນ, ໃນຂະນະທີ່ຄົນອື່ນໆແມ່ນຄົນທີ່ຖືກເອົາຊະນະ. ພາລະກິດທີ່ກຳລັງປະຕິບັດໃນທຸກຄົນທີ່ກຳລັງຖືກເອົາຊະນະແມ່ນປະກອບດ້ວຍການສາບແຊ່ງ, ການຕີສອນ ແລະ ການສະແດງຄວາມໂກດຮ້າຍເທົ່ານັ້ນ ແລະ ສິ່ງທີ່ຈະເກີດຂຶ້ນກັບພວກເຂົາແມ່ນຄວາມຊອບທຳ ແລະ ຄຳສາບແຊ່ງ. ການປະຕິບັດພາລະກິດໃນຄົນດັ່ງກ່າວຄືການເປີດເຜີຍໂດຍບໍ່ມີພິທີ ຫຼື ຄວາມສຸພາບ ນັ້ນກໍ່ຄື ການເປີດເຜີຍອຸປະນິໄສເສື່ອມຊາມທີ່ຢູ່ພາຍໃນພວກເຂົາ ເພື່ອວ່າພວກເຂົາຈະຮັບຮູ້ມັນດ້ວຍພວກເຂົາເອງ ແລະ ເຊື່ອໝັ້ນຢ່າງສົມບູນ. ຫຼັງຈາກທີ່ມະນຸດເຊື່ອຟັງຢ່າງສົມບູນ, ພາລະກິດແຫ່ງການເອົາຊະນະກໍ່ຈະສິ້ນສຸດລົງ. ເຖິງແມ່ນວ່າຄົນສ່ວນໃຫຍ່ຍັງບໍ່ສະແຫວງຫາເພື່ອເຂົ້າໃຈຄວາມຈິງ, ພາລະກິດແຫ່ງການເອົາຊະນະກໍ່ຈະສິ້ນສຸດລົງ.
ຖ້າເຈົ້າຕ້ອງຖືກເຮັດໃຫ້ສົມບູນ, ມີເງື່ອນໄຂທີ່ຕ້ອງບັນລຸ. ຜ່ານຄວາມຕັ້ງໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ຄືທາງເຂົ້າຂອງເຈົ້າ ແລະ ທຸກສິ່ງເຫຼົ່ານີ້ແມ່ນສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນສາມາດປະຕິບັດໃນທຸກຄົນ. ຄົນໃດກໍ່ຕາມທີ່ສະແຫວງຫາພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນ ແລະ ມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບຕາຍຕົວໃນທີ່ນີ້. ບໍ່ວ່າຄົນໆໜຶ່ງຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນຂຶ້ນກັບສິ່ງທີ່ຄົນໆນັ້ນສະແຫວງເປັນຫຼັກ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດຕາມຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງແມ່ນບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ; ພວກເຂົາບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ ແລະ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງການເຮັດໃຫ້ສົມບູນແມ່ນພຽງແຕ່ເພື່ອເຫັນແກ່ການຮັບເອົາຜູ້ຄົນ ແລະ ບໍ່ແມ່ນສ່ວນໜຶ່ງໃນພາລະກິດຂອງການສູ້ຮົບກັບຊາຕານ; ພາລະກິດແຫ່ງການເອົາຊະນະແມ່ນພຽງແຕ່ເພື່ອເຫັນແກ່ການສູ້ຮົບກັບຊາຕານ ເຊິ່ງໝາຍຄວາມວ່າຈະໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານຜ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ, ພາລະກິດໃໝ່ທີ່ສຸດ, ພາລະກິດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອເອົາຊະນະທຸກຄົນເປັນຫຼັກ ແລ້ວເຮັດໃຫ້ຊາຕານຜ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນ, ນີ້ບໍ່ແມ່ນພາລະກິດໃໝ່. ແກ່ນແທ້ຂອງເປົ້າໝາຍໃນທຸກພາລະກິດໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ ເມື່ອພາລະກິດຫຼັກແມ່ນການໄຖ່ບາບມະນຸດຊາດທັງປວງ່ານການຖືກຄຶງເທິງໄມ້ກາງແຂນ. “ການຮັບຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີມຈາກພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດພຽງແຕ່ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ, ເປົ້າໝາຍຂອງພຣະອົງແມ່ນເພື່ອໃຊ້ການຖືກຄຶງເທິງໄມ້ກາງແຂນຂອງພຣະອົງເພື່ອເອົາຊະນະພັນທະນາການແຫ່ງແຫ່ງຄວາມຕາຍ ແລະ ແດນມໍລະນາເປັນຫຼັກ, ເພື່ອເອົາຊະນະອິດທິພົນຂອງຊາຕານ ນັ້ນກໍ່ຄື ເພື່ອເຮັດໃຫ້ຊາຕານຜ່າຍແພ້. ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ເປໂຕຈຶ່ງເລີ່ມກ້າວເດີນເທື່ອລະບາດກ້າວໃນເສັ້ນທາງສູ່ຄວາມສົມບູນ. ແນ່ນອນ ເປໂຕແມ່ນໜຶ່ງໃນບັນດາຜູ້ຕິດຕາມພຣະເຢຊູ ໃນຂະນະທີ່ພຣະເຢຊູກຳລັງປະຕິບັດພາລະກິດ ແຕ່ລາວບໍ່ໄດ້ຖືກເຮັດໃຫ້ສົມບູນໃນລະຫວ່າງເວລານັ້ນ. ກົງກັນຂ້າມ ຫຫຼັງຈາກທີ່ພຣະເຢຊູໄດ້ສຳເລັດພາລະກິດຂອງພຣະອົງ, ເປໂຕຈຶ່ງຄ່ອຍໆເຂົ້າໃຈຄວາມຈິງ ແລະ ຫຼັງຈາກນັ້ນກໍ່ຖືກເຮັດໃຫ້ສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ໄລຍະທີ່ສຳຄັນ ແລະ ຈຳເປັນໃນພາລະກິດສຳເລັດລົງໃນຊ່ວງເວລາສັ້ນໆ, ບໍ່ແມ່ນເພື່ອດຳລົງຊີວິດເປັນເວລາຍາວໃນທ່າມກາງຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກ ໂດຍມີເຈດຕະນາທີ່ຈະເຮັດໃຫ້ພວກເຂົາສົມບູນ. ພຣະອົງບໍ່ໄດ້ປະຕິບັດພາລະກິດນັ້ນ. ພຣະອົງບໍ່ໄດ້ລໍຖ້າຈົນເຖິງເວລາທີ່ມະນຸດຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນເພື່ອສິ້ນສຸດພາລະກິດຂອງພຣະອົງ. ນັ້ນບໍ່ແມ່ນເປົ້າໝາຍ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດໄລຍະສັ້ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ບໍ່ແມ່ນເພື່ອປະຕິບັດພາລະກິດໄລຍະຍາວຫຼາຍເພື່ອເຮັດໃຫ້ມະນຸດຊາດສົມບູນ. ພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດຄົ້ນຄືຕົວແທນ, ສາມາດເລີ່ມຕົ້ນຍຸກໃໝ່. ມັນສາມາດສຳເລັດໄດ້ໃນຊ່ວງເວລາສັ້ນໆ. ແຕ່ການເຮັດໃຫ້ມະນຸດຊາດສົມບູນຈຳເປັນຕ້ອງໄດ້ນໍາມະນຸດຂຶ້ນມາສູ່ລະດັບໃດໜຶ່ງ; ພາລະກິດດັ່ງກ່າວໃຊ້ເວລາດົນ. ມັນເປັນພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ມັນຖືກປະຕິບັດບົນພື້ນຖານຂອງຄວາມຈິງທີ່ຖືກກ່າວລະຫວ່າງພາລະກິດໃນເນື້ອໜັງ. ມັນຍັງຖືກປະຕິບັດຜ່ານການທີ່ພຣະອົງຍົກອັກຄະສາວົກຂຶ້ນເພື່ອປະຕິບັດພາລະກິດໃນການລ້ຽງດູໄລຍະຍາວ ເພື່ອບັນລຸເປົ້າໝາຍຂອງພຣະອົງໃນການເຮັດໃຫ້ມະນຸດຊາດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ເຮັດພາລະກິດນີ້. ພຣະອົງພຽງແຕ່ເວົ້າກ່ຽວກັບຫົນທາງແຫ່ງຊີວິດເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ພຣະອົງພຽງແຕ່ມອບຄວາມຈິງໃຫ້ແກ່ມະນຸດຊາດ, ແທນທີ່ຈະຢູ່ກັບມະນຸດໃນການປະຕິບັດຄວາມຈິງຢ່າງຕໍ່ເນື່ອງ, ເພາະນັ້ນບໍ່ໄດ້ຢູ່ໃນພັນທະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະບໍ່ຢູ່ກັບມະນຸດຈົນເຖິງມື້ທີ່ມະນຸດເຂົ້າໃຈຄວາມຈິງຢ່າງສົມບູນ ແລະ ຮັບເອົາຄວາມຈິງຢ່າງຄົບຖ້ວນ. ພາລະກິດຂອງພຣະອົງໃນເນື້ອໜັງຈະສິ້ນສຸດລົງ ເມື່ອມະນຸດເຂົ້າສູ່ເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າຢ່າງເປັນທາງການ, ເມື່ອມະນຸດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກເຮັດໃຫ້ສົມບູນແບບ. ແນ່ນອນ ນີ້ຍັງເປັນເວລາທີ່ພຣະອົງຈະເອົາຊະນະຊາຕານຢ່າງຄົບຖ້ວນ ແລະ ມີໄຊເໜືອແຜ່ນດິນໂລກ. ພຣະອົງບໍ່ສົນໃຈວ່າ ໃນທີ່ສຸດແລ້ວ ມະນຸດໄດ້ເຂົ້າສູ່ຄວາມຈິງໃນເວລານັ້ນ ຫຼື ບໍ່ ຫຼື ພຣະອົງບໍ່ສົນໃຈວ່າຊີວິດຂອງມະນຸດຈະສູງສົ່ງ ຫຼື ຕ້ອຍຕໍ່າ. ບໍ່ມີຫຍັງໃນສິ່ງນັ້ນຈະເປັນສິ່ງທີ່ພຣະອົງໃນເນື້ອໜັງຄວນຈັດການ; ບໍ່ມີຫຍັງໃນສິ່ງນັ້ນຈະຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ຫຼັງຈາກທີ່ພຣະອົງສຳເລັດພາລະກິດທີ່ພຣະອົງມຸ່ງໝາຍໄວ້, ພຣະອົງກໍ່ຈະສິ້ນສຸດພາລະກິດຂອງພຣະອົງໃນເນື້ອໜັງ. ສະນັ້ນ ພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດເປັນພຽງພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້ເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ມັນເປັນພາລະກິດໄລຍະສັ້ນແຫ່ງຄວາມລອດພົ້ນ, ບໍ່ແມ່ນພາລະກິດທີ່ພຣະອົງຈະປະຕິບັດເປັນໄລຍະຍາວເທິງແຜ່ນດິນໂລກ.
ການເພີ່ມຄວາມສາມາດຂອງພວກເຈົ້າບໍ່ໄດ້ຢູ່ພາຍໃນຂອບເຂດພາລະກິດຂອງເຮົາ. ເຮົາຂໍໃຫ້ພວກເຈົ້າປະຕິບັດພາລະກິດນີ້ ພຽງແຕ່ເພາະວ່າຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ. ໃນຄວາມຈິງແລ້ວ ນີ້ບໍ່ແມ່ນສ່ວນໜຶ່ງໃນພາລະກິດແຫ່ງຄວາມສົມບູນ; ກົງກັນຂ້າມ, ມັນເປັນພາລະກິດເພີ່ມເຕີມທີ່ກໍາລັງປະຕິບັດໃນພວກເຈົ້າ. ພາລະກິດທີ່ກໍາລັງສຳເລັດໃນພວກເຈົ້າໃນມື້ນີ້ແມ່ນຖືກປະຕິບັດຕາມສິ່ງທີ່ພວກເຈົ້າຕ້ອງການ. ມັນເປັນສະເພາະບຸກຄົນ ແລະ ບໍ່ແມ່ນເສັ້ນທາງທີ່ທຸກຄົນທີ່ກຳລັງຖືກເຮັດໃຫ້ສົມບູນຄວນເຂົ້າສູ່. ເພາະຄວາມສາມາດຂອງພວກເຈົ້າຕໍ່າກວ່າຜູ້ໃດໜຶ່ງທີ່ຖືກເຮັດໃຫ້ສົມບູນໃນອະດີດ, ເມື່ອພາລະກິດນີ້ຖືກປະຕິບັດໃນພວກເຈົ້າ, ມັນຈຶ່ງມີອຸປະສັກຫຼາຍຢ່າງເກີນໄປ. ເຮົາຢູ່ທ່າມກາງພວກເຈົ້າທີ່ກຳລັງເຮັດພາລະກິດເພີ່ມເຕີມນີ້ ເພາະເປົ້າໝາຍຂອງຄວາມສົມບູນແມ່ນແຕກຕ່າງກັນ. ໂດຍແທ້ຈິງແລ້ວ ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ພຣະອົງຍັງຢູ່ພາຍໃນຂອບເຂດທີ່ເໝາະສົມຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງ ໂດຍບໍ່ສົນໃຈເລື່ອງອື່ນທີ່ບໍ່ກ່ຽວຂ້ອງກັນ. ພຣະອົງບໍ່ໄດ້ມີສ່ວນຮ່ວມໃນບັນຫາຄອບຄົວ ຫຼື ເປັນສ່ວນໜຶ່ງໃນຊີວິດຂອງຜູ້ຄົນ. ພຣະອົງບໍ່ສົນໃຈກັບເລື່ອງທີ່ບໍ່ສຳຄັນດັ່ງກ່າວແທ້ໆ; ພວກມັນບໍ່ແມ່ນສ່ວນໜຶ່ງໃນພັນທະກິດຂອງພຣະອົງ. ແຕ່ຄວາມສາມາດຂອງພວກເຈົ້າຕໍ່າກວ່າສິ່ງທີ່ເຮົາຮຽກຮ້ອງຫຼາຍ, ແນ່ນອນ ມັນບໍ່ມີການປຽບທຽບກັນ, ມັນຈຶ່ງກໍ່ໃຫ້ເກີດອຸປະສັກທີ່ຮ້າຍແຮງຕໍ່ພາລະກິດ. ຍິ່ງໄປກວ່ານັ້ນ, ພາລະກິດນີ້ຕ້ອງຖືກປະຕິບັດທ່າມກາງຄົນທີ່ຢູ່ໃນດິນແດນຂອງປະເທດຈີນນີ້. ພວກເຈົ້າດ້ອຍການສຶກສາຫຼາຍຈົນເຮົາບໍ່ມີທາງເລືອກນອກຈາກຈະເວົ້າອອກ ແລະ ຮຽກຮ້ອງໃຫ້ພວກເຈົ້າອົບຮົມຕົນເອງ. ເຮົາໄດ້ບອກພວກເຈົ້າແລ້ວວ່ານີ້ຄືພາລະກິດເພີ່ມເຕີມ, ແຕ່ມັນຍັງເປັນສິ່ງທີ່ພວກເຈົ້າຕ້ອງໄດ້ຮັບ, ສິ່ງທີ່ຈະຊ່ວຍໃຫ້ພວກເຈົ້າຖືກເຮັດໃຫ້ສົມບູນ. ໃນຄວາມຈິງແລ້ວ, ການສຶກສາ, ຄວາມຮູ້ພື້ນຖານກ່ຽວກັບການປະພຶດຕົນ ແລະ ຄວາມຮູ້ພື້ນຖານກ່ຽວກັບຊີວິດລ້ວນແລ້ວແຕ່ເປັນສິ່ງທີ່ພວກເຈົ້າຄວນມີໂດຍທຳມະຊາດ; ເຮົາບໍ່ຄວນເວົ້າກັບພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້. ແຕ່ຍ້ອນພວກເຈົ້າບໍ່ມີສິ່ງເຫຼົ່ານີ້, ເຮົາຈຶ່ງບໍ່ມີທາງເລືອກນອກຈາກປະຕິບັດພາລະກິດເພື່ອປູກຝັງສິ່ງເຫຼົ່ານີ້ໃນພວກເຈົ້າ ຫຼັງຈາກທີ່ພວກເຈົ້າໄດ້ເກີດໃນໂລກແລ້ວ. ເຖິງແມ່ນພວກເຈົ້າຈະມີແນວຄິດຫຼາຍຢ່າງກ່ຽວກັບເຮົາ, ເຮົາກໍ່ຍັງຮຽກຮ້ອງສິ່ງນີ້ຈາກພວກເຈົ້າ, ເຮົາຍັງຮຽກຮ້ອງໃຫ້ພວກເຈົ້າເພີ່ມຄວາມສາມາດຂອງພວກເຈົ້າຂຶ້ນ. ມັນບໍ່ແມ່ນເຈດຕະນາຂອງເຮົາທີ່ຈະມາ ແລະ ປະຕິບັດພາລະກິດນີ້, ເພາະພາລະກິດຂອງເຮົາແມ່ນພຽງແຕ່ເພື່ອເອົາຊະນະພວກເຈົ້າ, ພຽງແຕ່ຮັບເອົາຄວາມເຊື່ອໝັ້ນຢ່າງສົມບູນຈາກພວກເຈົ້າ ໂດຍພິພາກສາພວກເຈົ້າ ແລ້ວຊີ້ໃຫ້ເຫັນຫົນທາງແຫ່ງຊີວິດທີ່ພວກເຈົ້າຄວນເຂົ້າສູ່. ເວົ້າອີກຢ່າງໜຶ່ງກໍ່ຄື ການທີ່ພວກເຈົ້າຈະໄດ້ຮັບການສຶກສາແບບໃດ ແລະ ການທີ່ພວກເຈົ້າຈະມີຄວາມຮູ້ກ່ຽວກັບຊີວິດ ຫຼື ບໍ່ ແມ່ນບໍ່ມີຫຍັງກ່ຽວຂ້ອງກັບເຮົາ ຖ້າບໍ່ແມ່ນຍ້ອນຂໍ້ແທ້ຈິງທີ່ວ່າເຮົາຈຳເປັນຕ້ອງເອົາຊະນະພວກເຈົ້າດ້ວຍພຣະທຳຂອງເຮົາ. ທຸກສິ່ງນີ້ກຳລັງຖືກເພີ່ມເຂົ້າເພື່ອຮັບປະກັນວ່າຈະບັນລຸຜົນຕາມມາໃນພາລະກິດແຫ່ງການເອົາຊະນະ ແລະ ເພື່ອເຫັນແກ່ການເຮັດໃຫ້ພວກເຈົ້າສົມບູນໃນພາຍຫຼັງ. ມັນບໍ່ແມ່ນສ່ວນໜຶ່ງໃນພາລະກິດແຫ່ງການເອົາຊະນະ. ເພາະພວກເຈົ້າມີຄວາມສາມາດຕໍ່າ ແລະ ພວກເຈົ້າຂີ້ຄ້ານ ແລະ ເມີນເສີຍ, ໂງ່ຈ້າ ແລະ ເຂົ້າໃຈຊ້າ, ບໍ່ມີຊີວິດຊີວາ ແລະ ປັນຍາອ່ອນ, ເພາະພວກເຈົ້າບໍ່ປົກກະຕິເປັນຢ່າງຍິ່ງ, ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າເພີ່ມຄວາມສາມາດຂອງພວກເຈົ້າຂຶ້ນກ່ອນ. ຄົນໃດກໍ່ຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນຕ້ອງບັນລຸຕາມເກນເງື່ອນໄຂໃດໜຶ່ງ. ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຈິດໃຈທີ່ຊັດເຈນ ແລະ ເອົາຈິງເອົາຈັງ ແລະ ເຕັມໃຈທີ່ຈະດຳລົງຊີວິດຢ່າງມີຄວາມໝາຍ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈດຳລົງຊີວິດຢ່າງວ່າງເປົ່າ, ເປັນຄົນທີ່ສະແຫວງຫາຄວາມຈິງ, ເປັນຄົນທີ່ຈິງຈັງໃນທຸກສິ່ງທີ່ພວກເຂົາປະຕິບັດ ແລະ ເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິເປັນພິເສດ, ແລ້ວເຈົ້າກໍ່ບັນລຸເງື່ອນໄຂທີ່ຈະຖືກເຮັດໃຫ້ສົມບູນ.
ພາລະກິດນີ້ທີ່ກຳລັງປະຕິບັດທ່າມກາງພວກເຈົ້າແມ່ນກຳລັງປະຕິບັດໃນພວກເຈົ້າຕາມພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດ. ຫຼັງຈາກເອົາຊະນະຜູ້ຄົນເຫຼົ່ານີ້, ກຸ່ມຄົນກໍ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ພາລະກິດສ່ວນໃຫຍ່ໃນປັດຈຸບັນກໍ່ຍັງເປັນການກະກຽມສຳລັບເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ, ເພາະມີຫຼາຍຄົນທີ່ກຳລັງຫິວກະຫາຍຫາຄວາມຈິງ ເຊິ່ງເປັນຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຕ້ອງຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນແມ່ນບໍ່ມີການປະຕິບັດພາລະກິດຕື່ມອີກ, ແລ້ວມັນຈະບໍ່ເປັນຈິງບໍທີ່ບາງຄົນທີ່ປາຖະໜາຫາຄວາມຈິງຈະໄດ້ຮັບເອົາມັນ? ພາລະກິດໃນປັດຈຸບັນແມ່ນແນໃສ່ເພື່ອເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນພາລະກິດຂອງເຮົາເປັນພຽງແຕ່ພາລະກິດແຫ່ງການເອົາຊະນະເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອກະກຽມເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາຫຼັງຈາກການເອົາຊະນະແມ່ນເນັ້ນໃສ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ການເອົາຊະນະແມ່ນເກີດຂຶ້ນເພື່ອວາງພື້ນຖານແກ່ພາລະກິດແຫ່ງການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນຕອນນີ້, ໜ້າທີ່ຫຼັກຄືການເອົາຊະນະ; ຫຼັງຈາກນັ້ນ, ຄົນທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍ່ຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນກັບລັກສະນະທີ່ໃຊ້ງານໄດ້ຂອງທາງເຂົ້າຂອງຜູ້ຄົນ: ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ? ເຈົ້າມີປະສົບການຫຼາຍສໍ່າໃດເມື່ອເຈົ້າຍ່າງໃນເສັ້ນທາງນີ້? ຄວາມຮັກຂອງເຈົ້າສຳລັບພຣະເຈົ້າບໍລິສຸດສໍ່າໃດ? ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງສໍ່າໃດ? ເພື່ອທີ່ຈະຖືກເຮັດໃຫ້ສົມບູນ, ຄົນໆໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກລັກສະນະຂອງຄວາມເປັນມະນຸດ. ນີ້ແມ່ນເງື່ອນໄຂພື້ນຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກທີ່ຖືກເອົາຊະນະກໍ່ຈະກາຍມາເປັນເຄື່ອງມືຮັບໃຊ້ ແລະ ຍັງຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ມາດໃນທີ່ສຸດ ແລະ ຍັງຈະຕົກລົງໃນເຫວເລິກທີ່ບໍ່ສິ້ນສຸດ, ເພາະອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ເຈົ້າຍັງເປັນຂອງຊາຕານ. ຖ້າມະນຸດຂາດເງື່ອນໄຂສຳລັບຄວາມສົມບູນ, ແລ້ວເຂົາກໍ່ບໍ່ມີປະໂຫຍດຫຍັງເລີຍ, ເຂົາເປັນຂອງເສດເຫຼືອ, ເປັນເຄື່ອງມື, ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ຕອນນີ້ ຄວາມຮັກຂອງເຈົ້າສຳລັບພຣະເຈົ້າມີຫຼາຍສໍ່າໃດ? ຄວາມກຽດຊັງຕົນເອງຂອງເຈົ້າມີຫຼາຍສໍ່າໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງສໍ່າໃດ? ພວກເຈົ້າໄດ້ເພີ່ມຄວາມຕັ້ງໃຈຂອງພວກເຈົ້າໃຫ້ເຂັ້ມແຂງແລ້ວບໍ? ຊີວິດຂອງເຈົ້າພາຍໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມເປັນຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າກຳລັງດຳລົງຊີວິດໃໝ່ບໍ? ທັດສະນະກ່ຽວກັບຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ຖ້າສິ່ງເຫຼົ່ານີ້ບໍ່ໄດ້ປ່ຽນແປງ, ເຈົ້າກໍ່ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າເຈົ້າບໍ່ໄດ້ຖອຍ; ກົງກັນຂ້າມ ເຈົ້າພຽງແຕ່ຖືກເອົາຊະນະ. ເມື່ອມັນຮອດເວລາທີ່ຈະທົດສອບເຈົ້າ, ເຈົ້າກໍ່ຂາດຄວາມຈິງ, ຄວາມເປັນມະນຸດຂອງເຈົ້າບໍ່ປົກກະຕິ ແລະ ເຈົ້າຈະຕ້ອຍຕໍ່າຄືກັບສັດຮ້າຍທີ່ແບກຫາບ. ສິ່ງດຽວທີ່ເຈົ້າໄດ້ຮັບຈະເປັນການຖືກເອົາຊະນະ, ເຈົ້າເປັນພຽງແຕ່ວັດຖຸທີ່ເຮົາໄດ້ເອົາຊະນະ. ເຊັ່ນດຽວກັບລາ ຫຼັງຈາກທີ່ມັນຖືກແສ້ຂອງເຈົ້ານາຍ, ມັນກໍ່ຢ້ານ ແລະ ບໍ່ກ້າສະເໜີຕົວທຸກຄັ້ງທີ່ມັນເຫັນເຈົ້ານາຍ, ເຈົ້າກໍ່ເປັນພຽງແຕ່ລາທີ່ຖືກເອົາຊະນະ. ຖ້າຄົນໜຶ່ງຂາດລັກສະນະດ້ານບວກເຫຼົ່ານັ້ນ ແຕ່ກົງກັນຂ້າມແມ່ນບໍ່ດີ້ນລົນ ແລະ ຢ້ານກົວ, ບໍ່ມີຄວາມກ້າ ແລະ ລັງເລກັບທຸກສິ່ງ, ບໍ່ສາມາດແຍກແຍະສິ່ງໃດໜຶ່ງຢ່າງຊັດເຈນ, ບໍ່ສາມາດຍອມຮັບຄວາມຈິງ, ຍັງປາສະຈາກເສັ້ນທາງສຳລັບການປະຕິບັດ ແລະ ປາສະຈາກແມ່ນແຕ່ຫົວໃຈທີ່ຮັກພຣະເຈົ້າ, ຖ້າຄົນໜຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບວິທີການຮັກພຣະເຈົ້າ, ວິທີການດຳລົງຊີວິດທີ່ມີຄວາມໝາຍ ຫຼື ວິທີການເປັນຄົນທີ່ແທ້ຈິງ, ຄົນດັ່ງກ່າວຈະສາມາດເປັນພະຍານໃຫ້ພຣະເຈົ້າໄດ້ແນວໃດ? ສິ່ງນີ້ຈະສະແດງໃຫ້ເຫັນວ່າ ຊີວິດຂອງເຈົ້າມີຄຸນຄ່າເລັກນ້ອຍ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ເຈົ້າຈະຖືກເອົາຊະນະ, ແຕ່ນັ້ນກໍ່ພຽງແຕ່ໝາຍຄວາມວ່າ ເຈົ້າໄດ້ປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ປະຕິເສດທີ່ຈະຍອມຢູ່ພາຍໃຕ້ອຳນາດຂອງມັນ; ມັນຈະໝາຍຄວາມວ່າ ເຈົ້າເຊື່ອວ່າມີພຣະເຈົ້າ, ຕ້ອງການເຊື່ອຟັງແຜນການທຸກຢ່າງຂອງພຣະເຈົ້າ ແລະ ບໍ່ມີຄຳຕໍ່ວ່າໃດໆ. ແຕ່ສຳລັບລັກສະນະດ້ານບວກ, ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ສຳແດງອອກເຖິງພຣະເຈົ້າບໍ? ຖ້າເຈົ້າບໍ່ມີສິ່ງໃດໃນບັນດາລັກສະນະເຫຼົ່ານີ້, ມັນກໍ່ໝາຍຄວາມວ່າ ເຈົ້າຍັງບໍ່ໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ເຈົ້າເປັນພຽງແຕ່ລາທີ່ຖືກເອົາຊະນະ. ບໍ່ມີຫຍັງທີ່ເປັນທີ່ປາຖະໜາໃນຕົວເຈົ້າ ແລະ ພຣະວິນຍານບໍລິສຸດກໍ່ບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ. ຄວາມເປັນມະນຸດຂອງເຈົ້າຂາດເຂີນເກີນໄປ; ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະໃຊ້ເຈົ້າ. ເຈົ້າຕ້ອງໄດ້ຮັບການເຫັນດີຈາກພຣະເຈົ້າ ແລະ ດີກວ່າສັດຮ້າຍທີ່ບໍ່ເຊື່ອຟັງ ແລະ ຄົນຕາຍທີ່ຍ່າງໄດ້ເຖິງຮ້ອຍເທົ່າ, ມີພຽງແຕ່ຄົນທີ່ມາເຖິງລະດັບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ມີພຽງແຕ່ຄົນທີ່ມີຄວາມເປັນມະນຸດ ແລະ ຄວາມສຳນຶກເທົ່ານັ້ນຈຶ່ງເໝາະສົມທີ່ຈະຖືກພຣະເຈົ້າໃຊ້. ມີພຽງແຕ່ເມື່ອພວກເຈົ້າຖືກເຮັດໃຫ້ສົມບູນ, ພວກເຈົ້າຈຶ່ງຈະຖືວ່າເປັນມະນຸດ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນຈຶ່ງເປັນຄົນດຳລົງຊີວິດຢ່າງມີຄວາມໝາຍ. ມີພຽງແຕ່ຄົນດັ່ງກ່າວຈຶ່ງສາມາດເປັນພະຍານໃຫ້ແກ່ພຣະເຈົ້າຢ່າງກ້ອງກັງວານຍິ່ງຂຶ້ນ.