ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ

ຖ້າເຈົ້າປາຖະໜາທີ່ຈະເໝາະສົມສຳລັບການຖືກໃຊ້ໂດຍພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງຮູ້ຈັກພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານີ້ (ໃນພຣະສັນຍາໃໝ່ ແລະ ເດີມ), ແລະ ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງໃນປັດຈຸບັນ; ນັ້ນໝາຍຄວາມວ່າ ເຈົ້າຕ້ອງຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າທີ່ປະຕິບັດມາຫຼາຍກວ່າ 6.000 ປີ. ຖ້າເຈົ້າຖືກຮ້ອງຂໍໃຫ້ເຜີຍແຜ່ຂ່າວປະເສີດ, ແລ້ວເຈົ້າກໍຈະບໍ່ສາມາດເຮັດໄດ້ ຫາກບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ບາງຄົນອາດຖາມເຈົ້າກ່ຽວກັບສິ່ງທີ່ພຣະເຈົ້າຂອງພວກເຈົ້າໄດ້ເວົ້າໄວ້ກ່ຽວກັບພຣະຄຳພີ, ພຣະສັນຍາເດີມ ແລະ ພາລະກິດ ແລະ ພຣະທຳຂອງພຣະເຢຊູໃນເວລານັ້ນ. ຖ້າເຈົ້າບໍ່ສາມາດເວົ້າເຖິງເລື່ອງລາວເບື້ອງຫຼັງຂອງພຣະຄຳພີ, ແລ້ວພວກເຂົາກໍຈະບໍ່ເຊື່ອ. ໃນເວລານັ້ນ, ພຣະເຢຊູເວົ້າຫຼາຍຢ່າງກັບສາວົກຂອງພຣະອົງກ່ຽວກັບພຣະສັນຍາເດີມ. ທຸກສິ່ງທີ່ພວກເຂົາອ່ານແມ່ນມາຈາກພຣະສັນຍາເດີມ; ພຣະສັນຍາໃໝ່ພຽງແຕ່ຫາກໍ່ຂຽນຂຶ້ນສອງສາມທົດສະວັດຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ເພື່ອເຜີຍແຜ່ຂ່າວປະເສີດ, ພວກເຈົ້າຄວນເຂົ້າໃຈຄວາມຈິງສ່ວນໃນຂອງພຣະຄຳພີເປັນຫຼັກ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນອິດສະຣາເອນ ເຊິ່ງນັ້ນກໍຄືພາລະກິດທີ່ພຣະເຢໂຮວາໄດ້ປະຕິບັດ ແລະ ພວກເຈົ້າກໍຕ້ອງເຂົ້າໃຈເຖິງພາລະກິດທີ່ພຣະເຢຊູປະຕິບັດເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ທຸກຄົນເປັນຫ່ວງທີ່ສຸດ ແລະ ເລື່ອງລາວເບື້ອງຫຼັງຂອງສາມຂັ້ນຕອນຂອງພາລະກິດຄືສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນ. ເມື່ອເຜີຍແຜ່ຂ່າວປະເສີດ, ກ່ອນອື່ນ ໃຫ້ປະວາງການເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ. ຂັ້ນຕອນນີ້ຂອງພາລະກິດແມ່ນຢູ່ນອກເໜືອການຢັ່ງເຖິງຂອງພວກເຂົາ, ເພາະສິ່ງທີ່ພວກເຂົາສະແຫວງຫາແມ່ນສິ່ງທີ່ສູງສົ່ງທີ່ສຸດໃນບັນດາສິ່ງທັງປວງ: ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຫຍັງທີ່ສູງສົ່ງໄປກວ່າສອງສິ່ງເຫຼົ່ານີ້. ຖ້າພວກເຈົ້າເວົ້າກ່ຽວກັບສິ່ງທີ່ສູງສົ່ງກ່ອນ, ມັນກໍຈະຫຼາຍເກີນໄປສຳລັບພວກເຂົາ ຍ້ອນບໍ່ມີຜູ້ໃດໄດ້ຜະເຊີນກັບພາລະກິດດັ່ງກ່າວຂອງພຣະວິນຍານບໍລິສຸດ; ມັນບໍ່ເຄີຍມີມາກ່ອນ ແລະ ມັນບໍ່ໄດ້ງ່າຍສຳລັບມະນຸດທີ່ຈະຍອມຮັບໄດ້. ປະສົບການຂອງພວກເຂົາແມ່ນສິ່ງເດີມໆຈາກອະດີດ ພ້ອມກັບພາລະກິດບາງຢ່າງຂອງພຣະວິນຍານບໍລິສຸດ. ສິ່ງທີ່ພວກເຂົາຜະເຊີນບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ຫຼື ຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ. ພວກເຂົາຍັງເຮັດຕາມການປະຕິບັດທີ່ເກົ່າແກ່ ໂດຍບໍ່ມີແສງສະຫວ່າງໃໝ່ ແລະ ສິ່ງໃໝ່.

ໃນຍຸກຂອງພຣະເຢຊູ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນພຣະເຢຊູເປັນຫຼັກ ໃນຂະນະທີ່ຄົນທີ່ຮັບໃຊ້ພຣະເຢໂຮວາ ຜູ້ເຊິ່ງນຸ່ງເສື້ອຄຸມຂອງປະໂລຫິດໃນພຣະວິຫານ ແມ່ນເຮັດດ້ວຍຄວາມຈົງຮັກພັກດີທີ່ສຸດ. ພວກເຂົາຍັງມີພາລະກິດຂອງພຣະວິນຍານບໍລິສຸດ, ແຕ່ບໍ່ສາມາດເຂົ້າໃຈຄວາມປະສົງໃນປັດຈຸບັນຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍັງຊື່ສັດຕໍ່ພຣະເຢໂຮວາຕາມການປະຕິບັດທີ່ເກົ່າແກ່ ແລະ ບໍ່ມີການນໍາພາໃໝ່. ພຣະເຢຊູມາ ແລະ ນໍາມາເຊິ່ງພາລະກິດໃໝ່. ແຕ່ຄົນເຫຼົ່ານັ້ນທີ່ຮັບໃຊ້ໃນພຣະວິຫານກໍບໍ່ໄດ້ມີການນໍາພາໃໝ່ ຫຼື ພວກເຂົາໄດ້ມີພາລະກິດໃໝ່. ເມື່ອຮັບໃຊ້ໃນພຣະວິຫານ ພວກເຂົາພຽງສາມາດແຕ່ສົ່ງເສີມການປະຕິບັດທີ່ເກົ່າແກ່; ແລະ ຖ້າຫາກບໍ່ອອກຈາກພຣະວິຫານ, ພວກເຂົາກໍຈະບໍ່ສາມາດມີທາງເຂົ້າໃໝ່ໃດໆ. ພາລະກິດໃໝ່ແມ່ນຖືກນໍາມາໂດຍພຣະເຢຊູ ແລະ ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງນອກພຣະວິຫານ, ຍ້ອນຂອບເຂດແຫ່ງພາລະກິດຂອງພຣະເຈົ້າໄດ້ປ່ຽນແປງຕັ້ງແຕ່ດົນແລ້ວ. ພຣະອົງບໍ່ໄດ້ປະຕິບັດພາລະກິດພາຍໃນພຣະວິຫານ ແລະ ເມື່ອມະນຸດຮັບໃຊ້ພຣະເຈົ້າໃນທີ່ນັ້ນ ມັນກໍເປັນພຽງການຮັກສາສິ່ງຕ່າງໆຕາມທີ່ພວກມັນເຄີຍເປັນ ແລະ ບໍ່ສາມາດເຮັດໃຫ້ເກີດພາລະກິດໃໝ່. ໃນທຳນອງດຽວກັນ, ຜູ້ຄົນຂອງສາສະໜາໃນປັດຈຸບັນຍັງນະມັດສະການພຣະຄຳພີ. ຖ້າເຈົ້າເຜີຍແຜ່ຂ່າວປະເສີດໃຫ້ພວກເຂົາ, ພວກເຂົາກໍຈະໂຍນລາຍລະອຽດເລັກນ້ອຍກ່ຽວກັບຂໍ້ພຣະທໍາໃນພຣະຄຳພີໃສ່ເຈົ້າ, ແລະພວກເຂົາກໍຈະຊອກຫາຫຼັກຖານມາອ້າງອີງ ເຮັດໃຫ້ເຈົ້າຕົກສະເງີ້ ຈົນເວົ້າບໍ່ອອກ; ແລ້ວພວກເຂົາກໍຈະຕີລາຄາເຈົ້າ ແລະ ຄິດວ່າເຈົ້າໂງ່ໃນຄວາມເຊື່ອຂອງເຈົ້າ. ພວກເຂົາຈະເວົ້າວ່າ: “ພວກທ່ານບໍ່ຮູ້ຈັກແມ່ນແຕ່ພຣະຄຳພີ ແລະ ພຣະທຳຂອງພຣະເຈົ້າ, ແລ້ວພວກທ່ານຈະສາມາດເວົ້າໄດ້ແນວໃດວ່າພວກທ່ານເຊື່ອໃນພຣະເຈົ້າ?” ແລ້ວພວກເຂົາກໍຈະດູຖູກເຈົ້າ ແລະ ເວົ້າອີກວ່າ: “ຍ້ອນຜູ້ທີ່ພວກທ່ານເຊື່ອແມ່ນພຣະເຈົ້າ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ບອກພວກທ່ານກ່ຽວກັບພຣະສັນຍາເດີມ ແລະ ໃໝ່? ຍ້ອນພຣະອົງໄດ້ນໍາສະຫງ່າລາສີຂອງພຣະອົງຈາກອິດສະຣາເອນໄປສູ່ຕະເວັນອອກ, ເປັນຫຍັງພຣະອົງຈຶ່ງບໍ່ຮູ້ຈັກພາລະກິດທີ່ໄດ້ປະຕິບັດໃນອິດສະຣາເອນ? ເປັນຫຍັງພຣະອົງຈຶ່ງບໍ່ຮູ້ຈັກພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ຮູ້ຈັກ, ແລ້ວສິ່ງນັ້ນພິສູດໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ຮັບການເປີດເຜີຍ; ຍ້ອນພຣະອົງເປັນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຢຊູ, ພຣະອົງຈະບໍ່ຮູ້ຈັກສິ່ງເຫຼົ່ານີ້ໄດ້ແນວໃດ? ພຣະເຢຊູຮູ້ຈັກພາລະກິດທີ່ພຣະເຢໂຮວາປະຕິບັດ; ແລ້ວພຣະອົງຈະບໍ່ຮູ້ໄດ້ແນວໃດ?” ເມື່ອເວລານັ້ນມາເຖິງ, ພວກເຂົາທຸກຄົນຈະຖາມເຈົ້າດ້ວຍຄຳຖາມດັ່ງກ່າວ. ຫົວຂອງພວກເຂົາແມ່ນເຕັມໄປດ້ວຍສິ່ງດັ່ງກ່າວ; ພວກເຂົາຈະບໍ່ຖາມໄດ້ແນວໃດ? ບັນດາພວກເຈົ້າຜູ້ທີ່ຢູ່ພາຍໃນກະແສນີ້ບໍ່ໄດ້ສົນໃຈກັບພຣະຄຳພີ, ຍ້ອນພວກເຈົ້ານໍາທັນພາລະກິດແຕ່ລະຂັ້ນຕອນທີ່ພຣະເຈົ້າປະຕິບັດໃນປັດຈຸບັນ, ພວກເຈົ້າໄດ້ເຫັນເຖິງພາລະກິດແຕ່ລະຂັ້ນຕອນນີ້ດ້ວຍຕາຂອງພວກເຈົ້າເອງ, ພວກເຈົ້າໄດ້ເບິ່ງເຫັນສາມຂັ້ນຕອນຂອງພາລະກິດຢ່າງຊັດເຈນ ແລະ ສະນັ້ນ ພວກເຈົ້າກໍໄດ້ວາງພຣະຄຳພີລົງ ແລະ ເຊົາສຶກສາກ່ຽວກັບມັນ. ແຕ່ພວກເຂົາບໍ່ສາມາດສຶກສາມັນໄດ້ ຍ້ອນພວກເຂົາບໍ່ມີຄວາມຮູ້ກ່ຽວກັບທຸກຂັ້ນຕອນຂອງພາລະກິດນີ້. ບາງຄົນຖາມວ່າ: “ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດ ແລະ ພາລະກິດທີ່ຜູ້ປະກາດພຣະທຳ ແລະ ສາວົກທີ່ຢູ່ໃນອະດີດໄດ້ປະຕິບັດ? ເດວິດກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ ແລະ ພຣະເຢຊູກໍຖືກເອີ້ນຄືກັນ; ເຖິງແມ່ນພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ, ພວກເຂົາກໍຖືກເອີ້ນແບບດຽວກັນ. ຈົ່ງບອກຂ້ານ້ອຍເບິ່ງ, ເປັນຫຍັງຕົວຕົນຂອງພວກເຂົາຈຶ່ງບໍ່ຄືກັນ? ສິ່ງທີ່ໂຢຮັນໄດ້ເຫັນກໍຄືນິມິດ ເຊິ່ງມາຈາກພຣະວິນຍານບໍລິສຸດ ແລະ ເພິ່ນສາມາດເວົ້າເຖິງພຣະທຳທີ່ພຣະວິນຍານບໍລິສຸດເຈດຕະນາທີ່ຈະເວົ້າ; ເປັນຫຍັງຕົວຕົນຂອງໂຢຮັນຈຶ່ງແຕກຕ່າງຈາກຕົວຕົນຂອງພຣະເຢຊູ?” ພຣະທຳທີ່ພຣະເຢຊູກ່າວແມ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າຢ່າງສົມບູນ. ສິ່ງທີ່ໂຢຮັນເຫັນແມ່ນນິມິດ ແລະ ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າໄດ້ຢ່າງສົມບູນ. ເປັນຫຍັງເມື່ອໂຢຮັນ, ເປໂຕ ແລະ ໂປໂລກ່າວຄຳເວົ້າຫຼາຍຄຳ ດັ່ງທີ່ພຣະເຢຊູກ່າວ ແຕ່ພວກເຂົາກໍບໍ່ມີຕົວຕົນແບບດຽວກັບພຣະເຢຊູ? ຫຼັກໆແມ່ນເປັນຍ້ອນພາລະກິດທີ່ພວກເຂົາປະຕິບັດນັ້ນແຕກຕ່າງກັນ. ພຣະເຢຊູເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າ ແລະ ເປັນພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດໂດຍກົງ. ພຣະອົງປະຕິບັດພາລະກິດຂອງຍຸກໃໝ່ ເຊິ່ງເປັນພາລະກິດທີ່ບໍ່ມີໃຜເຄີຍປະຕິບັດມາກ່ອນ. ພຣະອົງເປີດຫົນທາງໃໝ່, ພຣະອົງເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ພຣະອົງເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ເປໂຕ, ໂປໂລ ແລະ ເດວິດ, ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ ພວກເຂົາພຽງແຕ່ເປັນຕົວແທນໃຫ້ກັບສິ່ງມີຊີວິດຂອງພຣະເຈົ້າ ແລະ ຖືກພຣະເຢຊູ ຫຼື ພຣະເຢໂຮວາສົ່ງມາ. ສະນັ້ນ ບໍ່ວ່າພາລະກິດທີ່ພວກເຂົາປະຕິບັດນັ້ນມີຫຼາຍສໍ່າໃດກໍຕາມ, ບໍ່ວ່າສິ່ງອັດສະຈັນທີ່ພວກເຂົາປະຕິບັດນັ້ນຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຂົາກໍຍັງເປັນພຽງສິ່ງຖືກສ້າງຂອງພຣະເຈົ້າ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະວິນຍານຂອງພຣະເຈົ້າໄດ້. ພວກເຂົາປະຕິບັດພາລະກິດໃນນາມຂອງພຣະເຈົ້າ ຫຼື ປະຕິບັດພາລະກິດຫຼັງຈາກທີ່ພຣະເຈົ້າໄດ້ສົ່ງມາ; ຍິ່ງໄປກວ່ານັ້ນ ພວກເຂົາປະຕິບັດພາລະກິດໃນຍຸກທີ່ພຣະເຢຊູ ຫຼື ພຣະເຢໂຮວາເປັນຜູ້ເລີ່ມຕົ້ນ ແລະ ພວກເຂົາບໍ່ໄດ້ປະຕິບັດພາລະກິດອື່ນເລີຍ. ໃນທີ່ສຸດແລ້ວ ພວກເຂົາກໍເປັນພຽງສິ່ງຖືກສ້າງຂອງພຣະເຈົ້າເທົ່ານັ້ນ. ໃນພຣະສັນຍາເດີມ, ຜູ້ປະກາດພຣະທຳກ່າວຄຳພະຍາກອນ ຫຼື ຂຽນໜັງສືແຫ່ງການທຳນາຍ. ບໍ່ມີໃຜເວົ້າວ່າພວກເຂົາເປັນພຣະເຈົ້າ, ແຕ່ທັນທີທີ່ພຣະເຢຊູເລີ່ມປະຕິບັດພາລະກິດ, ພຣະວິນຍານຂອງພຣະເຈົ້າກໍເປັນພະຍານໃຫ້ກັບພຣະອົງໃນຖານະພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນັ້ນ? ໃນຈຸດນີ້ ເຈົ້າຄວນຮູ້ໄດ້ແລ້ວ! ກ່ອນໜ້ານີ້, ອັກຄະສາວົກ ແລະ ຜູ້ປະກາດພຣະທຳຂຽນຈົດໝາຍຫຼາກຫຼາຍສະບັບ ແລະ ກ່າວຄຳທຳນາຍຫຼາຍຢ່າງ. ໃນເວລາຕໍ່ມາ, ຜູ້ຄົນເລືອກຈົດໝາຍບາງສະບັບເພື່ອບັນທຶກເຂົ້າໃນພຣະຄຳພີ ແລະ ບາງສະບັບກໍສູນເສຍໄປ. ຍ້ອນມີຄົນທີ່ເວົ້າທຸກສິ່ງທີ່ພວກເຂົາເວົ້າແມ່ນມາຈາກພຣະວິນຍານບໍລິສຸດ, ເປັນຫຍັງຈົດໝາຍບາງສະບັບຈຶ່ງຖືວ່າດີ ແລະ ບາງສະບັບຖືວ່າບໍ່ດີ? ແລ້ວເປັນຫຍັງບາງສະບັບຈຶ່ງຖືກເລືອກ ແລະ ບາງສະບັບບໍ່ຖືກເລືອກ? ຖ້າຈົດໝາຍເຫຼົ່ານັ້ນແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ແທ້ໆ, ມັນຈຳເປັນບໍທີ່ຈະໃຫ້ຜູ້ຄົນຄັດເລືອກພວກມັນ? ເປັນຫຍັງພຣະທຳທີ່ພຣະເຢຊູກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດຈຶ່ງແຕກຕ່າງກັນໃນພຣະກິດຕິຄຸນທັງສີ່? ນີ້ບໍ່ແມ່ນຂໍ້ຜິດພາດຂອງຄົນທີ່ບັນທຶກພວກມັນບໍ? ບາງຄົນຈະຖາມວ່າ “ຍ້ອນຈົດໝາຍຖືກຂຽນຂຶ້ນໂດຍໂປໂລ ແລະ ນັກປະພັນຄົນອື່ນໆໃນພຣະສັນຍາໃໝ່ ແລະ ບາງສ່ວນຂອງພາລະກິດທີ່ພວກເຂົາປະຕິບັດກໍເກີດຈາກຄວາມປະສົງຂອງມະນຸດ ແລະ ເຈືອປົນກັບແນວຄິດຂອງມະນຸດ, ແລ້ວມັນຈະບໍ່ມີຄວາມບໍ່ບໍລິສຸດຂອງມະນຸດໃນພຣະທຳທີ່ພຣະອົງ (ພຣະເຈົ້າ) ກ່າວໃນປັດຈຸບັນບໍ? ພຣະທຳເຫຼົ່ານັ້ນປາສະຈາກແນວຄິດຂອງມະນຸດແທ້ບໍ?” ຂັ້ນຕອນນີ້ຂອງພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງຈາກຂັ້ນຕອນທີ່ໂປໂລ ແລະ ອັກຄະສາວົກ ແລະ ຜູ້ປະກາດພຣະທຳຄົນອື່ນໆປະຕິບັດທັງສິ້ນ. ບໍ່ແມ່ນແຕ່ວ່າມີຄວາມແຕກຕ່າງໃນຕົວຕົນ, ແຕ່ຫຼັກໆແລ້ວແມ່ນມີຄວາມແຕກຕ່າງໃນພາລະກິດທີ່ຖືກປະຕິບັດ. ຫຼັງຈາກທີ່ໂປໂລຖືກຕີໃຫ້ລົ້ມ ແລະ ລົ້ມລົງຕໍ່ໜ້າພຣະຜູ້ເປັນເຈົ້າ, ເພິ່ນກໍຖືກນໍາພາໂດຍພຣະວິນຍານບໍລິສຸດເພື່ອປະຕິບັດພາລະກິດ ແລະ ເພິ່ນກາຍເປັນຄົນທີ່ຖືກສົ່ງມາ. ສະນັ້ນ ເພິ່ນຈຶ່ງຂຽນຈົດໝາຍໄປຫາຄຣິສຕະຈັກ ແລະ ຈົດໝາຍເຫຼົ່ານັ້ນກໍລ້ວນແລ້ວແຕ່ອີງຕາມຄຳສັ່ງສອນຂອງພຣະເຢຊູ. ໂປໂລຖືກສົ່ງໂດຍພຣະຜູ້ເປັນເຈົ້າໃຫ້ເຮັດພາລະກິດໃນນາມຂອງພຣະເຢຊູເຈົ້າ, ແຕ່ເມື່ອພຣະເຈົ້າເອງສະເດັດມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດໂດຍໃຊ້ຊື່ອື່ນໃດ ແລະ ບໍ່ໄດ້ເປັນຕົວແທນໃຫ້ກັບຜູ້ໃດ ນອກຈາກພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພາລະກິດຂອງພຣະອົງເອງ. ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງໂດຍກົງ: ພຣະອົງບໍ່ໄດ້ຖືກມະນຸດເຮັດໃຫ້ສົມບູນ ແລະ ພາລະກິດຂອງພຣະອົງບໍ່ໄດ້ຖືກປະຕິບັດອີງຕາມຄຳສັ່ງສອນຂອງມະນຸດຄົນໃດຄົນໜຶ່ງ. ໃນຂັ້ນຕອນນີ້ຂອງພາລະກິດ, ພຣະເຈົ້າບໍ່ໄດ້ນໍາພາໂດຍການເວົ້າເຖິງປະສົບການສ່ວນຕົວຂອງພຣະອົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍກົງ ຕາມສິ່ງທີ່ພຣະອົງມີ. ຕົວຢ່າງເຊັ່ນ: ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍ, ເວລາແຫ່ງການຮັກພຣະເຈົ້າ... ສິ່ງນີ້ລ້ວນແລ້ວແຕ່ເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ ແລະ ເປັນພາລະກິດທີ່ຢູ່ໃນຍຸກປັດຈຸບັນ ແທນທີ່ຈະຢູ່ໃນປະສົບການຂອງມະນຸດ. ໃນພຣະທຳທີ່ເຮົາກ່າວ, ອັນໃດແມ່ນປະສົບການຂອງມະນຸດ? ພວກມັນບໍ່ແມ່ນລ້ວນແລ້ວແຕ່ມາຈາກພຣະວິນຍານໂດຍກົງບໍ ແລະ ພວກມັນບໍ່ໄດ້ຖືກປະກາດອອກໂດຍພຣະວິນຍານບໍ? ມັນເປັນຍ້ອນຄວາມສາມາດຂອງເຈົ້າຕໍ່າຫຼາຍ ເຈົ້າຈຶ່ງບໍ່ສາມາດເຫັນຜ່ານຄວາມຈິງໄດ້! ຫົນທາງຕົວຈິງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນການນໍາພາໃນເສັ້ນທາງ ແລະ ບໍ່ມີໃຜເຄີຍເວົ້າມາກ່ອນ ຫຼື ບໍ່ມີໃຜເຄີຍຜະເຊີນກັບເສັ້ນທາງນີ້ ຫຼື ຮູ້ຈັກຄວາມຈິງນີ້. ກ່ອນທີ່ເຮົາຈະກ່າວພຣະທຳເຫຼົ່ານີ້ອອກມາ, ບໍ່ມີໃຜເຄີຍກ່າວພຣະທຳເຫຼົ່ານັ້ນມາກ່ອນ. ບໍ່ມີໃຜເຄີຍເວົ້າເຖິງປະສົບການດັ່ງກ່າວ ຫຼື ພວກເຂົາບໍ່ເຄີຍເວົ້າເຖິງລາຍລະອຽດດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜເຄີຍຊີ້ເຖິງສະພາວະດັ່ງກ່າວເພື່ອເປີດເຜີຍສິ່ງເຫຼົ່ານີ້. ບໍ່ມີໃຜເຄີຍນໍາພາເສັ້ນທາງທີ່ເຮົານໍາໃນປັດຈຸບັນ ແລະ ຖ້າມະນຸດໄດ້ນໍາພາມາກ່ອນ, ແລ້ວມັນກໍຈະບໍ່ແມ່ນຫົນທາງໃໝ່. ລອງເອົາໂປໂລ ແລະ ເປໂຕເປັນຕົວຢ່າງ: ພວກເພິ່ນບໍ່ມີປະສົບການສ່ວນຕົວຂອງພວກເພິ່ນເອງກ່ອນທີ່ພຣະເຢຊູຈະນໍາພາເສັ້ນທາງ. ພຽງແຕ່ຫຼັງຈາກທີ່ພຣະເຢຊູນໍາພາເສັ້ນທາງນັ້ນ ພວກເພິ່ນຈຶ່ງຜະເຊີນກັບພຣະທຳທີ່ກ່າວໄວ້ໂດຍພຣະເຢຊູ ແລະ ເສັ້ນທາງທີ່ພຣະອົງນໍາພາ; ຈາກສິ່ງນັ້ນ ພວກເພິ່ນໄດ້ຮັບປະສົບການຢ່າງຫຼາຍ ແລະ ຂຽນຈົດໝາຍຫຼາຍສະບັບ. ດ້ວຍເຫດນັ້ນ ປະສົບການຂອງມະນຸດຈຶ່ງບໍ່ຄືກັບພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າກໍບໍ່ຄືກັບຄວາມຮູ້ທີ່ບັນລະຍາຍໂດຍແນວຄິດ ແລະ ປະສົບການຂອງມະນຸດ. ເຮົາໄດ້ກ່າວຄັ້ງແລ້ວຄັ້ງເລົ່າວ່າ ໃນປັດຈຸບັນ ເຮົາກໍາລັງນຳພາເສັ້ນທາງໃໝ່ ແລະ ປະຕິບັດພາລະກິດໃໝ່ ແລະ ພາລະກິດ ແລະ ຖ້ອຍຄຳຂອງເຮົາກໍແຕກຕ່າງຈາກຂອງໂຢຮັນ ແລະ ຜູ້ປະກາດພຣະທຳຄົນອື່ນໆ. ເຮົາບໍ່ເຄີຍໄດ້ຮັບປະສົບການມາກ່ອນ ແລ້ວກ່າວພວກມັນຕໍ່ພວກເຈົ້າ, ສິ່ງນີ້ບໍ່ແມ່ນຄວາມຈິງເລີຍ. ຖ້າມັນເປັນແບບນັ້ນ, ສິ່ງນັ້ນຈະບໍ່ໄດ້ເຮັດໃຫ້ພວກເຈົ້າຊັກຊ້າແຕ່ດົນແລ້ວບໍ? ໃນອະດີດ ຄວາມຮູ້ທີ່ຫຼາຍຄົນເວົ້າເຖິງກໍສູງສົ່ງເຊັ່ນກັນ, ແຕ່ຄຳເວົ້າທຸກຄຳຂອງພວກເຂົາພຽງແຕ່ເວົ້າອອກໂດຍອີງຕາມຄຳເວົ້າຂອງຄົນທີ່ເອີ້ນກັນວ່າເປັນບຸກຄົນຝ່າຍວິນຍານ. ພວກເຂົາບໍ່ໄດ້ນໍາທາງ, ແຕ່ມາຈາກປະສົບການຂອງພວກເຂົາເອງ, ມາຈາກສິ່ງທີ່ພວກເຂົາເຫັນ ແລະ ຈາກຄວາມຮູ້ຂອງພວກເຂົາ. ບາງສິ່ງກໍເປັນແນວຄິດຂອງພວກເຂົາ ແລະ ບາງຢ່າງກໍປະກອບດ້ວຍປະສົບການທີ່ພວກເຂົາໄດ້ສະຫຼຸບໄວ້ແລ້ວ. ໃນປັດຈຸບັນ, ທຳມະຊາດແຫ່ງພາລະກິດຂອງເຮົາແມ່ນແຕກຕ່າງຈາກພວກເຂົາທັງສິ້ນ. ເຮົາບໍ່ເຄີຍຜະເຊີນກັບການຖືກຄົນອື່ນນໍາພາ ຫຼື ເຮົາບໍ່ເຄີຍຍອມໃຫ້ຄົນອື່ນເຮັດໃຫ້ສົມບູນ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ເຮົາໄດ້ກ່າວ ແລະ ສົນທະນາແມ່ນບໍ່ຄືກັບຄົນອື່ນ ແລະ ບໍ່ມີໃຜເຄີຍກ່າວເຖິງເລີຍ. ໃນປັດຈຸບັນ ບໍ່ວ່າພວກເຈົ້າຈະເປັນຜູ້ໃດກໍຕາມ ພາລະກິດຂອງພວກເຈົ້າແມ່ນຖືກປະຕິບັດບົນພື້ນຖານຂອງພຣະທຳທີ່ເຮົາໄດ້ກ່າວ. ຫາກປາສະຈາກຖ້ອຍຄຳ ແລະ ພາລະກິດເຫຼົ່ານີ້, ຜູ້ໃດຈະສາມາດຜະເຊີນກັບສິ່ງເຫຼົ່ານີ້ໄດ້ (ການທົດລອງຂອງຜູ້ບໍລິການ, ເວລາແຫ່ງການຂ້ຽນຕີ...) ແລະ ຜູ້ໃດຈະສາມາດເວົ້າເຖິງຄວາມຮູ້ດັ່ງກ່າວໄດ້? ເຈົ້າບໍ່ສາມາດເຫັນສິ່ງນີ້ແທ້ບໍ? ບໍ່ວ່າຈະເປັນຂັ້ນຕອນໃດໃນພາລະກິດກໍຕາມ, ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກມາ, ພວກເຈົ້າເລີ່ມສົນທະນາຕາມພຣະທຳຂອງເຮົາ ແລະ ປະຕິບັດພາລະກິດຕາມພຣະທຳເຫຼົ່ານັ້ນ ແລະ ມັນບໍ່ແມ່ນວິທີທີ່ຄົນໃດຄົນໜຶ່ງໃນພວກເຈົ້າໄດ້ຄິດມາກ່ອນ. ເມື່ອມາໄກປານນີ້ແລ້ວ ເຈົ້າຍັງບໍ່ສາມາດເຫັນຄຳຖາມທີ່ແຈ່ມແຈ້ງ ແລະ ທຳມະດານັ້ນບໍ? ມັນບໍ່ແມ່ນວິທີທີ່ບາງຄົນຈະຄິດຂຶ້ນເອງໄດ້ ຫຼື ມັນບໍ່ໄດ້ອີງຕາມຄວາມຄິດຂອງບຸກຄົນຝ່າຍວິນຍານ. ມັນເປັນເສັ້ນທາງໃໝ່ ແລະ ແມ່ນແຕ່ພຣະທຳຫຼາຍຂໍ້ທີ່ພຣະເຢຊູເຄີຍກ່າວໄວ້ກໍໃຊ້ບໍ່ໄດ້ອີກຕໍ່ໄປ. ສິ່ງທີ່ເຮົາກ່າວເຖິງແມ່ນພາລະກິດແຫ່ງການເປີດຍຸກໃໝ່ ແລະ ມັນເປັນພາລະກິດທີ່ເປັນອິດສະຫຼະ; ພາລະກິດທີ່ເຮົາປະຕິບັດ ແລະ ພຣະທຳທີ່ເຮົາກ່າວເຖິງລ້ວນແລ້ວແຕ່ເປັນສິ່ງໃໝ່. ສິ່ງນີ້ບໍ່ແມ່ນພາລະກິດໃໝ່ໃນປັດຈຸບັນບໍ? ພາລະກິດຂອງພຣະເຢຊູກໍເປັນແບບນີ້ເຊັ່ນກັນ. ພາລະກິດຂອງພຣະອົງແມ່ນແຕກຕ່າງຈາກຄົນທີ່ຢູ່ໃນພຣະວິຫານເຊັ່ນກັນ ແລະ ພ້ອມນັ້ນ ມັນກໍຍັງແຕກຕ່າງຈາກພາລະກິດຂອງພວກຟາຣິຊາຍອີກດ້ວຍ ຫຼື ມັນບໍ່ໄດ້ມີລັກສະນະຄ້າຍຄືກັບສິ່ງທີ່ປະຊາຊົນອິດສະຣາເອນທຸກຄົນປະຕິບັດ. ຫຼັງຈາກທີ່ໄດ້ເຫັນເຖິງສິ່ງນັ້ນ ຜູ້ຄົນກໍບໍ່ສາມາດຕັດສິນໃຈໄດ້: “ພຣະເຈົ້າເປັນຜູ້ປະຕິບັດແທ້ບໍ?” ພຣະເຢຊູບໍ່ໄດ້ຖືກົດບັນຍັດຂອງພຣະເຢໂຮວາ; ເມື່ອພຣະອົງມາເພື່ອສັ່ງສອນມະນຸດ, ທຸກສິ່ງທີ່ພຣະອົງກ່າວກໍໃໝ່ ແລະ ແຕກຕ່າງຈາກສິ່ງທີ່ໄພ່ພົນໃນຍຸກບູຮານ ແລະ ຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມໄດ້ກ່າວໄວ້ ແລະ ຍ້ອນສິ່ງນີ້ ຜູ້ຄົນຍັງຄົງບໍ່ແນ່ໃຈ. ນີ້ແມ່ນສິ່ງທີ່ເຮັດໃຫ້ມະນຸດຖືກຈັດການໄດ້ຍາກ. ກ່ອນການຮັບເອົາຂັ້ນຕອນໃໝ່ນີ້ຂອງພາລະກິດ, ເສັ້ນທາງທີ່ພວກເຈົ້າສ່ວນໃຫຍ່ຍ່າງກໍຄືການປະຕິບັດ ແລະ ເຂົ້າສູ່ ໂດຍອີງຕາມພື້ນຖານຂອງເສັ້ນທາງຂອງບຸກຄົນຝ່າຍວິນຍານເຫຼົ່ານັ້ນ. ແຕ່ໃນປັດຈຸບັນ, ພາລະກິດທີ່ເຮົາປະຕິບັດແມ່ນແຕກຕ່າງກັນຢ່າງໃຫຍ່ຫຼວງ ແລະ ສະນັ້ນ ພວກເຈົ້າຈຶ່ງບໍ່ສາມາດຕັດສິນໃຈໄດ້ວ່າມັນຖືກຕ້ອງ ຫຼື ບໍ່. ເຮົາບໍ່ສົນໃຈວ່າເຈົ້າຍ່າງໃນເສັ້ນທາງໃດມາກ່ອນ ຫຼື ເຮົາບໍ່ສົນໃຈວ່າເຈົ້າກິນ “ອາຫານ” ຂອງໃຜ ຫຼື ເຈົ້າຮັບເອົາຜູ້ໃດເປັນ “ພໍ່” ຂອງເຈົ້າ. ຍ້ອນເຮົາໄດ້ມາ ແລະ ນໍາເອົາພາລະກິດໃໝ່ມາເພື່ອນໍາພາມະນຸດ, ທຸກຄົນທີ່ຕິດຕາມເຮົາກໍຕ້ອງປະຕິບັດຕາມສິ່ງທີ່ເຮົາກ່າວ. ບໍ່ວ່າເຈົ້າຈະມາຈາກ “ຄອບຄົວ” ທີ່ຍິ່ງໃຫຍ່ສໍ່າໃດກໍຕາມ, ເຈົ້າກໍຕ້ອງຕິດຕາມເຮົາ, ເຈົ້າຕ້ອງບໍ່ປະພຶດຕາມການປະຕິບັດກ່ອນໜ້ານີ້ຂອງເຈົ້າ, “ພໍ່ລ້ຽງ” ຂອງເຈົ້າຄວນຫຼີກທາງ ແລະ ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າຂອງເຈົ້າເພື່ອສະແຫວງຫາສ່ວນແບ່ງທີ່ຄວນເປັນຂອງເຈົ້າ. ທັງໝົດຂອງເຈົ້າແມ່ນຢູ່ໃນມືຂອງເຮົາ ແລະ ເຈົ້າບໍ່ຄວນອຸທິດຄວາມເຊື່ອຢ່າງຫຼັບຫູຫຼັບຕາຫຼາຍເກີນໄປກັບພໍ່ລ້ຽງຂອງເຈົ້າ; ເຂົາບໍ່ສາມາດຄວບຄຸມເຈົ້າໄດ້ຢ່າງສົມບູນ. ພາລະກິດໃນປັດຈຸບັນເກີດຂຶ້ນໂດຍບໍ່ຂຶ້ນກັບຫຍັງ. ທຸກສິ່ງທີ່ເຮົາເວົ້າໃນມື້ນີ້ບໍ່ໄດ້ອີງບົນພື້ນຖານທີ່ມາຈາກອະດີດຢ່າງແນ່ນອນ; ມັນເປັນການເລີ່ມຕົ້ນໃໝ່ ແລະ ຖ້າເຈົ້າເວົ້າວ່າ ມັນຖືກສ້າງຂຶ້ນໂດຍມືຂອງມະນຸດ, ແລ້ວເຈົ້າກໍເປັນຄົນທີ່ຕາບອດຫຼາຍຈົນເກີນທີ່ຈະຊ່ວຍໃຫ້ລອດພົ້ນໄດ້!

ເອຊາຢາ, ເອເຊກຽນ, ໂມເຊ, ເດວິດ, ອັບຣາຮາມ ແລະ ດານີເອນແມ່ນຜູ້ນໍາ ຫຼື ຜູ້ປະກາດພຣະທຳທີ່ຢູ່ທ່າມກາງປະຊາຊົນອິດສະຣາເອນເຊິ່ງເປັນຄົນທີ່ຖືກເລືອກ. ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບພວກເຂົາ? ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູທັນທີທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເລີ່ມຕົ້ນກ່າວພຣະທຳຂອງພຣະອົງ? ແລ້ວເປັນຫຍັງພຣະວິນຍານບໍລິສຸດຈຶ່ງບໍ່ເປັນພະຍານໃຫ້ກັບຄົນອື່ນໆ? ພວກເຂົາ ເຊິ່ງເປັນມະນຸດທີ່ມາຈາກເນື້ອໜັງ ແມ່ນລ້ວນແລ້ວແຕ່ຖືກເອີ້ນວ່າ “ພຣະຜູ້ເປັນເຈົ້າ”. ບໍ່ວ່າພວກເຂົາຈະຖືກເອີ້ນວ່າແນວໃດກໍຕາມ, ພາລະກິດຂອງພວກເຂົາເປັນຕົວແທນໃຫ້ກັບການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາ ແລະ ການເປັນຢູ່ ແລະ ແກ່ນແທ້ຂອງພວກເຂົາກໍເປັນຕົວແທນໃຫ້ກັບຕົວຕົນຂອງພວກເຂົາ. ແກ່ນແທ້ຂອງພວກເຂົາບໍ່ໄດ້ກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ; ມັນເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາສະແດງອອກມາ ແລະ ສິ່ງທີ່ພວກເຂົາດຳລົງຊີວິດຕາມ. ໃນພຣະສັນຍາເດີມ, ການຖືກເອີ້ນວ່າ ພຣະຜູ້ເປັນເຈົ້າ ແມ່ນຖືວ່າທໍາມະດາ ແລະ ບຸກຄົນອາດຖືກເອີ້ນໃນວິທີໃດກໍໄດ້, ແຕ່ແກ່ນແທ້ ແລະ ຕົວຕົນຕາມທຳມະຊາດຂອງເຂົາປ່ຽນແປງບໍ່ໄດ້. ໃນບັນດາພຣະຄຣິດປອມ, ຜູ້ປະກາດພຣະທຳປອມ ແລະ ຜູ້ຫຼອກລວງ, ບໍ່ໄດ້ມີຄົນທີ່ຖືກເອີ້ນວ່າ “ພຣະເຈົ້າ” ເຊັ່ນກັນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າ? ເພາະພວກເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ພວກເຂົາເປັນມະນຸດໂດຍຕົ້ນກຳເນີດ, ຜູ້ຫຼອກລວງຜູ້ຄົນ, ບໍ່ແມ່ນພຣະເຈົ້າ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ມີຕົວຕົນຂອງພຣະເຈົ້າ. ເດວິດບໍ່ໄດ້ຖືກເອີ້ນວ່າພຣະຜູ້ເປັນເຈົ້າໃນທ່າມກາງສິບສອງຊົ່ນເຜົ່າເຊັ່ນກັນບໍ? ພຣະເຢຊູກໍຖືກເອີ້ນວ່າພຣະຜູ້ເປັນເຈົ້າເຊັ່ນກັນ; ແລ້ວເປັນຫຍັງຈຶ່ງມີແຕ່ພຣະເຢຊູຜູ້ດຽວທີ່ຖືກເອີ້ນວ່າພຣະເຈົ້າທີ່ບັງເກີດເປັນມະນຸດ? ເຢເຣມີຢາບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດເຊັ່ນກັນບໍ? ແລ້ວພຣະເຢຊູບໍ່ໄດ້ເປັນທີ່ຮູ້ຈັກກັນວ່າເປັນບຸດມະນຸດບໍ? ເປັນຫຍັງພຣະເຢຊູຈຶ່ງຖືກຄຶງເທິງໄມ້ກາງແຂນແທນພຣະເຈົ້າ? ມັນບໍ່ແມ່ນຍ້ອນແກ່ນແທ້ຂອງພຣະອົງແຕກຕ່າງອອກໄປບໍ? ມັນບໍ່ແມ່ນຍ້ອນພາລະກິດທີ່ພຣະອົງປະຕິບັດນັ້ນແຕກຕ່າງບໍ? ນາມມະຍົດສຳຄັນບໍ? ເຖິງແມ່ນພຣະເຢຊູຖືກເອີ້ນວ່າບຸດມະນຸດຄືກັນ, ພຣະອົງກໍເປັນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ, ພຣະອົງສະເດັດມາເພື່ອຮັບເອົາລິດອຳນາດ ແລະ ເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ສິ່ງນີ້ພິສູດວ່າຕົວຕົນ ແລະ ແກ່ນແທ້ຂອງພຣະເຢຊູແມ່ນແຕກຕ່າງຈາກຄົນອື່ນທີ່ຖືກເອີ້ນວ່າບຸດມະນຸດເຊັ່ນກັນ. ໃນປັດຈຸບັນ ຜູ້ໃດໃນບັນດາພວກເຈົ້າທີ່ກ້າເວົ້າວ່າ ຄຳເວົ້າທຸກຂໍ້ທີ່ກ່າວໂດຍຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ແມ່ນມາຈາກພຣະວິນຍານບໍລິສຸດ? ມີໃຜກ້າເວົ້າສິ່ງດັ່ງກ່າວບໍ? ຖ້າເຈົ້າເວົ້າສິ່ງດັ່ງກ່າວ, ແລ້ວເປັນຫຍັງໜັງສືແຫ່ງການທຳນາຍຂອງເອຊະຣາຈຶ່ງຖືກປະຖິ້ມ ແລະ ເປັນຫຍັງສິ່ງດຽວກັນຈຶ່ງເກີດຂຶ້ນກັບໜັງສືຂອງໄພ່ພົນ ແລະ ຜູ້ປະກາດພຣະທຳໃນຍຸກບູຮານ? ຖ້າພວກເຂົາລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງພວກເຈົ້າຈຶ່ງກ້າທີ່ຕັດສິນໃຈຕາມຄວາມຮູ້ສຶກແບບນັ້ນ? ເຈົ້າມີຄຸນສົມບັດທີ່ຈະເລືອກພາລະກິດຂອງພຣະວິນຍານບໍລິສຸດບໍ? ມີຫຼາຍເລື່ອງລາວຈາກອິດສະຣາເອນທີ່ຖືກປະຖິ້ມເຊັ່ນກັນ. ແລ້ວຖ້າເຈົ້າເຊື່ອວ່າບົດຂຽນເຫຼົ່ານີ້ທີ່ຢູ່ໃນອະດີດລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງໜັງສືບາງເຫຼັ້ມຈຶ່ງຖືກປະຖິ້ມ? ຖ້າໜັງສືທຸກເຫຼັ້ມລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ພວກມັນກໍຄວນຖືກຮັກສາໄວ້ໝົດ ແລະ ຖືກສົ່ງໄປໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິສຕະຈັກອ່ານ. ພວກມັນບໍ່ຄວນຖືກເລືອກ ຫຼື ປະຖິ້ມຕາມຄວາມປະສົງຂອງມະນຸດ; ມັນຄືສິ່ງທີ່ຜິດໃນການເຮັດແບບນັ້ນ. ການເວົ້າວ່າປະສົບການຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມເຂົ້າໃຈສ່ວນຕົວຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ປະສົບການ ແລະ ຄວາມຮູ້ຂອງພວກເຂົາມາຈາກຊາຕານ, ພຽງແຕ່ວ່າພວກເຂົາມີສິ່ງທີ່ມາຈາກປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ. ຄວາມຮູ້ຂອງພວກເຂົາແມ່ນອີງຕາມເບື້ອງຫຼັງຂອງປະສົບການຕົວຈິງຂອງພວກເຂົາໃນເວລານັ້ນ ແລະ ຜູ້ໃດສາມາດເວົ້າຢ່າງໝັ້ນໃຈວ່າທຸກສິ່ງແມ່ນມາຈາກພຣະວິນຍານບໍລິສຸດ? ຖ້າພຣະກິດຕິຄຸນທັງສີ່ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວເປັນຫຍັງມັດທາຍ, ມາລະໂກ, ລູກາ ແລະ ໂຢຮັນຈຶ່ງເວົ້າບາງສິ່ງທີ່ແຕກຕ່າງກັນກ່ຽວກັບພາລະກິດຂອງພຣະເຢຊູ? ຖ້າພວກເຈົ້າບໍ່ເຊື່ອສິ່ງນີ້, ແລ້ວໃຫ້ເບິ່ງເລື່ອງລາວໃນພຣະຄຳພີທີ່ກ່ຽວກັບວິທີທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າທັງສາມຄັ້ງ: ໜັງສືທຸກເຫຼັ້ມແມ່ນແຕກຕ່າງກັນໝົດ ແລະ ພວກມັນແຕ່ລະເຫຼັ້ມກໍມີລັກສະນະຂອງພວກເຂົາເອງ. ຫຼາຍຄົນທີ່ບໍ່ມີຄວາມຮູ້ເວົ້າວ່າ: “ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງເປັນມະນຸດເຊັ່ນກັນ ແລ້ວພຣະທຳທີ່ພຣະອົງກ່າວຈະສາມາດມາຈາກພຣະວິນຍານບໍລິສຸດທັງໝົດໄດ້ບໍ? ຖ້າຄຳເວົ້າຂອງໂປໂລ ແລະ ໂຢຮັນແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວພຣະທຳທີ່ພຣະອົງກ່າວຈະບໍ່ປະປົນກັບຄວາມປະສົງຂອງມະນຸດແທ້ບໍ?” ຜູ້ຄົນທີ່ເວົ້າສິ່ງດັ່ງກ່າວແມ່ນຕາບອດ ແລະ ບໍ່ມີຄວາມຮູ້! ໃຫ້ອ່ານພຣະກິດຕິຄຸນທັງສີ່ຢ່າງລະອຽດ; ໃຫ້ອ່ານສິ່ງທີ່ພວກເຂົາບັນທຶກກ່ຽວກັບສິ່ງທີ່ພຣະເຢຊູໄດ້ກະທໍາ ແລະ ພຣະທຳທີ່ພຣະອົງໄດ້ກ່າວ. ແຕ່ລະເລື່ອງລາວກໍແຕກຕ່າງກັນພໍສົມຄວນ ແລະ ແຕ່ລະເລື່ອງລາວກໍມີທັດສະນະມຸມມອງຂອງໃຜມັນ. ຖ້າສິ່ງທີ່ນັກປະພັນໜັງສືເຫຼົ່ານີ້ຂຽນຂຶ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ, ແລ້ວມັນກໍຄວນຄືກັນ ແລະ ສະໝໍ່າສະເໝີກັນທັງໝົດ. ແລ້ວເປັນຫຍັງຈຶ່ງມີຄວາມບໍ່ກົງກັນ? ມະນຸດໂງ່ຈ້າປານນັ້ນບໍ ຈຶ່ງບໍ່ສາມາດເຂົ້າໃຈສິ່ງນີ້ໄດ້? ຖ້າເຈົ້າຖືກຮ້ອງໃຫ້ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າສາມາດໃຫ້ຄຳພະຍານປະເພດໃດໄດ້ແດ່? ວິທີການດັ່ງກ່າວໃນການຮູ້ຈັກພຣະເຈົ້າສາມາດເປັນພະຍານໃຫ້ກັບພຣະອົງໄດ້ບໍ? ຖ້າຄົນອື່ນຖາມເຈົ້າວ່າ “ຖ້າການບັນທຶກຂອງໂຢຮັນ ແລະ ລູກາແມ່ນປະປົນກັບຄວາມປະສົງຂອງມະນຸດ, ແລ້ວຄຳເວົ້າທີ່ພຣະເຈົ້າຂອງພວກເຈົ້າເວົ້າຈະບໍ່ປະປົນກັບຄວາມປະສົງຂອງມະນຸດບໍ?” ເຈົ້າຈະສາມາດໃຫ້ຄຳຕອບຢ່າງຊັດເຈນໄດ້ບໍ? ຫຼັງຈາກທີ່ລູກາ ແລະ ມັດທາຍໄດ້ຍິນພຣະທຳຂອງພຣະເຢຊູ ແລະ ເຫັນພາລະກິດຂອງພຣະເຢຊູ, ພວກເຂົາກໍເວົ້າເຖິງຄວາມຮູ້ຂອງພວກເຂົາເອງ ໃນລັກສະນະທີ່ລະລຶກເຖິງລາຍລະອຽດຂອງຄວາມຈິງບາງຢ່າງກ່ຽວກັບພາລະກິດທີ່ພຣະເຢຊູໄດ້ເຮັດ. ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມຮູ້ຂອງພວກເຂົາແມ່ນຖືກເປີດເຜີຍໂດຍພຣະວິນຍານບໍລິສຸດທັງໝົດ? ນອກພຣະຄຳພີ, ມີບຸກຄົນຝ່າຍວິນຍານຫຼາຍຄົນທີ່ມີຄວາມຮູ້ສູງກວ່າພວກເຂົາ; ແລ້ວເປັນຫຍັງຄຳເວົ້າຂອງພວກເຂົາຈຶ່ງບໍ່ຖືກຮັບເອົາໂດຍຄົນຮຸ່ນຫຼັງ? ພວກເຂົາບໍ່ໄດ້ຖືກພຣະວິນຍານບໍລິສຸດໃຊ້ຄືກັນບໍ? ໃຫ້ຮູ້ວ່າໃນພາລະກິດແຫ່ງປັດຈຸບັນ, ເຮົາບໍ່ໄດ້ກຳລັງເວົ້າເຖິງການເຂົ້າໃຈຂອງເຮົາເອງໂດຍອີງຕາມພື້ນຖານແຫ່ງພາລະກິດຂອງພຣະເຢຊູ ຫຼື ເຮົາບໍ່ໄດ້ກ່າວອີງຕາມຄວາມຮູ້ຂອງເຮົາເອງເພື່ອຕໍ່ຕ້ານເບື້ອງຫຼັງແຫ່ງພາລະກິດຂອງພຣະເຢຊູ. ພຣະເຢຊູປະຕິບັດພາລະກິດຫຍັງແດ່ໃນເວລານັ້ນ? ແລ້ວເຮົາກຳລັງປະຕິບັດພາລະກິດຫຍັງໃນປັດຈຸບັນ? ສິ່ງທີ່ເຮົາເຮັດ ແລະ ກ່າວບໍ່ມີໃຜເຄີຍເຮັດມາກ່ອນ. ເສັ້ນທາງທີ່ເຮົາຍ່າງໃນປັດຈຸບັນນີ້ ບໍ່ມີໃຜຍ່າງມາກ່ອນ, ຜູ້ຄົນໃນຍຸກຕ່າງໆ ແລະ ຄົນຮຸ່ນຕ່າງໆໃນອະດີດກໍບໍ່ເຄີຍຍ່າງຈັກເທື່ອ. ໃນປັດຈຸບັນ ມັນຖືກລິເລີ່ມແລ້ວ ແລະ ນີ້ບໍ່ແມ່ນພາລະກິດຂອງພຣະວິນຍານບໍ? ເຖິງແມ່ນມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ນໍາໃນອະດີດກໍລ້ວນແລ້ວແຕ່ປະຕິບັດພາລະກິດຂອງພວກເຂົາບົນພື້ນຖານຂອງຄົນອື່ນ; ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະເຈົ້າເອງແມ່ນແຕກຕ່າງກັນ. ຂັ້ນຕອນຂອງພາລະກິດຂອງພຣະເຢຊູກໍຄືກັນ: ພຣະອົງເປີດຫົນທາງໃໝ່. ເມື່ອພຣະອົງມາ ພຣະອົງໄດ້ເທດສະໜາກ່ຽວກັບຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ເວົ້າວ່າມະນຸດຄວນກັບໃຈ ແລະ ສາລະພາບບາບ. ຫຼັງຈາກທີ່ພຣະເຢຊູໄດ້ເຮັດສໍາເລັດພາລະກິດຂອງພຣະອົງ, ເປໂຕ ແລະ ໂປໂລ ແລະ ຄົນອື່ນໆກໍເລີ່ມສືບຕໍ່ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ສະເດັດຂຶ້ນສູ່ສະຫວັນ, ພວກເຂົາກໍຖືກພຣະວິນຍານສົ່ງມາໃຫ້ເຜີຍແຜ່ຫົນທາງແຫ່ງໄມ້ກາງແຂນ. ເຖິງແມ່ນວ່າຄຳເວົ້າຂອງໂປໂລນັ້ນສູງສົ່ງ, ພຣະທຳເຫຼົ່ານັ້ນກໍຍັງຢູ່ບົນພື້ນຖານຂອງສິ່ງທີ່ພຣະເຢຊູໄດ້ເວົ້າ ເຊັ່ນ: ຄວາມອົດທົນ, ຄວາມຮັກ, ຄວາມທົນທຸກ, ການປົກຄຸມຫົວ, ການຮັບບັບຕິດສະມາ ຫຼື ຄຳສັ່ງສອນອື່ນໆທີ່ໃຫ້ປະຕິບັດຕາມ. ທຸກສິ່ງເຫຼົ່ານີ້ແມ່ນກ່າວຢູ່ບົນພື້ນຖານແຫ່ງພຣະທຳຂອງພຣະເຢຊູ. ພວກເຂົາບໍ່ສາມາດເປີດຫົນທາງທີ່ໃໝ່ ຍ້ອນພວກເຂົາລ້ວນແລ້ວແຕ່ເປັນມະນຸດທີ່ຖືກໃຊ້ໂດຍພຣະເຈົ້າ.

ຖ້ອຍຄຳ ແລະ ພາລະກິດຂອງພຣະເຢຊູໃນເວລານັ້ນບໍ່ໄດ້ຍຶດຖືຕາມທິດສະດີ ແລະ ພຣະອົງບໍ່ໄດ້ປະຕິບັດພາລະກິດຂອງພຣະອົງຕາມພາລະກິດແຫ່ງກົດບັນຍັດຂອງພຣະສັນຍາເດີມ. ມັນຖືກປະຕິບັດອີງຕາມພາລະກິດທີ່ຄວນປະຕິບັດໃນຍຸກແຫ່ງພຣະຄຸນ. ພຣະອົງປະຕິບັດອີງຕາມພາລະກິດທີ່ພຣະອົງໄດ້ນໍາມາ, ຕາມແຜນການຂອງພຣະອົງເອງ ແລະ ຕາມພັນທະກິດຂອງພຣະອົງ; ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມກົດບັນຍັດຂອງພຣະສັນຍາເດີມ. ບໍ່ມີຫຍັງທີ່ພຣະອົງເຮັດທີ່ອີງຕາມກົດບັນຍັດແຫ່ງພຣະສັນຍາເດີມ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດພາລະກິດໃຫ້ສຳເລັດຕາມຄຳເວົ້າຂອງຜູ້ປະກາດພຣະທຳ. ແນ່ນອນ ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າບໍ່ແມ່ນປະຕິບັດເພື່ອສຳເລັດຕາມການທໍານາຍຂອງຜູ້ປະກາດພຣະທຳໃນຍຸກບູຮານ ແລະ ພຣະອົງບໍ່ໄດ້ມາເພື່ອປະຕິບັດຕາມຄຳສັ່ງສອນ ຫຼື ພະຍາຍາມເຂົ້າໃຈຄໍາພາຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ. ແຕ່ການກະທຳຂອງພຣະອົງກໍບໍ່ໄດ້ທຳລາຍການພະຍາກອນຂອງຜູ້ປະກາດພຣະທຳໃນຍຸກບູຮານ ຫຼື ພວກມັນບໍ່ໄດ້ລົບກວນພາລະກິດທີ່ພຣະອົງໄດ້ປະຕິບັດກ່ອນໜ້ານັ້ນ. ຈຸດສຳຄັນຂອງພາລະກິດຂອງພຣະອົງບໍ່ແມ່ນການປະຕິບັດຕາມຄຳສັ່ງສອນຢ່າງໃດຢ່າງໜຶ່ງ ແຕ່ເປັນການປະຕິບັດພາລະກິດທີ່ພຣະອົງເອງຄວນປະຕິບັດ. ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ ຫຼື ຜູ້ຮູ້ເຫດການລ່ວງໜ້າ, ແຕ່ເປັນຜູ້ປະຕິບັດ ຜູ້ທີ່ມາເພື່ອປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດແທ້ໆ ແລະ ພຣະອົງມາເພື່ອເລີ່ມຍຸກໃໝ່ຂອງພຣະອົງ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງ. ແນ່ນອນ ເມື່ອພຣະເຢຊູມາເພື່ອປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍໄດ້ເຮັດໃຫ້ຄຳເວົ້າຫຼາຍຂໍ້ທີ່ຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມນັ້ນສຳເລັດລົງເຊັ່ນກັນ ພາລະກິດຂອງປັດຈຸບັນໄດ້ເຮັດໃຫ້ການທຳນາຍຂອງຜູ້ປະກາດພຣະທຳໃນຍຸກບູຮານໃນພຣະສັນຍາເດີມສຳເລັດລົງເຊັ່ນກັນ. ມັນເປັນພຽງແຕ່ວ່າ ເຮົາບໍ່ໄດ້ຍຶດຖືຕາມ “ກາລານຸກົມເກົ່າໆ” ນັ້ນ, ເທົ່ານັ້ນເອງ. ຍ້ອນມີພາລະກິດຫຼາຍຢ່າງອີກທີ່ເຮົາຕ້ອງປະຕິບັດ, ມີພຣະທຳຫຼາຍຂໍ້ອີກທີ່ເຮົາຕ້ອງເວົ້າກັບພວກເຈົ້າ ແລະ ພາລະກິດນີ້ ແລະ ພຣະທຳເຫຼົ່ານີ້ມີຄວາມສຳຄັນຫຼາຍກວ່າການອະທິບາຍຂໍ້ຄວາມຈາກພຣະຄຳພີ, ເພາະພາລະກິດດັ່ງກ່າວບໍ່ມີຄວາມໝາຍ ຫຼື ຄຸນຄ່າທີ່ຍິ່ງໃຫຍ່ສຳລັບພວກເຈົ້າ ແລະ ບໍ່ສາມາດຊ່ວຍພວກເຈົ້າ ຫຼື ປ່ຽນແປງພວກເຈົ້າໄດ້. ເຮົາເຈດຕະນາທີ່ຈະປະຕິບັດພາລະກິດໃໝ່ ບໍ່ແມ່ນເພື່ອໃຫ້ສຳເລັດຕາມຂໍ້ຄວາມໃດໜຶ່ງຈາກພຣະຄຳພີ. ຖ້າພຣະເຈົ້າມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດໃຫ້ຄຳເວົ້າຂອງຜູ້ປະກາດພຣະທຳໃນຍຸກບູຮານທີ່ຢູ່ໃນພຣະຄຳພີສຳເລັດລົງ, ແລ້ວຜູ້ໃດຍິ່ງໃຫຍ່ກວ່າກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ຜູ້ປະກາດພຣະທຳເຫຼົ່ານັ້ນໃນຍຸກບູຮານ? ແທ້ຈິງແລ້ວ ຜູ້ປະກາດພຣະທຳຄວບຄຸມພຣະເຈົ້າບໍ ຫຼື ພຣະເຈົ້າຄວບຄຸມຜູ້ປະກາດພຣະທຳ? ເຈົ້າຈະອະທິບາຍພຣະທຳເຫຼົ່ານີ້ວ່າແນວໃດ?

ໃນຕອນທຳອິດ ເມື່ອພຣະເຢຊູຍັງບໍ່ໄດ້ປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ, ຄືກັບສາວົກທີ່ຕິດຕາມພຣະອົງ, ບາງເທື່ອ ພຣະອົງກໍເຂົ້າຮ່ວມການຊຸມນຸມເຊັ່ນກັນ ແລະ ຮ້ອງເພງນະມັດສະການ, ສັນລະເສີນ ແລະ ອ່ານພຣະສັນຍາເດີມໃນພຣະວິຫານ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ ແລະ ຂຶ້ນຈາກນໍ້າ, ພຣະວິນຍານກໍລົງມາເທິງພຣະອົງຢ່າງເປັນທາງການ ແລະ ເລີ່ມຕົ້ນປະຕິບັດພາລະກິດ, ເປີດເຜີຍຕົວຕົນຂອງພຣະອົງ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ຮັບ. ກ່ອນໜ້ານີ້, ບໍ່ມີໃຜຮູ້ກ່ຽວກັບຕົວຕົນຂອງພຣະອົງ ແລະ ນອກຈາກມາຣິອາແລ້ວ ແມ່ນແຕ່ໂຢຮັນກໍຍັງບໍ່ຮູ້. ພຣະເຢຊູອາຍຸ 29 ປີ ເມື່ອພຣະອົງຮັບບັບຕິດສະມາ. ຫຼັງຈາກການຮັບບັບຕິດສະມາຂອງພຣະອົງສຳເລັດລົງ, ສະຫວັນກໍເປີດອອກ ແລະ ມີສຽງເວົ້າອອກມາວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍເລີ່ມເປັນພະຍານໃຫ້ກັບພຣະອົງໃນລັກສະນະນີ້. ກ່ອນການຮັບບັບຕິດສະມາຕອນອາຍຸ 29 ປີ, ພຣະອົງດຳລົງຊີວິດແບບຄົນປົກກະຕິ, ກິນເມື່ອພຣະອົງຄວນກິນ, ນອນ ແລະ ນຸ່ງເຄື່ອງປົກກະຕິ ແລະ ບໍ່ມີຫຍັງກ່ຽວກັບພຣະອົງທີ່ແຕກຕ່າງຈາກຄົນອື່ນ, ແຕ່ວ່າ ແນ່ນອນ ສິ່ງນີ້ແມ່ນຢູ່ໃນສາຍຕາທາງເນື້ອໜັງຂອງມະນຸດເທົ່ານັ້ນ. ບາງເທື່ອ ພຣະອົງກໍອ່ອນແອເກີນໄປ ແລະ ບາງເທື່ອພຣະອົງກໍບໍ່ສາມາດແຍກແຍະສິ່ງຕ່າງໆໄດ້, ຕາມທີ່ຖືກຂຽນໄວ້ໃນພຣະຄຳພີ: ຄວາມສະຫຼາດຂອງພຣະອົງເພີ່ມຂຶ້ນພ້ອມກັບອາຍຸຂອງພຣະອົງ. ຄຳເວົ້າເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ພຣະອົງມີຄວາມເປັນມະນຸດປົກກະຕິ ແລະ ທຳມະດາ ແລະ ພຣະອົງບໍ່ໄດ້ແຕກຕ່າງຈາກຄົນປົກກະຕິອື່ນໆເປັນພິເສດ. ພຣະອົງຍັງເຕີບໃຫຍ່ຂຶ້ນແບບຄົນທຳມະດາ ແລະ ບໍ່ມີຫຍັງທີ່ພິເສດກ່ຽວກັບພຣະອົງ. ແຕ່ພຣະອົງກໍຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຮັບບັບຕິດສະມາ, ພຣະອົງກໍເລີ່ມຖືກທົດລອງ, ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ ແລະ ກາຍເປັນຜູ້ມີລິດອຳນາດ, ສະຕິປັນຍາ ແລະ ສິດອຳນາດ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນພຣະອົງກ່ອນການຮັບບັດຕິດສະມາຂອງພຣະອົງ ຫຼື ບໍ່ໄດ້ສະຖິດຢູ່ໃນພຣະອົງ. ກ່ອນການຮັບບັບຕິດສະມາຂອງພຣະອົງ ພຣະວິນຍານບໍລິສຸດກໍຍັງອາໄສຢູ່ຂ້າງໃນພຣະອົງ ແຕ່ຍັງບໍ່ໄດ້ເລີ່ມປະຕິບັດພາລະກິດຢ່າງເປັນທາງການ, ຍ້ອນມັນມີຂໍ້ຈຳກັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄົນທຳມະດາກໍມີຂະບວນການຂອງການເຕີບໃຫຍ່ທີ່ທຳມະດາ. ພຣະວິນຍານບໍລິສຸດດຳລົງຊີວິດພາຍໃນພຣະອົງຢູ່ສະເໝີ. ເມື່ອພຣະເຢຊູເກີດມາ, ພຣະອົງກໍແຕກຕ່າງຈາກຄົນອື່ນ ແລະ ດາວເລີກກໍປະກົດຂຶ້ນ; ກ່ອນທີ່ພຣະອົງປະສູດ, ທູດສະຫວັນກໍໄດ້ປາກົດຕໍ່ໂຢເຊບໃນຄວາມຝັນ ແລະ ບອກເພິ່ນວ່າ ມາຣິອາຈະໃຫ້ກຳເນີດເດັກນ້ອຍຜູ້ຊາຍ ແລະ ເດັກນັ້ນແມ່ນຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ. ຫຼັງຈາກການຮັບບັບຕິດສະມາຂອງພຣະເຢຊູ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດຂອງພຣະອົງ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພຣະວິນຍານບໍລິສຸດຫາກໍລົງມາສະຖິດຢູ່ໃນພຣະເຢຊູ. ຄຳເວົ້າທີ່ວ່າພຣະວິນຍານບໍລິສຸດລົງມາເທິງພຣະອົງຄືກັບນົກເຄົ້າແມ່ນບົ່ງບອກເຖິງການເລີ່ມຕົ້ນຢ່າງເປັນທາງການຂອງພັນທະກິດຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າໄດ້ຢູ່ໃນພຣະອົງກ່ອນໜ້ານີ້ແລ້ວ, ແຕ່ພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພາລະກິດ ກໍຍ້ອນເວລາຍັງບໍ່ມາເຖິງ ແລະ ພຣະວິນຍານບໍ່ແມ່ນຈະເລີ່ມຕົ້ນພາລະກິດແບບບໍ່ຄິດ. ພຣະວິນຍານເປັນພະຍານໃຫ້ກັບພຣະອົງຜ່ານການຮັບບັບຕິດສະມາ. ເມື່ອພຣະອົງຂຶ້ນມາຈາກນໍ້າ, ພຣະວິນຍານກໍເລີ່ມປະຕິບັດພາລະກິດໃນພຣະອົງຢ່າງເປັນທາງການ ເຊິ່ງສະແດງໃຫ້ເຫັນວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ເລີ່ມປະຕິບັດພັນທະກິດຂອງພຣະອົງ ແລະ ໄດ້ເລີ່ມພາລະກິດແຫ່ງການໄຖ່ບາບ ນັ້ນກໍຄື ຍຸກແຫ່ງພຣະຄຸນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ. ສະນັ້ນ ມັນມີເວລາໃນພາລະກິດຂອງພຣະເຈົ້າ ບໍ່ວ່າພຣະອົງຈະປະຕິບັດພາລະກິດຫຍັງກໍຕາມ. ຫຼັງຈາກການຮັບບັບຕິດສະມາຂອງພຣະອົງ ກໍບໍ່ມີການປ່ຽນແປງເປັນພິເສດໃນພຣະເຢຊູ; ພຣະອົງກໍຍັງຢູ່ໃນເນື້ອໜັງເດີມຂອງພຣະອົງ. ມັນເປັນພຽງແຕ່ວ່າພຣະອົງໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ເປີດເຜີຍຕົວຕົນຂອງພຣະອົງ ແລະ ພຣະອົງກໍເຕັມໄປດ້ວຍສິດອຳນາດ ແລະ ລິດອຳນາດ. ໃນລັກສະນະນີ້ ພຣະອົງຈຶ່ງແຕກຕ່າງຈາກເມື່ອກ່ອນ. ຕົວຕົນຂອງພຣະອົງແມ່ນແຕກຕ່າງ ເຊິ່ງໝາຍຄວາມວ່າ ມີການປ່ຽນແປງທີ່ສຳຄັນໃນສະຖານະຂອງພຣະອົງ; ນີ້ແມ່ນຄຳພະຍານຂອງພຣະວິນຍານບໍລິສຸດ ແລະ ບໍ່ແມ່ນພາລະກິດທີ່ປະຕິບັດໂດຍມະນຸດ. ໃນຕອນເລີ່ມຕົ້ນ ຜູ້ຄົນບໍ່ຮູ້ ແລະ ພວກເຂົາພຽງແຕ່ເລີ່ມຮູ້ຈັກເລັກນ້ອຍຫຼັງຈາກທີ່ພຣະວິນຍານບໍລິສຸດເປັນພະຍານໃຫ້ກັບພຣະເຢຊູໃນລັກສະນະດັ່ງກ່າວ. ຖ້າພຣະເຢຊູໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກ່ອນທີ່ພຣະວິນຍານບໍລິສຸດເປັນພະຍານໃຫ້ກັບພຣະອົງ, ແຕ່ບໍ່ມີຄຳພະຍານຂອງພຣະເຈົ້າເອງ ແລ້ວບໍ່ວ່າພາລະກິດຂອງພຣະອົງຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຜູ້ຄົນກໍຈະບໍ່ຮູ້ຈັກເຖິງຕົວຕົນຂອງພຣະອົງຈັກເທື່ອ, ຍ້ອນສາຍຕາຂອງມະນຸດຈະບໍ່ສາມາດເຫັນສິ່ງນັ້ນໄດ້ຈັກເທື່ອ. ຫາກປາສະຈາກຂັ້ນຕອນແຫ່ງຄຳພະຍານຂອງພຣະວິນຍານບໍລິສຸດ, ບໍ່ມີຜູ້ໃດສາມາດຮູ້ໄດ້ວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ຫຼັງຈາກທີ່ພຣະວິນຍານບໍລິສຸດເປັນພະຍານໃຫ້ກັບພຣະອົງ, ຖ້າພຣະເຢຊູສືບຕໍ່ປະຕິບັດພາລະກິດໃນລັກສະນະດຽວກັນ ໂດຍບໍ່ມີຄວາມແຕກຕ່າງເລີຍ, ແລ້ວມັນກໍຈະບໍ່ມີຜົນກະທົບແບບນັ້ນ ແລະ ຫຼັກໆແລ້ວ ສິ່ງນີ້ກໍສະແດງເຖິງພາລະກິດຂອງພຣະວິນຍານບໍລິສຸດເຊັ່ນກັນ. ຫຼັງຈາກທີ່ພຣະວິນຍານບໍລິສຸດເປັນພະຍານ, ພຣະວິນຍານບໍລິສຸດກໍສະແດງຕົນເອງ, ເພື່ອວ່າເຈົ້າຈະສາມາດເຫັນໄດ້ຢ່າງຊັດເຈນວ່າພຣະອົງເປັນພຣະເຈົ້າ, ມີພຣະວິນຍານຂອງພຣະເຈົ້າພາຍໃນພຣະອົງ; ຄຳພະຍານຂອງພຣະເຈົ້າບໍ່ໄດ້ຜິດພາດ ແລະ ສິ່ງນີ້ສາມາດພິສູດວ່າຄຳພະຍານຂອງພຣະອົງຖືກຕ້ອງ. ຖ້າພາລະກິດຂອງພຣະອົງກ່ອນ ແລະ ຫຼັງຄຳພະຍານຂອງພຣະວິນຍານບໍລິສຸດເປັນສິ່ງດຽວກັນ, ແລ້ວພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານບໍລິສຸດກໍຈະບໍ່ໄດ້ຖືກເນັ້ນຄວາມສຳຄັນ ແລະ ສະນັ້ນ ມະນຸດກໍຈະບໍ່ສາມາດຮູ້ຈັກເຖິງພາລະກິດຂອງພຣະວິນຍານບໍລິສຸດ, ຍ້ອນຈະບໍ່ມີຄວາມແຕກຕ່າງທີ່ຊັດເຈນ. ຫຼັງຈາກເປັນພະຍານແລ້ວ, ພຣະວິນຍານບໍລິສຸດກໍສົ່ງເສີມຄຳພະຍານນີ້ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງຕ້ອງສຳແດງສະຕິປັນຍາ ແລະ ສິດອຳນາດຂອງພຣະອົງໃນພຣະເຢຊູ ເຊິ່ງແຕກຕ່າງຈາກເວລາທີ່ຢູ່ໃນອະດີດ. ແນ່ນອນ ນີ້ບໍ່ແມ່ນຜົນຂອງການຮັບບັບຕິດສະມາ; ການຮັບບັບຕິດສະມາເປັນພຽງພິທີກຳ, ພຽງແຕ່ວ່າການຮັບບັບຕິດສະມາເປັນວິທີທີ່ສຳແດງໃຫ້ຮູ້ວ່າມັນເຖິງເວລາທີ່ຈະປະຕິບັດພາລະກິດຂອງພຣະອົງແລ້ວ. ພາລະກິດດັ່ງກ່າວແມ່ນເພື່ອເຮັດໃຫ້ລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າຊັດແຈ້ງ, ເພື່ອເຮັດໃຫ້ຄຳພະຍານຂອງພຣະວິນຍານບໍລິສຸດຊັດເຈນ ແລະ ພຣະວິນຍານບໍລິສຸດຈະຮັບຜິດຊອບສຳລັບຄຳພະຍານນີ້ຈົນເຖິງເວລາສຸດທ້າຍ. ກ່ອນການປະຕິບັດພາລະກິດຂອງພຣະອົງ, ພຣະເຢຊູຍັງໄດ້ຟັງຄຳເທດສະໜາ, ໄດ້ເທດສະໜາ ແລະ ເຜີຍແຜ່ຂ່າວປະເສີດໃນສະຖານທີ່ຕ່າງໆຫຼາຍແຫ່ງ. ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ ຍ້ອນເວລາທີ່ພຣະອົງຈະປະຕິບັດພັນທະກິດຂອງພຣະອົງຍັງບໍ່ທັນມາເຖິງ ແລະ ອີກຢ່າງ ຍ້ອນພຣະເຈົ້າເອງໄດ້ເຊື່ອງລີ້ຕົນເອງໃນເນື້ອໜັງຢ່າງຖ່ອມຕົນ ແລະ ບໍ່ໄດ້ປະຕິບັດພາລະກິດໃດເລີຍຈົນເວລາທີ່ເໝາະສົມ. ພຣະອົງບໍ່ໄດ້ປະຕິບັດພາລະກິດກ່ອນການຮັບບັບຕິດສະມາ ຍ້ອນສອງເຫດຜົນ: ໜຶ່ງແມ່ນເພາະວ່າພຣະວິນຍານບໍລິສຸດບໍ່ໄດ້ລົງມາເທິງພຣະອົງເພື່ອປະຕິບັດພາລະກິດຢ່າງເປັນທາງການ (ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະທານລິດອຳນາດ ແລະ ສິດອຳນາດໃຫ້ກັບພຣະເຢຊູເພື່ອປະຕິບັດພາລະກິດດັ່ງກ່າວ) ແລະ ເຖິງແມ່ນພຣະອົງໄດ້ຮູ້ຈັກຕົວຕົນຂອງພຣະອົງເອງ, ພຣະເຢຊູກໍຈະບໍ່ສາມາດປະຕິບັດພາລະກິດທີ່ພຣະອົງເຈດຕະນາຈະປະຕິບັດໃນພາຍຫຼັງໄດ້ ແລະ ຈະຕ້ອງລໍຖ້າຈົນເຖິງມື້ທີ່ພຣະອົງຮັບບັບຕິດສະມາ. ນີ້ບໍ່ແມ່ນເວລາຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດລະເມີດສິ່ງນີ້ໄດ້, ແມ່ນແຕ່ພຣະເຢຊູເອງ; ພຣະເຢຊູເອງກໍບໍ່ສາມາດລົບກວນພາລະກິດຂອງພຣະອົງເອງໄດ້. ແນ່ນອນ ນີ້ແມ່ນຄວາມຖ່ອມຕົນຂອງພຣະເຈົ້າ ແລະ ຍັງເປັນກົດບັນຍັດແຫ່ງພາລະກິດຂອງພຣະເຈົ້າ; ຖ້າພຣະວິນຍານຂອງພຣະເຈົ້າບໍ່ປະຕິບັດພາລະກິດ, ບໍ່ມີໃຜສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເຫດຜົນທີສອງກໍຄື ກ່ອນທີ່ພຣະອົງຈະໄດ້ຮັບບັບຕິດສະມາ, ພຣະອົງເປັນພຽງມະນຸດທຳມະດາ ແລະ ປົກກະຕິ ແລະ ບໍ່ໄດ້ແຕກຕ່າງໄປຈາກຄົນທຳມະດາ ແລະ ຄົນປົກກະຕິອື່ນໆ; ນີ້ແມ່ນລັກສະນະໜຶ່ງຂອງວິທີທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ໄດ້ຢູ່ເໜືອທຳມະຊາດ. ພຣະເຈົ້າທີ່ບັງເກີດເປັນມະມຸດບໍ່ໄດ້ລະເມີດຕໍ່ການຈັດແຈງຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງປະຕິບັດພາລະກິດໃນລັກສະນະທີ່ເປັນລະບຽບ ແລະ ພຣະອົງປະຕິບັດພາລະກິດແບບທຳມະດາຫຼາຍ. ພຽງແຕ່ຫຼັງຈາກການຮັບບັບຕິດສະມາ ພາລະກິດຂອງພຣະອົງຈຶ່ງມີສິດອຳນາດ ແລະ ລິດອຳນາດ. ນັ້ນໝາຍຄວາມວ່າ ເຖິງແມ່ນພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງກໍບໍ່ໄດ້ປະຕິບັດການກະທຳທີ່ຢູ່ເໜືອທຳມະຊາດ ແລະ ພຣະອົງແມ່ນເຕີບໃຫຍ່ໃນລັກສະນະດຽວກັນກັບຄົນທຳມະດາອື່ນໆ. ຖ້າພຣະເຢຊູຮູ້ຈັກຕົວຕົນຂອງພຣະອົງເອງແລ້ວ, ປະຕິບັດພາລະກິດທີ່ຍິ່ງໃຫຍ່ໃນແຜ່ນດິນກ່ອນການຮັບບັບຕິດສະມາຂອງພຣະອົງ ແລະ ແຕກຕ່າງຈາກຄົນທຳມະດາ, ສະແດງວ່າພຣະອົງເປັນຄົນພິເສດ, ແລ້ວບໍ່ແມ່ນແຕ່ມັນຈະເປັນໄປບໍ່ໄດ້ທີ່ຈະໃຫ້ໂຢຮັນປະຕິບັດພາລະກິດຂອງເພິ່ນ, ແຕ່ມັນກໍຍັງຈະບໍ່ມີທາງທີ່ຈະໃຫ້ພຣະເຈົ້າເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງໄດ້. ສະນັ້ນ ສິ່ງນີ້ຈຶ່ງພິສູດວ່າ ສິ່ງທີ່ພຣະເຈົ້າເຮັດແມ່ນຜິດພາດ ແລະ ສຳລັບມະນຸດແລ້ວ ມັນເບິ່ງຄືກັບວ່າ ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ່ໄດ້ມາຈາກແຫຼ່ງກຳເນີດດຽວກັນ. ສະນັ້ນ ພາລະກິດຂອງພຣະເຢຊູທີ່ບັນທຶກໄວ້ໃນພຣະຄຳພີຈຶ່ງເປັນພາລະກິດທີ່ຖືກປະຕິບັດຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພາລະກິດທີ່ຖືກປະຕິບັດໃນຊ່ວງເວລາສາມປີ. ພຣະຄຳພີບໍ່ໄດ້ບັນທຶກເຖິງສິ່ງທີ່ພຣະອົງເຮັດກ່ອນທີ່ພຣະອົງຈະໄດ້ຮັບບັບຕິດສະມາ ເພາະພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ກ່ອນທີ່ພຣະອົງໄດ້ຮັບບັບຕິດສະມາ. ພຣະອົງເປັນພຽງມະນຸດປົກກະຕິ ແລະ ເປັນຕົວແທນໃຫ້ກັບມະນຸດປົກກະຕິ; ກ່ອນທີ່ພຣະເຢຊູເລີ່ມປະຕິບັດພັນທະກິດຂອງພຣະອົງ, ພຣະອົງກໍບໍ່ໄດ້ແຕກຕ່າງຈາກຄົນປົກກະຕິ ແລະ ຜູ້ຄົນກໍບໍ່ສາມາດເຫັນຄວາມແຕກຕ່າງທີ່ຢູ່ໃນພຣະອົງ. ພຽງແຕ່ຫຼັງຈາກທີ່ພຣະອົງຮອດອາຍຸ 29 ປີ, ພຣະເຢຊູຈຶ່ງຮູ້ວ່າພຣະອົງໄດ້ມາເພື່ອເຮັດໃຫ້ຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າສຳເລັດລົງ; ເມື່ອກ່ອນ, ພຣະອົງເອງກໍບໍ່ຮູ້ສິ່ງນີ້ ຍ້ອນພາລະກິດທີ່ພຣະເຈົ້າປະຕິບັດແມ່ນບໍ່ໄດ້ຢູ່ເໜືອທຳມະຊາດ. ເມື່ອພຣະອົງເຂົ້າຮ່ວມການຊຸມນຸມໃນທຳມະສາລາຕອນອາຍຸສິບສອງປີ, ມາຣິອາກຳລັງຊອກຫາພຣະອົງ ແລະ ພຣະອົງພຽງແຕ່ເວົ້າໜຶ່ງປະໂຫຍກ ໃນລັກສະນະດຽວກັນກັບເດັກນ້ອຍຄົນອື່ນໆວ່າ: “ແມ່ເອີຍ! ທ່ານບໍ່ຮູ້ບໍວ່າເຮົາຕ້ອງໃຫ້ຄວາມປະສົງຂອງພຣະບິດາຂອງເຮົາຢູ່ເໜືອສິ່ງອື່ນໃດທັງໝົດ?” ແນ່ນອນ ຍ້ອນພຣະອົງຖືກປະຕິສົນທິຈາກພຣະວິນຍານບໍລິສຸດ, ພຣະເຢຊູຈະບໍ່ພິເສດໃນລັກສະນະໃດໜຶ່ງບໍ? ແຕ່ຄວາມພິເສດຂອງພຣະອົງບໍ່ໄດ້ໝາຍຄວາມວ່າ ພຣະອົງຢູ່ເໜືອທຳມະດຊາດ, ພຽງແຕ່ວ່າພຣະອົງຮັກພຣະເຈົ້າຫຼາຍກວ່າເດັກໜຸ່ມນ້ອຍຄົນອື່ນໆ. ເຖິງແມ່ນພຣະອົງເປັນມະນຸດໃນລັກສະນະພາຍນອກ, ແກ່ນແທ້ຂອງພຣະອົງກໍຍັງພິເສດ ແລະ ແຕກຕ່າງຈາກຄົນອື່ນ. ຢ່າງໃດກໍຕາມ ພຽງແຕ່ຫຼັງຈາກການຮັບບັບຕິດສະມາ ພຣະອົງຈຶ່ງຮູ້ສຶກແທ້ວ່າພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດໃນຕົວພຣະອົງ, ຮູ້ສຶກວ່າພຣະອົງເປັນພຣະເຈົ້າເອງ. ຫຼັງຈາກເມື່ອພຣະອົງຮອດອາຍຸ 33 ປີເທົ່ານັ້ນ ພຣະອົງຈຶ່ງເຂົ້າໃຈຢ່າງແທ້ຈິງວ່າ ພຣະວິນຍານບໍລິສຸດເຈດຕະນາທີ່ຈະປະຕິບັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນຜ່ານທາງພຣະອົງ. ຕອນອາຍຸ 32 ປີ, ພຣະອົງໄດ້ມາເພື່ອຮູ້ຈັກຄວາມຈິງພາຍໃນບາງຢ່າງ, ຕາມທີ່ໄດ້ຖືກຂຽນໄວ້ໃນພຣະກິດຕິຄຸນມັດທາຍວ່າ: “ແລະ ຊີໂມນ ເປໂຕ ໄດ້ຕອບ ແລະ ເວົ້າວ່າ ທ່ານເປັນພຣະຄຣິດ, ເປັນພຣະບຸດຂອງພຣະເຈົ້າຜູ້ມີຊີວິດຢູ່...” (ມັດທາຍ 16:16) ແລະ “ຈາກເວລານັ້ນເປັນຕົ້ນມາ ພຣະເຢຊູເລີ່ມສະແດງໃຫ້ສາວົກຂອງພຣະອົງເຫັນວ່າ ພຣະອົງຕ້ອງໄປທີ່ເຢລູຊາເລັມ ແລະ ທົນທຸກທໍລະມານຫຼາຍປະການຈາກພວກເຖົ້າແກ່ ແລະ ປະໂລຫິດໃຫຍ່ ແລະ ພວກນັກທຳ ແລ້ວຖືກຂ້າ ແລະ ຟື້ນຄືນມາໃນມື້ທີ່ສາມ” (ມັດທາຍ 16:21). ພຣະອົງບໍ່ໄດ້ຮູ້ລ່ວງໜ້າວ່າພຣະອົງຕ້ອງປະຕິບັດພາລະກິດຫຍັງ ແຕ່ຮູ້ພຽງເວລາສະເພາະ. ພຣະອົງບໍ່ຮູ້ຈັກຢ່າງແທ້ຈິງວ່າ ທັນທີທີ່ພຣະອົງເກີດມາ ພຣະວິນຍານບໍລິສຸດກໍປະຕິບັດພາລະກິດໃນພຣະອົງເທື່ອລະໜ້ອຍ ແລະ ມີຂະບວນການສຳລັບພາລະກິດນັ້ນ. ໃນຕອນເລີ່ມຕົ້ນ ຖ້າພຣະອົງຮູ້ຈັກວ່າພຣະອົງເປັນພຣະເຈົ້າ, ເປັນພຣະຄຣິດ ແລະ ບຸດມະນຸດທີ່ບັງເກີດເປັນມະນຸດ, ພຣະອົງຕ້ອງເຮັດໃຫ້ພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນສຳເລັດລົງ, ແລ້ວເປັນຫຍັງພຣະອົງຈຶ່ງບໍ່ປະຕິບັດກ່ອນໜ້ານັ້ນ? ເປັນຫຍັງພຣະເຢຊູຈຶ່ງຮູ້ສຶກໂສກເສົ້າ ແລະ ອະທິຖານຢ່າງຈິງຈັງສຳລັບເລື່ອງນີ້ ຫຼັງຈາກທີ່ບອກສາວົກຂອງພຣະອົງກ່ຽວກັບພັນທະກິດຂອງພຣະອົງ? ເປັນຫຍັງໂຢຮັນຈຶ່ງເປີດຫົນທາງໃຫ້ກັບພຣະອົງ ແລະ ໃຫ້ບັບຕິດສະມາແກ່ພຣະອົງ ກ່ອນທີ່ພຣະອົງຈະໄດ້ມາເຂົ້າໃຈຫຼາຍສິ່ງທີ່ພຣະອົງຍັງບໍ່ເຂົ້າໃຈ? ສິ່ງນີ້ພິສູດໃຫ້ເຫັນວ່າມັນຄືພາລະກິດຂອງພຣະເຈົ້າທີ່ບັງເກີດໃນເນື້ອໜັງ ແລະ ສະນັ້ນ ເພື່ອທີ່ຈະໃຫ້ພຣະອົງເຂົ້າໃຈ ແລະ ບັນລຸໄດ້, ມັນກໍມີຂະບວນການ ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຜູ້ເຊິ່ງມີພາລະກິດທີ່ແຕກຕ່າງຈາກພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ.

ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າປະຕິບັດຕາມກະແສໜຶ່ງດຽວກັນ ແລະ ສະນັ້ນ ໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແຕ່ລະຂັ້ນຕອນແມ່ນຕິດຕໍ່ກັນຢ່າງໃກ້ຊິດ, ຈາກການສ້າງໂລກຈົນມາເຖິງປັດຈຸບັນ. ຖ້າບໍ່ມີໃຜປູຫົນທາງ, ແລ້ວກໍຈະບໍ່ມີໃຜຕາມມາ; ຍ້ອນມີຄົນຕາມມາ, ຈຶ່ງມີຄົນປູເສັ້ນທາງ. ໃນວິທີນີ້ ພາລະກິດຈຶ່ງຖືກສົ່ງຜ່ານຕໍ່ແຕ່ລະຂັ້ນຕອນ. ຂັ້ນຕອນໜຶ່ງຕາມຫຼັງອີກຂັ້ນຕອນໜຶ່ງ ແລະ ຫາກບໍ່ມີໃຜເປີດຫົນທາງ ມັນກໍເປັນໄປບໍ່ໄດ້ທີ່ຈະເລີ່ມຕົ້ນພາລະກິດ ແລະ ພຣະເຈົ້າກໍຈະບໍ່ມີທາງດໍາເນີນພາລະກິດຂອງພຣະອົງໄປຂ້າງໜ້າໄດ້. ບໍ່ມີຂັ້ນຕອນໃດຂັດຕໍ່ຂັ້ນຕອນໃດ ແລະ ແຕ່ລະຂັ້ນຕອນກໍຕາມມາດ້ວຍອີກຂັ້ນຕອນໜຶ່ງເພື່ອກໍ່ສ້າງເປັນກະແສ; ສິ່ງນີ້ແມ່ນລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະວິນຍານອົງດຽວ. ແຕ່ບໍ່ວ່າບຸດຄົນໃດຈະເປີດຫົນທາງ ຫຼື ປະຕິບັດພາລະກິດໃດກໍຕາມ, ສິ່ງນີ້ບໍ່ໄດ້ກຳນົດຕົວຕົນຂອງພວກເຂົາ. ແລ້ວສິ່ງນີ້ບໍ່ຖືກຕ້ອງບໍ? ໂຢຮັນເປີດຫົນທາງ ແລະ ພຣະເຢຊູເປັນຜູ້ສືບຕໍ່ພາລະກິດຂອງເພິ່ນ, ແລ້ວສິ່ງນີ້ພິສູດວ່າຕົວຕົນຂອງພຣະເຢຊູແມ່ນຕໍ່າຕ້ອຍກວ່າຕົວຕົນຂອງໂຢຮັນບໍ? ພຣະເຢໂຮວາປະຕິບັດພາລະກິດຂອງພຣະອົງກ່ອນພຣະເຢຊູ, ແລ້ວເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຢໂຮວາຍິ່ງໃຫຍ່ກວ່າພຣະເຢຊູ? ບໍ່ວ່າພວກເຂົາປູທາງ ຫຼື ສືບຕໍ່ພາລະກິດຂອງຄົນອື່ນກໍຕາມ ບໍ່ແມ່ນເລື່ອງສຳຄັນ; ສິ່ງທີ່ສຳຄັນທີ່ສຸດແມ່ນແກ່ນແທ້ໃນພາລະກິດຂອງພວກເຂົາ ແລະ ຕົວຕົນທີ່ມັນເປັນຕົວແທນໃຫ້. ສິ່ງນີ້ບໍ່ຖືກຕ້ອງບໍ? ຍ້ອນພຣະເຈົ້າເຈດຕະນາປະຕິບັດພາລະກິດທ່າມກາງມະນຸດ, ພຣະອົງຈຶ່ງຕ້ອງຍົກຄົນທີ່ສາມາດປະຕິບັດພາລະກິດແຫ່ງການປູທາງຂຶ້ນ. ເມື່ອໂຢຮັນຫາກໍ່ເລີ່ມເທດສະໜາ, ເພິ່ນກໍໄດ້ກ່າວວ່າ: “ເຈົ້າຈົ່ງຈັດກຽມຫົນທາງຂອງພຣະຜູ້ເປັນເຈົ້າ, ຈົ່ງເຮັດໃຫ້ເສັ້ນທາງຂອງພຣະອົງຊື່ໄປ”. “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ”. ເພິ່ນເວົ້າແບບນັ້ນຕັ້ງແຕ່ຕອນເລີ່ມຕົ້ນ ແລ້ວເປັນຫຍັງເພິ່ນຈຶ່ງສາມາດເວົ້າຄຳເວົ້າເຫຼົ່ານີ້? ໃນເລື່ອງລຳດັບຂອງການເວົ້າຄຳເວົ້າເຫຼົ່ານັ້ນອອກມາ, ໂຢຮັນເປັນຜູ້ກ່າວຂ່າວປະເສີດແຫ່ງອານາຈັກສະຫວັນກ່ອນ ແລະ ພຣະເຢຊູກໍກ່າວຫຼັງຈາກນັ້ນ. ອີງຕາມແນວຄິດຂອງມະນຸດແລ້ວ, ເປັນໂຢຮັນທີ່ເປີດເສັ້ນທາງໃໝ່ ແລະ ສະນັ້ນ ແນ່ນອນ ຈຶ່ງເປັນໂຢຮັນທີ່ຍິ່ງໃຫຍ່ກວ່າພຣະເຢຊູ. ແຕ່ໂຢຮັນບໍ່ໄດ້ເວົ້າວ່າເພິ່ນເປັນພຣະຄຣິດ ແລະ ພຣະເຈົ້າກໍບໍ່ໄດ້ເປັນພະຍານໃຫ້ກັບເພິ່ນວ່າເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ແຕ່ ພຽງແຕ່ໃຊ້ເພິ່ນເພື່ອເປີດຫົນທາງ ແລະ ຈັດກຽມຫົນທາງໃຫ້ກັບພຣະຜູ້ເປັນເຈົ້າ. ເພິ່ນປູທາງໃຫ້ກັບພຣະເຢຊູ, ແຕ່ ເພິ່ນບໍ່ສາມາດປະຕິບັດພາລະກິດແທນພຣະເຢຊູໄດ້. ພາລະກິດທຸກຢ່າງຂອງມະນຸດຍັງຖືກຄວບຄຸມໂດຍພຣະວິນຍານບໍລິສຸດເຊັ່ນກັນ.

ໃນຍຸກແຫ່ງພຣະສັນຍາເດີມ, ເປັນພຣະເຢໂຮວາທີ່ນໍາທາງ ແລະ ພາລະກິດຂອງພຣະເຢໂຮວາກໍເປັນຕົວແທນໃຫ້ກັບຍຸກແຫ່ງພຣະສັນຍາເດີມທັງໝົດ ແລະ ພ້ອມທັງພາລະກິດທັງໝົດທີ່ເກີດຂຶ້ນໃນອິດສະຣາເອນ. ໂມເຊພຽງແຕ່ສົ່ງເສີມພາລະກິດນີ້ເທິງແຜ່ນດິນໂລກ ແລະ ການກະທໍາຂອງເພິ່ນກໍຖືວ່າເປັນການຮ່ວມມືຈາກມະນຸດ. ໃນເວລານັ້ນ ແມ່ນພຣະເຢໂຮວາເປັນຜູ້ກ່າວ ແລະ ເອີ້ນໂມເຊ ແລະ ພຣະອົງຍົກໂມເຊຂຶ້ນທ່າມກາງປະຊາຊົນອິດສະຣາເອນ ແລະ ເຮັດໃຫ້ເພິ່ນນໍາພາພວກເຂົາສູ່ຖິ່ນແຫ້ງແລ້ງກັນດານ ແລະ ສືບຕໍ່ໄປທີ່ການາອານ. ນີ້ບໍ່ແມ່ນພາລະກິດຂອງໂມເຊເອງ, ແຕ່ເປັນພາລະກິດທີ່ພຣະເຢໂຮວາເປັນຜູ້ຊີ້ນໍາດ້ວຍຕົວພຣະອົງເອງ ແລະ ສະນັ້ນ ໂມເຊແມ່ນບໍ່ສາມາດຖືກເອີ້ນວ່າພຣະເຈົ້າໄດ້. ໂມເຊຍັງກຳນົດບັນຍັດ, ແຕ່ກົດບັນຍັດນີ້ແມ່ນຖືກບັນຍັດໂດຍພຣະເຢໂຮວາເອງ. ພຽງແຕ່ພຣະອົງໃຫ້ໂມເຊສະແດງມັນອອກມາ. ພຣະເຢຊູກໍສ້າງພຣະບັນຍັດເຊັ່ນກັນ ແລະ ພຣະອົງລຶບລ້າງກົດບັນຍັດຂອງພຣະສັນຍາເດີມ ແລະ ກຳນົດພຣະບັນຍັດສຳລັບຍຸກໃໝ່. ເປັນຫຍັງພຣະເຢຊູຈຶ່ງເປັນພຣະເຈົ້າເອງ? ເພາະສິ່ງນີ້ແມ່ນແຕກຕ່າງກັນ. ໃນເວລານັ້ນ ພາລະກິດທີ່ໂມເຊປະຕິບັດແມ່ນບໍ່ໄດ້ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ ຫຼື ມັນບໍ່ໄດ້ເປີດຫົນທາງໃໝ່; ພຣະເຢໂຮວາຊີ້ນໍາເພິ່ນຢູ່ເບື້ອງຫຼັງ ແລະ ເພິ່ນກໍເປັນພຽງຄົນທີ່ຖືກພຣະເຈົ້າໃຊ້. ເມື່ອພຣະເຢຊູມາ, ໂຢຮັນກໍປະຕິບັດຂັ້ນຕອນໃນພາລະກິດຂອງການປູທາງ ແລະ ເລີ່ມຕົ້ນເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ (ພຣະວິນຍານບໍລິສຸດໄດ້ເລີ່ມຕົ້ນສິ່ງນີ້). ເມື່ອພຣະເຢຊູມາ, ພຣະອົງກໍປະຕິບັດພາລະກິດຂອງພຣະອົງເອງໂດຍກົງ, ແຕ່ມີຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງລະຫວ່າງພາລະກິດຂອງພຣະອົງ ແລະ ພາລະກິດຂອງໂມເຊ. ເອຊາຢາກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ, ແຕ່ເປັນຫຍັງເພິ່ນຈຶ່ງບໍ່ເປັນພຣະເຈົ້າເອງ? ພຣະເຢຊູບໍ່ໄດ້ກ່າວຄຳທຳນາຍຫຼາຍຢ່າງ, ແຕ່ເປັນຫຍັງພຣະອົງຈຶ່ງເປັນພຣະເຈົ້າເອງ? ບໍ່ມີໃຜກ້າເວົ້າວ່າ ພາລະກິດຂອງພຣະເຢຊູໃນເວລານັ້ນມາຈາກພຣະວິນຍານບໍລິສຸດທັງໝົດ ຫຼື ພວກເຂົາກ້າເວົ້າວ່າ ມັນມາຈາກຄວາມປະສົງຂອງມະນຸດທັງໝົດ ຫຼື ມັນເປັນພາລະກິດຂອງພຣະເຈົ້າເອງທັງໝົດ. ມະນຸດບໍ່ມີທາງວິເຄາະສິ່ງດັ່ງກ່າວໄດ້. ມັນສາມາດເວົ້າໄດ້ວ່າ ເອຊາຢາປະຕິບັດພາລະກິດດັ່ງກ່າວ ແລະ ກ່າວຄຳທຳນາຍດັ່ງກ່າວ ແລະ ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ; ພວກມັນບໍ່ໄດ້ມາຈາກເອຊາຢາໂດຍກົງ, ແຕ່ເປັນການເປີດເຜີຍຂອງພຣະເຢໂຮວາ. ພຣະເຢຊູບໍ່ໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍ ແລະ ບໍ່ໄດ້ກ່າວພຣະທຳຫຼາຍຂໍ້ ຫຼື ພຣະອົງບໍ່ໄດ້ກ່າວຄຳທຳນາຍຫຼາຍຢ່າງ. ສຳລັບມະນຸດແລ້ວ ການເທດສະໜາຂອງພຣະອົງບໍ່ໄດ້ເບິ່ງຄືກັບວ່າສູງສົ່ງເປັນພິເສດ, ແຕ່ພຣະອົງກໍເປັນພຣະເຈົ້າເອງ ແລະ ມະນຸດກໍບໍ່ສາມາດອະທິບາຍສິ່ງນີ້ໄດ້. ບໍ່ມີໃຜເຄີຍເຊື່ອໃນໂຢຮັນ ຫຼື ເອຊາຢາ ຫຼື ເດວິດ ຫຼື ບໍ່ມີໃຜເຄີຍເອີ້ນພວກເພິ່ນວ່າພຣະເຈົ້າ ຫຼື ເດວິດຜູ້ເຊິ່ງເປັນພຣະເຈົ້າ ຫຼື ໂຢຮັນຜູ້ເຊິ່ງເປັນພຣະເຈົ້າ; ບໍ່ມີໃຜເຄີຍເວົ້າແບບນັ້ນ ແລະ ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ຖືກເອີ້ນວ່າພຣະຄຣິດ. ການຈັດປະເພດແບບນີ້ແມ່ນຖືກສ້າງຂຶ້ນຕາມຄຳພະຍານຂອງພຣະເຈົ້າ, ພາລະກິດທີ່ພຣະອົງຮັບ ແລະ ພັນທະກິດທີ່ພຣະອົງປະຕິບັດ. ເມື່ອເວົ້າເຖິງບຸກຄົນທີ່ຍິ່ງໃຫຍ່ໃນພຣະຄຳພີ ເຊັ່ນ: ອັບຣາຮາມ, ເດວິດ, ໂຢຊວຍ, ດານີເອນ, ອາຊາຢາ, ໂຢຮັນ ແລະ ພຣະເຢຊູ, ຜ່ານທາງພາລະກິດທີ່ພວກເຂົາປະຕິບັດ, ເຈົ້າສາມາດບອກໄດ້ວ່າຜູ້ໃດແມ່ນພຣະເຈົ້າເອງ ແລະ ຜູ້ປະກາດພຣະທຳແມ່ນຄົນປະເພດໃດ ແລະ ອັກຄະສາວົກແມ່ນປະເພດໃດ. ຜູ້ໃດຖືກພຣະເຈົ້າໃຊ້ ແລະ ຜູ້ໃດແມ່ນພຣະເຈົ້າເອງ, ສິ່ງເຫຼົ່ານີ້ແມ່ນຈຳແນກ ແລະ ກຳນົດໂດຍແກ່ນແທ້ ແລະ ປະເພດຂອງພາລະກິດທີ່ພວກເຂົາປະຕິບັດ. ຖ້າເຈົ້າບໍ່ສາມາດບອກເຖິງຄວາມແຕກຕ່າງ, ແລ້ວສິ່ງນີ້ກໍພິສູດວ່າເຈົ້າບໍ່ຮູ້ຈັກການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ. ພຣະເຢຊູເປັນພຣະເຈົ້າ ເພາະພຣະອົງກ່າວພຣະທຳຫຼາຍຂໍ້ ແລະ ປະຕິບັດພາລະກິດຫຼາຍຢ່າງ ໂດຍສະເພາະແມ່ນການສະແດງສິ່ງອັດສະຈັນຫຼາຍຢ່າງຂອງພຣະອົງ. ໃນທຳນອງດຽວກັນ, ໂຢຮັນກໍປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວຄຳເວົ້າຫຼາຍຢ່າງ, ໂມເຊກໍເຊັ່ນດຽວກັນ; ເປັນຫຍັງພວກເຂົາຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ອາດາມຖືກສ້າງໂດຍພຣະເຈົ້າໂດຍກົງ; ເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ ກົງກັນຂ້າມ ເພິ່ນຖືກເອີ້ນພຽງແຕ່ວ່າສິ່ງຖືກສ້າງເທົ່ານັ້ນ? ຖ້າບາງຄົນເວົ້າກັບເຈົ້າວ່າ: “ໃນປັດຈຸບັນ ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ກ່າວພຣະທຳຫຼາຍຂໍ້; ພຣະອົງເປັນພຣະເຈົ້າເອງ. ແລ້ວຍ້ອນໂມເຊກ່າວພຣະທຳຢ່າງຫຼວງຫຼາຍ, ເພິ່ນກໍຕ້ອງເປັນພຣະເຈົ້າເຊັ່ນກັນ!” ເຈົ້າຄວນຖາມພວກເຂົາຄືນວ່າ “ໃນເວລານັ້ນ ເປັນຫຍັງພຣະເຈົ້າຈຶ່ງເປັນພະຍານໃຫ້ກັບພຣະເຢຊູວ່າເປັນພຣະເຈົ້າເອງ ແລະ ບໍ່ແມ່ນໂຢຮັນ? ໂຢຮັນບໍ່ໄດ້ມາກ່ອນພຣະເຢຊູບໍ? ພາລະກິດຂອງຜູ້ໃດຍິ່ງໃຫຍ່ກວ່າກັນ ຂອງໂຢຮັນ ຫຼື ຂອງພຣະເຢຊູ? ສຳລັບມະນຸດແລ້ວ, ພາລະກິດຂອງໂຢຮັນຍິ່ງໃຫຍ່ກວ່າພາລະກິດຂອງພຣະເຢຊູ, ແຕ່ເປັນຫຍັງພຣະວິນຍານບໍລິສຸດຈຶ່ງເປັນພະຍານໃຫ້ກັບພຣະເຢຊູ ແລະ ບໍ່ແມ່ນໂຢຮັນ?” ສິ່ງດຽວກັນກຳລັງເກີດຂຶ້ນໃນປັດຈຸບັນນີ້! ໃນເວລານັ້ນ ເມື່ອໂມເຊນໍາປະຊາຊົນອິດສະຣາເອນ, ພຣະເຢໂຮວາກໍກ່າວຕໍ່ເພິ່ນຈາກທ່າມກາງກ້ອນເມກ. ໂມເຊບໍ່ໄດ້ກ່າວໂດຍກົງ, ແຕ່ກົງກັນຂ້າມ ເພິ່ນຖືກນໍາພາໂດຍພຣະເຢໂຮວາໂດຍກົງ. ນີ້ແມ່ນພາລະກິດຂອງອິດສະຣາເອນໃນພຣະສັນຍາເດີມ. ພາຍໃນຕົວຂອງໂມເຊແມ່ນບໍ່ໄດ້ມີພຣະວິນຍານ ຫຼື ການເປັນຢູ່ຂອງພຣະເຈົ້າ. ເພິ່ນບໍ່ສາມາດປະຕິບັດພາລະກິດນັ້ນ ແລະ ສະນັ້ນຈຶ່ງມີຄວາມແຕກຕ່າງຢ່າງໃຫຍ່ລະຫວ່າງພາລະກິດທີ່ເພິ່ນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດ. ນັ້ນຍ້ອນວ່າພາລະກິດທີ່ພວກເຂົາປະຕິບັດແມ່ນແຕກຕ່າງກັນ! ບໍ່ວ່າມະນຸດຄົນໃດຄົນໜຶ່ງຈະຖືກພຣະເຈົ້າໃຊ້ ຫຼື ເປັນຜູ້ປະກາດພຣະທຳ, ອັກຄະສາວົກ ຫຼື ພຣະເຈົ້າເອງ, ສິ່ງເຫຼົ່ານີ້ແມ່ນສາມາດແຍກແຍະໂດຍທຳມະຊາດຂອງພາລະກິດຂອງເຂົາ ແລະ ສິ່ງນີ້ຈະສິ້ນສຸດຂໍ້ສົງໄສຂອງເຈົ້າ. ໃນພຣະຄຳພີ ມັນຖືກຂຽນໄວ້ວ່າ ມີພຽງພຣະເມສານ້ອຍເທົ່ານັ້ນທີ່ສາມາດເປີດຕາປະທັບທັງເຈັດໄດ້. ທົ່ວຍຸກຕ່າງໆແມ່ນໄດ້ມີຜູ້ອະທິບາຍເຖິງຂໍ້ພຣະຄຳພີຫຼາຍຄົນທ່າມກາງບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແລ້ວເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາທຸກຄົນເປັນພຣະເມສານ້ອຍໝົດ? ເຈົ້າສາມາດເວົ້າໄດ້ບໍວ່າການອະທິບາຍຂອງພວກເຂົາລ້ວນແລ້ວແຕ່ມາຈາກພຣະເຈົ້າ? ພວກເຂົາເປັນພຽງຜູ້ອະທິບາຍ; ພວກເຂົາບໍ່ມີຕົວຕົນຂອງພຣະເມສານ້ອຍ. ພວກເຂົາຈະສົມຄວນເປີດຕາປະທັບທັງເຈັດໄດ້ແນວໃດ? ມັນເປັນຄວາມຈິງທີ່ວ່າ “ມີພຽງແຕ່ພຣະເມສານ້ອຍເທົ່ານັ້ນທີ່ສາມາດເປີດຕາປະທັບທັງເຈັດ”, ແຕ່ພຣະອົງບໍ່ໄດ້ມາເພື່ອເປີດຕາປະທັບທັງເຈັດເທົ່ານັ້ນ; ບໍ່ຈຳເປັນໃນພາລະກິດນີ້, ມັນເກີດຂຶ້ນໂດຍບັງເອີນ. ພຣະອົງແມ່ນຊັດເຈນກ່ຽວກັບພາລະກິດຂອງພຣະອົງເອງ; ມັນຈຳເປັນສຳລັບພຣະອົງບໍທີ່ຈະໃຊ້ເວລາຢ່າງຫຼວງຫຼາຍໃນການຕີຄວາມໝາຍຂໍ້ພຣະຄຳພີ? “ຍຸກຂອງພຣະເມສານ້ອຍຕີຄວາມໝາຍຂໍ້ພຣະຄຳພີ” ຕ້ອງໄດ້ເພີ່ມເຂົ້າໃນແຜນການຫົກພັນປີບໍ? ພຣະອົງມາເພື່ອປະຕິບັດພາລະກິດໃໝ່, ແຕ່ພຣະອົງກໍຍັງໃຫ້ການເປີດເຜີຍບາງຢ່າງກ່ຽວກັບພາລະກິດໃນອະດີດ, ເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງແຫ່ງພາລະກິດຫົກພັນປີ. ບໍ່ຈຳເປັນຕ້ອງອະທິບາຍຂໍ້ຄວາມຈາກພຣະຄຳພີຫຼາຍເກີນໄປ; ມັນຄືພາລະກິດໃນປັດຈຸບັນທີ່ເປັນກະແຈທີ່ສຳຄັນ. ເຈົ້າຄວນຮູ້ວ່າພຣະເຈົ້າບໍ່ໄດ້ມາເພື່ອທຳລາຍຕາປະທັບທັງເຈັດໂດຍສະເພາະ, ແຕ່ເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນ.

ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ? ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ, ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມບໍລິສຸດໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ຮັບສ່ວນແບ່ງໃນພອນທີ່ປະເສີດຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ.

ຫາກປາສະຈາກການເລີ່ມຕົ້ນຂອງຂັ້ນຕອນໃໝ່ນີ້ຂອງພາລະກິດ, ໃຜແດ່ຈະຮູ້ວ່າພວກເຈົ້າທີ່ເປັນນັກປະກາດຂ່າວປະເສີດ, ນັກເທດສະໜາ, ຜູ້ອະທິບາຍ ແລະ ຄົນທີ່ຖືກເອີ້ນວ່າເປັນບຸກຄົນຍິ່ງໃຫຍ່ຝ່າຍວິນຍານ ຈະໄປໄກຮອດໃສ! ຫາກບໍ່ມີການເລີ່ມຕົ້ນຂອງຂັ້ນຕອນໃໝ່ນີ້ຂອງພາລະກິດ, ສິ່ງທີ່ພວກເຈົ້າເວົ້າເຖິງກໍຈະຫຼ້າສະໄໝແລ້ວ! ມັນອາດຈະກ່ຽວກັບການຂຶ້ນສູ່ບັນລັງ ຫຼື ການຈັດກຽມວຸດທິພາວະເພື່ອກາຍເປັນກະສັດ; ອາດຈະເປັນການປະຕິເສດຕົນເອງ ຫຼື ເອົາຊະນະຕົນເອງ; ອາດຈະເປັນຄວາມອົດທົນ ຫຼື ຮຽນຮູ້ບົດຮຽນຈາກສິ່ງຕ່າງໆ; ອາດຈະເປັນຄວາມຖ່ອມຕົນ ຫຼື ຄວາມຮັກ. ສິ່ງນີ້ບໍ່ແມ່ນການຮ້ອງເພງທຳນອງເດີມອີກຄັ້ງບໍ? ມັນເປັນພຽງໃນກໍລະນີທີ່ເອີ້ນສິ່ງດຽວກັນດ້ວຍຊື່ທີ່ແຕກຕ່າງກັນເທົ່ານັ້ນ! ບໍ່ວ່າຈະເປັນການປົກຄຸມຫົວຂອງຄົນໜຶ່ງ ແລະ ຫັກເຂົ້າຈີ່ ຫຼື ວາງມື ແລະ ອະທິຖານ ແລະ ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍ. ສິ່ງນີ້ສາມາດມີພາລະກິດໃໝ່ບໍ? ສາມາດມີໂອກາດສຳລັບການພັດທະນາບໍ? ຖ້າເຈົ້າສືບຕໍ່ນໍາພາໃນລັກສະນະນີ້, ເຈົ້າຈະຕິດຕາມຄຳສັ່ງສອນຢ່າງລັບຫູລັບຕາ ຫຼື ປະຕິບັດຕາມທຳນຽມ. ພວກເຈົ້າເຊື່ອວ່າພາລະກິດຂອງພວກເຈົ້ານັ້ນສູງສົ່ງຫຼາຍ, ແຕ່ພວກເຈົ້າບໍ່ຮູ້ບໍວ່າ ມັນຖືກສົ່ງຕໍ່ ແລະ ສັ່ງສອນໂດຍ “ຊາຍເຖົ້າ” ເຫຼົ່ານັ້ນທີ່ຢູ່ໃນຍຸກບູຮານ? ທຸກສິ່ງທີ່ພວກເຈົ້າເວົ້າ ແລະ ບໍ່ໄດ້ເວົ້າ ແມ່ນຄຳເວົ້າສຸດທ້າຍຂອງຊາຍເຖົ້າເຫຼົ່ານັ້ນບໍ? ມັນບໍ່ແມ່ນສິ່ງທີ່ຖືກກ່າວຫາຂອງຊາຍເຖົ້າເຫຼົ່ານີ້ກ່ອນທີ່ພວກເຂົາຈະຕາຍຈາກໄປບໍ? ເຈົ້າຄິດບໍວ່າການກະທຳຂອງພວກເຈົ້າລື່ນການກະທຳຂອງອັກຄະສາວົກ ແລະ ຜູ້ປະກາດພຣະທຳຂອງຮຸ່ນຄົນທີ່ຢູ່ໃນອະດີດ ແລະ ເຖິງກັບລື່ນທຸກສິ່ງບໍ? ການເລີ່ມຕົ້ນຂອງຂັ້ນຕອນນີ້ຂອງພາລະກິດໄດ້ນໍາຈຸດຈົບມາສູ່ການເຄົາລົບບູຊາຂອງພວກເຈົ້າຕໍ່ພາລະກິດຂອງພະຍານລີໃນການສະແຫວງຫາເພື່ອກາຍມາເປັນກະສັດ ແລະ ຂຶ້ນສູ່ບັນລັງ ແລະ ມັນໄດ້ຈັບກຸມຄວາມອວດດີ ແລະ ໂອຫັງຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະບໍ່ສາມາດເຂົ້າໄປຫຍຸ້ງກັບຂັ້ນຕອນນີ້ຂອງພາລະກິດ. ຫາກປາສະຈາກຂັ້ນຕອນນີ້ຂອງພາລະກິດ, ພວກເຈົ້າຈະຈົມເລິກລົງຈົນບໍ່ສາມາດໄຖ່ບາບໄດ້. ມີຫຼາຍສິ່ງທີ່ເກົ່າແກ່ຢູ່ທ່າມກາງພວກເຈົ້າຫຼາຍເກີນໄປ! ໂຊກດີ, ພາລະກິດໃນປັດຈຸບັນໄດ້ນໍາພວກເຈົ້າກັບຄືນມາ; ບໍ່ດັ່ງນັ້ນ ຜູ້ໃດຈະຮູ້ເຖິງທິດທາງທີ່ພວກເຈົ້າຈະໄປ! ຍ້ອນພຣະເຈົ້າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ, ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາສິ່ງໃໝ່? ເປັນຫຍັງເຈົ້າຈຶ່ງຍັງຍຶດຕິດກັບສິ່ງເດີມໆ? ສະນັ້ນ ການຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຈຶ່ງມີຄວາມສຳຄັນທີ່ສຸດ!

ກ່ອນນີ້: ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ຕໍ່ໄປ: ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້