ບົດທີ 118

ຜູ້ໃດກໍຕາມທີ່ລຸກຂຶ້ນເປັນພະຍານໃຫ້ແກ່ພຣະບຸດຂອງເຮົາ, ເຮົາຈະປະທານພຣະຄຸນໃຫ້ແກ່ພວກເຂົາ; ຜູ້ໃດກໍຕາມທີ່ບໍ່ລຸກຂຶ້ນເປັນພະຍານໃຫ້ແກ່ພຣະບຸດຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາຕໍ່ຕ້ານ ແລະ ໃຊ້ແນວຄິດມະນຸດເພື່ອປະເມີນການດ້ວຍຕົວພວກເຂົາເອງ ເຮົາກໍຈະທຳລາຍພວກເຂົາ. ທຸກຄົນຕ້ອງໄດ້ເຫັນຢ່າງຊັດເຈນ! ການເປັນພະຍານໃຫ້ກັບພຣະບຸດຂອງເຮົາແມ່ນການກະທຳທີ່ເຄົາລົບນັບຖືເຮົາ ແລະ ມັນເປັນໄປຕາມຄວາມປະສົງຂອງເຮົາ. ຢ່າພຽງແຕ່ເຄົາລົບພຣະບິດາ, ໃນຂະນະທີ່ຂົ່ມເຫັງ ແລະ ກົດຂີ່ພຣະບຸດ. ຄົນທີ່ເຮັດແບບນັ້ນກໍເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ເຮົາບໍ່ຕ້ອງການຄົນເວດທະນາແບບນີ້ໃຫ້ເປັນພະຍານແກ່ພຣະບຸດຂອງເຮົາ; ເຮົາຈະທຳລາຍພວກເຂົາໃນຂຸມເລິກທີ່ບໍ່ສິ້ນສຸດ. ເຮົາຕ້ອງການຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີ ແລະ ຊື່ສັດເພື່ອໃຫ້ບໍລິການແກ່ພຣະບຸດຂອງເຮົາ; ສ່ວນຄົນທີ່ເຫຼືອ ເຮົາບໍ່ຕ້ອງການພວກເຂົາ. ນີ້ແມ່ນອຸປະນິໄສທີ່ຊອບທຳຂອງເຮົາ ແລະ ມັນເຮັດໜ້າທີ່ເພື່ອສະແດງວ່າ ເຮົາເປັນພຣະເຈົ້າທີ່ບໍລິສຸດ ແລະ ໄຮ້ມົນທິນ. ເຮົາຈະບໍ່ໃຫ້ອະໄພຜູ້ໃດກໍຕາມທີ່ເຮັດຜິດບົດບັນຍັດການປົກຄອງຂອງເຮົາ. ຜູ້ໃດກໍຕາມທີ່ທ້າທາຍພຣະອົງ ຫຼື ຂົ່ມເຫັງພຣະອົງໃນອະດີດ, ບໍ່ວ່າຈະຢູ່ໃນຄອບຄົວ ຫຼື ຢູ່ໃນໂລກ, ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ແລະ ຈະບໍ່ມີຜູ້ໃດຖືກປ່ອຍໄປ ຍ້ອນບໍ່ມີສ່ວນໃດສ່ວນໜຶ່ງໃນເຮົາທີ່ມາຈາກເນື້ອໜັງ ແລະ ເລືອດ. ການເປັນພະຍານໃຫ້ແກ່ພຣະອົງໃນມື້ນີ້ກໍສະແດງວ່າ ຜູ້ໃຫ້ບໍລິການເຫຼົ່ານີ້ໄດ້ສຳເລັດການໃຫ້ບໍລິການແກ່ເຮົາ, ສະນັ້ນ ຢ່າລັງເລໃຈ ຫຼື ກັງວົນໃຈແຕ່ຢ່າງໃດເລີຍ. ໃນທີ່ສຸດແລ້ວ ພວກເຂົາເປັນຜູ້ໃຫ້ບໍລິການຂອງພຣະອົງ ແລະ ເມື່ອທຸກສິ່ງຖືກເວົ້າອອກ ແລະ ຖືກປະຕິບັດ ພຣະອົງກໍເປັນຂອງສະຫວັນ ແລະ ພຣະອົງຈະກັບຄືນສູ່ຮ່າງກາຍຂອງເຮົາໃນທີ່ສຸດ ຍ້ອນຮ່າງກາຍຂອງເຮົາບໍ່ສາມາດຂາດພຣະອົງໄປໄດ້. ຄົນທີ່ທ້າທາຍພຣະອົງ ແລະ ຄົນທີ່ບໍ່ສາມາດເຂົ້າກັນກັບພຣະອົງໄດ້ໃນອະດີດ (ນີ້ແມ່ນສິ່ງທີ່ຄົນອື່ນໆບໍ່ສາມາດເຫັນໄດ້; ມີພຽງແຕ່ພຣະອົງເທົ່ານັ້ນທີ່ຮູ້ມັນຢູ່ໃນຫົວໃຈຂອງພຣະອົງ) ໄດ້ເປີດເຜີຍຮູບແບບເດີມຂອງພວກເຂົາໃນຕອນນີ້ ແລະ ໄດ້ລົ້ມລົງ ຍ້ອນພຣະອົງເປັນພຣະເຈົ້າ ແລະ ພຣະອົງຈະບໍ່ອົດທົນກັບຜູ້ໃດກໍຕາມທີ່ທ້າທາຍພຣະອົງ ຫຼື ລ່ວງເກີນພຣະອົງ. ເຖິງແມ່ນມັນບໍ່ສາມາດເຫັນໄດ້ເລີຍຈາກພາຍນອກ, ພຣະວິນຍານຂອງເຮົາກໍຢູ່ພາຍໃນພຣະອົງ; ສິ່ງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ທຸກຄົນຕ້ອງເຊື່ອ ເພື່ອບໍ່ໃຫ້ທ່ອນເຫຼັກຂອງເຮົາໂຈມຕີທຸກຄົນທີ່ທ້າທາຍເຮົາໃຫ້ລົ້ມລົງ! ຍ້ອນເຮົາເປັນພະຍານໃຫ້ແກ່ພຣະອົງ, ພຣະອົງກໍມີສິດອຳນາດຢ່າງແນ່ນອນ ແລະ ທຸກສິ່ງທີ່ພຣະອົງກ່າວກໍເປັນຄຳເວົ້າຂອງເຮົາ ແລະ ທຸກສິ່ງທີ່ພຣະອົງເຮັດກໍເປັນການສະແດງອອກຂອງເຮົາ ຍ້ອນພຣະອົງເປັນຜູ້ອັນເປັນທີ່ຮັກຂອງເຮົາ ແລະ ພຣະອົງເປັນສ່ວນໜຶ່ງທີ່ຕົວຕົນຂອງເຮົາບໍ່ສາມາດຂາດໄດ້. ແລ້ວທຸກການກະທຳຂອງພຣະອົງ, ສິ່ງທີ່ພຣະອົງສວມໃສ່, ສິ່ງທີ່ພຣະອົງໃຊ້ ແລະ ບ່ອນທີ່ພຣະອົງອາໄສຢູ່, ແນ່ນອນ ພວກມັນກໍເປັນການກະທຳຂອງເຮົາ. ບໍ່ມີຜູ້ໃດທີ່ຕ້ອງພະຍາຍາມຄົ້ນຫາບາງສິ່ງມາຕໍ່ຕ້ານພຣະອົງ ແລະ ບໍ່ມີຜູ້ໃດທີ່ຕ້ອງພະຍາຍາມຈັບຜິດພຣະອົງ. ຖ້າຜູ້ໃດຜູ້ໜຶ່ງເຮັດແບບນີ້, ເຮົາຈະບໍ່ໃຫ້ອະໄພພວກເຂົາ!

ເຮົາຈະໂຍນຜູ້ຮັບໃຊ້ທີ່ຊົ່ວຮ້າຍທັງໝົດອອກຈາກເຮືອນຂອງເຮົາ ແລະ ພາຍໃນເຮືອນຂອງເຮົາ ເຮົາຈະເຮັດໃຫ້ຜູ້ຮັບໃຊ້ທີ່ຈົ່ງຮັກພັກດີທັງໝົດເປັນພະຍານໃຫ້ກັບລູກຊາຍກົກຂອງເຮົາ; ນີ້ແມ່ນແຜນການຂອງເຮົາ ແລະ ນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ. ເມື່ອຜູ້ຮັບໃຊ້ທີ່ຊົ່ວຮ້າຍເປັນພະຍານໃຫ້ກັບພຣະບຸດຂອງເຮົາ ມັນຈະມີກິ່ນເໝັນຂອງຄົນຕາຍ ແລະ ສິ່ງນີ້ເປັນຕາລັງກຽດສຳລັບເຮົາ. ເມື່ອຜູ້ຮັບໃຊ້ທີ່ຈົ່ງຮັກພັກດີເປັນພະຍານໃຫ້ແກ່ພຣະບຸດຂອງເຮົາ, ມັນກໍຈິງຈັງ ແລະ ຈິງໃຈ ແລະ ມັນສາມາດຍອມຮັບໄດ້ສຳລັບເຮົາ. ສະນັ້ນ, ຜູ້ໃດກໍຕາມທີ່ບໍ່ເຕັມໃຈເປັນພະຍານໃຫ້ກັບພຣະບຸດຂອງເຮົາ ໃຫ້ອອກຈາກທີ່ນີ້ໃນຕອນນີ້! ເຮົາຈະບໍ່ບັງຄັບເຈົ້າໃຫ້ເຮັດແບບນັ້ນ ນັ້ນກໍຄື ຖ້າເຮົາຂໍໃຫ້ເຈົ້າອອກໄປ ແລ້ວເຈົ້າກໍຕ້ອງອອກໄປ! ໃຫ້ເບິ່ງວ່າ ແມ່ນຫຍັງຄືຜົນຕາມມາສຳລັບເຈົ້າ ແລະ ແມ່ນຫຍັງລໍຖ້າເຈົ້າຢູ່; ຄົນທີ່ໃຫ້ບໍລິການກໍເຂົ້າໃຈສິ່ງນີ້ຫຼາຍກວ່າຄົນອື່ນໆ. ການພິພາກສາຂອງເຮົາ, ຄວາມໂກດຮ້າຍຂອງເຮົາ, ການສາບແຊ່ງຂອງເຮົາ, ການເຜົາໄໝ້ຂອງເຮົາ ແລະ ຄວາມໂມໂຫທີ່ລຸກໄໝ້ຂອງເຮົາຈະເກີດຂຶ້ນໄດ້ທຸກເວລາກັບຜູ້ທີ່ທ້າທາຍເຮົາ. ມືຂອງເຮົາບໍ່ສະແດງຄວາມເມດຕາຕໍ່ຜູ້ໃດກໍຕາມ; ບໍ່ວ່າຜູ້ທີ່ໃຫ້ບໍລິການຈະຈົ່ງຮັກພັກດີຫຼາຍສໍ່າໃດໃນເມື່ອກ່ອນ, ຖ້າພວກເຂົາທ້າທາຍພຣະບຸດຂອງເຮົາໃນມື້ນີ້ ແລ້ວເຮົາກໍຈະທຳລາຍພວກເຂົາທັນທີ ແລະ ເຮົາຈະບໍ່ປ່ອຍໃຫ້ພວກເຂົາຢູ່ຕໍ່ໜ້າເຮົາ. ຈາກນີ້ ຄົນໃດໜຶ່ງສາມາດເຫັນໄດ້ເຖິງມືທີ່ໄຮ້ຄວາມປານີຂອງເຮົາ. ເພາະຜູ້ຄົນບໍ່ຮູ້ຈັກເຮົາ ແລະ ເພາະທຳມະຊາດຂອງພວກເຂົາທ້າທາຍເຮົາ, ແມ່ນແຕ່ຄົນທີ່ຈົ່ງຮັກພັກດີຕໍ່ເຮົາກໍພຽງແຕ່ຈົ່ງຮັກພັກດີເພື່ອເຫັນແກ່ຄວາມສຸກຂອງພວກເຂົາເອງ. ຖ້າມີບາງສິ່ງບາງຢ່າງເກີດຂຶ້ນ ເຊິ່ງສົ່ງຜົນກະທົບຕໍ່ພວກເຂົາໃນທາງທີ່ບໍ່ດີ, ຫົວໃຈຂອງພວກເຂົາກໍປ່ຽນໄປທັນທີ ແລະ ພວກເຂົາຕ້ອງການທີ່ຈະຖອຍອອກຈາກຂ້າງກາຍເຮົາ. ນີ້ແມ່ນທຳມະຊາດຂອງຊາຕານ. ພວກເຈົ້າຕ້ອງບໍ່ດື້ດຶງ ໂດຍເຊື່ອວ່າຕົນເອງຈົ່ງຮັກພັກດີ! ຖ້າບໍ່ມີຫຍັງໃນສິ່ງເຫຼົ່ານັ້ນໃຫ້ກັບພວກເຂົາ, ສັດຮ້າຍຝູງນີ້ກໍບໍ່ສາມາດຈົ່ງຮັກພັກດີຕໍ່ເຮົາໄດ້ເລີຍ. ຖ້າເຮົາບໍ່ປະກາດບົດບັນຍັດການປົກຄອງຂອງເຮົາ, ພວກເຈົ້າກໍຈະຖອນຕົວຕັ້ງແຕ່ດົນແລ້ວ. ໃນຕອນນີ້ ພວກເຈົ້າທຸກຄົນຕົກຢູ່ລະຫວ່າງໝໍ້ກະທະ ແລະ ໄຟ ໂດຍບໍ່ເຕັມໃຈທີ່ຈະໃຫ້ບໍລິການແກ່ເຮົາ ແຕ່ບໍ່ເຕັມໃຈທີ່ຈະຖືກມືຂອງເຮົາໂຈມຕີໃຫ້ລົ້ມລົງ. ຖ້າເຮົາບໍ່ປະກາດວ່າ ໄພພິບັດທີ່ຍິ່ງໃຫຍ່ຈະເກີດຂຶ້ນຕໍ່ຜູ້ໃດກໍຕາມທີ່ທ້າທາຍເຮົາໃນເວລາໃດກໍຕາມ, ພວກເຈົ້າກໍຈະຖອນຕົວຕັ້ງແຕ່ດົນແລ້ວ. ເຮົາບໍ່ຮູ້ເຖິງກົນອຸບາຍທີ່ຜູ້ຄົນໃຊ້ບໍ? ຕອນນີ້ ຄົນສ່ວນໃຫຍ່ມີຄວາມຫວັງເລັກໆນ້ອຍໆ, ແຕ່ເມື່ອຄວາມຫວັງນັ້ນກາຍເປັນຄວາມຜິດຫວັງ, ພວກເຂົາກໍບໍ່ເຕັມໃຈທີ່ຈະໄປໄກກວ່ານັ້ນ ແລະ ພວກເຂົາຮຽກຮ້ອງທີ່ຈະຫັນຫຼັງກັບ. ເຮົາໄດ້ເວົ້າກ່ອນໜ້າແລ້ວວ່າ ເຮົາບໍ່ເກັບຮັກສາຜູ້ໃດກໍຕາມໃຫ້ຢູ່ທີ່ນີ້ໂດຍທີ່ພວກເຂົາບໍ່ເຕັມໃຈ, ແຕ່ເອົາໃຈໃສ່ຄິດວ່າ ແມ່ນຫຍັງຈະເປັນຜົນຕາມມາສຳລັບເຈົ້າ. ນີ້ບໍ່ແມ່ນວ່າເຮົາກຳລັງຂົ່ມຂູ່ເຈົ້າ; ນີ້ແມ່ນກ່ຽວກັບຂໍ້ແທ້ຈິງ. ບໍ່ມີຜູ້ໃດສາມາດຢັ່ງເຖິງທຳມະຊາດຂອງມະນຸດໄດ້ ນອກຈາກເຮົາ; ທຸກຄົນຄິດວ່າ ພວກເຂົາຈົ່ງຮັກພັກດີຕໍ່ເຮົາ ໂດຍບໍ່ຮູ້ວ່າຄວາມຈົ່ງຮັກພັກດີຂອງພວກເຂົານັ້ນບໍ່ບໍລິສຸດ. ຄວາມບໍ່ບໍລິສຸດເຫຼົ່ານີ້ຈະທຳລາຍຜູ້ຄົນ ຍ້ອນພວກມັນເປັນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ມັນຖືກເປີດເຜີຍອອກໂດຍເຮົາຕັ້ງແຕ່ດົນມາແລ້ວ; ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ແລ້ວເຮົາຈະບໍ່ສາມາດເຂົ້າໃຈສິ່ງທີ່ງ່າຍດາຍແບບນີ້ບໍ? ເຮົາສາມາດແຊກຊຶມເຂົ້າໄປໃນເລືອດຂອງເຈົ້າ ແລະ ເນື້ອໜັງຂອງເຈົ້າເພື່ອເບິ່ງເຈດຕະນາຂອງເຈົ້າ. ມັນບໍ່ໄດ້ຍາກສຳລັບເຮົາທີ່ຈະຢັ່ງເຖິງທຳມະຊາດຂອງມະນຸດ, ແຕ່ຜູ້ຄົນຄິດວ່າຕົນເອງສະຫຼາດ ໂດຍເຊື່ອວ່າບໍ່ມີຜູ້ໃດຮູ້ຈັກເຈດຕະນາຂອງພວກເຂົາ ນອກຈາກພວກເຂົາເອງ. ພວກເຂົາບໍ່ຮູ້ບໍວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຢູ່ພາຍໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ?

ເຮົາຈະຮັກພຣະບຸດຂອງເຮົາຈົນເຖິງທີ່ສຸດ ແລະ ເຮົາຈະກຽດຊັງມັງກອນແດງຜູ້ຍິ່ງໃຫຍ່ ແລະ ຊາຕານຕະຫຼອດໄປເປັນນິດ. ການຂ້ຽນຕີຂອງເຮົາຈະເກີດຂຶ້ນກັບທຸກຄົນທີ່ທ້າທາຍເຮົາ ແລະ ບໍ່ມີສັດຕູແມ່ນແຕ່ຄົນດຽວຈະຖືກປ່ອຍໄປ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ “ເຮົາໄດ້ວາງສິລາໃຫຍ່ໄວ້ໃນຊີໂອນ. ສຳລັບຜູ້ທີ່ເຊື່ອ ສິລານີ້ເປັນພື້ນຖານສຳລັບການກໍ່ສ້າງຂອງພວກເຂົາ. ສຳລັບຄົນທີ່ບໍ່ເຊື່ອ ນີ້ແມ່ນສິລາທີ່ພວກເຂົາສະດຸດ. ສຳລັບລູກຊາຍຂອງມານຮ້າຍ ນີ້ແມ່ນສິລາທີ່ບົດພວກເຂົາໃຫ້ແຫຼກຈົນຕາຍ”. ເຮົາບໍ່ພຽງແຕ່ກ່າວພຣະທຳເຫຼົ່ານີ້ໃນເມື່ອກ່ອນ, ແຕ່ພຣະທຳເຫຼົ່ານີ້ຖືກທຳນາຍໂດຍຫຼາຍຄົນ ແລະ ຫຼາຍຄົນກໍໄດ້ອ່ານຂໍ້ຄວາມນີ້ໃນພຣະທຳທີ່ຢູ່ໃນຍຸກນີ້. ຍິ່ງໄປກວ່ານັ້ນ ບາງຄົນໄດ້ພະຍາຍາມອະທິບາຍພຣະທຳເຫຼົ່ານີ້, ແຕ່ບໍ່ມີຜູ້ໃດເຄີຍແກ້ຄວາມລຶກລັບນີ້ມາກ່ອນ, ເພາະພາລະກິດນີ້ພຽງແຕ່ເກີດຂຶ້ນໃນຊ່ວງເວລາໃນປັດຈຸບັນແຫ່ງຍຸກສຸດທ້າຍ. ສະນັ້ນ ເຖິງແມ່ນບາງຄົນໄດ້ພະຍາຍາມອະທິບາຍພຣະທຳເຫຼົ່ານີ້, ການອະທິບາຍຂອງພວກເຂົາກໍລ້ວນແລ້ວແຕ່ເປັນການຫຼອກລວງ. ມື້ນີ້ ເຮົາໄດ້ເປີດເຜີຍຄວາມໝາຍທັງໝົດໃຫ້ແກ່ພວກເຈົ້າ ເພື່ອວ່າພວກເຈົ້າອາດຮູ້ຈັກຄວາມຈິງຈັງຂອງການທີ່ເຮົາເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ ແລະ ຈຸດປະສົງຂອງເຮົາໃນການທີ່ເຮັດແບບນັ້ນ. ເຮົາວາງສິລາໃຫຍ່ໄວ້ຢູ່ໃນຊີໂອນ ແລະ ສິລານີ້ໝາຍເຖິງລູກຊາຍກົກຂອງເຮົາທີ່ໄດ້ຮັບການເປັນພະຍານ. ຄຳວ່າ “ໃຫຍ່” ບໍ່ໄດ້ໝາຍຄວາມວ່າ ພະຍານນີ້ເກີດຂຶ້ນໃນຂະໜາດໃຫຍ່ໂຕ, ແຕ່ກົງກັນຂ້າມ ໃນການເປັນພະຍານໃຫ້ແກ່ລູກຊາຍກົກຂອງເຮົາ ຜູ້ໃຫ້ບໍລິການຈຳນວນຫຼວງຫຼາຍຈະຖອນຕົວ. ໃນທີ່ນີ້ “ຄົນທີ່ບໍ່ເຊື່ອ” ໝາຍເຖິງຄົນທີ່ຖອນຕົວ ເພາະພຣະບຸດຂອງເຮົາໄດ້ຮັບການເປັນພະຍານ. ສະນັ້ນ ສິລາດັ່ງກ່າວແມ່ນກ້ອນຫີນສະດຸດສຳລັບຄົນປະເພດນີ້. ເຮົາເວົ້າວ່າ ມັນເປັນສິລາ ເພາະຄົນປະເພດນີ້ຈະຖືກໂຈມຕີໃຫ້ລົ້ມລົງໂດຍມືຂອງເຮົາ ແລະ ສະນັ້ນ ການກ່າວເຖິງ “ສິລາທີ່ເຮັດໃຫ້ຜູ້ຄົນສະດຸດ” ແມ່ນບໍ່ໄດ້ກ່ຽວຂ້ອງກັບການລົ້ມລົງ ຫຼື ການອ່ອນແອ, ແຕ່ກ່ຽວຂ້ອງກັບການຖືກມືຂອງເຮົາໂຈມຕີໃຫ້ລົ້ມລົງ. “ຄົນທີ່ເຊື່ອ” ໃນ “ສຳລັບຜູ້ທີ່ເຊື່ອ, ສິລານີ້ເປັນພື້ນຖານສຳລັບການກໍ່ສ້າງຂອງພວກເຂົາ” ໝາຍເຖິງຄົນໃຫ້ບໍລິການເຫຼົ່ານີ້ທີ່ຈົ່ງຮັກພັກດີ ແລະ “ພື້ນຖານສຳລັບການກໍ່ສ້າງຂອງພວກເຂົາ” ໝາຍເຖິງພຣະຄຸນ ແລະ ພອນທີ່ພວກເຂົາຈະໄດ້ຮັບ ຫຼັງຈາກທີ່ພວກເຂົາໃຫ້ບໍລິການທີ່ຈົ່ງຮັກພັກດີແກ່ເຮົາ. ການທີ່ລູກຊາຍກົກໄດ້ຮັບການເປັນພະຍານກໍບົ່ງບອກວ່າ ຍຸກເດີມນີ້ທັງປວງຈະຜ່ານໄປໃນອີກບໍ່ດົນ; ນັ້ນກໍຄື ມັນເປັນສັນຍາລັກໃຫ້ກັບຄວາມພິນາດຂອງອານາຈັກຂອງຊາຕານ; ສະນັ້ນ ສຳລັບຊົນຕ່າງຊາດ ມັນຈຶ່ງເປັນສິລາທີ່ບົດພວກເຂົາໃຫ້ແຫຼກຈົນຕາຍ. ສະນັ້ນ ການບົດທຸກຊົນຊາດໃຫ້ເປັນຕ່ອນນ້ອຍໆໝາຍເຖິງການເຮັດໃຫ້ໂລກທັງໝົດກັບຄືນມາໃໝ່ອີກຄັ້ງຢ່າງສົມບູນ; ສິ່ງເດີມໆຈະຜ່ານໄປ ແລະ ສິ່ງໃໝ່ໆຈະຖືກສ້າງຕັ້ງຂຶ້ນ; ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ການບົດ”. ພວກເຈົ້າເຂົ້າໃຈບໍ? ພາລະກິດທີ່ເຮົາເຮັດໃນຂັ້ນຕອນສຸດທ້າຍນີ້ແມ່ນສາມາດສະຫຼຸບໄດ້ດ້ວຍຄຳເວົ້າສອງສາມຄຳເຫຼົ່ານີ້ເທົ່ານັ້ນ. ນີ້ແມ່ນການກະທຳທີ່ອັດສະຈັນຂອງເຮົາ ແລະ ເຈົ້າຄວນເຂົ້າໃຈຄວາມປະສົງຂອງເຮົາທີ່ຢູ່ພາຍໃນພຣະທຳຂອງເຮົາ.

ກ່ອນນີ້: ບົດທີ 117

ຕໍ່ໄປ: ບົດທີ 119

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້