ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ກ່ຽວກັບຊີວິດຂອງເປໂຕ

ເປໂຕແມ່ນຕົວຢ່າງທີ່ພຣະເຈົ້າໄດ້ເອົາມາແນະນໍາໃຫ້ມວນມະນຸດ ແລະ ລາວແມ່ນບຸກຄົນທີ່ມີຊື່ສຽງ. ເປັນຫຍັງຄົນທໍາມະດາເຊັ່ນນີ້ຈິ່ງຖືກພຣະເຈົ້າເຮັດໃຫ້ເປັນຕົວຢ່າງ ແລະ ຖືກຄົນລຸ້ນຫຼັງຍົກຍ້ອງ? ແນ່ນອນຢູ່ແລ້ວ ບໍ່ຈໍາເປັນຕ້ອງກ່າວເຖິງ ສິ່ງນີ້ແມ່ນແຍກບໍ່ອອກຢູ່ແລ້ວຈາກການສະແດງອອກ ແລະ ຄວາມຮັກທີ່ເດັດດ່ຽວຂອງລາວທີ່ມີຕໍ່ພຣະເຈົ້າ. ສ່ວນເລື່ອງທີ່ວ່າ ຫົວໃຈທີ່ຮັກພຣະເຈົ້າຂອງເປໂຕໄດ້ສະແດງອອກຢູ່ໃສ ແລະ ປະສົບການຊີວິດຂອງລາວແມ່ນເປັນແນວໃດນັ້ນ, ພວກເຮົາແມ່ນຕ້ອງຫວນກັບຄືນໄປຍຸກແຫ່ງພຣະຄຸນ ເພື່ອເບິ່ງປະເພນີໃນເວລານັ້ນອີກຄັ້ງ ພ້ອມກັບເບິ່ງເປໂຕໃນຍຸກນັ້ນ.

ເປໂຕເກີດໃນຄອບຄົວຂອງຊາວຢິວທີ່ເປັນຊາວໄຮ່ຊາວສວນ. ພໍ່ແມ່ຂອງລາວລ້ຽງດູຄອບຄົວທຸກຄົນໂດຍການເຮັດໄຮ່ເຮັດສວນ ແລະ ລາວກໍເປັນລູກກົກ; ລາວມີນ້ອງຊາຍ ແລະ ນ້ອງສາວສີ່ຄົນ. ແນ່ນອນຢູ່ແລ້ວ ນີ້ບໍ່ແມ່ນພາກສ່ວນຫຼັກຂອງເລື່ອງທີ່ຈະເຫຼົ່າ. ເປໂຕນັ້ນເປັນພຽງຕົວລະຄອນຫຼັກຂອງພວກເຮົາ. ເວລາລາວອາຍຸ 5 ປີ, ພໍ່ແມ່ຂອງລາວເລີ່ມສອນໃຫ້ລາວອ່ານ. ໃນເວລານັ້ນ ຊາວຢິວແມ່ນຂ້ອນຂ້າງມີຄວາມຮູ້. ພວກເຂົາແມ່ນມີຄວາມກ້າວໜ້າໃນຫຼາຍດ້ານ ເຊັ່ນ: ກະສິກໍາ,​ ອຸດສາຫະກໍາ ແລະ ການຄ້າ. ພາຍໃຕ້ອິດທິພົນຈາກສະພາບແວດລ້ອມທາງສັງຄົມດັ່ງກ່າວນັ້ນ, ພໍ່ແມ່ຂອງເປໂຕທັງສອງແມ່ນໄດ້ຮັບການສຶກສາຊັ້ນສູງ. ເຖິງແມ່ນວ່າພວກເຂົາຈະມາຈາກເຂດຊົນນະບົດ, ພວກເຂົາກໍມີຄວາມຮູ້ທີ່ດີພໍສົມຄວນ ຄ້າຍໆກັນກັບນັກສຶກສາລະດັບປານກາງຂອງມະຫາວິທະຍາໄລໃນປະຈຸບັນ. ມັນຊັດເຈນຢູ່ແລ້ວວ່າ ການທີ່ໄດ້ເກີດຢູ່ໃນສະພາບທາງສັງຄົມທີ່ດີເລີດແບບນັ້ນ ແມ່ນໂຊກດີສໍາລັບເປໂຕ. ລາວສະຫຼາດ ແລະ ຮຽນຮູ້ສິ່ງໃໝ່ໆໄດ້ຢ່າງງ່າຍດາຍ. ຫຼັງຈາກທີ່ລາວເລີ່ມເຂົ້າໂຮງຮຽນ, ລາວສາມາດເຮັດຂໍ້ສະຫຼຸບໃນບົດຮຽນຂອງລາວຈາກສິ່ງອື່ນໆ ໂດຍບໍ່ໄດ້ໃຊ້ຄວາມພະຍາຍາມຫຍັງຫຼາຍ. ພໍ່ແມ່ຂອງລາວແມ່ນພູມໃຈທີ່ມີລູກຊາຍສະຫຼາດເຊັ່ນນັ້ນ, ດັ່ງນັ້ນ ພວກເຂົາຈິ່ງພະຍາຍາມສຸດຄວາມສາມາດ ເພື່ອໃຫ້ລາວໄດ້ໄປໂຮງຮຽນ ໂດຍຫວັງວ່າ ລາວຈະກ້າວໜ້າ ແລະ ຈະສາມາດໄດ້ຮັບບາງຕໍາແໜ່ງທາງການໃນສັງຄົມເວລານັ້ນ. ເປໂຕໄດ້ມີຄວາມສົນໃຈໃນພຣະເຈົ້າໂດຍທີ່ບໍ່ຮູ້ຕົວ ເຊິ່ງດ້ວຍເຫດນັ້ນ ເມື່ອລາວອາຍຸ 14 ປີ ແລະ ຢູ່ໂຮງຮຽນຊັ້ນມັດຖະຍົມ, ລາວໄດ້ມີຄວາມເບື່ອນາຍກັບຫຼັກສູດຂອງວັດທະນະທໍາເກຣັກບູຮານທີ່ລາວພວມຮໍ່າຮຽນຢູ ແລະ ໂດຍສະເພາະ ລາວໄດ້ກຽດຊັງຜູ້ຄົນ ແລະ ສິ່ງຕ່າງໆ ທີ່ຖືກແຕ່ງຂຶ້ນມາໃນປະຫວັດສາດເກຣັກບູຮານ. ນັບຕັ້ງແຕ່ເວລານັ້ນມາ, ເປໂຕທີ່ຫາກໍໄດ້ເລີ່ມເຂົ້າສູ່ຊ່ວງໄວໜຸ່ມ ກໍໄດ້ເລີ່ມສໍາຫຼວດຊີວິດຂອງມະນຸດ ແລະ ໄດ້ຕິດຕໍ່ພົວພັນກັບສັງຄົມ. ລາວບໍ່ໄດ້ໃຊ້ສາມັນສໍານຶກ ເພື່ອຕອບແທນຄວາມເຈັບປວດທີ່ພໍ່ແມ່ຂອງລາວໄດ້ຮັບ ຍ້ອນລາວເຫັນຢ່າງຊັດເຈນວ່າ ຜູ້ຄົນທັງໝົດແມ່ນດໍາລົງຊີວິດພາຍໃນພື້ນທີ່ຂອງການຫຼອກລວງຕົວເອງ ແລະ ພວກເຂົາທັງໝົດແມ່ນດໍາລົງຊີວິດພາຍໃນຊີວິດທີ່ບໍ່ມີຄວາມໝາຍ, ທໍາລາຍຊີວິດຂອງພວກເຂົາເອງ ເພື່ອຜົນປະໂຫຍດຂອງການຕໍ່ສູ້ເພື່ອຊື່ສຽງ ແລະ ໂຊກລາບ. ເຫດຜົນທີ່ລາວເຫັນສິ່ງດັ່ງກ່າວນີ້ ໂດຍສ່ວນໃຫຍ່ແມ່ນຍ້ອນສະພາບແວດລ້ອມທາງສັງຄົມທີ່ລາວອາໄສຢູ່. ຍິ່ງຜູ້ຄົນມີຄວາມຮູ້ຫຼາຍເທົ່າໃດ ສາຍພົວພັນລະຫວ່າງບຸກຄົນກໍຍິ່ງຊັບຊ້ອນຫຼາຍຂຶ້ນ ແລະ ຍິ່ງໂລກພາຍໃນຂອງຜູ້ຄົນຊັບຊ້ອນຫຼາຍເທົ່າໃດ ບ່ອນຢູ່ອາໄສຂອງຜູ້ຄົນກໍຍິ່ງເປົ່າຫວ່າງຂຶ້ນຫຼາຍເທົ່ານັ້ນ. ພາຍໃຕ້ສະຖານະການເຫຼົ່ານີ້, ເປໂຕເລີ່ມສອບຖາມທຸກໆບ່ອນໃນເວລາຫວ່າງຂອງລາວ ແລະ ບຸກຄົນທາງສາສະໜາແມ່ນກຸ່ມຄົນສ່ວນໃຫຍ່ທີ່ລາວໄດ້ສອບຖາມ. ປະກົດວ່າ ລາວມີຄວາມຮູ້ສຶກທີ່ບໍ່ແຈ່ມແຈ້ງໃນຫົວໃຈຂອງລາວ ກ່ຽວກັບການທີ່ວ່າ ທຸກສິ່ງທີ່ລຶກລັບໃນໂລກມະນຸດສາມາດເຮັດໃຫ້ຈະແຈ້ງຂຶ້ນໄດ້ໃນໂລກສາສະໜາ ເຊິ່ງດ້ວຍເຫດນັ້ນ ລາວຈຶ່ງໄດ້ໄປໂບດນ້ອຍໃກ້ເຮືອນຂອງລາວເປັນປະຈໍາເພື່ອເຂົ້າຮ່ວມນະມັດສະການ. ພໍ່ແມ່ຂອງລາວບໍ່ໄດ້ຮູ້ກ່ຽວກັບສິ່ງນີ້ ແລະ ອີກບໍ່ດົນ ເປໂຕທີ່ມີການປະພຶດ ແລະ ການສຶກສາທີ່ດີເລີດຕະຫຼອດມາກໍໄດ້ເລີ່ມກຽດຊັງການໄປໂຮງຮຽນ. ພາຍໃຕ້ການຊີ້ນໍາຂອງພໍ່ແມ່ຂອງລາວ, ລາວພໍແຕ່ຮຽນຈົບໂຮງຮຽນຊັ້ນມັດຖະຍົມ. ລາວລອຍຂຶ້ນຝັ່ງຈາກມະຫາສະໝຸດແຫ່ງຄວາມຮູ້, ຫາຍໃຈເລິກໆ ແລະ ຫຼັງຈາກນັ້ນກໍບໍ່ມີໃຜສັ່ງສອນ ຫຼື ຫ້າມລາວເລີຍ.

ຫຼັງຈາກທີ່ລາວຈົບໂຮງຮຽນ, ລາວເລີ່ມອ່ານໜັງສືທຸກປະເພດ ແຕ່ໃນຕອນອາຍຸ 17 ປີ ລາວກໍຍັງຂາດປະສົບການທາງສັງຄົມ. ພາຍຫຼັງທີ່ລາວຮຽນຈົບ ແລະ ອອກຈາກໂຮງຮຽນ, ລາວລ້ຽງດູຕົວເອງໂດຍການເຮັດໄຮ່ເຮັດສວນ ໃນຂະນະທີ່ຫາເວລາໃຫ້ຫຼາຍທີ່ສຸດເທົ່າທີ່ລາວຈະສາມາດຫາໄດ້ ເພື່ອອ່ານໜັງສືຕ່າງໆ ແລະ ເຂົ້າຮ່ວມການບູຊາທາງສາສະໜາ. ພໍ່ແມ່ຂອງລາວທີ່ມີຄວາມຫວັງຫຼາຍໃນຕົວລາວມັກຈະປ້ອຍດ່າສະຫວັນກ່ຽວກັບ “ລູກຊາຍທີ່ກະບົດ” ຄົນນີ້. ເຖິງຢ່າງນັ້ນກໍຕາມ, ຫົວໃຈຂອງລາວ ທີ່ຫິວກະຫາຍຄວາມຊອບທໍາ ແມ່ນບໍ່ສາມາດຢຸດຢັ້ງໄດ້. ລາວປະສົບກັບຄວາມລົ້ມເຫຼວໃນປະສົບການຂອງລາວບໍ່ໄດ້ໜ້ອຍ ແຕ່ລາວມີຫົວໃຈທີ່ຫິວກະຫາຍ, ດ້ວຍເຫດນັ້ນ ລາວຈຶ່ງເຕີບໃຫຍ່ຂຶ້ນຄືກັນກັບຕົ້ນຫຍ້າຫຼັງຈາກຝົນເຊົາຕົກ. ໃນອີກບໍ່ດົນ ລາວກໍ “ໂຊກດີ” ທີ່ໄດ້ພົບປະກັບຜູ້ຄົນຊັ້ນສູງໃນໂລກສາສະໜາ ແລະ ຍ້ອນຫົວໃຈປາດຖະໜາຂອງລາວແມ່ນມີຄວາມເຂັ້ມແຂງຫຼາຍ, ລາວຈິ່ງໄດ້ຕິດຕໍ່ພົວພັນກັບຜູ້ຄົນເຫຼົ່ານັ້ນຫຼາຍຂຶ້ນຢ່າງຕໍ່ເນື່ອງ ແລະ ລາວໃຊ້ເວລາຂອງລາວເກືອບທັງໝົດຢູ່ທ່າມກາງພວກເຂົາ. ພໍແຕ່ລາວໄດ້ຊືມຊັບກັບຄວາມສຸກຈາກຄວາມພໍໃຈຂອງລາວ, ທັນໃດນັ້ນ ລາວກໍຄົ້ນພົບວ່າ ໃນທ່າມກາງຜູ້ຄົນເຫຼົ່ານັ້ນ ສ່ວນໃຫຍ່ແລ້ວແມ່ນເຊື່ອໃນຄໍາເວົ້າເທົ່ານັ້ນ ແຕ່ບໍ່ມີໃຜມີຄວາມອຸທິດຕົນໃນຫົວໃຈຂອງພວກເຂົາເລີຍ. ດ້ວຍຫົວໃຈທີ່ຊື່ກົງ ແລະ ທໍາມະດາ, ເປໂຕຈະສາມາດທົນກັບການຕົກຕາລຶງດັ່ງກ່າວນີ້ໄດ້ແນວໃດ? ລາວໄດ້ຄົ້ນພົບວ່າ ເກືອບໝົດທຸກຄົນທີ່ລາວໄດ້ພົວພັນນໍາ ແມ່ນເປັນສັດຮ້າຍທີ່ແຕ່ງກາຍເປັນມະນຸດ. ພວກເຂົາເປັນສັດທີ່ມີລັກສະນະໃບໜ້າຂອງມະນຸດ. ໃນເວລານັ້ນ ເປໂຕແມ່ນມີຄວາມຊື່ຫຼາຍ ດ້ວຍເຫດນັ້ນ ລາວຈິ່ງໄດ້ອ້ອນວອນກັບພວກເຂົາຈາກໃຈຫຼາຍຄັ້ງ ແຕ່ມັນຈະສາມາດເປັນໄປໄດ້ແນວໃດ ທີ່ບຸກຄົນທາງສາສະໜາທີ່ມີເລ່ລ່ຽມ ແລະ ແກມໂກງຈະຮັບຟັງຄໍາອ້ອນວອນຂອງຊາຍໜຸ່ມທີ່ເຕັມໄປດ້ວຍຄວາມຫ້າວຫັນ ແລະ ຄວາມເຂັ້ມແຂງ? ມັນແມ່ນໃນເວລານັ້ນ ທີ່ເປໂຕຮູ້ສຶກເຖິງຄວາມເປົ່າຫວ່າງຢ່າງແທ້ຈິງຂອງຊີວິດມະນຸດ ແລະ ໃນຂະນະທີ່ລາວກ້າວໄປຫາຂັ້ນຕອນແຫ່ງຊີວິດເປັນຄັ້ງທໍາອິດ ລາວກໍລົ້ມເຫຼວ…. ໜຶ່ງປີຜ່ານມາ ລາວໄດ້ຍ້າຍອອກຈາກໂບດນ້ອຍ ແລະ ເລີ່ມໃຊ້ຊີວິດດ້ວຍຕົນເອງ.

ຫຼັງຈາກອາຍຸໄດ້ 18 ປີ ເປໂຕແມ່ນໄດ້ປະສົບກັບຄວາມລົ້ມເຫຼວ, ລາວເປັນຜູ້ໃຫຍ່ຂຶ້ນ ແລະ ມີປະສົບການໃນຊີວິດຫຼາຍຂຶ້ນ. ຄວາມໄຮ້ດຽງສາທັງໝົດແບບໄວໜຸ່ມຂອງລາວແມ່ນຫາກໍໄດ້ຫາຍໄປ ແລະ ຄວາມບໍລິສຸດ ແລະ ຄວາມຊື່ແບບໄວໜຸ່ມທີ່ລາວມີ ແມ່ນຖືກຄວາມລົ້ມເຫຼວນັ້ນທໍາລາຍຢ່າງບໍ່ມີຄວາມປານີ. ນັບແຕ່ນັ້ນມາ ລາວໄດ້ເລີ່ມໃຊ້ຊີວິດເປັນຊາວປະມົງ. ຫຼັງຈາກນັ້ນ, ສາມາດເຫັນໄດ້ວ່າ ມີຄົນໃນເຮືອປະມົງຂອງລາວ ທີ່ຟັງສິ່ງທີ່ລາວສັ່ງສອນ; ລາວຫາປາເພື່ອດໍາລົງຊີບ ແລະ ສັ່ງສອນໄປທົ່ວທຸກແຫ່ງ. ທຸກຄົນທີ່ລາວສັ່ງສອນ ແມ່ນຈັບໃຈກັບຄໍາເທດສະໜາຂອງລາວ ຍ້ອນວ່າ ສິ່ງທີ່ລາວໄດ້ກ່າວ ແມ່ນສອດຄ່ອງຫຼາຍກັບຫົວໃຈຂອງຄົນສາມັນໃນເວລານັ້ນ. ທຸກຄົນແມ່ນໄດ້ຮັບການດົນບັນດານຢ່າງເລິກເຊິ່ງຈາກຄວາມຊື່ສັດຂອງລາວ ແລະ ລາວມັກຈະສອນຜູ້ຄົນໃຫ້ຈັດການກັບຄົນອື່ນຈາກໃຈ ແລະ ໃຫ້ເອີ້ນຫາຜູ້ເປັນໃຫຍ່ແຫ່ງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງໃນທຸກສິ່ງທຸກຢ່າງ ແລະ ສອນບໍ່ໃຫ້ເມີນເສີຍຕໍ່ສາມັນສໍານຶກຂອງພວກເຂົາ ແລະ ເຮັດໃນສິ່ງທີ່ບໍ່ສາມາດສະແດງອອກມາໄດ້ ແຕ່ຈົ່ງເປັນທີ່ພໍໃຈໃຫ້ກັບພຣະເຈົ້າທີ່ພວກເຂົາຮັກໃນຫົວໃຈຂອງພວກເຂົາ ແລະ ໃນທຸກໆສິ່ງ…. ຜູ້ຄົນແມ່ນໄດ້ຮັບການດົນບັນດານຢ່າງເລິກເຊິ່ງຫຼັງຈາກທີ່ໄດ້ຮັບຟັງເທດສະໜາຂອງລາວ. ພວກເຂົາໄດ້ຮັບແຮງດົນໃຈຈາກລາວ ແລະ ຈະຫ້ອງໄຫ້ຢ່າງຂົມຂື່ນເປັນປະຈໍາ. ໃນເວລານັ້ນ, ທຸກຄົນທີ່ຕິດຕາມລາວແມ່ນມີຄວາມເຫຼື້ອມໃສຕໍ່ລາວຢ່າງເລິກເຊິ່ງ. ພວກເຂົາທຸກຄົນເປັນຄົນທຸກຍາກ ແລະ ຍ້ອນອິດທິພົນທາງສັງຄົມໃນເວລານັ້ນ ລາວກໍເລີຍມີຜູ້ຕິດຕາມສອງສາມຄົນຕິດຕາມລາວ; ລາວຍັງເປັນຜູ້ທີ່ຖືກຂົ່ມເຫັງໃນໂລກສາສະໜາໃນສັງຄົມໃນເວລານັ້ນ. ຍ້ອນເຫດຜົນດັ່ງກ່າວນີ້ ລາວຈິ່ງຍ້າຍໄປມາເລື້ອຍໆ ແລະ ລາວດໍາລົງຊີວິດທີ່ໂດດດ່ຽວເປັນເວລາສອງປີ. ລາວໄດ້ຮັບຄວາມຮູ້ທີ່ເລິກເຊິ່ງໜ້ອຍໜຶ່ງຈາກປະສົບການພິເສດໃນສອງປີນັ້ນ ແລະ ລາວໄດ້ຮຽນຮູ້ຫຼາຍ ກ່ຽວກັບສິ່ງຕ່າງໆທີ່ລາວບໍ່ຮູ້ມາກ່ອນ. ຫຼັງຈາກນັ້ນ ເປໂຕກໍໄດ້ກາຍເປັນຄົນທີ່ແຕກຕ່າງຈາກຄົນທີ່ລາວເຄີຍເປັນໃນຕອນອາຍຸ 14 ປີ ໂດຍສິ້ນເຊີງ. ເບິ່ງຄືວ່າ ພວກເຂົາບໍ່ມີຫຍັງຄ້າຍຄືກັນເລີຍ. ໃນສອງປີນັ້ນ ລາວໄດ້ພົບກັບຜູ້ຄົນຫຼາຍປະເພດ ແລະ ລາວໄດ້ເຫັນຄວາມຈິງຫຼາຍປະເພດກ່ຽວກັບສັງຄົນ; ນັບແຕ່ນັ້ນມາ ລາວໄດ້ເຮັດໃຫ້ຕົວເອງຫຼຸດພົ້ນຈາກພິທີການທຸກປະເພດຂອງໂລກສາສະໜາເທື່ອລະໜ້ອຍ. ຍ້ອນແນວທາງໃນພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ, ລາວເລີຍໄດ້ຮັບຜົນກະທົບຢ່າງເລິກເຊິ່ງ. ໃນເວລານັ້ນ ພຣະເຢຊູກໍເຊັ່ນກັນໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ, ດັ່ງນັ້ນ ວຽກງານຂອງເປໂຕຈິ່ງໄດ້ຮັບຜົນກະທົບຈາກພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ ແຕ່ຢ່າງໃດກໍຕາມ ລາວແມ່ນຍັງບໍ່ໄດ້ພົບກັບພຣະເຢຊູເທື່ອ. ດ້ວຍເຫດຜົນນັ້ນ, ເມື່ອລາວໃຫ້ການສັ່ງສອນ, ລາວກໍໄດ້ຮັບຫຼາຍສິ່ງ ທີ່ນັກບຸນຂອງຍຸກນັ້ນບໍ່ເຄີຍມີ. ແນ່ນອນ ໃນເວລານັ້ນ ລາວຮູ້ຈັກພຣະເຢຊູໜ້ອຍດຽວ ແຕ່ລາວບໍ່ເຄີຍມີໂອກາດໄດ້ພົບພຣະອົງເຊິ່ງໜ້າ. ລາວພຽງແຕ່ຫວັງ ແລະ ກະຫາຍໃນໃຈຂອງລາວທີ່ຈະພົບບຸກຄົນຈາກສວງສະຫວັນນັ້ນ ທີ່ເກີດຈາກພຣະວິນຍານບໍລິສຸດ.

ລາວຫາປາໃນເຮືອຂອງລາວໃນຍາມຕາເວັນຍໍແສງຂອງຄໍ່າຄືນໜຶ່ງ (ໃກ້ຊາຍຟັ່ງຂອງທະເລຄາລິເລ ທີ່ຖືກກ່າວເຖິງໃນເວລານັ້ນ) ແລະ ເຖິງແມ່ນວ່າ ລາວຈະມີຄັນເບັດໃນມືຂອງລາວ, ລາວກໍມີເລື່ອງອື່ນໃນໃຈຂອງລາວ. ແສງໃນຍາມຕາເວັນຕົກດິນແມ່ນໄດ້ເຍືອງໃສ່ໜ້ານໍ້າຄືດັ່ງສະນໍ້າທີ່ເຕັມໄປດ້ວຍເລືອດໃນມະຫາສະໝຸດອັນກວ້າງໃຫຍ່ໄພສານ. ແສງຕາເວັນໄດ້ສະທ້ອນໃສ່ໃບໜ້າອັນໜຸ່ມນ້ອຍ ທີ່ງຽບສະຫງົບ ແລະ ນີ້ງເສີຍຂອງເປໂຕ ຄືດັ່ງວ່າ ລາວພວມຄິດເລິກຢູ່. ໃນເວລານັ້ນ ລົມຄ່ອຍໆໄດ້ພັດຂຶ້ນມາ ແລະ ທັນໃດນັ້ນ ລາວກໍຮູ້ສຶກວ່າ ຊີວິດຊ່າງໂດດດ່ຽວ ແລະ ທັນໃດນັ້ນ ລາວກໍໄດ້ປະສົບກັບຄວາມຮູ້ສຶກທີ່ເປົ່າປ່ຽວ. ຄື້ນນໍ້າໃນທະເລໄດ້ສະທ້ອນແສງໄຟຄື້ນແລ້ວຄື້ນອີກ ແລະ ມັນເປັນສິ່ງພິສູດວ່າ ລາວບໍ່ມີໃຈທີ່ຈະຫາປາອີກຕໍ່ໄປ. ໃນຂະນະທີ່ລາວມົວຫຼົງຢູ່ໃນຄວາມຄິດກ່ຽວກັບທຸກໆສິ່ງ, ທັນໃດນັ້ນ ລາວກໍໄດ້ຍິນສຽງບາງຄົນຢູ່ທາງຫຼັງຂອງລາວເວົ້າວ່າ: “ຊີໂມນ ຊາວຢິວ ບຸດຂອງໂຢນາ, ຊີວິດຂອງເຈົ້ານັ້ນໂດດດ່ຽວ. ເຈົ້າຈະຕິດຕາມເຮົາບໍ?” ເມື່ອເປໂຕໄດ້ຍິນເຊັ່ນນີ້ ລາວກໍຕົກໃຈ ແລະ ຄັນເບັດກໍຕົກອອກຈາກມືຂອງລາວ ແລະ ໃນບໍ່ດົນ ມັນກໍໄດ້ຈົມລົງໄປໃນພື້ນນໍ້າ. ເປໂຕຟ້າວຫັນກັບຫຼັງ ແລະ ລາວກໍເຫັນຜູ້ຊາຍຄົນໜຶ່ງຢືນຢູ່ເຮືອຂອງລາວ. ລາວແນມເບິ່ງພຣະອົງແຕ່ເທິງຮອດລຸ່ມ: ຜົມຂອງພຣະອົງທີ່ຕົກໄປຮອດບ່າຂອງພຣະອົງ ແມ່ນເປັນສີເຫຼືອງທອງໜ້ອຍໜຶ່ງໃນແສງແດດ ແລະ ເຄື່ອງນຸ່ງຂອງພຣະອົງແມ່ນເປັນສີເທົາ. ພຣະອົງສູງປານກາງ ແລະ ການແຕ່ງກາຍຂອງພຣະອົງແມ່ນລ້ວນແລ້ວແຕ່ເປັນຮູບແບບຂອງຜູ້ຊາຍຊາວຢິວ. ໃນແສງຂອງຕາເວັນຍໍແສງ, ເຄື່ອງນຸ່ງສີເທົາຂອງພຣະອົງເບິ່ງຄືສີດໍາໜ້ອຍໜຶ່ງ ແລະ ໃບໜ້າຂອງພຣະອົງປະກົດວ່າ ມີຄວາມເປັນປະກາຍໜ້ອຍໜຶ່ງ. ເປໂຕພະຍາຍາມທີ່ຈະພົບພຣະເຢຊູຫຼາຍຄັ້ງ ແຕ່ໃນແຕ່ລະຄັ້ງລາວກໍບໍ່ສາມາດເຮັດໄດ້. ໃນເວລານັ້ນ ໃນຈິດວິນຍານຂອງລາວ ລາວເຊື່ອວ່າ ຜູ້ຊາຍຄົນນັ້ນແມ່ນພຣະຜູ້ບໍລິສຸດທີ່ຢູ່ໃນຫົວໃຈຂອງລາວຢ່າງແນ່ນອນ ດ້ວຍເຫດນີ້ ລາວຈິ່ງກົ້ມລົງຢູ່ເທິງເຮືອຂອງລາວ: “ພຣະອົງແມ່ນພຣະຜູ້ເປັນເຈົ້າບໍ ທີ່ໄດ້ລົງມາເຜີຍແຜ່ຂ່າວປະເສີດຂອງອານາຈັກແຫ່ງສະຫວັນ? ຂ້ານ້ອຍໄດ້ຍິນກ່ຽວກັບປະສົບການຂອງພຣະອົງ ແຕ່ຂ້ານ້ອຍບໍ່ເຄີຍພົບພຣະອົງ. ຂ້ານ້ອຍຕ້ອງການຕິດຕາມພຣະອົງ ແຕ່ຂ້ານ້ອຍບໍ່ສາມາດຊອກຫາພຣະອົງໄດ້”. ພຣະເຢຊູໄດ້ຍ່າງໄປບ່ອນໃສ່ເຄື່ອງຂອງເຮືອຂອງເປໂຕ ແລະ ຄ່ອຍນັ່ງລົງ. ພຣະອົງໄດ້ກ່າວວ່າ:[ກ] “ລຸກຂຶ້ນ ແລະ ນັ່ງທາງຂ້າງເຮົາ. ເຮົາມາຫາຄົນຜູ້ທີ່ຮັກເຮົາຢ່າງແທ້ຈິງ ແລະ ເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກແຫ່ງສະຫວັນ. ເຮົາພວມໄປທຸກບ່ອນ ເພື່ອຊອກຫາຄົນທີ່ມີໃຈດຽວຄືກັບເຮົາ. ເຈົ້າເຕັມໃຈບໍ?” ເປໂຕຕອບກັບໄປວ່າ: “ຂ້ານ້ອຍຕ້ອງຕິດຕາມຜູ້ທີ່ພຣະບິດາແຫ່ງສະຫວັນສົ່ງມາ. ຂ້ານ້ອຍຕ້ອງຮູ້ຈັກຜູ້ທີ່ພຣະວິນຍານບໍລິສຸດຊົງເລືອກ. ເນື່ອງຈາກຂ້ານ້ອຍຮັກພຣະບິດາແຫ່ງສະຫວັນ ແລ້ວຂ້ານ້ອຍຈະບໍ່ເຕັມໃຈຕິດຕາມໄດ້ຈັ່ງໃດ?” ເຖິງແມ່ນວ່າ ແນວຄວາມຄິດທາງດ້ານສາສະໜາພາຍໃນຄໍາເວົ້າຂອງເປໂຕແມ່ນຂ້ອນຂ້າງຈະແຂງແກ່ນ, ພຣະເຢຊູກໍຍິ້ມ ແລະ ງຶກຫົວຂອງພຣະອົງດ້ວຍຄວາມພໍໃຈ. ໃນເວລານັ້ນ, ຄວາມຮັກຂອງຄວາມເປັນພໍ່ຕໍ່ເປໂຕກໍໄດ້ເຕີບໃຫຍ່ຂຶ້ນພາຍໃນພຣະອົງ.

ເປໂຕຕິດຕາມພຣະເຢຊູເປັນເວລາຫຼາຍປີ ແລະ ລາວໄດ້ພົບເຫັນຫຼາຍສິ່ງໃນຕົວພຣະເຢຊູທີ່ຜູ້ຄົນບໍ່ມີ. ຫຼັງຈາກທີ່ໄດ້ຕິດຕາມພຣະອົງໄດ້ໜຶ່ງປີ, ລາວຖືກເລືອກໃຫ້ເປັນຫົວໜ້າຂອງສາວົກສິບສອງຄົນໂດຍພຣະເຢຊູ. (ແນ່ນອນວ່າ ນີ້ແມ່ນເລື່ອງຂອງຫົວໃຈຂອງພຣະເຢຊູ ແລະ ຜູ້ຄົນບໍ່ສາມາດເຫັນມັນໄດ້ທັງໝົດ). ໃນຊີວິດຂອງເປໂຕແລ້ວ ທຸກການກະທໍາຂອງພຣະເຢຊູແມ່ນເປັນຕົວຢ່າງສໍາລັບລາວ ແລະ ໂດຍສະເພາະ ການເທດສະໜາຂອງພຣະເຢຊູແມ່ນໄດ້ຈາລຶກເຂົ້າໃນໃຈຂອງລາວ. ລາວຄິດເຫັນຜູ້ອື່ນຫຼາຍ ແລະ ກໍອຸທິດຕົນຕໍ່ພຣະເຢຊູ ແລະ ລາວບໍ່ເຄີຍມີຄໍາຕໍ່ວ່າຕໍ່ພຣະເຢຊູ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງລາວຈິ່ງກາຍເປັນເພື່ອນເດີນທາງທີ່ຊື່ສັດຂອງພຣະເຢຊູໃນທົ່ວທຸກແຫ່ງທີ່ພຣະອົງຊົງໄປ. ເປໂຕສັງເກດເບິ່ງການສັ່ງສອນຂອງພຣະເຢຊູ, ພຣະທໍາອັນອ່ອນໂຍນຂອງພຣະອົງ ແລະ ສິ່ງທີ່ພຣະອົງຊົງກິນ, ຊົງນຸ່ງ, ຊີວິດປະຈໍາວັນຂອງພຣະອົງ ແລະ ການເດີນທາງຂອງພຣະອົງ. ລາວປະຕິບັດຕາມແບບຢ່າງຂອງພຣະເຢຊູໃນທຸກໆທາງ. ລາວບໍ່ໄດ້ຄິດວ່າ ຕົວເອງເປັນຝ່າຍຖືກຕ້ອງ ແຕ່ລາວໄດ້ປະຖິ້ມສິ່ງລ້າຫຼັງທີ່ລາວມີໃນເມື່ອກ່ອນ ແລະ ໄດ້ປະຕິບັດຕາມແບບຢ່າງຂອງພຣະເຢຊູ ໃນຄໍາເວົ້າ ແລະ ການກະທໍາ. ໃນຕອນນັ້ນເອງ ທີ່ລາວຮູ້ສຶກວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງແມ່ນຢູ່ພາຍໃນກໍາມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ ແລະ ຍ້ອນເຫດຜົນນີ້ ລາວຈິ່ງບໍ່ມີທາງເລືອກເປັນຂອງຕົວເອງ ແລະນໍາເອົາທຸກຢ່າງທີ່ພຣະເຢຊູກະທໍາມາເປັນແບບຢ່າງທີ່ດີໃຫ້ແກ່ຕົນເອງ. ໃນຊີວິດຂອງເປໂຕ ລາວສາມາດເຫັນໄດ້ວ່າ ພຣະເຢຊູບໍ່ໄດ້ເປັນຄົນທີ່ຄິດວ່າຕົວເອງເປັນຝ່າຍຖືກຕ້ອງໃນສິ່ງທີ່ພຣະອົງກະທໍາ ຫຼື ພຣະອົງບໍ່ໄດ້ໂອ້ອວດກ່ຽວກັບຕົວພຣະອົງເອງ ແຕ່ພຣະອົງເຮັດໃຫ້ຜູ້ຄົນເຊື່ອຖືດ້ວຍຄວາມຮັກ. ໃນສະຖານະການທີ່ແຕກຕ່າງ, ເປໂຕແມ່ນສາມາດເຫັນໃນສິ່ງທີ່ພຣະເຢຊູເປັນ. ນີ້ເປັນເຫດຜົນທີ່ວ່າ ທຸກສິ່ງທີ່ຢູ່ໃນພຣະເຢຊູ ໄດ້ກາຍເປັນສິ່ງທີ່ເປໂຕຮຽນແບບຕາມ. ໃນປະສົບການຂອງລາວ, ລາວຮູ້ສຶກເຖິງຄວາມໜ້າຮັກຂອງພຣະເຢຊູຫຼາຍຂຶ້ນເລື້ອຍໆ. ລາວໄດ້ເວົ້າໃນບາງສິ່ງເຊັ່ນນີ້: “ຂ້ານ້ອຍໄດ້ຊອກຫາພຣະອົງຜູ້ຊົງລິດທານຸພາບສູງສຸດໃນຈັກກະວານ ແລະ ຂ້ານ້ອຍໄດ້ເຫັນສິ່ງມະຫັດສະຈັນຂອງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກໆສິ່ງ ແລະ ດ້ວຍເຫດນັ້ນ ຂ້ານ້ອຍຈິ່ງມີຄວາມຮູ້ສຶກອັນເລິກເຊິ່ງຕໍ່ຄວາມໜ້າຮັກຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ. ແຕ່ຂ້ານ້ອຍບໍ່ເຄີຍມີຄວາມຮັກທີ່ແທ້ຈິງໃນໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ເຄີຍເຫັນຄວາມໜ້າຮັກຂອງພຣະອົງຜູ້ຊົງລິດທານຸພາບສູງສຸດດ້ວຍສາຍຕາຂອງຂ້ານ້ອຍເອງເລີຍ. ໃນມື້ນີ້, ໃນສາຍຕາຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ, ພຣະອົງໄດ້ເຝົ້າເບິ່ງຂ້ານ້ອຍດ້ວຍຄວາມກະລຸນາ ແລະ ໃນທີ່ສຸດ ຂ້ານ້ອຍກໍໄດ້ຮູ້ສຶກເຖິງຄວາມໜ້າຮັກຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍໄດ້ຄົ້ນພົບວ່າ ສໍາລັບພຣະເຈົ້າແລ້ວ ບໍ່ໄດ້ມີພຽງແຕ່ການສ້າງທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ມວນມະນຸດຮັກພຣະອົງ. ໃນຊີວິດປະຈໍາວັນຂອງຂ້ານ້ອຍ, ຂ້ານ້ອຍໄດ້ພົບເຫັນຄວາມໜ້າຮັກຂອງພຣະອົງທີ່ບໍ່ມີຂອບເຂດ; ເປັນໄປໄດ້ບໍ ທີ່ຄວາມໜ້າຮັກຈະຖືກຈໍາກັດສະເພາະສະຖານະການໃນມື້ນີ້ເທົ່ານັ້ນ?” ເມື່ອເວລາຜ່ານໄປ, ກໍໄດ້ມີການພົບເຫັນຫຼາຍສິ່ງທີ່ໜ້າຮັກໃນຕົວເປໂຕເຊັ່ນກັນ. ລາວເຊື່ອຟັງພຣະເຢຊູຫຼາຍ ແລະ ກໍແນ່ນອນທີ່ລາວຕ້ອງປະສົບກັບຄວາມລົ້ມເຫຼວຈໍານວນໜຶ່ງ. ເມື່ອພຣະເຢຊູພາລາວໄປສະຖານທີ່ຕ່າງໆເພື່ອສະແດງທໍາ,​ ລາວແມ່ນຖ່ອມຕົວ ແລະ ຟັງເທດສະໜາຂອງພຣະເຢຊູຕະຫຼອດ. ລາວບໍ່ເຄີຍອວດດີຍ້ອນລາວໄດ້ຕິດຕາມເປັນເວລາຫຼາຍປີ. ຫຼັງຈາກພຣະເຢຊູໄດ້ບອກລາວວ່າ ເຫດຜົນທີ່ພຣະອົງໄດ້ຊົງມາ ແມ່ນເພື່ອຖືກຄຶງເທິງໄມ້ກາງແຂນ ເພື່ອສໍາເລັດພາລະກິດຂອງພຣະອົງ, ລາວກໍໂສກເສົ້າຫຼາຍ ແລະ ມັກຈະຫ້ອງໄຫ້ຢ່າງລັບໆເປັນປະຈໍາ. ຢ່າງໃດກໍຕາມ, ມື້ “ໂຊກຮ້າຍ” ກໍໄດ້ມາເຖິງ. ຫຼັງຈາກພຣະເຢຊູຖືກຈັບກຸມ, ເປໂຕໄດ້ຫ້ອງໄຫ້ຜູ້ດຽວຢູ່ເຮືອຫາປາຂອງລາວ ແລະ ໄດ້ອະທິຖານໃຫ້ສິ່ງນີ້ກາຍເປັນດີ ແຕ່ໃນຫົວໃຈຂອງລາວ, ລາວຮູ້ດີວ່າ ມັນເປັນຄວາມປະສົງຂອງພຣະເຈົ້າຜູ້ເປັນພຣະບິດາ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້. ລາວໂສກເສົ້າ ແລະ ຫ້ອງໄຫ້ເລື້ອຍໆ ຍ້ອນຜົນຈາກຄວາມຮັກ. ແນ່ນອນວ່າ ນີ້ແມ່ນຄວາມອ່ອນແອຂອງມະນຸດ, ສະນັ້ນ ເມື່ອລາວຮູ້ວ່າ ພຣະເຢຊູຈະຖືກຄຶງເທິງໄມ້ກາງແຂນ, ລາວໄດ້ຖາມພຣະເຢຊູວ່າ: “ຫຼັງຈາກທີ່ພຣະອົງໄດ້ຈາກໄປ ພຣະອົງຈະກັບຄືນມາຢູ່ໃນທ່າມກາງພວກຂ້ານ້ອຍ ແລະ ເຝົ້າເບິ່ງພວກຂ້ານ້ອຍບໍ? ພວກຂ້ານ້ອຍຍັງຈະສາມາດເຫັນພຣະອົງໄດ້ບໍ?” ເຖິງແມ່ນວ່າ ຄໍາເວົ້າເຫຼົ່ານີ້ຈະຂ້ອນຂ້າງເປັນຄໍາເວົ້າແບບຊື່ໆ ແລະ ຄໍາເວົ້າເຫຼົ່ານີ້ຍັງເຕັມໄປດ້ວຍແນວຄິດຂອງມະນຸດ, ແຕ່ພຣະເຢຊູຮູ້ເຖິງລົດຊາດຂອງຄວາມທໍລະມານຂອງເປໂຕ, ສະນັ້ນ ດ້ວຍຄວາມຮັກຂອງພຣະອົງ ພຣະອົງຈຶ່ງໄດ້ຄໍານຶງເຖິງຄວາມອ່ອນແອຂອງເປໂຕ: “ເປໂຕ, ເຮົາຮັກເຈົ້າ. ເຈົ້າຮູ້ບໍ? ເຖິງວ່າ ໃນສິ່ງທີ່ເຈົ້າເວົ້າແມ່ນບໍ່ມີເຫດຜົນ, ພຣະບິດາໄດ້ສັນຍາວ່າ ຫຼັງຈາກການຄືນຊີບຂອງເຮົາ, ເຮົາຈະປາກົດຕົວຕໍ່ມວນມະນຸດເປັນເວລາ 40 ມື້. ເຈົ້າບໍ່ເຊື່ອບໍວ່າ ພຣະວິນຍານຂອງເຮົາຈະປະທານຄວາມກະລຸນາໃຫ້ແກ່ພວກເຈົ້າເປັນປະຈໍາ?” ຫຼັງຈາກນັ້ນ ເປໂຕກໍສະບາຍໃຈຂຶ້ນໜ້ອຍໜຶ່ງ ແຕ່ໃນທາງກົງກັນຂ້າມ ລາວກໍຍັງຮູ້ສຶກຢູ່ຕະຫຼອດວ່າ ມີອຸປະສັກໃນສິ່ງທີ່ສົມບູນ. ສະນັ້ນ,​ ຫຼັງຈາກທີ່ພຣະເຢຊູໄດ້ຄືນຊີບ, ພຣະອົງໄດ້ປາກົດຕໍ່ໜ້າລາວຢ່າງເປີດເຜີຍເປັນຄັ້ງທໍາອິດ ແຕ່ເພື່ອຫ້າມບໍ່ໃຫ້ເປໂຕສືບຕໍ່ຍຶດໝັ້ນກັບຄວາມຄິດຂອງລາວ, ພຣະເຢຊູໄດ້ປະຕິເສດອາຫານທີ່ເຫຼືອລົ້ນ ທີ່ເປໂຕໄດ້ກຽມໄວ້ໃຫ້ພຣະອົງ ແລະ ພຣະອົງກໍໄດ້ຫາຍຕົວໄປໃນພິບຕາ. ໃນເວລານັ້ນ ເປໂຕ ສຸດທ້າຍ ກໍໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພຣະເຢຊູ ແລະ ໄດ້ຮັກພຣະເຢຊູຫຼາຍຂຶ້ນ. ຫຼັງຈາກການຄືນຊີບຂອງພຣະອົງ, ພຣະເຢຊູໄດ້ປາກົດຕໍ່ໜ້າເປໂຕເປັນປະຈໍາ. ຫຼັງຈາກ 40 ມື້ ທີ່ພຣະອົງໄດ້ຂຶ້ນໄປສະຫວັນ, ພຣະອົງໄດ້ປາກົດຕໍ່ໜ້າເປໂຕສາມຄັ້ງ. ທຸກຄັ້ງທີ່ພຣະອົງປາກົດຕົວ ແມ່ນຕອນທີ່ພາລະກິດຂອງພຣະວິນຍານບໍລິສຸດໃກ້ຈະສິ້ນສຸດ ແລະ ພາລະກິດໃໝ່ໃກ້ຈະເລີ່ມຕົ້ນ.

ເປໂຕດໍາລົງຊີວິດດ້ວຍການຫາປາຕະຫຼອດຊີວິດຂອງລາວ ແຕ່ຍິ່ງໄປກວ່ານັ້ນ ລາວດໍາລົງຊີວິດເພື່ອສະແດງທໍາ. ໃນບັ້ນປາຍຊີວິດຂອງລາວ, ລາວໄດ້ຂຽນໜັງສືເຫຼັ້ມທໍາອິດ ແລະ ເຫຼັ້ມທີສອງຂອງເປໂຕ ແລະ ລາວໄດ້ຂຽນໜັງສືອີກຫຼາຍສະບັບເຖິງຄຣິສຕະຈັກຟິລາເດລເຟຍໃນເວລານັ້ນ. ຜູ້ຄົນໃນເວລານັ້ນແມ່ນໄດ້ຖືກດົນບັນດານຈາກລາວ. ລາວບໍ່ເຄີຍສອນຜູ້ຄົນ ໂດຍອີງຕາມຄຸນວຸດທິຂອງຕົວເອງ ແຕ່ລາວໄດ້ສະໜອງວິທີທາງແຫ່ງຊີວິດທີ່ເໝາະສົມໃຫ້ແກ່ພວກເຂົາ. ໃນຊີວິດຂອງລາວ, ລາວບໍ່ເຄີຍລືມການສັ່ງສອນຂອງພຣະເຢຊູໃນຊ່ວງຊີວິດຂອງພຣະອົງ. ລາວຍັງຄົງຖືກດົນໃຈ. ໃນຕອນທີ່ລາວຕິດຕາມພຣະເຢຊູ, ລາວໄດ້ຕັດສິນໃຈທີ່ຈະຕອບແທນຄວາມຮັກຂອງພຣະຜູ້ເປັນເຈົ້າດ້ວຍຄວາມຕາຍ ແລະ ລາວຈະປະຕິບັດຕາມແບບຢ່າງຂອງພຣະເຢຊູໃນທຸກໆສິ່ງ. ພຣະເຢຊູໄດ້ສັນຍາສິ່ງນີ້ກັບລາວ, ສະນັ້ນ ເມື່ອລາວອາຍຸ 53 ປີ (ຫຼາຍກວ່າ 20 ປີ ຫຼັງຈາກທີ່ໄດ້ອອກຈາກພຣະເຢຊູ), ພຣະເຢຊູໄດ້ປາກົດຕົວຕໍ່ລາວເພື່ອເຮັດໃຫ້ການຕັດສິນໃຈຂອງລາວເປັນຈິງ. ໃນເຈັດປີຫຼັງຈາກນັ້ນ, ເປໂຕໄດ້ໃຊ້ຊີວິດຂອງລາວເພື່ອຮູ້ຈັກກັບຕົວເອງ. ໃນມື້ໜຶ່ງໃນເຈັດປີຫຼັງຈາກນັ້ນ, ລາວຖືກຄຶງຢູ່ໄມ້ກາງແຂນໂດຍປີ້ນຫົວລົງ ເຊິ່ງເປັນການຈົບຊີວິດອັນພິເສດຂອງລາວ.

ໝາຍເຫດ:

ກ. ຕົ້ນສະບັບບໍ່ໄດ້ມີວະລີ “ພຣະອົງໄດ້ກ່າວວ່າ”.

​ກ່ອນ​ນີ້ :ບົດທີ 4

ຕໍ່​ໄປ:ບົດທີ 11

ເນື່ອຫາທີ່ກ່ຽວຂ້ອງ