ບົດທີ 6

ຜູ້ຄົນຕົກຕະລຶງເມື່ອພວກເຂົາໄດ້ອ່ານພຣະວັດຈະນະຂອງພຣະເຈົ້າ ແລະ ພວກເຂົາຄິດວ່າ ພຣະເຈົ້າໄດ້ກະທໍາການທີ່ຍິ່ງໃຫຍ່ໃນໂລກແຫ່ງວິນຍານ ເຊິ່ງເປັນສິ່ງທີ່ມະນຸດບໍ່ສາມາດເຮັດໄດ້ ແລະ ພຣະເຈົ້າເອງກໍຕ້ອງເຮັດໃຫ້ສໍາເລັດດ້ວຍພຣະອົງເອງ. ສະນັ້ນ ພຣະເຈົ້າຈຶ່ງໄດ້ກ່າວພຣະທໍາກ່ຽວກັບຄວາມອົດທົນຕໍ່ມະນຸດຊາດອີກຄັ້ງ. ພວກເຂົາມີຄວາມຂັດແຍ້ງຢູ່ໃນໃຈຂອງພວກເຂົາ: “ພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມເມດຕາ ແລະ ຄວາມກະລຸນາ, ພຣະອົງແມ່ນພຣະເຈົ້າທີ່ໂຈມຕີມະນຸດເທົ່ານັ້ນ. ເຫດໃດພຣະອົງຈຶ່ງຈະອົດທົນຕໍ່ພວກເຮົາ? ເປັນໄປໄດ້ບໍ ທີ່ພຣະເຈົ້າໄດ້ປ່ຽນວິທິການໃໝ່ອີກຄັ້ງ? ເມື່ອແນວຄິດເຫຼົ່ານີ້ ແລະ ຄວາມຄິດເຫຼົ່ານີ້ໄດ້ເຂົ້າໄປຢູ່ໃນໃຈຂອງພວກເຂົາ, ພວກເຂົາກໍຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຕໍ່ຕ້ານກັບສິ່ງເຫຼົ່ານັ້ນ. ແຕ່ຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ດໍາເນີນໄປເປັນເວລາໃດໜຶ່ງ ພຣະວິນຍານບໍລິສຸດກໍປະຕິບັດພາລະກິດທີ່ຍິ່ງໃຫຍ່ໃນຄຣິສຕະຈັກ ແລະ ທຸກຄົນກໍເລີ່ມເຮັດໜ້າທີ່ຂອງພວກເຂົາ, ທຸກຄົນເຂົ້າສູ່ວິທີການຂອງພຣະເຈົ້າ ເນື່ອງຈາກບໍ່ມີໃຜຈະສາມາດເຫັນຄວາມບໍ່ສົມບູນໃດໆໃນສິ່ງທີ່ພຣະເຈົ້າກ່າວ ແລະ ກະທໍາ. ສ່ວນວ່າ ແມ່ນຫຍັງຄືຂັ້ນຕອນຕໍ່ໄປຂອງພຣະເຈົ້ານັ້ນ ບໍ່ມີໃຜຮູ້ແມ່ນແຕ່ໜ້ອຍດຽວ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້: “ໃນບັນດາທຸກສິ່ງທີ່ຢູ່ພາຍໃຕ້ສະຫວັນ ສິ່ງໃດທີ່ບໍ່ຢູ່ໃນກໍາມືຂອງເຮົາ? ສິ່ງໃດແດ່ທີ່ບໍ່ເຮັດພາຍໃຕ້ການຊີ້ນໍາຂອງເຮົາ?” ເຮົາຂໍສະເໜີຄໍາແນະນໍາບາງຂໍ້ໃຫ້ກັບພວກເຈົ້າ, ແຕ່ຢ່າງໃດກໍຕາມ: ໃນເລື່ອງທີ່ບໍ່ຊັດເຈນສໍາລັບພວກເຈົ້າ, ພວກເຈົ້າບໍ່ຕ້ອງເວົ້າ ຫຼື ເຮັດສິ່ງໃດເລີຍ. ເຮົາເວົ້າສິ່ງນີ້ບໍ່ແມ່ນເພື່ອຕ້ານຄວາມກະຕືລືລົ້ນຂອງເຈົ້າ ແຕ່ເພື່ອອະນຸຍາດໃຫ້ເຈົ້າເຮັດຕາມການຊີ້ນໍາຂອງພຣະເຈົ້າໃນການກະທໍາຂອງເຈົ້າ. ບໍ່ວ່າກໍລະນີໃດໆ ຖ້າເຈົ້າສູນເສຍກໍາລັງໃຈ ຫຼື ມີຄວາມສົງໄສ ຍ້ອນການທີ່ເຮົາໄດ້ກ່າວຄໍາວ່າ “ຄວາມບໍ່ສົມບູນ”; ເປົ້າໝາຍຫຼັກຂອງເຮົາກໍເພື່ອເຕືອນເຈົ້າ ເພື່ອໃຫ້ເອົາໃຈໃສ່ກັບພຣະທໍາຂອງພຣະເຈົ້າ. ຜູ້ຄົນຕົກຕະລຶງອີກຄັ້ງ ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ ທີ່ວ່າ “ການເຂົ້າໃຈຢ່າງລະອຽດເຖິງເລື່ອງລາວຂອງວິນຍານ, ການເອົາໃຈໃສ່ກັບພຣະທໍາຂອງເຮົາ ແລະ ການມີຄວາມສາມາດຢ່າງແທ້ຈິງກ່ຽວກັບພຣະວິນຍານ ແລະ ຕົວຕົນຂອງເຮົາ, ກ່ຽວກັບພຣະທໍາ ແລະ ຕົວຕົນຂອງເຮົາ ແມ່ນເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້ ເພື່ອວ່າ ທຸກຄົນຈະສາມາດເຮັດໃຫ້ເຮົາພໍໃຈໃນເວລາຢູ່ຕໍ່ໜ້າເຮົາ”. ໃນອະດີດ ພວກເຂົາອ່ານພຣະທໍາກ່ຽວກັບການເຕືອນ, ພຣະທໍາກ່ຽວກັບຄວາມອົດທົນຂອງພຣະເຈົ້າ ແຕ່ໃນປັດຈຸບັນ ພຣະເຈົ້າກ່າວກ່ຽວກັບເລື່ອງວິນຍານຢ່າງກະທັນຫັນ. ມັນເກີດຫຍັງຂຶ້ນ? ເປັນຫຍັງພຣະເຈົ້າຈຶ່ງປ່ຽນວິທິການກ່າວຂອງພຣະອົງຢູ່ຕະຫຼອດເວລາ? ເປັນຫຍັງສິ່ງທັງໝົດນີ້ຈຶ່ງຖືກຖືວ່າ ເປັນສິ່ງທີ່ແຍກອອກຈາກກັນບໍ່ໄດ້? ເປັນໄປໄດ້ບໍ ທີ່ພຣະທໍາຂອງພຣະເຈົ້າບໍ່ເປັນຈິງ? ຫຼັງຈາກອ່ານພຣະທໍາຂອງພຣະເຈົ້າຢ່າງໃກ້ຊິດ, ມັນໄດ້ພົບວ່າ ເມື່ອເນື້ອໜັງຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະອົງຖືກແຍກອອກຈາກກັນ, ເນື້ອໜັງກໍກາຍເປັນຮ່າງກາຍທີ່ເປັນຮູບປະທໍາດ້ວຍຄຸນລັກສະນະທີ່ເປັນເນື້ອໜັງ ເຊິ່ງເປັນສິ່ງທີ່ຜູ້ຄົນເອີ້ນວ່າ ເປັນຊາກສົບທີ່ຍ່າງໄດ້. ເນື້ອໜັງທີ່ບັງເກີດເປັນມະນຸດແມ່ນມາຈາກພຣະວິນຍານ: ພຣະອົງແມ່ນຕົວຕົນຂອງພຣະວິນຍານ, ເປັນພຣະທໍາທີ່ກາຍເປັນເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເອງແມ່ນອາໄສຢູ່ໃນເນື້ອໜັງ. ສິ່ງດັ່ງກ່າວເປັນການແຍກພຣະວິນຍານຂອງພຣະເຈົ້າຈາກຊີວິດຂອງພຣະອົງຢ່າງຈິງຈັງ. ດ້ວຍເຫດນັ້ນ, ເຖິງວ່າ ພຣະອົງຈະຖືກເອີ້ນວ່າ ມະນຸດ ແຕ່ພຣະອົງກໍບໍ່ແມ່ນມະນຸດ. ພຣະອົງບໍ່ມີຄຸນລັກສະນະຂອງມະນຸດ, ພຣະອົງແມ່ນສິ່ງມີຊີວິດ ທີ່ພຣະເຈົ້າເອົາມາສວມໃສ່ຕົວເອງ ເຊິ່ງເປັນສິ່ງທີ່ມີຊີວິດ ທີ່ພຣະເຈົ້າຮັບຮອງ. ພຣະທໍາຂອງພຣະເຈົ້າສະແດງໃຫ້ເຫັນພຣະວິນຍານຂອງພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າແມ່ນຖືກເປີດເຜີຍໃນເນື້ອໜັງໂດຍກົງ ເຊິ່ງຍິ່ງໄປກວ່ານັ້ນ ມັນຍັງສະແດງໃຫ້ເຫັນວ່າ ພຣະເຈົ້າດໍາລົງຊີວິດໃນເນື້ອໜັງ ແລະ ເປັນພຣະເຈົ້າທີ່ແທ້ຈິງ. ດ້ວຍເຫດນັ້ນ ຈຶ່ງພິສູດໃຫ້ເຫັນການມີຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຍຸກແຫ່ງການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້ານັ້ນຈົບລົງ. ຫຼັງຈາກໄດ້ບອກຜູ້ຄົນກ່ຽວກັບເສັ້ນທາງໃນການຮູ້ຈັກພຣະເຈົ້າ, ພຣະເຈົ້າກໍໄດ້ປ່ຽນຫົວຂໍ້ອີກຄັ້ງ ໂດຍທີ່ຫັນປ່ຽນໄປອີກດ້ານໜຶ່ງຂອງເລື່ອງ.

“ເຮົາໄດ້ໄປທຸກບ່ອນທີ່ມີຢູ່, ເຮົາໄດ້ແນມເບິ່ງທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ ແລະ ເຮົາໄດ້ຍ່າງໃນທ່າມກາງທຸກຄົນ, ໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ”. ເຖິງແມ່ນວ່າ ພຣະທໍາເຫຼົ່ານີ້ຈະທໍາມະດາ ແຕ່ມະນຸດກໍບໍ່ເຂົ້າໃຈພຣະທໍາເຫຼົ່ານີ້ໄດ້ໂດຍງ່າຍດາຍ. ຫົວຂໍ້ໄດ້ປ່ຽນໄປ ແຕ່ໃຈຄວາມແມ່ນຍັງຄືເກົ່າ: ມັນຍັງເຮັດໃຫ້ຜູ້ຄົນຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ. ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ ພຣະອົງໄດ້ຊິມຄວາມຫວານ ແລະ ຄວາມຂົມໃນທ່າມກາງມະນຸດ? ເປັນຫຍັງພຣະອົງຈຶ່ງເວົ້າວ່າ ພຣະອົງໄດ້ຍ່າງໃນທ່າມກາງທຸກຄົນ? ພຣະເຈົ້າແມ່ນພຣະວິນຍານ ແລະ ພຣະອົງຍັງແມ່ນສິ່ງທີ່ມີຊີວິດທີ່ບັງເກີດເປັນມະນຸດ. ເປັນພຣະວິນຍານ ທີ່ບໍ່ໄດ້ຖືກຜູກມັດດ້ວຍຂໍ້ຈໍາກັດຂອງການບັງເກີດເປັນມະນຸດ, ພຣະວິນຍານແມ່ນສາມາດໄປທຸກບ່ອນທີ່ມີຢູ່, ພຣະວິນຍານສາມາດແນມເບິ່ງທົ່ວຈັກກະວານທີ່ກວ້າງໃຫຍ່ໄພສານ, ນີ້ສະແດງໃຫ້ເຫັນວ່າ ພຣະວິນຍານຂອງພຣະເຈົ້າເຕີມເຕັມຈັກກະວານທັງໝົດ, ພຣະອົງປົກຄຸມແຜ່ນດິນໂລກຈາກຂົ້ວໂລກໜຶ່ງຫາຂົ້ວໂລກໜຶ່ງ, ບໍ່ມີສິ່ງໃດທີ່ບໍ່ຖືກຈັດແຈງໂດຍມືຂອງພຣະເຈົ້າ ແລະ ບໍ່ມີບ່ອນໃດທີ່ບໍ່ພົບເຫັນຮອຍຕີນຂອງພຣະເຈົ້າ. ເຖິງແມ່ນວ່າ ພຣະວິນຍານໄດ້ກາຍເປັນເນື້ອໜັງ ແລະ ເກີດເປັນມະນຸດ ແຕ່ການດໍາລົງຊີວິດຢູ່ຂອງພຣະວິນຍານກໍບໍ່ໄດ້ປາສະຈາກສິ່ງທີ່ມະນຸດຕ້ອງການທັງໝົດ; ຕົວຕົນຂອງພຣະເຈົ້າກໍຕ້ອງກິນ, ໜຸ່ງຮົ່ມ, ນອນ ແລະ ດໍາລົງຊີວິດຕາມປົກກະຕິ ແລະ ພຣະອົງເຮັດໃນສິ່ງທີ່ຜູ້ຄົນຄວນເຮັດຕາມປົກກະຕິ. ແຕ່ວ່າ ຍ້ອນແກ່ນແທ້ທີ່ຢູ່ພາຍໃນຂອງພຣະອົງແຕກຕ່າງ, ພຣະອົງຈຶ່ງບໍ່ຄືກັນກັບ “ມະນຸດ” ທີ່ຜູ້ຄົນເວົ້າເຖິງ. ເຖິງແມ່ນວ່າ ພຣະອົງຈະທົນທຸກທ່າມກາງມະນຸດ ແຕ່ພຣະອົງກໍບໍ່ໄດ້ປະຖິ້ມພຣະວິນຍານຍ້ອນຄວາມທຸກດັ່ງກ່າວນັ້ນ. ເຖິງແມ່ນວ່າ ພຣະອົງຈະໄດ້ຮັບພອນ ແຕ່ພຣະອົງກໍບໍ່ໄດ້ລືມພຣະວິນຍານຍ້ອນພອນເຫຼົ່ານັ້ນ. ພຣະວິນຍານ ແລະ ສິ່ງມີຊີວິດປະຕິບັດພາລະກິດຢ່າງມິດງຽບດ້ວຍຄວາມປອງດອງ. ພຣະວິນຍານ ແລະ ສິ່ງມີຊີວິດບໍ່ສາມາດຖືກແຍກອອກຈາກກັນ ແລະ ທັງສອງບໍ່ເຄີຍຖືກແຍກອອກຈາກກັນ ເນື່ອງຈາກວ່າ ສິ່ງມີຊີວິດແມ່ນຕົວຕົນຂອງພຣະວິນຍານ, ພຣະອົງມາຈາກພຣະວິນຍານ ເຊິ່ງເປັນພຣະວິນຍານທີ່ມີຮູບຮ່າງ. ສະນັ້ນ ການທີ່ຢູ່ເໜືອກວ່າສິ່ງອື່ນໃດແມ່ນເປັນໄປບໍ່ໄດ້ສໍາລັບພຣະວິນຍານທີ່ຢູ່ໃນເນື້ອໜັງ; ນັ້ນກໍຄື ພຣະວິນຍານແມ່ນບໍ່ສາມາດເຮັດໃນສິ່ງທີ່ເໜືອທໍາມະຊາດ ເຊິ່ງໝາຍຄວາມວ່າ ພຣະວິນຍານບໍ່ສາມາດອອກຈາກຮ່າງກາຍໄດ້. ຖ້າພຣະອົງອອກຈາກຮ່າງກາຍທີ່ເປັນເນື້ອໜັງ ພຣະເຈົ້າທີ່ບັງເກີດເປັນມະນຸດກໍຈະສູນເສຍຄວາມໝາຍ. ມີພຽງເມື່ອພຣະວິນຍານຖືກສະແດງອອກຢ່າງສົມບູນໃນຮ່າງກາຍເທົ່ານັ້ນ ມະນຸດຈຶ່ງຈະຮູ້ຈັກພຣະເຈົ້າແຫ່ງຄວາມເປັນຈິງ ແລະ ຫຼັງຈາກນັ້ນ ຄວາມປະສົງຂອງພຣະເຈົ້າກໍຈະບັນລຸຜົນ. ມີພຽງຫຼັງຈາກທີ່ໄດ້ແນະນໍາຄວາມແຕກຕ່າງລະຫວ່າງຮ່າງກາຍທີ່ເປັນເນື້ອໜັງ ແລະ ພຣະວິນຍານໃຫ້ກັບມະນຸດເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດຊີ້ໃຫ້ເຫັນເຖິງຄວາມຕາບອດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດໄດ້ ດັ່ງທີ່ພຣະອົງໄດ້ກ່າວໄວ້ວ່າ: “ແຕ່ມະນຸດກໍບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ບໍ່ເຄີຍເອົາໃຈໃສ່ເຮົາໃນລະຫວ່າງການເດີນທາງຂອງເຮົາ”. ໃນດ້ານໜຶ່ງ ພຣະເຈົ້າເວົ້າວ່າ ພຣະອົງລີ້ຢ່າງລັບໆຢູ່ໃນຮ່າງກາຍທີ່ເປັນເນື້ອໜັງ ໂດຍບໍ່ເຄີຍເຮັດສິ່ງໃດທີ່ເໜືອທໍາມະຊາດເພື່ອໃຫ້ຜູ້ຄົນເຫັນ; ໃນອີກດ້ານໜຶ່ງ ພຣະອົງຕໍານິວ່າ ມະນຸດບໍ່ຮູ້ຈັກພຣະອົງ. ບໍ່ມີສິ່ງໃດຂັດແຍ້ງໃນສິ່ງນີ້. ຄວາມຈິງແລ້ວ ຖ້າເບິ່ງຢ່າງລະອຽດ ມັນກໍງບໍ່ຍາກທີ່ຈະເຫັນວ່າ ພຣະເຈົ້າບັນລຸເປົ້າໝາຍຂອງພຣະອົງຈາກສອງດ້ານເຫຼົ່ານີ້. ຖ້າພຣະເຈົ້າຕ້ອງສະແດງເຄື່ອງໝາຍບອກ ແລະ ສິ່ງມະຫັດສະຈັນ ທີ່ເໜືອທໍາມະຊາດ ພຣະອົງແມ່ນບໍ່ຈໍາເປັນຕ້ອງຮັບພາລະກິດທີ່ຍິ່ງໃຫຍ່ນີ້. ພຽງພຣະອົງໃຊ້ປາກຂອງພຣະອົງສາບແຊ່ງຜູ້ຄົນໃຫ້ຕາຍ ແລະ ພວກເຂົາກໍຈະຕາຍທັນທີ ແລະ ດ້ວຍເຫດນັ້ນ ທຸກຄົນກໍຈະເຊື່ອພຣະອົງ ແຕ່ສິ່ງນີ້ບໍ່ໄດ້ບັນລຸເປົ້າໝາຍຂອງພຣະເຈົ້າໃນການເປັນເນື້ອໜັງ. ຖ້າພຣະເຈົ້າຈະກະທໍາໃນສິ່ງເຫຼົ່ານັ້ນຢ່າງແທ້ຈິງ ຜູ້ຄົນກໍຈະບໍ່ມີວັນສາມາດເຊື່ອໃນການມີຢູ່ຂອງພຣະອົງຢ່າງມີສະຕິໄດ້. ພວກເຂົາຈະບໍ່ສາມາດມີຄວາມເຊື່ອໄດ້ຢ່າງແທ້ຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະເຂົ້າໃຈຜິດວ່າ ມານຮ້າຍເປັນພຣະເຈົ້າ. ສໍາຄັນໄປກວ່ານັ້ນ ຜູ້ຄົນຈະບໍ່ມີວັນສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລ້ວນີ້ບໍ່ແມ່ນດ້ານໜຶ່ງຂອງຄວາມໝາຍຊີວິດຂອງພຣະເຈົ້າໃນເນື້ອໜັງບໍ? ຖ້າຜູ້ຄົນບໍ່ສາມາດຮູ້ຈັກພຣະເຈົ້າ ແລ້ວພຣະເຈົ້າທີ່ເລື່ອນລອຍ ນັ້ນກໍຄື ພຣະເຈົ້າທີ່ເໜືອທໍາມະຊາດກໍຈະມີອໍານາດໃນທ່າມກາງມະນຸດຕະຫຼອດໄປ. ໃນສິ່ງນີ້ ຜູ້ຄົນຈະບໍ່ຖືກຄອບງໍາໂດຍແນວຄິດຂອງຕົນເອງບໍ? ຖ້າຈະເວົ້າໃຫ້ຈະແຈ້ງກໍຄື, ມັນຈະບໍ່ແມ່ນຊາຕານ ນັ້ນກໍຄືມານຮ້າຍບໍ ທີ່ມີອໍານາດ? “ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາໄດ້ເອົາອໍານາດກັບຄືນມາ? ເປັນຫຍັງເຮົາຈຶ່ງເວົ້າວ່າ ມີຄວາມສໍາຄັນຫຼາຍໃນການບັງເກີດເປັນມະນຸດ?” ໃນເວລາທີ່ພຣະເຈົ້າກາຍເປັນເນື້ອໜັງ ແມ່ນເວລາທີ່ພຣະອົງເອົາອໍານາດກັບຄືນ ແລະ ມັນຍັງແມ່ນເວລາທີ່ຄວາມເປັນພຣະເຈົ້າຂອງພຣະອົງປາກົດອອກມາໂດຍກົງ ເພື່ອດໍາເນີນການ. ທຸກຄົນຈະຮູ້ຈັກພຣະເຈົ້າແຫ່ງຄວາມເປັນຈິງເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ກໍຈະລຶບພື້ນທີ່ຂອງຊາຕານໃນໃຈຂອງພວກເຂົາອອກຢ່າງສິ້ນເຊີງ ແລະ ມອບພື້ນທີ່ອັນເລິກເຊິ່ງຢູ່ໃນຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ໃນອະດີດ ຜູ້ຄົນເຫັນພຣະເຈົ້າໃນສະໝອງຂອງພວກເຂົາເປັນຮູບພາບຂອງຊາຕານ, ເປັນພຣະເຈົ້າທີ່ແນມບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້; ແຕ່ເຖິງຢ່າງນັ້ນ ພວກເຂົາເຊື່ອພຣະເຈົ້າດັ່ງກ່າວນີ້ບໍ່ແມ່ນພຽງແຕ່ມີຕົວຕົນຢູ່ເທົ່ານັ້ນ ແຕ່ສາມາດປະຕິບັດສັນຍານ ແລະ ສິ່ງມະຫັດສະຈັນໃນທຸກຮູບແບບ ແລະ ສາມາດເປີດເຜີຍຄວາມລຶກລັບຫຼາຍຢ່າງ ເຊັ່ນໃບໜ້າທີ່ຂີ້ຮ້າຍຂອງຜູ້ທີ່ຖືກພວກຜີສາດຄອບງໍາ. ສິ່ງນີ້ພິສູດໃຫ້ເຫັນຢ່າງຊັດເຈນວ່າ ພຣະເຈົ້າໃນແນວຄິດຂອງຜູ້ຄົນບໍ່ແມ່ນຮູບພາບຂອງພຣະເຈົ້າ ແຕ່ແມ່ນຮູບພາບຂອງບາງສິ່ງທີ່ນອກເໜືອຈາກພຣະເຈົ້າ. ພຣະເຈົ້າໄດ້ເວົ້າວ່າ ພຣະອົງປາດຖະໜາທີ່ຈະອາໄສຢູ່ໃນໃຈຂອງຜູ້ຄົນພຽງ 0.1 ເປີເຊັນ. ນີ້ແມ່ນມາດຕະຖານສູງສຸດ ທີ່ພຣະເຈົ້າຂໍຈາກມະນຸດ. ຢູ່ເໜືອເປືອກນອກຂອງສິ່ງເຫຼົ່ານັ້ນ ກໍຍັງມີດ້ານທີ່ແທ້ຈິງຂອງພຣະທໍາເຫຼົ່ານີ້. ຖ້າບໍ່ຖືກອະທິບາຍ ຜູ້ຄົນກໍຈະຄິດວ່າ ຄວາມຕ້ອງການຂອງພຣະເຈົ້າສໍາລັບພວກເຂົາແມ່ນຕໍ່າຫຼາຍ ຄືກັບວ່າ ພຣະເຈົ້າໄດ້ເຂົ້າໃຈພວກເຂົາໜ້ອຍທີ່ສຸດ. ນີ້ບໍ່ແມ່ນຄວາມຄິດຂອງມະນຸດບໍ?

ໂດຍຮວມເອົາສິ່ງທີ່ກ່າວມາຂ້າງເທິງ ແລະ ຕົວຢ່າງຂອງເປໂຕຢູ່ດ້ານລຸ່ມ, ຄົນຈະພົບເຫັນວ່າ ເປໂຕຮູ້ຈັກພຣະເຈົ້າດີກວ່າຄົນອື່ນໆຫຼາຍ ເນື່ອງຈາກວ່າ ລາວສາມາດຫັນຫຼັງໃຫ້ພຣະເຈົ້າທີ່ເລື່ອນລອຍ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ. ເປັນຫຍັງຈຶ່ງມີການກ່າວພິເສດກ່ຽວກັບພໍ່ແມ່ຂອງລາວເປັນພວກຜີສາດທີ່ຕໍ່ຕ້ານພຣະເຈົ້າ? ມັນພິສູດໃຫ້ເຫັນວ່າ ເປໂຕບໍ່ໄດ້ສະແຫວງຫາພຣະເຈົ້າໃນໃຈຂອງລາວ. ພໍ່ແມ່ຂອງລາວແມ່ນຕົວແທນຂອງພຣະເຈົ້າທີ່ເລື່ອນລອຍ; ນີ້ແມ່ນສາເຫດທີ່ພຣະເຈົ້າກ່າວເຖິງພວກເຂົາ. ຄົນສ່ວນໃຫຍ່ບໍ່ໃສ່ໃຈກັບຄວາມຈິງນີ້. ກົງກັນຂ້າມ, ພວກເຂົາຕັ້ງໃຈກັບຄໍາອະທິຖານຂອງເປໂຕ. ໃນບາງຄົນ, ຄໍາອະທິຖານຂອງເປໂຕແມ່ນອອກຈາກປາກຂອງພວກເຂົາຕະຫຼອດ, ຢູ່ໃນໃຈຂອງພວກເຂົາຕະຫຼອດ ແຕ່ພວກເຂົາແມ່ນບໍ່ເຄີຍສົມທຽບພຣະເຈົ້າທີ່ເລື່ອນລອຍກັບຄວາມຮູ້ຂອງເປໂຕເລີຍ. ເປັນຫຍັງເປໂຕຈຶ່ງຕ້ານພໍ່ແມ່ຂອງລາວ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ? ເປັນຫຍັງເປໂຕຈຶ່ງພັກດັນຕົວເອງດ້ວຍບົດຮຽນຂອງຄົນລົ້ມເຫຼວ? ເປັນຫຍັງລາວຈຶ່ງຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ? ເປໂຕຮູ້ຈັກວ່າ ທຸກສິ່ງທີ່ເປັນບວກແມ່ນມາຈາກພຣະເຈົ້າ ແລະ ອອກຈາກພຣະອົງໂດຍກົງ ໂດຍບໍ່ຖືກຄອບງໍາໂດຍຊາຕານ. ນີ້ສະແດງໃຫ້ເຫັນວ່າ ພຣະເຈົ້າທີ່ລາວຮູ້ຈັກແມ່ນພຣະເຈົ້າທີ່ແທ້ຈິງ ແລະ ບໍ່ແມ່ນພຣະເຈົ້າທີ່ເໜືອທໍາມະຊາດ. ເປັນຫຍັງຈຶ່ງມີການກ່າວວ່າ ເປໂຕເອົາໃຈໃສ່ກັບການຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆເຊັ່ນກັນ? ຈາກສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ຄວາມລົ້ມເຫຼວຂອງຜູ້ຄົນຕະຫຼອດຍຸກຕ່າງໆ ສ່ວນໃຫຍ່ແລ້ວ ແມ່ນຍ້ອນວ່າ ພວກເຂົາມີຄວາມເຊື່ອ ແລະ ຄວາມຮັກເທົ່ານັ້ນ ພຽງແຕ່ບໍ່ສາມາດຮູ້ຈັກພຣະເຈົ້າແຫ່ງຄວາມຈິງເທົ່ານັ້ນ. ດ້ວຍເຫດນັ້ນ, ຄວາມເຊື່ອຂອງພວກເຂົາຈຶ່ງເລື່ອນລອຍ. ເປັນຫຍັງພຣະເຈົ້າຈຶ່ງກ່າວເຖິງຄວາມເຊື່ອຂອງໂຢບຫຼາຍຄັ້ງ ໂດຍບໍ່ໄດ້ເວົ້າວ່າ ລາວຮູ້ຈັກພຣະເຈົ້າ ແລະ ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ ໂຢບບໍ່ທຽບເທົ່າກັບເປໂຕ? ຄໍາເວົ້າຂອງໂຢບກໍຄື “ຂ້ານ້ອຍໄດ້ຍິນກ່ຽວກັບພຣະອົງໂດຍໄດ້ຍິນຜ່ານຫູ: ແຕ່ດຽວນີ້ຕາຂອງຂ້ານ້ອຍໄດ້ເຫັນພຣະອົງ” ເຊິ່ງສະແດງໃຫ້ເຫັນວ່າ ລາວມີແຕ່ຄວາມເຊື່ອ ແລະ ບໍ່ມີຄວາມຮູ້. ຄໍາເວົ້າທີ່ວ່າ “ຄວາມຂັດແຍ້ງຂອງພໍ່ແມ່ຂອງເປໂຕໄດ້ມອບຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບຄວາມເມດຕາ ແລະ ຄວາມກະລຸນາຂອງເຮົາໃຫ້ແກ່ລາວ” ມັກຈະກໍ່ເກີດໃຫ້ມີຄໍາຖາມຫຼາຍປະການຈາກຄົນສ່ວນໃຫຍ່: ເປັນຫຍັງເປໂຕຈໍາເປັນຕ້ອງມີຄວາມຂັດແຍ້ງເພື່ອຮູ້ຈັກພຣະເຈົ້າ? ເປັນຫຍັງລາວບໍ່ສາມາດຮູ້ຈັກພຣະເຈົ້າໂດຍກົງ? ເປັນຫຍັງລາວຈຶ່ງຮູ້ຈັກຄວາມເມດຕາ ແລະ ຄວາມກະລຸນາເທົ່ານັ້ນ ແລະ ພຣະເຈົ້າບໍ່ໄດ້ເວົ້າກ່ຽວກັບສິ່ງອື່ນໃດເລີຍບໍ? ມະນຸດສາມາດແຕ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າແຫ່ງຄວາມຈິງ ຫຼັງຈາກທີ່ພວກເຂົາຮູ້ວ່າພຣະເຈົ້າເລື່ອນລອຍບໍ່ແມ່ນພຣະເຈົ້າແຫ່ງຄວາມເປັນຈິງ; ເປົ້າໝາຍຂອງພຣະທໍາເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຜູ້ຄົນຂັບໄລ່ພຣະເຈົ້າເລື່ອນລອຍທີ່ຢູ່ໃນໃຈຂອງພວກເຂົາອອກ. ນັບແຕ່ເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ, ຖ້າຜູ້ຄົນໄດ້ຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າມາຕະຫຼອດ ພວກເຂົາກໍຈະສາມາດຍັ່ງຮູ້ເຖິງການກະທໍາຂອງຊາຕານ, ດັ່ງສຸພາສິດຂອງມະນຸດທີ່ວ່າ “ຜູ້ຄົນຈະບໍ່ສັງເກດເຫັນລະດັບຂອງພື້ນດິນຈົນກວ່າພວກເຂົາຈະໄດ້ຂ້າມພູເຂົາ” ເຊິ່ງຄໍາສຸພາສິດນີ້ສະແດງໃຫ້ເຫັນເຖິງເຫດຜົນຂອງພຣະເຈົ້າໃນການກ່າວພຣະທໍາເຫຼົ່ານີ້. ຍ້ອນພຣະອົງປາດຖະໜາທີ່ຈະເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈຢ່າງເລິກເຊິ່ງຂຶ້ນກ່ຽວກັບຕົວຢ່າງທີ່ພຣະອົງໄດ້ສະເໜີ, ພຣະເຈົ້າຈຶ່ງເນັ້ນໃສ່ຄວາມເມດຕາ ແລະ ຄວາມກະລຸນາ ເພື່ອພິສູດໃຫ້ເຫັນວ່າ ຍຸກທີ່ເປໂຕອາໄສຢູ່ແມ່ນຍຸກແຫ່ງພຣະຄຸນ. ຈາກອີກທັດສະນະໜຶ່ງກໍຄື, ສິ່ງນີ້ເປີດເຜີຍໂສມໜ້າຂອງມານຮ້າຍທັງໝົດ ເຊິ່ງເປັນຜູ້ທີ່ບໍ່ເຮັດຫຍັງນອກຈາກທໍາຮ້າຍ ແລະ ເຮັດໃຫ້ມະນຸດເສື່ອມຊາມ, ເຮັດໃຫ້ຄວາມເມດຕາ ແລະ ຄວາມກະລຸນາຂອງພຣະເຈົ້າຍິ່ງແຕກຕ່າງຫຼາຍຂຶ້ນ.

ພຣະເຈົ້າຍັງກ່າວເຖິງຄວາມຈິງກ່ຽວກັບການທົດລອງຂອງເປໂຕ ແລະ ອະທິບາຍເຖິງສະຖານະການຕົວຈິງຂອງພວກເຂົາ. ບົ່ງບອກເພີ່ມເຕີມໃຫ້ຜູ້ຄົນຮູ້ວ່າ ພຣະເຈົ້າແມ່ນບໍ່ໄດ້ມີແຕ່ຄວາມເມດຕາ ແລະ ຄວາມກະລຸນາເທົ່ານັ້ນ ແຕ່ຍັງມີລິດທານຸພາບ ແລະ ຄວາມໂກດຮ້າຍ ແລະ ຜູ້ທີ່ດໍາລົງຊີວິດໃນຄວາມສະຫງົບບໍ່ຈໍາເປັນຕ້ອງດໍາລົງຊີວິດໃນທ່າມກາງພອນຂອງພຣະເຈົ້າ. ການບອກຜູ້ຄົນກ່ຽວກັບປະສົບການຂອງເປໂຕ ຫຼັງຈາກການທົດລອງຂອງລາວ ແມ່ນຍິ່ງເປັນຫຼັກຖານທີ່ຍິ່ງໃຫຍ່ຂອງຄວາມແທ້ຈິງ ກ່ຽວກັບພຣະທໍາຂອງໂຢບທີ່ວ່າ “ພວກເຮົາຈະໄດ້ຮັບສິ່ງທີ່ດີຈາກມືຂອງພຣະເຈົ້າບໍ ແລະ ພວກເຮົາຈະບໍ່ໄດ້ຮັບສິ່ງທີ່ຊົ່ວຮ້າຍບໍ?” ສະນັ້ນ, ຈຶ່ງມີການສະແດງໃຫ້ເຫັນວ່າ ຄວາມຮູ້ຂອງເປໂຕກ່ຽວກັບພຣະເຈົ້າໄດ້ບັນລຸຂອບເຂດທີ່ບໍ່ເຄີຍມີມາກ່ອນຢ່າງແທ້ຈິງ ນັ້ນກໍຄື ເປັນຂອບເຂດທີ່ບໍ່ມີການບັນລຸໂດຍຜູ້ຄົນຂອງຍຸກຕ່າງໆໃນອະດີດ ເຊິ່ງຍັງເປັນໝາກຜົນຂອງການທີ່ລາວຮັບເອົາຄວາມເຊື່ອ ແລະ ຄວາມຮັກຂອງທຸກຄົນທີ່ຮັກພຣະເຈົ້າຕະຫຼອດຍຸກຕ່າງໆ ແລະ ການທີ່ລາວໃຫ້ກໍາລັງໃຈຕົວເອງ ໂດຍໃຊ້ບົດຮຽນຂອງຜູ້ຄົນທີ່ໄດ້ລົ້ມເຫຼວໃນອະດີດ. ຍ້ອນເຫດຜົນດັ່ງກ່າວນີ້, ທຸກຄົນທີ່ໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຈຶ່ງຖືກເອີ້ນວ່າ “ໝາກຜົນ” ແລະ ນັ້ນແມ່ນຮວມທັງເປໂຕ. ຄໍາອະທິຖານຂອງເປໂຕທີ່ມີຕໍ່ພຣະເຈົ້າສະແດງໃຫ້ເຫັນຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໃນໄລຍະການທົດລອງຂອງລາວ. ຢ່າງໃດກໍຕາມ, ຂໍ້ເສຍກໍຄືລາວບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນເຫດຜົນທີ່ວ່າ ເປັນຫຍັງພຣະເຈົ້າຈຶ່ງຂໍ “ອາໄສຢູ່ໃນໃຈຂອງມະນຸດພຽງ 0.1 ເປີເຊັນ” ເທົ່ານັ້ນ ບົນພື້ນຖານຂອງຄວາມຮູ້ຂອງເປໂຕກ່ຽວກັບພຣະອົງ. ແມ່ນແຕ່ເປໂຕ ເຊິ່ງເປັນຄົນທີ່ຮູ້ຈັກພຣະເຈົ້າດີທີ່ສຸດ ຍັງບໍ່ສາມາດເຂົ້າໃຈໄດ້ຢ່າງຖືກຕ້ອງເຖິງຄວາມປະສົງຂອງພຣະເຈົ້າ ສະແດງໃຫ້ເຫັນວ່າ ມະນຸດຂາດຄວາມສາມາດໃນການຮູ້ຈັກພຣະເຈົ້າ ເນື່ອງຈາກພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ; ນີ້ເຮັດໃຫ້ທຸກຄົນຮູ້ຈັກທາດແທ້ຂອງຕົນເອງ. ສອງເງື່ອນໄຂເຫຼົ່ານີ້ ນັ້ນກໍຄື ການທີ່ຜູ້ຄົນຂາດຄວາມສາມາດໃນການຮູ້ຈັກພຣະເຈົ້າ ແລະ ການທີ່ພວກເຂົາຖືກແຊກຊຶມໂດຍຊາຕານຢ່າງສົມບູນ ແມ່ນສິ່ງທີ່ຂັດຂວາງອໍານາດອັນຍິ່ງໃຫຍ່ຂອງພຣະເຈົ້າ ເນື່ອງຈາກວ່າ ພຣະເຈົ້າເຮັດພາລະກິດດ້ວຍພຣະທໍາເທົ່ານັ້ນ, ພຣະອົງບໍ່ຮັບເອົາກິດຈະການໃດໆ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງຢູ່ໃນພື້ນທີ່ອັນແນ່ນອນໃນຫົວໃຈຂອງຜູ້ຄົນ. ແຕ່ເປັນຫຍັງຜູ້ຄົນຈຶ່ງຕ້ອງການບັນລຸພຽງແຕ່ 0.1 ເປີເຊັນເທົ່ານັ້ນເພື່ອຕອບສະໜອງຄວາມປະສົງຂອງພຣະເຈົ້າ? ສິ່ງນີ້ສາມາດອະທິບາຍໂດຍພຣະເຈົ້າວ່າ ເປັນຫຍັງຈຶ່ງບໍ່ໄດ້ສ້າງຄວາມສາມາດນີ້ໃນມະນຸດ. ການຂາດຄວາມສາມາດນີ້, ຖ້າມະນຸດໄດ້ມີຄວາມຮູ້ກ່ຽວກັບພຣະເຈົ້າຮອດ 100 ເປີເຊັນ ທຸກການເຄື່ອນໄຫວຂອງພຣະເຈົ້າກໍຈະແຈ່ມແຈ້ງຄືກັບກາງເວັນສໍາລັບພວກເຂົາ ແລະ ເນື່ອງຈາກທໍາມະຊາດຂອງມຸດ ຜູ້ຄົນຈຶ່ງກະບົດຕໍ່ພຣະເຈົ້າທັນທີ, ພວກເຂົາຈະຢືນຂຶ້ນ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍ ເຊິ່ງນັ້ນຄືຄວາມຮູ້ສຶກຂອງຊາຕານ. ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍປະໝາດມະນຸດ ເນື່ອງຈາກເຫດຜົນທີ່ວ່າ ພຣະອົງໄດ້ວິເຄາະພວກເຂົາຢ່າງລະອຽດແລ້ວ ແລະ ຮູ້ຈັກທຸກສິ່ງກ່ຽວກັບພວກເຂົາດ້ວຍຄວາມແຈ່ມແຈ້ງທີ່ສຸດ ຈົນເຖິງຈຸດທີ່ວ່າ ມີນໍ້າໃນເລືອດຂອງພວກເຂົາຫຼາຍປານໃດກັນແທ້. ແລ້ວທໍາມະຊາດຂອງຄວາມເປັນມະນຸດຈະເປັນແບບນັ້ນໄປອີກດົນປານໃດສໍາລັບພຣະອົງ? ພຣະເຈົ້າບໍ່ເຄີຍເຮັດຜິດພາດ ແລະ ພຣະອົງເລືອກພຣະທໍາຈາກພຣະວັດຈະນະຂອງພຣະອົງດ້ວຍຄວາມແນ່ນອນທີ່ສຸດ. ສະນັ້ນ ຈຶ່ງບໍ່ມີຂໍ້ຂັດແຍ້ງລະຫວ່າງການທີ່ເປໂຕບໍ່ມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ການທີ່ລາວມີຄວາມຮູ້ຫຼາຍທີ່ສຸດກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ ທັງສອງແມ່ນບໍ່ກ່ຽວຂ້ອງກັນຢ່າງສິ້ນເຊີງ. ການທີ່ພຣະເຈົ້າຍົກເລື່ອງຂອງລາວມາເປັນຕົວຢ່າງ ບໍ່ແມ່ນເພື່ອສຸມໃສ່ຄວາມສົນໃຈຂອງຜູ້ຄົນກັບເປໂຕ. ເປັນຫຍັງຄົນຄືໂຢບຈຶ່ງບໍ່ສາມາດຮູ້ຈັກພຣະເຈົ້າ ແຕ່ເປໂຕພັດສາມາດ? ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ ມະນຸດສາມາດໄດ້ຮັບສິ່ງນີ້ ແຕ່ເວົ້າອີກວ່າ ມັນຂຶ້ນຢູ່ກັບອໍານາດທີ່ຍິ່ງໃຫຍ່ຂອງພຣະອົງ? ຜູ້ຄົນມີຄວາມດີໂດຍທໍາມະຊາດແທ້ບໍ? ສິ່ງນີ້ແມ່ນບໍ່ງ່າຍທີ່ຈະໃຫ້ຜູ້ຄົນຮູ້ຈັກ; ບໍ່ມີໃຜຈະຮູ້ເຖິງຄວາມໝາຍພາຍໃນສິ່ງນີ້ ຖ້າເຮົາບໍ່ເວົ້າເຖິງມັນ. ເປົ້າໝາຍຂອງພຣະທໍາເຫຼົ່ານີ້ກໍເພື່ອມອບການຢັ່ງຮູ້ໃຫ້ແກ່ຜູ້ຄົນ ເພື່ອວ່າ ພວກເຂົາຈະສາມາດມີຄວາມເຊື່ອໃນການຮ່ວມມືກັບພຣະເຈົ້າ. ພຽງເມື່ອນັ້ນ ພຣະເຈົ້າຈຶ່ງຈະເຮັດພາລະກິດດ້ວຍການຮ່ວມມືຈາກມະນຸດ. ນັ້ນແມ່ນສະຖານະການຕົວຈິງໃນໂລກແຫ່ງວິນຍານ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ຢ່າງສິ້ນເຊີງ. ການກໍາຈັດພື້ນທີ່ຂອງຊາຕານອອກຈາກຫົວໃຈຂອງມະນຸດ ແລະ ການມອບສິ່ງນັ້ນໃຫ້ແກ່ພຣະເຈົ້າແທນ  ນີ້ຄືຄວາມໝາຍຂອງການຕອບໂຕ້ການໂຈມຕີຂອງຊາຕານ ແລະ ພຽງເມື່ອນັ້ນ ມັນຈຶ່ງສາມາດເວົ້າໄດ້ວ່າ ພຣະຄຣິດໄດ້ລົງມາເທິງແຜ່ນດິນໂລກ ແລະ ພຽງເມື່ອນັ້ນ ມັນຈຶ່ງສາມາດເວົ້າໄດ້ວ່າ  ອານາຈັກເທິງແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດແລ້ວ. 

ໃນຈຸດນີ້, ການກ່າວເຖິງການເປັນແບບຢ່າງ ແລະ ຕົວຢ່າງຂອງເປໂຕເປັນເວລາຫຼາຍພັນປີບໍ່ແມ່ນເພື່ອເວົ້າວ່າ ລາວເປັນຕົວແທນ ແລະ ຕົວຢ່າງເທົ່ານັ້ນ; ພຣະທໍາເຫຼົ່ານີ້ແມ່ນສິ່ງສະທ້ອນເຖິງການຕໍ່ສູ້ໃນໂລກແຫ່ງວິນຍານ. ຊາຕານໄດ້ເຮັດພາລະກິດໃນມະນຸດຕະຫຼອດເວລາ ໂດຍມີຄວາມຫວັງຈະກືນກີນມະນຸດຢ່າງໄຮ້ປະໂຫຍດ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ພຣະເຈົ້າທໍາລາຍໂລກ ແລະ ສູນເສຍພະຍານຂອງພຣະອົງ. ແຕ່ພຣະເຈົ້າກໍໄດ້ເວົ້າວ່າ “ກ່ອນອື່ນໝົດ ເຮົາຈະສ້າງຕົວຢ່າງ ເພື່ອວ່າ ເຮົາອາດຈະໄດ້ຮັບຕໍາແໜ່ງນ້ອຍທີ່ສຸດພາຍໃນໃຈຂອງມະນຸດ. ໃນຂັ້ນຕອນນີ້, ມວນມະນຸດບໍ່ໄດ້ເຮັດໃຫ້ເຮົາພໍໃຈ ຫຼື ຮູ້ຈັກເຮົາຢ່າງຄົບຖ້ວນ; ຢ່າງໃດກໍຕາມ, ຍ້ອນອໍານາດທີ່ຍິ່ງໃຫຍ່ຂອງເຮົາ ມະນຸດຈະໄດ້ອ່ອນນ້ອມຕໍ່ເຮົາຢ່າງສິ້ນເຊີງ ແລະ ຢຸດກະບົດຕໍ່ເຮົາ ແລະ ເຮົາຈະໃຊ້ນີ້ເປັນຕົວຢ່າງໃນການປາບຊາຕານ. ໝາຍຄວາມວ່າ ເຮົາຈະໃຊ້ 0.1 ເປີເຊັນຂອງຫົວໃຈຂອງມະນຸດທີ່ເຮົາໄດ້ອາໄສຢູ່ ເພື່ອປາບທຸກກອງກໍາລັງທີ່ຊາຕານໄດ້ບຸກໂຈມຕີມວນມະນຸດຊາດ”. ດັ່ງນັ້ນ ມື້ນີ້ພຣະເຈົ້າກ່າວເຖິງເປໂຕເປັນຕົວຢ່າງ ເພື່ອວ່າ ລາວອາດຈະຖືກໃຊ້ເປັນແມ່ແບບສໍາລັບມະນຸດທຸກຄົນ ເພື່ອເອົາເປັນແບບຢ່າງ ແລະ ປະຕິບັດຕາມ. ເມື່ອປະກອບກັບບົດທໍາອິດທີ່ກ່າວມາຂ້າງເທິງ, ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມສາມາດທີ່ພຣະເຈົ້າກ່າວ ກ່ຽວກັບສະຖານະການໃນໂລກແຫ່ງວິນຍານ: “ປັດຈຸບັນແມ່ນບໍ່ຄືກັນກັບອະດີດ: ເຮົາຈະເຮັດໃນສິ່ງທີ່ບໍ່ເຄີຍເຫັນມາກ່ອນນັບແຕ່ເວລາຂອງການຊົງສ້າງ, ເຮົາຈະກ່າວພຣະທໍາທີ່ບໍ່ມີໃຜເຄີຍໄດ້ຍິນມາກ່ອນຕະຫຼອດຍຸກຕ່າງໆ ເພາະວ່າ ເຮົາຂໍໃຫ້ທຸກຄົນມາຮູ້ຈັກເຮົາໃນເນື້ອໜັງ”. ຈາກສິ່ງນີ້ ມັນພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ເລີ່ມດໍາເນີນການກັບພຣະທໍາຂອງພຣະອົງໃນປັດຈຸບັນ. ຜູ້ຄົນສາມາດເຫັນສິ່ງທີ່ເກີດຂຶ້ນຢູ່ພາຍນອກເທົ່ານັ້ນ, ພວກເຂົາບໍ່ສາມາດເຫັນສິ່ງທີ່ເກີດຂື້ນຢ່າງແທ້ຈິງໃນໂລກແຫ່ງວິນຍານ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງເວົ້າໂດຍກົງວ່າ “ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງການຄຸ້ມຄອງຂອງເຮົາ, ແຕ່ມະນຸດບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວ. ເຖິງວ່າ ເຮົາຈະໄດ້ເວົ້າແບບທໍາມະດາ ແຕ່ຜູ້ຄົນກໍຍັງສັບສົນ; ມັນຍາກທີ່ຈະເຮັດໃຫ້ພວກເຂົາເຂົ້າໃຈ. ນີ້ບໍ່ແມ່ນຄວາມຕໍ່າຕ້ອຍຂອງມະນຸດບໍ?” ມີພຣະທໍາພາຍໃນພຣະທໍາເຫຼົ່ານີ້: ສິ່ງເຫຼົ່ານັ້ນຊື້ໃຫ້ເຫັນວ່າ ກໍາລັງມີການຕໍ່ສູ້ໃນໂລກແຫ່ງວິນຍານ ຕາມທີ່ໄດ້ອະທິບາຍມາຂ້າງເທິງ.

ຄວາມປະສົງຂອງພຣະເຈົ້າແມ່ນບໍ່ໄດ້ຖືກບັນລຸທັງໝົດ ຫຼັງຈາກການອະທິບາຍສັ້ນໆຂອງພຣະອົງກ່ຽວກັບເລື່ອງລາວຂອງເປໂຕ ດັ່ງນັ້ນ ພຣະເຈົ້າຈຶ່ງເຮັດການຮຽກຮ້ອງກ່ຽວກັບເລື່ອງຂອງເປໂຕດັ່ງລຸ່ມນີ້: “ຕະຫຼອດທົ່ວຈັກກະວານ ແລະ ທ້ອງຟ້າໃນທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ, ທຸກສິ່ງຢູ່ເທິງແຜ່ນດິນໂລກ ແລະ ໃນສະຫວັນແມ່ນໄດ້ມອບຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອຂັ້ນຕອນສຸດທ້າຍຂອງພາລະກິດຂອງເຮົາ. ແນ່ນອນ ພວກເຈົ້າຄົງບໍ່ປາດຖະໜາທີ່ຈະເປັນຜູ້ຊົມ ທີ່ຖືກສັ່ງການໄປມາໂດຍກອງກໍາລັງຂອງ ຊາຕານແມ່ນບໍ?” ຜູ້ຄົນແມ່ນໄດ້ຮັບແສງສະຫວ່າງຢ່າງເລິກເຊິ່ງຫຼັງຈາກອ່ານກ່ຽວກັບຄວາມຮູ້ຂອງເປໂຕ ແລະ ເພື່ອໃຫ້ມີປະສິດທິພາຍຫຼາຍກວ່າເກົ່າ ພຣະເຈົ້າໄດ້ສະແດງໃຫ້ຜູ້ຄົນເຫັນຜົນຮັບຂອງການມົວເມົາ, ການບໍ່ຈໍາກັດ ແລະ ການຂາດຄວາມຮູ້ກ່ຽວກັບພຣະເຈົ້າຂອງພວກເຂົາ; ຍິ່ງໄປກວ່ານັ້ນ ດ້ວຍຄວາມແນ່ນອນ ພຣະອົງໄດ້ບອກມວນມະນຸດອີກຄັ້ງກ່ຽວກັບສິ່ງທີ່ເກີດຂຶ້ນຢ່າງແທ້ຈິງໃນການຕໍ່ສູ້ໃນໂລກແຫ່ງວິນຍານ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງລະມັດລະວັງຫຼາຍຂຶ້ນຕໍ່ການຖືກຊາຕານເອົາໄປ. ຍິ່ງໄປກວ່ານັ້ນ, ມັນຊັດເຈນວ່າ ຖ້າຜູ້ຄົນລົ້ມໃນຄັ້ງນີ້ ພວກເຂົາກໍຈະບໍ່ຖືກພຣະເຈົ້າຊ່ວຍຄືກັນກັບຄັ້ງຜ່ານມາ. ເມື່ອໄດ້ອ່ານຮ່ວມກັນ, ຄໍາເຕືອນເຫຼົ່ານີ້ເຮັດໃຫ້ຄວາມປະທັບໃຈຂອງມະນຸດທີ່ມີຕໍ່ພຣະທໍາຂອງພຣະເຈົ້າເລິກເຊິ່ງຂ້້ນ, ພວກມັນເຮັດໃຫ້ຜູ້ຄົນເຫັນເຖິງຄຸນຄ່າຄວາມເມດຕາຂອງພຣະເຈົ້າຫຼາຍຂຶ້ນ ແລະ ທະນຸຖະໜອມພຣະທໍາແຫ່ງການເຕືອນຂອງພຣະເຈົ້າ ເພື່ອວ່າ ເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນຈະສາມາດບັນລຸໄດ້ຢ່າງແທ້ຈິງ.

ກ່ອນນີ້: ບົດທີ 5

ຕໍ່ໄປ: ກ່ຽວກັບຊີວິດຂອງເປໂຕ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ....

ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?

ຄົນທີ່ຖືກເອົາຊະນະແມ່ນຕົວປະກອບ ແລະ ພຽງແຕ່ຫຼັງຈາກທີ່ຖືກເຮັດໃຫ້ສົມບູນ ຜູ້ຄົນຈຶ່ງໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດແຫ່ງຍຸກສຸດທ້າຍ....

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້