ບົດທີ 8

ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງພຣະວິນຍານ, ນໍ້າສຽງຂອງພຣະອົງແມ່ນແນໃສ່ມະນຸດທຸກຄົນ. ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງມະນຸດ, ນໍ້າສຽງຂອງພຣະອົງແມ່ນແນໃສ່ທຸກຄົນທີ່ປະຕິບັດຕາມການຊີ້ນໍາຂອງພຣະວິນຍານຂອງພຣະອົງ. ເມື່ອພຣະເຈົ້າເວົ້າເປັນບຸກຄົນທີສາມ (ຈາກສິ່ງທີ່ຜູ້ຄົນເອີ້ນວ່າ ທັດສະນະຂອງຜູ້ສັງເກດການ), ພຣະອົງແມ່ນສະແດງພຣະທໍາຂອງພຣະອົງຕໍ່ຜູ້ຄົນໂດຍກົງ ເພື່ອວ່າພວກເຂົາຈະເຫັນພຣະອົງເປັນຜູ້ບັນຍາຍ ແລະ ເບິ່ງຄືກັບວ່າ ສໍາລັບພວກເຂົາແລ້ວ ສິ່ງທີ່ອອກມາຈາກປາກຂອງພຣະອົງ ແມ່ນສິ່ງທີ່ບໍ່ມີຈໍາກັດ ທີ່ມະນຸດບໍ່ມີຄວາມຮູ້ ແລະ ເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ບໍ່ແມ່ນແນວນັ້ນບໍ? ເມື່ອພຣະເຈົ້າເວົ້າຈາກທັດສະນະຂອງພຣະວິນຍານ, ມະນຸດທຸກຄົນກໍຕົກຕະລຶງ. “ຄວາມຮັກຂອງມະນຸດທີ່ມີຕໍ່ເຮົາແມ່ນໜ້ອຍຫຼາຍ ແລະ ສັດທາຂອງພວກເຂົາທີ່ມີໃນຕົວເຮົາກໍໜ້ອຍຢ່າງເປັນຕາສົມເພດເຊັ່ນກັນ. ຖ້າເຮົາບໍ່ໄດ້ແນການໂຈມຕີດ້ວຍພຣະທໍາຂອງເຮົາໃສ່ຈຸດອ່ອນຂອງມະນຸດ ພວກເຂົາກໍຈະໂອ້ອວດ ແລະ ເວົ້າເກີນຄວາມຈິງ, ເວົ້າຂີ້ຄຸຍ ແລະ ມີທິດສະດີທີ່ໂອ້ອວດ ຄືກັບວ່າ ພວກເຂົາຮອບຮູ້ ແລະ ຮູ້ໝົດທຸກຢ່າງ ກ່ຽວກັບບັນຫາທາງແຜ່ນດິນໂລກ”. ພຣະທໍາເຫຼົ່ານີ້ບໍ່ພຽງແຕ່ເປີດເຜີຍມະນຸດຕາມທີ່ພວກເຂົາເປັນຢ່າງແທ້ຈິງ ແລະ ຕໍາແໜ່ງທີ່ພຣະເຈົ້າມີໃນຫົວໃຈຂອງມະນຸດເທົ່ານັ້ນ, ແຕ່ຍັງເປີດເຜີຍຊີວິດທັງໝົດຂອງມະນຸດອີກດ້ວຍ. ແຕ່ລະຄົນເຊື່ອວ່າ ພວກເຂົາພິເສດ ແຕ່ບໍ່ຮູ້ແມ່ນແຕ່ວ່າ ມີຄໍາທີ່ຮຽກວ່າ “ພຣະເຈົ້າ”. ດັ່ງນັ້ນ, ພວກເຂົາມີທິດສະດີທີ່ໂອ້ອວດ. ຢ່າງໃດກໍຕາມ, ການ “ມີທິດສະດີທີ່ໂອ້ອວດ” ບໍ່ແມ່ນ “ການເວົ້າ” ໃນລັກສະນະທີ່ວ່າ ຜູ້ຄົນເຂົ້າໃຈມັນ. ກົງກັນຂ້າມ, ມັນໝາຍຄວາມວ່າ ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ. ທຸກສິ່ງທີ່ພວກເຂົາເຮັດ, ທຸກການກະທໍາທີ່ພວກເຂົາກະທໍາແມ່ນກົງກັນຂ້າມກັບພຣະເຈົ້າ ແລະ ຕໍ່ຕ້ານພຣະອົງໂດຍກົງ ແລະ ທາດແທ້ຂອງການກະທໍາຂອງພວກເຂົາກໍມາຈາກຊາຕານ ແລະ ຕໍ່ຕ້ານກັບພຣະເຈົ້າ ແລະ ມີເຈດຕະນາທີ່ຈະເປັນອິດສະຫຼະ ເຊິ່ງຂັດກັບຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນເຫດຜົນທີ່ພຣະເຈົ້າໄດ້ເວົ້າວ່າ ມະນຸດແມ່ນລ້ວນແລ້ວແຕ່ມີທິດສະດີທີ່ໂອ້ອວດ. ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ ການໂຈມຕີດ້ວຍພຣະທໍາຂອງພຣະອົງແມ່ນແນໃສ່ຈຸດອ່ອນຂອງມະນຸດ? ນັ້ນກໍຍ້ອນວ່າ ຕາມເຈດຕະນາຂອງພຣະເຈົ້າແລ້ວ, ຖ້າພຣະອົງບໍ່ໄດ້ເປີດເຜີຍສິ່ງທີ່ເຊື່ອງຊ້ອນຢູ່ສ່ວນເລິກໃນຫົວໃຈຂອງຜູ້ຄົນ ແລ້ວກໍຈະບໍ່ມີໃຜອ່ອນນ້ອມ; ສະນັ້ນ, ຜູ້ຄົນຈະບໍ່ເຂົ້າໃຈຕົວເອງ ແລະ ພວກເຂົາຈະບໍ່ມີຄວາມເຄົາລົບບູຊາພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າເຈດຕະນາຂອງຜູ້ຄົນບໍ່ຖືກເປີດເຜີຍ ແລ້ວພວກເຂົາກໍຈະບໍ່ກ້າເຮັດຫຍັງ. ບາງເທື່ອກໍອາດຈະສາບແຊ່ງສະຫວັນ ຫຼື ພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນຈຸດອ່ອນຂອງມະນຸດ. ດັ່ງນັ້ນ, ພຣະເຈົ້າຈຶ່ງເວົ້າວ່າ: “ເຮົາເດີນທາງໄປທຸກແຈມຸມຂອງໂລກຈັກກະວານໃນການຊອກຫາຢ່າງຕໍ່ເນື່ອງເຖິງຜູ້ທີ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ເໝາະສົມສໍາລັບການໃຊ້ງານຂອງເຮົາ”. ຖ້ອຍຄໍານີ້ ພ້ອມກັບສິ່ງທີ່ຖືກກ່າວຕໍ່ມາ ກ່ຽວກັບການຄໍານັບອານາຈັກທີ່ດັງຂຶ້ນຢ່າງເປັນທາງການ ແມ່ນເຮັດໃຫ້ເຫັນຢ່າງຊັດເຈນວ່າ ພຣະວິນຍານຂອງພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ຢູ່ເທິງແຜ່ນດິນໂລກ; ພຽງແຕ່ວ່າ ມະນຸດບໍ່ສາມາດເຫັນສິ່ງນັ້ນດ້ວຍຕາເປົ່າຂອງພວກເຂົາເອງເທົ່ານັ້ນ. ໃນເມື່ອມີການກ່າວໄວ້ວ່າ ພຣະວິນຍານໄດ້ປະຕິບັດພາລະກິດໃໝ່ຢູ່ເທິງແຜ່ນດິນໂລກ, ໂລກຈັກກະວານທັງໝົດກໍຈະປະສົບກັບການປ່ຽນແປງທີ່ສໍາຄັນຫຼາຍຢ່າງ: ບຸດຂອງພຣະເຈົ້າ ແລະ ປະຊາຊົນຂອງພຣະເຈົ້າເລີ່ມຍອມຮັບການເປັນພະຍານຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ຍິ່ງໄປກວ່ານັ້ນ ທຸກສາສະໜາ ແລະ ນິກາຍ, ທຸກຊົນຊັ້ນຂອງສັງຄົມ ແລະ ທຸກສະຖານທີ່ກໍຈະຍອມຮັບສິ່ງນັ້ນໃນລະດັບທີ່ແຕກຕ່າງກັນໄປ. ມັນແມ່ນການເຄື່ອນໄຫວທີ່ຍິ່ງໃຫຍ່ຂອງໂລກຈັກກະວານໃນໂລກແຫ່ງວິນຍານ. ມັນເຮັດໃຫ້ໂລກສາສະໜາທັງໝົດສັ່ນສະເທືອນເຖິງໃຈກາງຂອງມັນ ເຊິ່ງບາງສ່ວນແມ່ນໝາຍເຖິງ “ແຜ່ນດິນໄຫວ” ທີ່ໄດ້ກ່າວໄວ້ກ່ອນໜ້ານັ້ນ. ຕໍ່ໄປ ທາງທູດສະຫວັນຈະເລີ່ມພາລະກິດຂອງພວກເຂົາຢ່າງເປັນທາງການ ແລະ ປະຊາຊົນຂອງອິດສະຣາແອນກໍຈະກັບຄືນສູ່ເຮືອນຂອງພວກເຂົາ ໂດຍຈະບໍ່ໄດ້ພະເນຈອນອີກຕໍ່ໄປ ແລະ ທຸກຄົນໃນນັ້ນທັງໝົດກໍຈະຍອມຮັບເອົາການລ້ຽງດູ. ກົງກັນຂ້າມ, ຊາວເອຢິບແມ່ນພາກັນເລີ່ມແຍກອອກຈາກຂອບເຂດຂອງຄວາມລອດພົ້ນຂອງເຮົາ; ນັ້ນກໍຄື ພວກເຂົາໄດ້ຮັບການຂ້ຽນຕີຂອງເຮົາ (ແຕ່ນັ້ນຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການເທື່ອ). ສະນັ້ນ, ເມື່ອໂລກປະສົບກັບການປ່ຽນແປງທີ່ຍິ່ງໃຫຍ່ເຫຼົ່ານີ້ຢ່າງຕໍ່ເນື່ອງ, ມັນຍັງແມ່ນເວລາທີ່ການຄໍານັບອານາຈັກໄດ້ດັງຂຶ້ນຢ່າງເປັນທາງການ ເຊິ່ງເປັນເວລາທີ່ຜູ້ຄົນໄດ້ເອີ້ນວ່າ “ເວລາທີ່ພຣະວິນຍານທີ່ຮຸນແຮງເຈັດເທົ່າໄດ້ເລີ່ມເຮັດພາລະກິດ”. ທຸກຄັ້ງທີ່ພຣະເຈົ້າເຮັດພາລະກິດແຫ່ງການຟື້ນຟູ, ໃນໄລຍະເຫຼົ່ານີ້ (ຫຼື ໃນໄລຍະການປ່ຽນແປງເຫຼົ່ານີ້), ບໍ່ມີໃຜສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ. ດັ່ງນັ້ນ, ພຣະທໍາຂອງພຣະເຈົ້າທີ່ວ່າ “ເມື່ອຜູ້ຄົນສູນເສຍຄວາມຫວັງ” ກໍເກີດເປັນຈິງ. ນອກຈາກນັ້ນ, ໃນແຕ່ລະໄລຍະຂອງການປ່ຽນເຫຼົ່ານີ້, ເມື່ອມະນຸດສູນເສຍຄວາມຫວັງ ຫຼື ເມື່ອພວກເຂົາຮູ້ສຶກວ່າ ນີ້ແມ່ນກະແສທີ່ຜິດ, ພຣະເຈົ້າແມ່ນໄດ້ເລີ່ມໃໝ່ ແລະ ດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ຈາກເວລາແຫ່ງການຊົງສ້າງຈົນຮອດປັດຈຸບັນ, ພຣະເຈົ້າໄດ້ຟື້ນພາລະກິດຂອງພຣະອົງ ແລະ ປ່ຽນວິທີການຂອງພາລະກິດຂອງພຣະອົງດ້ວຍລັກສະນະດັ່ງກ່າວ. ເຖິງແມ່ນວ່າຄົນສ່ວນໃຫຍ່ ໃນລະດັບທີ່ແຕກຕ່າງກັນ ຈະສາມາດເຂົ້າໃຈບາງພາກສ່ວນຂອງພາລະກິດນີ້, ແຕ່ຢ່າງໃດກໍຕາມ ໃນທີ່ສຸດແລ້ວ ພວກເຂົາກໍຖືກໄຫຼພັດໄປໂດຍກະແສນໍ້າທີ່ຮຸນແຮງ ເນື່ອງຈາກພວກເຂົາມີວຸດທິພາວະທີ່ຕໍ່າເກີນໄປ; ພວກເຂົາບໍ່ສາມາດເຂົ້າໃຈຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກກໍາຈັດ. ຢ່າງໃດກໍຕາມ, ນີ້ຍັງແມ່ນວິທີທີ່ພຣະເຈົ້າເຮັດໃຫ້ຜູ້ຄົນບໍລິສຸດ ແລະ ນີ້ແມ່ນການພິພາກສາຂອງພຣະເຈົ້າທີ່ມີຕໍ່ຄວາມຄິດທີ່ຫຼ້າສະໄໝຂອງມະນຸດ. ຍິ່ງຜູ້ຄົນມີພື້ນຖານຫຼາຍສໍ່າໃດ ຄວາມຄິດທາງສາສະໜາຂອງພວກເຂົາກ່ຽວກັບພຣະເຈົ້າກໍຍິ່ງຫຼາຍຂຶ້ນສໍ່ານັ້ນ ເຊິ່ງມັນຍາກສໍາລັບພວກເຂົາທີ່ຈະປ່ອຍວາງ; ພວກເຂົາຍຶດຕິດກັບສິ່ງເກົ່າສະເໝີ ແລະ ມັນຍາກສໍາລັບພວກເຂົາທີ່ຈະຍອມຮັບແສງສະຫວ່າງໃໝ່. ໃນອີກດ້ານໜຶ່ງ, ຖ້າຄົນໃດໜຶ່ງກໍາລັງຢືນຢູ່ ຄົນນັ້ນກໍຕ້ອງມີພື້ນຖານບາງຢ່າງເພື່ອຢືນຢູ່ ແຕ່ຄົນສ່ວນໃຫຍ່ຍັງມີຄວາມຫຍຸ້ງຍາກໃນການປ່ອຍວາງຄວາມຄິດຂອງພວກເຂົາ. ນີ້ແມ່ນຄວາມຈິງ ໂດຍສະເພາະຢ່າງຍິ່ງກ່ຽວກັບຄວາມຄິດຂອງພວກເຂົາ ທີ່ມີຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ ເຊິ່ງເປັນປະເດັນທີ່ເຫັນໄດ້ຢ່າງຊັດເຈນ.

ໃນພຣະທໍາປັດຈຸບັນ, ພຣະເຈົ້າເວົ້າຫຼາຍຢ່າງກ່ຽວກັບນິມິດ ແລະ ບໍ່ຈໍາເປັນຕ້ອງບັນຍາຍຢ່າງລະອຽດ. ຫຼັກໆ ພຣະເຈົ້າແມ່ນເວົ້າເຖິງການສ້າງຄຣິສຕະຈັກ ເຊິ່ງໄດ້ວາງພື້ນຖານສໍາລັບການສ້າງອານາຈັກ. ໂດຍສະເພາະແລ້ວ ໃນຂະນະທີ່ຄຣິສຕະຈັກຖືກສ້າງ ເປົ້າໝາຍຫຼັກແມນເພື່ອຊັກຈູງຜູ້ຄົນທັງດ້ານຫົວໃຈ ແລະ ຄໍາເວົ້າ ເຖິງວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຕາຂອງພວກເຂົາເອງກໍຕາມ. ເຖິງແມ່ນວ່າພວກເຂົາຈະຍຶດຖືຄວາມສັດທາໃນຫົວໃຈຂອງພວກເຂົາ, ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ ຍ້ອນໃນຂັ້ນຕອນນັ້ນແມ່ນບໍ່ສາມາດຈໍາແນກພຣະອົງຈາກຜູ້ຄົນ. ໃນຍຸກແຫ່ງອານາຈັກ, ທຸກຄົນຕ້ອງສະແດງຄວາມເຊື່ອຢ່າງແຮງກ້າໃນໃຈຂອງພວກເຂົາ, ຖ້ອຍຄໍາຂອງພວກເຂົາ ແລະ ດວງຕາຂອງພວກເຂົາ. ນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ເພື່ອທີ່ຈະໃຫ້ທຸກຄົນສະແດງຄວາມເຊື່ອຢ່າງແຮງກ້າໃນໃຈ, ຖ້ອຍຄໍາ ແລະ ດວງຕາຂອງພວກເຂົາ, ພວກເຂົາຕ້ອງໄດ້ຮັບອະນຸຍາດໃຫ້ຮູ້ຈັກພຣະເຈົ້າທີ່ດໍາລົງຊີວິດໃນເນື້ອໜັງດ້ວຍຕາຂອງພວກເຂົາເອງ ໂດຍທີ່ບໍ່ໄດ້ຖືກບີບບັງຄັບ ຫຼື ພຽງແຕ່ຄວາມເຊື່ອທໍາມະດາເທົ່ານັ້ນ, ແຕ່ດ້ວຍຄວາມຮູ້ທີ່ມາຈາກຄວາມເຊື່ອຢ່າງແຮງກ້າໃນໃຈ ແລະ ປາກຂອງພວກເຂົາ. ດັ່ງນັ້ນ, ໃນຂັ້ນຕອນນີ້ຂອງການສ້າງຕັ້ງ ແມ່ນບໍ່ມີການຕໍ່ສູ້ ແລະ ການຂ້າກັນ. ກົງກັນຂ້າມ, ຜູ້ຄົນຈະຖືກນໍາພາໄປສູ່ແສງສະຫວ່າງດ້ວຍວິທີທາງແຫ່ງພຣະທໍາຂອງພຣະເຈົ້າ ແລະ ຜ່ານສິ່ງນີ້ ພວກເຂົາຈະສາມາດສະແຫວງຫາ ແລະ ຄົ້ນຫາ ເພື່ອວ່າພວກເຂົາຈະສາມາດຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງມີສະຕິ. ດັ່ງນັ້ນ, ສໍາລັບພຣະເຈົ້າແລ້ວ ຂັ້ນຕອນນີ້ຂອງພາລະກິດແມ່ນງ່າຍທີ່ສຸດ, ພຣະອົງປ່ອຍໃຫ້ທໍາມະຊາດດໍາເນີນໄປຕາມແນວທາງຂອງມັນ ແລະ ບໍ່ຕໍ່ຕ້ານກັບມະນຸດຊາດ. ໃນທີ່ສຸດ ມັນກໍຈະນໍາພາມະນຸດມາຮູ້ຈັກກ່ຽວກັບພຣະເຈົ້າໂດຍທໍາມະຊາດ, ສະນັ້ນ ຈົ່ງຢ່າໄດ້ເປັນຫ່ວງ ຫຼື ກັງວົນໃຈເລີຍ. ເມື່ອພຣະເຈົ້າເວົ້າວ່າ “ສະພາບຂອງການຕໍ່ສູ້ຂອງໂລກແຫ່ງວິນຍານແມ່ນຖືກອະທິບາຍຢ່າງລະອຽດໂດຍກົງໃນທ່າມກາງປະຊາຊົນຂອງເຮົາທຸກຄົນ”, ພຣະອົງແມ່ນໝາຍຄວາມວ່າ ເມື່ອຜູ້ຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເລີ່ມຮູ້ຈັກພຣະເຈົ້າ, ແຕ່ລະຄົນບໍ່ພຽງແຕ່ຈະຖືກຊາຕານລໍ້ລວງຢູ່ພາຍໃນ ແຕ່ພວກເຂົາອາດຍັງຈະຖືກຊາຕານລໍ້ລວງໃນຄຣິສຕະຈັກອີກດ້ວຍ. ຢ່າງໃດກໍຕາມ, ນີ້ແມ່ນເສັ້ນທາງທີ່ທຸກຄົນຕ້ອງເດີນ, ສະນັ້ນ ທຸກຄົນບໍ່ຕ້ອງຕື່ນຕົກໃຈ. ການລໍ້ລວງຂອງຊາຕານອາດມາໃນຫຼາຍຮູບແບບ. ບາງຄົນອາດປະລະ ຫຼື ປະຖິ້ມສິ່ງທີ່ພຣະເຈົ້າເວົ້າ ແລະ ອາດເວົ້າສິ່ງທີ່ເປັນລົບ ເພື່ອເຮັດໃຫ້ຄວາມເປັນບວກຂອງຜູ້ຄົນທົດຖອຍລົງ; ຢ່າງໃດກໍຕາມ, ໂດຍທົ່ວໄປແລ້ວ ຄົນດັ່ງກ່າວຈະບໍ່ສາມາດເອົາຊະນະໃຈຜູ້ອື່ນເພຶ່ອມາຢູ່ຂ້າງພວກເຂົາໄດ້. ສິ່ງນີ້ແມ່ນຍາກທີ່ຈະຢັ່ງເຖິງ. ເຫດຜົນຫຼັກສໍາລັບສິ່ງນີ້ຄື: ຄົນດັ່ງກ່າວອາດຍັງຕັ້ງໜ້າໃນການເຂົ້າຮ່ວມປະຊຸມ ແຕ່ພວກເຂົາກໍຍັງບໍ່ຊັດເຈນກ່ຽວກັບນິມິດ. ຖ້າຄຣິສຕະຈັກບໍ່ປ້ອງກັນຈາກພວກເຂົາ, ຄຣິສຕະຈັກທັງໝົດກໍຈະຖືກຊັກຈູງດ້ວຍຄວາມຄິດລົບຂອງພວກເຂົາ ໃນການຕອບກັບພຣະເຈົ້າຢ່າງບໍ່ເຕັມໃຈ ແລະ ດ້ວຍເຫດນັ້ນ ກໍຈະບໍ່ສົນໃຈກັບພຣະທໍາຂອງພຣະເຈົ້າ ແລະ ນີ້ກໍຈະໝາຍຄວາມວ່າ ເປັນການຕົກເຂົ້າສູ່ການລໍ້ລວງຂອງຊາຕານໂດຍກົງ. ຄົນດັ່ງກ່າວອາດບໍ່ກະບົດຕໍ່ພຣະເຈົ້າໂດຍກົງ ແຕ່ຍ້ອນພວກເຂົາບໍ່ສາມາດຢັ່ງເຖິງພຣະທໍາຂອງພຣະເຈົາ ແລະ ບໍ່ຮູ້ຈັກພຣະເຈົ້າ, ພວກເຂົາອາດເຖິງກັບຈົ່ມວ່າ ຫຼື ມີຫົວໃຈທີ່ເຕັມໄປດ້ວຍຄວາມແຄ້ນ. ພວກເຂົາອາດເວົ້າວ່າ ພຣະເຈົ້າໄດ້ປະຖິ້ມພວກເຂົາ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ. ພວກເຂົາອາດປາດຖະໜາຢາກໜີໄປ ແຕ່ພວກເຂົາມີຄວາມຢ້ານກົວເລັກນ້ອຍ ແລະ ພວກເຂົາອາດເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ໄດ້ມາຈາກພຣະເຈົ້າ ແຕ່ກົງກັນຂ້າມແມ່ນພາລະກິດຂອງວິນຍານຊົ່ວຮ້າຍ.

ເປັນຫຍັງພຣະເຈົ້າຈຶ່ງກ່າວເຖິງເປໂຕເປັນປະຈໍາ? ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ ແມ່ນແຕ່ໂຢບກໍບໍ່ສາມາດທຽບເທົ່າກັບລາວໄດ້? ການເວົ້າເຊັ່ນນັ້ນບໍ່ພຽງແຕ່ເຮັດໃຫ້ຜູ້ຄົນເອົາໃຈໃສ່ກັບການກະທໍາຂອງເປໂຕ ແຕ່ຍັງເຮັດໃຫ້ພວກເຂົາປະຖິ້ມຕົວຢ່າງທັງໝົດທີ່ພວກເຂົາມີໃນໃຈຂອງພວກເຂົາ, ແມ່ນແຕ່ຕົວຢ່າງຂອງໂຢບ ທີ່ມີຄວາມເຊື່ອຫຼາຍທີ່ສຸດ ກໍບໍ່ຖືກລະເວັ້ນ. ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດບັນລຸຜົນໄດ້ຫຼາຍຂຶ້ນ ເຊິ່ງຜູ້ຄົນສາມາດປະຖິ້ມທຸກສິ່ງ ໃນການພະຍາຍາມຮຽນແບບເປໂຕ ແລະ ໃນການເຮັດເຊັ່ນນັ້ນ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າກໍຈະກ້າວໄປຂ້າງໜ້າ. ພຣະເຈົ້າສະແດງໃຫ້ຜູ້ຄົນເຫັນເສັ້ນທາງແຫ່ງການປະຕິບັດ ທີ່ເປໂຕໄດ້ເດີນເພື່ອການຮູ້ຈັກພຣະເຈົ້າ ແລະ ເປົ້າໝາຍໃນການເຮັດເຊັ່ນນັ້ນແມ່ນເພື່ອມອບຈຸດອ້າງອີງໃຫ້ແກ່ຜູ້ຄົນ. ຫຼັງຈາກນັ້ນ ພຣະເຈົ້າກໍໄດ້ທໍານວາຍໜຶ່ງໃນບັນດາຫົນທາງທີ່ຊາຕານຈະໃຊ້ລໍ້ລວງມະນຸດ ເມື່ອພຣະອົງເວົ້າວ່າ “ຢ່າງໃດກໍຕາມ, ຖ້າເຈົ້າເຢັນຊາ ແລະ ບໍ່ໃສ່ໃຈກັບພຣະທໍາຂອງເຮົາ ເຈົ້າກໍຈະຕໍ່ຕ້ານເຮົາໂດຍທີ່ບໍ່ຕ້ອງສົງໄສເລີຍ. ນີ້ແມ່ນຄວາມຈິງ”. ໃນພຣະທໍາເຫຼົ່ານີ້ ພຣະເຈົ້າທໍານວາຍລ່ວງໜ້າເຖິງແຜນການອຸບາຍທີ່ຊາຕານຈະພະຍາຍາມໃຊ້; ສິ່ງເຫຼົ່ານັ້ນແມ່ນເປັນຄໍາເຕືອນ. ມັນເປັນໄປບໍ່ໄດ້ ທີ່ທຸກຄົນຈະສາມາດເມີນເສີຍຕໍ່ພຣະທໍາຂອງພຣະເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ບາງຄົນກໍຈະເປັນສະເລີຍຂອງການລໍ້ໃຈນີ້. ດັ່ງນັ້ນ, ໃນທີ່ສຸດ ພຣະເຈົ້າຈຶ່ງກ່າວໂດຍເນັ້ນວ່າ “ຖ້າພວກເຈົ້າບໍ່ຮູ້ຈັກພຣະທໍາຂອງເຮົາ ແລະ ບໍ່ຍອມຮັບພວກມັນ ແລະ ເອົາພວກມັນມາປະຕິບັດ, ພວກເຈົ້າກໍຈະກາຍເປັນເປົ້າໝາຍແຫ່ງການຂ້ຽນຕີຂອງເຮົາຢ່າງຫຼີກເວັ້ນບໍ່ໄດ້! ພວກເຈົ້າຈະກາຍເປັນເຫຍື່ອຂອງຊາຕານຢ່າງແນ່ນອນ!” ນີ້ແມ່ນຄໍາແນະນໍາຂອງພຣະເຈົ້າທີ່ມີຕໍ່ມະນຸດ. ແຕ່ໃນທີ່ສຸດແລ້ວ ດັ່ງທີ່ພຣະເຈົ້າໄດ້ທໍານວາຍໄວ້ລວງໜ້າ, ຄົນສ່ວນໜຶ່ງຈະຕົກເປັນເຫຍື່ອຂອງຊາຕານຢ່າງຫຼີກເວັ້ນບໍ່ໄດ້.

ກ່ອນນີ້: ກ່ຽວກັບຊີວິດຂອງເປໂຕ

ຕໍ່ໄປ: ບົດທີ 9

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ

ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ...

ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້