3. ໃນຄວາມເຊື່ອໃນພຣະເຈົ້າ, ເຈົ້າຄວນສ້າງຄວາມສຳພັນປົກກະຕິກັບພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ ຫຼື ຕໍ່ຕ້ານພຣະເຈົ້າ, ເຈົ້າຕ້ອງບໍ່ເຮັດມັນຢ່າງແນ່ນອນ ແລະ ເຈົ້າຕ້ອງບໍ່ເຮັດສິ່ງທີ່ລົບກວນວຽກງານ ຫຼື ຊີວິດໃນຄຣິສຕະຈັກ. ຈົ່ງມີຄວາມຍຸຕິທຳ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ ແລະ ຮັບປະກັນວ່າມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າຕ້ອງສາມາດເອົາຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າກ່ອນ, ໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍທີ່ບໍ່ເຮັດຫຍັງທີ່ເຫັນແກ່ຕົວ ຫຼື ເປັນຕາລັງກຽດ, ມັກໄຕ່ຕອງກ່ຽວກັບຕົນເອງ. ໃນລັກສະນະນີ້, ເຈົ້າຈະສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະກາຍມາເປັນສິ່ງທີ່ປົກກະຕິຢ່າງສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງກວດສອບເບິ່ງວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາດປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນມາດຕະຖານຕໍ່າສຸດ. ໃຫ້ເບິ່ງເຈດຕະນາຂອງເຈົ້າ ແລະ ຖ້າເຈົ້າຄົ້ນພົບວ່າເຈດຕະນາທີ່ບໍ່ຖືກຕ້ອງປາກົດຂຶ້ນ, ຈົ່ງສາມາດກະບົດຕໍ່ພວກມັນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ; ສະນັ້ນ ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອພຣະເຈົ້າ, ບໍ່ແມ່ນເພື່ອຕົວເຈົ້າເອງ. ໃນທຸກສິ່ງທີ່ເຈົ້າເຮັດ ແລະ ທຸກສິ່ງທີ່ເຈົ້າເວົ້າ, ສາມາດວາງຫົວໃຈໃຫ້ຖືກຕ້ອງ ແລະ ຊອບທຳໃນການກະທຳຂອງເຈົ້າ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປະສົງຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ສິ່ງເລັກໆນ້ອຍໆສາມາດເປີດເຜີຍເຈດຕະນາ ແລະ ວຸດທິພາວະຂອງຜູ້ຄົນ ແລະ ສະນັ້ນ ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ພວກເຂົາຕ້ອງແກ້ໄຂເຈດຕະນາຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກ່ອນ. ມີແຕ່ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ, ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້; ມີແຕ່ເມື່ອນັ້ນ, ການລິຮານ, ການລົງວິໄນ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະບັນລຸຜົນທີ່ປາຖະໜາໄວ້ຂອງພວກມັນໃນຕົວເຈົ້າ. ນັ້ນໝາຍຄວາມວ່າ ຖ້າມະນຸດສາມາດຮັກສາພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໃນຄວາມຮູ້ສຶກດ້ານເນື້ອໜັງ), ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າສາມາດເຮັດແບບນີ້ໄດ້, ແລ້ວເປົ້າໝາຍທີ່ເຈົ້າສະແຫວງຫາກໍຈະຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການເຮັດໃຫ້ຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າຖືກຕ້ອງແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງທາງຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມະນຸດບໍ່ສາມາດປ່ຽນແປງໄດ້, ບໍ່ວ່າເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ຖືກຮັບເອົາໂດຍພຣະອົງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ກະບົດ ແຕ່ວ່າຕາບໃດທີ່ມຸມມອງຂອງເຈົ້າ ແລະ ເຈດຕະນາຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຖືກຕ້ອງ ແລະ ເປັນປົກກະຕິ, ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າມີຄວາມເຊື່ອເພື່ອໃຜ ແລະ ເປັນຫຍັງເຈົ້າຈຶ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ປະຕິບັດໂດຍທີ່ມີມຸມມອງທີ່ຖືກຕ້ອງ, ແລ້ວເຈົ້າກໍ່ຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງແນ່ນອນ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າຜິດປົກກະຕິ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະເປົ່າປະໂຫຍດ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ມີແຕ່ຫຼັງຈາກທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າຈຶ່ງຈະໄດ້ຮັບຄຳຍ້ອງຍໍຈາກພຣະອົງ ເມື່ອເຈົ້າກະບົດຕໍ່ເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ອ່ອນນ້ອມ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆອີກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ແມ່ນຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະກໍາຈັດຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ແລະ ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າຈະສາມາດໄດ້ຮັບທາງເຂົ້າທີ່ເລິກເຊິ່ງຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ໃນລະດັບທີ່ສູງຂຶ້ນ; ໃນທາງລົບ, ເຈົ້າຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າ ແລະ ເຈົ້າຈະຊອກຫາຫຼາຍຂຶ້ນ ແລະ ສະແຫວງຫາຫຼາຍຂຶ້ນເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ຄິດລົບ, ເຈົ້າຈະສາມາດກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ສະແດງວ່າເຈົ້າເປັນຄົນຖືກຕ້ອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ຖ້າເຈົ້າຢາກສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ຫົວໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ; ໂດຍຖືເອົາສິ່ງນີ້ເປັນພື້ນຖານ ແລ້ວເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນຂອງເຈົ້າກັບຄົນອື່ນ, ບໍ່ວ່າເຈົ້າຈະເຮັດວຽກໜັກສໍ່າໃດ ຫຼື ບໍ່ວ່າເຈົ້າຈະທຸ້ມເທກຳລັງຫຼາຍສໍ່າໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາຂອງມະນຸດສຳລັບຄວາມສໍາພັນທາງໂລກ. ເຈົ້າຈະປົກປ້ອງຕໍາແໜ່ງຂອງເຈົ້າຢູ່ທ່າມກາງຜູ້ຄົນ ແລະ ຮັກສາການຍົກຍ້ອງຂອງພວກເຂົາຜ່ານທັດສະນະຂອງມະນຸດ ແລະ ປັດຊະຍາຂອງມະນຸດ, ແທນທີ່ຈະສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິຕາມພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຜູ້ຄົນ ແລະ ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າແທນ, ຖ້າເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະອ່ອນນ້ອມຕໍ່ພຣະອົງ, ແລ້ວຄວາມສໍາພັນລະຫວ່າງບຸກຄົນຂອງເຈົ້າກໍຈະເປັນປົກກະຕິຢ່າງທໍາມະຊາດ. ແລ້ວຄວາມສໍາພັນເຫຼົ່ານີ້ຈະບໍ່ຖືກສ້າງຂຶ້ນບົນພື້ນຖານຂອງເນື້ອໜັງ, ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ. ເຈົ້າຈະເກືອບບໍ່ມີປະຕິກິລິຍາໃດໆທາງຝ່າຍເນື້ອໜັງກັບຄົນອື່ນ, ແຕ່ໃນລະດັບຝ່າຍວິນຍານແມ່ນຈະເປັນການໂອ້ລົມ ແລະ ຄວາມຮັກທີ່ມີຮ່ວມກັນ, ຄວາມປອບໃຈ ແລະ ການຈັດໃຫ້ລະຫວ່າງພວກເຈົ້າ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຄວາມປາຖະໜາທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ດຳເນີນໄປຜ່ານປັດຊະຍາຂອງມະນຸດສຳລັບຄວາມສໍາພັນທາງໂລກ, ພວກມັນຖືກສ້າງຂຶ້ນໂດຍເປັນທຳມະຊາດເມື່ອຄົນໃດໜຶ່ງແບກຮັບພາລະສຳລັບພຣະເຈົ້າ. ພວກເຂົາບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມຂອງມະນຸດທີ່ປະດິດຂຶ້ນຈາກເຈົ້າ, ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກການແຫ່ງພຣະທໍາຂອງພຣະເຈົ້າ. ເຈົ້າເຕັມໃຈທີ່ຈະຄໍານຶງເຖິງເຈດຕະນາຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະອົງບໍ? ເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງຂອງເຈົ້າຢູ່ທ່າມກາງຄົນອື່ນ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນບໍ? ຄວາມສໍາພັນຂອງເຈົ້າກັບຄົນອື່ນດຳເນີນໄປຕາມປັດຊະຍາສຳລັບຄວາມສໍາພັນທາງໂລກ ຫຼື ພວກມັນຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ? ເມື່ອຜູ້ຄົນບໍ່ມອບໃຈໃຫ້ກັບພຣະເຈົ້າ, ວິນຍານຂອງພວກເຂົາເລີ່ມຂີ້ຄ້ານ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີມື້ເຂົ້າໃຈພຣະທໍາຂອງພຣະເຈົ້າ, ພວກເຂົາຈະບໍ່ມີມື້ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ແລະ ພວກເຂົາຈະບໍ່ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາຈັກເທື່ອ. ການປ່ຽນແປງອຸປະນິໄສຂອງຄົນຜູ້ໜຶ່ງແມ່ນຂະບວນການມອບໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມຈິງຢ່າງຫ້າວຫັນ ແລະ ມັນເຮັດໃຫ້ພວກເຂົາສາມາດປະຖິ້ມສິ່ງບໍ່ດີຈາກພວກເຂົາເອງ ຫຼັງຈາກທີ່ໄດ້ຮັບຄວາມຮູ້ກ່ຽວກັບພວກເຂົາ. ເມື່ອເຈົ້າໄດ້ມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າຈະສາມາດສຳນຶກທຸກຄັ້ງທີ່ວິນຍານຂອງເຈົ້າມີການດົນບັນດານໜ້ອຍໜຶ່ງ ແລະ ຮູ້ທຸກສ່ວນໃນຄວາມສະຫວ່າງ ແລະ ແສງເຍືອງຂອງພຣະເຈົ້າ. ຖ້າເຈົ້າບາກບັ່ນ, ເຈົ້າຈະ ກ້າວເຂົ້າສູ່ເສັ້ນທາງທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນເທື່ອລະໜ້ອຍ. ຍິ່ງຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ, ວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ, ມັນຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ ແລະ ຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນແມ່ນເກີດຂຶ້ນບົນພື້ນຖານຂອງການຫັນຫົວໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າ, ບໍ່ແມ່ນຜ່ານຄວາມພະຍາຍາມຂອງມະນຸດ. ຖ້າບໍ່ມີພຣະເຈົ້າໃນຫົວໃຈຂອງບຸກຄົນ, ແລ້ວຄວາມສໍາພັນຂອງພວກເຂົາກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງເທົ່ານັ້ນ. ພວກເຂົາບໍ່ປົກກະຕິ, ພວກເຂົາໝົກໝົ້ນໃນກິເລດ ແລະ ພວກເຂົາຖືກພຣະເຈົ້າກຽດຊັງ ແລະ ລັງກຽດ. ຖ້າເຈົ້າເວົ້າວ່າວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າເຕັມໃຈທີ່ຈະໂອ້ລົມກັບຜູ້ຄົນທີ່ເຈົ້າຖືກໃຈ ແລະ ນັບຖືເທົ່ານັ້ນ ແລະ ມີອະຄະຕິຕໍ່ເຈົ້າ ແລະ ປະຕິເສດທີ່ຈະເວົ້າກັບຜູ້ຄົນທີ່ເຈົ້າບໍ່ມັກເມື່ອພວກເຂົາມາສະແຫວງຫາຈາກເຈົ້າ, ສິ່ງນີ້ຍິ່ງເປັນເຄື່ອງພິສູດຫຼາຍວ່າເຈົ້າຖືກຄອບງໍາໂດຍອາລົມ ແລະ ເຈົ້າບໍ່ມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າເລີຍ. ມັນສະແດງວ່າເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າເອງ. ເຈົ້າອາດຈະສາມາດແບ່ງປັນຄວາມຮູ້ບາງຢ່າງຂອງເຈົ້າ, ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລ້ວທຸກສິ່ງທີ່ເຈົ້າເຮັດແມ່ນດີໂດຍມາດຕະຖານຂອງມະນຸດເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ. ການກະທຳຂອງເຈົ້າຈະຖືກຂັບເຄື່ອນໂດຍເນື້ອໜັງຂອງເຈົ້າ, ບໍ່ແມ່ນໂດຍພາລະຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະອົງ, ເຈົ້າຈຶ່ງຄູ່ຄວນທີ່ຖືກພຣະເຈົ້າໃຊ້. ຖ້າເຈົ້າສາມາດເຮັດສິ່ງນັ້ນໄດ້, ແລ້ວບໍ່ວ່າເຈົ້າຈະຕອບໂຕ້ກັບຄົນອື່ນແນວໃດກໍຕາມ, ເຈົ້າຈະບໍ່ດຳເນີນຕາມປັດຊະຍາສຳລັບການດຳລົງຊີວິດ, ເຈົ້າຈະພິຈາລະນາພາລະຂອງພຣະເຈົ້າ ແລະ ຄວາມສໍາພັນທາງໂລກຢູ່ຕໍ່ໜ້າພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ, ຕາບໃດທີ່ເຈົ້າສາມາດເຊົາກະບົດ ຫຼື ຕໍ່ຕ້ານ, ແລ້ວພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ແລ້ວສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດກໍຕາມ, ໃຫ້ພິຈາລະນາສິ່ງດັ່ງຕໍ່ໄປນີ້ເມື່ອເຈົ້າກຳລັງເຮັດມັນ: ພຣະເຈົ້າຈະຄິດແນວໃດຖ້າຂ້ານ້ອຍເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າບໍ? ບໍ່ວ່າຈະຢູ່ໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ວຽກງານ ແລະ ການພົວພັນກັບຄົນອື່ນ, ໃຫ້ກວດສອບເຈດຕະນາຂອງເຈົ້າ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍກເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງ, ນີ້ໝາຍຄວາມວ່າເຈົ້າຂາດການຈຳແນກ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍເກີນໄປ. ຖ້າເຈົ້າສາມາດເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ ແລະ ສາມາດເຫັນສິ່ງຕ່າງໆຜ່ານມຸມມອງຂອງພຣະທຳຂອງພຣະອົງ, ຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນ ມຸມມອງຂອງເຈົ້າກໍຈະຖືກຕ້ອງ. ສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຈະຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລ້ວກໍໃຫ້ປະຕິບັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າຕ້ອງບໍ່ຢ້ານທີ່ຈະໄດ້ຮັບການສູນເສຍໃນຜົນປະໂຫຍດສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານມີໄຊຊະນະ, ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານສວຍໃຊ້ໂອກາດຈາກຕົວເຈົ້າ ແລະ ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ການມີເຈດຕະນາແບບນັ້ນເປັນສັນຍານວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ. ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ເພື່ອເຂົ້າໄປສູ່ສະພາບທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແລະ ວາງມຸມມອງຂອງການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ນີ້ກໍ່ເພື່ອວ່າພຣະເຈົ້າອາດຮັບເອົາເຈົ້າ ແລະ ເພື່ອວ່າ ພຣະເຈົ້າອາດເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນລັກສະນະນີ້ ເຈົ້າຈະເຂົ້າສູ່ວິທີການທີ່ຖືກຕ້ອງ. ໃຫ້ສືບຕໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນມື້ນີ້, ເຂົ້າສູ່ລັກສະນະການເຮັດວຽກໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນມື້ນີ້, ບໍ່ປະຕິບັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຍຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນມື້ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ສະນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ກ່ອນນີ້: 2. ເພື່ອຄົ້ນຫາຫົນທາງທີ່ແທ້ຈິງ, ເຈົ້າຕ້ອງປະກອບມີເຫດຜົນ

ຕໍ່ໄປ: 4. ຄວາມເໝາະສົມຂອງໄພ່ພົນທີ່ຜູ້ເຊື່ອຂອງພຣະເຈົ້າຄວນມີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້