ບົດທີ 93

ຄວາມຈິງໄດ້ສຳເລັດລົງຕໍ່ໜ້າຕໍ່ຕາຜູ້ຄົນ ແລະ ທຸກສິ່ງໄດ້ສຳເລັດລົງແລ້ວ; ພາລະກິດຂອງເຮົາດໍາເນີນໄປໄວຂຶ້ນ ແລະ ສູງຂຶ້ນຄືກັບຈະຫຼວດທີ່ຖືກຍິງຂຶ້ນເທິງຟ້າ. ບໍ່ມີໃຜເຄີຍຄາດຄິດສິ່ງນີ້ມາກ່ອນເລີຍ. ພາຍຫຼັງທີ່ສິ່ງຕ່າງໆເກີດຂຶ້ນເທົ່ານັ້ນ ພວກເຈົ້າຈິ່ງຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ. ບໍ່ມີຂໍ້ຍົກເວັ້ນສຳລັບລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ພວກເຂົາຕ້ອງຖືກເຮັດໃຫ້ເປັນພະຍານເຖິງການກະທຳອັນໜ້າອັດສະຈັນຂອງເຮົາດ້ວຍຕາຂອງພວກເຂົາເອງ. ຢ່າຄິດວ່າເຮົາຈະບໍ່ປະຖິ້ມເຈົ້າ ຍ້ອນເຈົ້າໝັ້ນໃຈໃນຕົວເຮົາຫຼັງຈາກທີ່ໄດ້ເຫັນການກະທຳຂອງເຮົາ. ມັນບໍ່ໄດ້ງ່າຍປານນັ້ນ! ແນ່ນອນ ເຮົາຈະເຮັດໃຫ້ພຣະທໍາທີ່ເຮົາກ່າວ ແລະ ເຫດການຕ່າງໆທີ່ເຮົາໄດ້ຕັດສິນໃຈເຮັດເກີດເປັນຈິງ ແລະ ພວກມັນຈະບໍ່ກັບມາຫາເຮົາໂດຍວ່າງເປົ່າ. ໃນປະເທດຈີນ, ນອກຈາກຊົນເຜົ່າກຸ່ມນ້ອຍທີ່ເປັນລູກຊາຍກົກຂອງເຮົາ ມີໜ້ອຍຄົນທີ່ເປັນຄົນຂອງເຮົາ. ດັ່ງນັ້ນ ມື້ນີ້ເຮົາກ່າວກັບພວກເຈົ້າ (ລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ໄດ້ຂົ່ມເຫັງເຮົາຢ່າງໂຫດຮ້າຍທີ່ສຸດ) ຢ່າງແຈ່ມແຈ້ງວ່າ ພວກເຈົ້າຕ້ອງບໍ່ຢຶດຕິດກັບຄວາມຫວັງອັນຍິ່ງໃຫຍ່ໃດໆ ເພາະວ່າຈຸດສຸມຂອງພາລະກິດຂອງເຮົາ (ນັບແຕ່ການຊົງສ້າງໂລກ) ໄດ້ສຸມໃສ່ກັບບັນດາລູກຊາຍກົກຂອງເຮົາ ແລະ ນອກຈາກປະເທດຈີນກໍຍັງມີອີກສອງສາມປະເທດອີກດ້ວຍ. ດ້ວຍເຫດນີ້, ຄວາມປະສົງຂອງເຮົາຈະບັນລຸຜົນເມື່ອລູກຊາຍກົກຂອງເຮົາເຕີບໃຫຍ່ຂຶ້ນ. (ເມື່ອລູກຊາຍກົກຂອງເຮົາໃຫຍ່ຂຶ້ນ ທຸກສິ່ງຈະສຳເລັດລົງ ຍ້ອນວ່າວຽກງານໃນຕໍ່ໜ້າໄດ້ຖືກມອບໝາຍໃຫ້ແກ່ພວກເຂົາແລ້ວ). ປັດຈຸບັນນີ້ ເຮົາອະນຸຍາດໃຫ້ຄົນເຫຼົ່ານີ້ເຫັນສ່ວນໜຶ່ງຂອງການກະທຳອັນໜ້າອັດສະຈັນຂອງເຮົາ ເພື່ອພຽງເຮັດໃຫ້ມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບຄວາມອັບອາຍ. ຄົນເຫຼົ່ານີ້ແມ່ນບໍ່ສາມາດມີຄວາມສຸກໄດ້, ແຕ່ພວກເຂົາພຽງດີໃຈທີ່ໄດ້ໃຫ້ການບໍລິການແກ່ເຮົາເທົ່ານັ້ນ. ພວກເຂົາບໍ່ມີທາງເລືອກ ເພາະວ່າເຮົາມີກົດບັນຍັດແຫ່ງການບໍລິຫານ ແລະ ບໍ່ມີໃຜກ້າລະເມີດມັນ.

ບັດນີ້ເຮົາຈະສົນທະນາກ່ຽວກັບບາງສະຖານະການທີ່ກ່ຽວຂ້ອງກັບການມາຂອງຄົນຕ່າງຊາດ ເພື່ອວ່າພວກເຈົ້າຈະໄດ້ຮູ້ລ່ວງໜ້າ, ກຽມທຸກຢ່າງໃຫ້ຖືກຕ້ອງເພື່ອເປັນພະຍານຕໍ່ນາມຂອງເຮົາ ແລະ ໄປຢືນຢູ່ເໜືອພວກເຂົາ ແລະ ປົກຄອງພວກເຂົາ. (ເຮົາກ່າວວ່າ “ຢືນຢູ່ເໜືອພວກເຂົາ ແລະ ປົກຄອງພວກເຂົາ” ຍ້ອນວ່າຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງພວກເຂົາ ຍັງເປັນຜູ້ທີ່ຕໍ່າຕ້ອຍທີ່ສຸດໃນທ່າມກາງພວກເຈົ້າອີກດ້ວຍ). ຄົນເຫຼົ່ານີ້ລ້ວນແລ້ວແຕ່ໄດ້ຮັບການເປີດເຜີຍຂອງພຣະວິນຍານບໍລິສຸດ ແລະ ໃນອະນາຄົດ ພວກເຂົາທຸກຄົນກໍຈະຫຼັ່ງໄຫຼກັນເຂົ້າມາໃນປະເທດຈີນ ຄືກັບວ່າໄດ້ມີການຈັດແຈງໄວ້ລ່ວງໜ້າແລ້ວ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮັດໃຫ້ຕົກໃຈໂດຍບໍ່ຮູ້ເມື່ອຕົວ ແລະ ພະຍາຍາມເຮັດສຸດຄວາມສາມາດເພື່ອຕໍ່ຕ້ານ, ແຕ່ຈົ່ງຈື່ສິ່ງໜຶ່ງໄວ້! ແຜນການຄຸ້ມຄອງຂອງເຮົາໄດ້ປະສົບຜົນສຳເລັດຢ່າງສົມບູນແລ້ວ, ບໍ່ມີສິ່ງໃດ ແລະ ບໍ່ມີມະນຸດຄົນໃດກ້າທີ່ຈະຂັດຂວາງບາດກ້າວຂອງເຮົາໄດ້. ເຮົາມອບການເປີດເຜີຍໃຫ້ພວກເຂົາຕະຫຼອດເວລາ ແລະ ພວກເຂົາກໍປະຕິບັດຕາມການຊີ້ນຳຂອງພຣະວິນຍານບໍລິສຸດ. ພວກເຂົາຈະບໍ່ໄດ້ທົນທຸກທໍລະມານກັບການເປັນທາດຂອງມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ ເພາະວ່າໃນຕົວເຮົາ ທຸກສິ່ງຖືກປົດປ່ອຍ ແລະ ເປັນອິດສະຫຼະ. ເຮົາໄດ້ຈັດຕຽມທຸກສິ່ງຢ່າງເໝາະສົມ, ລໍຖ້າໃຫ້ພວກເຈົ້າກະກຽມວຽກງານໃຫ້ພ້ອມເພື່ອນຳພາພວກເຂົາ. ເຮົາໄດ້ກ່າວເລື່ອງນີ້ມາຕະຫຼອດ ແຕ່ພວກເຈົ້າສ່ວນຫຼາຍເຊື່ອພຽງເຄິ່ງໜຶ່ງເທົ່ານັ້ນ. ແລ້ວຕອນນີ້ເດ? ພວກເຈົ້າຕົກສະເງິ້, ແມ່ນບໍ່?

ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ເປັນສິ່ງສຳຮອງ; ສິ່ງສຳຄັນຄື ພວກເຈົ້າຕ້ອງສໍາເລັດການກະກຽມວຽກງານທັງໝົດໃຫ້ໄວເທົ່າທີ່ຈະໄວໄດ້. ບໍ່ຕ້ອງຕົກໃຈ. ຜູ້ທີ່ຈະປະຕິບັດພາລະກິດແມ່ນເຮົາ ແລະ ເມື່ອຮອດເວລາ ເຮົາຈະປະຕິບັດພາລະກິດດ້ວຍຕົວເຮົາເອງ. ເຮົາໄດ້ທຸບຕີມັງກອນແດງທີ່ຍິ່ງໃຫຍ່ແຕກເປັນເສດສ່ວນແລ້ວ. ເວົ້າໄດ້ວ່າ ພຣະວິນຍານຂອງເຮົາໄດ້ຖອນຕົວອອກຈາກທຸກຄົນ ຍົກເວັ້ນລູກຊາຍກົກຂອງເຮົາ (ແລະ ຕອນນີ້ມັນແມ່ນງ່າຍຂຶ້ນທີ່ຈະເປີດເຜີຍວ່າໃຜຄືລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່). ຄົນເຫຼົ່ານີ້ໄດ້ສໍາເລັດການຮັບໃຊ້ແກ່ເຮົາແລ້ວ ແລະ ເຮົາຈະສົ່ງພວກເຂົາກັບຄືນໄປສູ່ຂຸມເລິກທີ່ສຸດ. (ນີ້ໝາຍຄວາມວ່າ ເຮົາຈະບໍ່ໃຊ້ພວກເຂົາອີກ. ນັບແຕ່ນີ້ໄປ ລູກຊາຍກົກຂອງເຮົາຈະຖືກເປີດເຜີຍຢ່າງສົມບູນ ແລະ ຜູ້ທີ່ຢູ່ຄຽງຂ້າງເຮົາ ແລະ ຜູ້ທີ່ເໝາະສົມໃນການຮັບໃຊ້ເຮົາຈະເປັນລູກຊາຍກົກຂອງເຮົາ). ລູກຊາຍກົກຂອງເຮົາເອີຍ, ພວກເຈົ້າຈົ່ງມີຄວາມສຸກກັບພອນທີ່ເຮົາປະທານໃຫ້ພວກເຈົ້າຢ່າງເປັນທາງການເຖີດ (ເພາະວ່າ ຜູ້ທີ່ເຮົາກຽດຊັງທັງໝົດໄດ້ສະແດງທາດແທ້ຂອງພວກເຂົາແລ້ວ) ແລະ ນັບແຕ່ນີ້ເປັນຕົ້ນໄປ ຈະບໍ່ມີການຕໍ່ຕ້ານເຮົາຢ່າງເປີດເຜີຍໃນທ່າມກາງພວກເຈົ້າອີກ. ພວກເຈົ້າມີຄວາມໝັ້ນໃຈກ່ຽວກັບຕົວເຮົາຢ່າງແທ້ຈິງຮ້ອຍເປີເຊັນ. (ສະເພາະມື້ນີ້ເທົ່ານັ້ນທີ່ເລື່ອງນີ້ໄດ້ສຳເລັດລົງ ແລະ ເທື່ອນີ້ເຮົາໄດ້ກໍານົດໄວ້ລ່ວງໜ້າແລ້ວ). ທັງໝົດທີ່ພວກເຈົ້າມີຢູ່ໃນຫົວໃຈ ແລະ ໃນຈິດໃຈຂອງພວກເຈົ້າຄືຄວາມຮັກ ແລະ ຄວາມເຄົາລົບຕໍ່ເຮົາຢ່າງບໍ່ມີວັນສິ້ນສຸດ ແລະ ພວກເຈົ້າສັນລະເສີນເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ເຮົາຕະຫຼອດເວລາ. ພວກເຈົ້າດໍາລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຈາກຄວາມຮັກຂອງເຮົາໃນສະຫວັນຊັ້ນທີສາມຢ່າງແທ້ຈິງ. ຊ່າງເບີກບານໃຈ ແລະ ມີຄວາມສຸກທີ່ບໍ່ມີຫຍັງມາປຽບທຽບໄດ້ເລີຍ! ມັນເປັນອີກໂລກໜຶ່ງທີ່ຜູ້ຄົນບໍ່ສາມາດຈິນຕະນາການໄດ້; ເປັນໂລກຝ່າຍວິນຍານທີ່ແທ້ຈິງ!

ໄພພິບັດທັງໝົດເກີດຂຶ້ນຢ່າງຕໍ່ເນື່ອງ, ແຕ່ລະຄັ້ງກໍຮຸນແຮງກວ່າຄັ້ງທີ່ຜ່ານມາ ແລະ ສະຖານະການກໍ່ເຄັ່ງຕຶງຂຶ້ນທຸກມື້. ນີ້ເປັນພຽງການເລີ່ມຕົ້ນຂອງໄພພິບັດເທົ່ານັ້ນ; ໄພພິບັດທີ່ຮຸນແຮງກວ່ານີ້ທີ່ຈະເກີດຂຶ້ນໃນອະນາຄົດແມ່ນເກີນທີ່ມະນຸດຈະສາມາດຈິນຕະນາການໄດ້. ເຮົາຈະປ່ອຍໃຫ້ລູກຊາຍຂອງເຮົາຈັດແຈງພວກມັນ; ນີ້ແມ່ນກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ເຮົາໄດ້ຈັດແຈງມັນໄວ້ດົນນານແລ້ວ. ທຸກໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆທີ່ມະນຸດບໍ່ເຄີຍເຫັນມາກ່ອນຈະເກີດຂຶ້ນຈາກເຮົາ ແລະ ປາກົດອອກມາຕາມໆກັນໃຫ້ທຸກຄົນໄດ້ເຫັນ (ໝາຍເຖິງທຸກຄົນໃນອານາຈັກຂອງເຮົາ). ແຕ່ນີ້ແມ່ນສິ່ງທີ່ຈະເກີດຂຶ້ນໃນອະນາຄົດອັນໃກ້ນີ້. ຢ່າກັງວົນໃຈໄປເລີຍ. ການເຂົ້າສູ່ອານາຈັກທີ່ທຸກຄົນໄດ້ກ່າວເຖິງນີ້, ແມ່ນຫຍັງຄືສະພາບຂອງການເຂົ້າສູ່ອານາຈັກ? ແລ້ວແມ່ນຫຍັງຄືອານາຈັກ? ມັນເປັນຕົວເມືອງບໍ? ພວກເຈົ້າເຂົ້າໃຈຜິດແລ້ວ. ອານາຈັກແມ່ນບໍ່ໄດ້ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ້ອງຟ້າ, ແຕ່ເປັນໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເບິ່ງເຫັນ ຫຼື ຈັບຕ້ອງໄດ້. ມີພຽງບັນດາຜູ້ທີ່ຍອມຮັບນາມຂອງເຮົາ, ຜູ້ທີ່ຖືກເຮົາເຮັດໃຫ້ສົມບູນທັງໝົດ ແລະ ໄດ້ຮັບພອນຂອງເຮົາເທົ່ານັ້ນທີ່ຈະສາມາດເຂົ້າສູ່ອານາຈັກນີ້ໄດ້. ໂລກຝ່າຍວິນຍານທີ່ໄດ້ຖືກກ່າວເຖິງເລື້ອຍໆກ່ອນໜ້ານີ້ແມ່ນພາຍນອກຂອງອານາຈັກ. ແຕ່ການເຂົ້າສູ່ອານາຈັກຢ່າງແທ້ຈິງນັ້ນບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ຈະເຂົ້າເຖິງຕ້ອງໄດ້ຮັບຄໍາສັນຍາຂອງເຮົາ ແລະ ຕ້ອງເປັນຄົນທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າ ແລະ ເປັນຄົນທີ່ເຮົາເລືອກດ້ວຍຕົວເຮົາເອງເທົ່ານັ້ນ. ເພາະສະນັ້ນ ໂລກຝ່າຍວິນຍານບໍ່ແມ່ນບ່ອນທີ່ຄົນຈະໄປມາໄດ້ຢ່າງຕາມໃຈ. ຄວາມເຂົ້າໃຈຂອງຄົນກ່ຽວກັບເລື່ອງນີ້ແມ່ນເຄີຍເປັນຄວາມເຂົ້າໃຈແບບຜິວເຜີນຫຼາຍ ແລະ ເປັນພຽງແນວຄວາມຄິດຂອງມະນຸດເທົ່ານັ້ນ. ມີພຽງຜູ້ທີ່ໄດ້ເຂົ້າສູ່ອານາຈັກເທົ່ານັ້ນຈຶ່ງຈະສາມາດໄດ້ຮັບພອນ, ດັ່ງນັ້ນ ບໍ່ພຽງແຕ່ມະນຸດບໍ່ສາມາດໄດ້ຮັບພອນເຫຼົ່ານີ້ເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ເຂົາຈະບໍ່ສາມາດເບິ່ງເຫັນພວກມັນອີກດ້ວຍ. ນີ້ຄືກົດບັນຍັດແຫ່ງການບໍລິຫານອັນສຸດທ້າຍຂອງເຮົາ.

ກ່ອນນີ້: ບົດທີ 92

ຕໍ່ໄປ: ບົດທີ 94

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້