​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍຕ້ອງເຊື່ອຟັງພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກຈັດການ, ການຖືກລົງວິໄນ ແລະ ການພິພາກສາ, ຖ້າເຈົ້າພຽງແຕ່ຮັບຄວາມສຸກຈາກພຣະເຈົ້າ, ແຕ່ເຈົ້າບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ຈັດການກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ. ມັນກໍຍັງບໍ່ພຽງພໍ; ເຈົ້າຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າແມ່ນບໍ່ສິ້ນສຸດ ແລະ ມັນບໍ່ເຄີຍມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ພວກເຂົາຈິນຕະນາການ. ເວລາທີ່ພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກທໍລະມານ. ຍິ່ງການຫຼໍ່ຫຼອມຂອງເຂົາຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາຫຼາຍຂຶ້ນ. ຍິ່ງການຫຼໍ່ຫຼອມມະນຸດມີໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍລົງ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງເຂົາຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານຂອງເຂົາມີຫຼາຍສໍ່າໃດ, ຄວາມຮັກແທ້ຈິງທີ່ເຂົາມີຕໍ່ພຣະເຈົ້າກໍຈະເລິກເຊິ່ງຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິ່ງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຈາກການຫຼໍ່ຫຼອມ ແລະ ຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ການຈັດການ ແລະ ການລົງວິໄນຢ່າງຫຼວງຫຼາຍ ຈະມີຄວາມຮັກຕໍ່ພຣະເຈົ້າຢ່າງເລິກເຊິ່ງ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍຈະບໍ່ມີຫຍັງເລີຍນອກຈາກຄວາມຮູ້ຕື້ນໆ ແລະ ພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດຮັບຄວາມສຸກຈາກພຣະເຈົ້າໄດ້.” ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບຄວາມເຊື່ອຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດແບບນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ນີ້ແມ່ນເຫດຜົນທີ່ຢູ່ເບື້ອງຫຼັງຄວາມໝາຍທີ່ພິເສດຂອງການຄັດເລືອກກຸ່ມຄົນຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ. ມີການເວົ້າກ່ອນໜ້ານີ້ວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດຊີມລົດຊາດແຫ່ງສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ. ໃນລະຫວ່າງຍຸກສຸດທ້າຍ, ແຜນການ 6.000 ປີສຳລັບການຄຸ້ມຄອງຂອງພຣະເຈົ້າຈະມາເຖິງຈຸດສິ້ນສຸດ. ເປັນໄປໄດ້ບໍທີ່ມັນຈະຈົບລົງແບບນັ້ນ ຢ່າງງ່າຍດາຍຫຼາຍ? ຫຼັງຈາກພຣະອົງເອົາຊະນະມະນຸດຊາດ, ພາລະກິດຂອງພຣະອົງກໍຈະຢຸດໄປເລີຍບໍ? ມັນງ່າຍແບບນັ້ນເລີຍບໍ? ຜູ້ຄົນຈິນຕະນາການວ່າມັນງ່າຍຫຼາຍ, ແຕ່ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ງ່າຍແບບນັ້ນເລີຍ. ບໍ່ວ່າມັນຈະເປັນສ່ວນໃດຂອງພາລະກິດຂອງພຣະເຈົ້າ, ມະນຸດກໍບໍ່ສາມາດຢັ່ງເຖິງທຸກຢ່າງໄດ້. ຖ້າເຈົ້າສາມາດຢັ່ງເຖິງພາລະກິດນັ້ນໄດ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີຄວາມໝາຍ ຫຼື ບໍ່ມີຄ່າເລີຍ. ພາລະກິດທີ່ພຣະເຈົ້າກະທຳແມ່ນບໍ່ສາມາດຢັ່ງເຖິງໄດ້; ມັນບໍ່ສອດຄ່ອງກັບຄວາມເຊື່ອຂອງເຈົ້າຫຼາຍຢ່າງ ແລະ ຍິ່ງມັນບໍ່ເຂົ້າກັບຄວາມເຊື່ອຂອງເຈົ້າຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ; ຖ້າມັນເຂົ້າກັນກັບຄວາມເຊື່ອຂອງເຈົ້າ, ແລ້ວມັນກໍຈະບໍ່ມີຄວາມໝາຍເລີຍ. ໃນປັດຈຸບັນ, ເຈົ້າຮູ້ສຶກວ່າພາລະກິດຂອງພຣະເຈົ້າມະຫັດສະຈັນເກີນໄປ ແລະ ຍິ່ງມັນມະຫັດສະຈັນຫຼາຍສໍ່າໃດ, ເຈົ້າຍິ່ງຈະຮູ້ສຶກວ່າພຣະເຈົ້າບໍ່ສາມາດຢັ່ງເຖິງຫຼາຍສໍ່ານັ້ນ ແລະ ເຈົ້າຈະເຫັນວ່າການກະທຳຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຖ້າພຣະອົງພຽງແຕ່ປະຕິບັດພາລະກິດບາງຢ່າງທີ່ຜີວເຜີນ ແລະ ພໍເປັນພິທີເພື່ອເອົາຊະນະມະນຸດ ແລະ ມີແຕ່ສໍ່ານັ້ນ, ແລ້ວມະນຸດກໍຈະບໍ່ສາມາດເຫັນເຖິງຄວາມໝາຍຂອງພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າເຈົ້າກຳລັງຮັບການຫຼໍ່ຫຼອມພຽງເລັກນ້ອຍໃນຕອນນີ້, ມັນກໍເປັນປະໂຫຍດຢ່າງໃຫຍ່ຕໍ່ການເຕີບໃຫຍ່ໃນຊີວິດຂອງເຈົ້າ, ດັ່ງນັ້ນ ຄວາມລໍາບາກດັ່ງກ່າວກໍຈຳເປັນຕໍ່ພວກເຈົ້າທີ່ສຸດ. ໃນປັດຈຸບັນ, ເຈົ້າກຳລັງຮັບການຫຼໍ່ຫຼອມທີ່ເລັກນ້ອຍ, ແຕ່ຫຼັງຈາກນັ້ນ ເຈົ້າຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນທີ່ສຸດ ເຈົ້າຈະເວົ້າວ່າ “ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ!” ສິ່ງເຫຼົ່ານີ້ຈະເປັນຄຳເວົ້າໃນຫົວໃຈຂອງເຈົ້າ. ເມື່ອໄດ້ຜະເຊີນກັບການຫຼໍ່ຫຼອມຂອງພຣະເຈົ້າຊົ່ວໄລຍະໜຶ່ງ (ການທົດລອງຂອງຜູ້ບໍລິການ ແລະ ເວລາແຫ່ງການຕີສອນ), ໃນທີ່ສຸດ ບາງຄົນກໍເວົ້າວ່າ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກແທ້ໆ!” “ຄວາມຫຍຸ້ງຍາກແທ້ໆ” ນີ້ສະແດງໃຫ້ເຫັນວ່າ ການກະທຳຂອງພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້, ພາລະກິດຂອງພຣະເຈົ້າປະກອບດ້ວຍຄວາມໝາຍ ແລະ ຄຸ່ນຄ່າຢ່າງໃຫຍ່ຫຼວງ ແລະ ສົມຄວນແກ່ການທີ່ມະນຸດເຊີດຊູບູຊາຢ່າງສູງ. ຫຼັງຈາກທີ່ເຮົາໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ຖ້າເຈົ້າຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວ, ແລ້ວພາລະກິດຂອງເຮົາຈະຍັງມີຄຸນຄ່າບໍ? ມັນຈະເຮັດໃຫ້ເຈົ້າເວົ້າວ່າ “ການຮັບໃຊ້ພຣະເຈົ້າແມ່ນຫຍຸ້ງຍາກແທ້ໆ, ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ, ພຣະເຈົ້າມີສະຕິປັນຍາແທ້ໆ! ພຣະອົງເປັນຕາຮັກຫຼາຍ!” ຫຼັງຈາກທີ່ໄດ້ຜ່ານໄລຍະເວລາແຫ່ງປະສົບການໃດໜຶ່ງ, ຖ້າເຈົ້າສາມາດກ່າວຄຳເວົ້າດັ່ງກ່າວ, ແລ້ວສິ່ງນີ້ກໍພິສູດວ່າ ເຈົ້າໄດ້ຮັບເອົາພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ. ມື້ໜຶ່ງ, ເມື່ອເຈົ້າເດີນທາງເພື່ອເຜີຍແຜ່ຂ່າວປະເສີດ ແລະ ບາງຄົນຖາມເຈົ້າວ່າ “ຄວາມເຊື່ອຂອງເຈົ້າໃນພຣະເຈົ້າເປັນແນວໃດ?” ເຈົ້າຈະສາມາດເວົ້າໄດ້ວ່າ “ການກະທຳຂອງພຣະເຈົ້າໜ້າປະທັບໃຈຫຼາຍ!” ທັນທີທີ່ພວກເຂົາໄດ້ຍິນເຈົ້າເວົ້າສິ່ງນີ້, ພວກເຂົາຈະຮູ້ສຶກວ່າ ມີບາງຢ່າງຢູ່ພາຍໃນເຈົ້າ ແລະ ການກະທຳຂອງພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້ໂດຍແທ້. ນີ້ແມ່ນການເປັນພະຍານຢ່າງແທ້ຈິງ. ເຈົ້າຈະເວົ້າວ່າ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສະຕິປັນຍາ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນຕົວເຈົ້າກໍໄດ້ເຮັດໃຫ້ເຈົ້າເຊື່ອຢ່າງແທ້ຈິງ ແລະ ເອົາຊະນະຫົວໃຈຂອງເຈົ້າໄດ້. ເຈົ້າຈະຮັກພຣະອົງຢູ່ສະເໝີ ເພາະວ່າ ພຣະອົງເກີນກວ່າທີ່ຈະສົມຄວນແກ່ຄວາມຮັກຂອງມະນຸດຊາດ! ຖ້າເຈົ້າສາມາດເວົ້າສິ່ງເຫຼົ່ານີ້ໄດ້, ເຈົ້າກໍສາມາດດົນໃຈຜູ້ຄົນ. ທຸກສິ່ງເຫຼົ່ານີ້ແມ່ນການເປັນພະຍານ. ຖ້າເຈົ້າສາມາດເປັນພະຍານໄດ້ຢ່າງດັງກ້ອງ ແລະ ຊັດເຈນ, ດົນໃຈຜູ້ຄົນໃຫ້ຫຼັ່ງນໍ້າຕາ, ນັ້ນກໍສະແດງໃຫ້ເຫັນວ່າ ເຈົ້າເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ນັ້ນກໍເພາະວ່າ ເຈົ້າສາມາດເຮັດໜ້າທີ່ເປັນພະຍານເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ການກະທຳຂອງພຣະເຈົ້າກໍສາມາດຖືກສະແດງອອກຜ່ານຕົວເຈົ້າ. ຜ່ານການສະແດງອອກຂອງເຈົ້າ, ຄົນອື່ນກໍສາມາດສະແຫວງຫາການກະທຳຂອງພຣະອົງ, ມີປະສົບການກັບພຣະເຈົ້າ ແລະ ພວກເຂົາກໍຈະສາມາດຢືນໝັ້ນຄົງໃນສະພາບແວດລ້ອມຕ່າງໆທີ່ພວກເຂົາພົບວ່າຕົນເອງຜະເຊີນຢູ່. ມີພຽງແຕ່ການເປັນພະຍານແບບນີ້ເທົ່ານັ້ນ ຈຶ່ງແມ່ນການເປັນພະຍານທີ່ແທ້ຈິງ ແລະ ນີ້ແມ່ນສິ່ງທີ່ຮຽກຮ້ອງໂດຍແທ້ ຈາກເຈົ້າໃນຕອນນີ້. ເຈົ້າຄວນເວົ້າວ່າ ການກະທຳຂອງພຣະເຈົ້າມີຄ່າຫຼາຍທີ່ສຸດ ແລະ ສົມຄວນແກ່ການເຊີດຊູບູຊາຂອງຜູ້ຄົນ ເຊິ່ງພຣະເຈົ້າມີຄ່າຫຼາຍ ແລະ ບໍລິບູນຫຼາຍ, ພຣະອົງບໍ່ພຽງແຕ່ສາມາດເວົ້າ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງສາມາດພິພາກສາຜູ້ຄົນ, ຫຼໍ່ຫຼອມຫົວໃຈຂອງພວກເຂົາ, ນໍາຄວາມສຸກມາສູ່ພວກເຂົາ ແລະ ພຣະອົງສາມາດຮັບເອົາພວກເຂົາ, ເອົາຊະນະພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນ. ຈາກປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າເປັນຕາຮັກຫຼາຍ. ແລ້ວປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເວົ້າສິ່ງເຫຼົ່ານີ້ຈາກຫົວໃຈຂອງເຈົ້າຢ່າງແທ້ຈິງບໍ? ເມື່ອເຈົ້າສາມາດກ່າວຄຳເວົ້າເຫຼົ່ານີ້ອອກຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ເຈົ້າກໍຈະສາມາດເປັນພະຍານໄດ້. ເມື່ອປະສົບການຂອງເຈົ້າໄດ້ບັນລຸເຖິງລະດັບນີ້ ເຈົ້າກໍຈະສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ມີຄຸນສົມບັດສຳລັບສິ່ງນັ້ນ. ຖ້າເຈົ້າບໍ່ບັນລຸເຖິງລະດັບນີ້ໃນປະສົບການຂອງເຈົ້າ, ແລ້ວເຈົ້າກໍຍັງຈະຫ່າງໄກຫຼາຍ. ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະມີຄວາມອ່ອນແອໃນການຫຼໍ່ຫຼອມ, ແຕ່ຫຼັງຈາກການຫຼໍ່ຫຼອມ ເຈົ້າຄວນເວົ້າໄດ້ວ່າ “ພຣະເຈົ້າມີສະຕິປັນຍາໃນພາລະກິດຂອງພຣະອົງ!” ຖ້າເຈົ້າສາມາດຍອມຮັບຮູ້ເຖິງຄວາມເປັນຈິງໃນສິ່ງນີ້, ມັນກໍມີຄ່າ ແລະ ປະສົບການຂອງເຈົ້າກໍມີຄ່າ.

ດັ່ງນັ້ນແລ້ວເຈົ້າຄວນສະແຫວງຫາຫຍັງ? ສິ່ງທີ່ເຈົ້າຄວນສະແຫວງຫາກໍຄື ເຈົ້າສາມາດສຳແດງເຖິງການກະທຳຂອງພຣະເຈົ້າໄດ້ ຫຼື ບໍ່, ເຈົ້າສາມາດກາຍມາເປັນການສະແດງອອກ ແລະ ການປາກົດຂອງພຣະເຈົ້າໄດ້ ຫຼື ບໍ່ ແລະ ເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ສຳຜັດຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ຈັດການກັບເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ນັ້ນກໍຄື ບໍ່ວ່າຫຍັງກໍຕາມ, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ, ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດສະແດງເຖິງການກະທຳຂອງພຣະເຈົ້າຜ່ານທາງປະສົບການຕົວຈິງຂອງເຈົ້າເອງໄດ້ບໍ? ເຈົ້າສາມາດດຳລົງຊີວິດຕາມພຣະເຈົ້າຜ່ານສິ່ງນີ້ໄດ້ບໍ? ເຈົ້າສາມາດຈັດກຽມໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະລະຕົນເອງເພື່ອເຫັນແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດສະແດງອອກເຖິງສິ່ງທີ່ເປັນການກະທຳຂອງພຣະອົງ ແລະ ສິ່ງນີ້ແມ່ນສຳເລັດຜ່ານປະສົບການຂອງເຈົ້າ, ຜ່ານຄວາມຮູ້ ແລະ ການທົນທຸກທີ່ເຈົ້າໄດ້ອົດທົນ. ແລ້ວເຈົ້າແມ່ນຄົນທີ່ເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າບໍ? ເຈົ້າມີຄວາມປາຖະໜາໃນສິ່ງນີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ກັບນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ກັບການກະທຳຂອງພຣະອົງ ພ້ອມທັງດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ເຈົ້າແມ່ນເປັນພະຍານໃຫ້ກັບພຣະເຈົ້າ. ແລ້ວເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການທີ່ເຮັດໃຫ້ຜູ້ຄົນຮູ້ຈັກ ແລະ ເຫັນການກະທຳຂອງພຣະອົງ, ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍຄວາມປະສົງຂອງພຣະອົງໃຫ້ກັບເຈົ້າ, ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະສະແດງໃຫ້ເຫັນເຖິງພຣະອົງລົງວິໄນ ແລະ ຈັດການກັບເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມນຶກຄິດໃຫ້ອອກໃນຕອນນີ້. ຖ້າຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າແມ່ນພຽງແຕ່ວ່າເຈົ້າຈະໄດ້ແບ່ງປັນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດ. ທັງໝົດນີ້ກໍເພື່ອວ່າ ເຈົ້າຈະສາມາດເປັນພະຍານຂອງພຣະເຈົ້າ. ໃນຕອນນີ້, ເຈົ້າກຳລັງທົນທຸກ ແລະ ສະແຫວງຫາຄວາມສົມບູນພາຍໃຕ້ອຳນາດຂອງສິ່ງໃດກັນແທ້? ມັນແມ່ນການເປັນພະຍານໃຫ້ກັບພຣະເຈົ້າບໍ? ມັນແມ່ນເພື່ອການອວຍພອນທາງເນື້ອໜັງ ຫຼື ເພື່ອຄວາມຄາດຫວັງໃນອະນາຄົດບໍ? ເຈດຕະນາ, ແຮງຈູງໃຈ ແລະ ເປົ້າໝາຍສ່ວນຕົວທຸກຢ່າງຂອງເຈົ້າໃນການສະແຫວງຫາ ແມ່ນຕ້ອງວາງໃຫ້ຖືກຕ້ອງ ແລະ ບໍ່ສາມາດຖືກນໍາພາໂດຍຄວາມຕັ້ງໃຈຂອງເຈົ້າເອງ. ຖ້າຄົນໜຶ່ງສະແຫວງຫາຄວາມສົມບູນເພື່ອຮັບເອົາການອວຍພອນ ແລະ ເພື່ອປົກຄອງດ້ວຍລິດອຳນາດ, ໃນຂະນະທີ່ຄົນອື່ນສະແຫວງຫາຄວາມສົມບູນເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເພື່ອເປັນພະຍານເຖິງການກະທຳຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະເລືອກການສະແຫວງຫາວິທີໃດຈາກສອງຢ່າງທີ່ກ່າວມາ? ຖ້າເຈົ້າເລືອກຢ່າງທຳອິດ, ແລ້ວເຈົ້າກໍຍັງຫ່າງໄກຈາກມາດຕະຖານຂອງພຣະເຈົ້າຫຼາຍ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເພື່ອໃຫ້ການກະທຳຂອງເຮົາເປັນທີ່ຮູ້ຈັກຢ່າງເປີດເຜີຍທົ່ວຈັກກະວານທັງປວງ, ເຮົາຈະປົກຄອງໃນຖານະກະສັດໃນຈັກກະວານ. ແລ້ວສິ່ງທີ່ພວກເຈົ້າໄດ້ຖືກຝາກຝັງໄວ້ແມ່ນເພື່ອໃຫ້ເປັນພະຍານໃຫ້ກັບການກະທຳຂອງພຣະເຈົ້າ, ບໍ່ແມ່ນໃຫ້ພວກເຈົ້າເປັນກະສັດ ແລະ ປາກົດຕົວຕໍ່ຈັກກະວານທັງປວງ. ໃຫ້ຈັກກະວານທັງປວງເຕັມໄປດ້ວຍການກະທຳຂອງພຣະເຈົ້າ. ໃຫ້ທຸກຄົນໄດ້ເຫັນເຖິງການກະທຳເຫຼົ່ານັ້ນ ແລະ ຍອມຮັບພວກມັນ. ສິ່ງນີ້ແມ່ນເວົ້າກ່ຽວກັບພຣະເຈົ້າເອງ ແລະ ສິ່ງທີ່ມະນຸດຄວນເຮັດແມ່ນການເປັນພະຍານໃຫ້ກັບພຣະເຈົ້າ. ໃນຕອນນີ້, ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ແມ່ນຫຍັງຄືເປົ້າໝາຍຂອງການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ? ເມື່ອເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າຄວນພິຈາລະນາເຖິງຄວາມປະສົງຂອງພຣະອົງແນວໃດ? ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ ແລະ ເຕັມໃຈທີ່ຈະເປັນພະຍານເຖິງການກະທຳຂອງພຣະເຈົ້າຜ່ານງສິ່ງທີ່ເຈົ້າດຳລົງຊີວິດຕາມ, ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວບໍ່ມີສິ່ງໃດທີ່ຍາກເກີນໄປ. ສິ່ງທີ່ຜູ້ຄົນຕ້ອງການໃນຕອນນີ້ແມ່ນຄວາມໝັ້ນໃຈ. ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວມັນກໍງ່າຍທີ່ຈະປະຖິ້ມຄວາມຄິດລົບ, ຄວາມບໍ່ດີ້ນລົນ, ຄວາມຂີ້ຄ້ານ ແລະ ຄວາມເຊື່ອທາງເນື້ອໜັງ, ປັດຊະຢາແຫ່ງຊີວິດ, ອຸປະນິໄສທີ່ກະບົດ, ຄວາມຮູ້ສຶກ ແລະ ອື່ນໆ.

ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນໃນຄວາມປະສົງຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນພຣະເຢໂຮວາເປັນຜູ້ປະທານໃຫ້ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມໃນປະສົບການຂອງເຈົ້າຈາກພຣະທຳຂອງພຣະເຈົ້າ, ພຣະເຈົ້າກໍຮຽກຮ້ອງຄວາມເຊື່ອຂອງມະນຸດຊາດ. ດ້ວຍເຫດນີ້, ສິ່ງທີ່ຖືກເຮັດສົມບູນແມ່ນຄວາມເຊື່ອ ແລະ ຄວາມປາຖະໜາຂອງຜູ້ຄົນ. ເຈົ້າບໍ່ສາມາດສຳຜັດ ຫຼື ເຫັນສິ່ງນັ້ນໄດ້; ເຈົ້າຕ້ອງມີຄວາມເຊື່ອສຳລັບສະຖານະການເຫຼົ່ານີ້. ຜູ້ຄົນຈຳເປັນຕ້ອງມີຄວາມເຊື່ອໃນເວລາທີ່ບໍ່ສາມາດເຫັນດ້ວຍຕາເປົ່າໃນບາງສິ່ງ ແລະ ເຈົ້າຈໍາເປັນຕ້ອມມີຄວາມເຊື່ອໃນເວລາທີ່ເຈົ້າບໍ່ສາມາດປະຖິ້ມຄວາມຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ຊັດເຈນໃນພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງມີຄວາມເຊື່ອຂອງເຈົ້າ ແລະ ເຈົ້າຕ້ອງໝັ້ນຄົງໃນຈຸດຢືນ ແລະ ຢືນເປັນພະຍານ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ມີແຕ່ຄວາມເຊື່ອທີ່ຢູ່ພາຍໃນຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບ ໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ຢ່າວ່າແຕ່ໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງເລີຍ. ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າສາມາດສຳຜັດການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ພຣະເຈົ້າຈະປາກົດກັບເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ພຣະອົງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ກັບເຈົ້າໃນປະສົບການຂອງເຈົ້າ ແລະ ພຽງເມື່ອນັ້ນ ເຈົ້າຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນບັນລຸຜ່ານຄວາມເຊື່ອ ແລະ ຄວາມເຊື່ອແມ່ນບັນລຸຜ່ານການຫຼໍ່ຫຼອມເທົ່ານັ້ນ ນັ້ນກໍຄື ຄວາມເຊື່ອບໍ່ສາມາດພັດທະນາໄດ້ຫາກປາສະຈາກການຫຼໍ່ຫຼອມ. ຄວາມເຊື່ອໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈຈິງຈັງທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ. ຜູ້ຄົນຕ້ອງການຄວາມເຊື່ອໃນເວລາແຫ່ງຄວາມລຳບາກ ແລະ ການຫຼໍ່ຫຼອມ ແລະ ການຫຼໍ່ຫຼອມກໍມາພ້ອມກັບຄວາມເຊື່ອ. ສິ່ງເຫຼົ່ານີ້ແຍກອອກຈາກກັນບໍ່ໄດ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ຫຼື ເຈົ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ຖ້າເຈົ້າສາມາດສະແຫວງຫາຊີວິດ, ສະແຫວງຫາເພື່ອໃຫ້ພາລະກິດຂອງພຣະເຈົ້າໄດ້ຮັບການປະຕິບັດພາຍໃນຕົວເຈົ້າ ແລະ ສະແຫວງຫາຄວາມຈິງ ແລະ ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບການກະທຳຂອງພຣະເຈົ້າ ແລະ ສາມາດປະຕິບັດໂດຍສອດຄ່ອງກັບຄວາມຈິງ, ແລ້ວນີ້ກໍເປັນຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ສູນເສຍຄວາມຫວັງໃນພຣະເຈົ້າ. ມີພຽງທາງດຽວ ຖ້າເຈົ້າຍັງສາມາດສະແຫວງຫາຄວາມຈິງຜ່ານການຫຼໍ່ຫຼອມ, ເຈົ້າກໍຈະສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສກ່ຽວກັບພຣະອົງ, ຖ້າ ບໍ່ວ່າພຣະອົງຈະກະທຳສິ່ງໃດກໍຕາມ ເຈົ້າຍັງປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ເຈົ້າສາມາດສະແຫວງຫາຄວາມປະສົງຂອງພຣະອົງຢ່າງເລິກເຊິ່ງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ, ແລ້ວນີ້ກໍໝາຍຄວາມວ່າ ເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ກ່ອນໜ້ານັ້ນ, ເມື່ອພຣະເຈົ້າເວົ້າວ່າ ເຈົ້າຈະປົກຄອງເໝືອນດັ່ງກະສັດ, ເຈົ້າຮັກພຣະອົງ ແລະ ເມື່ອພຣະອົງສຳແດງຕົວພຣະອົງເອງໃຫ້ກັບເຈົ້າຢ່າງເປີດເຜີຍ, ເຈົ້າສະແຫວງຫາພຣະອົງ. ແຕ່ບັດນີ້ ພຣະເຈົ້າໄດ້ລີ້ລັບ, ເຈົ້າບໍ່ສາມາດເຫັນພຣະອົງໄດ້ ແລະ ເຈົ້າກໍໄດ້ເກີດມີບັນຫາ. ໃນເວລານີ້, ເຈົ້າສູນເສຍຄວາມຫວັງໃນພຣະເຈົ້າແລ້ວບໍ? ເຈົ້າຕ້ອງສະແຫວງຊີວິດ ແລະ ສະແຫວງຫາເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າຕະຫຼວດເວລາ. ສິ່ງນີ້ຈຶ່ງເອີ້ນວ່າ ຄວາມເຊື່ອທີ່ແທ້ຈິງ ແລະ ມັນເປັນປະເພດຂອງຄວາມຮັກທີ່ເປັນຈິງ ແລະ ສວຍງາມທີ່ສຸດ.

ທຸກຄົນເຄີຍຕັ້ງຄໍາໝັ້ນສັນຍາຕໍ່ໜ້າພຣະເຈົ້າ ແລະ ເວົ້າວ່າ “ບໍ່ວ່າໃຜຈະບໍ່ຮັກພຣະເຈົ້າ, ຂ້ານ້ອຍຕ້ອງຮັກພຣະອົງ”. ແຕ່ຕອນນີ້, ເຈົ້າຜະເຊີນກັບການຫຼໍ່ຫຼອມ. ມັນບໍ່ສອດຄ່ອງກັບຄວາມເຊື່ອຂອງເຈົ້າ, ແລ້ວເຈົ້າສູນເສຍຄວາມເຊື່ອໃນພຣະເຈົ້າ. ສິ່ງນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າໄດ້ອ່ານຫຼາຍຄັ້ງກ່ຽວກັບການກະທຳຂອງໂຢບ ເຈົ້າລືມກ່ຽວກັບສິ່ງເຫຼົ່ານັ້ນແລ້ວບໍ? ຄວາມຮັກທີ່ແທ້ຈິງເທົ່ານັ້ນທີ່ສາມາດເປັນຮູບຮ່າງຈາກພາຍໃນຄວາມເຊື່ອໄດ້. ເຈົ້າພັດທະນາຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າຜ່ານການຫຼໍ່ຫຼອມຂອງເຈົ້າ, ໃນປະສົບການຕົວຈິງຂອງເຈົ້າ ເຈົ້າກໍຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຜ່ານຄວາມເຊື່ອຂອງເຈົ້າ ແລະ ຜ່ານຄວາມເຊື່ອນັ້ນ ເຈົ້າປະຖິ້ມເນື້ອໜັງຂອງເຈົ້າເອງ ແລະ ສະແຫວງຫາຊີວິດ, ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ. ຖ້າເຈົ້າເຮັດສິ່ງນີ້ ເຈົ້າກໍຈະສາມາດເຫັນການກະທຳຂອງພຣະເຈົ້າ, ແຕ່ຖ້າເຈົ້າຂາດຄວາມເຊື່ອ ເຈົ້າກໍຈະບໍ່ສາມາດເຫັນ ແລະ ເຈົ້າກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງ. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງມີທຸກຢ່າງ ນັ້ນກໍຄື ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມເຊື່ອຟັງ ພ້ອມທັງຄວາມສາມາດທີ່ຈະມີປະສົບການກັບພາລະກິດຂອງພຣະເຈົ້າ, ໄດ້ຮັບຄວາມເຂົ້າໃຈໃນຄວາມປະສົງຂອງພຣະອົງ, ຄຳນຶງເຖິງຄວາມເສຍໃຈຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ການອອກໄປຄົ້ນຫາຕາມທ້ອງຖະໜົນພຽງຢ່າງດຽວແມ່ນບໍ່ພຽງພໍ ແລະ ມີແຕ່ການເສຍສະລະຕົວເຈົ້າເອງໃຫ້ກັບພຣະເຈົ້າກໍບໍ່ພຽງພໍເຊັ່ນກັນ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງບໍ່ຄຳນຶງເຖິງເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງຊ້ອນພຣະອົງເອງຈາກເຈົ້າ, ເຈົ້າຕ້ອງມີຄວາມເຊື່ອທີ່ຈະປະຕິບັດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ແບບແຜນຂອງພຣະອົງ ແລະ ເຕັມໃຈທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງຫຼາຍກວ່າທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ເຖິງແມ່ນວ່າ ເຈົ້າບໍ່ເຕັມໃຈທີ່ຈະໜີຈາກສິ່ງທີ່ເຈົ້າຮັກ ຫຼື ຕ້ອງໄດ້ຮ້ອງໄຫ້ຢ່າງຂົມຂືນ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າສະພາວະທີ່ແທ້ຈິງຂອງເຈົ້າແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ພ້ອມທັງມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະປະຖິ້ມເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກດ້ວຍຕົນເອງ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເຈົ້າຍັງຕ້ອງມີຫົວໃຈແຫ່ງການສໍານຶກຜິດ ເຊິ່ງເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນອະດີດ ແລະ ຕອນນີ້ເຈົ້າເອງໄດ້ຮູ້ສຶກເສຍໃຈ. ບໍ່ສາມາດຂາດສິ່ງໃດໜຶ່ງຈາກສິ່ງເຫຼົ່ານີ້ໄປໄດ້ ເພາະວ່າພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຜ່ານສິ່ງເຫຼົ່ານີ້. ຖ້າເຈົ້າຂາດເງື່ອນໄຂເຫຼົ່ານີ້, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

ບັດນີ້, ທຸກຄົນໄດ້ເຫັນວ່າ ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າແມ່ນເຫັນແກ່ການສະແຫວງຫາເພື່ອຮັກພຣະອົງ. ການທີ່ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ຫຼື ເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ມັນແມ່ນເພື່ອເຮັດໃຫ້ເຈົ້າຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ແມ່ນເຮັດໃຫ້ເຈົ້າຮູ້ວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນການໄດ້ຮັບຄວາມເມດຕາ, ແຕ່ແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງຫຼາຍກວ່າ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຕີສອນຂອງພຣະອົງ ນັ້ນກໍຄືເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບການທີ່ພຣະອົງຈັດການກັບເຈົ້າ ແລະ ການພິພາກສາຂອງພຣະອົງ. ດ້ວຍເຫດນັ້ນ, ເຈົ້າຈຶ່ງຜະເຊີນກັບທຸກໆດ້ານ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາໃນຕົວເຈົ້າ ແລະ ພຣະອົງກໍຍັງໄດ້ປະຕິບັດພາລະກິດແຫ່ງການຕີສອນໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ຈັດການກັບເຈົ້າ ແລະ ພ້ອມນັ້ນຍັງໄດ້ໃຫ້ແສງສະຫວ່າງໃຫ້ກັບເຈົ້າ, ເຍືອງທາງໃຫ້ກັບເຈົ້າ. ເມື່ອເຈົ້າຕ້ອງການແລ່ນໜີ, ມືຂອງພຣະເຈົ້າກໍຍັງດຶງເຈົ້າໄວ້. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ເຮັດຫຼາຍສິ່ງໃຫ້ກັບພຣະອົງ ຫຼື ເພື່ອຄວາມສະຫງົບຂອງເນື້ອໜັງຂອງເຈົ້າ ຫຼື ໃຫ້ທຸກສິ່ງເປັນໄປດ້ວຍດີສຳລັບເຈົ້າ, ເພື່ອໃຫ້ທຸກສິ່ງສຸກສະບາຍ, ແຕ່ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນຈຸດປະສົງທີ່ຜູ້ຄົນຄວນມີເພື່ອເຊື່ອໃນພຣະເຈົ້າ. ຖ້ານັ້ນແມ່ນສິ່ງທີ່ເຈົ້າເຊື່ອ, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ເຈົ້າບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ໃຫ້ໃຊ້ຄວາມເຂົ້າໃຈນີ້ເພື່ອກຳຈັດການຕ້ອງການສ່ວນຕົວ ພ້ອມທັງຄວາມຫວັງ ແລະ ຄວາມເຊື່ອສ່ວນຕົວທີ່ຢູ່ໃນຫົວໃຈຂອງເຈົ້າ. ຫຼັງຈາກທີ່ເຈົ້າກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ. ເມື່ອເຈົ້າຜ່ານສິ່ງນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ການເຊື່ອໃນພຣະເຈົ້າແມ່ນເພື່ອເຫັນແກ່ການເຮັດໃຫ້ພຣະອົງພໍໃຈ ແລະ ເພື່ອດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງຈະຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ເຫັນການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາແນວໃດ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງພວກເຂົາ. ຈົ່ງກຳຈັດສິ່ງທີ່ບໍ່ສະອາດ ແລະ ບໍ່ຊອບທຳທີ່ຢູ່ໃນຕົວເຈົ້າ, ເອົາເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າອອກ ແລະ ເຈົ້າກໍຈະສາມາດພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້. ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເຈົ້າສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດເປັນຄົນສັນສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາການອວຍພອນມາສູ່ພວກເຂົາ, ແຕ່ສູນເສຍກຳລັງໃຈທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການເຊື່ອຟັງຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີຄວາມເຊື່ອກ່ຽວກັບສາສະໜາຫຼາຍຢ່າງທີ່ເຈົ້າບໍ່ສາມາດປະຖິ້ມໄດ້, ມີຜົນປະໂຫຍດສ່ວນຕົວທີ່ເຈົ້າບໍ່ສາມາດປະຖິ້ມ ແລະ ຍັງສະແຫວງຫາການອວຍພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ; ທຸກສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຜູ້ຄົນທີ່ມີທັດສະນະທີ່ບໍ່ຖືກຕ້ອງ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ, ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ພຽງແຕ່ສະແຫວງຫາຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ. ນັ້ນບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ ຜູ້ຄົນຕ້ອງມີຫົວໃຈທີ່ທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກພວກເຂົາຈະບັນລຸເງື່ອນໄຂສອງຢ່າງນີ້ ຈະບໍ່ນັບວ່າເປັນຄວາມເຊື່ອໃນພຣະເຈົ້າໄດ້ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.

ເມື່ອການທົດລອງມາເຖິງເຈົ້າ, ເຈົ້າຈະເຂົ້າຮ່ວມເປັນອັນໜຶ່ງອັນດຽວກັບພາລະກິດຂອງພຣະເຈົ້າເພື່ອຜະເຊີນໜ້າກັບການທົດລອງນັ້ນໄດ້ແນວໃດ? ເຈົ້າຈະມີຄວາມຄິດລົບ ຫຼື ເຈົ້າຈະເຂົ້າໃຈການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຈາກມຸມມອງທີ່ເປັນບວກໄດ້ບໍ? ເຈົ້າຈະໄດ້ຮັບຫຍັງຜ່ານການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ? ຄວາມຮັກທີ່ເຈົ້າມີໃຫ້ພຣະເຈົ້າຈະເຕີບໃຫຍ່ບໍ? ເມື່ອເຈົ້າຕົກຢູ່ໃນການຫຼໍ່ຫຼອມ, ເຈົ້າຈະສາມາດປະສົມປະສານກັບການທົດລອງຂອງໂຢບ ແລະ ປະຕິບັດຕໍ່ພາລະກິດຂອງພຣະເຈົ້າທີ່ມີໃນຕົວເຈົ້າຢ່າງຈິງຈັງໄດ້ບໍ? ເຈົ້າຈະສາມາດເຫັນວິທີທີ່ພຣະເຈົ້າທົດສອບມະນຸດຊາດຜ່ານການທົດລອງຂອງໂຢບໄດ້ບໍ? ການທົດລອງຂອງໂຢບຈະນໍາແຮງບັນດານໃຈແບບໃດມາສູ່ເຈົ້າ? ເຈົ້າເຕັມໃຈທີ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງການຫຼໍ່ຫຼອມຂອງເຈົ້າບໍ ຫຼື ເຈົ້າຕ້ອງການທີ່ຈະເຮັດໃຫ້ເນື້ອໜັງພໍໃຈໃນສະພາບແວດລ້ອມທີ່ສຸກສະບາຍ? ແມ່ນຫຍັງຄືທັດສະນະແທ້ຈິງຂອງເຈົ້າຕໍ່ຄວາມເຊື່ອໃນພຣະເຈົ້າ? ຄວາມເຊື່ອນັ້ນແມ່ນສຳລັບພຣະອົງໂດຍແທ້ ແລະ ບໍ່ແມ່ນສຳລັບເນື້ອໜັງບໍ? ເຈົ້າມີເປົ້າໝາຍສຳລັບການສະແຫວງຫາຂອງເຈົ້າແທ້ບໍ? ເຈົ້າເຕັມໃຈທີ່ຈະປະສົບກັບການຫຼໍ່ຫຼອມເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນບໍ ຫຼື ເຈົ້າຈະຍອມໃຫ້ພຣະເຈົ້າຕີສອນ ແລະ ສາບແຊ່ງຫຼາຍກວ່າ? ເຈົ້າເຫັນການເປັນພະຍານໃຫ້ກັບພຣະເຈົ້າເປັນເລື່ອງແນວໃດແທ້? ໃນສະພາບແວດລ້ອມໃດໜຶ່ງ ຜູ້ຄົນຄວນເຮັດຫຍັງເພື່ອເປັນພະຍານແທ້ຈິງໃຫ້ກັບພຣະເຈົ້າ? ໃນເມື່ອພຣະເຈົ້າຕາມຄວາມເປັນຈິງໄດ້ສຳແດງພາລະກິດຕົວຈິງຫຼາຍຢ່າງໃນຕົວເຈົ້າ, ເປັນຫຍັງເຈົ້າຈຶ່ງຄິດທີ່ຈະຈາກໄປຢູ່ສະເໝີ? ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນເພື່ອພຣະເຈົ້າບໍ? ສຳລັບພວກເຈົ້າສ່ວນໃຫຍ່ແລ້ວ, ມັນແມ່ນເພື່ອແຜນການສ່ວນຕົວ ແລະ ການສະແຫວງຫາຜົນປະໂຫຍດສ່ວນຕົວ. ມີໜ້ອຍຄົນຫຼາຍທີ່ເຊື່ອໃນພຣະເຈົ້າ ເພື່ອພຣະເຈົ້າ, ແລ້ວສິ່ງນີ້ບໍ່ແມ່ນເປັນການກະບົດບໍ?

ພາລະກິດແຫ່ງການຫຼໍ່ຫຼອມ ຕັ້ນຕໍແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດກໍເຖິງສະພາວະທີ່ເຈົ້າຕ້ອງການໜີຈາກ ແຕ່ເຈົ້າບໍ່ສາມາດໜີຈາກໄດ້, ໃນເວລາບາງຄົນບໍ່ມີຄວາມຫວັງແມ່ນແຕ່ເລັກນ້ອຍ ແຕ່ພວກເຂົາຍັງມີຄວາມເຊື່ອຂອງພວກເຂົາ, ໃນເວລາຜູ້ຄົນບໍ່ມີຄວາມຫວັງໃນອານາຄົດຂອງພວກເຂົາເອງອີກຕໍ່ໄປ ແລະ ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຊາດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ, ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ, ແຕ່ໂຢບຖືກຫຼໍ່ຫຼອມໃຫ້ເຖິງທີ່ສຸດແລ້ວ ໂດຍບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ແລ້ວມີແຕ່ເມື່ອນັ້ນ ສິ່ງຕ່າງໆຈຶ່ງຈະເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າຄວາມປະສົງຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າເຊື່ອຟັງການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ການປະສົບກັບການທົດລອງຂອງໂຢບຍັງແມ່ນການປະສົບກັບການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ?” ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີກຽດໄດ້ເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີກຽດທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນລະຫວ່າງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ນັ້ນກໍຄືການຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍຈາກພຣະເຈົ້າ ຫຼື ບໍ່ມີຄວາມຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ. ຕອນນີ້ ພຣະເຈົ້າຈະບໍ່ປາກົດຕໍ່ເຈົ້າ ເພາະວ່າ ເຈົ້າມີຄວາມຄິດຂອງເຈົ້າເອງຫຼາຍຢ່າງ, ມີຄວາມອະຄະຕິໃນສ່ວນຕົວຂອງເຈົ້າ, ຄວາມຄິດເຫັນແກ່ຕົວ, ຄວາມຕ້ອງການສ່ວນຕົວ ແລະ ຜົນປະໂຫຍດທາງເນື້ອໜັງ ສະນັ້ນເຈົ້າບໍ່ເໝາະສົມທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າເຫັນພຣະເຈົ້າ, ເຈົ້າກໍຈະວັດແທກພຣະອົງດ້ວຍແນວຄິດຂອງເຈົ້າເອງ, ແລ້ວສຸດທ້າຍ ມັນກໍຈະແມ່ນເຈົ້າທີ່ຄຶງພຣະອົງໃສ່ໄມ້ກາງແຂນ. ຖ້າຫຼາຍສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ສອດຄ່ອງກັບຄວາມເຊື່ອຂອງເຈົ້າ ແຕ່ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້ ແລະ ຮູ້ຈັກການກະທຳຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ໃນລະຫວ່າງການຫຼໍ່ຫຼອມ ເຈົ້າເປີດເຜີຍຫົວໃຈແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ນີ້ແມ່ນການຢືນເປັນພະຍານ. ຖ້າເຮືອນຂອງເຈົ້າສະຫງົບສຸກ, ເຈົ້າໄດ້ຮັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ມີໃຜຂົ່ມເຫັງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າທີ່ຢູ່ໃນຄຣິສຕະຈັກກໍເຊື່ອຟັງເຈົ້າ, ເຈົ້າຈະສາມາດສຳແດງຫົວໃຈແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າໄດ້ບໍ? ສິ່ງນີ້ຈະສາມາດຫຼໍ່ຫຼອມເຈົ້າໄດ້ບໍ? ມັນຜ່ານການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າຈຶ່ງຈະຖືກສະແດງອອກໄດ້ ແລະ ຜ່ານສິ່ງທີ່ເກີດຂຶ້ນໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນໄດ້. ພຣະເຈົ້າເຮັດໃຫ້ເຈົ້າສົມບູນໂດຍຜ່ານຫຼາຍສິ່ງຫຼາຍຢ່າງທີ່ຢູ່ໃນດ້ານລົບ ແລະ ຜ່ານຄວາມລຳບາກຍາກແຄ້ນຫຼາຍຢ່າງ. ພຣະເຈົ້າຍອມໃຫ້ເຈົ້າໄດ້ຮັບຄວາມຮູ້ ແລະ ໃນທີ່ສຸດກໍເຮັດໃຫ້ເຈົ້າສົມບູນໂດຍຜ່ານການກະທຳ, ການກ່າວຫາຫຼາຍຢ່າງຂອງຊາຕານ ແລະ ການສະແດງອອກຂອງມັນໃນຫຼາຍໆຄົນ.

ໃນປະສົບການຕົວຈິງຂອງເຈົ້າ ຖ້າເຈົ້າສຳຜັດກັບການກະທຳຂອງພຣະເຈົ້າ, ພຣະອົງກໍຈະປາກົດຕໍ່ເຈົ້າ ແລະ ໃຫ້ແສງສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຖ້າເຈົ້າບໍ່ສາມາດເຊື່ອຟັງພຣະທຳຂອງພຣະອົງ, ພຣະອົງກໍຈະບໍ່ສາມາດກະທຳສິ່ງນີ້ໄດ້. ຖ້າເຈົ້າຂາດຄວາມເຊື່ອ, ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະມີປະສົບການໄດ້ແນວໃດ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງ ແລະ ປາສະຈາກຂໍ້ສົງໄສ, ຖ້າເຈົ້າເປີດຫົວໃຈຂອງເຈົ້າໃຫ້ກັບພຣະອົງ, ພຣະອົງກໍຈະເຮັດໃຫ້ເຈົ້າສົມບູນ. ພຣະອົງຈະໃຫ້ແສງສະຫວ່າງກັບເຈົ້າໃນປະສົບການຕົວຈິງຂອງເຈົ້າ ແລະ ຊີວິດຂອງເຈົ້າ. ໃນຊີວິດຕົວຈິງຂອງຜູ້ຄົນ, ພວກເຂົາມີຄວາມຫຍຸ້ງຍາກສ່ວນຕົວຫຼາຍຢ່າງ ແລະ ນອກເໜືອຈາກນັ້ນ ພວກເຂົາບໍ່ສາມາດເຫັນໄດ້ຢ່າງຊັດເຈນເຖິງຂອບເຂດແຫ່ງພາລະກິດຂອງພຣະເຈົ້າ, ສະນັ້ນ ສິ່ງນີ້ຈຳເປັນຕ້ອງມີຄວາມເຊື່ອ. ຄວາມເຊື່ອເກີດຂຶ້ນຜ່ານທາງການຫຼໍ່ຫຼອມເທົ່ານັ້ນ ຄືມັນບໍ່ສາມາດພັດທະນາໄດ້ຫາກປາສະຈາກການຖືກຫຼໍ່ຫຼອມ. ຖ້າເຈົ້າມີຄວາມເຊື່ອທີ່ເຈົ້າບໍ່ສາມາດປະຖິ້ມ ແລະ ເຈົ້າເລີ່ມມີຄວາມສົງໄສຕໍ່ພຣະເຈົ້າ, ເຈົ້າກໍຈະຈົມລົງສູ່ການຫຼໍ່ຫຼອມ ແລະ ໃນຊ່ວງເວລານີ້ ສິ່ງທີ່ເຈົ້າຕ້ອງການກໍຄືຄວາມເຊື່ອ.

ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທີ່ພຣະເຈົ້າທົດລອງເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ, ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດກັບທຸກສິ່ງ ຫຼື ບໍ່ ແມ່ນຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກມຸມມອງຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວາສອງປະເພດທີ່ຜູ້ຄົນຄວນຮັບຮູ້ ຄື ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ອີກຢ່າງອາດຈະມາຈາກຊາຕານ. ສະພາວະໜຶ່ງກໍຄືພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ສາມາດເວົ້າໄດ້ວ່າ ນັ້ນແມ່ນການຫຼໍ່ຫຼອມຂອງພຣະເຈົ້າ. ຍັງສາມາດເວົ້າໄດ້ວ່າ ນັ້ນແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮູ້ຈັກວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ຫຼໍ່ລ້ຽງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ, ພຽງແຕ່ປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງ, ຖ້າເຈົ້າຄິດແບບນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ຜະເຊີນໜ້າກັບເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ ແລະ ຖ້າບໍ່ເປັນແບບນັ້ນ ເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ກໍສາມາດເວົ້າໄດ້ວ່າ ມັນເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນມຸມມອງຂອງນິມິດ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.

ຖ້າເຈົ້າບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ຈັກເທື່ອ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຍັງເຂົ້າສູ່ລາຍລະອຽດຕ່າງໆ. ຕົວຢ່າງເຊັ່ນ ແມ່ນຫຍັງຄືສິ່ງທີ່ນໍາພາໃຫ້ເຈົ້າພັດທະນາຄວາມເຊື່ອ ແລະ ເຈດຕະນາຫຼາຍຢ່າງ ແລະ ເຈົ້າມີການປະຕິບັດທີ່ເໝາະສົມຫຍັງແດ່ເພື່ອຈັດການບັນຫາເຫຼົ່ານີ້? ຖ້າເຈົ້າສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ, ນີ້ກໍໝາຍຄວາມວ່າ ເຈົ້າມີວຸດທິພາວະ. ຖ້າເຈົ້າພຽງແຕ່ເບິ່ງຄືວ່າມີຄວາມຫ້າວຫັນ, ນີ້ກໍບໍ່ແມ່ນວຸດທິພາວະທີ່ແທ້ຈິງ ແລະ ເຈົ້າຈະບໍ່ສາມາດສະແດງຈຸດຢືນຂອງເຈົ້າໄດ້ຢ່າງແນ່ນອນ. ມີແຕ່ເມື່ອພວກເຈົ້າສາມາດຜະເຊີນ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນເວລາໃດກໍຕາມ, ສະຖານທີ່ໃດກໍຕາມ, ພວກເຈົ້າຈຶ່ງສາມາດອອກຈາກຄົນລ້ຽງແກະ, ດຳລົງຊີວິດຢ່າງເປັນອິດສະລະໂດຍເພິ່ງພາພຣະເຈົ້າ ແລະ ພວກເຈົ້າຈຶ່ງສາມາດເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ຄວາມປະສົງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ. ໃນຕອນນີ້, ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີຜະເຊີນກັບພາລະກິດນັ້ນ. ເມື່ອພວກເຂົາພົບກັບບັນຫາ ພວກເຂົາກໍບໍ່ຮູ້ວິທີຈັດການກັບບັນຫານັ້ນ, ພວກເຂົາບໍ່ສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດນໍາພາຊີວິດຝ່າຍວິນຍານໄດ້. ເຈົ້າຕ້ອງນໍາພຣະທຳ ແລະ ພາລະກິດຂອງພຣະເຈົ້າເຂົ້າສູ່ຊີວິດຕົວຈິງຂອງເຈົ້າ.

ບາງເທື່ອ ພຣະເຈົ້າມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ກັບເຈົ້າ ນັ້ນກໍຄື ເຈົ້າສູນເສຍຄວາມສຸກພາຍໃນຕົວເຈົ້າ ແລະ ສູນເສຍການສະຖິດຂອງພຣະເຈົ້າ ແລະ ເຈົ້າຢູ່ໃນຄວາມມືດ. ນີ້ແມ່ນການຫຼໍ່ຫຼອມຊະນິດໜຶ່ງ. ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດ ຫຼື ເຈົ້າອາດຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ເຈົ້າອາດເຮັດບາງສິ່ງບາງຢ່າງ ແລະ ບໍ່ມີຄວາມຮູ້ສຶກໂດຍສະເພາະກ່ຽວກັບສິ່ງນັ້ນ ແລະ ຄົນອື່ນກໍບໍ່ຮູ້ຄືກັນ, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດມີລາຍລະອຽດຫຼາຍ. ພຣະອົງສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງຜູ້ຄົນຢ່າງລະມັດລະວັງ, ການປະພຶດ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ ເພື່ອວ່າຜູ້ຄົນຈະສາມາດໄດ້ຮັບເອົາຄວາມສຳນຶກພາຍໃນກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເຮັດບາງສິ່ງບາງຢ່າງຄັ້ງໜຶ່ງ ແລະ ມັນກໍຜິດພາດ, ເຈົ້າເຮັດສິ່ງນັ້ນອີກຄັ້ງ ແລະ ມັນກໍຍັງຜິດພາດ ແລະ ເຈົ້າຈະຮຽນເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ. ຜ່ານການລົງວິໄນຫຼາຍຄັ້ງ, ເຈົ້າຈະຮູ້ວ່າ ການປະຕິບັດແບບໃດຈຶ່ງຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ແມ່ນຫຍັງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ໃນທີ່ສຸດແລ້ວ, ເຈົ້າຈະມີການຕອບສະໜອງທີ່ຖືກຕ້ອງຕໍ່ການນໍາພາຂອງພຣະວິນຍານບໍລິສຸດຈາກຂ້າງໃນຕົວເຈົ້າ. ບາງຄັ້ງ ເຈົ້າຈະກະບົດ ແລະ ເຈົ້າຈະຖືກພຣະເຈົ້າຕໍານິຕິຕຽນຈາກຂ້າງໃນ. ທຸກສິ່ງເຫຼົ່ານີ້ແມ່ນມາຈາກການລົງວິໄນຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊີດຊູບູຊາພຣະເຈົ້າ, ຖ້າເຈົ້າດູຖູກພາລະກິດຂອງພຣະອົງ, ພຣະອົງຈະບໍ່ສົນໃຈເຈົ້າເລີຍ. ຍິ່ງເຈົ້າຮັບພຣະທຳຂອງພຣະເຈົ້າຢ່າງຈິງຈັງຫຼາຍສໍ່າໃດ, ພຣະອົງຈະຍິ່ງໃຫ້ແສງສະຫວ່າງກັບເຈົ້າຫຼາຍສໍ່ານັ້ນ. ໃນຕອນນີ້, ມີບາງຄົນໃນຄຣິສຕະຈັກທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນ ແລະ ພວກເຂົາເຮັດຫຼາຍໆສິ່ງທີ່ບໍ່ເໝາະສົມ ໂດຍບໍ່ມີວິໄນ ແລະ ດ້ວຍເຫດນີ້ ພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ສາມາດເຫັນໄດ້ຢ່າງຊັດເຈນໃນຕົວພວກເຂົາ. ບາງຄົນປະຖິ້ມໜ້າທີ່ຂອງພວກເຂົາຢູ່ເບື້ອງຫຼັງເພື່ອເຫັນແກ່ການຫາເງິນ, ອອກໄປດຳເນີນທຸລະກິດໂດຍບໍ່ຖືກລົງວິໄນ; ຄົນປະເພດນັ້ນຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນ. ບໍ່ແມ່ນວ່າ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດ ພວກເຂົາກໍຍາກທີ່ຈະຖືກເຮັດໃຫ້ສົມບູນ. ມີຫຼາຍຄົນທີ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຫັນໃນຕົວພວກເຂົາໄດ້, ການລົງວິໄນຂອງພຣະເຈົ້າບໍ່ສາມາດເຫັນໃນຕົວພວກເຂົາໄດ້. ພວກເຂົາເປັນຄົນທີ່ບໍ່ຊັດເຈນໃນຄວາມປະສົງຂອງພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ. ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການຫຼໍ່ຫຼອມ, ຄົນທີ່ຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ຢ່າງໜ້ອຍສຸດຄື ບໍ່ສາມາດຈາກໄປໄດ້ ຫຼື ບັນລຸ 0,1% ຂອງສິ່ງທີ່ເປໂຕບັນລຸ ແມ່ນຖືວ່າດີ, ແຕ່ພວກເຂົາບໍ່ມີຄ່າສຳລັບການນໍາໃຊ້. ຫຼາຍຄົນເຂົ້າໃຈສິ່ງຕ່າງໆຢ່າງໄວວາ, ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ສາມາດລື່ນລະດັບຂອງເປໂຕ. ພຣະເຈົ້າປະຕິບັດພາລະກິດປະເພດນີ້ ແລະ ຄົນປະເພດນີ້ກໍສາມາດຮັບເອົາການລົງວິໄນ ແລະ ແສງສະຫວ່າງຂອງພຣະອົງ ແລະ ໂຍນຖິ້ມສິ່ງໃດກໍຕາມທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງໄວວາ. ຄົນປະເພດນີ້ເປັນຄືກັບທອງຄຳ ຄືມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ມີຄ່າຢ່າງແທ້ຈິງ! ຖ້າພຣະເຈົ້າໄດ້ກະທຳພາລະກິດຫຼາຍປະເພດ ແຕ່ເຈົ້າຍັງເປັນຄືກັບດິນຊາຍ, ຄືກັບກ້ອນຫີນ, ແລ້ວເຈົ້າກໍບໍ່ມີຄ່າຫຍັງເລີຍ!

ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະກຳຈັດບາງຄົນ ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ. ມີຄົນທີ່ນໍາໃຊ້ເງິນຂອງຄຣິສຕະຈັກຢ່າງບໍ່ສົມຄວນ, ຄົນທີ່ສໍ້ໂກງຄົນອື່ນ ແລະ ອື່ນໆ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານັ້ນ ມັນກໍຈະຊັດເຈນຂຶ້ນວ່າ ໃຜຮັກພຣະເຈົ້າແທ້ໆ ແລະ ໃຜບໍ່ຮັກ. ຄົນທີ່ຮັກພຣະເຈົ້າແທ້ໆຈະມີພາລະກິດຂອງພຣະວິນຍານບໍລິສຸດ, ຄົນທີ່ບໍ່ຮັກພຣະອົງແທ້ໆຈະຖືກເປີດໂປ່ງຜ່ານພາລະກິດຂອງພຣະອົງ ເທື່ອລະກ້າວ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກກຳຈັດ. ຄົນເຫຼົ່ານີ້ຈະຖືກເປີດໂປ່ງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ຄືພວກເຂົາຈະບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ແລ້ວຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກໍກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ, ແລ້ວບາດກ້າວຂອງຜູ້ບໍລິການກໍຈະພຽງພໍ. ເຖິງຢ່າງໃດກໍຕາມ, ການເອົາຊະນະຜູ້ຄົນບໍ່ແມ່ນເປົ້າໝາຍສຸດທ້າຍຂອງພຣະເຈົ້າ, ເປົ້າໝາຍສຸດທ້າຍຂອງພຣະອົງຄືການເຮັດໃຫ້ຜູ້ຄົນສົມບູນ. ສະນັ້ນ ແທນທີ່ຈະເວົ້າວ່າ ຂັ້ນຕອນນີ້ແມ່ນພາລະກິດແຫ່ງການເອົາຊະນະ, ໃຫ້ເວົ້າວ່າ ມັນແມ່ນພາລະກິດແຫ່ງການເຮັດໃຫ້ສົມບູນ ແລະ ການກຳຈັດ. ບາງຄົນຍັງບໍ່ຖືກເອົາຊະນະຢ່າງສົມບູນ ແລະ ໃນເສັ້ນທາງແຫ່ງການເອົາຊະນະພວກເຂົາ, ກຸ່ມຄົນໃດໜຶ່ງຈະຖືກເຮັດໃຫ້ສົມບູນ. ພາລະກິດສອງສ່ວນນີ້ໄດ້ຖືກປະຕິບັດຄຽງຄູ່ກັນໄປ. ຜູ້ຄົນຍັງບໍ່ໄດ້ອອກເດີນທາງຕະຫຼອດໄລຍະເວລາທີ່ຍາວນານຂອງພາລະກິດດັ່ງກ່າວ; ຄວາມຈິງນີ້ສະແດງໃຫ້ເຫັນວ່າ ເປົ້າໝາຍຂອງການເອົາຊະນະແມ່ນສຳເລັດແລ້ວ, ນີ້ແມ່ນຄວາມຈິງຂອງການຖືກເອົາຊະນະ. ການຫຼໍ່ຫຼອມບໍ່ແມ່ນເພື່ອເຫັນແກ່ການເອົາຊະນະ, ແຕ່ພວກມັນແມ່ນເພື່ອເຫັນແກ່ການຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຫຼໍ່ຫຼອມ, ຜູ້ຄົນຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ການຫຼໍ່ຫຼອມກໍມີຄ່າຫຼາຍ! ໃນປັດຈຸບັນ, ຄົນກຸ່ມໜຶ່ງກຳລັງຖືກເຮັດໃຫ້ສົມບູນ, ຄົນກຸ່ມໜຶ່ງກຳລັງຖືກຮັບເອົາ. ການອວຍພອນສິບຢ່າງທີ່ກ່າວເຖິງກ່ອນໜ້ານີ້ ແມ່ນແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ທຸກສິ່ງທີ່ກ່ຽວກັບການປ່ຽນແປງພາບຫຼັກຂອງພວກເຂົາເທິງແຜ່ນດິນໂລກ ແມ່ນເພື່ອແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ຖືກເຮັດໃຫ້ສົມບູນບໍ່ສາມາດບັນລຸສິ່ງນີ້ໄດ້.

​ກ່ອນ​ນີ້ :ຜູ້ຄົນທີ່ສາມາດເຊື່ອຟັງຄວາມເປັນຈິງຂອງພຣະເຈົ້າແມ່ນຄົນທີ່ຮັກພຣະເຈົ້າແທ້ຈິງ

ຕໍ່​ໄປ:ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ເນື່ອຫາທີ່ກ່ຽວຂ້ອງ