ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າໄດ້ຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຜ່ານພົ້ນໄດ້ ແລະ ເຖິງຂັ້ນມີຄວາມໂສກເສົ້າຢ່າງໜັກ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີຕໍ່ພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກແກ່ນແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈຶ່ງຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ, ມີຊີວິດຄອບຄົວທີ່ສະຫງົບສຸກ ຫຼື ການອວຍພອນທາງວັດຖຸ, ແລ້ວເຈົ້າກໍບໍ່ໄດ້ຮັບເອົາພຣະເຈົ້າ ແລະ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ສາມາດຖືໄດ້ວ່າເປັນຜົນສໍາເລັດ. ພຣະເຈົ້າໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດແຫ່ງພຣະຄຸນໃນເນື້ອໜັງ ແລະ ໄດ້ປະທານພອນທາງວັດຖຸໃຫ້ກັບມະນຸດແລ້ວ, ແຕ່ມະນຸດບໍ່ສາມາດຖືກເຮັດໃຫ້ສົມບູນດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາພຽງຢ່າງດຽວ. ໃນປະສົບການຂອງມະນຸດ ເຂົາຜະເຊີນກັບຄວາມຮັກບາງຢ່າງຂອງພຣະເຈົ້າ ແລະ ເຫັນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ, ແຕ່ເມື່ອໄດ້ຜະເຊີນໃນໄລຍະເວລາໜຶ່ງ, ເຂົາເຫັນວ່າ ພຣະຄຸນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາ ບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດເປີດເຜີຍສິ່ງທີ່ເສື່ອມຊາມຢູ່ພາຍໃນມະນຸດ ແລະ ບໍ່ສາມາດກຳຈັດມະນຸດອອກຈາກອຸປະນິໄສອັນເສື່ອມຊາມຂອງເຂົາ ຫຼື ເຮັດໃຫ້ຄວາມຮັກ ແລະ ຄວາມເຊື່ອຂອງເຂົາສົມບູນ. ພາລະກິດແຫ່ງພຣະຄຸນຂອງພຣະເຈົ້າແມ່ນພາລະກິດພຽງໄລຍະໜຶ່ງ ແລະ ມະນຸດບໍ່ສາມາດອາໄສການໄດ້ຮັບພຣະຄຸນຂອງພຣະເຈົ້າເພື່ອທີ່ຈະຮູ້ຈັກພຣະເຈົ້າ.

ພຣະເຈົ້າສໍາເລັດການເຮັດໃຫ້ມະນຸດສົມບູນຜ່ານທາງໃດ? ສິ່ງນັ້ນຖືກເຮັດໃຫ້ສໍາເລັດຜ່ານທາງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຫຼັກໆແມ່ນປະກອບດ້ວຍຄວາມຊອບທຳ, ຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ຄຳສາບແຊ່ງ ແລະ ການທີ່ພຣະອົງເຮັດໃຫ້ມະນຸດສົມບູນຫຼັກໆແມ່ນຜ່ານທາງພິພາກສາ. ບາງຄົນບໍ່ເຂົ້າໃຈ ແລະ ຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງສາມາດເຮັດໃຫ້ມະນຸດສົມບູນຜ່ານການພິພາກສາ ແລະ ຄຳສາບແຊ່ງເທົ່ານັ້ນ? ພວກເຂົາເວົ້າວ່າ “ຖ້າພຣະເຈົ້າຈະສາບແຊ່ງມະນຸດ, ມະນຸດຈະບໍ່ຕາຍບໍ? ຖ້າພຣະເຈົ້າຈະພິພາກສາມະນຸດ, ມະນຸດຈະບໍ່ຖືກກ່າວໂທດບໍ? ແລ້ວເຂົາຈະຍັງຖືກເຮັດໃຫ້ສົມບູນໄດ້ແນວໃດ?” ສິ່ງດັ່ງກ່າວແມ່ນຄຳເວົ້າຂອງຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສິ່ງທີ່ພຣະອົງພິພາກສາແມ່ນຄວາມບາບຂອງມະນຸດ. ເຖິງແມ່ນວ່າພຣະອົງກ່າວຢ່າງໂຫດຮ້າຍ ແລະ ຢ່າງບໍ່ຢຸດຢັ້ງ, ພຣະອົງກໍເປີດເຜີຍທຸກສິ່ງທີ່ຢູ່ພາຍໃນມະນຸດ, ເປີດເຜີຍຜ່ານພຣະທຳທີ່ເຂັ້ມງວດເຫຼົ່ານີ້ທີ່ສຳຄັນຕໍ່ມະນຸດ, ແຕ່ຜ່ານການພິພາກສາດັ່ງກ່າວ, ພຣະອົງໄດ້ມອບຄວາມຮູ້ທີ່ເລິກເຊິ່ງກ່ຽວກັບທາດແທ້ຂອງເນື້ອໜັງໃຫ້ກັບມະນຸດ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງຍອມເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າ. ເນື້ອໜັງຂອງມະນຸດແມ່ນມາຈາກຄວາມບາບ ແລະ ມາຈາກຊາຕານ, ມັນແມ່ນການບໍ່ເຊື່ອຟັງ ແລະ ມັນຄືເປົ້າໝາຍແຫ່ງການຂ້ຽນຕີຂອງພຣະເຈົ້າ. ດ້ວຍເຫດນັ້ນ ເພື່ອເຮັດໃຫ້ມະນຸດຮູ້ຈັກຕົນເອງ, ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕ້ອງເກີດຂຶ້ນກັບເຂົາ ແລະ ຕ້ອງໄດ້ໃຊ້ການຫຼໍ່ຫຼອມທຸກຮູບແບບ; ມີແຕ່ເມື່ອນັ້ນ ພາລະກິດຂອງພຣະເຈົ້າຈຶ່ງຈະສາມາດມີປະສິດທິພາບ.

ຈາກພຣະທຳທີ່ພຣະເຈົ້າກ່າວ ສາມາດເຫັນໄດ້ວ່າ ພຣະອົງໄດ້ກ່າວປະນາມເນື້ອໜັງຂອງມະນຸດແລ້ວ. ແລ້ວພຣະທຳເຫຼົ່ານີ້ບໍ່ແມ່ນພຣະທຳແຫ່ງຄຳສາບແຊ່ງບໍ? ພຣະທຳທີ່ພຣະເຈົ້າກ່າວເປີດເຜີຍທາດແທ້ຂອງມະນຸດ ແລະ ຜ່ານການເປີດເຜີຍດັ່ງກ່າວ ເຂົາກໍຖືກພິພາກສາ ແລະ ເມື່ອເຂົາເຫັນວ່າ ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຂົາກໍຮູ້ສຶກເຖິງຄວາມໂສກເສົ້າ ແລະ ຄວາມເສຍໃຈຢູ່ຂ້າງໃນ, ເຂົາຮູ້ສຶກວ່າ ເຂົາເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ບໍ່ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າໄດ້. ມີຫຼາຍຄັ້ງທີ່ພຣະວິນຍານບໍລິສຸດລົງວິໄນເຈົ້າຈາກຂ້າງໃນ ແລະ ວິໄນນີ້ແມ່ນມາຈາກການພິພາກສາຂອງພຣະເຈົ້າ; ມີຫຼາຍຄັ້ງທີ່ພຣະເຈົ້າປະນາມເຈົ້າ ແລະ ເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ, ເມື່ອພຣະອົງບໍ່ສົນໃຈເຈົ້າ ແລະ ບໍ່ປະຕິບັດພາລະກິດພາຍໃນເຈົ້າ ໂດຍຂ້ຽນຕີເຈົ້າຢ່າງງຽບໆເພື່ອຫຼໍ່ຫຼອມເຈົ້າ. ພາລະກິດຂອງພຣະເຈົ້າໃນມະນຸດຫຼັກໆແມ່ນເພື່ອເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ. ແລ້ວ ມະນຸດເປັນພະຍານຫຍັງແດ່ໃຫ້ກັບພຣະເຈົ້າ? ເຂົາເປັນພະຍານວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ, ອຸປະນິໄສຂອງພຣະອົງແມ່ນຄວາມຊອບທຳ, ຄວາມໂກດຮ້າຍ, ການຂ້ຽນຕີ ແລະ ການພິພາກສາ; ມະນຸດເປັນພະຍານເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ພຣະເຈົ້າໃຊ້ການພິພາກສາຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ, ພຣະອົງໄດ້ຮັກມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ແຕ່ມີຫຍັງແດ່ທີ່ຢູ່ພາຍໃນຄວາມຮັກຂອງພຣະອົງ? ມີການພິພາກສາ, ລິດທານຸພາບ, ຄວາມໂກດຮ້າຍ ແລະ ຄຳສາບແຊ່ງ. ເຖິງແມ່ນວ່າພຣະເຈົ້າສາບແຊ່ງມະນຸດໃນອະດີດ, ພຣະອົງກໍບໍ່ໄດ້ໂຍນມະນຸດທັງໝົດລົງສູ່ຂຸມເລິກທີ່ສຸດ, ແຕ່ໃຊ້ວິທີນັ້ນເພື່ອຫຼໍ່ຫຼອມຄວາມເຊື່ອຂອງມະນຸດ; ພຣະອົງບໍ່ເຮັດໃຫ້ມະນຸດເຖິງແກ່ຄວາມຕາຍ, ແຕ່ປະຕິບັດເພື່ອເຮັດໃຫ້ມະນຸດສົມບູນ. ທາດແທ້ຂອງເນື້ອໜັງແມ່ນມາຈາກຊາຕານ ເຊິ່ງພຣະເຈົ້າເວົ້ານັ້ນແມ່ນຖືກຕ້ອງທີ່ສຸດ, ແຕ່ຄວາມຈິງທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນໄປຕາມພຣະທຳຂອງພຣະອົງ. ພຣະອົງສາບແຊ່ງເຈົ້າເພື່ອເຈົ້າຈະຮັກພຣະອົງ ແລະ ເພື່ອເຈົ້າຈະໄດ້ຮູ້ຈັກທາດແທ້ຂອງເນື້ອໜັງ; ພຣະອົງຂ້ຽນຕີເຈົ້າເພື່ອປຸກໃຫ້ເຈົ້າຕື່ນ, ເພື່ອເຮັດໃຫ້ເຈົ້າຮູ້ຈັກຂໍ້ບົກຜ່ອງທີ່ຢູ່ພາຍໃນຕົວເຈົ້າ ແລະ ເພື່ອຮູ້ຈັກຄວາມບໍ່ມີຄ່າທັງໝົດຂອງມະນຸດ. ສະນັ້ນ, ຄຳສາບແຊ່ງຂອງພຣະເຈົ້າ, ການພິພາກສາຂອງພຣະອົງ ແລະ ລິດທານຸພາບ ແລະ ຄວາມໂກດຮ້າຍຂອງພຣະອົງ, ສິ່ງເຫຼົ່ານີ້ແມ່ນມີເພື່ອເຮັດໃຫ້ມະນຸດສົມບູນ. ທຸກສິ່ງທີ່ພຣະເຈົ້າກະທຳໃນປັດຈຸບັນ ແລະ ອຸປະນິໄສທີ່ຊອບທຳທີ່ພຣະເຈົ້າເປີດເຜີຍພາຍໃນພວກເຈົ້າ, ທຸກສິ່ງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ສິ່ງດັ່ງກ່າວແມ່ນຄວາມຮັກຂອງພຣະເຈົ້າ.

ໃນແນວຄິດດັ່ງເດີມຂອງມະນຸດ, ເຂົາເຊື່ອວ່າ ຄວາມຮັກຂອງພຣະເຈົ້າຄືພຣະຄຸນ, ຄວາມເມດຕາ ແລະ ຄວາມສົງສານຂອງພຣະອົງສຳລັບຄວາມອ່ອນແອຂອງມະນຸດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະແມ່ນຄວາມຮັກຂອງພຣະເຈົ້າເຊັ່ນກັນ, ພວກມັນກໍບໍ່ເປັນພຽງດ້ານໜຶ່ງ ແລະ ບໍ່ແມ່ນວິທີຫຼັກທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ. ບາງຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າຍ້ອນຄວາມເຈັບປ່ວຍ. ຄວາມເຈັບປ່ວຍນີ້ແມ່ນພຣະຄຸນທີ່ພຣະເຈົ້າມີຕໍ່ເຈົ້າ; ຫາກປາສະຈາກສິ່ງນີ້, ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມາໄກໄດ້ປານນີ້ ແລະ ສະນັ້ນ ແມ່ນແຕ່ພຣະຄຸນນີ້ກໍເປັນຄວາມຮັກຂອງພຣະເຈົ້າ. ໃນສະໄໝແຫ່ງຄວາມເຊື່ອໃນພຣະເຢຊູ, ຜູ້ຄົນເຮັດຫຼາຍຢ່າງທີ່ພຣະເຈົ້າບໍ່ມັກ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ແຕ່ພຣະເຈົ້າກໍມີຄວາມຮັກ ແລະ ຄວາມເມດຕາ ແລະ ພຣະອົງໄດ້ນໍາມະນຸດມາໄກປານນີ້ ແລະ ເຖິງແມ່ນວ່າມະນຸດບໍ່ເຂົ້າໃຈຫຍັງເລີຍ, ພຣະເຈົ້າກໍຍອມໃຫ້ມະນຸດຕິດຕາມພຣະອົງຄືເກົ່າ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ນໍາພາມະນຸດມາເຖິງປັດຈຸບັນ. ນີ້ບໍ່ແມ່ນຄວາມຮັກຂອງພຣະເຈົ້າບໍ? ສິ່ງທີ່ຖືກສະແດງອອກໃນອຸປະນິໄສຂອງພຣະເຈົ້າແມ່ນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ຖືກຕ້ອງທີ່ສຸດ! ເມື່ອການສ້າງຄຣິສຕະຈັກໄດ້ມາເຖິງຈຸດສູງສຸດ, ພຣະເຈົ້າກໍປະຕິບັດພາລະກິດຂັ້ນຕອນຂອງຜູ້ບໍລິການ ແລະ ໂຍນມະນຸດຖິ້ມລົງສູ່ຂຸມເລິກທີ່ສຸດ. ພຣະທຳໃນໄລຍະຂອງຜູ້ບໍລິການແມ່ນຄຳສາບແຊ່ງທັງໝົດ ນັ້ນກໍຄື ຄຳສາບແຊ່ງເນື້ອໜັງຂອງເຈົ້າ, ຄຳສາບແຊ່ງຂອງອຸປະນິໄສຊົ່ວຊ້າທີ່ເສື່ອມຊາມຂອງເຈົ້າ ແລະ ຄຳສາບແຊ່ງຕໍ່ສິ່ງຕ່າງໆຂອງເຈົ້າທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າກະທຳໃນບາດກ້າວນັ້ນແມ່ນຖືກສະແດງອອກດັ່ງສະຫງ່າລາສີ, ທັນທີທີ່ຫຼັງຈາກພຣະເຈົ້າປະຕິບັດຂັ້ນຕອນພາລະກິດແຫ່ງການຂ້ຽນຕີ, ການທົດລອງແຫ່ງຄວາມຕາຍກໍມາເຖິງ. ໃນພາລະກິດດັ່ງກ່າວ, ມະນຸດໄດ້ເຫັນເຖິງຄວາມໂກດຮ້າຍ, ລິດທານຸພາບ, ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແຕ່ເຂົາກໍຍັງໄດ້ເຫັນພຣະຄຸນຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາເຊັ່ນກັນ; ທຸກສິ່ງທີ່ພຣະເຈົ້າກະທຳ ແລະ ທຸກສິ່ງທີ່ສະແດງອອກເຖິງອຸປະນິໄສຂອງພຣະອົງ ແມ່ນຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເພື່ອເຮັດຕາມຄວາມຕ້ອງການຂອງມະນຸດ. ພຣະອົງກະທຳສິ່ງນັ້ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ພຣະອົງສະໜອງໃຫ້ກັບມະນຸດຕາມວຸດທິພາວະຂອງເຂົາ. ຖ້າພຣະເຈົ້າບໍ່ໄດ້ກະທຳສິ່ງນີ້, ມະນຸດຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຈະບໍ່ມີທາງຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດຈົນເຖິງປັດຈຸບັນ, ພຣະເຈົ້າໄດ້ສະໜອງໃຫ້ກັບມະນຸດເທື່ອລະໜ້ອຍຕາມວຸດທິພາວະຂອງມະນຸດ ເພື່ອວ່າ ມະນຸດຈະໄດ້ມາຮູ້ຈັກພຣະອົງເທື່ອລະໜ້ອຍຢູ່ຂ້າງໃນ. ມີແຕ່ການມາເຖິງປັດຈຸບັນເທົ່ານັ້ນ ມະນຸດຈຶ່ງເຂົ້າໃຈວ່າ ການພິພາກສາຂອງພຣະເຈົ້າມະຫັດສະຈັນສໍ່າໃດ. ບາດກ້າວຂອງພາລະກິດຂອງຜູ້ບໍລິການແມ່ນເຫດການທຳອິດຂອງພາລະກິດແຫ່ງຄຳສາບແຊ່ງຕັ້ງແຕ່ເວລາແຫ່ງການສ້າງຈົນເຖິງປັດຈຸບັນ. ມະນຸດຖືກສາບແຊ່ງໃຫ້ຕົກລົງສູ່ຂຸມເລິກທີ່ສຸດ. ຖ້າພຣະເຈົ້າບໍ່ໄດ້ເຮັດແບບນັ້ນ, ໃນປັດຈຸບັນນີ້ ມະນຸດກໍຈະບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຜ່ານຄຳສາບແຊ່ງຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງພົບພໍ້ກັບອຸປະນິໄສຂອງພຣະເຈົ້າຢ່າງເປັນທາງການ. ມະນຸດແມ່ນຖືກເປີດເຜີຍຜ່ານການທົດລອງຂອງຜູ້ບໍລິການ. ເຂົາເຫັນວ່າ ຄວາມຊື່ສັດຂອງເຂົາແມ່ນຍອມຮັບບໍ່ໄດ້, ວຸດທິພາວະຂອງເຂົາກໍຕໍ່າເກີນໄປ, ເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄຳອ້າງຂອງເຂົາທີ່ວ່າເຮັດໃຫ້ພຣະເຈົ້າພໍໃຈຢູ່ຕະຫຼອດເວລານັ້ນ ກໍເປັນພຽງແຕ່ຄຳເວົ້າ. ເຖິງແມ່ນວ່າໃນບາດກ້າວຂອງພາລະກິດຂອງຜູ້ບໍລິການ ພຣະເຈົ້າສາບແຊ່ງມະນຸດ, ແຕ່ເມື່ອເບິ່ງຄືນແລ້ວ ບາດກ້າວຂອງພາລະກິດຂອງພຣະເຈົ້າແມ່ນມະຫັດສະຈັນ: ມັນນຳຈຸດປ່ຽນແປງທີ່ຍິ່ງໃຫຍ່ມາສູ່ມະນຸດ ແລະ ເຮັດໃຫ້ມີການປ່ຽນແປງຄັ້ງຍິ່ງໃຫຍ່ຕໍ່ຊີວິດ-ອຸປະນິໄສຂອງເຂົາ. ກ່ອນສະໄໝຂອງຜູ້ບໍລິການ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບການສະແຫວງຫາຊີວິດ, ການເຊື່ອໃນພຣະເຈົ້າໝາຍເຖິງຫຍັງ ຫຼື ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າສາມາດທົດສອບມະນຸດໄດ້. ນັບຕັ້ງແຕ່ສະໄໝຂອງຜູ້ບໍລິການຕະລອດຈົນເຖິງປັດຈຸບັນ, ມະນຸດເຫັນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນສໍ່າໃດ, ມັນເປັນສິ່ງທີ່ມະນຸດບໍ່ສາມາດຢັ່ງເຖິງໄດ້. ມະນຸດບໍ່ສາມາດໃຊ້ສະໝອງຂອງເຂົາຈິນຕະນາການເຖິງວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ເຂົາຍັງເຫັນວ່າວຸດທິພາວະຂອງເຂົາຕໍ່າສໍ່າໃດ ແລະ ມີຫຼາຍຢ່າງໃນຕົວເຂົາທີ່ບໍ່ເຊື່ອຟັງ. ເມື່ອພຣະເຈົ້າສາບແຊ່ງມະນຸດ, ມັນກໍເພື່ອບັນລຸຜົນ ແລະ ພຣະອົງບໍ່ໄດ້ເຮັດໃຫ້ມະນຸດຕາຍ. ເຖິງແມ່ນວ່າພຣະອົງສາບແຊ່ງມະນຸດ, ພຣະອົງກໍເຮັດແບບນັ້ນຜ່ານທາງພຣະທຳ ແລະ ຄຳສາບແຊ່ງຂອງພຣະອົງກໍບໍ່ໄດ້ເກີດຂຶ້ນກັບມະນຸດແທ້ໆ ຍ້ອນສິ່ງທີ່ພຣະເຈົ້າສາບແຊ່ງແມ່ນຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ສະນັ້ນ ພຣະທຳແຫ່ງຄຳສາບແຊ່ງຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດສົມບູນເຊັ່ນກັນ. ບໍ່ວ່າພຣະເຈົ້າຈະພິພາກສາມະນຸດ ຫຼື ສາບແຊ່ງເຂົາ, ທັງສອງຢ່າງແມ່ນເຮັດໃຫ້ມະນຸດສົມບູນ: ທັງສອງຢ່າງແມ່ນເຮັດເພື່ອເຮັດໃຫ້ສິ່ງທີ່ບໍ່ບໍລິສຸດຢູ່ພາຍໃນມະນຸດນັ້ນສົມບູນ. ໝາຍຄວາມວ່າ ມະນຸດຖືກຫຼໍ່ຫຼອມຜ່ານສິ່ງນີ້ ແລະ ສິ່ງທີ່ຍັງຂາດຢູ່ຂ້າງໃນມະນຸດກໍຖືກເຮັດໃຫ້ສົມບູນຜ່ານທາງພຣະທໍາ ແລະ ພາລະກິດຂອງພຣະອົງ. ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື ການຂ້ຽນຕີແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເໝາະສົມທີ່ສຸດ. ພຣະເຈົ້າບໍ່ເຄີຍປະຕິບັດພາລະກິດດັ່ງກ່າວທົ່ວຍຸກຕ່າງໆແບບນີ້; ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຢູ່ພາຍໃນພວກເຈົ້າ ເພື່ອພວກເຈົ້າຈະເຫັນຄຸນຄ່າເຖິງສະຕິປັນຍາຂອງພຣະອົງ. ເຖິງແມ່ນວ່າພວກເຈົ້າໄດ້ທົນທຸກກັບຄວາມເຈັບປວດບາງຢ່າງພາຍໃນຕົວພວກເຈົ້າ, ຫົວໃຈຂອງພວກເຈົ້າກໍໝັ້ນຄົງ ແລະ ມີຄວາມສະຫງົບສຸກ; ມັນຄືພອນຂອງເຈົ້າທີ່ສາມາດໄດ້ຮັບຈາກຂັ້ນຕອນນີ້ຂອງພາລະກິດຂອງພຣະເຈົ້າ. ບໍ່ວ່າພວກເຈົ້າຈະໄດ້ຮັບຫຍັງກໍຕາມໃນອະນາຄົດ, ທຸກສິ່ງທີ່ພວກເຈົ້າເຫັນກ່ຽວກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວພວກເຈົ້າໃນປັດຈຸບັນຄືຄວາມຮັກ. ຖ້າມະນຸດບໍ່ໄດ້ຜະເຊີນກັບການພິພາກສາ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ, ການກະທຳ ແລະ ຄວາມຈິງໃຈຂອງເຂົາກໍຈະຍັງຢູ່ໃນລະດັບພາຍນອກສະເໝີ ແລະ ອຸປະນິໄສຂອງເຂົາກໍຈະຍັງຄົງບໍ່ປ່ຽນແປງຢູ່ສະເໝີ. ສິ່ງນີ້ຖືວ່າເປັນການຖືກຮັບເອົາໂດຍພຣະເຈົ້າບໍ? ໃນປັດຈຸບັນ, ເຖິງແມ່ນວ່າຍັງມີຫຼາຍຢ່າງພາຍໃນມະນຸດທີ່ຍັງອວດດີ ແລະ ທະນົງຕົວ, ອຸປະນິໄສຂອງມະນຸດກໍໝັ້ນຄັ້ງກວ່າແຕ່ກ່ອນຫຼາຍ. ການທີ່ພຣະເຈົ້າຈັດການກັບເຈົ້າກໍແມ່ນເພື່ອຊ່ວຍເຈົ້າໃຫ້ລອດພົ້ນ ແລະ ເຖິງແມ່ນວ່າເຈົ້າອາດຮູ້ສຶກເຈັບປວດບາງຢ່າງໃນເວລານັ້ນ, ມື້ທີ່ເກີດມີການປ່ຽນແປງໃນອຸປະນິໄສຂອງເຈົ້າກໍຈະມາເຖິງ. ໃນເວລານັ້ນ, ເຈົ້າຈະຫຼຽວຄືນຫຼັງ ແລະ ເຫັນວ່າພາລະກິດຂອງພຣະເຈົ້າມີສະຕິປັນຍາຫຼາຍສໍ່າໃດ ແລະ ໃນເວລານັ້ນເຈົ້າກໍຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ໃນປັດຈຸບັນ, ມີບາງຄົນທີ່ເວົ້າວ່າ ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແຕ່ສິ່ງນັ້ນແມ່ນບໍ່ເປັນຈິງເລີຍ. ແທ້ຈິງແລ້ວ, ພວກເຂົາກຳລັງເວົ້າໃນສິ່ງທີ່ບໍ່ເປັນຈິງ ເພາະໃນປັດຈຸບັນ ພວກເຂົາຍັງບໍ່ເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນການຊ່ວຍມະນຸດ ຫຼື ສາບແຊ່ງມະນຸດ. ບາງເທື່ອ ເຈົ້າບໍ່ສາມາດເຫັນຢ່າງຊັດເຈນໃນຕອນນີ້, ແຕ່ມື້ນັ້ນຈະມາເຖິງ ເມື່ອເຈົ້າເຫັນວ່າ ມື້ທີ່ພຣະເຈົ້າໄດ້ຮັບສະຫງ່າລາສີໄດ້ມາຮອດແລ້ວ ແລະ ເຈົ້າຈະເຫັນວ່າ ການຮັກພຣະເຈົ້າມີຄວາມໝາຍຫຼາຍສໍ່າໃດ, ເພື່ອເຈົ້າຈະຮຽນຮູ້ຈັກຊີວິດມະນຸດ ແລະ ເນື້ອໜັງຂອງເຈົ້າຈະດຳລົງຢູ່ໃນໂລກແຫ່ງການຮັກພຣະເຈົ້າ, ເພື່ອວ່າວິນຍານຂອງເຈົ້າຈະຖືກປ່ອຍໃຫ້ເປັນອິດສະຫຼະ, ຊີວິດຂອງເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ ແລະ ເຈົ້າຈະໄດ້ຢູ່ໃກ້ຊິດກັບພຣະເຈົ້າສະເໝີ ແລະ ຈະເພິ່ງພາພຣະເຈົ້າຢູ່ສະເໝີ. ໃນເວລານັ້ນ, ເຈົ້າຈະຮູ້ຈັກຢ່າງແທ້ຈິງວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນແມ່ນມີຄ່າຫຼາຍສໍ່າໃດ.

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເກີນໄປ, ມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ. ເມື່ອເຈົ້າຖືກຊາຕານລໍ້ລວງ, ເຈົ້າຄວນເວົ້າວ່າ “ຫົວໃຈຂອງເຮົາເປັນຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຮັບເອົາເຮົາແລ້ວ. ເຮົາບໍ່ສາມາດເຮັດໃຫ້ເຈົ້າພໍໃຈໄດ້ ເພາະເຮົາຕ້ອງອຸທິດທຸກຢ່າງຂອງເຮົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ”. ຍິ່ງເຈົ້າເຮັດໃຫ້ພຣະເຈົ້າພໍໃຈຫຼາຍສໍ່າໃດ, ພຣະເຈົ້າຈະຍິ່ງອວຍພອນເຈົ້າຫຼາຍສໍ່ານັ້ນ ແລະ ຍິ່ງຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ; ເຈົ້າກໍຍິ່ງຈະມີຄວາມເຊື່ອ ແລະ ຄວາມເດັດດ່ຽວຫຼາຍສໍ່ານັ້ນເຊັ່ນກັນ ແລະ ຈະຮູ້ສຶກວ່າ ບໍ່ມີຫຍັງທີ່ມີຄຸນຄ່າ ຫຼື ສຳຄັນໄປກວ່າການໃຊ້ຊີວິດເພື່ອຮັກພຣະເຈົ້າ. ສາມາດເວົ້າໄດ້ວ່າ ຕາບໃດທີ່ມະນຸດຮັກພຣະເຈົ້າກໍຈະປາສະຈາກຄວາມໂສກເສົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງຂອງເຈົ້າອ່ອນແອ ແລະ ເຈົ້າເຕັມໄປດ້ວຍບັນຫາແທ້ຈິງຫຼາຍຢ່າງ, ໃນລະຫວ່າງເວລານີ້ ເຈົ້າຈະເພິ່ງພາພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສະບາຍໃຈຂຶ້ນໃນຈິດໃຈຂອງເຈົ້າ ແລະ ເຈົ້າຈະຮູ້ສຶກໝັ້ນໃຈທີ່ເຈົ້າມີບາງສິ່ງທີ່ເພິ່ງພາໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດເອົາຊະນະສະພາບແວດລ້ອມຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະບໍ່ຕໍ່ວ່າພຣະເຈົ້າຍ້ອນຄວາມທຸກທໍລະມານໃຈທີ່ເຈົ້າໄດ້ຮັບອີກ. ກົງກັນຂ້າມ ເຈົ້າຈະຢາກຮ້ອງເພງ, ເຕັ້ນລຳ ແລະ ອະທິຖານ, ຊຸມນຸມ ແລະ ສົນທະນາ, ຄໍານຶງເຖິງພຣະເຈົ້າ ແລະ ເຈົ້າຈະຮູ້ສຶກວ່າ ທຸກຄົນ, ທຸກບັນຫາ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າທີ່ພຣະເຈົ້າຈັດຕັ້ງຂຶ້ນແມ່ນເໝາະສົມແລ້ວ. ຖ້າເຈົ້າບໍ່ຮັກພຣະເຈົ້າ, ທຸກສິ່ງທີ່ເຈົ້າເພິ່ງພາຈະເປັນຕາລຳຄານສຳລັບເຈົ້າ, ໃນສາຍຕາເຈົ້າຈະບໍ່ມີຫຍັງເປັນທີ່ພໍໃຈ; ເຈົ້າຈະບໍ່ເປັນອິດສະຫຼະໃນຈິດວິນຍານຂອງເຈົ້າ ແຕ່ຈະຖືກບີບບັງຄັບ, ຫົວໃຈຂອງເຈົ້າຈະຕໍ່ວ່າພຣະເຈົ້າຢູ່ສະເໝີ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າທົນທຸກກັບຄວາມທໍລະມານຫຼາຍຢ່າງ ແລະ ມັນບໍ່ຍຸຕິທຳເລີຍ. ຖ້າເຈົ້າບໍ່ສະແຫວງຫາເພື່ອເຫັນແກ່ຄວາມສຸກ, ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ຖືກຊາຕານກ່າວໂທດ, ແລ້ວການສະແຫວງຫາດັ່ງກ່າວຈະສ້າງພະລັງທີ່ຍິ່ງໃຫຍ່ໃຫ້ເຈົ້າໄດ້ຮັກພຣະເຈົ້າ. ມະນຸດສາມາດປະຕິບັດທຸກສິ່ງທີ່ພຣະເຈົ້າກ່າວໄວ້ ແລະ ທຸກສິ່ງທີ່ເຂົາເຮັດກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ນີ້ແມ່ນຄວາມໝາຍຂອງການມີຄວາມຈິງ. ການສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນການໃຊ້ຄວາມຮັກສໍາລັບພຣະເຈົ້າເພື່ອນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ; ບໍ່ວ່າເວລາໃດກໍຕາມ ແມ່ນແຕ່ເມື່ອຄົນອື່ນບໍ່ມີກຳລັງ ເຈົ້າກໍຈະຍັງມີຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນເຈົ້າ ເຊິ່ງປາຖະໜາຫາພຣະເຈົ້າຢ່າງເລິກເຊິ່ງ ແລະ ຄິດຮອດພຣະເຈົ້າຢູ່ສະເໝີ. ນີ້ແມ່ນວຸດທິພາວະທີ່ເປັນຈິງ. ວຸດທິພາວະຂອງເຈົ້າຈະສູງສໍ່າໃດແມ່ນຂຶ້ນກັບວ່າ ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ, ຂຶ້ນກັບວ່າເຈົ້າສາມາດຍຶດໝັ້ນໃນເວລາທີ່ຖືກທົດສອບ ຫຼື ບໍ່, ເຈົ້າອ່ອນແອໃນເວລາທີ່ສະພາບແລດລ້ອມໃດໜຶ່ງເກີດຂຶ້ນກັບເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ ໃນເວລາທີ່ອ້າຍເອື້ອຍນ້ອງຂອງເຈົ້າປະຕິເສດເຈົ້າ ຫຼື ບໍ່; ການມາເຖິງຂອງຄວາມຈິງຕ່າງໆຈະສະແດງໃຫ້ເຫັນວ່າ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າເປັນແນວໃດ. ສາມາດເຫັນໄດ້ຈາກພາລະກິດຫຼາຍຢ່າງຂອງພຣະເຈົ້າວ່າ ພຣະເຈົ້າແມ່ນຮັກມະນຸດແທ້ຈິງ, ເຖິງແມ່ນວ່າຕາຝ່າຍວິນຍານຂອງມະນຸດຍັງບໍ່ທັນຖືກເປີດອອກຢ່າງສົມບູນ ແລະ ເຂົາບໍ່ສາມາດເບິ່ງຜ່ານພາລະກິດຫຼາຍຢ່າງຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ ແລະ ຫຼາຍໆສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ; ມະນຸດມີຄວາມຮັກທີ່ແທ້ຈິງຕໍ່ພຣະເຈົ້າພຽງເລັກນ້ອຍ. ເຈົ້າເຊື່ອໃນພຣະເຈົ້າຕະລອດເວລາທີ່ຜ່ານມາ ແລະ ໃນປັດຈຸບັນ ພຣະເຈົ້າໄດ້ຕັດການຫຼົບໜີທຸກຮູບແບບ. ເວົ້າຕາມຄວາມເປັນຈິງກໍຄື ເຈົ້າບໍ່ມີທາງເລືອກ ນອກຈາກຈະເລືອກເສັ້ນທາງທີ່ຖືກຕ້ອງ, ເສັ້ນທາງທີ່ຖືກຕ້ອງ ທີ່ເຈົ້າຖືກນໍາພາໂດຍການພິພາກສາທີ່ໂຫດຮ້າຍ ແລະ ຄວາມລອດພົ້ນສູງສຸດຂອງພຣະເຈົ້າ. ຫຼັງຈາກການຜະເຊີນກັບຄວາມລຳບາກ ແລະ ການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງຮູ້ຈັກວ່າ ພຣະເຈົ້າເປັນຕາຮັກ. ເມື່ອໄດ້ຜະເຊີນຈົນມາຮອດປັດຈຸບັນນີ້, ສາມາດເວົ້າໄດ້ວ່າ ມະນຸດໄດ້ຮຽນຮູ້ສ່ວນໜຶ່ງຂອງຄວາມເປັນຕາຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ກໍຍັງບໍ່ພຽງພໍ, ເພາະມະນຸດຂາດເຂີນຫຼາຍ. ມະນຸດຕ້ອງຜະເຊີນກັບພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າຫຼາຍຂຶ້ນ ແລະ ການຫຼໍ່ຫຼອມທຸກຢ່າງຈາກການທົນທຸກທີ່ຈັດແຈງໂດຍພຣະເຈົ້າຫຼາຍຂຶ້ນ. ມີແຕ່ເມື່ອນັ້ນ ຊີວິດ-ອຸປະນິໄສຂອງມະນຸດຈຶ່ງຈະສາມາດໄດ້ຮັບການປ່ຽນແປງ.

ກ່ອນນີ້: ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ຕໍ່ໄປ: ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້