ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ

ການໄດ້ຮັບຄວາມຮູ້ກ່ຽວກັບຄວາມເປັນຈິງ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າຢ່າງຖິ່ຖ້ວນ, ທັງສອງສິ່ງນີ້ແມ່ນເຫັນໄດ້ໃນພຣະທຳຂອງພຣະອົງ ແລະ ໂດຍຜ່ານຖ້ອຍຄຳເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮັບເອົາແສງສະຫວ່າງໄດ້. ສະນັ້ນ ເຈົ້າຄວນເຮັດຫຼາຍກວ່າເກົ່າເພື່ອປະກອບຕົນເອງດ້ວຍພຣະທຳຂອງພຣະເຈົ້າ. ໃຫ້ສື່ສານຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າໃນການໂອ້ລົມ ແລະ ໃນລັກສະນະນີ້ ເຈົ້າຈະສາມາດສ່ອງແສງສະຫວ່າງໃຫ້ຄົນອື່ນ ແລະ ມອບທາງອອກໃຫ້ພວກເຂົາ, ນີ້ແມ່ນເສັ້ນທາງທີ່ເປັນຈິງ. ກ່ອນທີ່ພຣະເຈົ້າຈະຈັດແຈງສະພາບແວດລ້ອມໃຫ້ແກ່ເຈົ້າ, ພວກເຈົ້າຕ້ອງປະກອບຕົນເອງດ້ວຍພຣະທຳຂອງພຣະອົງກ່ອນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດ; ມັນຄືບູລິມະສິດທີ່ຮີບດ່ວນ. ກ່ອນອື່ນແມ່ນໃຫ້ໄປເຖິງຈຸດທີ່ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງ. ສຳລັບສິ່ງໃດໜຶ່ງທີ່ເຈົ້າບໍ່ສາມາດເຮັດໄດ້ນັ້ນ, ໃຫ້ຄົ້ນຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະອົງ ແລະ ຊອກຫາໃນຖ້ອຍຄຳເຫຼົ່ານີ້ກ່ຽວກັບບັນຫາໃດໜຶ່ງທີ່ເຈົ້າບໍ່ເຂົ້າໃຈ ຫຼື ຄວາມຫຍຸ້ງຍາກໃດໜຶ່ງທີ່ເຈົ້າອາດມີ. ເຮັດໃຫ້ພຣະທຳຂອງພຣະເຈົ້າເປັນການບຳລຸງລ້ຽງຂອງເຈົ້າ ແລະ ຍອມໃຫ້ພຣະທຳເຫຼົ່ານັ້ນຊ່ວຍເຈົ້າແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຕົວຈິງຂອງເຈົ້າ; ນອກຈາກນັ້ນກໍຍອມໃຫ້ພຣະທຳຂອງພຣະອົງກາຍມາເປັນການຊ່ວຍເຫຼືອໃນຊີວິດຂອງເຈົ້າ. ສິ່ງເຫຼົ່ານີ້ຈະຮຽກຮ້ອງໃຫ້ເຈົ້າພະຍາຍາມໃນສ່ວນຂອງເຈົ້າ. ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງບັນລຸຜົນ; ເຈົ້າຕ້ອງສາມາດສະຫງົບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ເຈົ້າຕ້ອງປະຕິບັດຕາມຖ້ອຍຄຳຂອງພຣະອົງເມື່ອໃດກໍຕາມທີ່ເຈົ້າພົບກັບບັນຫາໃດໜຶ່ງ. ເມື່ອເຈົ້າບໍ່ໄດ້ພົບກັບບັນຫາໃດໜຶ່ງ, ເຈົ້າຄວນພຽງແຕ່ກັງວົນກັບການກິນ ແລະ ການດື່ມພຣະທຳຂອງພຣະອົງເທົ່ານັ້ນ. ບາງເທື່ອ ເຈົ້າອາດອະທິຖານ ແລະ ຕຶກຕອງຄວາມຮັກຂອງພຣະເຈົ້າ, ແບ່ງປັນຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະອົງໃນການໂອ້ລົມ ແລະ ສື່ສານກ່ຽວກັບແສງສະຫວ່າງ ແລະ ແສງເຍືອງທາງທີ່ເຈົ້າປະສົບຢູ່ພາຍໃນຕົວເຈົ້າເອງ ແລະ ປະຕິກິລິຍາທີ່ເຈົ້າມີໃນຂະນະທີ່ກຳລັງອ່ານຖ້ອຍຄຳເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ເຈົ້າສາມາດມອບທາງອອກໃຫ້ແກ່ຜູ້ຄົນ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຈິງ. ເປົ້າໝາຍຂອງການເຮັດແບບນີ້ແມ່ນເພື່ອຍອມໃຫ້ພຣະທຳຂອງພຣະເຈົ້າກາຍມາເປັນການບຳລຸງລ້ຽງຕົວຈິງຂອງເຈົ້າ.

ຕະຫຼອດໜຶ່ງມື້, ເຈົ້າໃຊ້ເວລາຈັກຊົ່ວໂມງຢູ່ຕໍ່ໜ້າພຣະເຈົ້າແທ້ໆ? ເຈົ້າໄດ້ມອບເວລາໃນມື້ຂອງເຈົ້າໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ມອບໃຫ້ເນື້ອໜັງຫຼາຍສໍ່າໃດ? ການເຮັດໃຫ້ຫົວໃຈຂອງຄົນໆໜຶ່ງແນໄປຫາພຣະເຈົ້າຢູ່ສະເໝີແມ່ນບາດກ້າວທຳອິດຂອງການຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າສາມາດອຸທິດຫົວໃຈຂອງເຈົ້າ, ຮ່າງກາຍ ແລະ ຄວາມຮັກທີ່ແທ້ຈິງທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ, ຈັດວາງພວກມັນຕໍ່ໜ້າພຣະເຈົ້າ, ເຊື່ອຟັງພຣະອົງຢ່າງສົມບູນ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງຫຼາຍທີ່ສຸດ, ບໍ່ແມ່ນເພື່ອເນື້ອໜັງ, ບໍ່ແມ່ນເພື່ອຄອບຄົວ ແລະ ບໍ່ແມ່ນເພື່ອຄວາມປາຖະໜາສ່ວນຕົວຂອງເຈົ້າເອງ, ແຕ່ເພື່ອຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າ, ນໍາເອົາພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ເປັນພື້ນຖານໃນທຸກສິ່ງ, ແລ້ວໂດຍການເຮັດແບບນີ້, ເຈດຕະນາຂອງເຈົ້າ ແລະ ທັດສະນະຂອງເຈົ້າກໍຈະຢູ່ຖືກບ່ອນທັງໝົດ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເປັນຄົນຢູ່ຕໍ່ໜ້າພຣະເຈົ້າທີ່ໄດ້ຮັບການສັນລະເສີນຂອງພຣະອົງ. ຄົນທີ່ພຣະເຈົ້າມັກແມ່ນຄົນທີ່ເດັດຂາດຕໍ່ພຣະອົງ; ພວກເຂົາເປັນຄົນທີ່ສາມາດອຸທິດຕໍ່ພຣະອົງພຽງຜູ້ດຽວ. ຄົນທີ່ພຣະເຈົ້າກຽດຊັງແມ່ນຄົນທີ່ສອງຈິດສອງໃຈຕໍ່ພຣະອົງ ແລະ ຄົນທີ່ກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ເຊື່ອໃນພຣະອົງ ແລະ ຕ້ອງການມີຄວາມສຸກກັບພຣະອົງຢູ່ສະເໝີ ໃນຂະນະທີ່ບໍ່ສາມາດເສຍສະຫຼະຕົນເອງເພື່ອພຣະອົງຢ່າງສົມບູນ. ພຣະອົງກຽດຊັງຄົນທີ່ເວົ້າວ່າພວກເຂົາຮັກພຣະອົງ ແຕ່ກະບົດຕໍ່ພຣະອົງໃນຫົວໃຈຂອງພວກເຂົາ; ພຣະອົງກຽດຊັງຄົນທີ່ໃຊ້ຄຳເວົ້າທີ່ຄ່ອງແຄ່ວ ແລະ ສວຍຫຼູເພື່ອຫຼອກລວງ. ຄົນທີ່ບໍ່ໄດ້ອຸທິດຕົນຢ່າງແທ້ຈິງຕໍ່ພຣະເຈົ້າ ຫຼື ຄົນທີ່ບໍ່ໄດ້ຍອມອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງແມ່ນຄົນທີ່ທໍລະຍົດ ແລະ ອວດດີເກີນໄປໂດຍທຳມະຊາດ. ຄົນທີ່ບໍ່ສາມາດຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າທີ່ປົກກະຕິ ແລະ ເປັນຈິງແທ້ໆກໍຍິ່ງເປັນຄົນທີ່ອວດດີ ແລະ ໂດຍສະເພາະແລ້ວ ພວກເຂົາເປັນລູກຫຼານທີ່ເຮັດໜ້າທີ່ຕໍ່ຈາກອັກຄະເທວະດາ. ຜູ້ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງກໍວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ; ພວກເຂົາຍອມອ່ອນນ້ອມຢ່າງແທ້ຈິງຕໍ່ຖ້ອຍຄຳຂອງພຣະອົງ ແລະ ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ. ພວກເຂົາຮັບພຣະທຳຂອງພຣະເຈົ້າເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ ແລະ ພວກເຂົາສາມາດຄົ້ນຫາຢ່າງຈິງໃຈພາຍໃນພຣະທຳຂອງພຣະເຈົ້າເພື່ອຊອກຫາສ່ວນຕ່າງໆທີ່ຈະປະຕິບັດ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າເຮັດສິ່ງນີ້, ມັນກໍຈະເປັນປະໂຫຍດສຳລັບທາງເຂົ້າຊີວິດຂອງເຈົ້າ ແລະ ຜ່ານການກິນ ແລະ ການດື່ມພຣະທຳຂອງພຣະອົງ, ເຈົ້າກໍຈະສາມາດບັນລຸຄວາມຕ້ອງການພາຍໃນ ແລະ ຄວາມບໍ່ພຽງພໍຂອງເຈົ້າ ເພື່ອວ່າຊີວິດ-ອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງ, ແລ້ວນີ້ກໍຈະເປັນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະພຶດຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຖ້າເຈົ້າບໍ່ເຮັດໃຫ້ເນື້ອໜັງພໍໃຈ ແຕ່ປະຕິບັດຕາມຄວາມປະສົງຂອງພຣະອົງແທນ, ແລ້ວໃນນີ້ ເຈົ້າກໍຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໝາຍຄວາມວ່າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ບັນລຸຕາມຂໍ້ກໍານົດຂອງພາລະກິດຂອງພຣະເຈົ້າ. ມີພຽງແຕ່ການກະທຳຕົວຈິງປະເພດນີ້ເທົ່ານັ້ນ ຈຶ່ງສາມາດເອີ້ນວ່າການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງນີ້ໄດ້, ເຈົ້າກໍຈະມີຄວາມຈິງ. ນີ້ແມ່ນການເລີ່ມຕົ້ນຂອງການເຂົ້າສູ່ຄວາມເປັນຈິງ; ເຈົ້າຕ້ອງຮັບເອົາການຝຶກຝົນນີ້ກ່ອນ ແລະ ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຍິ່ງຂຶ້ນ. ໃຫ້ພິຈາລະນາທີ່ຈະຮັກສາພຣະບັນຍັດ ແລະ ວິທີການຈົງຮັກພັກດີຕໍ່ໜ້າພຣະເຈົ້າ; ຢ່າຄິດຢູ່ເລື້ອຍໆກ່ຽວກັບວ່າເມື່ອໃດເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກ. ຖ້ານິໄສຂອງເຈົ້າບໍ່ປ່ຽນແປງ, ແລ້ວແມ່ນຫຍັງກໍຕາມທີ່ເຈົ້າຄິດກໍຈະໄຮ້ປະໂຫຍດ! ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງໄປຮອດຈຸດທີ່ມີແນວຄິດ ແລະ ຄວາມຄິດທັງໝົດຂອງເຈົ້າສຳລັບພຣະເຈົ້າກ່ອນ, ນີ້ແມ່ນຄວາມຈຳເປັນຂັ້ນພື້ນຖານທີ່ສຸດ.

ໃນປັດຈຸບັນ, ມີຫຼາຍຄົນທີ່ຢູ່ທ່າມກາງການທົດສອບ ແລະ ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ, ແຕ່ເຮົາຂໍບອກເຈົ້າວ່າ: ຖ້າເຈົ້າບໍ່ເຂົ້າໃຈມັນ, ເຈົ້າກໍບໍ່ຄວນຕັດສິນກ່ຽວກັບມັນ. ບາງເທື່ອ ມັນຈະມີມື້ໜຶ່ງທີ່ຄວາມຈິງຈະປາກົດຂຶ້ນທັງໝົດ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເຂົ້າໃຈ. ການບໍ່ຕັດສິນແມ່ນຈະເປັນຜົນປະໂຫຍດໃຫ້ກັບເຈົ້າ, ແຕ່ເຈົ້າບໍ່ສາມາດພຽງແຕ່ລໍຖ້າໂດຍບໍ່ດິ້ນຮົນ. ເຈົ້າຕ້ອງສະແຫວງເພື່ອເຂົ້າຫາຢ່າງຫ້າວຫັນ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນທີ່ໄດ້ເຂົ້າແລ້ວຢ່າງແທ້ຈິງ. ຍ້ອນຄວາມກະບົດຂອງພວກເຂົາ, ຜູ້ຄົນຈຶ່ງມີແນວຄິດກ່ຽວກັບພຣະເຈົ້າທີ່ເປັນຈິງຢູ່ສະເໝີ. ສິ່ງນີ້ເຮັດໃຫ້ມັນຈຳເປັນທີ່ທຸກຄົນຈະຮຽນຮູ້ວິທີການຍອມອ່ອນນ້ອມ, ຍ້ອນພຣະເຈົ້າທີ່ເປັນຈິງຄືການທົດສອບທີ່ໃຫຍ່ຫຼວງສຳລັບມະນຸດຊາດ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໄດ້, ທຸກສິ່ງກໍຈະຈົບລົງ; ຖ້າເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ເປັນຈິງ, ເຈົ້າກໍຈະບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້. ບາດກ້າວສຳຄັນທີ່ຜູ້ຄົນຈະສາມາດຖືກເຮັດໃຫ້ສົມບູນໄດ້ ຫຼື ບໍ່ ແມ່ນການທີ່ພວກເຂົາເຂົ້າໃຈຄວາມເປັນຈິງຂອງພຣະເຈົ້າ. ຄວາມເປັນຈິງຂອງການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກແມ່ນການທົດສອບສຳລັບທຸກໆຄົນ; ຖ້າເຈົ້າສາມາດຍຶດໝັ້ນໃນດ້ານນີ້, ເຈົ້າກໍເປັນຄົນທີ່ຮູ້ຈັກພຣະເຈົ້າ ແລະ ເຈົ້າຈະເປັນຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າເຈົ້າບໍ່ສາມາດຍຶດໝັ້ນໃນດ້ານນີ້ ແລະ ເຈົ້າພຽງແຕ່ເຊື່ອໃນພຣະວິນຍານ ແລະ ບໍ່ສາມາດເຊື່ອໃນຄວາມເປັນຈິງຂອງພຣະເຈົ້າ, ມັນກໍບໍ່ມີປະໂຫຍດຫຍັງ ເຖິງວ່າຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ. ຖ້າເຈົ້າບໍ່ສາມາດເຊື່ອໃນພຣະເຈົ້າທີ່ສາມາດເບິ່ງເຫັນໄດ້, ແລ້ວເຈົ້າຈະສາມາດເຊື່ອໃນພຣະວິນຍານຂອງພຣະເຈົ້າບໍ? ເຈົ້າບໍ່ໄດ້ກຳລັງພະຍາຍາມຫຼອກລວງພຣະເຈົ້າບໍ? ເຈົ້າບໍ່ຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າທີ່ສາມາດເບິ່ງເຫັນ ແລະ ສາມາດຈັບຕ້ອງໄດ້, ສະນັ້ນ ເຈົ້າຈະສາມາດຍອມອ່ອນນ້ອມຕໍ່ພຣະວິນຍານບໍ? ພຣະວິນຍານເປັນສິ່ງທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້, ສະນັ້ນ ເມື່ອເຈົ້າເວົ້າວ່າເຈົ້າຍອມອ່ອນນ້ອມຕໍ່ພຣະວິນຍານຂອງພຣະເຈົ້າ, ເຈົ້າບໍ່ໄດ້ພຽງແຕ່ກຳລັງເວົ້າສິ່ງທີ່ໄຮ້ສາລະບໍ? ກະແຈສູ່ການຮັກສາພຣະບັນຍັດຄືການເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ. ຫຼັງຈາກທີ່ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ, ເຈົ້າກໍຈະສາມາດຮັກສາພຣະບັນຍັດໄດ້. ມີອົງປະກອບສອງຢ່າງໃນການຮັກສາພຣະບັນຍັດ: ຢ່າງໜຶ່ງແມ່ນການຍຶດໝັ້ນຕໍ່ແກ່ນແທ້ຂອງພຣະວິນຍານຂອງພຣະອົງ ແລະ ສາມາດຍອມຮັບການກວດສອບຂອງພຣະວິນຍານຕໍ່ໜ້າພຣະວິນຍານ; ອີກຢ່າງຄືການທີ່ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບເນື້ອໜັງທີ່ບັງເກີດເປັນມະນຸດ ແລະ ການບັນລຸຄວາມຍອມອ່ອນນ້ອມຢ່າງແທ້ຈິງ. ບໍ່ວ່າຈະຢູ່ຕໍ່ໜ້າເນື້ອໜັງ ຫຼື ຢູ່ຕໍ່ໜ້າພຣະວິນຍານ, ຄົນໆໜຶ່ງຕ້ອງມີການຍອມອ່ອນນ້ອມ ແລະ ການເຄົາລົບພຣະເຈົ້າຢູ່ສະເໝີ. ມີພຽງແຕ່ຄົນແບບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ເປັນຈິງ ເຊິ່ງນັ້ນກໍຄື ຖ້າເຈົ້າຍຶດໝັ້ນໃນການທົດສອບນີ້, ມັນກໍຈະບໍ່ມີສິ່ງໃດທີ່ຫຼາຍເກີນໄປສໍາລັບເຈົ້າ.

ບາງຄົນເວົ້າວ່າ “ພຣະບັນຍັດແມ່ນງ່າຍທີ່ຈະຮັກສາ; ເຈົ້າພຽງແຕ່ຕ້ອງເວົ້າຢ່າງກົງໄປກົງມາ ແລະ ຢ່າງເຫຼື້ອມໃສເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ສາມາດສະແດງທ່າທີ່ອາການ; ນີ້ຄືການຮັກສາພຣະບັນຍັດ”. ຖືກຕ້ອງບໍ? ດັ່ງນັ້ນ ຖ້າເຈົ້າເຮັດສອງສາມຢ່າງລັບຫຼັງພຣະເຈົ້າເຊິ່ງເປັນການຕໍ່ຕ້ານພຣະອົງ, ສິ່ງຈະຖືກວ່າເປັນການຮັກສາພຣະບັນຍັດບໍ? ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບວ່າການຮັກສາພຣະບັນຍັດກ່ຽວພັນກັບຫຍັງ. ມັນກ່ຽວຂ້ອງກັບວ່າ ເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມເປັນຈິງຂອງພຣະເຈົ້າ ຫຼື ບໍ່; ຖ້າເຈົ້າມີຄວາມເຂົ້າໃຈກ່ຽວກັບຄວາມເປັນຈິງ ແລະ ບໍ່ສະດຸດ ແລະ ລົ້ມລົງໃນລະຫວ່າງການທົດສອບນີ້, ກໍຖືວ່າເຈົ້າມີຄຳພະຍານທີ່ໜັກແໜ້ນ. ການເປັນພະຍານຢ່າງກ້ອງກັງວານໃຫ້ແກ່ພຣະເຈົ້າຫຼັກໆແມ່ນກ່ຽວພັນກັບວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດຍອມອ່ອນນ້ອມຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ຍັງເປັນຄົນປົກກະຕິ ແລະ ຍອມອ່ອນນ້ອມເຖິງແມ່ນຕ້ອງຕາຍ ຫຼື ບໍ່. ໂດຍລັກສະນະການຍອມອ່ອນນ້ອມນີ້, ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າເຈົ້າໄດ້ຖືກຮັບເອົາໂດຍພຣະເຈົ້າແລ້ວ. ຖ້າເຈົ້າສາມາດຍອມອ່ອນນ້ອມຈົນຕາຍ ແລະ ປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດໃດໆ ແລະ ບໍ່ມີແຮງຈູງໃຈແອບແຝງ, ໃນລັກສະນະນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການຍອມອ່ອນນ້ອມຕໍ່ໜ້າບຸກຄົນທຳມະດາທີ່ຖືກມະນຸດດູຖູກ ແລະ ການທີ່ສາມາດຍອມອ່ອນນ້ອມຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືຄຳພະຍານທີ່ແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າກໍຄືໃຫ້ເຈົ້າສາມາດເຊື່ອຟັງພຣະທຳຂອງພຣະອົງ, ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດ, ກົ້ມລົງຕໍ່ໜ້າພຣະເຈົ້າທີ່ເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກຮັບເອົາໂດຍພຣະອົງຜ່ານພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອຖ້ອຍຄຳເຫຼົ່ານີ້ໄດ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອຟັງພຣະອົງຢ່າງສົມບູນ; ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງໂດຍຜ່ານສິ່ງນີ້. ເມື່ອເຈົ້າບໍ່ມີແນວຄິດໃດໆກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດສອບນີ້, ເຈົ້າກໍເປັນພະຍານໄດ້ເປັນຢ່າງດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າທີ່ເປັນຈິງ ແລະ ສາມາດຍອມອ່ອນນ້ອມຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກຮັບເອົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສິ່ງໃດໜຶ່ງທີ່ພຣະເຈົ້າເຮັດເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າແມ່ນການທົດສອບສຳລັບເຈົ້າ. ຖ້າພາລະກິດຂອງພຣະເຈົ້າສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ມັນເປັນຍ້ອນພາລະກິດຂອງພຣະອົງເປັນຈິງຫຼາຍ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດດັ່ງກ່າວ. ນີ້ຄືເຫດຜົນທີ່ມັນເປັນການທົດສອບສຳລັບເຈົ້າ. ມັນເປັນຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດສອບຕ່າງໆ; ພາລະກິດຂອງພຣະອົງເປັນຈິງ, ບໍ່ໄດ້ຢູ່ເໜືອທຳມະຊາດ. ໂດຍການເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງ ແລະ ຖ້ອຍຄຳທີ່ເປັນຈິງຂອງພຣະອົງຢ່າງຄົບຖ້ວນ ໂດຍບໍ່ມີແນວຄິດໃດໆ ແລະ ການທີ່ສາມາດຮັກພຣະອົງຢ່າງແທ້ຈິງເມື່ອພາລະກິດຂອງພຣະອົງຍິ່ງເປັນຈິງຫຼາຍຂຶ້ນ, ເຈົ້າຈະກໍຖືກຮັບເອົາໂດຍພຣະອົງ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ; ນັ້ນກໍຄື ຄົນທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຄົນທີ່ສາມາດຍອມອ່ອນນ້ອມຕໍ່ພາລະກິດຕົວຈິງຂອງພຣະເຈົ້າ.

ໃນຊ່ວງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ຄວາມຍອມອ່ອນນ້ອມທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ກ່ຽວພັນກັບການຫ້າມບໍ່ໃຫ້ຕັດສິນ ຫຼື ຕໍ່ຕ້ານດັ່ງທີ່ພວກເຂົາຈິນຕະນາການ; ກົງກັນຂ້າມ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນໃຊ້ພຣະທຳຂອງພຣະອົງເປັນຫຼັກການໃນການດຳລົງຊີວິດ ແລະ ເປັນພື້ນຖານຂອງການຢູ່ລອດຂອງພວກເຂົາ, ຮຽກຮ້ອງໃຫ້ພວກເຂົານໍາແກ່ນແທ້ແຫ່ງພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະອົງຢ່າງສົມບູນ. ລັກສະນະໜຶ່ງຂອງການຮຽກຮ້ອງໃຫ້ຜູ້ຄົນຍອມອ່ອນນ້ອມຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໝາຍເຖິງການນໍາເອົາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ໃນຂະນະທີ່ອີກລັກສະນະໜຶ່ງແມ່ນໝາຍເຖິງການທີ່ສາມາດຍອມອ່ອນນ້ອມຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະອົງ. ທັງສອງສິ່ງນີ້ແມ່ນຕ້ອງເດັດຂາດ. ຄົນທີ່ສາມາດບັນລຸທັງສອງລັກສະນະເຫຼົ່ານີ້ລ້ວນແລ້ວແຕ່ເປັນຄົນທີ່ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຖືກພຣະເຈົ້າຮັບເອົາ ແລະ ພວກເຂົາລ້ວນແລ້ວແຕ່ຮັກພຣະເຈົ້າດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງໃນພາລະກິດຂອງພຣະອົງ. ໃນລັກສະນະນີ້, ເປືອກນອກຂອງພຣະອົງທີ່ມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງຈຶ່ງກາຍມາເປັນການທົດສອບຢ່າງໃຫຍ່ຫຼວງສຳລັບຜູ້ຄົນ; ມັນກາຍມາເປັນຄວາມລໍາບາກທີ່ສຸດຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະເຈົ້າແມ່ນບໍ່ສາມາດຫຼີກເວັ້ນໄດ້. ພຣະອົງພະຍາຍາມທຸກສິ່ງເພື່ອຄົ້ນຫາວິທີແກ້ໄຂ, ແຕ່ໃນທີ່ສຸດແລ້ວ ພຣະອົງກໍບໍ່ສາມາດປົດປ່ອຍພຣະອົງເອງອອກຈາກເປືອກນອກຂອງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ. ນີ້ກໍເພາະວ່າ ໃນທີ່ສຸດແລ້ວ ພຣະອົງຄືພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ບໍ່ແມ່ນພຣະເຈົ້າທີ່ເປັນພຣະວິນຍານໃນສະຫວັນ. ພຣະອົງບໍ່ແມ່ນພຣະເຈົ້າທີ່ຜູ້ຄົນບໍ່ສາມາດເຫັນໄດ້, ແຕ່ເປັນພຣະເຈົ້າທີ່ສວມເປືອກຂອງສະມາຊິກຂອງການເນລະມິດສ້າງ. ດ້ວຍເຫດນີ້, ການປົດປ່ອຍພຣະອົງເອງອອກຈາກເປືອກຂອງການເປັນມະນຸດທີ່ທຳມະດາຂອງພຣະອົງແມ່ນບໍ່ມີທາງທີ່ຈະງ່າຍເລີຍ. ສະນັ້ນ ບໍ່ວ່າຫຍັງກໍຕາມ, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດຈາກທັດສະນະຂອງເນື້ອໜັງ. ພາລະກິດນີ້ແມ່ນການສະແດງອອກເຖິງພຣະເຈົ້າທີ່ທຳມະດາ ແລະ ເປັນຈິງ, ແລ້ວມັນຈະຖືກຕ້ອງໄດ້ແນວໃດຖ້າຜູ້ຄົນບໍ່ຍອມອ່ອນນ້ອມ? ຜູ້ຄົນສາມາດເຮັດຫຍັງໄດ້ແດ່ກ່ຽວກັບການກະທຳຂອງພຣະເຈົ້າ? ພຣະອົງເຮັດສິ່ງໃດກໍຕາມທີ່ພຣະອົງຕ້ອງການເຮັດ; ສິ່ງໃດກໍຕາມທີ່ພຣະອົງມີຄວາມສຸກນໍາເປັນພຽງແຕ່ລັກສະນະທີ່ມັນເປັນ. ຖ້າຜູ້ຄົນບໍ່ຍອມອ່ອນນ້ອມ, ແລ້ວພວກເຂົາມີແຜນການອື່ນໆທີ່ດີບໍ? ຈົນມາເຖິງທຸກມື້ນີ້, ມີພຽງແຕ່ການຍອມອ່ອນນ້ອມເທົ່ານັ້ນທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້; ບໍ່ມີຜູ້ໃດທີ່ມີແນວຄິດອື່ນໆທີ່ສະຫຼາດແລ້ວ. ຖ້າພຣະເຈົ້າຕ້ອງການທົດສອບຜູ້ຄົນ, ພວກເຂົາສາມາດເຮັດຫຍັງໄດ້? ເຖິງຢ່າງໃດກໍຕາມ, ທັງໝົດນີ້ບໍ່ໄດ້ຄິດຂຶ້ນໂດຍພຣະເຈົ້າທີ່ຢູ່ໃນສະຫວັນ; ມັນຖືກຄິດຂຶ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະອົງຕ້ອງການເຮັດສິ່ງນີ້, ສະນັ້ນ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ພຣະເຈົ້າທີ່ຢູ່ໃນສະຫວັນກໍບໍ່ແຊກແຊງກັບສິ່ງທີ່ພຣະເຈົ້າທີ່ບັງເກີດເປັນມະນຸດເຮັດ, ສະນັ້ນ ນີ້ຍິ່ງບໍ່ແມ່ນເຫດຜົນທີ່ຜູ້ຄົນຄວນຍອມອ່ອນນ້ອມຕໍ່ພຣະອົງບໍ? ເຖິງແມ່ນວ່າພຣະອົງທັງເປັນຈິງ ແລະ ເປັນປົກກະຕິ, ພຣະອົງກໍເປັນພຣະເຈົ້າທີ່ກາຍເປັນເນື້ອໜັງໂດຍສົມບູນ. ອີງຕາມແນວຄິດຂອງພຣະອົງເອງ, ພຣະອົງເຮັດສິ່ງທີ່ພຣະອົງຕ້ອງການເຮັດ. ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ມອບໜ້າວຽກທັງໝົດໃຫ້ກັບພຣະອົງ; ເຈົ້າຕ້ອງຍອມອ່ອນນ້ອມຕໍ່ສິ່ງທີ່ພຣະອົງເຮັດ. ເຖິງແມ່ນວ່າພຣະອົງມີຄວາມເປັນມະນຸດ ແລະ ທຳມະດາຫຼາຍ, ພຣະອົງກໍຕັ້ງໃຈຈັດແຈງທຸກສິ່ງນີ້, ສະນັ້ນ ຜູ້ຄົນຈະສາມາດຫຼຽວເບິ່ງພຣະອົງດ້ວຍສາຍຕາເປີດກວ້າງທີ່ບໍ່ເຫັນພ້ອມໄດ້ແນວໃດ? ພຣະອົງຕ້ອງການເປັນຄົນທຳມະດາ, ສະນັ້ນ ພຣະອົງຈຶ່ງເປັນຄົນທຳມະດາ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນມະນຸດ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນມະນຸດ. ພຣະອົງຕ້ອງການດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ, ສະນັ້ນ ພຣະອົງຈຶ່ງດຳລົງຊີວິດພາຍໃນຄວາມເປັນພຣະເຈົ້າ. ຜູ້ຄົນສາມາດເຫັນມັນໃນລັກສະນະໃດກໍຕາມທີ່ພວກເຂົາຕ້ອງການ, ແຕ່ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ ແລະ ມະນຸດກໍຈະເປັນມະນຸດຢູ່ສະເໝີ. ແກ່ນແທ້ຂອງພຣະອົງບໍ່ສາມາດຖືກປະຕິເສດໄດ້ຍ້ອນບາງສິ່ງທີ່ເລັກໆນ້ອຍໆ ຫຼື ພຣະອົງບໍ່ສາມາດຖືກຜັກດັນອອກຈາກ “ຕົວຕົນ” ຂອງພຣະເຈົ້າຍ້ອນສິ່ງເລັກໆນ້ອຍໆພຽງສິ່ງດຽວ. ຜູ້ຄົນມີອິດສະຫຼະຂອງມະນຸດ ແລະ ພຣະເຈົ້າມີກຽດສັກສີຂອງພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ໄດ້ແຊກແຊງກັນ. ຜູ້ຄົນບໍ່ສາມາດໃຫ້ອິດສະຫຼະເລັກໆນ້ອຍໆແກ່ພຣະເຈົ້າບໍ? ພວກເຂົາບໍ່ສາມາດອົດທົນຕໍ່ການທີ່ພຣະເຈົ້າເປັນຄົນທໍາມະດາອີກໜ້ອຍໜຶ່ງບໍ? ຢ່າເຄັ່ງຄັດຫຼາຍກັບພຣະເຈົ້າ! ແຕ່ລະຄົນຄວນມີຄວາມອົດທົນຕໍ່ກັນ; ແລ້ວທຸກສິ່ງຈະບໍ່ຈົບລົງບໍ? ຄວາມຫຍຸ້ງຍາກຍັງຈະມີຢູ່ບໍ? ຖ້າຄົນໆໜຶ່ງບໍ່ສາມາດອົດທົນຕໍ່ສິ່ງເລັກນ້ອຍດັ່ງກ່າວໄດ້, ແລ້ວພວກເຂົາຈະສາມາດເວົ້າສິ່ງໃດໜຶ່ງປະມານວ່າ “ຫົວໃຈຂອງນາຍົກລັດຖະມົນຕີໃຫຍ່ພໍທີ່ຈະລ່ອງເຮືອໄດ້” ໄດ້ແນວໃດ? ພວກເຂົາຈະສາມາດເປັນມະນຸດທີ່ແທ້ຈິງໄດ້ແນວໃດ? ບໍ່ແມ່ນພຣະເຈົ້າທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກສຳລັບມະນຸດຊາດ, ແຕ່ເປັນມະນຸດຊາດທີ່ສ້າງຄວາມຫຍຸ້ງຍາກສຳລັບພຣະເຈົ້າ. ພວກເຂົາຈັດການກັບສິ່ງຕ່າງໆໂດຍສ້າງພູເຂົາອອກຈາກໂພນປວກຢູ່ສະເໝີ. ພວກເຂົາເຮັດບາງສິ່ງອອກຈາກຄວາມວ່າງເປົ່າແທ້ໆ ແລະ ມັນບໍ່ຈຳເປັນເລີຍ! ເມື່ອພຣະເຈົ້າປະຕິບັດພາລະກິດພາຍໃນຄວາມເປັນມະນຸດທີ່ທຳມະດາ ແລະ ເປັນຈິງ, ສິ່ງທີ່ພຣະອົງປະຕິບັດບໍ່ແມ່ນພາລະກິດຂອງມະນຸດຊາດ, ແຕ່ເປັນພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜູ້ຄົນບໍ່ເຫັນແກ່ນແທ້ຂອງພາລະກິດຂອງພຣະອົງ; ພວກເຂົາເຫັນແຕ່ເປືອກນອກຂອງຄວາມເປັນມະນຸດຂອງພຣະອົງຢູ່ສະເໝີ. ພວກເຂົາບໍ່ເຫັນພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວ, ແຕ່ພວກເຂົາສືບຕໍ່ເຫັນພຽງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາຂອງພຣະອົງ ແລະ ຈະບໍ່ປ່ອຍມັນໄປ. ສິ່ງນີ້ຈະສາມາດຖືກເອີ້ນວ່າການຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າໄດ້ແນວໃດ? ພຣະເຈົ້າທີ່ຢູ່ໃນສະຫວັນໄດ້ “ກາຍເປັນ” ພຣະເຈົ້າເທິງແຜ່ນດິນໂລກໃນຕອນນີ້ ແລະ ບັດນີ້ ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກກໍຄືພຣະເຈົ້າທີ່ຢູ່ໃນສະຫວັນ. ມັນບໍ່ສຳຄັນວ່າລັກສະນະພາຍນອກຂອງພວກພຣະອົງຈະຄ້າຍຄືກັນ ຫຼື ມັນບໍ່ສຳຄັນວ່າພວກພຣະອົງເຮັດພາລະກິດແນວໃດແທ້ໆ. ໃນທີ່ສຸດແລ້ວ, ພຣະອົງທີ່ປະຕິບັດພາລະກິດຂອງພຣະເຈົ້າເອງກໍຄືພຣະເຈົ້າເອງ. ເຈົ້າຕ້ອງຍອມອ່ອນນ້ອມ ບໍ່ວ່າເຈົ້າຈະຕ້ອງການ ຫຼື ບໍ່, ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າສາມາດເລືອກໄດ້! ມະນຸດຕ້ອງເຊື່ອຟັງພຣະເຈົ້າ ແລະ ມະນຸດຕ້ອງຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີການທຳທ່າແມ່ນແຕ່ໜ້ອຍດຽວ.

ກຸ່ມຄົນທີ່ພຣະເຈົ້າທີ່ບັງເກີດເປັນມະນຸດ ຕ້ອງການຮັບເອົາໃນປັດຈຸບັນແມ່ນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ. ພວກເຂົາຈຳເປັນຕ້ອງຍອມອ່ອນນ້ອມຕໍ່ພາລະກິດຂອງພຣະອົງເທົ່ານັ້ນ ແລະ ຢຸດກັງວົນກັບແນວຄິດທີ່ກ່ຽວກັບພຣະເຈົ້າຢູ່ໃນສະຫວັນ, ດຳລົງຊີວິດຢູ່ກັບຄວາມບໍ່ຊັດເຈນ ແລະ ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ສາມາດເຊື່ອຟັງພຣະອົງແມ່ນຄົນທີ່ຟັງພຣະທຳຂອງພຣະອົງ ແລະ ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງຢ່າງແທ້ຈິງ. ຄົນດັ່ງກ່າວບໍ່ສົນໃຈເລີຍວ່າພຣະເຈົ້າທີ່ຢູ່ສະຫວັນອາດເປັນແບບໃດແທ້ໆ ຫຼື ພຣະເຈົ້າທີ່ຢູ່ໃນສະຫວັນອາດປະຕິບັດພາລະກິດປະເພດໃດໃນທ່າມກາງມະນຸດຊາດໃນປັດຈຸບັນ; ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢ່າງສົມບູນ ແລະ ພວກເຂົາວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາບໍ່ເຄີຍຄໍານຶງເຖິງຄວາມປອດໄພຂອງພວກເຂົາເອງ ຫຼື ພວກເຂົາບໍ່ເຄີຍວິຕົກກັງວົນກັບຄວາມທໍາມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າໃນເນື້ອໜັງສາມາດຖືກພຣະອົງເຮັດໃຫ້ສົມບູນໄດ້. ຄົນທີ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນຈະບໍ່ໄດ້ຮັບຫຍັງເລີຍ. ນີ້ກໍຍ້ອນວ່າ ບໍ່ແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ປະທານຄຳສັນຍາ ແລະ ພອນໃຫ້ກັບຜູ້ຄົນ. ຜູ້ຄົນບໍ່ຄວນສັນລະເສີນພຣະເຈົ້າທີ່ຢູ່ໃນສະຫວັນຢູ່ສະເໝີ ໃນຂະນະທີ່ເຫັນພຣະເຈົ້າເທິງແຜ່ນດິນໂລກເປັນບຸກຄົນທຳມະດາ; ນີ້ບໍ່ຍຸຕິທຳເລີຍ. ພຣະເຈົ້າທີ່ຢູ່ໃນສະຫວັນຍິ່ງໃຫຍ່ ແລະ ມະຫັດສະຈັນໂດຍທີ່ມີສະຕິປັນຍາທີ່ລໍ້າເລີດ, ແຕ່ສິ່ງນີ້ບໍ່ມີຢູ່ຈິງເລີຍ; ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເປັນພຣະເຈົ້າທີ່ມີລະດັບປານກາງຍ ແລະ ບໍ່ສຳຄັນເລີຍ ແລະ ຍັງທໍາມະດາຫຼາຍ. ພຣະອົງບໍ່ມີຈິດໃຈເໜືອທໍາມະຊາດ ຫຼື ເຮັດການກະທຳທີ່ສະທ້ານໂລກ; ພຣະອົງພຽງແຕ່ປະຕິບັດພາລະກິດ ແລະ ກ່າວໃນລັກສະນະທີ່ທຳມະດາ ແລະ ເປັນຈິງຫຼາຍ. ໃນຂະນະທີ່ພຣະອົງບໍ່ໄດ້ກ່າວຜ່ານສຽງຟ້າຮ້ອງ ຫຼື ເອີ້ນລົມ ແລະ ຝົນ, ພຣະອົງຄືການບັງເກີດເປັນມະນຸດຂອງພຣະເຈົ້າທີ່ຢູ່ໃນສະຫວັນຢ່າງແທ້ຈິງ ແລະ ພຣະອົງກໍເປັນພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ. ຜູ້ຄົນຕ້ອງບໍ່ຍົກຍ້ອງຄົນທີ່ພວກເຂົາສາມາດເຂົ້າໃຈ ແລະ ຄົນທີ່ສອດຄ່ອງກັບຈິນຕະນາການຂອງພວກເຂົາເອງວ່າເປັນພຣະເຈົ້າ ໃນຂະນະທີ່ເຫັນຄົນທີ່ພວກເຂົາບໍ່ສາມາດຍອມຮັບ ແລະ ບໍ່ສາມາດຈິນຕະນາການໄດ້ວ່າເປັນຜູ້ຕ້ອຍຕໍ່າ. ທັງໝົດນີ້ແມ່ນມາຈາກຄວາມກະບົດຂອງຜູ້ຄົນ; ມັນລ້ວນແລ້ວແຕ່ເປັນແຫຼ່ງກໍາເນີດຂອງການຕໍ່ຕ້ານຂອງມະນຸດຊາດຕໍ່ພຣະເຈົ້າ.

ກ່ອນນີ້: ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ຕໍ່ໄປ: ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້