​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເມື່ອມະນຸດປະສົບກັບການຫຼໍ່ຫຼອມເທົ່ານັ້ນ ເຂົາຈຶ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງ

ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດສັນລະເສີນພຣະເຈົ້າແທ້ໆ ແລະ ເຫັນວ່າພວກເຂົາກຳລັງຂາດຫຼາຍສໍ່າໃດ. ຍິ່ງການຫຼໍ່ຫຼອມໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດປະຖິ້ມເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງພວກເຂົາໃຫຍ່ຫຼາຍສໍ່າໃດ, ຜູ້ຄົນຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຜົນຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າແທ້ໆ, ແລ້ວເມື່ອໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ມັນເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັດສິນໃຈທີ່ຈະຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າມີມີດບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າ ທີ່ຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າກໍໄປເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຂໍຮ້ອງໃຫ້ພຣະອົງມອບຄວາມຮັກຂອງພຣະອົງໃນຕົວຂ້ານ້ອຍຫຼາຍຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມອບຫົວໃຈຂອງເຈົ້າໃຫ້ຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຖວາຍ ແລະ ວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ, ແລ້ວໃນລະຫວ່າງການຫຼໍ່ຫຼອມ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິເສດພຣະເຈົ້າ ຫຼື ຈາກພຣະເຈົ້າໄປ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະຍິ່ງໃກ້ຊິດຂຶ້ນກວ່າເກົ່າ ແລະ ຍິ່ງເປັນປົກກະຕິຫຼາຍຂຶ້ນ ແລະ ການສາມັກຄີທຳຂອງເຈົ້າກັບພຣະເຈົ້າຈະມີຫຼາຍຍິ່ງຂຶ້ນ. ຖ້າເຈົ້າປະຕິບັດແບບນີ້ຢູ່ສະເໝີ, ແລ້ວເຈົ້າຈະໃຊ້ເວລາຫຼາຍຂຶ້ນໃນແສງສະຫວ່າງຂອງພຣະເຈົ້າ ແລະ ເວລາຫຼາຍຂຶ້ນພາຍໃຕ້ການນໍາພາຂອງພຣະທຳຂອງພຣະອົງ, ຈະມີການປ່ຽນແປງຫຼາຍຂຶ້ນເລື້ອຍໆໃນອຸປະນິໄສຂອງເຈົ້າ ແລະ ຄວາມຮູ້ຂອງເຈົ້າຈະເພີ່ມຂຶ້ນໃນແຕ່ລະມື້. ເມື່ອມື້ນັ້ນມາເຖິງ ແລະ ການທົດລອງຂອງພຣະເຈົ້າເກີດຂຶ້ນກັບເຈົ້າທັນທີ, ເຈົ້າຈະບໍ່ພຽງແຕ່ສາມາດຢືນຢູ່ຂ້າງພຣະເຈົ້າເທົ່ານັ້ນ, ແຕ່ຈະສາມາດເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ. ໃນເວລານັ້ນ, ເຈົ້າຈະເປັນຄືກັບໂຢບ ແລະ ເປໂຕ. ເມື່ອໄດ້ເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າຈະຮັກພຣະອົງແທ້ໆ ແລະ ຈະວາງຊີວິດຂອງເຈົ້າໃຫ້ກັບພຣະອົງດ້ວຍຄວາມຍິນດີ; ເຈົ້າຈະເປັນພະຍານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຮັກ. ຄວາມຮັກທີ່ໄດ້ຜ່ານການຫຼໍ່ຫຼອມເປັນສິ່ງໝັ້ນຄົງ ແລະ ບໍ່ອ່ອນແອ. ບໍ່ວ່າພຣະເຈົ້າຈະມອບເຈົ້າໄວ້ໃນການທົດລອງຂອງພຣະອົງເມື່ອໃດ ຫຼື ແນວໃດກໍຕາມ, ເຈົ້າກໍບໍ່ສົນໃຈວ່າເຈົ້າຈະເປັນ ຫຼື ຕາຍ, ປະຖິ້ມທຸກສິ່ງເພື່ອພຣະເຈົ້າດ້ວຍຄວາມຍິນດີ ແລະ ອົດກັ້ນຕໍ່ທຸກສິ່ງຢ່າງມີຄວາມສຸກເພື່ອພຣະເຈົ້າ ແລະ ສະນັ້ນ ຄວາມຮັກຂອງເຈົ້າກໍຈະບໍລິສຸດ ແລະ ຄວາມເຊື່ອຂອງເຈົ້າກໍຈະເປັນຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ພຣະເຈົ້າຮັກແທ້ໆ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນແທ້ໆ.

ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ມັນເປັນເລື່ອງອັບອາຍ ແລະ ມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ມັນສະແດງໃຫ້ເຫັນວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາວະນີ້ ເຈົ້າຕ້ອງອະທິຖານ ແລະ ຫັນໄປອີກທາງໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມທີ່ຂົມຂືນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ແລ້ວເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນຮວບຮວມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຄວນຮັບເອົາໜ້າທີ່ນັ້ນຢ່າງສະໝັກໃຈເພື່ອສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສາມັກຄີທຳກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າຂີ້ຄ້ານຫຼາຍສໍ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຫຼາຍຂຶ້ນທີ່ເຈົ້າຈະຖອຍຫຼັງ. ເມື່ອມັນຈຳເປັນທີ່ເຈົ້າຈະຮັບໃຊ້ຕາມໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ຮັບໃຊ້ຢ່າງດີ, ເຈົ້າເຮັດສຸດກຳລັງຂອງເຈົ້າ ແລະ ເຮັດມັນໂດຍບໍ່ໃຊ້ຫຍັງທີ່ຫຼາຍກວ່າຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າ; ບໍ່ວ່າຄົນອື່ນຈະເວົ້າແນວໃດ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີເລີຍ, ແຮງຈູງໃຈຂອງເຈົ້າກໍຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ ຍ້ອນເຈົ້າກຳລັງປະຕິບັດແທນພຣະເຈົ້າ. ເມື່ອຄົນອື່ນຕີຄວາມໝາຍເຈົ້າຜິດ, ເຈົ້າກໍສາມາດອະທິຖານກັບພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນອົດທົນກັບຂ້ານ້ອຍ ຫຼື ປະຕິບັດຕໍ່ຂ້ານ້ອຍຢ່າງດີ ຫຼື ໃຫ້ພວກເຂົາເຂົ້າໃຈ ຫຼື ເຫັນດ້ວຍກັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ຂ້ານ້ອຍສາມາດຮັກພຣະອົງໃນຫົວໃຈຂອງຂ້ານ້ອຍ, ໃຫ້ຂ້ານ້ອຍສະບາຍໃຈໃນຫົວໃຈຂອງຂ້ານ້ອຍ ແລະ ໃຫ້ສະຕິຂອງຂ້ານ້ອຍຊັດເຈນ. ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນຊົມເຊີຍຂ້ານ້ອຍ ຫຼື ນັບຖືຂ້ານ້ອຍຢ່າງສູງສົ່ງ; ຂ້ານ້ອຍພຽງແຕ່ສະແຫວງຫາເພື່ອເຮັດໃຫ້ພຣະອົງພໍໃຈ ຈາກຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຮັບໃຊ້ບົດບາດຂອງຂ້ານ້ອຍດ້ວຍທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ເຖິງແມ່ນວ່າ ຂ້ານ້ອຍໂງ່ຈ້າ ແລະ ເຂົ້າໃຈໄດ້ຍາກ ແລະ ມີຄວາມສາມາດທີ່ຕໍ່າ ແລະ ຕາບອດ, ຂ້ານ້ອຍຮູ້ວ່າ ພຣະອົງເປັນຕາຮັກ ແລະ ຂ້ານ້ອຍກໍເຕັມໃຈທີ່ອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ”. ທັນທີທີ່ເຈົ້າອະທິຖານແບບນີ້, ຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າຈະປະກົດຂຶ້ນ ແລະ ເຈົ້າກໍຮູ້ສຶກໂລ່ງໃຈຫຼາຍໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ. ເມື່ອເຈົ້າມີປະສົບການ, ເຈົ້າຈະລົ້ມເຫຼວສອງຄັ້ງ ແລະ ສຳເລັດໜຶ່ງຄັ້ງ ຫຼື ບໍ່ດັ່ງນັ້ນກໍລົ້ມເຫຼວຫ້າຄັ້ງ ແລະ ສຳເລັດສອງຄັ້ງ ແລະ ເມື່ອເຈົ້າມີປະສົບການແບບນີ້, ມີແຕ່ໃນຄວາມລົ້ມເຫຼວເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄົ້ນພົບສິ່ງທີ່ຂາດຢູ່ພາຍໃນເຈົ້າໄດ້. ເມື່ອເຈົ້າຜະເຊີນກັບສະຖານະການເຊັ່ນນີ້, ເຈົ້າຄວນເຕືອນຕົນເອງ, ເຮັດໃຫ້ບາດກ້າວຂອງເຈົ້າເບົາລົງ ແລະ ອະທິຖານຫຼາຍຂຶ້ນກວ່າເກົ່າ. ເຈົ້າຈະພັດທະນາຄວາມສາມາດທີ່ຈະເອົາຊະນະໃນສະຖານະການດັ່ງກ່າວເທື່ອລະໜ້ອຍ. ເມື່ອສິ່ງນັ້ນເກີດຂຶ້ນ, ຄຳອະທິຖານຂອງເຈົ້າຈະມີປະສິດທິພາບ. ເມື່ອເຈົ້າເຫັນວ່າ ເຈົ້າປະສົບຜົນສຳເລັດໃນເວລານີ້, ເຈົ້າກໍຈະພໍໃຈຢູ່ຂ້າງໃນ ແລະ ເມື່ອເຈົ້າອະທິຖານ ເຈົ້າຈະສາມາດຮູ້ສຶກເຖິງພຣະເຈົ້າ ແລະ ການສະຖິດຂອງພຣະວິນຍານບໍລິສຸດຈະບໍ່ຈາກເຈົ້າໄປໃສ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮູ້ຈັກວິທີທີ່ພຣະເຈົ້າປະຕິບັດພາລະກິດພາຍໃນຕົວເຈົ້າ. ການປະຕິບັດໃນລັກສະນະນີ້ຈະມອບເສັ້ນທາງສູ່ປະສົບການໃຫ້ກັບເຈົ້າ. ຖ້າເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດພາຍໃນເຈົ້າ. ແຕ່ຖ້າເຈົ້ານໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ, ແລ້ວເຖິງແມ່ນວ່າເຈົ້າເຈັບປວດຢູ່ຂ້າງໃນ, ຫຼັງຈາກນັ້ນ ພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ, ເຈົ້າຈະສາມາດຮູ້ສຶກເຖິງການສະຖິດຂອງພຣະເຈົ້າ ເມື່ອເຈົ້າອະທິຖານ, ເຈົ້າຈະມີກຳລັງທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ ແລະ ໃນລະຫວ່າງການສາມັກຄີທຳກັບອ້າຍເອື້ອຍນ້ອງຂອງເຈົ້າ ຈະບໍ່ມີຫຍັງທີ່ຖ່ວງດຶງສະຕິຂອງເຈົ້າ ແລະ ເຈົ້າຈະຮູ້ສຶກສະຫງົບສຸກ ແລະ ດ້ວຍວິທີນີ້ ເຈົ້າຈະສາມາດນໍາສິ່ງທີ່ເຈົ້າໄດ້ເຮັດໄປສູ່ແສງສະຫວ່າງ. ບໍ່ວ່າຄົນອື່ນຈະເວົ້າແນວໃດກໍຕາມ, ເຈົ້າຈະສາມາດມີຄວາມສຳພັນເປັນປົກກະຕິກັບພຣະເຈົ້າ, ເຈົ້າຈະບໍ່ຖືກຄົນອື່ນຈຳກັດ, ເຈົ້າຈະລຸກຂຶ້ນເໜືອທຸກໆສິ່ງ ແລະ ດ້ວຍສິ່ງນີ້ ເຈົ້າຈະສະແດງໃຫ້ເຫັນວ່າ ການທີ່ເຈົ້າປະຕິບັດພຣະທຳຂອງພຣະເຈົ້າ ແມ່ນມີປະສິດທິພາບແລ້ວ.

ຍິ່ງການຫຼໍ່ຫຼອມຂອງພຣະເຈົ້າໃຫຍ່ຫຼາຍສໍ່າໃດ, ຫົວໃຈຂອງຜູ້ຄົນກໍສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາຈຶ່ງສາມາດສະຫງົບສຸກຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ; ມີແຕ່ຖ້າພວກເຈົ້າຜ່ານຂະບວນການນີ້ໄປໄດ້ ແລະ ເພິ່ງພາບາດກ້າວນີ້ເທົ່ານັ້ນ, ເຈົ້າຈຶ່ງສາມາດທີ່ຈະປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນວິທີທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງທີ່ຂົມຂືນເທົ່ານັ້ນ ຈຶ່ງສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີໃຫ້ກັບພຣະເຈົ້າອອກມາ. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີໃຫ້ກັບພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ ແລະ ບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມແທ້ໆ, ແລ້ວຫົວໃຈຂອງພວກເຂົາກໍເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຫຼາຍຢ່າງທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນມີຫຼາຍສໍ່າໃດ. ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້ໆ ແລະ ການທົດລອງເຮັດໃຫ້ຜູ້ຄົນສົມບູນໄດ້ດີຍິ່ງຂຶ້ນ.

ໃນລະຫວ່າງເວລາຊົ່ວຊິວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານການພິສູດຢ່າງທາລຸນທີ່ເຈັບປວດຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍມາເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ກາຍມາເປັນປະສົບການທີ່ສຳຄັນທີ່ສຸດຂອງທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນການຕັດສິນໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ທີ່ສຳຄັນໄປກວ່ານັ້ນ ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍມາເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ກາຍມາເປັນສິ່ງທີ່ເປັນຕາຈົດຈໍາສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍເຕັມໄປດ້ວຍຄວາມເປັນທຳມະຊາດ ແລະ ຄວາມນິຍົມຂອງພວກເຂົາ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເລີຍ. ການມີທ່າທີ່ໆຈະຮັກພຣະເຈົ້່າບໍ່ຄືກັບການຮັກພຣະເຈົ້າແທ້ໆ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ຄືກັບວ່າຄວາມຄິດຂອງພວກເຂົາປາສະຈາກແນວຄິດຂອງມະນຸດເລີຍ, ຄືກັບວ່າຄວາມຄິດເຫຼົ່ານັ້ນແມ່ນເຫັນແກ່ພຣະເຈົ້າທັງໝົດ, ເມື່ອຄວາມຄິດຂອງພວກເຂົາຖືກນໍາມາຢູ່ຕໍ່ໜ້າພຣະເຈົ້ກໍາ, ຄວາມຄິດດັ່ງກ່າວບໍ່ຖືກຊົມເຊີຍ ຫຼື ໄດ້ຮັບການອວຍພອນຈາກພຣະເຈົ້າ. ແມ່ນແຕ່ເມື່ອຜູ້ຄົນໄດ້ເຂົ້າໃຈຄວາມຈິງທັງໝົດ, ເມື່ອພວກເຂົາໄດ້ຮຽນຮູ້ຈັກຄວາມຈິງທັງໝົດ ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ໆ. ເຖິງແມ່ນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ປະສົບກັບການຫຼໍ່ຫຼອມ, ຜູ້ຄົນກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດ; ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາພະຍາຍາມອີກຄັ້ງ, ພວກເຂົາກໍສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ໃນເວລານັ້ນ, ແນວຄິດມະນຸດຂອງພວກເຂົາແມ່ນມີໜ້ອຍລົງ, ຄວາມເປັນທຳມະຊາດຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກຂອງມະນຸດຂອງພວກເຂົາແມ່ນຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ. ຜົນຂອງຄວາມຈິງຂອງຄວາມຮັກທີ່ມີໃຫ້ກັບພຣະເຈົ້າ ບໍ່ແມ່ນຖືກບັນລຸຜ່ານຄວາມຮູ້ທີ່ເວົ້າອອກມາ ຫຼື ຄວາມເຕັມໃຈທາງດ້ານຄວາມຄິດ ຫຼື ມັນບໍ່ສາມາດບັນລຸໄດ້ໂດຍການເຂົ້າໃຈແຕ່ຢ່າງດຽວ. ມັນຮຽກຮ້ອງໃຫ້ຜູ້ຄົນຈ່າຍລາຄາ ແລະ ພວກເຂົາຕ້ອງປະສົບກັບຄວາມຂົມຂືນຫຼາຍຢ່າງໃນລະຫວ່າງການຫຼໍ່ຫຼອມ ແລະ ມີແຕ່ເມື່ອນັ້ນ ຄວາມຮັກຂອງພວກເຂົາຈຶ່ງຈະບໍລິສຸດ ແລະ ເປັນໄປຕາມຫົວໃຈຂອງພຣະເຈົ້າເອງ. ໃນຄວາມຕ້ອງການຂອງພຣະອົງທີ່ໃຫ້ມະນຸດຮັກພຣະອົງ, ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດຮັກພຣະອົງໂດຍໃຊ້ຄວາມຫຼົງໄຫຼ ຫຼື ຄວາມເປັນທຳມະຊາດ; ຜ່ານຄວາມຊື່ສັດ ແລະ ການນໍາໃຊ້ຄວາມຈິງເພື່ອຮັບໃຊ້ພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັກພຣະອົງແທ້ໆ. ແຕ່ມະນຸດດຳລົງຊີວິດທ່າມກາງຄວາມເປັນທຳມະຊາດ ແລະ ດ້ວຍເຫດນັ້ນ ກໍບໍ່ສາມາດໃຊ້ຄວາມຈິງ ແລະ ຄວາມຊື່ສັດເພື່ອຮັບໃຊ້ພຣະເຈົ້າໄດ້. ເຂົາບໍ່ໄດ້ຫຼົງໄຫຼພຣະເຈົ້າຫຼາຍເກີນໄປ ຫຼື ເຢັນຊາ ຫຼື ບໍ່ສົນໃຈ, ເຂົາບໍ່ໄດ້ຮັກພຣະເຈົ້າຈົນເຖິງທີ່ສຸດ ຫຼື ກຽດຊັງພຣະອົງຈົນເຖິງທີ່ສຸດ. ຄົນທີ່ດຳລົງຊີວິດທ່າມກາງຄວາມເປັນທຳມະຊາດກໍດຳລົງຊີວິດໃນລະຫວ່າງສອງສົ້ນນີ້ຢູ່ສະເໝີ ແລະ ພວກເຂົາດຳລົງຊີວິດຢູ່ໃນສະພາວະທີ່ປາສະຈາກຄວາມຈິງ ແລະ ເຊື່ອວ່າ ພວກເຂົາຖືກຕ້ອງ. ເຖິງແມ່ນວ່າ ເຮົາໄດ້ນໍາສະເໜີສິ່ງນີ້ຂຶ້ນມາຄັ້ງແລ້ວຄັ້ງເລົ່າ, ຜູ້ຄົນກໍບໍ່ສາມາດຮັບເອົາມັນຢ່າງຈິງຈັງໄດ້, ພວກເຂົາບໍ່ສາມາດຮູ້ຈັກຄວາມສຳຄັນຂອງມັນແທ້ໆ ແລະ ດ້ວຍເຫດນັ້ນ ພວກເຂົາກໍດຳລົງຊີວິດທ່າມກາງຄວາມເຊື່ອທີ່ລໍ້ລວງຕົນເອງ ແລະ ໃນການລວງຕາຂອງຄວາມຮັກໃຫ້ກັບພຣະເຈົ້າທີ່ບໍ່ມີຄວາມຈິງ. ຕະລອດທັງປະຫວັດສາດ, ເມື່ອມະນຸດຊາດໄດ້ພັດທະນາ ແລະ ຍຸກຕ່າງໆໄດ້ຜ່ານໄປ, ຄວາມຕ້ອງການທີ່ພຣະເຈົ້າມີຕໍ່ມະນຸດຍິ່ງສູງຂຶ້ນກວ່າເກົ່າ ແລະ ພຣະອົງຮຽກຮ້ອງຫຼາຍຂຶ້ນເລື້ອຍໆໃຫ້ມະນຸດເດັດຂາດຕໍ່ພຣະອົງ. ແຕ່ຄວາມຮູ້ຂອງມະນຸດຍິ່ງກາຍມາເປັນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວມີຕົນຫຼາຍຂຶ້ນເລື້ອຍໆ ແລະ ສິ່ງທີ່ຕາມມາກໍຄືຄວາມຮັກທີ່ເຂົາມີໃຫ້ກັບພຣະເຈົ້າກໍກາຍມາເປັນສິ່ງທີ່ບໍ່ບໍລິສຸດຫຼາຍຂຶ້ນເລື້ອຍໆ. ສະພາວະຂອງມະນຸດ ແລະ ທຸກສິ່ງທີ່ເຂົາເຮັດບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ຍ້ອນມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຂຶ້ນກວ່າເກົ່າ. ສິ່ງນີ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມລອດພົ້ນຫຼາຍຂຶ້ນ ແລະ ຍິ່ງໃຫຍ່ຂຶ້ນ. ມະນຸດຕ້ອງການຮຽກຮ້ອງຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ເຂົາມີໃຫ້ພຣະເຈົ້າກໍຍິ່ງມີໜ້ອຍລົງເລື້ອຍໆ. ຜູ້ຄົນດຳລົງຊີວິດຢູ່ໃນຄວາມບໍ່ເຊື່ອຟັງ, ປາສະຈາກຄວາມຈິງ ແລະ ພວກເຂົາດຳລົງຊີວິດທີ່ປາສະຈາກການເປັນມະນຸດ; ບໍ່ແມ່ນແຕ່ພວກເຂົາບໍ່ມີຄວາມຮັກໃຫ້ກັບພຣະເຈົ້າແມ່ນແຕ່ໜ້ອຍດຽວເທົ່ານັ້ນ, ແຕ່ພວກເຂົາເຕັມໄປດ້ວຍຄວາມບໍ່ເຊື່ອຟັງ ແລະ ການຕໍ່ຕ້ານ. ເຖິງແມ່ນວ່າ ພວກເຂົາຄິດວ່າພວກເຂົາມີຄວາມຮັກໃຫຍ່ທີ່ສຸດໃຫ້ກັບພຣະເຈົ້າແລ້ວ ແລະ ບໍ່ສາມາດປັບຕົວກັບພຣະອົງໄດ້ຫຼາຍກວ່ານີ້ອີກແລ້ວ, ພຣະເຈົ້າບໍ່ໄດ້ເຊື່ອເຊັ່ນນັ້ນ. ມັນຊັດເຈນໂດຍບໍ່ຕ້ອງສົງໄສກັບພຣະອົງແລ້ວວ່າ ຄວາມຮັກທີ່ມະນຸດມີໃຫ້ກັບພຣະອົງນັ້ນມີມົນທິນຫຼາຍສໍ່າໃດ ແລະ ພຣະອົງບໍ່ເຄີຍປ່ຽນແປງຄວາມຄິດເຫັນຂອງພຣະອົງທີ່ມີຕໍ່ມະນຸດ ຍ້ອນການເອົາໃຈຂອງມະນຸດຈັກເທື່ອ ຫຼື ບໍ່ເຄີຍຕອບແທນຄວາມປາຖະໜາດີຂອງມະນຸດໂດຍເປັນຜົນຈາກການອຸທິດຂອງເຂົາ. ບໍ່ຄືກັບມະນຸດ, ພຣະເຈົ້າສາມາດແຍກແຍະໄດ້ ນັ້ນກໍຄື ພຣະອົງຮູ້ຈັກວ່າ ໃຜທີ່ຮັກພຣະອົງຢ່າງແທ້ຈິງ ແລະ ໃຜທີ່ບໍ່ໄດ້ຮັກ ແລະ ແທນທີ່ຈະຖືກເອົາຊະນະດ້ວຍຄວາມຈິງໃຈ ແລະ ສູນເສຍຕົວພຣະອົງເອງ ຍ້ອນແຮງກະຕຸ້ນຊ່ວງໄລຍະໜຶ່ງຂອງມະນຸດ, ພຣະອົງປະຕິບັດຕໍ່ມະນຸດຕາມໃຈຄວາມສຳຄັນ ແລະ ການປະພຶດຂອງມະນຸດ. ຢ່າງໃດກໍຕາມ ພຣະເຈົ້າກໍເປັນພຣະເຈົ້າ ແລະ ພຣະອົງມີກຽດສັກສີຂອງພຣະອົງ ແລະ ຄວາມເຂົ້າໃຈຂອງພຣະອົງ; ຢ່າງໃດກໍຕາມ ມະນຸດກໍເປັນມະນຸດ ແລະ ຫົວຂອງພຣະເຈົ້າຈະບໍ່ຫັນ ຍ້ອນຄວາມຮັກຂອງມະນຸດທີ່ບໍ່ສອດຄ່ອງກັບຄວາມຈິງ. ກົງກັນຂ້າມ, ພຣະອົງປະຕິບັດຕໍ່ທຸກສິ່ງທີ່ມະນຸດເຮັດຢ່າງເໝາະສົມ.

ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີ່ໆເຂົາມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບເຂົາ ພ້ອມທັງການພິພາກສາຂອງພຣະອົງ, ການຈັດການ, ການຮານເຂົາ ໂດຍຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ໃນວິທີນີ້ເທົ່ານັ້ນ ພຣະເຈົ້າປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າທ່າທີ່ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີຫຍັງທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດແລ້ວ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດແລ້ວ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນກໍບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມກໍບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວທ່າທີ່ຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍແທ້ໆ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ແຫຼະທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດແຈ້ງກັບມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ມອບແສງສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການຮານ ແລະ ການຈັດການຕົວຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈທີ່ໃຫຍ່ຂຶ້ນກ່ຽວກັບເຂົາເອງ ແລະ ຄວາມຈິງໃຫ້ກັບມະນຸດ ແລະ ມອບຄວາມເຂົ້າໃຈທີ່ໃຫຍ່ຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງຂຶ້ນ ແລະ ບໍລິສຸດຂຶ້ນໃຫ້ກັບພຣະເຈົ້າ.​ ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການປະຕິບັດການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍຄວາມເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະລົກ. ມັນໝາຍຄວາມເຖິງການປ່ຽນແປງອຸປະນິໄສຂອງມະນຸດ, ປ່ຽນແປງແຮງຈູງໃຈຂອງເຂົາ, ທັດສະນະເກົ່າໆຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີໃຫ້ກັບພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ຮູບແບບຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດຮັບໃຊ້ໜ້າທີ່ຕາມທຳມະຊາດຂອງມັນ.

​ກ່ອນ​ນີ້ :ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ຕໍ່​ໄປ:ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ເນື່ອຫາທີ່ກ່ຽວຂ້ອງ