ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ
ໃນຖານະຜູ້ນໍາຄຣິສຕະຈັກ, ທ່ານບໍ່ແມ່ນພຽງແຕ່ການຮຽນຮູ້ທີ່ຈະໃຊ້ຄວາມຈິງເພື່ອແກ້ໄຂບັນຫາເທົ່ານັ້ນ, ທ່ານຍັງຈຳເປັນຕ້ອງຮຽນຮູ້ເພື່ອຄົ້ນຫາ ແລະ ປູກຝັງຄວາມສາມາດພິເສດໃຫ້ແກ່ຜູ້ຄົນ, ເຊິ່ງເປັນຜູ້ທີ່ເຈົ້າຕ້ອງບໍ່ອິດສາ ຫຼື ຍັບຍັ້ງ. ການປະຕິບັດໃນລັກສະນະນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຈົ້າສາມາດຝຶກຝົນຜູ້ສະແຫວງຫາຄວາມຈິງສອງສາມຄົນເພື່ອຮ່ວມມືກັບເຈົ້າ ແລະ ເຮັດວຽກງານທັງໝົດໃຫ້ດີ ແລະ ໃນທີ່ສຸດ ເຈົ້າທຸກຄົນມີຄຳພະຍານກ່ຽວກັບປະສົບການ, ແລ້ວເຈົ້າກໍຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າເຈົ້າມີຄວາມສາມາດຮັບມືກັບທຸກໆສິ່ງຕາມຫຼັກການ, ແລ້ວເຈົ້າກໍຈະເຮັດການອຸທິດຂອງເຈົ້າໄດ້. ບາງຄົນຢ້ານຢູ່ສະເໝີວ່າ ຄົນອື່ນຈະດີກວ່າພວກເຂົາ ຫຼື ຢູ່ເໜືອກວ່າພວກເຂົາ, ຢ້ານວ່າຄົນອື່ນຈະເປັນທີ່ຍອມຮັບໃນຂະນະທີ່ພວກເຂົາຖືກເບິ່ງຂ້າມ ແລະ ສິ່ງນີ້ເຮັດໃຫ້ພວກເຂົາໂຈມຕີ ແລະ ກີດກັນຄົນອື່ນ. ນີ້ບໍ່ແມ່ນກໍລະນີການອິດສາຄົນທີ່ມີພອນສະຫວັນບໍ? ນັ້ນບໍ່ແມ່ນການເຫັນແກ່ຕົວ ແລະ ເປັນຕາລັງກຽດບໍ? ນີ້ແມ່ນອຸປະນິໄສແບບໃດ? ມັນຄືການມີເຈດຕະນາຮ້າຍ! ຄົນທີ່ພຽງແຕ່ຄິດເຖິງຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ, ຄົນທີ່ຕອບສະໜອງຄວາມປາຖະໜາຂອງພວກເຂົາເອງເທົ່ານັ້ນ ໂດຍບໍ່ຄິດຫາຄົນອື່ນ ຫຼື ພິຈາລະນາເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ຄົນແບບນີ້ມີອຸປະນິໄສທີ່ບໍ່ດີ ແລະ ພຣະເຈົ້າບໍ່ມີຄວາມຮັກສຳລັບພວກເຂົາ. ຖ້າເຈົ້າສາມາດສະແດງການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະສາມາດປະຕິບັດຕໍ່ຄົນອື່ນຢ່າງຍຸຕິທຳ. ຖ້າເຈົ້າແນະນໍາຄົນດີ ແລະ ປ່ອຍໃຫ້ພວກເຂົາໄດ້ຜ່ານການຝຶກຝົນ ແລະ ປະຕິບັດໜ້າທີ່, ແລ້ວເພີ່ມຄົນທີ່ມີພອນສະຫວັນເຂົ້າໃນເຮືອນຂອງພຣະເຈົ້າ, ສິ່ງນັ້ນຈະບໍ່ເຮັດໃຫ້ວຽກງານຂອງເຈົ້າງ່າຍຂຶ້ນບໍ? ແລ້ວເຈົ້າຈະບໍ່ສະແດງການອຸທິດໃນໜ້າທີ່ຂອງເຈົ້າບໍ? ນັ້ນຄືການກະທຳທີ່ດີຕໍ່ໜ້າພຣະເຈົ້າ; ມັນຄືຄວາມສຳນຶກ ແລະ ເຫດຜົນຢ່າງໜ້ອຍທີ່ສຸດ ທີ່ຄົນທີ່ຮັບໃຊ້ເປັນຜູ້ນໍາຄວນມີ. ຄົນທີ່ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ກໍສາມາດຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າໃນສິ່ງຕ່າງໆທີ່ພວກເຂົາເຮັດ. ເມື່ອເຈົ້າຍອມຮັບການກວດສອບຢ່າງຖີ່ຖ້ວນຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະຖືກເຮັດໃຫ້ຊື່ກົງ. ຖ້າເຈົ້າພຽງແຕ່ເຮັດສິ່ງຕ່າງໆເພື່ອໃຫ້ຄົນອື່ນເບິ່ງ ແລະ ຕ້ອງການຮັບເອົາການຍົກຍ້ອງ ແລະ ການຊົມເຊີຍຈາກຄົນອື່ນຢູ່ສະເໝີ ແລະ ເຈົ້າບໍ່ຍອມຮັບການກວດສອບຢ່າງຖີ່ຖ້ວນຈາກພຣະເຈົ້າ, ແລ້ວພຣະເຈົ້າຍັງຢູ່ໃນຫົວໃຈຂອງເຈົ້າບໍ? ຄົນເຊັ່ນນີ້ບໍ່ມີຄວາມເຄົາລົບຢຳເກງສຳລັບພຣະເຈົ້າ. ຢ່າເຮັດສິ່ງຕ່າງໆເພື່ອຕົວເຈົ້າເອງຢູ່ສະເໝີ ແລະ ຢ່າພິຈາລະນາເຖິງຜົນປະໂຫຍດຂອງເຈົ້າເອງຢ່າງສະໝໍ່າສະເໝີ; ຢ່າພິຈາລະນາເຖິງຜົນປະໂຫຍດຂອງມະນຸດ ແລະ ຢ່າຄຳນຶງເຖິງຄວາມທະນົງຕົວ, ຊື່ສຽງ ແລະ ສະຖານະຂອງເຈົ້າເອງ. ກ່ອນອື່ນໝົດ ເຈົ້າຕ້ອງພິຈາລະນາເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ເຮັດໃຫ້ຜົນປະໂຫຍດເຫຼົ່ານັ້ນເປັນບູລິມະສິດທຳອິດຂອງເຈົ້າ. ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມຕົ້ນໂດຍການຕຶກຕອງວ່າມີຄວາມບໍ່ບໍລິສຸດໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າໄດ້ອຸທິດຕົນ, ປະຕິບັດຄວາມຮັບຜິດຊອບຂອງເຈົ້າແລ້ວ ແລະ ມອບທັງໝົດຂອງເຈົ້າໃຫ້ກັບມັນແລ້ວ ຫຼື ບໍ່, ພ້ອມທັງວ່າເຈົ້າໄດ້ຄິດກ່ຽວກັບໜ້າທີ່ຂອງພຣະເຈົ້າ ແລະ ວຽກງານໃນຄຣິສຕະຈັກຢ່າງໝົດຫົວໃຈ ຫຼື ບໍ່. ເຈົ້າຕ້ອງພິຈາລະນາເຖິງສິ່ງເຫຼົ່ານີ້. ຖ້າເຈົ້າຄິດກ່ຽວກັບພວກມັນຢູ່ເລື້ອຍໆ ແລະ ຄິດພວກມັນໃຫ້ອອກ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ. ຖ້າເຈົ້າມີຄວາມສາມາດຕໍ່າ, ຖ້າປະສົບການຂອງເຈົ້າມີໜ້ອຍ ຫຼື ເຈົ້າບໍ່ຊຳນານໃນວຽກງານວິຊາຊີບຂອງເຈົ້າ, ແລ້ວອາດມີຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງໃນວຽກງານຂອງເຈົ້າ ແລະ ເຈົ້າອາດບໍ່ໄດ້ຜົນຮັບທີ່ດີ, ແຕ່ເຈົ້າຈະໄດ້ພະຍາຍາມສຸດຄວາມສາມາດຂອງເຈົ້າ. ເຈົ້າບໍ່ໄດ້ເຮັດໃຫ້ພໍໃຈຕາມຄວາມປາດຖະໜາ ຫຼື ຄວາມມັກທີ່ເຫັນແກ່ຕົວຂອງເຈົ້າເອງ. ໃນທາງກົງກັນຂ້າມ, ເຈົ້າຄຳນຶງເຖິງວຽກງານໃນຄຣິສຕະຈັກ ແລະ ຜົນປະໂຫຍດໃນເຮືອນຂອງພຣະເຈົ້າຢູ່ສະເໝີ. ເຖິງແມ່ນວ່າເຈົ້າບໍ່ອາດບັນລຸຜົນໄດ້ດີໃນໜ້າທີ່ຂອງເຈົ້າ, ຫົວໃຈຂອງເຈົ້າກໍຈະຖືກເຮັດໃຫ້ຊື່ກົງ; ນອກເໜືອຈາກນີ້, ຖ້າເຈົ້າສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາໃນໜ້າທີ່ຂອງເຈົ້າ, ເຈົ້າຈະບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ໃນເວລາດຽວກັນ ເຈົ້າຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ຄືຄວາມໝາຍຂອງການມີຄຳພະຍານ.
ບາງຄົນເຊື່ອໃນພຣະເຈົ້າແຕ່ບໍ່ໄດ້ສະແຫວງຫາຄວາມຈິງ. ພວກເຂົາດຳລົງຊີວິດຕາມເນື້ອໜັງຢູ່ສະເໝີ, ປາດຖະໜາຄວາມສຸກທາງເນື້ອໜັງຢູ່ສະເໝີ, ພໍໃຈກັບຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງຢູ່ສະເໝີ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າໄດ້ຈັກປີກໍຕາມ, ພວກເຂົາຈະບໍ່ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ຄືເຄື່ອງໝາຍຂອງການນໍາຄວາມອັບອາຍມາໃຫ້ພຣະເຈົ້າ. ເຈົ້າເວົ້າວ່າ “ຂ້ານ້ອຍບໍ່ໄດ້ເຮັດຫຍັງເພື່ອຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍຈະນໍາຄວາມອັບອາຍມາໃຫ້ພຣະອົງໄດ້ແນວໃດ?” ແນວຄິດ ແລະ ຄວາມຄິດທັງໝົດຂອງເຈົ້າຄືສິ່ງທີ່ຊົ່ວຮ້າຍ. ເຈດຕະນາຕ່າງໆ, ເປົ້າໝາຍ ແລະ ແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງທີ່ເຈົ້າເຮັດ ແລະ ຜົນຕາມມາຈາກການກະທຳຂອງເຈົ້າເຮັດໃຫ້ຊາຕານພໍໃຈຢູ່ສະເໝີ, ເຮັດໃຫ້ເຈົ້າເປັນຕົວຕະຫຼົກຂອງມັນ ແລະ ປ່ອຍໃຫ້ມັນໃສ່ບາງສິ່ງໃນຕົວເຈົ້າ. ເຈົ້າບໍ່ມີຄຳພະຍານທີ່ຊາວຄຣິດຄວນມີ. ເຈົ້າເປັນຂອງຊາຕານ. ເຈົ້ານໍາຄວາມອັບອາຍມາສູ່ຊື່ຂອງພຣະເຈົ້າໃນທຸກສິ່ງ ແລະ ເຈົ້າບໍ່ມີຄຳພະຍານທີ່ແທ້ຈິງ. ພຣະເຈົ້າຈະຈື່ສິ່ງຕ່າງໆທີ່ເຈົ້າໄດ້ເຮັດບໍ? ໃນທີ່ສຸດແລ້ວ, ພຣະເຈົ້າຈະມີຂໍ້ສະຫຼຸບຫຍັງກ່ຽວກັບການກະທຳທັງໝົດ, ພຶດຕິກຳ ແລະ ໜ້າທີ່ໆເຈົ້າປະຕິບັດ? ບໍ່ຕ້ອງມີບາງສິ່ງອອກມາຈາກສິ່ງນັ້ນບໍ, ເຊິ່ງເປັນຄຳເວົ້າບາງປະເພດ? ໃນພຣະຄຳພີ, ພຣະເຢຊູເຈົ້າເວົ້າວ່າ “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:22–23). ເປັນຫຍັງພຣະເຢຊູເຈົ້າຈຶ່ງເວົ້າແບບນີ້? ເປັນຫຍັງຫຼາຍຄົນທີ່ເທດສະໜາ, ຂັບໄລ່ມານຮ້າຍ ແລະ ປະຕິບັດການອັດສະຈັນຫຼາຍຢ່າງໃນນາມຂອງພຣະຜູ້ເປັນເຈົ້າຈຶ່ງກາຍມາເປັນຜູ້ເຮັດການຊົ່ວ? ມັນເປັນເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງທີ່ພຣະເຢຊູເຈົ້າສະແດງອອກ, ພວກເຂົາບໍ່ໄດ້ຮັກສາພຣະບັນຍັດຂອງພຣະອົງ ແລະ ພວກເຂົາບໍ່ມີຄວາມຮັກສຳລັບຄວາມຈິງໃນຫົວໃຈຂອງພວກເຂົາ. ພວກເຂົາພຽງແຕ່ຕ້ອງການແລກປ່ຽນວຽກງານທີ່ພວກເຂົາໄດ້ເຮັດ, ຄວາມລຳບາກທີ່ພວກເຂົາທົນທຸກ ແລະ ການເສຍສະຫຼະທີ່ພວກເຂົາເຮັດເພື່ອພຣະຜູ້ເປັນເຈົ້າສຳລັບພອນຈາກອານາຈັກສະຫວັນ. ໃນນີ້, ພວກເຂົາພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ ແລະ ພວກເຂົາກຳລັງໃຊ້ພຣະເຈົ້າ ແລະ ຫຼອກລວງພຣະເຈົ້າ, ສະນັ້ນພຣະເຢຊູເຈົ້າຈຶ່ງເບື່ອໜ່າຍພວກເຂົາ, ກຽດຊັງພວກເຂົາ ແລະ ປະນາມພວກເຂົາວ່າເປັນຜູ້ເຮັດການຊົ່ວ. ມື້ນີ້, ຜູ້ຄົນກຳລັງຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ, ແຕ່ບາງຄົນຍັງສະແຫວງຫາຊື່ສຽງ ແລະ ສະຖານະ ແລະ ຕ້ອງການເຮັດໃຫ້ຕົນເອງໂດດເດັ່ນຢູ່ສະເໝີ, ຕ້ອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຮັບເອົາຊື່ສຽງ ແລະ ສະຖານະຢູ່ສະເໝີ. ເຖິງແມ່ນວ່າພວກເຂົາທຸກຄົນເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ພວກເຂົາສະຫຼະຖິ້ມ ແລະ ເສຍສະຫຼະສຳລັບພຣະເຈົ້າ, ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາເພື່ອຮັບເອົາກຽດຕິຍົດ, ກຳໄລ ແລະ ສະຖານະ ແລະ ພວກເຂົາມີແຜນອຸບາຍຂອງພວກເຂົາເອງຢູ່ສະເໝີ. ພວກເຂົາບໍ່ເຊື່ອຟັງ ຫຼື ບໍ່ອຸທິດຕໍ່ພຣະເຈົ້າ, ພວກເຂົາສາມາດເຮັດຊົ່ວຢ່າງອາລະວາດ ໂດຍບໍ່ໄຕ່ຕອງກ່ຽວກັບຕົນເອງເລີຍ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຜູ້ເຮັດການຊົ່ວ. ພຣະເຈົ້າກຽດຊັງຜູ້ເຮັດການຊົ່ວເຫຼົ່ານີ້ ແລະ ພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ແມ່ນຫຍັງຄືມາດຕະຖານທີ່ການກະທຳ ແລະ ພຶດຕິກຳຂອງບຸກຄົນໜຶ່ງຈະຖືກຕັດສິນວ່າດີ ຫຼື ຊົ່ວຮ້າຍ? ມັນຂຶ້ນກັບວ່າ ໃນຄວາມຄິດຂອງພວກເຂົາ, ການສະແດງອອກ ແລະ ການກະທຳຂອງພວກເຂົາ, ພວກເຂົາມີຄຳພະຍານໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ການດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ມີຄວາມເປັນຈິງນີ້ ຫຼື ດຳລົງຊີວິດເຊັ່ນນີ້, ແລ້ວເຈົ້າຈະເປັນຜູ້ເຮັດການຊົ່ວຮ້າຍໂດຍບໍ່ຕ້ອງສົງໄສ. ພຣະເຈົ້າຖືຜູ້ເຮັດການຊົ່ວຮ້າຍເປັນແນວໃດ? ສຳລັບພຣະເຈົ້າ, ຄວາມຄິດ ແລະ ການກະທຳພາຍນອກຂອງເຈົ້າບໍ່ໄດ້ເປັນພະຍານໃຫ້ແກ່ພຣະອົງ ຫຼື ພວກເຂົາບໍ່ໄດ້ເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະມັນ; ກົງກັນຂ້າມ, ພວກເຂົານໍາຄວາມອັບອາຍມາຫາພຣະອົງ ແລະ ພວກເຂົາຖືກລະດົມຍິງດ້ວຍເຄື່ອງໝາຍແຫ່ງຄວາມເສື່ອມເສຍກຽດທີ່ເຈົ້າໄດ້ນໍາມາສູ່ພຣະອົງ. ເຈົ້າບໍ່ໄດ້ເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ໄດ້ເສຍສະຫຼະຕົນເອງເພື່ອພຣະເຈົ້າ ຫຼື ເຈົ້າບໍ່ໄດ້ກຳລັງປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າຕໍ່ພຣະເຈົ້າ; ກົງກັນຂ້າມ, ເຈົ້າກຳລັງປະຕິບັດເພື່ອຕົວເຈົ້າເອງ. ແມ່ນຫຍັງຄືຄວາມໝາຍຂອງ “ເພື່ອຕົວເຈົ້າເອງ”? ເພື່ອຈະເວົ້າໃຫ້ຊັດເຈນ, ມັນໝາຍຄວາມວ່າສຳລັບຊາຕານ. ສະນັ້ນ ໃນທີ່ສຸດແລ້ວ ພຣະເຈົ້າຈະເວົ້າວ່າ “ໃຫ້ຈາກເຮົາໄປ, ພວກເຈົ້າທີ່ເຮັດວຽກດ້ວຍຄວາມຊົ່ວຊ້າ”. ໃນສາຍຕາຂອງພຣະເຈົ້າ, ຈະບໍ່ເບິ່ງວ່າການກະທຳຂອງເຈົ້າເປັນການກະທຳທີ່ດີ, ພວກມັນຈະຖືວ່າເປັນການກະທຳທີ່ຊົ່ວຮ້າຍ. ພວກມັນຈະບໍ່ພຽງແຕ່ລົ້ມເຫຼວໃນການຮັບເອົາການອະນຸມັດຈາກພຣະເຈົ້າ, ພວກມັນຈະຖືກປະນາມອີກດ້ວຍ. ຄົນໆໜຶ່ງຈະຄາດຫວັງເພື່ອຮັບເອົາຫຍັງຈາກຄວາມເຊື່ອດັ່ງກ່າວໃນພຣະເຈົ້າ? ໃນທີ່ສຸດແລ້ວ ຄວາມເຊື່ອດັ່ງກ່າວຈະບໍ່ມີປະໂຫຍດຫຍັງບໍ?
ສຳລັບທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນພຽງໃດ, ວິທີທີ່ງ່າຍທີ່ສຸດໃນການປະຕິບັດໂດຍການເຂົ້າສູ່ຄວາມເປັນຈິງແຫ່ງຄວາມແທ້ຈິງ ແມ່ນການຄິດເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໃນທຸກສິ່ງ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວ, ເຈດຕະນາສ່ວນຕົວ, ແຮງຈູງໃຈ, ຄວາມທະນົງຕົວ ແລະ ສະຖານະ. ຈົ່ງເອົາໃຈໃສ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກ່ອນ ເຊິ່ງຢ່າງໜ້ອຍທີ່ສຸດ ນີ້ກໍຄືສິ່ງທີ່ຄົນໆໜຶ່ງຄວນເຮັດ. ຖ້າບຸກຄົນໜຶ່ງທີ່ປະຕິບັດໜ້າທີ່ຂອງພວກເຂົາບໍ່ສາມາດແມ່ນແຕ່ເຮັດສິ່ງນີ້ໄດ້ຫຼາຍ, ແລ້ວພວກເຂົາຈະສາມາດຖືກກ່າວໄດ້ແນວໃດວ່າກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່? ນັ້ນບໍ່ແມ່ນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ. ກ່ອນອື່ນ ເຈົ້າຄວນຄິດເຖິງຜົນປະໂຫຍດຂອງເຮືອນພຣະເຈົ້າ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ພິຈາລະນາເຖິງວຽກງານໃນຄຣິສຕະຈັກ ໃຫ້ວາງສິ່ງເຫຼົ່ານີ້ກ່ອນ ແລະ ໃຫ້ສຳຄັນທີ່ສຸດ; ຫຼັງຈາກນັ້ນເທົ່ານັ້ນ ເຈົ້າຈຶ່ງສາມາດຄິດກ່ຽວກັບຄວາມໝັ້ນຄົງຂອງສະຖານະຂອງເຈົ້າ ຫຼື ວິທີການທີ່ຄົນອື່ນພິຈາລະນາເຈົ້າ. ພວກເຈົ້າບໍ່ຮູ້ສຶກບໍສິ່ງນີ້ງ່າຍຂຶ້ນໜ້ອຍໜຶ່ງ ເມື່ອເຈົ້າແບ່ງມັນອອກເປັນຂັ້ນຕອນ ແລະ ເຮັດການປະນີປະນອມບ່າງຢ່າງ? ຖ້າເຈົ້າປະຕິບັດເຊັ່ນນີ້ໄດ້ຊົ່ວໄລຍະໜຶ່ງ, ເຈົ້າຈະຮູ້ສຶກໄດ້ວ່າການເຮັດໃຫ້ພຣະເຈົ້າພໍໃຈນັ້ນບໍ່ໄດ້ຍາກເຊັ່ນນັ້ນ. ຍິ່ງໄປກວ່ານັ້ນ, ເຈົ້າຄວນສາມາດປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ປະຕິບັດພັນທະ ແລະ ໜ້າທີ່ຂອງເຈົ້າ ແລະ ປະຖິ້ມຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າ, ເຈດຕະນາ ແລະ ແຮງຈູງໃຈ; ເຈົ້າຄວນຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ແລະ ເອົາຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ວຽກງານໃນຄຣິສຕະຈັກ ແລະ ໜ້າທີ່ທີ່ເຈົ້າຄວນປະຕິບັດມາກ່ອນ. ຫຼັງຈາກທີ່ປະສົບກັບສິ່ງນີ້ຊົ່ວໄລຍະໜຶ່ງ ເຈົ້າກໍຈະຮູ້ສຶກວ່ານີ້ແມ່ນວິທີທີ່ດີໃນການປະພຶດຕົນເອງ. ມັນເປັນການດຳລົງຊີວິດແບບກົງໄປກົງມາ ແລະ ສັດຊື່ ແລະ ບໍ່ເປັນບໍ່ຕ້ອງເປັນຄົນຕໍ່າຊາມ ແລະ ຊົ່ວຮ້າຍ; ມັນເປັນການດຳລົງຊີວິດຢ່າງທ່ຽງທຳ ແລະ ມີກຽດ ແທນທີ່ຈະເປັນຄົນທີ່ເປັນຕາລັງກຽດ, ຕໍ່າຊ້າ ແລະ ບໍ່ມີຫຍັງດີ. ເຈົ້າຈະຮູ້ສຶກວ່ານີ້ແມ່ນວິທີທີ່ຄົນໆໜຶ່ງຄວນກະທຳ ແລະ ພາບລັກທີ່ພວກເຂົາຄວນດຳລົງຊີວິດຕາມ. ຄວາມປາຖະໜາຂອງເຈົ້າເພື່ອຕອບສະໜອງຜົນປະໂຫຍດຂອງຕົວເຈົ້າເອງຈະຄ່ອຍໆຫຼຸດລົງ. ຕອນນີ້, ບໍ່ວ່າພວກເຈົ້າຈະເຊື່ອໃນພຣະເຈົ້າໄດ້ຫຼາຍສໍ່າໃດ, ທາງເຂົ້າ, ການສຳຜັດ ແລະ ປະສົບການຂອງພວກເຈົ້າກ່ຽວກັບບົດຮຽນທີ່ກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ການປະຕິບັດຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງກໍຂາດຄວາມເລິກຊຶ້ງ ແລະ ເຈົ້າບໍ່ມີປະສົບການ ຫຼື ການສຳຜັດຢ່າງແທ້ຈິງ, ສະນັ້ນເຈົ້າຈຶ່ງບໍ່ສາມາດຜະລິດຄຳພະຍານທີ່ແທ້ຈິງໄດ້. ຕອນນີ້ ເຮົາໄດ້ບອກວິທີການງ່າຍໆນີ້ໃຫ້ກັບພວກເຈົ້າ: ເລີ່ມຕົ້ນໂດຍການປະຕິບັດດ້ວຍວິທີນີ້ ແລະ ຫຼັງຈາກທີ່ພວກເຈົ້າໄດ້ເຮັດດັ່ງນັ້ນຊົ່ວໄລຍະໜຶ່ງ, ສະພາວະທີ່ຢູ່ພາຍໃນພວກເຈົ້າກໍຈະປ່ຽນແປງໂດຍທີ່ເຈົ້າບໍ່ຮູ້ຕົວ. ມັນປ່ຽນແປງຈາກສະພາວະທີ່ບໍ່ແນ່ນອນ ເຊິ່ງເຈົ້າບໍ່ສົນໃຈທີ່ຈະເຊື່ອໃນພຣະເຈົ້າ ຫຼື ເບື່ອໜ່າຍກັບມັນແທ້ໆ, ເປັນສະພາວະທີ່ເຈົ້າຮູ້ສຶກວ່າການເຊື່ອໃນພຣະເຈົ້າ ແລະ ການເປັນຄົນຊື່ສັດຄືສິ່ງທີ່ດີ ແລະ ເຊິ່ງເຈົ້າສົນໃຈໃນການເປັນຄົນຊື່ສັດ ແລະ ຮູ້ສຶກວ່າມີຄວາມໝາຍ ແລະ ການບຳລຸງລ້ຽງໃນການດຳລົງຊີວິດລັກສະນະນີ້. ເຈົ້າຈະຮູ້ສຶກມີພື້ນຖານ, ສະຫງົບສຸກ ແລະ ປິຕິຍິນດີໃນຫົວໃຈຂອງເຈົ້າ. ນັ້ນຄືວ່າສະພາວະຂອງເຈົ້າຈະກາຍມາເປັນແນວໃດ. ນັ້ນເປັນຜົນຮັບທີ່ມາຈາກການປະຖິ້ມເຈດຕະນາ, ຜົນປະໂຫຍດ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຈົ້າເອງ. ນັ້ນຄືຜົນຕາມມາ. ສິ່ງນີ້ຢູ່ໃນສ່ວນຂອງຜົນໄດ້ຮັບຈາກການຮ່ວມມືຂອງມະນຸດ ແລະ ໃນອີກສ່ວນໜຶ່ງແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດຖ້າປາສະຈາກການຮ່ວມມືຂອງຜູ້ຄົນ. ທຸກຄົນມີສະພາວະທີ່ບໍ່ຖືກຕ້ອງບາງຢ່າງພາຍໃນພວກເຂົາ, ເຊັ່ນ: ຄວາມຂີ້ຄ້ານ, ຄວາມອ່ອນແອ, ຄວາມໝົດຫວັງ ແລະ ຄວາມບໍ່ແຂງແຮງ; ຫຼື ພວກເຂົາມີເຈດຕະນາທີ່ຕໍ່າຊ້າ; ຫຼື ພວກເຂົາຖືກລົບກວນໂດຍຄວາມທະນົງຕົວ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາຢ່າງສະໝໍ່າສະເໝີ; ຫຼື ພວກເຂົາຄິດວ່າພວກເຂົາມີຄວາມສາມາດຕໍ່າ ແລະ ພວກເຂົາຜະເຊີນໜ້າກັບສະພາວະຂີ້ຄ້ານບາງຢ່າງ. ມັນຈະເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ຖ້າເຈົ້າໃຊ້ຊີວິດໃນສະພາວະເຫຼົ່ານີ້ຢູ່ສະເໝີ. ຖ້າມັນເປັນເລື່ອງຍາກສຳລັບເຈົ້າທີ່ຈະຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວອົງປະກອບທີ່ຫ້າວຫັນພາຍໃນຕົວເຈົ້າກໍຈະມີສອງສາມຢ່າງ ແລະ ອົງປະກອບທີ່ຂີ້ຄ້ານຈະສະແດງອອກມາ ແລະ ລົບກວນເຈົ້າ. ຜູ້ຄົນອາໄສຄວາມປະສົງຂອງພວກເຂົາເອງເພື່ອຄວບຄຸມສະພາວະທີ່ຂີ້ຄ້ານ ແລະ ຄິດລົບເຫຼົ່ານັ້ນຢູ່ສະເໝີ, ແຕ່ບໍ່ວ່າພວກເຂົາຈະຄວບຄຸມພວກມັນແນວໃດກໍຕາມ, ພວກເຂົາບໍ່ສາມາດສັ່ນພວກມັນຖິ້ມໄດ້. ເຫດຜົນຫຼັກສຳລັບສິ່ງນີ້ກໍຄືຜູ້ຄົນບໍ່ສາມາດແຍກແຍະສິ່ງຂີ້ຄ້ານ ແລະ ບໍ່ດີເຫຼົ່ານີ້ຢ່າງຖີ່ຖ້ວນ; ພວກເຂົາບໍ່ສາມາດເຫັນແກ່ນແທ້ຂອງພວກເຂົາຢ່າງຊັດເຈນ. ສິ່ງນີ້ເຮັດໃຫ້ມັນຍາກຫຼາຍສຳລັບພວກເຂົາທີ່ຈະປະຖິ້ມເນື້ອໜັງ ແລະ ຊາຕານ. ອີກຢ່າງ, ຜູ້ຄົນຕິດຢູ່ໃນສະພາວະທີ່ຂີ້ຄ້ານ, ໂສກເສົ້າ ແລະ ເສື່ອມຊາມເຫຼົ່ານີ້ຢູ່ສະເໝີ ແລະ ພວກເຂົາບໍ່ອະທິຖານ ຫຼື ເຄົາລົບພຣະເຈົ້າ, ໃນທາງກັນຂ້າມ ພວກເຂົາພຽງແຕ່ເຮັດພວກມັນແບບມົ້ວໆ. ຜົນຕາມມາກໍຄື ພຣະວິນຍານບໍລິສຸດບໍ່ເຮັດພາລະກິດໃນພວກເຂົາ ແລະ ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້ໃນເວລາຕໍ່ມາ, ພວກເຂົາຂາດເສັ້ນທາງໃນທຸກສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາບໍ່ສາມາດເຫັນເລື່ອງໃດໜຶ່ງໄດ້ຢ່າງຊັດເຈນ. ມີສິ່ງທີ່ຂີ້ຄ້ານ ແລະ ບໍ່ດີຫຼາຍຢ່າງເກີນໄປຢູ່ພາຍໃນພວກເຂົາ ແລະ ພວກມັນເຕັມຢູ່ໃນຫົວໃຈຂອງເຈົ້າ, ສະນັ້ນເຈົ້າມັກຂີ້ຄ້ານ, ໂສກເສົ້າໃນວິນຍານ ແລະ ເຈົ້າຫຼົງອອກຈາກພຣະເຈົ້າໄກຂຶ້ນເລື້ອຍໆ ແລະ ເລີ່ມອ່ອນແອຂຶ້ນເລື້ອຍໆ. ຖ້າເຈົ້າບໍ່ສາມາດຮັບເອົາແສງສະຫວ່າງ ແລະ ພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າຈະບໍ່ສາມາດຫຼົບໜີຈາກສະພາວະເຫຼົ່ານີ້ ແລະ ສະພາວະທີ່ຂີ້ຄ້ານຂອງເຈົ້າຈະບໍ່ມີການປ່ຽນແປງ, ເພາະຖ້າຳພຣະວິນຍານບໍລິສຸດບໍ່ເຮັດພາລະກິດໃນຕົວເຈົ້າ ເຈົ້າກໍບໍ່ສາມາດຊອກຫາເສັ້ນທາງໄດ້. ຍ້ອນສອງເຫດຜົນເຫຼົ່ານີ້, ມັນຈຶ່ງເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະປະຖິ້ມສະພາວະທີ່ຂີ້ຄ້ານຂອງເຈົ້າ ແລະ ເຂົ້າສູ່ສະພາວະທີ່ເປັນປົກກະຕິ. ເຖິງແມ່ນວ່າເມື່ອພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າໃນຕອນນີ້, ພວກເຈົ້າອົດກັ້ນກັບຄວາມລຳບາກ, ເຮັດວຽກໜັກ, ພະຍາຍາມຢ່າງຫຼວງຫຼາຍ ແລະ ພວກເຈົ້າສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຈົ້າ ແລະ ປະຖິ້ມທຸກສິ່ງ, ສະພາວະທີ່ຂີ້ຄ້ານຢູ່ພາຍໃນພວກເຈົ້າກໍຍັງບໍ່ມີການປ່ຽນແປງຢ່າງແທ້ຈິງ. ມີຄວາມຫຍຸ້ງຍາກຫຼາຍຢ່າງເກີນໄປທີ່ຜູກມັດພວກເຈົ້າຈາກການສະແຫວງຫາ ແລະ ການປະຕິບັດຄວາມຈິງ, ເຊັ່ນ: ແນວຄິດຂອງພວກເຈົ້າ, ຈິນຕະນາການ, ຄວາມຮູ້, ປັດຊະຍາສຳລັບການດຳລົງຊີວິດ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ອຸປະນິໄສທີ່ເສື່ອມຊາມ. ສິ່ງທີ່ບໍ່ດີເຫຼົ່ານີ້ໄດ້ເຕັມຢູ່ໃນຫົວໃຈຂອງພວກເຈົ້າ. ເຖິງແມ່ນວ່າພວກເຈົ້າໜຸ່ມ, ຫົວໃຈຂອງພວກເຈົ້າກໍຊັບຊ້ອນຫຼາຍ. ພວກເຈົ້າສັງເກດ ແລະ ສຶກສາພຣະທຳ ແລະ ການສະແດງອອກທຸກຢ່າງຂອງເຮົາ, ແລ້ວຄິດຫຼາຍກ່ຽວກັບພວກມັນຢ່າງບໍ່ສິ້ນສຸດ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ພວກເຈົ້າໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ, ແຕ່ເຮົາຍັງບໍ່ເຫັນຄວາມຄືບໜ້າ ຫຼື ການປ່ຽນແປງໃດໜຶ່ງໃນພວກເຈົ້າເທື່ອ. ຫົວໃຈຂອງຜູ້ຄົນຖືກຄອບງໍາໂດຍສິ່ງທີ່ຊົ່ວຮ້າຍຢ່າງສົມບູນ. ທຸກຄົນສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ. ຖ້າເຈົ້າບໍ່ຕັດສິ່ງເຫຼົ່ານີ້ອອກ, ຖ້າເຈົ້າບໍ່ສາມາດປະຖິ້ມສະພາວະທີ່ຂີ້ຄ້ານເຫຼົ່ານີ້, ເຈົ້າຈະບໍ່ສາມາດປ່ຽນແປງຕົນເອງໃຫ້ກາຍເປັນລັກສະນະຂອງເດັກ ແລະ ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍວິທີທີ່ມີຊີວິດຊີວາ, ເປັນຕາຮັກ, ໄຮ້ດຽງສາ, ທຳມະດາ, ມີຄວາມຈິງ ແລະ ບໍລິສຸດ. ແລ້ວມັນຈະຍາກສຳລັບເຈົ້າທີ່ຈະຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄວາມຈິງ.
ໃນຕອນນີ້, ພວກເຈົ້າທຸກຄົນມີຄຸນນະພາບດີໆສອງສາມຢ່າງເພື່ອແນະນໍາເຈົ້າ, ເຊັ່ນ: ຄວາມປະສົງທີ່ຈະທົນທຸກ ແລະ ຄວາມເຊື່ອ. ຄຸນສົມບັດດີໆເຫຼົ່ານີ້ໄດ້ຊ່ວຍພວກເຈົ້າທຸກຄົນໃຫ້ລອດພົ້ນ. ຖ້າເຈົ້າບໍ່ມີຄຸນສົມບັດເຫຼົ່ານີ້, ຄວາມປະສົງຂອງເຈົ້າທີ່ຈະທົນທຸກກັບຄວາມລຳບາກ ແລະ ຄວາມເຊື່ອທີ່ແທ້ຈິງເພື່ອເສຍສະຫຼະຕົນເອງສຳລັບພຣະເຈົ້າ, ແລ້ວເຈົ້າຈະບໍ່ມີແຮງຂັບເຄື່ອນທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຈະບໍ່ສາມາດຍຶດໝັ້ນຈົນເຖິງມື້ນີ້. ບາງຄົນເຮັດໜ້າທີ່ຂອງພວກເຂົາໃນຊົ່ວໄລຍະໜຶ່ງ, ແຕ່ເພາະພວກເຂົາບໍ່ສົນໃຈໃນຄວາມຈິງ ແລະ ເພາະພວກເຂົາບໍ່ໄດ້ຮັບຜົນປະໂຫຍດຫຍັງຈາກມັນ, ພວກເຂົາກໍກັບຄືນໄປສູ່ໂລກທີ່ບໍ່ມີສາສະໜາເພື່ອເຮັດວຽກ, ຫາເງິນ ແລະ ແຕ່ງດອງ. ພວກເຂົາຄິດວ່າການຂ້າເວລາຢູ່ບ່ອນນີ້ໂດຍບໍ່ເຫັນຜົນຮັບຫຍັງເລີຍກໍເປັນການສູນເສຍໄວໜຸ່ມຂອງພວກເຂົາ, ປີທີ່ດີທີ່ສຸດຂອງພວກເຂົາ ແລະ ຊີວິດຂອງພວກເຂົາ. ຄົນເຫຼົ່ານີ້ເປັນຜູ້ບໍ່ເຊື່ອທີ່ເປີດໂປງ. ມີພຽງແຕ່ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງຈິງໃຈຈຶ່ງສາມາດຮັກສາໜ້າທີ່ຂອງພວກເຂົາ ແລະ ຍຶດໝັ້ນ. ໃນຕອນນີ້, ພວກເຈົ້າທຸກຄົນປະຕິບັດໜ້າທີ່ຂອງພວກເຈົ້າເຕັມເວລາ. ພວກເຈົ້າບໍ່ໄດ້ຖືກຈຳກັດ ຫຼື ຜູກມັດໂດຍຄອບຄົວ, ການແຕ່ງດອງ ຫຼື ຄວາມຮັ່ງມີ. ພວກເຈົ້າໄດ້ອອກຈາກສິ່ງເຫຼົ່ານັ້ນແລ້ວ. ເຖິງຢ່າງໃດກໍຕາມ, ແນວຄິດ, ຈິນຕະນາການ, ຄວາມຮູ້ ແລະ ເຈດຕະນາສ່ວນຕົວ ແລະ ຄວາມປາຖະໜາທີ່ເຕັມຢູ່ໃນຫົວຂອງເຈົ້າຍັງບໍ່ເສຍຫາຍຢ່າງສົມບູນ. ສະນັ້ນເມື່ອເວົ້າເຖິງສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຊື່ສຽງ, ສະຖານະ ຫຼື ໂອກາດທີ່ຈະສ່ອງແສງ, ຕົວຢ່າງ: ເມື່ອເຈົ້າໄດ້ຍິນວ່າເຮືອນຂອງພຣະເຈົ້າວາງແຜນທີ່ລ້ຽງດູຄົນທີ່ມີພອນສະຫວັນຫຼາກຫຼາຍປະເພດ, ຫົວໃຈຂອງທຸກໆຄົນກໍກະໂດດໄປມາດ້ວຍຄວາມຄາດຫວັງ ແລະ ພວກເຈົ້າແຕ່ລະຄົນຕ້ອງການທີ່ຈະສ້າງຊື່ສຽງສຳລັບຕົນເອງ ແລະ ກ້າວເຂົ້າສູ່ຈຸດສົນໃຈ. ພວກເຈົ້າທຸກຄົນຕ້ອງການຕໍ່ສູ້ສຳລັບສະຖານະ ແລະ ຊື່ສຽງ. ພວກເຈົ້າອັບອາຍຍ້ອນສິ່ງນີ້, ແຕ່ພວກເຈົ້າຈະຮູ້ສຶກບໍ່ດີ ຖ້າພວກເຈົ້າບໍ່ອັບອາຍ. ພວກເຈົ້າຮູ້ສຶກອິດສາ, ກຽດຊັງ ແລະ ບໍ່ພໍໃຈເມື່ອໃດກໍຕາມທີ່ພວກເຈົ້າເຫັນຄົນໃດໜຶ່ງໂດດເດັ່ນ ແລະ ຄິດວ່າມັນບໍ່ເປັນທຳ “ເປັນຫຍັງຂ້ອຍຈຶ່ງບໍ່ສາມາດໂດດເດັ່ນໄດ້? ເປັນຫຍັງຄົນອື່ນຈຶ່ງໄດ້ຮັບຈຸດສົນໃຈຢູ່ສະເໝີ? ເປັນຫຍັງມັນຈຶ່ງບໍ່ຮອດຜຽນຂອງຂ້ອຍຈັກເທື່ອ?” ແລ້ວຫຼັງຈາກທີ່ພວກເຈົ້າຮູ້ສຶກບໍ່ພໍໃຈ, ພວກເຈົ້າກໍພະຍາຍາມກັ້ນມັນໄວ້, ແຕ່ພວກເຈົ້າບໍ່ສາມາດເຮັດໄດ້. ພວກເຈົ້າອະທິຖານຫາພຣະເຈົ້າ ແລະ ຮູ້ສຶກດີຂຶ້ນຊົ່ວໄລຍະໜຶ່ງ, ແຕ່ເມື່ອພວກເຈົ້າພົບພໍ້ກັບສະຖານະການປະເພດນີ້ອີກຄັ້ງ, ພວກເຈົ້າຍັງບໍ່ສາມາດເອົາຊະນະມັນໄດ້. ສິ່ງນີ້ບໍ່ແມ່ນການສະແດງອອກເຖິງວຸດທິພາວະເດັກນ້ອຍບໍ? ເມື່ອຜູ້ຄົນຕິດກັບສະພາວະເຊັ່ນນີ້, ພວກເຂົາບໍ່ໄດ້ຕົກລົງສູ່ກັບດັກຂອງຊາຕານບໍ? ສິ່ງເຫຼົ່ານີ້ເປັນໂສ້ລ່າມແຫ່ງທຳມະຊາດອັນເສື່ອມຊາມຂອງຊາຕານທີ່ຜູກມັດມະນຸດ. ຖ້າຜູ້ຄົນປະຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາຈະບໍ່ຮູ້ສຶກອິດສະຫຼະ ແລະ ຖືກປົດປ່ອຍບໍ? ໃຫ້ຄິດແບບນີ້: ຖ້າເຈົ້າປາດຖະໜາທີ່ຈະຫຼີກລ່ຽງຈາກການຕິດຢູ່ໃນສະພາວະທີ່ຍາດຊິງເພື່ອສະຖານະ ແລະ ກຳໄລ, ເພື່ອເຮັດໃຫ້ຕົນເອງເປັນອິດສະຫຼະຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້ ແລະ ເພື່ອປົດປ່ອຍເຈົ້າເອງໃຫ້ຫຼຸດພົ້ນຈາກຄວາມໂສກເສົ້າ ແລະ ພັນທະນາການຈາກກຽດຕິຍົດ, ກຳໄລ ແລະ ສະຖານະ, ເຈົ້າຕ້ອງເຂົ້າໃຈຄວາມຈິງອັນໃດ? ເຈົ້າຕ້ອງມີຄວາມເປັນຈິງແຫ່ງຄວາມຈິງອັນໃດເພື່ອໃຫ້ເຈົ້າໄດ້ຮັບເອົາອິດສະຫຼະພາບ ແລະ ການປົດປ່ອຍ? ກ່ອນອື່ນ, ເຈົ້າຕ້ອງເຫັນວ່າຊາຕານໃຊ້ກຽດຕິຍົດ, ກຳໄລ ແລະ ສະຖານະເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ພວກເຂົາຕິດກັບດັກ, ຂົ່ມເຫັງພວກເຂົາ, ເຮັດໃຫ້ພວກເຂົາເສື່ອມຖອຍລົງ ແລະ ຈົມລົງສູ່ຄວາມຜິດບາບ. ຍິ່ງໄປກວ່ານັ້ນ, ໂດຍການຍອມຮັບຄວາມຈິງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດປະຖິ້ມ ແລະ ປ່ອຍວາງກຽດຕິຍົດ, ກຳໄລ ແລະ ສະຖານະໄດ້. ການປ່ອຍວາງສິ່ງເຫຼົ່ານີ້ແມ່ນຍາກຫຼາຍສຳລັບທຸກຄົນ, ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າ ຫຼື ເປັນຜູ້ເຊື່ອໃໝ່ ຫຼື ເຊື່ອໄດ້ດົນແລ້ວ. ເຖິງແມ່ນວ່າບາງຄົນເປັນຄົນເກັບຕົວ ແລະ ພວກເຂົາປາກົດວ່າບໍ່ເວົ້າຫຍັງຫຼາຍ, ໃນຄວາມເປັນຈິງແລ້ວ ພວກເຂົາແອບມີຄວາມຫຍຸ້ງຍາກໃນຫົວໃຈຂອງພວກເຂົາຫຼາຍກວ່າທີ່ຄົນອື່ນມີ. ການປະຖິ້ມກຽດຕິຍົດ, ກຳໄລ ແລະ ສະຖານະເປັນເລື່ອງຍາກສຳລັບທຸກຄົນ; ບໍ່ມີຜູ້ໃດສາມາດເອົາຊະນະການລໍ້ລວງຈາກສິ່ງເຫຼົ່ານັ້ນ, ສະພາວະພາຍໃນຂອງຜູ້ຄົນກໍລ້ວນແລ້ວແຕ່ຄືກັນ. ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມໂດຍບໍ່ໄດ້ໃຊ້ຫຍັງທີ່ຫຼາຍກວ່າກຽດຕິຍົດ ແລະ ກຳໄລ; ວັດທະນະທຳດັ້ງເດີມຫຼາຍພັນປີພຽງແຕ່ປູກຝັງເຫຼົ່ານີ້ໃນຜູ້ຄົນ. ສະນັ້ນ, ທຳມະຊາດທີ່ເສື່ອມຊາມຂອງມະນຸດຮັກ ແລະ ສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະ, ມັນເປັນພຽງແຕ່ວ່າວິທີການທີ່ຜູ້ຄົນຕ່າງໆສະແຫວງຫາ ແລະ ສະແດງມັນອອກແມ່ນມີຄວາມແຕກຕ່າງ. ມີບາງຄົນທີ່ບໍ່ເຄີຍເວົ້າເຖິງມັນ ແລະ ປິດບັງມັນໃນຫົວໃຈຂອງພວກເຂົາ, ໃນຂະນະທີ່ຄົນອື່ນເປີດເຜີຍມັນໃນຄຳເວົ້າຂອງພວກເຂົາ. ມີບາງຄົນທີ່ຈະຕໍ່ສູ້ສຳລັບສິ່ງເຫຼົ່ານີ້ ໂດຍບໍ່ມີສິນທຳເລີຍ, ໃນຂະນະທີ່ມີຄົນອື່ນທີ່ບໍ່ຕໍ່ສູ້ເພື່ອໄດ້ຮັບພວກມັນ, ແຕ່ໃນບ່ອນລັບໆ ພວກເຂົາຈົ່ມຕໍ່ວ່າ, ຈົ່ມພຶມພຳ ແລະ ທຳລາຍສິ່ງຕ່າງໆ. ເຖິງແມ່ນວ່າມັນສະແດງຢ່າງແຕກຕ່າງກັນໃນຜູ້ຄົນທີ່ແຕກຕ່າງກັນ, ທຳມະຊາດຂອງພວກເຂົາຈຶ່ງຄ້າຍຄືກັນຢ່າງແທ້ຈິງ. ພວກເຂົາທຸກຄົນເປັນມະນຸດເສື່ອມຊາມທີ່ຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າເອົາໃຈໃສ່ກັບກຽດຕິຍົດ, ກຳໄລ ແລະ ສະຖານະຢູ່ສະເໝີ, ຖ້າເຈົ້າເຊີດຊູສິ່ງເຫຼົ່ານີ້ສູງເກີນໄປ, ຖ້າພວກມັນຄອບງໍາຫົວໃຈຂອງເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະປະຖິ້ມພວກມັນ, ແລ້ວເຈົ້າຈະຖືກຄວບຄຸມ ແລະ ຜູກມັດໂດຍພວກມັນ. ເຈົ້າຈະກາຍມາເປັນຂ້າທາດຂອງພວກເຂົາ ແລະ ໃນທີ່ສຸດແລ້ວ ພວກມັນຈະທຳລາຍເຈົ້າໃນທີ່ສຸດ. ເຈົ້າຕ້ອງຮຽນຮູ້ທີ່ຈະປະຖິ້ມ ແລະ ປ່ອຍວາງສິ່ງເຫຼົ່ານີ້, ແນະນຳຄົນອື່ນ ແລະ ອະນຸຍາດໃຫ້ພວກເຂົາໂດດເດັ່ນ. ຢ່າດິ້ນຮົນ ຫຼື ຟ້າວຟັ່ງທີ່ຈະສວຍໂອກາດເພື່ອໂດດເດັ່ນ ແລະ ສ່ອງແສງ. ເຈົ້າຕ້ອງສາມາດປ່ອຍວາງສິ່ງເຫຼົ່ານີ້, ແຕ່ເຈົ້າຕ້ອງບໍ່ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າຊັກຊ້າອີກດ້ວຍ. ຈົ່ງເປັນຄົນທີ່ເຮັດວຽກຢ່າງງຽບໆ ແລະ ບໍ່ໂອ້ອວດກັບຄົນອື່ນໃນຂະນະທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າຢ່າງອຸທິດຕົນ. ຍິ່ງເຈົ້າປະຖິ້ມຄວາມພາກພູມໃຈ ແລະ ສະຖານະຂອງເຈົ້າຫຼາຍສ່ຳໃດ ແລະ ຍິ່ງເຈົ້າປ່ອຍວາງຜົນປະໂຫຍດຂອງເຈົ້າເອງຫຼາຍສ່ຳໃດ, ເຈົ້າຍິ່ງຈະຮູ້ສຶກເປັນສຸກຫຼາຍເທົ່ານັ້ນ ແລະ ມັນຈະມີແສງສະຫວ່າງຢູ່ໃນຫົວໃຈຂອງເຈົ້າຫຼາຍສໍ່ານັ້ນ ແລະ ສະພາວະຂອງເຈົ້າຍິ່ງຈະດີຂຶ້ນເທົ່ານັ້ນ. ຍິ່ງເຈົ້າດິ້ນຮົນ ແລະ ແຂ່ງຂັນຫຼາຍສ່ຳໃດ, ສະພາວະຂອງເຈົ້າຍິ່ງຈະເລີ່ມມືດມົນເທົ່ານັ້ນ. ຖ້າເຈົ້າບໍ່ເຊື່ອເຮົາ, ກໍຈົ່ງລອງເບິ່ງ! ຖ້າເຈົ້າຢາກແກ້ໄຂສະພາວະທີ່ເສື່ອມຊາມແບບນີ້ ແລະ ບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້, ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈແກ່ນແທ້ຂອງສິ່ງເຫຼົ່ານີ້ຢ່າງຊັດເຈນ ແລະ ຫຼັງຈາກນັ້ນກໍປ່ອຍວາງພວກມັນ ແລະ ສະຫຼະພວກມັນເສຍ. ບໍ່ດັ່ງນັ້ນ, ຍິ່ງເຈົ້າດິ້ນຮົນຫຼາຍສ່ຳໃດ, ຫົວໃຈເຈົ້າກໍຍິ່ງຈະມືດມົນສໍ່ານັ້ນ ແລະ ເຈົ້າຍິ່ງຈະຮູ້ສຶກອິດສາ ແລະ ກຽດຊັງຫຼາຍຂຶ້ນ ແລະ ຄວາມປາຖະໜາຢາກໄດ້ສິ່ງເຫຼົ່ານີ້ຂອງເຈົ້າຍິ່ງແຂງແກ່ນຂຶ້ນສ່ຳນັ້ນ. ຍິ່ງຄວາມປາຖະໜາຢາກໄດ້ຂອງເຈົ້າເພື່ອຮັບເອົາພວກມັນແຂງແກ່ນຂຶ້ນສ່ຳໃດ, ເຈົ້າຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຮັບເອົາພວກມັນ ແລະ ເມື່ອສິ່ງນີ້ເກີດຂຶ້ນ, ຄວາມກຽດຊັງຂອງເຈົ້າຈະເພີ່ມຂຶ້ນ. ເນື່ອງຈາກວ່າຄວາມກຽດຊັງຂອງເຈົ້າເພີ່ມຂຶ້ນ, ເຈົ້າຈະມືດມົນຢູ່ພາຍໃນຫຼາຍຂຶ້ນ. ຍິ່ງເຈົ້າມືດມົນຢູ່ພາຍໃນຫຼາຍຂຶ້ນສ່ຳໃດ, ການປະຕິບັດໜ້າທີ່ຂອງເຈົ້າຍິ່ງຈະຮ້າຍແຮງສໍ່ານັ້ນ ແລະ ຍິ່ງການປະຕິບັດໜ້າທີ່ຂອງເຈົ້າຮ້າຍແຮງສໍ່າໃດ, ເຈົ້າຍິ່ງເປັນປະໂຫຍດໜ້ອຍລົງຕໍ່ເຮືອນຂອງພຣະເຈົ້າ. ນີ້ແມ່ນວົງຈອນຊົ່ວຮ້າຍທີ່ເຊື່ອມໂຍງກັນ. ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີຈັກເທື່ອ, ເຈົ້າຈະຄ່ອຍໆຖືກຂັບໄລ່ອອກ.
ເພື່ອໃຫ້ພຣະວິນຍານບໍລິສຸດເຮັດພາລະກິດຢູ່ພາຍໃນບຸກຄົນໜຶ່ງ ແລະ ປ່ຽນແປງຫຼາກຫຼາຍສະພາວະທີ່ຂີ້ຄ້ານຂອງພວກເຂົາ, ບຸກຄົນນັ້ນຕ້ອງໃຫ້ການຮ່ວມມື ແລະ ສະແຫວງຫາຢ່າງຫ້າວຫັນ, ໃນບາງຄັ້ງກໍທົນທຸກ, ຈ່າຍລາຄາ, ປະຖິ້ມສິ່ງຕ່າງໆ ແລະ ປະຖິ້ມເນື້ອໜັງ, ປ່ຽນເສັ້ນທາງຂອງພວກເຂົາກັບຄືນເທື່ອລະຂັ້ນຕອນ.ມັນໃຊ້ເວລາດົນທີ່ຈະໃຫ້ສິ່ງນີ້ມີຜົນຮັບ ແລະ ເພື່ອໃຫ້ພວກເຂົາກ້າວຕີນໃນເສັ້ນທາງທີ່ຖືກຕ້ອງ, ແຕ່ມັນຈະໃຊ້ເວລາບຶດດຽວເທົ່ານັ້ນເພື່ອໃຫ້ພຣະເຈົ້າເປີດໂປງຄົນໃດໜຶ່ງ. ຖ້າເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ແຕ່ພະຍາຍາມປິດບັງຕົນເອງຢູ່ສະເໝີ ແລະ ພະຍາຍາມແຂ່ງຂັນເພື່ອສະຖານະຢູ່ສະເໝີ, ເພື່ອໃຫ້ໂດດເດ່ັນ ແລະ ສ່ອງແສງ, ຕໍ່ສູ້ສຳລັບຊື່ສຽງ ແລະ ຜົນປະໂຫຍດຂອງເຈົ້າ, ແລ້ວໃນຂະນະທີ່ດຳລົງຊີວິດຢູ່ໃນສະພາວະນີ້ ເຈົ້າບໍ່ໄດ້ເປັນພຽງຜູ້ເຮັດບໍລິການເທົ່ານັ້ນບໍ? ເຈົ້າສາມາດຮັບໃຊ້ໄດ້ຖ້າເຈົ້າຕ້ອງການ, ແຕ່ມັນເປັນໄປໄດ້ທີ່ເຈົ້າຈະຖືກເປີດໂປງກ່ອນທີ່ການບໍລິການຂອງເຈົ້າຈະສຳເລັດ. ເມື່ອຜູ້ຄົນຖືກເປີດໂປງ, ມື້ທີ່ພວກເຂົາຖືກປະນາມ ແລະ ໂຍນຖິ້ມກໍຈະມາເຖິງ. ມັນເປັນໄປໄດ້ບໍທີ່ຈະຍ້ອນກັບຜົນຕາມມານັ້ນ? ມັນບໍ່ແມ່ນເລື່ອງງ່າຍ; ມັນສາມາດເປັນໄປໄດ້ວ່າພຣະເຈົ້າໄດ້ກຳນົດຜົນຕາມມາຂອງພວກເຂົາແລ້ວ, ເຊິ່ງໃນກໍລະນີນັ້ນ ພວກເຂົາກໍອາດມີບັນຫາ. ໂດຍປົກກະຕິແລ້ວ, ຜູ້ຄົນເຮັດຜິດ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ເຮັດຜິດເລັກໆນ້ອຍໆສອງສາມຢ່າງ ຫຼື ພວກເຂົາເຮັດຕາມຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາ, ແອບມີເຈດຕະນາຂອງພວກເຂົາເອງໃນຂະນະທີ່ພວກເຂົາເວົ້າ ແລະ ຫຼິ້ນກົນ, ແຕ່ຕາບໃດທີ່ພວກເຂົາບໍ່ຂັດຂວາງ ຫຼື ລົບກວນວຽກງານໃນຄຣິສຕະຈັກ ຫຼື ສ້າງຄວາມວຸ້ນວາຍຄັ້ງໃຫຍ່ຫຼວງ ຫຼື ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ຫຼື ສ້າງຜົນຮັບທີ່ຊົ່ວຮ້າຍໃດໜຶ່ງຢ່າງເຫັນຊັດ, ແລ້ວພວກເຂົາຈະຍັງມີໂອກາດກັບໃຈ. ແຕ່ຖ້າພວກເຂົາເຮັດສິ່ງຊົ່ວຮ້າຍທີ່ຮ້າຍແຮງ ຫຼື ສ້າງຫະຍະນະທີ່ໃຫຍ່ຫຼວງ, ພວກເຂົາຍັງສາມາດໄຖ່ຕົນເອງບໍ? ມັນອັນຕະລາຍຫຼາຍສຳລັບຄົນທີ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ເພື່ອໄປເຖິງຈຸດນີ້. ມັນເປັນຄືກັບຄູ່ແຕ່ງດອງທີ່ໃຊ້ຊີວິດຂອງພວກເຂົາຮ່ວມກັນ. ຖ້າມີການສຽດສີກັນເລັກນ້ອຍລະຫວ່າງພວກເຂົາທັງສອງ ແລະ ພວກເຂົາເວົ້າບາງຢ່າງທີ່ທຳຮ້າຍອີກຄົນໃນບາງຄັ້ງ, ພວກເຂົາສາມາດສືບຕໍ່ໃຊ້ຊີວິດຮ່ວມກັນຕາບໃດທີ່ພວກເຂົາອົດທົນກັນໄດ້ກັນ. ແຕ່ຖ້າຄົນໃດໜຶ່ງໃນພວກເຂົາມີຊູ້ ແລະ ບໍ່ວ່າຫຍັງກໍຕາມ, ຄູ່ຮ່ວມຮັກຂອງພວກເຂົາບໍ່ສາມາດເຮັດໃຫ້ຕົນເອງເອົາຄົນນັ້ນກັບມາໄດ້ ແລະ ຖ້າບຸກຄົນນັ້ນບໍ່ເຕັມໃຈທີ່ຈະກັບມາ, ແລ້ວພວກເຂົາທັງສອງຄົນຈະສາມາດຢູ່ຮ່ວມກັນໄດ້ບໍ? ການອົດທົນກັບຄົນນັ້ນຫຼາຍຂຶ້ນຈະບໍ່ເປັນປະໂຫຍດ, ມັນກໍຈະບໍ່ເກີດຜົນຫຍັງ.ການແຕ່ງດອງເຊັ່ນນີ້ກໍແຕກສະຫຼາຍ, ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືການຢ່າຮ້າງ. ຖ້າສອງຄົນໄປຮອດຈຸດນີ້, ແລ້ວເຖິງແມ່ນວ່າພວກເຂົາຍັງໃຊ້ຊີວິດພາຍໃຕ້ຫຼັງຄາດຽວກັນ, ການແຕ່ງດອງຂອງພວກເຂົາມີຢູ່ແຕ່ໃນນາມເທົ່ານັ້ນ. ມັນບໍ່ໄດ້ແຕກຕ່າງຫຍັງເລີຍວ່າພວກເຂົາຈະຢ່າຮ້າງ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຮັດໜ້າທີ່ຂອງເຈົ້າ ແລະ ເຈົ້າໄປ້ຮອດຈຸດດຽວກັນ, ເມື່ອເຈົ້າພາດໂອກາດທີ່ຈະສະແຫວງຫາຄວາມຈິງ ແລະ ຖືກເຮັດໃຫ້ສົມບູນ, ຫົວໃຈຂອງເຈົ້າກໍຈະແຂງກະດ້າງ ແລະ ເຈົ້າຈະບໍ່ກັບໃຈ ຫຼື ກັບຄືນຈັກເທື່ອ ແລະ ເຈົ້າສືບຕໍ່ສະແຫວງຫາສະຖານະຢ່າງດື້ດ້ານ, ໂດຍບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ, ເຖິງແມ່ນວ່າພຣະເຈົ້າໄດ້ມອບໂອກາດຫຼາຍຢ່າງໃຫ້ກັບເຈົ້າ, ແລ້ວບໍ່ໄວກໍຊ້າ ມື້ທີ່ເຈົ້າຖືກເປີດເຜີຍ ແລະ ໂຍນຖິ້ມກໍຈະມາເຖິງ. ສິ່ງທີ່ເປັນໄປໄດ້ຫຼາຍທີ່ສຸດ, ເລື່ອງໜຶ່ງ ຫຼື ສະຖານະການ ຫຼື ຄຳເວົ້າ ຫຼື ທ່າທີ່ຈະເປີດໂປງເຈົ້າຢ່າງສົມບູນ. ສະນັ້ນ, ຖ້າບຸກຄົນໜຶ່ງບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຮັບເອົາຄວາມຈິງ, ຖ້າພວກເຂົາຖືກຜູກມັດ ແລະ ຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາຢູ່ສະເໝີ, ຖ້າພວກເຂົາໃຊ້ຊີວິດກັບຄວາມປາຖະໜາ ແລະ ເຈດຕະນາທີ່ເຫັນແກ່ຕົວທຸກປະເພດ ແລະ ບໍ່ສາມາດອອກຈາກພວກມັນໄດ້, ແລ້ວພວກເຂົາກໍຕົກຢູ່ໃນອັນຕະລາຍຄັ້ງໃຫຍ່. ບໍ່ໄວກໍຊ້າ, ພວກເຂົາຈະສະດຸດ ແລະ ຖືກເປີດໂປງ. ບາງທີເຈົ້າບໍ່ໄດ້ສະດຸດເທື່ອ, ແຕ່ສິ່ງນັ້ນບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ສະດຸດໃນພາຍຫຼັງ. ບາງທີເຈົ້າຍັງສາມາດເຮັດໜ້າທີ່ຂອງເຈົ້າໃນຕອນນີ້, ບາງທີເຈົ້າຍັງມີຄວາມປະສົງບາງຢ່າງທີ່ຈະເສຍສະຫຼະຕົນເອງສຳລັບພຣະເຈົ້າ ແລະ ທົນທຸກກັບຄວາມລຳບາກ, ບາງທີເຈົ້າມີຄວາມປະສົງບາງຢ່າງທີ່ຈະສະແຫວງຫາການຖືກເຮັດໃຫ້ສົມບູນ, ແຕ່ສິ່ງນັ້ນບໍ່ສາມາດແທນທີ່ໃຫ້ກັບການເຂົ້າໃຈຄວາມຈິງ ຫຼື ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ຫຼື ມັນບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ສະດຸດໃນພາຍຫຼັງ ຫຼື ເຈົ້າຈະສາມາດຍຶດໝັ້ນ. ບາງຄົນເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ທັດສະນະພາຍນອກຂອງພວກເຂົາກ່ຽວກັບສິ່ງຕ່າງໆຍັງຄົງເປັນຄືກັນກັບຜູ້ບໍ່ເຊື່ອ. ເມື່ອພວກເຂົາເຫັນຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງຖືກເປີດໂປງ ແລະ ໂຍນອອກ, ພວກເຂົາກໍຄິດວ່າ “ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າເປັນຄືກັບການຍ່າງເທິງນໍ້າກ້ອນແຜ່ນບາງໆ! ມັນເປັນຄືກັບການໃຊ້ຊີວິດຢູ່ປາຍມີດ!” ຄົນອື່ນເວົ້າວ່າ “ການເປັນຜູ້ນໍາ ແລະ ຜູ້້ເຮັດວຽກ ແລະ ການຮັບໃຊ້ພຣະເຈົ້າມີຄວາມສ່ຽງ. ມັນເປັນຄືກັບດັ່ງທີ່ຜູ້ຄົນເວົ້າວ່າ: ‘ການໃກ້ຊິດກັບກະສັດກໍອັນຕະລາຍສໍ່າກັບການນອນກັບເສືອ’.ຖ້າເຈົ້າເວົ້າ ຫຼື ເຮັດບາງຢ່າງຜິດ, ເຈົ້າຈະເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ເຈົ້າຈະຖືກໂຍນຖິ້ມ ແລະ ລົງໂທດ!” ຄຳຄິດເຫັນເຫຼົ່ານີ້ຖືກຕ້ອງບໍ? “ການຍ່າງເທິງນໍ້າກ້ອນແຜ່ນບາງໆ” ແລະ “ການໃຊ້ຊີວິດຢູ່ປາຍມີດ”, ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ? ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າມີອັນຕະລາຍຄັ້ງໃຫຍ່, ມີອັນຕະລາຍຄັ້ງໃຫຍ່ໃນທຸກຊ່ວງເວລາ ແລະ ຄວາມເລິນເລີ້ແມ່ນແຕ່ໜ້ອຍດຽວຈະພາໃຫ້ຄົນໆໜຶ່ງສູນເສຍຈຸດຢືນຂອງພວກເຂົາ.“ການໃກ້ຊິດກັບກະສັດກໍອັນຕະລາຍສໍ່າກັບການນອນກັບເສືອ” ເປັນຄຳເວົ້າທີ່ມັກເວົ້າໃນບັນດາຜູ້ບໍ່ເຊື່ອ. ມັນໝາຍຄວາມວ່າມັນອັນຕະລາຍທີ່ຈະໃກ້ຊິດກັບກະສັດທີ່ຊົ່ວຮ້າຍ. ຖ້າຄົນໆໜຶ່ງນໍາໃຊ້ຄຳເວົ້ານີ້ກັບການຮັບໃຊ້ພຣະເຈົ້າ, ຂໍ້ຜິດພາດນີ້ຢູ່ໃສ? ເພື່ອປຽບທຽບກະສັດທີ່ຊົ່ວຮ້າຍກັບພຣະເຈົ້າ, ພຣະຜູ້ເປັນເຈົ້າຂອງການເນລະມິດສ້າງ, ນີ້ບໍ່ແມ່ນການໝິ່ນປະໝາດຕໍ່ພຣະເຈົ້າບໍ? ນັ້ນຄືບັນຫາທີ່ຮ້າຍແຮງ. ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ບໍລິສຸດ; ການທີ່ມະນຸດຄວນຖືກລົງໂທດຍ້ອນຕໍ່ຕ້ານພຣະເຈົ້າ ຫຼື ຍ້ອນເປັນປໍລະປັກຕໍ່ພຣະອົງແມ່ນຖືກກຳນົດໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ. ຊາຕານ ແລະ ມານຮ້າຍບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວ; ພວກເຂົາສົກກະຕິ ແລະ ຊົ່ວຮ້າຍ, ພວກເຂົາຂ້າສັງຫານຄົນໄຮ້ດຽງສາ ແລະ ກືນກິນຄົນດີ. ພວກເຂົາຈະສາມາດທຽບກັບພຣະເຈົ້າໄດ້ແນວໃດ? ເປັນຫຍັງຜູ້ຄົນຈຶ່ງບິດເບືອນຂໍ້ແທ້ຈິງ ແລະ ໃສ່ຮ້າຍພຣະເຈົ້າ? ນີ້ຄືການໝິ່ນປະໝາດທີ່ໃຫຍ່ຫຼວງຕໍ່ພຣະເຈົ້າ! ເມື່ອບາງຄົນທີ່ມັກຂີ້ຄ້ານ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈຖືກລິຮານ ແລະ ຈັດການ, ພວກເຂົາກໍກັງວົນວ່າພວກເຂົາຈະຖືກຂັບໄລ່ ແລະ ພວກເຂົາມັກຄິດກັບຕົນເອງວ່າ “ການເຊື່ອໃນພຣະເຈົ້າເປັນຄືກັບການຍ່າງເທິງນໍ້າກ້ອນແຜ່ນບາງໆແທ້ໆ! ທັນທີທີ່ເຈົ້າເຮັດບາງສິ່ງທີ່ບໍ່ຖືກຕ້ອງ, ເຈົ້າຈະຖືກຈັດການ; ທັນທີທີ່ເຈົ້າຖືກລະບຸວ່າເປັນຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ, ເຈົ້າຈະຖືກປ່ຽນແທນ ແລະ ໂຍນຖິ້ມ. ໃນເຮືອນຂອງພຣະເຈົ້າ, ມັນບໍ່ແມ່ນເລື່ອງແປກສຳລັບພຣະເຈົ້າທີ່ຈະໃຈຮ້າຍ ແລະ ເມື່ອຜູ້ຄົນໄດ້ເຮັດສິ່ງບໍ່ດີສອງສາມຢ່າງ, ພວກເຂົາກໍຖືກໂຍນອອກດ້ວຍຄຳເວົ້າຄຳດຽວ. ພວກເຂົາເຖິງກັບບໍ່ໄດ້ຮັບໂອກາດໃຫ້ກັບໃຈເລີຍ”. ນັ້ນຄືລັກສະນະທີ່ສິ່ງຕ່າງໆເປັນຢູ່ແທ້ໆ? ເຮືອນຂອງພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນມີໂອກາດກັບໃຈແທ້ໆບໍ? (ນັ້ນຄືສິ່ງທີ່ບໍ່ຖືກຕ້ອງ.) ຄົນຊົ່ວຮ້າຍເຫຼົ່ານັ້ນ ແລະ ຜູ້ຕໍ່ຕ້ານພຽງແຕ່ຖືກຂັບໄລ່ ເພາະພວກເຂົາເຮັດສິ່ງຊົ່ວຮ້າຍທີ່ຫຼາກຫຼາຍ ແລະ ຖືກລິຮານ ແລະ ຈັດການ ແລະ ເຖິງວ່າຈະມີການຕັກເຕືອນຊໍ້າໆ, ພວກເຂົາກໍບໍ່ປ່ຽນວິທີການຂອງພວກເຂົາ. ແມ່ນຫຍັງຄືບັນຫາກັບການທີ່ຜູ້ຄົນຄິດໃນລັກສະນະນີ້? ພວກເຂົາກຳລັງຫາຂໍ້ອ້າງທີ່ດູດີໃຫ້ກັບຕົນເອງ. ພວກເຂົາບໍ່ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ສະໜອງການບໍລິການຢ່າງຖືກຕ້ອງ ແລະ ເພາະພວກເຂົາຢ້ານທີ່ຈະຖືກກຳຈັດ ແລະ ໂຍນອອກ, ພວກເຂົາກໍຈົ່ມຕໍ່ວ່າຢ່າງຂົມຂື່ນ ແລະ ເຜີຍແຜ່ແນວຄິດຂອງພວກເຂົາ. ເຫັນໄດ້ຢ່າງຊັດເຈນວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ພວກເຂົາມັກປະໝາດ ແລະ ເຮັດພໍເປັນພິທີ ແລະ ຢູ່ຊື່ໆ ແລະ ຂີ້ຄ້ານໃນວຽກງານຂອງພວກເຂົາ. ພວກເຂົາຢ້ານທີ່ຈະຖືກເປີດໂປງ ແລະ ໂຍນອອກ, ສະນັ້ນພວກເຂົາຈຶ່ງກ່າວໂທດໃສ່ຄຣິສຕະຈັກ ແລະ ພຣະເຈົ້າ. ແມ່ນຫຍັງຄືທຳມະຊາດຂອງສິ່ງນີ້? ມັນເປັນການຕັດສິນພຣະເຈົ້າ, ຈົ່ມຕໍ່ວ່າພຣະອົງ ແລະ ຕໍ່ຕ້ານພຣະອົງ. ຄຳຄິດເຫັນເຫຼົ່ານີ້ເປັນຄວາມເຊື່ອຜິດໆທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດ ແລະ ການກ່າວອ້າງທີ່ໂງ່ຈ້າທີ່ສຸດ. ຂໍ້ແທ້ຈິງທີ່ຄົນເຫຼົ່ານີ້ສາມາດເວົ້າສິ່ງດັ່ງກ່າວໄດ້ກໍເປັນເຄື່ອງພິສູດວ່າເຖິງແມ່ນຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ພວກເຂົາກໍບໍ່ເຄີຍສະແຫວງຫາຄວາມຈິງຈັກເທື່ອເລີຍ. ມີພຽງແຕ່ສິ່ງນີ້ຈຶ່ງຈະເຮັດໃຫ້ພວກເຂົາຈົມລົງສູ່ລະດັບທີ່ຕັດສິນພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ໝິ່ນປະໝາດພຣະອົງ. ມັນເຫັນໄດ້ຢ່າງຊັດເຈນວ່າຄົນທີ່ມັກຂີ້ຄ້ານ ແລະ ບໍ່ສະແຫວງຫາຄວາມຈິງແມ່ນໃຊ້ຊີວິດໃນອັນຕະລາຍຢ່າງແທ້ຈິງ. ສະນັ້ນຜູ້ເຊື່ອໃນພຣະເຈົ້າຄວນປະຕິບັດແນວໃດເພື່ອທີ່ຈະເຮັດໃຫ້ພວກເຂົາປອດໄພ ແລະ ປົດປ່ອຍຕົນເອງຈາກສະຖານະການທີ່ອັນຕະລາຍເຫຼົ່ານີ້? ສິ່ງສຳຄັນກໍຄືການຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ. ຖ້າບຸກຄົນໜຶ່ງສາມາດເຂົ້າໃຈຄວາມຈິງບາງຢ່າງ, ຖ້າພວກເຂົາສາມາດຍອມຕໍ່ພຣະເຈົ້າໃນລະດັບພື້ນຖານ, ແລ້ວພວກເຂົາຈະປອດໄພ ແລະ ໝັ້ນຄົງພໍສົມຄວນ. ຄົນທີ່ບໍ່ສະແຫວງຫາຄວາມຈິງ, ຄົນທີ່ບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ ແລະ ຄົນທີ່ມັກຂີ້ຄ້ານ, ພວກເຂົາຢູ່ໃນອັນຕະລາຍທີ່ຈະຖືກໂຍນອອກຢູ່ສະເໝີ. ຜູ້ຄົນທີ່ເບື່ອໜ່າຍຄວາມຈິງໃນຫົວໃຈຂອງພວກເຂົາ, ຄົນທີ່ຮູ້ສຶກຢູ່ສະເໝີວ່າມັນເປັນເລື່ອງຍາກ ຫຼື ໂງ່ຈ້າເກີນໄປທີ່ຈະປະຕິບັດຄວາມຈິງ, ຄົນເຫຼົ່ານັ້ນຄືຄົນທີ່ຕົກຢູ່ໃນອັນຕະລາຍທີ່ສຸດ. ບໍ່ໄວກໍຊ້າ, ພວກເຂົາຈະຖືກເປີດໂປງ ແລະ ໂຍນອອກ.
ບໍ່ວ່າບຸກຄົນໜຶ່ງຈະຫຼອກລວງ ຫຼື ຂ້ອນຂ້າງໄຮ້ດຽງສາ ແລະ ຊື່ສັດ, ເຈດຕະນາ, ຄວາມປາຖະໜາ ແລະ ມົນທິນຂອງຜູ້ຄົນທຸກຄົນກໍຄ້າຍຄືກັນພໍສົມຄວນ. ຖ້າພວກເຈົ້າທຸກຄົນສາມາດຍ້ອນກັບເສັ້ນທາງຂອງເຈົ້າ, ປະຖິ້ມສະພາວະທີ່ເສື່ອມຊາມເຫຼົ່ານີ້ ແລະ ຢ່າງໜ້ອຍທີ່ສຸດກໍເຮັດໜ້າທີ່ຂອງເຈົ້າຢ່າງເໝາະສົມ, ເຈົ້າຈະມີລັກສະນະຂອງມະນຸດ. ຖ້າເຈົ້າມີເຈດຕະນາ, ແຮງຈູງໃຈ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າໃນຂະນະທີ່ເຮັດໜ້າທີ່ຂອງເຈົ້າ, ເຈົ້າກໍມີແນວໂນ້ມຫຼາຍທີ່ຈະເຮັດໃຫ້ອອກນອກຮູ້ນອກທາງ ແລະ ກໍ່ໃຫ້ເກີດຂໍ້ຜິດພາດ ແລະ ມັນຈະຫຍຸ້ງຍາກຫຼາຍສຳລັບເຈົ້າທີ່ຈະຮັບມືກັບເລື່ອງຕ່າງໆຕາມຫຼັກການ ຫຼື ເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ເປັນເພາະຜູ້ຄົນປະໝາດເກີນໄປ ແລະ ເຮັດພໍເປັນພິທີ ແລະ ເຕັມໄປດ້ວຍມົນທິນຫຼາຍຢ່າງເກີນໄປ. ຖ້າເຈົ້າຕ້ອງການເຮັດໜ້າທີ່ຂອງເຈົ້າໃຫ້ດີ, ເຈົ້າຕ້ອງແກ້ໄຂເຈດຕະນາ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າກ່ອນ. ແລ້ວ, ສະພາວະພາຍໃນຂອງເຈົ້າຈະປ່ຽນແປງຊ້າໆ, ຊຸດຄວາມຄິດຂອງເຈົ້າຈະດີຂຶ້ນ, ອົງປະກອບທີ່ຫ້າວຫັນພາຍໃນຕົວເຈົ້າຈະເພີ່ມຂຶ້ນ, ມົນທິນຂອງເຈົ້າຈະຫຼຸດລົງ, ຫົວໃຈຂອງເຈົ້າຈະບໍລິສຸດຂຶ້ນ ແລະ ງ່າຍຂຶ້ນ ແລະ ເຈົ້າຈະຕ້ອງການເຮັດໜ້າທີ່ຂອງເຈົ້າໃຫ້ດີເພື່ອເຮັດໃຫ້ພຣະເຈົ້າພໍໃຈເທົ່ານັ້ນ. ດ້ວຍວິທີນັ້ນ, ເຈົ້າຈະບໍ່ຖືກຄວບຄຸມໂດຍຄວາມຄິດ ແລະ ມຸມມອງທີ່ຊົ່ວຮ້າຍ ຫຼື ປັດຊະຍາສຳລັບການດຳລົງຊີວິດໄດ້ຢ່າງງ່າຍດາຍ. ເຈົ້າຈະໄດ້ຮັບອິດສະຫຼະພາບ ແລະ ເສລີພາບຢ່າງເປັນທຳມະຊາດ ແລະ ທຸກສິ່ງທີ່ເຈົ້າເຮັດຈະງ່າຍ ແລະ ເປັນທີ່ພໍໃຈ. ມັນເປັນຄືກັບເມື່ອຜູ້ຄົນກຳລັງຍ່າງ ຖ້າພວກເຂົາແບກຮັບພາລະຫຼາຍຢ່າງ, ແລ້ວການຍ່າງກໍຈະເປັນສິ່ງທີ່ອິດເມື່ອຍຫຼາຍ ແລະ ພວກເຂົາຈະຍ່າງຊ້າລົງເລື້ອຍໆ, ຈົນກວ່າພວກເຂົາຈະລົ້ມລົງ ແລະ ອ່ອນແຮງຈາກຄວາມອິດເມື່ອຍ. ຖ້າພວກເຂົາເອົາພາລະເຫຼົ່ານັ້ນອອກ, ແລ້ວການຍ່າງກໍຈະງ່າຍຂຶ້ນຫຼາຍ ແລະ ພວກເຂົາຍັງຈະຮູ້ສຶກປົດປ່ອຍ ແລະ ເປັນອິດສະຫຼະ. ພວກເຈົ້າທຸກຄົນຄວນຂຽນບັນທຶກ ຫຼື ບົດຄວາມຄຳພະຍານກ່ຽວກັບອິດສະຫຼະພາບ ແລະ ເສລີພາບດ້ານໃດກໍຕາມທີ່ພວກເຈົ້າໄດ້ຮັບ. ເຈົ້າຄວນຂຽນກ່ຽວກັບວ່າເຈົ້າຄວນສະແຫວງຫາຄວາມຈິງ ແລະ ວາງພາລະຂອງເຈົ້າແນວໃດ ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ ແລະ ເຈົ້າໄດ້ປະຖິ້ມເຈດຕະນາ ແລະ ແຮງຈູງໃຈໃດຂອງເຈົ້າເອງ ແລະ ເຈົ້າໄດ້ຮັບແສງສະຫວ່າງປະເພດໃດ ແລະ ເຈົ້າຜະເຊີນໜ້າກັບຄວາມຮູ້ສຶກທີ່ເພິ່ງພໍໃຈຫຍັງ, ໃຫ້ຂຽນກ່ຽວກັບສະພາວະ ແລະ ຄວາມຮູ້ເຫຼົ່ານີ້. ນີ້ຄືຄຳພະຍານຈາກປະສົບການ ແລະ ມັນເປັນປະໂຫຍດທີ່ໃຫຍ່ຫຼວງຕໍ່ທັງເຈົ້າ ແລະ ຄົນອື່ນ. ດ້ວຍວິທີນີ້, ປະສົບການຂອງເຈົ້າຈະເພີ່ມຂຶ້ນ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງຈະດີຂຶ້ນ ແລະ ມື້ແຫ່ງເສລີພາບ ແລະ ອິດສະຫຼະພາບຂອງເຈົ້າຈະເພີ່ມທະວີ. ເຈົ້າຈະກາຍມາເປັນບຸກຄົນອິດສະຫຼະ, ເປັນຄົນທີ່ຄືກັບໂຢບ. ເປັນຫຍັງໂຢບຈຶ່ງສາມາດເວົ້າຄຳເວົ້າທີ່ມີຊື່ສຽງຢ່າງງ່າຍດາຍ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21)? ເພິ່ນສາມາດເວົ້າພວກມັນໄດ້ງ່າຍໆເຊັ່ນນັ້ນພຽງແຕ່ຂ້າມຄືນບໍ? ບໍ່ແມ່ນຢ່າງແນ່ນອນ. ຄຳເວົ້າເຫຼົ່ານີ້ເປັນການສະຫຼຸບປະສົບການຫຼາຍມື້, ປີ ແລະ ທົດສະວັດ. ພວກມັນເປັນໝາກຜົນມາຈາກປະສົບການຊີວິດທີ່ສະສົມມີຫຼາຍທົດສະວັດ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮັບເອົາຄວາມຈິງ ແລະ ກ່າວຄຳພະຍານ. ວິທີດຽວທີ່ຈະບັນລຸຜົນໃນຄວາມເຊື່ອຂອງຄົນໆໜຶ່ງໃນພຣະເຈົ້າຄືການຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ. ຫຼັງຈາກທີ່ປະຖິ້ມການສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະ, ສິ່ງຕ່າງໆຈະງ່າຍຂຶ້ນສຳລັບເຈົ້າຫຼາຍ. ມັນຈະງ່າຍສຳລັບເຈົ້າທີ່ຈະເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ. ເມື່ອປະສົບການຂອງເຈົ້າໄປຮອດຈຸດທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ເຈົ້າກໍຄົງຈະໄດ້ຮັບຄວາມຈິງ ແລະ ຮັບເສລີພາບ ແລະ ອິດສະຫຼະພາບ. ໃນຈຸດນັ້ນ, ເຈົ້າຈະຄິດວ່າເຈົ້າໄດ້ຮັບຢ່າງຫຼວງຫຼາຍຈາກການຕິດຕາມພຣະຄຣິດ ແລະ ການສະແຫວງຫາຄວາມຈິງ. ເພື່ອຮັບເອົາຄວາມຈິງ, ເຈົ້າຈະໄດ້ປະຖິ້ມການສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະຂອງເຈົ້າ ແລະ ຄວາມຫຍຸ້ງຍາກໃນເລື່ອງຄອບຄົວຂອງເຈົ້າ. ເຈົ້າຈະຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເຈົ້າຈະມາເຂົ້າໃຈຄວາມຈິງເທື່ອລະໜ້ອຍ ແລະ ເບິ່ງທະລຸຜ່ານຫຼາຍສິ່ງ. ເຈົ້າຈະບໍ່ສັບສົນ ຫຼື ຖືກຜູກມັດໂດຍຊາຕານອີກຄັ້ງ. ການຮັບເອົາຄວາມຈິງ ແລະ ຊີວິດເປັນສິ່ງທີ່ມີຄຸນຄ່າທີ່ສຸດ; ຄວາມຈິງຄືສິ່ງທີ່ຄູ່ຄວນແກ່ຄວາມຮັກຂອງເຈົ້າທີ່ສຸດ. ເມື່ອເຈົ້າເຫັນວ່າຄວາມຈິງເປັນສິ່ງທີ່ລໍ້າຄ່າທີ່ສຸດ, ເຈົ້າຈະຮັບຮູ້ວ່າກຽດຕິຍົດ, ກຳໄລ, ສະຖານະ, ເງິນ, ຄວາມທະນົງຕົວ ແລະ ຄວາມພາກພູມໃຈແມ່ນໄຮ້ຄ່າ ແລະ ສິ່ງເຫຼົ່ານີ້ເປັນອັນຕະລາຍຕໍ່ເຈົ້າ. ສະນັ້ນ, ເຈົ້າຈະມາກຽດຊັງ ແລະ ປະຕິເສດສິ່ງເຫຼົ່ານີ້ ແລະ ຈະສາມາດປະຖິ້ມພວກມັນໄດ້. ມັນມີຄວາມໝາຍທີ່ສຸດ. ເຖິງຢ່າງໃດກໍຕາມ, ຍັງມີບາງຄົນທີ່ບໍ່ສາມາດປະຖິ້ມຂໍ້ຈຳກັດຂອງຊື່ສຽງ ແລະ ສະຖານະ. ພວກເຂົາລະດົມສະໝອງຂອງພວກເຂົາໝົດມື້ໝົດຄືນ ແລະ ຕໍ່ສູ້ກັບຄົນອື່ນສຳລັບກຽດຕິຍົດ, ກຳໄລ ແລະ ສະຖານະ. ພວກເຂົາເຖິງກັບຈະຄັດຄ້ານ ແລະ ໂຕ້ຖຽງກັນກ່ຽວກັບຄວາມທະນົງຕົວ ແລະ ຄວາມພາກພູມໃຈສອງສາມເລື່ອງ. ພວກເຂົາຈະບໍ່ສະແຫວງຫາຄວາມຈິງ ຫຼື ພວກເຂົາຈະບໍ່ສົນໃຈຄວາມປະສົງຂອງພຣະເຈົ້າ. ພວກເຂົາຖືເອົາກຽດຕິຍົດ, ກຳໄລ ແລະ ສະຖານະສູງກວ່າສິ່ງອື່ນໃດ ແລະ ຜົນໄດ້ຮັບກໍຄືພວກເຂົາເຮັດນັ້ນເຮັດນີ້ເປັນເວລາຫຼາຍປີເພື່ອເຫັນແກ່ສິ່ງເຫຼົ່ານີ້, ໂດຍບໍ່ມີຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາກໍເຮັດບໍ່ດີ ແລະ ພວກເຂົາສູນເສຍເວລາຊ່ວງທີ່ດີທີ່ສຸດໃນຊີວິດຂອງພວກເຂົາ. ນີ້ຄືສະພາວະທີ່ໜ້າສັງເວດກ່ຽວກັບຄົນທີ່ບໍ່ສະແຫວງຫາຄວາມຈິງ. ຄົນເຫຼົ່ານີ້ຜ່ານຜ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຢ່າງມົ້ວໆດ້ວຍວິທີນີ້. ສິບ ຫຼື ຊາວປີໄດ້ຜ່ານໄປ ແລະ ພວກເຂົາຍັງບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດ ແລະ ພວກເຂົາຍັງບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ. ເມື່ອໄພພິບັດມາຮອດ, ພວກເຂົາຈະມຶນງົງ, ບໍ່ຮູ້ວ່າພວກເຂົາຈະເສຍຊີວິດລົງໃນໄພພິບັດໃນມື້ໃດ ແລະ ໃນຕອນນັ້ນ ມັນຈະຊ້າເກີນໄປທີ່ຈະເສຍດາຍ. ນັ້ນຄືເຫດຜົນທີ່ວ່າ ບໍ່ໄວກໍຊ້າ ຄົນທີ່ເຊື່ອໃນພຣະເຈົ້າແຕ່ບໍ່ສະແຫວງຫາຄວາມຈິງຈະມີມື້ທີ່ເສຍດາຍ. ໃນຕອນນີ້, ມີຫຼາຍຄົນທີ່ຍັງສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະຢ່າງຫຼັບຫູຫຼັບຕາ ແລະ ເມື່ອພວກເຂົາຖືກຈັດການ ແລະ ລິຮານ, ພວກເຂົາກໍຮູ້ສຶກວ່າພວກເຂົາໄດ້ທົນທຸກກັບຄວາມອັບອາຍຄັ້ງໃຫຍ່. ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອສ້າງຂໍ້ອ້າງ ແລະ ຄຳອະທິບາຍທີ່ດູດີສຳລັບພວກເຂົາເອງເພື່ອທີ່ຈະປົກປ້ອງຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາ. ພວກເຂົາບໍ່ຍອມຮັບຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ພວກເຂົາຍັງຖືວ່າກຽດຕິຍົດ, ກຳໄລ ແລະ ສະຖານະສູງສົ່ງກວ່າສິ່ງອື່ນໃດ. ຄົນປະເພດນີ້ໃຊ້ຊີວິດຢ່າງເປັນຕາສັງເວດ! ພວກເຂົາເປັນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ທີ່ສຸດ.
ຕອນນີ້ຄືໂອກາດທີ່ດີທີ່ສຸດເພື່ອໃຫ້ພວກເຈົ້າເຮັດໜ້າທີ່ຂອງພວກເຈົ້າ, ເພື່ອຜະເຊີນໜ້າກັບວິທີການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ວິທີການຮັບເອົາການຊີ້ນໍາຂອງພຣະເຈົ້າ, ວິທີການປະຕິບັດໜ້າທີ່ຂອງເຈົ້າຢ່າງອຸທິດຕົນ, ວິທີການປະຕິບັດຄວາມຈິງຂອງພຣະເຈົ້າ, ວິທີການປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ຫຼີກລ່ຽງຈາກການປະໝາດ ແລະ ການເຮັດໜ້າທີ່ຂອງເຈົ້າພໍເປັນພິທີ ແລະ ວິທີການມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ການຜະເຊີນໜ້າ ແລະ ການຮັບເອົາຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າໃນຂະນະທີ່ເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ເຫັນການກະທຳຂອງພຣະເຈົ້າ. ຊ່າງເປັນໂອກາດທີ່ດີເລີດ! ມື້ໃດມື້ໜຶ່ງ, ເມື່ອພວກເຈົ້າໄດ້ປ່ຽນແປງ ພວກເຈົ້າຈະບໍ່ຕໍ່ສູ້ເອົາຄວາມທະນົງຕົວ ແລະ ສະຖານະອີກຕໍ່ໄປ. ບໍ່ວ່າຈະຮຽກຮ້ອງຫຍັງກໍຕາມຈາກພວກເຈົ້າ, ພວກເຈົ້າຈະບໍ່ຄິດວ່າມັນເປັນສິ່ງທີ່ຫຍຸ້ງຍາກຫຼາຍ ແລະ ມັນຈະງ່າຍສຳລັບພວກເຈົ້າທີ່ຈະເຮັດມັນ. ມັນຈະເປັນເລື່ອງງ່າຍສຳລັບເຈົ້າທີ່ຈະນໍາຄວາມຈິງໄປປະຕິບັດ, ເຮັດຕາມຫຼັກການ ແລະ ເບິ່ງຫຼາຍໆສິ່ງໃຫ້ອອກ. ເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າຢ່າງເປັນປົກກະຕິໄດ້ຢ່າງສົມບູນ ແລະ ເຈົ້າຈະບໍ່ຖືກຄວບຄຸມໂດຍບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງຈັກເທື່ອ. ນີ້ຄືການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຢ່າງສົມບູນ.
ວັນທີ 16 ກໍລະກົດ 2015