ໃນການມອບຫົວໃຈຂອງຄົນໆໜຶ່ງໃຫ້ພຣະເຈົ້າ, ຄົນໆນັ້ນສາມາດໄດ້ຮັບຄວາມຈິງ

ພວກເຈົ້າສາມາດອົດທົນກັບການທົດລອງຫຍັງໄດ້ໃນມື້ນີ້? ພວກເຈົ້າກ້າເວົ້າວ່າພວກເຈົ້າມີພື້ນຖານບໍ, ພວກເຈົ້າສາມາດຍຶດໝັ້ນໄດ້ບໍ ເມື່ອຜະເຊີນໜ້າກັບການທົດສອບຕ່າງໆ? ຕົວຢ່າງ: ການທົດສອບຂອງການຖືກຕາມລ່າ ແລະ ຂົ່ມເຫັງໂດຍຊາຕານ ຫຼື ການທົດສອບຂອງສະຖານະ ແລະ ກຽດຕິຍົດ, ການແຕ່ງດອງ ຫຼື ຄວາມຮັ່ງມີ, ພວກເຈົ້າສາມາດເອົາຊະນະການທົດສອບເຫຼົ່ານີ້ບໍ? (ພວກເຮົາສາມາດເອົາຊະນະພວກມັນບາງຢ່າງໄດ້ພໍສົມຄວນ.) ມີການທົດສອບຈັກລະດັບຊັ້ນຢູ່ໃນນັ້ນ? ແລ້ວພວກເຈົ້າສາມາດເອົາຊະນະໄດ້ຈັກລະດັບຊັ້ນ? ຕົວຢ່າງ: ເຈົ້າອາດບໍ່ຢ້ານເມື່ອເຈົ້າໄດ້ຍິນວ່າຄົນໃດໜຶ່ງຖືກຈັບກຸມຍ້ອນເຊື່ອໃນພຣະເຈົ້າ ແລະ ເຈົ້າອາດບໍ່ຢ້ານເມື່ອເຈົ້າເຫັນຄົນອື່ນກຳລັງຖືກຈັບກຸມ ແລະ ທໍລະມານ, ແຕ່ເມື່ອເຈົ້າຖືກຈັບກຸມ ເມື່ອເຈົ້າພົບວ່າຕົນເອງຢູ່ໃນສະຖານະການນີ້, ເຈົ້າສາມາດຍຶດໝັ້ນໄດ້ບໍ? ນີ້ຄືການທົດສອບຄັ້ງໃຫຍ່, ບໍ່ແມ່ນບໍ? ສົມມຸດຕົວຢ່າງ: ເຈົ້າຮູ້ຄົນໃດໜຶ່ງ ເຊິ່ງເປັນຄົນທີ່ມີຄວາມເປັນມະນຸດທີ່ດີພໍສົມຄວນ, ຄົນທີ່ຫຼົງໄຫຼໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຄົນທີ່ໄດ້ປະຖິ້ມຄອບຄົວ ແລະ ອາຊີບເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ໄດ້ທົນທຸກກັບຄວາມລຳບາກຫຼາຍຢ່າງ: ມື້ໜຶ່ງມາເຖິງໃນທັນທີທີ່ພວກເຂົາຖືກຈັບກຸມ ແລະ ຕັດສິນລົງໂທດໃຫ້ຕິດຄຸກຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ເຈົ້າໄດ້ຍິນວ່າພວກເຂົາຖືກທຸບຕີຈົນເຖິງໃນພາຍຫຼັງ. ນີ້ຄືການທົດສອບຂອງເຈົ້າບໍ? ເຈົ້າຈະຕອບໂຕ້ແນວໃດ ຖ້າສິ່ງນີ້ເກີດຂຶ້ນກັບເຈົ້າ? ເຈົ້າຈະຜະເຊີນໜ້າກັບສິ່ງນີ້ໄດ້ແນວໃດ? ເຈົ້າຈະສະແຫວງຫາຄວາມຈິງບໍ? ເຈົ້າຈະສະແຫວງຫາຄວາມຈິງໄດ້ແນວໃດ? ໃນລະຫວ່າງການທົດສອບນັ້ນ, ເຈົ້າຈະເຮັດໃຫ້ຕົນເອງຍຶດໝັ້ນ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງຈາກສິ່ງນີ້ໄດ້ແນວໃດ? ເຈົ້າເຄີຍພິຈາລະນາສິ່ງດັ່ງກ່າວບໍ? ການທົດສອບດັ່ງກ່າວເອົາຊະນະໄດ້ງ່າຍໆບໍ? ພວກມັນເປັນສິ່ງທີ່ພິເສດບໍ? ຄວນຜະເຊີນໜ້າກັບສິ່ງຕ່າງໆທີ່ດີເລີດ ແລະ ຂັດກັບແນວຄິດ ແລະ ຈິນຕະນາການຂອງມະນຸດແນວໃດ? ຖ້າເຈົ້າບໍ່ມີເສັ້ນທາງ, ເຈົ້າມີແນວໂນ້ມທີ່ຈະຈົ່ມຕໍ່ວ່າບໍ? ເຈົ້າສາມາດສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ເຫັນແກ່ນແທ້ໃນບັນຫາຕ່າງໆ? ເຈົ້າສາມາດໃຊ້ຄວາມຈິງເພື່ອກຳນົດຫຼັກການທີ່ຖືກຕ້ອງເພື່ອປະຕິບັດບໍ? ນີ້ບໍ່ແມ່ນສິ່ງທີ່ຄວນພົບເຫັນໃນຄົນທີ່ສະແຫວງຫາຄວາມຈິງບໍ? ເຈົ້າຈະສາມາດຮູ້ຈັກພາລະກິດຂອງພຣະເຈົ້າໄດ້ແນວໃດ? ເຈົ້າຄວນຜະເຊີນໜ້າກັບມັນແນວໃດເພື່ອໃຫ້ພຣະເຈົ້າພິພາກສາເຈົ້າ, ຊໍາລະລ້າງເຈົ້າ, ຮັກສາເຈົ້າໃຫ້ລອດພົ້ນ ແລະ ເຮັດໃຫ້ເຈົ້າສົມບູນ? ຄວນເຂົ້າໃຈຄວາມຈິງຫຍັງເພື່ອແກ້ໄຂແນວຄິດຕ່າງໆນາໆຂອງຜູ້ຄົນ ແລະ ຄວາມທຸກໃຈຕໍ່ພຣະເຈົ້າ? ແມ່ນຫຍັງຄືຄວາມຈິງທີ່ເປັນປະໂຫຍດທີ່ສຸດທີ່ເຈົ້າຄວນປະກອບມີ, ຄວາມຈິງທີ່ຈະປ່ອຍໃຫ້ເຈົ້າຍຶດໝັ້ນໃນທ່າມກາງການທົດລອງທີ່ຫຼາກຫຼາຍ? ວຸດທິພາວະຂອງພວກເຈົ້າມີຫຼາຍສໍ່າໃດໃນຕອນນີ້? ພວກເຈົ້າສາມາດເອົາຊະນະການທົດສອບໄດ້ໃນລະດັບໃດ? ພວກເຈົ້າມີແນວຄິດໃດໆບໍ? ຖ້າພວກເຈົ້າບໍ່ມີ, ແລ້ວສິ່ງນີ້ກໍໜ້າສົງໄສ. ພວກເຈົ້າພຽງແຕ່ເວົ້າວ່າພວກເຈົ້າສາມາດ “ເອົາຊະນະພວກມັນບາງຢ່າງໄດ້ພໍສົມຄວນ”. ນີ້ຄືສິ່ງທີ່ໄຮ້ສາລະ. ພວກເຈົ້າຕ້ອງຊັດເຈນກ່ຽວກັບວຸດທິພາວະປະເພດທີ່ພວກເຈົ້າມີ, ພວກເຈົ້າໄດ້ປະກອບຕົນເອງດ້ວຍຄວາມຈິງຫຍັງແລ້ວ, ພວກເຈົ້າສາມາດເອົາຊະນະການທົດສອບຫຍັງ, ພວກເຈົ້າສາມາດຍອມຮັບການທົດລອງຫຍັງ ແລະ ເຈົ້າຄວນມີຄວາມຈິງໃດໃນລະຫວ່າງການທົດລອງໃດ, ຄວາມຮູ້ຫຍັງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ເລືອກເສັ້ນທາງໃດເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຕ້ອງແນວຄິດດີໆກ່ຽວກັບທຸກສິ່ງນີ້. ເມື່ອເຈົ້າຜະເຊີນກັບບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງເຈົ້າ, ເຈົ້າຈະຜະເຊີນໜ້າກັບມັນໄດ້ແນວໃດ? ໃນສິ່ງຕ່າງໆເຫຼົ່ານີ້, ເຈົ້າຄວນປະກອບຕົນເອງດ້ວຍຄວາມຈິງແນວໃດ ແລະ ດ້ວຍຄວາມຈິງດ້ານໃດ ເພື່ອທີ່ຈະຜ່ານຜ່າຢ່າງນິ້ມນວນ, ບໍ່ພຽງແຕ່ແກ້ໄຂແນວຄິດຂອງເຈົ້າ ແຕ່ບັນລຸຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າ, ນີ້ບໍ່ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາບໍ? ພວກເຈົ້າຜະເຊີນໜ້າກັບການທົດສອບປະເພດໃດຢ່າງເປັນປົກກະຕິ? (ສະຖານະ, ກຽດຕິຍົດ, ກຳໄລ, ເງິນ, ຄວາມສຳພັນລະຫວ່າງຜູ້ຊາຍ ແລະ ແມ່ຍິງ.) ສິ່ງເຫຼົ່ານີ້ຄືການທົດສອບທີ່ມັກເກີດຂຶ້ນໂດຍພື້ນຖານ. ແລ້ວກ່ຽວກັບວຸດທິພາວະຂອງພວກເຈົ້າໃນມື້ນີ້, ພວກເຈົ້າສາມາດຍຶດຕົນເອງໄວ້ ແລະ ຍຶດໝັ້ນໃນການທົດສອບໃດ? ພວກເຈົ້າມີວຸດທິພາວະທີ່ແທ້ຈິງເພື່ອເອົາຊະນະການທົດສອບເຫຼົ່ານີ້ບໍ? ພວກເຈົ້າສາມາດຮັບປະກັນໄດ້ແທ້ໆບໍວ່າພວກເຈົ້າຈະປະຕິບັດໜ້າທີ່ຂອງພວກເຈົ້າໄດ້ຢ່າງເໝາະສົມ ແລະ ບໍ່ເຮັດຫຍັງທີ່ລະເມີດຄວາມຈິງ ຫຼື ສິ່ງທີ່ຂັດຂວາງ ແລະ ມັກແຊກແຊງ ຫຼື ທ້າທາຍ ແລະ ກະບົດ ຫຼື ສິ່ງທີ່ເຮັດໃຫ້ພຣະເຈົ້າບໍ່ພໍໃຈ? (ບໍ່.) ແລ້ວເຈົ້າຕ້ອງເຮັດຫຍັງເພື່ອປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ? ສຳລັບຄົນໆໜຶ່ງແລ້ວ, ເຈົ້າຕ້ອງກວດສອບຕົນເອງໃນທຸກສິ່ງ, ເພື່ອເບິ່ງວ່າການກະທຳຂອງເຈົ້າສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່, ເພື່ອເບິ່ງວ່າການກະທຳຂອງເຈົ້າແມ່ນພໍເປັນພິທີ ຫຼື ບໍ່, ມີອົງປະກອບທີ່ກະບົດ ຫຼື ຕໍ່ຕ້ານ ຫຼື ບໍ່. ຖ້າມີ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ນອກຈາກນັ້ນ, ຖ້າມີບາງຢ່າງທີ່ເຈົ້າບໍ່ຮູ້ກ່ຽວກັບຕົນເອງ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ຖ້າເຈົ້າຖືກຈັດການ ແລະ ລິຮານ, ເຈົ້າຄວນຍອມຮັບມັນ ແລະ ຍອມອ່ອນນ້ອມ. ຕາບໃດທີ່ຜູ້ຄົນເວົ້າຕາມຂໍ້ແທ້ຈິງ, ແລ້ວເຈົ້າບໍ່ສາມາດໂຕ້ຖຽງໄດ້ແນ່ນອນ ແລະ ນໍາໃຊ້ການໃຫ້ເຫດຜົນຢ່າງຊານສະຫຼາດກັບພວກເຂົາໄດ້; ໃນຕອນນັ້ນເອງ ເຈົ້າຈຶ່ງສາມາດມາຮູ້ຈັກຕົນເອງ ແລະ ກັບໃຈໄດ້ຢ່າງແທ້ຈິງ. ຜູ້ຄົນຄວນບັນລຸຂໍ້ກຳນົດຂອງສອງລັກສະນະເຫຼົ່ານີ້ໃນສິ່ງຕ່າງໆ ແລະ ມີການເຂົ້າສູ່ຊີວິດຢ່າງແທ້ຈິງ. ໃນລັກສະນະນີ້, ພວກເຂົາຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນມາດຕະຖານທີ່ສາມາດຍອມຮັບໄດ້.

ບາງຄົນເວົ້າວ່າ “ໃນເວລາສ່ວນໃຫຍ່, ເມື່ອບາງສິ່ງເກີດຂຶ້ນກັບຂ້ານ້ອຍ ຂ້ານ້ອຍບໍ່ຮູ້ວິທີການສະແຫວງຫາຄວາມຈິງ ແລະ ແມ່ນແຕ່ເມື່ອຂ້ານ້ອຍຮູ້, ຂ້ານ້ອຍກໍບໍ່ພົບຄຳຕອບ. ຂ້ານ້ອຍໄດ້ອະທິຖານ, ຄົ້ນຫາ ແລະ ລໍຖ້າ ແຕ່ກໍບໍ່ເກີດຜົນຫຍັງ. ຂ້ານ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ຂ້ານ້ອຍປາຖະໜາທີ່ຈະຊອກຫາພຣະທຳຂອງພຣະເຈົ້າເພື່ອແກ້ໄຂສິ່ງນີ້, ແຕ່ມີພຣະທຳຫຼາຍຂໍ້, ຂ້ານ້ອຍບໍ່ຮູ້ວ່າການອ່ານສ່ວນໃດໃນພຣະທຳຂອງພຣະເຈົ້າຈຶ່ງຈະສາມາດນໍາໃຊ້ໄດ້ ແລະ ສາມາດແກ້ໄຂບັນຫານີ້”. ແລ້ວພວກເຂົາຄວນເຮັດຫຍັງ? ມີມາດຕະຖານຂັ້ນຕໍ່າສຳລັບສິ່ງນີ້: ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ ແລະ ເຈົ້າບໍ່ຮູ້ວ່າຈະເຮັດຫຍັງ, ສິ່ງພື້ນຖານທີ່ສຸດທີ່ເຈົ້າຄວນເຮັດຄືການປະຕິບັດຕາມຄວາມສຳນຶກຂອງເຈົ້າ; ນີ້ຄືເສັ້ນຊີວິດ, ມັນເປັນເສັ້ນຖານທີ່ຄວນປະຕິບັດຕາມເໜືອສິ່ງອື່ນໃດ ແລະ ມັນຍັງເປັນຫຼັກການຂອງການປະຕິບັດ. ສະນັ້ນຄວາມສຳນຶກມີຖານະທີ່ສັ່ງການຫຼາຍສໍ່າໃດໃນແຕ່ລະຄົນ? ເມື່ອບຸກຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ, ການທີ່ຄວາມສຳນຶກຂອງພວກເຂົາສາມາດເຮັດບົດບາດໄດ້ຫຼາຍສໍ່າໃດນັ້ນແມ່ນອີງໃສ່ວ່າຄວາມເປັນມະນຸດຂອງພວກເຂົາເປັນແນວໃດ. ຖ້າບຸກຄົນນີ້ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ປະຕິບັດຕາມຄວາມສຳນຶກຂອງພວກເຂົາ ແລະ ເຈົ້າບໍ່ສາມາດເຫັນລັກສະນະໃດໜຶ່ງໃນການກະທຳຂອງພວກເຂົາທີ່ສະແດງຄວາມຄຳນຶງຫາເຈດຕະນາຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດເຫັນການຢຳເກງໃດໜຶ່ງສຳລັບພຣະເຈົ້າໃນສິ່ງເຫຼົ່ານັ້ນ, ຖ້າເຈົ້າບໍ່ສາມາດເຫັນສິ່ງໃດໆໄດ້, ແລ້ວສາມາດຖືວ່າບຸກຄົນນີ້ມີຄວາມສຳນຶກ ແລະ ຄວາມເປັນມະນຸດບໍ? (ບໍ່.) ນີ້ແມ່ນຄົນປະເພດໃດ? ຄົນປະເພດນີ້ແມ່ນຖືກໃຫ້ນິຍາມວ່າເປັນຄົນທີ່ບໍ່ມີຄວາມເປັນມະນຸດຢ່າງແທ້ຈິງ. ເຂົາເຮັດສິ່ງຕ່າງໆໂດຍບໍ່ອີງໃສ່ເຫດຜົນ ຫຼື ຕາມຄວາມສຳນຶກ, ຢູ່ເກີນເສັ້ນຖານສຳລັບຄວາມປະພຶດຂອງມະນຸດ. ບາງຄົນບໍ່ເຂົ້າໃຈຄວາມຈິງຫຼາຍປະການ. ພວກເຂົາບໍ່ເຂົ້າໃຈຫຼັກການໃນສິ່ງໃດໜຶ່ງທີ່ພວກເຂົາເຮັດ ແລະ ເມື່ອພວກເຂົາຜະເຊີນກັບບັນຫາ, ພວກເຂົາບໍ່ຮູ້ວິທີການທີ່ຖືກຕ້ອງທີ່ຈະຈັດການກັບພວກມັນ. ພວກເຂົາຄວນປະຕິບັດແນວໃດໃນສະຖານະການນີ້? ມາດຕະຖານຕ່ຳສຸດກໍຄືເຮັດຕາມຈິດສຳນຶກ, ນີ້ແມ່ນເສັ້ນຖານ. ເຈົ້າຄວນປະຕິບັດຕາມຈິດສຳນຶກຂອງເຈົ້າແນວໃດ? ເຮັດດ້ວຍຄວາມຈິງໃຈ ແລະ ຄູ່ຄວນແກ່ຄວາມກະລຸນາຂອງພຣະເຈົ້າ, ຄູ່ຄວນກັບການທີ່ພຣະເຈົ້າໄດ້ມອບຊີວິດນີ້ໃຫ້ເຈົ້າ ແລະ ໂອກາດທີ່ພຣະເຈົ້າມອບໃຫ້ນີ້ເພື່ອບັນລຸຄວາມລອດພົ້ນ. ນັ້ນເປັນການເຮັດຕາມຈິດສຳນຶກບໍ? ຫຼັງຈາກທີ່ເຈົ້າບັນລຸມາດຕະຖານຕ່ຳສຸດນີ້ແລ້ວ, ເຈົ້າຈະໄດ້ຮັບການປົກປ້ອງ ແລະ ຈະບໍ່ເຮັດຄວາມຜິດພາດອັນຮ້າຍແຮງ. ແລ້ວເຈົ້າຈະບໍ່ເຮັດສິ່ງຕ່າງໆທີ່ບໍ່ເຊື່ອຟັງພຣະເຈົ້າຢ່າງງ່າຍດາຍຫຼາຍ ຫຼື ລະເລີຍຄວາມຮັບຜິດຊອບຂອງເຈົ້າ ຫຼື ເຈົ້າຈະບໍ່ມີແນວໂນ້ມຫຼາຍທີ່ຈະເຮັດໃນລັກສະນະພໍເປັນພິທີ. ເຈົ້າຍັງຈະບໍ່ມີແນວໂນ້ມຫຼາຍທີ່ຈະວາງອຸບາຍສຳລັບຕຳແໜ່ງ, ຊື່ສຽງ, ກຳໄລ ແລະ ອະນາຄົດຂອງເຈົ້າເອງ. ນີ້ແມ່ນບົດບາດຂອງຈິດສຳນຶກ. ທັງຈິດສຳນຶກ ແລະ ເຫດຜົນຄວນເປັນອົງປະກອບຂອງຄວາມເປັນມະນຸດຂອງບຸກຄົນໜຶ່ງ. ສິ່ງເຫຼົ່ານີ້ເປັນທັງສິ່ງທີ່ເປັນພື້ນຖານທີ່ສຸດ ແລະ ສຳຄັນຫຼາຍທີ່ສຸດ. ຄົນແບບໃດທີ່ຂາດຈິດສຳນຶກ ແລະ ບໍ່ມີເຫດຜົນຂອງຄວາມເປັນມະນຸດທຳມະດາ? ເວົ້າໂດຍລວມແລ້ວ, ພວກເຂົາເປັນບຸກຄົນທີ່ຂາດຄວາມເປັນມະນຸດ, ເປັນບຸກຄົນທີ່ມີຄວາມເປັນມະນຸດທີ່ຕ່ຳຕ້ອຍທີ່ສຸດ. ເມື່ອເຂົ້າໄປເບິ່ງລາຍລະອຽດ, ແມ່ນຫຍັງຄືການການສະແດງອອກຂອງການສູນເສຍຄວາມເປັນມະນຸດທີ່ບຸກຄົນນີ້ມີ? ໄປວິເຄາະລັກສະນະໃດແດ່ທີ່ພົບເຫັນຢູ່ໃນຄົນດັ່ງກ່າວ ແລະ ສິ່ງທີ່ສະແດງອອກໂດຍສະເພາະທີ່ພວກເຂົາມີ. (ພວກເຂົາເຫັນແກ່ຕົວ ແລະ ໃຈແຄບ). ຄົນເຫັນແກ່ຕົວ ແລະ ໃຈແຄບເຮັດພໍເປັນພິທີໃນການກະທຳຂອງຕົນ ແລະ ຢືນຢູ່ຫ່າງຈາກສິ່ງໃດໜຶ່ງ ທີ່ບໍ່ກ່ຽວຂ້ອງກັບພວກເຂົາເປັນການສ່ວນຕົວ. ພວກເຂົາບໍ່ໄດ້ຄຳນຶງເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ສະແດງການພິຈາລະນາຕໍ່ຄວາມປະສົງຂອງພຣະເຈົ້າ. ພວກເຂົາບໍ່ແບກຮັບພາລະໃດກ່ຽວກັບການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການເປັນພະຍານໃຫ້ພຣະເຈົ້າ ແລະ ພວກເຂົາບໍ່ມີຄວາມຮູ້ສຶກເຖິງຄວາມຮັບຜິດຊອບໃດໆ. ພວກເຂົາຄິດເຖິງຫຍັງເມື່ອໃດກໍຕາມທີ່ພວກເຂົາເຮັດບາງສິ່ງ? ການພິຈາລະນາທຳອິດຂອງພວກເຂົາແມ່ນ “ພຣະເຈົ້າຈະຮູ້ບໍຖ້າຂ້ອຍເຮັດສິ່ງນີ້? ຄົນອື່ນສາມາດເບິ່ງເຫັນໄດ້ບໍ? ຖ້າຄົນອື່ນບໍ່ເຫັນວ່າຂ້ອຍໃຊ້ຄວາມພະຍາຍາມທັງໝົດນີ້ ແລະ ເຮັດວຽກຢ່າງດຸໝັ່ນ ແລະ ຖ້າພຣະເຈົ້າກໍບໍ່ເຫັນມັນເຊັ່ນກັນ, ກໍບໍ່ມີປະໂຫຍດຫຍັງທີ່ຂ້ອຍຈະພະຍາຍາມເຊັ່ນນີ້ ແລະ ທົນທຸກເພື່ອສິ່ງນີ້”. ນີ້ບໍ່ແມ່ນການເຫັນແກ່ຕົວທີ່ສຸດບໍ? ມັນເປັນຄວາມຕັ້ງໃຈພື້ນຖານເຊັ່ນກັນ. ເມື່ອພວກເຂົາຄິດ ແລະ ກະທຳແບບນີ້, ຈິດສຳນຶກຂອງພວກເຂົາກຳລັງເຮັດບົດບາດຫຍັງຢູ່ບໍ? ຈິດສຳນຶກຂອງພວກເຂົາຖືກກ່າວຫາໃນເລື່ອງນີ້ບໍ? ບໍ່. ມີບາງຄົນທີ່ບໍ່ມີຄວາມຮັບຜິດຊອບ ແມ່ນແຕ່ໃນໜ້າທີ່ທີ່ພວກເຂົາກຳລັງປະຕິບັດຢູ່. ພວກເຂົາບໍ່ໄດ້ລາຍງານບັນຫາຕ່າງໆທີ່ພວກເຂົາຄົ້ນພົບໃຫ້ແກ່ຫົວໜ້າສາຍງານຂອງພວກເຂົາທັນທີເຊັ່ນກັນ. ເມື່ອພວກເຂົາເຫັນວ່າຜູ້ຄົນຫຍຸ້ງວຸ້ນວາຍ ແລະ ຖືກລົບກວນ, ພວກເຂົາກໍເຮັດເປັນບໍ່ຮູ້ບໍ່ເຫັນ. ເມື່ອພວກເຂົາເຫັນຄົນຊົ່ວເຮັດການຊົ່ວ, ພວກເຂົາບໍ່ໄດ້ພະຍາຍາມຢຸດພວກເຂົາ. ພວກເຂົາບໍ່ໄດ້ປົກປ້ອງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ຫຼື ບໍ່ໄດ້ພິຈາລະນາວ່າແມ່ນຫຍັງຄືໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ຄົນແບບນີ້ບໍ່ເຮັດວຽກງານຕົວຈິງໃດໆ; ແທ້ຈິງແລ້ວ ພວກເຂົາເປັນຄົນໂລບມາກກັບຄວາມສະດວກສະບາຍ; ພວກເຂົາເວົ້າ ແລະ ເຮັດເພື່ອຄວາມທະນົງຕົວ, ໜ້າຕາ, ສະຖານະ ແລະ ຜົນປະໂຫຍດຂອງພວກເຂົາເອງເທົ່ານັ້ນ ແລະ ພຽງແຕ່ເຕັມໃຈທີ່ຈະອຸທິດເວລາ ແລະ ຄວາມພະຍາຍາມຂອງພວກເຂົາໃຫ້ແກ່ສິ່ງຕ່າງໆທີ່ເປັນປະໂຫຍດແກ່ພວກເຂົາ. ການກະທຳ ແລະ ເຈດຕະນາຂອງຄົນເຊັ່ນນັ້ນແມ່ນຊັດເຈນສຳລັບທຸກຄົນ: ພວກເຂົາໂຜ່ອອກມາເມື່ອໃດກໍຕາມທີ່ມີສະເໜີໜ້າຂອງພວກເຂົາ ຫຼື ໄດ້ຮັບພອນບາງຢ່າງ. ແຕ່ເມື່ອບໍ່ມີໂອກາດທີ່ຈະສະເໜີໜ້າຂອງພວກເຂົາ ຫຼື ທັນທີທີ່ມີຊ່ວງເວລາແຫ່ງການທົນທຸກ, ພວກເຂົາກໍຫາຍວັບໄປຈາກສາຍຕາຄືກັບເຕົາຫົດຫົວຂອງມັນເຂົ້າ. ຄົນແບບນີ້ມີຈິດສຳນຶກ ແລະ ເຫດຜົນບໍ? (ບໍ່). ບຸກຄົນທີ່ບໍ່ມີຈິດສຳນຶກ ແລະ ບໍ່ມີເຫດຜົນທີ່ປະພຶດຕົນແບບນີ້ຮູ້ສຶກຕຳນິຕົວເອງຢູ່ບໍ? ຄົນເຊັ່ນນີ້ໍບໍ່ມີຄວາມຮູ້ສຶກຕຳນິຕົນເອງ; ຈິດສຳນຶກຂອງຄົນແບບນີ້ບໍ່ມີປະໂຫຍດຫຍັງເລີຍ. ພວກເຂົາບໍ່ເຄີຍຮູ້ສຶກຖືກຕຳນິຈາກຈິດສຳນຶກຂອງພວກເຂົາຈັກເທື່ອ, ສະນັ້ນ, ພວກເຂົາຈຶ່ງສາມາດຮູ້ສຶກໄດ້ເຖິງການຕຳນິ ຫຼື ການລົງວິໄນຂອງພຣະວິນຍານບໍລິສຸດບໍ? ບໍ່, ພວກເຂົາບໍ່ຮູ້ສຶກ.

ພາລະກິດຂອງພຣະວິນຍານບໍລິສຸດມີຫຼັກການ ແລະ ມັນມີເງື່ອນໄຂກຳນົດລ່ວງໜ້າ. ໂດຍປົກກະຕິແລ້ວ, ພຣະວິນຍານບໍລິສຸດເຮັດພາລະກິດຂອງພຣະອົງໃນຄົນປະເພດໃດ? ບຸກຄົນໜຶ່ງຕ້ອງບັນລຸເງື່ອນໄຂກຳນົດລ່ວງໜ້າຫຍັງເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ຄົນທີ່ເຊື່ອໃນພຣະເຈົ້າຕ້ອງເຂົ້າໃຈຢ່າງໜ້ອຍທີ່ສຸດທີ່ພວກເຂົາຕ້ອງມີເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຢ່າງໜ້ອຍທີ່ສຸດ, ພວກເຂົາຕ້ອງມີຄວາມສຳນຶກ ແລະ ຫົວໃຈທີ່ຊື່ສັດ ແລະ ຄວາມສຳນຶກຂອງພວກເຂົາຕ້ອງມີອົງປະກອບທີ່ຊື່ສັດ. ຫົວໃຈຂອງເຈົ້າຕ້ອງຊື່ສັດ ແລະ ຍອມຮັບການພິເຄາະຂອງພຣະເຈົ້າ. ຄົນທີ່ບໍ່ກ້າຍອມຮັບການພິເຄາະຂອງພຣະເຈົ້າບໍ່ແມ່ນຄົນຊື່ສັດ ແລະ ພວກເຂົາບໍ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ຜູ້ຄົນເວົ້າຢູ່ສະເໝີວ່າພຣະເຈົ້າພິເຄາະຫົວໃຈພາຍໃນສຸດຂອງຜູ້ຄົນ, ພຣະອັງເຫັນທຸກສິ່ງ. ມະນຸດເຫັນພາຍນອກ, ໃນຂະນະທີ່ມະນຸດເຫັນຫົວໃຈ ແຕ່ເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດຍອມຮັບການພິເຄາະຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ຮັບຟັງພຣະທຳຂອງພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ? ຄຳອະທິບາຍກໍຄືຜູ້ຄົນພຽງແຕ່ເຂົ້າໃຈຕົວໜັງສື ແລະ ຫຼັກຄຳສອນ, ແຕ່ບໍ່ຮັກຄວາມຈິງ. ເປັນຫຍັງບາງຄົນຈຶ່ງບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ຢູ່ໃນສະພາວະທີ່ບໍ່ເຮັດຫຍັງ ແລະ ທຸກໃຈຢູ່ສະເໝີ, ບໍ່ມີຄວາມປິຕິຍິນດີ ຫຼື ຄວາມສະຫງົບສຸກໃດໆເລີຍ? ຖ້າເຈົ້າກວດສອບສະພາວະຂອງພວກເຂົາຢ່າງລະມັດລະວັງ, ໂດຍທົ່ວໄປແລ້ວ ພວກເຂົາບໍ່ຮັບຮູ້ເຖິງຄວາມສຳນຶກຂອງພວກເຂົາ, ບໍ່ມີຫົວໃຈທີ່ຊື່ສັດ, ມີຄວາມສາມາດຕໍ່າ ແລະ ພວກເຂົາບໍ່ສະແດງເຖິງຄວາມພະຍາຍາມທີ່ຈະໄປຫາຄວາມຈິງ, ສະນັ້ນສະພາວະຂອງພວກເຂົາຈຶ່ງເປັນເກືອບຈະບໍ່ເປັນປົກກະຕິເລີຍ. ຄົນທີ່ຮັກຄວາມຈິງແມ່ນແຕກຕ່າງ. ພວກເຂົາສະແດງເຖິງຄວາມພະຍາຍາມທີ່ຈະໄປຫາຄວາມຈິງຢູ່ສະເໝີ, ສະພາວະຂອງພວກເຂົາດີຂຶ້ນເມື່ອພວກເຂົາເຂົ້າໃຈສ່ວນຕ່າງໆໃນຄວາມຈິງ ແລະ ພວກເຂົາສາມາດແກ້ໄຂບັນຫາທີ່ແທ້ຈິງບາງຢ່າງເມື່ອພວກເຂົາເຂົ້າໃຈສ່ວນຕ່າງໆໃນຄວາມຈິງ, ສະນັ້ນສະພາວະຂອງພວກເຂົາຈຶ່ງດີຂຶ້ນຢ່າງຕໍ່ເນື່ອງ ແລະ ເລີ່ມປົກກະຕິຂຶ້ນເລື້ອຍໆ. ບໍ່ວ່າຈະເກີດຫຍັງກັບພວກເຂົາກໍຕາມ, ພວກເຂົາບໍ່ຄ່ອຍຢູ່ຊື່ໆ ແລະ ພວກເຂົາສາມາດໃຊ້ຊີວິດຕໍ່ໜ້າພຣະເຈົ້າ. ຕະຫຼອດຊ່ວງເວລາໃດໜຶ່ງ, ພວກເຂົາມີຜົນປະໂຫຍດ ແລະ ຄວາມຮູ້ຢູ່ສະເໝີ ແລະ ພວກເຂົາມີຄວາມສຳເລັດໃນການເຮັດໜ້າທີ່ຂອງພວກເຂົາຢູ່ສະເໝີ. ພວກເຂົາສາມາດເອົາຊະນະຜູ້ຄົນໃນການເຜີຍແຜ່ຂ່າວປະເສີດ ແລະ ບໍ່ວ່າໜ້າທີ່ຂອງພວກເຂົາຈະເປັນຫຍັງກໍຕາມ, ພວກເຂົາເຮັດມັນດ້ວຍວິທີການທີ່ມີຫຼັກການ. ຜົນປະໂຫຍດເຫຼົ່ານີ້ມາຈາກໃສ? ສິ່ງເຫຼົ່ານີ້ຄືຜົນຮັບທີ່ບັນລຸໂດຍການອ່ານພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ ແລະ ການຮັບແສງສະຫວ່າງ, ແສງເຍືອງທາງ ແລະ ການເຂົ້າໃຈຄວາມຈິງ, ຜົນຮັບທີ່ບັນລຸຜ່ານພາລະກິດຂອງພຣະວິນຍານບໍລິສຸດ. ພຽງແຕ່ເມື່ອເຈົ້າມີຫົວໃຈທີ່ຊື່ສັດ, ຄວາມສຳນຶກ ແລະ ເຫດຜົນທີ່ມະນຸດຊາດຄວນມີເທົ່ານັ້ນ, ພຣະວິນຍານບໍລິສຸດຈຶ່ງສາມາດປະຕິບັດພາລະກິດຂອງພຣະອົງໃນຕົວເຈົ້າ. ພວກເຈົ້າທຸກຄົນມີຄວາມສຳນຶກເຖິງກົດລະບຽບກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດເຮັດພາລະກິດຂອງພຣະອົງໃນຄົນປະເພດໃດ? ໂດຍປົກກະຕິແລ້ວ, ພຣະວິນຍານບໍລິສຸດເຮັດພາລະກິດຂອງພຣະອົງໃນຄົນທີ່ມີຫົວທີ່ຊື່ສັດ. ພຣະອົງເຮັດພາລະກິດໃນຄົນທີ່ມີຄວາມຫຍຸ້ງຍາກ ແລະ ສະແຫວງຫາຄວາມຈິງ. ພຣະເຈົ້າບໍ່ຮັບຮູ້ຄົນທີ່ບໍ່ມີຄວາມເປັນມະນຸດເລີຍ, ຄົນທີ່ບໍ່ມີຄວາມສຳນຶກ ຫຼື ເຫດຜົນເລີຍ. ຖ້າຄົນໃດໜຶ່ງຊື່ສັດ, ແຕ່ຫົວໃຈຂອງພວກເຂົາອອກຈາກພຣະເຈົ້າຊົ່ວຄາວ, ບໍ່ຕ້ອງການທີ່ຈະພະຍາຍາມໃຫ້ດີຂຶ້ນ, ຕິດຢູ່ໃນສະພາວະທີ່ບໍ່ເຮັດຫຍັງ, ບໍ່ອະທິຖານ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂທຸກສິ່ງນີ້, ບໍ່ເຕັມໃຈທີ່ຈະໃຫ້ການຮ່ວມມື, ໃນສະພາວະນີ້ທີ່ມີຄວາມມືດມົວຊົ່ວຄາວ, ຄວາມເສື່ອມຖອຍຊົ່ວຄາວ, ພຣະວິນຍານບໍລິສຸດບໍ່ເຮັດພາລະກິດຂອງພຣະອົງ. ແຮງມີໂອກາດໜ້ອຍສໍ່າໃດທີ່ພຣະອົງຈະເຮັດມັນສຳລັບຄົນທີ່ບໍ່ສຳນຶກເຖິງຄວາມເປັນມະນຸດໂດຍພື້ນຖານ? ພຣະອົງຈະບໍ່ເຮັດມັນຢ່າງແນ່ນອນ. ພຣະເຈົ້າເຮັດຫຍັງກ່ຽວກັບຄົນປະເພດນີ້ທີ່ບໍ່ມີຄວາມສຳນຶກ ຫຼື ເຫດຜົນ, ຄົນທີ່ບໍ່ຮັກຄວາມຈິງເລີຍ? ພຣະອົງບໍ່ຮັບຮູ້ພວກເຂົາ. ມີຄວາມຫວັງຫຍັງສຳລັບຄົນເຫຼົ່ານີ້ບໍ? ມີຄວາມຫວັງພຽງແຕ່ເສດສ່ວນນ້ອຍໆ. ທາງອອກດຽວສຳລັບພວກເຂົາກໍຄືການກັບໃຈຢ່າງແທ້ຈິງ, ການກາຍມາເປັນຄົນຊື່ສັດ ແລະ ໃນເມື່ອນັ້ນເອງ ພວກເຂົາຈຶ່ງສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຄົນໆໜຶ່ງກາຍມາເປັນຄົນຊື່ສັດໄດ້ແນວໃດ? ກ່ອນອື່ນໝົດ, ເຈົ້າຕ້ອງເປີດຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງຈາກພຣະອົງ ແລະ ເມື່ອເຈົ້າເຂົ້າໃຈຄວາມຈິງ, ເຈົ້າຕ້ອງສາມາດນໍາມັນໄປປະຕິບັດ ແລະ ຍອມອ່ອນນ້ອມຕໍ່ແຜນການຂອງພຣະເຈົ້າ, ເຊິ່ງລ້ວນແລ້ວແຕ່ທຽບເທົ່າກັບການມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະຖືກຍອມຮັບໂດຍພຣະເຈົ້າ. ເຈົ້າຕ້ອງປະຖິ້ມເນື້ອໜັງຂອງເຈົ້າກ່ອນ, ປະຖິ້ມຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງເຈົ້າເອງ, ປະຖິ້ມກຳໄລຂອງເຈົ້າເອງ, ທຸ່ມເທຕົນເອງເຂົ້າໃນໜ້າທີ່ຂອງເຈົ້າທັງຮ່າງກາຍ ແລະ ຈິດໃຈ, ເຮັດໜ້າທີ່ຂອງເຈົ້າດ້ວຍຫົວໃຈທີ່ຍອມອ່ອນນ້ອມ ແລະ ເຊື່ອໃນຫົວໃຈຂອງເຈົ້າວ່າຕາບໃດທີ່ເຈົ້າເຮັດໃຫ້ພຣະເຈົ້າພໍໃຈ, ມັນບໍ່ສຳຄັນວ່າເຈົ້າຈະທົນທຸກກັບຫຍັງກໍຕາມ. ຖ້າເຈົ້າປະສົບກັບຄວາມຫຍຸ້ງຍາກ ແລະ ເຈົ້າອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ເຫັນໄດ້ວ່າພຣະເຈົ້ານໍາພາເຈົ້າແນວໃດ ແລະ ເຈົ້າມີຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີໃນຫົວໃຈຂອງເຈົ້າ ຫຼື ບໍ່, ເຈົ້າມີຫຼັກຖານນີ້ ຫຼື ບໍ່. ຖ້າເຈົ້າຕ້ອງການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ຢ່າງທຳອິດ ເຈົ້າຕ້ອງກັບໃຈຢ່າງແທ້ຈິງ, ມອບຕົນເອງໃຫ້ກັບພຣະເຈົ້າ, ເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ປະຖິ້ມຂີ້ເຫຍື້ອທີ່ເຈົ້າເທີດທູນຫຼາຍ, ເຊັ່ນ: ກຽດຕິຍົດ, ກຳໄລ ແລະ ສະຖານະ. ຖ້າເຈົ້າສືບຕໍ່ສະແຫວງຫາສິ່ງເຫຼົ່ານີ້, ແຕ່ຍັງຕ້ອງການຮຽກຮ້ອງເອົາພອນທີ່ຍິ່ງໃຫຍ່ຈາກພຣະເຈົ້າ, ພຣະອົງຈະຮັບຮູ້ເຈົ້າບໍ? ພາລະກິດຂອງພຣະວິນຍານບໍລິສຸດມີເງື່ອນໄຂກຳນົດລ່ວງໜ້າ. ພຣະເຈົ້າເປັນພຣະເຈົ້າທີ່ອິດສາ, ເປັນພຣະເຈົ້າທີ່ບໍລິສຸດ. ຖ້າຜູ້ຄົນສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະຢູ່ສະເໝີ ແລະ ຕັ້ງແຕ່ຕົ້ນຈົນຈົບ ພວກເຂົາບໍ່ສາມາດປະຖິ້ມສິ່ງເຫຼົ່ານີ້, ຖ້າຫົວໃຈຂອງພວກເຂົາປິດກັ້ນຕໍ່ພຣະເຈົ້າ, ຖ້າພວກເຂົາບໍ່ກ້າເປີດໃຈໃຫ້ກັບພຣະອົງ, ຖ້າພວກເຂົາປະຕິເສດພາລະກິດ ແລະ ການຊີ້ນໍາຂອງພຣະອົງຢູ່ສະເໝີ, ແລ້ວພຣະອົງກໍຈະບໍ່ເຮັດຫຍັງ. ພຣະເຈົ້າບໍ່ຕ້ອງປະຕິບັດພາລະກິດຂອງພຣະອົງໃນທຸກໆຄົນ, ບັງຄັບໃຫ້ເຈົ້າເຮັດນີ້ ຫຼື ເຮັດນັ້ນ. ພຣະເຈົ້າບໍ່ບີບບັງຄັບເຈົ້າ. ມີພຽງແຕ່ວິນຍານຊົ່ວຮ້າຍທີ່ບີບບັງຄັບໃຫ້ຜູ້ຄົນເຮັດນີ້ ຫຼື ເຮັດນັ້ນ, ເຖິງກັບບັງຄັບເຂົ້າສິງບຸກຄົນໜຶ່ງເພື່ອທີ່ຈະຄວບຄຸມພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດອ່ອນໂຍນເປັນພິເສດ, ສະນັ້ນເມື່ອພຣະອົງດົນບັນດານເຈົ້າ ເຈົ້າເຖິງກັບບໍ່ຮູ້ສຶກເຖິງມັນເລີຍ. ເຈົ້າຈະຄິດຄືກັບວ່າເຈົ້າເຂົ້າໃຈ ແລະ ຕື່ນຂຶ້ນໂດຍບໍ່ມີສະຕິ. ນັ້ນຄືວິທີການທີ່ພຣະວິນຍານບໍລິສຸດດົນບັນດານຜູ້ຄົນ. ສະນັ້ນຖ້າຄົນໃດໜຶ່ງຕ້ອງການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາຕ້ອງກັບໃຈຢ່າງແທ້ຈິງ ແລະ ໃຫ້ການຮ່ວມມືຢ່າງແທ້ຈິງ.

ເຈົ້າຈະເລີ່ມມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າໄດ້ແນວໃດ? ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າຄວນແຈ້ງການໃຫ້ພຣະເຈົ້າຮັບຊາບວ່າເຈົ້າຈະບໍ່ເພິ່ງພາຕົນເອງ. ການມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າໝາຍຄວາມເຖິງການປ່ອຍໃຫ້ພຣະເຈົ້າເປັນເຈົ້ານາຍໃນເຮືອນຂອງເຈົ້າ. ນອກຈາກນັ້ນ, ເຈົ້າຕ້ອງປະຖິ້ມສິ່ງຕ່າງໆທີ່ຂັດຂວາງເຈົ້າບໍ່ໃຫ້ປະຕິບັດຄວາມຈິງ, ເຊັ່ນ: ຊື່ສຽງ, ສະຖານະ, ຄວາມທະນົງຕົວ ແລະ ຄວາມພາກພູມໃຈ, ປ່ອຍໃຫ້ພຣະເຈົ້ານໍາພາເຈົ້າ, ປ່ອຍໃຫ້ຫົວໃຈຂອງເຈົ້າຍອມຕໍ່ພຣະອົງ, ປ່ອຍໃຫ້ພຣະອົງປົກຄອງເໜືອຫົວໃຈຂອງເຈົ້າ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າສາມາດປະຖິ້ມສິ່ງຕ່າງໆທີ່ເນື້ອໜັງໄດ້ຮັບ ແລະ ພຣະເຈົ້າເຫັນວ່າເຈົ້າບໍ່ແບກຮັບພາລະອີກຕໍ່ໄປ, ແຕ່ມາຢູ່ຕໍ່ໜ້າພຣະອົງດ້ວຍຫົວໃຈທີ່ຍອມອ່ອນນ້ອມແທນ, ເຕັມໃຈທີ່ຈະຮັບຟັງພຣະທຳຂອງພຣະອົງ ແລະ ຍອມຕໍ່ການຈັດແຈງ ແລະ ແຜນການຂອງພຣະອົງ, ປ່ອຍໃຫ້ພຣະອົງເຮັດ, ປ່ອຍໃຫ້ພຣະອົງນໍາພາ, ຫຼັງຈາກທີ່ພຣະເຈົ້າເຫັນວ່າເຈົ້າຈິງໃຈເຊັ່ນນັ້ນ ແລ້ວພຣະວິນຍານບໍລິສຸດກໍຈະເຮັດພາລະກິດຂອງພຣະອົງ. ກ່ອນອື່ນໝົດ, ເຈົ້າຕ້ອງກັບໃຈຢ່າງແທ້ຈິງ, ຫັນຫົວໃຈຂອງເຈົ້າມາຫາພຣະເຈົ້າ, ຄຳນຶງເຖິງຄວາມປະສົງຂອງພຣະອົງ ແລະ ສະແດງເຖິງຄວາມພະຍາຍາມທີ່ຈະໄປຫາຄວາມຈິງ. ເຈົ້າບໍ່ສາມາດຢູ່ຊື່ໆ ຫຼື ຂີ້ຄ້ານ, ແຮງໄກທີ່ຈະເຮັດຕົວຫົວດື້. ຖ້າເຈົ້າຕ້ອງການຄວບຄຸມຢູ່ສະເໝີ, ເປັນເຈົ້ານາຍໃນເຮືອນຂອງເຈົ້າເອງ ແລະ ເຮັດຕາມຄວາມມັກຂອງເຈົ້າເອງ, ນີ້ແມ່ນທ່າທີ່ປະເພດໃດ? ມັນເປັນສະພາວະປະເພດໃດ? ນີ້ຄືຄວາມກະບົດ ແລະ ການຕໍ່ຕ້ານ. ເຈົ້າຄິດບໍວ່າພຣະເຈົ້າຕ້ອງຊ່ວຍເຈົ້າໃຫ້ລອດພົ້ນ, ພຣະອົງບໍ່ສາມາດເຮັດຫຍັງໄດ້ຖ້າປາສະຈາກເຈົ້າ? ມັນເປັນເຊັ່ນນີ້ບໍ? ເປັນຫຍັງພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍຈຶ່ງໄປຫາຄົນຕ່າງຊາດ? ເປັນຫຍັງພຣະເຈົ້າຈຶ່ງບໍ່ເຮັດມັນໃນປະເທດອິດສະຣາເອນ? ເປັນຫຍັງພຣະອົງຈຶ່ງບໍ່ເຮັດມັນໃນໂລກສາສະໜາ? ມັນເປັນເພາະພວກເຂົາກະບົດ ແລະ ຕໍ່ຕ້ານພຣະເຈົ້າເກີນໄປ, ພຣະອົງຈຶ່ງຫັນພາລະກິດນີ້ໄປຫາຄົນຕ່າງຊາດ. ພຣະເຈົ້າເບິ່ງເລື່ອງນີ້ແນວໃດ? ພຣະເຈົ້າຊ່ວຍຄົນທີ່ຍອມຮັບຄວາມຈິງໃຫ້ລອດພົ້ນ. ມັນບໍ່ສຳຄັນວ່າພວກເຂົາຈະໄປຫາຄວາມຈິງຈາກທີ່ຢູ່ພາຍໃນສາສະໜາ ຫຼື ພວກເຂົາເປັນຜູ້ບໍ່ເຊື່ອທີ່ຍອມຮັບມັນ, ພຣະເຈົ້າມີຄວາມກະລຸນາ ແລະ ຊ່ວຍຄົນທີ່ຍອມຮັບຄວາມຈິງໃຫ້ລອດພົ້ນ. ພວກເຈົ້າທຸກຄົນຊັດເຈນກ່ຽວກັບເລື່ອງເຫຼົ່ານີ້ບໍ? ທຸກໆສິ່ງທີ່ພຣະເຈົ້າເຮັດແມ່ນມີຄວາມໝາຍທີ່ສຸດ ແລະ ມີອຸປະນິໄສ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ພາຍໃນ. ແນ່ນອນ, ຜູ້ຄົນບໍ່ມີຫຍັງໃຫ້ໂອ້ອວດເມື່ອພວກເຂົາເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ຍອມຕໍ່ແຜນການຂອງພຣະອົງ. ຢ່າຄິດວ່າເຈົ້າສະຫຼາດ ຫຼື ເຈົ້າຮັກຄວາມຈິງ ຫຼື ເຈົ້າເຂັ້ມແຂງກວ່າຄົນອື່ນຫຼາຍ. ພຽງແຕ່ເພາະເຈົ້າສະຫຼາດໃນໜຶ່ງເລື່ອງບໍ່ໄດ້ໝາຍຄວາມວ່າເຈົ້າຕ້ອງສະຫຼາດໃນເລື່ອງອື່ນ, ສະນັ້ນເຈົ້າຕ້ອງອະທິຖານ ແລະ ສະແຫວງຫາຄວາມຈິງໃນທຸກສິ່ງຢູ່ສະເໝີ.ເຈົ້າຕ້ອງກວດສອບການກະທຳທັງໝົດຂອງເຈົ້າເພື່ອເບິ່ງວ່າພວກມັນສະແດງເຖິງຄວາມຢ້ານກົວຂອງພຣະເຈົ້າ ຫຼື ບໍ່, ພວກມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ພວກມັນສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າໄດ້ ຫຼື ບໍ່.

ການທີ່ຄວາມເປັນມະນຸດຂອງພວກເຈົ້າຢູ່ໃນມາດຕະຖານທີ່ສາມາດຍອມຮັບໄດ້ ຫຼື ບໍ່ ຫຼື ຢູ່ໃນມາດຕະຖານຄວາມສຳນຶກ ແລະ ເຫດຜົນທີ່ເປັນປົກກະຕິໄດ້ ຫຼື ບໍ່, ພຣະເຈົ້າພຽງແຕ່ພໍໃຈກັບຄົນທີ່ສະແຫວງຫາຄວາມຈິງ. ການສະແຫວງຫາຄວາມຈິງ ແລະ ການເຂົ້າສູ່ຊີວິດບໍ່ສິ້ນສຸດຈັກເທື່ອ. ຖ້າຄົນໃດໜຶ່ງພຽງແຕ່ມີຄວາມສຳນຶກ ແລະ ເຮັດຕາມຄວາມສຳນຶກຂອງພວກເຂົາ, ຫຼັກການຂອງພວກເຂົາບໍ່ໄດ້ຢູ່ໃນມາດຕະຖານຄວາມຈິງ. ພວກເຂົາຍັງຕ້ອງຈ່າຍລາຄາເພື່ອສະແດງເຖິງຄວາມພະຍາຍາມທີ່ຈະໄປຫາຄວາມຈິງ, ປະພຶດຕາມເງື່ອນໄຂຂອງພຣະເຈົ້າ ແລະ ເຮັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີຕາມຂໍ້ຮຽກຮ້ອງຂອງພຣະອົງ. ໂດຍການສະແຫວງຫາດ້ວຍວິທີການນີ້ເທົ່ານັ້ນ, ພວກເຂົາຈຶ່ງສາມາດບັນລຸການເຂົ້າສູ່ຊີວິດ, ເຂົ້າໃຈ ແລະ ຮັບເອົາຄວາມຈິງ ແລະ ບັນລຸຕາມຄວາມປະສົງຂອງພຣະເຈົ້າ. ມີຄົນທີ່ມີຄວາມເປັນມະນຸດບາງຢ່າງ, ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນບາງຢ່າງ ແລະ ສະນັ້ນພວກເຂົາຈຶ່ງຄິດວ່າ: “ການເຮັດໜ້າທີ່ຂອງຂ້ານ້ອຍຕາມຄວາມສຳນຶກຂອງຂ້ານ້ອຍຈະຄູ່ຄວນກັບພຣະເຈົ້າ”. ນີ້ຄືສິ່ງທີ່ຖືກຕ້ອງບໍ? ມາດຕະຖານຄວາມສຳນຶກປ່ຽນແທນຄວາມຈິງບໍ? ເຈົ້າສາມາດຍອມຕໍ່ພຣະເຈົ້າໂດຍການປະຕິບັດຕາມຄວາມສຳນຶກຂອງເຈົ້າບໍ? ເຈົ້າສາມາດຕິດຕາມຄວາມປະສົງຂອງພຣະເຈົ້າບໍ? ເຈ້ົາສາມາດກຽດຊັງ ແລະ ປະຖິ້ມຊາຕານບໍ? ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າສາມາດເຮັດໃຫ້ຊາຕານອັບອາຍບໍ? ການເຮັດຕາມຄວາມສຳນຶກຂອງເຈົ້າເປັນຄຳພະຍານທີ່ແທ້ຈິງບໍ? ບໍ່ສາມາດບັນລຸສິ່ງນີ້ໄດ້ເລີຍ. ແມ່ນຫຍັງປະກອບເປັນມາດຕະຖານຄວາມສຳນຶກ? ຄວາມສຳນຶກເປັນຄວາມຮູ້ສຶກໃນຫົວໃຈຂອງຄົນໃດໜຶ່ງ, ເປັນການພິພາກສາຂອງຫົວໃຈ ແລະ ມັນເປັນຕົວແທນໃຫ້ກັບຄວາມມັກຂອງມະນຸດຊາດທີ່ປົກກະຕິ. ໃນຫຼາຍຄັ້ງ, ມີການຄົ້ນພົບຫຼາຍມາດຕາໃນກົດໝາຍ ແລະ ແນວຄິດສິນທຳບົນພື້ນຖານຄວາມຮູ້ສຶກສຳນຶກ ແລະ ຄວາມຮູ້ສຶກສຳນຶກກໍນໍາໃຊ້ມາດຕາຕ່າງໆໃນກົດໝາຍ ແລະ ແນວຄິດສິນທຳເພື່ອເປັນມາດຕະຖານ. ສະນັ້ນ, ຄວາມຮູ້ສຶກສຳນຶກຈຶ່ງອອກຫ່າງຈາກມາດຕະຖານຄວາມຈິງຫຼາຍ ແລະ ຍິ່ງໄປກວ່ານັ້ນກໍຢູ່ພາຍໃຕ້ຂໍ້ຈຳກັດທາງອາລົມ ຫຼື ພວກເຂົາຖືກຫຼອກລວງ ແລະ ຊີ້ນໍາຢ່າງຜິດໆໂດຍຄຳເວົ້າທີ່ຟັງດູດີ, ເຊິ່ງເຮັດໃຫ້ເກີດຄວາມຜິດພາດຫຼາຍຢ່າງ. ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ແລ້ວພວກເຂົາກໍຕົກຢູ່ພາຍໃຕ້ການຫຼອກລວງຂອງມານຮ້າຍ ແລະ ພວກເຂົາປ່ອຍໃຫ້ຊາຕານໃຊ້ປະໂຫຍດຈາກພວກເຂົາ. ສະນັ້ນ, ການເຮັດຕາມຄວາມສຳນຶກຂອງເຈົ້າກໍຢູ່ຫ່າງຈາກຂໍ້ຮຽກຮ້ອງຂອງພຣະເຈົ້າຫຼາຍ. ເຈົ້າຕ້ອງສະແດງເຖິງຄວາມພະຍາຍາມທີ່ຈະໄປຫາຄວາມຈິງອີກດ້ວຍ. ມີພຽງແຕ່ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ເຮັດໜ້າທີ່ຂອງເຈົ້າຕາມຫຼັກການ, ເຈົ້າຈຶ່ງສາມາດບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າ. ມາດຕະຖານຄວາມຈິງຢູ່ເກີນມາດຕະຖານຄວາມສຳນຶກຫຼາຍ. ຖ້າເຈົ້າພຽງແຕ່ເຮັດໜ້າທີ່ຂອງເຈົ້າຕາມຄວາມສຳນຶກຂອງເຈົ້າ, ແລ້ວເຈົ້າຈະສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າບໍ? ເຈົ້າບໍ່ສາມາດເຮັດໄດ້. ເພາະຄວາມສຳນຶກບໍ່ສາມາດປ່ຽນແທນຄວາມຈິງ, ແຮງໄກທີ່ຈະເປັນຂໍ້ຮຽກຮ້ອງຂອງພຣະເຈົ້າ, ເຈົ້າບໍ່ສາມາດພໍໃຈໄດ້ດ້ວຍການເຮັດໜ້າທີ່ຂອງເຈົ້າຕາມຄວາມສຳນຶກຂອງເຈົ້າ. ສິ່ງນີ້ຈະບໍ່ສາມາດໄດ້ຮັບການຍົກຍ້ອງຂອງພຣະເຈົ້າໄດ້.

ເພື່ອທີ່ຈະສະແຫວງຫາຄວາມຈິງ, ເຈົ້າຕ້ອງກວດສອບຕົນເອງໃນທຸກສິ່ງ, ເພື່ອເບິ່ງວ່າແມ່ນຫຍັງຄືຄວາມຈິງທີ່ເຈົ້າຂາດ ແລະ ຫ້າມບໍ່ໃຫ້ເຈົ້າຍອມຕໍ່ພຣະເຈົ້າໄດ້ຢ່າງສົມບູນ, ບໍ່ໃຫ້ເຈົ້າຢຳເກງພຣະອົງ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ຈາກການເຮັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ. ແລ້ວເຈົ້າຕ້ອງປະກອບຕົນເອງດ້ວຍຄວາມຈິງເຫຼົ່ານັ້ນທີ່ເຈົ້າຂາດໂດຍໄວ, ເພື່ອວ່າເຈົ້າຈະບໍ່ພຽງແຕ່ປະພຶດໃນມາດຕະຖານທີ່ສາມາດຍອມຮັບໄດ້, ເຈົ້າຍັງຈະເຮັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ໃນເວລາດຽວກັນ. ບາງຄົນເປັນຄົນທີ່ມັກເຮັດໃຫ້ຄົນອື່ນພໍໃຈ, ເປັນຄົນທີ່ບໍ່ລາຍງານ ຫຼື ເປີດໂປງຄົນອື່ນເມື່ອພວກເຂົາເຫັນຄົນເຫຼົ່ານັ້ນເຮັດສິ່ງທີ່ບໍ່ດີ. ພວກເຂົາເຂົ້າກັບຄົນອື່ນໄດ້ງ່າຍ ແລະ ແກວ່ງໄກວໄປມາຢ່າງງ່າຍດາຍ. ພວກເຂົາຍອມຕໍ່ຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ລົບກວນວຽກງານໃນຄຣິສຕະຈັກ, ບໍ່ເຮັດຜິດຕໍ່ຜູ້ໃດ ແລະ ປະນີປະນອມຢູ່ສະເໝີ, ບໍ່ອີງໄປເບື້ອງຂວາ ຫຼື ເບື້ອງຊ້າຍ. ໃນທາງຜິວເຜີນ, ພວກເຂົາປາກົດຄືກັບວ່າພວກເຂົາມີຄວາມເປັນມະນຸດ, ພວກເຂົາບໍ່ໄດ້ໄປຫຼາຍເກີນໄປ ແລະ ພວກເຂົາມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ, ແຕ່ເວລາສ່ວນໃຫຍ່ ພວກເຂົາມິດງຽບ ແລະ ບໍ່ສະແດງຄວາມຄິດຂອງພວກເຂົາ. ເຈົ້າມີຄວາມຄິດເຫັນແນວໃດກ່ຽວກັບຄົນເຊັ່ນນັ້ນ? ພວກເຂົາບໍ່ໄດ້ເວົ້າໄຫຼ ແລະ ຫຼອກລວງບໍ? ນີ້ເປັນພຽງແຕ່ວ່າຜູ້ຄົນຫຼອກລວງສໍ່າໃດ. ເມື່ອບາງສິ່ງເກີດຂຶ້ນ, ພວກເຂົາອາດບໍ່ເວົ້າຂຶ້ນ ຫຼື ສະແດງມຸມມອງໃດໜຶ່ງຢ່າງຖືເບົາ, ແຕ່ຍັງມິດງຽບຢູ່ສະເໝີ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີເຫດຜົນ; ໃນທາງກົງກັນຂ້າມ, ມັນສະແດງໃຫ້ເຫັນວ່າພວກເຂົາຂ້ອນຂ້າງປິດບັງໄດ້ດີ, ພວກເຂົາມີສິ່ງຕ່າງໆທີ່ເຊື່ອງໄວ້, ຄວາມຫຼັກແຫຼວຂອງພວກເຂົາມີຢູ່ຫຼາຍ. ຖ້າເຈົ້າບໍ່ເປີດໃຈກັບຄົນໃດໜຶ່ງ, ເຈົ້າສາມາດເປີດໃຈກັບພຣະເຈົ້າໄດ້ບໍ? ແລ້ວຖ້າເຈົ້າບໍ່ຈິງໃຈ ແມ່ນແຕ່ກັບພຣະເຈົ້າ ແລະ ບໍ່ສາມາດເປີດໃຈກັບພຣະອົງ, ແລ້ວເຈົ້າຈະສາມາດມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ເຈົ້າບໍ່ສາມາດເປັນໃຈໜຶ່ງໃຈດຽວກັບພຣະເຈົ້າ, ແຕ່ເຮັດໃຫ້ຫົວໃຈຂອງເຈົ້າຢູ່ຫ່າງຈາກຫົວໃຈຂອງພຣະອົງ! ພວກເຈົ້າສາມາດເປີດໃຈ ແລະ ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າເມື່ອໂອ້ລົມກັບຄົນອື່ນບໍ? ຖ້າຄົນໃດໜຶ່ງເວົ້າສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາຢ່າງແທ້ຈິງຢູ່ສະເໝີ, ຖ້າພວກເຂົາເວົ້າຢ່າງຊື່ສັດ, ຖ້າພວກເຂົາເວົ້າຢ່າງກົງໄປກົງມາ, ຖ້າພວກເຂົາຈິງໃຈ ແລະ ບໍ່ປະໝາດເລິນເລີ້ເລີຍ ຫຼື ເຮັດພໍເປັນພິທີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖ້າພວກເຂົາສາມາດປະຕິບັດຄວາມຈິງທີ່ພວກເຂົາເຂົ້າໃຈ, ແລ້ວບຸກຄົນນີ້ມີຄວາມຫວັງທີ່ຈະຮັບເອົາຄວາມຈິງ.ຖ້າບຸກຄົນໜຶ່ງປົກປິດຕົນເອງຢູ່ສະເໝີ ແລະ ປິດບັງຫົວໃຈຂອງພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດສາມາດເຫັນພວກເຂົາໄດ້ຢ່າງຊັດເຈນ, ຖ້າພວກເຂົາໃຫ້ຄວາມປະທັບໃຈທີ່ຜິດໆເພື່ອຫຼອກລວງຄົນອື່ນ, ແລ້ວພວກເຂົາກໍຕົກຢູ່ໃນອັນຕະລາຍທີ່ໃຫຍ່ຫຼວງ, ພວກເຂົາຕົກຢູ່ໃນບັນຫາຄັ້ງໃຫຍ່, ມັນຈະເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະຮັບເອົາຄວາມຈິງ. ເຈົ້າສາມາດເຫັນຈາກຊີວິດປະຈຳວັນຂອງຄົນໃດໜຶ່ງ ແລະ ຄຳເວົ້າ ແລະ ການກະທຳຂອງເຈົ້າວ່າຄວາມຄາດຫວັງຂອງພວກເຂົາເປັນຫຍັງ. ຖ້າບຸກຄົນນີ້ທຳທ່າຢູ່ສະເໝີ, ອວດອ້າງຢູ່ສະເໝີ, ແລ້ວບຸກຄົນນີ້ບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ ແລະ ພວກເຂົາຈະຖືກເປີດໂປງ ແລະ ໂຍນຖິ້ມບໍ່ໄວກໍຊ້າ. ພວກເຈົ້າທຸກຄົນກຳລັງຍ່າງໃນເສັ້ນທາງໃດ? ມັນບໍ່ເຄີຍຜິດຈັກເທື່ອທີ່ຈະຍ່າງໃນເສັ້ນທາງຂອງບຸກຄົນຊື່ສັດ! ບາງຄົນອາດເວົ້າວ່າ: “ເມື່ອທ່ານໂອ້ລົມກັບອ້າຍເອື້ອຍນ້ອງກ່ຽວກັບຄວາມຈິງ, ເປັນຫຍັງທ່ານຈຶ່ງບອກພວກເຂົາກ່ຽວກັບຄວາມຄິດໃນຫົວໃຈຂອງທ່ານ? ນັ້ນບໍ່ແມ່ນເລື່ອງໂງ່ບໍ?” ຫຼື “ໂດຍການເປີດເຜີຍຜູ້ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ, ທ່ານບໍ່ໄດ້ເຮັດຜິດຕໍ່ຜູ້ຄົນບໍ? ຜູ້ເຊື່ອໃນພຣະເຈົ້າບໍ່ສາມາດເປັນຄົນໂງ່ຈ້າຫຼາຍ!” ເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້? ເຈົ້າຄວນເວົ້າວ່າ: “ການເປັນຄົນຊື່ສັດ, ເວົ້າຄວາມຈິງ ແລະ ປະຕິບັດຕາມຫຼັກການເປັນສິ່ງທີ່ສະຫຼາດ, ບໍ່ແມ່ນສິ່ງທີ່ໂງ່ຈ້າຢ່າງແນ່ນອນ. ນີ້ຄືຄວາມຈິງທີ່ຄົນທີ່ມາຫາພຣະເຈົ້າຄວນປະຕິບັດ.ຜູ້ເຊື່ອໃນພຣະເຈົ້າຕ້ອງຍອມ ແລະ ເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ. ມັນເປັນເລື່ອງຖືກຕ້ອງທີ່ຈະໂອ້ລົມກ່ຽວກັບຄວາມຈິງ ແລະ ເປີດໃຈຂອງເຈົ້າ. ເມື່ອໂອ້ລົມກ່ຽວກັບຄວາມຈິງ, ເຈົ້າຕ້ອງເວົ້າກ່ຽວກັບວຸດທິພາວະທີ່ແທ້ຈິງຂອງເຈົ້າ. ສິ່ງນັ້ນຈະສ້າງຄວາມສ້າງສັນໃຫ້ແກ່ຄົນອື່ນ ແລະ ເປັນປະໂຫຍດໃຫ້ກັບເຈົ້າ. ການເປີດໂປງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຄືຄວາມຮັບຜິດຊອບຂອງຜູ້ຄົນຖືກເລືອກຂອງພຣະເຈົ້າ. ເຈົ້າສາມາດເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີບໍ ຖ້າເຈົ້າຢ້ານທີ່ຈະເຮັດຜິດຕໍ່ຄົນອື່ນ? ຜູ້ຄົນຖືກເລືອກຂອງພຣະເຈົ້າຄວນປະຕິບັດຕາມຫຼັກການແຫ່ງຄວາມຈິງ, ເປີດໂປງຄົນຊົ່ວຮ້າຍ ແລະ ເປີດໂປງຜູ້ບໍ່ເຊື່ອ. ການເປັນຄົນຊື່ສັດຄືການປະຕິບັດຄວາມຈິງ ແລະ ການປະຕິບັດຕາມຫຼັກການຕ່າງໆ. ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ແມ່ນຄົນຊື່ສັດ ຫຼື ຄົນທີ່ບໍ່ປະຕິບັດຕາມຫຼັກການ”. ເຈົ້າຄິດແນວໃດກ່ຽວກັບການໂຕ້ແຍ່ງນີ້? ບໍ່ວ່າຄົນອື່ນຈະຄິດແນວໃດກໍຕາມ, ຜູ້ເຊື່ອໃນພຣະເຈົ້າບໍ່ສາມາດປ່ຽນຈາກການເປັນຄົນຊື່ສັດ ຫຼື ເສັ້ນທາງແຫ່ງການສະແຫວງຫາຄວາມຈິງ. ພວກເຂົາບໍ່ສາມາດໄດ້ຮັບອິດທິພົນ ຫຼື ຖືກຈຳກັດໂດຍຜູ້ນໍາຈອມປອມ, ຜູ້ຕໍ່ຕ້ານພຣະຄຣິດ ຫຼື ຜູ້ບໍ່ເຊື່ອ. ພວກເຂົາຕ້ອງຕິດຕາມພຣະເຈົ້າ ແລະ ຮັບຟັງພຣະທຳຂອງພຣະອົງຕະຫຼອດເວລາ ແລະ ເປັນຄົນຊື່ສັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ. ນີ້ຄືສິ່ງທີ່ຖືກຕ້ອງ. ຄົນໆໜຶ່ງຄວນປະຕິບັດການເປັນຄົນຊື່ສັດແນວໃດ? ພວກເຂົາຕ້ອງໄຕ່ຕອງກ່ຽວກັບຕົນເອງຢູ່ສະເໝີ, ເບິ່ງວ່າພວກເຂົາອາດຍັງເປີດເຜີຍອຸປະນິໄສທີ່ເວົ້າຕົວະ, ສໍ້ໂກງ, ຫຼອກລວງຂອງພວກເຂົາໃນເລື່ອງໃດ. ໂດຍການຮູ້ຈັກຕົນເອງ, ເຈດຕະນາເວົ້າຕົວະຂອງພວກເຂົາ ແລະ ອຸປະນິໄສທີ່ຫຼອກລວງ ແລະ ເສື່ອມຊາມຂອງພວກເຂົາເທົ່ານັ້ນ, ພວກເຂົາຈຶ່ງສາມາດປະຖິ້ມເນື້ອໜັງ ແລະ ກາຍມາເປັນຄົນຊື່ສັດເທື່ອລະໜ້ອຍ. ຜູ້ຄົນທີ່ບໍ່ເຄີຍຫົວໃຈຂອງພວກເຂົາຈັກເທື່ອ, ຄົນທີ່ພະຍາຍາມເຊື່ອງ ແລະ ປິດບັງສິ່ງຕ່າງໆຢູ່ສະເໝີ, ຄົນທີ່ທຳທ່າວ່າພວກເຂົາໜ້າເຄົາລົບ, ຄົນທີ່ຕ້ອງການໃຫ້ຜູ້ຄົນເຄົາລົບນັບຖືພວກເຂົາ, ຄົນທີ່ບໍ່ປ່ອຍໃຫ້ຄົນອື່ນເຂົ້າໃຈພວກເຂົາໄດ້ຢ່າງຄົບຖ້ວນ, ຄົນທີ່ຕ້ອງການໃຫ້ຜູ້ຄົນເຊີດຊູພວກເຂົາ, ຄົນເຫຼົ່ານີ້ບໍ່ແມ່ນຳຄົນໂງ່ຈ້າບໍ? ຄົນເຫຼົ່ານີ້ເປັນຄົນທີ່ໂງ່ຈ້າທີ່ສຸດ! ນັ້ນເປັນເພາະຄວາມຈິງກ່ຽວກັບຜູ້ຄົນຈະເປີດເຜີຍຕົວມັນເອງບໍ່ໄວກໍຊ້າ. ພວກເຂົາຈະຍ່າງໃນເສັ້ນທາງຫຍັງດ້ວຍຄວາມປະພຶດປະເພດນີ້? ນີ້ຄືເສັ້ນທາງຂອງພວກຟາຣີຊາຍ. ພວກໜ້າຊື່ໃຈຄົດຕົກຢູ່ໃນອັນຕະລາຍ ຫຼື ບໍ່? ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າກຽດຊັງທີ່ສຸດ, ສະນັ້ນເຈົ້າຄິດວ່າພວກເຂົາຕົກຢູ່ໃນອັນຕະລາຍ ຫຼື ບໍ່? ທຸກຄົນທີ່ເປັນຟວກຟາຣີຊາຍລ້ວນແລ້ວແຕ່ຍ່າງໃນຫົນທາງສູ່ຫາຍະນະ!

ເມື່ອພຣະວິນຍານບໍລິສຸດເຮັດພາລະກິດເພື່ອສ່ອງແສງສະຫວ່າງໃຫ້ເຈົ້າ ເພື່ອວ່າເຈົ້າຈະສາມາດເຂົ້າໃຈບາງສິ່ງ, ບາງຄັ້ງມັນເກີດຂຶ້ນໄວຫຼາຍ, ໃນບາງຄັ້ງ ພຣະວິນຍານບໍລິສຸດກໍເຮັດໃຫ້ເຈົ້າຜ່ານປະສົບການຊ່ວງໄລຍະໜຶ່ງກ່ອນທີ່ຈະຄ່ອຍໆປ່ອຍໃຫ້ເຈົ້າເຂົ້າໃຈມັນ. ມັນບໍ່ແມ່ນວ່າບໍ່ມີຫຍັງຮຽກຮ້ອງໃຫ້ເຈົ້າຜະເຊີນໜ້າກັບມັນ ຫຼື ພຣະອົງສຳເລັດແລ້ວຫຼັງຈາກທີ່ປ່ອຍໃຫ້ເຈົ້າເຂົ້າໃຈຕົວອັກສອນຫຼັກຄຳສອນ. ພຣະວິນຍານບໍລິສຸດເຮັດພາລະກິດໂດຍຫຼັກການຫຍັງ? ພຣະວິນຍານບໍລິສຸດເຮັດພາລະກິດໂດຍຈັດແຈງສະພາບແວດລ້ອມຂອງເຈົ້າ ແລະ ຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເພື່ອປ່ອຍໃຫ້ເຈົ້າເຕີບໃຫຍ່ຜ່ານສິ່ງເຫຼົ່ານັ້ນ ແລະ ຄ່ອຍໆເຂົ້າໃຈຄວາມຈິງໃນຊ່ວງເວລາທີ່ຜະເຊີນໜ້າກັບພວກມັນ. ເມື່ອພຣະອົງໄດ້ໃຫ້ພຣະທຳທຳມະດາສອງສາມຂໍ້ເພື່ອກະຕຸ້ນ ຫຼື ສ່ອງແສງສະຫວ່າງໃຫ້ແກ່ເຈົ້າ ຫຼື ໃຫ້ເຈົ້າມີແສງສະຫວ່າງໜ້ອຍໜຶ່ງ, ພຣະອົງບໍ່ໄດ້ສຳເລັດແລ້ວ. ໃນທາງກົງກັນຂ້າມ, ພຣະອົງປ່ອຍໃຫ້ເຈົ້າຮຽນຮູ້ບົດຮຽນ ແລະ ຄ່ອຍໆເຕີບໃຫຍ່ຜ່ານການຜະເຊີນໜ້າກັບທຸກໆເລື່ອງ, ສະພາບແວດລ້ອມທີ່ແຕກຕ່າງກັນ ແລະ ຄົນທີ່ແຕກຕ່າງກັນ, ເຫດການ ແລະ ສິ່ງຕ່າງໆ, ເພື່ອວ່າເຈົ້າຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງເທື່ອລະໜ້ອຍ ແລະ ການເຂົ້າສູ່ຄວາມເປັນຈິງ. ສະນັ້ນ, ພຣະວິນຍານບໍລິສຸດເຮັດພາລະກິດໂດຍຫຼັກການທີ່ເປັນທຳມະຊາດຫຼາຍ; ພຣະອົງເຮັດພາລະກິດຕາມຮູບແບບທຳມະຊາດຂອງການພັດທະນາມະນຸດຢ່າງສົມບູນ, ໂດຍບໍ່ໃຊ້ການບີບບັງຄັບຫຍັງເລີຍ. ຕາມຫຼັກການ ແລະ ຂອບເຂດພາລະກິດຂອງພຣະວິນຍານບໍລິສຸດ, ຖ້າບຸກຄົນໜຶ່ງບໍ່ມີເຫດຜົນ ແລະ ຄວາມສຳນຶກຂອງມະນຸດໃນຈຳນວນຂັ້ນຕໍ່າທີ່ພວກເຂົາຄວນມີ, ແລ້ວພວກເຂົາຈະສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດບໍ? ພວກເຂົາສາມາດຮັບເອົາການຊີ້ນໍາ ແລະ ແສງສະຫວ່າງຂອງພຣະເຈົ້າບໍ? ບໍ່ໄດ້ຢ່າງແນ່ນອນ. ເຮົາໝາຍຄວາມແນວໃດກ່ຽວກັບສິ່ງນີ້? ຜູ້ຄົນເວົ້າຢູ່ສະເໝີວ່າພວກເຂົາສະແຫວງຫາຄວາມຈິງ, ພວກເຂົາຕ້ອງເຂົ້າໃຈຄວາມຈິງໃຫ້ດີຂຶ້ນ, ແຕ່ພວກເຂົາໄດ້ເບິ່ງຂ້າມບາງຢ່າງ, ເຊິ່ງກໍຄືພວກເຂົາຕ້ອງມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າ. ພວກເຂົາຄິດວ່າ: “ບໍ່ວ່າຄວາມເປັນມະນຸດຂອງຂ້ານ້ອຍຈະເປັນແນວໃດກໍຕາມ, ບໍ່ວ່າຂ້ານ້ອຍຈະມີຄວາມສຳນຶກ ຫຼື ບໍ່, ບໍ່ວ່າຂ້ານ້ອຍຈະຍອມຈຳນົນຫົວໃຈຂອງຂ້ານ້ອຍໃຫ້ແກ່ພຣະເຈົ້າ ຫຼື ບໍ່, ຂ້ານ້ອຍຈະພຽງແຕ່ສະແຫວງຫາຄວາມຈິງຫຼາຍຂຶ້ນ, ຮັບຟັງຄຳເທດສະໜາຫຼາຍຂຶ້ນ, ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ໂອ້ລົມກ່ຽວກັບຄວາມຈິງຢູ່ເລື້ອຍໆ. ຫຼັງຈາກນັ້ນເມື່ອຂ້ານ້ອຍເຮັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ ແລະ ທົນທຸກຫຼາຍຂຶ້ນ ແລະ ມັນຈະບໍ່ເປັນຫຍັງເລີຍ”. ແຕ່ຄົນເຊັ່ນນັ້ນບໍ່ໄດ້ຮັບຮູ້ ແລະ ບໍ່ຮູ້ພື້ນຖານທີ່ພື້ນຖານທີ່ສຸດ. ຕອນນີ້, ພວກເຈົ້າເຂົ້າໃຈແລ້ວບໍວ່າແມ່ນຫຍັງຄືຂັ້ນຕໍ່າທີ່ບຸກຄົນນັ້ນຄວນມີ ຖ້າພວກເຂົາຕ້ອງການເຂົ້າໃຈ ແລະ ຮັບເອົາຄວາມຈິງ? (ຄວາມສຳນຶກ ແລະ ເຫດຜົນ.)ເວົ້າງ່າຍໆກໍຄື ຢ່າງໜ້ອຍທີ່ສຸດ, ບຸກຄົນໜຶ່ງຕ້ອງມີຫົວໃຈທີ່ຊື່ສັດ.ມີພຽງແຕ່ຄົນທີ່ມີຫົວໃຈທີ່ຊື່ສັດຈຶ່ງສາມາດຍອມຮັບຄວາມຈິງ, ຍອມຕໍ່ແຜນການຂອງພຣະເຈົ້າ ແລະ ເຮັດໜ້າທີ່ຂອງພວກເຂົາຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ. ຖ້າເຈົ້າບໍ່ມີຫົວໃຈທີ່ຊື່ສັດ, ແລ້ວເຈົ້າກໍບໍ່ສາມາດປະຕິບັດຂໍ້ຮຽກຮ້ອງຂອງພຣະເຈົ້າໄດ້ ຫຼື ເຈົ້າບໍ່ສາມາດເຮັດໜ້າທີ່ຂອງສິ່ງຖືກສ້າງໄດ້ເປັນຢ່າງດີ. ການບໍ່ມີຫົວໃຈທີ່ຊື່ສັດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ມີຄວາມເປັນມະນຸດ, ເຈົ້າເປັນມານຮ້າຍ.ແມ່ນຫຍັງຄືການສຳແດງອອກເຖິງການມີຫົວໃຈທີ່ຊື່ສັດ? ຢ່າງໜ້ອຍທີ່ສຸດ, ບຸກຄົນໜຶ່ງຕ້ອງມີຄວາມເປັນມະນຸດທີ່ດີ.ເມື່ອບຸກຄົນໜຶ່ງມີຄວາມເປັນມະນຸດທີ່ດີ, ຫົວໃຈທີ່ແທ້ຈິງ, ຄວາມສຳນຶກ ແລະ ເຫດຜົນ, ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ວ່າງເປົ່າ ຫຼື ເລື່ອນລອຍທີ່ບໍ່ສາມາດເຫັນ ຫຼື ຈັບຕ້ອງໄດ້, ແຕ່ໃນທາງກົງກັນຂ້າມ ພວກມັນເປັນສິ່ງທີ່ສາມາດຄົ້ນພົບໄດ້ທຸກບ່ອນໃນຊີວິດປະຈຳວັນ; ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ເປັນຈິງ. ສົມມຸດວ່າບຸກຄົນໜຶ່ງຍິ່ງໃຫຍ່ ແລະ ສົມບູນແບບ: ນັ້ນຄືສິ່ງທີ່ເຈົ້າສາມາດເຫັນໄດ້ບໍ? ເຈົ້າບໍ່ສາມາດເຫັນ, ສຳຜັດ ຫຼື ແມ່ນແຕ່ຈິນຕະນາການໄດ້ວ່າຄວາມສົມບູນແບບ ຫຼື ຄວາມຍິ່ງໃຫຍ່ແມ່ນຫຍັງ. ແຕ່ຖ້າເຈົ້າເວົ້າວ່າຄົນໃດໜຶ່ງເຫັນແກ່ຕົວ, ເຈົ້າສາມາດເຫັນການກະທຳຂອງບຸກຄົນນັ້ນບໍ ແລະ ເຂົາສອດຄ່ອງກັບຄຳອະທິບາຍບໍ? ຖ້າເວົ້າວ່າຄົນໃດໜຶ່ງຊື່ສັດພ້ອມກັບຫົວໃຈທີ່ແທ້ຈິງ, ເຈົ້າສາມາດເຫັນພຶດຕິກຳນີ້ບໍ? ຖ້າເວົ້າວ່າຄົນໃດໜຶ່ງຫຼອກລວງ, ຄົດໂກງ ແລະ ຕໍ່າຊ້າ, ເຈົ້າສາມາດເຫັນສິ່ງເຫຼົ່ານ້ັນບໍ? ເຖິງແມ່ນວ່າເຈົ້າຫຼັບຕາຂອງເຈົ້າ, ເຈົ້າກໍສາມາດຮູ້ສຶກໄດ້ວ່າຄວາມເປັນມະນຸດຂອງບຸກຄົນເປັນປົກກະຕິ ຫຼື ເປັນຕາລັງກຽດຜ່ານສິ່ງທີ່ພວກເຂົາເວົ້າ ແລະ ວິທີການທີ່ພວກເຂົາກະທຳ. ສະນັ້ນ, “ຄວາມເປັນມະນຸດທີ່ດີ ຫຼື ບໍ່ດີ” ບໍ່ແມ່ນວະລີທີ່ວ່າງເປົ່າ. ຕົວຢ່າງ: ຄວາມເຫັນແກ່ຕົວ ແລະ ຄວາມຕໍ່າຊ້າ, ຄວາມຄົດໂກງ ແລະ ຄວາມຫຼອກລວງ, ຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳລ້ວນແລ້ວແຕ່ເປັນສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ໃນຊີວິດເມື່ອເຈົ້າຕິດຕໍ່ພົວພັນກັບຄົນໜຶ່ງ; ສິ່ງເຫຼົ່ານີ້ຄືອົງປະກອບທີ່ບໍ່ດີຂອງຄວາມເປັນມະນຸດ. ສະນັ້ນ, ສາມາດຮັບຮູ້ອົງປະກອບທີ່ດີຂອງຄວາມເປັນມະນຸດທີ່ຜູ້ຄົນຄວນມີ ເຊັ່ນ: ຄວາມຊື່ສັດ ແລະ ການຮັກຄວາມຈິງ, ໃນຊີວິດປະຈຳວັນບໍ? ບໍ່ວ່າຄົນໃດໜຶ່ງຈະມີແສງສະຫວ່າງຂອງພຣະວິນຍານບໍລິສຸດ ຫຼື ບໍ່; ບໍ່ວ່າພວກເຂົາຈະສາມາດຮັບການຊີ້ນໍາຂອງພຣະເຈົ້າ ຫຼື ບໍ່; ບໍ່ວ່າພວກເຂົາຈະມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່, ເຈົ້າສາມາດເຫັນທຸກສິ່ງນີ້ບໍ? ເຈົ້າສາມາດແຍກແຍະພວກມັນທັງໝົດບໍ? ແມ່ນຫຍັງຄືເງື່ອນໄຂທີ່ບຸກຄົນໜຶ່ງຕ້ອງມີເພື່ອຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ, ຮັບເອົາການຊີ້ນໍາຂອງພຣະເຈົ້າ ແລະ ເຮັດຕາມຫຼັກການແຫ່ງຄວາມຈິງໃນທຸກສິ່ງ? ພວກເຂົາຕ້ອງມີຫົວໃຈທີ່ຊື່ສັດ, ຮັກຄວາມຈິງ, ສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ສາມາດປະຕິບັດຄວາມຈິງຫຼັງຈາກທີ່ພວກເຂົາເຂົ້າໃຈມັນ. ການມີເງື່ອນໄຂເຫຼົ່ານີ້ໝາຍຄວາມເຖິງການມີແສງສະຫວ່າງຂອງພຣະວິນຍານບໍລິສຸດ, ການທີ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການທີ່ສາມາດນໍາຄວາມຈິງໄປປະຕິບັດໄດ້ຢ່າງງ່າຍດາຍ. ຖ້າຄົນໃດໜຶ່ງບໍ່ແມ່ນຄົນຊື່ສັດ ແລະ ບໍ່ຮັກຄວາມຈິງໃນຫົວໃຈຂອງພວກເຂົາ, ພວກເຂົາຈະດິ້ນຮົນເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າເຈົ້າໂອ້ລົມຄວາມຈິງກັບພວກເຂົາ, ບໍ່ມີຫຍັງຈະເປັນປະໂຫຍດຈາກສິ່ງນັ້ນ. ເຈົ້າຈະສາມາດບອກໄດ້ແນວໃດວ່າຄົນໃດໜຶ່ງເປັນຄົນຊື່ສັດ ຫຼື ບໍ່? ເຈົ້າຕ້ອງບໍ່ພຽງແຕ່ເບິ່ງວ່າພວກເຂົາເວົ້າຕົວະ ແລະ ສໍ້ໂກງ ຫຼື ບໍ່, ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄືການເບິ່ງວ່າພວກເຂົາສາມາດຍອມຮັບຄວາມຈິງ ແລະ ນໍາມັນໄປປະຕິບັດໄດ້ ຫຼື ບໍ່. ນັ້ນຄືສິ່ງທີ່ສຳຄັນທີ່ສຸດ. ເຮືອນຂອງພຣະເຈົ້າໄດ້ໂຍນຄົນອອກຢູ່ສະເໝີ ແລະ ໃນຈຸດນີ້, ຫຼາຍຄົນກໍໄດ້ຖືກໂຍນອອກແລ້ວ. ພວກເຂົາບໍ່ແມ່ນຄົນຊື່ສັດ, ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຫຼອກລວງ. ພວກເຂົາຮັກສິ່ງທີ່ບໍ່ຊອບທຳ, ພວກເຂົາບໍ່ຮັກຄວາມຈິງເລີຍ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເປັນເວລາຈັກປີກໍຕາມ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ແຮງໜ້ອຍທີ່ຄົນເຊັ່ນນັ້ນຈະສາມາດປ່ຽນແປງໄດ້ຢ່າງແທ້ຈິງ. ສະນັ້ນ, ການທີ່ພວກເຂົາຖືກໂຍນຖິ້ມຈຶ່ງເປັນສິ່ງທີ່ບໍ່ສາມາດຫຼີກລ່ຽງໄດ້. ເມື່ອເຈົ້າຕິດຕໍ່ພົວພັນກັບບຸກຄົນໜຶ່ງ, ເຈົ້າເບິ່ງຫຍັງກ່ອນ? ເບິ່ງທີ່ຄຳເວົ້າ ແລະ ການກະທຳຂອງພວກເຂົາເພື່ອເບິ່ງວ່າພວກເຂົາຊື່ສັດ ຫຼື ບໍ່, ພວກເຂົາຮັກຄວາມຈິງ ຫຼື ບໍ່ ແລະ ພວກເຂົາສາມາດຍອມຮັບຄວາມຈິງ ຫຼື ບໍ່. ສິ່ງເຫຼົ່ານີ້ເປັນສິ່ງທີ່ສຳຄັນຢ່າງຍິ່ງ. ເຈົ້າສາມາດເຫັນເຖິງແກ່ນແທ້ຂອງບຸກຄົນໜຶ່ງໄດ້ໂດຍພື້ນຖານຕາບໃດທີ່ເຈົ້າສາມາດຕັດສິນໄດ້ວ່າພວກເຂົາເປັນຄົນຊື່ສັດ ຫຼື ບໍ່, ພວກເຂົາສາມາດຍອມຮັບຄວາມຈິງ ແລະ ນໍາມັນໄປປະຕິບັດໄດ້ ຫຼື ບໍ່. ຖ້າປາກຂອງບຸກຄົນໜຶ່ງເຕັມໄປດ້ວຍຄຳເວົ້າທີ່ດູດີ, ແຕ່ພວກເຂົາບໍ່ເຮັດຫຍັງທີ່ເປັນຈິງເລີຍ, ເມື່ອມັນຮອດເວລາທີ່ຈະເຮັດບາງສິ່ງທີ່ເປັນຈິງ, ພວກເຂົາພຽງແຕ່ຄິດຫາຕົນເອງ ແລະ ບໍ່ຄິດຫາຄົນອື່ນຈັກເທື່ອ, ແລ້ວນີ້ແມ່ນຄວາມເປັນມະນຸດປະເພດໃດ? (ຄວາມເຫັນແກ່ຕົວ ແລະ ຄວາມຕໍ່າຊ້າ. ເຂົາບໍ່ມີຄວາມເປັນມະນຸດ.) ມັນງ່າຍບໍສຳລັບບຸກຄົນໜຶ່ງທີ່ບໍ່ມີຄວາມເປັນມະນຸດຈຶ່ງໄດ້ຮັບຄວາມຈິງ? ມັນຍາກສຳລັບພວກເຂົາ. ເມື່ອພວກເຂົາປະສົບກັບຊ່ວງເວລາທົນທຸກ ຫຼື ຕ້ອງຈ່າຍລາຄາບາງຢ່າງ, ພວກເຂົາຄິດວ່າ “ພວກທ່ານໄປພົບກັບການທົນທຸກທັງໝົດນີ້ ແລະ ຈ່າຍລາຄາກ່ອນເລີຍ ແລະ ຫຼັງຈາກທີ່ບັນລຸຜົນຮັບຂ້ອນຂ້າງຫຼາຍແລ້ວ, ຂ້ານ້ອຍຈະຕາມໄປ”. ນີ້ແມ່ນຄວາມເປັນມະນຸດແບບໃດ? ພຶດຕິກຳດັ່ງກ່າວເປັນທີ່ຮູ້ຈັກໂດຍລວມວ່າ “ບໍ່ມີຄວາມເປັນມະນຸດ”. ທຸກຄົນມີອຸປະນິໄສທີ່ເສື່ອມຊາມ, ແຕ່ເມື່ອພົບເຫັນບັນຫາ, ຄວາມສຳນຶກຂອງຄົນເຊັ່ນນັ້ນກໍສະແດງອອກ ແລະ ພວກເຂົາຮູ້ສຶກຕຳນິຕົນເອງ, ສະນັ້ນພວກເຂົາຈຶ່ງສາມາດເຮັດຕາມຄວາມສຳນຶກຂອງພວກເຂົາ. ເຖິງແມ່ນວ່າພວກເຂົາບໍ່ເວົ້າວ່າ “ຂ້ານ້ອຍກຳລັງສະແຫວງຫາຄວາມຈິງ ແລະ ຕ້ອງເປັນຄົນດີ”, ພວກເຂົາເລີ່ມຕົ້ນໂດຍການມີຄວາມສຳນຶກທີ່ໃຊ້ການໄດ້ ແລະ ສາມາດເວົ້າໂດຍອາໄສຄວາມສຳນຶກຂອງພວກເຂົາວ່າ “ຂ້ານ້ອຍຕ້ອງຄູ່ຄວນກັບຄວາມກະລຸນາ ແລະ ການຄັດເລືອກຂອງພຣະເຈົ້າ”. ສະນັ້ນເມື່ອຄວາມສຳນຶກຂອງພວກເຂົາມີຜົນສະທ້ອນ, ແລ້ວພວກເຂົາຈະສາມາດປະຕິບັດຄວາມຈິງບໍ? ບໍ່ຈຳເປັນ, ແຕ່ຖ້າພວກເຂົາມີຄວາມເຕັມໃຈນີ້ເປັນຢ່າງໜ້ອຍ, ມັນກໍງ່າຍສຳລັບພວກເຂົາທີ່ປະຕິບັດຄວາມຈິງ, ເຊິ່ງເປັນພື້ນຖານທີ່ຈຳເປັນທີ່ສຸດເພື່ອໃຫ້ຜູ້ຄົນໄດ້ຮັບຄວາມຈິງ. ເມື່ອຜະເຊີນໜ້າກັບອັນຕະລາຍ, ບາງຄົນພຽງແຕ່ສົນໃຈກ່ຽວກັບການຫຼົບໜີ. ບາງຄົນປົກປ້ອງຄົນອື່ນ ແລະ ບໍ່ສົນໃຈກ່ຽວກັບຕົນເອງ. ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ບາງຄົນອົດກັ້ນ ແລະ ບາງຄົນກໍຕໍ່ສູ້. ສິ່ງເຫຼົ່ານີ້ຄືຄວາມແຕກຕ່າງໃນຄວາມເປັນມະນຸດ. ສະນັ້ນຄົນປະເພດໃດມີແນວໂນ້ມທີ່ຈະຮັບເອົາຄວາມຈິງ?ຫຼາຍຄົນເດັດດ່ຽວຢ່າງໜັກແໜ້ນຕໍ່ໜ້າພຣະເຈົ້າ ແລະ ກ່າວຄຳປະຕິຍານສາບານເພື່ອສົ່ງມອບໝົດຊີວິດຂອງພວກເຂົາໃຫ້ແກ່ພຣະອົງ, ເພື່ອເສຍສະຫຼະຕົນເອງສຳລັບພຣະອົງ ແລະ ບໍ່ຕ້ອງການຫຍັງເປັນການຕອບແທນ. ເຖິງຢ່າງໃດກໍຕາມ, ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີກໍຕໍ່ສູ້ເອົາກຳໄລຢູ່ສະເໝີ, ບໍ່ເຄີຍຍອມ ຫຼື ອົດກັ້ນ ແລະ ບໍ່ເຮັດຕາມຄວາມສຳນຶກຈັກເທື່ອ. ມັນເປັນເລື່ອງງ່າຍບໍສຳລັບຄົນເຊັ່ນນີ້ຈະຮັບເອົາຄວາມຈິງ? ມັນເປັນເລື່ອງງ່າຍບໍສຳລັບພວກເຂົາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ? (ບໍ່.) ມັນເປັນເລື່ອງງ່າຍສຳລັບຄົນປະເພດໃດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ຮັບເອົາຄວາມຈິງ? (ຄົນທີ່ມີຄວາມເປັນມະນຸດທີ່ດີ.) ຕ້ອງມີມາດຕະຖານສໍາລັບການມີຄວາມເປັນມະນຸດທີ່ດີ. ມັນບໍ່ກ່ຽວຂ້ອງກັບການຍ່າງໄປຕາມເສັ້ນທາງຂອງຄວາມພໍປະມານ, ບໍ່ຍຶດຕິດກັບຫຼັກການ, ພະຍາຍາມບໍ່ເຮັດໃຫ້ໃຜຂຸ່ນເຄືອງໃຈ, ເຮັດໃຫ້ມີຄວາມໂປດປານຢູ່ທຸກບ່ອນທີ່ເຈົ້າໄປ, ນິ້ມນວນ ແລະ ລຽບງ່າຍກັບທຸກຄົນທີ່ເຈົ້າພົບ ແລະ ເຮັດໃຫ້ທຸກຄົນເວົ້າດີກັບເຈົ້າ. ນີ້ບໍ່ແມ່ນມາດຕະຖານ. ສະນັ້ນ, ແມ່ນຫຍັງຄືມາດຕະຖານ? ມັນເປັນການທີ່ສາມາດຍອມຕໍ່ພຣະເຈົ້າ ແລະ ຄວາມຈິງ. ມັນເປັນການເຂົ້າຫາໜ້າທີ່ຂອງຄົນໆໜຶ່ງ ແລະ ທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດ້ວຍຫຼັກການ ແລະ ຄວາມສຳນຶກຮັບຜິດຊອບ. ສິ່ງນີ້ແມ່ນຊັດເຈນໃຫ້ທຸກຄົນໄດ້ເຫັນ; ທຸກຄົນຊັດເຈນກ່ຽວກັບເລື່ອງນີ້ຢູ່ໃນໃຈຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຄົ້ນຫາຫົວໃຈຂອງຜູ້ຄົນ ແລະ ຮູ້ຈັກສະຖານະການຂອງພວກເຂົາແຕ່ລະຄົນ; ບໍ່ວ່າພວກເຂົາເປັນໃຜກໍຕາມ, ບໍ່ມີໃຜສາມາດຫຼອກລວງພຣະເຈົ້າໄດ້. ບາງຄົນໂອ້ອວດສະເໝີວ່າຕົນເອງມີຄວາມເປັນມະນຸດທີ່ດີ, ພວກເຂົາບໍ່ເຄີຍເວົ້າບໍ່ດີກ່ຽວກັບຄົນອື່ນ, ບໍ່ເຄີຍທຳຮ້າຍຜົນປະໂຫຍດຂອງຄົນອື່ນ ແລະ ພວກຂົາອ້າງວ່າບໍ່ເຄີຍໂລບເອົາຊັບສິນຂອງຄົນອື່ນ. ເມື່ອມີການຂັດແຍ້ງກັນກ່ຽວກັບຜົນປະໂຫຍດ, ພວກເຂົາເຖິງກັບມັກທີ່ຈະສູນເສຍຫຼາຍກວ່າເອົາປຽບຄົນອື່ນ ແລະ ໃຫ້ທຸກຄົນຄິດວ່າພວກເຂົາເປັນຄົນດີ. ແນວໃດກໍຕາມ, ເມື່ອປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາເຈົ້າເລ່ ແລະ ລື່ນໄຫຼ, ວາງແຜນອຸບາຍເພື່ອຕົນເອງຢູ່ສະເໝີ. ພວກເຂົາບໍ່ເຄີຍຄິດເຖິງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ພວກເຂົາບໍ່ເຄີຍປະຕິບັດຢ່າງຮີບດ່ວນຕໍ່ສິ່ງທີ່ພຣະເຈົ້າປະຕິບັດຢ່າງຮີບດ່ວນ ຫຼື ຄິດແບບທີ່ພຣະເຈົ້າຄິດ ແລະ ພວກເຂົາບໍ່ເຄີຍສາມາດປະຖິ້ມຜົນປະໂຫຍດຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງຕົນໄດ້. ພວກເຂົາບໍ່ເຄີຍປະຖິ້ມຜົນປະໂຫຍດຂອງຕົນເອງຈັກເທື່ອ. ແມ່ນແຕ່ເມື່ອພວກເຂົາເຫັນຄົນຊົ່ວຊ້າກຳລັງເຮັດຄວາມຊົ່ວຢູ່, ພວກເຂົາກໍບໍ່ເປີດໂປງພວກເຂົາ; ພວກເຂົາບໍ່ມີຫຼັກການໃດເລີຍ. ນີ້ແມ່ນຄວາມເປັນມະນຸດປະເພດໃດ? ມັນບໍ່ແມ່ນຄວາມເປັນມະນຸດທີ່ດີ. ຈົ່ງຢ່າໃສ່ໃຈກັບສິ່ງທີ່ຄົນເຊັ່ນນັ້ນເວົ້າ; ເຈົ້າຕ້ອງເບິ່ງວ່າພວກເຂົາໃຊ້ຊີວິດແນວໃດ, ພວກເຂົາເປີດເຜີຍຫຍັງ ແລະ ທັດສະນະຄະຕິຂອງພວກເຂົາເປັນແນວໃດເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ລວມເຖິງວ່າສະພາວະພາຍໃນຂອງພວກເຂົາເປັນແນວໃດ ແລະ ສິ່ງທີ່ພວກເຂົາຮັກ. ຖ້າຄວາມຮັກຂອງພວກເຂົາຕໍ່ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງເກີນຄວາມຈົ່ງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຄວາມຮັກຂອງພວກເຂົາຕໍ່ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງເກີນຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ຫຼື ຖ້າຄວາມຮັກຂອງພວກເຂົາຕໍ່ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເອງເກີນຄວາມຄໍານຶງທີ່ພວກເຂົາສະແດງອອກຕໍ່ພຣະເຈົ້າ, ຄົນເຊັ່ນນີ້ມີຄວາມເປັນມະນຸດບໍ? ພວກເຂົາບໍ່ແມ່ນຄົນທີ່ມີຄວາມເປັນມະນຸດ. ພຶດຕິກໍາຂອງພວກເຂົາສາມາດເຫັນໄດ້ໂດຍຄົນອື່ນ ແລະ ໂດຍພະເຈົ້າ; ມັນຈຶ່ງຍາກຫຼາຍສຳລັບຄົນເຊັ່ນນັ້ນທີ່ຈະໄດ້ຮັບຄວາມຈິງ.

ຕອນນີ້, ພວກເຈົ້າທຸກຄົນເຂົ້າໃຈບໍວ່າຄົນປະເພດໃດຈຶ່ງຈະສາມາດຮັບເອົາຄວາມຈິງ? ທຸກຄົນເຕັມໃຈທີ່ຈະສະແຫວງຫາຄວາມຈິງ, ພວກເຂົາທຸກຄົນເຊື່ອໃນພຣະເຈົ້າ, ເຕົ້າໂຮມ ແລະ ຮັບຟັງຄຳເທດສະໜາ, ເຮັດໜ້າທີ່ຂອງພວກເຂົາ ແລະ ໂອ້ລົມກ່ຽວກັບຄວາມຈິງ, ແຕ່ເປັນຫຍັງຫຼັງຈາກສອງສາມປີ ບາງຄົນຈຶ່ງສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ແລະ ເປັນພະຍານໃຫ້ພຣະເຈົ້າ, ໃນຂະນະທີ່ບາງຄົນບໍ່ມີຄຳພະຍານຈາກປະສົບການເລີຍ ຫຼື ພວກເຂົາບໍ່ສາມາດເຮັດໜ້າທີ່ຫຍັງໄດ້ດີເລີຍ? ແມ່ນຫຍັງຄືຄວາມແຕກຕ່າງ? ໃນຄວາມເປັນຈິງແລ້ວ, ຄວາມແຕກຕ່າງແມ່ນຢູ່ທີ່ຄວາມບໍ່ຄ້າຍກັນລະຫວ່າງຄວາມເປັນມະນຸດຂອງພວກເຂົາ. ບາງຄົນມີຄວາມສຳນຶກ ແລະ ເຫດຜົນ, ໃນຂະນະທີ່ຄົນອື່ນບໍ່ມີ; ບາງຄົນຮັກຄວາມຈິງ ໃນຂະນະທີ່ຄົນອື່ນບໍ່ຮັກ. ສະນັ້ນຄົນປະເພດໃດຈະສາມາດຮັບເອົາຄວາມຈິງໄດ້ຢ່າງງ່າຍດາຍ? (ຄົນທີ່ຈິງໃຈຕໍ່ພຣະເຈົ້າ, ຄັນທີ່ຊື່ສັດ, ຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນ.) ນີ້ຄືສິ່ງທີ່ສຳຄັນຫຼາຍ. ຕອນນີ້ເມື່ອພວກເຈົ້າໄດ້ເຂົ້າໃຈສິ່ງນັ້ນແລ້ວ ພວກເຈົ້າຄວນພິຈາລະນາສິ່ງນີ້: ຄວາມເຈົ້າໃຈ ແລະ ການຮັບເອົາຄວາມຈິງກ່ຽວຂ້ອງກັບພາບລັກຂອງຜູ້ຄົນ, ຄວາມສາມາດ, ລະດັບການສຶກສາ, ເບື້ອງຫຼັງການເກີດຂອງພວກເຂົາ, ອາຍຸ, ສະພາບແວດລ້ອມທາງຄອບຄົວ, ພອນສະຫວັນ ຫຼື ທັກສະວິຊາຊີບທີ່ພວກເຂົາໄດ້ຊໍານານບໍ? ເຈົ້າສາມາດເວົ້າວ່າພວກມັນບໍ່ມີພື້ນຖານທີ່ກ່ຽວຂ້ອງກັນ. ບາງຄົນມີຄວາມສາມາດຕໍ່າ, ແຕ່ພວກເຂົາເອງກໍສາມາດເພິ່ງພາໄດ້ຫຼາຍ. ພວກເຂົາໃຊ້ກຳລັງຫຼາຍເທົ່າທີ່ພວກເຂົາມີ, ບໍ່ມີເລ່ຫຼ່ຽມ ແລະ ຫຼອກລວງ ແລະ ພວກເຂົາມີຈິດສຳນຶກ ແລະ ຮັບຜິດຊອບສຳລັບສິ່ງຕ່າງໆ. ຖ້າພວກເຂົາເຮັດຜິດ, ພວກເຂົາກໍສາມາດຍອມຮັບຄວາມຈິງ ແລະ ປະຕິບັດຕາມຫຼັກການ; ເມື່ອພວກເຂົາມີຄວາມຫຍຸ້ງຍາກ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ. ຜົນຮັບຈາກການເຮັດໜ້າທີ່ຂອງພວກເຂົາກໍດີຂຶ້ນເລື້ອຍໆ ແລະ ເຖິງແມ່ນວ່າຄົນທີ່ມີພອນສະຫວັນດູຖູກພວກເຂົາ, ພຣະເຈົ້າກໍມັກຄົນປະເພດນີ້. ເມື່ອພຣະເຈົ້າມອບຄວາມກະລຸນາໃຫ້ຜູ້ຄົນ ແລະ ປ່ອຍໃຫ້ພວກເຂົາເຂົ້າໃຈຄວາມຈິງ, ພຣະອົງບໍ່ໄດ້ເບິ່ງທີ່ລັກສະນະພາຍນອກຂອງພວກເຂົາ, ລະດັບການສຶກສາຂອງພວກເຂົາ, ຄຸນນະພາບຄວາມສາມາດຂອງພວກເຂົາ ຫຼື ຄວາມຄ່ອງແຄ້ວຂອງພວກເຂົາ, ພຣະເຈົ້າບໍ່ໄດ້ເບິ່ງສິ່ງໃດໆນີ້ເລີຍ. ບາງຄົນເວົ້າວ່າ: “ຂ້ານ້ອຍປາກເວົ້າ ແລະ ໃຊ້ລີ້ນໄດ້ຊ້າ, ແຕ່ຂ້ານ້ອຍເຫັນຄົນທີ່ມີທັກສະຫຼາຍໃນການປາກເວົ້າຂອງພວກເຂົາ. ຂ້ານ້ອຍບໍ່ສູງ ຫຼື ຂ້ານ້ອຍບໍ່ໄດ້ໂດດເດັ່ນຈາກຄົນປົກກະຕິຫຼາຍ. ຂ້ານ້ອຍບໍ່ມີການສຶກສາ ຫຼື ຄວາມສາມາດຂອງຂ້ານ້ອຍບໍ່ດີຫຼາຍ. ນັ້ນບໍ່ໝາຍຄວາມວ່າຂ້ານ້ອຍຈົບແລ້ວບໍ?” ນີ້ແມ່ນຄວາມຄິດແບບໃດ? ມັນບໍ່ແມ່ນການເຂົ້າໃຈພຣະເຈົ້າຜິດບໍ? ມັນບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ? (ແມ່ນແລ້ວ.) ຄົນທີ່ມີທັດສະນະຄະຕິເຊັ່ນນີ້ບໍ່ແມ່ນຄົນກະບົດບໍ? ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າເລີຍ. ພວກເຂົາຄິດວ່າທຸກຄົນທີ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ ຫຼື ຄົນທີ່ໄດ້ຮັບແສງສະຫວ່າງ ແລະ ການນໍາພາໂດຍພຣະອົງ, ມີພອນສະຫວັນ, ພວກເຂົາສາມາດເວົ້າໄດ້ເປັນຢ່າງດີ, ພວກເຂົາມີການສຶກສາ ແລະ ຄວາມຮູ້ທີ່ດີຫຼາຍ, ພວກເຂົາທຸກຄົນເປັນອັດສະລິຍະ ແລະ ພຣະເຈົ້າກໍມັກພວກເຂົາ. ນີ້ບໍ່ແມ່ນການໃສ່ຮ້າຍພຣະເຈົ້າບໍ? ພວກເຂົາບໍ່ເຂົ້າໃຈຄວາມຄິດຂອງພຣະເຈົ້າເລີຍ! ຄົນເວົ້າຢູ່ສະເໝີວ່າພຣະເຈົ້າຊອບທຳ ແລະ ພຣະອົງເຫັນເຂົ້າໄປໃນຫົວໃຈຂອງມະນຸດ, ແຕ່ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ຜູ້ຄົນກໍເຂົ້າໃຈພຣະເຈົ້າຜິດ. ເຈົ້າເຂົ້າໃຈດີຂຶ້ນໜ້ອຍໜຶ່ງບໍໃນຕອນນີ້? ພຣະເຈົ້າເຫັນຫຍັງເມື່ອພຣະອົງເບິ່ງທີ່ຜູ້ຄົນ? ພຣະອົງເຫັນຫົວໃຈຂອງພວກເຂົາ. ທຸກສິ່ງທີ່ຜູ້ຄົນເວົ້າ ແລະ ເຮັດແມ່ນຖືກຄວບຄຸມໂດຍຫົວໃຈຂອງພວກເຂົາ. ຖ້າຫົວໃຈຂອງເຈົ້າຊື່ສັດ, ແລ້ວເຈົ້າກໍຈະມີຄວາມເປັນມະນຸດທີ່ດີ. ເຈົ້າຈະສາມາດເຂົ້າໃຈຄວາມຈິງເທື່ອລະໜ້ອຍ, ເຈົ້າຈະສາມາດບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າຈົນເຖິງລະດັບໃດໜຶ່ງ ແລະ ເຈົ້າຈະສາມາດພິຈາລະນາຄວາມປະສົງຂອງພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຫຼອກລວງເກີນໄປ, ປິດກັ້ນ ແລະ ດື້ດ້ານ, ຖ້າເຈົ້າເຫັນແກ່ຕົວ, ບໍ່ມີຄວາມເປັນມະນຸດທີ່ດີ ແລະ ຕິດຢູ່ໃນແນວຄິດຢູ່ສະເໝີ, ຈິນຕະນາການວ່າພຣະເຈົ້າຄວນກະທຳແນວໃດ, ຖ້າເມື່ອເຈົ້າພົບພໍ້ກັບບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍເຂົ້າໃຈພຣະເຈົ້າຜິດ ແລະ ບໍ່ເຄີຍເຂົ້າໃຈຄວາມປະສົງຂອງພຣະອົງຈັກເທື່ອ, ແລ້ວເຈົ້າຈະສາມາດຮັບເອົາຄວາມຈິງບໍ? ບໍ່, ເຈົ້າຈະບໍ່ສາມາດຮັບເອົາໄດ້. ໃນທີ່ສຸດແລ້ວ, ເມື່ອເຈົ້າບໍ່ສາມາດຮັບເອົາຄວາມຈິງ, ເຈົ້າຈະກ່າວໂທດຕົນເອງ, ຄົນອື່ນ ຫຼື ພຣະເຈົ້າ ແລ້ວເວົ້າວ່າພຣະເຈົ້າບໍ່ຍຸຕິທຳບໍ? (ພວກເຮົາຈະກ່າວໂທດຕົນເອງ.) ຖືກຕ້ອງ, ເຈົ້າຈະກ່າວໂທດຕົນເອງ. ສະນັ້ນຄົນທີ່ເປັນເຊັ່ນນີ້ຄວນເຮັດຫຍັງເພື່ອຮັບເອົາຄວາມຈິງ? ພວກເຂົາຕ້ອງການສະແຫວງຫາຄວາມຈິງ ແລະ ນໍາຄວາມຈິງໄປປະຕິບັດ ແລະ ພວກເຂົາຕ້ອງປະພຶດ ແລະ ປະຕິບັດໃນລັກສະນະໃດໜຶ່ງ. ຖ້າພວກເຂົາເຂົ້າໃຈໂດຍບໍ່ປະຕິບັດ, ພວກເຂົາຍັງບໍ່ສາມາດຮັບເອົາຄວາມຈິງ. ເມື່ອຄວາມເຫັນແກ່ຕົວ ແລະ ແຜນອຸບາຍສຳລັບກຳໄລຂອງເຈົ້າເອງປາກົດຢູ່ຳໃນເຈົ້າ ແລະ ເຈົ້າກໍຮັບຮູ້ມັນ, ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້. ສິ່ງທຳອິດທີ່ເຈົ້າຄວນຮູ້ຄື ໃນແກ່ນແທ້ແລ້ວ, ການເຮັດໃນລັກສະນະນີ້ເປັນການລະເມີດຫຼັກການແຫ່ງຄວາມຈິງ, ມັນເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກ, ມັນເປັນພຶດຕິກຳທີ່ເຫັນແກ່ຕົວ ແລະ ໜ້າລັງກຽດ, ມັນບໍ່ແມ່ນສິ່ງທີ່ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນຄວນເຮັດ. ເຈົ້າຄວນປະຖິ້ມຜົນປະໂຫຍດ ແລະ ຄວາມເຫັນແກ່ຕົວຂອງເຈົ້າເອງ ແລະ ຄວນຄິດກ່ຽວກັບວຽກງານຂອງຄຣິສຕະຈັກ, ນັ້ນແມ່ນສິ່ງທີ່ພຣະເຈົ້າປະສົງ. ຫຼັງຈາກທີ່ອະທິຖານ ແລະ ໄຕ່ຕອງກ່ຽວກັບຕົນເອງ, ຖ້າເຈົ້າຮູ້ຢ່າງແທ້ຈິງວ່າການເຮັດແບບນັ້ນເປັນການເຫັນແກ່ຕົວ ແລະ ໜ້າລັງກຽດ, ການປະຖິ້ມຄວາມເຫັນແກ່ຕົວຂອງເຈົ້າກໍຈະງ່າຍ. ເມື່ອເຈົ້າປະຖິ້ມຄວາມເຫັນແກ່ຕົວຂອງເຈົ້າ ແລະ ແຜນອຸບານສຳລັບກຳໄລ, ເຈົ້າຈະຮູ້ສຶກໝັ້ນຄົງ, ເຈົ້າຈະສະຫງົບສຸກ, ປິຕິຍິນດີ ແລະ ຈະຮູ້ສຶກວ່າຄົນທີ່ມີຄວາມສຳນຶກ ແລະ ເຫດຜົນຄວນຄິດຫາວຽກງານຂອງຄຣິສຕະຈັກ, ພວກເຂົາບໍ່ຄວນຈົດຈໍ່ຢູ່ກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ ເຊິ່ງຈະເປັນການເຫັນແກ່ຕົວ, ໜ້າລັງກຽດຫຼາຍ ແລະ ຂາດຈິດສຳນຶກ ຫຼື ເຫດຜົນ. ການກະທຳທີ່ບໍ່ເຫັນແກ່ຕົວ, ຄິດເຖິງວຽກງານຂອງຄຣິສຕະຈັກ ແລະ ເຮັດໃນສິ່ງຕ່າງໆຢ່າງພິເສດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ມີກຽດ ແລະ ຈະນຳຄຸນຄ່າມາສູ່ການດຳລົງຢູ່ຂອງເຈົ້າ. ໂດຍດຳລົງຊີວິດໃນລັກສະນະນີ້ເທິງແຜ່ນດິນໂລກ, ເຈົ້າເປັນຄົນເປີດເຜີຍ ແລະ ຊື່ສັດ, ເຈົ້າກໍາລັງດໍາລົງຊີວິດຕາມຄວາມເປັນມະນຸດປົກກະຕິ ແລະ ພາບລັກທີ່ແທ້ຈິງຂອງມະນຸດ ແລະ ເຈົ້າບໍ່ພຽງແຕ່ມີຈິດສຳສຶກທີ່ຊັດເຈນເທົ່ານັ້ນ, ແຕ່ຍັງຄູ່ຄວນກັບທຸກສິ່ງທີ່ພຣະເຈົ້າປະທານໃຫ້ແກ່ເຈົ້າ. ຍິ່ງເຈົ້າດຳລົງຊີວິດແບບນີ້ຫຼາຍສ່ຳໃດ, ເຈົ້າຍິ່ງຈະຮູ້ສຶກມີເຫດຜົນຫຼາຍຍິ່ງຂຶ້ນ, ເຈົ້າຈະຍິ່ງສະຫງົບສຸກ ແລະ ປິຕິຍິນດີ ແລະ ເຈົ້າຈະຍິ່ງຮູ້ສຶກສົດໄສຫຼາຍຍິ່ງຂຶ້ນ. ດ້ວຍເຫດນີ້, ເຈົ້າຈະບໍ່ກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າບໍ?

ບໍ່ວ່າອຸປະນິໄສທີ່ເສື່ອມຊາມແຫ່ງຄວາມເຫັນແກ່ຕົວ, ຄວາມໃຈດຳ, ຄວາມຫຼອກລວງ ແລະ ຄຳເວົ້າຕົວະຂອງຜູ້ຄົນຈະສາມາດແກ້ໄຂໄດ້ ຫຼື ບໍ່ ແມ່ນຂຶ້ນກັບວ່າພວກເຂົາຈະສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ຄົນທີ່ສາມາດຍອມຮັບຄວາມຈິງກໍລ້ວນແລ້ວແຕ່ກຽດຊັງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກຽດຊັງຄວາມເຫັນແກ່ຕົວ ແລະ ຄວາມໃຈດຳ ແລະ ຄວາມຫຼອກລວງ ແລະ ຄຳເວົ້າຕົວະຂອງພວກເຂົາ. ພວກເຂົາບໍ່ເຕັມໃຈທີ່ຈະປ່ອຍໃຫ້ສິ່ງເຫຼົ່ານີ້ປົນເປື້ອນ ຫຼື ຈຳກັດພວກເຂົາ. ຕາບໃດທີ່ຄົນທີ່ຮັກຄວາມຈິງເລີ່ມມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ແລ້ວມັນກໍເປັນເລື່ອງງ່າຍສຳລັບພວກເຂົາທີ່ຈະປະຖິ້ມຂີ້ເຫຍື້ອ ແລະ ເສດສິ່ງຂອງທີ່ບໍ່ດີນີ້. ຄົນທີ່ບໍ່ຮັກຄວາມຈິງກໍປະຕິບັດຕໍ່ສິ່ງທີ່ບໍ່ດີເຫຼົ່ານີ້ຄືກັບເປັນຊັບສົມບັດ. ພວກເຂົາຮັກກຳໄລຂອງພວກເຂົາເອງຫຼາຍເກີນໄປ, ພວກເຂົາບໍ່ເຕັມໃຈທີ່ຈະປະຖິ້ມເນື້ອໜັງ ແລະ ພວກເຂົາດື້ດ້ານຫຼາຍເກີນໄປ. ຜົນຕາມມາກໍຄື ພວກເຂົາບໍ່ສາມາດເຂົ້າໃຈຈັກເທື່ອວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ຫຼື ພວກເຂົາບໍ່ສາມາດຍອມຕໍ່ພຣະອົງໄດ້ຈັກເທື່ອ. ມັນເປັນເພາະຜູ້ຄົນບໍ່ຮັກ ຫຼື ຍອມຮັບຄວາມຈິງທີ່ພວກເຂົາເຊື່ອໃນພຣະເຈົ້າເປັນເວລາຫຼາຍປີໃນລັກສະນະທີ່ສັບສົນເຊັ່ນນັ້ນ. ເມື່ອເວລາມາຮອດທີ່ພວກເຂົາຈະເປັນພະຍານ, ລີ້ນຂອງພວກເຂົາກໍພັນກັນ ແລະ ພວກເຂົາບໍ່ສາມາດເວົ້າຫຍັງໄດ້. ຜູ້ຄົນໄດ້ຮັບຟັງຄຳເທດສະໜາກ່ຽວກັບຄວາມຈິງເປັນເວລາຫຼາຍປີ ແລະ ອຸປະນິໄຂອງພຣະເຈົ້າກໍເປັນທີ່ຮູ້ຈັກສຳລັບພວກເຂົາຢູ່ສະເໝີ, ສະນັ້ນຄົນທີ່ສະແຫວງຫາຄວາມຈິງກໍຄວນເຂົ້າໃຈໄດ້ແລ້ວ ແຕ່ຄົນທີ່ບໍ່ຮັກຄວາມຈິງກໍບໍ່ເຕັມໃຈທີ່ຈະເປີດໃຈຕົນເອງຕໍ່ໜ້າພຣະເຈົ້າ. ຫົວໃຈຂອງພວກເຂົາບໍ່ເຕັມໃຈທີ່ຈະປະຖິ້ມຄວາມມັກໃນເນື້ອໜັງ, ສະນັ້ນພວກເຂົາຈຶ່ງບໍ່ກ້າປະຕິບັດການເປີດໃຈຕົນເອງຕໍ່ໜ້າພຣະເຈົ້າໄດ້ຢ່າງງ່າຍດາຍ. ພວກເຂົາພຽງແຕ່ຕ້ອງການຮັບຄວາມກະລຸນາທີ່ພຣະເຈົ້າມອບໃຫ້ແກ່ມະນຸດໂດຍບໍ່ເສຍຫຍັງ, ແຕ່ພວກເຂົາບໍ່ຕ້ອງການປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າເວົ້າວ່າ: “ຖ້າເຈົ້າຕ້ອງການຮັບເອົາຄວາມກະລຸນາຂອງເຮົາ, ຖ້າເຈົ້າຕ້ອງການຮັບເອົາຄວາມຈິງເຫຼົ່ານີ້, ມີພຽງເງື່ອນໄຂດຽວ ນັ້ນກໍຄື ເຈົ້າຕ້ອງປະຖິ້ມກຳໄລຂອງເຈົ້າເອງ ແລະ ມອບຫົວໃຈທີ່ແທ້ຈິງຂອງເຈົ້າໃຫ້ເຮົາ”. ຜູ້ຄົນບໍ່ສາມາດບັນລຸເງື່ອນໄຂໜຶ່ງດຽວນີ້ໄດ້ເລີຍ ແລະ ພວກເຂົາຍັງຕ້ອງການຮຽກຮ້ອງຄວາມກະລຸນາຂອງພຣະເຈົ້າ, ຮຽກຮ້ອງຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ ແລະ ພວກເຂົາຕ້ອງການຮັບເອົາຄວາມຈິງ; ແຕ່ພວກເຂົາບໍ່ຕ້ອງການມອບຫົວໃຈທີ່ແທ້ຈິງຂອງພວກເຂົາໃຫ້ພຣະເຈົ້າ, ສະນັ້ນພວກເຂົາເປັນຄົນປະເພດໃດ? ພວກເຂົາບໍ່ແມ່ນພັກພວກດຽວກັນກັບຊາຕານບໍ? ພວກເຂົາສາມາດເຮັດທັງສອງຢ່າງໄດ້ໃນເວລາດຽວກັນບໍ? ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ສາມາດເຮັດໄດ້. ບໍ່ວ່າເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ບໍ່, ອຸປະນິໄສຂອງພຣະອົງບໍ່ເປັນທີ່ຮູ້ຈັກຢ່າງເປີດເຜີຍຕໍ່ຜູ້ຄົນຢູ່ສະເໝີ. ຖ້າບຸກຄົນໜຶ່ງບໍ່ເຄີຍຍອມຮັບຄວາມຈິງ ຫຼື ຖ້າພວກເຂົາເຂົ້າໃຈຄວາມຈິງໂດຍບໍ່ໄດ້ນໍາມັນໄປປະຕິບັດ, ແລ້ວມັນເປັນເພາະພວກເຂົາດື້ດ້ານເກີນໄປ ແລະ ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ພຣະເຈົ້າ. ສະນັ້ນ, ພວກເຂົາບໍ່ສາມາດຮັບເອົາຄວາມຈິງ ຫຼື ພວກເຂົາບໍ່ສາມາດມາຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ຈັກເທື່ອ. ນີ້ເປັນເພາະພຣະເຈົ້າປະຕິບັດຜູ້ຄົນຢ່າງບໍ່ເປັນທຳ. ຜູ້ຄົນມັກອ້າງເຖິງພຣະເຈົ້າເມື່ອເວົ້າວ່າ: “ພຣະເຈົ້າປະຕິບັດຕໍ່ຄົນທີ່ພຣະອົງຈະປະຕິບັດດ້ວຍຄວາມກະລຸນາ”, ແຕ່ພວກເຂົາບໍ່ເຂົ້າໃຈຄວາມໝາຍຂອງວະລີນີ້. ໃນທາງກົງກັນຂ້າມ, ພວກເຂົາເຂົ້າໃຈພຣະເຈົ້າຜິດ. ພວກເຂົາຄິດວ່າຄວາມກະລຸນາມາຈາກພຣະເຈົ້າ, ພຣະອົງມອບມັນໃຫ້ຄົນທີ່ພຣະອົງຈະມອບມັນໃຫ້ ແລະ ພຣະອົງດີກັບຄົນທີ່ພຣະອົງຈະດີນໍາ. ນີ້ຄວາມຈິງບໍ? ນີ້ບໍ່ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດບໍ? ພຣະເຈົ້າປະຕິບັດຕໍ່ຜູ້ຄົນອີງໃສ່ແກ່ນແທ້ຂອງພວກເຂົາ. ເມື່ອຜູ້ຄົນສາມາດເອົາໃຈໃສ່ກັບຄວາມປະສົງຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ, ແລ້ວພວກເຂົາກໍໄດ້ຮັບພອນຈາກພຣະເຈົ້າ. ຖ້າຜູ້ຄົນບໍ່ຍອມຮັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ, ແລ້ວຜົນຮັບກໍແຕກຕ່າງກັນ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າຍຸຕິທຳຕໍ່ທຸກຄົນ ແລະ ປະຕິບັດຕໍ່ພວກເຂົາຕາມຫຼັກການ, ມັນພຽງແຕ່ວ່າມີສ່ວນໃນມະນຸດຊາດທີ່ມີຫົວໃຈແຂງກະດ້າງເກີນໄປ, ສະນັ້ນພຣະເຈົ້າຈຶ່ງປະຕິບັດຕໍ່ພວກເຂົາຢ່າງແຕກຕ່າງ. ສິ່ງຕ່າງໆທີ່ພຣະເຈົ້າເຮັດຕໍ່ແຕ່ລະຄົນກໍແຕກຕ່າງກັນ, ເຊິ່ງອະທິບາຍວ່າພຣະອົງເຮັດສິ່ງຕ່າງໆຕາມຫຼັກການ. ພຣະເຈົ້າຊອບທຳຕໍ່ທຸກຄົນ. ຕົວຢ່າງ: ມີຫຼາຍຄົນທີ່ບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ. ພວກເຂົາພຽງແຕ່ຕ້ອງການເພ່ິງພາສອງມືຂອງພວກເຂົາເອງເພື່ອສ້າງຊີວິດທີ່ດີ ແລະ ອະນາຄົດສຳລັບພວກເຂົາເອງ. ພວກເຂົາຕ້ອງການເປັນເຈົ້ານາຍໂຊກຊະຕາ ແລະ ອະນາຄົດຂອງພວກເຂົາເອງ ແລະ ພວກເຂົາຄິດວ່າການເປັນເຈົ້ານາຍໂຊກຊະຕາຂອງພວກເຂົາກໍຢູ່ໃນມືຂອງພວກເຂົາເອງ. ພວກເຂົາບໍ່ຍອມຮັບອຳນາດສູງສຸດ ຫຼື ແຜນການຂອງພຣະເຈົ້າ ຫຼື ພວກເຂົາບໍ່ຍອມຕໍ່ພຣະອົງ ແລະ ພວກເຂົາຕ້ອງການໃຫ້ພຣະເຈົ້າເຮັດໃຫ້ພວກເຂົາພໍໃຈ. ເມື່ອພວກເຂົາສະດຸດ ແລະ ລົ້ມເຫຼວ, ພວກເຂົາກໍຈົ່ມວ່າພຣະເຈົ້າບໍ່ຍຸຕິທຳ. ສິ່ງນີ້ສົມເຫດສົມຜົນບໍ? ພວກເຂົາໂງ່ຈ້າ ແລະ ດື້ດ້ານເກີນໄປ. ແຕ່ພວກເຂົາຄິດຢູ່ສະເໝີວ່າພວກເຂົາສະຫຼາດ. ພວກເຂົາຄິດວ່າ: “ບາງຄົນປະຖິ້ມຄອບຄົວຂອງພວກເຂົາ ແລະ ພວກເຂົາບໍ່ຕ້ອງການຫຍັງ. ພວກເຂົາໃຊ້ເວລາທັງໝົດຂອງພວກເຂົາເພື່ອເຮັດໜ້າທີ່ຂອງພວກເຂົາ, ມອບຫົວໃຈທີ່ແທ້ຈິງຂອງພວກເຂົາໃຫ້ພຣະເຈົ້າ ແລະ ພວກເຂົາໄດ້ຮັບຫຍັງເປັນການຕອບແທນ? ພວກເຂົາບໍ່ຮູ້ວ່າພຣະເຈົ້າກຳລັງຈະເຮັດຫຍັງໃນອະນາຄົດ, ແຕ່ພວກເຂົາປະຖິ້ມທຸກສິ່ງ, ເຮັດໃຫ້ຕົນເອງບໍ່ມີທາງອອກ. ຄົນເຫຼົ່ານີ້ໂງ່ຈ້າຫຼາຍ! ເບິ່ງແມະຂ້ານ້ອຍສະຫຼາດສໍ່າໃດ, ຂ້ານ້ອຍຕິດຕາມວິທີການນີ້: ຂ້ານ້ອຍມີຕີນໜຶ່ງຂ້າງຢູ່ໃນແຕ່ລະຝາກ.ຂ້ານ້ອຍບໍ່ຈຳເປັນຕ້ອງປະຖິ້ມຫຍັງ ຫຼື ຂ້ານ້ອຍບໍ່ຈຳເປັນຕ້ອງເຮັດໃຫ້ຫຍັງຊັກຊ້າ ແລະ ໃນທີ່ສຸດແລ້ວ ຂ້ານ້ອຍຍັງຈະຖືກຊ່ວຍໃຫ້ລອດພົ້ນ”. ບຸກຄົນນີ້ສະຫຼາດບໍ ຫຼື ພວກເຂົາເປັນຄົນໂງ່ຈ້າ? (ພວກເຂົາເປັນຄົນໂງ່ຈ້າ.) ພວກເຂົາເປັນຄົນໂງ່ຈ້າຢ່າງແນ່ນອນ. ເມື່ອທຽບໃສ່ຄົນອື່ນ, ຄົນສະຫຼາດ ແລະ ຄົນທີ່ໂງ່ຈ້າ ແລະ ດື້ດ້ານມີຄວາມແຕກຕ່າງກັນໃນຄວາມເປັນມະນຸດຂອງພວກເຂົາ. ຄົນສະຫຼາດມີຄວາມເປັນມະນຸດທີ່ດີ, ໃນຂະນະທີ່ຄົນໂງ່ຈ້າ ແລະ ດື້ດ້ານມີຄວາມເປັນມະນຸດທີ່ບໍ່ດີ. ຄົນສະຫຼາດຍອມຮັບຄວາມຈິງ, ໃນຂະນະທີ່ຄົນໂງ່ຈ້າ ແລະ ດື້ດ້ານບໍ່ຍອມຮັບ ແລະ ຜົນຕາມມາໃນທີ່ສຸດຂອງພວກເຂົາກໍຈະແຕກຕ່າງກັນ.

ໃນການເຮັດໜ້າທີ່ຂອງຄົນໆໜຶ່ງ, ມີຄົນສອງປະເພດຫຼັກ. ຄົນໜຶ່ງແມ່ນປະເພດທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງຈິງໃຈ, ໃນຂະນະທີ່ອີກຄົນເປັນປະເພດທີ່ປ່ອຍໃຫ້ຕົນເອງມີທາງອອກຢູ່ສະເໝີ. ພວກເຈົ້າຄິດວ່າພຣະເຈົ້າຈະຍົກຍ້ອງ ແລະ ຊ່ວຍຄົນປະເພດໃດໃຫ້ລອດພົ້ນ? (ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງຈິງໃຈ.) ພຣະເຈົ້າຕ້ອງການຮັບເອົາຄົນທີ່ເສຍສະຫຼະຕົນເອງສຳລັບພຣະອົງຢ່າງຈິງໃຈ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າບໍ່ມີຂໍ້ຮຽກຮ້ອງຫຍັງຈາກຜູ້ຄົນ. ພຣະອົງພຽງແຕ່ຮຽກຮ້ອງໃຫ້ຜູ້ຄົນຈິງໃຈເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ; ພຣະອົງບໍ່ຕ້ອງການເອົາກຳໄລສ່ວນຕົວຂອງເຈົ້າໄປ. ພຣະເຈົ້າໄດ້ມອບໂອກາດໃຫ້ພວກເຈົ້າໄດ້ຝຶກຝົນໃນການເຮັດໜ້າທີ່ຂອງເຈົ້າ ແລະ ພັດທະນາພອນສະຫວັນທຸກປະເພດ ແລະ ສິ່ງທີ່ພຣະອົງຕ້ອງການກໍຄືຄວາມຈິງໃຈຂອງຜູ້ຄົນ. ບໍ່ວ່າເຈົ້າຈະເຮັດໜ້າທີ່ຂອງເຈົ້າຢູ່ໃສກໍຕາມ ຫຼື ໜ້າທີ່ຂອງເຈົ້າຈະແມ່ນຫຍັງກໍຕາມ, ພຣະເຈົ້າໄດ້ມອບພື້ນທີ່ທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເປັນໄປໄດ້ ເຊິ່ງຈະພັດທະນາພອນສະຫວັນ ແລະ ທັກຂອງເຈົ້າ ແລະ ໃນທີ່ສຸດແລ້ວ ພຣະເຈົ້າຕ້ອງການປ່ອຍໃຫ້ເຈົ້າຮັບເອົາຄວາມຈິງໃນສະພາບແວດລ້ອມ ແລະ ໜ້າທີ່ທຸກປະເພດ, ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດ. ນີ້ຄືຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າບໍ່ຕ້ອງການເອົາທຸກສິ່ງໄປຈາກເຈົ້າ, ໃນທາງກົງກັນຂ້າມ ພຣະອົງຕ້ອງການສຳເລັດທຸກສິ່ງເພື່ອເຈົ້າ, ພຣະອົງຕ້ອງການມອບທຸກສິ່ງໃຫ້ເຈົ້າ. ບາງຄົນມີຄວາມຄິດແຄບຢູ່ສະເໝີ; ໃນຂະນະທີ່ພວກເຂົາໄດ້ສຶກສາຄວາມຮູ້ທາງວິຊາຊີບບາງຢ່າງໃນໂລກທີ່ບໍ່ແມ່ນສາສະໜາ, ພວກເຂົາຄິດວ່າຖ້າພວກເຂົາເຮັດໜ້າທີ່ຂອງພວກເຂົາ, ພວກເຂົາຈະປະລະຄວາມຮູ້ທາງວິຊາຊີບຂອງພວກເຂົາທັງໝົດ. ເຖິງແມ່ນວ່າມັນຖືກຍົກເລີກ, ສິ່ງນັ້ນຈະເທົ່າກັບການສູນເສຍແທ້ໆບໍ? ໂດຍການເຮັດໜ້າທີ່ຂອງເຈົ້າໃນຕອນນີ້, ເຈົ້າຈະຮັບເອົາຄວາມຈິງ ແລະ ຊີວິດ. ໂດຍການປຽບທຽບ, ສິ່ງໃດມີຄ່າກວ່າກັນ: ຄວາມຮູ້ໜ້ອຍໜຶ່ງທີ່ໄຮ້ປະໂຫຍດ ແລະ ຖືກເບິ່ງຂ້າມ ຫຼື ຄວາມຈິງ ແລະ ຊີວິດ? ບໍ່ຕ້ອງກ່າວເຖິງເລີຍວ່າ ສິ່ງທີ່ເປັນປະໂຫຍດຢ່າງແທ້ຈິງທີ່ເຈົ້າໄດ້ຮຽນຮູ້ແມ່ນສາມາດພັດທະນາ ແລະ ປັບໃຊ້ເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ. ຄວາມຊົງຈຳຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະບໍ່ໜັກແໜ້ນກວ່າບໍ ຖ້າເຈົ້າໄດ້ໃຊ້ພວກມັນເພື່ອເຮັດໜ້າທີ່ຂອງເຈົ້າ? ການຈົດຈຳສິ່ງຕ່າງໆທີ່ເຈົ້າບໍ່ໃຊ້ບໍ່ແມ່ນສິ່ງລົບກວນ ແລະ ຄວາມບໍ່ສະດວກສະບາຍ, ສະນັ້ນການປ່ອຍໃຫ້ພວກມັນຖືກຍົກເລີກກໍຈະບໍ່ໂຊກຮ້າຍເລີຍ. ໃນຕອນນີ້, ຄວາມມັກເວລາວ່າງ ແລະ ທັກສະຂອງພວກເຈົ້າພັດທະນາເມື່ອພວກເຈົ້າເຮັດໜ້າທີ່. ອີກຢ່າງ, ເມື່ອພວກເຈົ້າເຮັດໜ້າທີ່ຂອງສິ່ງຖືກສ້າງໃນລະຫວ່າງຊ່ວງເວລານີ້, ພວກເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຫົນທາງທີ່ຖືກຕ້ອງໃນຊີວິດ. ຊ່າງເປັນເຫດການທີ່ມີຄວາມສຸກ, ຊ່າງເປັນຄວາມໂຊກດີ! ບໍ່ວ່າເຈົ້າຈະເບິ່ງມັນແນວໃດກໍຕາມ, ມັນບໍ່ແມ່ນການສູນເສຍ. ເມື່ອພວກເຈົ້າຕິດຕາມພຣະເຈົ້າ, ເຮັດໃຫ້ຕົນເອງອອກຫ່າງຈາກສະຖານທີ່ຜິດບາບ ແລະ ເຮັດໃຫ້ຕົນເອງອອກຈາກກຸ່ມຄົນຊົ່ວຮ້າຍ, ຢ່າງໜ້ອຍທີ່ສຸດ ຄວາມຄິດ ແລະ ຫົວໃຈຂອງເຈົ້າຈະບໍ່ສືບຕໍ່ທົນທຸກກັບຄວາມເສື່ອມຊາມ ແລະ ການຢຽບຢໍ່າຂອງຊາຕານ. ພວກເຈົ້າໄດ້ມາເຖິງດິນແດນບໍລິສຸດຕອນໜຶ່ງ, ມາຢູ່ຕໍ່ໜ້າພຣະເຈົ້າ. ນີ້ບໍ່ແມ່ນຄວາມໂຊກດີທີ່ໃຫຍ່ຫຼວງບໍ? ຜູ້ຄົນກັບຊາດມາເກີດຮຸ່ນແລ້ວຮຸ່ນເລົ່າຈົນເຖິງປັດຈຸບັນ ແລະ ພວກເຂົາມີໂອກາດຫຼາຍສໍ່າໃດ? ບໍ່ແມ່ນຄົນທີ່ເກີດໃນຍຸກສຸດທ້າຍບໍທີ່ພຽງແຕ່ມີໂອກາດນີ້? ສິ່ງນີ້ຊ່າງເປັນສິ່ງທີ່ຍິ່ງໃຫຍ່! ນີ້ບໍ່ແມ່ນເລື່ອງການສູນເສຍ, ມັນເປັນຄວາມໂຊກດີທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຄວນມີຄວາມສຸກຫຼາຍ! ໃນຖານະສິ່ງຖືກສ້າງ, ໃນບັນດາການເນລະມິດສ້າງທັງປວງ, ໃນບັນດາສອງສາມຕື້ຄົນເທິງແຜ່ນດິນໂລກ, ມີເທົ່າໃດຄົນທີ່ມີໂອກາດເປັນພະຍານເຖິງການກະທຳຂອງພຣະຜູ້ສ້າງໃນຕົວຕົນຂອງພວກເຂົາໃນຖານະສິ່ງຖືກສ້າງ, ເພື່ອເຮັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາໃນບັນດາພາລະກິດຂອງພຣະເຈົ້າ? ຜູ້ໃດມີໂອກາດເຊັ່ນນັ້ນ? ມີຫຼາຍຄົນທີ່ເປັນເຊັ່ນນັ້ນບໍ? ມີໜ້ອຍຄົນເກີນໄປ! ອັດຕາສ່ວນແມ່ນຫຍັງ? ໜຶ່ງໃນສິບພັນບໍ? ບໍ່, ມີໜ້ອຍກວ່ານັ້ນ. ໂດຍສະເພາະພວກເຈົ້າທີ່ສາມາດໃຊ້ທັກສະຂອງພວກເຈົ້າ ແລະ ຄວາມຮູ້ທີ່ພວກເຈົ້າໄດ້ສຶກສາເພື່ອເຮັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າບໍ່ໄດ້ຮັບພອນທີ່ສຸດບໍ? ເຈົ້າບໍ່ເປັນພະຍານໃຫ້ມະນຸດ ແລະ ສິ່ງທີ່ເຈົ້າເຮັດກໍບໍ່ແມ່ນອາຊີບ ນັ້ນກໍຄື ຄົນທີ່ເຈົ້າຮັບໃຊ້ຄືພຣະຜູ້ສ້າງ. ນີ້ຄືສິ່ງທີ່ສວຍງາມ ແລະ ມີຄຸນຄ່າທີ່ສຸດ! ພວກເຈົ້າບໍ່ຄວນຮູ້ສຶກພູມໃຈບໍ? (ພວກເຮົາຄວນ.) ເມື່ອພວກເຈົ້າເຮັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າໄດ້ຮັບການລ້ຽງດູ ແລະ ການບຳລຸງລ້ຽງຂອງພຣະເຈົ້າ. ດ້ວຍສະພາບແວດລ້ອມ ແລະ ໂອກາດທີ່ດີເຊັ່ນນັ້ນ, ຖ້າເຈົ້າບໍ່ໄດ້ຮັບຫຍັງທີ່ສຳຄັນ, ຖ້າເຈົ້າບໍ່ໄດ້ຮັບຄວາມຈິງ ແລ້ວເຈົ້າຈະບໍ່ຮູ້ສຶກເສຍດາຍຕະຫຼອດຊີວິດຂອງເຈົ້າບໍ? ສະນັ້ນ, ພວກເຈົ້າຈຶ່ງຄວ້າໂອກາດທີ່ຈະເຮັດໜ້າທີ່ຂອງເຈົ້າ ແລະ ບໍ່ປ່ອຍໃຫ້ມັນຜ່ານເຈົ້າໄປ; ໃຫ້ສະແວຫງຫາຄວາມຈິງຢ່າງກະຕືລືລົ້ນເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ຮັບເອົາມັນ. ນີ້ຄືສິ່ງທີ່ມີຄຸນຄ່າທີ່ສຸດທີ່ເຈົ້າສາມາດເຮັດໄດ້, ເປັນຊີວິດທີ່ມີຄວາມໝາຍທີ່ສຸດ! ບໍ່ມີຄົນ ຫຼື ກຸ່ມຄົນໃນບັນດາສິ່ງຖືກສ້າງທັງປວງທີ່ໄດ້ຮັບພອນຫຼາຍກວ່າພວກເຈົ້າທຸກຄົນ. ຜູ້ບໍ່ເຊື່ອດຳລົງຊີວິດເພື່ອຫຍັງ? ພວກເຂົາດຳລົງຊີວິດເພື່ອກັບຊາດມາເກີດ ແລະ ເພື່ອຄວາມຕື່ນເຕັ້ນຂອງໂລກ. ພວກເຈົ້າທຸກຄົນດຳລົງຊີວິດເພື່ອຫຍັງ? ພວກເຈົ້າຕ້ອງເຮັດໜ້າທີ່ຂອງສິ່ງຖືກສ້າງ. ຄຸນຄ່າຂອງຊີວິດນັ້ນຍິ່ງໃຫຍ່ຫຼາຍ! ສະນັ້ນພວກເຈົ້າບໍ່ຄວນດູຖູກໜ້າທີ່ພວກເຈົ້າເຮັດ, ແຮງໄກທີ່ຈະປະຖິ້ມໜ້າທີ່ຂອງເຈົ້າ. ການເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ ແລະ ການສຳເລັດພາລະກິດຂອງພຣະເຈົ້າ, ສິ່ງນັ້ນພຽງສິ່ງດຽວເປັນເລື່ອງທີ່ມີຄຸນຄ່າ ແລະ ຄວາມໝາຍຫຼາຍທີ່ສຸດ.

ວັນທີ 29 ມີຖຸນາ 2015

ກ່ອນນີ້: ຄວາມເຊື່ອໃນພຣະເຈົ້າຕ້ອງເລີ່ມຕົ້ນດ້ວຍການເບິ່ງທະລຸແນວໂນ້ມທີ່ຊົ່ວຮ້າຍຂອງໂລກ

ຕໍ່ໄປ: ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້