ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ

ຕອນນີ້, ຄົນທີ່ເຊື່ອໃນພຣະເຈົ້າໝົດໃຈໃຫ້ຄວາມສຳຄັນກັບການເຮັດໜ້າທີ່ຂອງພວກເຂົາຢ່າງດຸໝັ່ນ ແລະ ຕ້ອງການເຮັດໜ້າທີ່ຂອງພວກເຂົາໃຫ້ດີ. ເຖິງຢ່າງໃດກໍຕາມ, ເພາະທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາແຕ່ລະຄົນມີຄວາມຫຍຸ້ງຍາກ ແລະ ຂໍ້ບົກຜ່ອງທີ່ກ່ຽວຂ້ອງຂອງພວກເຂົາເອງ, ມັນຫຍຸ້ງຍາກສຳລັບພວກເຂົາທີ່ຈະເຮັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ, ສິ່ງນັ້ນຈະຮຽກຮ້ອງໃຫ້ພວກເຂົາສະແຫວງຫາ ແລະ ເຮັດວຽກໜັກກ່ຽວກັບຄວາມຈິງ. ເມື່ອຄວາມຫຍຸ້ງຍາກມາເຖິງ, ທຸກຄົນຄວນອະທິຖານຮ່ວມກັນ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາຮ່ວມກັນ. ນີ້ຄືຄວາມຮັບຜິດຊອບ ແລະ ໜ້າທີ່ຂອງທຸກຄົນ. ທຸກຄົນມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະເຮັດໜ້າທີ່ຂອງພວກເຂົາໃຫ້ດີ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຄົນໜຶ່ງໂດຍສະເພາະ, ໃນທາງກົງກັນຂ້າມ ມັນຄືຄວາມຮັບຜິດຊອບຮ່ວມຂອງທຸກຄົນ. ສະນັ້ນ, ທຸກຄົນຈຶ່ງຕ້ອງເຮັດວຽກໜັກຮ່ວມກັນ ແລະ ຮຽນຮູ້ທີ່ຈະຮ່ວມມືກັນຢ່າງສະໝານສັນ. ນອກຈາກການປະກອບຕົນເອງດ້ວຍຄວາມຈິງ, ທຸກຄົນຍັງຕ້ອງປະກອບຕົນເອງດ້ວຍຄວາມຮູ້ທາງວິຊາຊີບ, ເຮັດຕາມຈຸດແຂງຂອງພວກເຂົາເອງ, ຮຽນຮູ້ບາງຢ່າງທີ່ເປັນຈິງ, ຮຽນຮູ້ຈາກກັນ ແລະ ພັດທະນາຄວາມອ່ອນແອຂອງພວກເຂົາໂດຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂດຍການເຮັດເຊັ່ນນີ້, ພວກເຂົາຈະໄດ້ມີຜົນຮັບທີ່ດີຂຶ້ນເລື້ອຍໆໃນໜ້າທີ່ຂອງພວກເຂົາ.

ເປັນຫຍັງເຈົ້າຈຶ່ງຄິດວ່າມັນຍາກຫຼາຍສຳລັບຜູ້ບໍ່ເຊື່ອທີ່ຈະເຮັດຫຍັງ ແລະ ເປັນຫຍັງອຸປະສັກຂອງພວກເຂົາຈຶ່ງມີຫຼາຍ? ມັນເປັນເພາະຜູ້ຄົນມີທຳມະຊາດທີ່ຊົ່ວຳຮ້າຍ; ພວກເຂົາທຸກຄົນໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມ, ຕ້ອງການໂອ້ອວດ, ຕ້ອງການມີສິດອຳນາດຕັດສິນໃຈ ແລະ ບໍ່ມີທາງທີ່ຈະຮ່ວມມືຢ່າງສະໝານສັນ. ສະນັ້ນ, ມັນຈຶ່ງຫຍຸ້ງຍາກຫຼາຍສຳລັບພວກເຂົາທີ່ຈະເຮັດຫຍັງກໍຕາມໄດ້ຢ່າງສຳເລັດ. ເມື່ອຢູ່ເຄິ່ງທາງທີ່ກຳລັງເຮັດບາງຢ່າງ, ພວກເຂົາເລີ່ມແຕກແຍກກັນ ແລະ ອອກຫ່າງຈາກກັນ. ຄົນທີ່ມີຄວາມເປັນມະນຸດທີ່ສາມາດໄປໄກອີກໜ້ອຍໜຶ່ງ. ບໍ່ໄວກໍຊ້າ, ຄົນທີ່ບໍ່ມີຄວາມຈິງຈະສະດຸດ. ຖ້າພວກເຈົ້າສາມາດເຫັນປະເດັນນີ້ໄດ້ຢ່າງຊັດເຈນ, ແລ້ວພວກເຈົ້າຄວນຮຽນຮູ້ທີ່ຈະຍອມຮັບ ແລະ ຍອມຕໍ່ຄວາມຈິງ ແລະ ຮ່ວມມືກັບຄົນອື່ນຢ່າງສະໝານສັນ. ເປັນຫຍັງຜູ້ຄົນຈຶ່ງບໍ່ຮ່ວມມືຢ່າງສະໝານສັນ? (ເພາະຜູ້ຄົນອວດດີ ແລະ ຖືວ່າຕົນເອງຊອບທຳ. ພວກເຂົາຄິດຢູ່ສະເໝີວ່າພວກເຂົາຖືກຕ້ອງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບຂໍ້ສະເໜີຂອງຄົນອື່ນ.) ທັງຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳເປັນສ່ວນໜຶ່ງໃນອຸປະນິໄສທີ່ເສື່ອມຊາມ. ບັນຫານີ້ແກ້ໄຂໄດ້ງ່າຍບໍ? ຄົນໃດກໍຕາມສາມາດແກ້ໄຂມັນໄດ້ບໍ? ຜູ້ບໍ່ເຊື່ອບໍ່ສາມາດແກ້ໄຂບັນຫາປະເພດນີ້ໄດ້ຢ່າງເດັດຂາດ. ເປັນຫຍັງ? ເພາະພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາດຳລົງຊີວິດຕາມປັດຊະຍາທີ່ຊົ່ວຮ້າຍ, ຄວາມປະສົງຂອງພວກເຂົາ, ກົນອຸບາຍ, ແຜນອຸບາຍ, ການຫຼອກລວງ ແລະ ອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາ. ພວກເຂົາບໍ່ຍອມຮັບຄວາມຈິງ, ແຮງໄກທີ່ຈະນໍາມັນໄປປະຕິບັດ ຫຼື ພວກເຂົາບໍ່ພະຍາຍາມຮູ້ຈັກຕົນເອງ, ປະຖິ້ມຕົນເອງ ຫຼື ຍອມຕໍ່ຄວາມຈິງ. ພວກເຂົາບໍ່ເວົ້າຫຍັງຢ່າງເດັດຂາດກ່ຽວກັບເລື່ອງດີໆ ແລະ ເສັ້ນທາງທີ່ຖືກຕ້ອງເຫຼົ່ານີ້. ພວກເຂົາບໍ່ຮັບຮູ້ຈັກເທື່ອວ່າພຣະເຈົ້າຄືຄວາມຈິງ ແລະ ຈະບໍ່ເຊື່ອໃນພຣະອົງຈັກເທື່ອ, ສະນ້ັນບໍ່ວ່າພວກເຂົາຈະມີອາຊີບຫຍັງ ແລະ ພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍຈົບລົງດ້ວຍການລົ້ມເຫຼວ ແລະ ນໍາຄວາມຫາຍະນະມາສູ່ພວກເຂົາເອງຢູ່ສະເໝີ. ໃນເຮືອນຂອງພຣະເຈົ້າ, ມັນແຕກຕ່າງກັນ. ໃນເຮືອນຂອງພຣະເຈົ້າ, ພຣະເຈົ້າຄືຜູ້ທີ່ປົກຄອງ; ພຣະທຳຂອງພຣະອົງ ແລະ ຄວາມຈິງຄືສິ່ງທີ່ປົກຄອງ. ໃນແຕ່ລະມື້, ຜູ້ຄົນຖືກເລືອກຂອງພຣະເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ໂອ້ລົມກ່ຽວກັບຄວາມຈິງ. ຫົວໃຈຂອງພວກເຂົາເຕັມໄປດ້ວຍແສງສະຫວ່າງເລື້ອຍໆ ແລະ ພວກເຂົາເຕັມໃຈທີ່ຈະພະຍາຍາມໄປຫາຄວາມຈິງ ແລະ ຮັບເອົາມັນ. ເປັນຫຍັງອ້າຍເອື້ອຍນ້ອງຈຶ່ງມີປະສິດທິພາບເມື່ອກຳລັງເຮັດວຽກຮ່ວມກັນຫຼາຍກວ່າຜູ້ບໍ່ເຊື່ອ? ຢ່າງໜ້ອຍທີ່ສຸດ, ພວກເຂົາມີພື້ນຖານ: ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເຊື່ອໃນພຣະເຈົ້າໝົດໃຈ ແລະ ໃນເຮືອນຂອງພຣະເຈົ້າ, ພວກເຂົາສາມັກຄີໃນຄວາມຄິດ ແລະ ຄວາມພະຍາຍາມຂອງພວກເຂົາເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ນອກຈາກນັ້ນ, ພວກເຂົາມີຄວາມເຊື່ອຮ່ວມກັນ, ເປົ້າໝາຍຮ່ວມກັນ ແລະ ວິນຍານຂອງພວກເຂົາເຊື່ອມໂຍງກັນ. ບໍ່ວ່າພວກເຂົາຈະມາຈາກທິດເໜືອ, ທິດໃຕ້ ຫຼື ທົ່ງຮາບພາກກາງ, ເຖິງແມ່ນວ່າສຳນຽງຂອງພວກເຂົາມີຄວາມແຕກຕ່າງກັນ, ພວກເຂົາກໍລຶ້ງເຄີຍກັນໂດຍໄວເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຈິງ ແລະ ສົນທະນາກ່ຽວກັບປະສົບການຂອງພວກເຂົາ, ຄືກັບວ່າພວກເຂົາຮູ້ຈັກກັນມາເປັນເວລາດົນ. ພວກເຂົາຮູ້ສຶກຄືກັບວ່າພວກເຂົາເປັນສະມາຊິກຂອງຄອບຄົວດຽວກັນ. ຍິ່ງໄປກວ່ານັ້ນ, ຄົນທີ່ບໍ່ຮັບມືກັບເລື່ອງຕ່າງໆໄດ້ຢ່າງເປັນຈິງ, ຄົນທີ່ແຜນອຸບາຍ ແລະ ຫຼອກລວງຢູ່ສະເໝີ, ຄົນທີ່ຫຼິ້ນກົນອຸບາຍ, ຄົນທີ່ອວດດີ ແລະ ຖືວ່າຕົນເອງຊອບທຳຢູ່ສະເໝີ, ຄົນທີ່ເຮັດຕາມຄວາມປະສົງຂອງພວກເຂົາເອງ ແລະ ຄົນທີ່ເຖິງກັບບໍ່ຍອມຮັບຄວາມຈິງຈິງແມ່ນແຕ່ໜ້ອຍດຽວ, ແມ່ນບໍ່ສາມາດຍຶດໝັ້ນໃນເຮືອນຂອງພຣະເຈົ້າ. ພວກເຂົາຈະຖືກຂັບໄລ່ອອກ ແລະ ຖືກກຳຈັດໂດຍທຳມະຊາດ, ເພາະເຮືອນຂອງພຣະເຈົ້າແມ່ນປົກຄອງດ້ວຍຄວາມຈິງ. ທຸກສິ່ງນີ້ແມ່ນສາມາດເບິ່ງເຫັນໄດ້ ແລະ ໄດ້ພິສູດວ່າເປັນຈິງແລ້ວ. ບໍ່ວ່າເຈົ້າຈະມີອາຍຸ, ເພດ ຫຼື ແມ່ນແຕ່ລະດັບທັກສະຫຍັງກໍຕາມ, ຖ້າເຈົ້າເວົ້າວ່າ “ຂ້ານ້ອຍເຂົ້າໃຈຂົງເຂດຄວາມຊຳນານຂອງຂ້ານ້ອຍ, ສະນັ້ນສິ່ງທີ່ຂ້ານ້ອຍເວົ້າກໍຖືກຕ້ອງ. ຂ້ານ້ອຍຈະບໍ່ຮັບຟັງພວກທ່ານ!” ແລ້ວທຸກຄົນຈະມີມຸມມອງປະເພດໃດກ່ຽວກັບທ່ານ? ພວກເຂົາຈະຍົກຍ້ອງຄົນປະເພດນີ້ບໍ? (ບໍ່, ພວກເຂົາຈະບໍ່ຍົກຍ້ອງ.) ຄົນປະເພດນີ້ສາມາດເຮັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ຍຶດໝັ້ນບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ມັນເປັນເລື່ອງງ່າຍສຳລັບພວກເຂົາທີ່ຈະຖືກຂັບໄລ່. ບາງຄົນເກັ່ງໃນການປາກເວົ້າ ແລະ ຄຳປາໄສຂອງພວກເຂົາກໍມ່ວນຫູເມື່ອຮັບຟັງເປັນຢ່າງຍິ່ງ, ແຕ່ພວກເຂົາບໍ່ມີຫຍັງເລີຍທີ່ເປັນຈິງ. ໃນຕອນທຳອິດ, ຜູ້ຄົນຈະມີຄວາມຮູ້ສຶກດີຕໍ່ພວກເຂົາ ແຕ່ຫຼັງຈາກນັ້ນຕໍ່ມາເດ? ທຸກຄົນຈະເຫັນຄວາມຈິງກ່ຽວກັບພວກເຂົາ ແລະ ຈະເວົ້າວ່າ “ຄົນນີ້ເວົ້າມ່ວນຫູໃນທາງຜິວເຜີນ, ແຕ່ພວກເຂົາບໍ່ມີຫຍັງທີ່ເປັນຈິງ. ພຽງແຕ່ເບິ່ງພວກເຂົາພິບຕາດຽວ ແລະ ເຈົ້າສາມາດບອກໄດ້ວ່າພວກເຂົາບໍ່ຮັກຄວາມຈິງ. ພວກເຂົາບໍ່ເອົາໃຈໃສ່ກັບການທຳທ່າ ແລະ ວິທີການທີ່ພວກເຂົາສະແດງຕົນເອງ. ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບຄວາມຈິງ ຫຼື ໄຕ່ຕອງຕົນເອງຈັກເທື່ອ. ພວກເຂົາເປັນແບບດຽວກັນກັບຜູ້ບໍ່ເຊື່ອ, ພວກເຂົາຄືຜູ້ບໍ່ເຊື່ອ”. ຫຼັງຈາກທີ່ໄດ້ເຫັນສິ່ງນີ້, ຜູ້ຄົນຈະເລີ່ມເບື່ອໜ່າຍພວກເຂົາ, ຄິດວ່າການເວົ້າ ຫຼື ການເຮັດວຽກກັບພວກເຂົາຈະບໍ່ສ້າງສັນ ຫຼື ເປັນປະໂຫຍດ. ຄົນປະເພດນີ້ເຮັດໃຫ້ຄົນອື່ນຮູ້ສຶກບໍ່ມີຄວາມສຸກ ແລະ ວິນຍານຂອງພວກເຂົາຖືກປົດປ່ອຍ ແລະ ພວກເຂົາຈະເລີ່ມແຍກຕົນເອງໃຫ້ອອກຫ່າງຈາກຄົນນີ້ຊ້າໆ. ເມື່ອຄົນເຫັນວ່າພວກເຂົາຖືກປະຖິ້ມໂດຍຄົນອື່ນ ແລະ ພວກເຂົາເລີ່ມແຍກດ່ຽວຕົນເອງທັງສິ້ນ, ແລ້ວພວກເຂົາຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ. ມີພຽງແຕ່ເມື່ອນັ້ນ, ພວກເຂົາຈຶ່ງຈະຮູ້ວ່າ “ມັນບໍ່ສາມາດຍອມຮັບໄດ້ທີ່ບຸກຄົນໜຶ່ງຈະບໍ່ສະແຫວງຫາຄວາມຈິງ. ການເພິ່ງພາກົນອຸບາຍເລັກໆນ້ອຍໆ, ຄຸນນະພາບ ແລະ ຂອງປະທານ ຫຼື ປະສົບການຂອງຂ້ານ້ອຍເອງ, ບົດຮຽນ, ປັດຊະຍາສຳລັບການໃຊ້ຊີວິດ ແລະ ກົນລະຍຸດຈະໃຊ້ບໍ່ໄດ້ໃນເຮືອນຂອງພຣະເຈົ້າແທ້ໆ. ຂ້ານ້ອຍຕ້ອງຍອມຮັບ ແລະ ສະແຫວງຫາຄວາມຈິງເພື່ອທີ່ຈະຫຼີກລ່ຽງຈາກການຖືກໂຍນອອກ!” ຖ້າບຸກຄົນດັ່ງກ່າວກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງ, ແລ້ວຍັງມີຄວາມຫວັງໜ້ອຍໜຶ່ງວ່າພວກເຂົາຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້.

ໃນເຮືອນຂອງພຣະເຈົ້າ, ຄົນສ່ວນໃຫຍ່ມັກຄົນປະເພດໃດ? (ພວກເຂົາມັກຄົນທີ່ສະແຫວງຫາຄວາມຈິງ, ສາມາດຍອມຮັບຄວາມຈິງ ແລະ ຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ.) ຜູ້ຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງຈະສະແດງມັນອອກແນວໃດ? (ພວກເຂົາຊື່ສັດຂຶ້ນ.) ພວກເຂົາມີຄວາມເປັນມະນຸດທີ່ຊື່ສັດ. ມີຫຍັງອີກບໍ? (ພວກເຂົາເຫຼື້ອມໃສຫຼາຍຂຶ້ນ.) ໃນພາຍນອກ, ພວກເຂົາດຳລົງຊີວິດຢ່າງເຫຼື້ອມໃສ ແລະ ເໝາະສົມຫຼາຍຂຶ້ນ ແລະ ຄົນອື່ນໄດ້ຮັບປະໂຫຍດຈາກການເຫັນພວກເຂົາ. ມີຫຍັງອີກບໍ? (ພວກເຂົາສາມາດປະຕິບັດຄວາມຈິງ ແລະ ພວກເຂົາກະທຳການດ້ວຍຫຼັກການ.) ສິ່ງເຫຼົ່ານີ້ແມ່ນຫົນທາງບາງຢ່າງທີ່ເປັນຈິງທີ່ພວກເຂົາສະແດງອອກ. ການກະທຳການດ້ວຍຫຼັກການປະກອບມີຫຍັງ? ມີລາຍລະອຽດຫຍັງບໍ? ຕົວຢ່າງ: ເມື່ອເວົ້າເຖິງວິທີການປະຕິບັດຕໍ່ຜູ້ຄົນ, ບໍ່ວ່າພວກເຂົາຈະມີສະຖານະ ຫຼື ບໍ່ ຫຼື ພວກເຂົາເປັນອ້າຍເອື້ອຍນ້ອງ, ຜູ້ນໍາ ຫຼື ຜູ້ເຮັດວຽກ, ຄວນມີການປະຕິບັດຫຼັກການຫຍັງ? ໂດຍບໍ່ຕ້ອງສົງໄສເລີຍ, ມັນເປັນທຳ ແລະ ມີເຫດຜົນແທ້ໆທີ່ພວກເຂົາຕ້ອງໄດ້ຮັບການປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ເຈົ້າບໍ່ສາມາດອາໄສຄວາມມັກທາງອາລົມ ຫຼື ສ່ວນຕົວຢ່າງເດັດຂາດ, ຍັບເຂົ້າໃກ້ອີກຄົນແຕ່ເຮັດໃຫ້ຕົນເອງອອກຫ່າງຈາກອີກຄົນ, ເອົາປຽບຄົນທີ່ບໍ່ໄດ້ເຮັດຫຍັງຜິດ ແຕ່ຊັກນໍາຄົນທີ່ໜ້າປະທັບໃຈ ຫຼື ສ້າງພັກພວກເພື່ອສ້າງຂໍ້ຂັດແຍ່ງທີ່ເຫັນແກ່ຕົວ. ຍິ່ງໄປກວ່ານັ້ນ, ເຈົ້າບໍ່ສາມາດໂຈມຕີ ຫຼື ຈຳແນກຄົນທີ່ສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາ. ເຈົ້າຕ້ອງປະຕິບັດຕໍ່ຜູ້ຄົນຕາມຫຼັກການແຫ່ງຄວາມຈິງ. ນັ້ນຄືຫຼັກການຂອງວິທີການປະຕິບັດຕໍ່ຜູ້ຄົນ ແລະ ມັນຍັງເປັນຫຼັກການຂອງວິທີການເຂົ້າກັບຄົນອື່ນໄດ້. ຄົນທີ່ເຊື່ອໃນພຣະເຈົ້າຕ້ອງປະຕິບັດຕໍ່ທຸກຄົນຢ່າງເປັນທຳ. ການເອົາຊະນະຜູ້ຄົນເມື່ອພວກເຂົາເປັນປະໂຫຍດ ແລະ ການຈຳແນກຜູ້ຄົນທີ່ບໍ່ເປັນປະໂຫຍດ, ນີ້ແມ່ນຫຼັກການທີ່ເຈົ້າຄວນປະຕິບັດຕໍ່ຜູ້ຄົນບໍ? ນີ້ຄືປັດຊະຍາທາງໂລກສຳລັບຜູ້ບໍ່ເຊື່ອ, ອຸປະນິໄສທີ່ຊົ່ວຮ້າຍ ແລະ ເຫດຜົນທີ່ຊົ່ວຮ້າຍ. ໃນເຮືອນຂອງພຣະເຈົ້າ, ແມ່ນຫຍັງຄືຫຼັກການສຳລັບວິທີການປະຕິບັດຕໍ່ຜູ້ຄົນ? ເຈົ້າຄວນປະຕິບັດຕໍ່ທຸກຄົນຕາມຫຼັກການແຫ່ງຄວາມຈິງ ແລະ ເຈົ້າຄວນປະຕິບັດຕໍ່ອ້າຍເອື້ອຍນ້ອງແຕ່ລະຄົນຢ່າງເປັນທຳ. ຈະປະຕິບັດຕໍ່ພວກເຂົາຢ່າງເປັນທຳໄດ້ແນວໃດ? ສິ່ງນີ້ຕ້ອງອີງໃສ່ພຣະທຳຂອງພຣະເຈົ້າ, ພຣະເຈົ້າຊ່ວຍຄົນໃດໃຫ້ລອດພົ້ນ ແລະ ພຣະອົງຂັບໄລ່ຄົນໃດ, ພຣະອົງມັກຄົນໃດ ແລະ ພຣະອົງກຽດຊັງຄົນໃດ; ສິ່ງເຫຼົ່ານີ້ແມ່ນຫຼັກການແຫ່ງຄວາມຈິງ. ອ້າຍເອື້ອຍນ້ອງຄວນໄດ້ຮັບການປະຕິບັດດ້ວຍການຊ່ວຍເຫຼືອທີ່ມີຄວາມຮັກ ແລະ ການຍອມຮັບ ແລະ ຄວາມໃຈເຢັນທີ່ມີຮ່ວມກັນ. ຜູ້ເຮັດການຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອຄວນຖືກລະບຸ, ແຍກອອກ ແລະ ກີດກັນໃຫ້ຢູ່ຫ່າງ. ໂດຍການເຮັດເຊັ່ນນັ້ນ, ເຈົ້າກຳລັງປະຕິບັດຕໍ່ຜູ້ຄົນດ້ວຍຫຼັກການ. ອ້າຍເອື້ອຍນ້ອງທຸກຄົນມີຈຸດແຂງ ແລະ ຂໍ້ບົກຜ່ອງ ແລະ ພວກເຂົາທຸກຄົນມີອຸປະນິໄສທີ່ເສື່ອມຊາມ, ສະນັ້ນເມື່ອພວກເຂົາຢູ່ຮ່ວມກັນ ພວກເຂົາຄວນຊ່ວຍເຫຼືອກັນດ້ວຍຄວາມຮັກ, ພວກເຂົາຄວນຍອມຮັບ ແລະ ໃຈເຢັນ ແລະ ບໍ່ຄວນຈັບຜິດ ຫຼື ຮຸນແຮງເກີນໄປ. ໂດຍສະເພາະແລ້ວ, ອ້າຍເອື້ອຍນ້ອງທີ່ບໍ່ໄດ້ເຊື່ອໃນພຣະເຈົ້າເປັນເວລາດົນຫຼາຍ ຫຼື ຄົນທີ່ໜຸ່ມຄວນໄດ້ຮັບການດູແລຢ່າງຫຼວງຫຼາຍ ແລະ ການສະໜັບສະໜູນຢ່າງໃຈເຢັນ. ຖ້າພວກເຂົາມີການສະແດງອອກທີ່ເສື່ອມຊາມ, ແລ້ວໃຫ້ໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງ ແລະ ຕັກເຕືອນພວກເຂົາຢ່າງໃຈເຢັນ. ຢ່າປະນາມພວກເຂົາ ຫຼື ກ່າວເຖິງບັນຫາຂອງພວກເຂົາເກີນຄວາມເປັນຈິງເດັດຂາດ, ເພາະນັ້ນຈະເປັນສິ່ງທີ່ຮຸນແຮງ. ຖ້າເຈົ້າຢ້ານ ແລະ ລີ້ເມື່ອເຈົ້າຮູ້ກ່ຽວກັບຜູ້ນໍາຈອມປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດທີ່ກຳລັງເຮັດການຊົ່ວຮ້າຍ ແລະ ເຈົ້າບໍ່ກ້າທີ່ຈະເປີດເຜີຍມັນ; ແຕ່ເມື່ອເຈົ້າຮູ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີການສະແດງອອກທີ່ເສື່ອມຊາມບາງຢ່າງ, ເຈົ້າກໍຈັບພວກເຂົາໄວ້ແໜ້ນ ແລະ ເຮັດເລື່ອງນ້ອຍໃຫ້ກາຍເປັນເລື່ອງໃຫຍ່, ນີ້ແມ່ນພຶດຕິກຳປະເພດໃດ? ຄົນທີ່ເຮັດເຊັ່ນນີ້ກໍເປັນຕາຂີ້ດຽດ ແລະ ເອົາປຽບຄົນອື່ນ. ນີ້ບໍ່ແມ່ນວິທີການທີ່ເປັນທຳໃນການປະຕິບັດຕໍ່ຄົນອື່ນ; ໃນທາງກົງກັນຂ້າມ, ເຈົ້າກຳລັງເຮັດຕາມຄວາມມັກສ່ວນຕົວ. ນີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍ, ເຊິ່ງເປັນການເຮັດຜິດ! ພຣະເຈົ້າເຫັນທຸກສິ່ງທີ່ຜູ້ຄົນເຮັດ. ບໍ່ວ່າເຈົ້າຈະເຮັດແນວໃດ ແລະ ຄິດແນວໃດໃນຫົວໃຈຂອງເຈົ້າ, ພຣະເຈົ້າກຳລັງເຝົ້າເບິ່ງ!ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຈຳເປັນຕ້ອງກຳແໜ້ນຫຼັກການ. ກ່ອນອື່ນໝົດ, ເຈົ້າຕ້ອງເຂົ້າໃຈຄວາມຈິງ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ມັນຈະເປັນເລື່ອງງ່າຍສຳລັບເຈົ້າທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຈະຮູ້ຫຼັກການທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕໍ່ຄົນອື່ນ. ເຈົ້າຈະຮູ້ຈັກວິທີການປະຕິບັດຕໍ່ຜູ້ຄົນ ແລະ ເຈົ້າຈະສາມາດປະຕິບັດຕໍ່ພວກເຂົາຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແນ່ນອນ ແລະ ເຈົ້າຈະບໍ່ປະຕິບັດຕໍ່ຄົນອື່ນດ້ວຍວິທີທີ່ມີຫຼັກການ. ວິທີທີ່ເຈົ້າປະຕິບັດຕໍ່ຄົນອື່ນແມ່ນໄດ້ສະແດງໃຫ້ເຫັນຢ່າງຊັດເຈນ ຫຼືບອກເປັນໃນໆພຣະທຳຂອງພຣະເຈົ້າ; ທັດສະນະທີ່ພຣະເຈົ້າປະຕິບັດຕໍ່ມະນຸດຊາດແມ່ນທັດສະນະທີ່ຜູ້ຄົນຄວນຍອມຮັບໃນການປະຕິບັດຂອງພວກເຂົາຕໍ່ກັນ ແລະ ກັນ. ພຣະເຈົ້າປະຕິບັດຕໍ່ແຕ່ລະຄົນແນວໃດ? ບາງຄົນມີວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ ຫຼື ໜຸ່ມ ຫຼື ໄດ້ເຊື່ອໃນພຣະເຈົ້າເປັນໄລຍະເວລາສັ້ນໆເທົ່ານັ້ນ; ຫຼື ບໍ່ໄດ້ຊົ່ວໂດຍທຳມະຊາດ ແລະ ແກ່ນແທ້, ບໍ່ໄດ້ມຸ່ງຮ້າຍ, ແຕ່ພຽງແຕ່ໂງ່ຈ້າ ແລະ ຂາດຄວາມສາມາດເລັກນ້ອຍ ຫຼື ພວກເຂົາຢູ່ພາຍໃຕ້ຂໍ້ຈຳກັດຫຼາຍເກີນໄປ ແລະ ຍັງບໍ່ເຂົ້າໃຈຄວາມຈິງ, ຍັງບໍ່ເຂົ້າສູ່ຊີວິດ, ດັ່ງນັ້ນມັນຈຶ່ງຍາກສຳລັບພວກເຂົາທີ່ຈະລະເວັ້ນຈາກການເຮັດສິ່ງທີ່ໂງ່ຈ້າ ຫຼື ກະທຳການທີ່ໂງ່ຈ້າ. ແຕ່ພຣະເຈົ້າບໍ່ໄດ້ໃສ່ໃຈກັບຄວາມໂງ່ຈ້າທີ່ຜ່ານໄປຂອງຜູ້ຄົນ; ພຣະອົງເບິ່ງທີ່ຫົວໃຈຂອງຄົນເຫຼົ່ານີ້ເທົ່ານັ້ນ. ຖ້າພວກເຂົາຕັ້ງໃຈທີ່ຈະສະແຫວງຫາຄວາມເປັນຈິງ, ແລ້ວພວກເຂົາກໍເຮັດຖືກ ແລະ ເມື່ອນີ້ແມ່ນຈຸດປະສົງຂອງພວກເຂົາ, ແລ້ວພຣະເຈົ້າກໍກຳລັງເຝົ້າສັງເກດພວກເຂົາ, ຄອງຖ້າພວກເຂົາ ແລະ ໃຫ້ເວລາພວກເຂົາ ແລະ ໂອກາດທີ່ຈະອະນຸຍາດໃຫ້ພວກເຂົາໄດ້ເຂົ້າໄປ. ມັນບໍ່ເປັນຈິງທີ່ພຣະເຈົ້າຈະຕັດເຂົາເຈົ້າອອກຍ້ອນການລ່ວງລະເມີດພຽງຄັ້ງດຽວ. ນັ້ນແມ່ນສິ່ງທີ່ຜູ້ຄົນເຮັດເລື່ອຍໆ; ພຣະເຈົ້າບໍ່ເຄີຍປະຕິບັດຕໍ່ຜູ້ຄົນແບບນັ້ນ. ຖ້າພຣະເຈົ້າບໍ່ປະຕິບັດຕໍ່ຜູ້ຄົນໃນລັກສະນະນັ້ນ, ແລ້ວເປັນຫຍັງຜູ້ຄົນຈຶ່ງປະຕິບັດຕໍ່ຄົນອື່ນໃນລັກສະນະນັ້ນ? ສິ່ງນີ້ບໍ່ສະແດງໃຫ້ເຫັນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ? ນີ້ແມ່ນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງແນ່ນອນ. ເຈົ້າຕ້ອງເບິ່ງວ່າພຣະເຈົ້າປະຕິບັດຕໍ່ຄົນໂງ່ຈ້າ ແລະ ຄົນທີ່ບໍ່ຮູ້ແນວໃດ, ພຣະອົງປະຕິບັດຕໍ່ບັນດາຜູ້ທີ່ມີວຸດທິພາວະບໍ່ເປັນຜູ້ໃຫຍ່ແນວໃດ, ພຣະອົງປະຕິບັດແນວໃດຕໍ່ການສະແດງອອກປົກກະຕິຂອງອຸປະນິໄສທີ່ເສື່ອມຊາມຂອງຄວາມເປັນມະນຸດ ແລະ ພຣະອົງປະຕິບັດແນວໃດຕໍ່ບັນດາຄົນທີ່ປ່ອງມຸ້ງຮ້າຍ. ພຣະເຈົ້າປະຕິບັດຕໍ່ຄົນຕ່າງໆໃນຮູບແບບທີ່ແຕກຕ່າງກັນ ແລະ ພຣະອົງຍັງມີຫຼາກຫຼາຍວິທີໃນການຈັດການກັບສະພາບການທີ່ຫຼາກຫຼາຍຂອງຜູ້ຄົນທີ່ແຕກຕ່າງກັນ. ເຈົ້າຕ້ອງເຂົ້າໃຈຄວາມຈິງເຫຼົ່ານີ້. ເມື່ອເຈົ້າເຂົ້າໃຈຄວາມຈິງເຫຼົ່ານີ້ແລ້ວ, ຫຼັງຈາກນັ້ນ ເຈົ້າຈະຮູ້ວ່າຈະຜະເຊີນໜ້າກັບເລື່ອງຕ່າງໆ ແລະ ປະຕິບັດຕໍ່ຜູ້ຕົນຕາມຫຼັກການແນວໃດ.

ພຣະເຈົ້າຕັດສິນວ່າບຸກຄົນໜຶ່ງຈະໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ໂດຍອີງໃສ່ລະດັບຄວາມເສື່ອມຊາມຂອງພວກເຂົາບໍ? ພຣະອົງຕັດສິນວ່າຈະພິພາກສາ ແລະ ຂ້ຽນຕີພວກເຂົາ ຫຼື ບໍ່ ໂດຍອີງໃສ່ຂະໜາດການເຮັດຜິດຂອງພວກເຂົາ ຫຼື ຈຳນວນຄວາມເສື່ອມຊາມຂອງພວກເຂົາບໍ? ພຣະອົງຕັດສິນຈຸດໝາຍປາຍທາງ ແລະ ຜົນຮັບສຸດທ້າຍຂອງພວກເຂົາ ໂດຍອີງໃສ່ພາບລັກຂອງພວກເຂົາ, ເບື້ອງຫຼັງຄອບຄົວຂອງພວກເຂົາ, ລະດັບຄວາມສາມາດຂອງພວກເຂົາ ຫຼື ພວກເຂົາທົນທຸກຫຼາຍສໍ່າໃດບໍ? ພຣະເຈົ້າບໍ່ໃຊ້ສິ່ງເຫຼົ່ານີ້ເປັນພື້ນຖານສຳລັບການຕັດສິນຂອງພຣະອົງ; ພຣະອົງບໍ່ໄດ້ພິຈາລະນາເບິ່ງສິ່ງເຫຼົ່ານີ້ເລີຍ. ສະນັ້ນເຈົ້າຕ້ອງເຂົ້າໃຈວ່າຍ້ອນພຣະເຈົ້າບໍ່ວັດແທກຜູ້ຄົນໂດຍອີງໃສ່ສິ່ງເຫຼົ່ານີ້, ເຈົ້າບໍ່ຄວນວັດແທກຜູ້ຄົນໂດຍອີງໃສ່ສິ່ງເຫຼົ່ານີ້ເຊັ່ນກັນ. ສົມມຸດວ່າເຈົ້າເຫັນຄົນໃດໜຶ່ງທີ່ໜ້າດຶງດູດ ແລະ ປາກົດຄືກັບວ່າເປັນຄົນດີ, ສະນັ້ນເຈົ້າຈຶ່ງເລີ່ມເວົ້າກັບພວກເຂົາເພີ່ມອີກ, ມີສ່ວນຮ່ວມກັບພວກເຂົາ, ຍັບເຂົ້າໃກ້ພວກເຂົາ ແລະ ກາຍມາເປັນໝູ່ທີ່ດີ. ຫຼັງຈາກນັ້ນ, ສົມມຸດວ່າເຈົ້າເຫັນຄົນໃດໜຶ່ງທີ່ບໍ່ໜ້າດຶງດູດ ແລະ ເວົ້າບໍ່ມ່ວນຫູ, ບໍ່ຮູ້ວິທີການຕອບໂຕ້ກັບຄົນອື່ນ ແລະ ເຂົ້າກັນບໍ່ໄດ້, ສະນັ້ນເຈົ້າຈຶ່ງບໍ່ຮັບຮູ້ພວກເຂົາ ແລະ ບາງຄັ້ງກໍເຖິງກັບຕ້ອງການຂົ່ມເຫັງພວກເຂົາ ຫຼື ເວົ້າຄຳເວົ້າທີ່ໜ້າລັງກຽດເພື່ອກົດຂີ່ພວກເຂົາ, ນັ້ນເປັນວິທີປະເພດໃດທີ່ຈະໃຊ້ປະຕິບັດຕໍ່ຜູ້ຄົນ? ທຸກສິ່ງນີ້ແຕກໜໍ່ມາຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍ. ພວກເຈົ້າເຕັມໃຈທີ່ຈະໃຊ້ຊີວິດພ້ອມກັບອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍເຊັ່ນນັ້ນບໍ? ພວກເຈົ້າເຕັມໃຈທີ່ຈະຖືກຄວບຄຸມ ແລະ ຜູກມັດໂດຍອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຈົ້າ ແລະ ໃຫ້ພວກເຂົາຊີ້ນໍາການກະທຳຂອງພວກເຈົ້າບໍ? (ບໍ່.) ຕາມຄວາມປາຖະໜາສ່ວນຕົວຂອງຜູ້ຄົນ, ບໍ່ມີຜູ້ໃດຈະເຕັມໃຈເຮັດຫຍັງກໍຕາມ ຫຼື ປະຕິບັດໜ້າທີ່ຂອງພວກເຂົາທີ່ມີຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ໃນຄວາມປະສົງສ່ວນຕົວຂອງຜູ້ຄົນ, ພວກເຂົາແນໃສ່ຈຸດດີ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ, ແຕ່ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ ຫຼື ສະແຫວງຫາຄວາມຈິງ, ບໍ່ຈິງຈັງກ່ຽວກັບຄວາມຈິງ ຫຼື ບໍ່ພະຍາຍາມຫຍັງກັບມັນເລີຍ, ແລ້ວພວກເຂົາຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວສິ່ງທີ່ເຈົ້າດຳລົງຊີວິດຕາມ, ຫຼັກການທີ່ທ່ານປັບໃຊ້ໃນທຸກສິ່ງທີ່ເຈົ້າເຮັດ ແລະ ຄຳເວົ້າທີ່ເຈົ້າເວົ້າຈະບໍ່ສອດຄ່ອງກັບຄວາມຈິງ ແລະ ສິ່ງເຫຼົ່ານີ້ຈະບໍ່ມີຄວາມຈິງຢ່າງສົມບູນ. ຖ້າມີລັກສະນະໃດໜຶ່ງຂອງຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ, ແລ້ວເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຢ່າງເດັດຂາດ ແລະ ຖ້າເຈົ້າບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວເຈົ້າຈະບໍ່ມີຄວາມຈິງ. ມີຄວາມເປັນມະນຸດຫຍັງໃນຄົນທີ່ບໍ່ມີຄວາມຈິງບໍ? (ບໍ່.) ທຸກສິ່ງທີ່ຄົນເຊັ່ນນີ້ດຳລົງຊີວິດຕາມກໍຄືອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ມັນບໍ່ເປັນຈິງທີ່ຜູ້ຄົນກາຍມາເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງໃນທັນທີທີ່ພວກເຂົາເລີ່ມເຮັດໜ້າທີ່ຂອງພວກເຂົາ. ການເຮັດໜ້າທີ່ຂອງຄົນໆໜຶ່ງບໍ່ໄດ້ເປັນຫຼາຍກວ່າໜຶ່ງວິທີການ ແລະ ໜຶ່ງຊ່ອງທາງໃນການປະຕິບັດ. ໃນການເຮັດໜ້າທີ່ຂອງພວກເຂົາ, ຜູ້ຄົນໃຊ້ການສະແຫວງຫາຄວາມຈິງເພື່ອຜະເຊີນໜ້າກັບພາລະກິດຂອງພຣະເຈົ້າ, ຄ່ອຍໆເຂົ້າໃຈ ແລະ ຍອມຮັບຄວາມຈິງ ແລະ ຫຼັງຈາກນັ້ນກໍປະຕິບັດຄວາມຈິງ. ຫຼັງຈາກນັ້ນພວກເຂົາຈະໄປເຖິງສະພາວະທີ່ພວກເຂົາປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ປະຖິ້ມພັນທະນາການ ແລະ ການຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງກາຍເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິ. ມີພຽງແຕ່ເມື່ອເຈົ້າມີຄວາມເປັນມະນຸດທີ່ປົກກະຕິເທົ່ານັ້ນ, ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ການກະທຳຂອງເຈົ້າຈຶ່ງເປັນການສັ່ງສອນຜູ້ຄົນ ແລະ ເປັນທີ່ເພິ່ງພໍໃຈຕໍ່ພຣະເຈົ້າ. ແລ້ວມີພຽງແຕ່ເມື່ອຜູ້ຄົນໄດ້ຮັບການຍົກຍ້ອງໂດຍພຣະເຈົ້າສຳລັບການທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈຶ່ງສາມາດເປັນສິ່ງຖືກສ້າງທີ່ຍອມຮັບໄດ້ຂອງພຣະເຈົ້າ. ສະນັ້ນ, ກ່ຽວກັບການປະຕິບັດໜ້າທີ່ຂອງພວກເຈົ້າ ເຖິງແມ່ນວ່າພວກເຈົ້າເສຍສະຫຼະໃນຕອນນີ້ ແລະ ນໍາສະເໜີການອຸທິດຕົນແມ່ນຫຼາກຫຼາຍທັກສະ ແລະ ການຮຽນຮູ້ ແລະ ຄວາມຮູ້ທີ່ພວກເຈົ້າໄດ້ຮັບ, ມັນເປັນສິ່ງເຫຼົ່ານີ້ແທ້ໆທີ່ໃຫ້ຊ່ອງທາງທີ່ພວກເຈົ້າຈະສາມາດເຂົ້າໃຈຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ຮູ້ວ່າການປະຕິບັດໜ້າທີ່ຂອງຄົນໆໜຶ່ງແມ່ນຫຍັງ, ການມາຢູ່ຕໍ່ໜ້າພຣະເຈົ້າແມ່ນຫຍັງ, ການເສຍສະຫຼະເພື່ອພຣະເຈົ້າໝົດໃຈແມ່ນຫຍັງ. ຜ່ານຊ່ອງທາງນີ້, ເຈົ້າຈະຮູ້ຈັກວິທີການໂຍນອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖິ້ມ ແລະ ວິທີການສະຫຼະຕົນເອງຖິ້ມ, ບໍ່ອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ເຊື່ອຟັງຄວາມຈິງ ແລະ ເຊື່ອຟັງພຣະເຈົ້າ. ມີແຕ່ເມື່ອນັ້ນ, ເຈົ້າຈຶ່ງສາມາດບັນລຸຄວາມລອດພົ້ນໄດ້.

ໃນຕອນນີ້, ສ່ວນທີ່ຈຳເປັນທີ່ສຸດຂອງການເຮັດໜ້າທີ່ຂອງພວກເຈົ້າແມ່ນການຮຽນຮູ້ທີ່ຈະຍອມ, ການຮຽນຮູ້ທີ່ຈະຍອມຕໍ່ຄວາມຈິງ ແລະ ສິ່ງຕ່າງໆທີ່ມາຈາກພຣະເຈົ້າ. ດ້ວຍວິທີນີ້, ເມື່ອພວກເຈົ້າຕິດຕາມພຣະເຈົ້າ ພວກເຈົ້າຈະສາມາດຮຽນເອົາບົດຮຽນຂອງພວກເຈົ້າ ແລະ ພວກເຈົ້າຈະຄ່ອຍໆເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ບອກເຮົາເບິ່ງວ່າ ບຸກຄົນໃດໜຶ່ງສາມາດເຮັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີບໍ ຖ້າພວກເຂົາບໍ່ມີຄວາມເຂົ້າໃຈໃດໆກ່ຽວກັບຄວາມໝາຍຂອງການປະຕິບັດຄວາມຈິງ, ການຍອມຕໍ່ຄວາມຈິງ ຫຼື ຖ້າພວກເຂົາບໍ່ເຂົ້າໃຈ ພວກເຂົາຕ້ອງຍຶດຖືຫຼັກການໃດເພື່ອເຮັດໜ້າທີ່ຂອງພວກເຂົາ? ມັນຈະຫຍຸ້ງຍາກຢ່າງແນ່ນອນ. ພວກເຈົ້າທຸກຄົນຍັງອາດເຂົ້າໃຈວ່າເມື່ອພວກເຈົ້າເຮັດໜ້າທີ່ຂອງພວກເຈົ້າໃນເຮືອນຂອງພຣະເຈົ້າ, ຖ້າພວກເຈົ້າບໍ່ມີ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ, ແລ້ວມັນກໍເປັນເລື່ອງຍາກຫຼາຍສຳລັບເຈົ້າທີ່ຈະເຮັດໜ້າທີ່ຂອງເຈົ້າເປັນຢ່າງດີ. ມັນເປັນສິ່ງທີ່ຍາກຫຼາຍທີ່ຈະເຮັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ ຫຼື ຍຶດໝັ້ນ. ຕອນນີ້, ພວກເຈົ້າທຸກຄົນໄດ້ມີປະສົບການແລ້ວບໍວ່າມັນຍາກສໍ່າໃດທີ່ຈະກ້າວໄປຂ້າງໜ້າແມ່ນແຕ່ກ້າວດຽວໂດຍບໍ່ມີຄວາມຈິງ? (ແມ່ນແລ້ວ.) ແມ່ນຫຍັງເຮັດໃຫ້ພວກເຈົ້າມີປະສົບການກັບສິ່ງນີ້ຢ່າງເລິກຊຶ້ງທີ່ສຸດ? (ການຖືກລິຮານ ແລະ ການຖືກຈັດການ, ການລົ້ມເຫຼວ ແລະ ການສະດຸດຢູ່ເລື້ອຍໆ ເພາະພວກເຮົາບໍ່ເຂົ້າໃຈຄວາມຈິງ ແລະ ອາໄສອຸປະນິໄສທີ່ເສື່ອມຊາມເພື່ອເຮັດໜ້າທີ່ຂອງພວກເຮົາ.) ພວກເຈົ້າທຸກຄົນໄດ້ຜ່ານຜ່າຄວາມລົ້ມເຫຼວຈັກຄັ້ງ? (ສອງສາມຄັ້ງ.) ໃນລະຫວ່າງທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ, ບໍ່ວ່າເຈົ້າໄດ້ລົ້ມເຫຼວ, ລົ້ມລົງ, ຖືກລິຮານ, ຖືກຈັດການ ຫຼື ຖືກເປີດໂປງເທົ່າໃດຄັ້ງກໍຕາມ, ສິ່ງເຫຼົ່ານີ້ກໍບໍ່ແມ່ນສິ່ງທີ່ບໍ່ດີ. ບໍ່ວ່າເຈົ້າຈະຖືກລິຮານ ຫຼື ຖືກຈັດການແນວໃດ ຫຼື ມັນຈະເກີດຂຶ້ນໂດຍຜູ້ນໍາ, ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງຂອງເຈົ້າ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນສິ່ງດີໆທັງໝົດ. ເຈົ້າຕ້ອງຈື່ຈຳສິ່ງນີ້ເອົາໄວ້ວ່າ: ບໍ່ວ່າເຈົ້າທົນທຸກສໍ່າໃດກໍຕາມ, ໃນຄວາມເປັນຈິງແລ້ວ ເຈົ້າກຳລັງໄດ້ຮັບຜົນປະໂຫຍດ. ຄົນໃດກໍຕາມທີ່ມີປະສົບການສາມາດຢັ້ງຢືນສິ່ງນີ້. ບໍ່ວ່າຫຍັງກໍຕາມ, ການຖືກລິຮານ, ການຖືກຈັດການ ຫຼື ການຖືກເປີດໂປງເປັນສິ່ງທີ່ດີຢູ່ສະເໝີ. ມັນບໍ່ແມ່ນການປະນາມ. ມັນແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮູ້ຈັກຕົວເຈົ້າເອງ. ມັນສາມາດເຮັດໃຫ້ປະສົບການຊີວິດຂອງເຈົ້າປ່ຽນເກຍໄດ້. ຖ້າປາສະຈາກມັນ, ເຈົ້າຈະບໍ່ມີທັງໂອກາດ, ເງື່ອນໄຂ ຫຼື ບໍລິບົດທີ່ຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງແຫ່ງຄວາມເສື່ອມຊາມຂອງເຈົ້າໄດ້. ຖ້າເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ສາມາດຂຸດຄົ້ນສິ່ງເສື່ອມຊາມທີ່ເຊື່ອງໄວ້ຢູ່ພາຍໃນສ່ວນເລິກໃນຫົວໃຈຂອງເຈົ້າ, ຖ້າເຈົ້າສາມາດແຍກແຍະພວກມັນຢ່າງຊັດເຈນ, ແລ້ວນີ້ກໍເປັນສິ່ງທີ່ດີ, ສິ່ງນີ້ໄດ້ແກ້ໄຂບັນຫາໃຫຍ່ໆໃນການເຂົ້າສູ່ຊີວິດ ແລະ ເປັນປະໂຫຍດຫຼາຍຕໍ່ການປ່ຽນແປງໃນອຸປະນິໄສ. ການສາມາດຮູ້ຈັກຕົວເຈົ້າເອງໄດ້ຢ່າງແທ້ຈິງແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະແກ້ໄຂວິທີການຂອງເຈົ້າ ແລະ ກາຍເປັນຄົນໃໝ່; ມັນແມ່ນໂອກາດທີ່ດີທີ່ສຸດສຳລັບເຈົ້າທີ່ຈະໄດ້ຮັບຊີວິດໃໝ່. ເມື່ອເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງແລ້ວ, ເຈົ້າຈະສາມາດເຫັນໄດ້ວ່າ ເມື່ອຄວາມຈິງກາຍເປັນຊີວິດຂອງຄົນໆໜຶ່ງ, ມັນແມ່ນສິ່ງທີ່ມີຄຸນຄ່າແທ້ໆ ແລະ ເຈົ້າຈະກະຫາຍຄວາມຈິງ, ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຂອງມັນ. ນີ້ແມ່ນສິ່ງທີ່ຍິ່ງໃຫຍ່ຢ່າງແທ້ຈິງ! ຖ້າເຈົ້າສາມາດຄວ້າເອົາໂອກາດນີ້ ແລະ ໄຕ່ຕອງຕົວເຈົ້າເອງຢ່າງຈິງໃຈ ແລະ ໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເຈົ້າເອງເມື່ອໃດກໍຕາມທີ່ເຈົ້າລົ້ມເຫຼວ ຫຼື ລົ້ມລົງ, ແລ້ວທ່າມກາງຄວາມບໍ່ດີ ແລະ ຄວາມອ່ອນແອ, ເຈົ້າຈະສາມາດລຸກຢືນຂຶ້ນສູ້ໄດ້. ເມື່ອເຈົ້າຜ່ານປະຕູນີ້ແລ້ວ, ເຈົ້າກໍຈະສາມາດກ້າວຂາໃຫຍ່ໆໄປຂ້າງໜ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້.

ຖ້າເຈົ້າເຊື່ອໃນລິດທານຸພາບສູງສຸດຂອງພຣະເຈົ້າ, ເຈົ້າກໍຕ້ອງເຊື່ອເຫດການທີ່ເກີດຂຶ້ນໃນແຕ່ລະມື້ ບໍ່ວ່າຈະດີ ຫຼື ຮ້າຍ, ບໍ່ໄດ້ເກີດຂຶ້ນໂດຍບັງເອີນ. ບໍ່ແມ່ນວ່າມີຄົນເຈດຕະນາເຮັດໃຫ້ເຈົ້າຍາກລຳບາກ ຫຼື ເຮັດໃຫ້ເຈົ້າຕົກເປັນເປົ້າ; ນີ້ແມ່ນລ້ວນແລ້ວແຕ່ຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ. ເປັນຫຍັງພຣະເຈົ້າຈິ່ງປັ້ນແຕ່ງສິ່ງເຫຼົ່ານີ້ໄວ້? ມັນບໍ່ແມ່ນເພື່ອເປີດເຜີຍໃຫ້ເຈົ້າຮູ້ວ່າເຈົ້າແມ່ນໃຜ ຫຼື ເປີດໂປງເຈົ້າ ແລະ ໄລ່ເຈົ້າອອກ; ການເປີດໂປງເຈົ້າບໍ່ແມ່ນເປົ້າໝາຍສຸດທ້າຍ. ເປົ້າໝາຍແມ່ນເພື່ອເຮັດໃຫ້ເຈົ້າສົມບູນ ແລະ ຊ່ວຍເຈົ້າໃຫ້ລອດພົ້ນ. ພຣະເຈົ້າເຮັດໃຫ້ເຈົ້າສົມບູບແບບໄດ້ແນວໃດ? ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງເລີ່ມດ້ວຍການເຮັດໃຫ້ເຈົ້າຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ໂດຍເຮັດໃຫ້ເຈົ້າຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ, ຂໍ້ບົກຜ່ອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຂາດ. ມີພຽງຜ່ານການຮູ້ຈັກສິ່ງເຫຼົ່ານີ້ ແລະ ການມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດສະແຫວງຫາຄວາມຈິງ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າເທື່ອລະໜ້ອຍ. ນີ້ແມ່ນພຣະເຈົ້າສ້າງໂອກາດໃຫ້ກັບເຈົ້າ. ນີ້ຄືຄວາມຮັກຂອງພຣະເຈົ້າ. ເຈົ້າຕ້ອງຮູ້ຈັກສວຍໃຊ້ໂອກາດນີ້. ເຈົ້າບໍ່ຄວນຕໍ່ຕ້ານພຣະເຈົ້າ, ໂຕ້ຖຽງແບບຫົວຊົນຝາກັບພຣະເຈົ້າ ຫຼື ເຂົ້າໃຈພຣະອົງຜິດ. ໂດຍສະເພາະແລ້ວ ເມື່ອພົບກັບຄົນ, ເລື່ອງຕ່າງໆ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ຈັດແຈງໄວ້ອ້ອມຂ້າງເຈົ້າ, ຢ່າຮູ້ສຶກຢູ່ຕະຫຼອດວ່າສິ່ງເຫຼົ່ານີ້ບໍ່ເປັນໄປຕາມທີ່ເຈົ້າຕ້ອງການໃຫ້ເປັນ ຢ່າປາຖະໜາທີ່ຈະຫຼົບຫຼີກພວກມັນຢູ່ຕະຫຼອດ ຫຼື ກ່າວໂທດ ແລະ ເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ. ຖ້າເຈົ້າກຳລັງເຮັດສິ່ງເຫຼົ່ານີ້ຢູ່ຕະຫຼອດ, ເຈົ້າກໍ່ບໍ່ໄດ້ກຳລັງປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນຈະເຮັດໃຫ້ຫຍຸ້ງຍາກຫຼາຍສໍາລັບເຈົ້າໃນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ສິ່ງໃດກໍຕາມທີ່ເຈົ້າຜະເຊີນເຊິ່ງເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນ, ເມື່ອມີຄວາມຫຍຸ້ງຍາກເກີດຂຶ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະຍອມຮັບ. ເຈົ້າຄວນເລີ່ມດ້ວຍການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານໃຫ້ຫຼາຍຂຶ້ນ. ດ້ວຍວິທີນີ້, ກ່ອນເຈົ້າຈະຮູ້ຕົວ ຈະເກີດມີການປ່ຽນແປງໃນສະພາວະພາຍໃນຂອງເຈົ້າ ແລະ ເຈົ້າກໍຈະສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ. ນັ້ນກໍຄື ເຈົ້າຈະສາມາດປະສົບກັບພາລະກິດຂອງພຣະເຈົ້າ. ເມື່ອສິ່ງນີ້ເກີດຂຶ້ນ, ຄວາມເປັນຈິງແຫ່ງຄວາມຈິງຈະຖືກສ້າງຂຶ້ນພາຍໃນເຈົ້າ ແລະ ນີ້ແມ່ນວິທີທີ່ເຈົ້າຈະກ້າວໜ້າ ແລະ ຜ່ານການປ່ຽນແປງໃນສະພາວະຂອງຊີວິດຂອງເຈົ້າ. ເມື່ອເຈົ້າໄດ້ຜ່ານການປ່ຽນແປງນີ້ ແລະ ມີຄວາມເປັນຈິງແຫ່ງຄວາມຈິງນີ້, ແລ້ວເຈົ້າກໍຈະມີວຸດທິພາວະອີກດ້ວຍ ແລະ ເມື່ອມີວຸດທິພາວະກໍມີຊີວິດ. ຖ້າມີບາງຄົນດຳລົງຊີວິດໂດຍອີງຕາມອຸປະນິໄສຊົ່ວຮ້າຍຢູ່ສະເໝີ, ແລ້ວບໍ່ວ່າພວກເຂົາຈະມີຄວາມກະຕືລືລົ້ນ ຫຼື ກໍາລັງຫຼາຍສໍ່າໃດ, ພວກເຂົາກໍຍັງບໍ່ສາມາດຖືໄດ້ວ່າມີວຸດທິພາວະ ຫຼື ຊີວິດ. ພຣະເຈົ້າປະຕິບັດພາລະກິດໃນທຸກຄົນ ແລະ ບໍ່ວ່າວິທີການຂອງພຣະອົງຈະເປັນຄືແນວໃດກໍຕາມ, ບໍ່ວ່າພຣະອົງຈະໃຊ້ຄົນ, ເລື່ອງ ແລະ ສິ່ງຂອງໃດກໍຕາມເພື່ອຮັບໃຊ້ພຣະອົງ ຫຼື ພຣະທຳຂອງພຣະອົງມີນໍ້າສຽງແບບໃດກໍຕາມ, ພຣະອົງມີພຽງເປົ້າໝາຍດຽວ ນັ້ນກໍຄື: ຊ່ວຍເຈົ້າໃຫ້ລອດພົ້ນ. ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງປ່ຽນແປງເຈົ້າ. ສະນັ້ນເຈົ້າຈະບໍ່ທົນທຸກເລັກນ້ອຍໄດ້ແນວໃດ? ເຈົ້າຈຳເປັນຕ້ອງທົນທຸກ. ການທົນທຸກນີ້ສາມາດກ່ຽວພັນກັບຫຼາຍໆສິ່ງ. ຢ່າງທຳອິດ, ຜູ້ຄົນຕ້ອງທົນທຸກເມື່ອພວກເຂົາຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ເມື່ອພຣະທຳຂອງພຣະເຈົ້າຮຸນແຮງ ແລະ ຈະແຈ້ງເກີນໄປ ແລະ ຜູ້ຄົນຕີຄວາມໝາຍພຣະເຈົ້າຢ່າງຜິດໆ ແລະ ເຖິງກັບມີແນວຄິດ, ສິ່ງນັ້ນສາມາດເປັນສິ່ງທີ່ເຈັບປວດເຊັ່ນກັນ. ບາງຄັ້ງພຣະເຈົ້າໄດ້ສ້າງສະພາບແວດລ້ອມຢູ່ອ້ອມຂ້າງຜູ້ຄົນເພື່ອເປີດໂປງຄວາມເສື່ອມຊາມຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ພວກເຂົາຈະທົນທຸກໜ້ອຍໜຶ່ງຫຼັງຈາກນັ້ນເຊັ່ນກັນ. ບາງຄັ້ງເມື່ອພວກເຂົາຖືກລິຮານ, ຖືກຈັດການ ແລະ ຖືກເປີດໂປງໂດຍກົງ, ຜູ້ຄົນຕ້ອງທົນທຸກ. ມັນເປັນຄືກັບວ່າພວກເຂົາກຳລັງຜ່ານຜ່າການຜ່າຕັດ, ຖ້າບໍ່ມີການທົນທຸກ ມັນກໍບໍ່ມີຜົນຫຍັງ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຈັດການ ແລະ ທຸກຄັ້ງທີ່ເຈົ້າຖືກເປີດເຜີຍໂດຍສະພາບເເວດລ້ອມ, ມັນກະຕຸ້ນຄວາມຮູ້ສຶກຂອງເຈົ້າ ແລະ ສົ່ງເສີມເຈົ້າ, ແລ້ວຜ່ານຂະບວນການນີ້ ເຈົ້າຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຈະມີວຸດທິພາວະ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຖືກຈັດການ ແລະ ຖືກເປີດເຜີຍໂດຍສະພາບແວດລ້ອມ, ເຈົ້າບໍ່ຮູ້ສຶກເຖິງຄວາມເຈັບປວດ ຫຼື ຄວາມບໍ່ສະບາຍໃຈ ແລະ ບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມປະສົງຂອງພຣະອົງ, ບໍ່ອະທິຖານ ຫຼື ສະແຫວງຫາຄວາມຈິງ, ແລ້ວເຈົ້າແມ່ນບໍ່ມີຄວາມຮູ້ສຶກຫຍັງເລີຍ! ພຣະເຈົ້າບໍ່ເຮັດພາລະກິດໃນເຈົ້າ ເມື່ອວິນຍານຂອງເຈົ້າບໍ່ຮູ້ສຶກຫຍັງເລີຍ, ເມື່ອມັນບໍ່ມີປະຕິກິລິຍາ. ພຣະອົງຈະເວົ້າວ່າ: “ບຸກຄົນນີ້ຂາດສະຕິຫຼາຍເກີນໄປ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງຫຼາຍ. ບໍ່ວ່າເຮົາຈະລົງວິໄນລາວ, ຈັດການກັບລາວ ຫຼື ພະຍາຍາມກວດກາເບິ່ງລາວແນວໃດກໍ່ຕາມ, ແຕ່ເຮົາບໍ່ສາມາດຂັບເຄື່ອນຫົວໃຈຂອງເຂົາ ຫຼື ບໍ່ສາມາດປຸກວິນຍານຂອງເຂົາໃຫ້ຕື່ນໄດ້. ບຸກຄົນນີ້ຈະພົບກັບບັນຫາ; ເຂົາຍາກທີ່ຈະຖືກຊ່ວຍໃຫ້ລອດພົ້ນ”. ຖ້າພຣະເຈົ້າຈັດແຈງສະພາບແວດລ້ອມ, ຜູ້ຄົນ, ເລື່ອງ ແລະ ສິ່ງຂອງໃຫ້ກັບເຈົ້າ, ຖ້າພຣະອົງລິຮານ ແລະ ຈັດການເຈົ້າ ແລະ ຖ້າເຈົ້າຮຽນຮູ້ບົດຮຽນຈາກສິ່ງນີ້, ຖ້າເຈົ້າຮຽນຮູ້ທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງໂດຍບໍ່ຮູ້ຕົວ ແລະ ບັນລຸຄວາມຈິງ, ຖ້າເຈົ້າໄດ້ຜະເຊີນກັບການປ່ຽນແປງໃນສະພາບແວດແລ້ວເຫຼົ່ານີ້, ໄດ້ຮັບລາງວັນ ແລະ ມີຄວາມຄືບໜ້າ, ຖ້າເຈົ້າເລີ່ມມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຊົາຕໍ່ວ່າ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະໝາຍຄວາມວ່າ ເຈົ້າໄດ້ຍຶດໝັ້ນໃນທ່າມກາງການທົດລອງຈາກສະພາບແວດລ້ອມເຫຼົ່ານີ້ ແລະ ໄດ້ອົດທົນຕໍ່ການທົດສອບ. ເມື່ອເປັນເຊັ່ນນັ້ນ, ເຈົ້າກໍຈະໄດ້ຜ່ານຄວາມຍາກລຳບາກນີ້. ພຣະເຈົ້າຈະພິຈາລະນາແນວໃດກັບຄົນທີ່ອົດທົນກັບການທົດສອບ? ພຣະເຈົ້າຈະເວົ້າວ່າພວກເຂົາມີຫົວໃຈທີ່ແທ້ຈິງ ແລະ ພວກເຂົາສາມາດອົດກັ້ນກັບການທົນທຸກປະເພດນີ້ ແລະ ເລິກໆພາຍໃນ ພວກເຂົາຮັກຄວາມຈິງ ແລະ ຕ້ອງການຮັບເອົາຄວາມຈິງ. ຖ້າພຣະເຈົ້າມີການປະເມີນປະເພດນີ້ກ່ຽວກັບເຈົ້າ, ແລ້ວເຈົ້າຈະບໍ່ແມ່ນຄົນທີ່ມີວຸດທິພາວະບໍ? ແລ້ວເຈົ້າຈະບໍ່ມີຊີວິດບໍ? ແລ້ວຊີວິດນີ້ບັນລຸໄດ້ແນວໃດ? ພຣະເຈົ້າບໍ່ໄດ້ປະທານມັນບໍ? ພຣະເຈົ້າສະໜອງໃຫ້ກັບເຈົ້າໃນຫຼາກຫຼາຍວິທີ ແລະ ໃຊ້ຫຼາກຫຼາຍຄົນ, ສິ່ງຕ່າງໆ ແລະ ວັດຖຸເພື່ອຝຶກຝົນເຈົ້າ. ນີ້ຄືກັບວ່າພຣະເຈົ້າກຳລັງມອບອາຫານ ແລະ ເຄື່ອງດື່ມໃຫ້ກັບເຈົ້າເປັນການສ່ວນຕົວ, ສົ່ງມອບອາຫານທີ່ຫຼາກຫຼາຍຢູ່ຕໍ່ໜ້າເຈົ້າເປັນການສ່ວນຕົວເພື່ອໃຫ້ເຈົ້າໄດ້ກິນຈົນອີ່ມ ແລະ ມີຄວາມສຸກ; ໃນຕອນນັ້ນເອງ ເຈົ້າຈຶ່ງສາມາດເຕີບໃຫຍ່ ແລະ ຢືນຢ່າງເຂັ້ມແຂງ. ນີ້ຄືວິທີທີ່ເຈົ້າຕ້ອງຜະເຊີນ ແລະ ຢັ່ງຮູ້ສິ່ງເຫຼົ່ານີ້; ນີ້ຄືວິທີທີ່ຈະຍອມຕໍ່ທຸກສິ່ງທີ່ມາຈາກພຣະເຈົ້າ. ນີ້ຄືຊຸດຄວາມຄິດ ແລະ ທ່າທີປະເພດທີ່ເຈົ້າຕ້ອງມີ ແລະ ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ເຈົ້າບໍ່ຄວນຊອກຫາສາເຫດພາຍນອກຢູ່ເລື້ອຍໆ ຫຼື ກ່າວໂທດຄົນອື່ນຍ້ອນບັນຫາຂອງເຈົ້າ ຫຼື ຊອກຈັບຜິດຜູ້ຄົນ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມປະສົງຂອງພຣະເຈົ້າ. ຈາກພາຍນອກ, ບາງຄົນອາດເບິ່ງຄືກັບວ່າມີຄວາມຄິດເຫັນກ່ຽວກັບເຈົ້າ ຫຼື ມີອະຄະຕິຕໍ່ເຈົ້າ, ແຕ່ເຈົ້າບໍ່ຄວນເບິ່ງສິ່ງຕ່າງໆໃນລັກສະນະນັ້ນ. ຖ້າເຈົ້າເຫັນສິ່ງຕ່າງໆຈາກມຸມມອງປະເພດນີ້, ສິ່ງດຽວທີ່ເຈົ້າຈະເຮັດກໍຄືຫາຂໍ້ອ້າງ ແລະ ເຈົ້າຈະບໍ່ສາມາດບັນລຸຫຍັງໄດ້. ເຈົ້າຄວນເຫັນສິ່ງຕ່າງໆຢ່າງກົງໄປກົງມາ ແລະ ຍອມຮັບທຸກສິ່ງຈາກພຣະເຈົ້າ. ເມື່ອເຈົ້າເບິ່ງສິ່ງຕ່າງໆໃນລັກສະນະນີ້, ມັນຈະງ່າຍສຳລັບເຈົ້າທີ່ຈະເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ເຈົ້າຈະສາມາດສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ມຸມມອງ ແລະ ສະພາວະຈິດໃຈຂອງເຈົ້າໄດ້ຮັບການແກ້ໄຂ, ເຈົ້າຈະສາມາດບັນລຸຄວາມຈິງ. ສະນັ້ນເປັນຫຍັງເຈົ້າຈຶ່ງບໍ່ພຽງແຕ່ເຮັດມັນ? ເປັນຫຍັງເຈົ້າຈຶ່ງຕໍ່ຕ້ານ? ຖ້າເຈົ້າເຊົາຕໍ່ຕ້ານ, ເຈົ້າຈະໄດ້ຮັບຄວາມຈິງ. ຖ້າເຈົ້າຕໍ່ຕ້ານ, ເຈົ້າຈະບໍ່ໄດ້ຮັບຫຍັງ ແລະ ເຈົ້າຈະຍັງທຳຮ້າຍຄວາມຮູ້ສຶກຂອງພຣະເຈົ້າ ແລະ ເຮັດໃຫ້ພຣະອົງຜິດຫວັງ. ເປັນຫຍັງພຣະເຈົ້າຈະຖືກເຮັດໃຫ້ຜິດຫວັງໄດ້ແນວໃດ? ເພາະເຈົ້າບໍ່ຍອມຮັບຄວາມຈິງ, ເຈົ້າບໍ່ມີຄວາມຫວັງສຳລັບຄວາມລອດພົ້ນ ແລະ ພຣະເຈົ້າບໍ່ສາມາດຮັບເອົາເຈົ້າໄດ້, ສະນັ້ນພຣະອົງຈະບໍ່ຖືກເຮັດໃຫ້ຜິດຫວັງໄດ້ແນວໃດ? ເມື່ອເຈົ້າບໍ່ຍອມຮັບຄວາມຈິງ, ສິ່ງນີ້ກໍເທົ່າກັບການດັນອາຫານທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າເປັນການສ່ວນຕົວນັ້ນອອກໄປ. ເຈົ້າເວົ້າວ່າເຈົ້າບໍ່ຫິວ ແລະ ເຈົ້າບໍ່ຕ້ອງການມັນ; ພຣະເຈົ້າພະຍາຍາມອີກຄັ້ງ ແລະ ອີກຄັ້ງເພື່ອຜັກດັນໃຫ້ເຈົ້າກິນ, ແຕ່ເຈົ້າຍັງບໍ່ຕ້ອງການມັນ. ເຈົ້າຍອມຫິວດີກວ່າ. ເຈົ້າຄິດວ່າເຈົ້າອີ່ມ, ເມື່ອໃນຄວາມເປັນຈິງແລ້ວ ເຈົ້າບໍ່ມີຫຍັງເລີຍ. ຄົນເຊັ່ນນີ້ຂາດຄວາມສຳນຶກຫຼາຍ ແລະ ຖືວ່າຕົນເອງຊອບທຳຫຼາຍ; ໃນຄວາມເປັນຈິງແລ້ວ, ພວກເຂົາບໍ່ຮູ້ຈັກສິ່ງດີໆເມື່ອພວກເຂົາເຫັນມັນ, ພວກເຂົາເປັນຄົນທີ່ທຸກຍາກ ແລະ ເປັນຕາສັງເວດທີ່ສຸດ.

ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າຕ້ອງເລີ່ມຕົ້ຍໂດຍການໄຕ່ຕອງກ່ຽວກັບທຸກລາຍລະອຽດໃນຊີວິດຂອງເຈົ້າກ່ອນ ແລະ ເລີ່ມຮຽນເອົາບົດຮຽນຈາກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ໃກ້ຄຽງ. ຖ້າເຈົ້າສາມາດຮຽນເອົາບົດຮຽນຈາກວິທີການທີ່ຜູ້ຄົນຢູ່ອ້ອມຂ້າງເຈົ້າປະຕິບັດຕໍ່ເຈົ້າ ຫຼື ຈາກເລື່ອງ ແລະ ສະຖານະການຕ່າງໆທີ່ເກີດຂຶ້ນກັບເຈົ້າໃນແຕ່ລະມື້, ນັ້ນກໍຄື ເຈົ້າສາມາດສະແຫວງຫາຄວາມຈິງ ແລະ ຮຽນຮູ້ວິທີການເຮັດຕາມຫຼັກການ, ແລ້ວເຈົ້າຈະສາມາດເຂົ້າໃຈຄວາມຈິງ, ຊີວິດຂອງເຈົ້າຈະເຕີບໃຫຍ່ ແລະ ເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າຢ່າງເປັນປົກກະຕິ. ບາງຄົນມັກໂຕ້ຖຽງ ແລະ ພະຍາຍາມປົກປ້ອງຕົນເອງ ເມື່ອພວກເຂົາຖືກລິຮານ ແລະ ຈັດການ. ພວກເຂົາເນັ້ນຢໍ້າສາເຫດຂອງບັນຫາຢູ່ສະເໝີ ແລະ ຫາຂໍ້ອ້າງສຳລັບຄວາມລົ້ມເຫຼວຂອງພວກເຂົາ, ເຊິ່ງເປັນບັນຫາຫຼາຍ. ພວກເຂົາບໍ່ມີທ່າທີ່ທີ່ຍອມອ່ອນນ້ອມ ຫຼື ທ່າທີ່ທີ່ສະແຫວງຫາຄວາມຈິງ. ຄົນປະເພດເຫຼົ່ານີ້ມີຄວາມສາມາດຕໍ່າ ແລະ ພວກເຂົາຍັງດື້ດ້ານຫຼາຍ. ພວກເຂົາບໍ່ເຂົ້າໃຈຄຳເວົ້າຂອງຄົນອື່ນ, ຄວາມຈິງຢູ່ໄກຈາກການເຂົ້າໃຈຂອງພວກເຂົາ ແລະ ຄວາມຄືບໜ້າຂອງພວກເຂົາຊ້າຫຼາຍ. ເປັນຫຍັງຄວາມຄືບໜ້າຂອງພວກເຂົາຈຶ່ງຊ້າ? ມັນເປັນເພາະພວກເຂົາບໍ່ສະແຫວງຄວາມຈິງ ແລະ ບໍ່ວ່າຈະເກີດຂໍ້ຜິດພາດຫຍັງກໍຕາມ, ພວກເຂົາຫຼຽວເບິ່ງຄົນອື່ນເພື່ອເປັນເຫດຜົນຢູ່ສະເໝີ, ໂຍນຄວາມຮັບຜິດຊອບໃຫ້ຄົນອື່ນຢ່າງສົມບູນ. ພວກເຂົາດຳລົງຊີວິດຕາມປັດຊະຍາທາງໂລກ ແລະ ຕາບໃດທີ່ພວກເຂົາໃຊ້ຊີວິດຢ່າງປອດໄພ ແລະ ສະບາຍດີ, ພວກເຂົາກໍພໍໃຈກັບຕົນເອງເປັນຢ່າງຍິ່ງ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາຄິດວ່ານີ້ຄືວິທີການທີ່ຂ້ອນຂ້າງດີໃນການເຊື່ອໃນພຣະເຈົ້າ. ເຖິງກັບມີບາງຄົນທີ່ຄິດວ່າ “ມີຫຼາຍຢ່າງໃຫ້ເວົ້າກ່ຽວກັບການສະແຫວງຫາຄວາມຈິງ ແລະ ການຮຽນເອົາບົດຮຽນຢູ່ສະເໝີ, ແຕ່ມີຫຼາຍບົດຮຽນໃຫ້ຮຽນຮູ້ແທ້ໆບໍ? ການເຊື່ອໃນພຣະເຈົ້າໃນລັກສະນະນີ້ຊ່າງຫຍຸ້ງຍາກຫຼາຍ!” ເມື່ອພວກເຂົາເຫັນຄົນອື່ນກຳລັງສະແຫວງຫາຄວາມຈິງ ແລະ ຮຽນເອົາບົດຮຽນເມື່ອພວກເຂົາປະສົບກັບເລື່ອງຕ່າງໆ, ພວກເຂົາກໍເວົ້າວ່າ “ພວກທ່ານທຸກຄົນຮຽນເອົາບົດຮຽນຈາກທຸກສິ່ງໄດ້ແນວໃດ? ເປັນຫຍັງຈຶ່ງບໍ່ມີບົດຮຽນຫຼາຍຢ່າງໃຫ້ຂ້ານ້ອຍໄດ້ຮຽນຮູ້? ພວກທ່ານທຸກຄົນບໍ່ມີຄວາມຮູ້ຂະໜາດນັ້ນບໍ? ພວກເຈົ້າບໍ່ໄດ້ພຽງແຕ່ປະຕິບັດຕາມກົດລະບຽບຢ່າງຫຼັບຫູຫຼັບຕາບໍ?” ເຈົ້າຄິດແນວໃດກ່ຽວກັບຄວາມຮູ້ສຶກນີ້? ນີ້ຄືທັດສະນະຂອງຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອສາມາດຮັບເອົາຄວາມຈິງໄດ້ບໍ? ມັນເປັນເລື່ອງຍາກສຳລັບຄົນປະເພດນີ້ທີ່ຈະຮັບເອົາຄວາມຈິງ. ມີບາງຄົນທີ່ເວົ້າວ່າ “ຂ້ານ້ອຍອ້ອນວອນຫາພຣະເຈົ້າໃນເລື່ອງໃຫຍ່ໆ, ແຕ່ຂ້ານ້ອຍບໍ່ລົບກວນພຣະອົງໃນເລື່ອງນ້ອຍໆ. ພຣະເຈົ້າຫຍຸ້ງຫຼາຍກັບການປົກຄອງທຸກສິ່ງໃນຈັກກະວານໃນແຕ່ລະມື້, ການປົກຄອງແຕ່ລະຄົນ. ຊ່າງເມື່ອຍ! ຂ້ານ້ອຍຈະບໍ່ລົບກວນພຣະເຈົ້າ, ຂ້ານ້ອຍຈະພຽງແຕ່ແກ້ໄຂບັນຫານີ້ດ້ວຍຕົນເອງ. ຕາບໃດທີ່ພຣະເຈົ້າພໍໃຈ, ນັ້ນກໍພຽງພໍແລ້ວ. ຂ້ານ້ອຍບໍ່ຕ້ອງການເຮັດໃຫ້ພຣະອົງກັງວົນ”. ເຈົ້າຄິດແນວໃດກ່ຽວກັບຄວາມຮູ້ສຶກນີ້? ນີ້ຄືທັດສະນະຂອງຜູ້ບໍ່ເຊື່ອອີກດ້ວຍ, ການຈິນຕະນາການຂອງມະນຸດ. ມະນຸດເປັນສິ່ງຖືກສ້າງ, ເຖິງກັບຕໍ່າກວ່າມົດ. ພວກເຂົາຈະສາມາດເຫັນພຣະຜູ້ສ້າງໄດ້ຢ່າງຊັດເຈນໄດ້ແນວໃດ? ພຣະເຈົ້າໄດ້ປົກຄອງທຸກສິ່ງໃນຈັກກະວານສຳລັບຄົນທີ່ຮູ້ວ່າມີເທົ່າໃດລ້ານ ຫຼື ຕື້ປີ. ພຣະອົງເວົ້າວ່າພຣະອົງຮູ້ສຶກເມື່ອຍບໍ? ພຣະອົງເວົ້າວ່າພຣະອົງຫຍຸ້ງເກີນໄປບໍ? ບໍ່, ພຣະອົງບໍ່ໄດ້ເວົ້າ. ຜູ້ຄົນຈະບໍ່ສາມາດເຫັນໄດ້ຢ່າງຊັດເຈນເຖິງອຳນາດໄພສານ ແລະ ສະຕິປັນຍາຂອງພຣະເຈົ້າ ແລະ ການທີ່ໃຫ້ພວກເຂົາເວົ້າຈາກແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງເປັນສິ່ງທີ່ໂງ່ຈ້າຫຼາຍ. ອີງຕາມພຣະຜູ້ສ້າງ, ທຸກໆຄົນທີ່ຖືກເລືອກຂອງພຣະເຈົ້າ ແລະ ທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຂົາແມ່ນຖືກຈັດແຈງໂດຍອຳນາດສູງສຸດຂອງພຣະເຈົ້າ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ເຈົ້າຄວນຍອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ຮຽນເອົາບົດຮຽນໃນທຸກສິ່ງ. ການຮັບເອົາຄວາມຈິງຄືສິ່ງທີ່ຈຳເປັນທີ່ສຸດ. ຖ້າເຈົ້າສາມາດຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າຄວນເພິ່ງພາພຣະອົງ ແລະ ພະຍາຍາມໄປຫາຄວາມຈິງ ເພາະນັ້ນຄືສິ່ງທີ່ເປັນທີ່ພໍໃຈສຳລັບພຣະເຈົ້າ. ເມື່ອເຈົ້າໄດ້ຮັບຄວາມຈິງ ແລະ ສາມາດເຮັດຕາມຫຼັກການ, ພຣະເຈົ້າຈະພໍໃຈຫຼາຍຂຶ້ນ ແຕ່ຍິ່ງເຈົ້າເຮັດໃຫ້ຕົນເອງອອກຫ່າງຈາກພຣະເຈົ້າຫຼາຍສໍ່າໃດ, ພຣະອົງກໍຍິ່ງຈະໂສກເສົ້າສໍ່ານັ້ນ. ແມ່ນຫຍັງເຮັດໃຫ້ພຣະເຈົ້າໂສກເສົ້າ. (ພຣະເຈົ້າໄດ້ຈັດແຈງສະຖານະການຕ່າງໆເພື່ອປ່ອຍໃຫ້ຜູ້ຄົນໄດ້ມີປະສົບການກັບພຣະທຳຂອງພຣະອົງ ແລະ ຮັບເອົາຄວາມຈິງ, ແຕ່ຜູ້ຄົນບໍ່ເຂົ້າໃຈຄວາມຄິດຂອງພຣະເຈົ້າ; ພວກເຂົາເຂົ້າໃຈພຣະອົງຜິດ ແລະ ສິ່ງນີ້ເຮັດໃຫ້ພຣະເຈົ້າໂສກເສົ້າ.) ຖືກຕ້ອງ. ພຣະເຈົ້າໄດ້ຈ່າຍລາຄາອັນພາກພຽນສຳລັບແຕ່ລະຄົນ ແລະ ມີຄວາມປະສົງສຳລັບແຕ່ລະຄົນ. ພຣະອົງມີຄວາມຄາດຫວັງສຳລັບພວກເຂົາ ແລະ ໄດ້ວາງຄວາມຫວັງຂອງພຣະອົງໃສ່ພວກເຂົາ. ຄວາມພະຍາຍາມອັນພາກພຽນຂອງພຣະອົງແມ່ນມອບໃຫ້ແກ່ທຸກຄົນໂດຍບໍ່ຕ້ອງເສຍຫຍັງ ແລະ ຢ່າງເຕັມໃຈ. ການສະໜອງຊີວິດ ແລະ ຄວາມຈິງຂອງພຣະອົງຍັງມອບໃຫ້ແກ່ທຸກຄົນຢ່າງເຕັມໃຈອີກດ້ວຍ. ຖ້າຜູ້ຄົນສາມາດເຂົ້າໃຈເຫດຜົນທີ່ພຣະເຈົ້າເຮັດເຊັ່ນນີ້, ພຣະອົງຈະຮູ້ສຶກພໍໃຈ. ບໍ່ວ່າພຣະເຈົ້າຈະຈັດແຈງສະຖານະການໃດກໍຕາມສຳລັບເຈົ້າ, ຖ້າເຈົ້າສາມາດຮັບເອົາມັນຈາກພຣະເຈົ້າ, ຍອມຕໍ່ພຣະອົງ ແລະ ສະແຫວງຫາຄວາມຈິງ ແລະ ຮຽນເອົາບົດຮຽນໃນບັນດາທຸກສິ່ງ, ພຣະເຈົ້າຈະບໍ່ຄິດວ່າລາຄາອັນພາກພຽນແມ່ນຈ່າຍໂດຍສູນເປົ່າ. ເຈົ້າຈະບໍ່ລົ້ມເຫຼວທີ່ຈະໃຊ້ຊີວິດກັບຄວາມຄິດ ແລະ ຄວາມພະຍາຍາມທັງໝົດທີ່ພຣະເຈົ້າໄດ້ລົງທຶນ ຫຼື ຄວາມຄາດຫວັງຂອງພຣະອົງສຳລັບເຈົ້າ. ໃນສະຖານະການທຸກຊຸດທີ່ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດຮຽນເອົາບົດຮຽນ ແລະ ເກັບກ່ຽວລາງວັນ. ດ້ວຍວິທີນີ້, ພາລະກິດທີ່ພຣະເຈົ້າໄດ້ເຮັດໃນຕົວເຈົ້າຈະບັນລຸຜົນສະທ້ອນທີ່ຄາດຫວັງໄວ້ ແລະ ພຣະເຈົ້າຈະພໍໃຈ. ຖ້າເຈົ້າບໍ່ສາມາດຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ຖ້າເຈົ້າຕໍ່ຕ້ານ, ປະຕິເສດ ແລະ ຕໍ່ສູ້ກັບພຣະເຈົ້າຢູ່ສະເໝີ, ເຈົ້າບໍ່ຄິດວ່າພຣະເຈົ້າຈະວິຕົກກັງວົນບໍ? ຫົວໃຈຂອງພຣະເຈົ້າຈະກັງວົນ ແລະ ວິຕົກກັງວົນ ແລ້ວເວົ້າວ່າ “ເຮົາໄດ້ຈັດແຈງຫຼາຍສະຖານະການສຳລັບເຈົ້າເພື່ອຮຽນເອົາບົດຮຽນ. ມັນເປັນໄປໄດ້ແນວໃດທີ່ມັນບໍ່ມີຜົນສະທ້ອນໃນຕົວເຈົ້າ?” ພຣະເຈົ້າຈະໜັກໃຈດ້ວຍຄວາມໂສກເສົ້າ. ພຣະເຈົ້າໂສກເສົ້າເພາະເຈົ້າມຶນຊາ, ບໍ່ມີຄວາມຮູ້, ຊ້າ ແລະ ດື້ດຶງ, ເພາະເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ບໍ່ຍອມຮັບຄວາມຈິງ, ບໍ່ສາມາດເຫັນທຸກສິ່ງທີ່ພຣະອົງໄດ້ເຮັດເພື່ອຮັບຜິດຊອບສຳລັບຊີວິດຂອງເຈົ້າ, ບໍ່ເຂົ້າໃຈວ່າພຣະອົງກັງວົນ ແລະ ວິຕົກກັງວົນກ່ຽວກັບຊີວິດຂອງເຈົ້າ ແລະ ເພາະເຈົ້າບໍ່ເຊື່ອຟັງ ແລະ ຈົ່ມຕໍ່ວ່າພຣະອົງ.ບອກເຮົາເບິ່ງວ່າ ທຸກສິ່ງທີ່ກ່ຽວຂ້ອງກັບຜູ້ຄົນມີຈຸດເລີ່ມຕົ້ນຈາກຜູ້ໃດ? ຜູ້ໃດແບກຮັບພາລະທີ່ຍິ່ງໃຫຍ່ທີ່ສຸດສຳລັບຊີວິດຂອງມະນຸດ? (ພຣະເຈົ້າ.) ພຣະເຈົ້າເທົ່ານັ້ນທີ່ຮັກຜູ້ຄົນທີ່ສຸດ. ພໍ່ແມ່ ແລະ ຍາດພີ່ນ້ອງຂອງຜູ້ຄົນຮັກພວກເຂົາແທ້ໆບໍ? ຄວາມຮັກທີ່ພວກເຂົາມອບໃຫ້ເປັນຄວາມຮັກທີ່ແທ້ຈິງບໍ? ມັນສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນຈາກອິດທິພົນຂອງຊາຕານບໍ? ບໍ່ສາມາດເຮັດໄດ້. ຜູ້ຄົນມຶນງົງ ແລະ ໂງ່, ບໍ່ສາມາດເບິ່ງສິ່ງເຫຼົ່ານີ້ອອກ ແລະ ເວົ້າຢູ່ສະເໝີວ່າ “ພຣະເຈົ້າຮັກຂ້ານ້ອຍແນວໃດ? ຂ້ານ້ອຍບໍ່ຮູ້ສຶກມັນ. ຢ່າງໃດກໍຕາມ, ແມ່ ແລະ ພໍ່ຂອງຂ້ານ້ອຍຮັກຂ້ານ້ອຍທີ່ສຸດ. ພວກເຂົາຈ່າຍເງິນສຳລັບຄ່າຮຽນຂອງຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍຮຽນຮູ້ທັກສະວິຊາການ, ເພື່ອວ່າຂ້ານ້ອຍຈະສາມາດໃຊ້ປະໂຫຍດຈາກຕົນເອງເມື່ອຂ້ານ້ອຍເຕີບໃຫຍ່, ປະສົບຄວາມສຳເລັດ, ກາຍມາເປັນດາວ, ເປັນດາລາ. ພໍ່ແມ່ຂອງຂ້ານ້ອຍໃຊ້ເງິນຫຼາຍເພື່ອປູກຝັງຂ້ານ້ອຍ ແລະ ໃຫ້ຂ້ານ້ອຍມີການສຶກສາ, ໂດຍປະຢັດ ແລະ ເກັບອອມອາຫານ. ນັ້ນຊ່າງເປັນຄວາມຮັກທີ່ຍິ່ງໃຫຍ່! ຂ້ານ້ອຍບໍ່ສາມາດຕອບແທນພວກເຂົາໄດ້!” ພວກເຈົ້າຄິດວ່ານັ້ນເປັນຄວາມຮັກບໍ? ແມ່ນຫຍັງຄືຜົນຕາມມາຂອງການທີ່ພໍ່ແມ່ຂອງເຈົ້າເຮັດໃຫ້ເຈົ້າປະສົບຄວາມສຳເລັດ, ກາຍມາເປັນດາລາໃນໂລກ, ມີອາຊີບທີ່ດີ ແລະ ປັບຕົວໃຫ້ເຂົ້າກັບໂລກ? ພວກເຂົາເຮັດໃຫ້ເຈົ້າສະແຫວງຫາຄວາມສຳເລັດຢ່າງບໍ່ສິ້ນສຸດ, ນໍາກຽດສັກສີມາເຖິງຄອບຄົວຂອງເຈົ້າ ແລະ ປັບຕົວໃຫ້ເຂົ້າກັບກະແສທີ່ຊົ່ວຮ້າຍຂອງໂລກ, ເພື່ອວ່າໃນທີ່ສຸດແລ້ວເຈົ້າຈະຕົກລົງໃນກະແສນໍ້າວົນຂອງຄວາມຜິດບາບ, ທົນທຸກກັບຄວາມຫາຍະນະ ແລະ ຈິບຫາຍ, ຖືກກືນກິນໂດຍຊາຕານ. ນັ້ນຄືຄວາມຮັກບໍ? ນັ້ນບໍ່ແມ່ນການຮັກເຈົ້າ, ນັ້ນຄືການທຳຮ້າຍເຈົ້າ, ການທຳລາຍເຈົ້າ. ມື້ໜຶ່ງ, ເຈົ້າຈະຈົມລົງຕໍ່າຫຼາຍຈົນເຈົ້າບໍ່ສາມາດກັບໃຈ, ຕໍ່າຫຼາຍຈົນເຈົ້າຈະບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນ ແລະ ເຈົ້າຈະລົງສູ່ນະຮົກ. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະຮູ້ວ່າ “ໂອ, ຄວາມຮັກຂອງພໍ່ແມ່ນຄືຄວາມຮັກຂອງເນື້ອໜັງ, ມັນບໍ່ເປັນປະໂຫຍດໃນການເຊື່ອໃນພຣະເຈົ້າ ຫຼື ການຮັບເອົາຄວາມຈິງ, ມັນບໍ່ແມ່ນຄວາມຮັກທີ່ແທ້ຈິງ!” ພວກເຈົ້າອາດບໍ່ຮັບຮູ້ສິ່ງນີ້ເທື່ອ. ບາງຄົນເວົ້າວ່າ “ບໍ່ວ່າພຣະເຈົ້າຈະຮັກຂ້ານ້ອຍຫຼາຍສໍ່າໃດກໍຕາມ, ຂ້ານ້ອຍຍັງບໍ່ສາມາດຮູ້ສຶກມັນໄດ້. ຂ້ານ້ອຍຍັງຮູ້ສຶກວ່າແມ່ຂອງຂ້ານ້ອຍຮັກຂ້ານ້ອຍທີ່ສຸດ. ລາວເປັນຄົນທີ່ໃກ້ຊິດກັບຂ້ານ້ອຍທີ່ສຸດໃນໂລກ. ມີເພງທີ່ເອີ້ນວ່າ ‘ແມ່ຄືຄົນດີທີ່ສຸດໃນໂລກ’. ຊື່ນັ້ນສອດຄ່ອງກັບຄວາມເປັນຈິງ; ມັນເປັນຈິງທີ່ສຸດ!” ໃນມື້ໃດມື້ໜຶ່ງ, ເມື່ອເຈົ້າມີການເຂົ້າສູ່ຊີວິດແທ້ໆ ແລະ ເມື່ອເຈົ້າໄດ້ຮັບຄວາມຈິງ, ເຈົ້າຈະເວົ້າວ່າ “ແມ່ຂອງຂ້ານ້ອຍບໍ່ແມ່ນຜູ້ທີ່ຮັກຂ້ານ້ອຍທີ່ສຸດ ຫຼື ມັນບໍ່ແມ່ນພໍ່ຂອງຂ້ານ້ອຍ. ພຣະເຈົ້າຮັກຂ້ານ້ອຍທີ່ສຸດ. ພຣະອົງຄືຜູ້ເປັນທີ່ຮັກທີ່ສຸດຂອງຂ້ານ້ອຍ, ເພາະພຣະອົງມອບຊີວິດໃຫ້ແກ່ຂ້ານ້ອຍ ແລະ ພຣະອົງຊີ້ນໍາຂ້ານ້ອຍຢູ່ສະເໝີ, ສະໜອງໃຫ້ແກ່ຂ້ານ້ອຍ ແລະ ຊ່ວຍຂ້ານ້ອຍຈາກອິດທິພົນຂອງຊາຕານ. ພຣະເຈົ້າອົງດຽວຄືຜູ້ທີ່ສາມາດໃຫ້ຊີວິດແກ່ຜູ້ຄົນ, ຜູ້ທີ່ສາມາດນໍາພາຜູ້ຄົນ ແລະ ຜູ້ທີ່ປົກຄອງເໜືອທຸກສິ່ງ”. ມີພຽງແຕ່ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມຈິງຢ່າງສົມບູນ, ເຈົ້າຈຶ່ງຈະສາມາດເຂົ້າໃຈຄຳເວົ້າເຫຼົ່ານີ້ໄດ້ຢ່າງເລິກຊຶ້ງ.

ຖ້າເຈົ້າຕ້ອງການຮັບເອົາຄວາມຈິງ, ເຈົ້າຈະເລີ່ມຕົ້ນຢູ່ບ່ອນໃດ? ເລີ່ມຕົ້ນດ້ວຍຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ວິທີການຮຽນເອົາບົດຮຽນ ແລະ ສະແຫວງຫາຄວາມຈິງ. ມັນເປັນພຽງແຕ່ໂດຍການສະແຫວງຫາຄວາມຈິງ ແລະ ຄວາມປະສົງຂອງພຣະເຈົ້າໃນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮັບເອົາຄວາມຈິງ. ບາງຄົນບໍ່ເອົາໃຈໃສ່ ຫຼື ຮັບຮູ້ເລື່ອງນ້ອຍໆ. ພວກເຂົາຄິດຢູ່ສະເໝີວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຄີຍຜະເຊີນໜ້າກັບສິ່ງໃຫຍ່ໆ? ເປັນຫຍັງຈຶ່ງບໍ່ມີແມ່ນຫຍັງທີ່ສະທ້ານໂລກເກີດຂຶ້ນກັບຂ້ານ້ອຍ? ຖ້າຕ້ອງເກີດບາງຢ່າງທີ່ໃຫຍ່ຫຼວງ ແລະ ສະທ້ານໂລກ, ແລ້ວຂ້ານ້ອຍຈະສາມາດຮຽນເອົາບົດຮຽນໃຫຍ່ໆບາງຢ່າງ ແລະ ຮັບເອົາຄວາມຈິງທີ່ຍິ່ງໃຫຍ່ບາງຢ່າງ. ນັ້ນຈະເປັນສິ່ງທີ່ຊ່າງອັດສະຈັນ! ນັ້ນເປັນວິທີການຄິດທີ່ເປັນຈິງບໍ? ຄຳເວົ້າເຫຼົ່ານີ້ໃຫຍ່ໂຕເກີນໄປ. ເຈົ້າຍອມຕໍ່ພຣະເຈົ້າບໍ ເມື່ອສິ່ງນ້ອຍໆເກີດຂຶ້ນກັບເຈົ້າ? ເຈົ້າໄດ້ຮຽນຮູ້ບົດຮຽນຂອງເຈົ້າບໍ? ຖ້າການທົດລອງທີ່ຍິ່ງໃຫຍ່ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າບໍ? ຖ້າມັງກອນແດງໃຫຍ່ຈັບກຸມເຈົ້າ, ເຈົ້າຈະສາມາດເປັນພະຍານທີ່ກຶກກ້ອງບໍ? ຄົນທີ່ເວົ້າຄຳເວົ້າເຫຼົ່ານີ້ຈະບໍ່ອວດດີພໍສົມຄວນບໍ? ເຈົ້າຈະສາມາດຮັບເອົາຄວາມຈິງໂດຍນໍາໃຊ້ວິທີການສະແຫວງຫານີ້? (ບໍ່.) ຖ້າເຈົ້າບໍ່ລະມັດລະວັງໃນຂະນະທີ່ກຳລັງຍ່າງ, ເຈົ້າສາມາດສະດຸດໄດ້ ແຕ່ເຈົ້າຄິດວ່າເຈ້ົາພ້ອມທີ່ຈະບິນ! ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ຮຽນເອົາບົດຮຽນໃນສິ່ງນ້ອຍໆທີ່ເຈົ້າພົບພໍ້. ຖ້າເຈົ້າບໍ່ສາມາດຮຽນເອົາບົດຮຽນຈາກສິ່ງນ້ອຍໆ, ເຈົ້າຈະບໍ່ສາມາດຮຽນຮູ້ພວກມັນຈາກສິ່ງໃຫຍ່ໆໄດ້ເຊັ່ນກັນ. ຖ້າເຈົ້າບໍ່ສາມາດຮຽນເອົາບົດຮຽນຂອງເຈົ້າ, ເຈົ້າຈະບໍ່ກ້າວໜ້າໃນຊີວິດ. ຄວາມກ້າວໜ້າໃນຊີວິດແມ່ນບັນລຸໂດຍການຮຽນເອົາບົດຮຽນໃນທຸກສິ່ງເທົ່ານັ້ນ.

ວັນທີ 5 ສິງຫາ 2015

ກ່ອນນີ້: ອິດສະຫຼະພາບ ແລະ ເສລີພາບສາມາດຮັບເອົາໄດ້ໂດຍການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເທົ່ານັ້ນ

ຕໍ່ໄປ: ການເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້