ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ (ພາກທີສອງ)

ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້. ພາລະກິດສາມຂັ້ນຕອນແມ່ນຄວາມສົມບູນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີນິມິດໃດທີ່ຈະຍິ່ງໃຫຍ່ເກີນກວ່ານີ້ທີ່ມະນຸດຄວນຮູ້ຈັກ. ຖ້າມະນຸດບໍ່ຮູ້ນິມິດທີ່ຍິ່ງໃຫຍ່ນີ້, ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເສັ້ນທາງທີ່ມະນຸດເດີນຕາມກໍ່ຈະຍາກເລີ່ມລຳບາກຂຶ້ນເລື້ອຍໆ. ຖ້າປາສະຈາກນິມິດ, ມະນຸດຈະບໍ່ສາມາດມາໄກໄດ້ສໍ່ານີ້. ມັນແມ່ນນິມິດນີ້ເອງທີ່ຄຸ້ມກັນມະນຸດຈົນຮອດປັດຈຸບັນ ແລະ ເປັນສິ່ງທີ່ຈັດຕຽມການປົກປ້ອງທີ່ຍິ່ງໃຫຍ່ທີ່ສຸດໃຫ້ກັບມະນຸດ. ໃນອະນາຄົດ, ຄວາມຮູ້ຂອງພວກເຈົ້າຕ້ອງເລິກເຊິ່ງລົງ ແລະ ພວກເຈົ້າຕ້ອງມາຮູ້ຈັກຄວາມສົມບູນຂອງເຈດຕະນາຂອງພຣະອົງ ແລະ ແກ່ນແທ້ຂອງພາລະກິດທີ່ເຕັມໄປດ້ວຍສະຕິປັນຍາຂອງພຣະອົງພາຍໃນພາລະກິດສາມຂັ້ນຕອນ. ນີ້ຄືຄວາມສາມາດທີ່ແທ້ຈິງຂອງພວກເຈົ້າ. ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຕອນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ; ພວກມັນບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຣະອົງ; ບໍ່ແມ່ນທຸກຂັ້ນຕອນໃດໃນພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ, ພາລະກິດແຫ່ງຄວາມລອດພົ້ນຈຶ່ງພຽງແຕ່ສາມາດເຮັດໃຫ້ສິ້ນສຸດລົງເມື່ອທັງພາລະກິດສາມຂັ້ນຕອນສຳເລັດລົງແລ້ວ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງມະນຸດທີ່ກ່ຽວກັບຄວາມສົມບູນຂອງພຣະເຈົ້າຈຶ່ງບໍ່ສາມາດແຍກອອກຈາກພາລະກິດສາມຂັ້ນຕອນຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດໄດ້ຮັບຈາກໜຶ່ງຂັ້ນຕອນຂອງພາລະກິດເປັນພຽງອຸປະນິໄສຂອງພຣະເຈົ້າທີ່ຖືກສຳແດງອອກມາຜ່ານສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ມັນບໍ່ສາມາດແທນອຸປະນິໄສ ແລະ ການເປັນຢູ່ ເຊິ່ງສຳແດງອອກໃນຂັ້ນຕອນກ່ອນໜ້າ ຫຼື ຕໍ່ມາໄດ້. ນັ້ນກໍຍ້ອນວ່າ ພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນບໍ່ສາມາດເຮັດໃຫ້ສຳເລັດລົງທັນທີໃນລະຫວ່າງຊ່ວງໄລຍະໃດໜຶ່ງ ຫຼື ໃນສະຖານທີ່ແຫ່ງໜຶ່ງ ແຕ່ມັນຈະເລິກເຊິ່ງລົງເທື່ອລະໜ້ອຍໂດຍອີງຕາມລະດັບການພັດທະນາຂອງມະນຸດໃນແຕ່ລະເວລາ ແລະ ສະຖານທີ່. ມັນແມ່ນພາລະກິດທີ່ປະຕິບັດໃນຂັ້ນຕອນທັງໝົດ ແລະ ມັນບໍ່ສຳເລັດໄດ້ໃນພຽງຂັ້ນຕອນດຽວ. ດ້ວຍເຫດນັ້ນ, ສະຕິປັນຍາທັງໝົດຂອງພຣະເຈົ້າຈຶ່ງຖືກຫຼໍ່ເປັນແກ້ວພະລຶກໃນທັງສາມຂັ້ນຕອນ ແທນທີ່ຈະຢູ່ໃນຂັ້ນຕອນໃດໜຶ່ງ. ການເປັນຢູ່ຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະອົງຖືກວາງລົງໃນທັງສາມຂັ້ນຕອນນີ້ ແລະ ແຕ່ລະຂັ້ນຕອນກໍປະກອບດ້ວຍການເປັນຢູ່ຂອງພຣະອົງ ແລະ ແຕ່ລະຂັ້ນຕອນເປັນການບັນທຶກຂອງສະຕິປັນຍາຂອງພາລະກິດຂອງພຣະອົງ. ມະນຸດຄວນຮູ້ຈັກອຸປະນິໄສທັງໝົດຂອງພຣະເຈົ້າ ເຊິ່ງສຳແດງອອກຜ່ານທັງສາມຂັ້ນຕອນນີ້. ການເປັນຢູ່ຂອງພຣະເຈົ້າທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດໃຫ້ກັບບັນດາມວນມະນຸດຊາດ ແລະ ຖ້າມະນຸດບໍ່ມີຄວາມຮູ້ນີ້ ເມື່ອພວກເຂົານະມັດສະການພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ແຕກຕ່າງຈາກຄົນເຫຼົ່ານັ້ນທີ່ນະມັດສະການພຣະພຸດທະເຈົ້າ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ. ແຕ່ລະຂັ້ນຕອນຂອງພາລະກິດສືບຕໍ່ຈາກພື້ນຖານໃນຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດປະຖິ້ມໄດ້. ດ້ວຍວິທີນີ້ເອງ, ໃນພາລະກິດທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າຂອງພຣະອົງ, ພຣະເຈົ້າຍັງຄົງສຳແດງລັກສະນະຕ່າງໆຂອງອຸປະນິໄສຂອງພຣະອົງຢູ່ສະເໝີ ເຊິ່ງເປັນສິ່ງທີ່ບໍ່ເຄີຍສຳແດງໃຫ້ມະນຸດມາກ່ອນ ແລະ ເປີດເຜີຍພາລະກິດໃໝ່ຂອງພຣະອົງ ແລະ ການເປັນຢູ່ແບບໃໝ່ຂອງພຣະອົງໃຫ້ມະນຸດຢູ່ສະເໝີ ແລະ ເຖິງແມ່ນວ່າ ທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາໄດ້ເຮັດທຸກວິທີທາງເພື່ອຂັດຂືນສິ່ງນີ້ ແລະ ຕໍ່ຕ້ານຢ່າງເປີດເຜີຍ, ພຣະເຈົ້າຍັງປະຕິບັດພາລະກິດໃໝ່ທີ່ພຣະອົງເຈດຕະນາທີ່ຈະເຮັດຢູ່ສະເໝີ. ພາລະກິດຂອງພຣະເຈົ້າປ່ຽນແປງຢູ່ສະເໝີ ແລະ ດ້ວຍເຫດນີ້ ມັນກໍປະເຊີນກັບການຕໍ່ຕ້ານຂອງມະນຸດຢູ່ສະເໝີ. ດ້ວຍເຫດນັ້ນ, ອຸປະນິໄສຂອງພຣະອົງຈຶ່ງປ່ຽນແປງຢູ່ສະເໝີພ້ອມກັບຍຸກ ແລະ ຜູ້ຮັບພາລະກິດຂອງພຣະອົງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພຣະອົງປະຕິບັດພາລະກິດທີ່ບໍ່ເຄີຍມີມາກ່ອນຢ່າງສະເໝີ ແມ່ນແຕ່ປະຕິບັດພາລະກິດທີ່ປາກົດໃຫ້ມະນຸດເຫັນເປັນການຂັດແຍ້ງກັບພາລະກິດທີ່ປະຕິບັດກ່ອນໜ້ານີ້ ເພື່ອໃຫ້ມະນຸດໄດ້ຕໍ່ຕ້ານ. ມະນຸດສາມາດຍອມຮັບພຽງແຕ່ພາລະກິດໜຶ່ງປະເພດ ຫຼື ວິທີການປະຕິບັດໜຶ່ງຢ່າງເທົ່ານັ້ນ ແລະ ມັນຍາກສຳລັບມະນຸດທີ່ຈະຍອມຮັບພາລະກິດ ຫຼື ວິທີການປະຕິບັດທີ່ບໍ່ຖືກກັນ ຫຼື ສູງກວ່າ. ແຕ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃໝ່ຢູ່ສະເໝີ ແລະ ດ້ວຍເຫດນັ້ນ ຈຶ່ງປາກົດມີກຸ່ມຜູ້ຊ່ຽວຊານທາງສາສະໜາຫຼາຍກຸ່ມທີ່ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ. ຄົນເຫຼົ່ານີ້ໄດ້ກາຍມາເປັນຜູ້ຊ່ຽວຊານຢ່າງແນ່ນອນ ເພາະມະນຸດບໍ່ມີຄວາມຮູ້ວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ບໍ່ມີຄວາມຮູ້ກ່ຽວກັບຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນບໍ່ມີຄວາມຮູ້ກ່ຽວກັບຫຼາຍວິທີທີ່ພຣະເຈົ້າຊ່ວຍຊີວິດມະນຸດ. ເມື່ອເປັນດັ່ງນັ້ນ, ມະນຸດກໍບໍ່ສາມາດເວົ້າໄດ້ທັງໝົດວ່າ ມັນເປັນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ມັນເປັນພາລະກິດຂອງພຣະເຈົ້າພຣະອົງເອງບໍ. ຫຼາຍຄົນທີ່ຍຶດຕິດກັບທ່າທີທີ່ວ່າ ຖ້າບາງສິ່ງສອດຄ່ອງກັບພຣະທຳທີ່ມາກ່ອນໜ້າ, ພວກເຂົາກໍຈະຍອມຮັບມັນ ແລະ ຖ້າມີຄວາມແຕກຕ່າງກັບພາລະກິດທີ່ມາກ່ອນໜ້າ, ພວກເຂົາກໍຈະຕໍ່ຕ້ານ ແລະ ປະຕິເສດມັນ. ໃນປັດຈຸບັນ, ພວກເຈົ້າທັງໝົດບໍ່ໄດ້ດຳລົງຊີວິດໂດຍໃຊ້ຫຼັກການດັ່ງກ່າວບໍ? ທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນບໍ່ມີຜົນສະທ້ອນຫຍັງຕໍ່ພວກເຈົ້າ ແລະ ມີຄົນເຫຼົ່ານັ້ນທີ່ເຊື່ອວ່າ ສອງຂັ້ນຕອນກ່ອນໜ້າຂອງພາລະກິດນັ້ນເປັນພາລະທີ່ພວກເຂົາບໍ່ຈຳເປັນຕ້ອງຮູ້ແທ້ໆ. ພວກເຂົາຄິດວ່າ ຂັ້ນຕອນເຫຼົ່ານີ້ບໍ່ຄວນປະກາດໃຫ້ກັບມວນຊົນ ແລະ ຄວນຖອນຄືນໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອຜູ້ຄົນຈະບໍ່ຮູ້ສຶກໜັກໃຈ ຍ້ອນສອງຂັ້ນຕອນກ່ອນໜ້າທັງໃນພາລະກິດສາມຂັ້ນຕອນ. ຫຼາຍຄົນເຊື່ອວ່າ ການເຮັດໃຫ້ທັງສອງຂັ້ນຕອນກ່ອນໜ້າຂອງພາລະກິດເປັນທີ່ຮູ້ຈັກແມ່ນບາດກ້າວທີ່ໄກເກີນໄປ ແລະ ບໍ່ໄດ້ຊ່ວຍຫຍັງໃນການຮູ້ຈັກພຣະເຈົ້າ, ນີ້ຄືສິ່ງທີ່ພວກເຈົ້າຄິດ. ໃນປັດຈຸບັນ, ພວກເຈົ້າທຸກຄົນເຊື່ອວ່າ ມັນຖືກຕ້ອງທີ່ຈະປະຕິບັດແບບນີ້ ແຕ່ມື້ໜຶ່ງ ພວກເຈົ້າຈະເຂົ້າໃຈເຖິງຄວາມສຳຄັນຂອງພາລະກິດຂອງເຮົາ: ຈົ່ງຮູ້ໄວ້ວ່າ ເຮົາບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ. ເມື່ອເຮົາປະກາດທັງພາລະກິດສາມຂັ້ນຕອນໃຫ້ເຈົ້າ, ພວກມັນຕ້ອງເປັນປະໂຫຍດໃຫ້ກັບພວກເຈົ້າ; ເມື່ອທັງພາລະກິດສາມຂັ້ນຕອນເປັນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ, ພວກມັນຕ້ອງກາຍມາເປັນຈຸດສົນໃຈຂອງທຸກໆຄົນທົ່ວທັງຈັກກະວານ. ມື້ໜຶ່ງ ພວກເຈົ້າຈະຮັບຮູ້ຄວາມສຳຄັນຂອງພາລະກິດນີ້. ຈົ່ງຮູ້ໄວ້ວ່າ ພວກເຈົ້າຕໍ່ຕ້ານພາລະກິດຂອງພຣະເຈົ້າ ຫຼື ໃຊ້ແນວຄິດຂອງພວກເຈົ້າເອງເພື່ອປະເມີນພາລະກິດໃນປັດຈຸບັນ ຍ້ອນພວກເຈົ້າບໍ່ຮູ້ຈັກຫຼັກການການປະຕິບັດພາລະກິດຂອງພຣະເຈົ້າ ແລະ ຍ້ອນການທີ່ພວກເຈົ້າປະຕິບັດຕໍ່ພາລະກິດຂອງພຣະວິນຍານບໍລິສຸດຢ່າງພໍແລ້ວມືແລ້ວຕີນ. ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ກະບົດໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາເຖິງກັບສັ່ງສອນອັກຄະສາວົກຜູ້ທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກກຽດຊັງໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະຮົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ຕັດສິນພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນບໍ່ໄດ້ມາ ຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດໃນຊ່ວງທີ່ມະນຸດເຮັດການຕັດສິນຕາມອໍາເພີໃຈ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ຍິ່ງສິນທຳຂອງເຈົ້າເສື່ອມຊາມເທົ່ານັ້ນ, ຄຸນສົມບັດຂອງເຈົ້າເປັນຕາລັງກຽດສໍ່າໃດ ແລະ ຄວາມເປັນມະນຸດຂອງເຈົ້າຕ້ອຍຕໍ່າສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄິດທີ່ຝັງແໜ້ນ ແລະ ຄົນທີ່ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ, ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າແນວຄິດຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີ; ເຈົ້າຈະບໍ່ສາມາດເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ຈະຫ່າງໄກຈາກພຣະອົງຕະຫຼອດເວລາ.

ມີພຽງແຕ່ການປະຖິ້ມແນວຄິດເກົ່າແກ່ຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະໄດ້ຮັບຄວາມຮູ້ໃໝ່, ແຕ່ຄວາມຮູ້ເກົ່າກໍບໍ່ຈຳເປັນຕ້ອງແມ່ນທຽບເທົ່າກັບແນວຄິດເກົ່າ. “ແນວຄິດ” ໝາຍເຖິງສິ່ງທີ່ມະນຸດຈິນຕະນາການທີ່ບໍ່ຖືກກັບຄວາມເປັນຈິງ. ຖ້າຄວາມຮູ້ເກົ່າເປັນສິ່ງທີ່ຫຼ້າສະໄໝໃນຍຸກເກົ່າແລ້ວ ແລະ ຢຸດມະນຸດຈາກການເຂົ້າສູ່ພາລະກິດໃໝ່, ຄວາມຮູ້ດັ່ງກ່າວກໍຈະເປັນແນວຄິດເຊັ່ນກັນ. ຖ້າມະນຸດມີວິທີທີ່ຖືກຕ້ອງໃນການເຂົ້າເຖິງຄວາມຮູ້ດັ່ງກ່າວ ແລະ ສາມາດມາຮູ້ຈັກກັບພຣະເຈົ້າຈາກລັກສະນະທີ່ແຕກຕ່າງກັນຫຼາຍຢ່າງ ໂດຍປະສົມສິ່ງທີ່ເກົ່າແກ່ ແລະ ໃໝ່, ແລ້ວຄວາມຮູ້ເກົ່າແກ່ກໍຈະກາຍເປັນສິ່ງທີ່ສາມາດຊ່ວຍເຫຼືອມະນຸດໄດ້ ແລະ ໄດ້ກາຍມາເປັນພື້ນຖານທີ່ເຮັດໃຫ້ມະນຸດເຂົ້າສູ່ຍຸກໃໝ່. ບົດຮຽນຂອງການຮູ້ຈັກພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈຫຼັກການຫຼາຍຢ່າງດ້ວຍຄວາມຊ່ຽວຊານ: ວິທີການເຂົ້າເຖິງເສັ້ນທາງສູ່ການຮູ້ຈັກພຣະເຈົ້າ, ຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈເພື່ອຮູ້ຈັກພຣະເຈົ້າ ແລະ ວິທີການປະຖິ້ມແນວຄິດ ແລະ ອຸປະນິໄສເດີມຂອງເຈົ້າ ເພື່ອເຈົ້າຈະຍອມຢູ່ພາຍໃຕ້ການຈັດການຂອງພາລະກິດໃໝ່ຂອງພຣະເຈົ້າ. ຖ້າເຈົ້ານໍາໃຊ້ຫຼັກການເຫຼົ່ານີ້ເປັນພື້ນຖານຂອງການເຂົ້າສູ່ບົດຮຽນແຫ່ງການຮູ້ຈັກພຣະເຈົ້າ ແລ້ວຄວາມຮູ້ຂອງເຈົ້າຈະເລິກເຊິ່ງຂຶ້ນເຕີ່ມອີກເລື້ອຍໆ. ຖ້າເຈົ້າມີຄວາມຮູ້ທີ່ຊັດເຈນກ່ຽວກັບພາລະກິດສາມຂັ້ນຕອນ ເຊິ່ງເວົ້າໄດ້ວ່າ ເປັນຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ຖ້າຫາກເຈົ້າສາມາດທຽບສຳພັນສອງຂັ້ນຕອນທີ່ກ່ອນໜ້າຂອງພາລະກິດຂອງພຣະເຈົ້າກັບຂັ້ນຕອນໃນປັດຈຸບັນ ແລະ ເຫັນໄດ້ວ່າ ມັນຄືພາລະກິດທີ່ພຣະເຈົ້າອົງດຽວປະຕິບັດໃຫ້ສຳເລັດ, ເຈົ້າກໍຈະບໍ່ມີພື້ນຖານທີ່ໜັກແໜ້ນທີ່ຫາປຽບບໍ່ໄດ້ແລ້ວ. ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ນີ້ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້, ນີ້ກໍ່ເພື່ອເວົ້າວ່າມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ. ໃນປັດຈຸບັນ ບັນຫາທີ່ໃຫຍ່ທີ່ສຸດທີ່ຫຼາກຫຼາຍສາສະໜາ ແລະ ນິກາຍກຳລັງປະເຊີນຢູ່ແມ່ນ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດຈຳແນກຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ບໍ່ແມ່ນຂອງພຣະວິນຍານບໍລິສຸດ, ດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ສາມາດບອກໄດ້ວ່າຂັ້ນຕອນໃນປັດຈຸບັນຂອງພາລະກິດນີ້ຖືກປະຕິບັດໂດຍພຣະເຈົ້າພຣະເຢໂຮວາ ຄືກັບສອງຂັ້ນຕອນກ່ອນໜ້າຂອງພາລະກິດ ຫຼື ບໍ່. ເຖິງແມ່ນວ່າ ຜູ້ຄົນຕິດຕາມພຣະເຈົ້າ, ຫຼາຍຄົນກໍຍັງບໍ່ສາມາດບອກໄດ້ວ່າມັນເປັນຫົນທາງທີ່ຖືກຕ້ອງ ຫຼື ບໍ່. ມະນຸດກັງວົນວ່າ ຫົນທາງນີ້ແມ່ນຫົນທາງທີ່ນໍາໂດຍພຣະເຈົ້າພຣະອົງເອງເປັນການສ່ວນຕົວ ຫຼື ບໍ່ ແລະ ການມາບັງເກີດເປັນມະນຸດຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່ ແລະ ຫຼາຍຄົນຍັງບໍ່ຮູ້ເລີຍກ່ຽວກັບວິທີການແຍກແຍະສິ່ງເຫຼົ່ານັ້ນ. ຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າບໍ່ສາມາດກຳນົດຫົນທາງ ແລະ ດ້ວຍເຫດນັ້ນ ຂໍ້ຄວາມທີ່ໄດ້ກ່າວອອກມາກໍມີພຽງແຕ່ຜົນສະທ້ອນບາງສ່ວນທ່າມກາງຄົນເຫຼົ່ານີ້ເທົ່ານັ້ນ ແລະ ບໍ່ສາມາດເຕັມປະສິດຕິພາບຢ່າງສົມບູນໄດ້ ແລະ ດ້ວຍເຫດນີ້ ສິ່ງນີ້ກໍມີຜົນກະທົບຕໍ່ການດຳລົງຊີວິດຂອງຜູ້ຄົນເຫຼົ່ານັ້ນ; ຖ້າຫາກມະນຸດສາມາດເຫັນພາລະກິດສາມຂັ້ນຕອນທີ່ພຣະເຈົ້າພຣະອົງເອງປະຕິບັດໃນເວລາທີ່ແຕກຕ່າງກັນ, ໃນສະຖານທີ່ໆແຕກຕ່າງກັນ ແລະ ໃນຜູ້ຄົນທີ່ແຕກຕ່າງກັນ, ຖ້າມະນຸດສາມາດເຫັນວ່າ ເຖິງແມ່ນພາລະກິດຈະແຕກຕ່າງກັນ ແຕ່ມັນກໍຖືກປະຕິບັດໂດຍພຣະເຈົ້າອົງດຽວທັງໝົດ ແລະ ເມື່ອພາລະກິດຖືກປະຕິບັດໂດຍພຣະເຈົ້າອົງດຽວ, ແລ້ວມັນກໍ່ຕ້ອງຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຖິງແມ່ນວ່າ ມັນບໍ່ຖືກກັບແນວຄິດຂອງມະນຸດ ແຕ່ກໍບໍ່ມີໃຜສາມາດປະຕິເສດໄດ້ວ່າ ມັນບໍ່ແມ່ນພາລະກິດຂອງພຣະເຈົ້າອົງດຽວ, ຖ້າມະນຸດສາມາດເວົ້າໄດ້ຢ່າງແນ່ນອນວ່າ ມັນເປັນພາລະກິດຂອງພຣະເຈົ້າອົງດຽວ ແລ້ວແນວຄິດຂອງມະນຸດກໍ່ຈະຖືກຫຼຸດໃຫ້ກາຍເປັນເລື່ອງທີ່ບໍ່ສຳຄັນ, ບໍ່ມີຄ່າໃຫ້ກ່າວເຖິງ. ຍ້ອນນິມິດຂອງມະນຸດບໍ່ຊັດເຈນ ແລະ ເພາະມະນຸດພຽງແຕ່ຮູ້ຈັກພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢຊູເປັນພຣະຜູ້ເປັນເຈົ້າ ແລະ ສອງຈິດສອງໃຈກ່ຽວກັບພຣະເຈົ້າທີ່ມາບັງເກີດເປັນມະນຸດໃນປັດຈຸບັນ, ຫຼາຍຄົນຍັງຊື່ສັດກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແລະ ອ້ອມລ້ອມໄປດ້ວຍແນວຄິດກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ, ຄົນສ່ວນຫຼາຍຍັງສົງໄສຕະຫຼອດເວລາ ແລະ ບໍ່ຈິງຈັງກັບພາລະກິດໃນປັດຈຸບັນ. ມະນຸດບໍ່ມີແນວຄິດກ່ຽວກັບພາລະກິດສອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດເຫັນໄດ້. ນັ້ນກໍຍ້ອນມະນຸດບໍ່ເຂົ້າໃຈຄວາມເປັນຈິງຂອງພາລະກິດສອງຂັ້ນຕອນກ່ອນໜ້າ ແລະ ບໍ່ໄດ້ພົບພໍ້ມັນດ້ວຍຕົນເອງ. ມັນກໍຍ້ອນບໍ່ມີໃຜສາມາດເຫັນຂັ້ນຕອນເຫຼົ່ານີ້ໃນພາລະກິດໄດ້ ຈຶ່ງເຮັດໃຫ້ມະນຸດຈິນຕະນາການຕາມໃຈມັກ; ບໍ່ວ່າເຂົາຈະສະເໜີຫຍັງກໍຕາມ, ກໍ່ຈະບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການດັ່ງກ່າວ ແລະ ບໍ່ມີໃຜແກ້ໄຂພວກມັນໃຫ້ຖືກຕ້ອງ. ມະນຸດຢາກເຮັດກໍໄດ້ຢ່າງມີອິດສະຫຼະຕາມອາລົມຂອງເຂົາ, ເຮັດໂດຍບໍ່ກັງວົນເຖິງຜົນຕາມມາ ແລະ ປ່ອຍໃຫ້ຈິນຕະນາການຂອງເຂົາເປັນອິດສະຫຼະ; ບໍ່ມີຂໍ້ອ້າງອີງມາພິສູດຈິນຕະນາການຂອງເຂົາ ແລະ ດ້ວຍເຫດນັ້ນ ຈິນຕະນາການຂອງມະນຸດກໍກາຍມາເປັນ “ຄວາມຈິງ” ໂດຍບໍ່ສົນວ່າ ຈະມີຫຼັກຖານມາພິສູດ ຫຼື ບໍ່. ສະນັ້ນ, ມະນຸດເຊື່ອໃນພຣະເຈົ້າທີ່ເຂົາຈິນຕະນາການຂຶ້ນມາໃນຄວາມຄິດຂອງຕົນເອງ ແລະ ບໍ່ສະແຫວງຫາພຣະເຈົ້າທີ່ເປັນຄວາມເປັນຈິງ. ຖ້າຄົນໜຶ່ງຄົນມີຄວາມເຊື່ອແບບໜຶ່ງ ແລ້ວທ່າມກາງຄົນຮ້ອຍຄົນກໍຈະມີຮ້ອຍຄວາມເຊື່ອ. ມະນຸດຖືກຄອບງຳໂດຍຄວາມເຊື່ອດັ່ງກ່າວ ເພາະວ່າ ເຂົາບໍ່ໄດ້ເຫັນຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ ເພາະເຂົາພຽງແຕ່ໄດ້ຍິນມັນດ້ວຍຫູຂອງເຂົາເອງ ແລະ ບໍ່ໄດ້ເຫັນມັນດ້ວຍຕາຂອງເຂົາ. ມະນຸດໄດ້ຍິນກ່ຽວກັບຕໍານານ ແລະ ເລື່ອງລາວ, ແຕ່ເຂົາບໍ່ຄ່ອຍໄດ້ຍິນເຖິງຄວາມຮູ້ຂອງຄວາມຈິງແຫ່ງພາລະກິດຂອງພຣະເຈົ້າ. ສະນັ້ນ, ມັນຄືຄົນເຫຼົ່ານັ້ນທີ່ຫາກໍມາເປັນຜູ້ເຊື່ອໄດ້ພຽງໜຶ່ງປີທີ່ມາເຊື່ອໃນພຣະເຈົ້າ ແລະ ຜ່ານແນວຄິດຂອງພວກເຂົາເອງ. ເລື່ອງດັ່ງກ່າວກໍ່ຍັງເປັນຄວາມຈິງສຳລັບຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຕະຫຼອດຊີວິດຂອງພວກເຂົາ. ຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນຄວາມຈິງຈະບໍ່ສາມາດໜີຈາກຄວາມເຊື່ອທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າໄດ້ຈັກເທື່ອ. ມະນຸດເຊື່ອວ່າ ເຂົາໄດ້ປົດປ່ອຍໃຫ້ຕົນເອງເປັນອິດສະຫຼະຈາກການຜູກມັດຂອງແນວຄິດເກົ່າແກ່ຂອງເຂົາ ແລະ ໄດ້ເຂົ້າສູ່ແຜ່ນດິນໃໝ່ແລ້ວ. ມະນຸດບໍ່ຮູ້ບໍວ່າ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ່ມີຫຍັງເລີຍ ນອກຈາກແນວຄິດ ແລະ ເລື່ອງທີ່ໄດ້ຍິນມາ? ມະນຸດຄິດວ່າ ແນວຄິດຂອງເຂົາຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ເຂົາຄິດວ່າ ແນວຄິດເຫຼົ່ານີ້ມາຈາກພຣະເຈົ້າ. ໃນປັດຈຸບັນ ເມື່ອມະນຸດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ ເຂົາກໍຈະລະບາຍແນວຄິດທີ່ເກັບໄວ້ເປັນເວລາຫຼາຍປີອອກມາ. ຈິນຕະນາການ ແລະ ຄວາມຄິດໃນອະດີດໄດ້ກາຍມາເປັນອຸປະສັກໃຫ້ກັບພາລະກິດໃນຂັ້ນຕອນນີ້ ແລະ ກາຍມາເປັນຄວາມຫຍຸ້ງຍາກທີ່ຈະໃຫ້ມະນຸດປະຖິ້ມແນວຄິດດັ່ງກ່າວ ແລະ ໂຕ້ແຍ້ງຄວາມຄິດດັ່ງກ່າວ. ແນວຄິດກ່ຽວກັບພາລະກິດທີ່ເປັນໄປຕາມແຕ່ລະຂັ້ນຕອນຂອງຫຼາຍຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຈົນຮອດປັດຈຸບັນໄດ້ກາຍມາເປັນສິ່ງທີ່ຮ້າຍແຮງຂຶ້ນ ແລະ ຄົນເຫຼົ່ານີ້ໄດ້ສ້າງຄວາມເປັນສັດຕູທີ່ດື້ດຶງເທື່ອລະໜ້ອຍກັບພຣະເຈົ້າທີ່ມາບັງເກີດເປັນມະນຸດ. ແຫຼ່ງກຳເນີດຂອງຄວາມກຽດຊັງນີ້ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດ. ແນວຄິດ ແລະ ຈິນຕະນາການຂອງມະນຸດໄດ້ກາຍມາເປັນສັດຕູຂອງພາລະກິດໃນປັດຈຸບັນ, ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ. ສິ່ງເກີດຂຶ້ນກໍ່ເພາະຄວາມຈິງບໍ່ອະນຸຍາດໃຫ້ມະນຸດຈິນຕະນາການຢ່າງມີອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດປະຕິເສດໄດ້ຢ່າງງ່າຍດາຍ ແລະ ແນວຄິດ ແລະ ຈິນຕະນາການຂອງມະນຸດບໍ່ຍອມທົນຕໍ່ການມີຢູ່ຂອງຄວາມຈິງ ແລະ ຍິ່ງໄປກວ່ານັ້ນ ຍ້ອນມະນຸດບໍ່ມອບຄວາມຄິດໃຫ້ກັບຄວາມຖືກຕ້ອງ ແລະ ຄວາມແທ້ຈິງຂອງຄວາມຈິງ ແລະ ພຽງແຕ່ມາຍແນວຄິດຂອງເຂົາຢ່າງໃຈດຽວເທົ່ານັ້ນ ແລະ ນໍາໃຊ້ຈິນຕະນາການຂອງເຂົາເອງ. ສິ່ງນີ້ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງແນວຄິດຂອງມະນຸດ ແລະ ບໍ່ສາມາດເວົ້າໄດ້ວ່າ ເປັນຄວາມຜິດພາດຂອງພາລະກິດຂອງພຣະເຈົ້າ. ມະນຸດອາດຈິນຕະນາການຕາມທີ່ເຂົາຕ້ອງການ ແຕ່ເຂົາອາດຈະບໍ່ໂຕ້ຖຽງຂັ້ນຕອນໃດໜຶ່ງຂອງພາລະກິດຂອງພຣະເຈົ້າ ຫຼື ສ່ວນໃດສ່ວນໜຶ່ງຢ່າງມີອິດສະຫຼະ; ຄວາມຈິງຂອງພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດລະເມີດໂດຍມະນຸດໄດ້. ເຈົ້າອາດມີອິດສະຫຼະໃນຈິນຕະນາການຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ອາດຮວບຮວມເລື່ອງລາວທີ່ດີງາມກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ ແຕ່ເຈົ້າອາດບໍ່ປະຕິເສດຄວາມຈິງຂອງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູ; ນີ້ຄືຫຼັກການ ແລະ ມັນຍັງເປັນພຣະບັນຍັດສຳລັບຄຸ້ມຄອງ ແລະ ພວກເຈົ້າຄວນເຂົ້າໃຈເຖິງຄວາມສຳຄັນຂອງບັນຫາເຫຼົ່ານີ້. ມະນຸດເຊື່ອວ່າ ຂັ້ນຕອນນີ້ຂອງພາລະກິດບໍ່ເຂົ້າກັບແນວຄິດຂອງມະນຸດ ແລະ ນີ້ບໍ່ແມ່ນບັນຫາສຳລັບພາລະກິດສອງຂັ້ນຕອນທີ່ຜ່ານມາ. ໃນຈິນຕະນາການຂອງເຂົາ, ມະນຸດເຊື່ອວ່າ ພາລະກິດຂອງສອງຂັ້ນຕອນທີ່ຜ່ານມາບໍ່ຄືກັບພາລະກິດໃນປັດຈຸບັນຢ່າງແນ່ນອນ, ແຕ່ເຈົ້າເຄີຍພິຈາລະນາບໍວ່າ ຫຼັກການຂອງພາລະກິດຂອງພຣະເຈົ້າຄືກັນທັງໝົດ, ພາລະກິດຂອງພຣະອົງເປັນຈິງຢູ່ສະເໝີ ແລະ ບໍ່ວ່າຈະເປັນຍຸກໃດກໍຈະມີຄົນຈຳນວນຫຼວງຫຼາຍທີ່ຂັດຂືນ ແລະ ຕໍ່ຕ້ານຄວາມຈິງຂອງພາລະກິດຂອງພຣະອົງ? ໃນປັດຈຸບັນ ທຸກຄົນເຫຼົ່ານັ້ນທີ່ຂັດຂືນ ແລະ ຕໍ່ຕ້ານຂັ້ນຕອນນີ້ຂອງພາລະກິດຍັງໄດ້ຕໍ່ຕ້ານພຣະເຈົ້າໃນເວລາອະດີດຢ່າງບໍ່ຕ້ອງສົງໄສ ຍ້ອນຄົນປະເພດນີ້ຈະເປັນສັດຕູຂອງພຣະເຈົ້າຢູ່ສະເໝີ. ຄົນທີ່ຮູ້ຈັກຄວາມຈິງຂອງພາລະກິດຂອງພຣະເຈົ້າຈະເຫັນພາລະກິດສາມຂັ້ນຕອນເປັນພາລະກິດຂອງພຣະເຈົ້າອົງດຽວ ແລະ ຈະປະຖິ້ມແນວຄິດຂອງພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນປະເພດນີ້ກໍແມ່ນຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເມື່ອການຄຸ້ມຄອງຂອງພຣະເຈົ້າທັງໝົດໃກ້ເຖິງຈຸດສິ້ນສຸດ, ພຣະເຈົ້າຈະຈັດແບ່ງສິ່ງທັງໝົດຕາມແຕ່ລະປະເພດ. ມະນຸດຖືກສ້າງໂດຍມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພຣະອົງຕ້ອງນໍາມະນຸດກັບມາຄືນສູ່ອຳນາດຂອງພຣະອົງຢ່າງສົມບູນ; ນີ້ຄືການສິ້ນສຸດຂອງພາລະກິດສາມຂັ້ນຕອນ. ຂັ້ນຕອນຂອງພາລະກິດຂອງຍຸກສຸດທ້າຍ ແລະ ສອງຂັ້ນຕອນກ່ອນໜ້າໃນປະເທດອິດສະຣາເອນ ແລະ ຢູເດຍແມ່ນແຜນການຄຸ້ມຄອງຂອງພຣະເຈົ້າໃນຈັກກະວານທັງໝົດ. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ແລະ ມັນເປັນຄວາມຈິງຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນວ່າ ມະນຸດຍັງບໍ່ໄດ້ປະເຊີນ ຫຼື ພົບພໍ້ຫຼາຍສິ່ງຫຼາຍຢ່າງຂອງພາລະກິດນີ້, ຄວາມຈິງກໍຍັງເປັນຄວາມຈິງ ແລະ ມະນຸດຄົນໃດບໍ່ສາມາດປະຕິເສດສິ່ງນີ້ໄດ້. ຄົນທີ່ເຊື່ອໃນພຣະເຈົ້າໃນທຸກດິນແດນແຫ່ງຈັກກະວານຈະຍອມຮັບພາລະກິດສາມຂັ້ນຕອນທັງໝົດ. ຖ້າເຈົ້າພຽງແຕ່ຮູ້ຈັກຂັ້ນຕອນໃດໜຶ່ງຂອງພາລະກິດ ແລະ ບໍ່ເຂົ້າໃຈອີກສອງຂັ້ນຕອນຂອງພາລະກິດ, ບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າໃນອະດີດ ເຈົ້າກໍຈະບໍ່ສາມາດກ່າວຄວາມຈິງທັງໝົດຂອງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າໄດ້ ແລະ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍມີແຕ່ດ້ານດຽວ ຍ້ອນໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ ເຈົ້າບໍ່ໄດ້ຮູ້ຈັກ ຫຼື ບໍ່ເຂົ້າໃຈພຣະອົງ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າຄວາມຮູ້ໃນປັດຈຸບັນຂອງເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈະເລິກເຊິ່ງ ຫຼື ບໍ່ສຳຄັນ, ໃນທີ່ສຸດ ພວກເຈົ້າຕ້ອງມີຄວາມຮູ້ ແລະ ຕ້ອງໝັ້ນໃຈຢ່າງຮອບຄອບ ແລະ ທຸກຄົນຈະເຫັນຄວາມສົມບູນຂອງພາລະກິດຂອງພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ໃນຕອນສຸດທ້າຍຂອງພາລະກິດນີ້, ທຸກສາສະໜາຈະກາຍເປັນໜຶ່ງດຽວ, ທຸກສິ່ງຊົງສ້າງຈະກັບຄືນສູ່ອຳນາດຂອງພຣະຜູ້ສ້າງ, ທຸກສິ່ງຊົງສ້າງຈະນະມັດສະການພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ສາສະໜາທີ່ຊົ່ວຮ້າຍທັງໝົດຈະຫາຍໄປ ໂດຍທີ່ຈະບໍ່ປາກົດຂຶ້ນອີກຈັກເທື່ອ.

ເປັນຫຍັງຕ້ອງອ້າງເຖິງພາລະກິດສາມຂັ້ນຕອນຢ່າງຕໍ່ເນື່ອງ? ການຜ່ານໄປຂອງຍຸກ, ການພັດທະນາຂອງສັງຄົມ ແລະ ເບື້ອງໜ້າທັງໝົດທີ່ປ່ຽນໄປຂອງທຳມະຊາດລ້ວນແລ້ວແຕ່ສືບເນື່ອງຈາກການປ່ຽນແປງໃນພາລະກິດສາມຂັ້ນຕອນ. ມະນຸດຊາດປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າ ແລະ ບໍ່ພັດທະນາດ້ວຍຕົວມັນເອງ. ພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນຖືກກ່າວເຖິງເພື່ອນໍາສິ່ງຊົງສ້າງທັງໝົດ ແລະ ທຸກຄົນໃນທຸກສາສະໜາ ແລະ ນິກາຍໃຫ້ມາຢູ່ພາຍໃຕ້ອຳນາດຂອງພຣະເຈົ້າອົງດຽວ. ບໍ່ວ່າເຈົ້າຈະນັບຖືສາດສະໜາໃດກໍຕາມໃນທີ່ສຸດ, ພວກເຈົ້າທັງໝົດກໍຈະຍອມຈໍານົນພາຍໃຕ້ອຳນາດຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດນີ້ໄດ້; ຫົວໜ້າທາງສາສະໜາໃດໜຶ່ງບໍ່ສາມາດປະຕິບັດໄດ້. ມີຫຼາຍສາສະໜາຫຼັກໆໃນໂລກ ແລະ ແຕ່ລະສາສະໜາກໍມີຫົວໜ້າ ຫຼື ຜູ້ນໍາ ແລະ ຜູ້ຕິດຕາມແຜ່ກະຈາຍໄປທົ່ວທຸກປະເທດທີ່ແຕກຕ່າງກັນ ແລະ ອານາເຂດທົ່ວແຜ່ນດິນໂລກ; ເກືອບທຸກປະເທດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນມີສາສະໜາທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະມີສາສະໜາຫຼາຍສໍ່າໃດທົ່ວເທິງໂລກນີ້, ໃນທີ່ສຸດ ທຸກຄົນທີ່ຢູ່ໃນຈັກກະວານກໍຢູ່ພາຍໃຕ້ການນໍາພາຂອງພຣະເຈົ້າອົງດຽວ, ບໍ່ໄດ້ຢູ່ພາຍໃຕ້ການນໍາພາຂອງຫົວໜ້າ ຫຼື ຜູ້ນໍາທາງສາສະໜາ. ນີ້ເວົ້າໄດ້ວ່າ ມະນຸດຊາດບໍ່ໄດ້ຖືກນໍາພາໂດຍຫົວໜ້າ ຫຼື ຜູ້ນໍາທາງສາສະໜາໃດໜຶ່ງ; ກົງກັນຂ້າມ, ບັນດາມວນມະນຸດຊາດຖືກນໍາພາໂດຍພຣະຜູ້ສ້າງ ເຊິ່ງເປັນຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ຍັງສ້າງມະນຸດຊາດ, ນີ້ກໍ່ຄືຄວາມຈິງ. ເຖິງແມ່ນວ່າ ໂລກມີຫຼາຍສາສະໜາໃຫຍ່ໆທີ່ຫຼາກຫຼາຍກັນ ບໍ່ວ່າພວກມັນຈະຍິ່ງໃຫຍ່ສໍ່າໃດ ແຕ່ພວກມັນທັງໝົດກໍຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ ແລະ ພວກເຂົາບໍ່ມີໃຜເລີຍທີ່ສາມາດຢູ່ເໜືອຂອບເຂດອຳນາດນີ້ໄດ້. ການພັດທະນາຂອງມະນຸດຊາດ, ຄວາມກ້າວໜ້າຢ່າງເໜືອຊັ້ນຂອງສັງຄົມ, ການພັດທະນາຂອງວິທະຍາສາດທຳມະຊາດ, ແຕ່ລະຢ່າງບໍ່ສາມາດແຍກໄດ້ຈາກການຈັດກຽມຂອງພຣະຜູ້ສ້າງ ແລະ ພາລະກິດນີ້ບໍ່ແມ່ນສິ່ງທີ່ຫົວໜ້າທາງສາສະໜາໃດໜຶ່ງທີ່ຖືກແຕ່ງຕັ້ງຈະສາມາດປະຕິບັດໄດ້. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາໃນສາສະໜາໃດໜຶ່ງ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ ຫຼື ພວກເຂົາບໍ່ສາມາດເປັນຕົວແທນໃຫ້ຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ. ຫົວໜ້າທາງສາສະໜາສາມາດນໍາຄົນເຫຼົ່ານັ້ນທັງໝົດທີ່ຢູ່ພາຍໃນສາສະໜາທັງໝົດ ແຕ່ພວກເຂົາບໍ່ສາມາດສັ່ງສິ່ງຊົງສ້າງທັງໝົດທີ່ຢູ່ພາຍໃຕ້ສະຫວັນ, ນີ້ຄືຄວາມຈິງທີ່ເປັນທີ່ຍອມຮັບທົ່ວໆໄປ. ຫົວໜ້າທາງສາສະໜາເປັນພຽງຜູ້ນໍາ ແລະ ບໍ່ສາມາດຢືນໄດ້ຢ່າງເທົ່າທຽມກັບພຣະເຈົ້າ (ພຣະຜູ້ສ້າງ). ສິ່ງທັງໝົດຢູ່ໃນມືຂອງພຣະຜູ້ສ້າງ ແລະ ໃນທີ່ສຸດ ພວກເຂົາທັງໝົດຈະກັບຄືນສູ່ມືຂອງພຣະຜູ້ສ້າງ. ມະນຸດຊາດຖືກສ້າງໂດຍພຣະເຈົ້າ ແລະ ບໍ່ວ່າຈະເປັນສາສະໜາໃດກໍຕາມ, ທຸກໆຄົນຈະກັບຄືນໄປຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ, ນີ້ຄືສິ່ງທີ່ຫຼີກຫຼ່ຽງບໍ່ໄດ້. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ເປັນພຣະເຈົ້າທີ່ສູງສຸດທ່າມກາງທຸກສິ່ງຢ່າງ ແລະ ຜູ້ປົກຄອງທີ່ສູງສຸດທ່າມກາງສິ່ງຊົງສ້າງຍັງຕ້ອງໄດ້ກັບຄືນໄປສູ່ອຳນາດຂອງພຣະອົງ. ບໍ່ວ່າມະນຸດຢູ່ໃນສະຖານະສູງສໍ່າໃດ, ມະນຸດຄົນນັ້ນບໍ່ສາມາດນໍາມະນຸດຊາດໃຫ້ໄປສູ່ຈຸດໝາຍທີ່ເໝາະສົມໄດ້ ແລະ ບໍ່ມີໃຜສາມາດຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດໄດ້. ພຣະເຢໂຮວາ ພຣະອົງເອງໄດ້ສ້າງມະນຸດຊາດ ແລະ ຈັດແບ່ງແຕ່ລະຄົນອອກຕາມປະເພດຂອງເຂົາເຈົ້າ ແລະ ເມື່ອເວລາສຸດທ້າຍມາເຖິງ ພຣະອົງຍັງຈະປະຕິບັດພາລະກິດຂອງພຣະອົງເອງດ້ວຍຕົນເອງ ໂດຍການຈັດແບ່ງສິ່ງທັງໝົດອອກເປັນແຕ່ລະປະເພດ, ບໍ່ມີໃຜສາມາດປະຕິບັດສິ່ງນີ້ໄດ້ຍົກເວັ້ນພຣະເຈົ້າ. ພາລະກິດສາມຂັ້ນຕອນທີ່ປະຕິບັດຕັ້ງແຕ່ເລີ່ມຕົ້ນຈົນຮອດປັດຈຸບັນແມ່ນຖືກປະຕິບັດໂດຍພຣະເຈົ້າພຣະອົງເອງ ແລະ ຖືກປະຕິບັດໂດຍພຣະເຈົ້າອົງດຽວ. ຄວາມຈິງຂອງພາລະກິດສາມຂັ້ນຕອນນີ້ແມ່ນຄວາມຈິງຂອງຄວາມເປັນຜູ້ນໍາບັນດາມວນມະນຸດຂອງພຣະເຈົ້າ ເຊິ່ງເປັນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ໃນຕອນສຸດທ້າຍຂອງພາລະກິດສາມຂັ້ນຕອນ, ທຸກສິ່ງຢ່າງຈະຖືກຈັດແບ່ງອອກເປັນແຕ່ລະປະເພດ ແລະ ກັບຄືນສູ່ອຳນາດຂອງພຣະເຈົ້າ ຍ້ອນວ່າ ທົ່ວທັງຈັກກະວານທັງໝົດ ມີພຽງພຣະເຈົ້າອົງນີ້ອົງດຽວ ແລະ ບໍ່ມີສາສະໜາອື່ນໆອີກເລີຍ. ຄົນນັ້ນທີ່ບໍ່ສາມາດສ້າງແຜ່ນດິນໂລກຈະບໍ່ສາມາດນໍາຈຸດສິ້ນສຸດມາເຖິງມັນໄດ້ ໃນຂະນະທີ່ພຣະອົງຜູ້ສ້າງແຜ່ນດິນໂລກຈະສາມາດນໍາຈຸດສິ້ນສຸດມາເຖິງຢ່າງແນ່ນອນ. ດ້ວຍເຫດນັ້ນ ຖ້າຄົນໃດໜຶ່ງບໍ່ສາມາດນໍາຈຸດສິ້ນສຸດມາເຖິງຍຸກ ແລະ ພຽງແຕ່ສາມາດຊ່ວຍມະນຸດໃຫ້ຝຶກຝົນຕົວເອງ ແລະ ຫຼໍ່ຫຼອມບຸກຄະລິກຂອງຕົວເອງ ແລ້ວເຂົາກໍບໍ່ແມ່ນພຣະເຈົ້າຢ່າງແນ່ນອນ ແລະ ຈະບໍ່ແມ່ນພຣະຜູ້ເປັນເຈົ້າຂອງມະນຸດຊາດຢ່າງແນ່ນອນ. ຄົນນັ້ນຈະບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວໄດ້; ມີພຽງຄົນດຽວທີ່ສາມາດປະຕິບັດພາລະກິດດັ່ງກ່າວ ແລະ ທຸກຄົນທີ່ບໍ່ສາມາດປະຕິບັດພາລະກິດນີ້ໄດ້ກໍເປັນສັດຕູຢ່າງແນ່ນອນ ແລະ ບໍ່ແມ່ນພຣະເຈົ້າ. ຕາບເທົ່າທີ່ມັນເປັນສາສະໜາທີ່ຊົ່ວຮ້າຍ, ມັນກໍບໍ່ເຂົ້າກັບພຣະເຈົ້າ ແລະ ສິ່ງທີ່ບໍ່ເຂົ້າກັບພຣະເຈົ້າແມ່ນສັດຕູຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ແທ້ຈິງພຣະອົງດຽວທີ່ສາມາດປະຕິບັດພາລະກິດທັງໝົດໄດ້ ແລະ ຈັກກະວານທັງໝົດແມ່ນຖືກບັນຊາໂດຍພຣະເຈົ້າພຣະອົງດຽວນີ້. ບໍ່ວ່າມັນຈະເປັນການທີ່ພຣະອົງປະຕິບັດພາລະກິດໃນປະເທດອິດສະຣາເອນ ຫຼື ໃນປະເທດຈີນ, ບໍ່ວ່າ ພາລະກິດຖືກປະຕິບັດໂດຍພຣະວິນຍານ ຫຼື ໂດຍເນື້ອໜັງ, ພຣະເຈົ້າກໍປະຕິບັດພາລະກິດທັງໝົດດ້ວຍຕົວພຣະອົງເອງ ແລະ ບໍ່ມີໃຜສາມາດປະຕິບັດໄດ້. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນວ່າ ພຣະອົງເປັນພຣະເຈົ້າຂອງບັນດາມວນມະນຸດທີ່ພຣະເຈົ້າປະຕິບັດພາລະກິດຢ່າງມີອິດສະຫຼະ ໂດຍບໍ່ມີສະພາບໃດໆມາບັງຄັບ. ນີ້ເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດຂອງນິມິດທັງໝົດ. ໃນຖານະທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າ, ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງສິ່ງຊົງສ້າງຂອງພຣະເຈົ້າ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າສຳລັບສິ່ງຊົງສ້າງທັງໝົດ, ເຈົ້າຕ້ອງເຂົ້າໃຈແຜນການຄຸ້ມຄອງຂອງພຣະອົງ ແລະ ເຈົ້າຕ້ອງເຂົ້າໃຈຄວາມສຳຄັນທັງໝົດຂອງພາລະກິດທີ່ພຣະອົງປະຕິບັດ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈສິ່ງນີ້ບໍ່ມີຄຸນສົມບັດໃນການເປັນສິ່ງຊົງສ້າງ! ໃນຖານະທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈວ່າ ເຈົ້າມາຈາກໃສ, ບໍ່ເຂົ້າໃຈປະຫວັດສາດຂອງມະນຸດຊາດ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ເຂົ້າໃຈວ່າ ມະນຸດຊາດພັດທະນາມາຮອດປັດຈຸບັນໄດ້ແນວໃດ ແລະ ບໍ່ຮູ້ວ່າ ໃຜຄວບຄຸມມະນຸດຊາດທັງໝົດ, ເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້. ພຣະເຈົ້ານໍາມະນຸດຊາດມາຈົນຮອດປັດຈຸບັນ ແລະ ຕັ້ງແຕ່ທີ່ພຣະອົງສ້າງມະນຸດຢູ່ເທິງແຜ່ນດິນໂລກ ພຣະອົງກໍບໍ່ເຄີຍປະຖິ້ມເຂົາຈັກເທື່ອ. ພຣະວິນຍານບໍລິສຸດບໍ່ເຄີຍຢຸດປະຕິບັດພາລະກິດຈັກເທື່ອ, ບໍ່ເຄີຍຢຸດໃນການນໍາພາມະນຸດຊາດ ແລະ ບໍ່ເຄີຍປະຖິ້ມມະນຸດຊາດ. ແຕ່ມະນຸດຊາດບໍ່ສຳນຶກວ່າ ມີພຣະເຈົ້າ, ແຮງໄກທີ່ເຂົາຈະຮູ້ຈັກພຣະອົງ. ມີຫຍັງອີກທີ່ເປັນຕາອັບອາຍກວ່າສິ່ງນີ້ສຳລັບສິ່ງຊົງສ້າງທັງໝົດ? ພຣະເຈົ້ານໍາພາມະນຸດເປັນການສ່ວນຕົວ ແຕ່ມະນຸດບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ. ເຈົ້າເປັນສິ່ງຊົງສ້າງ ແຕ່ເຈົ້າບໍ່ເຂົ້າໃຈປະຫວັດສາດຂອງເຈົ້າເອງ ແລະ ບໍ່ຮັບຮູ້ວ່າ ໃຜນໍາພາເຈົ້າໃນການເດີນທາງຂອງເຈົ້າ, ເຈົ້າບໍ່ຮູ້ພາລະກິດທີ່ພຣະເຈົ້າປະຕິບັດ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າ. ຖ້າເຈົ້າຍັງບໍ່ຮູ້ຈັກໃນຕອນນີ້ ແລ້ວເຈົ້າຈະບໍ່ມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າຈັກເທື່ອ. ໃນປັດຈຸບັນ ພຣະຜູ້ສ້າງແມ່ນນໍາພາມະນຸດທຸກຄົນເປັນການສ່ວນຕົວອີກຄັ້ງ ແລະ ເຮັດໃຫ້ມະນຸດທຸກຄົນເຫັນສະຕິປັນຍາ, ຄວາມຍິ່ງໃຫຍ່, ຄວາມລອດພົ້ນ ແລະ ຄວາມອັດສະຈັນຂອງພຣະອົງ. ແຕ່ເຈົ້າຍັງບໍ່ສຳນຶກ ຫຼື ເຂົ້າໃຈ ແລະ ສະນັ້ນ ເຈົ້າບໍ່ແມ່ນຄົນທີ່ຈະຮັບຄວາມລອດພົ້ນບໍ? ຄົນເຫຼົ່ານັ້ນທີ່ເປັນຂອງຊາຕານບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ເປັນຂອງພຣະເຈົ້າສາມາດໄດ້ຍິນສຽງຂອງພຣະເຈົ້າ. ທຸກຄົນເຫຼົ່ານັ້ນທີ່ສຳນຶກ ແລະ ເຂົ້າໃຈພຣະທຳທີ່ເຮົາກ່າວແມ່ນຄົນທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ຄົນທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ; ທຸກຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈພຣະທຳທີ່ເຮົາກ່າວບໍ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເປັນຄົນທີ່ຕ້ອງຖືກໂຍນອອກ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ ແລະ ບໍ່ສຳນຶກພາລະກິດຂອງພຣະເຈົ້າບໍ່ສາມາດຮັບຄວາມຮູ້ຂອງພຣະເຈົ້າ ແລະ ຄົນປະເພດດັ່ງກ່າວຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ. ຖ້າເຈົ້າຕ້ອງການເປັນພະຍານໃຫ້ກັບພຣະເຈົ້າ ແລ້ວເຈົ້າກໍ່ຕ້ອງຮູ້ຈັກພຣະເຈົ້າ; ຄວາມຮູ້ຂອງພຣະເຈົ້າແມ່ນຖືກເຮັດໃຫ້ສົມບູນໂດຍຜ່ານທາງພາລະກິດຂອງພຣະເຈົ້າ. ໂດຍລວມແລ້ວ, ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ ເຈົ້າກໍຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າແມ່ນສິ່ງທີ່ສຳຄັນທີ່ສຸດ. ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ພວກເຂົາຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້ ແລະ ຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ເຂົາເຈົ້າທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ, ເປັນກຸ່ມທີ່ມີສິດອໍານາດຈາກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ. ບາງເທື່ອພວກເຈົ້າອາດຈະກາຍເປັນສະມາຊິກຂອງກຸ່ມນີ້ ຫຼື ບາງເທື່ອອາດມີພຽງແຕ່ເຄິ່ງໜຶ່ງ ຫຼື ພຽງແຕ່ບາງຄົນເທົ່ານັ້ນ, ມັນກໍ່ຂຶ້ນກັບເຈດຕະນາຂອງພວກເຈົ້າ ແລະ ຂຶ້ນກັບການສະແຫວງຫາຂອງພວກເຈົ້າ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?