ບົດທີ 29
ໃນບັນດາພາລະກິດທີ່ຜູ້ຄົນປະຕິບັດ, ພາລະກິດບາງຢ່າງແມ່ນຖືກປະຕິບັດດ້ວຍຄຳສັ່ງມາຈາກພຣະເຈົ້າໂດຍກົງ, ແຕ່ຍັງມີສ່ວນໜຶ່ງຂອງພາລະກິດທີ່ ພຣະເຈົ້າບໍ່ໄດ້ໃຫ້ຄຳສັ່ງແບບສະເພາະ, ນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນວ່າສິ່ງທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນແມ່ນຍັງບໍ່ຖືກເປີດເຜີຍຢ່າງຄົບຖ້ວນເທື່ອ ເຊິ່ງໝາຍຄວາມວ່າ ພາລະກິດຫຼາຍຢ່າງຍັງລີ້ລັບ ແລະ ຍັງບໍ່ໄດ້ຖືກເປີດເຜີຍເທື່ອ. ເຖິງຢ່າງໃດກໍຕາມ, ບາງສິ່ງຈຳເປັນຕ້ອງຖືກເຮັດໃຫ້ເປີດເຜີຍ ໃນຂະນະທີ່ສິ່ງອື່ນໆຈຳເປັນຕ້ອງປ່ອຍໃຫ້ຜູ້ຄົນມືດມົວ ແລະ ສັບສົນ; ນີ້ແມ່ນສິ່ງທີ່ຖືກຮຽກຮ້ອງໂດຍພາລະກິດຂອງພຣະເຈົ້າ. ຕົວຢ່າງເຊັ່ນ ການມາເຖິງຂອງພຣະເຈົ້າຈາກສະຫວັນທ່າມກາງມະນຸດ: ພຣະອົງມາຮອດໄດ້ແນວໃດ, ພຣະອົງມາຮອດຕອນຈັກວິນາທີ ຫຼື ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງໄດ້ຜ່ານການປ່ຽນແປງ ຫຼື ຍັງ, ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນສັບສົນ. ສິ່ງນີ້ຍັງອີງຕາມສະຖານະການຕົວຈິງ, ຍ້ອນເນື້ອໜັງຂອງມະນຸດເອງແມ່ນບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ໂດຍກົງ. ສະນັ້ນ ເຖິງແມ່ນພຣະເຈົ້າກ່າວຢ່າງຊັດເຈນວ່າ ພຣະອົງມາຈາກສະຫວັນສູ່ແຜ່ນດິນໂລກໄດ້ແນວໃດ ຫຼື ເມື່ອພຣະອົງເວົ້າວ່າ “ໃນມື້ທີ່ທຸກສິ່ງຖືກເຮັດໃຫ້ຟື້ນຄືນຊີບ, ເຮົາໄດ້ລົງມາຢູ່ທ່າມກາງມະນຸດ ແລະ ເຮົາໄດ້ໃຊ້ເວລາທັງກາງເວັນ ແລະ ກາງຄືນຢ່າງມະຫັດສະຈັນກັບເຂົາ”, ພຣະທຳດັ່ງກ່າວເປັນຄືກັບວ່າບາງຄົນກຳລັງເວົ້າກັບຕໍໄມ້, ບໍ່ມີປະຕິກິລິຍາແມ່ນແຕ່ໜ້ອຍດຽວ, ຍ້ອນຜູ້ຄົນບໍ່ມີຄວາມຮູ້ກ່ຽວກັບຂັ້ນຕອນຕ່າງໆຂອງພາລະກິດຂອງພຣະເຈົ້າ. ເຖິງແມ່ນພວກເຂົາຈະຮູ້ຈັກຢ່າງແທ້ຈິງ, ພວກເຂົາກໍຍັງເຊື່ອວ່າພຣະເຈົ້າບິນຈາກສະຫວັນລົງສູ່ແຜ່ນດິນໂລກຄືກັບນາງຟ້າ ແລະ ເກີດທ່າມກາງມະນຸດ. ນີ້ແມ່ນສິ່ງທີ່ຄວາມຄິດຂອງມະນຸດສາມາດຢັ່ງເຖິງ. ມັນເປັນຍ້ອນທາດແທ້ຂອງມະນຸດ ທີ່ເຮັດໃຫ້ເຂົາບໍ່ສາມາດເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈຄວາມເປັນຈິງຂອງອານາຈັກຝ່າຍວິນຍານ. ດ້ວຍທາດແທ້ຂອງພວກເຂົາ, ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນແບບຢ່າງໃຫ້ກັບຄົນອື່ນໄດ້, ຍ້ອນໂດຍທຳມະຊາດແລ້ວ ຜູ້ຄົນຄືກັນໝົດ ແລະ ບໍ່ໄດ້ແຕກຕ່າງກັນ. ສະນັ້ນ ການຂໍໃຫ້ຜູ້ຄົນເປັນແບບຢ່າງໃຫ້ຄົນອື່ນປະຕິບັດຕາມ ຫຼື ເຮັດໜ້າທີ່ເປັນແບບຢ່າງແມ່ນເປັນຄືຟອງສະບູ, ມັນກາຍເປັນອາຍນໍ້າ. ໃນຂະນະທີ່ເມື່ອພຣະເຈົ້າເວົ້າວ່າ “ການຮັບຄວາມຮູ້ບາງຢ່າງໃນສິ່ງທີ່ເຮົາມີ ແລະ ເປັນ”, ພຣະທຳເຫຼົ່ານີ້ພຽງແຕ່ກ່າວເຖິງການສະແດງອອກຂອງພາລະກິດທີ່ພຣະເຈົ້າປະຕິບັດໃນເນື້ອໜັງ; ເວົ້າອີກຢ່າງໜຶ່ງກໍຄື ພຣະທຳເຫຼົ່ານີ້ແນໃສ່ໜ້າຕາທີ່ແທ້ຈິງຂອງພຣະເຈົ້າ, ຄວາມສັກສິດ ເຊິ່ງໝາຍເຖິງອຸປະນິໄສທີ່ສັກສິດຂອງພຣະອົງ. ນັ້ນໝາຍຄວາມວ່າ ຜູ້ຄົນຖືກຮຽກຮ້ອງໃຫ້ເຂົ້າໃຈສິ່ງຕ່າງໆ ເຊັ່ນວ່າ ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດໃນລັກສະນະນີ້, ແມ່ນຫຍັງຄືສິ່ງທີ່ໄດ້ສໍາເລັດໂດຍພຣະທຳຂອງພຣະເຈົ້າ, ແມ່ນຫຍັງຄືສິ່ງທີ່ພຣະເຈົ້າປາຖະໜາເພື່ອບັນລຸເທິງແຜ່ນດິນໂລກ, ແມ່ນຫຍັງຄືສິ່ງທີ່ພຣະອົງປາຖະໜາຮັບເອົາທ່າມກາງມະນຸດ, ວິທີການທີ່ພຣະເຈົ້າກ່າວ ແລະ ແມ່ນຫຍັງຄືທັດສະນະຄະຕິທີ່ພຣະເຈົ້າມີຕໍ່ມະນຸດ. ສາມາດເວົ້າໄດ້ວ່າ ບໍ່ມີຫຍັງໃນມະນຸດທີ່ສົມຄວນແກ່ການອວດໂອ້ ນັ້ນກໍຄື ບໍ່ມີຫຍັງໃນຕົວເຂົາທີ່ສາມາດເປັນແບບຢ່າງໃຫ້ຄົນອື່ນປະຕິບັດຕາມໄດ້ເລີຍ.
ມັນເປັນຍ້ອນຄວາມປົກກະຕິຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ຍ້ອນຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງ ຜູ້ທີ່ເບິ່ງຄືກັບວ່າບໍ່ໄດ້ເກີດຈາກພຣະເຈົ້າທີ່ຢູ່ໃນສະຫວັນ, ພຣະເຈົ້າຈຶ່ງເວົ້າວ່າ “ເປັນເວລາຫຼາຍປີທີ່ເຮົາໄດ້ຍ່າງຜ່ານທ່າມກາງມະນຸດ, ແຕ່ເຂົາກໍຍັງບໍ່ຮູ້ສຶກຕົວສະເໝີ ແລະ ບໍ່ຮູ້ຈັກເຮົາຈັກເທື່ອ”. ພຣະເຈົ້າຍັງເວົ້າວ່າ “ເມື່ອບາດກ້າວຂອງເຮົາກ້າວໄປຂ້າມຈັກກະວານ ແລະ ສົ້ນປາຍຂອງແຜ່ນດິນໂລກ, ມະນຸດຈະເລີ່ມໄຕ່ຕອງກ່ຽວກັບຕົນເອງ ແລະ ທຸກຄົນຈະມາຫາເຮົາ ແລະ ກົ້ມລົງຕໍ່ໜ້າເຮົາ ແລະ ນະມັດສະການເຮົາ. ນີ້ຈະເປັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ, ມື້ທີ່ເຮົາກັບມາ ແລະ ຍັງເປັນມື້ທີ່ເຮົາຈາກໄປອີກດ້ວຍ”. ນີ້ແມ່ນມື້ທີ່ໜ້າຕາແທ້ຈິງຂອງພຣະເຈົ້າສະແດງຕໍ່ມະນຸດ. ແຕ່ເຖິງເປັນເຊັ່ນນັ້ນ ພຣະເຈົ້າກໍບໍ່ໄດ້ຊັກຊ້າພາລະກິດຂອງພຣະອົງ ແລະ ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຄວນປະຕິບັດ. ເມື່ອພຣະອົງພິພາກສາ, ພຣະອົງກ່າວໂທດຜູ້ຄົນບົນພື້ນຖານທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະເຈົ້າໃນເນື້ອໜັງ. ນີ້ແມ່ນໜຶ່ງໃນຫົວຂໍ້ຫຼັກແຫ່ງຖ້ອຍຄຳຂອງພຣະເຈົ້າໃນລະຫວ່າງເວລານີ້. ຕົວຢ່າງເຊັ່ນ ພຣະເຈົ້າເວົ້າວ່າ “ເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາທ່າມກາງມະນຸດທັງປວງ, ເລີ່ມລົງມືເຮັດຢ່າງເປັນທາງການ, ທົ່ວຈັກກະວານທັງປວງ ແລະ ໃນຂັ້ນສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາ. ຈາກຊ່ວງເວລານີ້ເປັນຕົ້ນໄປ, ໃຜກໍຕາມທີ່ບໍ່ລະມັດລະວັງຈະຖືກໂຍນລົງທ່າມກາງການຂ້ຽນຕີທີ່ໂຫດຮ້າຍ ແລະ ສິ່ງນີ້ອາດເກີດຂຶ້ນໄດ້ທຸກເວລາ”. ນີ້ແມ່ນເນື້ອຫາຂອງແຜນການຂອງພຣະເຈົ້າ ແລະ ມັນບໍ່ແມ່ນສິ່ງທີ່ແປກ ຫຼື ປະຫຼາດ, ແຕ່ລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງຂັ້ນຕອນຂອງພາລະກິດຂອງພຣະອົງ. ໃນຂະນະດຽວກັນ ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າທີ່ຢູ່ຕ່າງປະເທດຖືກພິພາກສາໂດຍພຣະເຈົ້າບົນພື້ນຖານສິ່ງຕ່າງໆທີ່ພວກເຂົາປະຕິບັດໃນຄຣິສຕະຈັກ ແລະ ສະນັ້ນ ພຣະເຈົ້າຈຶ່ງກ່າວວ່າ “ເມື່ອເຮົາປະຕິບັດພາລະກິດ, ທູດສະຫວັນທຸກຕົນກໍເລີ່ມຕົ້ນຕໍ່ສູ້ຢ່າງຊີ້ຂາດໄປກັບເຮົາ ແລະ ຕັ້ງໃຈເຮັດໃຫ້ຄວາມປາຖະໜາຂອງເຮົາສຳເລັດໃນຂັ້ນຕອນສຸດທ້າຍ, ເພື່ອວ່າຜູ້ຄົນເທິງແຜ່ນດິນໂລກຈະຍອມຢູ່ຕໍ່ໜ້າເຮົາຄືກັບທູດສະຫວັນ ແລະ ບໍ່ມີຄວາມປາຖະໜາທີ່ຈະຕໍ່ຕ້ານເຮົາ ແລະ ບໍ່ເຮັດສິ່ງໃດທີ່ເປັນການກະບົດຕໍ່ເຮົາ. ສິ່ງເຫຼົ່ານີ້ແມ່ນພະລັງຂອງພາລະກິດຂອງເຮົາທົ່ວທັງຈັກກະວານ”. ນີ້ແມ່ນຄວາມແຕກຕ່າງໃນພາລະກິດທີ່ພຣະເຈົ້າປະຕິບັດທົ່ວແຜ່ນດິນໂລກ; ພຣະອົງໃຊ້ມາດຕະການທີ່ແຕກຕ່າງກັນອີງຕາມພາລະກິດໃນແຕ່ລະບຸກຄົນ. ໃນປັດຈຸບັນ ຜູ້ຄົນຂອງຄຣິສຕະຈັກລ້ວນແລ້ວແຕ່ມີຫົວໃຈທີ່ປາຖະໜາ ແລະ ພວກເຂົາໄດ້ເລີ່ມຕົ້ນກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ເຊິ່ງກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າພາລະກິດຂອງພຣະອົງກຳລັງເຂົ້າໃກ້ຈຸດສິ້ນສຸດຂອງມັນແລ້ວ. ເມື່ອຫຼຽວເບິ່ງຈາກທ້ອງຟ້າ ຄືກັບໄດ້ຫຼຽວເບິ່ງພາບອັນເສົ້າໝອງຂອງງ່າໄມ້ທີ່ຫ່ຽວແຫ້ງ ແລະ ໃບໄມ້ຫຼົ່ນອີກຄັ້ງ, ຝຸ່ນເຫຼືອງພັດປິວໂດຍລົມໃນລະດູໃບໄມ້ຫຼົ່ນ. ມັນຮູ້ສຶກຄືກັບໂລກພິນາດກຳລັງຈະເກີດຂຶ້ນທ່າມກາງມະນຸດ, ຄືກັບວ່າມັນກຳລັງຈະປ່ຽນເປັນຄວາມວ່າງເປົ່າ. ບາງເທື່ອ ເປັນຍ້ອນຄວາມອ່ອນໄຫວຂອງພຣະວິນຍານ, ມີຄວາມຮູ້ສຶກວ່າບໍ່ມີຄວາມສຸກໃນຫົວໃຈຢູ່ສະເໝີ ແຕ່ກໍມີເສດສ່ວນຂອງຄວາມສະບາຍທີ່ງຽບສະຫງົບ, ເຖິງວ່າສິ່ງນີ້ຈະຍັງມີຄວາມໂສກເສົ້າບາງຢ່າງ. ນີ້ຄືການພັນລະນາເຖິງພຣະທຳຂອງພຣະເຈົ້າທີ່ວ່າ “ມະນຸດກໍາລັງຕື່ນຂຶ້ນ, ທຸກສິ່ງເທິງແຜ່ນດິນໂລກແມ່ນຢູ່ໃນຄວາມເປັນລະບຽບ ແລະ ມື້ແຫ່ງການຢູ່ລອດຂອງແຜ່ນດິນໂລກແມ່ນບໍ່ມີອີກ, ຍ້ອນວ່າ ເຮົາໄດ້ກັບມາແລ້ວ!” ຜູ້ຄົນອາດເປັນຄົນຄິດລົບພໍສົມຄວນຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ ຫຼື ພວກເຂົາອາດຜິດຫວັງໜ້ອຍໜຶ່ງກັບພາລະກິດຂອງພຣະເຈົ້າ ຫຼື ພວກເຂົາອາດໃສ່ໃຈກັບຄວາມຮູ້ສຶກໃນຈິດວິນຍານຂອງພວກເຂົາຫຼາຍຂຶ້ນ. ແຕ່ກ່ອນຈະສຳເລັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ເປັນໄປບໍ່ໄດ້ທີ່ພຣະເຈົ້າຈະໂງ່ຈົນເຖິງກັບສ້າງພາບລວງຕາບາງຢ່າງໃຫ້ກັບຜູ້ຄົນ. ຖ້າເຈົ້າມີຄວາມຮູ້ສຶກແບບນັ້ນແທ້, ແລ້ວມັນກໍສະແດງໃຫ້ເຫັນວ່າເຈົ້າໃສ່ໃຈກັບຄວາມຮູ້ສຶກຂອງເຈົ້າຫຼາຍເກີນໄປ, ເຈົ້າເປັນຄົນທີ່ເຮັດຕາມໃຈຕົນເອງ ແລະ ບໍ່ໄດ້ຮັກພຣະເຈົ້າ; ມັນສະແດງໃຫ້ເຫັນວ່າ ຄົນປະເພດດັ່ງກ່າວໃສ່ໃຈກັບສິ່ງທີ່ເໜືອທຳມະຊາດຫຼາຍເກີນໄປ ແລະ ບໍ່ໃສ່ໃຈກັບພຣະເຈົ້າເລີຍ. ຍ້ອນມືຂອງພຣະເຈົ້າ, ບໍ່ວ່າຜູ້ຄົນຈະພະຍາຍາມຫຼົບໜີເທົ່າໃດ, ພວກເຂົາກໍບໍ່ສາມາດຫຼົບໜີຈາກສະຖານະການນີ້ໄດ້. ຜູ້ໃດສາມາດຫຼົບໜີຈາກມືຂອງພຣະເຈົ້າໄດ້ແດ່? ເມື່ອໃດທີ່ສະຖານະ ແລະ ສະຖານະການຂອງເຈົ້າບໍ່ໄດ້ຖືກຈັດແຈງໂດຍພຣະເຈົ້າ? ບໍ່ວ່າເຈົ້າທົນທຸກ ຫຼື ໄດ້ຮັບພອນ, ເຈົ້າຈະໜີພົ້ນຈາກກໍາມືຂອງພຣະເຈົ້າໄດ້ແນວໃດ? ນີ້ບໍ່ແມ່ນບັນຫາຂອງມະນຸດ, ແຕ່ມັນກ່ຽວກັບຄວາມຕ້ອງການຂອງພຣະເຈົ້າທັງໝົດ, ຜູ້ໃດຈະສາມາດບໍ່ເຊື່ອຟັງຍ້ອນສິ່ງນີ້ໄດ້?
“ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ກຳລັງຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ”. ດ້ວຍຖ້ອຍຄຳຂອງພຣະທຳເຫຼົ່ານີ້, ພຣະເຈົ້າໄດ້ເລີ່ມລົງມືປະຕິບັດພາລະກິດນີ້ທົ່ວທັງຈັກກະວານ. ນີ້ແມ່ນຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ເຊິ່ງໄດ້ຄືບໜ້າຈົນມາເຖິງຈຸດນີ້ແລ້ວ; ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ໄພຮ້າຍແຮງຈະກໍາຈັດສ່ວນໜຶ່ງຂອງມະນຸດຊາດ, ເຮັດໃຫ້ພວກເຂົາຈິບຫາຍໄປພ້ອມກັບແຜ່ນດິນໂລກ. ເມື່ອຈັກກະວານຖືກຂ້ຽນຕີຢ່າງເປັນທາງການ, ພຣະເຈົ້າຈະປາກົດຕົວຕໍ່ທຸກຄົນຢ່າງເປັນທາງການ. ຍ້ອນການປາກົດຕົວຂອງພຣະອົງ ຜູ້ຄົນຈຶ່ງຖືກຂ້ຽນຕີ. ຍິ່ງໄປກວ່ານັ້ນ ພຣະເຈົ້າຍັງເວົ້າວ່າ “ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ”. ຈາກສິ່ງນີ້ ສາມາດເຫັນໄດ້ຢ່າງຊັດເຈນວ່າ ເນື້ອຄວາມຂອງຕາປະທັບທັງເຈັດແມ່ນເນື້ອຄວາມຂອງການຂ້ຽນຕີ ເຊິ່ງໝາຍຄວາມວ່າ ມີໄພພິບັດພາຍໃນຕາປະທັບທັງເຈັດ. ສະນັ້ນ ໃນປັດຈຸບັນ ຕາປະທັບທັງເຈັດຍັງບໍ່ທັນຖືກເປີດອອກເທື່ອ; “ການທົດລອງ” ທີ່ໝາຍເຖິງໃນນີ້ແມ່ນການຂ້ຽນຕີທີ່ມະນຸດຕ້ອງທົນທຸກ ແລະ ທ່າມກາງການຂ້ຽນຕີ ຄົນກຸ່ມໜຶ່ງຈະຖືກຮັບເອົາ ເຊິ່ງເປັນຜູ້ທີ່ຍອມຮັບເອົາ “ໃບຢັ້ງຢືນ” ທີ່ພຣະເຈົ້າມອບໃຫ້ຢ່າງເປັນທາງການ ແລະ ສະນັ້ນ ພວກເຂົາກໍຈະເປັນຄົນໃນອານາຈັກຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນຕົ້ນກຳເນີດຂອງບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ ແລະ ໃນປັດຈຸບັນ ພວກເຂົາຍັງບໍ່ທັນໄດ້ຖືກຕັດສິນເທື່ອ ແລະ ພຽງແຕ່ວ່າງພື້ນຖານສຳລັບປະສົບການໃນອະນາຄົດ. ຖ້າບາງຄົນມີຊີວິດທີ່ແທ້ຈິງ, ພວກເຂົາກໍຈະສາມາດຍຶດໝັ້ນໃນລະຫວ່າງການທົດລອງ ແລະ ຖ້າພວກເຂົາປາສະຈາກຊີວິດ ແລ້ວສິ່ງນີ້ກໍພຽງພໍທີ່ຈະພິສູດວ່າພາລະກິດຂອງພຣະເຈົ້າບໍ່ມີຜົນກະທົບໃນພວກເຂົາ, ພວກເຂົາຕຶກເບັດໃນນໍ້າຂຸ່ນ ແລະ ບໍ່ໃສ່ໃຈໃນພຣະທຳຂອງພຣະເຈົ້າ. ເພາະນີ້ແມ່ນພາລະກິດຂອງຍຸກສຸດທ້າຍ, ເຊິ່ງເປັນການນໍາຍຸກນີ້ໄປສູ່ຈຸດສຸດທ້າຍ ແທນທີ່ຈະສືບຕໍ່ພາລະກິດ, ສະນັ້ນ ພຣະເຈົ້າຈຶ່ງເວົ້າວ່າ “ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຊີວິດທີ່ມະນຸດບໍ່ເຄີຍຜະເຊີນຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາໄດ້ປະຕິບັດພາລະກິດທີ່ບໍ່ເຄີຍປະຕິບັດມາກ່ອນ” ແລະ ພຣະອົງຍັງກ່າວອີກວ່າ “ເພາະວ່າ ມື້ຂອງເຮົາຫຍັບເຂົ້າໃກ້ມະນຸດຊາດທັງປວງ, ຍ້ອນມັນເບິ່ງຄືກັບວ່າບໍ່ໄດ້ຢູ່ໄກ, ແຕ່ມັນຢູ່ຕໍ່ໜ້າຕໍ່ຕາມະນຸດເອງ”. ໃນອະດີດ ພຣະເຈົ້າໄດ້ທຳລາຍຫຼາຍເມືອງດ້ວຍຕົວພຣະອົງເອງ, ແຕ່ບໍ່ມີເມືອງໃດທີ່ຖືກເຜົາທຳລາຍໃນລັກສະນະດຽວກັນກັບສິ່ງທີ່ຈະເກີດຂຶ້ນໃນວາລະສຸດທ້າຍ. ເຖິງແມ່ນ ໃນອະດີດ ພຣະເຈົ້າທຳລາຍໂຊໂດມ, ໂຊໂດມໃນປັດຈຸບັນກໍຍັງບໍ່ໄດ້ຖືກປະຕິບັດນໍາຄືກັບໃນອະດີດ, ມັນບໍ່ໄດ້ຖືກທຳລາຍໂດຍກົງ, ແຕ່ຈະຖືກເອົາຊະນະກ່ອນ ແລະ ຫຼັງຈາກນັ້ນກໍຖືກພິພາກສາ ແລະ ໃນທີ່ສຸດ ກໍຕົກຢູ່ໃນການລົງໂທດຕະຫຼອດໄປເປັນນິດ. ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງພາລະກິດ ແລະ ໃນທີ່ສຸດ ໂຊໂດມໃນປັດຈຸບັນກໍຈະຖືກທຳລາຍລ້າງເໝືອນດັ່ງການທຳລາຍໂລກໃນອະດີດ ເຊິ່ງນີ້ແມ່ນແຜນການຂອງພຣະເຈົ້າ. ມື້ທີ່ພຣະເຈົ້າປາກົດຕົວແມ່ນມື້ແຫ່ງການປະນາມເມືອງໂຊດົມໃນປັດຈຸບັນຢ່າງເປັນທາງການ ແລະ ພຣະນິມິດຂອງພຣະອົງບໍ່ແມ່ນເພື່ອຊ່ວຍເມືອງນັ້ນໃຫ້ລອດພົ້ນ. ສະນັ້ນ ພຣະເຈົ້າຈຶ່ງກ່າວວ່າ “ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ”. ຍ້ອນໂຊໂດມໃນປັດຈຸບັນບໍ່ບໍລິສຸດ, ພຣະເຈົ້າຈຶ່ງບໍ່ປາກົດຕົວຕໍ່ເມືອງນັ້ນຢ່າງແທ້ຈິງ, ແຕ່ໃຊ້ວິທີນີ້ເພື່ອຂ້ຽນຕີເມືອງນັ້ນ, ພວກເຈົ້າຍັງເບິ່ງບໍ່ເຫັນສິ່ງນີ້ຢ່າງຊັດເຈນບໍ? ມັນສາມາດເວົ້າໄດ້ວ່າ ບໍ່ມີໃຜເທິງແຜ່ນດິນໂລກທີ່ສາມາດເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າບໍ່ເຄີຍປາກົດຕົວຕໍ່ມະນຸດຈັກເທື່ອ ແລະ ບໍ່ມີໃຜຮູ້ຈັກວ່າພຣະເຈົ້າຢູ່ໃນຊັ້ນເທົ່າໃດຂອງສະຫວັນ. ນີ້ແມ່ນສິ່ງທີ່ເຮັດໃຫ້ຜູ້ຄົນໃນປັດຈຸບັນຢູ່ໃນສະພາບແບບນີ້. ຖ້າພວກເຂົາໄດ້ເຫັນໃບໜ້າຂອງພຣະເຈົ້າ, ນັ້ນກໍຈະເປັນເວລາຈຸດຈົບຂອງພວກເຂົາຈະຖືກເປີດເຜີຍອອກຢ່າງແນ່ນອນ, ເຊິ່ງເປັນເວລາທີ່ແຕ່ລະຄົນຈະໄດ້ຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ໃນປັດຈຸບັນ ພຣະທຳຈາກພາຍໃນຄວາມສັກສິດໄດ້ຖືກສະແດງອອກຕໍ່ຜູ້ຄົນໂດຍກົງ ເຊິ່ງທຳນາຍວ່າ ຍຸກສຸດທ້າຍຂອງມະນຸດຊາດໄດ້ມາເຖິງແລ້ວ ແລະ ຈະສິ້ນສຸດລົງໃນໄວໆນີ້. ນີ້ແມ່ນໜຶ່ງໃນໝາຍສຳຄັນທີ່ບົ່ງບອກວ່າຜູ້ຄົນຕົກຢູ່ໃນການທົດລອງໃນເວລາທີ່ພຣະເຈົ້າປາກົດຕົວຕໍ່ທຸກຄົນ. ສະນັ້ນ ເຖິງແມ່ນຜູ້ຄົນໄດ້ຮັບເອົາພຣະທຳຂອງພຣະເຈົ້າ ພວກເຂົາກໍຈະຮູ້ສຶກມີລາງສັງຫອນຢູ່ສະເໝີ ຄືກັບວ່າໄພພິບັດອັນໃຫຍ່ຫຼວງກຳລັງຈະເກີດຂຶ້ນກັບພວກເຂົາ. ຜູ້ຄົນໃນປັດຈຸບັນເປັນຄືກັບນົກຈອກໃນດິນແດນແຫ່ງນໍ້າກ້ອນ ເຊິ່ງມັນຄືກັບວ່າ ຄວາມຕາຍໄດ້ບັງຄັບໃຫ້ມັນຈ່າຍໜີ້ຄືນ ແລະ ເຮັດໃຫ້ພວກມັນບໍ່ມີທາງເອົາຕົວລອດໄດ້. ຍ້ອນໜີ້ແຫ່ງຄວາມຕາຍທີ່ມະນຸດມີ, ທຸກຄົນຈຶ່ງຮູ້ສຶກວ່າມື້ສຸດທ້າຍຂອງພວກເຂົາໄດ້ມາເຖິງແລ້ວ. ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນໃນຫົວໃຈຂອງຜູ້ຄົນທົ່ວຈັກກະວານ ແລະ ເຖິງແມ່ນມັນບໍ່ໄດ້ຖືກເປີດເຜີຍຕໍ່ໜ້າຂອງພວກເຂົາ, ສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາແມ່ນບໍ່ສາມາດລີ້ຈາກສາຍຕາຂອງເຮົາໄດ້, ນີ້ແມ່ນຄວາມເປັນຈິງຂອງມະນຸດ. ບາງເທື່ອ ພຣະທຳຫຼາຍຂໍ້ບໍ່ໄດ້ຖືກນໍາໃຊ້ທັງໝົດຢ່າງຖືກວິທີ, ແຕ່ພຣະທຳເຫຼົ່ານີ້ກໍພຽງພໍໃນການບົ່ງບອກເຖິງບັນຫາ. ພຣະທຳທຸກໆຂໍ້ທີ່ມາຈາກປາກຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ, ບໍ່ວ່າພຣະທຳເຫຼົ່ານີ້ຈະມາຈາກອະດີດ ຫຼື ປັດຈຸບັນ; ພຣະທຳເຫຼົ່ານີ້ກໍຈະເຮັດໃຫ້ຄວາມຈິງປາກົດຕໍ່ໜ້າຜູ້ຄົນ, ເປັນສິ່ງເພີດເພີນຕາຂອງພວກເຂົາ, ເຊິ່ງໃນບາງເວລາພວກເຂົາຈະມືດມົວ ແລະ ສັບສົນ. ພວກເຈົ້າຍັງເບິ່ງບໍ່ເຫັນແທ້ບໍວ່າ ໃນປັດຈຸບັນ ຄືຍຸກຫຍັງ?